ວກ. - ສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບຖືກ​ຕີ​ລາ​ຄາວ່າ​ເປັນ​ສັນ​ຍາການ​ຄ້າ​ເສລີ​ຮຸ້ນ​ໃໝ່​ທີ່ຮອບ​ດ້ານ, ຄຸນ​ນະ​ພາບ​ສູງ, ມີ​ຂອບ​ເຂດ​ການ​ເປີດ​ເສ​ລີ​ຢ່າງກວ້າງ​ຂວາງ. ດັ່ງ​ນັ້ນ, ​ການ​ຄົ້ນ​ຄວ້າ​ວິ​ເຄາະແລະພະຍາກອນ​ບາງ​ຢ່າງ ​ກ່ຽວ​ກັບ​ແງ່​ຫວັງ​ການ​ແລກ​ປ່ຽນ​ການ​ຄ້າ ແລະຄວາມ​ດຶງ​ດູດ​​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຂອງຫວຽດ​ນາມ ​ເມື່ອ​ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບມີ​ຜົນ​ບັງຄັບ​ໃຊ້ ​ໄດ້ໃຫ້​ຮູ້​ວ່າ, ​ການ​ເຂົ້າ​ຮ່ວມສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບຈະ​ສົ່ງ​ຜົນ​ກະ​ທົບທີ່​ຕັ້ງ​ໜ້າ​ເຖິງ​ການ​ເຕີບ​ໂຕທາງ​ການ​ຄ້າ ແລະການ​ພັດ​ທະ​ນາ​ຕະຫຼາດ​ສົ່ງ​ອອກ-ນຳ​ເຂົ້າ, ຊຸກ​ຍູ້​ຄວາມຫຼາກຫຼາຍ ແລະສ້າງ​ໂຄງ​ປະ​ກອບ​ຕະຫຼ​າດ​ສົ່ງ​ອອກ-ນຳ​ເຂົ້າ​ຄືນ​ໃໝ່​ ຕາມ​ທິດ​ສົມ​ດຸນກວ່າ​ເກົ່າ, ເປີດ​ໂອ​ກາດ​ທີ່​ດີ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ. ​ແຕ່ນອກຈາກນັ້ນ, ຍັງມີຂໍ້ກຳ ນົດທີ່ເຂັ້ມງວດຈາກອຸປະສັກທີ່ບໍ່ແມ່ນພາສີ, ສິ່ງກີດຂວາງທາງເຕັກນິກ, ຂໍ້ກຳນົດ​ແຫຼ່ງກຳເນີດສິນຄ້າ…ສຳລັບສິນຄ້າສົ່ງອອກຂອງຫວຽດນາມ.

ທ່ານຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ເປັນສັກຂີພິຍານໃນພິທີເຊັນສັນຍາປົກປ້ອງການລົງທຶນ ລະຫວ່າງຫວຽດນາມ ແລະສະຫະພາບເອີຣົບ _ ພາບ: TTXVN

ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍຂອງສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ

ພາຍຫຼັງການເຈລະຈາແລະທົບທວນກົດໝາຍເປັນເວລາຫຼາຍປີ, ເຖິງວັນ​ທີ 17 ຕຸ​ລາ 2018, ຄະ​ນະ​ກຳ​ມາ​ທິການ​ເອີ​ຣົບ (EC) ໄດ້​ຮັບ​ຮອງ​ເອົາ​ສັນ​ຍາການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ແລະ ​ວັນ​ທີ 30 ມິຖຸ​ນາ 2019, ຜູ້​ຕາງ​ໜ້າ​ຂອງຫວຽດ​ນາມ ແລະ ອີ​ຢູ ໄດ້​ລົງ​ນາມ​ໃນ​ສັນ​ຍາ​​ນີ້​ຢ່າງ​ເປັນ​ທາງ​ການ. ເຖິງວັນ​ທີ 12 ກຸມ​ພາ 2020, ລັດຖະສະ​ພາເອີ​ຣົບ (EP) ໄດ້​ອະ​ນຸ​ມັດ​ຜ່ານ​ຢ່າງ​ເປັນ​ທາງ​ການ ​ແລະ ວັນ​ທີ 8 ມິຖຸ​ນາ 2020 ສະ​ພາ​ແຫ່ງ​ຊາດຫວຽດ​ດ​ນາມ​ໄດ້ຮັບ​ຮອງ​ເອົາສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບຢ່າງ​ເປັນ​ທາງ​ການ. ພາຍຫຼັງສອງຝ່າຍດຳ​ເນີນຂັ້ນຕອນການແຈ້ງການຕາມທີ່ໄດ້ກຳນົດສຳເລັດ​ແລ້ວ, ສັນຍາຈະ​ມີຜົນບັງຄັບໃຊ້ກັບທັງສະຫະພາບ​ເອີຣົບແລະຫວຽດນາມ (ຄາດ​ວ່າ​ແຕ່​ເດືອນກໍລະກົດປີ 2020). ສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບປະກອບ​ມີ 17 ໝວດ, ອະນຸ​ສັນ​ຍາ 2 ສະ​ບັບ ແລະ ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຈຳ​ນວນ​ໜຶ່ງ​ທີ່​ມີ​ເນື້ອ​ໃນ​ຕົ້ນ​ຕໍ່​ດັ່ງ​ລຸ່ມນີ້:

ກ່ຽວ​ກັບ​ການ​ຄ້າ​ສິນ​ຄ້າ, ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ຈະ​​ຍົກ​ເລິກພາ​ສີການ​ສົ່ງ​ອອກ​ນຳ​ເຂົ້າຫຼາຍ​ກວ່າ 99% ​ ສຳລັບ​ສິນ​ຄ້າທີ່​ຊື້​ຂາຍລະ​ຫວ່າງ​ສອງ​ຝ່າຍ. ຕາມນັ້​ນ, ຫວຽດ​ນາມຈະຍົກ​ເລີກ​ພາ​ສີນຳ​ເຂົ້າ 65% ຂອງ​ການ​ສົ່ງ​ອອກ​ຂອງສະຫະພາບ​ເອີຣົບທັນທີ​ທີ່​ສັນຍາ​ມີ​ຜົນບັງຄັບ​ໃຊ້, ສ່ວນ​ທີ່​ເຫຼືອ​ຈະ​ຖືກ​ລົດ​ລົງ​ເທື່ອ​ລະ​ກ້າວ​ໃນ​ໄລ​ຍະ​ເວ​ລາ​ 10 ປີ. ໃນ​ຂະ​ນະນັ້ນ, ສະຫະພາບ​ເອີຣົບຈະ​ຍົກ​ເວັ້ນ​ພາ​ສີ​ສຳ​ລັ​ບ 71% ຂອງ​ສິນ​ຄ້າ​ນຳ​ເຂົ້າ​ຈາກ ຫວຽດ​ນາມ ເມື່ອສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບມີຜົນບັງຄັບ​ໃຊ້ ແລະ ອັດ​ຕາ​ສ່ວນນີ້​ຈະ​ເພີ່ມ​ຂຶ້ນຫຼາຍກວ່າ 99% ໃນ 7 ປີ​ຂ້າງ​ໜ້າ(1).

ຄຳໝັ້ນສັນຍາກ່ຽວກັບອຸປະສັກທີ່ບໍ່ແມ່ນພາສີ ​ໄດ້ກຳ​ນົດ​ໄວ້​ຢ່າງ​ລະ​ອຽດ: ອຸປະສັກດ້ານເຕັກນິກຕໍ່ການຄ້າ (TBT): 1- ສອງ​ຝ່າຍ​ຕົກ​ລົງ​ກັນ​ຈະ​ເພີ່ມ​ທະ​ວີ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຂອງ​ສັນ​ຍາ​ກ່ຽວ​ກັບອຸປະສັກ​​ດ້ານ​ເຕັກ​ນິກ​ຕໍ່​ການ​ຄ້າ​ຂອງ​ອົງ​ການ​ການ​ຄ້າ​ໂລກ (WTO), ໃນ​ນັ້​ນຫວຽດ​ນາມໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເພີ່ມ​ທະ​ວີການ​ນຳ​ໃຊ້ບັນ​ດາ​ມາດ​ຕະ​ຖານ​ສາ​ກົນ​ໃນ​ການ​ປະ​ກາດ​ໃຊ້​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ TBT ຂອງ​ຕົນ; 2- ສັນຍາ​ດັ່ງກ່າວ​ມີ​ພາກ​ຜະໜວກ​ຂອງ​ຕົນ​ເອງ​ກ່ຽວກັບອຸປະສັກທີ່ບໍ່ແມ່ນພາສີຕໍ່ຂະແໜງລົດໂອ​ໂຕ, ໃນນັ້ນ ຫວຽດ​ນາມໃຫ້​ຄຳ​ໝັ້​ນທີ່​ຈະ​ຍອມຮັບການ​ຮັບຮອງ​ຄວາມ​ສອດຄ່ອງ​ທາງ​ເຕັກ​ນິກຂອງ​ລົດ​ໂອ​ໂຕ​ ຂອງ​ສະຫະພາບ​ເອີຣົບທັງ​ໝົດ ຕາມ​ຫຼັກ​ການ​ຂອງ​ສັນ​ຍາ UNECE 1958 (ສັນ​ຍາ​ໃນ​ຂອບ​ເຂດ​ຂອງ​ເວ​ທີ​ປາ​ໄສ​ໂລກວ່າ​ດ້ວຍ​ການ​ປະສານ​ກັນ​ຂອງ​ກົດ​ຂໍ້​ບັງຄັບສຳລັບຍານຍົນ) ພາຍຫຼັງ 5 ປີ​ນັບ​ແຕ່​ເມື່ອສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ​ມີ​ຜົນ​ບັງ​ຄັບ​ໃຊ້; 3- ຫວຽດ​ນາມໃຫ້​ຄຳ​ໝັ້ນ​ສັນ​ຍາຮັບ​ຮອງ​ເອົາ​ສະ​ແຕມ​​ແຫຼ່ງກຳ​ເນີດ “ຜະ​ລິດ​ທີ່ອີ​ຢູ” (Made in EU) ສຳລັບຜະລິດຕະພັນທີ່ບໍ່ແມ່ນກະສິກຳ (ຍົກເວັ້ນຢາ); ພ້ອມ​ທັງ, ຮັບ​ຮອງ​ເອົາ​ສະ​ແຕມແຫຼ່ງ​ກຳ​ເນີດສະ​ເພາະ​ໃນ​ບາງ​ປະ​ເທດອີ​ຢູ.

ສຳ​ລັບ​ມາດ​ຕະ​ການ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ ແລະ ການກັກ​ກັນພືດແລະສັດ (SPS): ຫວຽດ​ນາມແລະອີ​ຢູບັນ​ລຸ​​ຂໍ້​ຕົກ​ລົງ​ກ່ຽວ​ກັບຫຼາຍຫຼັກ​ການ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ການຄ້າຂາຍຜະລິດຕະພັນພືດແລະສັດ​. ພິ​ເສດ, ສຳ​ລັບ​ສິນ​ຄ້າ​ສົ່ງ​ອອກ-ນຳ​ເຂົ້າ​ຂອງຫວຽດ​ນາມ, ອົງການ​ຄຸ້ມ​ຄອງຂອງຝ່າຍ​ອີ​ຢູ​ແມ່ນ​ອົງ​ການ​ທີ່​ມີ​ສິດ​ອຳ​ນາດ​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກອີ​ຢູ (ບ່ອນທີ່ສິນ​ຄ້າຂອງຫວຽດ​ນາມ​ຖືກສົ່ງອອກ​ແລະນຳ​ເຂົ້າ), ບໍ່​ແມ່ນ​ອົງ​ການ​ຮ່ວມ​ກັນລດັບ​ສະ​ຫະພາບ​ຂອງອີ​ຢູ.

ສຳ​ລັບມາດ​ຕະ​ການທີ່ບໍ່​ແມ່ນ​ພາ​ສີ​ອື່ນໆ: ສັນ​ຍາດັ່ງກ່າວ​ຍັງລວມທັງ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການຫຼຸດກຳ​ແພງ​ພາ​ສີ​ອື່ນໆ (ຕົວ​ຢ່າງວ່າ ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບການ​ໃຫ້​ອາ​ນຸ​ຍາດ​ສົ່ງ​ອອກ/ນຳ​ເຂົ້າ, ພິທີການສຸລະກາກອນ...) ແນ​ໃສ່​ອຳນວຍຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫ​ວ​ສົ່ງ​ອອກ-ນຳ​ເຂົ້າ​ລະ​ຫວ່າງ​ສອງ​ຝ່າຍ(2).

ກ່ຽວ​ກັບ​ການ​ຄ້າ​ບໍ​ລິ​ການ ແລະ ການ​ລົງ​ທຶນ, ຄຳ​ໝັ້ນ​ສັນ​ຍາ​ຂອງຫວຽດ​ນາມແລະຂອງອີ​ຢູ ແນ​ໃສ່​ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງການ​ລົງ​ທຶນ​ທີ່​ມີ​ຄວາມ​ເປີດ​ກ້​ວາງ, ສະ​ດວກ​ດີ​ ໃຫ້​ແກ່​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ສອງ​ຝ່າຍ. ສຳ​ລັບຫວຽດ​ນາມ, ​ຄຳ​ໝັ້​ນ​ສັນ​ຍາ​ເປີດ​ປະ​ຕູ​ ໃນສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ​ແມ່ນກວ້າງ​ຂວາງກວ່າແລະເລິກ​ເຊິ່ງກວ່າທຽບ​ກັບ WTO. ໃນ​ຂະ​ນະ​ນັ້ນ, ຄຳ​ໝັ້ນ​ສັນ​ຍາ​ຂອງອີ​ຢູ ໃນ ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ​ແມ່ນສູງກວ່າ​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ກຸ່ມ​ໃນ WTO ແລະທຽບເທົ່າ​ກັບ​ລະ​ດັບ​ສຸງ​ສຸດ ​ຂອງຄຳ​ໝັ້​ນ​ສັນ​ຍາຂອງອີ​ຢູ ທີ່​​ໄດ້​ກຳ​ນົດ​ໄວ້ໃນ​​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ​ຜ່ານ​ມາ​ທີ່​ກຸ່ມ​ດັ່ງ​ກ່າວ​ໄດ້​ລົງ​ນາມ. ບັນ​ດາ​ຂົງ​ເຂດ​ທີ່​ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້ບັນ​ດາ​ນັກ​ລົງ​ທຶນອີ​ຢູ ລວມ​ມີ​ບັນດາ​ບໍ​ລິ​ການສະ​ເພາະ(3), ການ​ບໍ​ລິ​ການ​ດ້ານ​ການ​ເງິນ, ການ​ບໍ​ລິ​ການ​ດ້ານ​ໂທ​ລະ​ຄົມ​ມະ​ນາ​ຄົມ, ການ​ບໍ​ລິ​ການ​ຂົນ​ສົ່ງ, ການ​ບໍ​ລິ​ການ​ແຈກ​ຢາຍ. ສອງ​ຝ່າຍຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ປະ​ພຶດ​ຕໍ່ຊາດ​ໃນ​ດ້ານ​ການລົງ​ທຶນ; ພ້ອມ​ທັງ​ປຶກ​ສາ​ຫາ​ລື​ເນື້​ອ​ໃນ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ລະ​ຫວ່າງ​ນັກ​ລົງ​ທຶນ ແລະລັດ​ຖະ​ບານ(4).

 ກ່ຽວ​ກັບ​ການຈັດ​ຊື້ຂອງ​ລັດ​ຖະ​ບານ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ເນື້ອ​ໃນທີ່​ເທົ່າ​ທຽມ​ກັນ ​ຂອງ​ສັນ​ຍາ​ວ່າ​ດ້ວຍ​ການ​ຈັດ​ຊື້ຂອງ​ລັດ​ຖະ​ບານຂ​ອງ WTO ໃນສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ, ໂດຍ​ມີ​ພັນ​ທະຈຳ​ນວນ​ໜຶ່ງ​ເຊັ່ນ, ການ​ປະ​ມູນ​ທາງ​ອິນ​ເຕີ​ເນັດ, ການ​ສ້າງ​ຕັ້ງປະ​ຕູ​ອີ​ເລັກ​ໂທ​ຣ​ນິກ​ເພື່ອ​ແຈ້ງ​ຂໍ້​ມູນ​ການ​ປະ​ມູນ. ຫວຽດ​ນາມ​ໄດ້​​ສ້າງແຜນ​ການ​ເພື່ອປະ​ຕິ​ບັດ. ອີ​ຢູກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ເຕັກ​ນິກ​ໃຫ້​ແກ່ຫວຽດ​ນາມ​ ເພື່ອ​ປະ​ຕິ​ບັດ​ພັນ​ທະ​ດັ່ງ​ກ່າວ. ນອກ​ຈາກນັ້ນ, ຫວຽດ​ນາມຂໍສະ​ຫງວນສິດ​​ທີ່ຈະກຳນົດອັດຕາສ່ວນທີ່ແນ່ນອນຂອງມູນຄ່າຊອງປະມູນ​ໃນ​ໄລຍະ​ໜຶ່ງ ສຳລັບຜູ້ຮັບເໝົາ, ສິນຄ້າ, ການບໍລິການ ແລະ​ແຮງ​ງານ​ພາຍ​ໃນ​ປະ​ເທດ(5).

ກ່ຽວ​ກັບ​​ຊັບ​ສິນ​ທາງ​ບັນ​ຍາ, ສ່ວນ​ຊັບ​ສິນ​ທາງ​ບັນ​ຍາ​ໃນ ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ລວມ​ມີ​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ກ່ຽວ​ກັບ​ລິ​ຂະ​ສິດ, ການປະດິດສ້າງ, ສິດທິບັດ, ຄຳໝັ້ນສັນຍາທີ່ກ່ຽວຂ້ອງກັບຢາແລະການບົ່ງຊີ້ທາງພູມສາດ,...​ໂດຍ​ລະ​ດັບ​ການປົກ​ປ້ອງ​ສູງກວ່າ​ເມື່ອ​ທຽບ​ກັບ WTO. ໂດຍ​ພື້ນ​ຖານ​ແລ້ວ, ​ລະ​ດັບ​ຄຳ​ໝັ້​ນ​ສັນ​ຍາດັ່ງກ່າວ ແມ່ນສອດຄ່ອງກັບຂໍ້ກຳນົດຂອງກົດໝາຍຫວຽດນາມໃນປະຈຸບັນ. ​ລະ​ອຽດ​ຄື: 1- ກ່ຽວ​ກັບຕົວ​ບົ່ງ​ຊີ້​ທາງ​ພູມ​ສາດ, ເມື່ອ​ສັນ​ຍາ​ມີ​ຜົນ​ບັງ​ຄັບ​ໃຊ້, ຫວຽດນາມໃຫ້ຄຳໝັ້ນ ສັນຍາປົກປ້ອງ 169 ຕົວບົ່ງຊີ້ທາງພູມສາດຂອງອີ​ຢູ ແລະ ອີ​ຢູ​ຈະ​ປົກ​ປ້ອງ 39 ຕົວ​ບົ່ງຊີ້​ທາງພູມ​ສາດ​ຂອງຫວຽດ​ນາມ. ບັນ​ດາ​ຕົວບົ່ງ​ຊີ້ທາງ​ພູມ​ສາດ​ຂອງຫວຽດ​ນາມລ້ວນ​ແຕ່​ພົວ​ພັນ​ເຖິງ​ຜະ​ລິດ​ຕະ​ພັນ​ກະ​ເສດ ແລະອາ​ຫານ. 2- ກ່ຽວ​ກັບ​ເຄື່ອງ​ໝາຍ​ການ​ຄ້າ, ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ນຳ​ໃຊ້​ລະ​ບຽບ​ການ​ລົງ​ທະ​ບຽນ​ທີ່ເໝາະສົມ, ໂປ່ງ​ໃສ, ລວມ​ທັງ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ຣ​ນິກ ກ່ຽວ​ກັບ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ໄດ້​ປະ​ກາດ ແລະ ເຄື່ອງ​ໝາຍ​ການ​ຄ້າ​ທີ່​ໄດ້​ລົງ​ທະ​ບຽນ ​ເພື່ອ​​ໃຫ້​ສາທາລະນະຊົນ​ເຂົ້າ​ເຖິງ; ພ້ອມ​ທັງ​ໃຫ້​ອາ​ນຸ​ຍາດຢຸດ​ຕິ​ຄວາມ​ຖືກຕ້ອງ​ຂອງເຄື່ອງ​ໝາຍ​ການ​ຄ້າ​ທີ່​ໄດ້​ຈົດ​ທະ​ບຽນ ​ເຊິ່ງບໍ່​ໄດ້​ໃຊ້ຫຼື​ໃຊ້​ຜິດ​ຈຸດ​ປະ​ສົງພາຍ​ໃນ 5 ປີ(6).

ນອກຈາກການໃຫ້ໂອກາດທາງເສດຖະກິດທີ່ສຳຄັນແລ້ວ, ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບຍັງໄດ້​ຮັບ​ປະ​ກັນ​ວ່າ ການ​ຄ້າ, ການ​ລົງ​ທຶນ ແລະ ເປົ້າ​ໝາຍ​ການພັດ​ທະ​ນາ​ແບບ​ຍືນ​ຍົງ ​ຍາມ​ໃດ​ກໍ່​ໄປ​ຄຽງ​ຄູ່​ກັນ, ດ້ວຍ​ການ​ສ້າງ​ບັນ​ດາ​ມາດ​ຕະ​ຖານ​ສູງ​ສຸດ​ກ່ຽວ​ກັບ​ການ​ປົກ​ປ້ອງ​ແຮງ​ງານ, ຄວາມ​ປອດ​ໄພ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ຜູ້​ບໍ​ລິ​ໂພກ. ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ຝ່າຍ​​ໃຫ້​ຄຳ​ໝັ້​ນ​ສັນ​ຍາຈະເຄົາ​ລົບແລະປະ​ຕິ​ບັດຕາມ​ບັນດາ​ຫຼັກການ​ຂອງອົງ​ການ​ແຮງ​ງານ​ສາ​ກົນ (ILO) ທີ່​ກ່ຽວຂ້ອງ​ກັບ​ບັນ​ດາ​ສິດ​ທິຂັ້ນພື້ນ​ຖານ​ໃນ​ບ່ອນ​ເຮັດ​ວຽກ; ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ກ່​ຽວ​ກັບ​ສິ່ງ​ແວດ​ລ້ອມ​ສາ​ກົນ, ການ​ສະ​ຫງວນ ແລະຄຸ້ມ​ຄອງ​ສັດ​ປ່າ, ຄວາມຫຼາກຫຼາຍ​ທາງຊີ​ວະພາບ, ການ​ປ່າ​ໄມ້ ແລະການ​ປະມົງແບບ​ຍືນ​ຍົງ(9).

ສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສ​ະ​ຫະ​ພາບເອີ​ຣົບ ກໍ່​ລວມ​ມີ​ບັນ​ດາ​ໝວດ​ທີ່​ພົວ​ພັນ​ເຖິງກ​າ​ນ​ຮ່ວມ​ມື ແລະ ການ​ສ້າງ​ຄວາມ​ສາ​ມາດ, ກົດໝາຍ-ສະ​ຖາ​ບັນ, ນະ​ໂຍ​ບາຍ​ການ​ແຂ່ງ​ຂັນ ແລະການອຸດ​ໜູນ. ​ເນື້ອ​ໃນ​ເຫຼົ່າ​ນີ້​ສອດຄ່ອງ​ກັບ​ລະ​ບົບ​ກົດ​ໝາຍ​ຂອງຫວຽດ​ນາມ, ສ້າງ​ຂອບກົດໝາຍ​ເພື່ອ​​ໃຫ້ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ການ​ຄ້າແລະການ​ລົງ​ທຶນ(8).

ການແລກ​ປ່ຽນ​ການ​ຄ້າ ແລະ ການ​ດຶງ​ດູດ​​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ ຂອງຫວຽດ​ນາມ
ພາຍຫຼັງ​ສັນ
ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ໄດ້​ຮັບ​ການລົງ​ນາມ.

​ຜົນປະ​ໂຫຍດ​ຕົ້ນ​ຕໍ່​ຈາກ​ບັນ​ດາສັນຍາ​ການ​ຄ້າ​ເສລີ ແມ່ນ​ຊ່ວຍ​ຍົກ​ເລິກ​ບັນ​ດາອຸປະ​ສັກ​ທີ່​ກີດຂວາງການ​ຄ້າ​ລະ​ຫວ່າງ​​ປະ​ເທດ​ສະ​ມາ​ຊິກ, ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າ​ສ້າງ​ໂຮງງານ​ການຜະ​ລິດ​​ໃນຫວຽດ​ນາມ ເພື່ອ​ຮັບ​ຜົນ​ປະ​ໂຫຍ​ດຈາກການ​ກຳນົດ​ອັດຕາ​ພາ​ສີ​ເມື່ອ​ສົ່ງ​ອອກ​ໄປ​ປະ​ເທດ​ສະ​ມາ​ຊິກ. ຍິ່ງກວ່າ​ນັ້ໜ, ໂຄງ​ປະ​ກອບ​ຂອງສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ​ມີ​ຄວາມ​ແຕກ​ຕ່າງ​ກັນຢ່າງ​ຫຼວງຫຼາຍຈາກ​ບັນ​ດາສັນຍາ​ການ​ຄ້າ​ເສລີທີ່ຫວຽດ​ນາມໄດ້​ລົງ​ນາມກ່ອນ​ໜ້າ​ນີ້, ມີຫຼາຍ​ຈຸດ​ທີ່​​ຄ​າດ​ວ່າ​ຈະອຳນວນ​ຄວາມ​ສະ​ດວກ​​ໃນ​ການ​ເພີ່ມ​ເຕີ່ມ​ການ​ແລກ​ປ່ຽນ​ການ​ຄ້າ ແລະດຶງ​ດູດການ​ລົງ​ທຶນ​ໂດຍ​ກົງຈາກ​ຕ່າງ​ປະ​ເທດ.

ສຳ​ລັບ​ການ​ແລກ​ປ່ຽນ​ການ​ຄ້າ, ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ຖືກ​ຖື​ວ່າ​ເປັນ​ສັນ​ຍາ​ທີ່​ຮອບ​ດ້ານ​, ມີ​ຄຸນ​ນະ​ພາບ​ສູງ, ຮັບ​ປະ​ກັນ​ຄວາມ​ສົມ​ດຸນ​ຜົນ​ປະ​ໂຫຍດ​ໃຫ້​​ທັງຫວຽດ​ນາມແລະອີ​ຢູ, ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ແຕກຕ່າງ​ໃນ​ລະ​ດັບ​ການພັດ​ທະ​ນາ​ລະ​ຫວ່າງ​ສອງ​ຝ່າຍ. ພ້ອ​ມ​ທັງ, ໂຄງ​ປະ​ກອບ​ເສດ​ຖະ​ກິດ​ລະ​ຫວ່າງ​ບັນ​ດາ​ປະ​ເທດອີ​ຢູແລະຫ​ວຽດ​ນາມ ມີ​ການ​ປັບ​ປຸງ, ຊ່ວຍ​ເຫຼືອ​ເຊິ່ງ​ກັນແລະກັນ ແທນ​ທີ່ທີ່​ຈະແຂ່ງ​ຂັນ​ກັນ. ດັ່ງ​ນັ້ນ, ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ​ຈະ​ນຳ​ເອົາ​ໂອ​ກາດ​ໃຫຍ່ມາ​ໃຫ້​ການ​ສົ່ງ​ອອກ​ຂອງຫວຽດ​ນາມ, ​ໂດຍ​ສະ​ເພາະ​ກຸ່ມ​ຜະ​ລິດ​ຕະ​ພັນ​ກະສິກຳ​ເຊັ່ນ: ເຂົ້າສານ, ນ້ຳ​ຕານ, ຊີ້ນໝູ, ຊີ້ນສັດ, ຊີ້ນສັດປີກ, ເຄື່ອງດື່ມແລະຢາສູບ, ອຸດສາຫະກຳປຸງ​ແຕ່ງ​ແລະ​ຜະລິດເຊັ່ນ: ແຜ່ນແພ, ເສື້ອຜ້າ, ເກີບ... ພິ​ເສດ​ແມ່ນຫຼັງ​ປີ 2025, ເມື່ອກຳ​ແພງພາສີສ່ວນ​ຫຼາຍຖືກຖອດອອກ​.

ໃນ​ຄວາມ​ເປັນຈິງ, ການ​ແລກ​ປ່ຽນ​ການ​ຄ້າແລະດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດຂອງຫ​ວຽດ​ນາມ ພາຍຫຼັງສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ໄດ້​ຮັບ​ການລົງ​ນາມ​ແມ່ນ​ມີ​ສັນ​ຍານ​ທີ່​ຕັ້ງ​ໜ້າ. ສິ່ງ​ດັ່ງກ່າວສະແດງໃຫ້ເຫັນຜ່ານ​ຫຼັກ​ຖານ​ທີ່​ເປັນຮູບປະທຳດັ່ງ​ລຸ່ມນີ້:

​ສະ​ຖິ​ຕິ​ລວ​ມຍອດ​ມູນ​ຄ່າ​ສົ່ງ​ອອກ, ນຳ​ເຂົ້າ​ຂອງຫວຽດ​ນາມ - ອີ​ຢູ ໄລ​ຍະ 2015 – 2019
(ຫົວ​ໜ່ວຍ: ລ້ານ​ໂດ​ລາ​ສະ​ຫະ​ລັດ)

ປີ

ການ​ສົ່ງ​ອອກ

ການ​ນຳ​ເຂົ້າ

ສົ່ງ​ອອກ-ນຳ​ເຂົ້າ

 

ມູນ​ຄ່າ

ເພີ່ມ​ຂຶ້ນ (%)

ມູນ​ຄ່າ

ເພີ່ມ​ຂຶ້ນ (%)

ມູນ​ຄ່າ

ເພີ່ມ​ຂຶ້ນ (%)

2015

30.940,1

10,77

10.433,9

17,16

41.374,0

12,31

2016

34.007,1

9,92

11.063,5

6,03

45.070,7

8,93

2017

38.336,9

12,75

12.097,6

8,57

50.434,5

11,72

2018

41.885,5

9,42

13.892,3

13,95

55.777,8

10,59

2019

41.546,6

-0,81

14.906,3

7,30

56.452,9

1,21

ແຫຼ່ງຂໍ້ມູນ: ກົມໃຫຍ່ສຸລະກາກອນ  

ສະຖິຕິສະແດງໃຫ້ເຫັນວ່າ, ມູນຄ່າການຄ້າສອງສົ້ນລະ​ຫວ່າງຫວຽດ​ນາມແລະບັນ​ດາ​ປະ​ເທດອີ​ຢູ ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໄວ​ວາ, ພິ​ເສດ​ແມ່ນ​​ມູນ​ຄ່າ​ການ​ສົ່ງ​ອອກ. ປີ 2019, ​ມູນ​ຄ່າ​ການ​ສົ່ງ​ອອກ, ນຳ​ເຂົ້າທັງ​ໝົດ​ລະ​ຫວ່າງຫ​ວຽດ​ນາມແລະອີ​ຢູ (28 ປະ​ເທດ) ບັນ​ລຸ​56,4 ຕື້​ໂດ​ລາ​ສະ​ຫະ​ລັດ, ກວມ​ເອົາ​​ເກືອບ 11% ​ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ, ນຳ​ເຂົ້າ​ທັງ​ໝົດ​ຂອງ​ປະ​ເທດ. ໃນ​ນັ້ນ, ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງຫວຽດ​ນາມ​ໄປ​ຍັງອີ​ຢູ ບັນ​ລຸ​ 41,5 ຕື້​ໂດ​ລາ​ສະ​ຫະ​ລັດ, ຫຼຸດ​ລົງ 1% ​ທຽບ​ກັບ​ປີ 2018, ກວມ​ເອົາ 15,7% ​​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ​ຂອງ​​ປະ​ເທດ. ໃນ​ຂະ​ນະ​ນັ້ນ, ການ​ນຳ​ເຂົ້າ​ຈາກອີ​ຢູ ຂອງຫວຽດ​ນາມ ແມ່ນ 14,9 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 7,4%, ກວມ​ເອົາ 5,9% ​ມູນ​ຄ່າ​ການ​ນຳ​ເຂົ້າ (9).

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຕົ້ນ​ປີ 2020, ການແຜ່​ລະ​ບາດຂອງພະ​ຍາດ​ໂຄວິດ-19 ​​ໄດ້​ສົ່ງ​ຜົນ​ກະ​ທົບ​​ໂດຍ​ກົງ​ຕໍ່​ການ​ສົ່ງ​ອອກ, ນຳ​ເຂົ້າ​ຂອງຫວຽດ​ນາມເວົ້າ​ລວມ ແລະ ການ​ແລກ​ປ່ຽນ​ການ​ຄ້າ​ກັບ​ບັນ​ດາ​ປະ​ເທດອີ​ຢູເວົ້າ​ສະ​ເພາະ. ລາຍລະ​ອຽດ​ດັ່ງ​ນີ້:

ຄວາມ​ຕ້ອງ​ການ​​ສິນ​ຄ້າຫຼຸດ​ລົງ​ຢ່າງ​​ແຮງ. ແຕ່​ເດືອນ​ມີ​ນາ 2020, ໂລກ​ໄດ້​ເຫັນ​ກັບ​ຕາ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ຮຸນ​ແຮງ​​ໃນເອີ​ຣົບ. ລັດ​ຖະ​ບານ​ບັນ​ດາ​ປະ​ເທດເອີ​ຣົບ ຕ້ອງ​ໄດ້​ປະ​ກາດ​ໃຊ້​ບັນ​ດາ​ມາດ​ຕະ​ການ​ທີ່​ເຂັ້ມ​ງວດ, ​ຂຸ້ນຂ້ຽວ​ທີ່ບໍ່​ເຄີຍ​ມີກ່ອນ ເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ​ເຊັ່ນ ປິດ​ໂຮງ​ຮຽນ​ຊົ່ວ​ຄາວ, ເພີ່ມ​ທະ​ວີ​ການ​ຄວບ​ຄຸມ​ກວດ​ກາຊາຍ​ແດນ, ຈຳ​ກັດ​ການ​ຊຸມ​ນຸມ​ແລະການ​ໄປຊື້​ເຄື່ອງ​ຂອງ​ຄົນຈຳ​ນວນຫຼວງຫຼາຍ, ຈຳ​ກັດການ​ເຄື່ອນ​ໄຫ​ວ​ຂອງ​ສູນ​ການ​ຄ້າ​... ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ຊື້​ຂາຍ​ສິນ​ຄ້າອຸ​ປະ​ໂພກ​ໃນຕະຫຼາດຫຼຸດ​ລົງ​ຢ່າງ​​ແຮງ.

ພິທີການ​ສຸລະກາກອນຂອງ​ສິນ​ຄ້າ​​ມີ​ຄວາມ​ຫຍຸ້ງ​ຍາກ, ເພີ່ມ​ເວ​ລາແລະຄ່າ​ໃຊ້​ຈ່າຍ. ພິ​ຈາ​ລະ​ນາດ້ານ​ເສດ​ຖະກິດບາງ​ປະການ, ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ບັນ​ດາ​ປະ​ເທດເອີ​ຣົບ ​ ສົ່ງຜົນ​ກະ​ທົບ​ຕໍ່​ຄວາມ​ໄວ​ຂອງ​ການ​ໝູນວຽນ​ສິນ​ຄ້າ​ຈາກ​ການ​ສົ່ງ​ອອກ, ການຂົນ​ສົ່ງ, ພິທີການ​ສຸລະກາກອນ, ການ​ຈັດ​ເກັບ, ການ​ຂົນ​ຖ່າຍ ຈົນເຖິງ​ການ​ຈຳ​ໜ່າຍບໍລິ​ໂພ​ກ​ສິນ​ຄ້າ; ຂັດຂວາ​ງຫຼື​ເຮັດ​ໃຫ້​ການ​ໄຫຼວຽນ​ຂອງ​ເສດ​ຖະ​ກິດ, ການ​ຄ້າ, ການ​ບໍ​ລິ​ການຊ້າ​ລົງ, ເຮັດ​ໃຫ້​ຄ່າ​ໃຊ້​ຈ່າຍ​ເພີ່ມ​ຂຶ້​ນ.

ການຫຼຸດ​ລົງ​ຂອງ​ລາ​ຄາ​ສິນ​ຄ້າ​ມີ​ຜົນ​ກະ​ທົບຫຼາຍ​ຢ່າງ​ເຖິງ​ການ​ສົ່ງ​ອອກ​ສິນ​ຄ້າ​ຂອງຫວຽດ​ນາມ. ດັ່ງນັ້ນ, ໃນ 4 ເດືອນ​ຕົ້​ນ​ປີ 2020, ລວມຍອດ​ມູນ​ຄ່າ​ການ​ສົ່ງ​ອອກ, ນຳ​ເຂົ້າສິນຄ້າລະ​ຫວ່າງຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດເອີ​ຣົບ ​ໄດ້ຫຼຸດ​ລົງ 5,8% (ບັນ​ລຸ 19,44 ຕື້​ໂດ​ລາ​ສະ​ຫະ​ລັດ), ໃນ​ຂະ​ນະ​ການ​ແລກ​ປ່ຽນ​ການ​ຄ້າ​ສິນ​ຄ້າ​ຂອງຫວຽດ​ນາມ ກັບ​ຕະຫຼາດ​ອາ​ຊີໄດ້ຫຼຸດ​ລົງພຽງ 0,4% ແລະບາງ​ພາກ​ພື້ນ​ອື່ນ​ພັດ​ມີ​ຄວາມ​ເຕີບ​ໂຕ​​ໃນ​ທາງບວກເຊັ່ນ ອາ​ເມ​ລິ​ກາ ​ແລະ ໂອ​ເຊຍ​ເນຍ ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ຕາມ​ລຳ​ດັບ​ແມ່ນ 10,3% ແລະ 8,2% (10). ການ​ສົ່ງ​ອອກ​ສິນ​ຄ້າ​ບາງ​ກຸ່ມ​​ໄປ​ຕະຫຼາດອີ​ຢູ (28 ປະ​ເທດ) ກໍ່ໄດ້ເຫັນການຫຼຸດລົງເຊັ່ນກັນ: ການສົ່ງອອກໂທລະສັບມືຖືແລະອາໄຫຼ່ບັນລຸໄດ້ 3,32 ຕື້​ໂດ​ລາ​ສະ​ຫະ​ລັດ, ຫຼຸດ​ລົງ 24,1%; ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນເອ​ເລັກ​ໂຕ​ຣນິກ ແລະ ສ່ວນ​ປະ​ກອບ​ບັນ​ລຸ​ໄດ້ 1,55 ຕື້​ໂດ​ລາ​ສະ​ຫະ​ລັດ, ຫຼຸດ​ລົງ 6,3%, ສິນ​ຄ້າ​​ແຜ່ນ​ແພ​ເຄື່ອງ​ຕັດ​ຫຍິບ​ບັນ​ລຸ​ໄດ້ 1 ຕື້ກວ່າໂດ​ລ​າ​ສະ​ຫະ​ລັດ, ຫຼຸດ​ລົງ 13,5%; ກຸ່ມ​​ເກີບ​ແຕະ​ທຸກ​ຊະນິດ​ບັນ​ລຸ​ໄດ້ 1,38 ຕື້​ໂດ​ລາ​ສະ​ຫະ​ລັດ, ຫຼຸດ​ລົງ 6,1%; ສິນ​ຄ້າ​ດ້ານອາ​ຫານ​ທະ​ເລ​ບັນ​ລຸ​ໄດ້ 336 ລ້ານ​ໂດ​ລາ​ສະ​ຫະ​ລັດ, ຫຼຸດ​ລົງ 14,3% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນຂອງປີ 2019. ແຕ່​ໃນ​ 4 ເດືອນຕົ້ນ​ປີ 2020, ສິນ​ຄ້າ​ຈຳ​ນວນ​ໜຶ່ງ​ທີ່​​ສົ່ງ​ອອກ​ໄປອີ​ຢູມີ​ມູນ​ຄ່າ​ສູງ​ພໍ​ຄວນ​ເຊັ່ນ: ເຄື່ອງ​ຈັກ, ອຸ​ປະ​ກອນ, ເຄື່ອງ​ມື, ບັນ​ລຸ​ໄດ້ 1,07 ຕື້​ໂດ​ລ​າ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 31,7%; ຜະ​ລິດ​ຕະ​ພັນ​ກະ​ເສດ​ບັນ​ລຸ 932 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 7,9%(11). ແລະແຕ່​ຕົ້​ນ​ເດືອນ​ພຶດ​ສະ​ພາ 2020, ພາຍຫຼັງຫຼາຍ​ອາ​ທິດ​ທີ່​ນຳ​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ແນ​ໃສ່​ປ້ອງ​ກັນ, ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ບາງປະ​ເທດ​ໃນເອີ​ຣົບ​ເລີ່ມ​ແຕ່​ຫຼຸດ​ຜ່ອນ​ການ​ປິດ​ລ້ອມ. ຕາມ​ການ​ຕີ​ລາ​ຄາ​ຂອງ​​ຜູ້​ຊ່ຽວ​ຊານ, ພາຍຫຼັງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຄວາມ​ຕ້ອງ​ການ​ໃນ​ບັນ​ດາ​ປະ​ເທດເອີ​ຣົບຈະ​ເພີ່ມ​ຂຶ້ນ​ຢ່າງ​ໄວ​. ນີ້​ແມ່ນ​ທ່າ​ໄດ້​ປຽບ​ຂອງຫວຽດ​ນາມ ເມື່ອສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບມີ​ຜົນບັງຄັບ​​ໃຊ້.

ກ່ຽວ​ກັບ​ການດຶງ​ດູດ​​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດຂອງຫວຽດ​ນາມ, ​ເຖິງ​ທ້າຍ​ປີ 2019, ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດເຂົ້າຫວຽດ​ນາມໃນ​ປີບັນ​ລຸ​ໄດ້ 38 ຕື້​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 7,2% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2018. ນີ້ກໍ່​ແມ່ນ​ຕົວ​ເລກ​ທີ່​ສູງ​ທີ່ສຸດ​ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ. ໃນ​ນັ້ນ, ​ສະ​ສົມ​ເຖິງ​ປີ 2019, ອີ​ຢູເປັນ​ຄູ່​ຮ່ວມ​ມື​ໃຫຍ່ອັບ​ດັນທີ່​ສີ່ຂອງ​ຫວຽດ​ນາມ ດ້ວຍໂຄງ​ການລົງທຶນຫຼາຍກວ່າ 2.240 ໂຄງ​ການທີ​ຍັງ​ເຄື່ອນ​ໄຫວ​ຢູ່, ມີທຶນຈົດ​ທະ​ບຽນທັງ​ໝົດ 24,67 ຕື້​ໂດ​ລາ​ສະ​ຫະ​ລັດ, ເທົ່າ​ກັບ 7,6% ຂອງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດທັງ​ໝົດເຂົ້າຫວຽດ​ນາມ(12).

ໃນ​ 4 ເດືອນ​ຕົ້ນ​ປີ 2020, ຕ່າງປະ​ເທດ​ໃຫ້ຄຳ​ໝັ້​ນ​ສັນ​ຍາຈະ​ລົງ​ທຶນ​ໂດຍ​ກົງເຂົ້າ​ ຫວຽດ​ນາມ 12,3 ຕື້ໂດ​ລາ​ສະ​ຫະ​ລັດ, ຫຼຸດ​ລົງ 15,5% ​ທຽບ​ກັບ​ໄລ​ຍະ​ດຽວ​ກັນຂອງ​ປີ 2019. ສາ​ເຫດ​ແມ່ນ​ຍ້ອນ​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ​ໄດ້​ເຮັດ​ໃຫ້​ເຄື່ອນ​ໄຫວ​ການ​ຜະ​ລິດ, ທຸ​ລະ​ກິດ​ຢູ່​ໃນ​ໂລກ​ຖືກ​ຢຸດ​ຊະ​ງັກ, ພວງ​ພະ​ນັງ​ການ​ສະ​ໜອງ​ທົ່ວ​ໂລກ​ກໍ່​ຖືກ​ຂາດ​ຕິດ​ຂາດ​ຕອນ, ສົ່ງ​ຜົນ​ກະ​ທົບ​ເຖິງການ​ເຄື່ອນ​ໄຫວ​ຂອງ​ນັກ​ລົງ​ທຶນ​, ກໍ່​ຄື​ບັນ​ດາ​ຂໍ້​ຕົກ​ລົງ​ລົງ​ທຶນ​ໃໝ່ ແລະ ເປີດກວ້າງ​ຂະ​ໜາດ​ໂຄງ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ທີ່​ໄດ້​ມີ​ກ່ອນ, ເຮັດ​ໃຫ້​ການ​ດຶງ​ດູດ ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໃນ​ຊຸມ​ເດືອນ​ທຳ​ອິດ​ຂອງ​ປີ 2020 ຫຼຸດ​ລົງ​ທັງ​ຈຳ​ນວນ​ໂຄງການ ແລະ ​ຈຳ​ນວນ​ທຶນ​​ຈົດ​ທະ​ບຽນ(13). ແຕ່​ວ່າ, ກະ​ແສ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດເຂົ້າຫວຽດ​ນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ສັນ​ຍານ​ການ​ຟື້ນ​ຕົວ​ຄືນ​ນັບ​ແຕ່​ເດືອນເມ​ສາ 2020​ ເປັນ​ຕົ້ນ​ມາ. ສະ​​ມາ​ຄົມວິ​ສາ​ຫະ​ກິດເອີ​ຣົບ (Eurocham) ໃຫ້​ທັດ​ສະ​ນະ​ວ່າ, ຫວຽດ​ນາມ​ກຳ​ລັງ​ມີ​ຖາ​ນະ​ບົດ​ບາດ​ທີ່​ດີ​ ເພື່ອ​ຕ້ອນ​ຮັບ​ໂອ​ກາດ​ໃໝ່. ບັນ​ດາ​ມາດ​ຕະ​ການ​ຂອງຫວຽດ​ນາມ ​ກຳ​ລັງ​ກາຍ​ເປັນ​ຕົວ​ແບບ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ອື່ນ, ເປັນ​ຕົ້ນ​ແມ່ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ຊ່ວຍ​ໃຫ້​ການ​ຮັກ​ສາ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດເອີ​ຣົບ(14). ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ຄາດ​ວ່າ​ຈະ​ສົ່ງ​ຜົນ​ກະ​ທົບ​ອັນ​ຕັ້ງ​ໜ້າ​ເຖິງ​ກະ​ແສ​ເງິນ​ລົງ​ທຶນຈາກ​ຕ່າງ​ປະ​ເທດ ຈາກອີ​ຢູເຂົ້າ​ສູ່ ຫວຽດ​ນາມ ເລີ່ມ​ແຕ່​ທ້າຍ​ປີ 2020 ຍ້ອນ​ວ່າ:

ທີ​ໜຶ່ງ, ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ພາ​ສີແລະການອຳ​ນວນ​ຄວາມ​ສະ​ດວກດ້ານການ​ຄ້າ ​ໃນສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບມີ​ລະ​ດັບ​ສູງ​ທີ່​ສຸດ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​​ໄຈ​ທີ່​ສຳ​ຄັນ ​ເພື່ອ​ຊຸກ​ຍູ້ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດເຂົ້າຫວຽດ​ນາມ. ສັນ​ຍາ​ສະ​ບັບ​ນີ້​ຈະ​ຊ່ວຍ​ໃຫ້ການ​ລົງທຶນ​ໂດຍ​ກົງຈາກ​ບັນ​ດາ​ປະ​ເທດ​ຢູ່ນອກ​ກຸ່ມອີ​ຢູ ໄດ້​ເພີ່ມ​ຂຶ້ນ, ເພີ່ມ​ການ​ລົງທຶນ​ໂດຍ​ກົງຕາມ​ລວງ​ຍາວ ແລະ ຫຼຸດການ​ລົງທຶນ​ໂດຍ​ກົງຕາມ​ລວງກວ້າງ​ ຈາກ​ບັນ​ດາ​ປະ​ເທດອີ​ຢູເຂົ້າຫວຽດ​ນາມ. ຄວາມ​ເປັນ​ຈິງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​​ໃຫ້​ເຫັນ​ວ່າ, ການ​ລົງທຶນ​ໂດຍ​ກົງຈາກອີ​ຢູເຂົ້າຫວຽດ​ນາມ ເປັນ​ຕົ້ນ​ແມ່ນການ​ລົງທຶນ​ໂດຍ​ກົງຕາມ​ລວງ​ຍາວ​ ໃນ​ເມື່ອ​ບັນ​ດາ​ນັກ​ລົງ​ທຶນຂອງອີ​ຢູ ມຸ້ງ​​ເຂົ້າສູ່​​ເປົ້າ​ໝາຍ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ, ວັດຖຸດິບ ​ເຊື້ອ​ໄຟ ແລະ ແຮງ​ງານ​ລາ​ຄາ​ຖືກ(15).

ທີ​ສອງ, ​ຄຳ​ໝັ້ນ​ສັນ​ຍາກ່ຽວ​ກັບ​ການ​ເປີດ​ປະ​ຕູ​ໃຫ້​ກວ້າງ​ຂວາງແລະເລິກ​ເຊິ່ງກວ່າ​ອີກ ​ຂອງສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ທຽບກັບ WTO ໃນ​ການ​ຄ້າ​​ດ້ານ​ການບໍ​ລິ​ການແລະການ​ລົງ​ທຶນ, ເປີດ​ໂອ​ກາດ​ໃຫ້​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດອີ​ຢູເຂົ້າຫວຽດ​ນາມ ໃນ​ບັນ​ດາ​ຂະ​ແໜງ​ການ​ບໍ​ລິ​ການເຊິ່ງຫວຽດນາມ​ບໍ່ໄດ້​ສັນ​ຍາ​ໄວ້​ໃນ WTO ແຕ່​ມີ​​​ໃນສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ, ໃນ​ບັນ​ດາ​ຂະ​ແໜງ​ການ​ບໍ​ລິ​ການ ​ທີ່ຫວຽດ​ນາມໃຫ້​ຄຳ​ໝັ້​ນ​ສັນ​ຍາ​ເປີດ​ປະ​ຕູຢ່າງ​ເລິກ​ເຊິ່ງກວ່າ​ອີກ​​ທຽບ​ກັບ​ຄຳ​ໝັ້ນ​ສັນ​ຍາ​ໃນ WTO, ພ້ອມ​ທັງ​ເປັນ​ທ່າ​ແຮງ​ຂອງ​ບັນ​ດາ​ປະ​ເທດ ອີ​ຢູ​ເຊັ່ນ ການ​ບໍ​ລິ​ການ​ດ້ານ​ການ​ເງິນ, ໂລຈິ​ສ​ຕິກ​ສ໌, ການ​ບໍ​ລິ​ການ​ຄອມ​ພິວ​ເຕີ, ການ​ບໍ​ລິ​ການ​ດ້ານ​ສິ່ງ​ແວດ​ລ້ອມ, ການ​ສຶກ​ສາ​ລະດັບ​ສູງ, ການແຈກຢາຍ, ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ສາ​ທາ​ລະ​ນະ​ສຸກ...(16).

ບາງ​ບັນ​ຫາ​ທີ່​​ເກີດ​ຂຶ້ນ​ກັບຫວຽດ​ນາມ

ສະ​ຫະ​ພາບເອີ​ຣົບແມ່ນ​ຕະຫຼາດ​ສົ່ງ​ອອກ​ທີ່​ສຳ​ຄັນ​ຂອງຫວຽດ​ນາມ. ອາດ​ສາ​ມາດ​ເຫັນ​ໄດ້​ວ່າ, ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ເປີດ​ຕະຫຼາດ​ຢ່າງ​ແຂງ​ແຮງ​ ໃນສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ຈະ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າຫວຽດ​ນາມ - ອີ​ຢູ. ແຕ່​, ສຳ​ລັບ​ກິດຈະກຳ​ແລກ​ປ່ຽນ​ສິນ​ຄ້າ​ຂອງຫວຽດ​ນາມກັບ​ສະຫະພາບ​ເອີຣົບໃນ​​ໄລຍະ​ຈະ​ມາ​ເຖິງ, ຄວນ​ເອົາ​ໃຈ​ໃສ່​ບາງ​ບັນ​ຫາ​ດັ່ງ​ນີ້:

ທີ​ໜຶ່ງ, ເຖິງວ່າສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບຈະ​ສາ​ມາດ​ຊຸກ​ຍູ້ການ​ສົ່ງ​ອອກ​ຂອງຫວຽດ​ນາມເຂົ້າ​ໃນ​ຕະຫຼາດອີ​ຢູ, ແຕ່​ການ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ໃນ​ການ​ສົ່ງ​ອອກ​​ໄປ​ສະຫະພາບ​ເອີຣົບ ອາດຈະ​ເຮັດ​ໃຫ້​ກຸ່ມ​ປະ​ເທດນີ້​​ນຳ​ໃຊ້ອຸປະສັກ​ທາງ​ເຕັກ​ນິກ​ເພີ່ມຂຶ້ນ​ຕໍ່ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ຂອງຫວຽດ​ນາມ, ໃນ​ນັ້ນຕົ້ນຕໍ​ແມ່ນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຈຳ​ກັດສານ​ເຄມີ​ທີ່​ເປັນ​ຜິດ, ຂໍ້ກຳ​ນົດກ່ຽວ​ກັບ​ຄວາມ​ປອດ​ໄພຂອງ​ຜະລິດ​ຕະພັນ​ບໍ​ລິ​ໂພກ, ສິ່ງ​ແວດ​ລ້ອມ, ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ ​ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນເຊັ່ນ ຕ້ານ​ການ​ຂາຍທຸ່ມຕະຫຼາດ, ຕ້ານ​ການ​ອຸດ​ໜຸນ(17). ສະ​ນັ້ນ, ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ ຕ້ອງ​ສືບ​ຕໍ່​ເປັນ​ເຈົ້າ​ການ​ໃນ​ການກໍ່​ສ້າງ​ບັນ​ຊີ​ລາຍ​ຊື່​ຕິດ​ຕາມ​​ຜະ​ລິດ​ຕະ​ພັນ​ທີ່​ມີຄວາມ​ສ່ຽງ​ທີ່​ຖືກສືບ​ສວນ​ສອບ​ສວນ​ປ້ອງ​ກັນ​ການ​ຄ້າ ຫຼືສືບ​ສວນ​ສອບ​ສວນ​ຕ້ານ​ການຫຼິກ​ເວັ້ນ​ພາ​ສີ ​ເພື່ອ​ເຕືອນ​ໄພ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ. ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ, ເພື່ອ​​ໃຊ້​ປະ​ໂຫຍ​ດຄວາມ​ເອື້ອ​ອຳ​ນວຍ​ ຈາກສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ​ຈົນສຸດ​ຄວາມ​ສາ​ມາດ, ​ຄຽງ​ຄູ່​ກັນ​ກັບ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ ແລະ ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ, ວິ​ສາ​ຫະ​ກິດຫວຽດ​ນາມ ຕ້ອງ​ຮັບ​ປະ​ກັນ​ໃຫ້​​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ເອງ​ປະ​ຕິ​ບັດຕາມ​ຂໍ້​ກຳ​ນົດ​ຂອງອີ​ຢູຢ່າງ​ເຂັ້ມ​ງວດ, ພິ​ເສດ​ແມ່ນ​ລະ​ບຽນ​ການ​ກ່ຽວ​ກັບ​ແຫຼ່ງ​ກຳ​ເນີດ, ​ຂໍ້​ກຳ​ນົດ​ກ່ຽວ​ກັບແຮງ​ງານ ແລະ ສິ່ງ​ແວດ​ລ້ອມ, ກ່ຽວ​ກັບ​ມາດ​ຕະ​ຖານ​ດ້ານ​ເຕັກ​ນິກ ແລະ ບັນ​ດາ​ມາດ​ຕະ​ການ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ ແລະ ການ​ກັກ​ກັນ​ສັດແລະພືດ.

ທີ​ສອງ, ອາດ​ຈະ​ມີ​ກະ​ແສ​ຍົກຍ້າຍການ​ຜະ​ລິດ​ຂອງ​ບັນ​ດາ​ຂະ​ແໜງ​ການ​ ຈາກ​ບາງ​ປະ​ເທ​ດ​ມາຫວຽດ​ນາມ ເພື່ອໃຊ້ປະ​ໂຫຍດຫຼາຍ​ສຸດ​ຈາກ​ການ​ເອື້ອ​ອຳ​ນວຍ​ຂອງສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ. ດັ່ງ​ນັ້ນ, ຫວຽດ​ນາມຕ້ອງ​ປະ​ເຊິນ​ໜ້າ​ກັບ​ຄວາມ​ສ່ຽງ​​ຂອງ​ການເພີ່ມທະວີ​ການຫຼີກ​ລ່ຽງ​ມາດ​ຕະ​ການປ້ອງ​ກັນການ​ຄ້າ, ການສໍ້​​ໂກງ​ແຫຼ່ງ​ກຳ​ເນີດ​ຂອງສິນ​ຄ້າ, ຢືມ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ເພື່ອຫຼີກ​ເວັ້ນ​ພາ​ສີ ແລະ ສິ່ງ​ເຫຼົ່າ​ນີ້​ຈະ​ສົ່ງ​ຜົນ​ກະ​ທົບຢ່າງ​ໃຫຍ່ຫຼວງ​ເຖິງ​ການ​ສົ່ງ​ອອກ​ຂອງຫວຽດ​ນາມ. ດັ່ງ​ນັ້ນ, ຄຽງ​ຄູ່​ກັບ​ການ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຄຸ້ມ​ຄອງຂອງ​ລັດ​ກ່ຽວ​ກັບ​ການຕ້ານ​ການຫຼີກ​ລ່ຽງ​ມາດ​ຕະ​ການ​ປ້ອງ​ກັນ​ການ​ຄ້າ ແລະ ການ​ສໍ້​​ໂກງ​ແຫຼ່ງ​ນຳ​ເນີດຂອງ​ສິນຄ້າ, ຕ້ອງ​ມີການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງບັນ​ດາ​ວິ​ສາ​ຫະ​ກິດຫວຽດ​ນາມ, ໂດຍ​ຜ່ານ​ຄວາມ​​ພະ​ຍາ​ຍາມ​ຊອກ​ຮູ້​ກົນ​ໄກ, ຂໍ້​ກຳ​ນົດ, ລະ​ບຽບ​ການ​ສືບ​ສວນ​ສອບ​ສວນ​ຂອງ​ບັນ​ດາ​ປະ​ເທດອີ​ຢູ, ເປັນ​ເຈົ້າ​ການປັບປຸງ​ບູ​ລະ​ນະ​ລະ​ບົບ​ການ​ຄຸ້ມ​ຄອງ​ແລະຂໍ້​ມູນ ​ເພື່ອ​ຮັບ​ປະ​ກັນ​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ, ການ​ຮ່ວມ​ມືສູງ​ສຸດ​ກັບ​ອົງ​ການ​ທີ່​ກ່ຽວ​ຂ້ອງ​​ໃນ​ປະ​ເທດ​ນຳ​ເຂົ້າ​ໃນຄະດີ​ແລະ​ການ​ສືບ​ສວນ. ດ້ານ​ອື່ນ, ວິ​ສາ​ຫະ​ກິດ​ຕ້ອງ​ມີ​ແຜນ​ການ​ເປັນ​ເຈົ້າ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ ແລະແກ້​ໄຂ​ບັນ​ດາ​ການຮ້ອງ​ຟ້ອງ​ກ່ຽວ​ກັບ​ປ້ອງ​ກັນ​ການ​ຄ້າ​ ເມື່ອກໍ່​ສ້າງ​ຍຸດ​ທະ​ສາດ​ການ​ສົ່ງ​ອອກ.

ກ່ຽວ​ກັບ​ການ​ລົງ​ທຶນ, ​ການ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດຈາກອີ​ຢູ ໃນ​ສະ​ພາບ​ການ​ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ​ແລ້ວ ແມ່ນ​​ດີ​ທີ່​ສຸດ ​ແລະ ມີ​ແງ່​ຫວັງ​​ຈະ​ດັດ​ແປງ​ຄຸນ​ນະພາ​ບຂອງກະ​ແສ​ການ​ລົງທຶນ​ໂດຍ​ກົງເຂົ້າຫວຽດ​ນາມ ເມື່ອ​ສັນ​ຍາ​ມີ​ຜົນ​ບັງຄັບ​ໃຊ້​ເປັນ​ທາງ​ການ. ແຕ່​, ຫວຽດ​ນາມກໍ່​ຕ້ອງ​ເອົາ​ໃຈ​ໃສ່​ບາງ​ບັນ​ຫາໃນ​ການ​ດຶງ​ດູດການ​ລົງ​ທຶນ​ໂດຍ​ກົງ​ຈາກ​ອີ​ຢູ ໃນ​ເວ​ລາ​ຕໍ່​ໄປ​ນີ້​ເຊັ່ນ:

1. ຫວຽດ​ນາມ​ໄດ້ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ກັບອີ​ຢູ​ໂດຍ​ໄວ ໃນ​ຂະ​ນະ​ທີ່​ບັນ​ດາຄູ່​ແຂ່ງ​ຂັນທີ່​ສຳຄັນ​​ດ້ານ​ການ​ຄ້າແລະການ​ລົງ​ທຶນໃນ​ພາກ​ພື້ນ ​ຍັງ​ບໍ່​​ມີສັນຍາ​ການ​ຄ້າ​ເສລີກັບອີ​ຢູ (ຍົກ​ເວັ້ນສິງ​ກະ​ໂປ) ຖື​ເປັນ​ຂໍ້​ໄດ້​ປຽບ​ຢ່າງ​ຫຼາຍ​ສຳລັບ​ຫວຽດນາມ ​ໃນ​ການດຶງ​ດູດ​ເງິນ​ທຶນ​ຈາກ​ບັນ​ດາ​ປະ​ເທດເອີ​ຣົບ. ແຕ່​, ຂໍ້​ໄດ້​ປຽບ​ນີ້​ອາດຈະ​ມີ​ຢູ່​ໃນ​ໄລ​ຍະ​ເວ​ລາ​ສັ້ນ​ເທົ່າ​ນັ້ນ ​ຍ້ອນ​​ທິດ​ຂອງອາ​ຊຽນແລະອີ​ຢູ ແມ່ນ​ກ້າວ​ສູ່ສັນຍາ​ການ​ຄ້າ​ເສລີລະ​ຫວ່າງ​ສອງ​ພາກ​ພື້ນ. ເພື່ອ​ປະ​ຕິ​ບັດ​ໄດ້​ເປົ້າ​ໝາຍດັ່ງກ່າວ, ອີ​ຢູຈະ​ສືບ​ຕໍ່​ການ​ເຈ​ລະ​ຈາກ່ຽວ​ກັບສັນຍາ​ການ​ຄ້າ​ເສລີ ສອງ​ຝ່າຍ ​ກັບ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​ຂອງອາ​ຊຽນ ທີ່​ຍັງ​ບໍ່​ທັນ​ມີສັນຍາ​ການ​ຄ້າ​ເສລີ ກັບ ອີ​ຢູ ເພື່ອ​ດຶງ​ດູດການ​ນລົງ​ທຶນ​ໂດຍ​ກົງຈາກ​ບັນ​ດາ​ປະ​ເທດອີ​ຢູ, ໂດຍ​ຜ່ານ​ການ​ສືບ​ຕໍ່​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ທຸ​ລະ​ກິດ​ຢ່າງ​ໄວ​ວາ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ, ພິ​ເສດ​ແມ່ນ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ, ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ, ເວ​ລາ, ລະ​ບຽບ​ການ​ບໍ​ລິ​ຫານ... ຕໍ່​ວິ​ສາ​ຫະ​ກິດແລະນັກ​ລົງ​ທຶນ. ​ເນື້ອ​ໃນ​ຂອງສັນຍາ​ການ​ຄ້າ​ເສ​ລີຫວຽກ​ນາ - ສະຫະພາບ​ເອີຣົບ ກໍ່​ໄດ້​ຮຽກ​ຮ້ອງ​ໃຫ້ຫວຽດ​ນາມ​ດັດ​ແປງ, ປັບ​ປຸງ​ບັນ​ດາ​ເອ​ກະ​ສານ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ​​ເພື່ອ​ຕອບ​ສະ​ໜອງ​ພັນ​ທະ​​ຕາມ​ສັນ​​ຍາ.

2. ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ທີ່​ນັກ​ລົງ​ທຶນອີ​ຢູໃຫ້​ຄວາມ​ເອົາ​ໃຈ​ໃສ່, ​ໂດຍ​ສະ​ເພາະ​ແມ່ນ​​ຂົງ​ເຂດ​ທີ່​ພົວ​ພັນ​ເຖິງ​ເຕັກ​ໂນ​ໂລ​ຊີ, ແມ່ນ​ບັນ​ຫາ​ປົກ​ປ້ອງ​ສິດທິ​ຊັບ​ສິນ​ທາ​ງ​ປັນ​ຍາ. ດ້ວຍຄຳ​ໝັ້ນ​ສັນ​ຍາ​​ໃນ​ລະດັບສູງພໍ​ສົມ​ຄວນ​ກ່ຽວ​ກັບ​ຊັບ​ສິນ​ທາງ​ປັນ​ຍາ, ຄາດ​​ວ່າ ສັນຍາ​ການ​ຄ້າ​ເສລີຫວຽດນາມ - ສະຫະພາບ​ເອີຣົບ ຈະ​ສ້າງ​ຄວາມ​ທ້າທາຍທີ່ສຳຄັນກ່ຽວ​ກັບ​ການ​ປັບປຸງ​ກົດ​ໝາຍ​​ພາຍ​ໃນ​ປະ​ເທດ. ດ້ວຍ​ເຫດນັ້ນ, ຫວຽດ​ນາມຕ້ອງກວດ​ຄືນ​ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນ​ຍາ​ ​ເພື່ອ​ດັ​ດ​ປັບ​ໃຫ້​ເໝາະ​ສົມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ເລິກ​ເຊິ່ງ​ໃນ ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ແລະສັນຍາ​ການ​ຄ້າ​ເສລີ​ລຸ້ນ​ໃໝ່​ອື່ນໆ; ຍູ້​ແຮງ​ການ​ປັບປຸງ​ບູ​ລະ​ນະ​ກົນ​ໄກ​ຄຸ້ມ​ຄອງ ແລະຕິດ​ຕາມກວດ​ກາ​ການ​ເຄື່ອນ​ໄຫວ​ໃນ​ການ​ລົງ​ທຶນ, ປົກ​ປ້ອງ​ສິດທິ​ຊັບ​ສິນ​ທາງ​ປັນ​ຍາ​ ເຊິ່ງຫວຽດ​ນາມໄດ້​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ໃນ​ສັນ​ຍາ​ດັ່ງ​ກ່າວ, ກໍ່​ຄື​ຍົກ​ສູງ​ຄວາມ​ຮັບ​ຮູ້​ສັງ​ຄົມ​ເວົ້າ​ລວມ ແລະ ຄວາມ​ຮັບ​ຮູ້​ຂອງວິ​ສາ​ຫະ​ກິດ​ເວົ້າ​ສະ​ເພາະ ​ເພື່ອ​ສ້າງ​​ວັດ​ທະ​ນະ​ທຳ​ເຄົາ​ລົບ​ສິດທິ​ຊັບ​ສິນ​ທາງ​ປັນ​ຍາ.

3. ເຖິງວ່າສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງກວ້າງ​ຂວາງ​ເລິກ​ເຊິ່ງ ແລະໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດກໍ​ຕາມ, ແຕ່​ຈຳ​ນວນ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ກໍ່​ຍັງ​ມີ​ຄວາມ​ຈຳ​ກັດ. ປີ 2018, ຫຼາຍກວ່າ 15% ຂອງຈຳນວນວິ​ສາ​ຫະກິດທີ່ຖືກສຳຫຼວດກ່າວວ່າ ພວກເຂົາບໍ່ເຄີຍໄດ້ຍິນກ່ຽວກັບສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ, 80% ໄດ້​ຍິນ​ກ່ຽວ​ກັບ​ສັນ​ຍາ​ນີ້ ​ແຕ່​ຍັງ​ບໍ່​ທັນ​ໄດ້​ຊອກ​ຮູ້​ຢ່າງ​ເລິກ​ເຊິ່ງ(18). ສິ່ງ​ດັ່ງກ່າວ​ສາ​ມາດ​ຈຳ​ກັດ​ຄວາມ​ສາ​ມາດ​ຂອງວິ​ສາ​ຫະ​ກິດ​ໃນ​ການ​​ໃຊ້​ປະ​ໂຫຍ​ດຈາກ​ໂອ​ກາດ ​ແລະ​ກຽມ​ພ້ອມຮັບ​ມື​ກັບສິ່ງ​ທ້າ​ທາຍ​ຕ່າງໆ ທີ່ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ນຳມາໃຫ້.. ດັ່ງ​ນັ້​ນ, ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ໂຄ​ສະ​ນາເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ໂດຍ​ຜ່ານຫຼາຍ​ຮູບ​ການ, ເປັນ​ຕົ້ນ​ແມ່ນ​ຮູບ​ການ​ອອນ​ໄລ​ ກ່ຽວ​ກັບສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ແລະ ບັນ​ດາ​ວິ​ທີ​ໃຊ້​ປະ​ໂຫຍ​ດຈາກ​ໂອ​ກາດ​ທີ່ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ນຳ​ມາ​ໃຫ້, ພິ​ເສດ​​ສຳ​ລັບ​​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ຂະ​ໜາດ​ນ້ອຍ​ຂອງຫວຽດ​ນາມ.

*

*       *

ສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພັນເອີ​ຣົບ ​ໄດ້​ຮັບ​ການ​​ໃຫ້​ສັດຕະຍາບັນ ແລະ ຖືວ່າມີຄວາມສາມາດຊຸກຍູ້ການສົ່ງອອກຂອງຫວຽດນາມໄປຍັງອີ​ຢູ, ກໍ່​ຄື​ເພີ່ມຄວາມ​ສາມາດ​ດຶງ​ດູດການ​ລົງທຶນ​ໂດຍ​ກົງຈາກອີ​ຢູເຂົ້າຫວຽດ​ນາມ. ເຖິງວ່າ​ຖືກ​ຮັບ​ຜົນ​ກະ​ທົບຢ່າງ​ໜັກ​ໜ່ວງຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ​ຕາມ, ແຕ່​​ສະ​ຖິ​ຕິ​ໃຫ້​ເຫັນ​ວ່າ​ ການ​ເຄື່ອນ​ໄຫວ​​ເຫຼົ່ານີ້​ໄດ້ຮັບ​ການ​ປົວ​ແປງ​ພໍ​ສົມ​ຄວນ ​ໃນ​ຊຸມ​ເດືອນມໍ່ໆ​ມານີ້​ ເມື່ອຫວຽດ​ນາມຄວບ​ຄຸມ​ໄດ້​​ເປັນ​ຢ່າງດີ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​​ໃນ​ປະ​ເທດ ແລະ ບັນ​ດາ​ປະ​ເທດເອີ​ຣົບຈຳ​ນວນ​ໜຶ່ງ​ໄດ້​ຍົກ​ເລິກ​ການ​ປິດ​ລ້ອມ. ການ​ເຈ​ລະ​ຈາແລະລົງ​ນາມສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ສອດຄ່ອງ​ກັບ​ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ເພີ່ມ​ທະ​ວີ​ການ​ພົວ​ພັນຫຼາຍ​ດ້ານ, ເປັນ​ຕົ້ນ​ແມ່ນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ລະ​ຫວ່າງຫວຽດ​ນາມແລະອີ​ຢູ. ນີ້​ແມ່ນ​ພື້​ນ​ຖານ​ອັນ​ໜັກ​ແໜ້ນ​ເພື່ອ​ຢືນ​ຢັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຂອງ​ການ​ພັດ​ທະ​ນາ​ການ​ຄ້າ, ການ​ລົງ​ທຶນ ແລະ ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ພາຍຫຼັງ​ສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ​ມີ​ຜົນ​ບັງຄັບ​ໃຊ້. ສຳລັບ​ຝ່າຍຫວຽດ​ນາມ, ສິ່ງນີ້ກໍ່ຍົກອອກຫຼາຍບັນຫາທີ່​ຮຽກຮ້ອງ​ໃຫ້ບັນດາອົງການລັດ ແລະວິສາຫະກິດຫວຽດນາມ ຕ້ອງສຸມໃສ່ແກ້ໄຂ ​ເພື່ອ​ໃຊ້​ປະ​ໂຫຍ​ດຈາກ​ໂອ​ກາດ ແລະ​ເອົາ​ຊະນະສິ່ງ​ທ້າ​ທາຍຕ່າງໆທີ່​​ເກີດ​ຈາກສັນ​ຍາ​ສະ​ບັບ​ນີ້./.

------------

  1. Eurocham: “EVFTA Report”, https://www.eurochamvn.org/The-EVFTA-Report, 2019

(2) WTO Center - VCCI: “ສະຫຼຸບ​ຫຍໍ້​ສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບເອີ​ຣົບ,  http://trungtamwto.vn/download/19285/ttwto-tom-luoc-evfta.pdf

(3) ​ບໍ​ລິ​ການ​ວິ​ຊາຊີບ​ລວມ​ມີ: ​ບໍ​ລິ​ການ​ດ້ານ​ກົດໝາຍ, ​ບໍ​ລິ​ການ​​ບັນ​ຊີ, ການກວດ​ສອບບັນຊີແລະການ​ເຮັດ​ບັນ​ຊີ; ​ບໍ​ລິ​ການ​ພາ​ສີ​; ​ບໍ​ລິ​ການສະຖາປັດຕະຍະກຳ; ​ບໍ​ລິ​ການ​​ໃຫ້​ຄຳປຶກ​ສາ​ດ້ານ​ເຕັກ​ນິກ; ​ບໍ​ລິ​ການ​ໃຫ້ຄຳ​ປຶກ​ສາດ້ານ​ເຕັກ​ນິກ​ຄົບ​ຊຸດ; ບໍລິການ​ແຜນຜັງ​ເມືອງ ແລະສະຖາປັດຕະຍະກຳພູມສັນຖານໃນຕົວເມືອງ; ບໍລິການສັດຕະວະແພດ; ບໍລິການ​ພະຍາບ​ານ, ນັກກາຍຍະພາບບຳບັດ ແລະແພດ.

(4) ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ: “ການ​ແນະ​ນຳ​ທົ່ວ​ໄປ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ແລະ IPA”, http://evfta.moit.gov.vn/?page=overview&category_id=fb203c7b-54d6-4af7-85ca-c51f227881dd

(5) ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ: “ການ​ແນະ​ນຳ​ທົ່ວ​ໄປ​ກ່ຽວ​ກັບ​ ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ແລະ IPA”, http://evfta.moit.gov.vn/?page=overview&category_id=fb203c7b-54d6-4af7-85ca-c51f227881dd

(6) ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ: “ການ​ແນະ​ນຳ​ທົ່ວ​ໄປ​ກ່ຽວ​ກັບ​ ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ແລະ IPA”, http://evfta.moit.gov.vn/?page=overview&category_id=fb203c7b-54d6-4af7-85ca-c51f227881dd

(7) European Commission: “Commission presents EU-Vietnam trade and investment agreements for signature and conclusion”, http://trade.ec.europa.eu/doclib/press/index.cfm?id=1921

(8) ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ: “ການ​ແນະ​ນຳ​ທົ່ວ​ໄປ​ກ່ຽວ​ກັບ​ ສັນຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ສະ​ຫະ​ພາບ​ເອີ​ຣົບ ແລະ IPA”, http://evfta.moit.gov.vn/?page=overview&category_id=fb203c7b-54d6-4af7-85ca-c51f227881dd

(9) ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ: “ການ​ພົວ​ພັນ​ສອງ​ຝ່າຍ ຫວຽດ​ນາມ - ອີ​ຢູ”, http://evfta.moit.gov.vn/default.aspx?page=news&do=detail&category_id=13caec66-a1f8-4b9c-9066-b25657f4d36d&id=fe64a293-2b69-4c37-b1e0-cdd062451769

(10) ກົມ​ໃຫຍ່​ພາ​ສີ: “​ສະ​ພາບ​ການ​ສົ່ງ​ອອກ, ນຳ​ເຂົ້າ​ສິນ​ຄ້າ​ຂອງ ຫວຽດ​ນາມ ​ໃນເດືອນເມ​ສາ ແລະ 4 ເດືອນ ປີ 2020", https://www.customs.gov.vn/Lists/
ThongKeHaiQuan/ViewDetails.aspx?ID= 1773&Category=Ph%C3%A2n%2 t%C3%ADch%20%C4%91%E1%BB%8Bnh%2 k%E1%BB%B3&Group=Ph%C3%A2n%2 t%C3%ADch

(11) ກົມ​ໃຫຍ່​ພາ​ສີ: “​ສະ​ພາບ​ການ​ສົ່ງ​ອອກ, ນຳ​ເຂົ້າ​ສິນ​ຄ້າ​ຂອງ ຫວຽດ​ນາມ ​ໃນເດືອນເມ​ສາ ແລະ 4 ເດືອນ ປີ 2020", ​ເອກະສານ​ທີ່​ໄດ້​ແນະນຳ.

(12) ຫວຽດ​ຮ​ວ່າງ: “ແງ່​ຫວັງ​ຂອງການ​ດຶງ​ດູດການ​ລົງທຶນ​ໂດຍ​ກົງ​ຈາກ​ສະຫະພາບ​ເອີຣົບເຂົ້າຫວຽດ​ນາມ”, http://tapchitaichinh.vn/nghien-cuu-trao-doi/trien-vong-thu-hut-fdi-tu-eu-vao-viet-nam-319058.html

(13) ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ: “ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ໃນເດືອນເມ​ສາ ແລະ 4 ເດືອນ ປີ 2020", http://www.mpi.gov.vn/Pages/tinbai.aspx?idTin=46093&idcm=208

(14) ຮ​ວ່າງ​ນາມ: “ຫວຽດ​ນາມຕໍ່​ໜ້າໂອ​ກາດ​ເປັນ​ຈຸດ​ສະ​ຫວ່າງ​ໃນ​ການ​ດຶງ​ດູດການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ ພາຍຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”, https://doanhnhansaigon.vn/thoi-su-trong-nuoc/viet-nam-truoc-co-hoi-thanh-diem-sang-hut-fdi-hau-covid-19-1098667.html

(15) ຫງວຽນ​ທິ​ມິນ​ເຟືອງ: “ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ສະ​ຫະ​ພາບເອີ​ຣົບ​ເຂົ້າຫວຽດ​ນາມ: ສະ​ພາບ​ຕົວ​ຈິງ ແລະ ແງ່​ຫວັງ’” http://www.tapchicongsan.org.vn/tin-binh-luan/-/asset_publisher/DLIYi5AJyFzY/content/thu-hut-au-tu-truc-tiep-nuoc-ngoai-tu-lien-minh-chau-au-vao-viet-nam-thuc-trang-va-trien-vong

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 945 (​ເດືອນກໍລະກົດ 2020)