ວ.ກ.ອອນໄລ - ໃນວັນທີ 24-8-2012, ຢູ່ທີ່ຮ່າໂນ້ຍ, ວາລະສານ ກອມມູນິດ ແລະ ສຳນັກພິມ ຈຳໜ່າຍການເມືອງແຫ່ງຊາດ-ຊຶເຖິດ ໄດ້ປະສານສົມົບກັນຈັດຕັ້ງ ກອງປະຊຸມສຳມະນາວິທະນາສາດ “ພັດທະນາ ແຫຼ່ງຊັບພະຍາກອນມະນຸດ ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ”

ຮູບພາບຫ້ອງປະຊຸມສຳມະນາ - ຮູບຂອງ: ດ່າວຈ້ອງງວຽນ

ເຂົ້າຮ່ວມກອງປະຊຸມສຳມະນາມີຜູ້ແທນຫວຽດນາມເກືອບ 200 ຄົນທີ່ເປັນນັກວິທະຍາສາດ,ນັກເຄື່ອນໄຫວ ພຶດຕິກຳ, ຜູ້ຕາງໜ້າບັນດາກະຊວງ, ຄະນະກຳມະການ, ຂະແໜງການສູນກາງ, ມະຫາວິທະຍາໄລ.

     ລາຍງານແນະນຳການປະຊຸມສຳມະນາ, ຮສ.ດຣ ຫວູວັນຝຸກ, ບັນນາທິການໃຫຍ່ ວາລະສານກອມມູນິດ ໄດ້ເນັ້ນໜັກວ່າ ໃນໂລກທັນສະໄໝ, ເມື່ອບັນດາປະເທດຄ່ອຍໆຫັນປ່ຽນເປັນເສດຖະກິດພູມປັນຍາ ແລະ ໃນທ່າອ່ຽງໂລກາພິວັດ, ເຊື່ອມໂຍງ ເຂົ້າກັບສາກົນນັ້ນ ແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນບຸກຄະລາກອນ ຄຸນນະພາບສູງ ນັບມື້ນັບມີບົດບາດຕັດສິນ ຕໍ່ກັບການພັດທະນາເສດຖະກິດ - ສັງຄົມຂອງບັນດາປະຊາຊາດ. ຫວຽດນາມ ພວມກ້າວເຂົ້າສູ່ຂະບວນວິວັດ ແຫ່ງການຍູ້ແຮງ ການຫັນເປັນອຸດສາຫະກຳທັນສະໃໝ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຈຳເປັນຕ້ອງກຳເອົາຜົນສຳເລັດຕ່າງໆ ຂອງວິທະຍາສາດ ເຕັກໂນໂລຊີທັນສະໄໝ ດັ່ງນັ້ນ ຈຶ່ງຕ້ອງການມີກຳລັງຄົນຫຼວງຫຼາຍທີ່ມີລະດັບສູງ, ມີຄວາມສາມາດເຮັດວຽກ ໃນສິ່ງແວດລ້ອມເຕັກໂນໂລຊີ ແລະ ການແກ່ງແຍ້ງ. ເພາະສະນັ້ນ ການພັດທະນາ ແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບ, ມີລະດັບວິຊາສະເພາະສູງ ແລະ ມີຄວາມສາມາດປັບຕົວ ໃຫ້ແທດເໝາະໄວ ກັບການແກ່ງແຍ້ງ ທາງດ້ານເຕັກໂນໂລຊີການຜະລິດ ແມ່ນປັດໃຈທີ່ເປັນຂໍກະແຈ ເພື່ອຮັບປະກັນ ໃຫ້ພື້ນຖານເສຖະກິດ ຫວຽດນາມ ຂະຫຍາຍຕົວຕາມທິດທັນສະໄໝ, ຍືນຍົງ.

     ບົ
ນພື້ນຖານຈຸດປະສົງຂອງການປະຊຸມສຳມະນາ ແລະ ຄຳສະເໜີເນື້ອໃນແລກປ່ຽນຕ່າງໆ ທີ່ບົດລາຍງານ ແນະນຳການສຳມະນາໄດ້ວາງອອກມາ, ບົດປະກອບຄວາມເຫັນ 70 ກວ່າບົດ ແລະ ຄວາມຄິດຄວາມເຫັນຂອງຜູ້ແທນ ໃນທີ່ປະຊຸມສຳມະນາ ໄດ້ສຸມໃສ່ເນື້ອໃນຕົ້ນຕໍ່ດັ່ງນີ້:

     - ເຮັດໃຫ້ເຫັນແຈ້ງບົດບາດສຳຄັນຂອງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນແຫຼ່ງກຳລັງຄົນທີ່ມີຄຸນ ນະພາບສູງ, ໃນພາລະກິດການຫັນເປັນອຸດສາຫະກຳ, ຫັນເປັນທັນສະໃໝ ແລະ ເຊື່ອມໂຍງເຂົ້າກັບສາກົນໃນປັດຈຸບັນ.

     - ຢັ້ງຢືນບັນດາຜົນສຳເລັດ, ພ້ອມກັນນັ້ນກໍ່ໄຈ້ແຍກບັນດາຂໍ້ຈຳກັດ, ຂາດຕົກບົກພ່ອງໃນການພັດທະນາ ແຫຼ່ງຊັບພະຍາກອນມະນຸດຂອງຫວຽດນາມ.

     - ສະເໜີທິດທາງ ແລະ ວິທີແກ້ ແນໃສ່ພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໃໝ ແລະ ເຊື່ອມໂຍງເຂົ້າກັບສາກົນໃນໄລຍະທີ່ຈະມາເຖິງ.

     ບັນດາຜູ້ແທນໄດ້ໃຊ້ເວລາຫຼາຍ ເພື່ອໄຈ້ແຍກຂໍ້ຈຳກັດຂອງແຫຼ່ງກຳລັງຄົນປັດຈຸບັນຢູ່ຫວຽດນາມ ແລະ ສາເຫດ ຂອງສະພາບການນີ້. ຜູ້ແທນຫຼາຍຄົນໄດ້ໃຫ້ທັດສະນະວ່າ, ເຖິງວ່າຫວຽດນາມໄດ້ເຂົ້າປະຊິດກັບບັນຫາ ແຫຼ່ງຊັບພະຍາກອນ ມະນຸດແຕ່ດົນແລ້ວ ແຕ່ວິທີປະຕິບັດບໍ່ມີປະສິດທິຜົນ, ບໍ່ບັນລຸໄດ້ຕາມຄວາມປາຖະໜາ. ການນຳໃຊ້, ນະໂຍບາຍເກື້ອກຸນ ແຫຼ່ງກຳລັງຄົນຕ້ອງຮັບໃຊ້ “ຄວາມຕ້ອງການ”, ໝາຍເຖິງຄວາມຕ້ອງການພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ. ຄວາມຕ້ອງການນັ້ນ ມັນເປັນຮູບເປັນຮ່າງຂຶ້ນມາຈາກການກຳນົດຢ່າງຈະແຈ້ງ ບັນດາຂະແໜງ ເສດຖະກິດ “ປາຍແຫຼມ”, ຫຼັກແຫຼ່ງ. ການກໍ່ສ້າງພະນັກງານ ໃນປັດຈຸບັນຍັງບໍ່ທັນຖືກກັບທີ່ຢູ່. ບໍ່ພຽງແຕ່ກໍ່ສ້າງ ເພື່ອພັດທະນາແຫຼ່ງກຳລັງຄົນທີ່ມີຄຸນນະພາບສູງເທົ່ານັ້ນ ຫາກຕ້ອງເອົາໃຈໃສ່ເປັນສຳຄັນທັງ 3 ຂອດຄື ກໍ່ສ້າງ, ນຳໃຊ້ ແລະ ເກື້ອກຸນ…

     ບັນດາບົດປະກອບຄວາມຄິດຄວາມເຫັນ ແລະ ຄຳປາໄສຂອງຜູ້ແທນ ໄດ້ສຸມໃສ່ສະເໜີບັນດາວິທີແກ້ທີ່ສາມາດ ປະຕິບັດໄດ້ ເຊັ່ນ, ການພັດທະນາແຫຼ່ງກຳລັງຄົນ, ເປັນຕົ້ນແມ່ນແຫຼ່ງກຳລັງຄົນທີ່ມີຄຸນນະພາບສູງ, ຕ້ອງອີງໃສ່ ແຜນຍຸດທະສາດພັດທະນາເສດຖະກິດ-ສັງຄົມ. ເຊື່ອມໂຍງຢ່າງແໜ້ນແຟ້ນການພັດທະນາແຫຼ່ງກຳລັງຄົນ ກັບການ ພັດທະນາ ແລະ ປະຢຸກໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອຮັບໃຊ້ການສັບຊ້ອນໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ການຫັນປ່ຽນຕົວແບບການເຕີດໂຕ, ປະກອບສ່ວນຍົກສູງສະມັດຕະພາບ ຄຸນນະພາບ ປະສິດທິຜົນ ແລະ ຄວາມສາມາດ ແກ່ງແຍ້ງຂອງພື້ນຖານເສດຖະກິດ. ຍູ້ແຮງການປ່ຽນແປງໃໝ່ໂດຍພື້ນຖານ ຕໍ່ການສຶກສາແຫ່ງຊາດ, ພິເສດແມ່ນ ຍົກສູງຄຸນນະພາບການສຶກສາມະຫາວິທະຍາໄລ ແລະ ການກໍ່ສ້າງວິຊາອາຊີບ. ເພີ່ມທະວີການລົງທຶນ ແລະ ຍົກສູງປະສິດທິຜົນ ການລົງທຶນເພື່ອພັດທະນາການສຶກສາ ແລະ ບຳລຸງສ້າງພະນັກງານ. ມີກົນໄກດຶງດູດ, ນຳໃຊ້ ແລະ ຄຸ້ມຄອງແຫຼ່ງ ກຳລັງຄົນ ຢ່າງມີປະສິດທິຜົນ, ພິເສດແມ່ນແຫຼ່ງກຳລັງຄົນທີ່ມີຄຸນນະພາບສູງ. ລະດົມບັນດາແຫຼ່ງກຳລັງຄົນກຳລັງຊັບ ຂອງສັງຄົມ, ໃນນັ້ນພິເສດແມ່ນບົດບາດເຂົ້າຮ່ວມຢ່າງຕັ້ງໜ້າ ຂອງບັນດານັກວິທະຍາສາດ, ຜູ້ຊ່ຽວຊານໃນຂົງເຂດ ການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະ ຂອງບັນດາອົງການຂ່າວສານ, ໜັງສືພິມ, ສື່ມວນຊົນ...

     ຜົນງານການຄົ້ນຄວ້າຂອງກອງປະຊຸມສຳມະນາ ຈະໄດ້ຄະນະຈັດຕັ້ງການປະຊຸມສຳມະນານີ້ ສັງລວມ ແລະ ລາຍງານ ຕໍ່ຄະນະເລຂາທິການສູນກາງພັກ ເພື່ອແນໃສ່ປະກອບສ່ວນສະໜອງບັນດາຫຼັກຖານ ວິທະຍາສາດ ແລະ ພຶດຕິກຳ, ຮັບໃຊ້ຢ່າງແທດຈິງໃຫ້ແກ່ກອງປະຊຸມສູນກາງຄັ້ງທີ 6 ສະໄໝທີ XI ຂອງພັກກອມມູນິດ ຫວຽດນາມ. ພ້ອມກັນນັ້ນ, ຄະນະຈັດຕັ້ງການປະຊຸມສຳມະນາ ກໍ່ຈະຄັດເລືອກບົດລາຍງານ ແລະ ບົດປະກອບຄວາມເຫັນຂອງບັນດາສະຫາຍການນຳ ແລະ ນັກວິທະຍາສາດຢູ່ໃນການປະຊຸມສຳມະນາ ເພື່ອຮຽບຮຽງພິມເປັນປຶ້ມໜັງສືທາບທາມ, ປະກອບສ່ວນຮັບໃຊ້ໃຫ້ແກ່ ການຊາບຊືມ ແລະ ຜັນຂະຫຍາຍປະຕິບັດ ມະຕິກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XI ./.

                                                              
ໂດຍ: ຫ່ຽນທື