ວ.ກ.ອອນໄລ - ຕອນເຊົ້າວັນທີ 23-11-2012, ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດຊຸດທີ XIII ໄດ້ປິດເຂົ້າຢ່າງຄຶກຄື້ນ ທີ່ຮ່າໂນ້ຍ ດ້ວຍຄວາມສຳເລັດ ລາຍການເຮັດວຽກທັງໝົດທີ່ໄດ້ວາງອອກ ເປັນຢ່າງດີ. ໃຫ້ກຽດເຂົ້າຮ່ວມ ໃນວາລະປິດກອງປະຊຸມມີສະຫາຍ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ປະທານປະເທດ ເຈືອງເຕິນຊາງ, ນາຍົກລັດຖະມົນຕີ ຫງວຽນເຕິນຢູ໊ງ…

ພິທີປິດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ XIII

ກ່າວຄຳປາໄສປິດກອງປະຊຸມ, ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຍົກໃຫ້ເຫັນແຈ້ງວ່າ ດ້ວຍຈິດໃຈສາມັກຄີ ປະຊາທິປະໄຕ ການຮ່ວມມືແລະຄວາມຮັບຜິດຊອບສູງ ຕໍ່ປະຊາຊົນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຕົ້າໂຮມລວມສູນສະຕິປັນຍາ ເຂົ້າຮ່ວມຢ່າງຕັ້ງໜ້າ ສຸດອົກສຸດໃຈ ໃນບັນດາເນື້ອໃນກອງປະຊຸມ, ຕັດສິນຕົກລົງຫຼາຍບັນຫາທີ່ສຳຄັນ ເຊິ່ງໄດ້ຮັບ ຄວາມເອົາໃຈໃສ່ເປັນພິເສດຂອງຜູ້ເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ.

ເນື້ອໃນເກືອບທັງໝົດຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປຶກສາສົນທະນາຢ່າງເປີດເຜີຍ, ໄດ້ຖ່າຍທອດວິທະຍຸ ໂທລະພາບ ວິທະຍຸກະຈ່າຍສຽງ ໃຫ້ປະຊາຊົນຕິດຕາມຟັງເບິ່ງ.

ສະພາແຫ່ງຊາດໄດ້ໄຈ້ແຍກ ຕີລາຄາຢ່າງເລິກເຊິ່ງສະພາບການຄວາມເປັນຈິງຂອງພື້ນຖານເສດຖະກິດ- ສັງຄົມ ຫວຽດນາມປີ 2012, ຊີ້ໃຫ້ເຫັນເຖິງບັນດາຂໍ້ຈຳກັດ, ຈຸດອ່ອນ, ສາເຫດ ແລະ ບັນດາບົດຮຽນທີ່ຖອດຖອນມາໄດ້, ບົນພື້ນຖານນັ້ນຕັດສິນຕົກລົງແຜນການເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດປີ 2013.

ສະພາແຫ່ງຊາດໄດ້ກຳນົດໜ້າທີ່ກວມລວມຂອງປີ 2013 ແມ່ນ ຕ້ອງສືບຕໍ່ສູ້ຊົນຮັກສາເສດຖະກິດມະຫາພາກ ໃຫ້ມີຄວາມສະຖຽນລະພາບ; ຮັບປະກັນໃຫ້ໄພເງິນເຟີ້ຕ່ຳກວ່າ, ຄວາມເຕີບໂຕເສດຖະກິດສູງກວ່າປີ 2012; ຊຸກຍູ້ ການປະຕິບັດບັນດາການບຸກທະລຸຍຸດທະສາດ ໂດຍຕິດກັບການສັບຊ້ອນໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນ ຕົວແບບເຕີບໂຕ; ຮັບປະກັນສະຫວັດດິການສັງຄົມ; ຍົກສູງປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດ ແລະ ເຊື່ອມໂຍງ ເຂົ້າກັບສາກົນ; ເພີ່ມທະວີການປ້ອງກັນຊາດ, ຮັກສາຄວາມສະຫງົບ ແລະ ຮັບປະກັນຄວາມໝັ້ນຄົງທາງການເມືອງ-ສັງຄົມ; ສ້າງຮາກຖານເພື່ອການພັດທະນາຢ່າງຍືນຍົງໃນຊຸມປີຕໍ່ໄປ.

ກ່ຽວກັບວຽກງານກໍ່ສ້າງກົດໝາຍ, ສະພາແຫ່ງຊາດໄດ້ຮັບຮອງຜ່ານ 9 ໂຄງການກົດໝາຍທີ່ສຳຄັນ ແລະ ໃຫ້ຄວາມຄິດ ຄວາມເຫັນແກ່ 6 ໂຄງຮ່າງກົດໝາຍອື່ນ. ບັນດາກົດໝາຍເຫຼົ່ານີ້ ໄດ້ຮັບການພິຈາລະນາ ຢ່າງຮອບຄອບ, ດ້ວຍຈິດໃຈ ປ່ຽນແປງໃໝ່, ຮັບປະກັນຄວາມແທດເໝາະກັບພຶດຕິກຳແຫ່ງຊີວິດສັງຄົມ.

ສະພາແຫ່ງຊາດໄດ້ຕົກລົງດັດແປງ, ເພີ່ມເຕີນມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍການກັນ ແລະ ຕ້ານການ ສໍ້ລາດບັງຫຼວງ, ພ້ອມກັນນັ້ນກໍ່ກຳນົດວ່າການຕໍ່ສູ້ເພື່ອກັນ ແລະ ຕ້ານນການສໍ້ລາດບັງຫຼວງຍັງຍາວນານ, ມີຄວາມ ຫຍູ້ງຍາສັບສົນຫຼາຍຢ່າງ.

ສະພາແຫ່ງຊາດໄດ້ປຶກສາພິຈາລະນາ, ໃຫ້ຄວາມຄິດຄວາມເຫັນ ປະກອບເຂົ້າໃນຮ່າງກົດໝາຍ ວ່າດ້ວຍທີ່ດິນ (ສະບັບດັດແປງ). ນີ້ແມ່ນໂຄງການກົດໝາຍທີ່ສຳຄັນ, ມີການກະທົບໂດຍກົງເຖິງເສດຖະກິດ, ການເມືອງ, ສັງຄົມ, ສະຖຽນລະພາບ, ການພັດທະນາຂອງປະເທດຊາດ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຫຼາຍເນື້ອໃນສັບສົນ, ມີຄວາມຄິດຄວາມເຫັນທີ່ແຕກຕ່າງກັນຫຼາຍ.

ສະພາແຫ່ງຊາດກໍ່ຢືນຢັນວ່າ ການດັດແປງ, ເພີ່ມເຕີມລັດຖະທຳມະນູມເປັນວຽກງານສຳຄັນຍິ່ງ; ຮຽກຮ້ອງໃຫ້ຄະນະ ກຳມາທິການຮ່າງການດັດແປງລັດຖະທຳມະນູນປີ 1992, ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ, ບັນດາ ຂະແໜງການ, ຂັ້ນຕ່າງໆ ຕ້ອງຈັດຕັ້ງເປັນຢ່າງດີການເກັບກຳຄວາມຄິດຄວາມເຫັນຂອງປະຊາຊົນ ເພື່ອກັ່ນຕອງເອົາຍອດແຍ່ ແຫ່ງສະຕິປັນຍາ ແລະ ເຈດຈຳນົງຂອງປວງຊົນທັງຊາດ, ກະກຽມຢ່າງຕັ້ງໜ້າ ເພື່ອສະພາແຫ່ງຊາດຈະສືບຕໍ່ ໃຫ້ຄວາມຄິດຄວາມເຫັນ ໃນກອງປະຊຸມສະໄໝສາມັນເທື່ອ ທີ 5 ແລະ ຮັບຮອງຜ່ານເອກະສານສຳຄັນນີ້ ໃນກອງປະຊຸມສະໄໝສາມັນທ້າຍປີ 2013.

ພີເສດ, ໃນກອງປະຊຸມສະໄໝສາມັນເທື່ອນີ້, ສະພາແຫ່ງຊາດໄດ້ປຶກສາພິຈາລະນາ, ຮັບຮອງຜ່ານມະຕິກ່ຽວກັບການ ເອົາຄະແນນສຽງ, ລົງຄະແນນສຽງສະແດງຄວາມເຊື່ອຖື ຕໍ່ຜູ້ທີ່ດຳລົງຕຳແໜ່ງສຳຄັນ ໂດຍແມ່ນສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ.

ທ່ານປະທານສະພາແຫ່ງຊາດຢືນຢັນວ່າ ອັນນີ້ແມ່ນບາດກ້າວປ່ຽນແປງໃໝ່ທີ່ສຳຄັນ ໃນຊີວິດການເມືອງຂອງປະເທດ ເພື່ອປະກອບສ່ວນຍົກສູງສິດເປັນເຈົ້າຂອງປະຊາຊົນ ໂດຍຜ່ານການປະຕິບັດສິດຕິດຕາມກວດກາ ຂອງສະພາແຫ່ງຊາດ, ສະພາປະຊາຊົນຕໍ່ກັບບັນດາພະນັກງານຫຼັກແຫຼ່ງຂອງພັກ ແລະ ລັດ.

ສະພາແຫ່ງຊາດຮຽກຮ້ອງໃຫ້ບັນດາຂະແໜງການ, ຂັ້ນຕ່າງໆ, ບັນດາຜູ້ແທນສະພາແຫ່ງຊາດ ແລະ ຜູ້ແທນສະພາ ປະຊາຊົນ ຈົ່ງຮັບຮູ້ຢ່າງຄົບຖ້ວນໜ້າທີ່ຮັບຜິດຊອບຂອງຕົນຕໍ່ປະຊາຊົນ, ກະກຽມບັນດາເງື່ອນໄຂອັນຈຳເປັນເພື່ອປະຕິບັດ ການຕີລາຄາ ຄວາມເຊື່ອຖືຕໍ່ພະນັກງານດຳລົງຕຳແໜ່ງ ທີ່ສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ ໄດ້ຢ່າງຊັດເຈນ ນັບແຕ່ກອງປະຊຸມມະໄໝສາມັນຕົ້ນປີ 2013.

                                                                                                                                          ນັກຂ່າວ