ວກ.- ມະຕິເລກທີ 59-NQ/TW, ລົງວັນທີ 24 ມັງກອນ 2025, ຂອງກົມການເມືອງສູນກາງພັກ “ກ່ຽວກັບການເຊື່ອມໂຍງສາກົນໃນສະຖານະການໃໝ່” ໄດ້ອອກໃນສະພາບການທີ່ປະເທດກຳລັງເຂົ້າສູ່ຍຸກໃໝ່. ອີງຕາມການສະຫຼຸບ 12 ປີແຫ່ງການຈັດຕັ້ງປະຕິບັດມະຕິເລກທີ 22-NQ/TW, ລົງວັນທີ 10 ເມສາ 2013, “ກ່ຽວກັບການເຊື່ອມໂຍງສາກົນ”, ມະຕິເລກທີ 59-NQ/TW ໄດ້ສືບຕໍ່ເພີ່ມເຕີມ ແລະ ພັດທະນາຄວາມຄິດກ່ຽວກັບການເຊື່ອມໂຍງສາກົນ, ໂດຍສຸມໃສ່ການເຊື່ອມໂຍງຢ່າງໃກ້ຊິດກັບການເສີມສ້າງກຳລັງແຮງພາຍໃນ ແລະວາມສາມາດໃນການແຂ່ງຂັນຂອງຊາດ ເຊິ່ງສ້າງຮາກຖານເພື່ອບັນລຸເປົ້າໝາຍການພັດທະນາຢ່າງວ່ອງໄວ ແລະຍືນຍົງພາຍໃນປີ 2030, ໂດຍມີວິໄສທັດເຖິງປີ 2045.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມການທູດຄັ້ງທີ 33 ໃນຫົວຂໍ້ “ສົ່ງເສີມບົດບາດນຳໜ້າແລະປະຕິບັດໜ້າທີ່ສຳຄັນ ແລະຕໍ່ເນື່ອງຂອງນະໂຍບາຍການຕ່າງປະເທດຂອງຫວຽດນາມໃນຍຸກໃໝ່”, ວັນທີ 1 ສິງຫາ 2026 _ພາບ: dantri.com.vn

ການປ່ຽນແປງໃນຄວາມຄິດແລະພຶດຕິກຳຕົວຈິງການເຊື່ອມໂຍງສາກົນຂອງຫວຽດນາມ

ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກກອມມູນິດຫວຽດນາມ (ປີ 2011), ແນວຄິດກ່ຽວກັບການເຊື່ອມໂຍງສາກົນໄດ້ມີການພັດທະນາທີ່ສຳຄັນ, ໂດຍປ່ຽນຈຸດສຸມຈາກການເຊື່ອມໂຍງທາງເສດຖະກິດ ໄປສູ່ການຂະຫຍາຍຕົວໃນທຸກຂົງເຂດ: ການເມືອງ, ການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ວັດທະນະທຳ ແລະ ສັງຄົມ, ການສຶກສາ ແລະຝຶກອົບຮົມ, ວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ເພື່ອຜັນຂະຫຍາຍຕາມທິດທາງດັ່ງກ່າວ, ໃນວັນທີ 10 ເມສາ 2013, ຂອງກົມການເມືອງສູນກາງໄດ້ອອກມະຕິເລກທີ 22-NQ/TW "ກ່ຽວກັບການເຊື່ອມໂຍງສາກົນ”.

ຜ່ານ 15 ປີແຫ່ງການປະຕິບັດແນວທາງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແລະ 12 ປີແຫ່ງການຈັດຕັ້ງປະຕິບັດມະຕິເລກທີ 22-NQ/TW, ການເຊື່ອມໂຍງສາກົນໄດ້ປະກອບສ່ວນອັນສຳຄັນໃນການຮັກສາສະພາບແວດລ້ອມສັນຕິພາບ, ປົກປ້ອງອະທິປະໄຕ, ຜືນແຜ່ນດິນອຜນຄົບຖ້ວນ ແລະ ຄວາມໝັ້ນຄົງຂອງຊາດ, ສົ່ງເສີມການພັດທະນາເສດຖະກິດແລະສັງຄົມ ແລະ ເສີມຂະຫຍາຍສະຖານະຂອງປະເທດຊາດໃນເວທີສາກົນ. ຜົນໄດ້ຮັບເຫຼົ່ານີ້ຢືນຢັນວ່າ ນະໂຍບາຍການເຊື່ອມໂຍງສາກົນຂອງພັກມີຄວາມຖືກຕ້ອງ, ທັນທ່ວງທີ ແລະສອດຄ່ອງກັບທ່າອ່ຽງການພັດທະນາຂອງຍຸກສະໄໝ.

ໃນຂົງເຂດການເມືອງ, ການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ຂະບວນການນີ້ໄດ້ປະກອບສ່ວນເຂົ້າໃນການຂະຫຍາຍ ແລະກະຊັບຄວາມສຳພັນກັບບັນດາຄູ່ຮ່ວມມື, ເພີ່ມຈຳນວນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ ທັງໝົດເປັນ 43 ປະເທດ ເຊິ່ງລວມທັງສະມາຊິກຖາວອນທັງ 5 ປະເທດຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ທີ່ໄດ້ສ້າງຕັ້ງການຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ. ຢ່າງໃດກໍ່ຕາມ, ຄວາມສຳພັນບາງປະການ ລວມທັງສາຍພົວພັນທີ່ມີຄວາມສຳຄັນຍຸດທະສາດຕໍ່ຄວາມໝັ້ນຄົງ ແລະການພັດທະນາຂອງປະເທດ, ຍັງບໍ່ບັນລຸທ່າແຮງສູງສຸດໃນການຮ່ວມມື, ກົນໄກໃນການຈັດການກັບບັນຫາທີ່ເກີດຂຶ້ນໃໝ່ໄດ້ຢ່າງທັນການ ແລະມີປະສິດທິພາບຍັງຄົງຂາດແຄນ ແລະບໍ່ສອດຄ່ອງກັນ ແລະຈຳເປັນຕ້ອງໄດ້ຮັບການເສີມສ້າງໃຫ້ເຂັ້ມແຂງຍິ່ງຂຶ້ນທັງໃນດ້ານຄວາມເລິກເຊິ່ງ ແລະຄວາມໜ້າເຊື່ອຖືທາງການເມືອງ.

ໃນຂົງເຂດເສດຖະກິດ, ການເຊື່ອມໂຍງສາກົນໄດ້ປະກອບສ່ວນສຳຄັນໃນການຂະຫຍາຍຕະຫຼາດສົ່ງອອກ, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ຄ່ອຍໆ ຕອບສະໜອງມາດຕະຖານຂອງຕະຫຼາດທີ່ມີຄວາມຕ້ອງການທາງເຕັກນິກສູງ, ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການປັບຕົວໃຫ້ສອດຄ່ອງກັບແນວປະຕິບັດສາກົນ. ຢ່າງໃດກໍ່ຕາມ, ປະສິດທິພາບຂອງການໃຊ້ປະໂຫຍດຈາກໂອກາດການເຊື່ອມໂຍງສາກົນຍັງບໍ່ສະໝ່ຳສະເໝີ; ຈຳນວນວິສາຫະກິດໃນປະເທດທີ່ເຂົ້າຮ່ວມໃນລະບົບຕ່ອງໂສ້ການຜະລິດ ແລະການຈັດຈຳໜ່າຍຂອງບໍລິສັດຂ້າມຊາດຍັງຄົງມີຈຳກັດ ແລະຄວາມສາມາດໃນການຮັບ ແລະພັດທະນາເຕັກໂນໂລຊີຍັງບໍ່ທັນຕອບສະໜອງຄວາມຕ້ອງການ. ພາກວິສາຫະກິດທີ່ໄດ້ຮັບເງິນທຶນຈາກ FDI ຍັງຄົງກວມເອົາອັດຕາສ່ວນໃຫຍ່ໃນມູນຄ່າການສົ່ງອອກ, ເຖິງແມ່ນວ່າໃນຕະຫຼາດທີ່ຫວຽດນາມໄດ້ເຊັນສັນຍາການຄ້າເສລີ (FTA) ແລ້ວກໍຕາມ.

ການເຊື່ອມໂຍງໃນຂົງເຂດວັດທະນະທໍາແລະສັງຄົມ, ການສຶກສາແລະຝຶກອົບຮົມ, ວິທະຍາສາດແລະເຕັກໂນໂລຊີ ໄດ້ບັນລຸຜົນສຳເລັດທາງບວກຫຼາຍຢ່າງ ເຊິ່ງປະກອບສ່ວນເຂົ້າໃນການພັດທະນາຄຸນນະພາບຊັບພະຍາກອນມະນຸດ ແລະຊີວິດທາງສັງຄົມ. ຂະບວນການນີ້ໄດ້ກໍ່ໃຫ້ເກີດຄວາມທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນມົນລະພິດທາງສິ່ງແວດລ້ອມ ແລະຜົນກະທົບຈາກອົງປະກອບທາງວັດທະນະທໍາຕ່າງຊາດ ເຊິ່ງອາດຈະສົ່ງຜົນກະທົບຕໍ່ການອະນຸລັກ ແລະສົ່ງເສີມເອກະລັກທາງວັດທະນະທໍາຂອງຊາດ ຖ້າບໍ່ໄດ້ຮັບການຄຸ້ມຄອງຢ່າງມີປະສິດທິພາບ.

ໂດຍລວມແລ້ວ, ຄວາມສາມາດພາຍໃນຂອງເສດຖະກິດ ແລະວິສາຫະກິດຫວຽດນາມຍັງຄົງຕ້ອງການການເສີມສ້າງໃຫ້ເຂັ້ມແຂງຍິ່ງຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການຂອງການເຊື່ອມໂຍງສາກົນທີ່ເລິກເຊິ່ງ ແລະຮອບດ້ານ. ການເຊື່ອມໂຍງລະຫວ່າງພາກເສດຖະກິດຍັງຄົງອ່ອນແອ, ລະດັບການເຂົ້າຮ່ວມໃນລະບົບຕ່ອງໂສ້ມູນຄ່າທົ່ວໂລກຍັງບໍ່ທັນພຽງພໍ ແລະປະສິດທິພາບໃນການໃຊ້ປະໂຫຍດຈາກຄຳໝັ້ນສັນຍາສາກົນຍັງບໍ່ສູງ. ໃນຂະນະດຽວກັນ, ການເຊື່ອມໂຍງລະຫວ່າງໜ່ວຍງານພາຍໃນເສດຖະກິດຍັງຂາດຄວາມເປັນລະບົບ ແລະລະບົບຕ່ອງໂສ້ການສະໜອງທີ່ເຂັ້ມແຂງພຽງພໍຍັງບໍ່ທັນເກີດຂຶ້ນເພື່ອເພີ່ມມູນຄ່າເພີ່ມ. ຄວາມເປັນຈິງນີ້ຮຽກຮ້ອງໃຫ້ມີການປັບປຸງຍຸດທະສາດ ແລະຄວາມຄົບຊຸດກັນທັງໃນດ້ານຄວາມຄິດ ແລະວິທີການຜັນຂະຫຍາຍການເຊື່ອມໂຍງສາກົນໃນໄລຍະຕໍ່ໄປ.

ໄລຍະໃໝ່, ສະພາບການໃໝ່ສຳລັບການເຊື່ອມໂຍງສາກົນ

ນັບແຕ່ປີ 2026 ເປັນຕົ້ນໄປ, ປະເທດກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາຍຸດທະສາດ, ໂດຍມຸ່ງບັນລຸເປົ້າໝາຍພາຍໃນປີ 2030 ແລະວິໄສທັດເຖິງປີ 2045. ໃນສະພາບການນີ້, ການເຊື່ອມໂຍງສາກົນປະເຊີນກັບຄວາມຕ້ອງການ ແລະເງື່ອນໄຂໃໝ່ໆ  ເຊິ່ງມີລັກສະນະແຕກຕ່າງຈາກໄລຍະປີ 2011-2025 ຫຼາຍປະການ ແລະຕ້ອງການວິທີການທີ່ກະຕືລືລົ້ນ, ຮອບດ້ານ ແລະ ມີປະສິດທິພາບຫຼາຍຂຶ້ນ. ບົນພື້ນຖານການສະຫຼຸບສັງລວມພຶດຕິກຳຕົວຈິງ, ໃນວັນທີ 24 ມັງກອນ 2025, ມະຕິເລກທີ 59-NQ/TW ຂອງກົມການເມືອງສູນກາງພັກ “ກ່ຽວກັບການເຊື່ອມໂຍງສາກົນໃນສະຖານະການໃໝ່” ໄດ້ຖືກອອກໂດຍມີເຈດຕະນາເສີມຂະຫຍາຍຜົນສຳເລັດ, ການເອົາຊະນະຂໍ້ຈຳກັດ ແລະເສີມຂະຫຍາຍຄວາມສາມາດໃນການປັບຕົວໃຫ້ເຂົ້າກັບການປ່ຽນແປງທີ່ໄວວາ ແລະສັບສົນໃນສະພາບແວດລ້ອມສາກົນ.

ຍຸກໃໝ່ໃນຫວຽດນາມຖືກນິຍາມວ່າເປັນຍຸກແຫ່ງຄວາມກ້າວໜ້າພັດທະນາຂອງຊາດ, ໂດຍມີເປົ້າໝາຍເພື່ອສ້າງປະເທດຫວຽດນາມສັງຄົມນິຍົມໃຫ້ສຳເລັດ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ອາລະຍະທຳ. ປະຊາຊົນມີຊີວິດທີ່ອີ່ມໜຳສຳລານແລະມີຄວາມສຸກ, ມີເງື່ອນໄຂໃນການພັດທະນາ ແລະມີສ່ວນຮ່ວມຫຼາຍຂຶ້ນເລື້ອຍໆ ໃນການສ້າງສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງໂລກ. ບຸລິມະສິດອັນດັບຕົ້ນໆໃນຍຸກໃໝ່ແມ່ນ ການບັນລຸເປົ້າໝາຍຍຸດທະສາດໃຫ້ສຳເລັດພາຍໃນປີ 2030, ຫວຽດນາມຈະກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທີ່ທັນສະໄໝ ແລະ ມີລາຍໄດ້ປານກາງສູງ ແລະຮອດປີ 2045 ຈະກາຍເປັນປະເທດສັງຄົມນິຍົມທີ່ພັດທະນາແລ້ວ ແລະມີລາຍໄດ້ສູງ; ປຸກກະຕຸ້ນບັນຍາກາດຫ້າວຫັນຂອງຊາດ, ຄວາມເປັນເຈົ້າຕົນເອງ, ຄວາມໝັ້ນໃຈໃນຕົນເອງ, ຄວາມສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມພາກພູມໃຈໃນຊາດ ແລະ ຄວາມປາດຖະໜາໃນການພັດທະນາປະເທດຢ່າງແຂງແຮງ; ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝຢ່າງໃກ້ຊິດ. ຈຸດເລີ່ມຕົ້ນຂອງຍຸກໃໝ່ແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ(1).

ໃນເວທີສາກົນ, ຕັ້ງແຕ່ປີ 2025 ເປັນຕົ້ນໄປ, ສະຖານະການໂລກຍັງສືບຕໍ່ປ່ຽນແປງຢ່າງໄວວາ, ສັບສົນ ແລະ ຄາດເດົາໄດ້ຍາກຂຶ້ນ. ການປັບປ່ຽນນະໂຍບາຍຂອງບັນດາປະເທດມະຫາອຳນາດສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ພູມສັນຖານຂອງການພົວພັນສາກົນ. ສາຍພົວພັນລະຫວ່າງບັນດາປະເທດມະຫາອຳນາດຍັງສືບຕໍ່ຄອບງຳຂະບວນການທາງເສດຖະກິດ, ການເມືອງ ແລະຄວາມໝັ້ນຄົງຂອງໂລກຫຼາຍດ້ານ; ການພົວພັນລະຫວ່າງສູນກາງອຳນາດບາງແຫ່ງໄດ້ຮັບການປັບປ່ຽນຢ່າງຍືດຫຍຸ່ນຕາມຜົນປະໂຫຍດ ແລະບັນຫາສະເພາະ. “ຈຸດຮ້ອນ” ຂອງຂໍ້ຂັດແຍ່ງໃນພາກພື້ນຍັງຄົງມີຢູ່ ແລະກໍ່ໃຫ້ເກີດຄວາມສ່ຽງຢ່າງຫຼາຍ; ເຂດຄວາມຂັດແຍ່ງຢູ່ຫຼາຍແຫ່ງຍັງເກີດຂຶ້ນ ໂດຍມີພັດທະນາການທີ່ສັບສົນກ່ຽວຂ້ອງກັບຄວາມໝັ້ນຄົງໃນພາກພື້ນ ແລະສາຍພົວພັນລະຫວ່າງຝ່າຍຕ່າງໆ ເຊິ່ງເພີ່ມຄວາມສ່ຽງຂອງຜົນກະທົບທີ່ຕໍ່ເນື່ອງຕໍ່ສະຖຽນລະພາບໃນພາກພື້ນ ແລະ ຕະຫຼາດພະລັງງານໂລກ.  ຄຽງຄູ່ກັບການແຂ່ງຂັນທາງການຄ້າແລະເຕັກໂນໂລຢີລະຫວ່າງບັນດາປະເທດມະຫາອຳນາດ, ປັດໄຈເຫຼົ່ານີ້ກຳລັງສົ່ງຜົນກະທົບຕໍ່ໂອກາດໃນການເຕີບໂຕ ແລະ ຄວາມໝັ້ນຄົງຂອງເສດຖະກິດໂລກໃນໄລຍະກາງ ແລະໄລຍະຍາວຫຼາຍຂຶ້ນເລື້ອຍໆ.

ໃນໄລຍະຍາວ, ໂລກກຳລັງມີທ່າອ່ຽງໄປສູ່ໂລກຫຼາຍຂົ້ວອຳນາດ. ສະຫະລັດອາເມລິກາແລະຈີນຍັງຄົງເປັນສູນກາງອຳນາດທີ່ໂດດເດັ່ນສອງແຫ່ງ, ໃນຂະນະທີ່ປະເທດມະຫາອຳນາດຕ່າງໆ ເຊັ່ນ ອິນເດຍ, ຍີ່ປຸ່ນ, ເຢຍລະມັນ, ຣັດເຊຍ ແລະ ສະຫະພາບເອີຣົບ (EU) ມີບົດບາດສຳຄັນຫຼາຍຂຶ້ນໃນການກຳນົດລະບຽບສາກົນ. ສາຍພົວພັນລະຫວ່າງປະເທດມະຫາອຳນາດ ແມ່ນການປະສົມປະສານລະຫວ່າງການຮ່ວມມື ແລະການແຂ່ງຂັນ, ໂດຍການແຂ່ງຂັນຍຸດທະສາດທະວີຄວາມຮຸນແຮງ ແລະຂະຫຍາຍຕົວໄປຍັງຂົງເຂດສຳຄັນເຊັ່ນ ເຕັກໂນໂລຊີ, ຂໍ້ມູນ ແລະ ລະບົບຕ່ອງໂສ້ການສະໜອງ. ການປະຕິວັດອຸດສາຫະກຳຄັ້ງທີ 4 ກຳລັງເຂົ້າສູ່ໄລຍະທີ່ເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ຂະບວນການປັບໂຄງສ້າງເສດຖະກິດໂລກ ແລະຂະຫຍາຍຊ່ອງຫວ່າງການພັດທະນາໃຫ້ກວ້າງຂຶ້ນລະຫວ່າງປະເທດ, ໂດຍສະເພາະໃນດ້ານເຕັກໂນໂລຊີ ແລະການຫັນປ່ຽນດິຈິຕອນ.

ໂລກາພິວັດຍັງຄົງດຳເນີນຕໍ່ໄປ, ແຕ່ຮູບແບບແລະວິທີການດຳເນີນງານກຳລັງປ່ຽນແປງໄປຢ່າງຫຼາຍ. ອັດຕາການເຕີບໂຕຂອງການຄ້າສິນຄ້າມີແນວໂນ້ມທີ່ຈະຊ້າລົງ, ໃນຂະນະທີ່ການຄ້າບໍລິການ, ເສດຖະກິດດິຈິຕອນ ແລະຂະແໜງການທີ່ກ່ຽວຂ້ອງກັບການເຕີບໂຕສີຂຽວກຳລັງມີບົດບາດຫຼາຍຂຶ້ນເລື້ອຍໆ. ບັນດາປັດໄຈທາງພູມິສາດການເມືອງ, ແນວໂນ້ມການກີດກັນທາງການຄ້າ ແລະການດັດປັບລະບົບຕ່ອງໂສ້ການສະໜອງລະດັບໂລກ ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການຄ້າ ແລະການລົງທຶນສາກົນ, ຜ່ານນັ້ນຈຶ່ງປັບປ່ຽນໂຄງສ້າງຂອງການເຊື່ອມໂຍງເສດຖະກິດໂລກ. ຕາມລາຍງານ Global Trade Outlook ຂອງກະຊວງການຄ້າແລະທຸລະກິດແຫ່ງສະຫະລາຊະອານາຈັກ (ເດືອນມິຖຸນາ 2025), ແນວໂນ້ມການເຕີບໂຕທາງເສດຖະກິດ ແລະການຄ້າໂລກໃນອີກຫຼາຍທົດສະວັດຂ້າງໜ້າມີແນວໂນ້ມໄປສູ່ການເຕີບໂຕທີ່ຊ້າລົງແຕ່ມີສະຖຽນລະພາບ. ໂດຍສະເພາະ, ການເຕີບໂຕຂອງຜະລິດຕະພັນມວນລວມພາຍໃນປະເທດ (GDP) ທົ່ວໂລກຄາດວ່າຈະສະເລ່ຍຢູ່ທີ່ປະມານ 2,6% ຕໍ່ປີຈົນຮອດປີ 2030, ຈາກນັ້ນຈະຫຼຸດລົງເປັນປະມານ 2,4% ໃນຊຸມປີ 2030 ແລະ 2% ໃນຊຸມປີ 2040. ຮອດປີ 2050, ຂະໜາດຂອງເສດຖະກິດໂລກອາດຈະເພີ່ມຂຶ້ນເປັນສາມເທົ່າ ໂດຍມີມູນຄ່າປະມານ 333 ພັນຕື້ໂດລາສະຫະລັດ(2). 

ການເຮັດໃຫ້ການພົວພັນສາກົນເປັນປະຊາທິປະໄຕຫຼາຍຂຶ້ນຍັງຄົງພັດທະນາຕໍ່ໄປ, ແຕ່ກໍປະເຊີນກັບແຮງກົດດັນຢ່າງຫຼວງຫຼາຍຈາກຜົນປະໂຫຍດທີ່ແຂ່ງຂັນກັນ ແລະຜົນປະໂຫຍດຍຸດທະສາດ. ບັນດາປະເທດຂະໜາດນ້ອຍ ແລະຂະໜາດກາງປະເຊີນກັບແຮງກົດດັນທີ່ເພີ່ມຂຶ້ນໃນການປັບປຸງສາຍພົວພັນກັບປະເທດມະຫາອຳນາດ, ພ້ອມກັນນັ້ນກໍ່ມີໂອກາດທີ່ຈະມີບົດບາດຫຼາຍຂຶ້ນຖ້າໃຊ້ໂອກາດໃນສະພາບແວດລ້ອມສາກົນຢ່າງມີປະສິດທິພາບ. ສັນຕິພາບ, ການຮ່ວມມື ແລະ ການພັດທະນາຍັງຄົງເປັນທ່າອ່ຽງທີ່ໂດດເດັ່ນ, ເຖິງວ່າຈະປະເຊີນກັບສິ່ງທ້າທາຍຫຼາຍຢ່າງ. ໃນສະພາບການປະຈຸບັນ, ສັນຕິພາບສ່ວນໃຫຍ່ເຂົ້າໃຈວ່າເປັນການບໍ່ມີຄວາມຂັດແຍ້ງໂດຍກົງລະຫວ່າງປະເທດມະຫາອຳນາດ, ໃນຂະນະທີ່ຄວາມຂັດແຍ່ງໃນທ້ອງຖິ່ນ ແລະຄວາມຂັດແຍ່ງທາງອາວຸດໃນຫຼາຍພາກພື້ນບໍ່ອາດຈະຢຸດຕິລົງໃນໄລຍະສັ້ນ. ຄວາມສ່ຽງຂອງຄວາມຂັດແຍ້ງຂະໜາດໃຫຍ່ລະຫວ່າງປະເທດມະຫາອຳນາດນັ້ນບໍ່ສູງ, ແຕ່ຄວາມຂັດແຍ່ງໃນທ້ອງຖິ່ນ ແລະ “ຈຸດຮ້ອນ” ໃນພາກພື້ນອາດຈະຍືດເຍື້ອ ແລະສັບສົນ.

ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ ແລະຄວາມບໍ່ໝັ້ນຄົງໃນພາກພື້ນເພີ່ມແນວໂນ້ມໃນການເສີມສ້າງຂີດຄວາມສາມາດດ້ານການປ້ອງກັນປະເທດ, ແຕ່ໂດຍລວມແລ້ວ, ປະເທດຕ່າງໆ ຍັງຄົງໃຫ້ຄວາມສຳຄັນກັບການຮັກສາສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ ເພື່ອລວມສູມຊັບພະຍາກອນໄປທີ່ການພັດທະນາ. ສິ່ງນີ້ສະແດງໃຫ້ເຫັນວ່າ, ນອກເໜືອຈາກການແຂ່ງຂັນແລ້ວ, ການຮ່ວມມືເພື່ອການພັດທະນາຍັງຄົງເປັນແນວໂນ້ມພື້ນຖານຂອງການພົວພັນສາກົນໃນປະຈຸບັນ(3). ສິ່ງທີ່ໜ້າສັງເກດຄື ການຫັນເປັນດິຈິຕອນ, ການຫັນປ່ຽນສີຂຽວ ແລະ ການພັດທະນາຢ່າງຍືນຍົງ ກຳລັງກາຍເປັນແນວໂນ້ມຫຼັກ ເຊິ່ງກຳນົດມາດຕະຖານໃໝ່ ແລະ "ກົດລະບຽບຂອງເກມ" ໃນການຮ່ວມມື ແລະການແຂ່ງຂັນລະຫວ່າງປະເທດ. ຄວາມຮຽກຮ້ອງຕ້ອງການໃໝ່ກ່ຽວກັບສິ່ງແວດລ້ອມ, ເຕັກໂນໂລຊີ ແລະການບໍລິຫານຄຸ້ມຄອງສ້າງແຮງກົດດັນໃຫ້ບັນດາປະເທດຕ້ອງປັບຕົວ, ແຕ່ຍັງເປີດໂອກາດໃຫ້ເຂົ້າຮ່ວມຢ່າງເລິກເຊິ່ງຍິ່ງຂຶ້ນ ໃນລະບົບຕ່ອງໂສ້ມູນຄ່າລະດັບໂລກ ຖ້າມີຍຸດທະສາດການປັບຕົວທີ່ເໝາະສົມ(4).

ຍູ້ແຮງແລະຍົກລະດັບການເຊື່ອມໂຍງສາກົນຕາມຈິດໃຈຂອງມະຕິເລກທີ 59-NQ/TW

ມະຕິເລກທີ 59-NQ/TW ໄດ້ກຳນົດແຜນນະໂຍບາຍແລະທິດທາງໃໝ່, ເຊິ່ງສະທ້ອນໃຫ້ເຫັນເຖິງພັດທະນາການທາງຄວາມຄິດ ແລະວິທີການຜັນຂະຫຍາຍການເຊື່ອມໂຍງສາກົນໃນໄລຍະປະຈຸບັນ. ມະຕິເລກທີ 59-NQ/TW ບໍ່ພຽງແຕ່ສືບທອດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ ແລະ ຫຼາກຫຼາຍຢ່າງຕໍ່ເນື່ອງເທົ່ານັ້ນ, ແຕ່ຍັງມຸ່ງຍົກລະດັບການເຊື່ອມໂຍງສາກົນຢ່າງຄົບຖ້ວນ, ເລິກເຊິ່ງ, ມີສາລະສຳຄັນ ແລະມີປະສິດທິພາບ. ຈາກເຈດຕະນາລົມຂອງກອງປະຊຸມທົ່ວປະເທດກ່ຽວກັບການຊາບຊຶມແລະຜັນຂະຫຍາຍປະຕິບັດມະຕິ 4 ສະບັບຂອງກົມການເມືອງສູນກາງ, ລວມທັງມະຕິເລກທີ 59-NQ/TW, ສາມາດສະຫຼຸບບັນຫາໄດ້ດັງນີ້:

 ທີໜຶ່ງ, ການສົ່ງເສີມການພົວພັນຕ່າງປະເທດ ແລະການເຊື່ອມໂຍງສາກົນ ແມ່ນໜ້າທີ່ທີ່ສຳຄັນແລະຕໍ່ເນື່ອງ. ການເຊື່ອມໂຍງສາກົນແມ່ນທິດທາງຍຸດທະສາດທີ່ສຳຄັນຂອງພັກ, ເປັນໜຶ່ງໃນແຮງຜັກດັນທີ່ສຳຄັນສຳລັບການພັດທະນາປະເທດຢ່າງວ່ອງໄວ ແລະຍືນຍົງ ເຊິ່ງເຊື່ອມໂຍງຢ່າງໃກ້ຊິດກັບໜ້າທີ່ປົກປັກຮັກສາປະເທດຊາດ “ຕັ້ງແຕ່ຕົ້ນແລະຈາກໄລຍະໄກ”; ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງຂອງຊາດ, ຮັກສາເອກະລາດ, ຄວາມເປັນເຈົ້າຕົນເອງ, ເສີມຂະຫຍາຍຖານະ ແລະກຽດສັກສີຂອງປະເທດ; ສົ່ງເສີມຄວາມກ້າວໜ້າແລະຄວາມສະເໝີພາບທາງສັງຄົມ, ປົກປ້ອງສິ່ງແວດລ້ອມ ແລະສົ່ງເສີມເອກະລັກທາງວັດທະນະທຳຂອງຊາດ. ດ້ວຍທິດທາງນີ້, ທຸກລະດັບແລະທຸກຂະແໜງການຕັ້ງແຕ່ສູນກາງເຖິງທ້ອງຖິ່ນ ຈຳເປັນຕ້ອງເຂົ້າໃຈ ແລະຈັດຕັ້ງປະຕິບັດທັດສະນະທີ່ວ່າ ການເຊື່ອມໂຍງສາກົນແມ່ນໜ້າທີ່ເປັນປົກກະຕິທີ່ມີຄວາມໝາຍຍຸດທະສາດໄລຍະຍາວ, ທຽບເທົ່າກັບໜ້າທີ່ປັບປຸງການປ້ອງກັນປະເທດ ແລະ ຮັກສາຄວາມໝັ້ນຄົງ. ການເຊື່ອມໂຍງສາກົນຕ້ອງດຳເນີນການຢ່າງພ້ອມໆກັນໃນທຸກຂົງເຂດຂອງຊີວິດທາງເສດຖະກິດແລະສັງຄົມ, ເຊື່ອມໂຍງກັບແຕ່ລະຂະແໜງການ, ແຕ່ລະທ້ອງຖິ່ນ, ແຕ່ລະອົງການ ແລະໜ່ວຍງານ. ພ້ອມກັນນັ້ນ,  ຕ້ອງລົງທຶນຊັບພະຍາກອນທີ່ເໝາະສົມໃນການເຊື່ອມໂຍງສາກົນ, ບໍ່ພຽງແຕ່ດ້ານການເງິນເທົ່ານັ້ນ, ແຕ່ຍັງລວມເຖິງສະຖາບັນ, ຊັບພະຍາກອນບຸກຄົນ ແລະຄວາມສາມາດໃນການຄາດຄະເນ ແລະການໃຫ້ຄຳປຶກສາດ້ານຍຸດທະສາດ; ສຸມໃສ່ການປັບປຸງປະສິດທິພາບການເຄື່ອນໄຫວຂອງອົງການທີ່ກ່ຽວຂ້ອງໂດຍກົງ ແລະໂດຍອ້ອມກັບການເຊື່ອມໂຍງໃນລະດັບສູນກາງ ແລະທ້ອງຖິ່ນ. ໃຊ້ປະໂຫຍດຈາກໂອກາດທີ່ເກີດຈາກການເຊື່ອມໂຍງສາກົນຢ່າງມີປະສິດທິພາບ, ຫັນປ່ຽນຄຳໝັ້ນສັນຍາສາກົນໃຫ້ກາຍເປັນແຮງຂັບເຄື່ອນເພື່ອການພັດທະນາ; ຄວາມ ເປັນເຈົ້າການໃນການປ້ອງກັນ ແລະຫຼຸດຜ່ອນຜົນກະທົບທາງລົບ, ຮັບປະກັນການເຊື່ອມໂຍງສາກົນ ຈະກາຍເປັນແຮງຂັບເຄື່ອນທີ່ສຳຄັນຢ່າງແທ້ຈິງສຳລັບການພັດທະນາ ແລະການປ້ອງກັນປະເທດໃນສະຖານະການໃໝ່.

ທີສອງ, ການເຊື່ອມໂຍງສາກົນແມ່ນພາລະກິດຂອງປະຊາຊົນທົ່ວປະເທດ ແລະລະບົບການເມືອງທັງໝົດ, ພາຍໃຕ້ການນຳພາ ແລະການຊີ້ນຳທີ່ເປັນເອກະພາບຂອງພັກ, ການຄຸ້ມຄອງລວມສູນຂອງລັດ. ການເຊື່ອມໂຍງສາກົນຕ້ອງຖືເອົາທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນເປັນສູນກາງ ແລະເປັນແຮງຂັບເຄື່ອນຫຼັກຂອງຂະບວນການນີ້. ດັ່ງນັ້ນ, ແນວທາງແລະແຜນນະໂຍບາຍທັງໝົດທີ່ກ່ຽວກັບການເຊື່ອມໂຍງສາກົນ ຄວນແນໃສ່ຮັບໃຊ້ຜົນປະໂຫຍດທີ່ແທດຈິງຂອງທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນ; ຂະບວນການສ້າງ ແລະຈັດຕັ້ງປະຕິບັດນະໂຍບາຍຕ້ອງຮັບປະກັນການມີສ່ວນຮ່ວມຢ່າງເຕັມທີ່ ແລະ ທັນເວລາຂອງໜ່ວຍງານທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ໃຫ້ເພີ່ມທະວີວຽກງານການຊີ້ນຳ ແລະ ໃຫ້ຂໍ້ມູນທີ່ສົມບູນ ແລະຖືກຕ້ອງກ່ຽວກັບກົນໄກ, ນະໂຍບາຍ, ຕະຫຼາດສາກົນ ແລະ ບັນຫາທີ່ກ່ຽວຂ້ອງກັບກິດຈະກຳການເຊື່ອມໂຍງສາກົນ; ປົກປ້ອງສິດແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນຢ່າງມີປະສິດທິພາບ ໃນຂະບວນການເຊື່ອມໂຍງສາກົນ.

ທີສາມ, ການເຊື່ອມໂຍງສາກົນໄດ້ຮັບການຈັດຕັ້ງປະຕິບັດບົນພື້ນຖານຂອງການເພີ່ມຄວາມເຂັ້ມແຂງພາຍໃນປະເທດ ແລະເສີມຂະຫຍາຍກຳລັງແຮງພາຍໃນປະເທດໃຫ້ສູງສຸດ ຄວບຄູ່ໄປກັບການໃຊ້ປະໂຫຍດຈາກຊັບພະຍາກອນພາຍນອກຢ່າງມີປະສິດທິພາບ. ຂະບວນການເຊື່ອມໂຍງສາກົນຈຳເປັນຕ້ອງຕິດແທດກັບຄວາມຕ້ອງການໃນການປັບປຸງສະຖາບັນ, ຍົກລະດັບຄຸນນະພາບຊັບພະຍາກອນມະນຸດ ແລະ ການສ້າງໂຄງສ້າງພື້ນຖານທີ່ທັນສະໄໝ ແລະສອດຄ່ອງກັນ; ຜ່ານນັ້ນ, ເພີ່ມຄວາມເຂັ້ມແຂງໂດຍລວມ ແລະຄວາມສາມາດໃນການການແຂ່ງຂັນຂອງປະເທດ. ໃນເວລາດຽວກັນ, ຈຳເປັນຕ້ອງເສີມສ້າງການເຊື່ອມໂຍງລະຫວ່າງພາກພື້ນ, ຂະແໜງເສດຖະກິດ ແລະຊົນຊັ້ນທາງສັງຄົມ, ຮັບປະກັນຄວາມສອດຄ່ອງ ແລະປະສິດທິພາບທົ່ວທັງລະບົບເສດຖະກິດ. ຄວນໃຫ້ຄວາມສຳຄັນກັບການສົ່ງເສີມການເຊື່ອມໂຍງລະຫວ່າງພາກສ່ວນເສດຖະກິດຕ່າງໆ ລວມທັງເສດຖະກິດຂອງລັດ, ເສດຖະກິດເອກະຊົນ, ເສດຖະກິດລວມໝູ່ ແລະ ພາກການລົງທຶນໂດຍກົງຈາກຕ່າງປະເທດ; ເພີ່ມທະວີການປະສານງານລະຫວ່າງພາກສ່ວນຕ່າງໆ ເຊັ່ນ: ລັດ, ຜູ້ຜະລິດ, ນັກວິທະຍາສາດ, ນັກທຸລະກິດ ແລະກຸ່ມສັງຄົມທີ່ກ່ຽວຂ້ອງ. ການເຊື່ອມໂຍງນີ້ຈຳເປັນຕ້ອງສະແດງໃຫ້ເຫັນຕະຫຼອດຂະບວນການເຊື່ອມໂຍງສາກົນ, ຕັ້ງແຕ່ການສ້າງສະຖາບັນ, ນະໂຍບາຍ, ການວາງແຜນ ຈົນເຖິງການຈັດຕັ້ງປະຕິບັດ ແລະ ການແກ້ໄຂບັນຫາທີ່ເກີດຂຶ້ນໃໝ່. ນີ້ແມ່ນທິດທາງທີ່ສຳຄັນເຊິ່ງແນໃສ່ການເອົາຊະນະຄວາມແຕກແຍກ ແລະ ການຂາດການປະສານງານໃນຂະບວນການເຊື່ອມໂຍງສາກົນໃນຊຸມປີມໍ່ໆມານີ້ ແລະ ຊ່ວຍປັບປຸງຄຸນນະພາບ, ປະສິດທິພາບ ແລະ ຄວາມຍືນຍົງຂອງການເຊື່ອມໂຍງສາກົນໃນໄລຍະໃໝ່. 

ບັນດາເອກອັກຄະລັດຖະທູດ, ຮັກສາການແທນເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ, ຫົວໜ້າໜ່ວຍງານ ແລະອົງການຈັດຕັ້ງສາກົນຕ່າງໆ ເຂົ້າຢ້ຽມຢາມແລະຮຽນຮູ້ກ່ຽວກັບວັດທະນະທຳຂອງຊາດ ທີ່ໝູ່ບ້ານວັດທະນະທຳ ແລະການທ່ອງທ່ຽວຂອງຊົນເຜົ່າຫວຽດນາມ . ພາບ: TTXVN

ທີສີ່, ເປັນເຈົ້າການໃນການປະກອບສ່ວນໃນດ້ານສະຕິປັນຍາ ແລະຊັບພະຍາກອນເພື່ອສັນຕິພາບ, ການຮ່ວມມື, ການເຊື່ອມໂຍງ ແລະ ການພັດທະນາໃນລະດັບສາກົນ. ຈິດໃຈຂອງມະຕິເລກທີ 59-NQ/TW ສະແດງໃຫ້ເຫັນວ່າ ການເຊື່ອມໂຍງສາກົນແມ່ນຂະບວນການຂອງການຍຶດໝັ້ນຢ່າງຈິງຈັງ, ການມີສ່ວນຮ່ວມຢ່າງຕັ້ງໜ້າ ແລະຫ້າວຫັນໃນການສ້າງ ແລະກຳນົດກົດລະບຽບ ແລະຫຼັກການຮ່ວມຂອງປະຊາຄົມສາກົນ. ສິ່ງນີ້ສະທ້ອນໃຫ້ເຫັນເຖິງຄວາມຈຳເປັນໃນການເພີ່ມທະວີການປະກອບສ່ວນອັນແທ້ຈິງ ຂອງຫວຽດນາມຕໍ່ຂະບວນການນີ້. ພ້ອມກັບການສົ່ງເສີມການປະກອບສ່ວນທາງດ້ານສະຕິປັນຍາຜ່ານການລິເລີ່ມ ແລະຂໍ້ສະເໜີຕ່າງໆ, ຫວຽດນາມຈຳເປັນຕ້ອງມີສ່ວນຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນຊັບພະຍາກອນທີ່ເໝາະສົມ, ລວມທັງການເງິນ, ວັດສະຖຸ ແລະ ຊັບພະຍາກອນບຸກຄົນ ໃນກິດຈະກຳຮ່ວມກັນໃນພາກພື້ນແລະສາກົນ. ການເຂົ້າຮ່ວມນີ້ຕ້ອງດຳເນີນການບົນພື້ນຖານຂອງຄວາມສາມາດ ແລະ ເງື່ອນໄຂສະເພາະຂອງປະເທດ, ຮັບປະກັນປະສິດທິພາບ, ແທດຈິງ ແລະຄວາມສອດຄ່ອງກັບຜົນປະໂຫຍດຂອງຊາດ-ປະເທດຊາດ.  ສິ່ງນີ້ສະແດງໃຫ້ເຫັນຢ່າງຈະແຈ້ງຍິ່ງຂຶ້ນ ເຖິງຄວາມຮັບຜິດຊອບ, ຄວາມພ້ອມ ແລະຄວາມສາມາດຂອງຫວຽດນາມ ໃນການປະກອບສ່ວນເຂົ້າໃນການແກ້ໄຂບັນຫາທົ່ວໄປໃນລະດັບພາກພື້ນ ແລະທົ່ວໂລກ ແລະຊ່ວຍເສີມສ້າງບົດບາດຂອງຫວຽດນາມໃນຖານະຜູ້ຮ່ວມງານທີ່ໜ້າເຊື່ອຖື ແລະ ສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ສອດຄ່ອງກັບນະໂຍບາຍການຕ່າງປະເທດຂອງພັກກອມມູນິດຫວຽດນາມ.

ທີຫ້າ, ການເຮັດໃຫ້ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະການຫັນເປັນດິຈິຕອນ ເປັນເນື້ອໃນສຳຄັນຂອງການເຊື່ອມໂຍງສາກົນ. ຕາມຈິດໃຈຂອງມະຕິເລກທີ 59-NQ/TW ຈຳເປັນຕ້ອງເຊື່ອມໂຍງເນື້ອໃນດ້ານວິທະຍາສາດ ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນເຂົ້າໃນຂໍ້ຕົກລົງ ແລະຂອບການຮ່ວມມືສາກົນຢ່າງເລິກເຊິ່ງ; ຊຸກຍູ້ການຈັດຕັ້ງແລະການຜັນຂະຫຍາຍປະຕິບັດກົນໄກການຮ່ວມມືໃນຂົງເຂດເຕັກໂນໂລຊີດິຈິຕອນ ຢ່າງມີປະສິດທິພາບ. ເປັນເຈົ້າການໃນການໃຊ້ປະໂຫຍດຈາກຊັບພະຍາກອນສາກົນ ເພື່ອພັດທະນາລະບົບນິເວດວິທະຍາສາດ ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ, ໂຄງສ້າງພື້ນຖານດິຈິຕອນ ແລະ ອຸດສາຫະກໍາພື້ນຖານ ເຊັ່ນ ເຊມິຄອນດັກເຕີແລະຊິບ; ຄ່ອຍໆປັບປຸງມາດຕະຖານ ແລະກົດລະບຽບພາຍໃນປະເທດໃຫ້ເຂົ້າໃກ້ມາດຕະຖານ ແລະແບບປະຕິບັດສາກົນທີ່ກ້າວຫນ້າ. ພ້ອມກັນນັ້ນ, ກໍສຸມໃສ່ການດຶງດູດບໍລິສັດເຕັກໂນໂລຊີຂະໜາດໃຫຍ່ໃຫ້ເຂົ້າມາລົງທຶນ ແລະສ້າງຕັ້ງສູນຄົ້ນຄວ້າ, ພັດທະນາ ແລະປ່ຽນແປງໃໝ່ປະດິດສ້າງໃນຫວຽດນາມ; ເພີ່ມທະວີການເຂົ້າຮ່ວມໃນເຄືອຂ່າຍນະວັດຕະກໍາລະດັບໂລກ ແລະກົນໄກການຮ່ວມມືທີ່ສອດຄ່ອງກັບຜົນປະໂຫຍດຂອງຊາດ-ປະເທດຊາດ.  ການລະບຸວ່າ ການເຊື່ອມໂຍງສາກົນໃນຂົງເຂດວິທະຍາສາດ ແລະເຕັກໂນໂລຊີ ເປັນທິດທາງບຸລິມະສິດທີ່ມີຜົນກະທົບແຜ່ກະຈາຍ ແລະ ສົ່ງຜົນກະທົບຕໍ່ຂົງເຂດອື່ນໆ ຂອງການເຊື່ອມໂຍງສາກົນ ແລະ ປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບການເຕີບໂຕ, ຄວາມສາມາດໃນການແຂ່ງຂັນ ແລະສະຖານະທາງເສດຖະກິດໃນສະພາບການໃໝ່.

ທີຫົກ, ພັດທະນາກົນໄກແລະນະໂຍບາຍທີ່ສົມບູນແບບເພື່ອດຶງດູດ ແລະໃຊ້ປະໂຫຍດຈາກຊັບພະຍາກອນສາກົນຢ່າງມີປະສິດທິພາບ, ໂດຍສະເພາະແມ່ນການລົງທຶນໂດຍກົງ ຈາກຕ່າງປະເທດທີ່ມີຄຸນນະພາບສູງ. ໃຫ້ຄວາມສຳຄັນກັບການດຶງດູດການລົງທຶນຈາກບໍລິສັດຂ້າມຊາດຂະໜາດໃຫຍ່ໃນຂົງເຂດທີ່ສຳຄັນເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການຂາຍຍ່ອຍ, ອຸດສາຫະກຳເຄິ່ງຕົວນຳ, ຊິບ ແລະບໍລິການທາງການເງິນ; ພ້ອມກັນນັ້ນ ສົ່ງເສີມໃຫ້ວິສາຫະກິດຫວຽດນາມລົງທຶນຢູ່ຕ່າງປະເທດ, ປັບປຸງປະສິດທິພາບການດຳເນີນງານ ແລະຄ່ອຍໆສ້າງຍີ່ຫໍ້ທີ່ໄດ້ຮັບການຍອມຮັບໃນລະດັບສາກົນ. ເສີມຂະຫຍາຍບົດບາດຂອງຫໍການຄ້າ ແລະອຸດສາຫະກຳຫວຽດນາມ (VCCI) ແລະ ສະມາຄົມຂະແໜງການອາຊີບ ໃນການເຊື່ອມໂຍງທຸລະກິດພາຍໃນປະເທດກັບບໍລິສັດຂ້າມຊາດ ເພື່ອເສີມຂະຫຍາຍຖານະ ແລະມູນຄ່າເພີ່ມຂອງຫວຽດນາມ ໃນລະບົບຕ່ອງໂສ້ການຜະລິດ ແລະການສະໜອງລະດັບໂລກ; ຊຸກຍູ້ການຖ່າຍໂອນເຕັກໂນໂລຊີຂັ້ນສູງ ແລະທັກສະການຄຸ້ມຄອງໃຫ້ແກ່ທຸລະກິດຫວຽດນາມ. ຍູ້ແຮງການທົບທວນ, ປັບປຸງ ແລະ ນຳຄຳໝັ້ນສັນຍາທາງເສດຖະກິດສາກົນມາໃຊ້ໃນປະເທດ ໂດຍຄຳນຶງເຖິງລັກສະນະ ແລະຄວາມຕ້ອງການຂອງແຜນງານ; ສ້າງການຫັນປ່ຽນຢ່າງພື້ນຖານໃນການປະຕິຮູບສະຖາບັນ ແລະການບໍລິຫານ, ປັບປຸງສະພາບແວດລ້ອມການລົງທຶນ ແລະທຸລະກິດໃຫ້ມີຄວາມໂປ່ງໃສ, ມີສະຖຽນລະພາບ ແລະ ຮັບປະກັນຫຼັກການບໍ່ຈຳແນກການປະພຶດ. ເປັນເຈົ້າການໃນການຄົ້ນຄວ້າປະສົບການສາກົນ ແລະໃຊ້ປະໂຫຍດຈາກຊັບພະຍາກອນສາກົນ ເພື່ອປັບປຸງກົນໄກ ແລະນະໂຍບາຍໃນການສົ່ງເສີມທຸລະກິດ, ໂດຍສະເພາະວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ (SMEs), ຍົກສູງຄວາມສາມາດໃນການແຂ່ງຂັນ, ຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງພາຍນອກ, ເພີ່ມທະວີຄວາມສາມາດໃນການດູດຊຶມເຕັກໂນໂລຊີ, ຊຸກຍູ້ການຫັນເປັນດິຈິຕອນ, ການປ່ຽນແປງສີຂຽວ, ການປ່ຽນແປງດ້ານພະລັງງານ ແລະປັບປຸງຜະລິດຕະພາບແຮງງານ. ຄຽງຄູ່ກັນນັ້ນ, ຄວນຄົ້ນຄວ້າແລະຜັນຂະຫຍາຍກົນໄກການທົດລອງທີ່ມີການຄວບຄຸມບາງຢ່າງ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດສາມາດບຸກທະລຸໃນຂົງເຂດໃໝ່ທີ່ມີທ່າແຮງ. ນີ້ແມ່ນທິດທາງທີ່ສຳຄັນສຳລັບການເຊື່ອມໂຍງເສດຖະກິດສາກົນໃນອະນາຄົດ, ປະກອບສ່ວນສ້າງພື້ນຖານໃຫ້ວິສາຫະກິດຫວຽດນາມເຂົ້າຮ່ວມໃນລະບົບຕ່ອງໂສ້ຄຸນຄ່າລະດັບໂລກຢ່າງເລິກເຊິ່ງຍິ່ງຂຶ້ນ, ດູດຊຶມເຕັກໂນໂລຢີ ແລະທັກສະການຄຸ້ມຄອງຂັ້ນສູງ, ແລະຄ່ອຍໆ ສ້າງແລະພັດທະນາຜະລິດຕະພັນເຄື່ອງໝາຍການຄ້າຫວຽດນາມທີ່ມີຄວາມສາມາດໃນການແຂ່ງຂັນໃນລະດັບສາກົນ.

ທີເຈັດ, ເສີມສ້າງແລະກະຊັບການພົວພັນກັບບັນດາຄູ່ຮ່ວມມື, ຍົກສູງປະສິດທິພາບຂອງການເຊື່ອມໂຍງສາກົນໃນຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນປະເທດແລະຮັກສາຄວາມໝັ້ນຄົງ. ສຸມໃສ່ປັບປຸງການພົວພັນກັບບັນດາປະເທດເພື່ອນບ້ານ, ບັນດາປະເທດມະຫາອຳນາດ ແລະຄູ່ຮ່ວມມືທີ່ສຳຄັນ; ປັບປຸງຄວາມໄວ້ວາງໃຈທາງດ້ານການເມືອງ ແລະເພີ່ມປະສິດທິພາບຂອງການຮ່ວມມື; ໃຊ້ປະໂຫຍດຈາກເຄືອຂ່າຍການພົວພັນຮ່ວມມືທີ່ມີຢູ່ໃຫ້ມີປະສິດທິພາບ ໂດຍມຸ່ງສູ່ຜົນປະໂຫຍດທີ່ຍືນຍົງໃນໄລຍະຍາວ. ເປັນເຈົ້າການໃນການຮັບບົດບາດແລະເສີມຂະຫຍາຍບົດບາດໃນອົງການ, ເວທີ ແລະ ກົນໄກການຮ່ວມມືລະດັບພາກພື້ນ ແລະສາກົນທີ່ຫວຽດນາມເປັນສະມາຊິກ;  ພ້ອມທີ່ຈະເຂົ້າຮ່ວມໃນຖານະຜູ້ຫຼິ້ນຫຼັກ, ປະກອບສ່ວນຢ່າງສ້າງສັນ ແລະມີຄວາມຮັບຜິດຊອບໃນການແກ້ໄຂບັນຫາຮ່ວມກັນ, ໂດຍສະເພາະແມ່ນບັນຫາທີ່ມີຄວາມສຳຄັນທາງຍຸດທະສາດ ຕາມສະພາບແລະຄວາມສາມາດຂອງປະເທດ. ໃນການພົວພັນຮ່ວມມື, ການເສີມສ້າງຄວາມໄວ້ວາງໃຈທາງການເມືອງຕ້ອງເຊື່ອມໂຍງກັບການເສີມສ້າງຜົນປະໂຫຍດທີ່ກ່ຽວພັນກັນ, ຄວບຄຸມ ແລະຈຳກັດປັດໄຈທີ່ອາດຈະກໍ່ໃຫ້ເກີດຄວາມສົງໄສ, ຄວາມເຂົ້າໃຈຜິດ ຫຼືສົ່ງຜົນກະທົບຕໍ່ການພົວພັນສອງຝ່າຍ ແລະ ຫຼາຍຝ່າຍຢ່າງຕັ້ງໜ້າ. ໃນການພົວພັນຕ່າງປະເທດຫຼາຍຝ່າຍ, ການເສີມຂະຫຍາຍບົດບາດ, ລະດັບການເຂົ້າຮ່ວມ ແລະ ຄວາມສາມາດໃນການສ້າງຄຸນປະໂຫຍດ, ໂດຍສະເພາະໃນບັນຫາທີ່ມີຄວາມສຳຄັນທາງຍຸດທະສາດ ຖືເປັນປັດໄຈສຳຄັນໃນການຍົກສູງສະຖານະ ແລະ ກຽດສັກສີຂອງປະເທດໃນເວທີສາກົນ ແລະ ຕອບສະໜອງຄວາມຕ້ອງການໃນການປົກປ້ອງຜົນປະໂຫຍດຂອງຊາດໃນສະຖານະການໃໝ່.

ທີແປດ, ສືບຕໍ່ຂະຫຍາຍແລະຍົກສູງປະສິດທິພາບຂອງການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນໃນຂົງເຂດການປ້ອງກັນປະເທດ ແລະຄວາມໝັ້ນຄົງ. ຍູ້ແຮງການພົວພັນຕ່າງປະເທດ ແລະການເຊື່ອມໂຍງສາກົນໃນຂົງເຂດການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ໂດຍຄ່ອຍໆເຮັດໃຫ້ສິ່ງນີ້ເປັນເສົາຄ້ຳທີ່ສຳຄັນໃນການພົວພັນກັບຫຼາຍປະເທດ, ໂດຍສະເພາະປະເທດເພື່ອນບ້ານ, ປະເທດໃນກຸ່ມອາຊຽນ, ປະເທດມະຫາອຳນາດ, ຄູ່ຮ່ວມມືຍຸດທະສາດ ແລະມິດສະຫາຍດັ້ງເດີມ.  ໃນສະພາບການຂອງການພັດທະນາທີ່ສັບສົນໃນໂລກ ແລະພາກພື້ນ, ການພົວພັນກັບຄູ່ຮ່ວມງານ, ໂດຍສະເພາະປະເທດເພື່ອນບ້ານ, ປະເທດໃນພາກພື້ນ ແລະປະເທດມະຫາອຳນາດ ມີຄວາມສຳຄັນເພີ່ມຂຶ້ນເລື້ອຍໆ ສຳລັບໜ້າທີ່ປົກປ້ອງການປ້ອງກັນປະເທດ ແລະຄວາມໝັ້ນຄົງຂອງຊາດ ແລະ ການປົກປັກຮັກສາປະເທດຊາດສັງຄົມນິຍົມຢ່າງໝັ້ນຄົງ. ການພົວພັນຕ່າງປະເທດແລະການເຊື່ອມໂຍງສາກົນໃນຂົງເຂດການປ້ອງກັນປະເທດ ແລະຄວາມໝັ້ນຄົງ ຄວນໄດ້ຮັບການສົ່ງເສີມໃນຖານະເຄື່ອງມືທີ່ມີປະສິດທິພາບໃນການສ້າງຄວາມໄວ້ວາງໃຈ, ເພີ່ມທະວີຄວາມເຂົ້າໃຈ, ປ້ອງກັນການຂັດແຍ້ງ ແລະປະກອບສ່ວນປົກປ້ອງປະເທດຊາດ “ຕັ້ງແຕ່ຕົ້ນ ແລະຈາກໄລຍະໄກ”. ສິ່ງນີ້ຈະຊ່ວຍເສີມຂະຫຍາຍປະສິດທິພາບຂອງການພົວພັນຕ່າງປະເທດ ແລະການເຊື່ອມໂຍງສາກົນໃນຂົງເຂດການປ້ອງກັນປະເທດ ແລະຄວາມໝັ້ນຄົງ, ປະກອບສ່ວນຮັກສາສະພາບແວດລ້ອມທີ່ສະຫງົບສຸກແລະໝັ້ນຄົງ ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ການພັດທະນາປະເທດຊາດຢ່າງວ່ອງໄວ ແລະຍືນຍົງໃນຍຸກໃໝ່.

ທີເກົ້າ, ຍູ້ແຮງການເຊື່ອມໂຍງສາກົນໃນຂົງເຂດວັດທະນະທຳ, ສັງຄົມ, ການສຶກສາ ແລະການຝຶກອົບຮົມ. ເປັນເຈົ້າການແລະຕັ້ງໜ້າໃນການເຊື່ອມໂຍງທາງດ້ານວັດທະນະທຳ ໂດຍຕິດພັນກັບການອະນຸລັກ, ສົ່ງເສີມ ແລະ ເຜີຍແຜ່ຄຸນຄ່າທາງວັດທະນະທຳແຫ່ງຊາດ; ພ້ອມທັງສ້າງສະພາບແວດລ້ອມທາງວັດທະນະທຳດິຈິຕອນທີ່ເໝາະສົມກັບຄວາມຕ້ອງການໃນການພັດທະນາເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ພົນລະເມືອງດິຈິຕອນ. ເປັນເຈົ້າການໃນການຮັບເອົາຄວາມຮູ້ ແລະໃຊ້ປະໂຫຍດຈາກຊັບພະຍາກອນສາກົນເພື່ອປັບປຸງສະຖາບັນ ແລະກົດໝາຍດ້ານແຮງງານແລະສັງຄົມ ໂດຍອີງໃສ່ລັກສະນະຂອງຫວຽດນາມ, ສອດຄ່ອງກັບມາດຕະຖານ ແລະແນວປະຕິບັດສາກົນ; ເພີ່ມທະວີການຮ່ວມມືໃນການຄົ້ນຄວ້າ, ການຖ່າຍໂອນເຕັກໂນໂລຊີດ້ານສິ່ງແວດລ້ອມ, ຄຸ້ມຄອງແລະນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ແລະຍືນຍົງ, ຮັບປະກັນຄວາມໝັ້ນຄົງດ້ານສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານນ້ຳ, ຄວາມໝັ້ນຄົງດ້ານອາຫານ, ປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດຄຳໝັ້ນສັນຍາສາກົນຢ່າງຄົບຖ້ວນ ແລະປະກອບສ່ວນຢ່າງມີຄວາມຮັບຜິດຊອບຕໍ່ຄວາມພະຍາຍາມຮ່ວມກັນຂອງປະຊາຄົມໂລກໃນການແກ້ໄຂບັນຫາທ້າທາຍລະດັບໂລກ. ຍູ້ແຮງການເຊື່ອມໂຍງສາກົນໃນດ້ານການສຶກສາ ແລະການຝຶກອົບຮົມ ໄປສູ່ມາດຕະຖານ, ທັນສະໄໝ ແລະ ປັບປຸງຄຸນນະພາບຂອງຊັບພະຍາກອນມະນຸດ; ໃຫ້ຄວາມສຳຄັນກັບການພັດທະນາສະຖາບັນການສຶກສາມະຫາວິທະຍາໄລທີ່ໄດ້ມາດຕະຖານລະດັບສູງໃນພາກພື້ນ, ເພີ່ມທະວີການຮ່ວມມື ແລະການເຊື່ອມຕໍ່ກັບສະຖາບັນການສຶກສາທີ່ມີຊື່ສຽງທົ່ວໂລກ. ພ້ອມກັນນັ້ນ, ເປັນເຈົ້າການໃນການເຂົ້າຮ່ວມໃນກົນໄກການຮ່ວມມືສາກົນກ່ຽວກັບຂໍ້ມູນຂ່າວສານ ແລະການສື່ສານ ເພື່ອເສີມຂະຫຍາຍການເຊື່ອມຕໍ່, ການແບ່ງປັນຂໍ້ມູນ ແລະ ການໃຊ້ປະໂຫຍດຈາກຂໍ້ມູນ, ຮັບປະກັນຄວາມປອດໄພທາງໄຊເບີ; ປັບປຸງການນໍາໃຊ້ສື່ໃໝ່ ແລະເວທີດິຈິຕອນຢ່າງມີປະສິດທິພາບໃນຂໍ້ມູນຂ່າວສານພາຍນອກ ແລະ ການທູດດິຈິຕອນ.

ທີສິບ, ກ່ຽວກັບການກຳນົດທິດທາງການຈັດຕັ້ງປະຕິບັດ, ຕາມຈິດໃຈຂອງມະຕິເລກທີ 59-NQ/TW, ການປັບປຸງສະຖາບັນ ແລະປັບປຸງປະສິດທິພາບຂອງການເຊື່ອມໂຍງສາກົນມີບົດບາດສຳຄັນ ໂດຍສຸມໃສ່ການສົ່ງເສີມການພັດທະນາ ແລະປັບປຸງລະບົບກົດໝາຍ; ການຍົກສູງຄຸນນະພາບ ແລະປະສິດທິຜົນຂອງການນຳຄຳໝັ້ນສັນຍາສາກົນມາປັບໃຊ້ພາຍໃນປະເທດ; ພ້ອມກັນນັ້ນ, ການເພີ່ມທະວີກົນໄກທີ່ເປັນຮູບປະທຳ ເພື່ອສົ່ງເສີມໃຫ້ທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນ ມີສ່ວນຮ່ວມໃນການເຊື່ອມໂຍງສາກົນ. ສິ່ງນີ້ຍັງເຊື່ອມໂຍງກັບຄວາມຕ້ອງການໃນການສ້າງ ແລະ ຈັດຕັ້ງປະຕິບັດໂຄງການ ແລະ ແຜນການເຊື່ອມໂຍງສາກົນທີ່ສອດຄ່ອງກັນສຳລັບແຕ່ລະຂະແໜງການ ແລະລະດັບ, ຮັບປະກັນຄວາມເປັນເອກະພາບ, ປະສິດທິຜົນ ແລະຄວາມເໝາະສົມກັບໜ້າທີ່, ວຽກງານ ແລະເງື່ອນໄຂຕົວຈິງ. ຜ່ານສິ່ງນີ້, ການພັດທະນາທັດສະນະທີ່ວ່າການຕ່າງປະເທດ ແລະການເຊື່ອມໂຍງສາກົນແມ່ນວຽກງານທີ່ສຳຄັນ ແລະຕໍ່ເນື່ອງ, ແລະເປັນແຮງຜັກດັນທີ່ສຳຄັນສຳລັບການພັດທະນາປະເທດຊາດ ໃນຂະນະດຽວກັນ ກໍ່ປົກປ້ອງປະເທດຊາດຢ່າງໝັ້ນຄົງ ໃນສະຖານະການໃໝ່.

ໂດຍສະຫຼຸບແລ້ວ, ຈິດໃຈຂອງມະຕິເລກທີ 59-NQ/TW ໄດ້ສະໜອງຂອບຄວາມຄິດ ແລະທິດທາງໃໝ່ ສຳລັບການເຊື່ອມໂຍງສາກົນ ໃນໄລຍະການພັດທະນາໃໝ່ຂອງປະເທດ. ການທຳຄວາມເຂົ້າໃຈ ແລະຈັດຕັ້ງປະຕິບັດເນື້ອໃນຂອງມະຕິຢ່າງຈິງຈັງ ແລະປະສານງານກັນ ຈະປະກອບສ່ວນເຂົ້າໃນການເອົາຊະນະຂໍ້ຈຳກັດຂອງຂະບວນການເຊື່ອມໂຍງສາກົນໃນອະດີດ ແລະຕອບສະໜອງຄວາມຕ້ອງການທີ່ສູງຂຶ້ນເລື້ອຍໆ ຂອງພາລະກິດການກໍ່ສ້າງ ແລະປົກປັກຮັກສາປະເທດໃນສະພາບການໃໝ່. ໃນສະຖານະການໂລກ ແລະພາກພື້ນທີ່ມີການປ່ຽນແປງຢ່າງໄວວາ ແລະສັບສົນນັ້ນ, ຂະບວນການເຊື່ອມໂຍງສາກົນຈຳເປັນຕ້ອງໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຍືດຫຍຸ່ນ ແລະ ສອດຄ່ອງກັບທິດທາງຂອງພັກ. ບັນຫາທີ່ເກີດຂຶ້ນຕ້ອງໄດ້ຮັບການແກ້ໄຂຢ່າງທັນທ່ວງທີ ແລະມີປະສິດທິພາບ ໂດຍຍຶດໝັ້ນໃນເປົ້າໝາຍ ແລະຫຼັກການພື້ນຖານ, ພ້ອມທັງປະຫຍຸກໃຊ້ຫຼັກການ “ເອົາຫຼັກການເປັນພື້ນເພື່ອໝູນໃຊ້ຢ່າງໄຫວພິບ” ໃນແນວຄິດຂອງໂຮ່ຈິມິນ. ດັ່ງນັ້ນ, ການເຊື່ອມໂຍງສາກົນບໍ່ພຽງແຕ່ເປັນຄວາມຕ້ອງການພາວະວິໄສເທົ່ານັ້ນ, ແຕ່ຍັງເປັນທາງເລືອກຍຸດທະສາດ, ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ລະດົມຊັບພະຍາກອນ, ເສີມຂະຫຍາຍສະຖານະ ແລະກຳລັງແຮງສັງລວມຂອງປະເທດ, ຮັບໃຊ້ເປົ້າໝາຍຂອງການພັດທະນາຢ່າງວ່ອງໄວ ແລະຍືນຍົງຢ່າງມີປະສິດທິພາບ ພ້ອມທັງປົກປັກຮັກສາປະເທດຊາດຢ່າງໝັ້ນຄົງໃນຍຸກແຫ່ງຄວາມກ້າວໜ້າພັດທະນາຂອງຊາດ.     

--------------------

 (1) ເບິ່ງ: ໂຕເລິມ: “ຄວາມຮັບຮູ້ພື້ນຖານບາງປະການກ່ຽວກັບຍຸກໃໝ່, ຍຸກແຫ່ງການກ້າວໜ້າພັດທະນາຂອງຊາດ”, ວາລະສານກອມມູນນິດ, ສະບັບທີ 1.050, ເດືອນພະຈິກ 2024

(2) ເບິ່ງ: "Global Trade Outlook" (ແປໂດຍຫຍໍ້: ແນວໂນ້ມການຄ້າໂລກ), Department for Business & Trade, tháng 6-2025, https://assets.publishing.service. gov.uk/media/685acac945eea7ef2e620785/global_ trade_outlook_june_2025.pdf

(3) ເບິ່ງ: "Welcome to 2030 - The Mega - Trends" (ແປໂດຍຫຍໍ້: ຫັນໄປສູ່ປີ 2030 - ທ່າອ່ຽງຫຼັກສຳຄັນທີ່ກຳນົດອະນາຄົດ), ESPAS, 2019, https://ec.europa.eu/ assets/epsc/pages/espas/chapter1.html

(4) ຕົວຢ່າງເຊັ່ນ, ເມື່ອວັນທີ 19 ເມສາ 2023, ລັດຖະສະພາເອີຣົບ (EP) ໄດ້ຜ່ານກົດໝາຍໃໝ່ທີ່ຫ້າມການນຳເຂົ້າສິນຄ້າທີ່ຖືກກ່າວຫາວ່າກ່ຽວຂ້ອງກັບການຕັດໄມ້ທຳລາຍປ່າ.