ເສີມຂະຫຍາຍຄວາມໄດ້ປຽບຂອງກິດຈະກຳການຕ່າງປະເທດ
ຂອງສະພາແຫ່ງຊາດ, ປະກອບສ່ວນຍົກສູງປະສິດທິພາບ
ການຕ່າງປະເທດຂອງພັກ ແລະ ການທູດຂອງລັດ ໃນສະພາບການໃໝ່

ໂດຍ ຫວູ ຫາຍ ຮ່າ
ກຳມະການສູນກາງພັກ, ກຳມະການປະຈຳສະພາແຫ່ງຊາດ, ປະທານຄະນະກໍາມະການການຕ່າງປະເທດຂອງສະພາແຫ່ງຊາດ
03:47, 06-12-2023
ວກ. - ໃນເວລາທີ່ຜ່ານມາ, ພິເສດແມ່ນໃນປີ 2022, ໂດຍຊາບຊຶມຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍປະຕິບັດຢ່າງແຂງແຮງ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ຜ່ານຜ່າຄວາມຫຍຸ້ງຍາກແລະສິ່ງທ້າທາຍຈາກການແຜ່ລະບາດຂອງໂຄວິດ-19 ແລະ ການປ່ຽນແປງຢ່າງໄວວາແລະຄາດເດົາບໍ່ໄດ້ ຂອງສະຖານະການໂລກ, ການເຄື່ອນໄຫວພົວພັນຕ່າງປະເທດຂອງຫວຽດນາມ ໄດ້ມີການປ່ຽນແປງໃໝ່, ການປະດິດສ້າງ, ການປັບຕົວຢ່າງຕັ້ງໜ້າ ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ຮອບດ້ານ ​ແລະ ສຳຄັນ, ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຜົນງານ​ການພັດທະນາ​ເສດຖະກິດ-ສັງຄົມ ​ແລະ ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ-ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ.

ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເວືອງ ດິ່ງ ເຫວ້ (ທາງຊ້າຍ) ແລະບັນດາຜູ້ແທນ ຢ້ຽມຊົມງານວາງສະແດງຮູບພາບການເຄື່ອນໄຫວການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ທີ່ກອງປະຊຸມຜັນຂະຫຍາຍວຽກງານການຕ່າງປະເທດຂອງສະພາແຫ່ງຊາດປີ 2023. _ພາບ: TTXVN

ການ​ຕ່າງປະ​ເທດຂອງສະພາ​ແຫ່ງ​ຊາດ​ -
ຈຸດ​ສະຫວ່າງ​ໃນ​ການ​ພົວພັນ​ທາງ​ການ​ທູດຫວຽດນາມ

ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ໃນເວລາທີ່ຜ່ານມາ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນເຈົ້າການ, ຕັ້ງໜ້າ ​ແລະ ຮອບດ້ານ​ ທັງຊ່ອງທາງ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ; ປະກອບສ່ວນສຳຄັນ ເຂົ້າໃນຜົນສຳເລັດດ້ານນະໂຍບາຍການຕ່າງປະເທດໂດຍລວມຂອງປະເທດ; ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດທີ່​ພັດທະນາ​ແລ້ວ ໄປ​ສູ່​ລວງ​ເລິກ, ຮອບດ້ານ ​ແລະ ມີ​ເນື້ອ​ໃນ; ​ໄດ້​ຮັບການຖື​ວ່າເປັນ ຈຸດ​ສະຫວ່າງ​ໃນ​ການ​ພົວພັນ​ສອງ​ຝ່າຍ ​ໃນ​ການ​ພົວພັນ​ຮ່ວມ​ມື​ໂດຍລວມກັບ​ຫຼາຍ​ປະ​ເທດ.

ສະພາແຫ່ງຊາດດ້ວຍ​ພາລະໜ້າທີ່​ນິຕິບັນຍັດ ແລະ ຕິດຕາມກວດກາສູງ​ສຸດ ​ຕໍ່ການ​ເຄື່ອນ​ໄຫວ​ຂອງ​ລັດ ແລະ ການຕັດສິນ​ຕົກລົງ​ບັນຫາ​ສຳຄັນ​ຂອງ​ປະ​ເທດ ໄດ້​ຢືນຢັນ​ບົດບາດທີ່​ຕັ້ງໜ້າ ​ແລະ ນຳໜ້າໃນການ​ກຳນົດ​ກົດໝາຍ​ ແລະ ຫັນສັນຍາສາກົນເປັນນິຕິກຳ​ ໃນ​ລະບົບ​ກົດໝາຍ​ຂອງ​ປະ​ເທດ; ສ້າງ​ແລະປັບປຸງ​ແລວ​ທາງ​ດ້ານ​ກົດໝາຍ​ທີ່ເອື້ອອຳນວຍ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ.

ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນສອງຜ່າຍ ລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດຂອງປະເທດອື່ນໆ ໃນປີ 2022 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງຊ່ອງລ່ອງ, ສະໝ່ຳສະເໝີ ແລະ ບັນລຸ​ໝາກຜົນ​ທີ່ດີ​ແລະ​ແທດ​ຈິງ​ຫຼາຍປະການ. ການ​ເຄື່ອນ​ໄຫວ​ສົນ​ທະ​ນາ​ແລະ​ແລກ​ປ່ຽນ​ທາງ​ອອນ​ໄລນ໌​ຈຳ​ນວນ​ໜຶ່ງ​ ໄດ້​ຮັບ​ການ​ປະ​ຕິ​ບັດ​ນັບ​ແຕ່​ຕົ້ນ​ປີ​ ໃນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດ​ໂດຍ​ກົງ​ ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ໃນ​ທຸກ​ຂັ້ນ, ໂດຍສະເພາະແມ່ນການ​ຢ້ຽມ​ຢາມ​ຫຼາຍ​ປະ​ເທດ​ຢ່າງ​ເປັນ​ທາງ​ການ ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຊັ່ນ​ການ​ຢ້ຽມ​ຢາມຢ່າງ​ເປັນ​ທາງ​ການ​ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ ​ດິ່ງ ​ເຫວ້ ທີ່ປະເທດລາວ, ຮົງ​ກາ​ຣີ, ອັງກິດ, ກຳ​ປູ​ເຈຍ, ຟີ​ລິບ​ປິນ, ການເຂົ້າ​ຮ່ວມກອງ​ປະ​ຊຸມ​ສະພາລະຫວ່າງລັດຖະສະພາຂອງສະມາຄົມປະຊາຊາດແຫ່ງອາຊີ​ຕາ​ເວັນ​ອອກສ່ຽງໃຕ້ ​ຄັ້ງ​ທີ 43 (AIPA-43) ຢູ່ກຳ​ປູ​ເຈຍ; ການຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ລັດຖະສະພາ/ສະ​ພາ​ແຫ່ງ​ຊາດ ອິນ​ເດຍ, ສິງ​ກະ​ໂປ, ໂມ​ຊຳ​ບິກ, ກຳ​ປູ​ເຈຍ, ຝ​ຣັ່ງ... ທີ່ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ. ການເຄື່ອນໄຫວແລະກິດຈະກຳເຫຼົ່ານີ້ ປະກອບສ່ວນຊຸກຍູ້ການພົວພັນສາມັກຄີແບບພິເສດ, ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານແລະພ້ອມກັນ ຢ່າງເລິກເຊິ່ງ, ແທດຈິງ ກັບບັນດາປະເທດໃນພາກພື້ນ, ເພື່ອນມິດຕະພາຍແບບດັ້ງເດີມ ແລະ ຄູ່ຮ່ວມມືຍຸດທະສາດ. ໂດຍສະເພາະ, ໃນບັນດາການຢ້ຽມຢາມຢ່າງເປັນທາງການສອງຝ່າຍ ຂອງປະທານສະພາແຫ່ງຊາດ, ບັນດາເວທີການຮ່ວມມືດ້ານເສດຖະກິດ, ເວທີການຮ່ວມມືດ້ານການສຶກສາ ທີ່ໄດ້ຈັດຂຶ້ນໂດຍມີຂໍ້ຕົກລົງການຮ່ວມມືຫຼາຍສະບັບທີ່ໄດ້ລົງນາມ, ​ເປີດ​​ໂອກາດ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ-ການ​ລົງທຶນ ແລະ ການຝຶກອົບຮົມບຸກຄະລາກອນ ​ເພື່ອ​ຮັບ​ໃຊ້​ການ​ປະຕິບັດ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ-ສັງຄົມ ທີ່ໄດ້ລະບຸໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ກໍ່ຄືໃນການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດທີ-19.  

ນັບ​ແຕ່​ຕົ້ນ​ວາລະສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ເປັນ​ຕົ້ນ​ມາ, ຂົງ​ເຂດ​ການ​ຕ່າງ​ປະ​ເທດ​ຫຼາຍ​ຝ່າຍຂອງ​ສະ​ພາ​ແຫ່ງ​ຊາດ​ມີເຫດການ​ສຳ​ຄັນ​ຫຼາຍ​ຢ່າງ. ຕາມນັ້ນ, ຈຸດສຸມຂອງການເຄື່ອນໄຫວການ​ຕ່າງ​ປະ​ເທດ​ຫຼາຍ​ຝ່າຍປີ 2022 ແມ່ນການເຂົ້າຮ່ວມຢ່າງມີປະສິດທິພາບ ຂອງສະພາແຫ່ງຊາດຫວຽດນາມ ໃນບັນດາອົງການລັດຖະສະພາລະດັບພາກພື້ນ ແລະລະດັບສາກົນ ເຊັ່ນ ສະພາລະຫວ່າງລັດຖະສະພາຂອງສະມາຄົມປະຊາຊາດແຫ່ງອາຊີ​ຕາ​ເວັນ​ອອກສ່ຽງໃຕ້ (AIPA), ສະຫະພັນລັດຖະສະພາໂລກ (IPU), ເວທີປາໄສລັດຖະສະພາອາຊີ-ປາຊີຟິກ (APPF), ເວທີປາໄສປະຊາຊົນອາຊຽນ (APF) ແລະອື່ນໆ. ໃນກອງປະຊຸມ AIPA-43, ສະພາແຫ່ງຊາດຫວຽດນາມໄດ້ຢືນຢັນການປະກອບສ່ວນ ຜ່ານບົດປາໄສຂອງປະທານສະພາແຫ່ງຊາດ ເວືອງ ດິ່ງ ເຫວ້ ດ້ວຍຂໍ້ສະເໜີ 5 ປະການ, ປະກອບດ້ວຍການປັບປຸງບົດບາດ ຂອງສະມາຄົມປະຊາຊາດແຫ່ງ​ອາຊີຕາ​ເວັນ​ອອກສ່ຽງໃຕ້ (ASEAN); ເສີມຂະຫຍາຍບົດບາດກວດກາ​ຂອງສະພາແຫ່ງຊາດສະມາຊິກ ໃນ​ການ​ປະຕິບັດ​ແຜນການໂດຍລວມຂອງ​ອາ​ຊຽນ; ການປ່ຽນແປງໃໝ່ໂຄງສ້າງການຈັດຕັ້ງ ແລະ ການເຄື່ອນໄຫວຂອງ AIPA; ຊຸກຍູ້ຄວາມສະເໝີພາບທາງເພດ ແລະການເຂົ້າຮ່ວມຂອງແມ່ຍິງ ແລະຊາວໜຸ່ມ ໃນຂະບວນການວາງແຜນປະຕິບັດນະໂຍບາຍ; ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ສະ​ມາ​ຊິກ​​ໜຸ່ມຂອງລັດຖະສະພາ AIPA, ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ​ຕີ​ລາ​ຄາ​ສູງ​ ຈາກ​ລັດຖະສະພາຂອງປະເທດສະມາຊິກ. ຫວຽດນາມຍັງຮ່ວມສະໜັບສະໜູນປະເທດເຈົ້າພາບມະຕິ 4 ສະບັບ ກ່ຽວກັບບັນຫາຄວາມໝັ້ນຄົງທາງການເມືອງ, ເສດຖະກິດ, ວັດທະນະທກ-ສັງຄົມ, ຄວາມສະເໝີພາບທາງເພດ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ຄວາມພະຍາຍາມຮ່ວມກັນຂອງ AIPA ໃນການຮ່ວມກັນແກ້ໄຂຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ແລະປະຕິບັດເປົ້າໝາຍການກໍ່ສ້າງປະຊາຄົດມອາຊຽນ ໃຫ້ເຕີບໃຫຍ່ເຂັ້ມແຂງ. ພ້ອມກັນນັ້ນ, ສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມຢ່າງເຕັມທີ່ ໃນການເຄື່ອນໄຫວອື່ນໆພາຍໃຕ້ກອບຂອງ AIPA, ຢືນຢັນບົດບາດ ແລະຄວາມຮັບຜິດຊອບຂອງຕົນ ໃນກົນໄກການຮ່ວມມືດ້ານລັດຖະສະພາທີ່ສຳຄັນນີ້. ໃນການປະຊຸມສະມັດຊາໃຫຍ່ຂອງ IPU, APPF, APF, ຫວຽດນາມໄດ້ເຂົ້າຮ່ວມຢ່າງແຂງຂັນ ແລະມີສ່ວນປະກອບທີ່ສຳຄັນ, ໄດ້ຮັບການຕີລາຄາສູງຈາກເພື່ອນສາກົນ. ພິເສດ, ໃນ APPF, ຜູ້ແທນຂອງສະພາແຫ່ງຊາດຫວຽດນາມໄດ້ຮັບເລືອກ ແລະ ມີຄວາມໂດດເດັ່ນໃນບົດບາດສະມາຊິກຂອງຄະນະກຳມະການບໍລິຫານ APPF; ໃນ APF, ສະພາແຫ່ງຊາດຫວຽດນາມດຳລົງຕຳແໜ່ງສະມາຊິກຂອງຄະນະກຳມະການບໍລິຫານ ເຊິ່ງຮັບຜິດຊອບພາກພື້ນອາຊີ-ປາຊີຟິກ.

ໃນເວລາດຽວກັນ, ການປະກອບສ່ວນໂດຍລວມ ຕໍ່ຄວາມສຳເລັດຂອງການທູດລັດຖະສະພາໃນປີ 2022 ຍັງລວມເຖິງການເຄື່ອນໄຫວທີ່ເປັນເຈົ້າການ ແລະຕັ້ງໜ້າທີ່ສຸດ ດ້ວຍຮູບແບບທີ່ຫຼາກຫຼາຍ ແລະອຸດົມສົມບູນ ຂອງກຸ່ມມິດຕະພາບລັດຖະສະພາຫວຽດນາມກັບບັນດາປະເທດເຊັ່ນ ຫວຽດນາມ-ຍີ່ປຸ່ນ, ຫວຽດນາມ-ກຳປູເຈຍ, ຫວຽດນາມ-ເກົາຫຼີ... ມີການປະກອບສ່ວນທີ່ຕັ້ງໜ້າ ໃນການພົວພັນລະຫວ່າງຫວຽດນາມ ແລະບັນດາປະເທດໃນໂລກ. ນອກຈາກນີ້, ກຸ່ມ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຍິງ, ກຸ່ມຜູ້ແທນສະພາແຫ່ງຊາດໝຸ່ມ ແມ່ນບັນດາກົນໄກການເຄື່ອນໄຫວທີ່ສ້າງສັນ ແລະມີປະສິດທິພາບທີ່ສຸດ.

ດ້ວຍການເຄື່ອນໄຫວການຕ່າງປະເທດທີ່ອຸດົມສົມບູນ ທີ່ຜັນຂະຫຍາຍກັບຄູ່ຮ່ວມມືແລະພັນທະມິດທີ່ຫຼາກຫຼາຍ, ບໍ່ພຽງແຕ່ໃນຊ່ອງທາງການທູດລັດຖະສະພາເທົ່ານັ້ນ, ແຕ່ຍັງລວມເຖິງຊ່ອງທາງຂອງພັກ, ລັດຖະບານ ແລະປະຊາຊົນອີກນຳ, ສາມາດເວົ້າໄດ້ວ່າ, ການທູດລັດຖະສະພາໄດ້ແລະກຳລັງປະກອບສ່ວນ ໃນການສ້າງສະພາບແວດລ້ອມທີສັນຕິພາບ, ສະຖຽນລະພາບໃນພາກພື້ນ, ເປີດການຮ່ວມມືສາກົນທີ່ກ້ວາງຂວາງ ລະຫວ່າງຫວຽດນາມກັບບັນດາປະເທດ, ບັນດາຄູ່ຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ ໃນສະພາບການໃໝ່; ປະກອບສ່ວນຍົກສູງຖານະບົດບາດຂອງສະພາແຫ່ງຊາດຫວຽດນາມ ໃນເວທີລັດຖະສະພາລະຫວ່າງປະເທດ ແລະພາກພື້ນ.

ເສີມຂະຫຍາຍຂໍ້ໄດ້ປຽບໃນການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​
ຂອງ​ສະພາ​ແຫ່ງ​ຊາດ​ ໃນ​ສະພາບ​ການ​ໃໝ່

ປະຈຸ​ບັນ, ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ຜັນ​ແປ​ໄປ​ຢ່າງ​ວ່ອງ​ໄວ ​ແລະ ສັບສົນ ດ້ວຍ​ຫຼາຍ​ປັດ​ໄຈ​ທີ່​ບໍ່​ອາດ​ຄາດ​ຄິດ, ສົ່ງ​ຜົນ​ກະທົບ​ຫຼາຍ​ດ້ານ ​ຕໍ່​ສະພາບ​ແວດ​ລ້ອມ​ຄວາມ​ໝັ້ນຄົງ, ການພັດທະນາ ແລະການປ່ຽນແປງໃໝ່​ຂອງ​ປະ​ເທດ​ທີ່ພວມ​ສືບ​ຕໍ່​ຊຸກຍູ້. ຄຽງ​ຂ້າງ​ບັນດາ​ຄວາມສະດວກ​ແລະກາລະ​ໂອກາດ​ນັ້ນ, ຍັງ​ມີ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ຈຳເປັນຕ້ອງ​ມີ​ຈິດ​ໃຈ​ສ້າງສັນ ​ແລະ ຄວາມ​ຕັດສິນ​ໃຈ​ປະດິດ​ສ້າງ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ. ຕໍ່ໜ້າສະຖານະການນັ້ນ, ການເຄື່ອນໄຫວພົວພັນຕ່າງປະເທດຂອງສະພາແຫ່ງຊາດຈະຕ້ອງສືບຕໍ່ຜັນຂະຫຍາຍບັນດາໜ້າທີ່, ທິດທາງທີ່ສຳຄັນ ຂອງວຽກງານການຕ່າງປະເທດ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ມະຕິສະບັບເລກທີ 22-NQ/TW, ລົງວັນທີ 10 ເມສາ 2013, ຂອງກົມການເມືອງສູນກາງພັກ, “ວາດ້ວຍການເຊື່ອມໂຍງເຂົ້າກັບສາກົນ”, ກອງປະຊຸມການຕ່າງປະເທດທົ່ວປະເທດຄັ້ງທີໜຶ່ງ (ເດືອນທັນວາ 2021), ມະຕິສະບັບເລກທີ 34-NQ/TW, ລົງວັນທີ 9 ມັງກອນ 2023, ຂອງກົມການເມືອງສູນກາງພັກ, “ວ່າດ້ວຍບາງທິດທາງ, ແຜນນະໂຍບາຍທີ່ສຳຄັນ ເພື່ອຜັນຂະຫຍາຍແນວທາງການຕ່າງປະເທດຕາມກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ”, ເສີມຂະຫຍາຍບົດບາດນຳໜ້າຂອງການຕ່າງປະເທດຂອງສະພາແຫ່ງຊາດ ດ້ວຍຄຸນລັກສະນະມີທັງລັກສະນະລັດແລະລັກສະນະປະຊາຊົນ”, ປະກອບສ່ວນສ້າງ ແລະຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ລະດົມແຫຼ່ງພະລັງພາຍນອກ ເພື່ອພັດທະນາປະເທດ, ຍົກສູງຖານະບົດບາດແລະກຽດສັກສີຂອງຫວຽດນາມໃນເວທີສາກົນ.

ຕາມນັ້ນ, ການເຄື່ອນໄຫວວຽກງານການຕ່າງປະເທດຂອງສະພາແຫ່ງຊາດໄດ້ຮັບການຜັນຂະຫຍາຍຕົວຈິງ ຜ່ານການປະຕິບັດພາລະໜ້າ​ທີ່​ພື້ນຖານ​ຂອງ​ສະພາ​ແຫ່ງ​ຊາດ ​ແມ່ນ​ການນິຕິ​ບັນຍັດ, ການຕິດຕາມກວດກາສູງ​ສຸດ ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ລັດ ​ແລະ ການຕັດສິນຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ, ​ໃນ​ນັ້ນ​ ມີ​ການຕັດສິນຕົກລົງນະໂຍບາຍການ​ຕ່າງປະ​ເທດ​ຂອງ​ລັດ ​ແລະ ນະໂຍບາຍ​ໃນ​ບັນດາ​ຂົງ​ເຂດ​ຄື: 1- ການສ້າງ​ແລະປັບປຸງບູລະນະກອບ​ກົດໝາຍ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; 2- ການຕິດຕາມກວດກາການປະຕິບັດນະໂຍບາຍແລະກົດໝາຍໃນຂົງເຂດການຕ່າງປະເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; 3- ການຈັດຕັ້ງການເຄື່ອນໄຫວພົວພັນການຕ່າງປະເທດ ຂອງສະພາແຫ່ງຊາດ ໃນກອບສອງຝ່າຍ, ສົ່ງເສີມກົນໄກການຮ່ວມມືລັດຖະສະພາຫຼາຍຝ່າຍ ແລະກົນໄກອື່ນໆ ຢ່າງມີປະສິດທິພາບ.

ສຸມໃສ່ຊຸກຍູ້ແລະຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ກັບລັດຖະສະພາພາຄີຕາມລຳດັບຄວາມສຳຄັນໃນການພົວພັນຄື: ການພົວພັນພິເສດ, ການພົວພັນກັບປະເທດເພື່ອນບ້ານ, ປະເທດອາຊຽນ, ການພົວພັນກັບຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືທີ່ສຳຄັນ ໃນກອບຂອງການເຄື່ອນໄຫວການຕ່າງປະເທດສອງຝ່າຍຂອງສະພາແຫ່ງຊາດ (ເອົາໃຈໃສ່ການແລກປ່ຽນຄະນະຜູ້ແທນທຸກລະດັບ, ປະຕິບັດຂໍ້ຕົກລົງສອງຝ່າຍທີ່ໄດ້ລົງນາມຢ່າງມີປະສິດທິພາຍ ແລະ ຊຸກຍູ້​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັບ​ລັດຖະສະພາ​ຂອງ​ບັນດາ​ປະ​ເທດ ​ມຸ່ງ​ໄປ​ສູ່​ການ​ຮ່ວມ​ມື​ຕົວ​ຈິງ); ຍົກສູງປະສິດທິພາບການເຄື່ອນໄຫວຂອງ​ກົນ​ໄກ​​ສະ​ມາ​ຊິກລັດຖະສະພາ​ທີ່​ເປັນ​ມິດ, ກຸ່ມ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຍິງ, ກຸ່ມຜູ້ແທນສະພາແຫ່ງຊາດໝຸ່ມ ແລະອື່ນໆ; ​ແລກປ່ຽນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ລັດຖະສະພາ​ກັບ​ບັນດາ​ລັດຖະສະພາ​ຄູ່​ຮ່ວມ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ; ຄົ້ນ​ຄ້ວາ​ສ້າງ​ຕັ້ງ​ບັນດາ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​​ບໍ່​ທັນ​ມີ​​ກຸ່ມ​ສະມາຊິກ​ສະພາ​ມິດຕະພາບ.

ສຳລັບການເຄື່ອນໄຫວວຽກງານການຕ່າງປະເທດຫຼາຍຝ່າຍລະຫວ່າງລັດຖະສະພາ, ວຽກງານການຕ່າງປະເທດຂອງສະພາແຫ່ງຊາດ ຈະຕ້ອງເອົາໃຈໃສ່ເສີມຂະຫຍາຍສຸດຂີດ​ບັນດາ​ປັດ​ໄຈ​ທີ່​ສະດວກ​​ຂອງ​ປະ​ເທດ ​ແລະ ບັນດາ​ຊ່ອງ​ທາງ​ການ​ທູດ​ລັດຖະສະພາ ເພື່ອເປັນເຈົ້າການແລະ​ຕັ້ງໜ້າ ເຂົ້າ​ຮ່ວມ​ປະກອບສ່ວນ, ກໍ່ສ້າງ ​ແລະ ກຳນົດກົນ​ໄກ​ຫຼາຍ​ຝ່າຍ, ປະຕິບັດຄຳສັ່ງສະບັບເລກທີ 25-CT/TW, ລົງວັນທີ 8 ສິງຫາ 2018, ຂອງຄະນະເລຂາທິການສູນກາງພັກ, “ວ່າດ້ວຍການຍູ້ແຮງແລະຍົກລະດັບການຕ່າງປະເທດຫຼາຍຝ່າຍຮອດປີ 2030”; ສືບຕໍ່ເສີມຂະຫຍາຍຜົນສຳເລັດຂອງສະພາແຫ່ງຊາດຫວຽດນາມ ໃນບັນດາເວທີປາໄສທີ່ສຳຄັນ ໂດຍມີທິດທາງແລະມາດຕະການຕົວຈິງທີ່ເໝາະສົມ; ສືບຕໍ່ຢືນຢັນບົດບາດເປັນເຈົ້າການໃນການປະກອບສ່ວນກໍ່ສ້າງ ແລະກຳນົດກົດຂອງເກມ”, ສະ​ແດງ​ໃຫ້​ເຫັນ​ເຖິງສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ, ຊຸກຍູ້​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື, ພິ​ເສດ​ແມ່ນ ​ຜ່ານ​ຊ່ອງ​ທາງ​ລັດຖະສະພາ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ພ້ອມກັນນັ້ນ, ໃນສະພາບການສາກົນ ແລະຄວາມຮຽກຮ້ອງຕ້ອງການພັດທະນາປະເທດໃນປະຈຸບັນ, ບົນພື້ນຖານການປະຕິບັດຄຳສັ່ງສະບັບເລກທີ 15-CT/TW, ລົງວັນທີ 10 ສິງຫາ 2022, ຂອງຄະນະເລຂາທິການສູນກາງພັກ, “ວ່າດ້ວຍວຽກງານການທູດເສດຖະກິດຮັບໃຊ້ການພັດທະນາປະເທດຮອດປີ 2030”, ສຸມໃສ່ຊຸກຍູ້ການທູດເສດຖະກິດ, ຊຸກຍູ້ການສົ່ງອອກ, ຂະຫຍາຍຕະຫຼາດ ແລະໃຊ້ປະໂຫຍດຈາກສັນຍາການຄ້າເສລີລຸ້ນໃໝ່, ດຶງດູດການລົງທຶນທີ່ມີຄຸນນະພາບສູງຈາກຕ່າງປະເທດ; ຍາດແຍ່ງບັນດາທ່າອ່ຽງໃໝ່ໃນການເຊື່ອມໂຍງເສດຖະກິດສາກົນ ເພື່ອສ້າງຕັ້ງການພົວພັນກັບຄູ່ຮ່ວມມືຫຼັກ, ສ້າງການບຸກທະລຸໃນການຮ່ວມມືສາກົນ ໃນບາງຂົງເຂດທີ່ສຳຄັນ; ຊຸກຍູ້ການທູດຫຼາຍຝ່າຍໃນຂົງເຂດເສດຖະກິດ, ເປັນເຈົ້າການໃນການເຂົ້າຮ່ວມ, ໃຊ້ແລະສ້າງຄວາມສົມດຸນລະຫວ່າງຄວາມຄິດລິເລີ່ມຂອງປະເທດສຳຄັນ ໃນການລະດົມແຫຼ່ງພະລັງ ເພື່ອການພັດທະນາ ບົນພື້ນຖານການຮັບປະກັນຜົນປະໂຫຍດຂອງຫວຽດນາມ. ພ້ອມກັນນັ້ນ, ຮ່ວມມືຢ່າງຕັ້ງໜ້າກັບລັດຖະສະພາຂອງປະເທດອື່ນໆ ເພື່ອສະໜັບສະໜູນແລະສົ່ງເສີມການເຈລະຈາ, ການລົງນາມ, ການໃຫ້ສັດຕະຍະບັນ ແລະການປະຕິບັດສັນຍາການຄ້າເສລີຫຼາຍຝ່າຍ; ຄົ້ນຄວ້າຄວາມສາມາດເຂົ້າຮ່ວມຂໍ້ລິເລີ່ມຫຼາຍຝ່າຍໃນພາກພື້ນ ກ່ຽວກັບການເຊື່ອມຕໍ່ເສດຖະກິດແລະການພັດທະນາໂຄງສ້າງພື້ນຖານ; ດຳເນີນການເຈລະຈາສັນຍາການຄ້າເສລີສອງຝ່າຍກັບປະເທດອື່ນ, ໂດຍສະເພາະກັບຄູ່ຮ່ວມມືການຄ້າທີ່ສຳຄັນ; ບັນດາປະເທດ, ກຸ່ມປະເທດໃນພາກພື້ນອາເມລິການລາຕີນ, ຕາເວັນອອກກາງ ແລະ ອາບຟຮິກກາ.

​ໃນ​ຖານະ​ອົງການຕິດຕາມກວດກາສູງ​ສຸດສຳລັບ​ການ​ເຄື່ອນ​ໄຫວ​ຂອງ​ລັດ, ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ດຳ​ເນີນ​ບັນດາ​ຫົວ​ຂໍ້ຕິດຕາມກວດກາ ການ​ປະຕິບັດ​ນະ​ໂຍບາຍ​ຂອງ​ລັດ​ຕໍ່​ຊາວ​ຫວຽດນາມທີ່ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ຊາວ​ຕ່າງປະ​ເທດຢູ່ຫວຽດນາມ; ປະສານງານກັບບັນດາອົງການຂອງລັດຖະບານ ໃນການປັບປຸງນະໂຍບາຍ ກົນໄກ ກົດໝາຍໃຫ້ສົມບູນແບບ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຊາວຫວຽດນາມຢູ່ຕ່າງປະເທດປະກອບສ່ວນ ທີ່ນັບມື້ນັບຕັ້ງໜ້າແລະເລິກເຊິ່ງ ເຂົ້າໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ; ພ້ອມກັນນັ້ນ, ຊ່ວຍເຫຼືອໃຫ້ຊາວຫວຽດນາມຢູ່ຕ່າງປະເທດມີຖານະທາງກົດໝາຍທີ່ໝັ້ນຄົງ ເພື່ອໃຫ້ພວກເຂົາສະຫງົບໃຈໃນການດຳລົງຊີວິດ, ທຳມາຫາກິນ, ຮ່ຳຮຽນ ແລະ ຮ່ວມຕົວໃນປະ​ເທດ​ເຈົ້າ​ພາບ, ປົກ​ປັກ​ຮັກ​ສາ​ພາ​ສາ​ຫວຽດ​ນາມ ແລະ ເຊີດ​ຊູ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຊາດ.

ຄະນະປະຈຳສະພາແຫ່ງຊາດ, ປະທານສະພາແຫ່ງຊາດ, ຄະນະ​ກຳມະການການ​ຕ່າງປະ​ເທດ​ຂອງສະພາ​ແຫ່ງ​ຊາດ ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ ​ແລະ ຊຸກຍູ້​ການ​ຄົ້ນຄວ້າ, ຄາດ​ຄະ​ເນ, ໃຫ້ຄຳປຶກສາຍຸດ​ທະ​ສາດ​ ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ ​ຂອງ​ສະພາ​ແຫ່ງ​ຊາດ ​ຢ່າງ​ທັນ​ການ ແລະມີປະສິດທິຜົນ; ຍົກສູງປະສິດທິຜົນຂອງກົນໄກການສົມທົບ ປະສານງານຢ່າງໃກ້ຊິດ ແລະ ການແບ່ງປັນຂໍ້ມູນຢ່າງສະໝ່ຳສະເໝີ ລະຫວ່າງອົງການຂອງສະພາແຫ່ງຊາດ ແລະບັນດາໜ່ວຍງານການຕ່າງປະເທດ ຂອງທັງສາມເສົາຫຼັກດ້ານການທູດຂອງພັກ, ການທູດຂອງລັດ ແລະການຕ່າງປະເທດປະຊາຊົນ; ເພີ່ນທະວີການການສື່ສານການຕ່າງປະເທດກ່ຽວກັບບັນດາບັນຫາ ເຫດການສາກົນ, ການເຄື່ອນໄຫວຂອງລັດຖະສະພາປະເທດຕ່າງໆ, ອົງການລັດຖະສະພາລະຫວ່າງປະເທດ ແລະລະດັບພາກພື້ນ ທີ່ກ່ຽວຂ້ອງກັບຫວຽດນາມ ໃຫ້ຜູ້ແທນສະພາແຫ່ງຊາດແລະປະຊາຊົນ ໃນແລະຕ່າງປະເທດ; ເອົາໃຈໃສ່ການກໍ່ສ້າງ​ອົງການ, ກົງຈັກ ​ແລະ ການຝຶກອົບຮົມ ກໍ່ສ້າງຖັນແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ.

ໃນຂະບວນການຜັນຂະຫຍາຍປະຕິບັດຕົວຈິງ, ການຕ່າງປະເທດຂອງສະພາແຫ່ງຊາດຈະສືບຕໍ່ປະສານງານຢ່າງໃກ້ຊິດ ກັບການຕ່າງປະເທດຂອງພັກ, ການທູດຂອງລັດ ແລະການຕ່າງປະເທດປະຊາຊົນ, ເສີມຂະຫຍາຍກຳລັງແຮງສັງລວມ ຂອງການຕ່າງປະເທດໃນທຸກຂົງເຂດການປ້ອງກັນປະເທດ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ສັງຄົມ, ສືບຕໍ່ຜັນຂະຫຍາຍໜ້າທີ່ການຕ່າງປະເທດຂອງຫວຽດນາມຢ່າງຄົບຊຸດ, ປະດິດສ້າງ ແລະມີປະສິດທິຜົນ, ປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກວາງອອກມາຢ່າງສຳເລັດມີໄຊ./.

-------------------------------------

ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1014 (ເດືອນພຶດສະພາ 2023)