ແນວຄິດໂຮ່ຈິມິນ ກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມ
ແລະການໝູນໃຊ້ໃນການຄຸ້ມຄອງການພັດທະນາສັງຄົມ
ຢູ່ຫວຽດນາມໃນປະຈຸບັນ
ແລະການໝູນໃຊ້ໃນການຄຸ້ມຄອງການພັດທະນາສັງຄົມ
ຢູ່ຫວຽດນາມໃນປະຈຸບັນ
ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງຈິ໊ ງ ກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມຢູ່ເມືອງອຽນບ໊າຍ, ແຂວງອຽນບ໊າຍ _ພາບ: TTXVN
ແນວຄິດໄຮ່ຈີມິນກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມ
ແນວຄິດໄຮ່ຈີມິນກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມແມ່ນລະບົບທັດສະນະທີ່ຮອບດ້ານແລະເລິກເຊິ່ງ ເຊິ່ງສະແດງອອກໃນບັນດາເນື້ອໃນພື້ນຖານລຸ່ມນີ້:
ທີໜຶ່ງ, ລັດແຫ່ງອຳນາດກົດໝາຍຕ້ອງຮັບປະກັນອຳນາດທັງໝົດເປັນຂອງປະຊາຊົນ; ອຳນາດລັດເປັນເອກະພາບ, ມີການແບ່ງງານລະຫວ່າງອົງການໃນການປະຕິບັດໜ້າທີ່.
ຕາມປະທານໂຮ່ຈີມິນ, ໃນລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ປະຊາຊົນແມ່ນອັດຕະພາບຂອງສິດອຳນາດລັດ; ລັດເປັນພຽງອົງການທີ່ປະຊາຊົນສ້າງຕັ້ງຂຶ້ນເພື່ອໃຊ້ອຳນາດຂອງປະຊາຊົນ, ໂດຍກ່າວວ່າ: “ປະເທດເຮົາເປັນປະເທດປະຊາທິປະໄຕ, ຖານະສູງສຸດແມ່ນປະຊາຊົນ, ເພາະວ່າປະຊາຊົນແມ່ນເຈົ້າຂອງ. ໃນກົນໄກປະຕິວັດ, ແຕ່ຜູ້ກວາດລ້າງພື້ນ, ຜູ້ປຸງແຕ່ງ, ເຖິງປະທານາທິບໍດີຂອງປະເທດ, ທຸກຄົນຖືກມອບໝາຍໃຫ້ເປັນຜູ້ຮັບໃຊ້ປະຊາຊົນ”(1). ໃນຂະບວນການສະຖາປະນາຮູບແບບການປົກຄອງຂອງສາທາລະນະລັດ ປະຊາທິປະໄຕປະຊາຊົນຫວຽດນາມ, ເພິ່ນໄດ້ສະໜັບສະໜູນການລວມອຳນາດ ແລະມີການແບ່ງໜ້າທີ່ທີ່ຈະແຈ້ງລະຫວ່າງບັນດາອົງການໃນການນຳໃຊ້ອຳນາດລັດ. ນີ້ແມ່ນການພັດທະນາທີ່ສອດຄ່ອງກັບຄວາມເປັນຈິງຂອງປະເທດຈາກແນວຄິດທີ່ວ່າ ອຳນາດລັດມາຈາກປະຊາຊົນ. ໂດຍທາດແທ້ແລ້ວ, ຄວາມເປັນເອກະພາບໃນຜົນປະໂຫຍດຂອງປະຊາຊົນແມ່ນຮາກຖານຂອງຄວາມເປັນເອກະພາບລະຫວ່າງອຳນາດຂອງປະຊາຊົນແລະອຳນາດລັດ, ນີ້ກໍ່ແມ່ນຈຸດພິເສດທີ່ພົບໄດ້ສະເພາະໃນລັດແຫ່ງອຳນາດກົດໝາຍສັງຄົມນິຍົມເທົ່ານັ້ນ. ແນຄິດການໂຮມອຳນາດລັດເປັນເອກະພາບ ຂອງປະທານໂຮ່ຈິມິນ ສະແດງອອກຢ່າງຈະແຈ້ງໂຄງສ້າງອຳນາດລັດໃນລັດຖະທຳມະນູນ 2 ສະບັບຂອງປີ 1946 ແລະ 1959.
ຕາມປະທານໂຮ່ຈີມິນ, ເມື່ອອຳນາດປະຊາຊົນໄດ້ມອບໝາຍໃຫ້ລັດແລ້ວ, ອຳນາດລັດຕ້ອງເປັນເອກະພາບ ແລະ ມີການຈັດແບ່ງຢ່າງໂປ່ງໃສ ລະຫວ່າງອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະອຳນາດຕຸລາການ. ຄຽງຄູ່ກັນນັ້ນ, ຈຸດປະສົງຂອງການມອບໝາຍອຳນາດລັດແມ່ນເພື່ອຄວບຄຸມອຳນາດ, ຮັບປະກັນຫຼັດນິຕິທຳ ແລະ ສົ່ງເສີຄຸນຄ່າປະຊາທິປະໄຕສັງຄົມນິຍົມໃນພາກປະຕິບັດ ໂດຍບໍ່ປະນີປະນອມແລະແບ່ງແຍກອຳນາດ; ສະນັ້ນ, ເຖິງວ່າຈະມີການຈັດແບ່ງໜ້າທີ່ແລະພາລະກິດບາງຢ່າງ, ແຕ່ອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການທັງສາມນັ້ນບໍ່ໄດ້ແຍກຈາກກັນໂດຍສິ້ນເຊີງ, ກົງກັນຂ້າມ, ອຳນາດເຫຼົ່ານີ້ “ຜູກພັນກັນ” ແລະເປັນອັນໜຶ່ງອັນດຽວ ເຊິ່ງມີເປົ້າໝາຍການເມືອງຮ່ວມກັນ ສ້າງລັດທີ່ຮັບປະກັນຄວາມເປັນເຈົ້າຂອງທີ່ຮອບດ້ານ ແລະທັງໝົດເພື່ອຜົນປະໂຫຍດຂອງປະຊາຊົນ.
ທີສອງ, ລັດແຫ່ງອຳນາດກົດໝາຍຕ້ອງເປັນລັດທີ່ຖືກລັດຖະທຳມະນູນແລະຖືກກົດໝາຍ.
ຕາມແນວຄິດໂຮ່ຈີມິນ, ການກຳເນີດຂອງລັດຕ້ອງສອດຄ່ອງກັບເຫດຜົນ ແລະ ຍຸຕິທຳ, ໄດ້ຮັບການຈັດຕັ້ງ ແລະ ດຳເນີນງານບົນພື້ນຖານລັດຖະທຳມະນູນ ແລະ ກົດໝາຍ. ທັນທີຫຼັງຈາກການປະຕິວັດເດືອນສິງຫາສຳເລັດຜົນ, ປະທານໂຮ່ຈີມິນໂຕ້ແຍ້ງການກຳເນີດສາທາລະນະລັດປະຊາທິປະໄຕຫວຽດນາມຢ່າງເຂັ້ມງວດວ່າມີເຫດຜົນ ແລະຄວາມຍຸຕິທຳ. ກ່ອນອື່ນໝົດ, ເພິ່ນໄດ້ເຜີຍແບໂທດກຳຂອງພວກລ່າເມືອງຂຶ້ນຝະລັ່ງ ແລະ ຟາດຊິດຍີ່ປຸ່ນ ທີ່ໄດ້ຢຽບຍ່ຳບັນດາສິດທິອັນສັກສິດຂອງຊາດຫວຽດນາມ ເປັນເວລາເກືອບໜຶ່ງສະຕະວັດ, ຕໍ່ໄປ, ດ້ວຍເຫດຜົນ, ຂໍ້ໂຕ້ແຍ້ງ ແລະຫຼັກຖານທີ່ຊັດເຈນ, ເພິ່ນໄດ້ພິສູດໃຫ້ມະນຸດຊາດທີ່ກ້າວໜ້າເຫັນວ່າ ການກຳເນີດສາທາລະນະລັດປະຊາທິປະໄຕຫວຽດນາມ (ປະຈຸບັນແມ່ນສາທາລະນະລັດສັງຄົມນິຍົມຫວຽດນາມ) ເປັນໄປຕາມລັດຖະທຳມະນູນ ແລະ ຖືກກົດໝາຍ.
ໃນດ້ານອື່ນ, ປະທານໂຮ່ຈີມິນຖືວ່າ: ລັດຖືກລັດຖະທຳມະນູນ, ຖືກກົດໝາຍແມ່ນລັດທີ່ມີການຈັດຕັ້ງ ແລະດຳເນີນງານບົນພື້ນຖານລັດຖະທຳມະນູນ ແລະກົດໝາຍ. ໃນກອງປະຊຸມລັດຖະບານຄັ້ງທໍາອິດ (ວັນທີ 3 ກັນຍາ 1945), ປະທານໂຮ່ຈີມິນກ່າວວ່າ ໜິ່ງໃນບັນຫາຮີບດ່ວນແມ່ນ “ຕ້ອງມີລັດຖະທໍາມະນູນທີ່ເປັນປະຊາທິປະໄຕ" ແລະ "ສະເໜີແນະໃຫ້ລັດຖະບານຈັດການເລືອກຕັ້ງທົ່ວໄປ ດ້ວຍການປ່ອນບັດທົ່ວໄປ ໂດຍໄວທີ່ສຸດ”(2). ປະທານໂຮ່ຈີມິນຊີ້ອອກມາສ່າ, ລັດແຫ່ງອຳນາດກົດໝາຍທີ່ແທ້ຈິງແມ່ນລັດຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ກ່ອນອື່ນໝົດແມ່ນ ກົນໄກແຫ່ງລັດຕ້ອງຮັບໃຊ້ສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຕາມນັ້ນ, ລັດຖະທຳມະນູນປະຊາທິປະໄຕ ຕ້ອງໄດ້ຮັບການສ້າງຕັ້ງໂດຍອົງການຜູ້ຕາງໜ້າຂອງປະຊາຊົນ ແລະ ຕັດສິນໃຈໂດຍປະຊາຊົນ. ສະນັ້ນ, ເພິ່ນໄດ້ຮຽກຮ້ອງໃຫ້ຈັດຕັ້ງການເລືອກຕັ້ງທົ່ວໄປພາຍໃຕ້ລະບອບການປ່ອນບັດເລືອກຕັ້ງທົ່ວປວງຊົນໂດຍໄວ ເພື່ອໃຫ້ທົ່ວປວງຊົນເລືອກຕັ້ງບັນດາອົງການຕາງໜ້າຂອງຕົນ, ເພາະ “ອາໄສການເລືອກຕັ້ງທົ່ວໄປ, ທົ່ວປວງຊົນເລືອກຕັ້ງສະພາແຫ່ງຊາດ. ສະພາແຫ່ງຊາດຈະແຕ່ງຕັ້ງລັດຖະບານ. ລັດຖະບານນັ້ນແມ່ນລັດຖະບານຂອງປະຊາຊົນທັງຫມົດ”(3).
ທີສາມ, ລັດແຫ່ງອຳນາດກົດໝາຍຕ້ອງຄຸ້ມຄອງສັງຄົມດ້ວຍກົດໝາຍ.
ໃນແນວຄິດໂຮ່ຈີມິນ, ເນື້ອໃນຫຼັກຂອງລັດແຫ່ງອຳນາດກົດໝາຍແມ່ນຫຼັກການທີ່ຖືກົດໝາຍເປັນຈຸດສູງສຸດ, ກຳນົດການປະພຶດຂອງລະບົບການເມືອງທັງໝົດ ແລະ ທຸກອັດຕະພາບໃນສັງຄົມ. ໃນຄຳປະທ້ວງຂອງຊາວອານນາມ ທີ່ໄດ້ສົ່ງໄປຍັງກອງປະຊຸມ ແວຣ໌ຊາຍສ໌ (ປີ 1919), ປະທານໂຮ່ຈີມິນຢືນຢັນວ່າ: ພວກຂ້າພະເຈົ້າຕ້ອງ “ປ່ຽນແທນລະບອບການອອກດຳລັດ ດ້ວຍລະບອບສ້າງກົດໝາຍ”(4). ຢ່າງໃດກໍຕາມ, ບໍ່ຄືກັນກັບລັດແຫ່ງອຳນາດກົດໝາຍນາຍທຶນ, ກົດໝາຍເປັນຕົວແທນຂອງເຈດຈຳນົງແລະອໍານາດຂອງຊົນຊັ້ນນາຍທຶນ; ສ່ວນກົດໝາຍໃນລັດແຫ່ງອຳນາດກົດໝາຍສັງຄົມນິຍົມເປັນຕົວແທນໃຫ້ແກ່ເຈດຈຳນົງແລະຄວາມປາດຖະໜາຂອງຊົນຊັ້ນກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານ.
ທັນທີຫຼັງຈາກການສະຖາປະນາອຳນາດການປົກຄອງປະຕິວັດຂອງປະຊາຊົນ, ປະທານໂຮ່ຈິມິນ ໄດ້ສະເໜີໃຫ້ດຳເນີນການເລືອກຕັ້ງທົ່ວໄປ ເພື່ອເລືອກຕັ້ງສະພາແຫ່ງຊາດ “ຍິ່ງໄວຍິ່ງດີ”. ວັນທີ 6 ມັງກອນປີ 1946, ການເລືອກຕັ້ງທົ່ວໄປຄັ້ງທຳອິດພາຍຫຼັງປະເທດເອກະລາດ ໄດ້ເລືອກຕັ້ງສະພາແຫ່ງຊາດຊຸດທຳອິດ, ວັນທີ 9 ພະຈິກ 1946, ສະພາແຫ່ງຊາດໄດ້ຜ່ານລັດຖະທຳມະນູນແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ. ລັດຖະທຳມະນູນປີ 1946 ມີຄຸນຄ່າສຳຄັນໃນການກໍ່ສ້າງສັງຄົມຫວຽດນາມທີ່ປົກຄອງ ແລະຄຸ້ມຄອງດ້ວຍກົດໝາຍ, ກຳນົດສິດທິຕ່າງໆ ເພື່ອຄຸ້ມຄອງການພົວພັນສັງຄົມພື້ນຖານ ຢ່າງຈະແຈ້ງ, ໂປ່ງໃສ ແລະ ເໝາະສົມ, ພ້ອມກັນນັ້ນ ກໍກຳນົດຫຼັກການໃນການຈັດຕັ້ງກົງຈັກຂອງລັດ; ຢືນຢັນ ແລະ ສ້າງພື້ນຖານດ້ານການເມືອງ ແລະ ນິຕິກຳຂອງລັດເອກະລາດ, ສ້າງພື້ນຖານອັນສຳຄັນໃນການກໍ່ສ້າງກົດໝາຍໃຫ້ແກ່ບັນດາຂໍ້ກຳນົດຂອງລັດຖະທຳມະນູນ. ບົນພື້ນຖານນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລື ແລະ ປະກາດໃຊ້ກົດໝາຍສຳຄັນຈຳນວນໜຶ່ງສຳລັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ເພື່ອຈັດຕັ້ງກົງຈັກອົງການ ແລະ ເບິ່ງແຍງດູແລຊີວິດຂອງປະຊາຊົນ.
ໃນຖານະປະທານປະເທດ, ປະທານ ໂຮ່ຈິມິນ ຍາມໃດກໍມານະພະຍາຍາມສ້າງພື້ນຖານຂະບວນການສ້າງຕັ້ງ ແລະ ບູລະນະລະບົບກົດໝາຍປະຊາທິປະໄຕຫວຽດນາມ ໂດຍສະເພາະແມ່ນ ເປັນເຈົ້າການໂດຍກົງໃນການສ້າງຮ່າງລັດຖະທຳມະນູນ 2 ສະບັບໃນປີ 1946 ແລະ 1959, ລົງນາມ ແລະ ປະກາດໃຊ້ກົດໝາຍ 16 ສະບັບ ແລະ ດຳລັດ 613 ສະບັບ ເພື່ອຄຸ້ມຄອງປະເທດ. ເພື່ອຄຸ້ມຄອງການພັດທະນາສັງຄົມຢ່າງມີປະສິດທິຜົນ, ກ່ອນອື່ນໝົດຕ້ອງມີລະບົບກົດໝາຍທີ່ຖືກຕ້ອງ, ເໝາະສົມ ແລະ ຄົບຖ້ວນ; ມີຄວາມສາມາດ ແລະ ອຳນາດໃນການຊີ້ນຳ, ປະຕິບັດ, ຄຸ້ມຄອງ ແລະ ຄວບຄຸມທຸກອົງການ ເພື່ອຮັບປະກັນການເຄື່ອນໄຫວຂອງລະບົບສາທາລະນະຢ່າງມີປະສິດທິຜົນ. ໃນດ້ານອື່ນ, ລັດຖະທຳມະນູນ ແລະ ກົດໝາຍໄດ້ວາງອອກ ເພື່ອປົກປັກຮັກສາສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ສະນັ້ນ ວຽກງານສຳຄັນແມ່ນໂຄສະນາໃຫ້ປະຊາຊົນເຂົ້າໃຈ, ສະໝັກໃຈປະຕິບັດ ແລະ ປະຕິບັດຢ່າງຄົບຖ້ວນ. ປະທານໂຮ່ຈິມິນ, ຕ້ອງ “ເຮັດໃຫ້ປະຊາຊົນຮູ້ສິດປະຊາທິປະໄຕ, ຮູ້ໃຊ້ສິດປະຊາທິປະໄຕ, ກ້າເວົ້າ, ກ້າເຮັດ”(5). ໃນກອງປະຊຸມເພື່ອປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການແຕ່ງງານແລະຄອບຄົວ (ປີ 1959), ເພິ່ນຊີ້ໃຫ້ເຫັນວ່າ: "ການປະກາດໃຊ້ກົດໝາຍນີ້ບໍ່ໄດ້ໝາຍຄວາມວ່າທຸກສິ່ງທຸກຢ່າງແມ່ນສໍາເລັດ, ແຕ່ມັນຍັງຮຽກຮ້ອງໃຫ້ມີການໂຄສະນາແລະການສຶກສາອົບຮົມໃນໄລຍະຍາວຈຶ່ງປະຕິບັດຢ່າງດີໄດ້”(6); ພ້ອມກັນນັ້ນ, “ຜູ້ແທນສະພາປະຊາຊົນ ແລະ ພະນັກງານຕ້ອງເຜີຍແຜ່ລັດຖະທຳມະນູນ ຢ່າງເລິກເຊິ່ງແລະກວ້າງຂວາງໃນປວງປະຊາຊົນ ແລະເປັນແບບຢ່າງໃນການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ”(7),...
ຄຽງຂ້າງນັ້ນ, ທ່ານປະທານໂຮ່ຈີມິນ ຮຽກຮ້ອງໃຫ້ບັນດາອົງການປະຕິບັດກົດໝາຍຕ້ອງຮັບປະກັນຄວາມຍຸຕິທຳ, ເຂັ້ມງວດ ແລະ ປະຊາຊົນທຸກຄົນສະເໝີພາບຕໍ່ກົດໝາຍ; ຮຽກຮ້ອງໃຫ້ພະນັກງານຕ້ອງເປັນແບບຢ່າງ ໃນການປະຕິບັດກົດໝາຍ, “ປະຕິບັດລະບຽບວິໄນຂອງພັກຢ່າງເຂັ້ມງວດ. ເປັນແບບຢ່າງໃນການປະຕິບັດກົດໝາຍຂອງລັດ ແລະ ລະບຽບວິໄນຂອງບັນດາອົງການປະຕິວັດຂອງມະຫາຊົນທີ່ຕົນເຂົ້າຮ່ວມ”(8); ກົງກັນຂ້າມ, ຖ້າພະນັກງານ ສະມາຊິກພັກບໍ່ປະຕິບັດຄວາມຮັບຜິດຊອບຂອງຕົນ ແລະ ລະເມີດກົດໝາຍ, ລັດ “ຕ້ອງລົງໂທດຢ່າງຮຸນແຮງຕໍ່ຜູ້ທີ່ບໍ່ຊື່ສັດ, ບໍ່ວ່າຜູ້ນັ້ນຈະດຳລົງຕຳແໜ່ງໃດກໍຕາມ”(9). ເພິ່ນຍັງຊີ້ອອກຢ່າງກົງໄປກົງມາ ແລະຕຳໜິຕິຊົມພະນັກງານທີ່ສວຍໃຊ້ອຳນາດຝ່າຝືນກົດໝາຍ, ຝ່າຝືນສິດເສລີປະຊາທິປະໄຕ ແລະຜົນປະໂຫຍດຂອງປະຊາຊົນ, ຖືວ່ານັ້ນເປັນບົດຮຽນຢ່າງຈະແຈ້ງໃຫ້ທົ່ວພັກ.
ທີສີ່, ລັດແຫ່ງອຳນາດກົດໝາຍມີຄວາມເປັນເອກະພາບລະຫວ່າງສິນທຳແລະກົດໝາຍ.
ໃນແນວຄິດໂຮ່ຈິມິນ, ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ; ຢ່າງໃດກໍຕາມ, ກົດໝາຍພຽງແຕ່ເພີ່ມປະສິດທິພາບສູງສຸດຂອງມັນສໍາລັບສັງຄົມ ເມື່ອມັນສະທ້ອນເຖິງຄຸນຄ່າທາງສິນທໍາອັນສູງສົ່ງ. ເພິ່ນກ່າວວ່າ: "ບັນຫາຄວາມຍຸຕິທໍາກໍ່ຄືກັບບັນຫາອື່ນໆ, ໃນເວລານີ້, ແມ່ນບັນຫາຂອງຊີວິດແລະຄວາມເປັນມະນຸດ. ໃນຊີວິດແລະໃນຖານະມະນຸດ, ເຈົ້າຕ້ອງຮັກຊາດ, ຮັກປະຊາຊົນ, ຮັກມະນຸດຊາດທີ່ຕ້ອງທົນທຸກທໍລະມານ ແລະຖືກກົດຂີ່ຂົ່ມເຫັງ”(10). ຄວາມເປັນເອກະພາບລະຫວ່າງສິນທຳ ແລະ ກົດໝາຍໃນການສ້າງລັດແຫ່ງອຳນາດກົດໝາຍນັ້ນ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມຈິງທີ່ວ່າ ຈັນຍາບັນເປັນພື້ນຖານໃນການຄຸ້ມຄອງເນື້ອໃນ ຕະຫຼອດຈົນການສ້າງພະລັງແຫ່ງກົດໝາຍເທົ່ານັ້ນ, ແຕ່ຍັງລວມເຖິງການປະສົມປະສານລະຫວ່າງການສຶກສາສິນທຳ ກັບການກ່າວເຕືອນຂອງກົດຫມາຍ ໃນການຄວບຄຸມພຶດຕິກໍາຂອງມະນຸດ ສູ່ຕໍ່ຄຸນຄ່າແຫ່ງງຄວາມຈິງ - ຄວາມດີ - ຄວາມງາມ.
ໃນຂະບວນການກໍ່ສ້າງລັດແຫ່ງອຳນາດກົດໝາຍ, ປະທານໂຮ່ຈີມິນຍາມໃດກໍ່ປາດຖະໜາຢາກສ້າງວັດທະນະທຳການເມືອງທີ່ມີຄຸນຄ່າມະນຸດອັນສູງສົ່ງ ເພື່ອຮັບໃຊ້ພາລະກິດການສ້າງສາປະເທດທີ່ “ເປັນເອກະລາດຢ່າງຄົບຖ້ວນ” ແລະປະຊາຊົນ “ມີເສລີພາບໂດຍສົມບູນ, ພີ່ນ້ອງຮ່ວມຊາດທຸກຄົນມີອາຫານ, ເຄື່ອງນຸ່ງຫົ່ມ ແລະ ທຸກຄົນໄດ້ຮັບການສຶກສາ”(11). ແນວຄິດໂຮ່ຈີມິນມີການສົມທົບກັນຢ່າງແໜ້ນແຟ້ນ ແລະເປັນເອກະພາບ ລະຫວ່າງພື້ນຖານດ້ານການເມືອງ ແລະຄຸນສົມບັດສິນທຳ ເຊິ່ງສະແດງອອກໃນອຸດົມຄະຕິຂອງປະເທດຊາດທີ່ສວຍງາມ ແລະຄວາມເປັນຈິງແຫ່ງການປະຕິບັດອຸດົມຄະຕິນັ້ນ ເຊິ່ງຕົວເພິ່ນເອງເປັນຕົວຢ່າງທີ່ສ່ອງປະກາຍ. ເພິ່ນຂຽນວ່າ: “ຈາກປະທານລັດຖະບານ ເຖິງນາຍສະໝຽນ, ຜູ້ທຳຄວາມສະອາດໃນອົງການນ້ອຍ, ລ້ວນແຕ່ແມ່ນຄົນທີ່ໄດ້ຮັບຄ່າຈ້າງ, ເຮັດວຽກເພື່ອປະຊາຊົນ, ຕ້ອງໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນ”(12); ຕາມນັ້ນ, ພະນັກງານ ສະມາຊິກພັກຢາກຈັດຕັ້ງມະຫາຊົນປະຕິບັດແນວທາງ, ນະໂຍບາຍ, ກົດໝາຍຂອງພັກແລະລັດ, ຈາກນັ້ນ “ຕັ້ງແຕ່ວຽກງານ, ຄຳເວົ້າຈົນເຖິງການດຳລົງຊີວິດ, ຕ້ອງເຮັດແນວໃດໃຫ້ປະຊາຊົນເຊື່ອຖື, ປະຊາຊົນນັບຖື, ປະຊາຊົນຮັກແພງ”(13) ແລະ “ຕ້ອງເຄົາລົບປະຊາຊົນ, ເຮົາຕ້ອງເຮັດໃຫ້ປະຊາຊົນເຊື່ອ, ເຮົາຕ້ອງເປັນແບບຢ່າງໃຫ້ປະຊາຊົນ. ຢາກໃຫ້ປະຊາຊົນນັບຖື ເຈົ້າຕ້ອງໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນ, ຖ້າເຈົ້າຢາກໃຫ້ປະຊາຊົນເຊື່ອ ເຈົ້າຕ້ອງບໍລິສຸດ”(14).
ສິ່ງທີ່ພິເສດກວ່ານັ້ນແມ່ນ ແນວຄິດອຳນາດກົດໝາຍຂອງໂຮ່ຈີມິນ ໄດ້ປະກອບດ້ວຍອຳນາດກົດໝາຍມະນຸດສະທຳ ຢ່າງເລິກເຊິ່ງ, ບໍ່ແມ່ນເຄື່ອງມືເພື່ອລົງໂທດ, ແຕ່ແມ່ນປົກປັກຮັກສາແລະປະຕິບັດສິດ ແລະຜົນປະໂຫຍດຂອງມະນຸດ. ໃນໜ້າທີ່ສົມທົບການສຶກສາດ້ານຄຸນສົມບັດສິນທຳ ເຂົ້າກັບການໃຊ້ອຳນາດກົດໝາຍ, ເພິ່ນຍັງໃຫ້ບຸລິມະສິດ ແລະ ເອົາໃຈໃສ່ເຖິງການເສີມຂະຫຍາຍ ແລະ ເພີ່ມທະວີຄຸນສົມບັດສິນທຳຢ່າງສູງສຸດ, ຕັກເຕືອນພະນັກງານໃຫ້ເຊີດຊູຈິດໃຈເປັນແບບຢ່າງຢ່າງເປັນປະຈຳ, ແລະແນ່ນອນ ຫາກການເປັນຕົວຢ່າງບໍ່ມີຜົນ ແມ່ນຕ້ອງໃຊ້ກົດຫມາຍເພື່ອຈັດການ. ນີ້ເປັນທັດສະນະທີ່ສະແດງໃຫ້ເຫັນເຖິງມະນຸດສະທຳແລະຄວາມເຫັນອົກເຫັນໃຈ ເພາະສິ່ງສຳຄັນທີ່ສຸດຍັງຄັງເປັນພື້ນຖານຂອງຄວາມຮັບຮູ້ທາງດ້ານກົດໝາຍ ແລະຈັນຍາບັນຂອງພະນັກງານ ລັດຖະກອນ ແລະ ປະຊາຊົນ, ໂດຍບໍ່ແມ່ນການໃຊ້ກົດໝາຍເພື່ອຈັດການຢ່າງແຂງກະດ້າງ.
ທີຫ້າ, ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຢູ່ພາຍໃຕ້ການນຳພາທີ່ເປັນເອກະພາບ ແລະ ຮອບດ້ານຂອງພັກກອມມູນິດ.
ອາດເວົ້າໄດ້ວ່າ, ນີ້ແມ່ນຄວາມແຕກຕ່າງລະຫວ່າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ກັບລັດແຫ່ງອຳນາດກົດໝາຍຢູ່ບັນດາປະເທດທຶນນິຍົມຕາເວັນຕົກ. ຄວາມເປັນຈິງແຫ່ງປະຫວັດສາດພິສູດໃຫ້ເຫັນວ່າ, ການນຳພາຂອງພັກກອມມູນິດຫວຽດນາມ ແມ່ນປັດໄຈຕັດສິນຄວາມສຳເລັດຂອງພາລະກິດປົດປ່ອຍປະເທດຊາດ, ພ້ອມກັນນັ້ນ ກໍບັນລຸໄດ້ໄຊຊະນະຫຼາຍໃນການຕໍ່ຕ້ານສັດຕູຜູ້ຮຸກຮານ ກໍ່ຄືໃນການກໍ່ສ້າງປະເທດ. ການປະຕິວັດເດືອນສິງຫາ (ປີ 1945) ປະສົບຜົນສໍາເລັດ, ທັບມ້າງແອກປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ແລະສັກດິນາ, ນໍາເອົາເອກະລາດແລະເສລີພາບມາໃຫ້ປະເທດ, ສະຖາປະນາຕໍາປະຊາຊົນເປັນເຈົ້າແຫ່ງຊາຕາກຳຂອງປະເທດຂອງຕົນເອງ. ນີ້ແມ່ນ “ເຫດການຄັ້ງທຳອິດໃນປະຫວັດສາດການປະຕິວັດຂອງປະຊາຊົນໃນປະເທດເມືອງຂຶ້ນ ແລະ ເຄິ່ງເມືອງຂຶ້ນ, ພັກການເມືອງທີ່ມີອາຍຸ 15 ປີໄດ້ນຳພາການປະຕິວັດຢ່າງສຳເລັດຜົນ ແລະ ກຳອຳນາດການປົກຄອງທົ່ວປະເທດຊາດ”(15). ຕາມນັ້ນ, ບົດບາດນຳພາ ແລະ ຄວາມຮັບຜິດຊອບຂອງພັກໄດ້ຮັບການຢືນຢັນໃນລັດຖະທຳມະນູນ - ກົດໝາຍພື້ນຖານຂອງຫວຽດນາມ, ມີຜົນສັກສິດສູງສຸດ(16).
ພ້ອມກັນນັ້ນ, ທິດທາງສັງຄົມນິຍົມຂອງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ບໍ່ສາມາດຫຼົບໜີການນຳພາຂອງພັກກອມມູນິດເໜືອລັດໂດຍທົ່ວໄປ ແລະ ການຈັດຕັ້ງອຳນາດລັດເວົ້າສະເພາະ. ຄົ້ນຄວ້າການປະຕິວັດລັດເຊຍ, ປະທານໂຮ່ຈີມິນ ໄດ້ຮັບຮູ້ວ່າ “ພຽງແຕ່ລັດທິສັງຄົມນິຍົມແລະກອມມູນິດນິຍົມເທົ່ານັ້ນ ທີ່ສາມາດປົດປ່ອຍປະຊາຊົນ ແລະ ຄົນງານທີ່ຖືກກົດຂີ່ຂູດຮີດໃນໂລກ”(17). ເມື່ອສະເໜີທິດສະດີກ່ຽວກັບການຈັດຕັ້ງອຳນາດລັດ, ບັນດານັກຄິດທີ່ມີຊື່ສຽງຂອງການປະຕິວັດນາຍທຶນ ເຊັ່ນ Monttesky ຫຼື J.Rousseau, ບໍ່ໄດ້ແກ້ໄຂບັນຫາການພົວພັນລະຫວ່າງພັກການເມືອງທີ່ກຳອຳນາດ ກັບລັດຢ່າງຄົບຖ້ວນ; ຕໍ່ຈາກນັ້ນ, ທິດສະດີມາກຊິດ ແລະ ຜູ້ນໍາ ວ.ອີ.ເລນິນ ໄດ້ກ່າວເຖິງແລະລົງເລິກວິເຄາະກ່ຽວກັບານພົວພັນລະຫວ່າງລັດ ແລະພັກກອມມູນິດ ຢ່າງເລິກເຊິ່ງ, ແຕ່ຍັງສຸມໃສ່ເນື້ອໃນທາງທິດສະດີແລະມະຫາພາກເປັນສ່ວນໃຫຍ່. ໃນຂະນະນັ້ນ, ປະທານໂຮ່ຈີມິນ ແມ່ນຜູ້ກໍ່ຕັ້ງ ແລະ ບຳລຸງສ້າງພັກກອມມູນິດຫວຽດນາມໂດຍກົງ ແລະ ຈັດຕັ້ງດຳເນີນການປະຕິວັດສັງຄົມນິຍົມ, ດັ່ງນັ້ນ ຈຶ່ງມີພື້ນຖານພຶດຕິກຳຕົວຈິງ ເພື່ອພັດທະນາທັດສະນະກ່ຽວກັບການນຳພາຂອງພັກກອມມູນິດຕໍ່ການຈັດຕັ້ງອຳນາດລັດ, ຮັບປະກັນເປົ້າໝາຍຄຸ້ມຄອງການພັດທະນາສັງຄົມ ຕາມເສັ້ນທາງສັງຄົມນິຍົມ.
ການໝູນໃຊ້ແນວຄິດໂຮ່ຈິມິນ ກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມ
ເຂົ້າໃນການຄຸ້ມຄອງການພັດທະນາສັງຄົມຢູ່ຫວຽດນາມ ໃນປະຈຸບັນ
ການກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ແມ່ນໜຶ່ງໃນບັນດາເນື້ອໃນ ແລະ ວິທີແກ້ໄຂທີ່ສຳຄັນ ເພື່ອຄຸ້ມຄອງການພັດທະນາສັງຄົມ ແລະ ຮັບປະກັນຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ. ບົນພື້ນຖານແນວຄິດໂຮ່ຈີມິນ, ພ້ອມກັນນັ້ນ ເລິ່ມຈາກພຶດຕິກຳຕົວຈິງຂອງປະເທດ ໃນໄລຍະການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ວາງແຜນນະໂຍບາຍຫຼາຍສະບັບ ເພື່ອແນໃສ່ຊີ້ນຳນຳພາ, ກຳນົດທິດທາງ, ກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍໃຫ້ສົມບູນແບບ. ຕາມນັ້ນ, ນັບແຕ່ປະເທດສາທາລະນະລັດປະຊາທິປະໄຕຫວຽດນາມເກີດຂຶ້ນ, ວຽກງານກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ບັນລຸໄດ້ບັນດາຜົນງານທີ່ສຳຄັນຫຼາຍຢ່າງ, “ການຈັດຕັ້ງກົງຈັກຂອງລັດສືບຕໍ່ໄດ້ຮັບການປັບປຸງ, ປະຕິບັດໜ້າທີ່ຢ່າງມີປະສິດທິພາບ ແລະປະສິດທິຜົນ; ຮັບປະກັນການປະຕິບັດບັນດາອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ”(18), ປະກອບສ່ວນສຳຄັນເຂົ້າໃນການຄຸ້ມຄອງການພັດທະນາສັງຄົມຕາມທິດສັງຄົມນິຍົມ.
ນອກນີ້, ລະບົບກົດໝາຍນັບມື້ນັບໄດ້ຮັບການປັບປຸງ, ໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່, ກົດໝາຍແລະກົດດຳລັດທີ່ໄດ້ຮັບການປະກາດໃຊ້ເພີ່ມຂຶ້ນຢ່າງວ່ອງໄວ, ໃນໄລຍະ 2006–2021, ສະພາແຫ່ງຊາດໄດ້ຮັບຮອງຜ່ານກົດໝາຍ ແລະກົດດຳລັດ 329 ສະບັບ(19); ໃນປີ 2023 ແລະບັນດາເດືອນຕົ້ນປີ 2024, ກົດໝາຍ 18 ສະບັບ ແລະ ມະຕິ 18 ສະບັບໄດ້ຮັບການພິຈາລະນາ ແລະ ຮັບຮອງເອົາ(20). ຄວາມເປັນມືອາຊີບ, ຄວາມໂປ່ງໃສ, ຄວາມຮັບຜິດຊອບອະທິບາຍລາຍງາ, ການແບ່ງຂັ້ນ ກະຈາຍອຳນາດ ມີວິທະຍາສາດ, ປະສິດທິພາບ ແລະ ປະສິດທິຜົນ ໄດ້ຮັບການປັບປຸງ; ຖັນແຖວພະນັກງານ ລັດຖະກອນ ໄດ້ຮັບການກໍ່ສ້າງຢ່າງຄ່ອງຕົວ, ມີວິຊາສະເພາະ, ມີຄຸນຄຸນສົມບັດສິນທຳດີ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການ ແລະ ໜ້າທີ່ວຽກງານ. ການຈັດຕັ້ງປະຕິບັດອຳນາດລັດແມ່ນອີງໃສ່ຫຼັກການທີ່ສອດຄ່ອງ ທີ່ອຳນາດທັງໝົດເປັນຂອງປະຊາຊົນ, ໃນນັ້ນ “ອຳນາດລັດເປັນເອກະພາບ; ມີການແບ່ງງານ ການປະສານສົມທົບ ແລະ ການຄວບຄຸມລະຫວ່າງບັນດາອົງການ ໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ”(21), ສະແດງໃຫ້ເຫັນເຖິງການພົວພັນທີ່ໃກ້ຊິດ ແລະກະທົບເຊິ່ງກັນແລະກັນ ລະຫວ່າງສາມອົງການນິຕິບັນຍັດ, ບໍລິຫານ ແລະຕຸລາການ(22). ການຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງ ແລະ ການປະຕິຮູບດ້ານບໍລິຫານ ແລະ ຕຸລາການ ໄດ້ມີບາດກ້າວບຸກທະລຸຫຼາຍຢ່າງ; ຄຸນນະພາບການເຄື່ອນໄຫວຂອງລະບົບການເມືອງໄດ້ຮັບການປັບປຸງ, ປົກປັກຮັກສາສິດ ແລະຜົນປະໂຫຍດອັນຊອບທຳຂອງອົງການ ແລະ ບຸກຄົນ; ເຄົາລົບ, ປົກປ້ອງ ແລະ ຮັບປະກັນສິດທິມະນຸດ ແລະສິດທິພົນລະເຮືອນ...
ຢ່າງໃດກໍຕາມ, ຄຽງຄູ່ກັບບັນດາໝາກຜົນອັນຕັ້ງໜ້າ, ພັກຍັງໄດ້ຮັບຮູ້ຢ່າງກົງໄປກົງມາເຖິງບາງຂໍ້ຈຳກັດຄື: “ການກໍ່ສ້າງລັດແຫ່ງອຳນາດຫົກໝາຍສັງຄົມນິຍົມ ຍັງມີດ້ານທີ່ບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມ ແລະ ການຄຸ້ມຄອງປະເທດໃນສະພາບການໃໝ່”(23). ເພື່ອຜ່ານຜ່າຂໍ້ຈຳກັດ, ມຸ່ງໄປເຖິງ “ການຄຸ້ມຄອງການພັດທະນາສັງຄົມຢ່າງມີປະສິດທິຜົນ ແລະ ເຂັ້ມງວດ, ຮັບປະກັນຄວາມປອດໄພທາງສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ; ປະຕິບັດຄວາມກ້າວໜ້າ ແລະຄວາມຍຸຕິທຳທາງສັງຄົມ”(24), ໜ້າທີ່ທີ່ສຳຄັນ ແລະ ຮີບດ່ວນໃນປະຈຸບັນແມ່ນ ສືບຕໍ່ໝູນໃຊ້ແລະພັດທະນາ ແນວຄິດໂຮ່ຈີມິນ ກ່ຽກັບໃນການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຢ່າງປະດິດສ້າງ, ໃນນັ້ນຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຕົ້ນຕໍຄື:
ທີ່ໜຶ່ງ, ຮັບປະກັນຄວາມຖືກຕ້ອງຕາມລັດຖະທຳມະນູນ, ຖືກກົດໝາຍ, ມີປະສິດທິພາບ ແລະປະສິດທິຜົນ ໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດ, ນຳໃຊ້ກົດໝາຍຢ່າງຖືກຕ້ອງ ແລະ ສອດຄ່ອງກັບການຄຸ້ມຄອງພັດທະນາສັງຄົມ ບົນພື້ນຖານການນຳພາຮອບດ້ານຂອງພັກ; ປະຕິບັດກົນໄກການເຄື່ອນໄຫວທົ່ວໄປຄື: “ພັກນຳພາ, ລັດຄຸ້ມຄອງ, ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ-ສັງຄົມເປັນຫຼັກແຫຼ່ງ ເພື່ອໃຫ້ປະຊາຊົນເປັນເຈົ້າຂອງ”(25), ຮັບປະກັນໃຫ້ປະຊາຊົນ “ເປັນເຈົ້າ” ແລະ “ເປັນເຈົ້າຂອງ” ຢ່າງແທ້ຈິງ, ອຳນາດລັດເປັນຂອງປະຊາຊົນ. ນອກນີ້, ສືບຕໍ່ປັບປຸງລະບົບກົດໝາຍໃນປະຈຸບັນໃຫ້ສົມບູນແບບ, ຖືວ່ານີ້ແມ່ນຄວາມຮຽກຮ້ອງຕ້ອງການພື້ນຖານ, ຫຼັກແຫຼ່ງຂອງລັດແຫ່ງອຳນາດກົດໝາຍ, ເພື່ອແນໃສ່ດັດປັບບັນດາການພົວພັນທາງສັງຄົມ ແລະ ຕອບສະໜອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ອົງການ ແລະ ວິສາຫະກິດ.
ທີສອງ, ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ກ່ຽວກັບທີ່ຕັ້ງ ແລະ ບົດບາດພິເສດ ຂອງລັດຖະທຳມະນູນ, ກ່ຽວກັບຄວາມຈຳເປັນ ແລະ ຄວາມໝາຍຂອງການເຄົາລົບປະຕິບັດຕາມກົດໝາຍ ໃນທິດທາງສ້າງກົດໝາຍເປັນລະບົບຄຸນຄ່າມາດຕະຖານໃນພຶດຕິກຳ ແລະ ການປະພຶດຂອງທຸກອັດຕະພາບ ທຸກຄົນໃນສັງຄົມ. ພິເສດແມ່ນ, ຍຶດໝັ້ນໃນຫຼັກການທີ່ວ່າທຸກຄົນສະເໝີພາບກັນຕໍ່ໜ້າກົດໝາຍ, ດັ່ງນັ້ນ ກ່ອນອື່ນໝົດແມ່ນ ຖັນແຖວພະນັກງານ, ສະມາຊິກພັກ ໂດຍສະເພາະພະນັກງານນຳພາແລະຄຸ້ມຄອງ ຈະຕ້ອງເປັນແບບຢ່າງທີ່ໃສແຈ້ງໃນການປະຕິບັດຕາມກົດໝາຍ ໃຫ້ປະຊາຊົນປະຕິບັດຕາມ, ວ່າ “ເຈົ້າຕ້ອງຊອບທຳ ກ່ອນ ຈຶ່ງຈະຊ່ວຍຄົນອື່ນຊອບທຳ. ຕົນເອງບໍ່ຊອບທຳ, ແຕ່ຕ້ອງການໃຫ້ຄົນອື່ນຊອບທຳ ນັ້ນແມ່ນບໍ່ສົມເຫດສົໃຜົນ”(26); ຫຼີກລ່ຽງການເກີດການຂາດຄວາມຮັບຮູ້, ການດູໝິ່ນ ແລະ ການລະເມີດກົດໝາຍ ໃນການເຄື່ອນໄຫວຮັບໃຊ້ປະຊາຊົນ, ນຳໄປສູ່ການຖືກປະຕິບັດວິໄນ, ທຳລາຍກຽດສັກສີ ແລະຊື່ສຽງຂອງພັກ ແລະ ອາດຈະສ່ຽງຕໍ່ການຫຼຸດຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ. ໃນດ້ານອື່ນ, ເອົາໃຈໃສ່ປະສົມປະສານການອົບຮົມສຶກສາ ບຳລຸງສ້າງຮາກຖານຄຸນສົມບັດສິນທຳ ກັບການນຳໃຊ້ມາດຕະການລົງໂທດທາງກົດໝາຍ ໃນການຄຸ້ມຄອງສັງຄົມ, ຮັບປະກັນຄວາມເປັນມະນຸດ ແລະຄວາມເຫັນອົກເຫັນໃຈ ຂອງລະບົບຫຼັກນິຕິທຳທີ່ມີມະນຸດສະທຳ ດ້ວຍຈິດໃຈຂອງການເຄົາລົບຮາກຖານພື້ນຖານຂອງສິນທຳ ແລະຈິດສຳນຶກທາງກົດໝາຍໃນຖັນແຖວພະນັກງານ, ສະມາຊິກພັກ ແລະປະຊາຊົນ.
ທີສາມ, ລັດຕ້ອງໄດ້ຮັບການຈັດຕັ້ງ, ດຳເນີນງານ ແລະ ຄຸ້ມຄອງສັງຄົມຕາມລັດຖະທຳມະນູນ ແລະ ກົດໝາຍ; ພັດທະນາສັງຄົມຢ່າງບໍ່ຢຸດຢັ້ງ, ຂະຫຍາຍປະຊາທິປະໄຕ ຕິດພັນກັບການຮັກສາລະບຽບວິໄນ, ຮັບປະກັນຄວາມໝັ້ນຄົງດ້ານນະໂຍບາຍສະຫວັດດີການ, ປະກັນສັງຄົມ, ຄວາມໝັ້ນຄົງຂອງມະນຸດ,...; ພ້ອມກັນນັ້ນ, ຕ້ອງຈັດສັນຊັບພະຍາກອນຢ່າງເໝາະສົມ ເພື່ອຊຸກຍູ້ຂະບວນການປ່ຽນແປງໃໝ່ປະເທດຢ່າງວ່ອງໄວ ແລະ ຍືນຍົງ. ໃນດ້ານອື່ນ, ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາ, ເສີມຂະຫຍາຍຄວາມສາມາດ ແລະ ຄວາມຮູ້ໃຫ້ແກ່ພະນັກງານ ແລະ ປະຊາຊົນ ໃຫ້ສາມາດນຳໃຊ້ກົດໝາຍໄດ້ຢ່າງເໝາະສົມ ແລະ ມີປະສິດທິຜົນ, ຮັບໃຊ້ການປ່ຽນແປງໃໝ່ປະເທດ ແລະ ການຄຸ້ມຄອງການພັດທະນາສັງຄົມຕາມທິດເຊີດຊູ ແລະ ເສີມຂະຫຍາຍທາດແທ້ມະນຸດສະທຳ ແລະບົດບາດນຳພາ, ຊັກຈູງ ແລະ ສ້າງສັນຂອງກົດໝາຍ. ຍົກສູງບົດບາດຂອງການສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ຊຸກຍູ້ການພັດທະນາສັງຄົມ; ກວດກາ, ກວດສອບ, ຄວບຄຸມອຳນາດ ບົນຈິດໃຈຍຸດຕິທຳ, ອາລະຍະທຳ, ເປີດເຜີຍ, ແລະ ໂປ່ງໃສຕາມຫຼັກການຂອງລະບົບກົດໝາຍປະຈຸບັນທີ່ວ່າ “ອັນໃດເປັນຜົນປະໂຫຍດໃຫ້ແກ່ປະຊາຊົນ, ເຮົາຕ້ອງເຮັດໃຫ້ດີທີ່ສຸດ. ສິ່ງໃດທີ່ເປັນອັນຕະລາຍຕໍ່ປະຊາຊົນ, ເຮົາຕ້ອງພະຍາຍາມທີ່ສຸດເພື່ອຫຼີກລ່ຽງ”(27) .
ທີສີ່, ປັບປຸງກົນໄກແບ່ງງານ, ປະສານສົມທົບ ແລະ ຄວບຄຸມອຳນາດລັດ ເພື່ອຮັບປະກັນຫຼັກການທີ່ວ່າ ອຳນາດລັດເປັນຂອງປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ. ຕາມນັ້ນ, ຕ້ອງສືບຕໍ່ປັບປຸງກົນໄກປະຕິບັດສິດເປັນເຈົ້າຂອງ ແລະ ການເຂົ້າຮ່ວມຂອງປະຊາຊົນໃນທຸກຂົງເຂດ, ພິເສດແມ່ນກວດກາ ແລະ ຕິດຕາມກວດກາອຳນາດລັດ; ສືບຕໍ່ຈັດຕັ້ງຜັນຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນ ຕາມລັດຖະທຳມະນູນ; ກຳນົດຢ່າງຈະແຈ້ງ: “ບົດບາດ, ຕຳແໜ່ງ, ພາລະບົດບາດ, ໜ້າທີ່ ແລະ ອຳນາດຂອງອົງການລັດ ໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ ບົນພື້ນຖານຫຼັກການອຳນາດກົດໝາຍ”(28) ແລະ “ການຄວບຄຸມອຳນາດຜ່ານລະບົບກົດໝາຍ”(29).
ຄຽງຄູ່ກັນນັ້ນ, ຄົ້ນຄວ້າ ແລະ ເພີ່ມເຕີມຮູບແບບປະຊາທິປະໄຕໂດຍກົງ ເພື່ອໃຫ້ປະຊາຊົນສາມາດສະເໜີແນະໃນການກໍ່ສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍ ຫຼື ການແກ້ໄຂບັນດາບັນຫາສັງຄົມ ກັບບັນດາອົງການທີ່ປະຊາຊົນເລືອກຕັ້ງ ເພື່ອປັບປຸງປະສິດທິຜົນ ແລະ ບົດບາດການຕິດຕາມກວດກາຂອງປະຊາຊົນ; ເອົາໃຈໃສ່ການກໍ່ສ້າງວິທີການຂົນຂວາຍປະຊາຊົນທີ່ມີວິທະຍາສາດ, ຄ່ອງແຄ່ວ ແລະ ແທດຈິງ ຕາມທິດນຳທີ່ວ່າ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້”.
ທີຫ້າ, ແກ້ໄຂການພົວພັນລະຫວ່າງພັກນຳພາ ແລະ ບົດບາດຂອງລັດໃນການຄຸ້ມຄອງການພັດທະນາສັງຄົມຢ່າງຖືກຕ້ອງ; ສືບຕໍ່ປັບປຸງກົນໄກຄວບຄຸມອຳນາດຈາກພາຍໃນກົງຈັກຂອງລັດ, ການຄວບຄຸມເຊິ່ງກັນແລະກັນ ລະຫວ່າງບັນດາອົງການໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ ເພື່ອຮັບປະກັນອຳນາດເປັນເອກະພາບຂອງປະຊາຊົນ, ມຸ່ງໄປເຖິງຈຸດໝາຍສູງສຸດໃນການຮັບໃຊ້ຜົນປະໂຫຍດຂອງປະຊາຊົນ; ກໍ່ສ້າງອຳນາດການປົກຄອງທີ່ຊື່ສັດ, ກ້າວໜ້າ, ມີປະສິດທິຜົນ...
ສືບຕໍ່ປ່ຽນໃໝ່ຂະບວນການນິຕິບັນຍັດ, ເປີດກວ້າງປະຊາທິປະໄຕ, ຮັບປະກັນຄວາມເປັນໄປໄດ້, ວິທະຍາສາດ, ແທດເໝາະກັບການປະຕິບັດ ເພື່ອປັບປຸງປະຊາທິປະໄຕ, ລະບຽບກົດໝາຍ, ເປັນມືອາຊີບ ໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ, ພິເສດແມ່ນ ການປະຕິບັດໜ້າທີ່ຄວບຄຸມລັດຖະບານ(30) ບົນຈິດໃຈ “ຮັບປະກັນໃຫ້ສະພາແຫ່ງຊາດເປັນອົງການຜູ້ຕາງໜ້າສູງສຸດຂອງປະຊາຊົນຢ່າງແທ້ຈິງ, ເປັນອົງການອຳນາດແຫ່ງລັດສູງສຸດ”(31). ຄຽງຄູ່ກັນນັ້ນ, ຕ້ອງສືບຕໍ່ເສີມຂະຫຍາຍບົດບາດຂອງວຽກງານຕຸລາການ, ປະກອບສ່ວນກໍ່ສ້າງ ແລະ ປັບປຸງລະບົບກົດໝາຍໃຫ້ສົມບູນແບບ ແລະ ການຈັດຕັ້ງປະຕິບັດ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດໃນສັງຄົມ; ແນວໃດກໍດີ, ນອກຈາກການຕໍ່ສູ້ຢ່າງເດັດດ່ຽວໃນການຈັດການແກ້ໄຂອາດຊະຍາກຳ, ປ້ອງກັນແລະຕ້ານການກະທຳທີ່ຝ່າຝືນກົດໝາຍ ແລະທຳລາຍຜົນປະໂຫຍດຂອງປະຊາຊົນ, ເພາະວ່າ “ການໃຫ້ລາງວັນ ແລະ ການລົງໂທດຕ້ອງເຂັ້ມງວດ ເພື່ອໃຫ້ປະຊາຊົນມີຄວາມສະຫງົບ”(32) ຈຳເປັນຕ້ອງຮັກສາມູນເຊື່ອແຫ່ງຄວາມເອື້ອເຟື້ອເຜື່ອແຜ່, ຄວາມຮັກແພງ ແລະ ມະນຸດສະທຳຂອງຊາວຫວຽດນາມ, ເພື່ອຫຼີກລ່ຽງຄວາມອະຍຸຕິທຳ, ການແກ້ບັນຫາທີ່ບໍສົມເຫດສົມຜົນ ບໍ່ຖືກຈິດຖືກໃຈແລະອື່ນໆ./.
----------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 7, ໜ້າ 434
(2), (3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 153
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 441
(5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 15, ໜ້າ 293
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 301
(7) ຟ້າມງ້ອກແອງ - ບຸ່ຍດິ່ງຟອງ: ແນວຄິດໂຮ່ຈີມິນກ່ຽວກັບການກໍ່ສ້າງ ລັດແຫ່ງອຳນາດກົດໝາຍແບບໃໝ່ ໃນຫວຽດນາມ, ສພຈ. ແຮງງານ, ຮ່າໂນ້ຍ, 2003, ໜ້າ 109
(8) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 14, ໜ້າ 242
(9) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 6, ໜ້າ 127
(10) ໂຮ່ຈີມິນ: ລັດແລະກົດໝາຍ, ສພຈ. ນິຕິທຳ, ຮ່າໂນ້ຍ, 1990, ໜ້າ 174
(11) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 187
(12) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 122
(13) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 55
(14) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 69
(15) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 25
(16) ລະອຽດຄື: ຂໍ້ 2, ມາດຕາ 4 ລັດຖະທຳມະນູນປີ 2013 ກຳນົດ: ພັກກອມມູນິດຫວຽດນາມ - ກອງນຳໜ້າຂອງຊົນຊັ້ນກຳມະກອນ... ເປັນກຳລັງນຳພາປະເທດແລະສັງຄົມ; ພັກຜູກພັນຢ່າງສະໜິດສະໜົມກັບປະຊາຊົນ, ຮັບໃຊ້ປະຊາຊົນ, ຍອມຮັບການຕິດຕາມກວດກາຂອງປະຊາຊົນ, ຮັບຜິດຊອບຕໍ່ປະຊາຊົນກ່ຽວກັບການຕັດສິນໃຈຂອງຕົນ
(17) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 12, ໜ້າ 563
(18) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເດທຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 71
(19) ເບິ່ງ: ຟ້າມວັນລິງ: “ບາງບັນຫາທິດສະດີແລະພຶດຕິກຳ ກ່ຽວກັບການສ້າງ ແລະ ການປັບປຸງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມຢູ່ຫວຽດນາມໃຫ້ສົມບູນແບບ”, ເວັບໄຊນ໌ສະພາທິດສະດີສູງກາງ, ວັນທີ 5 ມັງກອນ 2022, http://hdll.vn/vi/nghien-cuu---trao-doi/mot-so-van-de-ly-luan-va-thuc-tien-ve-xay-dung-va-hoan-thien--nha-nuoc-phap-quyen-xa-hoi-chu-nghia-o-viet-nam.html
(20) ເບິ່ງ: ບ໋າວ ອ໊ຽນ: “ການປ່ຽນແປງໃໝ່ຫຼາຍປະການທີ່ແທດຈິງແລະມີປະສິດທິຜົນ ໃນການສ້າງ ແລະ ປະຕິບັດໂຄງການສ້າງກົດໝາຍແລະກົດດຳລັດ”, ເວັບໄຊນ໌ສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ວັນທີ 13 ເມສາ 2024, https://quochoi.vn/tintuc/Pages/tin-hoat-dong-cua-quoc-hoi.aspx?ItemID=86213
(21) ໂຄງການການເມືອງກໍ່ສ້າງປະເທດໃນສະໄໝຂ້າມຜ່ານໄປສູ່ລັດທິສັງຄົມນິຍົມ (ສະບັບເພີ່ມເຕີມ, ພັດທະນາປີ 2011)
(22) ມາດຕາ 2, ລັດຖະທຳມະນູນປີ 2013 ກໍ່ຢືນຢັນວ່າ: “ລັດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ແມ່ນລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; 2. ປະເທດສາທາລະນະລັດສັງຄົມນິຍົມຫວຽດນາມໂດຍປະຊາຊົນເປັນເຈົ້າຂອງ; ອຳນາດລັດທັງໝົດເປັນຂອງປະຊາຊົນ ເຊິ່ງຮາກຖານຄືພັນທະພາບລະຫວ່າງຊົນຊັ້ນກຳມະກອນ ກັບຊົນຊັ້ນຊາວນາ ແລະຖັນແຖວປັນຍາຊົນ”
(23), (24), (25) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເດທຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 89, 116, 173
(26) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 6, ໜ້າ 130
(27) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 65
(28), (29) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເດທຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ,ເຫຼັ້ມ 1, ໜ້າ 174-175, 203
(30) ການຄວບຄຸມອຳນາດຂອງຝ່າຍນິຕິບັນຍັດເໜືອຝ່າຍບໍລິຫານແມ່ນຜ່ານບັນດາກົນໄກ ແລະຮູບແບບທີ່ໄດ້ຮັບການຮັບຮອງຈາກລັດຖະທຳມະນູນ, ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ແລະ ກົດໝາຍອື່ນໆອີກຫຼາຍສະບັບ, ເຊັ່ນ: ບົດລາຍງານວຽກງານ, ການຊັກຖາມ ແລະ ການຕອບຄຳຊັກຖາມ, ການອະທິບາຍລາຍງານ, ການລົງຄະແນນສຽງໄວ້ວາງໃຈ, ການຕິດຕາມກວດກາຕາມບັນຫາສະເພາະ,...
(31) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເດທຄັ້ງທີ XIII, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 175
(32) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 4, ໜ້າ 189