ປັບປຸງຮູບ​ແບບ​ການຈັດ​ຕັ້ງ​ລວມຂອງ​ລະບົບ​ການ​ເມືອງ​ຢູ່​ຫວຽດນາມ
ໃຫ້ສົມບູບແບບ​ໃນ​ສະພາບ​ການ​ປະຈຸ​ບັນ

ໂດຍ ຫງວຽນ ວັນ ຕວນ
ສະຖາບັນວິທະຍາສາດການຈັດຕັ້ງແລະພະນັກງານ, ຄະນະຈັດຕັ້ງສູນກາງ
03:13, 19-07-2024

ວກ. - ການສ້າງ​ຮູບ​ແບບ​ການຈັດ​ຕັ້ງ​ລວມຂອງ​ລະບົບ​ການ​ເມືອງ​ຫວຽດນາມ ​ແມ່ນ​ຂະ​ບວນການ​ທີ່​ສັບສົນ ແລະ ຍາວ​ນານ, ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ເຂົ້າ​ກັນ​ໄດ້​ກັບ​ສະພາບທາງປະຫວັດສາດ ວັດທະນະທຳ ​ແລະ ການ​ເມືອງ​ຂອງ​ປະ​ເທດ. ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ຫວຽດນາມ​ທີ່ນັບ​ມື້​ນັບ​ເລິກ​ເຊິ່ງ, ​ຮູບ​ແບບ​ລວມຂອງ​ລະບົບ​ການ​ເມືອງ​ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງໃຫ້ສົມບູນແບບ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບການ ​ແລະ ການ​ປະຕິບັດ​ໃນປະເທດ ​ແລະ ສາກົນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບການນຳພັກ, ລັດ ແລະ ບັນດາຜູ້ແທນສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມຄັ້ງທີ 5, ສະພາແຫ່ງຊາດຊຸດທີ XV _ພາບ: TTXVN

ຮູບແບບການຈັດຕັ້ງລວມຂອງລະບົບການເມືອງຢູ່ຫວຽດນາມໃນປະຈຸບັນ

ການຈັດຕັ້ງກົງຈັກຂອງລະບົບການເມືອງມີບົດບາດແລະຕຳແໜ່ງສຳຄັນທີ່ສຸດ ແລະເປັນພື້ນຖານຫຼັກປະກັນຄວາມສຳເລັດອັນຍິ່ງໃຫຍ່ຂອງປະເທດ.

ຮູບແບບການຈັດຕັ້ງລວມຂອງລະບົບການເມືອງຫວຽດນາມປະກອບດ້ວຍອົງປະກອບຕ່າງໆ ເຊັ່ນ ພັກ ລັດ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ.

* ຮູບແບບການຈັດຕັ້ງລວມຂອງພັກ.

ມາດຕາ 10, ກົດລະບຽບຂອງພັກກອມມູນິດຫວຽດນາມ ກຳນົດ: “1. ລະບົບການຈັດຕັ້ງອົງການຂອງພັກຖືກສ້າງຂຶ້ນໃຫ້ສອດຄ່ອງກັບລະບົບການຈັດຕັ້ງການບໍລິຫານຂອງລັດ. 2. ອົງການພັກຮາກຖານ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນໃນໜ່ວຍງານ​ບໍ​ລິ​ຫານ, ໜ່ວຍພາລະການສາທາລະນະ, ໜ່ວຍເສດ​ຖະ​ກິດຫຼື​ການ​ງານ ເຊິ່ງ​ຢູ່​ພາຍ​ໃຕ້​ການນໍາ​ພາຂອງ​ຄະ​ນະ​ພັກ​ເມືອງ, ຕົວເມືອງ ແລະ ນະຄອນຂຶ້ນກັບແຂວງ. ​ອົງການ​ພັກ​ໃນ​ກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ຕຳຫຼວດ​ປະຊາຊົນ​ຫວຽດນາມ ຕາມ​ຂໍ້​ກຳນົດ​ຂອງ​ໝວດ​ທີ VI. ການຈັດ​ຕັ້ງອົງການ​​ພັກໃນ​ສະຖານ​ທີ່​ທີ່ມີ​ລັກສະນະ​ສະ​ເພາະ ໃຫ້ຈັດຕັ້ງ​ຕາມ​ລະບຽບ​ການ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ”(1). ລະບົບການຈັດຕັ້ງອົງການຂອງພັກທີ່ຕັ້ງຂຶ້ນໃນລະດັບບໍລິຫານອານາເຂດແມ່ນລະບົບພື້ນຖານ ເຊິ່ງຮັບປະກັນການນຳພາໂດຍກົງ ແລະ ຮອບດ້ານຂອງພັກໃນແຕ່ລະລະດັບ ແລະ ຂອງທົ່ວພັກ. ຕາມ​ຂໍ້​ກຳນົດ​ຂອງ​ກົດລະບຽບຂອງ​ພັກ, ການຈັດ​ຕັ້ງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໃນ​ປະຈຸ​ບັນ​ລວມມີ: ລະບົບ​ການຈັດ​ຕັ້ງອົງຄະນະ​ພັກ, ໜ່ວຍ​ພັກ (ຈາກ​ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ, ຂັ້ນ​ເມືອງ, ຂັ້ນ​ຮາກ​ຖານ, ໜ່ວຍ​ພັກ​ພາຍ​ໃຕ້​ຄະ​ນະ​ພັກ​ຮາກ​ຖານ, ຄະນະ​ພັກພາກສ່ວນ, ໜ່ວຍ​ພັກ​ຮາກ​ຖານ); ​ອົງການ​ການ​ນຳ​ຂອງ​ພັກ​ທຸກ​ຂັ້ນ (ກອງ​ປະຊຸມໃຫຍ່, ຄະນະ​ບໍລິຫານງານພັກ); ໜ່ວຍງານທີ່ປຶກສາແລະຊ່ວຍເຫຼືອຂອງຄະນະບໍລິຫານງານພັກ (ບັນດາຄະນະ​ຂອງພັກ - ໜ່ວຍງານທີ່​ປຶກສາແລະຊ່ວຍ​ເຫຼືອ​ຂອງ​ຄະນະ​ພັກ, ໜ່ວຍ​ບໍລິການ​ສາທາລະນະ​ຂອງ​ພັກ); ອົງການພັກທີ່ສ້າງຕັ້ງຂຶ້ນໃນສຳນັກງານອົງການລັດ ແລະ ອົງການທາງການເມືອງ-ສັງຄົມ (ຄະນະກຳກັບວຽກງານພັກ, ຄະນະກຳມະການພັກ).

* ຮູບແບບການຈັດຕັ້ງລວມຂອງລັດ.

ກົງຈັກຂອງ​ລັດ​ແມ່ນ​ອົງການ​ຂອງ​ລັດ​ທັງ​ໝົດ​ ຕັ້ງແຕ່​ສູນ​ກາງ​ຈົນເຖິງ​ທ້ອງ​ຖິ່ນ, ເຊິ່ງດ​ຕັ້ງ ​ແລະ ດຳ​ເນີນ​ງານ​ຕາມ​ຫຼັກການ​ເປັນ​ເອກະ​ພາບ, ສ້າງ​ເປັນ​ກົນ​ໄກທີ່ຄົບຊຸດ ​ເພື່ອ​ປະຕິບັດພາລະບົດບາດແລະ​ໜ້າ​ທີ່​ຂອງ​ລັດ. ຕາມ​ລັດຖະທຳ​ມະນູນ​, ລັດ​ຫວຽດນາມ​ລວມມີ:  ສະພາແຫ່ງຊາດ (ແມ່ນ​ອົງການ​ຕາງໜ້າ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການອຳນາດ​ລັດ​ສູງ​ສຸດ​ຂອງ​ສາທາລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ; ໃຊ້ອຳນາດນິຕິ​ບັນຍັດ ສ້າງລັດຖະທຳມະນູນ, ຕັດສິນຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ ​ແລະ ດຳເນີນການຕິດຕາມກວດກາສູງ​ສຸດຕໍ່ການ​ເຄື່ອນ​ໄຫວ​ຂອງ​ລັດ); ປະທານປະເທດ (ແມ່ນ​ປະ​ມຸກ​ລັດ, ຕາງໜ້າ​ສາທາລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ ​ໃນ​ການ​ພົວພັນ​ພາຍ​ໃນ ​ແລະຕ່າງປະ​ເທດ, ດຳລົງ​ຕຳ​ແໜ່​ງປະທານ​ສະພາ​ປ້ອງ​ກັນ​ປະ​ເທດ ​ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ແລະ ປະຕິບັດ​ໜ້າ​ທີ່ ​ແລະ ສິດ​ອຳນາດ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ); ລັດຖະບານ (ແມ່ນອົງການບໍລິຫານລັດສູງ​ສຸດ​ຂອງ​ສາທາລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ, ​ໃຊ້​ອຳນາດ​ບໍລິຫານ, ​ແມ່ນ​ອົງການປະຕິບັດງານ​ຂອງ​ສະພາ​ແຫ່ງ​ຊາດ), ສານປະຊາຊົນ, ອົງການໄອຍະການປະຊາຊົນ; ອົງການອຳນາດການປົກຄອງທ້ອງຖິ່ນ (ຈັດ​ຕັ້ງ​ຢູ່​ບັນດາ​ຫົວໜ່ວຍ​ບໍລິຫານ​ຂອງ​ສາທາລະນະ​ລັດສັງຄົມ​ນິຍົມຫວຽດນາມ; ລະດັບການປົກຄອງ​ທ້ອງ​ຖິ່ນ​ລວມມີ: ສະພາ​ປະຊາຊົນ ​ແລະ ຄະນະກຳມະການປະຊາຊົນ ເຊິ່ງໄດ້ຈັດຕັ້ງຢ່າງເໝາະສົມ​ຕາມ​ລັກສະນະຂອງພື້ນທີ່​ຊົນນະບົດ, ຕົວເມືອງ, ໝູ່​ເກາະ, ຫົວໜ່ວຍ​ບໍລິຫານ-​ເສດຖະກິດ​ພິ​ເສດ ​ທີ່​ກຳນົດ​ໂດຍກົດໝາຍ).

* ຮູບແບບການຈັດຕັ້ງລວມຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ.

ຕາມລັດຖະທຳມະນູນປີ 2013, ແນວໂຮມປະເທດຊາດຫວຽດນາມແມ່ນພັນທະ​ມິດ​ທາງ​ການ​ເມືອງ, ​ສະຫະພາບ​ສະ​ໝັກ​ໃຈ​ຂອງ​ບັນ​ດາ​ອົງ​ການ​ທາງການ​ເມືອງ, ອົງ​ການທາງສັງ​​ຄົມ ແລະ ບຸກ​ຄົນ​ທີ່​ມີຊື່ສຽງ​ໃນ​ບັນ​ດາ​ຊົນ​ຊັ້ນ​ສັງ​ຄົມ, ຊົນ​ເຜົ່າ, ສາ​ສະ​ໜາ, ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ. ແນວໂຮມປະເທດຊາດຫວຽດນາມແມ່ນພື້ນຖານທາງການເມືອງຂອງອຳນາດການປົກຄອງປະຊາຊົນ; ເປັນຜູ້ຕາງໜ້າແລະປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງປະຊາຊົນ; ເຕົ້າ​ໂຮມ​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ມະຫາສາມັກຄີປວງຊົນທັງ​ຊາດ, ປະຕິບັດ​ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ; ດຳເນີນການຕິດຕາມກວດກາແລະ​ວິ​ຈານສັງຄົມ​; ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ ລັດ ​ແລະການເຄື່ອນໄຫວພົວພັນ​ຕ່າງປະ​ເທດ​ຂອງ​ປະຊາຊົນ, ປະກອບສ່ວນ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ສະຫະພັນກຳມະບານຫວຽດນາມ, ສະມາຄົມຊາວກະສິກອນຫວຽດນາມ, ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສະຫະພັນແມ່ຍິງວຫຽດນາມ ແລະ ສະມາຄົມນັກຮົບເກົ່າຫວຽດນາມ ແມ່ນບັນດາອົງການຈັດຕັ້ງການເມືອງ-ສັງຄົມ ທີ່ກໍ່ຕັ້ງຂຶ້ນບົນພື້ນຖານຂອງຄວາມສະໝັກໃຈ, ເປັນຕົວແທນແລະປົກປ້ອງສິດແລະຜົນປະໂຫຍດທີ່ຊອບທຳ ຖືກຕ້ອງຕາມກົດຫມາຍ ຂອງສະມາຊິກສະມາຄົມ ແລະສະມາຊິກຂອງອົງການຈັດຕັ້ງຂອງຕົນ; ພ້ອມກັນກັບ​ອົງການ​ສະມາຊິກ​ອື່ນຂອງແນວ​ໂຮມ​ ເພື່ອປະສານງານແລະຮ່ວມການດຳເນີນງານພາຍໃນ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

ແນວທາງ​ແກ້​ໄຂ​ເພື່ອເຮັດ​ໃຫ້​ຮູບ​ແບບ​ການ​ຈັດ​ຕັ້ງ​ລວມ​ຂອງ​ລະບົບ​ການ​ເມືອງຢູ່ຫວຽດນາມສົມບູນແບບ
​ໃນ​ໄລຍະ​ຈະ​ມາ​ເຖິງ

ທີໜຶ່ງ, ຄວາມເປັນເອກະພາບທາງດ້ານການຮັບຮູ້

​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ​ແມ່ນ​ ຕ້ອງ​ມີ​ທັດສະນະ​ທີ່​ເປັນ​ເອກະ​ພາບ ແລະ ຄວາມ​ຕັດສິນ​ໃຈ​ທາງ​​ການ​ເມືອງອັນຍິ່ງໃຫຍ່ໃນລະດັບສູງຂອງ​ພັກ, ໃນ​ນັ້ນ​ມີ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ ແລະ ຄະນະ​ເລຂາ​ທິການ, ໂດຍມີ​ທິດ​ທາງ​ທີ່​ຈະ​ແຈ້ງ ​ແລະ ມີ​ແຜນງານໃນການ​ຜັນ​ຂະຫຍາຍຮູບແບບ​ການຈັດຕັ້ງກົງຈັກໃໝ່ຂອງລະບົບການເມືອງ ຢ່າງເປັນວິທະຍາສາດແລະສົມເຫດສົມຜົນ. ຈຳເປັນຕ້ອງ​ອອກ​ມະຕິ​ສູນ​ກາງ​ພ້ອມ​ກັບ​ຄຳ​ແນະນຳ​ສະ​ເພາະ​ໃຫ້​ທຸກ​ຂັ້ນ, ກະຊວງ, ຄະນະ, ຂະແໜງການ ​ແລະ ທ້ອງ​ຖິ່ນ ກ່ຽວ​ກັບ​ບັນຫາ​ນີ້. ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ຄະນະ​ພັກ, ພະນັກງານ ແລະ ສະມາຊິກ​ພັກ​ ໃນ​ລະບົບ​ຂອງພັກ ​ແລະ ອຳນາດການປົກຄອງ, ​ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ປະຊາຊົນ​ ກ່ຽວ​ກັບ​ຮູບ​ແບບ​ການຈັດ​ຕັ້ງ​ກົງຈັກໃໝ່. ຜັນຂະຫຍາຍການສ້າງຮູບແບບການຈັດຕັ້ງກົງຈັກໃໝ່ໃນທາງປະຕິບັດ ບົນພື້ນຖານຂອງການຄົ້ນຄວ້າ, ການປຶກສາຫາລື ການສົນທະນາ ການແລກປ່ຽນຮຽນຮູ້ຈາກປະສົບການ ແລະການນຳໄປປະຕິບັດເທື່ອລະກ້າວ, ເຮັດເນື້ອໃນທີ່ງ່າຍແລະຊັດເຈນກ່ອນ, ເຮັດທົດ​ລອງ​ບັນ​ຫາທີ່​ສັບສົນ​ ​ຫຍຸ້ງ​ຍາກ​ແລ້ວ ​ສະ​ຫຼຸບ​ແລະ​ປະ​ເມີນ​ຜົນ​ຢ່າງ​ລະ​ອຽດ​ກ່ອນ​ທີ່​ຈະ​ນຳໄປປະ​ຕິ​ບັດໃນວົງກວ້າງ​. ເພີ່ມທະວີການນຳພາ ຊີ້ນຳການປັບປຸງຍົກສູງຄຸນນະພາບການເຄື່ອນໄຫວຂອງອົງການສື່ມວນຊົນ ໃນການໂຄສະນາເຜີຍແຜ່ກ່ຽວກັບການສ້າງຮູບແບບການຈັດຕັ້ງກົງຈັກໃໝ່.

ທີສອງປັບປຸງກົງຈັກຂອງໜ່ວຍງານແລະອົງການໃນລະບົບການເມືອງໃຫ້ສົມບູນແບບ.

ໃນປະຈຸບັນ, ຈຳເປັນຕ້ອງສຸມໃສ່ການຈັດວາງສັບຊ້ອນໜ່ວຍງານແລະອົງການຕ່າງໆໃຫ້ຮັດກຸມສົມບູນເຂັ້ມແຂງ ເພື່ອເພີ່ມທະວີບົດບາດນຳພາແລະກຳອຳນາດຂອງພັກ; ປັບປຸງປະສິດທິພາບແລະປະສິດທິຜົນຂອງການຄຸ້ມຄອງບໍລິຫານຂອງລັດ; ເສີມຂະຫຍາຍບົດບາດໃນການເຕົ້າໂຮມ ແລະສ້າງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ຕິດຕາມກວດກາແລະວິຈານສັງຄົມ, ເສີມຂະຫຍາຍບົດບາດເປັນເຈົ້າຂອງຂອງປະຊາຊົນ. ການຈັດວາງສັບຊ້ອນແລະປັບປຸງບູລະນະໜ່ວຍງານແລະອົງການຕາມທິດທາງດັ່ງນີ້: 1- ຮັບປະກັນຄວາມຄົບຊຸດລະຫວ່າງບັນດາກຸ່ມ ແລະລະຫວ່າງບັນດາໜ່ວຍງານແລະອົງການໃນກຸ່ມ; 2- ໃຫ້ສອດຄ່ອງກັບລະບອບລະບຽບຂອງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແລະການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ; 3- ສືບຕໍ່ປັບປຸງຫົວເງື່ອນແລະການບັນຈຸພະນັກງານ, ຫຼຸດຜ່ອນຕົວກາງ;  4- ເພີ່ມທະວີປະສິດທິພາບຂອງກົນໄກການແບ່ງຂັ້ນ, ການກະຈາຍອຳນາດ, ການແບ່ງງານ, ປະສານງານ ແລະ ການຄວບຄຸມລະຫວ່າງອົງການຂອງລັດ ໃນການດຳເນີນການຕາມອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ; 5- ສືບຕໍ່ການແບ່ງຂັ້ນ ແລະກະຈາຍອຳນາດ ໄປຄຽງຄູ່ກັບການກຳນົດຄວາມຮັບຜິດຊອບຂອງອົງການແລະບຸກຄົນ ໂດຍສະເພາະຫົວໜ້າໃນກົງຈັກຂອງລັດ.

ທີສາມ, ປັບປຸງສະຖາບັນ ກົນໄກ ກົດລະບຽບ ແລະ ນະໂຍບາຍທີ່ເໝາະສົມໃຫ້ສົມບູນແບບ.

ກວດກາທົບທວນຄືນລະບົບກົດລະບຽບທັງໝົດຂອງພັກ, ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາກົດໝາຍແລະເອກະສານຂອງລັດທີ່ກ່ຽວຂ້ອງ ເພື່ອແກ້ໄຂແລະເພີ່ມເຕີມໃຫ້ສອດຄ່ອງກັບຮູບແບບການຈັດຕັ້ງກົງຈັກໃໝ່, ແຕ່ຕ້ອງເປັນໄປບົນພື້ນຖານກົດລະບຽບຂອງພັກ, ລັດຖະທຳມະນູນ, ກົດລະບຽບຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ໃນປະຈຸບັນ.

ເພີ່ມທະວີແລະປັບປຸງຍົກສູງຄຸນນະພາບຂອງການຄົ້ນຄວ້າວິທະຍາສາດກ່ຽວກັບການຈັດຕັ້ງກົງຈັກຂອງລະບົບການເມືອງ ແລະ ກະກຽມເປັນຢ່າງດີໃຫ້ແກ່ການແກ້ໄຂກົດລະບຽບຂອງພັກ, ກົດລະບຽບຂອງແນວໂຮມປະເທດຊາດຫວຽດນາມ, ກົດລະບຽບຂອງ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ການແກ້ໄຂລັດຖະທຳມະນູນໃນເວລາທີ່ເໝາະສົມ. ດຳເນີນການຕິດຕາມ ​ແລະ ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ​ອົງການ​ຈັດ​ຕັ້ງ​ໃນ​ລະບົບ​ການ​ເມືອງ​ທຸກ​ຂັ້ນ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ຮູບ​ແບບ​ການຈັດ​ຕັ້ງກົງຈັກ​ໃໝ່, ​ເອົາ​ໃຈ​ໃສ່​ຕີ​ລາຄາ​ປະສິດທິພາບ​ການ​ເຄື່ອນ​ໄຫວ, ມີ​ແຜນນະ​ໂຍບາຍ​ແລະ​ວິທີ​ແກ້​ໄຂ​ທີ່​ຖືກຕ້ອງ ​ທັນ​ການ ເພື່ອເສີມຂະຫຍາຍຂໍ້ດີ, ຜ່ານ​ຜ່າ​ຂໍ້​ຈຳກັດ ​ແລະ ຄວາມ​ຂາດ​ເຂີນ, ເພື່ອ​ໃຫ້​ບັນດາ​ອົງການ​ດັ່ງກ່າວ​ສາມາດ​ດຳ​ເນີນ​ງານໄດ້​ຢ່າງ​ມີ​ປະສິດທິພາບ ​ແລະ ມີ​ປະສິດທິ​ຜົນຫຼາຍຂຶ້ນ.

ຕ້ອງໃຫ້ຄວາມສຳຄັນເປັນພິເສດ ແລະດຳເນີນການຢ່າງດີ ໃນການກໍ່ສ້າງຖັນແຖວພະນັກງານ ລັດຖະກອນ ແລະ ພາລະກອນທີ່ດີ (ມີຄຸນສົມບັດ ມີຄວາມສາມາດ ມີຄຸນວຸດທິ) ເພື່ອປັບຕົວໃຫ້ເຂົ້າກັບຮູບແບບການຈັດຕັ້ງກົງຈັກໃໝ່. ປ່ຽນແປງໃໝ່ນະໂຍບາຍພະນັກງານໃຫ້ເໝາະສົມກັບຄວາມຕ້ອງການຂອງການປ່ຽນແປງໃໝ່ ແລະ ປັບປຸງໃຫ້ຮູບແບບການຈັດຕັ້ງກົງຈັກໃໝ່ສົມບູນແບບ. ຊຸກຍູ້ການສ້າງ ປະກາດໃຊ້ ແລະ ຈັດຕັ້ງປະຕິບັດແຜນນະໂຍບາຍແລະນະໂຍບາຍຂອງພັກ ກ່ຽວກັບການກໍ່ສ້າງ ການຝຶກອົບຮົມ ການນຳໃຊ້ ແລະການຄຸ້ມຄອງພະນັກງານຕາມຕຳແໜ່ງພະນັກງານ, ຮັບປະກັນຜົນປະໂຫຍດທາງວັດຖຸຂອງພະນັກງານ ແລະປຸກລະດົມຈິດໃຈຕາມຕຳແໜ່ງພະນັກງານ ແລະຕຳແໜ່ງງານ; ດຳເນີນການກວດສອບແລະປະມວນຜົນເອກະສານປະຈຸບັນ, ພັດທະນາແລະປະກາດເອກະສານໃໝ່ຂອງພັກກ່ຽວກັບນະໂຍບາຍພະນັກງານຕຳແໜ່ງພະນັກງານ ແລະຕຳແໜ່ງງານ. ນຳພາແລະຊີ້ນຳຢ່າງແໜ້ນແຟ້ນຕໍ່ການທົດລອງປະຕິບັດເອກະສານຕ່າງໆຂອງພັກກ່ຽວກັບນະໂຍບາຍພະນັກງານ, ໂດນສະເພາະເອກະສານທີ່ອອກໃໝ່, ຖອດຖອນບົດຮຽນປະສົບການໃນການຕັດສິນໃຈສະເພາະຂອງເອກະສານແຕ່ລະປະເພດ; ຜັນຂະຫຍາຍຢ່າງແຂງແຮງການຈ່າຍເງິນເດືອນ ເງິນລາງວັນໃຫ້ແກ່ພະນັກງານ ລັດຖະກອນ ຕາມຕໍາແໜ່ງພະນັກງານ ແລະຕໍາແໜ່ງງານ. ເສີມຂະຫຍາຍບົດບາດຂອງປະຊາຊົນຢ່າງແຂງແຮງແລະມີປະສິດທິຜົນ ໃນການເຂົ້າຮ່ວມການປ່ຽນແປງໃໝ່ນະໂຍບາຍພະນັກງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງການປ່ຽນແປງແລະປັບປຸງລະບົບການເມືອງໃຫ້ສົມບູນຕາມຮູບແບບການຈັດຕັ້ງໃໝ່.

ເພີ່ມທະວີການກວດກາ ກວດສອບ ແລະຕິດຕາມກວດກາການປະຕິບັດ ແລະ ຈັດການກັບບັນຫາທີ່ເກີດຂຶ້ນໂດຍທັນທີ. ສ້າງໂຄງການ ແຜນການ ແລະ ກຳນົດເນື້ອໃນຂອງວຽກງານກວດກາ ຕິດຕາມກວດກາລາຍໄຕມາດ ປະຈຳປີ ແລະໄລຍະຍາວ; ເລືອກຮູບແບບການກວດກາ, ຕິດຕາມກວດກາທີ່ເໝາະສົມ ແລະ ນຳໄປປະຕິບັດ. ປະຕິບັດການນຳພາເປັນຢ່າງດີ ໃນການກວດກາ ຕິດຕາມກວດກາ ແລະ ຈັດຕັ້ງປະຕິບັດໜ້າທີ່ໃຫ້ເປັນໄປຕາມຂໍ້ກຳນົດຂອງກົດລະບຽບຂອງພັກ; ໃຫ້ຄວາມສຳຄັນແລະສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະປະຊາຊົນ ໃຫ້ເຂົ້າຮ່ວມໃນວຽກງານຕິດຕາມ ແລະກວດກາການສ້າງຮູບແບບການຈັດຕັ້ງກົງຈັກໃໝ່.

ຍູ້ແຮງການສະຫຼຸບສັງລວມ ແລະ ຄົ້ນຄວ້າທິດສະດີກ່ຽວກັບວິທະຍາສາດການຈັດຕັ້ງທີ່ຕິດພັນກັບສະພາບການຕົວຈິງຂອງຫວຽດນາມ ໃນໄລຍະການປ່ຽນແປງໃໝ່ໃນປະຈຸບັນ ໂດຍຄຳນຶງເຖິງຄຸນລັກສະນະຂອງສະຖານະການໂລກ ແລະ ພາກພື້ນ.

ທີສີ່, ປ່ຽນແປງໃໝ່ສາຍພົວພັນລະຫວ່າງພັກ ລັດ ແລະແນວໂຮມປະເທດຊາດຫວຽດນາມ ກັບ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ.

ຈຳເປັນຕ້ອງຮັບຮູ້ຢ່າງຈະແຈ້ງເຖິງບົດບາດທີ່ຕັ້ງ ຕຳແໜ່ງ ແລະຄວາມຮັບຜິດຊອບຂອງພັກກອມມູນິດຫວຽດນາມໃນລະບົບການເມືອງ, ພັກເປັນຜູ້ນຳພາພາລະກິດການປະຕິວັດ, ສ້າງ ແລະພັດທະນາປະເທດຕາມທິດທາງສັງຄົມນິຍົມ, ມຸ່ງສູ່ການສ້າງຫວຽດນາມໃຫ້ເປັນປະເທດທີ່ “ປະຊາຊົນຮັ່ງມີ, ປະທດຊາເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະອາລະຍະທຳ”. ສືບຕໍ່ປ່ຽນແປງໃໝ່ແລະປັບປຸງລະບົບການເມືອງໃຫ້ສົມບູນແບບ ຕິດກັບການປ່ຽນແປງໃໝ່ແບບວິທີການນຳພາແລະກຳອຳນາດຂອງພັກ.

ສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກລັດ; ກໍ່ສ້າງກົງຈັກລັດແຫ່ງອຳນາດກົດໝາຍສັງຄົມນິຍົມທີ່ມີຄວາມຄ່ອງຕົວ ມີປະສິດທິພາບ ແລະປະສິດທິຜົນ; ຍູ້ແຮງການແບ່ງຂັ້ນ ແລະການກະຈາຍອຳນາດ ເພື່ອຮັບປະກັນການຄຸ້ມຄອງເປັນເອກະພາບ, ເສີມຂະຫຍາຍຄວາມເປັນເຈົ້າການ ຄວາມຄິດປະດິດສ້າງ ແລະຄວາມຮັບຜິດຊອບຂອງທຸກຂັ້ນ ທຸກຂະແໜງການ. ກໍ່ສ້າງລັດທີ່ສ້າງສັນ, ລັດຖະບານທີ່ຊື່ສັດທ່ຽງທຳ ກະທຳ ແລະຮັບໃຊ້; ການບໍລິຫານທີ່ທັນສະໄໝ ເປັນ​ມື​ອາ​ຊີບ ມີລະ​ບຽບ​ວິ​ໄນ ເປີດ​ເຜີຍ​ ແລະ​ໂປ່ງ​ໃສ. ສືບ​ຕໍ່​ກໍ່ສ້າງລະບົບຕຸລາການ​ຫວຽດນາມທີ່​ເປັນມືອາຊີບ ທັນ​ສະ​ໄໝ ຍຸຕິ​ທຳ ​ເຂັ້ມ​ງວດ ​ຊື່​ສັດ, ​ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ຮັບໃຊ້ປະຊາຊົນປະຊາຊົນ.

ສ້າງກົນໄກແລະກົດລະບຽບໃນການປະສານງານບົນພື້ນຖານຂອງການແບ່ງໜ້າທີ່ທີ່ຊັດເຈນແລະຈະແຈ້ງລະຫວ່າງ ພັກ ລັດ ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ; ສືບຕໍ່ປ່ຽນແປງໃໝ່ແບບວິທີການນຳພາຂອງພັກຕໍ່ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ຮັບປະກັນການນຳພາລວມສູນ ເປັນເອກະພາບຂອງພັກ; ພ້ອມກັນນັ້ນ, ໃຫ້ເຄົາລົບຫຼັກການປຶກສາຫາລືຊາທິປະໄຕໃນອົງການຈັດຕັ້ງ ແລະການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ, ເສີມຂະຫຍາຍບົດບາດ ຄວາມເປັນເຈົ້າຕົນເອງ ຄວາມຂະຫຍັນຂັນເຄື່ອນ ແລະຄວາມຄິດປະດິດສ້າງ ຂອງແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຢ່າງແຂງຂັນ. ເພີ່ມທະວີການປະສົມປະສານລະຫວ່າງການຕິດຕາມກວດກາຂອງພັກ ກັບການຕິດຕາມກວດກາຂອງລັດ ແລະ ຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ເພື່ອເສີມຂະຫຍາຍກຳລັງແຮງສັງລວມ ແລະປັບປຸງຍົກສູງປະສິດທິພາບຂອງການຕິດຕາມກວດກາ, ຫຼີກ​ລ້ຽງ​ການທັບ​ຊ້ອນ ການຊ້ຳ​ຊ້ອນ ແລະ ການສິ້ນເປືອງຊັບພະຍາກອນ, ສ້າງ​ການ​ເຄື່ອນ​ໄຫວທີ່​ຄ່ອງແຄ້ວ ກົມກຽວຂອງລະບົບການເມືອງ, ​ເປີດ​ກວ້າງ​ແລະເສີມຂະຫຍາຍ​ປະຊາທິປະ​ໄຕ​ໃນ​ສັງຄົມ, ປັບປຸງຍົກ​ສູງ​ຄຸນ​ນະພາ​ບຂອງ​ລະບົບ​ການ​ເມືອງ​ທັງ​ໝົດ.

ເສີມຂະຫຍາຍບົດບາດຂອງປະຊາຊົນໃນການເຂົ້າຮ່ວມການກໍ່ສ້າງພັກ ແລະລະບົບການເມືອງ, ເພີ່ມທະວີການພົວພັນໃກ້ຊິດສະໜິດແໜ້ນ ລະຫວ່າງພັກແລະລັດກັບປະຊາຊົນ. ປ່ຽນແປງໃໝ່ເນື້ອໃນແລະວິທີການໂຄສະນາຂົນຂວາຍປະຊາຊົນ ໂດຍຖືເອົາຄວາມຕ້ອງການແລະຜົນປະໂຫຍດທີ່ຊອບທຳຂອງປະຊາຊົນທຸກຊົນຊັ້ນເປັນພະລັງຂັບເຄື່ອນທີ່ສຳຄັນສຳລັບວຽກງານຂົນຂວາຍແລະເຕົ້າໂຮມປະຊາຊົນ; ການຫັນລົງສູ່ຮາກຖານຢ່າງແຂງແຮງ, ໃຫ້ຄວາມສຳຄັນກັບປັດໄຈໃໝ່ ແລະວິທີການສ້າງສັນ ໃນການເຮັດສິ່ງຕ່າງໆ ທີ່ມີຜົນກະທົບໃນວົງກວ້າງ./.

-----------------------------

* ບົດຄວາມນີ້ເປັນຜົນງານວິໄຈຂອງໂຄງການວິທະຍາສາດແຫ່ງຊາດ ເລື່ອງ ຮູບແບບການຈັດຕັ້ງໂດຍລວມຂອງລະບົບການເມືອງທີ່ສອດຄ່ອງກັບຄວາມຕ້ອງການແລະເງື່ອນໄຂສະເພາະ ຂອງປະເທດເຮົາ ໃນສະພາບການໃໝ່” (ລະຫັດ KX.04.39/21-25) ພາຍໃຕ້ໂຄງການວິທະຍາສາດສັງຄົມຈຸດສຸມແຫ່ງຊາດ ໄລຍະປີ 2021-2025.

(1) ກົດລະບຽບຂອງພັກກອມມູນິດຫວຽດນາມ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ໜ້າ 19-20.

(2) ຂໍ້ມູນໃນບົດຄວາມລວບລວມໂດຍທີມວິໄຈຕາມລາຍງານຂອງບັນດາອົງການ, ຄະນະ, ກະຊວງ, ຂະແໜງການ.

(3) ການຈັດຕັ້ງກົງຈັກຂອງແຂວງ, ນະຄອນຂຶ້ນກັບສູນກາງ:
- ອົງການບໍລິຫານຂອງກຸ່ມພັກລະດັບແຂວງລວມມີ ບັນດາໜ່ວຍງານທີ່ປຶກສາແລະຊ່ວຍວຽກໃຫ້ຄະນະພັກ, ບັນດາອົງຄະນະພັກກຸ່ມ ແລະ ອົງຄະນະພັກຂຶ້ນກັບແຂວງ.
- ອົງການບໍລິຫານຂອງກຸ່ມພັກລະດັບເມືອງລວມມີ ບັນດາໜ່ວຍງານທີ່ປຶກສາແລະຊ່ວຍວຽກໃຫ້ຄະນະພັກ, ບັນດາອົງຄະນະພັກຂຶ້ນກັບເມືອງທີ່ມີພະນັກງານວິຊາສະເພາະ.
- ອົງ​ການປົກຄອງ​ທ້ອງ​ຖິ່ນ​ຂັ້ນ​ແຂວງ​ລວມ​ມີ​ບັນ​ດາ​ອົງ​ການ​ສະ​ເພາະໃນສັງກັດ​ຄະ​ນະ​ກໍາ​ມະ​ການ​ປະ​ຊາ​ຊົນ​ແຂວງ ແລະໜ່ວຍງານບໍລິຫານອື່ນໆ​ຢູ່​ຂັ້ນ​ແຂວງ.
- ອົງ​ການປົກຄອງ​ທ້ອງ​ຖິ່ນ​ຂັ້ນ​ເມືອງ​ລວມ​ມີ​ບັນ​ດາ​ອົງ​ການ​ສະ​ເພາະໃນສັງກັດ​ຄະ​ນະ​ກໍາ​ມະ​ການ​ປະ​ຊາ​ຊົນເມືອງ ແລະໜ່ວຍງານບໍລິຫານອື່ນໆ​ຢູ່​ຂັ້ນເມືອງ.
- ອົງການບໍລິຫານຂອງກຸ່ມແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂັ້ນແຂວງລວມມີ ບັນດາໜ່ວຍງານທີ່ປຶກສາແລະຊ່ວຍວຽກໃຫ້ແນວໂຮມປະເທດຊາດຫວຽດນາມ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມຂັ້ນແຂວງ.
- ອົງການບໍລິຫານຂອງກຸ່ມແນວໂຮມປະເທດຊາດຫວຽດນາມ ແລະ
ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂັ້ນເມືອງລວມມີ ບັນດາໜ່ວຍງານທີ່ປຶກສາແລະຊ່ວຍວຽກໃຫ້ແນວໂຮມປະເທດຊາດຫວຽດນາ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຂັ້ນເມືອງ.

(4) ເຊີນລາ, ລ່າວກາຍ, ຮ່າຢາງ, ກາວບັ່ງ, ລັກນິງ, ຮືງອຽນ, ນິງບິ່ງ, ຮ່າຕິ້ງ, ກວ໋າງຈີ້, ເທື່ອທຽນເຫວ້, ຝູອຽນ, ກອນຕຸມ, ຢາລາຍ, ດັກນົງ, ນິງຖ້ວນ, ບິ່ງຖ້ວນ, ບິ່ງເຝື້ອກ, ບິ່ງເຢືອງ, ໄຕນິງ, ບ່າເຣ້ຍ - ຫວຸງເຕົ່າ, ລອງອານ, ເບ໊ນແຈ, ດົ່ງທ້າບ, ຫວິງລອງ, ຈ່າວິງ, ສອັກຈັງ, ອານຢາງ, ກ່າເມົາ.

(5) ລ່າວກາຍ.

(6) ຫາຍຝ່ອງ, ດ້ຽນບຽນ, ອຽນບ໊າຍ, ຮ່າຢາງ, ຕວຽນກວາງ, ກວ໋າງນິງ, ນາມດິ້ງ, ເງ້ອານ, ຮ່າຕິ້ງ, ກວ໋າງງ້າຍ, ກອນຕຸມ, ບິ່ງຖ້ວນ, ຈ່າວິງ.

(7) ຮ່າຢາງ.

(8) ຫາຍຝ່ອງ, ດ້ຽນບຽນ, ອຽນບ໊າຍ, ຮ່າຢາງ, ຕວຽນກວາງ, ກວ໋າງນິງ, ຮ່າຕິ້ງ, ກວ໋າງງ້າຍ, ກອນຕຸມ, ບິ່ງຖ້ວນ, ຈ່າວິງ.

(9) ຮ່າຢາງ.

(10) ຫາຍຝ່ອງ, ດ້ຽນບຽນ, ອຽນບ໊າຍ, ຮ່າຢາງ, ຕວຽນກວາງ, ກວ໋າງນິງ, ບັກນິງ, ຫານເຢືອງ, ຮ່ານາມ, ນາມດິ້ງ, ນິງບິ່ງ, ຮ່າຕິ້ງ, ກວ໋າງຈິ້, ກວ໋າງຫງາຍ, ຝູອຽນ, ກອນຕຸມ, ນິງຖ້ວນ, ບິ່ງຖ້ວນ, ບິ່ງເຝື້ອກ, ບ່າເຣ້ຍ - ຫວຸງເຕົ່າ, ຫວິງລອງ, ຈ່າວິງ, ເກີ່ນເທີ, ອານຢາງ.

(11) ຮ່າໂນ້ຍ, ຫາຍຝ່ອງ, ດ້ຽນບຽນ, ລ່າວກາຍ, ບັກກ້ານ, ບັກຢາງ, ກວ໋າງຈິ້, ບິ່ງດິ້ງ, ຝູອຽນ, ດັກລັກ, ບິ່ງເຝື້ອກ, ເກີ່ນເທີ, ເຮົ້າຢາງ, ກຽນຢາງ.

(12) ມະຕິເລກທີ 18-NQ/TW ລົງວັນທີ 25 ຕຸລາ 2017 ຂອງກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XII ວ່າດ້ວຍ “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່ ແລະ ສັບຊ້ອນການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດຮັດກຸມ ແລະເຄື່ອນໄຫວຢ່າງມີປະສິດທິພາບແລະປະສິດທິຜົນ”, https://tulieuvankien.dangcongsan.vn/van-kien-tu-lieu-ve-dang/hoi-nghi-bch-trung-uong/khoa-xii/nghi-quyet-so-18-nqtw-ngay-25102017-hoi-nghi-lan-thu-sau-ban-chap-hanh-trung-uong-dang-khoa-xii-mot-so-van-de-ve-tiep-568

(13) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 184

(14) ມະຕິເລກທີ 18-NQ/TW ລົງວັນທີ 25 ຕຸລາ 2017 ຂອງກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XII ວ່າດ້ວຍ “ບາງບັນຫາກ່ຽວກັບການສືບຕໍ່ປ່ຽນແປງໃໝ່ ແລະ ສັບຊ້ອນການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດຮັດກຸມ ແລະເຄື່ອນໄຫວຢ່າງມີປະສິດທິພາບແລະປະສິດທິຜົນ”, https://tulieuvankien.dangcongsan.vn/van-kien-tu-lieu-ve-dang/hoi-nghi-bch-trung-uong/khoa-xii/nghi-quyet-so-18-nqtw-ngay-25102017-hoi-nghi-lan-thu-sau-ban-chap-hanh-trung-uong-dang-khoa-xii-mot-so-van-de-ve-tiep-568

- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1030 (ເດືອນມັງກອນ 2024)