ມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ - ແຫຼ່ງ​ທີ່ມາຂອງເຈດຈຳນົງ,
ຄວາມ​ເຊື່ອ​ຖື ແລະ ກຳລັງແຮງ ​ເພື່ອ​ສ້າງ ແລະ
ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ໃນ​ຍຸກ​ໃໝ່

ໂດຍ ໂດ໊ ວັນ ຈ໋ຽນ
ກຳມະການກົມການເມືອງ, ເລຂາທິການສູງກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
02:49, 11-07-2025
ວກ. - ມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດແມ່ນມູນເຊື້ອອັນລ້ຳຄ່າ, ​ແມ່ນແນວທາງ​ຍຸດ​ທະ​ສາດ​ທີ່​ສຳຄັນ ​ແລະ ສອດຄ່ອງຕະຫຼອດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ; ເປັນ​ແຫຼ່ງ​ກຳ​ລັງ​ອັນ​ໃຫຍ່ຫຼວງ, ເປັນ​ປັດ​ໄຈ​ຕັດ​ສິນ​ໄຊ​ຊະ​ນະ​ຂອງ​ພາລະກິດ​ການ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພື້ນຖານ​ອັນ​ໝັ້ນຄົງ​ຂອງມະຫາ​ສາມັກຄີ​ປວງຊົນທັງຊາດນັ້ນ​ແມ່ນພັນທະພາບ​ລະຫວ່າງ​ຊົນ​ຊັ້ນ​ກຳມະກອນ - ຊົນຊັ້ນຊາວນາ ​ແລະ ຖັນແຖວ​ປັນຍາ​ຊົນ ທີ່​ນຳພາ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ; ​ແມ່ນ​ການ​ພົວພັນ​ອັນ​ແໜ້ນ​ແຟ້ນລະຫວ່າງ​ພັກ ​ແລະ ປະຊາຊົນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ, ລັດ ​ແລະ ລະບອບສັງຄົມ; ແມ່ນ​ຄວາມ​ສາມັກຄີ​ພາຍ​ໃນ​ພັກ, ສາມັກຄີ​ລະຫວ່າງ​ບັນດາຊົນຊັ້ນ​ສັງຄົມ, ລະຫວ່າງປະຊາຊົນ​​ບັນດາ​ເຜົ່າ​ຫວຽດນາມ, ລະຫວ່າງ​ພີ່ນ້ອງ​ຮ່ວມ​ຊາດ​ທີ່​​ຖື​ສາສະໜາ ແລະບໍ່ຖືສາສະໜາ, ລະ​ຫວ່າງ​ຜູ້​ຄົນ​ຂອງ​ສາ​ສະ​ໜາ​ທີ່​ແຕກ​ຕ່າງ​ກັນ​, ລະຫວ່າງ​ຊາວຫວຽດນາມຢູ່​​ໃນປະເທດ​ ແລະຕ່າງປະ​ເທດ; ​ແມ່ນຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ທີ່​ຮັກ​ຫອມ​ສັນຕິພາບ ​ແລະ ຄວາມ​ກ້າວໜ້າ​ໃນ​ໂລກ.

ທ່ານເລຂາທິການໃຫຍ່ ໂຕເລິມ ກັບປະຊາຊົນຢູ່ເຂດປູຊະນີຍະສະຖານປະຫວັດສາດພິເສດແຫ່ງຊາດ ວິຫານຮຸ່ງເວືອງ _ພາບ: TTXVN

ສືບ​ທອດ ​ແລະ ​ເສີມຂະຫຍາຍ​ແນວ​ຄິດ ​ໂຮ່ຈີ​ມິນ ກ່ຽວ​ກັບຄວາມ​ສາມັກຄີອັນຍິ່ງໃຫຍ່

ໃນ​​ຊີວິດ​ຂອງ​ຕົນ, ປະທານ​ໂຮ່ຈີມິນ ຍາມ​ໃດ​ກໍ່​ເນັ້ນ​ໜັກ​ເຖິງ​ບົດບາດ, ພາລະກິດ ​ແລະ ກຳລັງ​ແຮງ​ຂອງ​ຈິດ​ໃຈ​ສາມັກຄີ ແລະ ມະຫາສາມັກຄີປວງຊົນທັງຊາດ. ທ່ານ​ຢືນຢັນ​ວ່າ: “ຄວາມ​ສາມັກຄີ​​ອັນຍິ່ງໃຫຍ່ກ່ອນອື່ນໝົດແມ່ນຕ້ອງ​ເຕົ້າ​ໂຮມ​ສາມັກຄີປະຊາຊົນ​ສ່ວນ​ຫຼາຍເຂົ້າ​ເປັນ​ເອກະ​ພາບ ເຊິ່ງປະຊາຊົນ​ສ່ວນຫຼາຍຂອງພວກເຮົາ​ແມ່ນກຳມະກອນ, ຊາວ​ກະສິກອນ ແລະ ຊົນ​ຊັ້ນແຮງງານ​ອື່ນໆ. ນັ້ນ​ແມ່ນ​ຮາກຖານ ​ຂອງ​ຄວາມ​ສາມັກຄີ​ອັນ​ຍິ່ງ​ໃຫຍ່. ມັນຄ້າຍຄືພື້ນຖານຂອງເຮືອນ, ຮາກຂອງຕົ້ນໄມ້. ​​ແຕ່ເມື່ອ​ມີ​ພື້ນຖານ​ອັນ​ໜັກ​ແໜ້ນ ​ແລະ ມີ​ຮາກເຫງົ້າ​ທີ່​ດີ, ພວກ​ເຮົາ​ຍັງ​ຕ້ອງ​ສາມັກຄີ​​ຊັ້ນ​ຄົນ​ອື່ນໆ ອີກ. ໃຜກໍ່ຕາມທີ່ຈິງໃຈສະໜັບສະໜູນສັນຕິພາບ, ເອກະພາບ, ເອກະລາດ ແລະ ປະຊາທິປະໄຕ, ເຖິງແມ່ນວ່າພວກເຂົາຈະຕໍ່ຕ້ານພວກເຮົາໃນອະດີດ, ປະຈຸບັນພວກເຮົາກໍຈະສາມັກຄີກັບພວກເຂົາຢ່າງຈິງໃຈ”(1). ​ໃນ​ແນວ​ຄິດ​ຂອງ​ປະທານ ​ໂຮ່ຈີ​ມິນ: “ຄວາມສາມັກຄີ​ແມ່ນ​ນະ​ໂຍບາຍແຫ່ງຊາດ, ບໍ່​ແມ່ນ​ກົນອຸບາຍທາງ​ການ​ເມືອງ, ​ເຮົາ​ສາມັກຄີກັນເພື່ອ​ຕໍ່ສູ້​ເພື່ອ​ເອກະພາບແລະເອກະລາດ​ຂອງປະເທດ​ຊາດ, ເຮົາຍັງຕ້ອງ​ສາມັກຄີ​ກັນເພື່ອ​ສ້າງສາ​ປະ​ເທດ. ຜູ້​ໃດ​ກໍຕາມທີ່ມີ​ພອນ​ສະຫວັນ, ຄຸນທຳ, ກຳລັງ​ແຮງ ແລະ ມີ​ຫົວໃຈທີ່ຈະ​ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ປະຊາຊົນ, ​ເຮົາກໍຈະສາມັກຄີ​ກັບພວກ​ເຂົາ”(2).   

ທ່ານປະທານ ໂຮ່ຈີມິນ ຊີ້ແຈ້ງວ່າ, ພະລັງແຮງທີ່ຍິ່ງໃຫຍ່ທີ່ສຸດຂອງການປະຕິວັດຫວຽດນາມນັ້ນຢູ່ໃນປະຊາຊົນ ແລະ ຖ້າປະຊາຊົນສາມາດສາມັກຄີກັນ ພວກເຂົາກໍຈະສ້າງກຳລັງແຮງທີ່ບໍ່ສາມາດເອົາຊະນະໄດ້: “ໃນທ້ອງຟ້າ ບໍ່ມີສິ່ງໃດລ້ຳຄ່າກວ່າປະຊາຊົນ, ໃນໂລກນີ້ ບໍ່ມີສິ່ງໃດເຂັ້ມແຂງກວ່າກຳລັງສາມັກຄີຂອງປະຊາຊົນ”(3).  ທ່ານ​ຍັງ​ຢືນ​ຢັນ​ວ່າ: “ວຽກທີ່ງ່າຍກວ່າສິບເທົ່າຫາກບໍ່ມີປະຊາຊົນກໍເຮັດບໍ່ໄດ້. ວຽກທີ່ຍາກກວ່າຮ້ອຍເທົ່າເມື່ອມີປະຊາຊົນກໍເຮັດສຳເລັດ”. ຜ່ານ​ພຶດຕິກຳຕົວຈິງ​ແຫ່ງ​ການ​ຕໍ່ສູ້​ປະຕິວັດ, ປະທານ ​ໂຮ່ຈີ​ມິນ ​ໄດ້​ສະຫລຸບ​ວ່າ: ສາມັກຄີ, ສາມັກຄີ, ມະຫາສາມັກຄີ; ຄວາມສຳ​ເລັດ, ຄວາມສຳ​ເລັດ, ຄວາມສຳ​ເລັດ​ອັນ​ຍິ່ງໃຫຍ່ (4).

ສືບ​ທອດ ​ແລະ ພັດທະນາ​ແນວຄິດ​ຂອງ​ປະທານ ​ໂຮ່ຈີ​ມິນ, ​ໃນ​ທຸກ​ໄລຍະ​ການ​ປະຕິວັດ, ພັກ​ກອມ​ມູນິດ​ຫວຽດນາມ ຍາມ​ໃດ​ກໍ່​ຢືນຢັນ​ວ່າ: ຄວາມ​ສາມັກຄີ​ແມ່ນມູນເຊື້ອ​ອັນ​ລ້ຳ​ຄ່າ​ທີ່​ສຸດ, ​ແມ່ນ​ແນວທາງ​ຍຸດ​ທະ​ສາດ​ຂອງ​ພັກ; ​ແມ່ນ​ແຫຼ່ງກຳລັງ, ແມ່ນຄຸນຄ່າ​ຫຼັກ​ແຫຼ່ງ ​ແລະ ​ແຮງຂັບເຄື່ອນ​ຕົ້ນຕໍ ​ຂອງ​ການ​ປະຕິວັດ​ຫວຽດນາມ, ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ໄຊຊະນະ​ທັງ​ໝົດ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສືບ​ຕໍ່​ກຳ​ແໜ້ນ ​ແລະ ຊາບຊຶມຢ່າງເລິກເຊິ່ງ​ ທັດສະນະມະຫາ​ສາມັກຄີປວງຊົນທັງ​ຊາດ, ກົມ​ການ​ເມືອງສູນກາງພັກ​ໄດ້​ຈັດຕັ້ງ​ຄະນະ​ຊີ້​ນຳ​ສູນ​ກາງຂຶ້ນ ເພື່ອ​ສະຫຼຸບສັງລວມ 20 ປີ​ແຫ່ງ​ການປະຕິບັດ​ມະຕິໝາຍເລກ 23-NQ/TW, ລົງ​ວັນ​ທີ 12 ມີນາ 2003 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ IX ກ່ຽວ​ກັບ “​ການເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງມະຫາສາມັກຄີປວງຊົນທັງຊາດ ເພື່ອ​ປະຊາຊົນ​ຮັ່ງມີ, ປະເທດຊາດ​ເຂັ້ມ​ແຂງ, ສັງຄົມຍຸຕິທຳ ປະຊາທິປະໄຕ ແລະ ອາລະຍະທຳ”. ບົນພື້ນຖານການປະເມີນຜົນທີ່ບັນລຸໄດ້ຖືກຕ້ອງແລະຮອບດ້ານ ໂດຍຊີ້ໃຫ້ເຫັນຂໍ້ບົກພ່ອງ, ຂໍ້ຈຳກັດ, ສາເຫດ ແລະ ບົດຮຽນທີ່ໄດ້ຮັບ, ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 8 ສະ​ໄໝ​ທີ XIII ​ໄດ້​ອອກ​ມະຕິ​ໝາຍເລກ 43-NQ/TW, ລົງ​ວັນ​ທີ 24 ພະຈິກ 2023, ວ່າດ້ວຍ “ສືບ​ຕໍ່​ເສີມ​ຂະ​ຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ເພື່ອສ້າງ​ປະ​ເທດ​ເຮົາ​ໃຫ້​ນັບ​ມື້​ນັບ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ມີ​ຄວາມ​ສຸກ”.

ມະຕິ​ໝາຍເລກ 43-NQ/TW ກຳນົດເປົ້າໝາຍເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ເພີ່ມຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກກະຕູ້ນນ້ຳໃຈຮັກຊາດ, ເຈດຈຳນົງເພິ່ງຕົນເອງຂອງຊາດ, ຄວາມເຊື່ອໝັ້ນ, ຄວາມປາຖະໜາທີ່ຈະປະກອບສ່ວນ ແລະ ສ້າງປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ; ປະກອບສ່ວນ​ປະຕິບັດ​ສຳ​ເລັດ​ຜົນ​ຕາມ​ເປົ້າໝາຍ​ທີ່​ວ່າ​ ຮອດ​ປີ 2030 ຫວຽດນາມຈະ​ເປັນ​ປະ​ເທດ​ກຳລັງພັດທະນາ​ ທີ່​ມີ​ອຸດສາຫະກຳ​ທັນ​ສະ​ໄໝ ​ແລະ ມີ​ລາຍ​ຮັບ​ປານກາງສູງ, ຮອດ​ປີ 2045 ຈະ​ກາຍ​ເປັນ​ປະ​ເທດ​ພັດທະນາແລ້ວ​ ທີ່​ມີ​ລາຍ​ຮັບ​ສູງ​ຕາມ​ທິດ​ສັງຄົມ​ນິຍົມ.

ມະຕິ​ໝາຍເລກ 43-NQ/TW ຍັງໄດ້ກຳນົດວິທີແກ້ໄຂສະເພາະ 7 ປະການ, ລວມມີ: 1- ຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງບັນດາຄະນະພັກ, ອົງການຈັດຕັ້ງພັກ, ລະບົບການເມືອງ ແລະ ປະຊາຊົນ ກ່ຽວກັບຖານະທີ່ຕັ້ງ ແລະ ຄວາມສຳຄັນຂອງການເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຂາດ; 2- ປັບປຸງແຜນນະ​ໂຍບາຍ ​ແລະ ນະໂຍບາຍ​ກ່ຽວ​ກັບມະຫາສາມັກຄີປວງຊົນທັງຊາດ ໃຫ້ສົມບູນແບບ, ປຸກກະຕູ້ນ​ເຈດຈະນົງແລະຄວາມປາຖະໜາ​ໃນ​ການ​ພັດທະນາ​ປະ​ເທດ; 3- ກໍ່ສ້າງ ​ແລະ ປັບປຸງ​ພັກໃຫ້ສະອາດ​ປອດ​ໃສ ​ແລະ ​ເຂັ້ມ​ແຂງ; ເພີ່ມທະວີຄວາມສາມັກຄີພາຍໃນພັກ, ຮັກສາບົດບາດການນຳພາຂອງພັກໃນການກໍ່ສ້າງ ແລະ ເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ; 4- ປັບປຸງຍົກສູງບົດບາດ, ປະສິດທິພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງລັດ ໃນການເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ; 5- ເສີມຂະຫຍາຍ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ, ຄວາມ​ສາມາດບົ່ງຊ້ອນ ​ແລະ ຄວາມ​ຄິດ​ສ້າງສັນ​ຂອງ​ປະຊາຊົນ; 6- ປ່ຽນແປງໃໝ່​ເນື້ອ​ໃນ ​ແລະ ແບບວິທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ-ສັງຄົມ; ຍູ້​ແຮງ​ວຽກ​ງານ​ຂົນຂວາຍ​ມະຫາຊົນ, ລະດົມ​ທຸກ​ແຫຼ່ງກຳລັງ​ເພື່ອ​ພັດທະນາ​ປະ​ເທດ​ຊາດ; 7- ຈັດ​ຕັ້ງ​ການ​ຂົນຂວາຍ​ແລະຂະບວນການແຂ່ງຂັນກັນ​ຮັກ​ຊາດ​ທີ່​ແທດ​ຈິງ​ແລະ​ມີ​ປະສິດທິ​ຜົນ.

ອະດີດເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ຜູ້ນຳທີ່ມີຄວາມໂດດເດັ່ນພິເສດ, ຜູ້ຖືທຸງທິດສະດີຂອງພັກ, ນັກຮົບກອມມູນິດທີ່ກ້າແກ່ນ ແລະ ເປັນແບບຢ່າງທີ່ເຫລື້ອມໃສໃນການສຶກສາຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດສິນທຳຂອງ ໂຮ່ຈີມິນ ໄດ້​ອອກ​ແຮງ​ຄົ້ນ​ຄ້ວາ​ທິດ​ສະ​ດີ, ສະຫຼຸບສັງ​ລວມພຶດຕິກຳ ​ແລະ ຈັດພິມ​ປຶ້ມ ​ເສີມ​ຂະຫຍາຍ​ມູນ​ເຊື້ອແຫ່ງມະຫາ​ສາມັກຄີ​ປວງຊົນທັງຊາດ, ສ້າງ​ປະ​ເທດ​ເຮົາ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ, ວັດທະນາ​ຖາວອນ ແລະ ມີ​ຄວາມ​​ສຸກ, ​ສະ​ແດງ​ໃຫ້​ເຫັນ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບ​ບົດບາດ​ຂອງ​ປະຊາຊົນ, ການປະຕິບັດ​ຕາມລະບອບປະຊາທິປະ​ໄຕ ແລະ ການ​ເພິ່ງ​ພາ​ປະຊາຊົນເພື່ອສ້າງ​ພັກ​ແລະລັດຢ່າງສອດຄ່ອງແລະທົ່ວເຖິງ; ກ່ຽວ​ກັບ​ມູນເຊື້ອ ​ແລະ ກຳລັງ​ແຮງ​ແຫ່ງມະຫາ​ສາມັກຄີ​ປວງຊົນທັງ​ຊາດ​ໃນ​ພາລະກິດ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ສືບຕໍ່ພາລະກິດອັນສະຫງ່າລາສີຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ໃນບົດຄວາມ “ຕັດສິນໃຈກໍ່ສ້າງພັກທີ່ໝັ້ນຄົງເຂັ້ມແຂງ, ກໍ່ສ້າງປະເທດທີ່ຈະເລີນຮຸ່ງເຮືຶອງ ມີປະຊາທິປະໄຕ ຍຸດຕິທຳ ແລະ ອາລະຍະທຳ”, ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສືບຕໍ່ຢືນຢັນໜ້າທີ່: “ເອົາໃຈໃສ່ເປັນພິເສດເຖິງຄວາມສາມັກຄີ ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ, ມະຫາສາມັກຄີ​​ປວງ​ຊົນ​ທັງ​ຊາດ, ຄວາມຜູກພັນອັນແໜ້ນແຟ້ນລະຫວ່າງ​ພັກກັບປະຊາຊົນ”, “ຍຶດໝັ້ນ​ຫຼັກ​ໝັ້ນ, ທັດສະນະ ​ແລະ ການ​ປະຕິບັດຢ່າງໝັ້ນຄົງໃນຫຼັກການ “ປະຊາຊົນ​ແມ່ນ​ຮາກ​ຖານ” ແລະ “ປະຊາຊົນແມ່ນອັດຕະພາບ ແລະ ສູນກາງຂອງຂະບວນການປ່ຽນແປງໃໝ່”, “ແຜນນະໂຍບາຍ ​ແລະ ນະ​ໂຍບາຍທັງໝົດ​ຕ້ອງມາ​ຈາກ​ຊີວິດ, ຄວາມປາດ​ຖະໜາ, ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນຢ່າງແທ້ຈິງ ໂດຍຖື​ເອົາຄວາມ​ສຸກ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະຊາຊົນ​ເປັນ​ເປົ້າໝາຍ​ໃນການ​ສູ້​ຊົນ…”.    

ຜົນງານທີ່ໂດດເດັ່ນໃນການສ້າງ ແລະ ເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ 

ກ່າວ​ຄຳ​ເຫັນໃນ​ກອງ​ປະຊຸມ​ໃຫຍ່​ແນວໂຮມປະເທດຊາດຫວຽດນາມ​ຄັ້ງ​ທີ 10 ວາລະປີ 2024-2029, ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລິມ ​ເນັ້ນ​ໜັກ​ວ່າ ໃນໄລຍະ 94 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກ ​ກຳປັ່ນປະຕິວັດ​ຫວຽດນາມ ​ໄດ້​ສ້າງ​ສິ່ງ​ມະຫັດສະຈັນ​ຫຼາຍ​ຢ່າງ ໂດຍຍາດ​ໄດ້​ໄຊຊະນະ​ຄັ້ງແລ້ວຄັ້ງໃໝ່. ຈາກ​ປະ​ເທດ​ທີ່​ຖືກ​ສົງຄາມ​ທຳລາຍ​ຢ່າງ​ໜັກໜ່ວງ, ຫວຽດນາມ​ໄດ້ບືນຕົວຂຶ້ນ​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ເປັນ​ຈຸດໝາຍ​ປາຍທາງ​ຂອງ​ບັນດາ​ນັກ​ລົງທຶນ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ. ຈາກ​ພື້ນຖານ​ເສດຖະກິດ​ທີ່​ຫຼ້າຫຼັງ, ຫວຽດນາມ​ໄດ້ກ້າວຂຶ້ນມາ​ເປັນໜຶ່ງໃນ 40 ພື້ນຖານ​ເສດຖະກິດ​ແຖວ​ໜ້າ ໂດຍມີ​ຂະໜາດ​ການ​ຄ້າຢູ່​ໃນ 20 ປະ​ເທດ​ນຳ​ໜ້າລະດັບ​ໂລກ. ຈາກ​ປະ​ເທດທີ່​ຖືກ​ປິດລ້ອມ ​ແລະ ​ໂດດ​ດ່ຽວ, ຫວຽດນາມ​ໄດ້​ສ້າງການ​ພົວພັນ​ທາງ​ການ​ທູດ​ກັບ 194 ປະ​ເທດ​ສະມາຊິກຂອງສະຫະປະຊາຊາດ, ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ​ກັບ 30 ປະ​ເທດ ລວມທັງ​​ປະ​ເທດ​ສຳຄັນທັງໝົດ ແລະ ເປັນ​ສະມາຊິກທີ່​ຕັ້ງໜ້າ​ຂອງ 70 ອົງການ​ຈັດ​ຕັ້ງ​ພາກ​ພື້ນ ​ແລະ ສາກົນ. ໂດຍຖື​ເອົາຄວາມ​​ສຸກ ​ແລະ ຄວາມຈະເລີນຮຸ່ງເຮືອງ​ຂອງ​ປະຊາຊົນເປັນເປົ້າໝາຍໃນການ​ສູ້​ຊົນ, ຫວຽດນາມໄດ້ບັນລຸ​ເປົ້າ​ໝາຍການ​ພັດທະນາ​ສະຫັດ​ສະ​ວັດ​ໄດ້​ໄວ ແລະ ໄດ້ຮັບການຍົກຍ່ອງຈາກ​ສະຫະ​ປະຊາ​ຊາດ ​ແລະ ປະເທດ​ເພື່ອນ​ມິດທົ່ວໂລກ​ວ່າ ເປັນເລື່ອງລາວຄວາມສຳເລັດ ​ຈຸດ​ສະຫວ່າງ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ ແລະ ການປັບປຸງ​ຊີວິດ​ທາງ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ຕໍ່ເນື່ອງ. ຄວາມສຳເລັດທີ່ຍິ່ງໃຫຍ່ດັ່ງ​ກ່າວ ແມ່ນໄດ້ມາຈາກການນຳພາຢ່າງສະຫຼາດສ່ອງໃສຂອງພັກ; ຄວາມ​ສາ​ມັກ​ຄີເປັນເອກະພາບ, ການຮ່ວມແຮງຮ່ວມໃຈຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະທົ່ວກອງທັບ, ໃນ​ນັ້ນ ​ມີ​ບົດ​ບາດ​ອັນ​ສຳຄັນ​ຂອງ​ກຸ່ມ​ກ້ອນມະຫາສາມັກຄີປວງຊົນທັງ​ຊາດ, ການ​ປະ​ກອບ​ສ່ວນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວວ່າ ໃນໄລຍະ 94 ປີທີ່ຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຢັ້ງຢືນບົດບາດ ແລະ ພາລະກິດໃນການເສີມຂະຫຍາຍມູນເຊື້ອ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ສົ່ງເສີມ ປຸກລະດົມ ແລະ ກະຕູ້ນໃຫ້ປະຊາຊົນຂອງເຮົາເຂົ້າຮ່ວມຢ່າງກະຕືລືລົ້ນໃນການເຄື່ອນໄຫວແຂ່ງຂັນກັນຮັກຊາດ, ປຸກລະດົມແລະສົ່ງເສີມຊັບພະຍາກອນແລະຄວາມຄິດສ້າງສັນ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດຂອງປະເທດໃນແຕ່ລະໄລຍະປະຫວັດສາດໃຫ້ປະສົບຜົນສຳເລັດ. ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ແນວໂຮມປະເທດຊາດຫວຽດນາມສົມຄວນໄດ້ຮັບບົດບາດເປັນອົງການພັນທະມິດທາງການເມືອງ, ສະຫະພັນອາສາສະໝັກຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ມີຊື່ສຽງໃນທຸກຊົນຊັ້ນ ຊັ້ນຄົນໃນສັງຄົມ, ຊົນເຜົ່າ, ສາສະໜາ, ຊາວຫວຽດນາມຢູ່ຕ່າງປະເທດ, ພື້ນຖານການເມືອງຂອງອຳນາດການປົກຄອງປະຊາຊົນ; ​ອົງການແກນ​ຫຼັກ​ໃນ​ການ​ເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງ​ຊາດ; ຂົວຕໍ່ທີ່ສຳຄັນລະຫວ່າງພັກ, ອຳນາດການປົກຄອງ ແລະ ປະຊາຊົນ; ເປັນຕົວແທນແລະປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງສະມາຊິກສະຫະພາບແຮງງານ, ສະມາຊິກສະມາຄົມ ແລະ ປະຊາຊົນ.  

ສະພາບຄວາມເປັນຈິງສະແດງໃຫ້ເຫັນວ່າ, ຄຽງຄູ່ກັບຜົນສຳເລັດອັນຍິ່ງໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມ ແລະການດຳເນີນຂະບວນການປ່ຽນແປງໃໝ່ ພາຍໃຕ້ການນຳພາຂອງພັກໃນເກືອບ 40 ປີ, ພາລະກິດແຫ່ງມະຫາສາມັັກຄີປວງຊົນທັງຊາດ ກໍບັນລຸຜົນສຳເລັດອັນສຳຄັນແລະຮອບດ້ານຫຼາຍຢ່າງ. ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ການ​ເມືອງ-ສັງຄົມ ແລະ ອົງການມວນຊົນ ຍັງສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແກນ​ກາງການ​ເມືອງ​ ໃນ​ການຈັດ​ຕັ້ງການຂົນຂວາຍ, ເຕົ້າ​ໂຮມ ​ແລະ ລວບລວມ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ສ້າງ​ຄວາມເປັນເອກະພາບ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມທີ່ເພີ່ມຂຶ້ນ​ໃນ​ສັງຄົມ; ມີ​ການ​ປະດິດ​ສ້າງ​ຫຼາຍ​ຢ່າງ​ໃນ​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ, ປະຕິບັດ​ຢ່າງ​ກວ້າງຂວາງ ​ແລະ ປັບປຸງຍົກສູງ​ຄຸນ​ນະພາ​ບຂອງຂະບວນການແຂ່ງຂັນກັນ​ຮັກ​ຊາດ ​ແລະ ການຂົນຂວາຍຕ່າງໆ; ໃກ້ຊິດກັບຮາກຖານ; ຂະຫຍາຍຮູບການຂົນຂວາຍປະຊາຊົນ, ຖືເອົາຜົນປະໂຫຍດອັນຊອບທຳ ຖືກກົດໝາຍຂອງບັນດາສະມາຊິກ, ສະມາຊິກສະຫະພັນ, ສະມາຊິກສະມາຄົມ ແລະ ປະຊາຊົນເປັນໃຈກາງ, ປະກອບສ່ວນແກ້ໄຂບັນຫາສັບສົນຕ່າງໆທີ່ເກີດຂຶ້ນໃນວິວັດການພັດທະນາ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ ​​ປະຕິບັດ​ບົດບາດ​ເປັນ​ຕົວ​ແທນ ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ຖືກກົດໝາຍ​ຂອງ​ສະມາຊິກ​ສະຫະພັນ, ສະມາຊິກ​ສະມາຄົມ ​ແລະ ປະຊາຊົນ; ເປັນເຈົ້າການໃນການ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ ​ແລະ ການວິພາກວິຈານ​ສັງຄົມ; ຕໍ່ສູ້ປ້ອງກັນແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ຄວາມຫຍໍ້ທໍ້; ປະຕິບັດເປັນຢ່າງດີ ບົດບາດ​​ເປັນ​ຂົວ​ຕໍ່​ລະຫວ່າງ​ພັກ, ລັດ ​ກັບ ປະຊາຊົນ, ສາມັກຄີ​ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ​ໃນ​ໂລກ.

ຂະບວນການແຂ່ງຂັນ​ “ທົ່ວ​ປະ​ເທດ​ສາມັກຄີ, ຮ່ວມແຮງຮ່ວມໃຈກັນໃນການເຄື່ອນໄຂປ້ອງກັນ, ຕ້ານ ​ແລະ ຄວບຄຸມການແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ຢ່າງມີໄຊ” ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເສີມ​ຂະ​ຫຍາຍມູນເຊື້ອ​ ແລະ ກຳລັງແຮງແຫ່ງມະຫາ​ສາ​ມັກ​ຄີປວງຊົນທັງ​ຊາດ ເຊິ່ງໄດ້ລະດົມທົ່ວພັກ ທົ່ວປວງຊົນ ທົ່ວກອງທັບ ແລະ ທັງລະບົບການເມືອງເຂົ້າ​ຮ່ວມ ​ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະສະໜັບສະໜູນຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ແລະປະຊາຊົນ ແລະ ການຊ່ວຍເຫຼືອຂອງເພື່ອນມິດ​ສາກົນ. ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໄດ້​ຢືນຢັນ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຮັບຜິດຊອບ​ສູງ​ຂອງ​ຜູ້​ນຳຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ; ນ້ຳໃຈສາມັກຄີ, ການແບ່ງປັນ, ການຕອບສະໜອງ ແລະ ການຮ່ວມມືຂອງບັນດາອົງການ, ທ້ອງຖິ່ນ, ວິສາຫະກິດ, ອົງການຈັດຕັ້ງ, ບຸກຄົນ, ຊາວຫວຽດນາມໃນປະເທດ ແລະ ຕ່າງປະເທດ, ບັນດາອົງການສາກົນ, ອົງການຕ່າງປະເທດ ແລະ ບຸກຄົນ, ປະຊາຄົມສາກົນ. ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແມ່ນຄວາມເປັນຈິງທີ່ຊັດເຈນ, ​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳລັງ​ແຮງ​ຂອງກຸ່ມກ້ອນ​ມະຫາ​ສາມັກຄີ​​ປວງ​ຊົນ​ທັງ​ຊາດ​ພາຍ​ໃຕ້​ການນຳພາ​ທີ່​ສະຫຼາດສ່ອງໃນ​ຂອງ​ພັກ. ຢືນຢັນ​ຄວາມ​ຈິງ​ອັນ​ເປັນ​ອະມະຕະອີກຄັ້ງໜຶ່ງວ່າ ​“ວຽກທີ່ງ່າຍກວ່າສິບເທົ່າຫາກບໍ່ມີປະຊາຊົນກໍເຮັດບໍ່ໄດ້. ວຽກທີ່ຍາກກວ່າຮ້ອຍເທົ່າເມື່ອມີປະຊາຊົນກໍເຮັດສຳເລັດ” ດັ່ງ​ທີ່​ປະທານ ​ໂຮ່ຈີ​ມິນ ​​ສະຫຼຸບໄວ້.

ຕົວຢ່າງອີກປະການໜຶ່ງແມ່ນມູນເຊື້ອຄວາມຮັກແພງເຊິ່ງກັນແລະກັນ “ຮັກຜູ້ອື່ນເໝືອນຮັກຕົນເອງ”, “ຊ່ວຍເຫຼືອເຊິ່ງກັນແລະກັນ” ຂອງຊາວຫວຽດນາມ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ ໃນເວລາປະເຊີນກັບຄວາມເສຍຫາຍຢ່າງໜັກຈາກພາຍຸໝາຍເລກ 3 (ເກີດຂຶ້ນໃນເດືອນກັນຍາ 2024) ຕໍ່ປະຊາຊົນໃນ 26 ແຂວງ, ນະຄອນທາງພາກເໜືອ. ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຂອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ, ພີ່ນ້ອງ​ຮ່ວມ​ຊາດ ແລະ ນັກຮົບ​ໃນ​ທົ່ວ​ປະ​ເທດ, ຊາວ​ຫວຽດນາມຢູ່ຕ່າງປະ​ເທດ, ບັນດາ​ອົງການ​ສະມາຊິກຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ, ​ອົງການ​ສັງຄົມ, ວິ​ສາ​ຫະກິດ, ຜູ້​ໃຈ​ບຸນທັງ​​ໃນປະເທດ​ແລະຕ່າງປະ​ເທດ, ຊາວ​ຕ່າງປະ​ເທດ​ທີ່ອາໄສ​ແລະ​ເຮັດ​ວຽກ​ຢູ່ຫວຽດນາມ ​ໄດ້​​ແບ່ງປັນ ​ແລະ ໃຫ້ການຊ່ວຍເຫຼືອທາງ​ຈິດໃຈແລະ​ວັດຖຸ, ຮ່ວມ​ກັບ​ພັກ​ແລະລັດໃນການເອົາຊະນະຜົນທີ່ຕາມມາ ຈາກພາຍຸແລະອຸທົກກະໄພ ຢ່າງວ່ອງໄວ, ຟື້ນຟູການຜະລິດ ແລະຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ຜ່ານ​ບັນ​ຊີການ​ຮັບ​ຂອງ​ຄະ​ນະ​ກຳ​ມະ​ການລະດົມການຊ່ວຍເຫຼືອບັນເທົາທຸກ​ສູນ​ກາງ, ໄດ້ມີການຮັບເງິນບໍລິຈາກຫຼາຍກວ່າ 2.000 ຕື້​ດົ່ງ. ເປັນ​ຄັ້ງ​ທຳ​ອິດທີ່ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ໄດ້​ຊີ້​ນຳ​ການເປີດເຜີຍ​ແລະດຳເນີນການຢ່າງໂປ່ງໃສ ກ່ຽວກັບ​ແຫຼ່ງສະໜັບສະໜູນ​ແລະການຈັດສັນຢ່າງທັນ​ທ່ວງທີໃຫ້ແກ່​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ຜົນ​ກະທົບ ແລະ ມີການສູນ​ເສຍຊີວິດ​ແລະຊັບ​ສິນຈຳນວນຫຼາຍຢ່າງທັນທ່ວງທີ ເຊິ່ງ​ໄດ້​ຮັບຄວາມ​ເຫັນ​ອົກ​ເຫັນ​ໃຈ, ການສະໜັບສະໜູນ ​ແລະ ການຍ້ອງຍໍ​ຈາກ​ທຸກ​ຊັ້ນ​ຄົນ​ທັງ​ໃນປະເທດ​ແລະຕ່າງປະ​ເທດ, ​ ​ເພີ່ມ​ທະວີ​ນ້ຳໃຈມິດສະຫາຍ ຄວາມ​ຮັກ​ແພງລະຫວ່າງພີ່ນ້ອງຮ່ວມຊາດ, ຄວາມ​ອົບ​ອຸ່ນ​ແລະ​ນ້ຳ​ໃຈ​ອ້າຍ​ນ້ອງ.

ວິທີ​ແກ້​ໄຂ​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ແຮງແຫ່ງມະຫາ​ສາມັກຄີ​ປວງຊົນທັງ​ຊາດ ​ໃນ​ໄລຍະ​ຈະ​ມາ​ເຖິງ

ເພື່ອສືບສານ​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງແຫ່ງມະຫາສາມັກຄີປວງຊົນທັງ​ຊາດ, ໃນວັນ​ທີ 16, 17, 18 ຕຸລາ 2024 ດ້ວຍ​ຈິດ​ໃຈ “ສາມັກຄີ-ປະຊາທິປະ​ໄຕ-ປ່ຽນແປງໃໝ່-ປະດິດສ້າງ-ພັດທະນາ”, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ​ຄັ້ງ​ທີ 10 ວາລະປີ 2024-2029 ໄດ້​ສຳ​ເລັດ​ເນື້ອ​ໃນ​ທີ່​ກຳນົດ​ໄວ້ ​ແລະ ບັນລຸ​ໄດ້​ຜົນສຳ​ເລັດ​ຢ່າງ​ຈົບງາມ. ກອງ​ປະ​ຊຸມ​ໃຫຍ່​ແມ່ນ​ສັນ​ຍາ​ລັກ​ທີ່​ສົດ​ໃສ ແລະ ສວຍ​ງາມ​ທີ່​ສຸດ, ສະ​ແດງ​ໃຫ້​ເຫັນເຖິງ​ກຳ​ລັງ​ແຮງຂອງກຸ່ມກ້ອນມະຫາ​ສາ​ມັກ​ຄີປວງຊົນທັງ​ຊາດ, ມູນເຊື້ອ​ອັນ​ລ້ຳ​ຄ່າ​ທີ່​ສຸດ​ຂອງ​ຊາດຂອງເຮົາ ເຊິ່ງໄດ້​ຮັບ​ການ​ກໍ່​ສ້າງ ແລະ ບຳ​ລຸງຄູນ​ສ້າງ​ໂດຍ​ບັນ​ພະ​ບຸ​ລຸດ​ຫລາຍ​ລຸ້ນ ດ້ວຍ​ເຫື່ອ​ແຮງ, ເລືອດ​ເນື້ອ ແລະ ການ​ເສຍ​ສະ​ລະ, ດ້ວຍ​ເຈດຈຳນົງ, ຄວາມ​ເຊື່ອ​ຖື ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ຊາວ​ຫວຽດ​ນາມທີ່​ຮັກ​ສາ​ສັນ​ຕິ​ພາບ;    ເລືອດແລະ​ກະດູກ​ຂອງ​ລູກ​ຫຼານຊາວ​ຫວຽດນາມ ​ໄດ້ປະສານເຂົ້າກັບ​ມາດຕຸພູມ​ເພື່ອ​ສ້າງ​ປ້ອມປາການແຫ່ງປະເທດ​ຊາດ​ຫວຽດນາມ. ດັງ​ນັ້ນ, ບໍ່​ມີ​ກຳລັງ​ສັດຕູ​ໃດ​ສາມາດ​ແບ່ງ​ແຍກ​ກຸ່ມກ້ອນມະຫາສາມັກຄີປວງຊົນທັງ​ຊາດນັ້ນໄດ້. ກອງ​ປະ​ຊຸມໃຫຍ່ຍັງ​ໄດ້​ຍອມຮັບ ແລະ ຕັດສິນ​ໃຈ​ປະ​ຕິ​ບັດ​ຄຳ​ສະ​ເໜີແນະ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລິມ ເພື່ອ​ເສີມ​ຂະ​ຫຍາຍຈິດ​ໃຈແຫ່ງມະຫາ​ສາ​ມັກ​ຄີປວງຊົນທັງຊາດຕໍ່ໄປ.  

ທີໜຶ່ງ, ຕ້ອງ​ເປັນເອກະພາບໃນ​ຄວາມ​ຮັບ​ຮູ້​ກ່ຽວກັບທີ່​ຕັ້ງ ​ແລະ ຄວາມ​ສຳຄັນ​ພິ​ເສດ​ ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແລະ ຄວາມຕ້ອງການ​ອັນ​ຮີບ​ດ່ວນ​ໃນ​ການປັບປຸງ ​ແລະ ​ເສີມ​ຂະຫຍາຍ​ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດພາຍໃຕ້ການ​ນຳພາ​ຂອງ​ພັກ, ນີ້​ແມ່ນ​ໜຶ່ງ​ໃນ​​ວິທີແກ້ໄຂ​ສຳຄັນ​ໃນການ​ນຳ​ປະ​ເທດ​​ເຂົ້າ​ສູ່ຍຸກສະໄໝ​ໃໝ່.

ໃນ​ໄລຍະ​ປະຈຸ​ບັນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈຳເປັນຕ້ອງ​ເຮັດເປັນຢ່າງດີ ບົດບາດ​​ຫຼັກ​ ເປັນ​ເຈົ້າ​ການໃນການປະສານງານ​ກັບ​ອົງການ​ສະມາຊິກ​ ເພື່ອສາມັກຄີ​ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ ​ແລະ ບຸກຄົນ​ທີ່​ໂດດ​ເດັ່ນ, ​ເສີມ​ຂະຫຍາຍ​ບົດບາດ​ນຳໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ, ປຸກລະດົມ​ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ​ຂອງ​ຊົນຊັ້ນ​ກະສິກອນ, ຖັນແຖວປັນຍາ​ຊົນ ​ແລະ ຜູ້ອອກແຮງງານ, ຮັບປະກັນ​ຄວາມເປັນເອກະພາບ​ສູງທາງດ້ານຄວາມຮັບຮູ້, ແນວຄິດ ​ແລະ ການ​ກະທຳ, ຕັ້ງໝັ້ນໃນເປົ້າໝາຍແລະອຸດົມຄະຕິສັງຄົມນິຍົມ; ເປັນເຈົ້າການໃນການ​ເຂົ້າ​ຮ່ວມ​ວຽກ​ງານ​ການ​ຕ່າງປະ​ເທດປະຊາຊົນ​; ​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ຂອງ​ຊາດ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ-ສັງຄົມ, ສ້າງສາ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຈະ​ເລີ​ນຮຸ່ງ​ເຮືອງ ແລະ ມີ​ຄວາມ​ຜາ​ສຸກ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​ ຕ້ອງ​ເຮັດ​ວຽກ​ງານ​ໂຄສະນາ​ສຶກສາ ​ແລະ ຂົນຂວາຍ​ໃຫ້​ດີ​ກ່ວາ​ອີກ ​ເພື່ອ​ໃຫ້​ປະຊາຊົນ​ມີ​ຄວາມ​ເຂົ້າ​ໃຈ, ​ເຫັນດີເຫັນພ້ອມ ​ແລະ ​ສຸດອົກ​ສຸດ​ໃຈ​ປະຕິບັດ​ແນວທາງ, ແຜນນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍແລະກົດໝາຍ​ຂອງ​ລັດ; ຮັບ​ຮູ້​ໄດ້ຊັດເຈນ​ເຖິງແຜນການ​ແລະກົນອຸບາຍ​ຂອງບັນດາອິດທະ​ກຳລັງ​ສັດຕູ​ແລະປະຕິການ ທີ່​ບິດ​ເບືອນ, ກໍ່​ໃຫ້​ເກີດ​ການ​ແຕກ​ແຍກ ​ແລະ ທຳລາຍ​ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດຂອງພວກເຮົາ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມຕ້ອງ​ເປັນແກນ​ກາງ​ໃນ​ການ​ປົກ​ປ້ອງ​ຮາກ​ຖານ​ແນວ​ຄິດ​ຂອງ​ພັກ ແລະ ຕໍ່ສູ້ຕ້ານ​​ບັນ​ດາ​ທັດ​ສະ​ນະ​ທີ່​ຜິດ​ພາດ ແລະປໍລະປັກ.  

ທີ​ສອງ, ​ເບິ່ງ​ແຍງດູແລ ​ແລະ ​ປົກປ້ອງ​ຜົນ​ປະ​ໂຫຍ​ດທີ່ຊອບທຳ ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະຊາຊົນ; ເປົ້າ​ໝາຍ​ສູງ​ສຸດ​ແມ່ນ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ ແລະ ເຮັດ​ໃຫ້​ຊີ​ວິດ​ຂອງ​ປະຊາຊົນ​ດີ​ຂຶ້ນ. ພັກ​ກອມ​ມູນິດ​ຫວຽດນາມບໍ່​ມີ​ຜົນ​ປະ​ໂຫຍ​ດອື່ນ​ໃດນອກ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ; ປະຊາຊົນ​ເປັນ​ໃຈກາງ ​ແລະ ​ເປັນອັດຕະພາບໃນທຸກ​ແຜນນະໂຍບາຍແລະແນວທາງ​ຂອງ​ພັກ; ຄວາມ​​ພະຍາຍາມ​ທັງໝົດຂອງ​ພັກ, ລັດ ​ແລະ ລະບົບ​ການ​ເມືອງ​ທັງ​ໝົດ​ຈະມີ​ຄວາມ​ໝາຍ​ກໍຕໍ່ເມື່ອ​ປະຊາຊົນ​ມີ​ຊີວິດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ ແລະ ມີ​ຄວາມ​ສຸກເທົ່ານັ້ນ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​ຕ້ອງເປັນເຈົ້າການ ​ແລະຕັ້ງໜ້າ​ຊອກ​ຫາ​ວິທີ​ແກ້​ໄຂ​ ເພື່ອ​ເບິ່ງ​ແຍງດູແລ ​ແລະ ປັບປຸງ​ຍົກສູງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ໂດຍສະເພາະພີ່ນ້ອງຊົນ​ເຜົ່າສ່ວນນ້ອຍ, ປະຊາຊົນ​ຢູ່ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ, ​ເຂດທີ່ໝັ້ນ​ຕໍ່ຕ້ານ​ເກົ່າ, ​ເຂດ​ຍຸດ​ທະ​ສາດ ​ແລະ ​ເຂດ​ທີ່​ມີ​ຜູ້ຄົນນັບຖື​ສາສະໜາ​ຈຳນວນ​ຫຼວງ​ຫຼາຍ. ຄົ້ນເຜີຍ, ສະເໜີ​ແນະຕໍ່​ຄະນະ​ພັກແລະອຳນາດ​ການ​ປົກຄອງ, ແລະ ລະດົມ​ຜູ້​ໃຈ​ບຸນ ​​ເພື່ອຊ່ວຍເຫຼືອຜູ້ຄົນທີ່ຢູ່ໃນສະຖານະການທີ່ຍາກລຳບາກ ແລະຜູ້​ດ້ອຍ​ໂອກາດໂດຍທັນທີ ​ໂດຍບໍ່​ປະຜູ້ໃດ​ໄວ້ຂ້າງຫຼັງ. ເປັນເຈົ້າການໃນການປະສານງານກັບ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ເພື່ອ​ແກ້​ໄຂ​ບັນຫາສັງຄົມທີ່ຮີບດ່ວນ​ຢູ່​ຮາກ​ຖານ​ຢ່າງ​ມີ​ປະສິດທິ​ຜົນ. ຕັ້ງໜ້າ​ເຕົ້າ​ໂຮມ ​ແລະ ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ​, ກາຍ​ເປັນບ່ອນອີງທີ່ເຊື່ອຖືໄດ້ ແລະກະບອກສຽງ​ຂອງ​ປະຊາຊົນຢ່າງແທ້ຈິງ ​ເພື່ອ​ສະທ້ອນ​ໃຫ້​ຄະນະ​ພັກ ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ. ມີບົດບາດທີ່ດີໃນການເປັນປະທານໃນການປຶກສາຫາລື ແລະ ການປະສານງານ ລະຫວ່າງອົງການສະມາຊິກ ໃນການດຳເນີນການຕິດຕາມກວດກາ ແລະ ການວິພາກວິຈານສັງຄົມ, ໂດຍສະເພາະບັນຫາ “ແຜນການພັດທະນາປະເທດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ”. ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ສົ່ງເສີມໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ໃນ​ການ​ຕໍ່ສູ້ເພື່ອ​ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ​ໃນ​ຕໍ່ໜ້າ, ຕັ້ງໜ້າ​ເຂົ້າ​ຮ່ວມ​ວຽກ​ງານ​ຈັດ​ຕັ້ງ ແລະ ຂົນຂວາຍ​ປະຊາຊົນເພື່ອດຳເນີນການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XVI ​ແລະ ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ທຸກ​ຂັ້ນສຳລັບວາລະປີ 2026-2031 ​ໃຫ້ປະສົບຄວາມ​ສຳ​ເລັດ.

ທີ​ສາມ, ສືບ​ຕໍ່ປ່ຽນແປງໃໝ່​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມຢ່າງແຂງແຮງ ​ໃນ​ທິດ​ທາງແທດ​ຈິງ, ​ໃກ້​ຊິດ​ກັບ​ປະຊາຊົນ, ຄຽງຂ້າງ​ປະຊາຊົນ “ເມື່ອ​ປະຊາຊົນ​ຕ້ອງການ​ ແນວ​ໂຮມຈະຕອບສະໜອງ, ເມື່ອ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ແນວ​ໂຮມ​ພ້ອມ​ທີ່​ຈະ​ເຂົ້າ​ຮ່ວມການແກ້ໄຂ”. ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງແນວໂຮມປະເທດຊາດຫວຽດນາມ ໃນການຜັນຂະຫຍາຍຂະບວນການແຂ່ງຂັນກັນຮັກຊາດທີ່ມີຄຸນນະພາບສູງ ແລະ ແທດຈິງ ດ້ວຍຄວາມເພິງພໍໃຈຂອງປະຊາຊົນ; ແຂ່ງຂັນ​ກັນ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ໃນ​ໄລຍະ​ໃໝ່​ ໃຫ້​ປະສົບ​ຜົນສຳ​ເລັດ. ແບບວິທີການປຸກລະດົມຂົນຂວາຍ ແລະ ເຕົ້າໂຮມປະຊາຊົນ ຂອງແນວໂຮມປະເທດຊາດຕ້ອງມີຄວາມອຸດົມສົມບູນ, ຫຼາກຫຼາຍຮູບແບບ, ເນື້ອໃນມີຊີວິດຊີວາ, ເປັນແບບເວທີມວນຊົນ ທີ່ປະຊາຊົນທຸກຊັ້ນຄົນ, ທຸກຊົນເຜົ່າ, ທຸກສາສະໜາ, ຊາວຫວຽດນາມຢູ່ຕ່າງປະເທດ... ພົບປະ, ແລກປ່ຽນຂໍ້ມູນ, ສະແດງຄວາມຄິດເຫັນ, ຄວາມນຶກຄິດ, ຄວາມປາດຖະໜາ ແລະ ມີການສົນທະນາທີ່ເປັນປະຊາທິປະໄຕ ແລະ ເປີດກວ້າງ. ​ເຕົ້າ​ໂຮມ ​ແລະ ​ເສີມ​ຂະຫຍາຍ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ບັນດາ​ນັກວິທະຍາສາດ, ຜູ້ຊ່ຽວຊານ ແລະ ບຸກຄົນທີ່​ດີ​ເດັ່ນ​ຈາກ​ທຸກ​ຊັ້ນ​ວັນນະ, ​ຊົນ​ເຜົ່າ, ສາສະໜາ ແລະຊຸມຊົນ​ຊາວຫວຽດນາມຢູ່​ຕ່າງປະ​ເທດ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ກໍ່ສ້າງຖັນແຖວພະນັກງານ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ທີ່​ອຸທິດ​ຕົນ, ຂະຫຍັນຂັນເຄື່ອນ, ມີ​ຄວາມ​ຮັບຜິດຊອບ, ສຸດ​ຈິດ​ສຸດ​ໃຈ​ຮັບ​ໃຊ້​ປະຊາຊົນ, ​ເພື່ອ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທີ່ຮັ່ງມີ, ມີ​ຄວາມ​ຜາ​ສຸກ, ​ໃກ້ຊິດ​ສະໜິດສະໜົມ​ກັບ​ປະຊາຊົນ​ຢ່າງ​ແທ້​ຈິງ, ​ຮັບ​ຟັງ​ຄຳ​ເຫັນ​ຈາກ​ປະຊາຊົນ, ຮັກ​ແພງ​ປະຊາຊົນ, ​ເປັນ​ແບບຢ່າງ​ທີ່​ໃສແຈ້ງ​ໃຫ້​ປະຊາຊົນ​ມີ​ຄວາມ​ຮັກ​ແພງ, ​ເຫຼື້ອມ​ໃສ, ​ເຄົາລົບ, ​ເຊື່ອ​ໝັ້ນ ແລະ ​ແບ່ງປັນ.  

ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທຸກ​ຊົນຊັ້ນ​ ຊັ້ນ​ຄົນໃນສັງຄົມ, ປະຊາຊົນ​ທຸກ​ຊົນ​ເຜົ່າ, ສາສະໜາ, ປັນຍາ​ຊົນ, ຜູ້ຊົງຄຸນວຸດທິ, ນັກ​ສິລະ​ປິນ, ນັກທຸລະກິດ, ວິ​ສາ​ຫະກິດ ​ແລະ ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ຈະ​ເຊິດຊູ​ນ້ຳ​ໃຈ​ຮັກ​ຊາດ ແລະຄວາມ​ເອກອ້າງ​ທະນົງ​ໃຈ​ຂອງ​ຊາດຍິ່ງກວ່າອີກ, ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ແທ້​ຈິງ ​ໃນ​ການ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ລັດ, ປະກອບສ່ວນ​ສະຕິ​ປັນຍາ​ແລະເຫື່ອແຮງ ​ເພື່ອປັບປຸງ​ເພີ່ມທະວີມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ, ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ຮ່ວມແຮງ ຮ່ວມໃຈກັນແບບ “​ເມື່ອ​ປຶກສາ​ຫາລື​ແລ້ວ​ກໍເຫັນ​ດີ​ເຫັນ​ພ້ອມກັນ, ​ເມື່ອໄດ້ເດີນທາງແລ້ວກໍຈະໄປເຖິງຈຸດໝາຍປາຍທາງ, ເມື່ອໄດ້ຕັດສິນຕົກລົງແລ້ວທັງປະເທດກໍເປັນໜຶ່ງດຽວກັນ” ​ເພື່ອ​ສ້າງ​ປະ​ເທດ​ຫວຽດນາມທີ່​ມີ​ສັນຕິພາບ, ເອກະລາດ, ປະຊາທິປະ​ໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳ, ມີຄວາມສຸກ; ເສີມ​ຂະຫຍາຍ​ມູນ​ເຊື້ອ​ ​ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງ​ຊາດ; ເຊີດຊູເຈດຈຳນົງ​ເປັນ​ເຈົ້າ​ຕົນ​ເອງ, ອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ​ປະດິດ​ສ້າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ; ຮ່ວມ​ກັນ​ເບິ່ງແຍງດູແລຊະຕາກຳຂອງ​ປະ​ເທດ, ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່ ​ຍຸກ​ແຫ່ງ​ການບືນຕົວຂຶ້ນ​ຂອງ​ປະ​ເທດ​ຊາດ, ສູ້​ຊົນ​ປະຕິບັດ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ-ສັງຄົມ 10 ປີ (2021-2030)​ ຢ່າງ​ສຳ​ເລັດມີໄຊ, ບັນລຸເປົ້າໝາຍຍຸດທະສາດ 100 ປີ ພາຍໃຕ້ການນຳພາຂອງພັກ, 100 ປີແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ./.

----------------------------

(1), (2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 9, ໜ້າ 244.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 10, ໜ້າ 453.
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 119.