“ປີອາ​ຊຽນ - ຫວຽດ​ນາມ” ຄວາມ​ຫວັງ​​ກ່ຽວ​ກັບ​
ສິ່ງ​ປະ​ທັບ​ໃຈ​ຈາກຫວຽດ​ນາມ

ໂດຍ ປອ ຫງວຽນທິແທງເວິນ
ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ
03:35, 22-01-2021

ວກ. - ​ໃນ​ຂະ​ບວນວິວັດ​​ການ​ພັດ​ທະ​ນາ​ຂອງ ສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ປີ 2020 - ປີ​ທີ່​ຫວຽດ​ນາມເປັນ​ປະ​ທານອາ​ຊຽນ - ບັນ​ດາ​ປະ​ເທດ​ໃນ​​ພາກ​ພື້ນແລະໃນ​ໂລກ​ຫວັງວ່າ​ ໃນ​ “ປີອ​າຊຽນ - ຫວຽດ​ນາມ” ນີ້ ຫວຽດ​ນາມ​ຈະສ້າງ​​ສິ່ງ​ປະ​ທັບ​ໃຈ ເພື່ອ​ສົ່ງ​ເສີມການ​ພັດ​ທະ​ນາ​ຂອງ​ອົງ​ການ​ໃນ​ປີ​ປະ​ຫວັດ​ສາດທີ 53 ເປັນ​ປີ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ, ​ເປັນ​ການທົບ​ທວນ​ໄລ​ຍະ​ກາງ ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ແມ່​ບົດ​ສ້າງ​ປະ​ຊາ​ຄົມອາ​ຊຽນ ໃນ 5 ປີ​ຕໍ່​ໜ້າ. ສຳ​ລັບຫວຽດ​ນາມ, ນີ້​ແມ່ນຂີດ​ໝາຍປີ​ທີ 25 ​ທີ່ຫວຽດ​ນາມຢູ່​ຮ່ວມ​ກັບອາ​ຊຽນ ​ແລະ ມີພາລະກິດ​ສາກົນ​ທີ່​ສຳຄັນ​ອີກປະການ​ໜຶ່ງຄື: ​ຮັບບົດ​ບາດ​ເປັນສະມາຊິກ​ບໍ່​ຖາ​ວອນຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ໄລ​ຍະປີ 2020 - 2021.

ກອງກຽດຕິຍົດປະຕິບັດພິທີຊັກທຸງ ໃນວັນຄົບຮອບ 53 ປີແຫ່ງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ - ອາຊຽນ (8 ສິງຫາ 1967 - 8 ສິງຫາ 2020) ແລະ ວັນຄົບຮອບ 25 ປີທີ່ຫວຽດນາມເຂົ້າເປັນສະມາຊິກອາຊຽນຢ່າງເປັນທາງການ (28 ກໍລະກົດ 1995 - 28 ກໍລະກົດ 2020) _ພາບ: TTXVN

ສະ​ພາບ​ການ​ໃໝ່​ໃນ​ປີຫວຽດ​ນາມເປັນ​ປະ​ທານອາ​ຊຽນ

ຫວຽດ​ນາມດຳລົງ​ຕຳ​ແໜ່​ງປະທານ​ອາ​ຊຽນເປັນ​ເທື່ອ​ທີ​ສອງ ​ໃນ​ສະພາບການ​ຂອງ​ພື​ກພື້ນ​ອາ​ຊີ - ປາ​ຊີ​ຟິກ ເຊິ່ງ​ໃນ​ປະ​ຈຸ​ບັນ​ໄດ້​ເປີດກວ້າງພື້ນ​ທີ່​ເປັນ​ ອິນ​ໂດ - ປາ​ຊີ​ຟິກ, ສືບ​ຕໍ່ນຳ​ໜ້າ​​ໃນ​ແງ່​ຂອງ​ການ​ເຕີບ​ໂຕ​ແລະ​ການ​ເຊື່ອມ​ໂຍງ, ແຕ່​​ຄວາມບໍ່​​ແນ່ນອນກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ​ເມື່ອ​ທຽບ​ກັບ​ສະ​​ພາບການ​ໂລກ, ສະ​ຖາ​ນະ​ການ​ໃນ​ພາກ​ພື້ນ ​ອິນ​ໂດ - ປາ​ຊີ​ຟິກ ​ກຳ​ລັງ​ຜັນ​ປ່ຽນ​ຢ່າງ​ໄວ​ຍ້ອນ​ບັນ​ດາ​ປັດ​​ໄຈ​ດັ່ງນີ້: 1- ນີ້​ແມ່ນ​ພາກ​ພື້ນ​ທີ່​ມີ​ການ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນກວ່າ​ໝູ່​ໃນ​ໂລກ, ດ້ວຍ​ຄວາມ​ຄາດຫວັງທີ່​ຈະ​ກາຍ​ເປັນສູນ​ກາງ​ອຳ​ນາດໃໝ່​ຂອງ​ໂລກ​ໃນ​​ກາງສະ​ຕະ​ວັດທີ XXI ​ໂດຍການມີ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດທີ່​ສຸດ​ໃນ​ໂລກ ​ທີ່​ກຳ​ລັງແຂ່ງ​ຂັນ​ຍຸດ​ທະ​ສາດຢ່າງ​ຮຸນ​ແຮງ​ເຊິ່ງ​ກັນແລະກັນ; 2- ນີ້ແມ່ນ​ໜຶ່ງ​ໃນ​ພື້ນ​ທີ່​ທີ່​ມີ​ “ຈຸດ​ຮ້ອນ” ຫຼາຍ​ແຫ່ງ​ ທີ່​ກ່ຽວຂ້ອງ​ໂດຍ​ກົງກັບ​ການ​ແຂ່ງ​ຂັນ​ຍຸດ​ທະ​ສາດລະ​ຫວ່າງ​ປະ​ເທດ​ໃຫຍ່ ກໍຄື​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່ບໍ່​​ເປັນ​ແບບ​ດັ້ງ​ເດີມ​ຢູ່​ໃນ​ໂລກ; 3- ​ເມື່ອທຽບ​ກັບ​ພາກ​ພື້ນ​ອື່ນໆ ​ເຊັ່ນ ເອີ​ຣົບ​ແລະ​ອາ​ເມ​ລິ​ກາ, ສະ​ຖາ​ບັນ​ຫຼາຍ​ຝ່າຍ​ໃນ​ອິນ​ໂດ - ປາຊີ​ຟິກຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດທະນາ​ພໍ​ທີ່​ຈະ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ. ຢູ່ນີ້​, ຍັງ​ບໍ່​​ໄດ້ສ້າງ​​ລະ​ບົບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ລວມ​ໝູ່​ຄືກັບ​ບາງ​ພາກພື້ນ​ອື່ນໃນ​ໂລກ.

ໃນ​ສະ​ພາບ​ການ​ດັ່ງ​ກ່າວ, ປະ​ຊາ​ຄົມອາ​ຊຽນ​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີຫ້າ​ແຫ່ງ​ການສ້າງຕັ້ງ ດ້ວຍ​ບາດກ້າວ​ທີ່​ໝັ້ນຄົງ. ດ້ວຍ​ປະ​ຊາ​ກອນ​ 654,3 ລ້ານ​ຄົນ ແລະ ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ຫຼາຍກວ່າ 3.100 ຕື້​ໂດ​ລາ​ສະ​ຫະ​ລັດ (ໃນ​ປີ 2019, ຢູ່​ໃນ​ອັນ​ດັບ​ທີ 6 ຂອງ​ໂລກ ແລະ ຄາດ​ວ່າ​ຈະ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ​ 4 ຂອງ​ໂລກ​ໃນ​ປີ 2030, ຫຼັງຈາກ​ສະຫະລັດ, ຈິນ ​ແລະ ອິນ​ເດຍ), ອາ​ຊ​ຽນກາຍ​ເປັນສູນກາງການ​ພັດ​ທະ​ນາ ​ດ້ວຍ​ຄວາມ​ເຕີບ​ໂຕ​ສະ​ເລ່ຍ 5% ຕໍ່​ປີ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ເປັນຄູ່​​ຮ່ວມ​ມື​ເສດ​ຖະ​ກິດ​ທີ່​ສຳ​ຄັນ​​ຢູ່​ໃນ​ໂລ​ກ ແລະ ເປັນ​ເຂດ​ບຸລິ​ມະ​ສິດ​ຂອງ​​ນັກ​ລົງ​ທຶນ (ກວມ​ເອົາ​ປະ​ມານ 7% ຂອງ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ຢູ່​ໃນ​ໂລກ). ໃນ​ເວ​ລາ​ມໍ່ໆ​ມານີ້, ພາກ​ພື້ນອາ​ຊຽນກໍເປັນ​ຈຸດ​​ໃຈ​ກາງ​ໃນ​ການ​ຍົກ​ຍ້າຍ​ການ​ຜະ​ລິດ ​ຍ້ອນ​ຜົນ​ກະ​ທົບຈາກ​ສົງຄາມ​ການ​ຄ້າລະຫວ່າງ​ສະຫະລັດ​ແລະຈິນ, ການ​ລະ​ບາດຂອງພະຍາດໂຄວິດ-19 ແລະ ພັດທະນາ​ການ​ໃໝ່​ໃນ​ກະ​ແສ​ການ​ລົງ​ທຶນ​ສາ​ກົນ​. ​ບົດ​ບາດ​ຂອງອາ​ຊຽນໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນ​ດາ​ປະ​ເທດແລະຄູ່​ຮ່ວມ​ມື​ທີ່​ສຳຄັນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ອາ​ຊຽນຍັງ​ບໍ່​ທັນ​​ກາຍ​ເປັນຫົວໜ່ວຍ​ທີ່​ເປັນ​ເອກະ​ພາບ ທີ່​ມີ​ພາ​ລະ​ບົດ​ບາດ​ໃຫຍ່ກວ່າ​ແຕ່​ກ່ອນ, ຊ້ຳ​ບໍ່​ໜຳ “​ບົດ​ບາດ​​ໃຈ​ກາງ” ຂອງອາ​ຊຽນກໍ​ປະ​ເຊີນ​ກັບຄວາມ​ສ່ຽງ​ທີ່​ຈະຫຼຸດລົງ ​ຍ້ອນ​ສິ່ງ​ທ້າ​ທາຍ​ພາຍ​ໃນ ແລະການດັດ​ປັບນະ​ໂຍ​ບາຍ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່. ປະ​ຊາ​ຄົມອາ​ຊຽນໄດ້​ຜ່ານ​ 5 ປີ​ແຫ່ງ​ການ​ພັດ​ທະ​ນາ, ແຕ່​ລະ​ດັບ​ການ​ຮ່ວມ​ມື​ແທ້​ຈິງຍັງ​ຕ່ຳ​. ​ໂດຍ​ພື້ນຖານ​ແລ້ວ ອາ​ຊຽນ​ຍັງ​ເປັນ​ອົງ​ການ​ລະ​ຫວ່າງ​ລັດ​ຖະ​ບານ​, ບໍ່​ແມ່ນປະ​ຊາ​ຄົມທີ່​ມີ​ນະ​ໂຍ​ບາຍ​ຮ່ວມ​ກັນ ແລະ ການ​ເຊື່ອມ​​ໂຍງທີ່​ໃກ້ຊິດ​ແລະສົມ​ບຸນ ​ບົນ​ສາມ​ເສົາ​ຄ້ຳ​ທີ່​ໄດ້​ກຳ​ນົດ​ໄວ້. ລະ​ດັບ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ພາຍ​ໃນ​ພາກ​ພື້ນ​ແມ່ນ​ຂ້ອນ​ຂ້າງ​ຕ່ຳ​: ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ປະ​ເທດອາ​ຊຽນກວມພຽງ​ປະ​ມານ 24% ຂອງ​ການ​ຄ້າທັງ​ໝົດຂອງອາ​ຊຽນ, ​ໃນ​ຂະ​ນະທີ່​ອັດ​ຕາ​ສ່ວນນີ້​ຂອງອີ​ຢູ​ແມ່ນ​ປະມານ 60%. ອາ​ຊຽນ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທະ​ທາຍ​ທັງ​ພາຍ​ໃນ ແລະ ພາຍນອກ. ກ​ານ​ເກີດ​ຂຶ້ນ, ແຜ່​ລະ​ບາດ ແລະ ການ​ຜັນ​ແປ​ຂ​ອງພະຍາດ​ໂຄວິດ-19 ໃນ​​ຕົ້ນ​ປີ 2020 ທີ່​ກຳ​ລັງ​ເຮັດ​ໃຫ້​ທົ່ວ​ໂລກ​ເວົ້າ​ລວມ, ພາກ​ພື້ນອາ​ຊຽນ ແລະ ກົນ​ໄກ​ເຄື່ອນ​ໄຫວ​ໃນ​ປີ​ທີ່ຫວຽດ​ນາມເປັນ​ປະ​ທານອາ​ຊຽນເວົ້າ​ສະ​ເພາະ ຕ້ອງ​ປະ​ເຊີນ​ກັບ​ສິ່ງທ້າ​ທາຍ​ໃໝ່ທີ່​ຫຍຸ້ງ​ຍາກ​ທີ່​ສຸດ. ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ບັນ​ດາ​ປະ​ເທດ​ຢູ່​ພາຍ​ໃນ​ພາກ​ພື້ນ​ຮັບ​ຮູ້​ໄດ້​ຄວາມ​ຈຳ​ເປັນ​ຂອງ​ການ​ຮ່ວມ​ມື​ສາ​ກົນ, ພາກ​ພື້​ນ; ການ​ປ່ຽນ​ແປງ​ໃຫຍ່​ໃນ​ວິ​ທີການ​ຮ່ວມມື​ພາກ​ພື້ນ ​ເພື່ອ​ຜ່ານ​ຜ່າ​​ວິ​ກິດ​ການ​ໃໝ່​ນີ້, ໃນ​ນັ້ນ​ພາ​ລະ​ບົດ​ບາດ​ຂອງ​​​ປະ​ເທດ​ເປັນ​ປະ​ທານອາຊຽນຂອງຫວຽດ​ນາມໃນ​ປີ 2020 ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ.

ຫວຽດ​ນາມໃນ​ປີ​ເປັນ​ປະ​ທານອາຊຽນ

ພາຍຫຼັງ 25 ປີ​ທີ່​ເຂົ້າ​​ເປັນ​ສະມາຊິກອາ​ຊຽນ, ຫວຽດ​ນາມໄດ້​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງໃນ​ທຸກ​ຂົງ​ເຂດ​ຂອງ​ການ​ຮ່ວມ​ມື​ອາ​ຊຽນ ແລະ ມີ​​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນຫຼາຍ​ຢ່າງ. ພ້ອມ​ກັນ​ກັບ ອິນ​ໂດ​ເນ​​ເຊຍ ແລະ ສິງ​ກະ​ໂປ, ໃນ​ປະ​ຈຸ​ບັນ ຫວຽດ​ນາມ ຖືກ​ຖື​ເປັນ​ໜຶ່ງ​ໃນ​ສາ​ມ​ປະ​ເທດ​ທີ່​ມີ​ຄວາມ​ສາ​ມາດ “ພາ​ທາງ” ອາ​ຊຽນ (ຫຼື​ເປັນ​ກຸ່ມ​ປະ​ເທດຫຼັກ​ແຫຼ່ງ​ຂອງ​ພາກ​ພື້ນ).

​ໃນອາ​ຊຽນ, ເຖິງວ່າ​ເຂົ້າ​ຮ່ວມພາຍຫຼັງ ​ແຕ່ຫວຽດ​ນາມພວມ​ນຳ​ໜ້າ​ໃນຫຼາຍຂົງ​ເຂດ​ເຊື່ອມ​ໂຍງ​ທີ່ສຳ​ຄັນ. ປະ​ຈຸບບັນ, ຫວຽດ​ນາມ​ແລະສິງ​ກະ​ໂປເປັນ​ສອງ​ປະ​ເທດນຳ​ໜ້າ​ອາ​ຊຽນ ​ໃນ​ອັດ​ຕາ​​ການ​ດຳ​ເນີນມາດ​ຕະ​ການ​ເພື່ອ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດອາ​ຊຽນ, ​ບັນ​ລຸ​94,5% ​ທຽບ​ກັບ​ລະ​ດັບ​ສະ​ເລ່ຍ​ຂອງອາ​ຊຽນແມ່ນ 90,5%. ພິ​ເສດ​ແມ່ນ, ພາຍຫຼັງ​ໄລຍະ​ເວ​ລາທີ່​​ມູນ​ຄ່າ​ການ​ຄ້າ​ລະຫວ່າງຫວຽດ​ນາມ​ແລະອາ​ຊຽນຫຼຸດ​ລົງ, ການ​ສົ່ງ​ອອກ​ຂອງຫວຽມ​ນາມ​​ໄປ​ຍັງ​ບັນ​ດາ​ປະ​ເທດອາ​ຊຽນ ​ແຕ່​ປີ 2017 ​ເຖິງ​ປະຈຸ​ບັນ ໄດ້​ເລີ່ມ​ເພີ່ມ​ຂຶ້ນ​ຢ່າງ​​ໄວວາ ຫຼາຍກວ່າ 20% ຕໍ່​ປີ, ​ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ໃຫ້​ຫວຽດ​ນາມສວຍ​ໂອກາດ​ຈາກ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ​ເພີ່ມ​ຜົນ​ປະ​ໂຫຍ​ດລະຫວ່າງ​ປະ​ເທດ​ສະມາຊິກ​ຫຼັງຈາກ 5 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມອາ​ຊຽນ.

ກ່ຽວ​ກັບ​ຄວາມ​ໝາຍ​ຍຸດ​ທະ​ສາດ, ອາຊຽນໄດ້​ກາຍ​ເປັນ​ບ່ອນ​ອີງ ແລະ ເປັນ​ເວ​ທີ​ປາ​ໄສ​ສຳ​ຄັນ​ທີ່​ສຸດ​ສຳລັບຫວຽດ​ນາມ ​ເພື່ອເພີ່ມ​ທະວີ​ການປັບ​ປຸງຄວາມ​ສາ​ມັກ​ຄີ​ພາຍ​ໃນ​, ໂດຍສະ​ເພາະ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ​ເຊິ່ງ​ເປັນ​ບັນ​ຫາ​ທີ່ຂາດ​ບໍ່​ໄດ້​ໃນ​ການ​ແລກ​ປ່ຽນ ​ແລະວາ​ລະ​ກອງ​ປະ​ຊຸມ​ຂອງອາ​ຊຽນ. ຕັ້ງແຕ່​ເລື່ອງ DOC ປີ 2002 (ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ) ຈົນ​ເຖິງຂັ້ນ​ຕອນ​ການ​ພັດທະນາ COC ໃນ​ປະ​ຈຸ​ບັນ (ປະ​ມວນຂໍ້​ກຳນົດ​ການ​ປະ​ພຶດ​ຂອງ​ບັນດາຝ່າຍ​ຢູ່​​ທະ​ເລ​ຕາ​ວັນ​ອອກ), ອາ​ຊຽນມີ​ບົດ​ບາດ​​ສຳ​ຄັນຫຼາຍ. ການ​ເຈ​ລະ​ຈາກ່ຽວ​ກັບ ​COC ຢ່າງ​ເປັນ​ທາງ​ການຮອບ​ທຳ​ອິດ ໄດ້​ເລີ່ມ​ຕົ້​ນ​ໃນ​ເດືອນ​ມີ​ນາ 2018 ຢູ່ຍາ​ຈາງ (ຫວຽດ​ນາມ), ແລະຮອດ​ເດືອນສິງ​ຫາ 2018 ອາ​ຊຽນແລະຈີນໄດ້​ອອກ​ເອ​ກະ​ສານສະບັບ​ດຽວ (single text) ທີ່​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ເຈ​ລະ​ຈາ​ COC. ໃນ​ບົດ​ປາ​ໄສ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ຈີນ - ອາ​ຊຽນ (ທີ່ກຸງ​ເທດ, ປະ​ເທດ​ໄທ) ໃນ​ວັນ​ທີ 3 ພະ​ຈິກ 2019, ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ​ສ​ປ​ປ ຈີນ ຫຼີ່​ເຄີ້ສຽງ ໄດ້​ກ່າວ​ວ່າ ​ມີ​ຄວາມປາດ​ຖະ​ໜາ​ຈະ​ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ COC ໃນ 3 ປີຂ້າງ​ໜ້າ. ແຕ່ດ້ວຍ​ການ​ພັດທະນາທີ່​ຜ່ານ​ມາ​ມໍ່​ນີ້ ຂອງ​ການ​ເຄື່ອນ​ໄຫວ​ຂອງ​ຈີນ​ໃນ​ທະ​ເລ​ຕາ​ເວັນ​ອອກສະ​ແດງ​ໃຫ້​ເຫັນ​ວ່າ, ການ​ບັນ​ລຸ COC ທີ່​ມີ​ປະສິດທິ​ຜົນ, ມີ​ຜົນ​ຜູກພັນ​ທາງ​ກົດໝາຍ ​ແລະ​ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ມັນ​ຈະ​ເປັນ​ຂະ​ບວນການ​ທີ່​ຫຍຸ້ງຍາກ​ແລະ​ສັບສົນ​ຫຼາຍ. ສິ່ງດັ່ງ​ກ່າວ ສ່ວນ​ຫຼາຍ​ແມ່ນຂຶ້ນ​ກັບ​ທັດສະນະ​ແລະ​ທ່າ​ທີ່​ທີ່​ແທ້​ຈິງ​ຂອງຈີນ. ໃນຖານະ​ທີ່​ເປັນ​ປະ​ທານອາ​ຊຽນ​ໃນປີ 2020, ຫວຽດ​ນາມຈະ​ຕັ້ງ​ໜ້າ​ແລະຮັກ​ສາ​ຊ່ອງທາງ​ການ​ພົວ​ພັນ​ ອາ​ຊຽນ - ຈີນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ.

​ຕໍ່​ໜ້າ​ກາ​ລະ​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຂຶ້ນ​ໃນ​ປີ 2020 ​ເຊິ່ງການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ອາດ​ຈະ​ແກ່​ຍາວ, ຄວາມ​ສຳ​ເລັດ​ໃນ​ການ​ດຳລົງ​ຕຳ​ແໜ່​ງ​ປະ​ທານອາ​ຊຽນຂອງຫວຽດ​ນາມ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະວີ​ຄວາມ​​ເປັນ​ປຶກ​ແຜ່ນແລະຄວາມ​ສາມັກຄີ ອາ​ຊຽນ, ​ຍົກ​ສູງ​ກຳ​ລັ​ງແຮງ​ພາຍ​ໃນ​ພາກ​ພື້ນ, ຍູ້​ແຮງວິ​ວັດ​ການກໍ່​ສ້າງ​ປະ​ຊາ​ຄົນອາ​ຊຽນ​ໃຫ້​ມີ​ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນແລະໝັ້ນ​ຄົງ, ສ້າງ​ປະ​ຖົມ​ປັດ​​ໄຈ​ໃຫ້​ການ​ພັດ​ທະ​ນາ​​ໃນ​ໄລຍະຕໍ່​ໄປ​ຂອງ​ປະ​ຊາ​ຄົມ, ກໍຄື ​ຍົກ​ສູງຖານະບົດ​ບາດແລະ​ສ່ວ​ນປະກອບ​ຂອງອາ​ຊຽນ ໃນ​ປະ​ຊາ​ຄົມ​ສາ​ກົນ.

ບົນ​ຈິດ​ໃຈ​ດັ່ງ​ກ່າວ, ຫວຽດ​ນາມໄດ້ກຳນົດ​ຫົວ​ຂໍ້​ຂອງ​ປີ​ປະ​ທານອາ​ຊຽນ 2020 ວ່າ: “ການເຊື່ອມ​ຕໍ່ ແລະ ເປັນ​ເຈົ້າ​ການ​ໃນ​ການ​ປັບຕົວ”. ​​ແນວ​ຄິດ “ການເຊື່ອມ​ຕໍ່” ​ເປັນ​ການສະ​ແດງອອກ​ເຖິງ​ແນວ​ຄິດ​ປັບ​ປຸງຄວາມ​​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ, ເປັນ​ເອ​ກະ​ພາບ, ຍົກ​ສູງ​ຄວາມ​ສາ​ມາດພາຍໃນ ແລະ ສົ່ງ​ເສີມປະ​ຊາ​ຄົມອາ​ຊຽນ​ໃຫ້ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ເພີ່ມ​ທະ​ວີ​ການ​ເຊື່ອມ​​ໂຍງ​ພາກ​ພື້ນ, ເຊື່ອມ​ຕໍ່​ດ້ານ​ເສດ​ຖະ​ກິດ, ​ເຊີດ​ຊູ​ຈິດ​ສຳນຶກ​ປະ​ຊາ​ຄົມ ແລະ ເອ​ກະ​ລັກ​ຂອງອາ​ຊຽນ, ຕິດ​ພັນ​ກັບ​ປະ​ຊາ​ຊົນ ແລະ ຖືເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ. ​ແນວ​ຄິດ “ການເຊື່ອມ​ຕໍ່” ທີ່ໄດ້ລະບຸ​ໄວ້​ໃນເອ​ກະ​ສານ​ພື້ນ​ຖານ​ຂອງອາ​ຊຽນ ມີຄວາມ​ໝາຍ​ຫຼາຍ​ປະການຄື: ການເຊື່ອມ​ຕໍ່​ທາງການ​ເມືອງ, ການເຊື່ອມ​ຕໍ່ທາງ​ເສດ​ຖະ​ກິດ, ການເຊື່ອມ​ຕໍ່​ລະ​ຫວ່າງ​ສັງ​ຄົມ​ຕ່າງໆ. ໃນ​ສະ​ຖາ​ນະ​ການ​ປະ​ຈຸ​ບັນ, ພິ​ເສດ​ແມ່ນ​ໃນ​ການ​ຕໍ່​ສູ້​ກັບ​ການ​ລະ​ບາດຂອງ​ພະຍາດໂຄວິດ-19 ໃນ​ທົ່ວ​ໂລກ, ເນື້ອ​ໃນ​ການເຊື່ອມ​ຕໍ່​ຍິ່ງມີ​ຄວາມ​ສຳ​ຄັນ​ຕໍ່​ປະ​ຊາ​ຄົມອາ​ຊຽນ.

“ເປັນ​ເຈົ້າ​ການ​ໃນ​ການ​ປັບຕົວ” ແມ່ນ​ຍົກ​ສູງ​ຄວາມ​ສາ​ມາດ​ຄ່ອງ​ຕົວກັບການ​ຫັນ​ປ່ຽນ​ຢ່າງ​ໄວ​ວາ​ຂອງ​ສະ​ພາບ​ການ​ໂລກ ​ແລະ​ສິ່ງ​ທ້າ​ທາຍ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ຄື: ການ​ແຂ່ງຂັນຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່, ບັນ​ດາ​ບັນ​ຫາລະດັບ​ໂລກ​ເຊັ່ນ ​ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ, ຄວາມ​ປອດ​ໄພ​ຂອງ​ເຄືອ​ຂ່າຍ​ອິນ​ເຕີ​​ເນັດ, ການກໍ່​ການ​ຮ້າຍ, ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ, ການລະບາດ​ຂອງ​ພະຍາດ​ໂຄວິດ-19..., ພ້ອມ​ກັນ​ນັ້ນ​ກໍ​ຍົກ​ສູງ​ຄວາມ​ສາ​ມາດ​​ໃຊ້ປະ​ໂຫຍ​ດຈາກ​ກາ​ລະ​ໂອ​ກາດ ແລະ ຈຳກັດ​ສິ່ງ​ທ້າ​ທາຍ​ຈາກ​ຜົນ​ກະ​ທົບ​ຂອງ​ການ​ປະ​ຕິ​ວັດ​ອຸ​ດ​ສາ​ຫະ​ກຳ​ຄັ້ງ​ທີ​ສີ່, ການຄວບ​ຄຸມ​ແລະ​ມີ​ກົນ​ໄກ​ໃນ​ການ​ຄວບ​ຄຸມ ຫຼຸດ​ຜ່ອນອັນຕະລາຍ​​ໃນ​ທຸກ​ດ້ານ, ​ໂດຍ​ສະ​ເພາະ​ແມ່ນການ​ເອົາ​ຊະນະ​ຜົນກະທົບ​ທາງເສດ​ຖະ​ກິດຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. “ເປັນ​ເຈົ້າ​ການ​​ໃນ​ການປັບ​ຕົວ” ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຂອງວິ​ໄສ​ທັດ​ປະ​ຊາ​ຄົມອາ​ຊຽນ 2025 ​ເຊິ່ງລວມ​ໄວ້​ເປັນ​ຄັ້ງ​ທຳ​ອິດ​ໃນຫົວ​ຂໍ້​ຂອງ​ປີ​ອາ​ຊຽນ ​ເພື່ອສະທ້ອນ​ເຖິງ​ຄວາມ​ຕ້ອງການ​ໃນ​ການ​ສົ່ງ​ເສີມ​ຄວາມ​ເປັນເຈົ້າ​ການ, ຄວາມ​ປະ​ດິດ​ສ້າງ, ການ​ປ່ຽນ​ແປງ ​ແລະ​ຄວາມ​ສາມາດຂອງ​ອາ​ຊຽນທີ່​ຈະ​ລຸກ​ຂຶ້ນ​ຢ່າງ​ແຂງ​ແຮງ​ແລະ​ກ້າວ​ໄປ​ຂ້າງ​ໜ້າ.

ດ້ວຍ​ທິດ​ນຳ “ການເຊື່ອມຕໍ່” ແລະ “ການ​ປັບ​ຕົວ”, ຫວຽດ​ນາມປາດ​ຖະໜາ​ທີ່​ຈະ​ສ້າງ​ສອງ​ອົງ​ປະກອບທີ່​ສອດ​ປະສານ​ກັນ​ແລະ​ຊ່ວຍ​ຊູ​ກັນ​ຢ່າງ​ແໜ້ນ​ແຟ້ນ. ປະ​ຊາຄົມ​ອາ​ຊຽນທີ່ເຊື່ອມ​ຕໍ່ແລະພັດ​ທະ​ນາ ຈຳ​ເປັນ​ຕ້ອງ​ເພີ່ມ​ຄວາມ​ເປັນ​ເຈົ້າ​ໃນ​ການປັບ​ຕົວ​​ໃຫ້​ເຂົ້າກັບ​ບັນ​ດາ​ປັດ​​ໄຈ​ຈາກ​ພາຍນອກ ແລະ ກົງ​ກັນ​ຂ້າມ, ຄວາມ​ສາມາດ​ເປັນ​ເຈົ້າ​ການ​ໃນ​ການ​ປັບຕົວ​ຈະ​ເກີດ​ຂຶ້ນໄດ້ກໍ​ຕໍ່​ເມື່ອອາ​ຊຽນ​ເຊື່ອມ​ຕໍ່​ກັນ​ເປັນ​ປຶກ​ແຜ່ນຢ່າງ​ແໜ້ນ​ແຟ້ນ.

ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ​ດັ່ງ​ກ່າວ, ແນ​ໃສ່​ສ້າງ​ຂີດໝາຍ​ພິ​ເສດ​​ໃນປີຫວຽດນາມ​ເປັນປະ​ທານອາ​ຊຽນ, ຫວຽດ​ນາມໄດ້ສະ​ເໜີ​ 5 ບຸລິມະສິດ​ໃນ​ການ​ຊຸກ​ຍູ້​ການເຄື່ອນ​ໄຫວ​ຂອງ​ອາ​ຊຽນ​ໃນ​ປີ 2020, ​ໃນ​ນັ້ນ​ມີ:

ທີ​ໜຶ່ງ, ເສີມ​ຂະ​ຫຍາຍ​ບົດ​ບາດແລະການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງອາ​ຊຽນ ເຂົ້າ​ໃນ​ພາ​ລະ​ກິດ​ການ​ຮັກ​ສາສະພາບ​ແວດ​ລ້ອມທີ່​ສະ​ຫງົບ, ປອດ​ໄພແລະໝັ້ນຄົງ​ຢູ່​ພາກ​ພື້ນ​ ບົນ​ພື້ນ​ຖານ​ເພີ່ມ​ທະ​ວີ​ຄວາມ​ສ​າ​ມັກ​ຄີ​ ​ເປັນເອ​ກະ​ພາບ​ໃນອາ​ຊຽນ; ສົ່ງ​ເສີມ​ຈິດ​ໃຈ​ຂອງ​ຄວາມ​ຜູກ​ພັນ, ສະໜັບສະໜູນ ​ແລະ ​ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ; ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປະ​ສານ​ສົມ​ທົບຫຼັກ​ໝັ້ນ​ຮ່ວມກັນຂອງອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ພາກ​ພື້​ນແລະສາ​ກົນ; ຊຸກ​ຍູ້​ການ​ສ້າງ​ຕັ້ງແລະປະ​ຕິ​ບັດ​ຕາມ​ກົດລະບຽບ​ແລະ​ມາດຕະຖານການ​ປະ​ພຶດ​ໃນ​ການ​ພົວ​ພັນ​ລະ​ຫວ່າງບັນດາ​ປະ​ເທດ​; ຮັບ​ມື​ຢ່າງ​ທັນ​ການ​ແລະມີ​ປະ​ສິດ​ທິ​ຜົນ​ຕໍ່​ສິ່ງ​ທ້າ​ທາຍ​​ທີ່​ນາບ​ຂູ່​​ສັນ​ຕິ​ພາບ, ຄວາມໝັ້ນຄົງ ແລະສະ​ຖຽມ​ລະ​ພາບ​ໃນ​ພາກ​ພື້ນ.

ທີ​ສອງ, ຊຸກ​ຍູ້​ການ​ເຊື່ອມ​​ໂຍງແລະ​ເຊື່ອມຕໍ່​​ໃນພາກ​ພື້ນ, ຍົກ​ສູງ​ຄວາມ​ສາ​ມາດປັບ​ຕົວ​ແລະ​ຄວາມ​ສາມາດ​ໃຊ້​ປະ​ໂຫຍ​ດຈາກ​ໂອ​ກາດ​​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳຄັ້ງ​ທີ​ສີ່. ຕາມນັ້​ນ, ເຊື່ອມ​ໂຍງເສດ​ຖ​ະ​ກິດ​ຢ່າງ​ເລິກ​ເຊິ່ງ ແລະ ເຊື່ອມ​ຕໍ່​ຢ່າງຮອບ​ດ້ານ; ຊຸກ​ຍູ້ການ​ເຕີບ​ໂຕ​ແບບ​ຍືນ​ຍົງແລະປົກ​ຄຸມທາງ​ດ້ານ​ເສດ​ຖະ​ກິດ, ການ​ເງິນແລະສັງ​ຄົມ ​ບົນ​ພື້ນ​ຖານການ​ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຄວາມ​​ຄິດ​ປະ​ດິດ​ສ້າງ ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ດິ​ຈິຕອນ ແລະ​ເຕັກ​ໂນ​ໂລ​ຊີ​ໃໝ່; ສືບ​ຕໍ່ຄວາມ​ພະ​ຍາ​ຍາມ​ໃນ​ການ​ຮັດ​ແຄບຊ່ອງ​ຫວ່າງ​ການ​ພັດ​ທະ​ນາ; ກໍ່​ສ້າງ​ແຫຼ່ງ​ຊັບພະຍາກອນ​ມະນຸດ​ທີ່​ມີຄຸນ​ນະ​ພາບ​ສູງ; ເພີ່ມ​ທະ​ວີ​ການ​ບໍ​ລິ​ການ​ສັງ​ຄົມ​​ເພື່ອຮັບ​ໃຊ້​ປະ​ຊາ​ຊົນແລະກຸ່ມ​ຄົນ​ທີ່​ດ້ອຍ​ໂອກາດ; ຫັນ​ການ​ບໍ​ລິ​ຫານລັດ​ໃຫ້​​ເປັນທັນ​ສະ​ໄໝ​; ​ສ້າງສະພາບ​ແວດ​ລ້ອມສີ​ຂຽວ...

ທີ​ສາມ, ສົ່ງ​ເສີມ​ຈິດ​ສຳນຶກປະ​ຊາ​ຄົມ ແລະເອ​ກະ​ລັກອາ​ຊຽນ. ສ້າງ​​ຄ່ານິຍົມ​ລວມ​ຂອງອາ​ຊຽນແລະເຜີຍ​ແຜ່​ຢ່າງກວ້າງ​ຂວາງ​ໃຫ້​​ປະ​ຊາ​ຊົນ, ສົ່ງ​ເສີມ​ການ​ຮັບ​ຮູ້​ແລະ​ການ​ຍອມຮັບ​ປະຊາ​ຄົມ​ອາ​ຊຽນ​ເປັນ​ເອກະ​ພາບ​, ​ເສີມ​ຂະຫຍາຍ​ພາບ​ພົດຂອງ​ປະ​ຊາ​ຄົມອາ​ຊຽນໃນ​ພາກ​ພື້ນ ແລະ ໃນ​ໂລກ.

ທີ​ສີ່, ສົ່ງ​ເສີມການຮ່ວມ​ມື​​ເພື່ອ​ສັນ​ຕິ​ພາບແລະການພັດ​ທະ​ນາ​ແບບ​ຍືນ​ຍົງ​ກັບບັນດາ​ປະເທດທົ່ວ​ໂລກ, ເສີມ​ຂະ​ຫຍາຍຖານະ​ບົດ​ບາດແລະການ​ປະ​ກອບ​ສ່ວນ​ຂອງອາ​ຊຽນ ໃນ​ປະ​ຊາ​ຄົມ​ສາ​ກົນ; ເປີດກວ້າງແລະຍົກ​ລະ​ດັບ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ທົ່ວ​ໂລກ, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກຳ​ນົດ​ໂຄງ​ປະ​ກອບ ແລະ ວາງເກນກຳນົດໃໝ່​ ຂອງ​ພາກ​ພື້ນແລະໂລກ.

ທີ​ຫ້າ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວແລະປະ​ສິດ​ທິຜົນການ​ດຳ​ເນີນ​ງານ​ຂອງ​ກົງ​ຈັກອາ​ຊຽນ. ປະ​ຕິ​ຮູບສະ​ຖາ​ບັນ​ແລະເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ການເຄື່ອນ​ໄຫວ​ຂອງ​ກົງ​ຈັກອາ​ຊຽນ; ດັດ​ປັບ, ປັບປຸງບູ​ລະ​ນະ, ຍົກ​ລະ​ດັບຂະ​ບວນການ​ແລະ​ມາດ​ຕະ​ຖານ​ໃນອາຊຽນ.

ເສີມ​ຂະ​ຫຍາຍ​ຈິດ​ໃຈ​ເປັ​ນ​ເຈົ້າ​ການ​ແລະຕັ້ງ​ໜ້າ​ ໃນ​ຖາ​ນະ​ເປັນ​ປະ​ທານອາ​ຊຽນປີ 2020

ໃນ​ວັນ​ທີ 6 ກໍ​ລະ​ກົດ 2020, ພາຍ​ໃຕ້​ການ​ເປັນ​ປະ​ທານຂອງ​ທ່ານນາ​ຍົກ​ລັກ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຝຸກ, ຫວຽດ​ນາມໄດ້​ຈັດ​ຕັ້ງ “ພິ​ທີ​ເປີດການ​ເປັນ​ປະ​ທານອາ​ຊຽນປີ 2020”, ເປີດ​ສາກ​ໃຫ້ມີ​ກອງ​ປະ​ຊຸມຫຼາຍຊຸດ​ພາຍ​ໃຕ້​ຂອບ​ອາ​ຊຽນ ກໍຄືອາ​ຊຽນກັບ​ບັນ​ດາ​ຄູ່​ຮ່ວມ​ມື​ ​ເຊິ່ງຈະ​ໄດ້​ຈັດຂຶ້ນ​ຕະຫຼອດ​ປີ 2020 ​​ໃນ​ຫຼາຍລະດັບ​ແຕກ​ຕ່າງ​ກັນ​ ແລະຢູ່ຫຼາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

ແຕ່​ວັນ​ທີ 9 ຫາ 10 ມັງ​ກອນ 2020, ກອງ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການທີ່ປຶກ​ສາດ້ານ​ຄວາມ​ສະ​ດວກ​ການ​ຄ້າ​ອາ​ຊຽນຄັ້ງ​ທີ 16 (ATF-JCC 16) ​ໄດ້​ຈັດ​ຂຶ້ນ​ທີ່ນະຄອນຮ່າ​ໂນ້ຍ. ນີ້​ແມ່ນກອງ​ປະ​ຊຸມ​ທຳ​ອິດ​ໃນປີ 2020 ພາຍ​ໃຕ້ຊ່ອງທາງ​ເສດ​ຖະ​ກິດ, ໂດຍກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ​​ເປັນ​ຜູ້ຮັບ​ຜິດ​ຊອບ. ນີ້ກໍແມ່ນ​ຄັ້ງ​ທຳ​ອິດທີ່ ຫວຽດນາມເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ ATF-JCC 16 ດ້ວຍ​ບົດ​ບາດ​ເປັນ​ປະ​ທານກອງ​ປະ​ຊຸມ. ຫວຽດ​ນາມໄດ້​ສະ​ແດງ​ຈິດ​ໃຈ​ເປັນ​ເຈົ້າ​ການ​ແລະຍືດຫຍຸ່ນໃນ​ການ​ປະ​ສານ​ງານກອງ​ປະຊຸມ, ຕັ້ງ​ໜ້າ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ທັດ​ສະ​ນະ​ຂອງ​ບັນ​ດາ​ປະ​ເທດອາ​ຊຽນ, ກອງເລ​ຂາອາ​ຊຽນ ກໍຄື​ບັນ​ດາ​ຄູ່​ຮ່ວມ​ມືແລະຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຂອງອາ​ຊຽນ; ​ຜ່ານ​ວາ​ລະ​ກອງ​ປະ​ຊຸມ; ທ້ອນໂຮມກະແສຄວາມຄິດເຫັນເພື່ອອອກ​ຂໍ້​ຕົກ​ລົງ​ຂອງກອງ​ປະ​ຊຸມ. ກອງ​ປະ​ຊຸມ ​ATF-JCC 16 ​ໄດ້​ສົນ​ທະ​ນາ​ບັນ​ດາ​ຄວາມ​ຄິດ​ລິ​ເລີ່ມແລະຂໍ້​ສະ​ເໜີ​ສະ​ເພາະ ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ບັນ​ດາ​ປະ​ເທດອາ​ຊຽນ ໃນ​ຂົງ​ເຂດ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ, ກະກຽມສຳລັບ​ການ​ທົບ​ທວນກາງ​ວາລະ​ອາ​ຊຽນກ່ຽວ​ກັບ​ເນື້ອ​ໃນນີ້ໃນປີ 2021.

ຕໍ່ຈາກນັ້ນ, ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຄັ້ງທຳອິດໃນປີ 2020 (SEOM 1/51) ທີ່​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຫາ 14 ມັງ​ກອນ 2020 ຢູ່​ນະຄອນ​ຮ່າ​ໂນ້ຍ. ບົນ​ພື້ນ​ຖາ​ນ​ຫົວ​ຂໍ້​ລວມ​ຂອງ​ປີອາ​ຊຽນ 2020 ແມ່ນ “ການເຊື່ອມ​ຕໍ່ແລະເປັນ​ເຈົ້າ​ການ​ໃນ​ການປັບ​ຕົວ”, ຫວຽດ​ນາມໄດ້​ສະ​ເໜີ 3 ທິດທາງ​ບຸລິ​ມະ​ສິດພາຍ​ໃຕ້​ເສົາ​ຄ້ຳ​ເສດ​ຖະ​ກິດອາ​ຊຽນໃນ​ປີ 2020, ລວມ​ມີ: 1- ຊຸກ​ຍູ້​ການ​ເຊື່ອມ​ໂຍງແລະເຊື່ອມ​ຕໍ່​ເສດ​ຖະ​ກິດ​ພາຍ​ໃນ​ອາ​ຊຽນ; 2- ສົ່ງເສີມການ​ພົວພັນ​ຄູ່​ຮ່ວມ​ມື​ເພື່ອ​ສັນຕິພາບ​ແລະ​ການ​ພັດທະນາ​ແບບ​ຍືນຍົງ; 3- ຍົກ​ສູງ​ຄວາມ​ສາ​ມາດ​ປັບ​ຕົວແລະປະ​ສິດ​ທິ​ຜົນ​ການເຄື່ອນ​ໄຫ​ວ​ຂອງອາ​ຊຽນ. ​ເພື່ອຜັນ​ຂະ​ຫຍາຍປະຕິບັດ​ຫົວ​ຂໍ້ແລະ​ບຸລິ​ມະ​ສິດ​ຂອງ​ປີອາ​ຊຽນ 2020, ຫວຽດ​ນາມ​ໄດ້ພັດທະນາຄວາມ​ຄິດ​ລິ​ເລີ່ມ, ຂໍ້ບຸລິ​ມະ​ສິດ ​ແລະ ​ແຜນການ​ຮ່ວມ​ມືສະ​ເພາະ 14 ປະການ ​ເພື່ອ​ສົນ​ທະ​ນາ, ປຶກ​ສາຫານ​ລື ແລະ ​ເປັນເອ​ກະ​ພາບ​ກັບ​ບັນ​ດາ​ປະ​ເທດອາ​ຊຽນ ທີ່ກອງ​ປະ​ຊຸມ SEOM 1/51. ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງຫວຽດ​ນາມ​ເພື່ອ​ຮັບ​ປະ​ກັນວ່າ​ ໃນ​ປີ 2020 ແລະ ຊຸມ​ປີ​ຕໍ່​ໄປ ອາ​ຊຽນ​ຈະ​ສືບ​ຕໍ່​ຮ່ວມ​ມື​​ໃນ​ການຊຸກ​ຍູ້​ຂະ​ບວນ​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດອາ​ຊຽນ ​ໃຫ້​ສອດຄ່ອງ​ກັບ​ກຳນົດ​ເວລາ​ທີ່​ຜູ້ນຳ​ອາ​ຊຽນ​ໄດ້​ກຳ​ນົດ​ໄວ້, ປັບ​ປຸງ​ທີ່​ຕັ້ງ​ໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ບັນ​ດາ​ຂອບ​ການ​ຮ່ວມ​ມື​ພາກ​ພື້ນແລະທົ່ວ​ໂລກ. ບັນ​ດາ​ປະ​ເທດອາ​ຊຽນໄດ້​ຕີ​ລາ​ຄາ​ສູງຕໍ່ຫວຽດ​ນາມ ​ໃນ​ການ​ສົ່ງ​ເສີມຄວາມ​ຄິດ​ລິ​ເລີ່ມຕ່າງໆ​ ໃນ​ປີອາ​ຊຽນ 2020 ແລະ ​ມີ​ການ​ປະກອບ​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ແນະ​ຫຼາຍ​ຢ່າງ ​ເພື່ອ​​ໃຫ້ຫວຽດ​ນາມ ສືບ​ຕໍ່ປັບປຸງ​ບູ​ລະ​ນະ​​ຄວາມ​ຄິດ​ລິ​ເລີ່ມນີ້​ ກ່ອນທີ່​ຈະ​ຍື່ນສະ​ເໜີ​ຕໍ່​ຂັ້ນ​ລັດ​ຖະ​ມົນ​ຕີ ​ເພື່ອ​ປຶກສາ​ຫາລື​ ແລະ ຮັບ​ຮອງ​​ເອົາຢ່າງ​ເປັນ​ທາງ​ການ.

ທ່າມກາງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄວິດ-19, ຫຼັງຈາກ​ການ​ປືກ​ສາຫາ​ລື​ກັບ​ຜູ້ນຳອາ​ຊຽນ​ແລ້ວ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຝຸກ ໄດ້​ອອກຖະ​ແຫຼງ​ການ​ປະ​ທານ ອາ​ຊຽນ ໃນ​ວັນ​ທີ 14 ກຸມ​ພາ 2020, ຢືນ​ຢັນ​ກ່ຽວ​ກັບ​ຄວາມ​ຕັດ​ສິນ​ໃຈ ແລະ ຄຳ​ໝັ້ນ​ສັນ​ຍາ​ການ​ເມືອງ​ລະ​ດັບ​ສູງ​ຂອງອາ​ຊຽນ ເພື່ອຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ. ສະ​ພາ​ປະ​ສານ​ງານອາ​ຊຽນ, ລວມ​ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອາ​ຊຽນ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງມິງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃນ​ວັນ​ທີ 20 ກຸມ​ພາ 2020 ເພື່ອ​ແລກ​ປ່ຽນ​ມາດ​ຕະ​ການ​ປະ​ສານ​ງານແລ​ະຮ່ວມ​ມື​ພາຍ​ໃນ​ອາ​ຊຽນ ​ແລະ ຄູ່ຮ່ວມ​ມື​​ ​ເພື່ອຮັບ​ມື​ກັບ​ການ​ລະ​ບາດຂອງ​ພະຍາດ​ໂຄ​ວິດ-19.

ຄວາມ​ເປັນ​ເຈົ້າ​ການ​ແລະ​ຄວາມ​ຍືດຫຍຸ່ນ​ໃນ​ບົດ​ບາດຂອງ​ປະ​ທານອາ​ຊຽນຂອງ​ຫວຽດນາມ ໄດ້​ສະ​ແດງ​ອອກຢ່າງ​ຈະ​ແຈ້ງ​ ໃນ​ການ​ຈັດ​ກອງ​ປະ​ຊຸມ​ອອນ​ໄລ​ ​ໃນສະພາບ​ການ​ທີ່​ມີ​ການ​ແຜ່​ລະ​ບາດຂອງ​ພະ​ຍາດໂຄວິດ-19. ກອງ​ປະ​ຊຸມສຸດ​ຍອດ​ພິ​ເສດອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດ​ຍອດ​ພິ​ເສດອາຊຽນ + 3 (ຈີນ, ຍີ່​ປຸ່ນ, ສ​.ເກົາຫຼີ) ກ່ຽວ​ກັບ​ການຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ດ້ວຍ​ຮູບ​ການ​ປະ​ຊຸມ​ອອນ​ໄລ​ໃນ​ວັນ​ທີ 14 ເມ​ສາ 2020 ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ພາ​ລະ​ບົດ​ບາດ​ອັນ​ຕັ້ງ​ໜ້າ ​ແລະເປັນ​ເຈົ້າ​ການ​ຂອງຫວຽດ​ນາມ​ ໃນ​ຖາ​ນະ​ເປັນ​ປະ​ທານອາ​ຊຽນປີ 2020, ຍົກ​ສູງ​ຈິດ​ໃຈ​ເຊື່ອມ​ຕໍ່ແລະເປັນ​ເຈົ້າ​ການ​ໃນ​ການປັບ​ຕົວ, ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ເປັນເອ​ກະພາບ​ຂອງ​ອາ​ຊຽນ, ສົ່ງ​ເສີມວິ​ທີ​ການ​ເຂົ້າ​ເຖິງ​ສັງ​ລວມ​ແລະຄົບ​ຊຸດ ລະ​ຫວ່າງ​ຂະ​ແໜງ​ການ, ລະ​ຫວ່າງ​ເສົາ​ຄ້ຳ​ຂອງ​ປະ​ຊາ​ຄົມອາ​ຊຽນທັງ​ໝົດ ກໍຄື​ການຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ການຄວບ​ຄຸມ, ປ້ອງ​ກັນ ​ແລະ ຫຼຸດ​ຜ່ອນ​​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ອາ​ຊຽນສືບ​ຕໍ່​ຮັກ​ສາ​ທ່ວງທ່າ​ການຮ່ວມ​ມື​ແລະເຊື່ອມ​ຕໍ່, ພາ​ໃຫ້​ອາ​ຊຽນຜ່ານ​ຜ່າ​ໄລ​ຍະທີ່​ຫຍຸ້ງ​ຍາກ​ແລະ​ທ້າ​ທາຍ. ກອງ​ປະ​ຊຸມ​ໄດ້​ຢືນ​ຢັນ​ວ່າ, ທັນທີ​ທີ່​ມີ​ການ​ແຜ່​ລະບາດ​ຂອງ​ພະຍາດໂຄວິດ-19, ​ໃນ​ຖານະ​ປະທານອາ​ຊຽນປີ 2020, ຫວຽດ​ນາມໄດ້​ເປັນ​ເຈົ້າ​ການ​ແລະຕັ້ງ​ໜ້າ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ, ຄວາມ​ເປັນເອ​ກະ​ພາຍ ແລະ ປະ​ສານ​​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງອາ​ຊຽນ ​ໃນ​ການຮັບ​ມື​ກັບ​ໂລກ​ລະ​ບາດ. ບັນ​ດາ​ກອງ​ປະ​ຊຸມ​ອອນ​ໄລ​ແມ່ນ​ມາດ​ຕະ​ການ​ທີ່​ຈຳ​ເປັນ ​​​ໂດຍ​ຖື​ເປັນ​ໂອ​ກາດ​ເພື່ອ​ໃຫ້ອາ​ຊຽນສະ​ແດງ​ຄວາມ​ພະ​ຍາ​ຍາມ​ພົ້ນ​ອອກ​ຈາກການລະບາດ​ຂອງ​ພະຍາດໂຄວິດ-19. ຜ່ານນັ້​ນ, ອາ​ຊຽນຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ ແລະ ການຕັດ​ສິນ​ໃຈ​ຢ່າງ​ແຂງ​ແຮງ​ຂອງອາ​ຊຽນ ແລະ ບັນ​ດາ​ປະ​ເທດອາ​ຊຽນ + 3 ໃນ​ການປ້ອງ​ກັນແລະຂະ​ຈັດ​​ໄພ​ອັນ​ຕະ​ລາຍ​ຂອງການ​ແຜ່​ລະບາດ​ຂອງ​ພະ​ຍາດ​ຕໍ່​ຊີ​ວິດ​ຂອງ​ປະ​ຊາ​ຊົນ, ​ເຮັ​ດ​ໃຫ້​ສະຖານະ​ການ​ທາງ​ເສດຖະກິດ​ສັງຄົມ ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກມີ​ສະຖຽນ​ລະ​ພາບ.

​ໃນ​ຖາ​ນະ​​ປະ​ທານອ​າ​ຊຽນປີ 2020, ຫວຽດ​ນາມໄດ້​ຈັດ​​ກອງ​ປະ​ຊຸມອອນ​ໄລ​ພິ​ເສດຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອາ​ຊຽນ - ສະຫະລັດ ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19 ໃນ​ວັນ​ທີ 23 ເມ​ສາ 2020. ​ເມື່ອສົນທະນາ​ສະຖານະ​ການການ​ແຜ່​ລະບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ ໄດ້​ສະ​ແດງ​ຄວາມ​ກັງວົນ​ ກ່ຽວກັບ​ການ​ແຜ່​ກະຈາ​ຍຢ່າງ​ສັບສົນ​ແລະໄວ​ວາ ຂອງ​ພະຍາດໂຄວິດ-19; ພ້ອມ​ກັນ​ນັ້ນ ​ກໍແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ພະຍາດຂອງ​ບັນດາປະ​ເທດ​ແລະພາກ​ພື້ນ. ບົນ​ພື້ນ​ຖານນັ້​ນ, ບັນ​ດາ​ປະ​ເທດກໍ​ໄດ້​​ແລກ​ປ່ຽນ ​ແລະ ເປັນ​ເອກ​ະ​ພາບ​ກັນ ​ກ່ຽວ​ກັບ​ທິດ​ທາງແລະມາດ​ຕະ​ການຄວບ​ຄຸມ ແລະ ສະກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງພະ​ຍາດໂຄວິດ-19, ຢືນ​ຢັນ​ວ່າ​ຈະ​ກຽມ​ຄວາມພ້ອມ​ທີ່​ຈະຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນແລະກັນ​ ໃນຫຼາຍ​ບັນ​ຫາ​ຂອງ​ພາກ​ພື້ນແລະສາ​ກົນ​. ບັນ​ດາ​ລັດ​ຖະ​ມົນ​ຕີໄດ້​​ເຫັນດີ​ຊຸກຍູ້​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ, ປະສົບ​ການ ​ແລະ​ການປະ​ສານງານ​ດ້ານ​ນະ​ໂຍ​ບາຍ ​ແລະ ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ​ດ້ານການ​ແພດ​ໃນ​ອະ​ນາ​ຄົດ; ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ​ຈະ​ຊ່ວຍ​ເຫຼືອພົນລະ​ເມືອງ​ທີ່​​ໄດ້ຮັບ​ຜົນ​ກະທົບ​ຈາກ​ພະ​ຍາດ​ໂຄວິດ-19 ແລະ ປະ​ສານການ​ດຳ​ເນີນງານ​ເພື່ອຫຼຸດ​ຜ່ອນ​ຜົນ​ກະ​ທົບທາງ​ເສດ​ຖະ​ກິດ-ສັງ​ຄົມ​ທີ່​ເກີດ​ຈາກ​ພະ​ຍາດ​ໂຄວິດ-19; ຢືນ​ຢັນ​ທີ່ຈະ​ຍູ້​ແຮງ​ຄວາມ​ພະ​ຍາ​ຍາມ​ໃນ​ການຫຼຸດ​ຜ່ອນ​ຜົນ​ກະ​ທົບ​ທາງ​ເສດ​ຖະ​ກິດ-ສັງ​ຄົມຈາກ​ການ​ແຜ່​ລະບາດ​ຂ​ອງ​ພະ​ຍາດ, ຮັບ​ປະ​ກັນຄວາມ​ໝັ້ນຄົງ​ດ້ານ​ລາ​ຄາ ​ແລະຮັກ​ສາ​ລະບົບ​ຕ່ອງ​ໂສ້ການ​ສະ​ໜອງ​​ໃນ​ພາກ​ພື້ນ ແລະທົ່ວ​ໂລກ, ໂດຍສະເພາະແມ່ນ ສິນຄ້າທີ່ຈຳເປັນ ແລະ​ ແລກ​ປ່ຽນ​ມາດ​ຕະການ​ຟື້ນ​ຟູ​ເສດຖະກິດ​ໄລຍະ​ຍາວ... ກອງ​ປະ​ຊຸມ​ໄດ້​ເນັ້ນ​ໜັກ​ວ່າ, ໃນ​ສະ​ພາບ​ການ​ບັນ​ດາ​ປະ​ເທດກຳ​ລັງ​ສຸມ​ໃສ່​​ຄວາມ​ມາ​ນະພະ​ຍາ​ຍາມແລະ​ແຫຼ່ງກຳ​ລັງຂອງ​ຕົນ​ເຂົ້າ​ໃນ​ການຕ້ານ​ພະ​ຍາດ, ຈຳ​ເປັນຕ້ອງ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ພາກ​ພື້​ນ​ ໂດຍ​ອີງ​ໃສ່​ກົດ​ລະບຽບ, ຮັບ​ປະ​ກັນຄວາມສະຫງົບ, ສະ​ຖຽມ​ລະ​ພາບ, ຄວາມໝັ້ນຄົງ ແລະ ເຄົາ​ລົບ​ນັບ​ຖື​ກົດ​ໝາຍ​​ໃນ​ພາກ​ພື້ນ. ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ຈຳ​ເປັນຕ້ອງ​​ເພີ່ມ​ທະ​ວີ​ຄວາມ​ໄວ້​ວາງ​ໃຈ ແລະຄວາມ​ໂປ່ງ​ໃສ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ຫຼີກ​ລ່ຽງ​ທຸກໆ​ການ​ກະ​ທຳ​ທີ່​ເຮັດ​ໃຫ້​ສະຖານະການ​ສັບ​ສົນ​ຂຶ້ນຕື່ມ.

ຕໍ່​ຈາກນັ້ນ, ກອງ​ປະ​ຊຸມອອນ​ໄລ​ຂອງ​ຄະນະ​ເຮັດ​ວຽກ​ເຈົ້າ​ໜ້າທີ່ອາວຸ​ໂສດ້ານ​ການ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ (ADSOM WG) ​​ໄດ້ຈັດ​ຂຶ້ນ​ທີ່ນະຄອນຮ່າ​ໂນ້ຍ ໃນ​ວັນ​ທີ 12 ພຶດ​ສະ​ພາ 2020. ທີ່ກອງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງບັນ​ດາ​ປະ​ເທດອາ​ຊຽນ ໄດ້​ເຫັນ​ດີ​ວ່າ, ເຖິງວ່າການ​ລະ​ບາດ​ຂອງ​ພະຍາດໂຄວິດ-19 ຈະຜັນ​ແປ​ຢ່າງ​ໃດ​ກໍ່​ຕາມ, ແຕ່​ການ​ຮ່ວມ​ມືອາ​ຊຽນເວົ້າ​ລວມ ແລະ ການ​ຮ່ວມ​ມື​ທາງ​ດ້ານ​ການປ້ອງ​ກັນ​ປະ​ເທດອາ​ຊຽນເວົ້າ​ສະ​ເພາະ ກໍຍັງ​ຈະ​ໄດ້​ສືບ​ຕໍ່. ບັນ​ດາ​ໂຄງ​ການ, ແຜນ​ການ​ຂອງກອງ​ປະ​ຊຸມການ​ທະ​ຫານ, ການປ້ອງ​ກັນ​ປະ​ເທດອາ​ຊຽນ ໂດຍຫວຽດ​ນາມເປັນ​ປະ​ທານ​ຈັດ​ຕັ້ງ​ໃນ​ປີ 2020 ກໍຈະ​ສືບ​ຕໍ່​ໄດ້​ຈັດ​ຕັ້ງ.

ໃນ​ສະ​ພາບ​ການ​ທີ່ຂ້ອນ​ຂ້າງ​ພິ​ເສດ ​ເມື່ອ​ການ​ລະ​ບາດຂອງ​ພະຍາດ​ໂຄວິດ-19 ແຜ່ກະຈາຍ​ໄປ​ທົ່ວ​ໂລກ, ສົ່ງ​ຜົນກະທົບ​ທາງ​ລົບ​ຕໍ່​ທຸກໆ​ດ້​ານເສດ​ຖະ​ກິດ, ສັງ​ຄົມ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ທຸກ​ປະ​ເທດແລະປະ​ຊາ​ຊົນ, ໃນ​ນັ້ນ​ມີ​ບັນ​ດາ​ປະ​ເທດອາ​ຊຽນເວົ້າ​ລວມ ແລະການ​ເປັນ​ປະ​ທານອາ​ຊຽນປີ 2020 ຂອງຫວຽດ​ນາມເວົ້າ​ສະ​ເພາະ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ​, ບັນ​ດາສິ່ງ​ທ້າ​ທາຍ​ດັ່ງກ່າວ​ແມ່ນກາລະໂອ​ກາດ​ເພື່ອ​ໃຫ້ຫວຽດ​ນາມສືບ​ຕໍ່ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ປະ​ທານອາ​ຊຽນປີ 2020, ​ເຊິ່ງສະ​ແດງອອກ​ຜ່ານ​ຄວາມ​ຈິງ​ທີ່​ວ່າ ພວກ​ເຮົາ​ໄດ້​ຈັດ​ບັນດາກອງ​ປະຊຸມ​ອອນ​ໄລຢ່າງ​ເປັນ​ເຈົ້າ​ການ​ແລະ​ທັນ​ເວລາ​ໃນ​ອາ​ຊຽນ ​ແລະ ກັບ​ຄູ່​ຮ່ວມງານ​ ກ່ຽວ​ກັບ​ການ​ປ້ອງ​ກັນແລະຕ້ານ​ພະ​ຍາດໂຄວິດ-19, ສະ​ເໜີ​ຂໍ້​ລິ​ເລີ່ມ​​​ທີ່​ມີ​ຄຸນ​ຄ່າຫຼາຍ​ຢ່າງ, ຄື​ກັນ​ກັບ​ຫົວ​ຂໍ້ຂອງ​ປີ 2020 “ການເຊື່ອມ​ຕໍ່ແລະເປັນ​ເຈົ້າ​ການ​ໃນການ​ປັບ​ຕົວ”. ຄຽງ​ຄູ່​ກັນ​ນັ້​ນ, ເພື່ອ​ກະ​ກຽມ​ໃຫ້​ແກ່​ກອງ​ປະ​ຊຸມ​ສຸດ​ຍອດອາ​ຊຽນຄັ້ງ​ທີ 36 ທີ່​ຈະ​ຈັດຂຶ້ນ​ໃນ​ທ້າຍເດືອນມິຖຸ​ນາ 2020, ຫວຽດ​ນາມໄດ້​ຜັນ​ຂະ​ຫຍາຍ, ດັດ​ແປງ, ປັບ​ປຸງ ການເຄື່ອນ​ໄຫວ​ແລະຄວາມ​ຄິດ​ລິ​ເລີ່ມ​ ໃນ​ຂອບຂອງ​ການ​ເປັນ​ປະ​ທານອາ​ຊຽນປີ 2020 ພາຍ​ໃຕ້​ຜົນ​ກະ​ທົບ​ຂອງການ​ລະ​ບາດຂອງ​ພະຍາດໂຄ​ວິດ-19. ມາ​ຮອດ​ປະ​ຈຸ​ບັນ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ໄດ້​ຍູ້​ແຮງ​ຄວາມ​ຄືບ​ໜ້າແລະສຳ​ເລັດ​ໂດຍ​ພື້ນ​ຖານ​ ບັນ​ດາ​ເອ​ກະ​ສານ​ແລະມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ ເພື່ອ​ໃຫ້​ບັນ​ດາ​ປະ​ເທດອາ​ຊຽນປະກອບ​ຄຳ​ເຫັນ, ຫຼັງ​ຈາກ​ນັ້ນ ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ປະ​ສານ​ງານອາ​ຊຽນ (ACC). ໃນ​​ແຜນ​ການ​ຈັດກອງ​ປະ​ຊຸ​ມສຸດ​ຍອດ​ທີ່​ຈະ​ມາ​ເຖິງ, ຫວຽດ​ນາມຈະສະ​ເໜີ​ແນະ​ມາດ​ຕະ​ການຕ່າງໆ ​ເພື່ອ​ປັບ​ແຜນ​ການ​​ເຮັດວຽກ​​ໃນ​ຂົງ​ເຂດ​ທີ່​ຮັບ​ຜິດ​ຊອບ​ໃຫ້​ເໝາະ​ສົມ​ກັບ​ສະ​ຖານະ​ການ​ໃໝ່, ​ເປັນ​ຕົ້ນ​ແມ່ນ​ ແຜນ​ງານ​ສະ​ເພາະ​ໃນ​ການຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ຕ່າງໆ ​ເພື່ອ​ຮັບປະກັນ​ການຈັດ​ຕັ້ງ​ປະຕິບັດຂໍ້ລິເລີ່ມຂອງການ​ເປັນປະທານອາຊຽນປີ 2020 ແລະເສັ້ນ​ທາງ​ພັດ​ທະ​ນາອາ​ຊຽນໃນ​ວິ​ໄສ​ທັດ 2025 ແລະ ຍຸດ​ທະ​ສາດ​ໄລ​ຍະຍາວ.

​​ການເປັນ​ປະ​ທານອາ​ຊຽນ​ໃນປີ 2020 ​ມີສິ່ງທ້າ​ທາຍໃໝ່ຫຼາຍ​ຢ່າງ, ແຕ່ກໍເປັນ​ໂອ​ກາດ​ທທີ່​ດີສຳລັບ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຂອງຫວຽດ​ນາມ. ດ້ວຍ​ຄວາມ​ຕັດ​ສິນ​ໃຈແລະການ​ກະ​ກຽມ​ຢ່າງ​ລະ​ອຽ​ດ​ຖີ່​ຖ້ວນ, ຫວຽດ​ນາມເຊື່ອ​ໝັ້ນ​ວ່າ​ ຈະ​ສຳ​ເລັດ​ຢ່າງ​ດີ​ເດັ່ນ​ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດປີ 2020. ໃນ​ນັ້ນ, ປີ 2020 ຈະ​ສ້າງສິ່ງ​ປະ​ທັບ​ໃຈ​ຂອງຫວຽດ​ນາມ ໃນ​ຄວາມ​ພະ​ຍາ​ຍາມກໍ່​ສ້າງອາ​ຊຽນທີ່​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ, ​ເປັນເອ​ກະ​ພາບ, ສັນ​ຕິ​ພາບ ​ແລະ ວັດ​ທະ​ນາ​ຖາ​ວອນ./.

----------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 944 (​ເດືອນມິຖຸ​ນາ 2020)