ມະຫາສາມັກຄີປວງຊົນທັງຊາດ - ແຫຼ່ງທີ່ມາຂອງເຈດຈຳນົງ,
ຄວາມເຊື່ອຖື ແລະ ກຳລັງແຮງ ເພື່ອສ້າງ ແລະ
ປົກປັກຮັກສາປະເທດຊາດ ໃນຍຸກໃໝ່
ຄວາມເຊື່ອຖື ແລະ ກຳລັງແຮງ ເພື່ອສ້າງ ແລະ
ປົກປັກຮັກສາປະເທດຊາດ ໃນຍຸກໃໝ່
ທ່ານເລຂາທິການໃຫຍ່ ໂຕເລິມ ກັບປະຊາຊົນຢູ່ເຂດປູຊະນີຍະສະຖານປະຫວັດສາດພິເສດແຫ່ງຊາດ ວິຫານຮຸ່ງເວືອງ _ພາບ: TTXVN
ສືບທອດ ແລະ ເສີມຂະຫຍາຍແນວຄິດ ໂຮ່ຈີມິນ ກ່ຽວກັບຄວາມສາມັກຄີອັນຍິ່ງໃຫຍ່
ໃນຊີວິດຂອງຕົນ, ປະທານໂຮ່ຈີມິນ ຍາມໃດກໍ່ເນັ້ນໜັກເຖິງບົດບາດ, ພາລະກິດ ແລະ ກຳລັງແຮງຂອງຈິດໃຈສາມັກຄີ ແລະ ມະຫາສາມັກຄີປວງຊົນທັງຊາດ. ທ່ານຢືນຢັນວ່າ: “ຄວາມສາມັກຄີອັນຍິ່ງໃຫຍ່ກ່ອນອື່ນໝົດແມ່ນຕ້ອງເຕົ້າໂຮມສາມັກຄີປະຊາຊົນສ່ວນຫຼາຍເຂົ້າເປັນເອກະພາບ ເຊິ່ງປະຊາຊົນສ່ວນຫຼາຍຂອງພວກເຮົາແມ່ນກຳມະກອນ, ຊາວກະສິກອນ ແລະ ຊົນຊັ້ນແຮງງານອື່ນໆ. ນັ້ນແມ່ນຮາກຖານ ຂອງຄວາມສາມັກຄີອັນຍິ່ງໃຫຍ່. ມັນຄ້າຍຄືພື້ນຖານຂອງເຮືອນ, ຮາກຂອງຕົ້ນໄມ້. ແຕ່ເມື່ອມີພື້ນຖານອັນໜັກແໜ້ນ ແລະ ມີຮາກເຫງົ້າທີ່ດີ, ພວກເຮົາຍັງຕ້ອງສາມັກຄີຊັ້ນຄົນອື່ນໆ ອີກ. ໃຜກໍ່ຕາມທີ່ຈິງໃຈສະໜັບສະໜູນສັນຕິພາບ, ເອກະພາບ, ເອກະລາດ ແລະ ປະຊາທິປະໄຕ, ເຖິງແມ່ນວ່າພວກເຂົາຈະຕໍ່ຕ້ານພວກເຮົາໃນອະດີດ, ປະຈຸບັນພວກເຮົາກໍຈະສາມັກຄີກັບພວກເຂົາຢ່າງຈິງໃຈ”(1). ໃນແນວຄິດຂອງປະທານ ໂຮ່ຈີມິນ: “ຄວາມສາມັກຄີແມ່ນນະໂຍບາຍແຫ່ງຊາດ, ບໍ່ແມ່ນກົນອຸບາຍທາງການເມືອງ, ເຮົາສາມັກຄີກັນເພື່ອຕໍ່ສູ້ເພື່ອເອກະພາບແລະເອກະລາດຂອງປະເທດຊາດ, ເຮົາຍັງຕ້ອງສາມັກຄີກັນເພື່ອສ້າງສາປະເທດ. ຜູ້ໃດກໍຕາມທີ່ມີພອນສະຫວັນ, ຄຸນທຳ, ກຳລັງແຮງ ແລະ ມີຫົວໃຈທີ່ຈະຮັບໃຊ້ປະເທດຊາດ ແລະ ປະຊາຊົນ, ເຮົາກໍຈະສາມັກຄີກັບພວກເຂົາ”(2).
ທ່ານປະທານ ໂຮ່ຈີມິນ ຊີ້ແຈ້ງວ່າ, ພະລັງແຮງທີ່ຍິ່ງໃຫຍ່ທີ່ສຸດຂອງການປະຕິວັດຫວຽດນາມນັ້ນຢູ່ໃນປະຊາຊົນ ແລະ ຖ້າປະຊາຊົນສາມາດສາມັກຄີກັນ ພວກເຂົາກໍຈະສ້າງກຳລັງແຮງທີ່ບໍ່ສາມາດເອົາຊະນະໄດ້: “ໃນທ້ອງຟ້າ ບໍ່ມີສິ່ງໃດລ້ຳຄ່າກວ່າປະຊາຊົນ, ໃນໂລກນີ້ ບໍ່ມີສິ່ງໃດເຂັ້ມແຂງກວ່າກຳລັງສາມັກຄີຂອງປະຊາຊົນ”(3). ທ່ານຍັງຢືນຢັນວ່າ: “ວຽກທີ່ງ່າຍກວ່າສິບເທົ່າຫາກບໍ່ມີປະຊາຊົນກໍເຮັດບໍ່ໄດ້. ວຽກທີ່ຍາກກວ່າຮ້ອຍເທົ່າເມື່ອມີປະຊາຊົນກໍເຮັດສຳເລັດ”. ຜ່ານພຶດຕິກຳຕົວຈິງແຫ່ງການຕໍ່ສູ້ປະຕິວັດ, ປະທານ ໂຮ່ຈີມິນ ໄດ້ສະຫລຸບວ່າ: “ສາມັກຄີ, ສາມັກຄີ, ມະຫາສາມັກຄີ; ຄວາມສຳເລັດ, ຄວາມສຳເລັດ, ຄວາມສຳເລັດອັນຍິ່ງໃຫຍ່” (4).
ສືບທອດ ແລະ ພັດທະນາແນວຄິດຂອງປະທານ ໂຮ່ຈີມິນ, ໃນທຸກໄລຍະການປະຕິວັດ, ພັກກອມມູນິດຫວຽດນາມ ຍາມໃດກໍ່ຢືນຢັນວ່າ: ຄວາມສາມັກຄີແມ່ນມູນເຊື້ອອັນລ້ຳຄ່າທີ່ສຸດ, ແມ່ນແນວທາງຍຸດທະສາດຂອງພັກ; ແມ່ນແຫຼ່ງກຳລັງ, ແມ່ນຄຸນຄ່າຫຼັກແຫຼ່ງ ແລະ ແຮງຂັບເຄື່ອນຕົ້ນຕໍ ຂອງການປະຕິວັດຫວຽດນາມ, ແລະ ມີຄວາມໝາຍສຳຄັນທີ່ສຸດຕໍ່ໄຊຊະນະທັງໝົດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ສືບຕໍ່ກຳແໜ້ນ ແລະ ຊາບຊຶມຢ່າງເລິກເຊິ່ງ ທັດສະນະມະຫາສາມັກຄີປວງຊົນທັງຊາດ, ກົມການເມືອງສູນກາງພັກໄດ້ຈັດຕັ້ງຄະນະຊີ້ນຳສູນກາງຂຶ້ນ ເພື່ອສະຫຼຸບສັງລວມ 20 ປີແຫ່ງການປະຕິບັດມະຕິໝາຍເລກ 23-NQ/TW, ລົງວັນທີ 12 ມີນາ 2003 ຂອງຄະນະບໍລິຫານງານສູນກາງພັກຊຸດທີ IX ກ່ຽວກັບ “ການເສີມຂະຫຍາຍກຳລັງແຮງຂອງມະຫາສາມັກຄີປວງຊົນທັງຊາດ ເພື່ອປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ ປະຊາທິປະໄຕ ແລະ ອາລະຍະທຳ”. ບົນພື້ນຖານການປະເມີນຜົນທີ່ບັນລຸໄດ້ຖືກຕ້ອງແລະຮອບດ້ານ ໂດຍຊີ້ໃຫ້ເຫັນຂໍ້ບົກພ່ອງ, ຂໍ້ຈຳກັດ, ສາເຫດ ແລະ ບົດຮຽນທີ່ໄດ້ຮັບ, ກອງປະຊຸມສູນກາງພັກຄັ້ງທີ 8 ສະໄໝທີ XIII ໄດ້ອອກມະຕິໝາຍເລກ 43-NQ/TW, ລົງວັນທີ 24 ພະຈິກ 2023, ວ່າດ້ວຍ “ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ເພື່ອສ້າງປະເທດເຮົາໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ”.
ມະຕິໝາຍເລກ 43-NQ/TW ກຳນົດເປົ້າໝາຍເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ເພີ່ມຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກກະຕູ້ນນ້ຳໃຈຮັກຊາດ, ເຈດຈຳນົງເພິ່ງຕົນເອງຂອງຊາດ, ຄວາມເຊື່ອໝັ້ນ, ຄວາມປາຖະໜາທີ່ຈະປະກອບສ່ວນ ແລະ ສ້າງປະເທດຊາດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກ; ປະກອບສ່ວນປະຕິບັດສຳເລັດຜົນຕາມເປົ້າໝາຍທີ່ວ່າ ຮອດປີ 2030 ຫວຽດນາມຈະເປັນປະເທດກຳລັງພັດທະນາ ທີ່ມີອຸດສາຫະກຳທັນສະໄໝ ແລະ ມີລາຍຮັບປານກາງສູງ, ຮອດປີ 2045 ຈະກາຍເປັນປະເທດພັດທະນາແລ້ວ ທີ່ມີລາຍຮັບສູງຕາມທິດສັງຄົມນິຍົມ.
ມະຕິໝາຍເລກ 43-NQ/TW ຍັງໄດ້ກຳນົດວິທີແກ້ໄຂສະເພາະ 7 ປະການ, ລວມມີ: 1- ຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບຂອງບັນດາຄະນະພັກ, ອົງການຈັດຕັ້ງພັກ, ລະບົບການເມືອງ ແລະ ປະຊາຊົນ ກ່ຽວກັບຖານະທີ່ຕັ້ງ ແລະ ຄວາມສຳຄັນຂອງການເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຂາດ; 2- ປັບປຸງແຜນນະໂຍບາຍ ແລະ ນະໂຍບາຍກ່ຽວກັບມະຫາສາມັກຄີປວງຊົນທັງຊາດ ໃຫ້ສົມບູນແບບ, ປຸກກະຕູ້ນເຈດຈະນົງແລະຄວາມປາຖະໜາໃນການພັດທະນາປະເທດ; 3- ກໍ່ສ້າງ ແລະ ປັບປຸງພັກໃຫ້ສະອາດປອດໃສ ແລະ ເຂັ້ມແຂງ; ເພີ່ມທະວີຄວາມສາມັກຄີພາຍໃນພັກ, ຮັກສາບົດບາດການນຳພາຂອງພັກໃນການກໍ່ສ້າງ ແລະ ເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ; 4- ປັບປຸງຍົກສູງບົດບາດ, ປະສິດທິພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງລັດ ໃນການເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ; 5- ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ, ຄວາມສາມາດບົ່ງຊ້ອນ ແລະ ຄວາມຄິດສ້າງສັນຂອງປະຊາຊົນ; 6- ປ່ຽນແປງໃໝ່ເນື້ອໃນ ແລະ ແບບວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ; ຍູ້ແຮງວຽກງານຂົນຂວາຍມະຫາຊົນ, ລະດົມທຸກແຫຼ່ງກຳລັງເພື່ອພັດທະນາປະເທດຊາດ; 7- ຈັດຕັ້ງການຂົນຂວາຍແລະຂະບວນການແຂ່ງຂັນກັນຮັກຊາດທີ່ແທດຈິງແລະມີປະສິດທິຜົນ.
ອະດີດເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ຜູ້ນຳທີ່ມີຄວາມໂດດເດັ່ນພິເສດ, ຜູ້ຖືທຸງທິດສະດີຂອງພັກ, ນັກຮົບກອມມູນິດທີ່ກ້າແກ່ນ ແລະ ເປັນແບບຢ່າງທີ່ເຫລື້ອມໃສໃນການສຶກສາຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດສິນທຳຂອງ ໂຮ່ຈີມິນ ໄດ້ອອກແຮງຄົ້ນຄ້ວາທິດສະດີ, ສະຫຼຸບສັງລວມພຶດຕິກຳ ແລະ ຈັດພິມປຶ້ມ ເສີມຂະຫຍາຍມູນເຊື້ອແຫ່ງມະຫາສາມັກຄີປວງຊົນທັງຊາດ, ສ້າງປະເທດເຮົາໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ວັດທະນາຖາວອນ ແລະ ມີຄວາມສຸກ, ສະແດງໃຫ້ເຫັນແຜນນະໂຍບາຍຂອງພັກກ່ຽວກັບບົດບາດຂອງປະຊາຊົນ, ການປະຕິບັດຕາມລະບອບປະຊາທິປະໄຕ ແລະ ການເພິ່ງພາປະຊາຊົນເພື່ອສ້າງພັກແລະລັດຢ່າງສອດຄ່ອງແລະທົ່ວເຖິງ; ກ່ຽວກັບມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ສືບຕໍ່ພາລະກິດອັນສະຫງ່າລາສີຂອງສະຫາຍເລຂາທິການໃຫຍ່ ຫງວຽນ ຝູ ຈ້ອງ, ໃນບົດຄວາມ “ຕັດສິນໃຈກໍ່ສ້າງພັກທີ່ໝັ້ນຄົງເຂັ້ມແຂງ, ກໍ່ສ້າງປະເທດທີ່ຈະເລີນຮຸ່ງເຮືຶອງ ມີປະຊາທິປະໄຕ ຍຸດຕິທຳ ແລະ ອາລະຍະທຳ”, ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສືບຕໍ່ຢືນຢັນໜ້າທີ່: “ເອົາໃຈໃສ່ເປັນພິເສດເຖິງຄວາມສາມັກຄີ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ, ມະຫາສາມັກຄີປວງຊົນທັງຊາດ, ຄວາມຜູກພັນອັນແໜ້ນແຟ້ນລະຫວ່າງພັກກັບປະຊາຊົນ”, “ຍຶດໝັ້ນຫຼັກໝັ້ນ, ທັດສະນະ ແລະ ການປະຕິບັດຢ່າງໝັ້ນຄົງໃນຫຼັກການ “ປະຊາຊົນແມ່ນຮາກຖານ” ແລະ “ປະຊາຊົນແມ່ນອັດຕະພາບ ແລະ ສູນກາງຂອງຂະບວນການປ່ຽນແປງໃໝ່”, “ແຜນນະໂຍບາຍ ແລະ ນະໂຍບາຍທັງໝົດຕ້ອງມາຈາກຊີວິດ, ຄວາມປາດຖະໜາ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ ໂດຍຖືເອົາຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນເປັນເປົ້າໝາຍໃນການສູ້ຊົນ…”.
ຜົນງານທີ່ໂດດເດັ່ນໃນການສ້າງ ແລະ ເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ
ກ່າວຄຳເຫັນໃນກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຄັ້ງທີ 10 ວາລະປີ 2024-2029, ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ໃນໄລຍະ 94 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກ ກຳປັ່ນປະຕິວັດຫວຽດນາມ ໄດ້ສ້າງສິ່ງມະຫັດສະຈັນຫຼາຍຢ່າງ ໂດຍຍາດໄດ້ໄຊຊະນະຄັ້ງແລ້ວຄັ້ງໃໝ່. ຈາກປະເທດທີ່ຖືກສົງຄາມທຳລາຍຢ່າງໜັກໜ່ວງ, ຫວຽດນາມໄດ້ບືນຕົວຂຶ້ນກາຍເປັນສັນຍາລັກແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ເປັນຈຸດໝາຍປາຍທາງຂອງບັນດານັກລົງທຶນ ແລະ ນັກທ່ອງທ່ຽວສາກົນ. ຈາກພື້ນຖານເສດຖະກິດທີ່ຫຼ້າຫຼັງ, ຫວຽດນາມໄດ້ກ້າວຂຶ້ນມາເປັນໜຶ່ງໃນ 40 ພື້ນຖານເສດຖະກິດແຖວໜ້າ ໂດຍມີຂະໜາດການຄ້າຢູ່ໃນ 20 ປະເທດນຳໜ້າລະດັບໂລກ. ຈາກປະເທດທີ່ຖືກປິດລ້ອມ ແລະ ໂດດດ່ຽວ, ຫວຽດນາມໄດ້ສ້າງການພົວພັນທາງການທູດກັບ 194 ປະເທດສະມາຊິກຂອງສະຫະປະຊາຊາດ, ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານກັບ 30 ປະເທດ ລວມທັງປະເທດສຳຄັນທັງໝົດ ແລະ ເປັນສະມາຊິກທີ່ຕັ້ງໜ້າຂອງ 70 ອົງການຈັດຕັ້ງພາກພື້ນ ແລະ ສາກົນ. ໂດຍຖືເອົາຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນເປັນເປົ້າໝາຍໃນການສູ້ຊົນ, ຫວຽດນາມໄດ້ບັນລຸເປົ້າໝາຍການພັດທະນາສະຫັດສະວັດໄດ້ໄວ ແລະ ໄດ້ຮັບການຍົກຍ່ອງຈາກສະຫະປະຊາຊາດ ແລະ ປະເທດເພື່ອນມິດທົ່ວໂລກວ່າ ເປັນເລື່ອງລາວຄວາມສຳເລັດ ຈຸດສະຫວ່າງໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະ ການປັບປຸງຊີວິດທາງວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງຕໍ່ເນື່ອງ. ຄວາມສຳເລັດທີ່ຍິ່ງໃຫຍ່ດັ່ງກ່າວ ແມ່ນໄດ້ມາຈາກການນຳພາຢ່າງສະຫຼາດສ່ອງໃສຂອງພັກ; ຄວາມສາມັກຄີເປັນເອກະພາບ, ການຮ່ວມແຮງຮ່ວມໃຈຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ, ໃນນັ້ນ ມີບົດບາດອັນສຳຄັນຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ການປະກອບສ່ວນຂອງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວວ່າ ໃນໄລຍະ 94 ປີທີ່ຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຢັ້ງຢືນບົດບາດ ແລະ ພາລະກິດໃນການເສີມຂະຫຍາຍມູນເຊື້ອ ແລະກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ສົ່ງເສີມ ປຸກລະດົມ ແລະ ກະຕູ້ນໃຫ້ປະຊາຊົນຂອງເຮົາເຂົ້າຮ່ວມຢ່າງກະຕືລືລົ້ນໃນການເຄື່ອນໄຫວແຂ່ງຂັນກັນຮັກຊາດ, ປຸກລະດົມແລະສົ່ງເສີມຊັບພະຍາກອນແລະຄວາມຄິດສ້າງສັນ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ຍຸດທະສາດຂອງປະເທດໃນແຕ່ລະໄລຍະປະຫວັດສາດໃຫ້ປະສົບຜົນສຳເລັດ. ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ແນວໂຮມປະເທດຊາດຫວຽດນາມສົມຄວນໄດ້ຮັບບົດບາດເປັນອົງການພັນທະມິດທາງການເມືອງ, ສະຫະພັນອາສາສະໝັກຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ມີຊື່ສຽງໃນທຸກຊົນຊັ້ນ ຊັ້ນຄົນໃນສັງຄົມ, ຊົນເຜົ່າ, ສາສະໜາ, ຊາວຫວຽດນາມຢູ່ຕ່າງປະເທດ, ພື້ນຖານການເມືອງຂອງອຳນາດການປົກຄອງປະຊາຊົນ; ອົງການແກນຫຼັກໃນການເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ; ຂົວຕໍ່ທີ່ສຳຄັນລະຫວ່າງພັກ, ອຳນາດການປົກຄອງ ແລະ ປະຊາຊົນ; ເປັນຕົວແທນແລະປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບທຳ ຖືກກົດໝາຍຂອງສະມາຊິກສະຫະພາບແຮງງານ, ສະມາຊິກສະມາຄົມ ແລະ ປະຊາຊົນ.
ສະພາບຄວາມເປັນຈິງສະແດງໃຫ້ເຫັນວ່າ, ຄຽງຄູ່ກັບຜົນສຳເລັດອັນຍິ່ງໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມ ແລະການດຳເນີນຂະບວນການປ່ຽນແປງໃໝ່ ພາຍໃຕ້ການນຳພາຂອງພັກໃນເກືອບ 40 ປີ, ພາລະກິດແຫ່ງມະຫາສາມັັກຄີປວງຊົນທັງຊາດ ກໍບັນລຸຜົນສຳເລັດອັນສຳຄັນແລະຮອບດ້ານຫຼາຍຢ່າງ. ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການການເມືອງ-ສັງຄົມ ແລະ ອົງການມວນຊົນ ຍັງສືບຕໍ່ເສີມຂະຫຍາຍບົດບາດເປັນແກນກາງການເມືອງ ໃນການຈັດຕັ້ງການຂົນຂວາຍ, ເຕົ້າໂຮມ ແລະ ລວບລວມປະຊາຊົນທຸກຊັ້ນວັນນະ, ສ້າງຄວາມເປັນເອກະພາບ ແລະ ຄວາມເຫັນດີເຫັນພ້ອມທີ່ເພີ່ມຂຶ້ນໃນສັງຄົມ; ມີການປະດິດສ້າງຫຼາຍຢ່າງໃນເນື້ອໃນ ແລະ ວິທີການເຄື່ອນໄຫວ, ປະຕິບັດຢ່າງກວ້າງຂວາງ ແລະ ປັບປຸງຍົກສູງຄຸນນະພາບຂອງຂະບວນການແຂ່ງຂັນກັນຮັກຊາດ ແລະ ການຂົນຂວາຍຕ່າງໆ; ໃກ້ຊິດກັບຮາກຖານ; ຂະຫຍາຍຮູບການຂົນຂວາຍປະຊາຊົນ, ຖືເອົາຜົນປະໂຫຍດອັນຊອບທຳ ຖືກກົດໝາຍຂອງບັນດາສະມາຊິກ, ສະມາຊິກສະຫະພັນ, ສະມາຊິກສະມາຄົມ ແລະ ປະຊາຊົນເປັນໃຈກາງ, ປະກອບສ່ວນແກ້ໄຂບັນຫາສັບສົນຕ່າງໆທີ່ເກີດຂຶ້ນໃນວິວັດການພັດທະນາ. ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກ ປະຕິບັດບົດບາດເປັນຕົວແທນ ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳ ຖືກກົດໝາຍຂອງສະມາຊິກສະຫະພັນ, ສະມາຊິກສະມາຄົມ ແລະ ປະຊາຊົນ; ເປັນເຈົ້າການໃນການເຂົ້າຮ່ວມການຕິດຕາມກວດກາ ແລະ ການວິພາກວິຈານສັງຄົມ; ຕໍ່ສູ້ປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້; ປະຕິບັດເປັນຢ່າງດີ ບົດບາດເປັນຂົວຕໍ່ລະຫວ່າງພັກ, ລັດ ກັບ ປະຊາຊົນ, ສາມັກຄີປະຊາຊົນຫວຽດນາມ ກັບປະຊາຊົນໃນໂລກ.
ຂະບວນການແຂ່ງຂັນ “ທົ່ວປະເທດສາມັກຄີ, ຮ່ວມແຮງຮ່ວມໃຈກັນໃນການເຄື່ອນໄຂປ້ອງກັນ, ຕ້ານ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີໄຊ” ເປັນການສະແດງໃຫ້ເຫັນເຖິງການເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ເຊິ່ງໄດ້ລະດົມທົ່ວພັກ ທົ່ວປວງຊົນ ທົ່ວກອງທັບ ແລະ ທັງລະບົບການເມືອງເຂົ້າຮ່ວມ ດ້ວຍຄວາມເຫັນດີເຫັນພ້ອມ ແລະສະໜັບສະໜູນຂອງປະຊາຄົມວິສາຫະກິດແລະປະຊາຊົນ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນ. ບັນດາໝາກຜົນທີ່ບັນລຸໄດ້ໄດ້ຢືນຢັນຄວາມມານະພະຍາຍາມ ແລະ ຄວາມຮັບຜິດຊອບສູງຂອງຜູ້ນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກ; ນ້ຳໃຈສາມັກຄີ, ການແບ່ງປັນ, ການຕອບສະໜອງ ແລະ ການຮ່ວມມືຂອງບັນດາອົງການ, ທ້ອງຖິ່ນ, ວິສາຫະກິດ, ອົງການຈັດຕັ້ງ, ບຸກຄົນ, ຊາວຫວຽດນາມໃນປະເທດ ແລະ ຕ່າງປະເທດ, ບັນດາອົງການສາກົນ, ອົງການຕ່າງປະເທດ ແລະ ບຸກຄົນ, ປະຊາຄົມສາກົນ. ວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນຄວາມເປັນຈິງທີ່ຊັດເຈນ, ສະແດງໃຫ້ເຫັນເຖິງກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດພາຍໃຕ້ການນຳພາທີ່ສະຫຼາດສ່ອງໃນຂອງພັກ. ຢືນຢັນຄວາມຈິງອັນເປັນອະມະຕະອີກຄັ້ງໜຶ່ງວ່າ “ວຽກທີ່ງ່າຍກວ່າສິບເທົ່າຫາກບໍ່ມີປະຊາຊົນກໍເຮັດບໍ່ໄດ້. ວຽກທີ່ຍາກກວ່າຮ້ອຍເທົ່າເມື່ອມີປະຊາຊົນກໍເຮັດສຳເລັດ” ດັ່ງທີ່ປະທານ ໂຮ່ຈີມິນ ສະຫຼຸບໄວ້.
ຕົວຢ່າງອີກປະການໜຶ່ງແມ່ນມູນເຊື້ອຄວາມຮັກແພງເຊິ່ງກັນແລະກັນ “ຮັກຜູ້ອື່ນເໝືອນຮັກຕົນເອງ”, “ຊ່ວຍເຫຼືອເຊິ່ງກັນແລະກັນ” ຂອງຊາວຫວຽດນາມ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ ໃນເວລາປະເຊີນກັບຄວາມເສຍຫາຍຢ່າງໜັກຈາກພາຍຸໝາຍເລກ 3 (ເກີດຂຶ້ນໃນເດືອນກັນຍາ 2024) ຕໍ່ປະຊາຊົນໃນ 26 ແຂວງ, ນະຄອນທາງພາກເໜືອ. ຕອບສະໜອງຄຳຮຽກຮ້ອງຂອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ພີ່ນ້ອງຮ່ວມຊາດ ແລະ ນັກຮົບໃນທົ່ວປະເທດ, ຊາວຫວຽດນາມຢູ່ຕ່າງປະເທດ, ບັນດາອົງການສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ, ອົງການສັງຄົມ, ວິສາຫະກິດ, ຜູ້ໃຈບຸນທັງໃນປະເທດແລະຕ່າງປະເທດ, ຊາວຕ່າງປະເທດທີ່ອາໄສແລະເຮັດວຽກຢູ່ຫວຽດນາມ ໄດ້ແບ່ງປັນ ແລະ ໃຫ້ການຊ່ວຍເຫຼືອທາງຈິດໃຈແລະວັດຖຸ, ຮ່ວມກັບພັກແລະລັດໃນການເອົາຊະນະຜົນທີ່ຕາມມາ ຈາກພາຍຸແລະອຸທົກກະໄພ ຢ່າງວ່ອງໄວ, ຟື້ນຟູການຜະລິດ ແລະຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ຜ່ານບັນຊີການຮັບຂອງຄະນະກຳມະການລະດົມການຊ່ວຍເຫຼືອບັນເທົາທຸກສູນກາງ, ໄດ້ມີການຮັບເງິນບໍລິຈາກຫຼາຍກວ່າ 2.000 ຕື້ດົ່ງ. ເປັນຄັ້ງທຳອິດທີ່ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຊີ້ນຳການເປີດເຜີຍແລະດຳເນີນການຢ່າງໂປ່ງໃສ ກ່ຽວກັບແຫຼ່ງສະໜັບສະໜູນແລະການຈັດສັນຢ່າງທັນທ່ວງທີໃຫ້ແກ່ທ້ອງຖິ່ນທີ່ໄດ້ຮັບຜົນກະທົບ ແລະ ມີການສູນເສຍຊີວິດແລະຊັບສິນຈຳນວນຫຼາຍຢ່າງທັນທ່ວງທີ ເຊິ່ງໄດ້ຮັບຄວາມເຫັນອົກເຫັນໃຈ, ການສະໜັບສະໜູນ ແລະ ການຍ້ອງຍໍຈາກທຸກຊັ້ນຄົນທັງໃນປະເທດແລະຕ່າງປະເທດ, ເພີ່ມທະວີນ້ຳໃຈມິດສະຫາຍ ຄວາມຮັກແພງລະຫວ່າງພີ່ນ້ອງຮ່ວມຊາດ, ຄວາມອົບອຸ່ນແລະນ້ຳໃຈອ້າຍນ້ອງ.
ວິທີແກ້ໄຂເພື່ອເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ ໃນໄລຍະຈະມາເຖິງ
ເພື່ອສືບສານແລະເສີມຂະຫຍາຍກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ, ໃນວັນທີ 16, 17, 18 ຕຸລາ 2024 ດ້ວຍຈິດໃຈ “ສາມັກຄີ-ປະຊາທິປະໄຕ-ປ່ຽນແປງໃໝ່-ປະດິດສ້າງ-ພັດທະນາ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແນວໂຮມປະເທດຊາດ ຫວຽດນາມຄັ້ງທີ 10 ວາລະປີ 2024-2029 ໄດ້ສຳເລັດເນື້ອໃນທີ່ກຳນົດໄວ້ ແລະ ບັນລຸໄດ້ຜົນສຳເລັດຢ່າງຈົບງາມ. ກອງປະຊຸມໃຫຍ່ແມ່ນສັນຍາລັກທີ່ສົດໃສ ແລະ ສວຍງາມທີ່ສຸດ, ສະແດງໃຫ້ເຫັນເຖິງກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ມູນເຊື້ອອັນລ້ຳຄ່າທີ່ສຸດຂອງຊາດຂອງເຮົາ ເຊິ່ງໄດ້ຮັບການກໍ່ສ້າງ ແລະ ບຳລຸງຄູນສ້າງໂດຍບັນພະບຸລຸດຫລາຍລຸ້ນ ດ້ວຍເຫື່ອແຮງ, ເລືອດເນື້ອ ແລະ ການເສຍສະລະ, ດ້ວຍເຈດຈຳນົງ, ຄວາມເຊື່ອຖື ແລະ ຄວາມມຸ່ງມາດປາດຖະໜາຂອງຊາວຫວຽດນາມທີ່ຮັກສາສັນຕິພາບ; ເລືອດແລະກະດູກຂອງລູກຫຼານຊາວຫວຽດນາມ ໄດ້ປະສານເຂົ້າກັບມາດຕຸພູມເພື່ອສ້າງປ້ອມປາການແຫ່ງປະເທດຊາດຫວຽດນາມ. ດັງນັ້ນ, ບໍ່ມີກຳລັງສັດຕູໃດສາມາດແບ່ງແຍກກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດນັ້ນໄດ້. ກອງປະຊຸມໃຫຍ່ຍັງໄດ້ຍອມຮັບ ແລະ ຕັດສິນໃຈປະຕິບັດຄຳສະເໜີແນະຂອງທ່ານເລຂາທິການໃຫຍ່ ໂຕເລິມ ເພື່ອເສີມຂະຫຍາຍຈິດໃຈແຫ່ງມະຫາສາມັກຄີປວງຊົນທັງຊາດຕໍ່ໄປ.
ທີໜຶ່ງ, ຕ້ອງເປັນເອກະພາບໃນຄວາມຮັບຮູ້ກ່ຽວກັບທີ່ຕັ້ງ ແລະ ຄວາມສຳຄັນພິເສດ ຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມຕ້ອງການອັນຮີບດ່ວນໃນການປັບປຸງ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດພາຍໃຕ້ການນຳພາຂອງພັກ, ນີ້ແມ່ນໜຶ່ງໃນວິທີແກ້ໄຂສຳຄັນໃນການນຳປະເທດເຂົ້າສູ່ຍຸກສະໄໝໃໝ່.
ໃນໄລຍະປະຈຸບັນ, ແນວໂຮມປະເທດຊາດຫວຽດນາມ ຈຳເປັນຕ້ອງເຮັດເປັນຢ່າງດີ ບົດບາດຫຼັກ ເປັນເຈົ້າການໃນການປະສານງານກັບອົງການສະມາຊິກ ເພື່ອສາມັກຄີທຸກຊັ້ນຄົນໃນສັງຄົມ ແລະ ບຸກຄົນທີ່ໂດດເດັ່ນ, ເສີມຂະຫຍາຍບົດບາດນຳໜ້າຂອງຊົນຊັ້ນກຳມະກອນ, ປຸກລະດົມຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງຊົນຊັ້ນກະສິກອນ, ຖັນແຖວປັນຍາຊົນ ແລະ ຜູ້ອອກແຮງງານ, ຮັບປະກັນຄວາມເປັນເອກະພາບສູງທາງດ້ານຄວາມຮັບຮູ້, ແນວຄິດ ແລະ ການກະທຳ, ຕັ້ງໝັ້ນໃນເປົ້າໝາຍແລະອຸດົມຄະຕິສັງຄົມນິຍົມ; ເປັນເຈົ້າການໃນການເຂົ້າຮ່ວມວຽກງານການຕ່າງປະເທດປະຊາຊົນ; ເດັດດ່ຽວປົກປັກຮັກສາເອກະລາດ, ອະທິປະໄຕຂອງຊາດ, ສະຖຽນລະພາບດ້ານການເມືອງ-ສັງຄົມ, ສ້າງສາປະເທດໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ. ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກ ຕ້ອງເຮັດວຽກງານໂຄສະນາສຶກສາ ແລະ ຂົນຂວາຍໃຫ້ດີກ່ວາອີກ ເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈ, ເຫັນດີເຫັນພ້ອມ ແລະ ສຸດອົກສຸດໃຈປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍແລະກົດໝາຍຂອງລັດ; ຮັບຮູ້ໄດ້ຊັດເຈນເຖິງແຜນການແລະກົນອຸບາຍຂອງບັນດາອິດທະກຳລັງສັດຕູແລະປະຕິການ ທີ່ບິດເບືອນ, ກໍ່ໃຫ້ເກີດການແຕກແຍກ ແລະ ທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດຂອງພວກເຮົາ. ແນວໂຮມປະເທດຊາດຫວຽດນາມຕ້ອງເປັນແກນກາງໃນການປົກປ້ອງຮາກຖານແນວຄິດຂອງພັກ ແລະ ຕໍ່ສູ້ຕ້ານບັນດາທັດສະນະທີ່ຜິດພາດ ແລະປໍລະປັກ.
ທີສອງ, ເບິ່ງແຍງດູແລ ແລະ ປົກປ້ອງຜົນປະໂຫຍດທີ່ຊອບທຳ ຖືກຕ້ອງຕາມກົດໝາຍຂອງປະຊາຊົນ; ເປົ້າໝາຍສູງສຸດແມ່ນເພື່ອຮັບໃຊ້ປະຊາຊົນ ແລະ ເຮັດໃຫ້ຊີວິດຂອງປະຊາຊົນດີຂຶ້ນ. ພັກກອມມູນິດຫວຽດນາມບໍ່ມີຜົນປະໂຫຍດອື່ນໃດນອກຈາກຜົນປະໂຫຍດຂອງປະຊາຊົນ; ປະຊາຊົນເປັນໃຈກາງ ແລະ ເປັນອັດຕະພາບໃນທຸກແຜນນະໂຍບາຍແລະແນວທາງຂອງພັກ; ຄວາມພະຍາຍາມທັງໝົດຂອງພັກ, ລັດ ແລະ ລະບົບການເມືອງທັງໝົດຈະມີຄວາມໝາຍກໍຕໍ່ເມື່ອປະຊາຊົນມີຊີວິດທີ່ຈະເລີນຮຸ່ງເຮືອງ ແລະ ມີຄວາມສຸກເທົ່ານັ້ນ. ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການສະມາຊິກຕ້ອງເປັນເຈົ້າການ ແລະຕັ້ງໜ້າຊອກຫາວິທີແກ້ໄຂ ເພື່ອເບິ່ງແຍງດູແລ ແລະ ປັບປຸງຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ໂດຍສະເພາະພີ່ນ້ອງຊົນເຜົ່າສ່ວນນ້ອຍ, ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ໝູ່ເກາະ, ເຂດທີ່ໝັ້ນຕໍ່ຕ້ານເກົ່າ, ເຂດຍຸດທະສາດ ແລະ ເຂດທີ່ມີຜູ້ຄົນນັບຖືສາສະໜາຈຳນວນຫຼວງຫຼາຍ. ຄົ້ນເຜີຍ, ສະເໜີແນະຕໍ່ຄະນະພັກແລະອຳນາດການປົກຄອງ, ແລະ ລະດົມຜູ້ໃຈບຸນ ເພື່ອຊ່ວຍເຫຼືອຜູ້ຄົນທີ່ຢູ່ໃນສະຖານະການທີ່ຍາກລຳບາກ ແລະຜູ້ດ້ອຍໂອກາດໂດຍທັນທີ ໂດຍບໍ່ປະຜູ້ໃດໄວ້ຂ້າງຫຼັງ. ເປັນເຈົ້າການໃນການປະສານງານກັບອຳນາດການປົກຄອງທຸກຂັ້ນ ເພື່ອແກ້ໄຂບັນຫາສັງຄົມທີ່ຮີບດ່ວນຢູ່ຮາກຖານຢ່າງມີປະສິດທິຜົນ. ຕັ້ງໜ້າເຕົ້າໂຮມ ແລະ ຮັບຟັງຄຳເຫັນຂອງປະຊາຊົນ, ກາຍເປັນບ່ອນອີງທີ່ເຊື່ອຖືໄດ້ ແລະກະບອກສຽງຂອງປະຊາຊົນຢ່າງແທ້ຈິງ ເພື່ອສະທ້ອນໃຫ້ຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ. ມີບົດບາດທີ່ດີໃນການເປັນປະທານໃນການປຶກສາຫາລື ແລະ ການປະສານງານ ລະຫວ່າງອົງການສະມາຊິກ ໃນການດຳເນີນການຕິດຕາມກວດກາ ແລະ ການວິພາກວິຈານສັງຄົມ, ໂດຍສະເພາະບັນຫາ “ແຜນການພັດທະນາປະເທດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ”. ເຂົ້າຮ່ວມຢ່າງມີປະສິດທິຜົນ ແລະ ສົ່ງເສີມໃຫ້ປະຊາຊົນເຂົ້າຮ່ວມຢ່າງຕັ້ງໜ້າ ໃນການຕໍ່ສູ້ເພື່ອປ້ອງກັນແລະຕ້ານການສໍ້ລາດບັງຫຼວງແລະຄວາມຫຍໍ້ທໍ້. ໃນຕໍ່ໜ້າ, ຕັ້ງໜ້າເຂົ້າຮ່ວມວຽກງານຈັດຕັ້ງ ແລະ ຂົນຂວາຍປະຊາຊົນເພື່ອດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ການເລືອກຕັ້ງສະພາປະຊາຊົນທຸກຂັ້ນສຳລັບວາລະປີ 2026-2031 ໃຫ້ປະສົບຄວາມສຳເລັດ.
ທີສາມ, ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດຫວຽດນາມຢ່າງແຂງແຮງ ໃນທິດທາງແທດຈິງ, ໃກ້ຊິດກັບປະຊາຊົນ, ຄຽງຂ້າງປະຊາຊົນ “ເມື່ອປະຊາຊົນຕ້ອງການ ແນວໂຮມຈະຕອບສະໜອງ, ເມື່ອປະຊາຊົນປະສົບກັບຄວາມຫຍຸ້ງຍາກ ແນວໂຮມພ້ອມທີ່ຈະເຂົ້າຮ່ວມການແກ້ໄຂ”. ເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງແນວໂຮມປະເທດຊາດຫວຽດນາມ ໃນການຜັນຂະຫຍາຍຂະບວນການແຂ່ງຂັນກັນຮັກຊາດທີ່ມີຄຸນນະພາບສູງ ແລະ ແທດຈິງ ດ້ວຍຄວາມເພິງພໍໃຈຂອງປະຊາຊົນ; ແຂ່ງຂັນກັນປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໄລຍະໃໝ່ ໃຫ້ປະສົບຜົນສຳເລັດ. ແບບວິທີການປຸກລະດົມຂົນຂວາຍ ແລະ ເຕົ້າໂຮມປະຊາຊົນ ຂອງແນວໂຮມປະເທດຊາດຕ້ອງມີຄວາມອຸດົມສົມບູນ, ຫຼາກຫຼາຍຮູບແບບ, ເນື້ອໃນມີຊີວິດຊີວາ, ເປັນແບບເວທີມວນຊົນ ທີ່ປະຊາຊົນທຸກຊັ້ນຄົນ, ທຸກຊົນເຜົ່າ, ທຸກສາສະໜາ, ຊາວຫວຽດນາມຢູ່ຕ່າງປະເທດ... ພົບປະ, ແລກປ່ຽນຂໍ້ມູນ, ສະແດງຄວາມຄິດເຫັນ, ຄວາມນຶກຄິດ, ຄວາມປາດຖະໜາ ແລະ ມີການສົນທະນາທີ່ເປັນປະຊາທິປະໄຕ ແລະ ເປີດກວ້າງ. ເຕົ້າໂຮມ ແລະ ເສີມຂະຫຍາຍບົດບາດ ແລະ ການປະກອບສ່ວນຂອງບັນດານັກວິທະຍາສາດ, ຜູ້ຊ່ຽວຊານ ແລະ ບຸກຄົນທີ່ດີເດັ່ນຈາກທຸກຊັ້ນວັນນະ, ຊົນເຜົ່າ, ສາສະໜາ ແລະຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ເພື່ອພັດທະນາປະເທດຊາດ. ກໍ່ສ້າງຖັນແຖວພະນັກງານແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງປະຊາຊົນທີ່ອຸທິດຕົນ, ຂະຫຍັນຂັນເຄື່ອນ, ມີຄວາມຮັບຜິດຊອບ, ສຸດຈິດສຸດໃຈຮັບໃຊ້ປະຊາຊົນ, ເພື່ອຊີວິດການເປັນຢູ່ຂອງປະຊາຊົນທີ່ຮັ່ງມີ, ມີຄວາມຜາສຸກ, ໃກ້ຊິດສະໜິດສະໜົມກັບປະຊາຊົນຢ່າງແທ້ຈິງ, ຮັບຟັງຄຳເຫັນຈາກປະຊາຊົນ, ຮັກແພງປະຊາຊົນ, ເປັນແບບຢ່າງທີ່ໃສແຈ້ງໃຫ້ປະຊາຊົນມີຄວາມຮັກແພງ, ເຫຼື້ອມໃສ, ເຄົາລົບ, ເຊື່ອໝັ້ນ ແລະ ແບ່ງປັນ.
ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ທຸກຊົນຊັ້ນ ຊັ້ນຄົນໃນສັງຄົມ, ປະຊາຊົນທຸກຊົນເຜົ່າ, ສາສະໜາ, ປັນຍາຊົນ, ຜູ້ຊົງຄຸນວຸດທິ, ນັກສິລະປິນ, ນັກທຸລະກິດ, ວິສາຫະກິດ ແລະ ຊາວຫວຽດນາມຢູ່ຕ່າງປະເທດ ຈະເຊິດຊູນ້ຳໃຈຮັກຊາດ ແລະຄວາມເອກອ້າງທະນົງໃຈຂອງຊາດຍິ່ງກວ່າອີກ, ມີຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ໃນການນຳພາຂອງພັກ ແລະ ການຄຸ້ມຄອງລັດ, ປະກອບສ່ວນສະຕິປັນຍາແລະເຫື່ອແຮງ ເພື່ອປັບປຸງເພີ່ມທະວີມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ, ສົມທົບກັບກຳລັງແຮງຂອງຍຸກສະໄໝ, ຮ່ວມແຮງ ຮ່ວມໃຈກັນແບບ “ເມື່ອປຶກສາຫາລືແລ້ວກໍເຫັນດີເຫັນພ້ອມກັນ, ເມື່ອໄດ້ເດີນທາງແລ້ວກໍຈະໄປເຖິງຈຸດໝາຍປາຍທາງ, ເມື່ອໄດ້ຕັດສິນຕົກລົງແລ້ວທັງປະເທດກໍເປັນໜຶ່ງດຽວກັນ” ເພື່ອສ້າງປະເທດຫວຽດນາມທີ່ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ມີອາລະຍະທຳ, ມີຄວາມສຸກ; ເສີມຂະຫຍາຍມູນເຊື້ອ ແລະ ກຳລັງແຮງແຫ່ງມະຫາສາມັກຄີປວງຊົນທັງຊາດ; ເຊີດຊູເຈດຈຳນົງເປັນເຈົ້າຕົນເອງ, ອີງໃສ່ຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະດິດສ້າງ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ; ຮ່ວມກັນເບິ່ງແຍງດູແລຊະຕາກຳຂອງປະເທດ, ກ້າວເຂົ້າສູ່ຍຸກໃໝ່ ຍຸກແຫ່ງການບືນຕົວຂຶ້ນຂອງປະເທດຊາດ, ສູ້ຊົນປະຕິບັດຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2021-2030) ຢ່າງສຳເລັດມີໄຊ, ບັນລຸເປົ້າໝາຍຍຸດທະສາດ 100 ປີ ພາຍໃຕ້ການນຳພາຂອງພັກ, 100 ປີແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ./.
----------------------------
(1), (2) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 9, ໜ້າ 244.
(3) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 10, ໜ້າ 453.
(4) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 13, ໜ້າ 119.