ວກ. - ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ, ຊົນຊັ້ນຊາວ​ກະສິກອນ​ຫວຽດນາມ ​ແມ່ນ​ກຳລັງ​ໃຫຍ່​ທີ່​ສຸດ ​ແລະ ພວມ​ເພີ່ມ​ທະວີ​ບົດບາດ​ເປັນ​ອັດຕະພາບ ​ແລະ ​ໃຈກາງ​ໃນ​ການ​ພັດທະນາ​ກະສິກຳ, ​ເສດຖະກິດ​ຊົນນະບົດ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່; ​ເຂົ້າ​ຮ່ວມ​ການ​ຮັບປະກັນ​ການ​ປ້ອງ​ກັນປະເທດ ປ້ອງ​ກັນ​ຄວາມ​ສະຫງົບ, ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະທຳ​ພື້ນ​ເມືອງ​ຢູ່​ຊົນນະບົດ. ບົດບາດ ​ແລະ ກຳລັງ​ແຮງ​ຂອງ​ຊາວ​ກະສິກອນ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະເສີມຂະຫຍາຍ, ປະກອບສ່ວນປະຕິບັດເປົ້າໝາຍ ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸຕິທຳ ແລະ ອາລະຍະທຳ”.

ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຟ້າມ ມິງ ຈິ໊ງ ຢ້ຽມຢາມເຂດຜະລິດກະສິກຳ ຢູ່ຕາແສງ ຮາດລ້ອດ, ເມືອງ ມາຍເຊີນ, ແຂວງ ເຊີນລາ _ພາບ: TTXVN

ກ່ຽວກັບເປົ້າໝາຍ "ປະຊາຊົນຮັ່ງມີ":

ດ້ວຍ​ນະ​ໂຍບາຍ​ປ່ຽນແປງໃໝ່ຂອງ​ພັກ​ແລະລັດ ແລະ ດ້ວຍ​ຄຸນສົມບັດ​ດຸ​ໝັ່ນ ແລະທົນທານໜຽວແໜ້ນ, ຊາວ​ກະສິກອນ​ໄດ້​ຄ່ອຍໆ​ຜ່ານ​ຜ່າ​ຕົນ​ເອງ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຜະລິດ, ພັດທະນາ​ເສດຖະກິດ​ຄອບຄົວ, ເຮັດໃຫ້ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ຊາວ​ກະສິກອນ​ນັບ​ມື້​ນັບ​ດີ​ຂຶ້ນ. ຈຳນວນຊາວກະສິກອນທີ່ເກັ່ງດ້ານການຜະລິດ, ດຳເນີນທຸລະກິດ ແລະ ມີລາຍໄດ້ສູງແມ່ນເພີ່ມຂຶ້ນ, ມີປະມານ 3,6 ລ້ານຄອບຄົວ/ປີ ໃນໄລຍະປີ 2017–2022, ໃນນັ້ນ ຄອບຄົວມີລາຍໄດ້ 500 ລ້ານດົ່ງຕໍ່ປີ ເພີ່ມຂຶ້ນ 3 ເທົ່າ, ຈຳນວນ​ຄອບຄົວ​ທີ່​ມີ​ລາຍໄດ້​ກວ່າ 1 ຕື້​ດົ່ງຕໍ່ປີ ​ເພີ່ມ​ຂຶ້ນ 2 ​ເທົ່າ ​ເມື່ອ​ທຽບ​ໃສ່​ໄລຍະປີ 2012–2017(1); ພາກສ່ວນ​ຊາວ​ກະສິກອນ​ທີ່​ມີ​ເງື່ອນ​ໄຂ​ສະດວກ ​ກໍ່ໄດ້ມີບາດກ້າວ​ບຸກທະລຸ ​ແລະ ຮັ່ງມີ​ຢ່າງ​ວ່ອງ​ໄວ ດ້ວຍ​ລາຍ​ໄດ້ປີ​ລະ​ກວ່າ 100 ຕື້​ດົ່ງ. ບໍ່​ພຽງ​ແຕ່​ສ້າງຮັ່ງຄູນມີໃຫ້​ຕົວ​ເອງ​ເທົ່າ​ນັ້ນ, ຄອບຄົວ​ເຫຼົ່າ​ນີ້​ຍັງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ ​ແລະ ສະໜັບສະໜູນ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກເຮັດ​ກະສິກຳ​ ໃຫ້​ຫຼຸດ​ພົ້ນ​​ຈາກ​ຄວາມທຸກ​ຍາກ. ​ໃນ​ໄລຍະປີ 2017–2022 ມີຫຼາຍກວ່າ 815.000 ເທື່ອ​ຄອບຄົວ​ທຸກ​ຍາກ ​ແລະ ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ວຍ​ພືດ, ​ເມັດ​ພືດ, ວັດຖຸ​ອຸປະກອນ​ກະ​ເສດ ​ລວມມູນ​ຄ່າ​ກວ່າ 6.720 ຕື້​ດົ່ງ; ນັບ​ແຕ່​ນັ້ນ​ມາ, ຄອບຄົວ​ຊາວ​ກະສິກອນຫຼາຍກວ່າ 108.000 ​ຄອບຄົວ​ໄດ້​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ ​ແລະກາຍເປັນຮັ່ງມີ; ເຮືອນການກຸສົນ, ເຮືອນແຫ່ງຄວາມຮັກ, ເຮືອນຮົ່ມເຢັນຊາວນາ ນັບພັນຫຼັງໄດ້ຮັບການສ້າງຂຶ້ນ ແລະ ຊ່ວຍໃຫ້ 1,2 ລ້ານຄອບຄົວທຸກຍາກມີແຫຼ່ງກຳລັງ ເພື່ອພັດທະນາການຜະລິດ; ​ເງິນ​ຫຼາຍ​ຮ້ອຍ​ຕື້​ດົ່ງ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ກອງ​ທຶນ​ທ້ອງ​ຖິ່ນ(2).

ຄວາມ​ມານະ​ພະຍາຍາມ​ຂອງ​ຊາວ​ກະສິກອນ​ໄດ້​ປະກອບສ່ວນ​ເພີ່ມ​ລາຍໄດ້​ຕໍ່​ຫົວ​ຄົນ​ຂອງ​ຫວຽດນາມ ຈາກ 498,58 ໂດລາສະຫະລັດ​ໃນ​ປີ 2000, ຂຶ້ນເປັນ 3.718 ໂດລາສະຫະລັດ ໃນປີ 2021 ແລະ ເພີ່ມຂຶ້ນເປັນ 4.162,94 USD ໃນປີ 2022; ຜ່ານ​ນັ້ນ, ນຳ​ຫວຽດນາມ​ຈາກ​ອັນ​ດັບ 173/200 ​ໃນ​ໂລກ​ໃນ​ປີ 2000, ຂຶ້ນ​ເປັນ 124/200 ​ໃນ​ປີ 2021 ​ແລະ 117/200 ​ໃນ​ປີ 2022(3).

ກ່ຽວ​ກັບ​ເປົ້າ​ໝາຍ ປະ​ເທດ​ຊາດເຂັ້ມ​ແຂງ”: ເມື່ອກ້າວ​ເຂົ້າ​ສູ່​ໄລຍະການ​ປ່ຽນແປງໃໝ່, ດ້ວຍ​ນະ​ໂຍບາຍມອບເໝົາງານ​ກະສິກຳ, ຊາວ​ກະສິກອນ​ໄດ້​ຊຸກຍູ້​ຈິດ​ໃຈ​ເປັນ​ເອກະລາດໃນ​ການ​ຜະລິດ, ເຮັດ​ໃຫ້​ຫວຽດນາມ​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ຂາດ​ແຄນ​ສະບຽງ​ອາຫານ (ແຕ່ລະ​ປີ​ຕ້ອງ​ໄດ້​ນຳ​ເຂົ້າ​ສະບຽງ​ອາຫານ​ແຕ່ 500.000 ໂຕນ ຫາ 1 ລ້ານ​ໂຕນ), ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ, ມີ​ຄັງ​ສຳຮອງ ​ແລະ ສົ່ງ​ອອກ. ມະຕິ​ເລກທີ 26/TW, ລົງ​ວັນ​ທີ 5 ສິງຫາ 2008, ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ X “ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ” ​ໄດ້​ເປີດ​ໄລຍະການ​ພັດທະນາ​ໃໝ່; ຊາວ​ກະ​ສິ​ກອນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເຈົ້າຂອງ, ເຂົ້າ​ຮ່ວມ​ການ​ຮ່ວມ​ມື, ການເຊື່ອມໂຍງ ແລະຫັນປ່ຽນ​ໂຄງ​ປະ​ກອບ​ການ​ຜະ​ລິດ, ເຮັດໃຫ້​ກະສິກຳ​​ພັດທະນາ​ຮອບດ້ານ, ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ເສດຖະກິດ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານສະບຽງ​ອາຫານ​ແຫ່ງ​ຊາດ, ​ເຮັດ​ໃຫ້​ຫວຽດນາມກາຍເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ, ອາຫານ​ທະ​ເລ ​ແລະ ຜະລິດ​ຕະພັນ​ກະ​ເສດອື່ນອີກຈຳນວນໜຶ່ງ ເຊິ່ງມີສິນຄ້າກະ​ເສດ​ຢູ່ 196 ປະ​ເທດ​ແລະອານາເຂດ. ​ໃນ​ປີ 2023, ການ​ເຕີບ​ໂຕ GDP ຂອງ​ຂະ​ແໜງ​ກະສິກຳ​ທັງ​ໝົດ​ຄາດ​ວ່າ​ຈະ​ບັນລຸ 3,83%, ​ເຊິ່ງສູງ​ສຸດ​ໃນ​ຊຸມ​ປີ​ທີ່ຜ່ານມາ. ກະ​ສິ​ກຳ​ສືບ​ຕໍ່​ຢືນ​ຢັນ​ທີ່​ຕັ້ງ​ອັນ​ສຳ​ຄັນ​ຂອງ​ຕົນ​ ແມ່ນ​ເສົາ​ຄ້ຳ​ຂອງ​ເສດ​ຖະ​ກິດ, ຮັບປະກັນຄວາມໝັ້ນ​ຄົງດ້ານ​ສະ​ບຽງ​ອາ​ຫານ, ຄວາມ​ດຸ່ນ​ດ່ຽງ​ທີ່​ສຳ​ຄັນ​ຂອງ​ເສດ​ຖະ​ກິດ, ປະກອບສ່ວນ​ຮັບປະກັນສະ​ຖຽນ​ລະ​ພາບ​ຂອງເສດ​ຖະ​ກິດ​ມະ​ຫາ​ພາກ (ຜົນຜະລິດເຂົ້າເປືອກບັນລຸ 43,4 ລ້ານໂຕນ, ເພີ່ມຂຶ້ນ 1,7% ເມື່ອທຽບໃສ່ປີ 2022, ຜົນຜະລິດຊີ້ນສັດທັງໝົດບັນລຸ 7,6 ລ້ານໂຕນ, ເພີ່ມຂຶ້ນ 3,5%, ຜົນຜະລິດອາຫານທະເລ 9,3 ລ້ານໂຕນ, ເພີ່ມຂຶ້ນ 2,9%). ມູນຄ່າສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງບັນລຸໄດ້ກວ່າ 53 ຕື້ໂດລາສະຫະລັດ, ມູນຄ່າການຄ້າອຸດສາຫະກຳບັນລຸກວ່າ 11 ຕື້ ໂດລາສະຫະລັດ (ລະດັບສູງສຸດໃນຊຸມປີມໍ່ໆມານີ້ ແລະ ກວມເອົາກວ່າ 42,5% ຍອດມູນຄ່າການຄ້າຂອງປະເທດ). ສິນຄ້າສົ່ງອອກບາງປະເພດເພີ່ມຂຶ້ນເປັນສະຖິຕິສູງເຊັ່ນ: ຜັກ ແລະ ໝາກໄມ້ ເພີ່ມຂຶ້ນກວ່າ 70% ແລະ ເຂົ້າສານເພີ່ມຂຶ້ນກວ່າ 36%, ເຂົ້າສານ ST25 ໄດ້ຮັບລາງວັນຊະນະເລີດເປັນຄັ້ງທີ 2, ດີທີ່ສຸດໃນໂລກ(4). ຊາວກະສິກອນສົ່ງເສີມການຜະລິດເປັນສິນຄ້າກະສິກຳ, ສ້າງເປັນສິນຄ້າທີ່ມີມູນຄ່າເພີ່ມສູງ(5ບໍ່ພຽງແຕ່ພັດທະນາເສດຖະກິດກະສິກຳເທົ່ານັ້ນ, ຫາກຍັງຊຸກຍູ້ການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການບໍລິການ, ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ປະຊາຊົນເຂດຊົນນະບົດ, ປະກອບສ່ວນຍົກສູງລາຍໄດ້ສະເລ່ຍຂອງສັງຄົມທັງຫມົດ. ຊາວ​ກະສິກອນ​ຫຼາຍ​ຄົນ​ໄດ້ຫັນປ່ຽນ​ຂະແໜງການ​ອາຊີບ, ພັດທະນາ​​ການ​ເຄື່ອນ​ໄຫວ​ດ້ານການ​ຄ້າ ​ແລະ ການ​ບໍລິການ ​ເພື່ອ​ໜູນ​ຊ່ວຍ​ການ​ຜະລິດ ​ແລະ ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຊ່ວຍ​ໃຫ້​ເສດຖະກິດ​ຊົນນະບົດ​ສືບ​ຕໍ່​ພັດທະນາ ​ແລະ ຫັນ​ໂຄງ​ປະກອບ​ຢ່າງ​ຕັ້ງໜ້າ.

ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ, ຊາວ​ກະສິກອນ​ທັງ​ເປັນຜູ້​ກໍ່ສ້າງແລະປະດິດຂໍ້ກຳນົດ, ກົດລະບຽບໝູ່ບ້ານ ທັງເປັນຜູ້​ນຳ​ເອົາ​ຂໍ້ກຳນົດ, ກົດລະບຽບໝູ່ບ້ານ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່, ສ້າງ​ຄຸນຄ່າ​ວັດທະນະດັ້ງເດີມ​ຢູ່​ຊົນນະບົດ, ເຮັດໃຫ້​ເອກະລັກ​ທາງ​ດ້ານ​ວັດທະນະທຳ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ສະ​ສົມ, ຖ່າຍທອດ. ບັນດາ​ການ​ເຄື່ອນ​ໄຫວ​ຜະລິດ ​ແລະ ປະກອບ​ອາຊີບ​ພື້ນ​ເມືອງ​ຂອງ​ຊາວ​ກະສິກອນ​ໄດ້​ປະກອບສ່ວນ​ຮັກສາ​ເອກະລັກ​ວັດທະນະທຳ​ຂອງ​ໝູ່​ບ້ານ. ບັນດາ​ຜະລິດ​ຕະພັນ OCOP ຂອງ​ຊາວ​ກະສິກອນ​ໄດ້ຫັນ​ເອກະລັກ​ວັດທະນະທຳ​ກະສິກຳ “​ເປັນ​ວັດຖຸ”. ບັນດາສະຖາບັນວັດທະນະທໍາພື້ນເມືອງເປັນທັງບ່ອນອີງທາງຈິດວິນຍານໃນຊີວິດສັງຄົມຊົນນະບົດ ແລະເປັນຈິດວິນຍານທີ່ສ້າງພື້ນຖານສຳລັບແກ່ການອະນຸລັກຄຸນຄ່າວັດທະນະທໍາພື້ນເມືອງ ດ້ວຍວັດຖຸບູຮານປະຫວັດສາດ ແລະຜົນງານທາງວັດທະນະທໍານັບພັນອັນທີ່ມີຄວາມໝາຍສໍາຄັນໃນຊີວິດຂອງຊຸມຊົນ.

​ໃນ​ຂະ​ບວນການ​ປ່ຽນແປງໃໝ່ປະເທດ, ຊາວ​ກະສິກອນ​ຍາມ​ໃດ​ກໍ່​ແມ່ນ​ກຳລັງ​ສຳຄັນທີ່ເຂົ້າ​ຮ່ວມ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ ​ແລະປັບປຸງທ່າສະໜາມຮົບການ​ປ້ອງ​ກັນປະເທດທົ່ວປວງຊົນ ຕິດ​ພັນ​ກັບ​ທ່າສະໜາມຮົບ​ປ້ອງ​ກັນ​ຄວາມ​ໝັ້ນຄົງປະຊາຊົນ.  ໃນບັນດາທ້ອງຖິ່ນ, ຊາວກະສິກອນເຂົ້າຮ່ວມການເຄື່ອນໄຫວ “ທົ່ວປວງຊົນເຂົ້າຮ່ວມການປົກປັກຮັກສາອະທິປະໄຕ ຜືນແຜ່ນດິນ ແລະ ຄວາມໝັ້ນຄົງຊາຍແດນແຫ່ງຊາດ”, “ປະຊາຊົນທຸກຄົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ”, “ຊາວກະສິກອນເຂົ້າຮ່ວມຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມໝັ້ນຄົງ” ພ້ອມທັງຕອບສະໜອງວັນບຸນ “ທົ່ວປວງປະຊາຊົນ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ”, ວັນ​ບຸນ “​ທົ່ວປວງຊົນປ້ອງ​ກັນ​ປະ​ເທດ”, ວັນ​ບຸນ “ປວງປະຊາຊົນ​ປ້ອງກັນຊາຍແດນ”; ​ເຂົ້າ​ຮ່ວມ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ ​ແລະແຜນການພັດທະນາ​ເສດຖະກິດ - ສັງຄົມ​ ທີ່​ຕິດ​ພັນ​ກັບ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມໝັ້ນຄົງ; ປະກອບສ່ວນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ​ປົກປັກຮັກສາເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ຢູ່​ເຂດ​ຊາຍ​ແດນ, ຊາວ​ກະສິກອນ​ເຂົ້າ​ຮ່ວມ​ການ​ປະສານ​ສົມທົບ​ກັບ​ທະຫານ​ປ້ອງ​ກັນ​ຊາຍ​ແດນເພື່ອ​ລາດຕະ​ເວນ ​ແລະ ປ້ອງ​ກັນ​ຊາຍ​ແດນ​ແລະຫຼັກ​ໝາຍ​ຊາຍ​ແດນ; ໃຫ້​ຂໍ້​ມູນ​ຂ່າວ​ສານ​ແລະ​ລາຍ​ງານ​ອາ​ຊະ​ຍາ​ກໍາ​ຕໍ່​ເຈົ້າໜ້າ​ທີ່(6), ທັງ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ ​ແລະ ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງສັງຄົມ​ຢູ່​ເຂດ​ຊາຍ​ແດນ. ຢູ່ທະເລ, ຊາວປະມົງບໍ່ພຽງແຕ່ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການພັດທະນາເສດຖະກີດ ໃນຂົງເຂດການຫາປາ ແລະ ຂຸດຄົ້ນອາຫານທະເລເທົ່ານັ້ນ, ແຕ່ຍັງເປັນ “ຂີດໝາຍອັນມີຊີວິດຊີວາ” ຢັ້ງຢືນອະທິປະໄຕຂອງຊາດ, ປະກອບສ່ວນຮັກສາເອກະລາດ, ອະທິປະໄຕທະເລ, ໝູ່ເກາະ. ຢູ່​ເຂດ​ຊົນນະບົດ, ຊາວ​ກະສິກອນ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ໂດຍ​ກົງ​ໃນ​ຄະນະ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ໜ່ວຍ​ງານ​ປອງ​ດອງ​ຊາດ, ເປັນ​ແບບຢ່າງ, ​ແລະ ບັນດາ​ສະ​ໂມ​ສອນ​ຕ້ານ​ອາດຊະຍາ​ກຳ​ຢູ່​ຂັ້ນ​ຮາກ​ຖານ, ​ເຊັ່ນ “ສາມ​ປອດ​ໄພ”, “ບ້ານ 4 ບໍ່”, “ຄຸ້ມ​ຄອງ​ຄວາມປອດໄພແລະຄວາມເປັນລະບຽບຮຽບຮ້ອຍດ້ວຍຕົນເອງ”, “ຊຸມຊົນຄຣິດສະຕຽນສະຫງົບສຸກ”, “ສຽງ​ຄ້ອງ​ປ້ອງ​ກັນ​ອາດ​ຊະ​ຍາ​ກຳ”, “ກຸ່ມຊາວກະສິກອນຄຸ້ມຄອງຕົນເອງ ແລະປ້ອງກັນຕົນເອງ” ປະກອບສ່ວນຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມໃນຊົນນະບົດ(7). ການ​ປະກອບສ່ວນ​ຂອງ​ຊາວ​ກະສິກອນ​ຜ່ານການ​ປ່ຽນແປງໃໝ່ປະເທດໃນເກືອບ 40 ປີ ​ໄດ້​ສ້າງການ​ພັດທະນາ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ ​ໃຫ້ກັບພື້ນຖານການ​ປ້ອງ​ກັນ​ປະ​ເທດທົ່ວປວງຊົນ ​ຕິດ​ພັນ​ກັບ​ທ່າສະໜາມຮົບ​ຮັກສາ​ຄວາມ​ໝັ້ນຄົງ​ປະຊາຊົນ, ຜ່ານ​ນັ້ນ ​ສະ​ແດງ​ໃຫ້​ເຫັນເຖິງ​ພື້ນຖານ “ກົກຮາກ” ທີ່ຕັດສິນການສ້າງ​ກຳລັງ​ແຮງສັງ​ລວມຂອງ​ຊາດ ໃນ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ດ້ວຍ "ທ່າສະໜາມຮົບໃນ​ໃຈ​ຂອງ​ປະ​ຊາ​ຊົນ​" ທີ່​ໝັ້ນຄົງ ເຊິ່ງໃນນັ້ນ ສ່ວນ​ຫຼາຍ​ແມ່ນ​ກໍາ​ລັງ​ຊາວ​ກະ​ສິ​ກອນ​.

ກຳມະການກົມການເມືອງ, ຮອງປະທານປະຈຳສະພາແຫ່ງຊາດ ເຈີ່ນ ແທງ ເມິ້ນ ແລະ ການນຳສູນກາງສະຫະພັນຊາວກະສິກອນຫວຽດນາມ ໃຫ້ກຽດມອບນາມມະຍົດຊາວກະສິກອນດີເດັ່ນຫວຽດນາມ ປີ 2023 ໃຫ້ແກ່ຊາວກະສິກອນ 100 ຄົນ _ພາບ: TTXVN.

ກ່ຽວ​ກັບ​ເປົ້າ​ໝາຍ ປະຊາທິປະ​ໄຕ”: ຊາວ​ກະສິກອນ​ໄດ້​ປະຕິບັດ​ສິດ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ; ຍູ້​ແຮງ​ການ​ປະຕິບັດ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ລະບົບ​ການ​ເມືອງ​ຢູ່​ຮາກ​ຖານ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ຢູ່​ຊົນນະບົດ. ຜ່ານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ສະມາຄົມ​ຊາວ​ກະສິກອນ​ທຸກ​ຂັ້ນ, ຊາວ​ກະສິກອນ​ໄດ້​ປະກອບ​ຄຳ​ເຫັນ​ຢ່າງ​ກະຕື​ລື​ລົ້ນ, ກົງ​ໄປ​ກົງ​ມາ, ມີ​ຄວາມ​ຮັບຜິດຊອບ​ສູງ ​ຕໍ່​ພັກ, ລັດຖະບານ, ພິ​ເສດ​ແມ່ນ​ໃນ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ແລະ ກອງ​ປະຊຸມ​ໃຫຍ່ອົງຄະນະ​ພັກ​ທຸກ​ຂັ້ນ; ສ່ອງ​ແສງ​ໂດຍ​ກົງ ​ແລະ ​ແນະນຳ​ໃຫ້​ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ ​ໃນ​ການ​ພົບ​ປະ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ປະກອບສ່ວນ​ປັບປຸງ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ. ຊາວ​ກະສິກອນ​ໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມຫຍໍ້ທໍ້ ແລະການສິ້ນເປືອງ; ສະ​ເໜີ ​ແລະ ​ລາຍ​ງານ​ຕໍ່​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ໂດຍ​ໄວ ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ, ຄວາມ​ຮ້ອນເຄືອງ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ທີ່​ຖືກຕ້ອງ​ແລະຊອບທຳຂອງປະຊາຊົນ, ພິ​ເສດ​ແມ່ນໃນ​ການ​ພົບ​ປະ​ສົນທະນາຫວ່າງ​ທ່ານ​ນາຍົກລັດຖະມົນຕີ, ລະຫວ່າງ​ຄະນະ​ພັກ​ແລະອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ກັບຊາວ​ກະສິກອນທີ່ໄດ້​ຈັດ​ຕັ້ງ​ໃນ​ຊຸມ​ປີຜ່ານມາ; ຜ່ານ​ນັ້ນ, ສ້າງ​ຄວາມຜູກພັນສະໜິດແໜ້ນ​ລະຫວ່າງ​ພັກ, ອຳນາດການປົກຄອງ ກັບ ຊາວ​ກະສິກອນ, ປັບປຸງແລະຍົກສູງຄວາມ​ໄວ້​ວາງ​ໃຈ​ຂອງ​ຊາວ​ກະສິກອນ​ທີ່​ມີ​ຕໍ່​ພັກ ​ແລະ ລັດ, ປະກອບສ່ວນ​ກໍ່ສ້າງ​ພັກ ​ແລະອຳນາດການປົກຄອງທີ່ປອດໃສແລະ​ໝັ້ນຄົງ​ເຂັ້ມ​ແຂງ.

ຊາວ​ກະ​ສິ​ກອນ​ໄດ້​ຜັນ​ຂະ​ຫຍາຍ​​ການ​ເຄື່ອນ​ໄຫວ​ຢູ່​ຊົນ​ນະ​ບົດ​ເທື່ອ​ລະ​ກ້າວ ດ້ວຍ​ທິດນຳທີ່ວ່າ “ປະຊາຊົນຮູ້, ປະ​ຊາ​ຊົນ​ປຶກ​ສາ​ຫາ​ລື, ປະຊາຊົນ​ເຮັດ, ປະ​ຊາ​ຊົນ​ກວດ​ກາ, ປະ​ຊາ​ຊົນ​ຕິດຕາມກວດກາ, ປະ​ຊາ​ຊົນຊົມໃຊ້”. ຜົນສຳ​ເລັດ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ຕົວ​ຢ່າງ​ຂອງ​ບົດບາດ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ກະສິກອນ​ໃນ​ການ​ຊຸກຍູ້​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ. ຊາວ​ກະສິກອນ​ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ການ​ສົນທະນາ, ປຶກສາ​ຫາລື ​ແລະ ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ພື້ນຖານ​ໂຄງ​ລ່າງ​ຢູ່​ເຂດ​ຊົນນະບົດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ​ເງິນ​ທຶນ, ປະກອບ​ທຶນ​ສົມທົບ​ກັນ​ກໍ່ສ້າງ​ຊົນນະບົດ​ໃໝ່. ສະເພາະແຕ່ປີ 2011–2020, ຊາວກະສິກອນໄດ້ປະກອບເງິນຫຼາຍກວ່າ 100 ຕື້ດົ່ງ, ປະກອບແຮງງານໄດ້ 47 ລ້ານກວ່າວັນງານ, ມອບດິນ 424 ລ້ານແມັດກ້ອນ, ສ້ອມແປງແລະຍົກລະດັບລຳຄອງຮ່ອງເໝືອງ 293 ພັນກວ່າກິໂລແມັດ, ສ້າງທາງຊົນນະບົດ 542 ພັນກິໂລແມັດ, ລົບລ້າງເຮືອນຊົ່ວຄາວ 29.411 ຫຼັງ(8), ປະກອບສ່ວນ​ເຮັດ​ໃຫ້​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ຊົນນະບົດ​ພັດທະນາ​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ, ລັກສະນະ​ຊົນນະບົດ​ນັບ​ມື້​ນັບ​ກວ້າງຂວາງ. ຢູ່​ຫຼາຍ​ທ້ອງ​ຖິ່ນ, ການ​ສ້າງແລະສ້ອມ​ແປງ​ຫໍ​ວັດທະນະທຳ, ກໍ່ສ້າງ​ເຮືອນ​ວັດທະນະທຳ, ສະໜາມ​ກິລາ ​ດ້ວຍ​ການ​ລົງທຶນ ແລະ ປຶກສາ​ຫາລື​ຂອງ​ປະຊາຊົນ​ບັນດາ​ບ້ານ, ໝູ່​ບ້ານ.  

ກ່ຽວກັບເປົ້າໝາຍ ຄວາມຍຸຕິທຳ”: ຊາວກະສິກອນໄດ້ລົງທຶນ, ຮ່ວມມືຢ່າງກ້າຫານ, ເຊື່ອມໂຍງການຜະລິດ ແລະ ດຳເນີນທຸລະກິດ, ຫັນເປັນອຸດສາຫະກຳ ແລະ ອາຊີບ, ມີວຽກເຮັດງານທຳທີ່ຫຼາກຫຼາຍ, ປັບປຸງລາຍຮັບ ແລະ ຄຸນນະພາບຊີວິດທັງທາງກາຍ ແລະ ຈິດໃຈ, ປະກອບສ່ວນ​ຮັດ​ແຄບ​ຊ່ອງ​ຫວ່າງ ​ລະຫວ່າງ​ຄົນ​ຮັ່ງມີ ​ແລະ ຄົນ​ທຸກ ​ແລະ ຊ່ອງຫວ່າງທາງລາຍ​ໄດ້ ​ລະຫວ່າງ​ຊົນນະບົດ ​ແລະ ຕົວ​ເມືອງ ​ຈາກ 2,26 ​ເທົ່າ​ໃນ​ປີ 2022 ​ເປັນ 1,89 ​ເທົ່າ​ໃນ​ປີ 2010, ຫຼຸດ​ລົງ​ເປັນ 1,6 ​ເທົ່າ​ໃນ​ປີ 2020 ​ແລະ ​ໃນ​ປີ 2022 ​ໃຫ້​ເປັນ 1,55 ​ເທົ່າ(9), ຫຼຸດ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ ລະ​ຫວ່າງ​ຊົນ​ນະ​ບົດ​ແລະ​ຕົວ​ເມືອງ(10). ຊາວກະສິກອນຫຼາຍຄົນທີ່ເກັ່ງດ້ານການຜະລິດ ແລະ ດຳເນີນທຸລະກິດ, ຊາວກະສິກອນດີເດັ່ນໄດ້ສ້າງຕັ້ງທຸລະກິດ ແລະ ສະຫະກອນທີ່ເຄື່ອນໄຫວຢ່າງມີປະສິດທິຜົນ, ບໍ່ພຽງແຕ່ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນອື່ນເທົ່ານັ້ນ, ແຕ່ຍັງມີສ່ວນຮ່ວມຢ່າງຫ້າວຫັນໃນການສິດສອນ, ຊີ້ນໍາ, ສະຫນັບສະຫນູນຄົວເຮືອນກະສິກໍາອື່ນໆ ເພື່ອພັດທະນາ, ປະກອບສ່ວນເຂົ້າໃນການປະຕິບັດໂຄງການປະກັນສັງຄົມໃນທ້ອງຖິ່ນ. ຊາວກະສິກອນໄດ້ຂຶ້ນທະບຽນຢ່າງຕັ້ງໜ້າເພື່ອເຂົ້າຮ່ວມການຝຶກອົບຮົມວິຊາຊີບ, ມີວຽກເຮັດງານທຳເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ, ຫຼາຍຄອບຄົວມີລາຍໄດ້ເພີ່ມຂຶ້ນຫຼາຍພໍຄວນ (11), ປະກອບສ່ວນເພີ່ມສະມັດຕະພາບດ້ານກະສິກຳ, ປ່າໄມ້, ການປະມົງ 3 ເທົ່າໃນປີ 2020 ເພີ່ມຂຶ້ນ 17 ເທົ່າເມື່ອທຽບໃສ່ປີ 2010 (ຈາກ 17,63 ລ້ານດົ່ງ ເປັນ 55,9 ລ້ານດົ່ງ) ແລະ ບັນລຸ 81,1 ລ້ານດົ່ງຕໍ່ຜູ້ອອກແຮງງານໃນປີ 2022(12).

ບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ ​ແມ່ນ​ໄດ້​ຮັບ​ການ​ຕອບ​ສະໜອງ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ຈາກ​ຊາວ​ກະສິກອນ, ​ເພາະວ່າ​ ພວກ​ເຂົາ​ເຈົ້າ​ແມ່ນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ, ປະກອບສ່ວນ​ເຮັດ​ໃຫ້​ອັດຕາ​ຄອບຄົວ​ທຸກ​ຍາກ​ຢູ່​ຊົນນະບົດ​ຫຼຸດ​ລົງ​ຢ່າງ​ວ່ອງ​ໄວ, ສະ​ເລ່ຍ 1,21% ຕໍ່ປີ ​ໃນ​ໄລຍະປີ 2008-2020(13), ​ໃນ​ປີ 2021 ​ຫຼຸດ​ລົງ 0,52% ເມື່ອທຽບໃສ່ປີ 2020, ໃນປີ 2022 ຫຼຸດລົງ 1,17% ເມື່ອທຽບໃສ່ປີ 2021; ອັດຕາ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ບັນລຸ​ກວ່າ 3%(14); ອັດຕາ​ສ່ວນ​ປະຊາຊົນ​ຊົນນະບົດ​ຊົມ​ໃຊ້​ນ້ຳ​ສະອາດຖືກອະນາໄມໃນ​ປີ 2020 ບັນລຸ 90,5%, ​ເພີ່ມ​ຂຶ້ນ 14,5% ​ເມື່ອ​ທຽບ​ໃສ່​ປີ 2008; ຈຳນວນຄົວເຮືອນຊົນນະບົດທີ່ໄດ້ຮັບສະໜອງ ແລະນຳໃຊ້ໄຟຟ້າບັນລຸ 99,45%(15). ຄຽງ​ຄູ່​ກັບ​ນະ​ໂຍບາຍ​ຂອງ​ລັດ, ​ຄວາມ​ມານະ​ພະຍາຍາມ​ຂອງ​ຊາວ​ກະສິກອນ​ໄດ້​ຊ່ວຍ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຈາກ​ການ​ແບ່ງ​ຂັ້ນ​ສັງຄົມ​ຢ່າງ​ຈະ​ແຈ້ງ, ​ແລະ ຄວາມ​ແຕກ​ຕ່າງ​ການ​ໃຊ້​ຈ່າຍ​ລະຫວ່າງ​ກຸ່ມ​ຄົນ​ຮັ່ງມີ ​ແລະ ທຸກ​ຍາກ​ກວ່າ 7 ​ເທົ່າ​ໃນ​ປີ 2020 ຫລຸດ​ລົງ​ເປັນ 3,2 ​ເທົ່າ​ໃນ​ປີ 2022; ອັດຕາ​ເຂົ້າ​ຮຽນ​ໃນ​ເກນ​ອາຍຸ​ຂອງ​ສະມາຊິກ​ຄອບຄົວ​ກະສິກຳ​ເພີ່ມ​ຂຶ້ນ, ​ເພີ່ມ​ອັດຕາ​ການ​ເຂົ້າ​ຮຽນ​ໃນ​ລະດັບ​ປະຖົມສຶກສາ, ມັດທະຍົມສຶກສາຕອນຕົ້ນ ​ແລະ ມັດ​ທະ​ຍົມສຶກສາຕອນ​ປາຍ​ເປັນ 95,8%, 90,5%, ​ແລະ 77,2% ຕາມ​ລຳດັບ (ເພີ່ມ​ຂຶ້ນ 17,8% ​ເມື່ອ​ທຽບ​ໃສ່​ປີ 2012)(16); ອັດຕາ​ຊາວ​ກະສິກອນ​ເຂົ້າ​ຮ່ວມ​ປະກັນ​ສຸຂະພາບ​ເພີ່ມ​ຂຶ້ນ​ຈາກ 48,7% ​ໃນ​ປີ 2010 ຂຶ້ນ​ເປັນ 92,2% ​ໃນ​ປີ 2020(17)... 

ກ່ຽວ​ກັບ​ເປົ້າ​ໝາຍ ອາ​ລະ​ຍະ​ທຳ”: ຂະ​ບວນ​ການ​ປ່ຽນແປງໃໝ່ຄວາມຄິດກ່ຽວກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ ແລະການສ້າງ​ຜູ້​ຄົນ​ໃໝ່ ​ຂອງ​ຊາວ​ກະ​ສິ​ກອນ​ໄດ້​ພັດ​ທະ​ນາ​ໄປ​ຄຽງ​ຄູ່​ກັບການປ່ຽນແປງໃໝ່ຂອງ​ປະ​ເທດ. ຮີດຄອງ​ປະ​ເພນີ​ທີ່​ບໍ່​ດີ​ຖືກ​ລົບ​ລ້າງ​ເທື່ອ​ລະ​ກ້າວ; ແທນ​ທີ່​ນັ້ນ, ຊາວ​ກະສິກອນ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ “ທົ່ວ​ປວງ​ຊົນສາມັກຄີກັນ​ສ້າງ​ຊີວິດ​ວັດທະນະທຳ”, “ທົ່ວປວງຊົນສາມັກຄີກັນ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ​ເມືອງ​ອາລະຍະ​ທຳ”. ບັນດາຕົວແບບ “ບ້ານສະອາດ, ທົ່ງນາທີ່ສວຍງາມ”, “ບ້ານສະຫວ່າງ”, “ຊາວນາເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ”, “ຖັງຂີ້ເຫຍື້ອທີ່ເປັນມິດກັບສິ່ງແວດລ້ອມ”, “ຫ້າມບໍ່ໃຫ້ໃຊ້ຖົງຢາງແລະຂີ້ເຫຍື້ອຢາງປຼາສະຕິກ”... ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບ, ຂະຫຍາຍກວ້າງໃນຫຼາຍທ້ອງຖິ່ນ. ພິ​ເສດ​ແມ່ນ ​ການ​ເຄື່ອນ​ໄຫວ​ກໍ່ສ້າງ​ຄອບຄົວ​ວັດທະນະທຳ, ບ້ານ, ໝູ່​ບ້ານ, ​ເຮືອນ​ຢູ່; ບັນດາ​ແບບຢ່າງ​ຂອງ​ປະຊາ​ຄົມ​ຊົນນະບົດ​ໃນ​ການ​ຄຸ້ມ​ຄອງ​ຕົນ​ເອງ​ ໃນ​ການ​ສ້າງ​ຊີວິດ​ວັດທະນະທຳ​ທີ່​ກ້າວໜ້າ, ກໍ່ສ້າງ​ວິຖີ​ຊີວິດ​ວັດທະນະທຳ​ຊົນນະບົດ​ໃໝ່, ເຊັ່ນ: ຮູບແບບ “ປະຊາຄົມກະສິກຳກ້າວໜ້າ”, “ຄອບຄົວຊາວກະສິກອນທີ່ສະເໝີພາບ ແລະ ມີຄວາມຜາສຸກ”... ໄດ້ດຶງດູດຊາວນາເປັນຈຳນວນຫຼວງຫຼາຍຕອບສະໜອງ ແລະ ເຂົ້າຮ່ວມ, ສ້າງຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະຮັກແພງເຊິ່ງກັນແລະກັນໃນຊຸມຊົນທີ່ຢູ່ອາໄສ, ສ້າງການປ່ຽນແປງໃນແງ່ດີ ​ໃນ​ຊີວິດ​ວັດທະນະທຳ ​ແລະ ສັງຄົມ​ຢູ່​ເຂດ​ຊົນນະບົດ.

ຄຽງ​ຄູ່​ກັບ​ການ​ພັດທະນາ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ຄວາມກ້າວໜ້າ ແລະອາລະຍະທຳໃນ​ໂລກ, ຊາວ​ກະສິກອນ​ຄ່ອຍໆ​ເຂົ້າ​ໃກ້ ​ແລະ ​ໄດ້​ຮັບ​ຄວາມ​ຮູ້, ວັດທະນະທຳ, ອາ​ລະ​ຍະ​ທຳ​ໃນ​ການ​ຊົມ​ໃຊ້, ການ​ດຳລົງ​ຊີວິດ, ການປະພຶດ, ການ​ສື່ສານ, ການສ້າງ​ບຸກຄະ​ລິກກະພາບ, ວິຖີຊີວິດທີ່ມີວັດທະນະທຳ ​ແລະ ອາລະຍະທຳ; ຮູ້ວິທີການນໍາໃຊ້ເຕັກໂນໂລຊີໃນທາງບວກເ ພື່ອຮັບໃຊ້ການຜະລິດ, ທຸລະກິດ ແລະປັບປຸງຊີວິດວັດທະນະທໍາ ແລະຈິດວິນຍານ, ໂດຍບໍ່ມີການຖືກເອົາປຽບ, ກະຕຸ້ນ, ຫຼືລໍ້ລວງໂດຍດ້ານມືດຂອງໂລກໄຊເບີຣ໌. ຊາວ​ກະສິກອນຫຼາຍຄົນ​​ໄດ້ໄຫວພິບໃນການ​ຮັບເອົາ ​ແລະ ປະກອບ​ຄວາມ​ຮູ້ ​ກ່ຽວ​ກັບ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ​ເສດຖະກິດ, ຕະຫຼາດ, ກົດໝາຍ, ການ​ຫັນປ່ຽນ​ດິຈິຕອນ, ​ເສດຖະກິດ​ດິ​ຈິ​ຕອນ, ທັກ​ສະ​ການ​ຜະລິດ, ການ​ຕະຫຼາດ, ການ​ຂາຍ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ​ເຂົ້າ​ຮ່ວມ​ຕະຫຼາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ./.

------------------------

(1) ເບິ່ງ: ສູນກາງສະຫະພັນ​ຊາວ​ກະສິກອນຫວຽດນາມ: “ບົດລາຍງານເລກທີ 634-BC/HNDTW”, ປີ 2022
(2) ເບິ່ງ:
ສູນກາງສະຫະພັນ​ຊາວ​ກະສິກອນຫວຽດນາມ: “ລາຍງານການເມືອງຂອງຄະນະບໍລິຫານງານສູນກາງສະຫະພັນ​ຊາວ​ກະສິກອນຫວຽດນາມ ຊຸດທີ VII ຕໍ່ກອງປະຊຸມໃຫຍ່ຄັ້ງທີ VIII”, ປີ 2023
(3)
ເບິ່ງ: “GDP ສະເລ່ຍຂອງຫວຽດນາມປີ 2000 ຕິດອັນດັບທີ 173/200 ຂອງໂລກ, ປີ 2022 ຈະມີການປ່ຽນແປງແນວໃດ?”, ຫນ້າຂໍ້ມູນຂ່າວສານເອເລັກໂຕຣນິກຂອງຄະນະກໍາມະການເສດຖະກິດສູນກາງ, ອອກວັນທີ 4 ເມສາ2023, https://kinhtetrunguong.vn/kinh-te/kinh-tet-vi-mo/gdp-binh-quan-viet-nam-nam-2000-xep-thu-173-200-the-gioi-nam-2022-thay-doi-the-nao-.html
(4) ເບິ່ງ: N.Y: “ການ​ສົ່ງ​ອອກ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ໃນ​ປີ 2023 ​ບັນລຸ​ກວ່າ 53 ຕື້ໂດລາສະຫະລັດ”, ໜັງສືພິມ​ເອ​ເລັກ​ໂຕ​ນິກຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ອອກວັນ​ທີ 30 ທັນວາ 2023. https://dangcongsan.vn/kinh-te-va-hoi-nhap/xuat-khau-nong-lam-thuy-san-nam-2023-dat-tren-53-ty-usd-656879.html
(5) ຮອດ​ວັນ​ທີ 30 ມິຖຸນາ 2023, ທົ່ວ​ປະ​ເທດ​ມີ 9.852 ຜະລິດ​ຕະພັນ OCOP ບັນລຸ 3 ດາວ​ຫຼື​ສູງ​ກວ່າ; ໃນນັ້ນ, ຜະລິດຕະພັນ 3 ດາວກວມ 66,9%, ຜະລິດຕະພັນ 4 ດາວກວມ 32,2%, ສິນຄ້າທີ່ມີທ່າແຮງ 5 ດາວ 0,6% ແລະ ຜະລິດຕະພັນ 5 ດາວ 42 ຜະລິດຕະພັນ ທີ່ໄດ້ຮັບການຮັບຮອງຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດ.

(6) ແຕ່ປີ 2018 ມາຮອດປະຈຸບັນ, ຊາວກະສິກອນ ຜ່ານບັນດາສະມາຄົມທ້ອງຖິ່ນໄດ້ສົມທົບກັບກອງບັນຊາການທະຫານຊາຍແດນ ຈັດຕັ້ງການລາດຕະເວນຊາຍແດນ 25.124 ຄັ້ງ; ສ້າງກຸ່ມຊາວກະສິກອນຄຸ້ມຄອງຊາຍແດນ ແລະຫຼັກໝາຍຊາຍແດນ ດ້ວນຕົນເອງ 1.587 ກຸ່ມ; ສະໜອງ​ແຫຼ່ງ​ຂໍ້​ມູນ​ອັນ​ລ້ຳ​ຄ່າ 34.050 ຂໍ້ ​ໃຫ້​ບັນດາ​ສະຖານີ​ປ້ອງ​ກັນ​ຊາຍ​ແດນ, ກ່າວ​ປະນາມ​ອາດຊະຍາ​ກຳ 3.937 ຄົນ.
(7) ຊາວກະສິກອນໄດ້ເຂົ້າຮ່ວມການສືບຄົ້ນ ແລະປະນາມການລະເມີດກົດໝາຍ 25.350 ກໍລະນີ; ສະໜອງ​​ຂໍ້ມູນ​ທີ່​ມີ​ຄ່າໃຫ້​ບັນດາ​ອົງການ​ຕຳຫຼວດ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ 390.750 ​ຂໍ້.
(8) ເບິ່ງ:
ສູນກາງສະຫະພັນ​ຊາວ​ກະສິກອນຫວຽດນາມ: “ລາຍງານສະຫຼຸບຜົນການປະຕິບັດມະຕິເລກທີ 26-NQ/TW ຂອງຄະນະບໍລິຫານງານສູນກາງພັກຊຸດທີ X, “ກ່ຽວກັບການກະເສເ, ຊາວກະສິກອນ, ຊົນນະບົດ””, ປີ 2021
(9) ເບິ່ງ: ສະຖາບັນນະໂຍບາຍ ແລະຍຸດທະສາດການພັດທະນາກະສິກຳ ແລະ ຊົນນະບົດ: “ບົດລາຍງານການດຳລົງຊີວິດຂອງຊາວກະສິກອນໃນໄລຍະຊຸກຍູ້ການຫັນເປັນອຸດສາຫະກຳ, ທັນສະໃໝ ແລະ ເຊື່ອມໂຍງເຂົ້າກັບສາກົນ”, ຮ່າໂນ້ຍ, 2022
(10) ຕາມ​ການ​ລາຍ​ງານ​ຂອງ​ກົມ​ໃຫຍ່ສະຖິຕິ, ​ໃນ​ປີ 2020, ອັດຕາ​ສ່ວນ​ຄອບຄົວ​ທີ່​ໃຊ້​ແຫຼ່ງນ້ຳ​ສະອາດ​ໃນ​ຕົວ​ເມືອງ​ແມ່ນ 99,6%, ຢູ່​ຊົນນະບົດ 96,3%; ອັດຕາ​ສ່ວນ​ຄອບຄົວ​ທີ່​ນຳ​ໃຊ້​ພາຫະນະ​ສ່ວນ​ຕົວ​ຢູ່​ເຂດ​ດັ່ງກ່າວແມ່ນ 91,8% ​ແລະ 85,9% ຕາມ​ລຳດັບ; ອັດຕາການຫວ່າງງານໃນພາກພື້ນແມ່ນ 2,93% ແລະ 1.64% ຕາມລໍາດັບ.

(11) ອີງ​ຕາມ "ບົດ​ລາຍ​ງານ​ສະ​ຫຼຸບໂຄງການ 1956 "ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ໃຫ້​ຄົນ​ງານ​ຊົນ​ນະ​ບົດ​ຮອດ​ປີ 2020”” ຂອງ​ກະ​ຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະແລະສັງ​ຄົມ ປີ 2020, ໃນໄລຍະປີ 2011-2020, ສະ​ເລ່ຍ​ແຕ່ລະ​ປີ, ມີ 12.259 ຄອບຄົວ​ທຸກ​ຍາກ​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ວິຊາ​ຊີບ, ມີ​ວຽກ​ເຮັດ​ງານ​ທຳ ​ແລະ ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ; 23.760 ຄອບຄົວທີ່ມີຄົນເຂົ້າຮ່ວມການຝຶກອົບຮົມວິຊາຊີບ ເພື່ອເປັນຄອບຄົວທີ່ຮັ່ງມີ.
(12) ເບິ່ງ: ກົມໃຫຍ່ສະຖິຕິ: "ປື້ມສະຖິຕິປະຈຳປີ", ປີ 2020, 2022
(13) ເບິ່ງ: ຄະນະຊີ້ນຳການສະຫຼຸບມະຕິສູນກາງພັກຄັ້ງທີ 7 ສະໄໝທີ X: “ບົດລາຍງານສະບັບເລກທີ 103-BC/BC
Đ ປີ 2022”
(14) ຫງວຽນເລິມແທ່ງ: “ໝາກຜົນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ 3 ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ”,
​ເວັບ​ໄຊ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຣນິກຂອງ​ສະພາ​ແຫ່ງ​ຊາດ, ອອກວັນທີ 17 ພະຈິກ 2023,https://quochoi.vn/tintuc/Pages/tin-hoat-dong-cua-quoc-hoi.aspx?ItemID=82244
(15) ເບິ່ງ: ຄະນະຊີ້ນຳການສະຫຼຸບມະຕິສູນກາງພັກຄັ້ງທີ 7 ສະໄໝທີ X: “ບົດລາຍງານສະບັບເລກທີ 103-BC/BC
Đ ປີ 2022”
(16) ເບິ່ງ: ກົມໃຫຍ່ສະຖິຕິ: “ຖະ​ແຫຼງ​ຂ່າວ​ຜົນ​​ການ​ສໍາ​ຫຼວດ​ມາດຕະຖານການຄອງຊີບ​ທີ່​ຢູ່​ອາ​ໄສ​”, ປີ 2022
(17) ເບິ່ງ: ສະຖາບັນນະໂຍບາຍ ແລະຍຸດທະສາດການພັດທະນາກະສິກຳ ແລະ ຊົນນະບົດ: “ບົດລາຍງານການດຳລົງຊີວິດຂອງຊາວກະສິກອນໃນໄລຍະຊຸກຍູ້ການຫັນເປັນອຸດສາຫະກຳ, ທັນສະໃໝ ແລະ ເຊື່ອມໂຍງເຂົ້າກັບສາກົນ”, ປີ 2022