ວກ. - ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​​ທູ​ດເສດ​ຖະ​ກິດ​ໄດ້​​ເຮັດ​ເປັນ​ຢ່າງ​ດີ ​ພາ​ລະ​ບົດ​ບາດຊ່ວຍ​ເຫຼືອ​ແລະຮ່ວມ​ກັນ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດຕ່າງປະ​ເທດ ​ແລະຍູ້​ແຮງ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດສາ​ກົນ. ໃນ​ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ໂລກ​ ທີ່​ກຳ​ລັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ ແລະ​ສິ່ງ​ທ້າ​ທາຍຫຼາຍ​ປະ​ການ, ການທູດ​ເສດ​ຖະ​ກິດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ, ປະ​ກອບ​ສ່ວນ​​ເພີ່ມ​ທະວີ​ ການ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ ກັບ​​ຄູ່​ຮ່ວມ​ມືຕ່າງໆ, ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ເວົ້າ​ສະ​ເພາະ ແລະການ​ພົວ​ພັນ​ສອງ​ຝ່າຍ​ເວົ້າ​ລວມ​ ຂະຫຍາຍ​ເຂົ້າ​ສູ່​ລວງ​ເລິກ, ໝັ້ນຄົງແລະຍືນ​ຍົງ.

ທ່ານ ຫງຽນຊວັນຝຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ສະເຕຟານ-ຣາດູ ໂອປຣີ ລັດຖະມົນຕີກະຊວງສິ່ງແວດລ້ອມການທຸລະກິດ, ການຄ້າແລະວິສາຫະກິດ ຣູມານີ, ຜູ້ຕາງໜ້າສະພາແຫ່ງສະຫະພາບເອີຣົບ ແລະ ທ່ານນາງ ຊີເຊຍລີ ມານສຕຣອມ ຂ້າຫຼວງໃຫຍ່ການຄ້າສະຫະພາບເອີຣົບ, ທີ່ສຳນັກງານໃຫຍ່ລັດຖະບານ, ວັນທີ 30 ມີຖຸນາ 2019 _ພາບ: VGP

ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ເສດ​ຖະ​ກິດຢ່າງ​ຕັ້ງ​ໜ້າ​

ປີ 1972, ເພື່ອ​ກະ​ກຽມ​ໃຫ້​ແກ່ການ​ຟື້ນ​ຟູພາຍຫຼັງ​ສົງ​ຄາມ, ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດນາມ ​ໄດ້​ສ້າງ​ຕັ້​ງ​ໜ່ວຍ​ງານ​ເສດ​ຖະ​ກິດ​ ທີ່​ຂຶ້ນ​ກັບຫ້ອງການ​ກະ​ຊວງ. ໃນ​ວັນ​ທີ 27 ກຸມ​ພາ 1974, ສະ​ພາ​ລັດ​ຖະ​ບານ​​ໄດ້​ປະ​ກາດ​ໃຊ້​ ຂໍ້​ຕົກ​ລົງສະ​ບັບ​ເລກ​ທີ 30/QĐ-CP ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ກົມ​ເສດ​ຖະ​ກິດ​ ທີ່​ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ. ວຽກ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ເສດ​ຖະ​ກິດ ​ໄດ້​ກາຍ​ເປັນ​ໜ້າ​ທີ່​ຂອງ​ຂະ​ແໜງ​ການຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ. ເນື້ອ​ໃນ​ເສດ​ຖະ​ກິດ​ໃນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ ​ໄດ້​ຕິດ​ແໜ້ນ​ກັບ​ວຽກ​ງານ​ການ​ເມືອງ.

ໃນ​ຊຸມ​ປີ 80 ຂອງ​ສະ​ຕະ​ວັດ XX, ບັນດາການ​ເຄື່ອນ​ໄຫວ​ການ​ທູດ​ ​ສຸມ​ໃສ່​​ການ​ຍາດ​ແຍ່ງການ​ຊ່ວຍ​ເຫຼືອ​ຂອງ​ບັນ​ດາ​ປະ​ເທດ​ສັງ​ຄົມ​ນິ​ຍົມ, ແກ້​ໄຂ​ຜົນສະທ້ອນ​ຈາກ​ການປິດ​ລ້ອມ​ ຂວ້ຳ​ບາດ​ຂອງ​ບັນ​ດາ​ປະ​ເທດ​​ຕາ​ເວັນ​ຕົກຕໍ່ຫວຽດ​ນາມ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ວາງ​ກຳ​ນົດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ກໍ່​ສ້າງ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນ​ະ​ໂຍ​ບາຍ​ເສດ​ຖະ​ກິດ, ​ພາໃຫ້​ປະ​ເທດ​ຜົ້ນ​ອອກ​ຈາກ​​ວິ​ກິດການ. ປີ 1985, ການ​ທູດ​ຮັບ​ໃຊ້​ເສດ​ຖະ​ກິດ​ຖືກ​ກຳນົດ​ວ່າເປັນໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ຂະ​ແໜງ​ການ. ​ກ້າວ​ເຂົ້າ​ສູ່​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່ ແລະ​ໃຊ້ແຫຼ່ງ​ພະ​ລັງຫຼາຍກວ່າ​ ໃຫ້​ແກ່​ບັນ​ດາ​ເຄື່ອນ​ໄຫວ​ເສດ​ຖະ​ກິດ ​ແນ​ໃສ່​ສ້າງ​​ສະ​ພາບ​ແວດ​ລ້ອມ​ ອຳນວຍ​ຄວາມ​ສະ​ດວກ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ການ​ຄ້າ​ແລະການ​ລົງ​ທຶນ. ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ ​​ໄດ້​ມີ​​ບາດ​ກ້າວ​ພັດ​ທະ​ນາ​ທີ່​ສຳ​ຄັນ, ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ ເຂົ້າ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​​ສັນ​ຕິ​ພາບ, ສະ​ຖຽມ​ລະ​ພາບ, ທຳ​ລາຍມ້າງ​ການ​ປິດ​ລ້ອມ​ຂວ້ຳ​ບາດຂອງ​ສັດຕູ; ​ແກ້​ໄຂຂະ​ຈັດ​ບັນຫາ​ທາງ​ຕັນ​ລະຫວ່າງ​ຫວຽດນາມ ​ແລະບັນດາ​​ຄູ່​ຮ່ວມ​ມື​ທີ່​ສຳຄັນ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຄື ທະ​ນາ​ຄານ​ໂລກ (WB), ກອງ​ທຶນ​ການ​ເງິນ​ສາ​ກົນ (IMF), ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ​ຢ່າງຕັ້ງໜ້າ.

​ນັບແຕ່​ກາງ​ທົດ​ສະ​ວັດ 90 ຂອງ​ສະ​ຕະ​ວັດ XX ​ຮອດ​ປີ 2006, ​ການ​ທູດ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕະບັດ​ດ້ວຍ 3 ​ຈຸດ​ສຸມ: ສືບ​ຕໍ່​ເປີດກວ້າງ​ການ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ ກັບ​ປະ​ເທດ​ຕ່າງໆ; ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ​ ໂດຍ​ຜ່ານ​ການ​ເຂົ້າ​ຮ່ວມ​ເວ​ທີ​ປາໄສ​ການຮ່ວມ​ມື​ສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC), ເຈ​ລະ​ຈາ​ການ​ເຂົ້າ​ຮ່ວມ​ອົງ​ການ​​ການ​ຄ້າໂລ​ກ (WTO), ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ກົນ​ໄກ​ການຮ່ວມ​ມື​ ຂອງສະ​ຫະ​ປະ​ຊາ​ຊາດ; ເປີດກວ້າງ​ການ​ຊ່ວຍ​ເຫຼືອ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນແລະວິ​ສາ​ຫະ​ກິດ ​ໃນການເຄື່ອນ​ໄຫວສົ່ງ​ເສີມ​ເສດ​ຖະ​ກິດ​ການ​ທູດ​ເຊັ່ນ​ ​ການ​ດຶງ​ດູດ​ການ​ລົງ​ທຶນ​​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI), ການ​ຊ່ວຍ​ເຫຼືອ​​ທາງ​ການເພື່ອ​ການ​ພັດ​ທະ​ນາ (ODA); ຍູ້​ແຮງ​ການ​ສົ່ງ​ອອກ​ສິນ​ຄ້າ, ສົ່ງ​ອອກ​ແຮງ​ງານ ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ.

ໃນ​ໄລ​ຍະ​ເວ​ລານີ້, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ທູດ​ເສດ​ທະ​ກິດ​ໄດ້​ຮັບ​ການຍົກ​ສູງຂຶ້ນ. ການເຄື່ອນ​ໄຫວ​ການ​ທູດ​ເສດ​ທະ​ກິດ ​ໄດ້​ຮັບ​ການຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ, ຮອບ​ດ້ານ, ມີ​ຈຸດ​ສຸມ​ໃຈ​ກາງ, ຈຸດ​ສຳ​ຄັນ​ພິ​ເສດ. ການ​ທູດ​ເສດ​ຖະ​ກິດ​ໄດ້ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ​ ກັບ​ການ​ທູດ​ການ​ເມືອງ ແລະ ການ​ທູດ​ວັດ​ທະ​ນະ​ທຳ. ​ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ມີ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດຂະ​ໝາດໃຫຍ່​ຈຳ​ນວນຫຼາຍ ​ທີ່​ໄດ້​ຮັບ​ການ​ຜັນ​ຂ​ະ​ຫຍາຍ; ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ເສດ​ຖະ​ກິດ​ການ​ທູດ ​​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ ແລະ ບັນ​ລຸປະ​ສິດ​ທິ​ຜົນທີ່​ດີ. ຫຼາຍ​ອົງ​ການ​ຕົວ​ແທນ​ໄດ້ແນະ​ນຳໂອ​ກາດ, ຄູ່​ຮ່ວມ​ມື, ການຂຸດ​ຄົ້​ນຕະຫຼາດ​ທີ່​ມີ​ທ່ານ​ແຮງ, ພ້ອມ​ທັງ​ປະສານ​ງານ ​ແລະ ​ສະໜັບສະໜູນ​ບັນ​ດາ​ອົງ​ການແລະວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ ເພື່ອຈັດການແກ້​ໄຂຂໍ້​ຂັດ​ແຍ້ງທາງ​ເສດ​ຖະ​ກິດ​ສາ​ກົນ​ໂດຍ​ໄວ.

ການ​ທູດ​ເສດ​ຖະ​ກິດ​​ໄດ້​ເພີ່ມ​ທະ​ວີ​ຂໍ້​ມູນ​ຂ່າວ​ສານ ​ແລະ ​ການຄົ້ນ​ຄວ້າ​ຢ່າງ​ສະ​ໝ່ຳສະ​ເໝີ ເພື່ອ​ໃຫ້​ຄຳ​ແນະນຳລັດ​ຖະ​ບານ​ກ່ຽວ​ກັບທິດ​ທາງ, ​ການບໍ​ລິ​ຫານ​ເສດຖະກິດ​ມະຫາ​ພາກ, ວາງ​ມາດ​ຕະ​ການ​ເພື່ອ​ແກ້​ໄຂຄວາມ​ທ້າ​ທາຍ ​ແລະຄວາມ​ຫຍຸ້ງ​ຍາກລຳບາກ. ນອກ​ຈາກນັ້ນ, ການ​ທູດ​ເສດ​ຖະ​ກິດ​ຍັງ​ສະໜັບສະໜູນ​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການສະ​ເພາະ ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນແລະວິ​ສາ​ຫະ​ກິດ, ເຂົ້າ​ຮ່ວມ​​ໃນການ​ແກ້​ໄຂຂໍ້​ຂັດ​ແຍ່ງທາງ​ການ​ຄ້າ,...; ​ຊ່ວຍ​ເຫຼືອທ້ອງ​ຖິ່ນຕ່າງໆ ​ໃນ​ການ​ເປີດກວ້າງ​ການ​ພົວ​ພັນ​ເສດ​ຖະ​ກິດຕ່າງປະ​ເທດ​ເຊັ່ນ ​ແນະ​ນຳ​​ບັນ​ດາ​ອົງ​ການ​ສົ່ງ​ເສີມການລົງທຶນ​ ມາ​ຄົ້ນຄວ້າ​ຮຽນ​ຮູ້​ຢູ່​​ທ້ອງຖິ່ນ​ຕ່າງໆຂອງຫວຽດ​ນາມ, ຈັດ​ຕັ້ງ​​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ທ້ອງ​ຖິ່ນຕ່າງ​ໆ​ໃນ​ປະ​ເທດ.

ການ​ທູດ​ເສດ​ຖະ​ກິດ​ຍັງ​ເອົາ​ໃຈ​ໃສ່​​ເຖິງການ​ຂົນ​ຂວາຍ​ຊາວ​ຫວຽດ​ນາມຢູ່​ຕ່າງປະ​ເທດ​ອີກ​ດ້ວຍ. ເດືອນກໍ​ລະ​ກົດ 2006, ​ເປັນເທື່ອ​ທຳ​ອິດທີ່ຫວຽດ​ນາມຈັດ​ຕັ້ງ​ກອງ​ປະ​ຊຸມ​ບັນ​ດາ​ວິ​ສາ​ຫະ​ກິດຂອງ​ຊາວຫວຽດ​ນາມຢູ່​ຕ່າງປະ​ເທດ ​ທີ່ນະຄອນດ່າ​ນັ້ງຢ່າງ​ສຳ​ເລັດ​ຜົນ, ສ້າງ​ຕັ້ງ​ສະ​ຫະ​ພັນ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງຊາວຫວຽດ​ນາມຢູ່​ຕ່າງປະ​ເທດ. ມີ​ອົງ​ການຕົວ​ແທນ​ຢູ່​ຫຼາຍປະ​ເທດ, ພິ​ເສດ​ແມ່ນ​ຢູ່ ລັດ​ເຊຍ, ຈີນ - ເອ​ຣົບ​ຕາ​ເວັນ​ອອກ, ເຊິ່ງ​ໄດ້​ມີ​ການ​ຂົນ​ຂວາຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງຊາວຫວຽດ​ນາມຢູ່​ຕ່າງປະ​ເທດ​ ໃຫ້​ເຊື່ອມ​ຕໍ່​ແລະນຳ​ເອົາ​ສິນ​ຄ້າ​ຂອງຫວຽດ​ນາມ ເຂົ້າ​ສູ່​ພາກ​ພື້ນນີ້. ແຕ່​, ຍ້ອນວ່ານີ້​ແມ່ນ​ໄລ​ຍະຂອງ​ “ການຫັນ​ປ່ຽນ” ​ແລະ “ການຊອກ​ຫາ​ທາງ” ດັ່ງ​ນັ້ນ ການເຄື່ອນ​ໄຫວ​ການ​ທູດ​ເສດ​ຖະ​ກິດ ຈຶ່ງບໍ່​ສາ​ມາດຫຼີກລ່ຽງຄວາມສັບສົນແລະຄວາມງົງ​ງວຍ​ເບື້ອງ​ຕົ້ນ​ໄດ້. ວິ​ທີ​ການ​ປະ​ຕິ​ບັດ ​ແລະ​ການຈັດ​ຕັ້ງ​ກົງ​ຈັກ ​ກໍ່​​ບໍ່ທ່ວງ​ທັນ​​ກັບ​ຄວາມ​ຕ້ອງການ​ຕົວ​ຈິງ. ເນື້ອ​ໃນ​​​ຂອງ​ການ​ທູດ​ເສດ​ຖະ​ກິດກໍ່ຍັງຕ້ອງ​ໄດ້ຮັບ​ການ​ປັບປ່ຽນ ແລະ​ເຮັດ​ໃຫ້​ສົມບູນ​ແບບ​ຕໍ່​ໄປ.

ໄລ​ຍະ​ແຕ່​ປີ 2007 ​ຮອດ​ປະ​ຈຸ​ບັນ, ພາ​ລະ​ບົດ​ບາດ​ຂອງ​ການ​ທູດ​ເສດ​ຖະ​ກິດ​​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງກວ່າ​​ເກົ່າ, ນັ້ນ​ແມ່ນ: ພາ​ລະ​ບົດ​ບາດ​ເປີດ​​ທາງ, ເສີມ​ຂະ​ຫຍ​ຫາຍ​ກຳ​ລັງ​ແຮງ​ຂອງ​ການ​ທູດ​ເສດ​ຖະ​ກິດ ​ພ້ອ​ມ​ກັນ​ກັບ​ການ​ທູດ​ການ​ເມືອງ, ການ​ທູດ​ວັດ​ທະ​ນະ​ທຳ​ ເພື່ອ​ເປີດ​ຊ່ອງ​ທາງ, ເປີດກວ້າງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ຂອງຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໄປ​ສູ່​ລວງ​ເລິກ, ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ເປີດ​​ຕະຫຼາດ ​ແລະ​ຂົງ​ເຂດການ​ຮ່ວມ​ມື​ສາ​ກົນ​ໃໝ່. ພາ​ລະ​ບົດ​ບາດ​ໃຫ້​ຄຳ​ປຶກສາ​ ​ແກ່​ພັກ, ລັດ, ກະ​ຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ ໃນ​ການ​ວາງ​ກຳ​ນົດ​ນະ​ໂຍ​ບາຍ​ມະ​ຫາ​ພາກ, ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ - ການ​ເມືອງ​ສາ​ກົນ, ການ​ພົວ​ພັນ​ເສດ​ຖະ​ກິດ​ສາ​ກົນ. ພາ​ລະ​ບົດ​ບາດ​ສະໜັບສະໜູນ ຮ່ວມ​ກັນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ ໃນ​ການເຄື່ອນ​ໄຫວ​ເສດ​ຖະ​ກິດ​ການ​ທູດ​ ບົນ​ຈິດ​ໃຈ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ເປັນ​ຕົ້​ນ​ຕໍ່, ການ​ທູດ​ເສດ​ຖະ​ກິດສະໜັບສະໜູນ ​ຊ່ວຍ​ເຫຼືອ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ, ໂຄງ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ. ພາ​ລະ​ບົດ​ບາດ​ຊຸກ​ຍູ້, ກວດ​ກາ ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່, ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ ​ກ່ຽວ​ກັບ​ເສດ​ຖະ​ກິດ​ການ​ທູດ.

ມາ​ຮອດ​ປະ​ຈຸ​ບັນ, ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນຫຼາຍ​ຂົງ​ເຂດ ແລະ ບັນ​ລຸ​​ຜົນ​ສຳ​ເລັດ​ທີ່​ສຳ​ຄັນຈຳນວນ​ໜຶ່ງ:

ທີ​ໜຶ່ງ, ເປັນ​ເຈົ້າ​ການ​ສະ​ເໜີ, ເພີ່ມ​ເຕີມ​ເນື້ອ​ໃນ​ເສດ​ຖະ​ກິດ​ ໃນ​ບັນ​ດາ​ການ​ຢ້ຽມ​ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງກົນ​ໄກ​ບໍ​ລິ​ຫານ ແລະ ປະ​ສານ​ສົມ​ທົບ​ຂອງ​ການ​ທູດ​ເສດ​ຖະ​ກິດ. ບັນ​ດາ​ການ​ຢ້ຽມ​ຢາມ​​ເວ​ລານີ້​ ​ຕ່າງ​ກັນ​ກັບ​ກ່ອນໜ້ານີ້​ ແມ່ນ​ທັງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານການ​ເມືອງ ​ແລະທັງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ. ປີ 2018, ການ​ທູດ​ເສດ​ຖະ​ກິດ​ໄດ້​ນຳ​ໜ້າ​ໃນ​ການສົ່ງ​ເສີມ​ ການ​ສ້າງ​ຕັ້ງຊ່ອງ​ທາງ​ການ​ຮ່ວມ​ມື​ໃໝ່​ ທີ່​ເປັນ​ໄປ​ໄດ້,​ ຍາວນານ, ​ໂດຍ​ສະ​ເພາະແມ່ນ​ ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ, ພ້ອມ​ທັງ​ແກ້​ໄຂ​ຂໍ້​ຄົງ​ຄ້າງ​ຕ່າງໆ ໃນ​ການ​ພົວ​ພັນ​ເສດ​ຖະ​ກິດ​ສອງ​ຝ່າຍ. ກ່ຽວ​ກັບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ​ໄດ້​ມີ​ການ​ຂົນ​ຂວາຍ​ບັນ​ດາ​ປະ​ເທດ, ຊຸກ​ຍູ້​ການ​ເຈ​ລະ​ຈາ, ລົງ​ນາມ ແລະ ອະ​ນຸ​ມັດ​ຜ່ານ ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA), ພິ​ເສດ​ແມ່ນ ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃໝ່, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຕົ້ນ​ຕໍ່, ຖາ​ນະ​ບົດ​ບາດ​ການ​ທູດ ແລະ ການ​ພົວ​ພັນ​ຂອງ​ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ. ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ເຂົ້າ​ໃນ​ການ​ຂົນ​ຂວາຍ​ປະ​ເທດ​ຕ່າງໆ ​ຮັບ​ຮອງ​ເອົາຫວຽດ​ນາມເປັນ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ. ມາ​ຮອດ​ປະ​ຈຸບັນ ​ມີ ​71 ປະ​ເທດ​​ໄດ້​ຮັບ​ຮອ​ງ​ເອົາ​ປະ​ເທດ​ຫວຽດ​ນາມ ເປັນ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​(1).

ທີ​ສອງ, ຊຸກ​ຍູ້​ແລະສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ ໃນ​ການ​ພົວ​ພັນ​ຂອງ​ຫວຽດ​ນາມ ກັບ​ປະ​ເທດ​ຕ່າງໆ, ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ສາ​ກົນ. ປີ 2018 ຫວຽດນາມ​ໄດ້​ມີ​ຄວາມ​ພະ​ຍາ​ຍາມ​ ໃນ​ການ​ຊຸກ​ຍູ້​ບັນ​ດາ​ຜົນ​ປະ​ໂຫຍດ​ເສດ​ຖະ​ກິດ​ທີ່​ແທ້​ຈິງ, ຍົກ​ສູງ​ພາບ​ພົດ ແລະ ​ທີ່​ຕັ້ງ​ທາງ​ການ​ທູດ​ຂອງຫວຽດ​ນາມ ຢູ່​​ບັນດາເວ​ທີ​ປາ​ໄສຫຼາຍ​ຝ່າຍ ​ເຊັ່ນ: ສະ​ມາ​ຄົມ​ບັນ​ດາ​ປະ​ເທດອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ເອ​ເປກ (APEC), ເວ​ທີ​ປາ​ໄສ​ການຮ່ວມ​ມື​ອາ​ຊີ - ເອ​ຣົບ (ASEM), ບັນ​ດາ​ກົນ​ໄກ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ​ເຊັ່ນ ອະນຸ​ພາກ​ພື້ນແມ່​ນ້ຳ​ຂອງເປີດກວ້າງ (GMS), ອົງ​ການ​ຍຸດ​ທະ​ສາດການ​ຮ່ວມ​ມື​ທາງເສດ​ຖະ​ກິດ ​ແມ່​ນ້ຳຂອງ - ອິຣະສະ​ດີ - ​ເຈົ້າພຣະຢາ,... ພິ​ເສດ​ແມ່ນ, ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ ອາ​ຊຽນ (WEF ASEAN) ທີ່​ໄດ້​ຈັດ​ຕັ້ງຢູ່ຫວຽດ​ນາມ ໃນ​ປີ 2018 ເຊິ່ງ​ໄດ້​ສ້າງ​ຂີດ​ໝາຍ​ອັນ​ເລິກ​ເຊິ່ງຫຼາຍ​ຢ່າງ. ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບອາ​ຊຽນປີ 2018 ໄດ້​ນຳ​ເອົາແນວ​ຄວາມ​ຄິດ​ທີ່​ເປັນ​ປະ​ໂຫຍດຫຼາຍ​ຢ່າງ ​ມາ​ໃຫ້ຫວຽດ​ນາມ ໃນ​ການກໍ່ສ້າງ ​ແລະ ຜັນ​ຂະ​ຫຍາຍ​​ຍຸດ​ທະ​ສາດ, ແຜນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ​ກໍ່​ຄື​ການ​​ກຽມຄວາມ​ພ້ອມ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນປະ​ທານອາ​ຊຽນປີ 2020.

ທີ​ສາມ, ດ້ວຍ​ທ່າ​ແຮງ​ເປັນ​ພິ​ເສດ​ ໃນ​ການ​ຄຸ້ມ​ຄອງ​ເຄືອ​ຂ່າຍ​ອົງ​ການ​ຜູ້​ຕາງ​ໜ້າ​ຢູ່​ຕ່າງ​ປະ​ເທດ ແລະໄດ້​​ເຂົ້າ​ເຖິງ​ບັນດາກົນ​ໄກ​ທີ່ປຶກ​ສາ​ນະ​ໂຍ​ບາຍ​ສາ​ກົນ, ການ​ທູດ​ເສດ​ຖະ​ກິດສາມາດ​ດຳ​ເນີນການ​ລາຍ​ງານ​​ການປະ​ເມີນ ​ແລະ ​ການ​ຄາດ​ເດົາ​ສະຖານະ​ການ​ເສດຖະກິດ​ໂລກ​ ໃນ​ທັນທີ, ສະ​ໜອງ​ປະ​ສົບ​ການ​ສາ​ກົນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ເສດ​ຖະ​ກິດ, ໃຫ້​ຄຳ​ແນະນຳແກ່ລັດ​ຖະ​ບານ​ໃນ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ ​ແລະ​ການຮັບ​ມື​ກັບວິ​ກິດ​ການ.

ສຳ​ລັບ​ວິ​ສາ​ຫະ​ກິດ, ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າແລະໜ່ວຍ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄດ້​​ໃຫ້ການ​ຊ່ວຍ​ເຫຼືອ​​ໃນການ​ຮຽນ​ຮູ້​​ແນວທາງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຊອກ​ຫາ​ໂອ​ກາດການ​ລົງ​ທຶນ, ແຊກ​ຊຶມ​ເຂົ້າ​ໃນ​ຕະຫຼາດ​ຕ່າງ​ປະ​ເທດ, ປົກ​ປ້ອງ​ຜົນ​ປະ​ໂຫຍດ ແລະ ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ ​ໃນ​ການ​ຂັດ​ແຍ້ງທາງ​ການ​ຄ້າ. ເສີມ​ຂ​ະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ຕໍ່, ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ ສະ​ໜອງ​ຂໍ້​ມູນ​​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​​ການ​ລົງ​ທຶນທຸ​ລະ​ກິດ, ຕອບ​ຄຳ​ຖາມ​ກ່ຽວກັບ​ລະບຽບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງຫວຽດ​ນາມ, ຊ່ວຍ​ເຫຼືອ​​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ໃນ​ການເປີດກວ້າງ ເພີ່ມ​ທະ​ວີ​ການ​ລົງ​ທຶນທຸ​ລະ​ກິດ​ຢູ່ຫວຽດ​ນາມ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ເປັນ​ປະ​ທານ, ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວສົ່ງ​ເສີມ​ເສດຖະກິດ​ຕ່າງປະ​ເທດທີ່​ພົ້ນ​ເດັ່ນ ຢູ່​ໃນ​ຕະຫຼາດ​ທີ່​ສຳຄັນ​ຈຳນວນ​ໜຶ່ງ.

ທີ​ສີ່, ປ່ຽນ​ແປງ​ໃໝ່​ພາ​ລະ​ບົດ​ບາດ​ຂອງ​ການ​ທູດ​ເສດ​ຖະ​ກິດ ​ໃນ​ການ​ປະ​ກອບ​ສ່ວນກໍ່​ສ້າງ​ບັນ​ດາ​ເງື່ອນ​ໄຂ​ທີ່ຕ້ອງການ​ ສຳລັບ​ການ​ຫັນປ່ຽນ​ເສດ​ຖະ​ກິດຫວຽດ​ນາມ ໃນ​ໄລ​ຍະ​ການພັດ​ທະ​ນາ​ໃໝ່. ກະ​ຊວງ​ການ​ຕ່າງ​ປະ​ເທດ​​ໄດ້ນຳ​ໃຊ້ຫຼາຍ​ຊ່ອງທາງ, ຫຼາຍແຫຼ່ງ​ຂໍ້​ມູນ​ ​ເພື່ອ​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື​ຫຼາຍ​ທີ່​ສຸດ​ ຈາກ​ບັນ​ດາ​ຄູ່​ຮ່ວມ​ມື​ຕ່າງ​ປະ​ເທດ. ​ເຮັດ​ໃຫ້​ມີ​ຄວາມຫຼາກຫຼາຍ​ຂອງ​ຜະ​ລິດ​ຕະ​ພັນ​ຂໍ້​ມູນ​ຂ່າ​ວ​ສານ​ທາງເສດ​ຖະ​ກິດ ​ເຊັ່ນ​ການ​ທູດ​ເສດ​ຖະ​ກິດ​ອອນ​ໄລ, ຂ່າວ​ດ່ວນ​ ແນໃສ່​ສະ​ໜອງ​ຂໍ້​ມູນ​ໃໝ່​ສຸດ​ກ່ຽວ​ກັບ​ສະ​ພາບ​ການ ແລະ ນະ​ໂຍ​ບາຍ​ເສດ​ຖະ​ກິດ​ ຂອງ​ບັນ​ດາ​ປະ​ເທດ​ໃຫຍ່, ຂອງ​ພາກ​ພື້ນ, ​ເອກະສານ​ຄົ້ນ​ຄວ້າ​ກ່ຽວ​ກັບ​ປະ​ເດັນ “ຮ້ອນ”, ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃໝ່.

​ການ​ເຄື່ອນ​ໄຫວ​ສະໜັບສະໜູນຊ່ວຍ​ເຫຼືອ​ທ້ອງ​ຖິ່ນ​ ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ສຳ​ຄັນ ແລະ ຜັນ​ຂະ​ຫຍາຍ​ພາຍ​ໃຕ້ຫຼາຍ​ຮູບ​ການ​ຄື ຊ່ວຍ​ເຫຼືອ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ກັບ​ທີ່, ຊ່ວຍ​ເຫຼືອ​ເຊື່ອມ​ຕໍ່ການ​ຮ່ວມ​ມື​ລະ​ຫວ່າງ​​ທ້ອງ​ຖິ່ນ​ຂອງຫວຽດ​ນາມ ກັບ​​ທ້ອງ​ຖິ່ນຕ່າງ​ປະ​ເທດ, ຈັດ​ຕັ້ງ​​ຄະ​ນະ​ຜູ້​ແທນ​ສົ່ງ​ເສີມການ​ຄ້າ​ຂອງ​ທ້ອງ​ຖິ່ນ​ຢູ່​ຕ່າງ​ປະ​ເທດ ​ດ້ວຍ​ຈຸດ​ສຸມ​ຈຸດໜັກ​ໃຈກາງ. ໃນ​ປີ 2018, ເນື່ອງ​ໃນ​ໂອ​ກາດກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 30, ກະ​ຊວງ​ການ​ຕ່າງ​ປະ​ເທດ​​ຈັດ​ຕັ້ງ​ການ​ສົນ​ທະ​ນາຄັ້ງ​ທຳ​ອິດ ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ຂອງຫວຽດ​ນາມຢູ່ 90 ກວ່າ​ປະ​ເທດ ​ແລະການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ວິ​ສາ​ຫະ​ກິດ 400 ທ່ານ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການການ​ສະໜັບສະໜູນ​ທາງ​ທຸລະ​ກິດ ແລະ ​ກົນ​ໄກ​ສະໜັບສະໜູນ​ໃນ​ຊຸມ​ປີ​ຕໍ່​ໄປ.

ທີ​ຫ້າ, ການ​ທູດ​ເສດ​ຖະ​ກິດ​ໄດ້​ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ປວງ​ຊົນທັງ​ຊາດ. ການ​ລະ​ດົມ​ປະ​ຊາ​ຄົມ ແລະ ວິ​ສາ​ຫະ​ກິດ​ຄົນ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ ​ໃຫ້ປະ​ກອບ​ສ່ວນສະຕິປັນ​ຍາ, ທຶນ​ຮອນ, ຊັບ​ສິນ ແລະ ຄວາມ​ສາ​ມາດ​ດ້ານ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດຊາດ ​ແມ່ນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຫຼາຍ​ຢ່າງ​ ເພື່ອ​ຍາດ​ແຍ່ງ​​ເອົາ​ຊັບ​ສິນ​ທາງ​ປັນຍາ ແລະການ​ເງິນ ​ຂອງ​ຊາວ​ຫວຽດ​ນາມ​ຢູ່​ຕ່າງປະ​ເທດ ​ເພື່ອ​ນຳ​ໄປ​ສູ່ການ​ພັກ​ທະ​ນາ​ປະ​ເທດ, ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ​ຂອງ​ຊຸມ​ຊົນ ແລະວິ​ສາ​ຫະ​ກິດ ຂອງ​ຊາວຫວຽດ​ນາມຢູ່​ຕ່າງ​ປະ​ເທດ ​ເພື່ອ​ຂະຫຍາຍ​ຕະຫຼາດ​​ສິນ​ຄ້າ​ແລະ​ບໍ​ລິ​ການ​ ຂອງຫວຽດ​ນາມ​ໃນ​ພື້ນ​ທີ່.

ສືບ​ຕໍ່​ຍູ້​ແຮງ​ການ​ທູດ​ເສດ​ຖະ​ກິດ

ໃນ​ສ​ະ​ຖາ​ນະ​ການ​ໂລກແລະພາກ​ພື້ນ​ມີ​ການ​ປ່ຽນ​ແປງຢ່າງ​ໄວ​ວາ ແລະບໍ່​ສາມາດຄາດ​ເດົາ​ໄດ້, ປະ​ເທດ​​ຫວຽດນາມ​ກຳ​ລັງ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ​ ຕ້ອງໄດ້ເອົາຊະນະຂໍ້ບົກຜ່ອງຕ່າງໆ ຢ່າງວ່ອງໄວ, ເຊິ່ງແມ່ນ:

ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ເຖິງວ່າ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ​ໄດ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ ແຕ່​ມີ​ບາງ​ຄັ້ງ​ບາງ​ຄາວແລະບາງ​ກະ​ຊວງ, ຂະ​ແໜງ​ການ ​ຍັງ​ມີ​ວີ​ທີ​ເຂົ້າ​ໃຈທີ່​ບໍ່ຖືກ​ຕ້ອງ​ ກ່ຽວ​ກັບ​ການ​ທູດ​ເສດ​ຖະ​ກິດ, ​ບໍ່​ມີ​ຄວາມ​ຕັ້ງ​ໜ້າແລະເປັນ​ເຈົ້າ​ການ ​ໃນ​ການ​ຮ່ວມ​ມື​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ຂອງຫວຽດ​ນາມຢູ່​ຕ່າງ​ປະ​ເທ​ດ. ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ ຫຼາຍ​ເທື່ອ​​ບໍ່​ບັນ​ລຸ​ໄດ້​ປະ​ສິດ​ທິ​ຜົນ​ຕາມ​ຄວາມ​ມຸ້ງ​ຫວັງ. ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ອົງ​ການ​ຜູ້​ຕາງ​ໜ້າ ແລະອົງການການ​ຄ້າ​​ໃນ​ຫຼາຍພື້ນທີ່ ຍັງ​ບໍ່​ບັນ​ລຸ​ໝາກ​ຜົນຕົວ​ຈິງ.

ປະ​ສິດ​ທິ​ຜົນຂອງ​ການ​ເຊື່ອມ​ຕໍ່ລະ​ຫວ່າງ​ການ​ເມືອງແລະເສດ​ຖະ​ກິດ ຍັງບໍ່​ທັນ​ສູງ. ໃນ​ເວ​ລາ​ທີ່​ຜ່ານ​ມາ​, ກະ​ຊວງ​ການ​ຕ່າງ​ປະ​ເທດ​ ​ໄດ້​ເປັນ​ເຈົ້າ​ການແລະຕັ້ງ​ໜ້າ​ ໃນ​ການ​ເຊື່ອມ​ຕໍ່ສອງ​ເນື້ອ​ໃນ​ດັ່ງ​ກ່າວ, ​ໂດຍ​ສະ​ເພາະ​ແມ່ນ​ ໃນລະຫວ່າງ​ການ​ຢ້ຽມ​ຢາມລະດັບ​ສູງ​ຢູ່​ຕ່າງປະ​ເທດ. ແຕ່​ວ່າ, ບາງ​ກະ​ຊວງ, ຂະ​ແໜງ​ການກໍ່​ຍັງ​ບໍ່​ທັນເອົາ​ໃຈ​ໃສ່​ຢ່າງ​ແທ້​ຈິງ ເຖິງ​ການ​ນຳ​ໃຊ້​ທ່າ​ແຮງ​ການ​ເມື​ອງ​​ ເພື່ອ​ຍູ້​ແຮງການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ ​ເຊິ່ງ​ພຽງແຕ່ຢຸດຢູ່ໃນຂອບເຂດວິຊາສະເພາະແຄບ. ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ ຍັງ​ບໍ່​ທັນ​ແໜ້ນ​ແຟ້ນແລະບໍ່​ເປັນ​​ປົກ​ກະ​ຕິ, ການ​ເຄື່ອນ​ໄຫ​ວບາງ​ຢ່າງ​ຍັງ​ເປັນ​ແບບ​ຮູບ​ນອກ.

ກົນ​ໄກ​ປະຕິບັດວຽກ​ງານ​ການ​ທູດ​ເສດ​ຖະ​ກິດ​ຍັງ​ບໍ່​ທັນ​​ສົມ​ບຸນ​ແບບ. ກົນໄກການປະສານ​ງານ​ທາງ​ການ​ທູດ​ເສດ​ຖະ​ກິດ​ ສ່ວນ​ຫຼາຍ​ແມ່ນ​ນຳ​ໃຊ້​ເຂົ້າ​ໃນ​ກອບຂອງ​ໜ່ວຍ​ງານ​ທີ່​ຂຶ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ພຽງ​ແຕ່​ໄດ້​ຜັນ​ຂະ​ຫຍາຍການ​ເຄື່ອນ​ໄຫ​ວ​ການ​ທູດ​ເສດ​ຖະ​ກິດ​ ໃນ​ຂົງ​ເຂດ​ທີ່​ຮັບ​ຜິດ​ຊອບ​ເທົ່າ​ນັ້ນ, ​ຍັງບໍ່​ທັນ​ເອົາ​ໃຈ​ໃສ່​ຢ່າງ​ພຽງ​ພໍ​ ເຖິງ​ການ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ.

ຖັນ​ແຖວ​ບຸກ​ຄະ​ລາ​ກອນ​ຍັງ​ຂາດ​ເຂີນ​ທາງດ້ານ​ຈຳ​ນວນ. ທັກ​ສະ​ຂອງພະນັກງານ​ການ​ທູດ​ເສດຖະກິດ​ເວົ້າ​ລວມ, ​ໂດຍ​ສະ​ເພາະ​ແມ່ນ​ພາສາ​ຕ່າງປະ​ເທດ, ຄວາມ​ຮູ້​ກ່ຽວ​ກັບ​ກົດໝາຍ​ເສດຖະກິດ​ສາກົນ, ທັກ​ສະ​ໃນ​ການ​ເຈລະຈາ... ​ບໍ່​​ຕອບ​ສະ​ໜອງ​​ຄວາມ​ຕ້ອງ​ການທົ່ວ​ໄປ​ໄດ້. ງົບ​ປະ​ມານ​ໃຫ້​ແກ່​ວຽກ​ງານ​ການ​ທູດ​ເສດ​ຖະ​ກິດກໍ່​ຍັງ​ຄັບ​ແຄບ​ຢູ່.

ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​​ເປັນ​ຢ່າງ​ດີ​ ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ “ການຜັນ​ຂະຫຍາຍ​ປະຕິບັດ​ວຽກ​ງານ​ການຕ່າງ​ປະ​ເທດຢ່ງຮອບ​ດ້ານ​ແລະ​ຄົບ​ຊຸດ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ” ເຊິ່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມວາງ​ອອກ, ໃນ​ຊຸມ​ປີ​ຕໍ່​ໄປ​ນີ້, ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ​ຕ້ອງ​​ໄດ້​ຮັບ​ການ​ຍູ້​ແຮງຢ່າງ​ຮອບ​ດ້ານ ແລະ ສຸມ​ໃສ່​ບັນ​ດາ​ທິດ​ທາງ​ຕົ້​ນ​ຕໍ່ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ກຳ​ແໜ້ນ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ກ່ຽວ​ກັບ​ເສດ​ຖະ​ກິດ​ຂອງ​ພັກແລະລັດ​ໃນ​ໄລ​ຍະ​ປະ​ຈຸ​ບັນ, ພິ​ເສດ​ແມ່ນ ​ຕ້ອງ​ເອົາ​ໃຈ​ໃສ່​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ແບບຫຼາຍ​ຝ່າຍ​ ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ທີ່​ໄດ້​ກຳ​ນົກ​ເປັນ​ຈຸດ​ສຸມ​ບຸ​ລິ​ມະ​ສິດ​ ເພື່ອ​ເພີ່ມ​​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ຊາດ, ຮັບ​ໃຊ້​ພາ​ລະ​ກິດ​ແຫ່ງ​ການ​ຫັນ​​ປະ​ເທດເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ. ກຳ​ແໜ້ນ​ຄຳ​ສັ່ງ​ເລກ​ທີ 25-CT/TW, ສະ​ບັບ​ລົງ​ວັນ​ທີ 8 ສິງ​ຫາ 2018, ຂອງ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ, ກ່ຽວ​ກັບ ການຍູ້​ແຮງ ແລະຍົກ​ລະ​ດັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ແບບຫຼາຍ​ຝ່າຍ​ເຖິງ​ປີ 2030 ເພື່ອ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ, ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ​ປາ​ໃສ​ເສດ​ຖະ​ກິດ​ພາກ​ພື້ນ, ບັນ​ດາ​ເວ​ທີ​ປາ​ໄສກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ທົ່ວ​ໂລກ, ກະ​ກຽມ​ປະ​ຖົມ​ປັດ​ໄຈ​ທີ່​ດີ​ ໃຫ້​ແກ່​ປີປະ​ທານ​ອາ​ຊຽນ 2020.

ທີ​ສອງ, ຕ້ອງເປັນ​ເອ​ກະ​ພາບ​ໃນຄວາມ​ຮັບ​ຮູ້ກ່ຽວ​ກັບ​ບົດ​ບາດແລະຄວາມ​ສຳ​ຄັນ​ ຂອງ​ການ​ທູດ​ເສດ​ຖະ​ກິດ. ​ຈາກນັ້ນ, ອອກ​ແບບ, ກໍ່​ສ້າງ​ບັນ​ດາ​ໂຄງ​ການ, ແຜນ​ການ​ສັງລວມ​ແລະ​ແຜນການ​ສະ​ເພາະ​ ດ້ວຍ​ວິ​ໄສ​ທັດ​ທີ່ເໝາະ​ສົມ​​ກັບ​ຂົງ​ເຂດ, ຖິ່ນ​ຖານ, ຄູ່​ຮວມ​ມື​ ​ໄລ​ຍະ​ກາງ ແລະໄລ​ຍະ​ຍາວ. ວິ​ທີ​ການ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ທູດ​ເສດ​ຖະ​ກິດ​ ຕ້ອງ​ການ​ປະ​ຕິ​ບັດ​ຕາມ​ທິດ​ນັບ​ມື້​ນັບ​​ມີ​ແບບ​ແຜນ, ມີ​ຄວາມຫຼາກຫຼາຍ ແລະ ແທດຈິງກວ່າ​ອີກ; ບັນ​ດາ​ປັດ​ໄຈ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ຄ້າແລະການ​ເມືອງ ​ຕ້ອງ​​ຕິດ​ພັນກັນ​ຢ່າງ​ແໜ້ນ​ແຟ້ນ, ໝູນ​ໃຊ້​ຢ່າງ​ມີ​ຄວາມ​ຄ່ອງ​ຕົວ, ເໝາະ​ສົມ​ກັບ “ທ່າ” ແລະ “ກຳ​ລັງ​ແຮງ” ໃໝ່​ຂອງ​ປະ​ເທດຫວຽດ​ນາມ. ວຽກ​ງານ​ປະ​ສານ​ສົມ​ທົບ, ການແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ​ລະ​ຫວ່າງ​ພາຍ​ໃນແລະຕ່າງ​ປະ​ເທດ ກໍ່​ຄື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ ຕ້ອງ​ໄດ້​ຮັບ​ການ​ຍູ້​ແຮງ. ການເຄື່ອນ​ໄຫວ​ສະໜັບສະໜູນ ຊ່ວຍ​ເຫຼືອ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ​ສືບ​ຕໍ່​ດຳ​ເນີນ​ໄປ​ໃນ​ທິດ​ທາງ​ສະ​ເພາະ​ແລະ​ແທດ​ຈິງ, ຕິດ​ແທດ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ທ້ອງ​ຖິ່ນແລະວິ​ສາ​ຫະ​ກິດ ​​ໂດຍ​ໃຊ້​ມາດ​ຕະ​ການສະໜັບສະໜູນ​ຢ່າງ​ແຮງ​ເພື່ອ​ໃຫ້​ເກີດຜົນ​ຕົວ​ຈິ​ງທີ່​ດີ​ສຸດ.

ທີ​ສາມ, ສືບ​ຕໍ່​​ເຊື່ອມຕໍ່​ສາມ​ເສົາ​ຄ້ຳ​ ການ​ທູດ​ການ​ເມືອງ, ການ​ທູດ​ເສດ​ຖະ​ກິດ ແລະ ການ​ທູດ​ວັດ​ທະ​ນະ​ທຳ​ ຢ່າງນິ້ມນວນ. ໃນ​ສະພາບ​ການ​ທີ່​ບົດ​ບາດແລະ​ພາບພົດ​ຂອງຫວຽດ​ນາມໄດ້ຮັບ​ການ​ຍົກ​ສູງ​ຂຶ້ນ, ພວກ​ເຮົາ​ຕ້ອງ​ສ້າງ “ຍຸດ​ທະ​ສາດ​ການ​ທູດ​ລະດັບສູງ” ເພື່ອ “​ເຊື່ອມ​ຕໍ່​ຢ່າງ​ໃກ້ຊິດ​ລະ​ຫວ່າງ​ເສດ​ຖະ​ກິດ ແລະ ການ​ເມືອງ” ເປັນ​ພື້ນ​ຖານ “ເຈ​ລະ​ຈາ” ກັບ​ປະ​ເທດ​ຕ່າງໆ. ນີ້​ແມ່ນສິ່ງ​ທ້າ​ທາຍບໍ່​ນ້ອຍ​ ຕໍ່​ການ​ທູດ​ເສດ​ຖະ​ກິດ ເຊິ່ງ​ຮຽກ​ຮ້ອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ວິ​ສາ​ຫະ​ກິດ, ທ້ອງ​ຖິ່ນ ​ຕ້ອງ​​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ກໍ່​ຄື​ການຜັນ​ຂະ​ຫຍາຍປະ​ຕິ​ບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ເພື່ອ​ຈະ​ສາ​ມາດ​ປະ​ສານ​ງານ​ກັນ​ຢ່າງ​​ໃກ້ຊິດ.

ທີ​ສີ່, ເພີ່ມ​ທະ​ວີ​ພາ​ລະບົດ​ບາດແລະຄວາມຮັບ​ຜິດ​ຊອບ​ ຂອງ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ທູດ, ຊອກ​ຫາ​ຄູ່​ຮ່ວມ​ມື, ເປີດກວ້າງ​ຕະຫຼາດ ເພື່ອ​ຮັບ​ໃຊ້​ ແລະຊ່ວຍ​ເຫຼືອ​ບັນດາວິ​ສາ​ຫະ​ກິດ, ​ໂດຍ​ສະ​ເພາະ​ວິ​ສາ​ຫະ​ກິດ​ທີ່​ເຮັດທຸ​ລະ​ກິດ​ກັບ​ຕ່າງ​ປະ​ເທດ. ​ໝາກຜົນການທູດເສດຖະກິດ ຄວນຖືວ່າ​ເປັນໜຶ່ງໃນບັນດາມາດຖານສຳຄັນທີ່ສຸດ ​ໃນ​ການ​ປະ​ເມີນ​ຜົນ​ການປະຕິບັດພາລະກິດ​ຂອງ​ອົງ​ການ​ຜູ້​ຕາງ​ໜ້າ.

ທີ​ຫ້າ, ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ໃນນັ້ນ ໃຫ້ຄວາມສຳຄັນຕໍ່ການເພີ່ມທະວີການຮ່ວມມືລະຫວ່າງ ໜ່ວຍ ງານມື​ກາງຂອງພາກສ່ວນຕ່າງໆ. ສ້າງກົນໄກສະໜອງຂໍ້ມູນຂ່າວສານສອງສົ້ນ, ກົນໄກປະສານງານແລະດຳເນີນການເຄື່ອນໄຫວ ສົ່ງເສີມເສດຖະກິດການທູດ, ຊ່ວຍເຫຼືອວິສາຫະກິດ ແລະທ້ອງຖິ່ນ.

ທີ​ຫົກ, ກໍ່​ສ້າງ​ກົງ​ຈັກທີ່​ເໝາະ​ສົມ ​ເພື່ອ​ຊີ້​ນຳວຽກ​ງານ​ການ​ທູດ​ເສດ​ຖະ​ກິດ​ ຢ່າງ​ເປັນ​ເອ​ກະ​ພາບແລະມີ​ປະ​ສິດ​ທິ​ຜົນ​. ປັບປຸງ​ບູ​ລະ​ນະ​ໂຄງ​ປະ​ກອບການ​ຈັດ​ຕັ້ງວຽກ​ງານ​ການ​ທູດ​ເສດ​ຖະ​ກິດຢູ່​ອົງ​ການ​ຜູ້​ຕາງ​ໜ້າ. ຈັດ​ຕັ້ງ​ກົງ​ຈັກ​ຕາມ​ທິດ​ທາງ​ແທດ​ຈິງ​ແລະປະ​ສິດ​ທິ​ຜົນ ໂດຍ​ອີງ​ໃສ່​ຜົນ​ຂອງ​ການ​ເຮັດ​ວຽກຫຼາຍ​ກວ່າ​ທີ່​ຈະອີງ​ຕາມ​ມາດ​ຖານ​ຂອ​ງ​ລະ​ບອບການ​ແລະນະ​ໂຍບາຍ.

ທີ​ເຈັດ, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ສົ່ງ​ເສີມ​ການ​ລົງ​ທຶນ, ການ​ຄ້າ, ຍົກ​ສູງ​​ພາບພົດ​ຂອງ​ຊາດ​ດ້ວຍຫຼາຍ​ຮູບຫຼາຍ​ແບບ. ຍູ້​ແຮງວຽກ​ງານ​ຊອກ​ຫາ​ໂຄງ​ການ, ຂົງ​ເຂດ, ວິ​ທີ​ການ​ຮ່ວມ​ມື​ໃໝ່​ ​ເພື່ອ​ເພີ່ມ​ການ​ປະສົມປະສານ​ຜົນ​ປະ​ໂຫຍດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະຄູ່​ຮ່ວມ​ມື​ຮອບ​ດ້ານ; ​ໃຊ້ປະ​ໂຫຍ​ດຈາກບັນດາສັນ​ຍາ​ການ​ຄ້າ​ເສ​ລີ (CPTPP, EVFTA...)  ເພື່ອ​ປັບ​ປຸງ​​ຕະຫຼາດ​ທີ່​ເປັນ​ມູນ​ເຊື້ອ ແລະ ສືບ​ຕໍ່​ເປີດກວ້າງ​ຕະຫຼາດ.

ທີ​ແປດ, ສະໜັບສະ​ໜູນ​ການສ້າງ​ເຄືອ​ຂ່າຍ​ທີ່​ເຂັ້ມ​ແຂງ​ຂອງ​ຊາວຫວຽດ​ນາມ​ຢູ່​ຕ່າງປະ​ເທດ, ເພື່ອ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ, ສ້າງ​​ແຫຼ່ງ​ພະ​ລັງ​ຂົນຂວາຍ​ອຳ​ນາດ​ການ​ປົກ​ຄອງທ້ອງ​ຖິ່ນ. ນຳ​ໃຊ້​ແຫຼ່ງ​ກຳ​ລັງທາງ​ດ້ານສະຕິ​ປັນຍາ​ແລະ​ການ​ເງິນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​​ໃຫ້​ປະ​ຊາ​ຄົມຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທ​ດ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ./.

-------

(1) ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ການ​ທູດ​ເ​ສດ​ຖະ​ກິດ, https://baodautu.vn/nang-cao-hieu-qua-cong-tac-ngoai-giao-kinh-te-d86312.html, ngày 15-8-2018

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 939 (​ເດືອນ​ເມ​ສາ 2020)