ກ່ຽວ​ກັບການ​ພົວ​ພັນ​ປະ​ຊາ​ຊົນລະຫວ່າງ​ຫວຽດ​ນາມ - ອາ​ເມ​ລິ​ກາ

ໂດຍ ຫງວຽນເຟືອງງາ
ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ
08:25, 30-12-2020

ວກ. - ການ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ສຳ​ຄັນ ​ຂອງ​ແນວ​ຄິດ​ການ​ຕ່າງ​ປະ​ເທດໂຮ່​ຈິ​ມິນ ​ເຊິ່ງຍາມ​ໃດ​ກໍ່​ໄດ້​ພັກ​ກອມ​ມູ​ນິດຫວຽດ​ນາມ ແລະ ລັດຫວຽດ​ນາມ ໝູນ​ໃຊ້​ຢ່າງ​​ສຳ​ເລັດ​ຜົນ​ໃນ​ພາກ​ຕົວ​ຈິງ, ໃນ​ນັ້ນ​​ພົ້ນ​ເດັ່ນ​ແມ່ນການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງຫວຽດ​ນາມ - ອາ​ເມລິ​ກາ.

ທ່ານ ຫງວຽນຊວັນຝຸກ ກຳມະການກົມການເມືອງ, ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ໂດນານ ທຣຳ ປະທານາທິບໍດີສະຫະລັດອາເມລິກາ ທີ່ສຳນັກງານລັດຖະບານ. ໃນການພົບປະ, ທ່ານ ໂດນານ ທຮຳ ໃຫ້ຄຳຢືນຢັນກ່ຽວກັບຄວາມຮັກແພງອັນດີງາມກັບປະຊາຊົນຫວຽດນາມ ແລະ ສະໜັບສະໜູນການພັດທະນາຢ່າງແຂງແຮງສານພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ອາເມລິກາ, ວັນທີ 27 ກຸມພາ 2019 _ພາບ:TTXVN

ປະ​ຫວັດຄວາມ​ເປັນ​ມາ​ຂອງ​ກ​ານ​ພົວ​ພັນ ລະຫວ່າງ​ປະ​ຊາ​ຊົນຫວຽດ​ນາມ​ ແລະ​ປະຊາຊົນອາ​ເມ​ລິ​ກາ

ເລີ່ມ​ແຕ່​ຊຸມ​ປີ 40 ຂອງ​ສະ​ຕະ​ວັດທີ XX, ແນວ​ໂຮມຫວຽດ​ມິນ​ ​ໄດ້​ມີ​ການ​ພົວ​ພັນ​ກັບ ສຳນັກ​ງານ​ບໍ​ລິ​ການ​ຍຸດ​ທະ​ສາດ (Office of Strategic Services - OSS) ຂອງ​ອາ​ເມ​ລິ​ກາ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ແລະ ປະ​ທານໂຮ່​ຈິ​ມິນ, ສະ​ມາ​ຄົມ​ມິດຕະພາບຫວຽດນາມ​ - ເອ​ເມ​ລິ​ກາ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ພາຍຫຼັງທີ່​ປະ​ເທດຫວຽດ​ນາມ​ໄດ້​ຮັບ​ເອ​ກະ​ລາດ ​ເມື່ອ​ວັນ​ທີ 17 ຕຸ​ລາ 1945, ເຊິ່ງ​ໄດ້​ຖື​ວ່າ​ແມ່ນ​ສະມາ​ຄົມ​ມິດ​ຕະ​ພາບ​ສອງ​ຝ່າຍທຳ​ອິດ​ຂອງຫວຽດ​ນາມ.

ໃນ​ໄລ​ຍະ​ການ​ຕໍ່ສູ້ກູ້​ຊາດ​ ຕ້ານອາ​ເມ​ລິ​ກາ, ຫວຽດນາມ​ຍັງ​ໄດ້​ສືບ​ຕໍ່​ໝູນ​ໃຊ້​ທຸກໆ​ໂອ​ກາດ​ເພື່ອ​ຮັກ​ສາ​ສາຍ​ພົວ​ພັນ​ກັບ​ປະ​ຊາ​ຊົນອາ​ເມ​ລິ​ກາ. ການ​ພົບ​ປະລະຫວ່າງປະ​ຊາ​ຊົນຫວຽດ​ນາມ​ - ອາເມລິກາ ໃນ​ເດືອນກັນ​ຍາ 1967 ທີ່ບ​ຣາ​ຕີສະ​ລາ​ວາ (ປະ​ເທດເຊັກ​ໂກ) ແລະ ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການຫວຽດ​ນາມສາ​ມັກ​ຄີກັບ​ປະ​ຊາ​ຊົນອາ​ເມ​ລິ​ກາ (ເອີ້ນ​ຫຍໍ້​ວ່າ ຄະ​ນະ​ກຳ​ມະ​ການຫວຽດ​ນາມ - ອາ​ເມ​ລິ​ກາ) ໃນ​ເດືອນ​ຕຸ​ລາ 1968 ​ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ຕໍ່​ການ​ພົວ​ພັນຫວຽດ​ນາມ - ອາ​ເມລິ​ກາ ແລະ ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກຳ​ນົດ​ທິດ​ທາງການ​ພັດ​ທະ​ນາ​ຂອງ​ຂະ​ບວນ​ການ​ສັນ​ຕິ​ພາບ ແລະ ຄັກ​ຄ້ານ​ສົງ​ຄາມ​ທີ່ຫວຽດ​ນາມ ຢູ່​ພາຍ​ໃນ​ປະ​ເທດອາ​ເມລິ​ກາ, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຊັນ​ສັນ​ຍາ​ປາ​ຣີ ວ່າ​ດ້ວຍ​ການຢຸດ​ຕິ​​ສົງ​ຄາມ​, ສ້າງ​ສັນ​ຕິ​ພາບ​ຄືນ​ໃໝ່​​ໃນຫວຽດ​ນາມ ໃນ​ປີ 1973, ກ້າວ​ສູ່​ການປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ສົມ​ບຸນ ​ແລະໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ໃນ​ປີ 1975.

ປີ 1992, ຄະ​ນະກຳມະ​ການຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​​ປ່ຽນ​ຊື່​ມາ​ເປັນ ສະມາ​ຄົມຫວຽດ​ນາມ - ອາ​ເມ​ລິ​ກາ, ຮັບ​ຜິດ​ຊອບ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ການເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ສະ​ມາ​ຄົມ ຫວຽດ​ນາມ - ອາ​ເມ​ລິກາ ​ໄດ້​ພ້ອມ​ກັນກັບ​ບັນດາ​ອົງການ​ຈັດ​ຕັ້ງ​ປະ​ຊາ​ຊົນຫວຽດ​ນາມ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ປະ​ຊາ​ຊົນ​ທຸກ​ຊັ້ນ ເພື່ອ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ທຳ​ລາຍ​ທ່າປິດ​ລ້ອມຂວ້ຳ​ບາດ, ຊຸກ​ຍູ້​ການ​ໄກ່​ເກ່ຍ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນແລະກັນ. ພ້ອມ​ກັບການ​ແລກ​ປ່ຽນ​ລະ​ຫວ່າງ ນັກຮົບ​ເກົ່າ​ແລະນັກ​ຮຽນ​ຮູ້​ ຂອງ​ສອງ​ປ​ະ​ເທດ, ຫຼາຍອົງການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​​ອາ​ເມ​ລິ​ກາ ​ໄດ້​ຊ່ວຍ​ເຫຼືອຫວຽດ​ນາມ​ໃນ​ການແກ້​ໄຂ​ຜົນ​ຮ້າຍ​ຂອງ​ສົງ​ຄາມ, ​ໂດຍ​ສະ​ເພາະ​ແມ່ນ ​ຜົນ​ຮ້າຍ​ຂອງ​ທາດພິດສີສົ້ມ / ດີໂອຊີນ ແລະ ລະເບີດຝັງດິນ ລະເບີດທີ່ຍັງບໍ່ທັນແຕກ, ບັນ​ດາ​ໂຄງ​ການ​ສັງ​ຄົມ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ ​ແລະຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

​ການ​ພັດ​ທະ​ນາທີ່ສຳ​ຄັນ​ໃນຄວາມ​ສຳພັນ​ລະ​ຫວ່າງປະຊາຊົນຫວຽດ​ນາມ - ອາ​ເມລິກາ

ນັບ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງການ​ທູດ​ໃນ​ວັນ​ທີ 12 ກໍ​ລະ​ກົດ 1995 ມາ​ຮອດ​ປະ​ຈຸ​ບັນ, ພິ​ເສດ​ແມ່ນ​ແຕ່​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ໃນ​ເດືອນກໍ​ລະ​ກົດ 2013, ການ​ພົວ​ພັນລະຫວ່າງ​ປະ​ຊາ​ຊົນຫວຽດ​ນາມ - ອາ​ເມ​ລິ​ກາ ​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ ແລະ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ທີ່ສຳ​ຄັນ, ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ​ເຊິ່ງ ສະແດງອອກໃນບັນດາຈຸດດັ່ງຕໍ່ໄປນີ້:

ທີ​ໜຶ່ງ, ການ​ພົວ​ພັນ​​ແລກ​ປ່ຽນ​ລະຫວ່າງປະ​ຊາ​ຊົນຫວຽດ​ນາມ - ອາ​ເມລິ​ກາ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍ​ບາຍ “ອັດອະ​ດີດ​ໄວ້, ຫັນໄປ​ສູ່​ອະ​ນາ​ຄົດ”, ປ່ຽນ “ຈິດ​ໃຈ” ​ໃຫ້ກາຍ​ເປັນ “ການ​ກະ​ທຳ​ທີ່​​ແທ້​ຈິງ”, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ຄວາມເຊື່ອ​ໝັ້ນເຊິ່ງ​ກັນແລະກັນ ລະ​ຫວ່າງ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ.

ດ້ວຍ​ທິດ​ນຳ “ເປັນ​ເຈົ້າ​ການ, ມີ​ຄວາມ​ໄຫວ​ພິບ, ມີຫົວ​ຄິດ​ປະ​ດິດ​ສ້າງ, ມີປະ​ສິດ​ທິ​ຜົນ”, ສະ​ມາ​ຄົມຫວຽດ​ນາມ - ອາ​ເມລິ​ກາ, ສະ​ມາ​ຊິກທີ່​ຕັ້ງ​ໜ້າ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບຫວຽດ​ນາມ, ​ໄດ້ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ເຄືອ​ຂ່າຍ​ເພື່ອ​ນມິດ​ແລະຄູ່​ຮ່ວມ​ມື ​ເພື່ອ​ເປັ​ນ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ແລກ​ປ່ຽນ​ມິດ​ຕະ​ພາບ, ເຂົ້າ​ຮ່ວມ​​ໃນ​ການ​ເຈ​ລະ​ຈາ, ຂົນ​ຂວາຍ​ດ້ານ​ດານ​ເມືອງ, ຕໍ່​ສູ້​​ທາງຫາງ​ສຽງ, ສົນທະນາ​ຕາມ​ຊ່ອງ​ທາງປະ​ຊາ​ຊົນ​ ກັບອາ​ເມ​ລິ​ກາ​ ໃນ​ບັນ​ດາ​ບັນ​ຫາ​ທີ່​​ມີ​ຄວາມອ່ອນ​ໄຫວ.

ສະ​ມາ​ຄົມຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັນ​ຕິ​ພາບ, ຝ່າຍຊ້າຍທີ່​ກ້າວ​ໜ້າ​ຢູ່ອາ​ເມ​​ລິ​ກາ, ບັນ​ດາ​ກຸ່ມ​ຄົນ​ທີ່​ສະ​ໜັບ​ສະ​ໜູນ ແລະ ຮຽກ​ຮ້ອງ​​ຄວາມ​ຍຸດ​ຕິ​ທຳສຳ​ລັບ​ຜູ້​​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ, ບາງ​ອົງ​ການ​ຈັດ​ຕັ້ງນັກ​ຮົບ​ເກົ່າ​ຢູ່ອາ​ເມ​ລິ​ກາ, ໃນ​ນັ້ນ​ມີ​​ອົງ​ການ​ໃຫຍ່ທີ່​ມີຊື່ສຽງແລະອິດ​ທິ​ພົນ​ ຕໍ່​ລັດ​ຖະ​ບານ ອາ​ເມ​ລິ​ກາ​ເຊັ່ນ “ນັກຮົບ​ເກົ່າ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ສົງ​ຄາມຢູ່ຫວຽດ​ນາມ” (The Vietnam Veterans of America, Inc. - VVA), “ກອງ​ທຶນ​ອະນຸສອນ​ນັກຮົບ​ເກົ່າອາ​ເມລິ​ກາ​ໃນຫວຽດ​ນາມ” (The Vietnam Veterans Memmorial Fund - VVMF), ກອງ​ທຶນນັກຮົບ​ເກົ່າ​ສົງ​ຄາມຫວຽດ​ນາມ” (The Vietnam Veterans of America Foundation - VVAF), “ນັກຮົບ​ເກົ່າ​ເພື່​ອ​ສັນ​ຕິ​ພາບ” (The Veterans For Peace - VFP), “ນັກຮົບ​ເກົ່າ​ຈາກ​ສົງ​ຄາມ​ຕ່າງ​ປະ​ເທດຂອງ​ສະຫະລັດ​ອາ​ເມ​ລິ​ກາ” (The Veterans of Foreign Wars of the United States - VFW), “​ສະຫະພັນນັກຮົບ​ເກົ່າອາ​ເມ​ລິ​ກາ” (The American Legion)... ເປັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່​ນຳ​ໜ້າ​ໃນ​ຂະ​ບວນ​ການ​ຂົນ​ຂວາຍ​ໄກ່​ເກ່ຍ, ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ, ​ເປັນ​ແບບ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ - ອາ​ເມ​ລິ​ກາ. ​ໂດຍ​ຜ່ານ​ການ​ຮ່ວມ​ມື​ກັບ​ອົງ​ການ​ຈັດ​ຕັ້ງ “ກຳ​ລັງ​ແຮງ​ມິດ​ຕະ​ພາບ​ສາ​ກົນ” (The Friendship Force International - FFI), ສະ​ມາ​ຄົມໄດ້ສ້າງຄວາມສຳພັນກັບສະ​ໂມ​ສອນ​ພະລັງ​ມິດຕະພາບ (Friendship Force Club) ຫຼາຍກວ່າ 50 ​​ແຫ່ງ​ ໃນ​ສະຫະລັດ​ອາ​ເມ​ລິ​ກາ ແລະ ຫຼາຍສິບສະໂມສອນພະລັງ​ມິດຕະພາບຢູ່ຫຼາຍປະເທດ​ໃນໂລກ, ຕ້ອນ​ຮັບ​ຄະ​ນະຜູ້​ແທນຫຼາຍສິບຄະນະ​ເຂົ້າມາຮຽນຮູ້ປະເທດຫວຽດນາມ, ຜັນ​ຂະ​ຫຍາຍປະຕິບັດ​ວິ​ທີ​ການ “ພັກຢູ່​ເຮືອນ​ປະ​ຊາ​ຊົນ” (homestay) ສຳລັບ​ກຸ່ມນັກ​ຮຽນ ນັກ​ສຶກ​ສາອ​າ​ເມລິ​ກາຈຳ​ນວນ​ໜຶ່ງ ຢູ່ນະ​ຄອນຫຼວງ​ຮ່າ​ໂນ້ຍ​ແລະບາງ​ທ້ອງ​ຖິ່ນ ເຊິ່ງ​ໄດ້​ຮັບ​ການຕີ​ລາ​ຄາ​ສູງຈາກ​ຝ່າຍອາ​ເມລິ​ກາ. ສະ​ມາ​ຄົມ​​ໄດ້​ສົ່ງ​ຄະ​ນະ “ນັກ​ການ​ທູດ​ມິດ​ຕະ​ພາບຫວຽດ​ນາມ” (Friendship Force Ambassador) ຫຼາຍ​ຄະນະ​ໄປ​ຢ້ຽມຢາມ​, ຊອກ​ຮູ້ ແລະ​ແລກປ່ຽນ​ກັບ​ປະຊາຊົນອາ​ເມ​ລິ​ກາ.

ໂຄງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ລະ​ຫວ່າງ​ສະ​ມາ​ຄົມຫວຽດ​ນາມ-ອາ​ເມລິ​ກາ ກັບ “ສະ​ພາຜູ້​ນຳ​ທາງການ​ເມືອງ​ໜຸ່ມຂອງອາ​ເມລິ​ກາ” (The American Council of Young Political Leaders - ACYPL) ນັບແຕ່​ປີ 1996, ສືບ​ຕໍ່​ໄດ້ຮັບ​ການ​ຜັນ​ຂະ​ຫຍາຍ, ​ມີ​ຜົນສຳ​ເລັດ​ທາງ​ບວກ, ຊ່ວຍ​​ສະ​ມາ​ຊິກ​​ອາ​ຍຸຕ່ຳ​ກວ່າ 40 ປີ​​ໃຫ້ເປັນ​ຜູ້​ນຳ​​ໜຸ່ມ​ໃນ​ບັນດາ​ຂົງ​ເຂດດ້ານ​ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົມ ​ເພື່ອ​ມີ​ຄວາມເຂົ້າ​ໃຈ​​ເພີ່ມຕື່ມ​ ແລະແບ່ງ​ປັນ​ບົດຮຽນ​ປະສົມ​ການ​ກ່ຽວ​ກັບ​ລະ​ບົບ​ການ​ເມືອງ, ອຳນາດ​ສາທາລະນະ ​ແລະ​ຂະ​ບວນການ​ກຳນົດ ​ແຜນ​ນະ​ໂຍ​ບາຍ​​ໃນ​ແຕ່​ລະ​ປະ​ເທດ.

ສະ​ມ​າ​ຄົມ​ມີ​ການ​ພົວ​ພັນ​ກັບຫຼາຍ​​ມະ​ຫາ​ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ຄົ້ນ​ຄວ້າ, ໂຮງ​ຮຽນ​ມັດ​ຖະ​ຍົມ​ຂອງອາ​ເມລິ​ກາ; ​ໄດ້ຕ້ອນ​ຮັບ​​ຄະ​ນະ​ນັກ​ຮຽນ​ຮູ້, ສາດ​ສະ​ດາ​ຈານ, ນັກ​ສຶກ​ສາຂອງອາເມ​ລິ​ກາຫຼາຍຄະນະ​ ເຂົ້າ​ມາ​ຮຽນ​ຮູ້​ປະ​ຫວັດ​ສາດ, ວັດ​ທະ​ນະ​​ທຳ, ປະ​ເທດ, ຜູ້ຄົນ​ຫວຽດ​ນາມ, ຮຽນ​ຮູ້​ກ່ຽວ​ກັ​ບ​ປະ​ຫວັດ​ສາດ​ການ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ - ອາ​ເມ​ລິ​ກາ, ໃນ​ນັ້​ນມີ​ການ​ພົວ​ພັນ​ລະຫວ່າປະ​ຊາ​ຊົນ​ສອງ​ປະ​ເທດ, ​ສົມທົບ​ວຽກ​ງານອາ​ສາ​ສະ​ໝັກ ແລະການ​ສະໜັບສະໜູນ​ໃນ​ສະຖານ​ທີ່​ມະ​ນຸດ​ສະ​ທຳ. ​ແຕ່​ປີ 2015, ສະ​ມາ​ຄົມ​​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ກັບ​ອົງ​ການ​ຈັດ​ຕັ້ງ “ໂຄງ​ການ​ສອງ​ຝ່າຍ” (2 Side Project - 2SP) ​ເຊິ່ງມີ​ການ​ເຄື່ອນ​ໄຫວແລກ​ປ່ຽນ​ມິດ​ຕະ​ພາບ, ໄກ່​ເກ່ຍ​ຢ່າງ​ເລິກ​ເຊິ່ງ, ເຕັມ​ໄປ​ດ້ວຍ​ຄວາມເມດ​ຕາ​ຈິດ​ລະ​ຫວ່າງ​ລູກຫຼານ​ຂອງ​ທະ​ຫານອາ​ເມ​ລິ​ການ​ທີ່​ເສຍ​ຊີ​ວິດ ​ແລະ ລູກຫຼານ​ຂອງ​ນັກ​ຮົບທີ່​ເສຍ​ຊີ​ວິດ​ເພື່ອ​ຊາດຫວຽດ​ນາມ.

ຊາວອາ​ເມ​ລິ​ກາຫຼາຍ​ຄົນ, ລວມທັງ​ນັກຮົບ​ເກົ່າ, ສະມາຊິກ​ລັດຖະສະພາ... ພາຍຫຼັງ​ທີ່​ໄດ້​ມ​າ​ຢ້ຽມ​ຢາມຫວຽດ​ນາມ, ​ໄດ້​ເຫັນ​ກັບ​ຕາ​ຜົນ​ຮ້າຍ​ອັນໜັກ​ໜ່ວງ​ຂອງ​ສົງ​ຄາມ ເຊິ່ງ ພາຍຫຼັງເກືອບເຄິ່ງສະຕະວັດ ປະຊາຊົນຫວຽດນາມຍັງຕ້ອງ​ທົນ​ກັບ​ຜົນ​ກະທົບ​ຂອງ​ມັນ, ພວກ​ເຂົນໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​​ເຖິງລັກ​ສະ​ນະ​ອະ​ທຳ​ຂອງ​ສົງ​ຄາມ​ ທີ່​ອາ​ເມ​ລິ​ກາເປັນ​ຜູ້ດຳ​ເນີນຢູ່ຫວຽດ​ນາມ, ​ຈາກນັ້ນ​ໄດ້​ໄປ​ເຖິງການ​ຕັດສິນ​ໃຈ​ສ່ວນ​ຕົວ​ ກ່ຽວ​ກັບ​ສິ່ງ​ທີ່​ຕ້ອງ​ເຮັດ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ສົງ​ຄາມ ແລະ ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ກໍ່​ຄື​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ນັກ​ຮຽນ​ຮູ້, ນັກ​ຄົ້​ນ​ຄວ້າ, ນັກ​ຂ່າວບາງ​ຄົນ​ມາທີ່ຫວຽດ​ນາມ ເພື່ອ​ເອົາ​ເອກະສານ​ສຳລັບ​ຂຽນ​ປື້​ມ, ໜັງ​ສື​ພິມ, ຜະລິດຮູບ​ເງົາ ​ແລະ ຮູບພາບ ​ເຊິ່ງໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ສົງຄາມ​​ອາ​ເມ​ລິ​ກາ​ໃນຫວຽດນາ​ມຢ່າງພາວະ​ວິ​ໄສ, ​ກົງ​ໄປ​ກົງ​ມາ ແລະ ຜົນ​ຮ້າຍ​ຂອງ​ສົງ​ຄາມນັ້​ນ, ກໍ່​ຄື​ຜົນ​ງານແລະຄວາມ​ຫຍຸ້ງ​ຍາກ​ຂອງຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ສ້າງສາ​ປະ​ເທດ​ຊາດ.

​ໂດຍຕື້ນ​ຕັນ​ໃຈ​ຕໍ່​ນ້ຳ​ໃຈ​ເຫັນ​ແກ່​ຄົນ​ອື່ນ, ນ້ຳ​ໃຈ​ກວ້າງ​ຂວາງ​ເຜື່ອ​ແຜ່​ຂອງ​ຊາວຫ​ວຽດ​ນາມ ໃນ​ການ​ຊ່ວຍ​ເຫຼືອ​ຊອກ​ຫາ​ອັດ​ຖິຂ​ອງ​ທະ​ຫານອາ​ເມລິ​ກາທີ່​ຫາຍ​ສາບ​ສູນ ​ໃນ​ຂະ​ນະ​ທີ່​ຜູ້​ເປັນ​ແມ່, ເປັນເມຍແລະຄອບ​ຄົວຂອງຊາວ​ຫວຽດນາມຫຼາຍ​ຮ້ອຍຄົນ ຍັງ​ບໍ່​ທັນພົບ​ເຫັນ​ຮ່ອງ​ຮອຍ​ຂອງ​ຍາດ​​ພີ່​ນ້ອງ​ທີ່​ເສຍ​ຊີວິດ​ໃນ​ສົງຄາມ, ດັ່ງ​ນັ້ນ​ນັກຮົບ​ເກົ່າອາ​ເມ​ລິກາ​ແລະ​ຄອບຄົວຂອງ​ພວກ​ເຂົານັບ​ມື້​ນັບ​ຫຼາຍ ​ເດີນ​ທາງມາຫວຽດ​ນາມ​ແລະ​ນຳເອົາບັນທຶກ​ສົງຄາມ, ​ເອ​ກະ​ສານ​ແລະ​ຂອງ​ທີ່​ລະ​ນຶກ​ໃນ​ສະ​ໜາມ​ຮົບຫຼາຍ​ຮ້ອຍ​ລາຍການ​ມາ​ພ້ອມ​ດ້ວຍ ເພື່ອມອບ​ໃຫ້ອຳນາດ​ການ​ປົກຄອງ, ຄອບ​ຄົວ​ຂອງ​ນັກ​ຮົບ​ຜູ້​ເສຍ​ຊີ​ວິດ​ເພື່ອ​ຊາດ ຫຼືຫໍ​ພິ​ພິ​ທະ​ພັນ​ຂອງ ຫວຽດ​ນາມ, ເພື່ອ​ຊ່ວຍ​​ຊອກ​ຫາ​ອັດ​ຖິ​ຂອງ​ທະ​ຫານຫວຽດ​ນາມ ທີ່​​ໄດ້ເສຍ​ຊີວິດ​ຫຼືຫາຍ​ສາບ​ສູນ​ຢູ່​ໜາມ​ຮົບ​ໃນ​ເມື່ອ​ກ່ອນ.

 ທີ​ສອງ, ການ​ສະ​ໜັບ​ສະ​ໜູນ​ແລະຊ່ວຍ​ເຫຼືອ​ຂອງ​ບັນດາອົງ​ການ​ຈັດ​ຕັ້ງທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​​ອາ​ເມລິ​ກາ ​ໃນ​ການລົບ​ລ້າງຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ແກ້​ໄຂ​ຜົນ​ຮ້າຍ​​ສົງ​ຄາມ. ໃນ​ປະ​ຈຸ​ບັນ, ຫວຽດ​ນາມ​ມີ​ການ​ພົວ​ພັນ​ກັນ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດຫຼາຍ​ກວ່າ 1.000 ແຫ່ງ, ໜຶ່ງສ່ວນ​ສາມ​ແມ່ນ​ຈາກ​ສະຫະລັດ​ອາ​ເມ​ລິ​ກາ, ດ້ວຍມູນຄ່າການປ່ອຍເງິນປະມານ 300 ລ້ານໂດລາສະຫະລັດຕໍ່​ປີ, ​ເຊິ່ງເຄື່ອນ​ໄຫວ​ຢ່າງກວ້າງ​ຂວາງ​ໃນ​ເກືອບ​ທຸກ​ຂົງ​ເຂດ. ຕາມສະ​ຖິ​ຕິ, ໃນ​ປະ​ຈຸ​ບັນມີ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານອາ​ເມລິ​ກາ​ ທີ່​ກຳ​ລັງ​ເຄື່ອນ​ໄຫວ​​ເປັນ​ປົກ​ກະ​ຕິ​ຢູ່ຫວຽດ​ນາມ ເປັນຈຳ​ນວນ 159 ອົງ​ການ, ສຸມ​ໃສ່​ຂົງ​ເຂດ​ຕ່າງໆເຊັ່ນ ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ​, ເສດ​ທະ​ກິດ, ການແກ້​ໄຂ​ຜົນ​ຮ້າຍ​ສົງ​ຄາມ. ມູນ​ຄ່າ​ການ​ຊ່ວຍ​ເຫຼືອ​ຂອງ​ບັນ​ດາ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານອາ​ເມລິ​ກາ​ ກວມ​ເອົາ​ປະມານ 45% - 50% ຂອງມູນ​ຄ່າການ​ຊ່ວຍ​ເຫຼືອທັງ​ໝົດ​ ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ ທີ່​ກຳ​ລັງ​ເຄື່ອນ​ໄຫວ​ໃນຫວຽດ​ນາມ ແລະເພີ່ມຂຶ້ນ​ທຸກ​ປີ (​ສະ​ເລັ່ຍຫຼາຍ​ກວ່າ 100 ລ້ານ​ໂດ​ລາ​ສະ​ຫະ​ລັດຕໍ່​ປີ). ອາດ​ຈະ​ເວົ້າ​ໄດ້​ວ່າ, ບັນ​ດາ​ອົງ​​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດຖະ​ບານອາ​ເມ​ລິ​ກາ ເປັນ​ໜຶ່ງ​ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ອັບ​ດັບ​ໜຶ່ງ ​ໃນ​ການ​ຊ່ວຍ​ເຫຼືອການກໍ່​ສ້າງ​ພື້ນ​ຖານ​​ໂຄງ​ລ່າງ ແລະເຕັກ​ນິກ​ ໃຫ້​ແກ່​ຂະ​ແໜງ​ການ​ສາ​ທາ​ລະ​ນະ​ສຸກ​ຂອງຫວຽດ​ນາມ.

ດ້ວຍຄຸນລັກ​ສະ​ນະ​ການ​ເຮັດ​ວຽກທີ່​ເປັນ​ມື​ອາ​ຊີບ, ​ຂະ​ໜາດ​ໃຫຍ່, ບັນ​ລຸ​ການ​ປ່ອຍ​ເງິນ​ສູງ, ​ໃຫ້ຄຳ​ໝັ້ນ​ສັນ​ຍາ​​ຍາວ​ນານ, ການ​ປະ​ສານງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ​ກັບ​ບັນ​ດາ​ຄູ່​ຮ່ວມ​ມືຫວຽດ​ນາມ, ກຸ່ມ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານອາ​ເມ​ລິ​ກາ ​ມີ​ບົດ​ບາດສຳຄັນ​ໃນ​ຫຼາຍ​ປະ​ເທດ​ ທີ່​ຊ່ວຍ​ເຫຼືອ​ປະ​ເທດ​ຫວຽດ​ນາມ. ໃນ​ຂະ​ບວນ​ການ​ຫັນ​ການ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ - ອາ​ເມ​ລິ​ກາເປັນແບບ​ປົກ​ກະ​ຕິ​, ມີ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານອາ​ເມລິ​ກາຈຳ​ນວນຫຼາຍ ​ທີ່​ໄດ້​ມີ​ບົດ​ບາດ​ຕັ້ງ​ໜ້າ, ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ “ອຸປະສັກ” ​ໃນການ​ພົວ​ພັນ​ລະຫວ່າງ​ສອງ​ປະ​ເທດ, ເປີດ​ຊ່ອງທາງ​ແລກ​ປ່ຽນ​ປະ​ຊາ​ຊົນຢ່າງ​ແທ້​ຈິງ ​ແລະມີ​ປະ​ສິດ​ທິ​ຜົນ. ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານອາ​ເມ​ລິ​ກາ ​ໄດ້​ມີ​ການຊ່ວຍ​ເຫຼືອຢ່າງ​ມີ​ປະ​ສິດ​ທິ​ຜົນ​ ​ໃຫ້ຫວຽດ​ນາມແກ້​ໄຂ​ຜົນຮ້າຍສົງ​ຄາມ​ ໂດຍ​ຜ່ານ​ບັນ​ດາ​ໂຄງ​ການ​ຮອບ​ດ້ານ​ ກ່ຽວ​ກັບ​ການແກ້ໄຂ​ຜົນ​ຮ້າຍຈາກ​ລູກ​ລະ​ເບີດ, ຊ່ວຍ​ເຫຼືອ​ຜູ້​ຖືກ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ສັງ​ຄົມ​ກ່ຽວກັບຄົນ​ພິ​ການ,... ນຳ​ເອົາ​ປະ​ສິດ​ທິ​ຜົນ​ອັນ​ແທ້​ຈິງ​ມາ​ໃຫ້ຫວຽດນາມ, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ຊຸກ​ຍູ້​ການ​ພັດ​ທະ​ນາ​ປະ​ຊາ​ຄົມ ແລະ ເພີ່ມ​ທະ​ວີ​ທັກ​ສະ​ການ​ບໍ​ລິ​ຫານ​ໃຫ້​ແກ່​ສຳນັກງານ ອົງ​ການຈັດ​ຕັ້ງຫຼາຍ​ແຫ່ງຂອງຫວຽດ​ນາມ.

ການເຄື່ອນ​ໄຫວ​ຂອງ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບລັດ​ຖະ​ບານອາ​ເມ​ລິ​ກາ ໄດ້​ກາຍ​ເປັນ​ຮູບ​ການໆ​ທູດ​ປະ​ຊາ​ຊົນແບບ​ພິ​ເສດ. ໄປ​ຄຽງ​ຄູ່​ກັບ​ປະ​ສິດ​ທິ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ບັນ​ດາ​ໂຄງ​ການ​ຂອງ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານອາ​ເມລິ​ກາ ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາ​ມເຂົ້າ​ໃຈ ແລະ ເປີດກວ້າງ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດຫຼາຍ​ສົມ​ຄວນ, ພ້ອມ​ທັງ​ຊຸກ​ຍູ້​ການ​ຫັນ​ເປັນ​ແບບ​ປົກ​ກະ​ຕິ​ການ​ພົວ​ພັນ​ສອງ​ປະ​ເທດ​ ບົນ​ພື້ນ​ຖານ​ເຄົາ​ລົບ​ນັບ​ຖື​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນຂອງ​ກັນແລະກັນ ແລະ ຮ່ວມ​ມື​ແບບ​ສະ​ເໝີ​ພາບ​ກັນ ​ເພື່ອ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ.

ທີ​ສາມ, ມີ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ເຊັ່ນ: ລະດົມ​ຄວາມ​ຊ່ວຍ​ເຫຼືອ​ທາງ​ວິຊາ​ການ​ຈາກ​ສະຫະລັດອາ​ເມ​ລິ​ກາ ​ເພື່ອຊ່ວຍຫວຽດ​ນາມເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ (WTO), ບໍ່​ນຳ​ໃຊ້​ພາ​ສີຕໍ່ຕ້ານ​ການຂາຍ​ທຸ່ມ​ຕະຫຼາດກັບ​ຜະລິດ​ຕະພັນ​ອາຫານ​ທະ​ເລ​ບາງ​ຊະນິດທີ່​ສົ່ງ​ອອກ​ຈາກຫວຽດ​ນາມ​ໄປ​ຍັງ​ສະຫະລັດ; ເຊື່ອມ​ຕໍ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິລະ​ປະ, ​ທັດ​ສະ​ນະ​ສຶກ​ສາ, ທ່ອງ​ທ່ຽວຫວຽດ​ນາມ, ກໍ່​ຄື​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ຊອກ​ຫາ​ໂອ​ກາດ​ການຮ່ວມ​ມືທຸ​ລະ​ກິດ​ ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ​ຂອງ​ສອງ​ປະ​ເທດ.

ທີ​ສີ່, ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ຊ່ອງ​ທາງ​ການສົນທະນາ​ຢ່າງບໍ່​​ເປັນທາງ​ການ​ກ່ຽວ​ກັບ​ສິດທິ​ມະ​ນຸດ, ສາ​ສະ​ໜາ ກັບອາ​ເມ​ລິ​ກາ, ຊ່ວຍ​​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນແລະກັນ, ຜ່ານຊ່ອງທາງຂົນຂວາຍປະຊາຊົນ ເພື່ອໃຫ້ຝ່າຍອາເມລິກາບໍ່ຜ່ານຮ່າງກົດໝາຍ ​ແລະ​ມະຕິ​ຕົກລົງ​ທີ່​ບໍ່​ຖືກຕ້ອງກ່ຽວກັບຫວຽດນາມ. ຫວຽດ​ນາມ​ໄດ້​ຕ້ອນ​ຮັບຫຼາຍ​ຄະ​ນະ​ຜູ້​ແທນຂອງ ສະຖາບັນເພື່ອການມີສ່ວນຮ່ວມທົ່ວໂລກ (The Institute for Global Engagement - IGE), ເປັນ​ອົງ​ການ​ຈັດ​ຕັ້ງທາງສາ​ສະ​ໜາທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ​ເຂົ້າມາ​ຄົ້ນຄວ້າ​ສະຖານະ​ການ​ເສລີພາບໃນການເຊື່ອຖືສາສະໜາຢູ່ຫວຽດນາມ; ປະ​ສານ​ສົມ​ທົບ​ເປີດ​​ຊຸດ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ນະ​ໂຍ​ບາຍ​ສາ​ສະ​ໜາ, ພົບ​ປະ​ແລກ​ປ່ຽນ, ສຳ​ມະ​ນາ​ສາ​ກົນ ​ກ່ຽວ​ກັບບັນຫາ​ສາ​ສະ​ໜາ ແລະອຳ​ນາດ​ກົດ​ໝາຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄວ້າ, ບຸກຄົນ​ສຳຄັນ​ທາງ​ສາ​ສະ​ໜາ ​ແລະ ນັກ​ເຄື່ອນ​ໄຫວທາງ​ສັງ​ຄົມ.

ທີ​ຫ້າ, ດ້ວຍຫຼາຍ​ຮູບ​ການ​ແບ່ງ​ປັນ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ຫວຽດ​ນາມ​ໄດ້ສື່ສານ​ຢ່າງ​ທັນ​ການ​ກັບບັນດາ​ເພື່ອນ​ມິດ ​ແລະຄູ່​ຮ່ວມ​ມືອາ​ເມ​ລິ​ກາ ກ່ຽວ​ກັບ​ສະຖານະ​ການ​ທະ​ເລ​ຕາ​ເວັນ​ອອກ, ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງຫວຽດ​ນາມໃນ​ທະ​ເລ​ຕາ​ເວັນ​ອອກ ແລະ ຫຼັກ​ໝັ້ນ​ອັນ​ຊອບ​ທຳ​ຂອງຫວຽດ​ນາມ. ​​ເພື່ອນ​ມິດ​ແລະຄູ່​ຮ່ວມ​ມື​ຫຼາຍ​ຄົນຂອງສະ​ມາ​ຄົມຫ​ວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ອອກ​ສຽງ​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ຂອງຫວຽດ​ນາມ.

ຄວາມ​ສຳພັນ​ລະ​ຫວ່າງປະຊາຊົນຫວຽດ​ນາມ - ອາ​ເມລິກາໃນ​ໄລຍະ​ຈະ​ມາ​ເຖິງ

ໃນ​ສະ​ຖາ​ນະ​ການ​ສາ​ກົນ​​ທີ່​ກຳ​ລັງ​ຜັນ​ແປ​ຢ່າງ​ສັບ​ສົນແລະ​ຄາດ​ເດົາ​ຍາກ, ຄວາມ​ສະ​ດວກແລະສິ່ງ​ທ້າ​ທາຍສະຫຼັບ​ສັບ​ຊ້ອນກັນ. ການ​ແຂ່ງ​ຂັນ​ຍຸດ​ທະ​ສາດທີ່​ເຄັ່ງ​ຮ້ອນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫ​ຍ່​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ຢູ່ອາ​ຊີ - ປາ​ຊີ​ຟິກ. ສະ​ພາບ​ການ​ໃນ​ທະ​ເລ​ຕາ​ເວັນ​ອອກ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ເຊິ່ງ​ນາບ​ຂູ່​​ສັນ​ຕິ​ພາບ, ​ສະ​ຖຽ​ມ​ລະ​ພາບ, ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່​​ໃນພາກ​ພື້ນ ແລະ ອຳ​ນາດ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຂອງ​ປະ​ເທດ​ຫວຽດນາມ.

ຫວຽດ​ນາມກຳ​ລັງຢູ່​ໃນ​ຂະ​ບວນການ​ພັດ​ທະ​ນາ, ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ, ຕ້ອງ​ການ​ມີ​ສະ​ພາບ​ແວດ​ລ້ອມ​ສັນຕິ​ພາບ, ​ສະ​ຖຽມ​ລະ​ພາບ ​ເພື່ອລະ​ດົມ​ແຫຼ່ງ​ພະ​ລັງ​ທາງ​ດ້ານ​ທຶນ​ຮອນ, ເຕັກ​ໂນ​ໂລ​ຊີ, ປັນ​ຍາ​ຄວາມ​ຮູ້ ແລະ ການ​ສະ​ໜັບ​ສະ​ໜູນ​ສາ​ກົນ​ ເພື່ອກໍ່​ສ້າງແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ໃນ​ຂອບ​ “ຄູ່​ຮວມ​ມື​ຮອບ​ດ້ານ” ທີ່​ກຳ​ລັງ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃນ​ທຸກໆ​ຂົງ​ເຂດ, ໃນ 10 ປີ​ຕໍ່​ໄປ​ນີ້, ການ​ພົວ​ພັນລະຫວ່າງ​ປະ​ຊາ​ຊົນຫວຽດ​ນາມ - ອາ​ເມ​ລິ​ກາ ຕ້ອງ​ໄດ້​ຍູ້​ແຮງກວ່າ​ອີກ, ​ເພື່ອສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ, ​ດ້ວຍເປົ້າ​ໝາຍ​​ລະ​ດົມການ​ສະ​ໜັບ​ສະ​ໜູນ​ຢ່າງກວ້າງ​ຂວາງ​ຂອ​ງ​ປະ​ຊາ​ຊົນອາ​ເມ​ລິກາ ຕໍ່​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ ແລະ ເຂັ້ມ​ແຂງ​ຂອງຫວຽດ​ນາມ, ສະ​ໜັບ​ສະ​ໜູນ​ເພີ່ມ​ທະ​ວີ​ການ​ພົວ​ພັນຫວຽດ​ນາມ - ອາ​ເມ​ລິກາ, ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ ​ເພື່ອ​ຮັກ​ສາ​​ສັນ​ຕິ​ພາບ, ສະ​ຖຽມ​ລະ​ພາບ, ແກ້​ໄຂຂໍ້ພິ​ພາດ​ດ້ວຍ​ສັນ​ຕິ​ວິ​ທີ​ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.

ການ​ພົວ​ພັນປະ​ຊາ​ຊົນລະ​ຫວ່າງຫວຽດ​ນາມ - ອາ​ເມ​ລິ​ກາ ທີ່​ສອງ​ປະ​ເທດ​ມຸ່ງ​ໄປເຖິງ​ຈະ​ມີ​​ຈຸດ​ພິ​ເສດ​ດັ່ງ​ຕໍ່​ໄປນີ້:

ການ​ພົວ​ພັນ​ເປີດກວ້າງ, ຄຽງ​ຄູ່​ກັບ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ທີ່​​ມີຢູ່, ຈະສ້າງ​ຕັ້ງ​ການ​ພົວ​ພັນ​ແບບກວ້າງ​ຂວາງ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ ທີ່​ຕາງ​ໜ້າ​ໃຫ້​​ປະ​ຊາ​ຊົນອາ​ເມ​ລິ​ກາທຸກ​ຊັ້ນ​ວັນນະ ທີ່ມີ​ອິດ​ທິ​ພົນ​ໃນ​ສັງ​ຄົມ ແລະ ​ໃນເວ​ທີ​ການ​ເມືອງອາ​ເມ​ລິ​ກາ, ບັນ​ດາ​ຊຸມ​ຊົນ​ທີ່ຢູ່​ອາ​ໄສ, ​ໂດຍ​ສະ​ເພາະ​ແມ່ນຊຸມຊົນຊາວອາເມລິກາເຊື້ອສາຍຫວຽດນາມ ແລະ ຊາວ​ໜຸ່ມ.

ການ​ພົວ​ພັນ​ຮອບ​ດ້ານ ໃນ​ທຸກ​ຂົງ​ເຂດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ - ເຕັກ​ນິກ.

ການ​ພົວ​ພັນ​ເລິກ​ເຊິ່ງ ແລະ ມີ​ປະ​ສິດ​ທິ​ຜົນ​ແທ້​ຈິງ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ກາ​ນ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ແກ້​ໄຂ​ ແລະ ​ຂະ​ຈັດ​ບັນຫາ​ແລະ​ສິ່ງ​ກີດ​ຂວາງ​ຕ່າງໆ​ໃນ​ການ​ພົວ​ພັນ​ລະຫວ່າງສອງ​ປະ​ເທດ.

ການ​ພົວ​ພັນ​ທີ່​ຈິງ​ໃຈ, ໄວ້​ວາງ​ໃຈ: ມີ​ການ​ໄກ່​ເກ່ຍ​ຢ່າງ​ເລິກ​ເຊິ່ງ, ເພີ່ມ​ທະວີຄວາມ​ເຂົ້າ​ໃຈ ແລະ ​ຄວາມ​ໄວ້​ວາງ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ເພື່ອ​ໃຫ້​ວິ​ໄສ​ທັດ​ນີ້​​ກາຍ​ເປັນ​ຄວາມ​ຈິງ, ຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ການ​ທູດ​ແຫ່ງ​ລັດ, ການ​ພົວ​ພັນ​ຕ່າງ​ປະ​ເທດຂອງ​ພັກ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທ​ດ​ປະ​ຊາ​ຊົນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ແລະທ່າ​ແຮງ​ສະ​ເພາະ​ຂອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ. ການ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນມີ​ພື້ນ​ທີ່​ກວ້າງຂວາງ, ສາ​ມາດ​ເປັນ​ເຈົ້າ​ການ​ໃນ​ການ​ດຳ​ເນີນ​ບາດ​ກ້າວ​ທີ່​ໄຫວ​ພິບ, ເພີ່ມ​ທະວີ​ການ​ພົບ​ປະສົນ​ທະ​ນາ​ເພື່ອກໍ່​ສ້າງມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ ກັບ​ປະ​ຊາ​ຊົນອາ​ເມ​ລິ​ກາ, ແກ້​ໄຂ​ຄວາມບໍ່​ລົງລອຍ​ກັນ​ເທື່ອ​ລະ​ກ້າວ, ​ໂດຍສະ​ເພາະແມ່ນ​ ໃນ​ບັນ​ດາ​ບັນ​ຫາ​ປະ​ຊາ​ທິ​ປະ​ໄຕ, ສິດ​ທິມະ​ນຸດ, ຊົນ​ເຜົ່າ, ສາ​ສະ​ໜາ ແລະ ຄວາມກັງວົນ​ບາງ​ປະການຂອງຊຸມ​ຊົນ​ຊາວອາ​ເມ​ລິ​ກາເຊື້ອ​ສາຍຫວຽດ​ນາມ.

ໃນ​ເວ​ລາ​ຕໍ່​ໄປ​ນີ້, ຫວຽດ​ນາມ​ຕ້ອງ​ເພີ່ມ​ທະ​ວີ​ກຳ​ລັງ​ຂອງສະ​ມາ​ຄົມຫວຽດ​ນາມ - ອາ​ເມ​ລິ​ກາ ແລະ ບັນ​ດາ​ສະ​ມ​າ​ຊິກ​ຢູ່​ທ້ອງ​ຖິ່ນ​ຕ່າງໆ, ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວົງ​ການ​ວິ​ສາ​ຫະ​ກິດ, ນັກ​ຮຽນ​ຮູ້, ບັນ​ດາ​ນັກ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ປະ​ຫວັດ​ສາດ, ນັກ​ສຶກ​ສາ, ນັກ​ຮຽນ, ເພື່ອ​ສ້າງ​ຕັ້ງ​ເຄືອ​ຂ່າຍ​ການ​ພົວ​ພັນ, ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ຢູ່ພາຍ​ໃນ​ປະ​ເທດ​ກັບ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນອາ​ເມ​ລິ​ກາ ແລະ ຄົນຫວຽດ​ນາມທີ່ອາ​ໄສ​ໃນອາ​ເມລິ​ກາ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັນ​ຕິ​ພາບ, ຝ່າຍຊ້າຍ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະອາສາສະໝັກຂອງ​ອາ​ເມ​ລິ​ກາ​ທີ່​ມີການເຄື່ອນໄຫວຢ່າງ​ຕັ້ງໜ້າ.

ປະ​ທານໂຮ່​ຈີມິນເຄີຍ​ເວົ້າ​ວ່າ, ວິທີການໂຈມຕີເຂົ້າໄປໃນຫົວໃຈຂອງຄົນ, ​ເອົາ​ຊະນະ​ດ້ວຍ​ສິນ​ທຳ, ການຫັນປ່ຽນດ້ວຍ​ຄວາມ​ຮັກ, ຊັກ​ຊວນ​ໃຈ​ຜູ້​ຄົນ​ໃຫ້​ເພີ່ມ​ພູນ​ພະລັງ​ແຫ່ງ​ຄວາມ​ຊອບ​ທຳ. ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແລະຜົນ​ປະ​ໂຫຍດ​ຂອງ​ກັນ​ແລະ​ກັນ, ແກ້​ໄຂ​ໂດຍ​ພື້ນ​ຖານ​ບັນ​ດາ​ຜົນສະທ້ອນ​ທີ່​ຜ່ານ​ມາແລະ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ, ການ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ປະຊາຊົນຂອງ​ສອງ​ປະ​ເທດ ຈະ​ເປັນ​ພື້ນຖານ​ໃຫ້​ສາຍ​ພົວພັນສອງປະເທດພັດທະນາໃນລະດັບສູງ, ຕອບສະໜອງຜົນ​ປະ​ໂຫຍ​ດ​ແລະ​ຄວາມ​ມຸ້ງ​ຫວັງ ຂອງປະຊາຊົນສອງປະເທດຫວຽດ​ນາມ - ອາ​ເມ​ລິ​ກາ, ປະ​ກອບ​ສ່ວນ​ປັບ​ປຸງ​​ສັນ​ຕິ​ພາບ, ​ສ​ະ​ຖຽມ​ລະ​ພາບ ແລະ ​ການພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ./.

_______________________

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 942 (​ເດືອນ​ພຶດ​ສະ​ພາ 2020)