ວກ. - ພາຍຫຼັງ​ການ​ແຜ່​ລະບາດ​ຂອງ​​ໂຄ​ວິດ-19 ​ແລະ​ການ​ປະ​ທະ​ກັນ​ລະຫວ່າງລັດ​ເຊຍ-ຢູ​ເຄຣນ, ໂລກ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍທີ່ສຳຄັນສອງປະການ​ຄື: ການ​ແຍກ​ຕົວ ​ແລະ​ການ​ຢຸດຊະງັກຂອງ​ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ. ເພື່ອ​ຮັບ​ປະ​ກັນ​ຄວາມເປັນ​ເອ​ກະ​ລາດແລະການເປັນ​ເຈົ້າ​ຕົນ​ເອງ, ​ປະ​ເທດຕ່າງໆ​ຈຳເປັນຕ້ອງເປັນເຈົ້າ​ເຕັກ​ໂນ​ໂລ​ຊີ​​ທີ່​ຈຳ​ເປັນຫຼາຍປະການ ສຳລັບຄວາມປອດໄພທາງ​ສັງ​ຄົມ ແລະ ຄວາມໝັ້ນຄົງຂອງ​ຊາດ. ຢ່າງໃດກໍຕາມ, ​ເພື່ອເຂົ້າເຖິງເຕັກ​ໂນ​ໂລ​ຊີ​ທີ່ຈຳເປັນໄດ້ນັ້ນ ຈະຕ້ອງ​ໄດ້ຮັບ​ຄວາມ​ໄວ້ວາງ​ໃຈລະຫວ່າງ​ປະ​ເທດໃນລະດັບສູງ. ດັ່ງ​ນັ້ນ, ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີຫວຽດ​ນາມ, ຈຳເປັນຕ້ອງ​ມີ​ວິ​ທີ​ການ​ໃໝ່​ໃນການເສີມສ້າງຄວາມໄວ້ວາງໃຈກັບ​ຄູ່​ຮ່ວມ​ມື, ໂດຍສະເພາະ ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຂອງ​ໂລກໃນ​ດ້ານ​ເຕັກ​ໂນ​ໂລ​ຊີ.

ບາງ​ບັນ​ຫາທາງ​​ທິດ​ສະ​ດີ

ແນວຄວາມຄິດເລື່ອງ “ຄວາມໄວ້ວາງໃຈ”

ການຄົ້ນຄວ້າກ່ຽວກັບ “ຄວາມໄວ້ວາງໃຈ” ໃນການພົວພັນລະຫວ່າງປະເທດໄດ້ຮັບການພັດທະນາເປັນສາຍການຄົ້ນຄວ້າແຍກຕ່າງຫາກ. ນັກ​ວິຊາການທົ່ວໂລກ ຈາກສາຂາທິດ​ສະ​ດີສັດຈະນິຍົມ, ສະຖາບັນນິຍົມ, ສະຖາປັດຕະຍະກຳນິຍົມ ແລະອື່ນໆ ໄດ້ຄົ້ນ​ຄວ້າ​ ​ບັນ​ຫານີ້ຢ່າງ​ເລິກ​ເຊິ່ງແລ້ວ.

ຢູ່​ຫວຽດ​ນາມ, ສືບ​ທອດ​ບັນ​ດາ​ການ​ຄົ້ນ​ຄວ້າ​ສາ​ກົນ, ນັກ​ວິ​ຊາ​ການບາງຄົນໄດ້ໃຫ້ຄຳແນະນຳ​ກ່ຽວ​ກັບ​ວິທີ​ການ ​ແລະ ກຸ່ມ​ມາດ​ຕະການ​ທີ່​ຫວຽດນາມຕ້ອງ​ໃຊ້​ ເພື່ອ​ສ້າງ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້ວາງ​ໃຈ​ກັບ​ຄູ່​ຮ່ວມ​ມື. ເມື່ອເວົ້າເຖິງ​ຄຸນ​ລັກ​ສະ​ນະ​ຂອງ​ຄວາມໄວ້ວາງໃຈ, ນັກ​ວິຊາການບາງຄົນເຊື່ອ​ວ່າ ນັ້ນ​ແມ່ນ “ທັດສະນະຄະຕິທີ່ຈະມອບຜົນປະໂຫຍດຂອງຕົນເອງໃຫ້ຄົນອື່ນ”, ແມ່ນຄວາມຄາດຫວັງວ່າອີກຝ່າຍຈະກະທຳການ “ຕອບແທນ” ແລະອື່ນໆ(1). ​ສາ​ເຫດຂອງຄວາມບໍ່ໄວ້ວາງໃຈ ລວມ​ມີ ​​ຄຳ​ເວົ້າທີ່​ບໍ່​ໄປ​ຄຽງ​ຄູ່​ກັນ​ກັບ​ການ​ກະ​ທຳ, ການຂາດຄວາມໂປ່ງໃຈໃນນະ​ໂຍ​ບາຍແລະການດຳເນີນການ, ການຂາດ​ກົນ​ໄກເພື່ອ​ຮັບ​ປະ​ກັນການປະຕິບັດ​ຕາມຄຳ​ໝັ້ນ​ສັນ​ຍາ​ຢ່າງ​ຈິງ​ຈັງ…(2). ຢ່າງໃດກໍຕາມ, ຍັງ​ບໍ່​ທັນ​ມີ​ການ​ຄົ້ນ​ຄວ້າ​ໃດທີ່ສະເໜີແນວຄວາມຄິດເລື່ອງ “ຄວາມໄວ້ວາງໃຈ”.

ດັ່ງ​ນັ້ນ, “ຄວາມໄວ້ວາງໃຈ” ໃນ​ການ​ພົວ​ພັນລະຫວ່າງປະເທດ​ແມ່ນ​ຫຍັງ? ຕາມ​ພົດ​ຈະ​ນາ​ນຸ​ກົມ​ພາ​ສາ​ຫວຽດ​ນາມ, ຄວາມ​ໄວ້ວາງໃຈ​ແມ່ນ “ການຝາກ​ຄວາມ​ຫວັງໄວ້​ໃນ​ຄົນ​ໃດ​ຄົນ​ໜຶ່ງ ຫຼືສິ່ງ​ໃດ​ສິ່ງ​ໜຶ່ງ”(3); ແມ່ນ “ຄວາມໝັ້ນໃຈ​ໃນ​​ສົມ​ມຸດຕິ​ຖານ​ທີ່ຂະນະນີ້​ຜູ້ຄົນ​ບໍ່ສາມາດ​ພິ​ສູດໄດ້​ດ້ວຍ​ການ​ທົດ​ລອງ”(4). ຕາມພົດ​ຈະ​ນາ​ນຸ​ກົມ​ພາ​ສາ​ອັງ​ກິດ ຄວາມ​ໄວ້ວາງໃຈ​ແມ່ນ “ຄວາມ​ເຊື່ອ​ໝັ້​ນໃນ​ຄວາມ​ຊື່​ສັດ, ຄວາມດີຂອງບຸກຄົນ ອົງ​ການ​ຈັດ​ຕັ້ງ​ ຫຼືບາງສິ່ງບາງຢ່າງ”(5). ການໝູນ​ໃຊ້ແນວຄວາມຄິດເຫຼົ່ານີ້​ເຂົ້າ​ໃນ​ການ​ພົວ​ພັນ​ສາ​ກົນ ສາມາດເຂົ້າ​ໃຈໄດ້ວ່າ ຄວາມໄວ້ວາງໃຈ (ໃນ​ຄູ່​ຮ່ວມ​ມື) ແມ່ນ​ຄວາມ​ຫວັງ (ຄວາມ​ເຊື່ອ​ໝັ້ນ) ວ່າຄູ່ຮ່ວມມື​ຈະເຮັດສິ່ງ​ທີ່ທ່ານຕ້ອງການ ແລະ ຄູ່​ຮ່ວມ​ມືມີຄວາມ​ສາ​ມາດ​ພຽງ​ພໍ​​ເຮັດ​​ສິ່ງ​ທີ່ທ່ານຕ້ອງການ.

ຄວາມ​ໄວ້ວາງໃຈ​ມີ​ລັກ​ສະ​ນະ “ຕັ້ງ​ໜ້າ” ຢູ່ໃນປະເພດຂອງການຮ່ວມ​ມື; ປະ​ເພດຂອງ “ຄວາມຄາດ​ຫວັງ” ທີ່ອີກ​ຝ່າຍ​​ຈະ “ຕອບ​ແທນ” ພຶດຕິກຳຂອງທ່ານ ບໍ່​ຢູ່ໃນແນວຄວາມຄິດນີ້. ຖ້າບໍ່ມີຄວາມໄວ້ວາງໃຈ ຈະບໍ່ມີການຮ່ວມມື(6). ປະ​ເທດ​ຕ່າງໆຈະ​​ພິ​ຈາ​ລະ​ນາຄວາມໄວ້້ວາງໃຈ​ກ່ອນ​ຕັດສິນໃຈ​ຮ່ວມ​ມື ແລະ ໄດ້​ຮັບຜົນ​ກະ​ທົບຈາກຄຳຕອບ​ຂອ​ງ​ຄູ່​ຮ່ວມ​ມືຕໍ່​ການຕັດສິນໃຈນັ້ນ. ກ່ອນ​ທີ່ຈະຕັດສິນໃຈ​ຮ່ວມ​ມື​ກັ​ບ​ຄູ່​ຮ່ວມ​ມື, ປະ​ເທດ​ຕ່າງໆ​ຈະ​ພິ​ຈາ​ລະ​ນາ​ລະ​ດັບຄວາມໄວ້ວາງໃຈສູງຫຼືຕ່ຳ​. ຄວາມໄວ້ວາງໃຈໃນ​ລະ​ດັບ​ສູງ ​ຈະກຳນົດການ​ຮ່ວມ​ມືມີໄລຍະຍາວ. ລະ​ດັບຄວາມໄວ້ວາງໃຈທີ່​ຕ່ຳ​ ຈະກຳນົດການ​ຮ່ວມ​ມືທີ່ຈຳກັດ ແລະຕາມລະດູການ. ການຕອບສະໜອງຂອງ​ຄູ່​ຮ່ວມ​ມື​ຕໍ່​ການຕັດສິນໃຈນັ້ນ​ ຈະ​ເພີ່ມຫຼືຫຼູດ​ຄວາມໄວ້ວາງໃຈໃນຕົວຄູ່​ຮ່ວມ​ມື. ຖ້າ​ລະ​ດັບ​ການຕອບສະໜອງ​ເທົ່າກັບ ຫຼືສູງກວ່າ​ລະ​ດັບທີ່ຄາດໄວ້ ​ຄວາມໄວ້ວາງໃຈກໍ່ຈະເພີ່ມຂຶ້ນ ແລະ ກົງ​ກັນ​ຂ້າມ.

ບັນ​ດາ​ປັດ​ໃຈ​ທີ່​ສົ່ງຜົນກະທົບຕໍ່ “ຄວາມໄວ້ວາງໃຈ”

ຄວາມໄວ້ວາງໃຈ​ແມ່ນ​ຄວາມ​ຄາດ​ຫວັງທີ່​ໄດ້​ຮັບອິດທິພົນຈາກຫຼາຍ​ປັດ​ໄຈ ທີ່ສຳຄັນທີ່ສຸດຄື ​ປະ​ວັດ​ສາດ, ວັດ​ທະ​ນະ​ທຳ ແລະ ການ​ຄິດ​ໄລ່​ຜົນ​ປະ​ໂຫຍດ​. ໃນ​ສາມ​ປັດໄຈ​ນີ້, ການ​ຄິດ​ໄລ່​​ຜົນ​ປະ​ໂຫຍດ​ຖືເປັນ​ປັດ​ໄຈຊີ້ຂາດ.

ຄວາມ​ຂັດ​ແຍ້ງ​ທີ່ເກີດ​ຈາກ​ປະ​ຫວັດ​ສາດ​ມັກກໍ່ໃຫ້ເກີດຄວາມ​ສົງ​ໃສ ແລະ ຂັດ​ຂວາງການສ້າງ​ຄວາມ​ໄວ້ວາງໃຈລະຫວ່າງ​ບັນ​ດາ​ປະ​ເທດ. ຢ່າງໃດກໍຕາມ, ຖ້າ​ການ​ຄິດ​ໄລ່ຜົນ​ປະ​ໂຫຍດ​ໃຫ້​ເຫັນ​ຄວາມສາ​ມາດ​ມີ​ຜົນ​ປະ​ໂຫຍດ​ທີ່​ແນ່ນອນ​ ຄູ່ສັນຍາ​ຍັງ​ອາດ​ສາ​ມາດໄວ້ວາງໃຈເຊິ່ງກັນແລະກັນ ແລະ ຮ່ວມ​ມື​ກັນໄດ້. ​ປະ​ຫວັດຄວາມເປັນມາຂອງການຟື້ນຟູແລະການ​ພັດ​ທະ​ນາ​ການ​ພົວ​ພັນຫວຽດ​ນາມ - ສະຫະລັດອາ​ເມລິກາຕັ້ງແຕ່ປີ 1975 ເປັນຂໍ້ພິສູດທີ່ຈະແຈ້ງເຖິງຂໍ້ໂຕ້ແຍ້ງນີ້. ເລີ່ມ​ຈາກຄວາມ​ຄາດ​ຫວັງວ່າ ​ຄູ່​ຮ່ວມ​ມື​ຂອງຕົນຈະ​ຕອບ​ແທນ “ຄວາມປາຖະໜາດີ” ຂອງ​ຕົນ​ໃນ​ການ​ຮ່ວມ​ມືກັນ​ແກ້​ໄຂ​ບັນ​​ຫາດ້ານ​ມະ​ນຸດສະ​ທຳຫຼັງ​ສົງ​ຄາມ, ສອງ​ຝ່າຍ​ໄດ້​ຮ່ວມ​ມື​ໃນ​ບັນ​ຫາການ​ຄົ້ນຫາ​ຊາວ​ອາ​ເມລິ​ກາທີ່​ສູນ​ຫາຍ​ໃນປະຕິບັດການລະຫວ່າງ​ສົງ​ຄາມ (MIA), ຕາມມາຄື ການຄ່ອຍໆເພີ່ມ​ການ​ແລກ​ປ່ຽນ, ການຮ່ວມ​ມື,… ແລະໃນ​ຂະ​ບວນ​ການນີ້ ຄວາມໄວ້ວາງໃຈລະ​ຫວ່າງ​ສອງ​ປະ​ເທດກໍ່​ໄດ້​ຍົກ​ສູງຂຶ້ນເທື່ອ​ລະ​ກ້າວ.

ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ໂດຍສະເພາະ​ລະ​ບົບ​ຄຸນ​ຄ່າ, ກໍ່ເປັນ​ສາເຫດ​ທີ່ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ ມີ​ຄວາມ​ສົງ​ໃສ​ຊິ່ງ​ກັນແລະກັນ. ຢ່າງໃດກໍຕາມ, ຖ້າການຄິດ​ໄລ່​ຜົນ​ປະ​ໂຫຍດ​ໃຫ້​ເຫັນ​ວ່າ ​ມີພື້ນຖານໃຫ້​ຄູ່​ຮ່ວມ​ມື​ດຳເນີນການຕາມທີ່ຄາດໄວ້, ​ປະ​ເທດຕ່າງໆກໍ່​​ອາດຈະ​ໄວ້ວາງໃຈເຊິ່ງແລະກັນ ແລະ ຮ່ວ​ມ​ມື​​ກັນໄດ້. ສະຫະລັດອາ​ເມລິ​ກາ ແລະ ອາຣັບບີ ຊາອຸດິດ ບໍ່​ມີ​ວັດ​ທະ​ນະ​ທຳແລະລະ​ບົບ​ຄຸນ​ຄ່າທີ່ຄ້າຍຄືກັບ, ແຕ່​​ຍັງໄດ້ສົ່ງເສີມ​ການ​ຮ່ວມ​ມື​ຍຸດ​ທະ​ສາດໃນ​ດ້ານຄວາມໝັ້ນຄົງແລະການ​ທະ​ຫານ, ຍ້ອນ​​ສອງ​ປະ​ເທດ​ມີ​ຜົນ​ປະ​ໂຫຍດ​ທີ່​ຄ້າຍ​ຄື​ກັນ​ພໍ​ສົມ​ຄວາມ​ ຢູ່​ພາກ​ພື້ນຕາ​ເວັນ​ອອກກາງ, ອາ​ຟ​ຣີ​ກາເໜືອ. ເຊັ່ນດຽວກັນ, ຜົນປະໂຫຍດແມ່ນປັດໄຈຕັດສິນໃຈທີ່ຈີນເລືອກ ຈີບູຕີ ເຊິ່ງເປັນປະເທດໃນພາກພື້ນອາຟຣິກາຕາເວັນອອກ (ເຂົາຄວາຍແຫ່ງ​ອາ​ຟ​ຣິ​ກາ) ເປັນ​ສະຖານທີ່ໃນການຈັດຕັ້ງຖານທັບທະຫານ​ແຫ່ງ​ທຳ​ອິດ​ຂອງ​ຕົນ​ໃນ​ໂລກ.

ເມື່ອຄິດ​ໄລ່ຜົນ​ປະ​ໂຫຍດ​ໃນ​ການ​ພົວ​ພັນ​ກັບ​ຄູ່​ຮ່ວມ​ມື, ມີ​ສາມ​ປັດ​ໄຈ​ຕົ້ນ​ຕໍ່​ທີ່​ເຄີຍ​ໄດ້​ນຳ​ເອົາ​ມາ​ພິ​ຈາ​ລະ​ນາ, ນັ້ນ​ແມ່ນ: 1- ລະ​ດັບ​ຄວາມເໝາະກັນທາງດ້ານ​ຜົນ​ປະ​ໂຫຍດ; 2- ປະ​ຫວັດຄວາມສຳພັນຂອງ​ຄູ່​ຮ່ວມ​ມື; 3- ການມີຢູ່ຂອງປັດໄຈທີ່ຮັບປະກັນວ່າ ຄູ່ຮ່ວມມືຈະປະຕິບັດຕາມທີ່ໄດ້ສັນຍາໄວ້(7). ລະ​ດັບ​ຄວາມເໝາະກັນທາງດ້ານ​ຜົນ​ປະ​ໂຫຍດ​ແມ່ນ​ປັດໄຈ​ສຳ​ຄັນ​ ເພື່ອ​ໃຫ້​ປະ​ເທດຕ່າງໆ​ເຊື່ອໝັ້ນ​ວ່າ ຄູ່​ຮ່ວມ​ມື​ຂອງຕົນຈະ​ມີ​ການ​ກະ​ທຳ​ທີ່​ເໝາ​ະ​ສົມ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຕົນ (ຢ່າງໜ້ອຍກໍ່​ໃນ​ຂອບ​ເຂດທີ່​ຜົນ​ປະ​ໂຫຍດ​ຂອງທັງ​ສອງ​ຝ່າຍເກີດຂຶ້ນພ້ອມ​ກັນ). ຄວາມເໝາະກັນທີ່ເລິກຊິ່ງ ກວ້າງຂວາງຫຼາຍຂຶ້ນ (ຍິ່ງສຳຄັນ) ລະດັບຄວາມໄວ້ວາງໃຈກໍຈະສູງຍິ່ງຂຶ້ນ. ກ່ຽວ​ກັບ​ປະ​ຫວັດ​ຄວາມເປັນມາຂອງ​ການ​ພົວ​ພັນ, ຖ້າ​​ຄູ່​ຮ່ວມ​ມື​ຍາມ​ໃດ​ກໍ່​ຮັກ​ສາ “ຄວາມ​ເຊື່ອ​ຖື” ແລະ ​ປະ​ຕິ​ບັດຕາມຄຳໝັ້ນສັນຍາຢ່າງ​ເຂັ້ມ​ງວດສະເໝີ ກໍ່​ມີເຫດຜົນ​ໃຫ້​ເຊື່ອໄດ້​ວ່າ ຄູ່​ຮ່ວມ​ມື​ຈະ​ເຮັດ​ຄື​ແນວນັ້ນ​ໃນ​ປະ​ຈຸ​ບັນ.

​ປັດ​ໄຈ​ພື້ນ​ຖານໃນການໄວ້ວາງໃຈວ່າ ​ຄູ່​ຮ່ວມ​ມື​ຈະປະພຶດຕົນຕາມທີ່ໄດ້ສັນ​ຍາໄວ້, ລວມເຖິງຄ່າໃຊ້ຈ່າຍໃນການຜິດສັນຍາ, ລະ​ດັບ​ຄວາມ​ໂປ່ງ​ໃສໃນ​ນະ​ໂຍ​ບາຍແລະການ​ກະ​ທຳ, ​ກົນ​ໄກ​ພາຍ​ໃນຂອງ​ຄູ່​ຮ່ວມ​ມື ແລະ ​ກົນ​ໄກ​ລະຫວ່າງປະເທດ​ທີ່​ບັງ​ຄັບໃຫ້​ຄູ່​ຮ່ວມ​ມື​ປະ​ຕິ​ບັດ​ຕາມພັນທຳກໍລະນີຂອງຕົນ. ໃນ​ການ​ພົວ​ພັນຮ່ວມ​ມື, ບັນ​ດາ​ປະ​ເທດ​ລ້ວນ​ແຕ່ຢາກໄດ້ຮັບ​ຜົນ​ປະ​ໂຫຍດ​ສູງສຸດ, ຄວາມໄວ້ວາງໃຈ​ຈະຖືກກຳ​ນົດ​ບົນ​ພື້ນ​ຖານຄວາມ​ຮັບ​ຮູ້​ວ່າ ຄູ່​ຮ່ວມ​ມື​ຈະສູນ​ເສຍບໍ່ຫຼາຍກໍ່ໜ້ອຍ ​ຖ້າພວກເຂົາຜິດ​ສັນ​ຍາ. ລະ​ດັບ​ຄວາມໂປ່ງ​ໃສໃນ​ນະ​ໂຍ​ບາຍແລະພຶດຕິກຳ​ກໍ່​ເປັນ​ປັດໄຈ​ທີ່​ສຳ​ຄັນ ໃນການສ້້າງຄວາມໄວ້ວາງໃຈ. ຄວາມໂປ່ງ​ໃສ​ຈະຊ່ວຍຫຼຸດ​ຄວາມກັງວົນ​ກ່ຽວ​ກັບ “ການສົມຮູ້ຮ່ວມຄິດ”. ຄວາມໂປ່ງ​ໃສ​ກໍ່​ສ້າງແຮງກົດ​ດັນໃຫ້​ຄູ່​ຮ່ວມ​ມື​ຕ້ອງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້​ນ​ສັນ​ຍາຂອງຕົນ. ການດຳລົງຢູ່ແລະປະສິດທິຜົນຂອງກົນ​ໄກ​ພາຍໃນຄູ່ຮ່ວມມື ເຊັ່ນ “ການ​ກວດກາ​ແລະຖ່ວງ​ດຸນ” ໃນຫຼາຍປະເທດ ກໍ່​ແມ່ນ​ພື້ນ​ຖານໃນການປະເມີນລະດັບຄວາມໄວ້ວາງໃຈ ເນື່ອງຈາກມັນສ້າງແຮງກົດດັນພາຍໃນ ໃຫ້ລັດຖະບານຕ້ອງ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ພົວພັນ​ສາກົນ. ກົນໄກສາກົນລວມທັງກົດໝາຍ ແລະ ກົດລະບຽບຂອງອົງການສາກົນທີ່ຄູ່ຮ່ວມມືເປັນສະມາຊິກ ກໍເປັນພື້ນຖານເພື່ອກຳນົດຄວາມໄວ້ວາງໃຈ. ຖ້າ​ຄູ່​ຮ່ວມ​ມື​ເປັນສະມາຊິກຂອງ​ອົງ​ການ​​ສາ​ກົນ​ທີ່​ມີຊື່ສຽງຫຼາຍແຫ່ງ ດັ່ງນັ້ນ ​ເນື່ອງຈາກພວກເຂົາຜູກພັນຕາມ​ກົດໝາຍ​ແລະກົດລະບຽບ​ຂອງ​ອົງການ​​ສາກົນ ພວກເຂົາຈະຕ້ອງ​ປະຕິບັດ​ຕາມ​ສິ່ງ​ທີ່ໄດ້ໃຫ້ຄຳໝັ້ນສັນຍາຢ່າງຈິງຈັງ. ຄຽງ​ຄູ່​​ການ​ສ້າງເປັນ​ພື້ນ​ຖານຂອງ​ຄວາມໄວ້ວາງໃຈ, ບັນ​ດາ​ກົນ​ໄກ​​ພາຍ​ໃນ​ຄູ່​ຮ່ວມ​ມື ແລະ ບັນ​ດາ​ກົນ​ໄກ​ສາ​ກົນ ​ຍັງ​ສ້າງ​ຄວາມ​​ຊິນ​ເຄີຍ​ໃນ​ການ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາສາ​ກົນຢ່າງເຄັ່ງຄັດ.

ລະ​ດັບ​ຄວາມ​ໄວ້ວາງໃຈ: ການ​ເຂົ້າ​ເຖິງ​ຈາກ​ຜົນ​ປະ​ໂຫຍດ

ກ່ຽວກັບການ​ກຳ​ນົດ​ລະ​ດັບ​ຄວາມ​ໄວ້ວາງໃຈ, ​ນັກ​ວິຊາການ​ຕ່າງ​ປະ​ເທດຫຼາຍຄົນ(8) ແລະຫວຽດ​ນາມ(9) ​ໄດ້ສະເໜີຕົວຊີ້ວັດສາມຕົວ ​ເພື່ອ​ກຳ​ນົດ​ລະ​ດັບ​ຄວາມໄວ້ວາງໃຈເຊິ່ງ​ກັນແລະກັນ: 1- ຈຳ​ນວນ​ບັນ​ຫາທີ່ເຫຼືອ​ຢູ່​ໃນ​ປະ​ຫວັດ​ສາດແລະປະ​ຈຸ​ບັນ; 2- ລະ​ດັບ​ຄວາມຄ້າຍຄືກັນ​ດ້ານ​ຜົນ​ປະ​ໂຫຍດ; 3- ຈຳ​ນວນແລະປະ​ສິດ​ທິ​ຜົນຂອງ​ເຄື່ອງ​ມືແລະກົນ​ໄກ ໃນການຕິດຕາມແລະປະເມີນພຶດຕິກຳ; ກົດລະບຽບ, ກົດໝາຍ ແລະ ສະຖາບັນຫຼາຍຝ່າຍ​ເພື່ອ​ຄວບຄຸມພຶດຕິກຳ (ຂອງ​ຄູ່​ຮ່ວມ​ມື).  

​ສາ​ມາດ​ເຫັນ​ໄດ້​ວ່າ, ເຖິງວ່າຄວາມ​ຂັດ​ແຍ້ງ ແລະ ຄວາມ​ສົງ​ໃສ​ທີ່ເກີດຂຶ້ນຈາກປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ລະ​ບົບ​ຄຸນ​ຄ່າ ແລະອື່ນໆ ຈະເປັນອຸປະສັກຕໍ່ການສ້າງ​ຄວາມໄວ້ວາງໃຈ(10), ແຕ່ບໍ່ໄດ້ຂະຈັດຄວາມ​ສາ​ມາດໃນການ​ສ້າງ​ຄວາມ​ໄວ້ວາງໃຈ, ບໍ່​ຕັດ​ສິນ​ການ​ສ້າງແລະປັບ​ປຸງ​ຄວາມ​ໄວ້ວາງໃຈ. ບົນ​ພື້ນ​ຖານ​ບັນ​ດາ​ປັດໄຈ​ທີ່ສົ່ງຜົນກະທົບຕໍ່ຄວາມໄວ້ວາງໃຈ ​ສາ​ມາດ​ກຳ​ນົດ​ເງື່ອນ​ໄຂ​ທີ່ກ່ຽວຂ້ອງກັບ​ລະ​ດັບ​ຄວາມໄວ້ວາງໃຈ ແລະ ລະ​ດັບ​ການ​ຮ່ວມ​ມື​ທີ່​ທຽບ​ເທົ່າ​ກັບ​ລະ​ດັບ​ດັ່ງກ່າວໄດ້ດັ່ງນີ້:

ລະ​ດັບ​ສູງ (ເຊື່ອໃຈຫຼາຍ): ຖ້າ​ເຫັນ​ວ່າ​ຄູ່​ຮ່ວມ​ມື​ມີ​ຜົນ​ປະ​ໂຫຍດ​ພື້ນ​ຖານ ໄລຍະ​ຍາວ​ທັບຊ້ອນກັບ​ເຮົາ; ຄູ່​ຮ່​ວມ​ມື​​ມີ​ປະ​ຫວັດການ​ປະ​ພຶດກຳທີ່​ດີ ແລະ ປະ​ຕິ​ບັດຕາມ​​ຄຳ​ໝັ້ນ​ສັນ​ຍາຕໍ່ເຮົາ (ແລະຕໍ່​ຄູ່​ຮ່ວມ​ມື​ອື່ນ) ຢ່າງເຄັ່ງຄັດ; ຄູ່​ຮ່ວມ​ມືທີ່​ມີ​ນະ​ໂຍ​ບາຍແລະຄວາມໂປ່ງໃສທາງພຶດຕິກຳໃນລະດັບສູງ; ພາຍ​ໃນ​ຄູ່​ຮ່ວມ​ມື​​ມີ​ບັນ​ດາ​ກົນ​ໄກ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ຄູ່​ຮ່ວມ​ມື​ແມ່ນ​ສະ​ມາ​ຊິກ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາກົນທີ່​ມີຊື່ສຽງ. ໃນລະ​ດັບ​ນີ້, ອາດ​ສາ​ມາດ​ກ້າວໄປ​ສູ່​ພັນທະມິດທາງ​​ທະ​ຫານ, ການຮ່ວມ​ມືໃນການ​ຜະ​ລິດ​ອາ​ວຸດ, ການຊື້​ຂາຍແລະຖ່າຍທອດ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ, ເຕັກ​ໂນ​ໂລ​ຊີແບບໃຊ້ຄູ່, ເຕັກ​ໂນ​ໂລ​ຊີ​ຫຼັກ.

ລະ​ດັບ​ກາງ (ຄວາມ​ໄວ້ວາງໃຈ​ປົກ​ກະ​ຕິ): ຖ້າ​ເຫັນ​ວ່າ​ຄູ່​ຮ່ວມ​ມື​​ມີ​​ຜົນ​ປະ​ໂຫຍດ​ທັບຊ້ອນກັບ​ເຮົາ; ຄູ່​ຮ່ວມ​ມື​​ມີ​ປະ​ຫວັດ​ພຶດຕິກຳທີ່​ດີພໍ​ຄວນ ແລະ ປະ​ຕິ​ບັດ​ຕາມຄຳ​ໝັ້ນ​ສັນ​ຍາຕໍ່ເຮົາ (ແລະ​ຕໍ່ຄູ່​ຮ່ວມມືອື່ນ) ຢ່າງເຄັ່ງຄັດພໍຄວນ; ຄູ່​ຮ່ວມ​ມື​ມີນະ​ໂຍ​ບາຍ ແລະ ຄວາມໂປ່ງໃສດ້ານພຶຕິກຳໃນລະດັບ​ສູງພໍ​ສົມ​ຄວນ; ພາຍ​ໃນ​ຄູ່​ຮ່ວມ​ມື​​ມີ​ກົນ​ໄກ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດທີ່​ມີ​ປະ​ສິດ​ທິ​ຜົນ​ພໍ​ສົມ​ຄວນ; ຄູ່​ຮ່ວມ​ມື​ແມ່ນ​ສະ​ມາ​ຊິກ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງສາກົນ​ທີ່​ມີ​ຊື່ສຽງ. ໃນ​ລະ​ດັບ​ນີ້, ອາດຈະມີການຮ່ວມມືດ້ານຄວາມໝັ້ນຄົງ ການຮ່ວມມືທາງ​ທະ​ຫານ, ການຊື້​ຂາຍ, ການຖ່າຍທອດ​ເຕັກ​ໂນ​ໂລຊີຕາມປົກກະຕິ.

ລະ​ດັບ​ຕ່ຳ (ເຊື່ອ​ໃຈ​ໜ້ອຍ): ຖ້າ​ເຫັນ​ວ່າ​ ຄູ່​ຮ່ວມ​ມື​ບໍ່​ມີ​ຜົນ​ປະ​ໂຫຍດທັບຊ້ອນ​ກັບ​ເຮົາຫຼາຍ; ບາງຄັ້ງຄູ່​ຮ່ວມ​ມືບໍ່ປະ​ຕິ​ບັດຕາມ​ຄຳ​ໝັ້ນ​ສັນ​ຍາທີ່ມີຕໍ່​ເຮົາຢ່າງເຄັ່ງຄັດ (ແລະ​ຕໍ່ຄູ່​ຮ່ວມມືອື່ນ);  ຄູ່ຮ່ວມມືບໍ່ໄດ້ເຮັດໃຫ້ນະໂຍບາຍ ແລະ ພຶດຕິກໍາຂອງພວກເຂົາໂປ່ງໃສ;​ ພາຍ​ໃນ​ຄູ່​ຮ່ວມ​ມື​ບໍ່​ມີ​ກົນ​ໄກ​ຕິດຕາມ​ກວດກາ​ພຶດຕິ​ກຳ​ທີ່​ມີ​ປະສິດທິ​ຜົນ; ຄູ່ຮ່ວມງານບໍ່ແມ່ນສະມາຊິກຂອງອົງການຈັດຕັ້ງສາກົນທີ່ມີຊື່ສຽງຫຼາຍແຫ່ງ. ໃນລະ​ດັບ​ນີ້, ອາດ​ຈະມີການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ແຕ່ເປັນເລື່ອງຍາກທີ່ຈະດຳເນີນການຊື້​ຂາຍ ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ຊັ້ນສູງ ຕະຫຼອດຈົນການຊື້ຂາຍ ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີການປ້ອງກັນປະເທດ ແລະ ເຕັກ​ໂນ​ໂລ​ຊີແບບ​ໃຊ້ສອງທາງ. 

ດ້ວຍການກໍານົດລະດັບຂ້າງເທິງ, ສາມາດເຂົ້າໃຈໄດ້ວ່າ “ຄວາມໄວ້ວາງໃຈທາງຍຸດທະສາດ” ແມ່ນ​ລະ​ດັບ​ຄວາມໄວ້ວາງໃຈສູງ​ສຸດ ເຊິ່ງເກີດຂຶ້ນເມື່ອປະເທດຕ່າງໆ​ຮັບ​ຮູ້​ວ່າ ​ຄູ່​ຮ່ວມ​ມື​ມີ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ທັບຊ້ອນກັບພວກເຂົາ; ປະ​ຫວັດສາດ​​ພິ​ສູດໃຫ້ເຫັນວ່າ ຄູ່​ຮ່ວມ​ມື​ຍາມ​ໃດ​ກໍ່ເຄົາລົບ​ຄຳ​ໝັ້ນ​ສັນ​ຍາ​ຂອງຕົນ; ​ພາຍ​ໃນ​ຄູ່​ຮ່ວມ​ມື​ມີ​​ກົນ​ໄກຄວບຄຸມ​ການ​ປະ​ຕິ​ບັດ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ຄູ່​ຮ່ວມ​ມື​ເປັນ​ສະ​ມາ​ຊິກ​ຂອງ​ບັນ​ດາ​ອົງ​ການ​ສາ​ກົນ​ທີ່​ມີ​ຊື່ສຽງ.

ໃນ​ຄວາມເປັນຈິງ, ບໍ່ມີຄວາມໄວ້ວາງໃຈໂດຍສິ້ນເຊີງລະ​ຫວ່າງ​ບັນ​ດາ​ປະ​ເທດ​ຍ້ອນບໍ່​ມີ​ຄວາມທັບຊ້ອນ​ທາງ​ດ້ານ​ຜົນ​ປະ​ໂຫຍດທີ່ສົມບູນແລະຖາວອນ. ອັງ​ກິດແລະອາ​ເມ​ລິກາ ແມ່ນ​ພັນ​​ລະ​ມິດ​ທີ່​​ໃກ້​ຊິດກັນ ໂດຍມີ​ການ​ໃຊ້​ວັດ​ທະ​ນະ​ທຳ ແລະ ລະ​ບົບ​ຄຸນ​ຄ່າຮ່ວມກັນເກືອບທັງໝົດ, ແຕ່ບໍ່​​ມີ​ຄວາມໄວ້ວາງໃຈຢ່າງສົມບູນລະຫວ່າງທັງສອງຝ່າຍ. ຫຼັກຖານຫຼາຍຢ່າງສະແດງໃຫ້ເຫັນວ່າ ອັງກິດແລະອາເມລິກາ ບໍ່ໄວ້ວາງໃຈກັນໃນບັນຫາລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ, ໂດຍສະເພາະໃນສະໄໝ ໂດນັນ ທຣຳ ເປັນປະທານາທິບໍດີແຫ່ງສະຫະລັດອາເມລິກາ(11). ແລະກໍ່ບໍ່ຄ່ອຍມີການສູນເສຍຄວາມໄວ້ວາງໃຈລະຫວ່າງປະເທດໂດຍສິ້ນເຊີງ.

ປະທານາທິບໍດີອາເມຣິກາ ຈອນ ບາຍແດນ ພົບປະກັບນາຍົກລັດຖະມົນຕີອັງກິດ ຣິຊີ ຊູນາກ ນອກວາລະກອງປະຊຸມຂັ້ນສູງຂອງບັນດາການນຳ ຈີ 20 ທີ່ບາລີ ປະເທດອິນໂດເນເຊຍ, ວັນທີ 16 ພະຈິກ 2022  _ພາບ: REUTERS

ມາດ​ຕະ​ການ​ສ້າງ​ຄວາມໄວ້ວາງໃຈ

ປັດໄຈທີ່ສົ່ງຜົນ​ກະ​ທົບຕໍ່ຄວາມໄວ້ວາງໃຈ ແລະ ​ເງື່ອນ​ໄຂ​ທີ່ກ່ຽວຂ້ອງກັບຄວາມໄວ້ວາງໃຈແຕ່ລະ​ລະ​ດັບ ​ເປັນ​ພື້ນ​ຖານ​ໃນການ​ກຳ​ນົດ​ມາດ​ຕະ​ການ​ສ້າງ​ຄວາມໄວ້ວາງໃຈ. ຖ້າທ່ານຕ້ອງການໃຫ້​ຄູ່​ຮ່ວມ​ມືຂອງທ່ານເຊືຶ່ອວ່າ ທ່ານ​ຢູ່​ໃນລະ​ດັບ​ໃດ ທ່ານຕ້ອງມີຄຸນສົມບັດກົງຕາມ​ເງື່ອນ​ໄຂ​ທີ່ກ່ຽວຂ້ອງ​ກັບ​ລະ​ດັບ​ນັ້ນ. ມີສອງກຸ່ມມາດຕະການສ້າງຄວາມໄວ້ວາງໃຈ. ກຸ່ມທໍາອິດແມ່ນ ມາດຕະການທີ່ພວກເຮົາປະຕິບັດຕົວເອງ ແລະ ກຸ່ມທີສອງແມ່ນມາດຕະການທີ່ພວກເຮົາປະຕິບັດກັບຄູ່ຮ່ວມມືຂອງພວກເຮົາແລະຄູ່ຮ່ວມມືອື່ນໆ(12).

​ມາດ​ຕະ​ການໃນ​ກຸ່ມ​ທີ່​ໜຶ່ງລວມ​ມີ ​ການ​ສ້າງແລະເພີ່ມ​​ລະ​ດັບຜົນປະໂຫຍດທີ່ເຊື່ອມໂຍງກັບ​ຄູ່​ຮ່ວມ​ມື; ຮັກ​ສາ “ຄວາມໄວ້ວາງໃຈ” ໃນ​ການ​ພົວ​ພັນ​ກັບ​ຄູ່​ຮ່ວມ​ມື (ແລະຄູ່​ຮ່ວມ​ມືອື່ນໆ); ການ​ສ້າງ (ແລະສະ​ແດງ​ໃຫ້​ຄູ່​ຮ່ວມ​ມື​ເຫັນ​ໄດ້) ​ກົນ​ໄກ​ຕິດຕາມກວດກາພຶດຕິກຳພາຍ​ໃນ​ຂອງ​ຕົນ​ເອງ; ເຂົ້າ​ຮ່ວມແລະປະ​ຕິ​ບັດຕາມ​ກົດ​ໝາຍແລະກົດລະບຽບ​ຂອງ​ອົງ​ການ​​ຈັດ​ຕັ້ງສາ​ກົນ​ທີ່​ເຮົາ​ເປັນ​ສະມາຊິກຢ່າງເຂັ້ມງວດ. 

ມາດ​ຕະ​ການ​ໃນກຸ່ມ​ທີ່​ສອງລວມ​ມີ​ ການ​​ສ້າງ​ຜົນ​ປະ​ໂຫຍດ​​ພື້ນ​ຖານໄລຍະຍາວໃຫ້ແກ່​ກັນ; ຫຼຸດຂະໜາດແລະ​ລົບ​ລ້າງ​ປັດໄຈ​ທີ່ສ້າງ​ຄວາມ​ສົງ​ໃສ; ພ້ອມ​ກັນ​ເຂົ້າ​ຮ່ວມ ແລະ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​​ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ມີຊື່ສຽງ.

ສ​ະ​ຖາ​ນະ​ການ​ໃໝ່ ແລະ ຄວາມ​ຕ້ອງ​ການ​ໃໝ່​
ກ່ຽວ​ກັບ​ຄວາມໄວ້ວາງໃຈໃນ​ການ​ພົວ​ພັນ​ສາ​ກົນ

ໂລກ​ກຳ​ລັງ​​ປ່ຽນໄປສູ່​ສະ​ຖາ​ນະ​ການ​ໃໝ່. ໃນດ້ານ​ການ​ພົວ​ພັນ​ສາ​ກົນ, ສະ​ຖາ​ນະ​ການ​ໃໝ່​ມີລັກສະນະສຳຄັນ 2 ປະການຄື ການ​ແຂ່ງ​ຂັນແລະຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່ ແລະ ຄວາມສ່ຽງທີ່ຈະເກີດການຢຸດຊະງັກຂອງຕ່ອງໂສ້​ການ​ຜະ​ລິດ ແລະ ການແຈກ​ຢາຍສິນຄ້າ​ທົ່ວ​ໂລກ.

ໃນດ້ານການ​ແຂ່ງ​ຂັນ, ອາດ​ສາ​ມາດ​ເຫັນ​ໄດ້ວ່າ ​ລະ​ດັບ​ການ​ແຂ່ງ​ຂັນລະ​ຫວ່າງ​ປະ​ເທດ​ໃຫຍ່ໃນຫຼາຍດ້ານ ໄດ້ເຄັ່ງ​ຕຶງກວ່າ​ໄລ​ຍະ​ສົງ​ຄາມ​ເຢັນ; ຂອບ​ເຂດ​ການແຂ່ງ​ຂັນ​ຮອບ​ດ້ານ ຕັ້ງແຕ່​ເສດ​ຖະ​ກິດ, ການ​ເງິນ-ເງິນ​ຕາ, ຈົນ​ເຖິງ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ຂ່າວ​ສານ…(13).  ນັບ​ຕັ້ງ​ແຕ່​ສົງ​ຄາມ​ເຢັນ​ສິ້ນ​ສຸດ​ລົງ​, ບັນ​ຫາ​ການຂວ້ຳບາດ​ບໍ່​ເຄີຍໄດ້ຮັບຄວາມ​ນິ​ຍົມ​ຄື​ໃນ​ທຸກ​ມື້​ນີ້​. ຫຼັງ​ຈາກລັດ​ເຊຍ​ດຳ​ເນີນ​ “ປະຕິບັດການພິເສດທາງທະຫານ” ​ກັບ​ຢູ​ເຄຣນ (ເດືອນ​ກຸມ​ພາ 2022), ອາ​ເມ​ລິກາ ແລະອີກກວ່າ 30 ​ປະ​ເທດ ​ໄດ້ບັງຄັບ​ໃຊ້​ມາດຕະການ​ຂວ້ຳ​ບາດ​ຕໍ່ລັດເຊຍໄປພ້ອມໆກັນ. ມາເຖິງປະຈຸບັນ ​ຈຳນວນການຂວ້ຳບາດທີ່ບັງຄັບໃຊ້ກັບ​ບຸກ​ຄົນ ແລະ ອົງ​ການ​ຂອງ​ລັດ​ເຊຍມີຈຳນວນຫຼາຍກວ່າ 13.000 ຄັ້ງ, ເຮັດ​ໃຫ້​ລັດ​ເຊຍ​ກາຍ​ເປັນ​ປະ​ເທດ​ທີ່​ຖືກ​​ຂວ້ຳ​ບາດຫຼາຍ​ທີ່​ສຸດ​​ໃນ​ໂລກ, ລື່ນ​ກາຍ​ປະ​ເທດ​ທີ​ສອງ​ແມ່ນ​ອີຣ່ານ ໂດຍຖືກຂວ້ຳບາດ​ຫຼາຍ​ກວ່າ 4.000 ຄັ້ງ(14). ດ້ວຍ​ທ່າ​ອຽງ​ການປ່ຽນແປງປະ​ຈຸ​ບັນ​ຂອງ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ-ຢູ​ເຄ​ຣນ ຈຶງມີທ່າອ່ຽງວ່າຈຳນວນການ​ຂວ້ຳ​ບາດທີ່ບັງຄັບ​ໃຊ້​ຕໍ່​ລັດ​ເຊຍຈະເພີ່ມຂຶ້ນຕໍ່ໄປ. ສຳ​ລັບ​ຈີນ, ອາ​ເມລິ​ກາແລະບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ຍັງໄດ້ບັງຄັບໃຊ້​ມາດຕະການຂວ້ຳບາດ​ຫຼາຍ​ຮ້ອຍຄັ້ງ. ການຂວ້ຳບາດສ່ວນ​ໃຫຍ່ກ່ຽວຂ້ອງກັບ​ໄຕ້ຫວັນ, ຊິນຈຽງ, ທິເບດ ແລະ ຮົ່ງກົງ (ຈີນ). ໃນ​ວັນ​ທີ 7 ຕຸ​ລາ 2022, ອາ​ເມ​ລິ​ກາ​ໄດ້​​ສັ່ງຫ້າມ​ສົ່ງ​ອອກ ຊີບ ແລະ ອຸ​ປະ​ກອນ​ເຊມີຄອນດັກເຕີ​​ ເພື່ອ​ຈຳ​ກັດຄວາມ​ສາ​ມາດຂອງຈີນໃນ​ການ​ຊື້ ແລະ ຜະ​ລິດ​ຊີບລະດັບໄຮເອນດ໌. ໃນ​ສະ​ຖາ​ນະ​ການທີ່ວ່າ ​ຂະ​ແໜງກ​ານ​ຜະ​ລິດເຊມີຄອນດັກເຕີເກືອບທັງໝົດ ຕ້ອງເພິ່ງພາອາ​ເມລິ​ກາ ແລະ ປະ​ເທດ​ທີ່​ກ່ຽວຂ້ອງອາ​ເມລິ​ກາ​ ໃນ​ການ​ອອກ​ແບບ, ການ​ຜ​ະ​ລິດ ແລະ ການປະ​ດິດ​ສ້າງ​ເຄື່ອ​ງ​ຈັກແລະເຄື່ອງ​ມື​ ໃນການຜະລິດ​ຊີບ, ຄຳ​ສັ່ງ​ຂວ້ຳ​ບາດ​ນີ້ຈະ​ສົ່ງ​ຜົນ​ກະ​ທົບ​ຮ້າຍ​ແຮງ​ຕໍ່​ຍຸດ​ທະ​ສາດຄວາມ​ເປັນ​ເຈົ້າ​ຕົນ​ເອງທາງ​ເຕັກ​ໂນ​ໂລ​ຊີ​ຂອງຈີນ. ເພື່ອ​​​ຕອບໂຕ້, ລັດ​ເຊຍ ແລະ ຈີນໄດ້​ບັງຄັບ​ໃຊ້​ມາດຕະການ​ຂວ້ຳ​ບາດ​​ຕໍ່​ບຸກ​ຄົນ ແລະ ອົງ​ການຈຳນວນໜຶ່ງ​ ຂອງອາ​ເມລິ​ກາ ແລະ ​ຕາ​ເວັນ​ຕົກ. ຜົນ​ຮ້າຍຕາມມາທີ່ຫຼີກລ້ຽງບໍ່ໄດ້ຂອງ​ການ​ຂວ້ຳ​ບາດ​ແມ່ນ ​ທ່າ​ອຽງຂອງການ​ແບ່ງ​ແຍກລະ​ຫວ່າງອາ​ເມລິ​ກາແລະ​ຕາ​ເວັນ​ຕົກໃນດ້ານໜຶ່ງ ແລະ ລັດ​ເຊຍແລະຈີນ​ໃນອີກດ້ານໜຶ່ງ ໃນ​ທຸກ​ຂົງ​ເຂດ, ຕັ້ງແຕ່​ການ​ເງິນ-ເງິນ​ຕາ, ການ​ຄ້າ-ການ​ລົງ​ທຶນ ​ຈົນ​ເຖິງວິ​ທະ​ຍາຍ​ສາດ-ເຕັກໂນ​ໂລ​ຊີ.

ກ່ຽວ​ກັບ​ການຢຸດຊະງັກຂອງຕ່ອງໂສ້ການ​ຜະ​​ລິດ ແລະ ການແຈກ​ຢາຍສິນຄ້າ​ທົ່ວ​ໂລກ, ການແຜ່ລະບາດຂອງໂຄວິດ-19 ຖືເປັນສັນຍາ​ເຕືອນສຳລັບປະ​ເທດ​ໃຫຍ່ ແລະ ນ້ອຍທຸກປະເທດ ​ກ່ຽວ​ກັບ​ຄວາມສ່ຽງທີ່ມັກເກີດການຢຸດຊະງັກຂອງຕ່ອງໂສ້ການ​ສະ​ໜອງ​ທົ່ວ​ໂລກ. ​ປັດ​ໄຈ​​ສຳ​ຄັນ​ໜຶ່ງທີ່ນຳໄປສູ່ການຢຸດຊະງັກຂອງຕ່ອງໂສ້​ການ​ສະ​ໜອງ​ທົ່ວ​ໂລກ​ແມ່ນ​ ລາຄາ​ຄ່າ​ຂົນ​ສົ່ງ​ທາງ​ທະ​ເລ​ເພີ່ມ​ຂຶ້ນຢ່າງກະທັນຫັນ. ການຂົນສົ່ງທາງທະເລກວມເອົາປະມານ 90% ຂອງການຂົນສົ່ງສິນຄ້າທົ່ວໂລກ. ຍ້ອນການແຜ່​ລະ​ບາດ​ຂອງໂຄວິດ-19, ລາ​ຄາຄ່າ​ຂົນ​ສົ່ງ​ຕູ້​ຄອນ​ເທນ​ເນີ​ຈາກ 1.362 ໂດ​ລາ​ສະ​ຫະ​ລັດ (ໃນ​ເດືອນພະ​ຈິກ 2019) ​ເພີ່ມ​ຂຶ້ນ​ເປັນ 9.628 ໂດ​ລາ​ສະ​ຫະ​ລັດ (ໃນ​ເດືອນກຸມ​ພາ 2022). ເສັ້ນທາງການ​ຂົນ​ສົ່ງ​ທາງ​ທະ​ເລ​ທີ່​ແພງ​ທີ່​ສຸດ​ເຊັ່ນ ຈີນ/ອາ​ຊີ​ຕາ​ເວັນ​ອອກ ໄປ​ຝັ່ງ​ຕາ​ເວັນ​ອອກຂອງອາ​ເມລິ​ກາ​ເໜືອ​ ເພີ່ມ​ຂຶ້ນ 16.893 ໂດ​ລາ​ສະ​ຫະ​ລັດ; ຈີນ/ອາ​ຊີ​ຕາ​ເວັນ​ອອກ ໄປ​ຝັ່ງ​ຕາ​ເວັນ​ຕົກຂອງອາ​ເມລິ​ກາ​ເໜືອ​ ເພີ່ມ​ຂຶ້ນເປັນ 15.218 ໂດ​ລາ​ສະ​ຫະ​ລັດ(15). ລາ​ຄາຄ່າ​ຂົນ​ສົ່ງສິນຄ້າທີ່​ເພີ່ມ​ຂຶ້ນ 10 ເທົ່ານັ້ນ ​ສົ່ງ​ຜົນ​ກະ​ທົບ​ຢ່າງ​​ແຮງ​ຕໍ່​ການເຄື່ອນ​ໄຫວ​ຂອງຕ່ອງໂສ້ການ​ສະ​ໜອງ​ທົ່ວ​ໂລກ. ຢ່າງໃດກໍຕາມ, ​ມາດ​ຕະ​ການ​ປິດ​ລ້ອມ​ຂອງ​ບັນ​ດາ​ປະ​ເທດ​ ຈຶ່ງ​ເຮັດ​ໃຫ້​ເກີດການຢຸດຊະງັກຂອງຕ່ອງໂສ້​ການ​ສະ​ໜອງ​ທົ່ວ​ໂລກໂດຍສິ້ນເຊີງ. ຫຼາຍ​ປະ​ເທດ​​ໄດ້ໃຊ້​ມາດ​ຕະ​ການ​ປິດ​ລ້ອມໃນລະດັບທີ່ແຕກຕ່າງກັນ ລວມເຖິງສູນ​ກາງການຜະລິດທີ່ສຳຄັນຂອງໂລກສ່ວນໃຫຍ່ເຊັ່ນ ​ຈີນ, ອາ​ເມ​ລິ​ກາ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ຫວຽດ​ນາມ.

ຫຼັງການແຜ່ລະ​ບາດ​ຂອງໂຄວິດ-19, ໂດຍສະເພາະ ເມື່ອການ​ປະ​ທະ​ກັນ​ລະ​ຫວ່າງ​ລັດ​ເຊຍ-ຢູ​ເຄ​ຣນເກີດ​ຂຶ້ນ, ບັນ​ດາ​ປະ​ເທດ​ໃຫຍ່ກໍ່ແຕກແຍກ ແລະ ແຂ່ງ​ຂັນ​ກັນຢ່າງດຸເດືອກ ແລະ ໂລກ​ກໍ່ໄດ້​ຮັບ​ຜົນ​ກະ​ທົບ​ດ້ານລົບຫຼວງຫຼາຍຈາກ​ບັນ​ຫາເຫຼົ່ານີ້. ໃນ​ລະ​ດັບ​ຊາດ, ຄວາມຄິດເຫັນຂອງສາທາລະນະຊົນ​ ໄດ້​ເອົາ​ໃຈ​ໃສ່​ເຖິງ​ຄວາມເປັນອິດສະລະ ແລະ ຄວາມເປັນ​ເຈົ້າຕົນເອງທາງ​ດ້ານຍຸດ​ທະ​ສາດຫຼາຍຂຶ້ນ. ແນວ​ຄວາມຄິດເຫຼົ່ານີ້​ບໍ່​ໃໝ່, ແຕ່​​ຈຸດໃໝ່​ແມ່ນ​ ວິ​ທີ​ການ​ຮັບ​ປະ​ກັນ​ຄວາມ​ເປັນ​ອິດສະລະ ແລະຄວາມເປັນ​ເຈົ້າຕົນເອງທາງດ້ານ​ຍຸດ​ທະ​ສາດ. ໃນ​ໂລກຍຸກ​ໂລ​ກາ​ພິ​ວັດ, ຄວາມເປັນ​ເຈົ້າ​ຕົນ​ເອງ​ສົມ​ບູນ​ໝາຍເຖິງການປິດ​ປະ​ຕູ, ການຜະ​ລິດ​ສິນ​ຄ້າແລະບໍ​ລິ​ການ​ທັງໝົດໃຫ້ຕົນເອງດ້ວຍ​ຕົນ​ເອງ ນັ້ນເປັນໄປບໍ່ໄດ້ ແລະ ບໍ່​ຕ້ອງ​ການ​ສໍາ​ລັບ​ທຸປະ​ເທດ, ນັບ​ທັງອາ​ເມ​ລິ​ກາ ເຊິ່ງເປັນປະ​ເທດ​ທີ່​ມີ​ກຳ​ລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ​ອັນ​ດັບ​ໜຶ່ງຂອງ​ໂລກ ແລະ ມີ​ທີ່​ຕັ້ງ​ພູ​ມສາດ-ຍຸດ​ທະ​ສາດ​ທີ່​ພິ​ເສດ​ທີ່ສຸດ. ດັ່ງ​ນັ້ນ,​ປະ​ເທດ​ສ່ວນໃຫຍ່​ຮັບຮອງຄວາມ​ເປັນ​ເຈົ້າ​​ຕົນ​ເອງດ້ວຍ​ສອງວິ​ທີ​: ການຜະ​ລິດ​ສິນ​ຄ້າແລະ​ບໍ​ລິ​ການທີ່​ຈຳ​ເປັນດ້ວຍ​ຕົນ​ເອງ; ພ້ອມ​ກັນນັ້ນ, ສ້າງ​ແລະຮັກ​ສາ​​ຊ່ອງທາງການຈັດຫາ​ສິນ​ຄ້າແລະ​ບໍ​ລິ​ການທີ່​ຈຳ​ເປັນ​ຢ່າງຍືນຍົງ ​ຜ່ານ​ເຄືອຂ່າຍ​ພັນທະ​ມິດ, ເພື່ອນ​ມິດ ແລະ ຄູ່​ຮ່ວມ​ມື. ຍຸດ​ທະ​ສາດນີ້​​ໄດ້​ນຳຄວາມ​ສຳ​ເລັດສູ່ຫຼາຍ​ປະ​ເທດ ໂດຍສະເພາະ​ປະ​ເທດ​ຂະ​ໜາດ​ກາງແລະຂະ​ໜາດ​ນ້ອຍ ໃນ​ສະ​ຖາ​ນະ​ການ​ໂລ​ກາ​ພິ​ວັດ ແລະ ການພັດທະນາລະດັບ​ພາກ​ພື້ນ ໂດຍສະເພາະ ຕັ້ງ​ແຕ່ຫຼັງ​ສົງ​ຄາມ​ເຢັນຈົນເຖິງ​ກ່ອນ​ການ​ແຜ່​ລະ​ບາດ​ຂອງໂຄວິດ-19. ການແຜ່ລະບາດຂອງ​ໂຄວິດ-19 ແລະ ຜົນທີ່ຕາມມາຂອງການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ເຄ​ຣນ ​ໄດ້ໃຫ້​ເຫັນ​ວ່າ ຖ້າຕ່ອງໂສ້ການສະ​ໜອງ​ຢຸດຊະງັກ ​ພັນ​ທະ​ມິດ, ເພື່ອນ​ມິດ ຫຼືຄູ່​ຮ່ວມ​ມື ຈະບໍ່ສາມາດ​ຊ່ວຍເຫຼືອ​ປະ​ເທດຕ່າງໆໃຫ້ສາມາດເປັນເຈົ້າຕົນເອງໄດ້, ແລະວ່າ ​ບັນດາປະເທດຈະຕ້ອງເປັນເຈົ້າຕົນເອງ ໃນສະພາບການທີ່ການຢຸດຊະງັກຂອງຕ່ອງໂສ້ການສະໜອງທົ່ວໂລກສາມາດເກີດຂຶ້ນໄດ້ທຸກເວລາ.

ໃນການເພິ່ງພາ​ຕົນເອງເມື່ອປະເຊີນກັບການຢຸດຊະງັກໃນຕ່ອງໂສ້ການ​ສະ​ໜອງ​ທົ່ວ​ໂລກ, ປະ​ເທດ​ຕ່າງໆຈຳເປັນ​ຕ້ອງ​ສາມາດຮັບຮອງ​ສິນ​ຄ້າ​ພື້ນ​ຖານຂອງຕົນເອງເຊັ່ນ ​ສະ​ບຽງອາ​ຫານ, ພະ​ລັງ​ງານ, ຢາ​ປົວ​ພະ​ຍາດ ແລະ ຜະ​ລິດ​ຕະ​ພັນ​ທີ່ຈຳເປັນດ້ານ​ການ​ປ້ອງ​ກັນ​ປະເທດ ແລະ ປ້ອງ​ກັນ​ຄວາມໝັ້ນຄົງ​,… ດັ່ງ​ນັ້ນ, ເຕັກ​ໂນ​ໂລ​ຊີ​​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ. ໃນ​ວັນ​ທີ 23 ກັນ​ຍາ 2022, ໃນການເປັນ​ປະ​ທານກອງ​ປະ​ຊຸມ “ການພັດ​ທະ​ນາ​ຕະຫຼາດ​ວິ​ທະ​ຍາ​ສາດແລະເຕັກ​ໂນ​ໂລ​ຊີ ຢ່າງຄົບ​ຊຸດ, ມີປະ​ສິດ​ທິ​ຜົນ, ທັນ​ສະ​ໄໝ ແລະ ເຊື່ອມ​ໂຍງ” ​ທ່ານນາ​ຍົກລັດ​ຖະ​ມົນ​ຕີ ຟ້າມ ​ມິງ ​ຈິ້ງ ໄດ້ກ່າວ​ເຖິງນະ​ໂຍ​ບາຍ​ສົ່ງ​ເສີມໃຫ້​ວິ​ສາ​ຫະ​ກິດ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ຫຼັກໂດຍມີ​ຈຸດ​ປະ​ສົງ “ເພື່ອ​ຖອດລະຫັດ, ຮັບເອົາ ແລະເປັ​ນ​ເຈົ້າ, ເພື່ອຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​​ເຕັກ​ໂນ​ໂລ​ຊີ​ຂອງວິ​ສາ​ຫະ​ກິດ”(16). ການຕັດ​ສິນ​ໃຈທາງ​ການ​ເມືອງ ແລະ ການໃຊ້ຈ່າຍ​ງົບ​ປະ​ມານຂອງ​ລັດ​ ເພື່ອ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ຂັ້ນສູງເປັນ​ປັດ​ໄຈ​ທີ່​ສຳ​ຄັນ​ທີ່​ສຸດ ໃນການເປັນເຈົ້າຂອງແລະການຮຽນຮູ້ເຕັກ​ໂນ​ໂລ​ຊີ​ທີ່​ຈຳ​ເປັນ. ຢ່າງໃດກໍຕາມ, ການທີ່​ຄູ່​ຮ່ວມ​ມືຈະ​ຂາຍແລະຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ປະ​ເທດຫຼືບໍ່ນັ້ນ ຂຶ້ນຢູ່​ກັບຫຼາຍ​ປັດໄຈ ລວມທັງຄວາມໄວ້ວາງໃຈ. ເມື່ອ​ທ່າ​ອຽງ​ການແຂ່ງ​ຂັນ, ການປະ​ເຊີນ​ໜ້າ​ລະ​ຫວ່າງອາ​ເມລິ​ກາແລະ​ພັນທະ​ມິດໃນດ້ານໜຶ່ງ ກັບ​ລັດ​ເຊຍແລະຈີນ​ໃນອີກດ້ານໜຶ່ງ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ອາ​ເມ​ລິ​ກາແລະພັນ​ລະ​ມິດຈຶ່ງຍົກລະດັບ​ມາດ​ຕະ​ການທີ່ເຂັ້ມງວດຂຶ້ນ ເພື່ອ​ຄວບ​ຄຸມ​ການ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຊີ”(17); ລັດ​ເຊຍແລະຈີນກໍ່​ມີ​​ການ​ກະ​ທຳ​ທີ່ຄ້າຍຄື​ກັນ. ເພື່ອໃຫ້ສາ​ມາດ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ໄດ້, ບັນ​ດາ​ປະ​ເທດຈຳເປັນ​ຕ້ອງໄດ້ຮັບຄວາມໄວ້ວາງໃຈ (ໃນ​ລະ​ດັບ​ສູງ) ຈາກ​ຄູ່​ຮ່ວມ​ມືຂອງຕົນ. ໃນ​ບັນ​ດາ​ປັດໄຈ​ທີ່ສົ່ງຜົນຕໍ່ຄວາມໄວ້ວາງໃຈ, ປັດ​ໄຈ​ສຳ​ຄັນ​ແມ່ນຕ້ອງ​ເຮັດ​ໃຫ້​ຄູ່​ຮ່ວມ​ມື​ເຊື່ອ​ວ່າ ​ມີ​ຄວາມທັບຊ້ອນ​ທາງ​ດ້ານຜົນປະໂຫຍດ​ຍຸດ​ທະ​ສາດໄລຍະ​ຍາວ​ລະຫວ່າງສອງຝ່າຍ, ບໍ່​ໃຊ້ເຕັກ​ໂນ​ໂລ​ຊີ​ຂອງ​ຄູ່​ຮ່ວມ​ມື​ເພື່ອ​ຕ້ານ​ຄືນ​ເຂົາ; ບໍ່​ຖ່າຍໂອນ​ເຕັກ​ໂນ​ໂລ​ຊີໄປ​ໃຫ້​ຄູ່​ຮ່ວມ​ມື​ອື່ນໂດຍບໍ່ມີການຍິນຍອມເຫັນດີຂອງພວກເຂົາ; ໃນເວລາດຽວກັນ, ມີຄວາມສາມາດພຽງພໍເພື່ອຮັບປະກັນເຕັກໂນໂລຢີຂອງພວກເຂົາບໍ່ໄດ້ຖືກລັກ.

​ທິດທາງ​ສ້າງຄວາມໄວ້ວາງໃຈ​ໃນ​ສະ​ຖາ​ນະ​ການ​ໃໝ່

ນັບ​ແຕ່​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ຫວຽດ​ນາມໄດ້​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ແບບ​ເປີດ, ຫຼາຍ​ຮູບຫຼາຍ​ແບບ, ຫຼາຍກ້ຳຫຼາຍຝ່າຍ ແລະ ເຊື່ອມ​ໂຍງ​ສາ​ກົນ, ເປັນ​ເພື່ອນ ເປັນ​ຄູ່​ຮ່ວມ​ມື​ທີ່ໄວ້ວາງໃຈໄດ້​ ຂອງ​ປະ​ຊາ​ຄົມ​ສາ​ກົນ; ພ້ອມ​ທັງ, ປະ​ຕິ​ບັດຫຼາຍ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້ວາງໃຈກັບຄູ່​ຮ່ວມ​ມື​ຕ່າງໆ. ໂດຍສະເພາະ ຫວຽດນາມໄດ້: 1- ຄ່ອຍໆສ້າງແລະເພີ່ມ​ລະ​ດັບຜົນ​ປະ​ໂຫຍດ​ເຊື່ອມໂຍງກັບ​ຄູ່​ຮ່ວມ​ມື​ຕ່າງໆ, ໂດຍສະເພາະ​ຄູ່​ຮ່ວມ​ມື​ໃຫຍ່ ແລະ ຄູ່​ຮ່ວມ​ມື​ທີ່ມີຄວາມສຳ​ຄັນ​ຕໍ່​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ໝັ້ນຄົງ ແລະ ການ​ພັດ​ທະ​ນາ; 2- ຄວາມໂປ່ງໃສຂອງ​ນະ​ໂຍ​ບາຍ, ການ​ວາງ​ແຜນ​ກຳ​ນົດ ແລະ ການຜັນຂະຫຍາຍນະໂຍບາຍ, ໃນ​ນັ້ນ​ມີການ​ປະ​ກາດ​ປື້ມ​ປົກ​ຂາວ​ການ​ປ້ອງ​ກັນ​ຊາດ, ປື້ມ​ປົກ​ຂຽວ​ການ​ທູດ, ຫຼັກ​ການ​ “ສີ່​ຂໍ້​ບໍ່​ເຮັດ” (ບໍ່​ເຂົ້າ​ຮ່ວມ​ພັນ​ລະ​ມິດ​ການ​ທະ​ຫານ, ບໍ່​ເຊື່ອມໂຍງ​ກັບ​ປະ​ເທດ​ນີ້​ເພື່ອ​ຕໍ່ຕ້ານປະ​ເທດ​ອື່ນ, ບໍ່ອະນຸຍາດໃຫ້​ຕ່າງ​ປະ​ເທດ​ຕັ້ງຖານທັບ ຫຼື​ໃຊ້​ດິນ​ແດນຫ​ວຽດ​ນາມ ເພື່ອ​ຕ້ານກັບ​ປະ​ເທດ​ອື່ນ, ບໍ່​ໃຊ້ກຳລັງ ຫຼື​ຂູ່​ວ່າຈະໃຊ້​ກຳລັງ​ໃນ​ການ​ພົວ​ພັນ​ສາ​ກົນ); 3- ເຂົ້າ​ຮ່ວມໃນ​ອົງ​ການ​ຈັດ​ຕັ້ງ​ສາ​ກົນທີ່ສຳຄັນສ່ວນໃຫຍ່ ແລະ ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນຢ່າງເຄັ່ງຄັດ. ບັນ​ດາ​ມາດ​ຕະ​ການນີ້​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ ໃນການເຮັດໃຫ້​ຄູ່​ຮ່ວມ​ມື​ໄວ້ວາງໃຈຫວຽດນາມຫຼາຍຂຶ້ນເລື້ອຍໆ. ໂດຍສະເພາະຫວຽດ​ນາມ​ມີ​ການ​ຮ່ວມ​ມືທີ່​ເລິກ​ເຊິ່ງ​ພໍ​ສົມ​ຄວນ​ທາງ​ດ້ານ​ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ​ກັບ​ຄູ່​ຮ່ວມ​ມື​ຈຳ​ນວນ​ໜຶ່ງ, ພ້ອມ​ທັງ​ໄດ້ຮັບການ “ຖ່າຍທອດ” ແລະ ເປັນ​ເຈົ້າຂອງເຕັກ​ໂນ​ໂລ​ຊີ​ການ​ຜະ​ລິດ​ອາ​ວຸດ​ຈຳ​ນວນ​ໜຶ່ງ(18). ຢ່າງໃດກໍຕາມ, ເພື່ອ​ໃຫ້​ຄູ່​ຮ່ວມ​ມື​ຂາຍ ຫຼືຖ່າຍໂອນ​ເຕັກ​ໂນ​ໂລ​ຊີທີ່ຈຳເປັນ​ (ສູງ) ໃນ​ສະ​ຖາ​ນະ​ການ​ໂລກທີ່ຖືກແບ່ງ​ແຍກ ແລະ ຄວາມສ່ຽງ​ຂອງການຢຸດຊະງັກຂອງຕ່ອງໂສ້ການ​ສະ​ໜອງ​ທົ່ວ​ໂລກ, ຫວຽດ​ນາມ​ຈະຕ້ອງເຂົ້າເຖິງມາດຕະການສ້າງ​ຄວາມ​ໄວ້ວາງໃຈໃນ​ລະ​ດັບ​ທີ່ຕ່າງກັນ. ຄຽງ​ຄູ່​ກັນ​ການ​ສືບ​ຕໍ່​ປະ​ຕິ​ບັດ​ມາດ​ຕະ​ການ​ສ້າງ​ຄວາມໄວ້ວາງໃຈ ດ້ວຍຈິດໃຈ​ເປັນ​ເຈົ້າ​ການແລະຕັ້ງ​ໜ້າກວ່າ​ອີກ, ​ຫວຽດ​ນາມຍັງຈຳເປັນ​ຕ້ອງ:

ທີ​ໜຶ່ງ, ເລືອກ​ຄູ່​ຮ່ວມ​ມື​ຈຳນວນໜຶ່ງທີ່​ມີ​ເຕັ​ກ​ໂນ​ໂລ​ຊີຊັ້ນນຳທີ່ຫວຽດ​ນາມຕ້ອງ​ການ ແລະ ​ສາ​ມາດ​ຂາຍຫຼືຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ຫວຽດ​ນາມໄດ້; ສຸມ​ໃສ່ການ​ຕີ​ລາ​ຄາ​ລະ​ດັບ​ຄວາມໄວ້ວາງໃຈຂອງ​ຄູ່​ຮ່ວມ​ມື​ຕໍ່ຫວຽດ​ນາມ; ກຳ​ນົດແລະໃຊ້​ມາດ​ຕະ​ການ​ທີ່ຈຳເປັນ​ຕ້ອງຜັນ​ຂະ​ຫຍາຍ​ ເພື່ອຫຼຸດ​​ປັດໄຈ​ທີ່ໜ້າສົງ​ໃສ ແລະ ເພີ່ມ​ປັດ​ໄຈ​ທີ່​ເຮັດ​ໃຫ້​ຄູ່​ຮ່ວມ​ມືໄວ້ວາງໃຈຫວຽດ​ນາມໃນ​ລະ​ດັບ​ສູງ. ໃນລະຫວ່າງ​ຂະ​ບວນການ​ນີ້, ຫວຽດ​ນາມຈຳເປັນຕ້ອງເລືອກຄູ່ຮ່ວມມືທີ່ມີທ່າແຮງຫຼາຍທີ່ສຸດ ແລະມີເຕັກໂນໂລຊີທີ່ທັນສະໄໝທີ່ສຸດ ທີ່ຫວຽດນາມຈຳເປັນຕ້ອງຊື້ ຫຼືຖ່າຍໂອນ ເພື່ອຮັບປະກັນຜະລິດຕະພັນທີ່ຈຳເປັນເມື່ອເກີດການຢຸດຊະງັກຂອງຕ່ອງໂສ້​ການ​ສະ​ໜອງ​ທົ່ວ​ໂລກ.

ທີ​ສອງ, ມີ​ນະ​ໂຍ​ບາຍ​ຊີ້​ຂາດ​ເພື່ອ​ເພີ່ມ​​ລະ​ດັບການເຊື່ອມໂຍງ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ກັບ​ຄູ່​ຮ່​ວມ​ມື​ຕ່າງໆ​ ໂດຍ​ຜ່ານ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນທີ່ແທ້ຈິງໃນ​ລະ​ດັບ​ສູງ, ສ້າງການເຊື່ອມໂຍງ​ຜົນ​ປະ​ໂຫຍດ​ໄລຍະ​ຍາວຢູ່ຫວຽດ​ນາມ​ທາງ​ດ້ານ​ເສດ​ຖະ​ກິດແລະການ​ລົງ​ທຶນ, ​ຜ່ານ​ໂຄງ​ການ​ລົງ​ທຶນ​ຂະໜາດໃຫຍ່, ​ອາ​ຍຸ​ໂຄງ​ການທີ່ຍາວນານ…; ພ້ອມກັນນັ້ນ, ເພີ່ມ​ການ​ລົງ​ທຶນ​ເຂົ້າ​ໃນ​ປະເທດ​ຄູ່​ຮ່ວມ​ມື​ ເພື່ອ​ໃຫ້​ຄູ່​ຮ່ວມ​ມື​ເຫັນ​​ລະ​ດັບ​ຜົນປະໂຫຍດທີ່ເພີ່ມ​ຂຶ້ນ​ຈາກທັງສອງຝ່າຍໄດ້ຊັດເຈນ.

ທີ​ສາມ, ສົ່ງເສີມການ​ພົວ​ພັນ​ກັບ​ຄູ່​ຮ່ວມທີ່​ໃກ້​ຊິດ ແລະ ລວບລວມກອງກຳລັງ​ຄູ່​ຮ່ວມ​ມື ເພື່ອເຂົ້າຮ່ວມແລະຊຸກ​ຍູ້ໃນລະດັບພາກ​ພື້ນແລະລະດັບ​ໂລກ. ສິ່ງເຫຼົ່ານີ້​ແມ່ນ​ມາດ​ຕະ​ການ​ທາງອ​ອ້ມ, ແຕ່​ມີ​ຜົນ​ກະ​ທົບຫຼາຍ​ເຖິງ​ຄວາມໄວ້ວາງໃຈຂອງ​ຄູ່​ຮ່ວມ​ມື​ຕໍ່ຫວຽດ​ນາມ. ລະ​ຫວ່າງ​ຄູ່​ຮ່ວມ​ມື ແລະ ໃນລວມ​ກຳ​ລັງ​ດັ່ງ​ກ່າວ ພວກເຂົາ​​ແບ່ງປັນກົດແລະເກນຮ່ວມກັນ. ການມີສ່ວນ​ຮ່ວມຂອງຫວຽດນາມ ແລະ ການປ​ະ​ຕິ​ບັດຕາມ​ຄຳ​ໝັ້ນ​ສັນ​ຍາ​ກັບ​ຄູ່​ຮ່ວມ​ມືຢ່າງເຂັ້ມງວດ ແລະ “ກົດຂອງເກມ” ທົ່ວໄປຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ເພີ່ມ​ຄວາມໄວ້ວາງໃຈຂອງ​ຄູ່​ຮ​ວ່ມ​ມື​ຕໍ່ຫວຽດ​ນາມ.

ທີ​ສີ່, ເພີ່ມ​ທະ​ວີ​ຄວາມ​ສາ​ມາດຂອງຫວຽດ​ນາມ. ກຳ​ລັງ​ແຮງ​ສັງ​ລວມ​ຂອງຫວຽດ​ນາມ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຄູ່​ຮ່ວມ​ມື​ຕ່າງ​ໆ​ຈະ​ໃຫ້ຄວາມສຳຄັນກັບ​ຜົນ​ປະ​ໂຫຍດ​ຂອງ​ຄູ່​ຮ່ວມ​ມືໃນຫວຽດ​ນາມ. ມີພຽງຄວາມ​ສາມ​າດ​ບົ່ມ​ຊ້ອນເທົ່ານັ້ນທີ່ສາມາດ​ສ້າງ​ຄວາມທັບ​ຊ້ອນ ເຊື່ອມໂຍງ​ຜົນ​ປະ​ໂຫຍດ​ໄລຍະ​ຍາວ​ ແລະ ປະ​ຕິ​ບັດ​ຕາມຄຳ​ໝັ້ນ​ສັນ​ຍາຢ່າງເຂັ້ມງວດ. ດັ່ງ​ນັ້ນ​, ເມື່ອຫວຽດ​ນາມມີ​ຄວາມ​ສາ​ມາ​ບົ່ມ​ຊ້ອນ​ທີ່​ແຂງ​ແຮງ​ ​ຄູ່​ຮ່ວມ​ມື​ຈະ​ເຊື່ອໝັ້ນວ່າຫວຽດ​ນາມສາມາດຮັບ​ປະ​ກັນ​ເຕັກ​ໂນ​ໂລ​ຊີ​ທີ່ບໍ່​ຖືກ​ຂີ້​ລັກ; ສາ​ມາດ​ໃຊ້​ເຕັກໂນໂລຊີທີ່ຄູ່ຮ່ວມມືຈະຂາຍ​ຫຼືຖ່າຍໂອມາໃຫ້ຫວຽດນາມໄດ້ຢ່າງດິແລະເພື່ອຈຸດປະສົງທີ່ຖືກຕ້ອງ.

ຄວາມ​ໄວ້ວາງໃຈ​ໃນ​ການ​ພົວ​ພັນ​ສາ​ກົນ​ແມ່ນ​ແນວຄວາມ​ຄິດທີ່ຄາດ​ເດົາ​ໄດ້ບໍ່​ງ່າຍ, ແຕ່​ມີຄວາມສຳ​ຄັນ​ທີ່​ສຸດ, ຍ້ອນ​ວ່າຖ້າບໍ່​ມີ​ຄວາມໄວ້ວາງໃຈກໍ່ຈະເກີດການ​ຮ່ວມ​ມືໄດ້ຍາກ. ມີຫຼາຍ​ປັດ​ໄຈ​ທີ່​ກະ​ທົບ​ເຖິງ​ຄວາມໄວ້ວາງໃຈ (ແລະຄວາມ​ສົງ​ໃສ), ແຕ່ສິ່ງທີ່ສຳຄັນ​ທີ່​ສຸດ​ແມ່ນ​ລະ​ດັບຂອງ​ຜົນ​ປະ​ໂຫຍດທີ່ທັບຊ້ອນກັນ. ເມື່ອ​ລະ​ດັບຜົນ​ປະ​ໂຫຍດທັບຊ້ອນ​ມີ​ຂະ​ໜາດ​ພຽງ​ພໍ ແລະ ເລິກ​ເຊິ່ງ​ພຽງ​ພໍ ​​ເຖິງວ່າຈະມີ​​ບັນ​ຫາ​ທີ່​ກໍ່ໃຫ້ເກີດຂໍ້​ສົງ​ໃສ​ກັນແຕ່​ປະ​ເທດຕ່າງໆກໍ່​ຍັງ​ມີ​ຄວາມໄວ້ວາງໃຈເຊິ່ງ​ກັນແລະກັນ ແລະ ໃຫ້ການຮ່ວມ​ມື​ເຊິ່ງ​ກັນແລະກັນ. ໂດຍສະເພາະ, ເມື່ອ​ລະ​ດັບຂອງການທັບຊ້ອນກັນໃນ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດທີ່​ໃຫຍ່​ພຽງ​ພໍ, ທັງສອງ​ຝ່າຍຈະສາມສາດດຳເນີນ​ການ​ຊື້​ຂາຍ ແລະ ຖ່າຍໂອນເຕັກ​ໂນ​ໂລ​ຊີຂັ້ນ​ສູງ ແລະ ເຕັກ​ໂນ​ໂລ​ຊີ​ແບບໃຊ້ສອງທາງໄດ້ ເຊິ່ງເປັນປັດ​ໄຈຈຳເປັນເພື່ອຮັບ​ປະ​ກັນ​ຄວາມເປັນເຈົ້າຕົນເອງ​ໃນ​ສະພາບ​ການທີ່ຕ້ອງ​ປະ​ເຊີນກັບຄວາມສ່ຽງຂອງການຢຸດຊະງັກຂອງຕ່ອງໂສ້​ການ​ສະ​ໜອງ​ທົ່ງ​ໂລກ. ໃນ​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ, ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ຄູ່​ຮ່ວມ​ມື​ໃຫ້​ຄວາມ​ໄວ້ວາງໃຈໃນ​ຫວຽດ​ນາມ. ແຕ່, ບັນ​ດາ​ຄູ່​ຮ່ວມ​ມື​ທີ່ເປັນເຈົ້າຂອງ​ເຕັກ​ໂນ​ໂລ​ຊີຊັ້ນນຳຂອງໂລກໄວ້ວາງໃຈຫວຽດນາມ​ຫຼາຍພໍທີ່ຈະດຳເນີນການຈັດຊື້ຂາຍ ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີຫຼືບໍ່ນັ້ນ ຍັງເປັນຄໍາຖາມທີ່ຍາກທີ່ຈະຕອບໄດ້ຢ່າງພໍໃຈ. ດັ່ງ​ນັ້ນ, ​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້ວາງໃຈ​ກັບ​ບັນດາ​ຄູ່​ຮ່ວມ​ມື​ດັ່ງກ່າວ, ຫວຽດນາມຈຳເປັນຕ້ອງ​ສືບ​ຕໍ່​ປະຕິບັດ​​ມາດ​ຕະການ​ສ້າງ​ຄວາມ​ໄວ້ວາງ​ໃຈ, ​ແຕ່​ໃນ​ລະດັບ​ໃໝ່ ທີ່​ເລືອກສັນ​ແລະເດັດຂາດ​ກວ່າອີກ.

--------------------------

(1) ເບິ່ງ: ຫວູ​ ເລ ຖາຍ​ ຮ​ວ່າງ: “ຄວາມໄວ້ວາງໃຈ ແລະ “ການ​ພົວ​ພັນ​ທີ່ໄວ້ວາງໃຈເຊິ່ງ​ກັນແລະກັນ” ໃນ​ການ​ພົວ​ພັນ​ສາ​ກົນ”, ວາ​ລະ​ສານ​ຄົ້ນ​ຄວ້າ​ສາ​ກົນ, ສະບັບ​ທີ 75, ເດືອນທັນ​ວາ 2008, ໜ້າ 96-103.  

(2) ເບິ່ງ: ດັ້ງ​ ດິ່ງ ກວູ໋ຍ - ຫງວຽນ ​ຫວູ ​ຕູ່ງ: “ຄວາມໄວ້ວາງໃຈໃນ​ການ​ພົວ​ພັນ​ສາ​ກົນ ແລະ ທິດທາງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການກໍ່​ສ້າງ​ຄວາມໄວ້ວາງໃຈ​ຂອງຫວຽດ​ນາມ”, ວາ​ລະ​ສານ​ຄົ້ນ​ຄວ້າ​ສາ​ກົນ, ສະບັບ​ທີ 76, ເດືອນມີ​ນາ 2009, ໜ້າ 105-122.

(3)  ພົດຈະ​ນາ​ນຸ​ກົມພາ​ສາ​ຫວຽດ​ນາມ, ສພຈ. ພົດ​ຈະ​ນາ​ນຸ​ກົມສາຣາ​ນຸ​ກົມ, ຮ່າ​ໂນ້ຍ, 2012

(4) ພົດ​ຈະ​ນາ​ນຸ​ກົມປັດ​ຊະ​ຍາ, ສພຈ. ວັດ​ທະ​ນະ​ທຳ ຂໍ້ມູນຂ່າວສານ, ຮ່າ​ໂນ້ຍ, 2002.   

(5) Cambridge International Dictionary of English, Cambridge University Press, 1995

(6) ເບິ່ງ: David A. Baldwin: “The Concept of Security” (​ແປ​ໂດຍ​ຫຍໍ້: ​ຄວາມ​ສຳ​ນຶກ​ກ່ຽວ​ກັບ​ຄວາມ​ສະ​ຫງົບ), Review of International Studies, Vol. 23, 1997, ໜ້າ 5-26

(7) ເບິ່ງ: ຫວູ ເລ ຖາຍ ​ຮ​ວ່າງ: “ຄວາມໄວ້ວາງໃຈ ແລະ “ການ​ພົວ​ພັນທີ່ໄວ້ວາງໃຈ​ເຊິ່ງ​ກັນແລະກັນ” ໃນ​ການ​ພົວ​ພັນ​ສາ​ກົນ” ເອ​ກະ​ສານ​ທີໄດ້​ແນະ​ນຳ. ດັ້ງ​ ດິ່ງ ກວູ໋ຍ - ຫງວຽນ ​ຫວູ ​ຕູ່ງ: “ຄວາມໄວ້ວາງໃຈໃນ​ການ​ພົວ​ພັນ​ສາ​ກົນ ແລະ ​ທິດທາງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການກໍ່​ສ້າງ​ຄວາມໄວ້ວາງໃຈຂອງຫວຽດ​ນາມ” ເອ​ກະ​ສານ​​ທີ່ໄດ້​ແນະ​ນຳ

(8) ​ເບິ່ງ: Aaron M. Hoffman: “A Conceptualization of Trust in International Relations” (​ແປ​ໂດຍ​ຫຍໍ້: ​ຄວາ​ມ​ສຳ​ນຶກ​ກ່ຽວ​ກັບ​ຄວາມໄວ້ວາງໃຈ ​ໃນ​ການ​ພົວ​ພັນ​ສາ​ກົນ), European Journal of International Relations, Vol. 8, No. 3 (2002), ໜ້າ 384-393

(9), (10) ເບິ່ງ: ຫວູ​ ເລ ຖາຍ ​ຮ​ວ່າງ: “ຄວາມໄວ້ວາງໃຈ ແລະ “ການ​ພົວ​ພັນທີ່ໄວ້ວາງໃຈເຊິ່ງ​ກັນແລະກັນ” ໃນ​ການ​ພົວ​ພັນ​ສາ​ກົນ” ເອ​ກະ​ສານ​ທີໄດ້​ແນະ​ນຳ.

(11) ເບິ່ງ: Holly Ellyatt: “Is the US - UK ‘special relationship’ still special?” (​ແປ​ໂດຍ​ຫຍໍ້: ​“ການ​ພົວ​ພັນ​ພິ​ເສດ” ອາ​ເມລິລິກາ - ອັງ​ກິດ ຍັ​ງ​ພິ​ເສດ? CNBC, ວັນ​ທີ 12-7-2018, https://www.cnbc.com/2018/07/11/is-the-us-uk-special-relationship-still-special.html

(12) ເບິ່ງ: ດັ້ງ​ ດິ່ງ ກວູ໋ຍ - ຫງວຽນ ​ຫວູ ​ຕູ່ງ: “ຄວາມໄວ້ວາງໃຈໃນ​ການ​ພົວ​ພັນ​ສາ​ກົນ ແລະ ​ທິດທາງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການກໍ່​ສ້າງ​ຄວາມໄວ້ວາງໃຈ​ຂອງຫວຽດ​ນາມ” ເອ​ກະ​ສານ​​ທີ່ໄດ້​ແນະ​ນຳ.

(13) ເບິ່ງ: ຫວູ ​ຄວານ: “ຍຸກສະ​ໄໝ​ໃໝ່​ກຳລັງ​ຄ່ອຍໆກໍ່ຕົວຂຶ້ນ”, ວາ​ລະ​ສານກອມ​ມູ​ນິດ, ​ສະ​ບັບ​ທີ 1.001, ເດືອນພະ​ຈິກ 2022, ໜ້າ 95-103.

(14) ເບິ່ງ: “Number of international sanctions imposed worldwide as of January 12, 2023, by target country” (​ແປ​ໂດຍ​ຫຍໍ້: ຈຳນວນການ​ຂວ້ຳ​ບາດລະຫວ່າງປະເທດ​ທີ່ບັງຄັບ​ໃຊ້​ທົ່ວ​ໂລກ​ ​ເຖິງວັນ​ທີ 12 ມັງ​ກອນ 2023, ແຍກຕາມປະເທດເປົ້າໝາຍ), Statista Research Department, ວັນ​ທີ 17 ມັງ​ກອນ 2023,  https://www.statista.com/statistics/1294726/number-of-global-sanctions-by-target-country/

(15) ເບິ່ງ: Federico Suárez Ricaurte: “Understanding Supply Chain Disruptions During the COVID-19 Pandemic” (ແປ​ໂດຍ​ຫຍໍ້: ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການຢຸດຊະງັກຂອງຕ່ອງໂສ້ການ​ສະ​ໜອງ​ທົ່ວ​ໂລກ ​ໃນ​ໄລ​ຍະການແຜ່ລະບາດຂອງ​ໂຄວິດ-19), McGill Business Law Platform, ວັນ​ທີ 22 ກຸມ​ພາ 2022, https://www.mcgill.ca/business-law/article/understanding-supply-chain-disruptions-during-covid-19-pandemic

(16) ເບິ່ງ: ​ວ້ຽດ​ ຕວັ໋ນ: “ນາ​ຍົກ​ລັດ​ຖະ​ມົນ​ຕີ: “ຈະ​ມີ​ນະ​ໂຍ​ບາຍ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີຫຼັກ”, ຂ່າວ​ສານ​ອອນ​ໄລ Vnexpress, ວັນ​ທີ 23 ກັນຍາ  2022,  https://vnexpress.net/thu-tuong-se-co-chinh-sach-khuyen-khich-doanh-nghiep-nhap-cong-nghe-loi-4515111.html

(17) ເບິ່ງ: Gregory C. Allen - Emily Benson - William Alan Reinsch: “Improved Export Controls Enforcement Technology Needed for U.S. National Security” (ແປ​ໂດຍ​ຫຍໍ້: ​ປັບປຸງເທັກໂນໂລຍີບັງຄັບໃຊ້ການຄວບຄຸມການສົ່ງອອກທີ່ຈຳເປັນສໍາລັບຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດອາເມລິກາ), Center for Strategic and International Studies (CSIS), ວັນ​ທີ 30 ພະ​ຈິກ 2022, https://www.csis.org/analysis/improved-export-controls-enforcement-technology-needed-us-national-security

(18) ເບິ່ງ: ເຊິນ ​ຮ່າ: “ຫວຽດ​ນາມ​ເປັນ​ເຈົ້າ​​ເຕັກ​ໂນ​ໂລ​ຊີ​ຜະ​ລິດ​ອາ​ວຸດຫຼາຍຢ່າງ”, ຂ່າວ​ສານ​ອອນ​ໄລ Vnexpress, ວັນ​ທີ 9 ທັນ​ວາ 2022, https://vnexpress.net/viet-nam-lam-chu-nhieu-cong-nghe-san-xuat-vu-khi-4546205.html

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 1012 (​ເດືອນເມ​ສາ 2023)