ວກ. - ພັກກອມມູນິດຫວຽດນາມ ແລະ ລັດຫວຽດນາມ ຍາມໃດກໍ່ໃຫ້ຄວາມສຳຄັນກັບການລະດົມ ຈັດແບ່ງ ນຳໃຊ້ ແລະ ຄຸ້ມຄອງຊັບພະຍາກອນ ເພື່ອການພັດທະນາເສດຖະກິດ ສັງຄົມ ແລະ ວັດທະນະທຳ ຢູ່​​ເຂດ​ທີ່​ມີ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ. ນີ້​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ ທີ່​ນຳ​ໄປ​ສູ່​ຄວາມ​ສຳ​ເລັດ ​ໃນ​ການ​ລົງທຶນ​​ຜັນຂະຫຍາຍໂຄງການ​ ຢູ່​ບັນດາ​ເຂດ​ທີ່​ມີ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ ​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາຢູ່​ບັນດາ​ພາກເຂດ ​ໃນການພັດທະນາ​ປະ​ເທດໂດຍລວມ

ກຳມະການກົມການເມືອງ, ປະທານປະເທດຫວຽດນາມ ຫວໍວັນເຖືອງ ຊົມເຊີຍພີ່ນ້ອງຮ່ວມຊາດໃນງານບຸນມະຫາສາມັກຄີປວງຊົນທັງຊາດ ຢູ່ຕາແສງ ສວຍຈາຍ, ເມືອງ ເຊີນຮ່ວາ, ແຂວງ ຝູອຽນ _ແຫຼ່ງ: vov.vn

ແຜນນະໂຍບາຍ, ນະໂຍບາຍຂອງພັກແລະລັດຫວຽດນາມ ກ່ຽວກັບການລະດົມ
ຈັດແບ່ງ ແລະ ຄຸ້ມຄອງຊັບພະຍາກອນ ເພື່ອການພັດທະນາເຂດທີ່ມີຊາວຊົນເຜົ່າສ່ວນໜ້ອຍຈຳນຫຼາຍ

ໃນໄລຍະປະຈຸບັນ, ເປົ້າໝາຍການພັດທະນາເຂດ​ທີ່​ມີ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ​ ໄດ້​ລະບຸໃນ​ເປົ້າ​ໝາຍການ​ພັດ​ທະ​ນາ​ໂດຍລວມຂອງ​ປະ​ເທດ. ນີ້​ແມ່ນ​ບັນຫາສຳຄັນ​ໃນ​ແນວທາງ​ແຜນນະ​ໂຍບາຍຂອງ​ພັກ ແລະ ນະໂຍບາຍກົດໝາຍ​ຂອງ​ລັດ ​ເພື່ອ​ແນ​ໃສ່ຮັບປະກັນ​ໃຫ້ບັນດາເຜົ່າມີຄວາມ​ສະ​ເໝີ​ພາບ ຄວາມ​ເຄົາລົບ ແລະ ຄວາມສາມັກຄີກັນ, ​​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ບັນດາ​ເຜົ່າຢ່າງກົມກຽວ, ຊ່ວຍເຫຼືອ​ກັນ​ພັດທະນາ, ສ້າງ​ການປ່ຽ​ນ​ແປງ​ຢ່າງ​ຈະ​ແຈ້ງ​ ໃນ​ການພັດທະນາ​ເສດຖະກິດ ວັດທະນະທຳແລະສັງຄົມ​ ຢູ່​ບັນດາ​ເຂດ​ທີ່​ມີ​ຊາວ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ, ໂດຍສະເພາະ​ ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ, ​ເຂດ​ພູພຽງພາກ​ກາງ, ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້ພາກໃຕ້ ​ແລະ ເຂດຊາຍຝັ່ງທະເລພາກ​ກາງ(1). ເພື່ອຮັບປະກັນ​ແຫຼ່ງຊັບພະຍາກອນສຳລັບການ​ພັດທະນາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ບົດສະຫຼຸບເລກທີ 65-KL/TW ຂອງກົມການເມືອງສູນກາງພັກ ໄດ້ຊີ້ແຈງວ່າ: “ເສີມຂະຫຍາຍຊັບພະຍາກອນທັງໝົດ, ຂຸດຄົ້ນຄວາມສາມາດບົ່ມຊ້ອນແລະຂໍ້ໄດ້ປຽບ ເພື່ອການພັດທະນາເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ຢ່າງຍືນຍົງ; ຮັບປະກັນການປ້ອງກັນປະເທດ ແລະຄວາມໝັ້ນຄົງ; ຮັກສາ ແລະເສີມຂະຫຍາຍເອກະລັກວັດທະນະທຳທີ່ດີງາມຂອງບັນດາເຜົ່າ(2). ການຮັບປະກັນ​ແຫຼ່ງຊັບພະຍາກອນ ​ເພື່ອການ​ພັດທະນາເຂດ​ທີ່​ມີຊາວເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ ​ໄດ້​ຮັບ​ການ​ຢືນຢັນ​ຕື່ມ​ອີກ ​ໃນ​ເອກະສານ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ນັ້ນຄື: ການລະດົມ ຈັດ​ແບ່ງ  ນຳ​ໃຊ້ ແລະ ຄຸ້ມ​ຄອງ​ຊັບພະຍາກອນຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ລົງທຶນ​ໃນການພັດທະນາ, ສ້າງການ​ປ່ຽນ​ແປງຂັ້ນພື້ນຖານ​ ດ້ານ​ເສດ​ຖະ​ກິດ ວັດ​ທະ​ນະ​ທຳ ແລະ ສັງ​ຄົມ ​ໃນ​​ເຂດ​ທີ່​ມີຊາວຊົນ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ(3).

ດ້ວຍຄວາມເຂົ້າໃຈທັດສະນະຂອງພັກ​ກອມ​ມູນິດ​ຫວຽດນາມຢ່າງຖີ່ຖ້ວນ, ບັນດາອົງການຂອງລັດທີ່ມີອຳນາດ ໄດ້ປະກາດໃຊ້ນະໂຍບາຍຫຼາຍສະບັບ ກ່ຽວກັບການລະດົມຊັບພະຍາກອນ ເພື່ອການພັກທະນາເຂດຊົນເຜົ່າສ່ວນໜ້ອຍ ເຊັ່ນ ມະຕິເລກທີ 88/2019/QH14 ຂອງສະພາແຫ່ງຊາດ ວ່າດ້ວຍການອະນຸມັດໂຄງການໂດຍລວມເພື່ອການພັດທະນາເສດຖະກິດ ແລະສັງຄົມ ໃນເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ໃນໄລຍະປີ 2021-2030”, ມະຕິເລກທີ 120/2020/QH14 ຂອງສະພາແຫ່ງຊາດ ວ່າດ້ວຍການອະນຸມັດແຜນນະໂຍບາຍການລົງທຶນ ໂຄງການເປົ້າໝາຍແຫ່ງຊາດ ເພື່ອການພັດທະນາເສດຖະກິດແລະສັງຄົມ ໃນເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ໃນໄລຍະປີ 2021-2030”ຂໍ້ຕັດສິນຕົກລົງເລກທີ 1719/QĐ-TTg ລົງວັນທີ 14 ຕຸລາ 2021 ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໂຄງການເປົ້າໝາຍແຫ່ງຊາດ ເພື່ອການພັດທະນາເສດຖະກິດແລະສັງຄົມ ໃນເຂດຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ໃນໄລຍະປີ 2021-2030, ໄລຍະທີ 1: ຕັ້ງແຕ່ປີ 2021 ເຖິງປີ 2025” ເມື່ອເວົ້າເຖິງການລະດົມ ຈັດແບ່ງ ນຳໃຊ້ ແລະ ຄຸ້ມຄອງຊັບພະຍາກອນ ໄດ້ລະບຸໄວ້ຢ່າງຈະແຈ້ງວ່າ: “ດຳເນີນການລະດົມແຫຼ່ງເງິນທຶນທີ່ຫຼາກຫຼາຍ ເພື່ອປະຕິບັດໂຄງການ, ໃນນັ້ນ ງົບປະມານຂອງລັດມີບົດບາດສຳຄັນ ແລະມີຄວາມໝາຍຕັດສິນ; ມີ​ມາດ​ຕະການ​ແກ້​ໄຂ​ທີ່​ເໝາະ​ສົມ ເພື່ອ​ລະດົມ​ແຫຼ່ງທຶນ ODA; ​ເພີ່ມ​ທະວີ​ການ​ລະດົມ​ແຫຼ່ງເງິນບໍລິຈາກທີ່ຖືກກົດໝາຍ​ ຈາກ​​ອົງການ, ວິສາຫະກິດ ​ແລະ ນັກທຸລະກິດ​ ທັງ​ໃນປະເທດ​ແລະຕ່າງປະ​ເທດ. ຮັບປະກັນ​ຄວາມ​ດຸ່ນດ່ຽງ, ການຈັດສັນ, ການລະດົມ​ທຶນ​ຢ່າງ​ຄົບ​ຖ້ວນ ​ແລະ ທັນ​ການ​ ຕາມ​ໂຄງ​ປະກອບ​ທຶນ​ທີ່​ໄດ້ຕັດສິນ​ຕົກລົງ; ຮັບປະກັນ​ອັດຕາ​ສ່ວນ​ທຶນ​ສົມທົບ​ຂອງ​ທ້ອງ​ຖິ່ນ ​ແລະ ຄວາມ​ຮັບຜິດຊອບ ໃນການ​ເຂົ້າ​ຮ່ວມ​ການ​ປະຕິບັດ​ໂຄງການ​ ຂອງ​ປະຊາຊົນ ​ແລະ ຜູ້​​ຮັບ​ຜົນ​ປະ​ໂຫຍ​ດ”.

ສະຖານະການປະຈຸບັນຂອງການລະດົມ ຈັດແບ່ງ ນຳໃຊ້ ແລະ ຄຸ້ມຄອງຊັບພະຍາກອນ
ເພື່ອກການລົງທຶນພັດທະນາເສດຖະກິດສັງຄົມ ແລະວັດທະນະທຳ ຢູ່ເຂດທີ່ມີຊາວຊົນເຜົ່າສ່ວນໜ້ອຍຈຳນວນຫຼາຍ

ໃນຊຸມປີທີ່ຜ່ານມາ, ພັກແລະລັດຍາມໃດກໍ່ເອົາໃຈໃສ່ຊີ້ນຳການລະດົມຊັບພະຍາກອນ ເພື່ອບຸລິມະສິດການລົງທຶນຢູ່ໃນເຂດທີ່ມີຊາວຊົນເຜົ່າສ່ວນໜ້ອຍຈຳນວນຫຼາຍ ເພື່ອແນໃສ່ສ້າງການປ່ຽນແປງຂັ້ນພື້ນຖານ ທາງດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ ຢູ່ໃນເຂດເຫຼົ່ານີ້. ໃນໄລຍະປີ 2011-2021, ງົບປະມານແຫ່ງລັດໄດ້ຈັດສັນເງິນ 246.654,5 ຕື້ດົ່ງ ເພື່ອລົງທຶນເຂົ້າບັນດາໂຄງການພັດທະນາເສດຖະກິດ ສັງຄົມ ແລະ ວັດທະນະທຳຢູ່ເຂດຊົນເຜົ່ານສ່ວນໜ້ອຍ(4). ຄຽງ​ຄູ່​ກັບ​ແຫຼ່ງກຳລັງ​ຂອງ​ລັດ​ແລະທ້ອງ​ຖິ່ນ, ການລະດົມ ຈັດແບ່ງ ນຳໃຊ້ ແລະ ຄຸ້ມຄອງຊັບພະຍາກອນ ເພື່ອການລົງທຶນໃນການພັດທະນາເສດຖະກິດ ສັງຄົມ ແລະ ວັດທະນະທຳຢູ່ເຂດທີ່ມີຊາວຊົນເຜົ່າສ່ວນໜ້ອຍຈຳນວນຫຼາຍ ໄດ້​ດຶງ​ດູດ​ຊັບ​ພະ​ຍາ​ກອນ​ສັງ​ຄົມ​ ເຊັ່ນການ​ຊ່ວຍ​ເຫຼືອ​ເພື່ອ​ການ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA), ທຶນ​ຂອງ​ອົງ​ການພັດທະນາເອກະຊົນ (NGO), ໂຄງ​ການ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ (DPO) ຂອງ​ທະ​ນາ​ຄານ​ໂລກ (WB), ແຜນ​ການ​ສະໜັບ​ສະ​ໜູນ​ດ້ານ​ຊັບ​ພະ​ຍາ​ກອນ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB), ບັນດາໂຄງການຂອງອົງການຮ່ວມມືສາກົນຍີ່ປຸ່ນ (JICA), ສະຖານທູດໄອແລນ, ຂອງມູນນິທິໃຈບຸນ - Vingroup ແລະ ຜູ້ບໍລິຈາກອື່ນໆ, ...(5). ລວມທັງແຫຼ່ງທຶນຊ່ວຍເຫຼືອທີ່ບໍ່ຕ້ອງຄືນ ແລະ ​ເງິນ​ກູ້​ບຸລິມະສິດ​ຈາກ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ບັນດາ​ອົງການ​ພັດທະນາເອກະຊົນ​ ທີ່ຊ່ວຍໃຫ້ຫວຽດນາມ. ຊັບພະຍາກອນເຫຼົ່ານີ້ໄດ້ປະກອບສ່ວນສຳຄັນຕໍ່ການລົງທຶນໃນການພັດທະນາເສດຖະກິດ ແລະສັງຄົມ ໃນເຂດທີ່ມີຊາວຊົນເຜົ່າສ່ວນໜ້ອຍຈຳນວນຫຼາຍ. ດັ່ງນັ້ນ, “ໃນໄລຍະປີ 2011-2021, ທຶນ ODA ໄດ້ສະໜອງເງິນທຶນ 2,6 ຕື້ໂດລາສະຫະລັດ, ທຶນຂອງອົງການພັດທະນາເອກະຊົນ (NGO) ໄດ້ປະມານ 5,5 ລ້ານໂດລາສະຫະລັດ, ລັດຖະບານໄອແລນໃຫ້ການຊ່ວຍເຫຼືອໂດຍບໍ່ຕ້ອງຄືນເງິນຈຳນວນ 10 ລ້ານ​ເອີໂຮ​,...”(6). ດັ່ງນັ້ນ, ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະປະກັນຄວາມປອດໄພທາງສັງຄົມເກືອບ 200 ໂຄງການ, ໂຄງການດ້ານການສຶກສາ ການຝຶກອົບຮົມ ການອົບຮົມວິຊາຊີບ ແລະການສ້າງວຽກເຮັດງານທຳປະມານ 250 ໂຄງການ ໄດ້ຖືກນຳໃຊ້ໃນເຂດທີ່ມີຊາວຊົນເຜົ່າສ່ວນໜ້ຍຈຳນວນຫຼາຍ. ເຖິງ​ວ່າ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຕົວ​ຈິງກໍ່ຕາມ, ​ແຕ່​ເມື່ອ​ທຽບ​ໃສ່​ໄລຍະ​ຜ່ານ​ມາ, ​ປະສິດທິ​ຜົນ​ການ​ລະດົມ​ທຶນ​ສະໜັບສະໜູນການລົງທຶນ​ຈາກ​ຕ່າງປະ​ເທດເຫຼົ່ານີ້ ​ໄດ້​ປະກອບສ່ວນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ວ່ອງ​ໄວ​ແລະຍືນ​ຍົງ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ ໃນເຂດທີ່ມີຊາວຊົນ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາລະຫວ່າງບັນດາເຜົ່າ.  

ຊັບພະຍາກອນເຫຼົ່ານີ້ໄດ້ຮັບການຈັດແບ່ງ ນຳໃຊ້ ແລະຄຸ້ມຄອງ ເພື່ອການລົງທຶນໃນຂົງເຂດຕ່າງໆ ເຊັ່ນ ການພັດທະນາໂຄງສ້າງພື້ນຖານ, ໂດຍສະເພາະການພັດທະນາລະບົບຄົມມະນາຄົມຂົນສົ່ງ ເຊິ່ງກວມປະມານ 50%; ການພັດທະນາກະສິກຳ ແລະຊົນນະບົດ, ລວມທັງທາງຄົມມະນາຄົມ ແລະເຄືອຂ່າຍໄຟຟ້າໃນຊົນນະບົດ, ການຊົນລະປະທານ ແລະນ້ຳໃນຊີວິດປະຈຳວັນ ແລະການພັດທະນາການຜະລິດ ເຊັ່ນ ການປູກຝັງ ແລະ ປຸງແຕ່ງຜະລິດຕະພັນກະສິກຳແລະປ່າໄມ້ ປະມານ 13%; ການລົງທຶນໃນຂົງເຂດການສຶກສາແລະຝຶກອົບຮົມ, ສາທາລະນະສຸກ, ການຮັກສາສິ່ງແວດລ້ອມ ແລະ ວິທະຍາສາດ-ເຕັກໂນໂລຊີ... ປະມານ 12%. ດ້ວນການນຳໃຊ້ຊັບພະຍາກອນເຫຼົ່ານີ້, ຮູບ​ລັກ​ສະ​ນະ​ຂອງເຂດ​ທີ່​ມີ​ຊົນ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ ຈຶ່ງ​ນັບ​ມື້​ນັບ​ມີ​ການ​ປ່ຽນ​ແປງ​ແລະສົດໃສ, ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ, ອັດ​ຕາ​ຄວາມ​ທຸກ​ຍາກ​ຫຼຸດ​ລົງ​ເມື່ອ​ທຽບກັບ​ເມື່ອ​ກ່ອນ.

ການລະດົມແລະນຳໃຊ້ແຫຼ່ງພະລັງດ້ານວິທະຍາສາດແລະເຕັກໂນໂລຊີ ໄດ້ຮັບຄວາມເອົາໃຈໃສ່ ຜ່ານໂຄງການແລະນະໂຍບາຍການພັດທະນາວິທະຍາສາດແລະເຕັກໂນໂລຊີ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອສະໜັບສະໜູນການຖ່າຍທອດແລະການປະຍຸກໃຊ້ວິທະຍາສາດແລະເຕັກໂນໂລຊີ ເຂົ້າໃນການຜະລິດ, ປັບປຸງຍົກສູງສະມັດຕະພາບແລະຄຸນນະພາບຂອງຜະລິດຕະພັນ, ຕອບສະໜອງຄວາມຕ້ອງການຕົວຈິງໃນປະຈຸບັນ. ໃນໄລຍະປີ 2011-2020, ລັດຖະບານໄດ້ປະກາດໃຊ້ໂຄງການວິທະຍາສາດແລະເຕັກໂນໂລຊີ 11 ໂຄງການທີ່ກ່ຽວຂ້ອງກັບເຂດທີ່ມີຊາວຊົນເຜົ່າສ່ວນໜ້ອຍຈຳນວນຫຼາຍ, ດຶງດູດອົງການຈັດຕັ້ງ, ບຸກຄົນ, ວິສາຫະກິດໃນປະເທດແລະຕ່າງປະເທດ ໃຫ້ລົງທຶນເຂົ້າໃນຂົງເຂດຕ່າງໆ ເຊັ່ນ ການຟື້ນຟູແລະພັດທະນາໝູ່ບ້ານອາຊີບຫັດຖະກຳພື້ນເມືອງ ຂອງຊົນເຜົ່າສ່ວນໜ້ອຍ, ການຝຶກອົບຮົມວີຊາຊີບ, ການຝຶກອົບຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຊົນ​ເຜົ່າ​ສ່ວນໜ້ອຍ​, ການສ້າງຮູບແບບການຄຸ້ມຄອງຄຸນນະພາບຜະລິດຕະພັນກະສິກຳຕາມມາດຕະຖານສາກົນ, ຮູບແບບການຄຸ້ມຄອງນ້ຳສະອາດ, ການພັດທະນາແລະປະຍຸກໃຊ້ເຕັກໂນໂລຊີທີ່ໃຊ້ພະລັງງານແສງ​ຕາ​ເວັນ ​ເພື່ອ​ຜະ​ລິດ​ໄຟ​ຟ້າ ​ແລະນ້ຳ​ຮ້ອນ ​ສໍາ​ລັບ​ຄອບ​ຄົວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ... ຜົນທີ່ໄດ້ຮັບຄື ໄດ້ຖ່າຍທອດເຕັກໂນໂລຊີໃໝ່ 1.106 ລາຍການ, ຝຶກອົບຮົມແລະປັບປຸງຍົກສູງຄວາມສາມາດໃນການຄຸ້ມຄອງແລະຈັດຕັ້ງຜັນຂະຫຍາຍໂຄງການ, ການປະຍຸກໃຊ້ແລະການຖ່າຍທອດເຕັກໂນໂລຊີ ໃຫ້ພະນັກງານຄຸ້ມຄອງວິທະຍາສາດແລະເຕັກໂນໂລຊີຫຼາຍກວ່າ 1.500 ຄົນ, ຊ່າງເຕັກນິກ 4.153 ຄົນ ແລະ ຊາວກະສິກອນປະມານ 92.000 ຄົນ(8).

ຍ້ອນ​ການ​ລະດົມ ຈັດແບ່ງ ນຳ​ໃຊ້ ​ແລະ ຄຸ້ມ​ຄອງແຫຼ່ງຊັບພະຍາກອນເຫຼົ່ານີ້ເພື່ອການລົງທຶນ​ຢ່າງ​ມີ​ປະສິດທິ​ພາບ ຈຶ່ງ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ວັດທະນະທຳ​ຢູ່​ບັນດາ​ເຂດ​ທີ່​ມີຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ. ໃນໄລຍະປີ 2011-2020, ອັດຕະການເຕີບໂຕທາງເສດຖະກິດໃນເຂດຊົນເຜົ່າສ່ວນໜ້ອຍບັນລຸປະມານ 8% ຕໍ່ປີ ເຊິ່ງສູງກວ່າຄ່າສະເລ່ຍຂອງປະເທດ. ພ້ອມກັນກັບການເຕີບໂຕ, ໂຄງປະກອບເສດຖະກິດໃນເຂດຊົນເຜົ່າສ່ວນໜ້ອຍແລະເຂດພູດອຍຍັງມີການປ່ຽນແປງຫຼາຍດ້ານ ໃນທິດທາງຂອງການເພີ່ມອັດ​ຕາ​ສ່ວນ​ອຸດ​ສາ​ຫະ​ກໍາ​ແລະ​​ບໍ​ລິ​ການ​ຂຶ້ນເທື່ອ​ລະ​ກ້າວ; ກະສິກຳກໍ່ຄ່ອຍໆຫັນປ່ຽນໄປສູ່ການຜະລິດເປັນສິນຄ້າ. ໃນນັ້ນ, ຫຼາຍ​ທ້ອງ​ຖິ່ນ​ໄດ້​ນຳ​ໃຊ້​ບັນດາ​ຜົນສຳ​ເລັດ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ແລະ ​ເສີມ​ຂະຫຍາຍ​ຄວາມສາມາດບົ່ມຊ້ອນແລະທ່າ​ແຮງ ສຸມ​ໃສ່​ການຜະລິດ​​ສິນຄ້າ​ທີ່ສອດຄ່ອງກັບກົນ​ໄກ​ຕະຫຼາດ. ຄຽງຄູ່ກັນນັ້ນ, ອັດຕາ​ການ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ແມ່ນ​ປະມານ 2%-3% ຕໍ່ປີ, ​ໂດຍ​ສະ​ເພາະໃນ​ບັນດາຕາແສງ​ທີ່​ຫຍຸ້ງຍາກ​ໄດ້​ຫຼຸດ​ລົງ 3%-4% ຕໍ່ປີ(9).

ໂຄງສ້າງພື້ນຖານໄດ້ຮັບການປັບປຸງໃຫ້ສົມບູນເທື່ອລະກ້າວ ໂດຍຕິດກັບການພັດທະນາເສດຖະກິດແລະສັງຄົມຂອງເຂດທີ່ມີຊາວຊົນເຜົ່າສ່ວນໜ້ອຍຈຳນວນຫຼາຍ. ດັ່ງນັ້ນ, ເຖິງດຽວນີ້, 100% ຂອງເມືອງມີທາງປູຢາງ ຫຼືຄອນກຣີດໄປສູ່ໃຈກາງເມືອງ; 98,4% ຂອງ​ຕາ​ແສງ​ມີ​ທາງ​ລົດ​ໂອໂຕໄປ​ເຖິງໃຈກາງ​ຕາ​ແສງ. ພ້ອມກັນນັ້ນ, ການປະຕິບັດ​ໂຄງການ​ກໍ່ສ້າງ​ຂົວ​ທາງ​ໃຫ້​ແກ່​ຊີວິດ​​ປະຊາຊົນ​ ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພໃນ​ການ​ສັນຈອນ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ແຕ່ປີ 2015 ມາຮອດປັດຈຸບັນ ໄດ້ກໍ່ສ້າງຂົວສຳເລັດແລ້ວ 2.330 ແຫ່ງ, ແກ້ໄຂບັນຫາການເດີນທາງຂອງປະຊາຊົນ ໂດຍສະເພາະໃນລະດູຝົນແລະນໍ້າຖ້ວມ. ນອກຈາກນີ້, ມາຮອດປະຈຸບັນ 100% ຂອງຕາແສງ ແລະ 97,2% ຂອງບ້ານ, ໝູ່ບ້ານ ມີໄຟຟ້າຈາກເຄືອຂ່າຍໄຟຟ້າແຫ່ງຊາດ, ອັດຕາຄອບຄົວທີ່ໃຊ້ໄຟຟ້າສູງເຖິງ 93,9%; 100% ຂອງຕາແສງມີໂຮງຮຽນປະຖົມສຶກສາ ແລະມັດທະຍົມສຶກສາຕອນຕົ້ນ; 99,7% ຂອງຕາແສງມີໂຮງຮຽນອະນຸບານ; 99,3% ຂອງຕາແສງມີສະຖານີການແພດ; 65,5% ຂອງຕາແສງ ແລະ 76,7% ຂອງບ້ານ ໝູ່ບ້ານມີເຮືອນວັດທະນະທໍາ ຫຼືເຮືອນກິດຈະກໍາຊຸມຊົນ.

​ໃນ​ຂົງ​ເຂດ​ການ​ສຶກສາ ການຝຶກອົບຮົມ ​ແລະ ພັດທະນາ​ຊັບພະຍາກອນ​ມະນຸດ ​ມີຄວາມ​ກ້າວໜ້າ​, ຄຸນ​ນະພາ​ບ​ແລະປະສິດທິ​ຜົນ​ນັບ​ມື້​ນັບ​ດີ​ຂຶ້ນ. ດ້ວຍເຫດ​ນັ້ນ, ຂະໜາດ​ຂອງ​ຕາໜ່າງ​ໂຮງຮຽນ​ຢູ່​ບັນດາ​ເຂດ​ທີ່​ມີຊາວຊົນ​ເຜົ່າ​ສ່ວນ​ໜ້ອຍຈຳນວຍຫຼາຍ ​ໄດ້ຮັບການປັບປຸງ ​ແລະ ພັດທະນາ​ ຕັ້ງແຕ່​ຊັ້ນ​ອະນຸບານ, ປະຖົມ-ມັດຖະຍົມສຶກສາ ຈົນເຖິງລະດັບ​ວິທະຍາ​ໄລ ​ແລະ ມະຫາວິທະຍາ​ໄລ. ບັນດານະໂຍບາຍສະໜັບສະໜູນການສຶກສາ ແລະການຝຶກອົບຮົມ, ໂດຍສະເພາະນະໂຍບາຍທີ່ສະໜັບສະໜູນ​ນັກຮຽນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແມ່ນ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ, ປັບປຸງ ​ແລະ ປະຕິບັດ​ຢ່າງ​ໝັ້ນຄົງ​ແລະທັນ​ການ ເຊິ່ງສົ່ງຜົນກະທົບທາງບວກ, ສ້າງ​ຄວາມ​ສະ​ເໝີ​ພາບ​ດ້ານ​ການ​ສຶກສາ, ຕອບສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ໃນໄລຍະປີ 2016-2020 ມີ​ຊາວ​ເຜົ່າ​ສ່ວນ​ໜ້ອຍຫຼາຍກວ່າ 8.000.000 ​ຄົນ ໄດ້​ຮັບ​ການ​ຊ່ວຍເຫຼືອດ້ານການຝຶກອາ​ຊີບ, ​ໃນ​ນັ້ນ​ມີ 412.000 ​ຄົນ​ຢູ່​ຊົນນະບົດ; ຄົນງານໃນບັນດາເມືອງທຸກຍາກຫຼາຍກວ່າ 4.620 ຄົນ ໄດ້ຮັບການສະໜັບສະໜູນໃຫ້ໄປເຮັດວຽກຢູ່ຕ່າງປະເທດ.

ວຽກ​ງານ​ອະນຸລັກ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ໄດ້ຮັບຜົນດີທີ່ແນ່ນອນ, ຊີວິດທາງວັດທະນະທຳຂອງປະຊາຊົນໄດ້ຮັບການພັດທະນາ ແລະປັບປຸງຢ່າງເຫັນໄດ້ຊັດ; ສະຖາບັນທາງວັດທະນະທຳໄດ້ຮັບການເພີ່ມທະວີ; ການເຄື່ອນໄຫວທາງວັດທະນະທຳ ແລະກິດຈະກຳທາງວັດທະນະທຳ ໄດ້ຮັບການຈັດຕັ້ງທຸກປີ. ໂຄງການວິທະຍຸແລະໂທລະພາບ ແລະ ໂຄງການນໍາເອົາຂໍ້ມູນໄປສູ່ຮາກຖານ ໄດ້ຮັບຄວາມເອົາໃຈໃສ່ປະຕິບັດ. ປະຈຸ​ບັນ, ມີ 67 ສະຖານີ​ວິທະຍຸ​ແລະ​ໂທລະພາບ ຕັ້ງແຕ່ລະດັບ​ສູນ​ກາງ​ຮອດ​ທ້ອງ​ຖິ່ນ ​ກວມ​ເອົາພື້ນທີ່​ທີ່​ມີ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ​ຈຳນວນ​ຫຼວງ​ຫຼາຍ, ​ໄດ້​ອອກ​ອາກາດ 22 ພາສາ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ນອກຈາກນີ້, ຍັງມີໜັງສືພິມຫຼາຍກວ່າ 100 ສະບັບ ທີ່ແຈກຢາຍຜ່ານຫ້ອງການໄປສະນີວັດທະນະທໍາຕາແສງ 16.000 ກວ່າແຫ່ງ ແລະ ໜ້າຂໍ້ມູນເອເລັກໂຕຣນິກຫຼາຍກວ່າ 200 ໜ້າ ທີ່ເຜີຍແຜ່ແລະໂຄສະນາກ່ຽວກັບແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ໄປສູ່ພື້ນທີ່ທີ່ມີຊາວຊົນເຜົ່າສ່ວນໜ້ອຍຈໍານວນຫຼາຍ.

ດ້ານສາທາລະນະສຸກແລະການເບິ່ງແຍງດູແລສຸຂະພາບຂອງປະຊາຊົນ ກໍ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນ ດັ່ງນັ້ນ ເຄືອຂ່າຍທາງການແພດຈຶ່ງສົມບູບແບບຫຼາຍຂຶ້ນ. ເຖິງດຽວນີ້ 98,4% ຂອງຕາແສງ ມີສະຖານີການແພດ, ໃນ​ນັ້ນ, 90% ຂອງ​ຕາ​ແສງ​ ມີ​ທ່ານ​ໝໍ; 76% ຂອງ​ຕາ​ແສງ ບັນລຸ​ມາດຕະ​ຖານ​ສຸ​ຂະ​ພາບ​ແຫ່ງ​ຊາດ; 96% ຂອງບ້ານ ໝູ່ບ້ານ ມີພະນັກງານທາງການແພດ. ເຖິງປີ 2018, ມີຜູ້ໄດ້ຮັບບັດປະກັນສຸຂະພາບ 6,6 ລ້ານຄົນ, ບັນລຸ 93,51%. ໂດຍພື້ນຖານແລ້ວ, ປະຊາຊົນຊົນເຜົ່າສ່ວນໜ້ອຍສາມາດເຂົ້າເຖິງບໍລິການດ້ານສາທາລະນະສຸກໃນທຸກລະດັບ.

ວຽກງານການສ້າງລະບົບການເມືອງຢູ່ຮາກຖານໃນເຂດທີ່ມີຊາວຊົນເຜົ່າສ່ວນໜ້ອຍຈຳນວນຫຼາຍ ໄດ້ຮັບຄວາມເອົາໃຈໃສ່ເປັນປະຈຳ, ຖັນແຖວພະນັກງານ​ຊົນ​ເຜົ່າ​ສ່ວນ​ໜ້ອຍມີປະລິມານແລະຄຸນນະພາບ​ເພີ່ມ​ຂຶ້ນທຸກວັນ. ມາເຖິງປະຈຸບັນ, ມີ​ພະນັກງານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 68.781 ຄົນ, ກວມ​ເອົາ 11,68% ຂອງຈຳນວນພະນັກງານທັງໝົດໃນທົ່ວປະເທດ.​ ຢູ່ບັນດາແຂວງແລະນະຄອນຂຶ້ນກັບສູນກາງ ມີພະນັກງານ ລັດຖະກອນ ພາລະກອນທີ່ເປັນຄົນຊົນເຜົ່າສ່ວນໜ້ອຍຈຳນວນ 162.120 ຄົນ, ກວມເອົາ 14,53%, (ແມ່ຍິງກວມເອົາ 49,2%). ໃນຈຳນວນນີ້, ມີຜູ້ດຳລົງຕຳແໜ່ງຜູ້ນຳ, ຜູ້ຄຸ້ມຄອງ 10.398 ຄົນ, ກວມເອົາ 17,2%. ຄຽງຄູ່ກັບປະລິດມານ, ຄຸນນະພາບຂອງຖັນແຖວພະນັກງານຊົນເຜົ່າສ່ວນໜ້ອຍກໍ່ໄດ້ຮັບການປັບປຸງຍົກສູງ, ມີພະນັກງານຫຼາຍໝື່ນຄົນຍັງໄດ້ຮັບການຝຶກອົບຮົມ ແລະ ບຳລຸງສ້າງທາງດ້ານອາຊີບ, ວິຊາສະເພາະ, ຄວາມຮູ້ກ່ຽວກັບການຄຸ້ມຄອງບໍລິຫານລັດ ແລະ ກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານ. ຖັນແຖວພະນັກງານຊົນເຜົ່າສ່ວນໜ້ອຍນັບ​ມື້​ນັບ​ໜຸ່ມ​ແໜ້ນ, ມີຄຸນວຸດທິວິຊາຊີບ, ມີ​ຄວາມ​ຫຼາກ​ຫຼາຍ​ໃນດ້ານອົງ​ປະກອບ​ຊົນ​ເຜົ່າ.

ຢ່າງໃດກໍ່ຕາມ, ຄຽງ​ຂ້າງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ການລະດົມ ຈັດແບ່ງ ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ຊັບພະຍາກອນເພື່ອ​ການລົງທຶນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະວັດທະນະທຳ ​ຢູ່​ບັນດາ​ເຂດ​ທີ່​ມີ​ຊາວ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ແລະ ມີ​ຂໍ້​ຈຳກັດ​ບາງ​ຢ່າງ​ເຊັ່ນ: ລະບົບ​ນະ​ໂຍບາຍດ້ານ​ຊົນ​ເຜົ່າ​ມີ​ຈຳນວນ​​ຫຼາຍ ​ແຕ່​ຍັງ​ຢັ່ງຢາຍ, ກະ​ແຈກ​ກະຈາຍ, ຂາດ​ຄວາມ​ຄົບຊຸດ. ​ໃນ​ນັ້ນ, ບາງ​ນະ​ໂຍບາຍ​ມີ​ເປົ້າ​ໝາຍ​ໃຫຍ່, ​ແຕ່​ເວລາ​ດຳເນີນການນັ້ນ​ສັ້ນ ​ແລະ ມັກເຊື່ອມໂຍງ​ກັບວາລະການ​​ດຳລົງ​ຕຳ​ແໜ່​ງ ດັ່ງນັ້ນຈຶ່ງເຮັດ​ໃຫ້​ເກີດ​ຄວາມ​ຫຍຸ້ງຍາກ​ໃນ​ການລະດົມ, ການຈັດ​ແບ່ງ ນຳ​ໃຊ້ ແລະ ຄຸ້ມ​ຄອງ​ຊັບພະຍາກອນ. ຄຽງ​ຂ້າງ​ນັ້ນ, ດ້ວຍ​ວັດຖຸກຳ​ແລະພື້ນທີ່ດຽວ​ກັນ ແຕ່ຫຼາຍ​ນະ​ໂຍບາຍ​ມີ​ເນື້ອ​ໃນ​ຊ້ອນ​ກັນ ​ເຊັ່ນ: ການ​ລົງທຶນ​ກໍ່ສ້າງ​ເສັ້ນທາງ ຫຼື​ນະ​ໂຍບາຍ​ເພື່ອສະໜັບສະໜູນການ​ພັດທະນາ​ການ​ຜະລິດ, ສ້າງ​ວຽກ​ເຮັດ​ງານ​ທຳ, ສະໜັບສະໜູນ​ທີ່​ດິນການ​ຜະລິດ, ​ທີ່​ຢູ່ອາໄສ, ນ້ຳປະປາ... ນອກຈາກນັ້ນ, ເນື້ອໃນນະໂຍບາຍບາງປະການບໍ່ແທດເໝາະກັບລັກສະນະສະເພາະຂອງພາກພື້ນແລະວັດທະນະທຳ, ດັ່ງນັ້ນ ຈຶ່ງບໍ່ໄດ້ສົ່ງເສີມກຳລັງແຮງພາຍໃນຂອງທ້ອງຖິ່ນ ແລະ ປະຊາຊົນ. ບັນດາໂຄງການ ແຜນງານ ນະໂຍບາຍດ້ານຊົນເຜົ່າ ແລະ ນະໂຍບາຍການຫຼຸດຜ່ອນຄວາມທຸກຍາກ ມັກມີຂະໜາດນ້ອຍ ແລະມີປະມານບໍ່ຫຼາຍ, ແຕ່ຂັ້ນຕອນການບໍລິຫານດ້ານການລົງທຶນ ແລະ ການຊໍາລະຍັງສັບສົນ.ບາງນະໂຍບາຍມີທັງເນື້ອໃນການລົງທຶນດ້ານໂຄງສ້າງພື້ນຖານ ແລະ ເນື້ອໃນກ່ຽວກັບຊີວິດການເປັນຢູ່ ແລະຄວາມປອດໄພທາງສັງຄົມ, ແຕ່ຂາດກົນໄກການຈັດສັນຊັບພະຍາກອນ ເພື່ອດຳເນີນການລົງທຶນຈາກລັດ ແລະ ບັນດາແຫຼ່ງເງິນທຶນທີ່ລະດົມພ້ອມກັນ. ສະພາບ​ການ​ໂລກ​ໃນ​ຊຸມ​ປີທີ່ຜ່ານ​​ມາມີຄວາມຜັນ​ຜວນ ສັບສົນ ​ແລະ​ຄາດເດົາບໍ່ໄດ້, ນອກຈາກນັ້ນ​ ການ​ແຜ່​ລະບາດ​ໃຫຍ່ຂອງ​ພະຍາດ​ໂຄ​ວິດ-19 ກໍ່​ໄດ້​ສົ່ງ​ຜົນ​ສະທົບ​ເຖິງ​ການ​ລະດົມ​ແຫຼ່ງເງິນທຶນ. ດັ່ງນັ້ນ, ການລະດົມ ຈັດແບ່ງ ນຳໃຊ້ ແລະຄຸ້ມຄອງຊັບພະຍາກອນ ເພື່ອການລົງທຶນໃນເຂດທີ່ມີຊາວຊົນເຜົ່າສ່ວນໜ້ອຍຈຳນວນຫຼາຍ, ໂດຍສະເພາະເຂດຕາເວັນຕົກສຽງເໜືອ, ເຂດພູພຽງພາກກາງ, ເຂດຕາເວັນຕົກພາກໃຕ້, ເຂດຕາເວັນຕົກຊາຍຝັ່ງພາກກາງ ທີ່ຍັງບໍ່ທັນໄດ້ຕາມຄວາມປະສົງ. ເມື່ອທຽບກັບລະດັບທົ່ວໄປຂອງທັງປະເທດແລ້ວ ຊີວິດຂອງຊາວເຜົ່າສ່ວນໜ້ອຍຍັງຢູ່ໃນລະດັບທີ່ຍາກທີ່ສຸດ(10).

ບັນດາຄວາມຫຍຸ້ງຍາກແລະຂໍ້ຈຳກັດຂ້າງເທິງເກີດຈາກຫຼາຍສາເຫດ, ລວມທັງສາເຫດພາວະວິໄສ ແລະ ອັດຕະວິໄສ:

ທີໜຶ່ງ, ເຂດທີ່ມີຊາວເຜົ່າສ່ວນໜ້ອຍຈຳນວນຫຼາຍ ມີພູມປະເທດກັນດານແລະກະຈັດກະຈາຍ ເຮັດ​ໃຫ້​ການຄົມມະນາຄົມມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ. ນອກຈາກນີ້, ສະພາບອາກາດຍັງຮຸນແຮງ; ໄພທຳມະຊາດ, ​ໄພ​ນ້ຳ​ຖ້ວມ, ນ້ຳ​ຖ້ວມ​ກະ​ທັນ​ຫັນ, ນ້ຳ​ເຄັມ​ລ່ວງ​ລ້ຳ...​ເກີດ​ຂຶ້ນ​ເລື້ອຍໆ.

ທີສອງ, ຈຸດເລິ່ມຕົ້ນຂອງເຂດທີ່ມີຊາວເຜົ່າສ່ວນໜ້ອຍຈຳນວນຫຼາຍ ຍັງຢູ່ໃນລະດັບຕ່ຳ. ອັດຕາຄອບຄົວທີ່ທຸກຍາກ, ໃກ້ຈະທຸກຍາກ, ທຸກຍາກອີກຄັ້ງ ຍັງສູງແລະມີທ່າອ່ຽງສູງຂຶ້ນຢ່າງຈະແຈ້ງ, “ອັດຕາຄອບຄົວທີ່ທຸກຍາກໃນບັນດາກຸ່ມຊົນເຜົ່າກໍ່ມີຄວາມແຕກຕ່າງກັນຫຼາຍ, ຍັງມີຫຼາຍຊົນເຜົ່າທີ່ມີອັດຕາຄົວເຮືອນທຸກຍາກສູງກວ່າ 40% ເຊິ່ງສູງກວ່າຄ່າສະເລ່ຍຂອງປະເທດເຖິງ 8 ເທົ່າ(11). ຕາມມະຕິຂອງນາຍົກລັດຖະມົນຕີໝາຍເລກ 353/QĐ-TTg ລົງວັນທີ 15 ມີນາ 2022 ກ່ຽວກັບການອະນຸມັດລາຍຊື່ເມືອງທີ່ທຸກຍາກ ແລະ ຕາແສງທີ່ທຸກຍາກພິເສດ ໃນເຂດຊາຍຝັ່ງທະເລແລະເກາະ ໃນໄລຍະປີ 2021-2025”, ປະຈຸ​ບັນ, ​ໃນເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຍັງ​ມີ 74 ​ເມືອງ​ທຸກ​ຍາກ.

ທີສາມຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຈຳນວນ​ໜຶ່ງ ຍັງ​ບໍ່​ມີຄວາມເຂົ້າໃຈ​ກ່ຽວ​ກັບ​ວຽກ​ງານ​ຊົນ​ເຜົ່າ​ຢ່າງ​ຄົບ​ຖ້ວນ, ດັ່ງ​ນັ້ນ, ​ໃນ​ຂະ​ບວນການ​ນຳພາ, ຊີ້ນຳການລະດົມຊັບພະຍາກອນການ​ລົງທຶນເພື່ອ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ ວັດທະນະທຳ​ ຈຶ່ງຍັງ​ບໍ່​ທັນມີການດຳເນີນຢ່າງຂັນແຂງ; ການ​ປະສານ​ງານ​ລະຫວ່າງ​ຂັ້ນ ​ແລະ ຂະ​ແໜງ​ການ​ຍັງ​ຊັກ​ຊ້າ, ບໍ່​ແໜ້ນ​ແຟ້ນ ​ແລະ ​ເປັນ​ເອກະ​ພາບ.

ທີສີ່ຄຸນນະພາບຂອງຊັບພະຍາກອນມະນຸດຍັງຕໍ່າ; ຖັນແຖວພະນັກງານທີ່ເຮັດວຽກງານຊົນເຜົ່າ ໂດຍສະເພາະຂັ້ນຮາກຖານ ຍັງບໍ່ໄດ້ຮັບການຝຶກອົບຮົມ ແລະ ບໍາລຸງສ້າງຢ່າງຄົບຖ້ວນ, ຍັງອ່ອນແອທາງດ້ານວິຊາສະເພາະ, ຄຸນສົມບັດ ແລະ ປະສົບການໃນການຄຸ້ມຄອງໂຄງການ ແລະ ນະໂຍບາຍຊົນເຜົ່າ.

ທີຫ້າ, ບໍ່​ເອົາ​ໃຈ​ໃສ່​ຢ່າງ​ພຽງພໍເຖິງ​ການ​ເຊີດ​ຊູ​ຄວາມ​ສາມາດບົ່ມຊ້ອນ, ທ່າ​ໄດ້​ປຽບ, ວັດທະນະທຳ​ຂອງ​ແຕ່ລະ​ພາກ​ພື້ນ ​ແລະ ​ແຕ່ລະ​ຊົນ​ເຜົ່າ; ການ​ເຊື່ອມ​ຕໍ່​ລະຫວ່າງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ ກັບ​ເຂດ​ພັດທະນາ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຊຸກຍູ້; ບາງ​ນະ​ໂຍບາຍ​ບໍ່​ໄດ້​ສ້າງ​ແຮງ​ຈູງ​ໃຈ​ໃຫ້​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ບືນຕົວ​ຂຶ້ນ ແລະ​ເປັນເຈົ້າຕົນເອງ​ໃນ​ຊີວິດ.

ວິທີແກ້ໄຂກ່ຽວ​ກັບ​ການລະດົມ ຈັດແບ່ງ ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ ​
ເພື່ອ​ລົງທຶນ​ພັດທະນາ​ເຂດ​ທີ່ມີຊາວ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ

ເພື່ອເສີມຂະຫຍາຍຄວາມສຳເລັດ, ປະຕິບັດຕາມແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບວຽກງານຊົນເຜົ່າ, ພ້ອມກັນນັ້ນກໍແກ້ໄຂຜ່ານຜ່າຄວາມຫຍຸ້ງຍາກແລະສິ່ງທ້າທາຍ, ສ້າງຄວາມກ້າວໜ້າໃນການລະດົມ ຈັດແບ່ງ ນຳໃຊ້ ແລະຄຸ້ມຄອງຊັບພະຍາກອນ ເພື່ອລົງທຶນ​ພັດທະນາ​ ໃນເຂດທີ່​ມີຊາວ​ເຜົ່າ​ສ່ວນ​ໜ້ອຍຈຳນວນຫຼາຍ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈຳເປັນຕ້ອງປະຕິບັດ​ໜ້າ​ທີ່ ​ແລະວິທີ​ແກ້​ໄຂຕໍ່ໄປນີ້ໃຫ້ດີແລະພ້ອມກັນ:

ທີໜຶ່ງປະຕິບັດແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບການນຳໃຊ້ ແລະຄຸ້ມຄອງຊັບພະຍາກອນ ເພື່ອການພັດທະນາເຂດຊົນເຜົ່າສ່ວນໜ້ອຍຢ່າງມີປະສິດທິພາບ. ສ້າງຄວາມສົມດຸນແລະຈັດສັນຊັບພະຍາກອນໃຫ້ພຽງພໍ ເພື່ອປະຕິບັດນະໂຍບາຍການລົງທຶນພັດທະນາເສດຖະກິດ-ສັງຄົມ ຢູ່ບັນດາເຂດຊົນເຜົ່າສ່ນໜ້ອຍ, ຮັບປະກັນຈຸດໝາຍ ແລະ ຈຸດສຳຄັນ. ຍູ້ແຮງການສ້າງຄວາມຫຼາກຫຼາຍຂອງຊັບພະຍາກອນ, ໃນນັ້ນງົບປະມານຂອງລັດມີຄວາມສຳຄັນແລະເດັດຂາດ, ​ໃຫ້​ບຸລິມະສິດການ​ຈັດ​ແບ່ງ​ທຶນ​ຊ່ວຍ​ເຫຼືອ​ການ​ພັດທະນາຢ່າງ​ເປັນ​ທາງ​ການ (ODA) ​ໃນ​ການ​ປະຕິບັດ​ໂຄງການ; ລະດົມແລະສົ່ງເສີມການເຂົ້າຮ່ວມ ແລະການປະກອບສ່ວນຂອງວິສາຫະກິດ, ອົງການຈັດຕັ້ງ ແລະ ບຸກຄົນ(12).

ທີສອງບຸລິມະສິດຊັບພະຍາກອນໃນການລົງທຶນເພື່ອສ້າງໂຄງສ້າງພື້ນຖານທີ່ແຂງແກ່ນ. ຍູ້ແຮງການກໍ່ສ້າງໂຄງສ້າງພື້ນນຖານທີ່ຄົບຊຸດ, ໂດຍສະເພາະ ໂຄງສ້າງພື້ນຖານດ້ານການຄົມມະນາຄົມ ເພື່ອສ້າງການເຊື່ອມຕໍ່ພາກ​ພື້ນ ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ພັດ​ທະ​ນາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ເພື່ອໃຫ້ບັນຫານີ້ສຳເລັດ, ນອກຈາກ​ເສັ້ນທາງ​ດ່ວນ ແລະເສັ້ນທາງ​ຄົມມະນາຄົມ​ສຳຄັນ​ທີ່​ເຊື່ອມ​ຕໍ່​ບັນດາ​ເຂດ​ທີ່​ລັດ​ລົງທຶນ​ແລ້ວ, ບັນດາ​ແຂວງ​ທີ່​ມີຊາວເຜົ່າສ່ວນໜ້ອຍຈຳນວນຫຼາຍ ຈຳເປັນ​ຕ້ອງ​ສຸມ​ໃສ່​ກໍ່ສ້າງ​ລະບົບ​ຄົມມະນາຄົມ​ພາຍ​ໃນ, ໂດຍສະເພາະ ​ເສັ້ນທາງ​ລະຫວ່າງ​ເມືອງ ແລະລະຫວ່າງຕາແສງ. ໃນນັ້ນ, ຕ້ອງບຸລິມະສິດຊັບພະຍາກອນໃນການລົງທຶນກໍ່ສ້າງໂຄງສ້າງພື້ນຖານທີ່ແຂງແກ່ນ ເພື່ອຮັບປະກັນເຖິງປີ 2025 ຕາແສງ 100% ຈະມີທາງປູຢາງຫຼືຄອນກຣີດ ເຂົ້າສູ່ສູນກາງຕາແສງ; 70% ຂອງໝູ່​ບ້ານ​ມີ​ເສັ້ນທາງ​ທີ່​ແຂງແກ່ນໄປ​ເຖິງ​ໃຈກາງ...; ຮອດ​ປີ 2030, ກວ່າ 85% ຂອງ​ຕາ​ແສງ, ໝູ່ບ້ານ​ທີ່​ມີຊາວ​ເຜົ່າ​ສ່ວນ​ໜ້ອຍ​ຈຳນວນຫຼາຍ ຈະ​ມີໂຄງສ້າງ​ພື້ນຖານ​​ພຽງພໍທີ່ຈະຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ການລົງທຶນກໍ່ສ້າງໂຄງສ້າງພື້ນຖານດ້ານຄົມມະນາຄົມທີ່ຄົບຊຸດ ເຊິ່ງບໍ່ພຽງດຶງດູດຊັບພະຍາກອນການລົງທຶນເພື່ອການພັດທະນາເສດຖະກິດ ສັງຄົມ ແລະວັດທະນະທຳເທົ່ານັ້ນ ແຕ່ຍັງປະກອບສ່ວນປັບປຸງຍົກສູງຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງສະພາບດິນຟ້າອາກາດ ແລະ ການປ້ອງກັນແລະຕໍ່ສູ້ກັບ​ໄພ​ທຳ​ມະ​ຊາດ ​ເຊັ່ນ: ​ໄພ​ນ້ຳ​ຖ້ວມ ໄພນ້ຳ​ຖ້ວມ​ກະທັນຫັນ ​ໄພ​ແຫ້ງ​ແລ້ງ ​ແລະ ລະດັບ​ນ້ຳ​ທະ​ເລ​ສູງ​ຂຶ້ນ,...   

ທີສາມ, ໃຊ້ອັດຕາສ່ວນເງິນລົງທຶນຕາມງົບປະມານທີ່ເໝາະສົມ ສຳລັບການຝຶກອົບຮົມອາຊີບ, ການຝຶກອົບຮົມຄວາມຮູ້ດ້ານວິທະຍາສາດການຄຸ້ມຄອງບໍລິຫານຕາມໂຄງການແລະແຜນງານທີ່ເໝາະສົມກັບເຂດເສດຖະກິດ-ສັງຄົມ. ປ່ຽນແປງໃໝ່ວຽກງານການຈັດຕັ້ງ ແລະ ກາປັບປຸງຍົກສູງຄຸນນະພາບຂອງຖັນແຖວພະນັກງານທີ່ເຮັດວຽກງານຊົນເຜົ່າຢ່າງແຂງແຮງ ຕັ້ງແຕ່ສູນກາງຈົນເຖິງຮາກຖານ, ໃນນັ້ນ, ຕ້ອງຍູ້ແຮງວຽກງານຝຶກອົບຮົມ ຝຶກອົບຮົມໃໝ່ ແລະ ຝຶກອົບຮົມຄືນໃໝ່. ເພື່ອດຳເນີນການແກ້ໄຂບັນຫານີ້ໄດ້ດີ ວຽກງານທີ່ຮີບດ່ວນແມ່ນ ລົງທຶນກໍ່ສ້າງພື້ນຖານວັດຖຸ ແລະ ປັບປຸງຍົກສູງຄວາມສາມາດການຝຶກອົບຮົມໃນລະບົບໂຮງຮຽນກິນນອນຊົນເຜົ່າ, ບັນດາໂຮງຮຽນກຽມມະຫາວິທະຍາໄລຊົນເຜົ່າພິເສດ ແລະ ມະຫາວິທະຍາໄລບາງແຫ່ງເຊັ່ນ: ສະຖາບັນຊົນເຜົ່າ, ມະຫາວິທະຍາໄລເຂດພູແລະເນີນສູງພາກເໜືອ, ມະຫາວິທະຍາໄລເຂດເນີນສູງພາກກາງ, ມະຫາວິທະຍາໄລເຂດຕາເວັນຕົກຊາຍຝັ່ງພາກກາງ, ມະຫາວິທະຍາໄລເຂດຕາເວັນຕົກພາກໃຕ້. ​ໃຊ້​ເງິນລົງທຶນຈາກງົບປະມານ​ໃນ​ອັດຕາ​ສ່ວນ​ທີ່​ເໝາະ​ສົມ ເພື່ອການຝຶກອົບຮົມ​ວິຊາ​ຊີບ ປັບປຸງ​ຄວາມ​ຮູ້ ແລະ ປະສົບການທາງທຸລະກິດໃນພາກກະສິກຳອຸດສາຫະກຳ ແລະບໍລິການ. ໃຫ້​ບຸລິມະສິດ​ໃນ​ການ​ຝຶກ​ອົບຮົມເພື່ອ​ປັບປຸງ​ຄຸນສົມບັດ​ທາງ​ປັນຍາ ​ແລະ ວິຊາ​ຊີບ​ໃຫ້​ແກ່ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນໄວ​ເຮັດ​ວຽກ.

ທີສີ່ເສີມຂະຫຍາຍຊັບພະຍາກອນການລົງທຶນເພື່ອການພັດທະນາໃນດ້ານການສຶກສາແລະວັດທະນະທຳຢ່າງມີປະສິດທິພາບ, ລວມທັງການໃຊ້ຈ່າຍ​ງົບປະມານຂອງ​ລັດໃນດ້ານ​ວັດທະນະທຳ; ຍູ້ແຮງການຮ່ວມມືລະຫວ່າງພາກລັດແລະເອກະຊົນ, ການສ້າງກົນໄກພິເສດ, ການຍົກເວັ້ນ ຫຼຸດຜ່ອນພາສີແລະຄ່າທຳນຽມ ທີ່ສອດຄ່ອງກັບຄວາມເປັນຈິງ ເພື່ອດຶງດູດຊັບພະຍາກອນ. ນອກຈາກນີ້, ຈຳເປັນຕ້ອງ ເສີມຂະຫຍາຍຂໍ້ໄດ້ປຽບຂອງຊັບພະຍາກອນປ່າໄມ້, ແຮ່ທາດ, ດ່ານຊາຍແດນ, ວັດທະນະທຳຊົນເຜົ່າທີ່ມີເອກະລັກ ຫຼາກຫຼາຍ ແລະ ທ່າແຮງພັດທະນາການທ່ອງທ່ຽວ ແລະ ການບໍລິການ...”(13). ພ້ອມກັນນັ້ນ, ການພັດທະນາຊັບພະຍາກອນມະນຸດ, ການຮັກສາສະຖຽນລະພາບຂອງປະຊາກອນ, ໃຫ້ບຸລິມະສິດການອະນຸລັກແລະຟື້ນຟູຄຸນຄ່າທາງວັດທະນະທຳດັ້ງເດີມ ແລະເອກະລັກຂອງບັນດາເຜົ່າ. ​ໃຫ້​ບຸລິມະສິດ​ບັນດາ​ໂຄງການ, ແຜນງານເພື່ອ​ການພັດທະນາ​ເສດຖະກິດ-ສັງຄົມ​ ຢູ່​ບັນດາ​ເຂດ​ທີ່​ມີ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​​ຈຳນວນ​​ຫຼາຍ ເຊິ່ງມີເງື່ອນໄຂທີ່​ຫຍຸ້ງຍາກພິເສດ. ເອົາໃຈໃສ່ການລົງທຶນແລະໃຊ້ປະໂຫຍດຈາກຄຸນຄ່າທາງວັດທະນະທຳດັ້ງເດີມຂອງບັນດາຊົນເຜົ່າສ່ວນໜ້ອຍ ຕິດພັນກັບການພັດທະນາການທ່ອງທ່ຽວ ແລະບໍລິການ ເພື່ອສ້າງວຽກເຮັດງານທຳ ແລະເພີ່ມລາຍໄດ້ໃຫ້ກັບຊາວເຜົ່າສ່ວນໜ້ອຍ.

ທີຫ້າ, ຍູ້ແຮງການປະຕິຮູບການບໍລິຫານ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍເພື່ອດຶງດູດຊັບພະຍາກອນການລົງທຶນ. ເສີມຂະຫຍາຍບົດບາດຂອງການຕິດຕາມກວດກາປະຊາທິປະໄຕຢູ່ຮາກຖານຢ່າງມີປະສິດທິພາບ ຜ່ານຄວາມຄິດເຫັນຂອງປະຊາຊົນຕາມທິດນຳປະຊາຊົນຮູ້ ປະຊາຊົນປຶກສາຫາລື ປະຊາຊົນເຮັດ ປະຊາຊົນກວດກາ ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນຊົມໃຊ້ຜ່ານການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງຄະນະມະຫາຊົນ.

ທີຫົກເພີ່ມທະວີແລະຂະຫຍາຍການພົວພັນຮ່ວມມືກັບບັນດາປະເທດ, ອົງການຂອງລັດ ແລະ ອົງການພັດທະນາເອກະຊົນ ຜ່ານຊ່ອງທາງການທູດຂອງພັກ, ລັດ ແລະການຕ່າງປະເທດປະຊາຊົນ ເພື່ອດຶງດູດຊັບພະຍາກອນການລົງທຶນ; ການຖ່າຍທອດວິທະຍາສາດແລະເຕັກໂນໂລຊີ ເພື່ອໂຄງການແລະແຜນງານການພັດທະນາເສດຖະກິດແລະສັງຄົມໃນເຂດທີ່ມີຊາວເຜົ່າສ່ວນໜ້ອຍຈຳນວນຫຼາ. ໃນນັ້ນ, ຈຳເປັນຕ້ອງສືບຕໍ່ປະຕິບັດບັນດາໜ້າທີ່ກ່ຽວກັບການປະຕິບັດກົນໄກ ນະໂຍບາຍ ແລະ ວິທີແກ້ບັນຫາທີ່ລະບຸໄວ້ໃນມະຕິຕົກລົງຂອງນາຍົກລັດຖະມົນຕີໝາຍເລກ 2152/QĐ-TTg ລົງວັນທີ 18 ທັນວາ 2020 ວ່າດ້ວຍ “ການອະນຸມັດໂຄງການຂະຫຍາຍເວລາດຳເນີນການ ຂອງມະຕິຕົກລົງຂອງນາຍົກລັດຖະມົນຕີໝາຍເລກ 2214/QĐ-TTg ລົງວັນທີ 14 ພະຈິກ 2013 ກ່ຽວກັບການອະນຸມັດໂຄງການ “ເພີ່ມທະວີການຮ່ວມມືສາກົນເພື່ອສະໜັບສະໜູນການພັດທະນາເສດຖະກິດ ແລະສັງຄົມ ໃນເຂດຊົນເຜົ່າສ່ວນໜ້ອຍ ເຖິງປີ 2025”./.

--------------------------

(1) ຫ້ອງການສູນກາງພັກເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຮ່າໂນ້ຍ, 2016, ໜ້າ 164

(2) ບົດສະຫຼຸບຂອງກົມການເມືອງສູນກາງພັກໝາຍເລກ 65-KL/TW ລົງວັນທີ 30 ຕຸລາ 2019 ວ່າດ້ວຍການສືບຕໍ່ປະຕິບັດມະຕິເລກທີ 24-NQ/TW ຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ກ່ຽວກັບວຽກງານຊົນເຜົ່າໃນສະພາບການໃໝ່.

(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 170.

(4), (5), (6) ເບິ່ງ: ລາຍງານຂອງຄະນະກຳມະການຊົນເຜົ່າສະບັບເລກທີ 855/BC-UBDT ລົງວັນທີ 3 ມິຖຸນາ 2022: ສະຫຼຸບສັງລວມ 10 ປີແຫ່ງການປະຕິບັດດຳລັດສະບັບເລກທີ 05/2011/NĐ-CP ຂອງລັດຖະບານກ່ຽວກັບວຽກງານຊົນເຜົ່າ.

(7) ເບິ່ງ: ລາຍງານຂອງຄະນະກຳມະການຊົນເຜົ່າສະບັບເລກທີ 732/BC-UBDT ລົງວັນທີ 10 ມິຖຸນາ 2021: ສະຫຼຸບສັງລວມຍຸດທະສາດວຽກງານຊົນເຜົ່າເຖິງປີ 2020.

(8), (9) ເບິ່ງ: ລາຍງານຂອງຄະນະກຳມະການຊົນເຜົ່າສະບັບເລກທີ 855/BC-UBDT ລົງວັນທີ 3 ມິຖຸນາ 2022: ສະຫຼຸບສັງລວມ 10 ປີແຫ່ງການປະຕິບັດດຳລັດສະບັບເລກທີ 05/2011/NĐ-CP ຂອງລັດຖະບານກ່ຽວກັບວຽກງານຊົນເຜົ່າ.

(10) ບົດສະຫຼຸບຂອງກົມການເມືອງສູນກາງພັກໝາຍເລກ 65-KL/TW ລົງວັນທີ 30 ຕຸລາ 2019 ວ່າດ້ວຍການສືບຕໍ່ປະຕິບັດມະຕິເລກທີ 24-NQ/TW ຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ກ່ຽວກັບວຽກງານຊົນເຜົ່າໃນສະພາບການໃໝ່.

(11) ເບິ່ງ: ລາຍງານຂອງຄະນະກຳມະການຊົນເຜົ່າສະບັບເລກທີ 732/BC-UBDT, ລົງວັນທີ 10 ມິຖຸນາ 2021: ສະຫຼຸບສັງລວມຍຸດທະສາດວຽກງານຊົນເຜົ່າເຖິງປີ 2020.

(12) ມະຕິສະບັບທີ 120/2020/QH14 ລົງວັນທີ 19 ມິຖຸນາ 2020, ຂອງສະພາແຫ່ງຊາດຊຸດທີ XIV, ວ່າດ້ວຍ ການອະນຸມັດແຜນນະໂຍບາຍການລົງທຶນໂຄງການເປົ້າໝາຍແຫ່ງຊາດ ເພື່ອການພັດທະນາເສດຖະກິດແລະສັງຄົມ ໃນເຂດຊົນເຜົ່າສ່ວນໜ້ອຍແລະພູດອຍ ໃນໄລຍະປີ 2021-2030

(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 253

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1026 (ເດືອນພະຈິກ 2023)