ການທູດວັດທະນະທໍາຫວຽດນາມ: ເບິ່ງຄືນໄປເມື່ອທົດສະວັດທີ່ຜ່ານ​ມາ

ປອ ຫຼີທິຫ້າຍອ໋ຽນ - ປອ ເຈິ່ນທິເຮືອງ
ສະຖາບັນການທູດຫວຽດນາມ
08:13, 01-04-2021

ວກ. - ໜຶ່ງໃນສາມເສົາຄໍ້າຫຼັກ ຂອງພື້ນຖານການທູດທີ່ຮອບດ້ານຂອງ​ຫວຽດນາມ, ການທູດວັດທະນະທໍາ ກໍ່ຖືເປັນຂົງເຂດໜຶ່ງທີ່ສໍາຄັນໃນນະໂຍບາຍການ​ຕາງປະເທດ, ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງເລິກເຊິ່ງ, ກວ້າງຂວາງໃນາຍ​ລະດັບ ແລະ ໃນຫຼາຍທ້ອງຖິ່ນ ຂອງທົ່ວປະເທດ. ຈາກຈຸດໝາຍປະກອບສ່ວນສາງ​ຄວາມເຊື່ອໝັ້ນ ແລະ ປັບປຸງການພົວພັນ ຂອງຫວຽດນາມ ກັບບັນດາປະ​ເທດ​ໃນ​ໂລກ ແນໃສ່ຍົກສູງຖານະບົດບາດແຫ່ງຊາດ, ໃນຕະຫຼອດ 10 ປີທີ່ຜ່ານມາ, ການ​ທູດວັດທະນະທໍາກໍ່ສາມາດຍາດໄດ້ບັນດາຜົນສໍາເລັດທີ່ເອກອ້າງ, ພາກພູມ​ໃຈ​າຍ​ຢາງ, ອັນໄດ້ປະກອບສ່ວນຕັ້ງໜ້າໃຫ້ແກ່ພາລະກິດສ້າງສາພັດທະນາປະເທດຊາດ.

ວັນທີ 1 ມີນາ 2019, ສະຫາຍ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ເປັນປະທານງານລ້ຽງຕ້ອນຮັບຢ່າງສົມກຽດ ຕໍ່ສະຫາຍ ກີມຈອງອູນ ປະທານພັກແຮງງານເກົາຫຼີເໜືອ, ປະທານຄະນະກໍາມະການປ້ອງກັນຊາດ ແຫ່ງປະເທດສາທາລະນະລັດ ປະຊາທິປະໄຕປະຊາຊົນເກົາຫຼີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກເກົາຫຼີເໜືອ ໄດມາຢຽມຢາມມິດຕະພາບຫວຽດນາມ ຢ່າງເປັນທາງການ (ໃນພາບ: ປະທານ ກີມຈອງອູນ ໄດລອງນເຄອງດົນຕີຊົນເຜົ່າຫວຽດນາມ) - ພາບ: TTXVN

ຄວາມຮັບຮູ້ກ່ຽວກັບການທູດວັດທະນະທໍາ

ນັບແຕ່ຕົ້ນສະຕະວັດທີ 21 ມາຮອດປັດຈຸບັນ, ຄຽງຄູ່ກັບນິຍາມວ່າກໍາລັງ​ແຮງ​ອອນນວນ”, ນິຍາມ “ການທູດວັດທະນະທໍາ” (cultural diplomacy) ນັບມື້ຍິ່ງ​ໄດ​ຮັບ​ການນໍາໃຊ້ຢ່າງແຜ່ຫຼາຍ ແລະ ກວ້າງຂວາງໃນການພົວພັນສາກົນ. ເຖິງວ່າຈະ​ມີ​າຍ​ວິທີສຶກສາຄົ້ນຄວ້າທີ່ແຕກຕ່າງກັນກໍ່ຕາມ, ແຕ່ເນື້ອໃນບັນຈຸຂ້າງໃນຂອງ​ນິຍາມ​ດງກາວນີ້ ໄດ້ຖືກຖືເປັນເອກະພາບໃນຈຸດໜຶ່ງວ່າ: ນັ້ນແມ່ນການນໍາໃຊ້ວັດທະນະທໍາ ເພື່ອຮັບໃຊ້ໃຫ້ບັນດາຈຸດໝາຍແຫ່ງຊາດ ໂດຍຜ່ານບັນດາການເຄື່ອນໄຫວມາງ​ການ​ທູດ, ການພົວພັນຕ່າງປະເທດ.

ຈາກການສຶກສາຄົ້ນຄວ້າຂອງຝ່າຍຕາເວັນຕົກ, ໂດຍສາສະດາຈານ ໂຊແຊບ ນາຍ, ອາດີດຜູ້ຊ່ວຍຮອງລັດຖະມົນຕີການຕ່າງປະເທດສາຫະລັດອາເມລິກາ ໄລຍະແຕ່ປີ 1977 - 1979, ມະຫາວິທະຍາໄລ Harvard ໄດ້ໃຫ້ທັດສະນະວ່າ: “ການທູດວັດທະນະທໍາ ແມ່ນຕົວຢ່າງແຖວໜ້າກ່ຽວກັບກໍາແຮງທີ່ນຸ່ນນວນ ຫຼື ຄວາມອາດສາມາດໃນການຊວນເຊື່ອໂດຍຜ່ານວັດທະນະທຳ, ຄຸນຄ່າແລະບັນດາ​ແນວຄວາມຄິດທີ່ກົງກັນຂ້າມກັບກໍາແລງແຮງທີ່ແຂງແກ່ນ, ໝາຍເຖິງການເອົາຊະ ນະ ຫຼືການບີບບັງຄັບໂດຍຜ່ານກຳລັງທະຫານ"(1). ທ່ານ ຊ.ອາເດບໍລູ, ສະມາຊິກ​ສະມາຄົມນັກການທູດການຄ້າອັງກິດ ໄດ້ໃຫ້ພິນິດໄສວ່າ: "ການທູດວັດທະນະທຳ ແມ່ນຮູບການການທູດທີ່ເນັ້ນໜັກເຖິງຄວາມຮັບຮູ້ດ້ານວັດທະນະທຳ ແລະຄວາມ​ເຂາ​ໃຈເຊິ່ງກັນແລະກັນ ຄືກັບວ່າເປັນພື້ນຖານໜຶ່ງຂອງການສົນທະນາ"(2). ໃນຂະນະ​ດຽວ​ກັນ, ວາລະສານວຽກງານການທູດ ຂອງມະຫາວິທະຍາໄລການພົວພັນຕ່າງປະ​ເທດ ມົດ​ສະ​ກູ ທີ່ໄດ້ໃຫ້ທັດສະນະວ່າ “ນີ້ແມ່ນຂົງເຂດພິເສດຂອງການເຄື່ອນໄຫວທາງ​ການ​ທູດ, ກ່ຽວພັນເຖິງການນໍາໃຊ້ວັດທະນະທໍາທີ່ສະເໝືອນວ່າເປັນເປົ້າໝາຍ​ແລະ​ພາຫະນະ ເພື່ອບັນລຸໄດ້ບັນດາຈຸດໝາຍພື້ນຖານ ຂອງນະໂຍບາຍການຕ່າງປະເທດ ຂອງຊາດ, ສ້າງເປັນຮູບພາບທີ່ສວຍງາມ ຂອງປະເທດຊາດ, ໂຄສະນາ​ເຜີຍ​ແຜ​ວັດທະນະທໍາແລະພາສາຊາດ ອອກສູ່ບັນດາປະເທດໃນໂລກ(3).

ຢູ່ບັນດາປະເທດຕາເວັນອອກ, ຕາມທັດສະນະຂອງນັກຄົ້ນຄວ້າຈີນ ທີ່ຊື່ວ່າ ແບ່ງເຕິນເລືອງ, ໄດ້ໃຫ້ທັດສະນະທີ່ເຊື່ອງຊ້ອນຄວາມໝາຍຕົວຈິງຂອງການ​ທູດ​ວັດທະນະທໍາວ່າ ເປັນການເຄື່ອນໄຫວທາງການທູດຂອງຊາດທີ່ມີອໍານາດອະທິປະໄຕ, ຖືເອົາການປົກປັກຮັກສາໄວ້ ຜົນປະໂຫຍດວັດທະນະທໍາປະເທດຕົນ ແລະປະຕິບັດ​ຍຸດ​ທະ​ສາດວັດທະນະທໍາການຕ່າງປະເທດແຫ່ງຊາດເປັນຈຸດປະສົງ, ພາຍໃຕ້ການ​ຊນໍາຂອງນະໂຍບາຍດ້ານວັດທະນະທໍາການຕ່າງປະເທດທີ່ແນ່ນອນ, ຈັດຕງຜັນ​ຂະຫຍາຍໂດຍອີງໃສ່ທຸກອຸບາຍແຫ່ງສັນຕິາບ ລວມເອົາທັງອຸບາຍວັດທະນະທໍາ(4). ນັກຄົ້ນຄວ້າຄົນຍີ່ປຸ່ນ ທີ່ຊື່ວ່າ ໂອ. ກາດູໂອ ກໍ່ໄດ້ເນັ້ນໜັກອີກວ່າ: “ຈຸດໝາຍຫຼັກ ແຫຼ່ງແກ່ນສານຂອງການທູດວັດທະນະທໍາແມ່ນການເພີ່ມທະວີ, ການປົວແປງຮູບພາບ ແລະອິດທິພົນແຫ່ງຊາດ ໂດຍຜ່ານບັນດາແງ່ມູມວັດທະນະທໍາ”(5).

ຈາກບັນດາທັດທະສະນະທີ່ກ່າວມາຂ້າງເທິງນັ້ນ, ນິຍາມກ່ຽວກັບການ​ທູດ​ວັດທະນະທໍາໃນໂລກ ໄດ້ຖືກເຂົ້າໃຈໃນສາມເນື້ອໃນຕົ້ນຕໍຄື: ໜຶ່ງ, ການທູດ​ວັດທະນະທໍາທີ່ຂຶ້ນກັບນະໂຍບາຍການຕ່າງປະເທດຂອງປະເທດໜຶ່ງໆ; ສອງ, ການທູດວັດທະນະທໍາທີ່ນໍາໃຊ້ວັດທະນະທໍາຄືກັບວ່າເປັນເຄື່ອງມື, ພາຫະນະ​ອັນ​ໜງ​ເພື່​ອບັນລຸເຖິງຈຸດໝາຍການພົວພັນຕ່າງປະເທດ; ສາມ, ການທູດວັດທະນະທໍາທ​ຊວຍໂຄສະນາເຜີຍແຜ່ວັດທະນະທໍາແຫ່ງຊາດອອກສູ່ໂລກພາຍນອກ, ປົວ​ແປງ​ພາບ​ລັກ, ອິດທິພົນແຫ່ງຊາດ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ລະຫວ່າງບັນດາ​ປະ​ເທດ.

ຄຽງຄູ່ກັນນັ້ນ, ເມື່ອເວົ້າເຖິງການທູດວັດທະນະທໍາ, ບັນດານັກຮຽນຮູ້ທັງາຍ​ກ​ມັກຈະເວົ້າເຖິງການພົວພັນຕ່າງປະເທດປະຊາຊົນ ຍ້ອນບັນດາຄວາມຊໍ້າຊອນ​ທາງ​ດານເນື້ອໃນທີ່ບັນຈຸພາຍໃນຂອງສອງຂົງເຂດນີ້. ກະຊວງການຕ່າງປະເທດຂອງ​ສະຫະລັດອາເມລິກາ ໄດ້ຖືການພົວພັນຕ່າງປະເທດປະຊາຊົນເປັນ “ບັນດາ​ແຜນການ​ທລັດຖະບານໃຫ້ການອຸປະຖໍາ, ແນໃສ່ສະໜອງຂໍ້ມູນຂ່າວສານ ຫຼືການ​ກະທົບ​ໃສ​ຄວາມຄິດເຫັນຂອງ​ປະຊາຊົນບັນດາປະເທດ ໂດຍຜ່ານບັນດາເຄື່ອງມືຕົ້ນຕໍ ນນ​ແມນ​ບັນດາຜະລິດຕະພັນສິ່ງພິມ, ຟີມຮູບເງົາ, ບັນດາການເຄື່ອນໄຫວແລກປ່ຽນວັດທະ ນະທໍາ, ວິທະຍຸກະຈາຍສຽງ ແລະໂທລະພາບ”(6). ອັນລວມລະຫວ່າງການທູດ​ວັດທະນະທໍາແລະການທູດປະຊາຊົນ ແມ່ນການທີ່ລ້ວນແຕ່ໄດ້​ໂຄສະນາ​ເຜີຍ​ແຜ​ວັດທະນະທທໍາອອກສູ່ພາຍນອກ, ສ້າງຄວາມເຊື່ອໝັ້ນຕໍ່ໝູ່ປະຊາຊົນຕ່າງປະເທດ, ຈາກນັ້ນ ສາມາດສ້າງໄດ້ຜົນສະທ້ອນເຖິງນະໂຍບາຍແຫ່ງຊາດ ຂອງລັດຖະບານ​ປະ​ເທດ​ອນ. ແຕ່ວ່າ ເປົ້າໝາຍສຸດທ້າຍຂອງການທູດວັດທະນະທໍາແມ່ນກວາງຂວາງ​ກວາ, ລວມເອົາທັງໝູ່ປະຊາຊົນພາຍໃນປະເທດ, ໝູ່ປະຊາຊົນຕ່າງປະເທດ, ລັດຖະບານຕ່າງປະເທດ, ໃນຂະນະທີ່ເປົ້າໝາຍຂອງການທູດໝູ່ປະຊາຊົນ ຕນ​ຕໍ​ແລວ ແມ່ນໝູ່ປະຊາຊົນຕ່າງປະເທດ, ວົງຄະນາຍາດສາກົນ. ເນື້ອໃນຂອງ​ການ​ທູດ​ວັດທະນະທໍາແມ່ນວັດທະນະທໍາ ສ່ວນເນື້ອໃນຂອງການທູດໝູ່ປະຊາຊົນ ນອກຈາກ​ວັດທະນະທໍາແລ້ວ ຍັງລວມເອົາທັງຂົງເຂດການເມືອງ, ການທະຫານ, ວິທະຍາສາດ - ເຕັກໂນໂລຊີ, ເຕັກນິກ...

ການປຽບທຽບທີ່ໄດ້ຍົກມາຂ້າງເທິງນີ້ ເປັນພຽງລັກສະນະທຽບຖານເທົ່ານັ້ນ ແລະຍັງຂຶ້ນກັບວິທີສຶກສາຄົ້ນຄວ້າ ຂອງແຕ່ລະປະເທດນໍາອີກ. ຢູ່ອາເມລິກາ ແລະ ດານມາກ, ການທູດວັດທະນະທຳຖືກຖືເປັນສາຂາໜຶ່ງ ຂອງການທູດໝູ່ປະຊາຊົນ, ກົງກັນຂ້າມ, ຢູ່ອັງກິດ, ການທູດວັດທະນະທໍາຍັງຖືກຖືເປັນຂົງເຂດທີ່ວາງຂວາງ​ກວາ ເມື່ອທຽບກັບການທູດປະຊາຊົນ (ຍ້ອນການທູດປະຊາຊົນພຽງແຕ່ຫັນສູ່ໝູ່ ປະຊາຊົນຕ່າງປະເທດເທົ່ານັ້ນ; ສ່ວນການທູດວັດທະນະທໍາແມ່ນຫັນໄປສູ່ທັງໝູ່ ປະຊາຊົນ, ລັດຖະບານຕ່າງປະເທດແລະພາຍໃນປະເທດ).

ຢູ່ຫວຽດນາມ, ນິຍາມກ່ຽວກັບການທູດວັດທະນະທໍາ ໄດ້ຮັບການສຶກສາຄົ້ນຄວ້າ ດ້ວຍຫຼາຍຮູບຫຼາຍແບບ, ດ້ວຍຫຼາຍທັດສະນະ ທີ່ມີທັງຄວາມຄ້າຍຄືກັນ ແລະມີຄວາມ ແຕກຕ່າງກັນ. ການສຶກສາຄົ້ນຄວ້າພາຍໃຕ້ແງ່ມູມການທູດ, ການທູດວັດທະນະທໍາ ໄດ້ຖືເປັນ “ຮູບການການທູດໜຶ່ງ ໂດຍຜ່ານວັດທະນະທໍາເພື່ອສ້າງ, ຮັກສາ ແລະ ເສີມຂະຫຍາຍການພົວພັນຕ່າງປະເທດ”(7). ກົມວັດທະນະທໍາຕ່າງປະເທດ ແລະ UNESCO ຂອງກະຊວງການຕ່າງປະເທດຫວຽດນາມ ໄດ້ກໍານົດຄໍານິຍາມວ່າ: “ການທູດວັດທະນະທໍາແມ່ນການເຄື່ອນໄຫວພົວພັນຕ່າງປະເທດ, ລັດໄດ້ຈັດຕັ້ງ, ສະ ໜັບສະໜູນ ຫຼືໃຫ້ການອຸປະຖໍາ. ການເຄື່ອນໄຫວດັ່ງກ່າວນີ້ ໄດ້ຮັບການຈັດຕັ້ງຜັນ ຂະຫຍາຍໃນຊ່ວງໄລຍະເວລາທີ່ແນ່ນອນ ແນໃສ່ບັນລຸໄດ້ບັນດາຈຸດໝາຍທາງການ ເມືອງ, ການພົວພັນຕ່າງປະເທດທີ່ໄດ້ກໍານົດໄວ້, ດ້ວຍບັນດາຮູບການວັດທະນະທໍາ ເຊັ່ນ: ສິລະປະ, ປະຫວັດສາດ, ແນວຄິດ, ມູນເຊື້ອ, ການກິນດື່ມ, ຟີມຮູບເງົາ, ສິ່ງພິມ, ວັນນະຄະດີ”(8). ຈາກແງ່ມູມວັດທະນະທໍາ, ມີຄວາມສໍານຶກທີ່ກ່າວວ່າ ການທູດວັດທະນະທໍາແມ່ນການເຄື່ອນໄຫວທີ່ມີເອກະລັກສະເພາະ, ນໍາໃຊ້ເຄື່ອງ ມືວັດທະນະທໍາ ເພື່ອບັນລຸຈຸດໝາຍຂອງການທູດ ແລະນໍາໃຊ້ການທູດ ເພື່ອເຊີດຊູ ຄວາມງົດງາມຂອງວັດທະນະທໍາ”(9).

ສາມາດເຫັນໄດ້ວ່າ ວິທີການຮັບຮູ້ກ່ຽວກັບການທູດວັດທະນະທໍາ ຢູ່ຫວຽດນາມ ແມ່ນມີຫຼາຍຮູບຫຼາຍແບບແລະມີຈຸດລິເລີ່ມທີ່ແຕກຕ່າງກັນ. ຢູ່ໃນກະໂຕ “ຍຸດທະສາດ ການທູດວັດທະນະທໍາຮອດປີ 2020” ທີ່ນາຍົກລັດຖະມົນຕີໄດ້ປະກາດໃຊ້ໃນປີ 2011 ກໍ່ໄດ້ຍົກຂຶ້ນຢ່າງຈະແຈ້ງວ່າ: “ການທູດວັດທະນະທໍາພ້ອມກັບການທູດ ເສດຖະກິດ ແລະການທູດການເມືອງ ແມ່ນສາມເສົາຄໍ້າຫຼັກ ຂອງພື້ນຖານການທູດ ທີ່ຮອບດ້ານ, ທັນສະໄໝຂອງຫວຽດນາມ”.

ໂດຍສັງລວມຈາກບັນດາທັດສະນະທີ່ຍົກຂ້າງເທິງ, ວິທີສຶກສາຄົ້ນຄວ້າກ່ຽວກັບ ການທູດວັດທະນະທໍາຂອງຫວຽດນາມຖືກເຂົ້າໃຈວ່າ: ໜຶ່ງ, ມັນແມ່ນຮູບການການທູດ ໂດຍຜ່ານເຄື່ອງມືວັດທະນະທຳ; ສອງ, ແມ່ນເພື່ອບັນລຸບັນດາຈຸດໝາຍອັນເປັນຜົນ ປະໂຫຍດພື້ນຖານຂອງປະເທດຊາດ ນັ້ນຄືການພັດທະນາ, ຄວາມໝັ້ນຄົງ ແລະ ອິດທິພົນ, ພ້ອມກັນນັ້ນກໍ່ເຊີດຊູຄຸນຄ່າດ້ານວັດທະນະທໍາ; ສາມ, ແມ່ນຊ່ອງທາງ ການທູດທີ່ມີປະສິດທິຜົນ, ເພີ່ມທະວີກໍາລັງແຮງທີ່ອ່ອນນວນ; ສ້າງຄວາມເຊື່ອໝັ້ນ, ໂຄສະນາເຜີຍແຜ່ພາບພົດແຫ່ງຊາດ; ສີ່, ແມ່ນຊ່ອງທາງໃນການຮັບເອົາວັດທະ ນະທຳມວນມະນຸດ, ເພື່ອເຮັດໃຫ້ພື້ນຖານວັດທະນະທໍາປະເທດຊາດມີຄວາມອຸດົມ ສົມບູນຍິ່ງຂຶ້ນ; ຫ້າ, ແມ່ນເຮັດດ້ວຍຄວາມຫຼາກຫຼາຍ, ບໍ່ພຽງແຕ່ດ້ວຍເສັ້ນທາງ ທີ່ເປັນທາງການຂອງລັດເທົ່ານັ້ນ ແຕ່ຍັງເຮັດດ້ວຍເສັ້ນທາງທີ່ບໍ່ເປັນທາງການນໍາອີກ; ຫົກ, ແມ່ນໄດ້ນໍາໃຊ້ຢ່າງຄ່ອງແຄ້ວ ແລະບັນລຸໄດ້ປະສິດທິຜົນຢ່າງຍາວນານ.

ບັນດາໝາກຜົນທີ່ສາມາດບັນລຸໄດ້ ໃນຂະບວນວິວັດຈັດຕັ້ງຜັນຂະຫຍາຍ
ນະໂຍບາຍການທູດວັດທະນະທໍາຕະຫຼອດສິບປີທີ່ຜ່ານມາ

ໃນໜຶ່ງທົດສະວັດທີ່ຜ່ານມາ, ການທູດວັດທະນະທໍາຫວຽດນາມ ໄດ້ກໍານົດ ຂີດໝາຍທີ່ໜ້າຈົດຈໍາທັງໃນດ້ານທິດສະດີ, ນະໂຍບາຍ ແລະການຈັດຕັ້ງ ຜັນຂະຫຍາຍໃນພຶດຕິກໍາຕົວຈິງ ຂອງຂົງເຂດການເຄື່ອນໄຫວພົວພັນຕ່າງປະເທດ ອັນໃໝ່ນີ້. ການກໍານົດທີ່ຖືກຕ້ອງແລະລຸລ່ວງທາງດ້ານທິດສະດີ, ນິຍາມ, ເນື້ອໃນ ບັນຈຸຢູ່ພາຍໃນ, ແບບວິທີການທູດວັດທະນະທໍາ ໄດ້ຊ່ວຍໃຫ້ການຈັດຕັ້ງ ຜັນຂະຫຍາຍສໍາເລັດຜົນໄດ້ໃນພຶດຕິກໍາຕົວຈິງ. ພ້ອມກັນນັ້ນ, ພຶດຕິກໍາຕົວຈິງ ການທູດວັດທະນະທໍາໃນໜຶ່ງທົດສະວັດຜ່ານມາ ກໍ່ແມ່ນ “ໂມງວັດແທກຄວາມຮ້ອນ” ກວດກາພິສູດ ເພື່ອຖອດຖອນເປັນບັນດາບົດຮຽນອັນເລິກເຊິ່ງກວ່າເກົ່າ, ປະກອບສ່ວນຍົກສູງການເຄື່ອນໄຫວການທູດວັດທະນະທໍາໃນໄລຍະຕໍ່ໜ້າ.

ບັນຫາທາງດ້ານທິດສະດີແລະການກໍານົດນະໂຍບາຍ ຂອງການທູດ ວັດທະນະທໍາ ໄດ້ຖືກດໍາເນີນໄປຢ່າງມີແບບມີແຜນທີ່ສຸດ. ນັບແຕ່ຊຸມປີ 2000 ເປັນຕົ້ນມາ, ບັນຫາການທູດວັດທະນະທໍາ ໄດ້ຮັບການລິເລີ່ມຈາກບັນດາກຸ່ມ ນັກຊ່ຽວຊານ, ທີ່ປຶກສາ ຢູກະຊວງການຕ່າງປະເທດ, ຫຼັງຈາກນັ້ນ ກໍ່ມີຫຼາຍໆ ກອງປະຊຸມທີ່ໄດ້ຮັບການຈັດຕັ້ງຂຶ້ນ ເພື່ອປຶກສາແລະຟັງຄວາມຄິດເຫັນຈາກ ບັນດານັກຄົ້ນຄວ້າ, ບັນດານັກການທູດ. ບັນຫາການທູດວັດທະນະທໍາ ກໍ່ໄດ້ຖືກຍົກຂຶ້ນ ເພື່ອປຶກສາຫາລືໃນບັນດາສະໄໝກອງປະຊຸມການພົວພັນ ຕ່າງປະເທດ ຂອງກະຊວງການຕ່າງປະເທດ. ການກໍານົດ “ການທູດວັດທະນະທໍາ, ການທູດການເມືອງ ແລະການທູດເສດຖະກິດ ເປັນສາມເສົາຄໍ້າ ຂອງການພົວພັນ ຕ່າງປະເທດຫວຽດນາມ” ໃນກອງປະຊຸມການພົວພັນຕ່າງປະເທດ ຄັ້ງທີ 25 (ປີ 2006) ແລະມາຮອດກອງປະຊຸມການພົວພັນຕ່າງປະເທດ ຄັ້ງທີ 26 (ປີ 2008), ວຽກງານການທູດວັດທະນະທໍາ ຈິ່ງໄດ້ຖືກຖືເປັນຈຸດໃຈກາງຂອງທົ່ວຂະແໜງການ ທູດ. ຈາກນັ້ນມາ, ຄໍາສັ່ງສະບັບເລກທີ 4252/2008/CT-BNG, ລົງວັນທີ 23 ທັນວາ 2008, ຂອງກະຊວງການຕ່າງປະເທດ, ວ່າດ້ວຍການເພີ່ມທະວີວຽກງານ ການທູດວັດທະນະທໍາ ສ້າງເປັນກໍາລັງແຮງໃໝ່ໃຫ້ແກ່ການພົວພັນຕ່າງປະເທດ ຫວຽດນາມ ໃນຂະບວນວິວັດເຊື່ອມໂຍງສາກົນ ໄດ້ຖືກປະກາດໃຊ້ໃນວັນທີ 23 ທັນວາ 2008. ການທູດວັດທະນະທໍາສືບຕໍ່ໄດ້ຮັບການຍົກສູງຂຶ້ນ, ເມື່ອໄດ້ຖືກນໍາສະເໜີ ຢູ່ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ (2011): “ປະສານສົມທົບຢ່າງແໜ້ນແຟ້ນໃນການເຄື່ອນໄຫວການພົວພັນ ຕ່າງປະເທດຂອງພັກ, ການທູດຂອງລັດ, ການພົວພັນຕ່າງປະເທດປະຊາຊົນ; ການພົວພັນຕ່າງປະເທດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ; ການພົວພັນຕ່າງປະເທດທາງການເມືອງ, ເສດຖະກິດ ແລະການພົວພັນຕ່າງປະເທດ ທາງວັດທະນະທໍາ”(10). ວັນທີ 14 ກຸມພາ 2011, ນາຍົກລັດຖະມົນຕີໄດ້ປະກາດໃຊ້ ຂໍ້ຕົກລົງສະບັບເລກທີ 208/2011/QĐTTg ວ່າດ້ວຍການຮັບຮອງຍຸດທະສາດ ການທູດວັດທະນະທໍາຮອດປີ 2020, ໄດ້ກໍານົດເອົາ 5 ການເຄື່ອນໄຫວຕົ້ນຕໍ ຂອງການທູດວັດທະນະທໍາ ປະກອບມີ: 1. ເປີດເສັ້ນທາງ, ໄຂຊ່ອງທາງການພົວ ພັນກັບບັນດາປະເທດ ແລະພາກພື້ນທີ່ມີການພົວພັນຫຼາຍຢ່າງກັບຫວຽດນາມ; 2. ຊຸກຍູ້, ເພີ່ມທະວີ ແລະ ສ້າງຄວາມເຂົ້າໃຈທີ່ເລິກເຊິ່ງກັບບັນດາປະເທດ; 3. ໂຄສະນາເຜີຍແຜ່ພາບພົດຂອງປະເທດ, ຂອງຄົນຫວຽດນາມ ອອກສູ່ສາກົນ; 4. ລະດົມການເຄື່ອນໄຫວເພື່ອໃຫ້ຫວຽດນາມ ກາຍເປັນປະເທດທີ່ມີມໍລະດົກຫຼາຍຢ່າງ ໄດ້ຮັບການຮັບຮອງຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ຂອງສະຫະປະຊາຊາດ (UNESCO). 5. ຮັບເອົາສິ່ງດີເລີດຂອງວັດທະນະທໍາ ມວນມະນຸດ ເພື່ອເຮັດໃຫ້ສີສັນວັນທະນະທໍາຊາດອຸດົມຮັ່ງມີ(11). ຈາກ​ນນ, ໂຄງການຄົ້ນຄວ້າຈໍານວນໜຶ່ງກ່ຽວກັບການທູດວັດທະນະທໍາໄດ້ຮັບການພິມຈໍາໜ່າຍ, ປະກອບສ່ວນສ້າງເປັນພື້ນຖານທາງດ້ານທິດສະດີທີ່ສໍາຄັນໃຫ້ແກ່ “ຂະແໜງການ” ທີ່ຂ້ອນຂ້າງໃໝ່ນີ້.

ຄຽງຄູ່ກັບການສ້າງທິດສະດີ ແລະກໍານົດນະໂຍບາຍແລ້ວ, ບັນດາການເຄື່ອນ ໄຫວຕົວຈິງ ກໍ່ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ຢູ່ໃນຫຼາຍໆທ້ອງຖິ່ນ ທັງຢູ່ພາຍໃນ ແລະຕ່າງປະເທດ. ບັນດາການເຄື່ອນໄຫວການທູດວັດທະນະທຳ ໄດ້ຮັບການຈັດຕັ້ງ ປະຕິບັດໂດຍຜ່ານການເຜີຍແຜ່ດ້ານວັດທະນະທຳ, ສິລະປະ ຜ່ານບັນດາ​ການ​ເຄອນ​ໄຫວທາງການທູດ ຫຼືຜ່ານຂໍ້ມູນຂ່າວສານ, ສື່ມວນຊົນ, ກອງປະຊຸມ, ການສຳມະນາ​ຕາງໆ ເພື່ອໜູນຊ່ວຍໃຫ້ແກ່ວຽກງານການຕ່າງປະເທດ ແລະການທູດຂອງປະເທດ. ສະເພາະໃນຊຸມປີທີ່ຜ່ານມາ, ຫຼາຍຮ້ອຍພັນເຫດການທາງດ້ານວັດທະນະທຳ ​ໄດ​ຮັບ​ການຈັດຕັ້ງຂຶ້ນທັງຢູ່ພາຍໃນແລະຕ່າງປະເທດ, ພ້ອມກັບບັນດາການເຄື່ອນ​ໄຫວ​ການ​ທູດນັບແຕ່ລະດັບສູງສຸດ ຈົນຮອດບັນດາການເຄື່ອນໄຫວໃນລະດັບທ້ອງຖິ່ນ ດວຍ​າຍເນື້ອໃນ ແລະຫຼາຍຮູບການ. ສາມາດທີ່ຈະຍົກໃຫ້ເຫັນໂດຍສັງເຂບ​ໃນການຈັດຕງຜັນຂະຫຍາຍ ເຊິ່ງສະແດງອອກໃນ 4 ຮູບການຕໍ່ໄປນີ້:

ໜຶ່ງ, ຕິດພັນລະຫວ່າງການທູດວັດທະນະທຳກັບບັນດາການເຄື່ອນໄຫວການ ທູດທາງການເມືອງ ເຊັ່ນ: ບັນດາການຢ້ຽມຢາມລະດັບສູງ ຂອງຜູ້ນຳພັກແລະລັດ, ບັນດາກອງປະຊຸມລະດັບສູງ ທີ່ມີການເຂົ້າຮ່ວມຂອງບັນດາປະມຸກລັດແຖວໜ້າ ຂອງໂລກ. ນັບແຕ່ປີ 2007 ເປັນຕົ້ນມາ, ໃນການເດີນທາງຢ້ຽມຢາມປະເທດຍີປຸ່ນ ຢ່າງເປັນທາງການ ຂອງທ່ານ ຫງວຽນມິງຈ໊ຽດ ປະທານປະເທດຫວຽດນາມ, ບັນດາການເຄື່ອນໄຫວທາງການທູດວັດທະນະທໍາ ກໍ່ໄດ້ຮັບການບັນຈຸເຂົ້າໃນ ລາຍການດໍາເນີນກອງປະຊຸມ, ອັນສ້າງເປັນສັນຍາລັກ “ເປີດຊ່ອງທາງ” ແຫ່ງຄວາມປະທັບໃຈ ໃຫ້ແກ່ການເດີນທາງມາຢ້ຽມຢາມຍີ່ປຸ່ນ ເປັນຄັ້ງທໍາອິດ ຂອງປະທານປະເທດຫວຽດນາມ, ນັບແຕ່ສອງປະເທດໄດ້ສ້າງສາຍພົວພັນການທູດ ໃນປີ 1973. ນັບແຕ່ນັ້ນມາ, ເປັນໄລຍະເວລາຫຼາຍກວ່າສິບທີ່ຜ່ານມາ ອັນໄດ້ພິສູດ ໃຫ້ເຫັນຜົນສຳເລັດໃນການຊຸກຍູ້ການພົວພັນຕ່າງປະເທດ ຂອງຫວຽດນາມ, ເຊິ່ງສາມາດບັນຈຸເນື້ອໃນວຽກງານການທູດວັດທະນະທໍາ ເຂົ້າໃນລາຍການດໍາເນີນ ກອງປະຊຸມລະຫວ່າງປະເທດຢ່າງມີປະສິດທິຜົນ. ໃນປີ 2019 ດຽວເທົ່ານັ້ນ, ໃນການຢ້ຽມຢາມຢ່າງເປັນທາງການຂອງການນຳຂັ້ນສູງຂອງຫວຽດນາມ ໄປຍັງ ປະເທດຕ່າງໆ, ເປົ້າໝາຍການໂຄສະນາພາບພົດຂອງປະເທດຫວຽດນາມ ໄດ້ສຸມໃສ່ ແລະປະຕິບັດຢ່າງສຳເລັດຜົນ ພ້ອມກັບເປົ້າໝາຍດ້ານການເມືອງແລະເສດຖະກິດ. ສະເພາະໃນປີ 2019, ໃນບັນດາການເຄື່ອນໄຫວຢ້ຽມຢາມຢ່າງເປັນທາງການ ຂອງຜູ້ນໍາລະດັບສູງຂອງຫວຽດນາມບັນດາປະເທດ, ຈຸດໝາຍການໂຄສະນາເຜີຍ ແຜ່ພາບພົດຫວຽດນາມ ໄດ້ຖືກຖືສໍາຄັນ ແລະຈັດຕັ້ງປະຕິບັດສໍາເລັດຜົນ ຄຽງຄູ່ກັບ ບັນດາຈຸດໝາຍທາງການເມືອງ ແລະເສດຖະກິດ.

ສອງ, ຜ່ານບັນດາການເຄື່ອນໄຫວປຸກລະດົມບັນດາປະເທດໃນໂລກ, ໂດຍສະເພາະແມ່ນການທີ່ UNESCO ຮັບຮອງເອົາບັນດາຄຸນຄ່າວັດທະນະທໍາມີຮູບ ແລະວັດທະນະທໍາທ​ບ​ມີ​ຮູບຂອງຫວຽດນາມ; ພ້ອມກັນນັ້ນ, ບັນດາອົງການຜູ້ຕ່າງໜ້າ ການທູດຫວຽດນາມຢູ່ຕ່າງປະເທດ ກໍ່ເພີ່ມທະວີການໂຄສະນາເຜີຍແຜ່ບັນດາຄຸນຄ່າ ວັດທະນະທໍາຫວຽດນາມອອກສູ່ຕ່າງປະເທດ ໂດຍຜ່ານບັນດາເຫດການວັດທະນະທໍາ ທີ່ພົ້ນເດັ່ນ ແລະມີເອກະລັກສີສັນຂອງຫວຽດນາມ, ແນໃສ່ສ້າງຄວາມປະທັບໃຈອັນ ຈົບງາມກ່ຽວກັບຫວຽດນາມ. ບົນເວທີວັດທະນະທໍາທີ່ມີຫຼາຍຝ່າຍ ແລະ ໃຫຍ່ທີ່ສຸດ ໃນໂລກຄືດັ່ງ UNESCO, ບັນດາການເຄື່ອນໄຫວການທູດວັດທະນະທໍາຂອງ ຫວຽດນາມ ໄດ້ປະກອບສ່ວນຍົກສູງພາບພົດ, ອິດທິພົນຂອງຫວຽດນາມ ຕໍ່ໂລກ ພາຍນອກຫຼາຍທີ່ສຸດ. ຫວຽດນາມໄດ້ເພີ່ມທະວີການພົວພັນຮ່ວມມືທີ່ດີງາມ ກັບ UNESCO ໃນທຸກຂົງເຂດທີ່ມີສິດອໍານາດ. ພົ້ນເດັ່ນທີ່ສຸດແມ່ນການທີ່ຫວຽດນາມ ແລະ UNESCO ໄດ້ລົງນາມເຊັນບົດບັນທຶກຊ່ວຍຈໍາ (MOU) ໃນການຮ່ວມມື ສອງຝ່າຍ ໄລຍະແຕ່ປີ 2016-2020 ບົນພື້ນຖານການສະຫຼຸບສັງລວມການຈັດຕັ້ງ ປະຕິບັດບົດບັນທຶກຊ່ວຍຈໍາ ໄລຍະແຕ່ ປີ 2010-2015. ຫວຽດນາມສືບຕໍ່ເສີມ ຂະຫຍາຍບົດບາດຢ່າງຕັ້ງໜ້າ ແລະເປັນເຈົ້າການ ຢູ່ໃນ UNESCO ໂດຍຜ່ານ ການຮັບຜິດຊອບໜ້າທີ່ສໍາຄັນຈໍານວນໜຶ່ງ ຢູ່ໃນບັນດາຄະນະກໍາມະທິການ ວິຊາສະເພາະຂອງ UNESCO ເຊັ່ນ: ຮອງປະທານແຜນການຄວາມຊົງຈໍາແຫ່ງ ໂລກ ເຂດພາກພື້ນອາຊີ - ປາຊີຟິກ (MOWCAP) ສະໄໝ 2014-2018; ຮອງປະທານຄະນະກໍາມະທິການສະໝຸດສາດ ພາກພື້ນປາຊີຟິກຕາເວັນຕົກ (IOC/WESTPAC) ສະໄໝ 2012-2015 ແລະ ເລຂາທິການໃຫຍ່ສະຫະພັນ ບັນດາສະມາຄົມ UNESCO ໂລກ ສະໄໝ 2011-2015...

ປັດຈຸບັນ, ຫວຽດນາມໄດ້ຂົນຂວາຍ UNESCO ໃຫ້ຮັບຮອງເອົາມໍລະດົກ 28 ລາຍການ ຢູ່ຫວຽດນາມ ປະກອບດ້ວຍ: ມໍລະດົກທາງທໍາມະຊາດ 2 ລາຍການ (ອ່າວຮ້າລອງ, ສວນແຫ່ງຊາດ ຟອງຍາ - ແກ້ບ່າງ); ມໍລະດົກທາງວັດທະນະທໍາ 5 ລາຍການ (ນະຄອນຫຼວງເຫ້ວ ທີ່ເກົ່າແກ່, ຕົວເມືອງໂຮ້ຍອານ, ເຂດວິຫານໝີເຊີນ, ເຂດມໍລະດົກໃຈກາງກໍາແພງພະລາຊະວັງແທັງລອງ, ກໍາແພງລາຊະວົງໂຮ່); ມໍລະດົກປະສົມ 1 ລາຍການ (ເຂດທັດສະນີຍະພາບຈ່າງອານ); ມໍລະດົກທາງ ວັດທະນະທໍາທ​ບ​ມີ​ຮູບ 13 ລາຍການ (ດົນຕີພະລາຊະວັງເຫວ, ວັດທະນະທໍາ ການຕີຄ້ອງງວຽນ, ທໍານອງຂັບລໍາພື້ນເມືອງແຂວງບັກນິງ, ຂັບລໍາ ກາຈູ່, ປະເພນີບຸນ ຢອງ, ຂັບລໍາພື້ນເມືອງ ແຂວງຟູຖໍ້...); ມໍລະດົກດ້ານຂໍ້ມູນ 6 ລາຍການ (ສີລາຈາລຶກບັນດາຊຸດສອບເສັງປະລິນຍາເອກໃນລາຊະການ ເລ ແລະ ມາກ, ແຜ່ນພິມໄມ້ໃນລາຊະການຫງວຽນ, ແຜ່ນພິມໄມ້ພຸດທະຄໍາພີ ຈຸກເລິມ - ວັດຫວິງງຽມ, ກາປະທັບປະຈໍາລາຊະການຫງວຽນ, ບົດປະພັນຢູ່ເທິງສະຖາປານິກ ແຫ່ງພະລາຊະວັງເຫ, ແຜ່ນພິມໄມ້ແຫ່ງໂຮງຮຽນຟຸກຊາງ); ແລະອີກ 1 ສວນ ສາທາລະນະທໍລະນີໂລກ (ພູພຽງແຫ່ງຫີນດົ່ງວັນ).

ການທູດວັດທະນະທໍາ ຍັງໄດ້ປະກອບສ່ວນຕັ້ງໜ້າໃນການຍົກສູງລະດັບ ຄວາມເຂົ້າໃຈກ່ຽວກັບຫວຽດນາມ ໃນວົງການການເມືອງ ແລະປະຊາຊົນບັນດາ ປະເທດໃນໂລກ. ພິເສດແມ່ນ, ໃນການຈັດຕັ້ງຜັນຂະຫຍາຍໂຄງການ “ເຊີດຊູ ປະທານ ໂຮ່ຈີມິນ, ວິລະຊົນແຫ່ງການປົດປ່ອຍຊາດ, ນັກວັດທະນະທໍາຜູ້ພົ້ນເດັ່ນ ຍອດຍິ່ງ ຂອງຫວຽດນາມ ຢູ່ໃນຕ່າງປະເທດ ແຕ່ປີ 2010-2020” ໃນຊຸມປີ ທີ່ຜ່ານມາ ສາມາດຍາດໄດ້ໝາກຜົນອັນສວຍງາມທີ່ສຸດ. ອານຸສາວະລີປະທານ ໂຮ່ຈີມິນ ໃນຫຼາຍໆບ່ອນຢູ່ຕ່າງປະເທດໄດ້ຮັບການບູລະນະ, ສ້ອມແປງ ຫຼື ເປີດນໍາໃຊ້ໃໝ່, ພົ້ນເດັ່ນທີ່ສຸດແມ່ນ ໄດ້ສໍາເລັດວຽກງານບູລະນະ, ສ້ອມແປງ ອານຸສາລະລີລຸງໂຮ່ ຢູ່ມາດາກັດສະກາ, ລັດເຊຍ, ກູບາ, ໄດ້ເປີດນໍາໃຊ້ອານຸສາວະລີ ລຸງໂຮ່ ຢູ່ທີ່ຊີເລ, ສິງກາໂປ... ໂຄງການເຫຼົ່ານີ້ໄດ້ຖືກນໍາເຂົ້າໃນແຜນການຈັດຕັ້ງ ຜັນຂະຫຍາຍທີ່ໄປພ້ອມໆກັບແຜນນະໂຍບາຍອັນຕັ້ງໜ້າ, ເປັນເຈົ້າການໃນການ ເຊື່ອມໂຍງສາກົນ ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ຮັບຮອງເອົາ ຢ່າງເປັນທາງການ, ອັນກາຍເປັນປັດໄຈໜຶ່ງຂອງແນວທາງ, ນະໂຍບາຍການ​ຕ່າງປະ​ເທດນໄລຍະໃໝ່ ຂອງຫວຽດນາມ.

ສາມ, ບັນດາການເຄື່ອນໄຫວການທູດວັດທະນະທໍາກັບທີ່ ໂດຍຜ່າບັນດາ​ເວທີ, ກອງປະຊຸມແລະການສໍາມະນາສາກົນຕ່າງໆ ຫຼືບັນດາເທດສະການວັນບຸນ ໃຫຍ່ໆ, ວັນສ້າງຕັ້ງການພົວພັນການທູດ ຂອງຫວຽດນາມກັບບັນດາປະເທດ, ເຊິ່ງແນໃສ່ບັນດານັກການເມືອງ ແລະວົງຄະນາຍາດປະເທດຕ່າງໆ ທີ່ພວມປະຕິບັດ ໜ້າທີ່ວຽກງານ ແລະການດໍາລົງຊີວິດຢູ່ຫວຽດນາມ. ສາມາດທີ່ຈະກ່າວເຖິງບັນດາ ການເຄື່ອນໄຫວທີ່ພົ້ນເດັ່ນຕ່າງໆ ເຊັ່ນ: “ເທດສະການດອກຊາກຸລະຍີປຸ່ນ-ຮ່າໂນ້ຍ” ເຊິ່ງໄດ້ຈັດຕັ້ງຂຶ້ນນັບແຕ່ປີ 2016 ມາຮອດປັດຈຸບັນ; “ເທດສະການອາຫານວັດທະ ນະທໍາ ຫວຽດນາມ - ເກົາຫຼີ” ເຊິ່ງໄດ້ຈັດຕັ້ງຂຶ້ນນັບແຕ່ປີ 2017 ມາຮອດປັດຈຸບັນ; “ຊຸມວັນເວລາມົດສະກູທີ່ຮ່າໂນ້ຍ - 2019”; “ເທດສະການວັດທະນະທໍາຫວຽດນາມ - ເຢຍລະມັນ - Octoberfest ຫວຽດນາມ 2019”; ງານມະໂຫລານອາຫານສາກົນ ແຕ່ປີ 2014 ມາຮອດປັດຈຸບັນ; ວັນ “ວັດທະນະທໍາບັນດາຊົນເຜົ່າຫວຽດນາມ” ເຊິ່ງໄດ້ຈັດຕັ້ງຂຶ້ນໃນທຸກໆປີ... ພິເສດແມ່ນການທີ່ຫວຽດນາມ ໄດ້ຈັດຕັ້ງສໍາເລັດຜົນ ງານບຸນໃຫຍ່ວັນວິສາຂະບູຊາສະຫະປະຊາຊາດ Vesak ໃນປີ 2014 ແລະ 2019 ອັນເປັນການປະກອບສ່ວນໂຄສະນາເຜີຍແຜ່ພາບພົດປະເທດຫວຽດນາມ ທີ່ຮັກຫອມສັນຕິພາບ, ເວລາໃດກໍ່ມີມານະພະຍາຍາມເຄື່ອນໄຫວເພື່ອສັນຕິພາບ, ການຮ່ວມມື ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ. ບັນດາການເຄື່ອນໄຫວ ໃນວັນບຸນວັດທະນະທໍາຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢູ່ຫຼາຍປະເທດໃນໂລກ, ໄປຄຽງຄູ່ກັບບັນດາການເຄື່ອນໄຫວ ທີ່ຕິດພັນກັບຊຸມ​ຊົນຊາວຫວຽດນາມ ຢູ່ຕ່າງປະເທດ. ບັນດາສູນວັດທະນະທໍາຫວຽດນາມຢູ່ຕ່າງປະເທດ ກໍ່ຄ່ອຍໆ ເປັນຮູບເປັນຮ່າງຂຶ້ນ ແລະໄດ້ເຄື່ອນໄຫວໃນຕົວຈິງ, ອັນເປັນຊ່ອງທາງໃນການ ແນະນໍາແລະແລກປ່ຽນວັດທະນະທໍາຂອງຫວຽດນາມ ຢູ່ບັນດາປະເທດຕ່າງໆ ໃນໂລກຢ່າງມີປະສິດທິຜົນ.

ສີ່, ການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະມີປະສິດທິຜົນ ຢູ່ໃນບັນດາອົງການຈັດຕັ້ງ, ເວທີຫຼາຍຝ່າຍຕ່າງໆ ເຊັ່ນ: ສະຫະປະຊາຊາດ, ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້, ກອງປະຊຸມສຸດຍອດ ອາຊີ - ເອີຣົບ (ASEM), ເວທີການຮ່ວມມືເສດຖະກິດທະວີບອາຊີບ - ປາຊີຟິກ (APEC)... ດ້ວຍການເຊື່ອມໂຍງບັນດາການເຄື່ອນໄຫວການທູດວັດທະນະທໍາ. ໃນປີ 2019, ການຈັດຕັ້ງກອງປະຊຸມສຸດຍອດອາເມລິກາ - ເກົາຫຼີເໜືອ ຄັ້ງທີ 2 ທີ່ຍັງ​ບໍ່ທັນສໍາເລັດຜົນນັ້ນ ມັນເປັນກາລະໂອກາດອັນໃຫຍ່ຫຼວງ ເພື່ອເຮັດໃຫ້ຫວຽດນາມ ສາມາດປະຕິບັດພາລະໜ້າທີ່ ຂອງບັນດາການເຄື່ອນໄຫວການທູດວັດທະນະທໍາ ຂອງປະເທດ, ເປັນສານດ້ານການທູດທີ່ສໍາຄັນແລະເຂັ້ມແຂງ ຂອງຫວຽດນາມ ຕໍ່ວົງຄະນາຍາດສາກົນ ກ່ຽວກັບການກ້າວຂຶ້ນ, ຄວາມກຽມພ້ອມ ຂອງຫວຽດນາມ ໃນການເສີມຂະຫຍາຍບົດບາດ ຄວາມເປັນເຈົ້າການ, ຄວາມຕັ້ງໜ້າພະຍາຍາມ ປະກອບສ່ວນເຂົ້າໃນວຽກງານລວມຂອງພາກພື້ນ ແລະ ສາກົນ.

ແຜນການການທູດວັດທະນະທໍາຈໍານວນໜຶ່ງ ເຊິ່ງໄດ້ຜ່ານຊ່ອງທາງນັກຮຽນຮູ້ ປັນຍາຊົນ ກໍ່ໄດ້ປະກອບສ່ວນສໍາຄັນໃນວົງຄະນາຍາດສາກົນ. ອັນພົ້ນເດັ່ນ ແລະ ໜ້າກ່າວເຖິງທີ່ສຸດ ແມ່ນບັນດາການສໍາມະນາກ່ຽວກັບທະເລຕາເວັນອອກ ເຊິ່ງໄດ້ ຈັດຕັ້ງຂຶ້ນຢ່າງຕໍ່ເນື່ອງໂດຍສະຖາບັນການທູດ ໃນຕະຫຼອດເວລາ 10 ປີທີ່ຜ່ານມາ, ອັນໄດ້ປະກອບສ່ວນສ້າງຄວາມຮັບຮູ້ທີ່ຖືກຕ້ອງກ່ຽວກັບບັນຫາ ອໍານາດອະທິປະໄຕ ທາງທະເລ, ເກາະດອນຂອງຫວຽດນາມ ໃນພາກພື້ນ, ດ້ວຍການເຂົ້າຮ່ວມທີ່ມີ ຄວາມຮັບຜິດຊອບ ຂອງເຫຼົ່ານັກຮຽນຮູ້ປັນຍາຊົນທີ່ມາຈາກທົ່ວໂລກ.

ຈາກບັນດາການເຄື່ອນໄຫວດັ່ງກ່າວນີ້, ການທູດວັດທະນະທໍາໄດ້ປະກອບສ່ວນ ໃນການສ້າງຄວາມຮັບຮູ້ທີ່ເລິກເຊິ່ງເຂັ້ມຂົ້ນໃນວົງຄະນາຍາດສາກົນ ກ່ຽວກັບປະເທດ ຫວຽດນາມ ທີ່ດໍາເນີນການປ່ຽນແປງໃໝ່ສໍາເລັດຜົນ. ຫຼືເວົ້າອີກຢ່າງໜຶ່ງ, ແມ່ນພາບພົດຫວຽດນາມ ຈາກທີ່ເຄີຍຕິດພັນກັບບັນດາບັ້ນສົງຄາມຕ່າງໆ ທີ່ເກີດຂຶ້ນ ໃນມູນເຊື້ອປະຫວັດສາດ ແລະ ຄວາມຮັບຮູ້ຂອງວົງຄະນາຍາດສາກົນ ເຊິ່ງເປັນ ໄລຍະເວລາທີ່ຍາວນານເມື່ອກ່ອນນີ້ ໄດ້ຄ່ອຍໆຖືກປ່ຽນແທນດ້ວຍພາບພົດ ຂອງປະເທດຫວຽດນາມ ທີ່ຂະຫຍັນຂັນເຂື່ອນ ແລະ ພວມພັດທະນາຢ່າງເຂັ້ມແຂງ, ຍືນຍົງ ແລະມີສະຖຽນລະພາບຢູ່ໃນພາກພື້ນ. ໃນຊຸມປີມໍ່ໆມານີ້, ຜ່ານບັນດາ ການເຄື່ອນໄຫວຕົວຈິງຍັງໃຫ້ເຫັນວ່າ ຫວຽດນາມຍັງເປັນຄູ່ຮ່ວມມືທີ່ໜ້າເຊື່ອຖື ແລະ ມີຄວາມຮັບຜິດຊອບໃນວົງຄະນາຍາສາກົນ. ເນື້ອໃນສານດັ່ງກ່າວໄດ້ສະແດງອອກ ໃນຫຼາຍໆການເຄື່ອນໄຫວທີ່ເປັນທາງການ ຂອງພັກແລະລັດຖະບານ, ກະຊວງ ການຕ່າງປະເທດ ແລະບັນດາອົງການຈັດຕັ້ງຂອງຫວຽດນາມ ນໍາອີກ.

ກ້າວສູ່ທົດສະວັດໃໝ່

ນັບແຕ່ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ໂດຍສະເພາະ ແມ່ນນັບແຕ່ເວລາທີ່ໄດ້ດໍາເນີນພາລະກິດປ່ຽນແປງໃໝ່ໃນປີ 1986 ເປັນຕົ້ນມາ, ພວກເຮົາສາມາດຫັນດ້ຄວາມມານະພະຍາຍາມໃນການສ້າງສາ ປະເທດຊາດ, ປ່ຽນແປງຄວາມຮັບຮູ້ຂອງໂລກກ່ຽວກັບປະເທດຫວຽດນາມ. ແລະ ໃນເວລານີ້ ກໍ່ເປັນຊ່ວງໄລຍະເວລາເພື່ອສ້າງສາແຫ່ງຊາດ, ອັນສະແດງໃຫ້ເຫັນເຖິງ ບັນດາຄຸນຄ່າສໍາຄັນຕົ້ນຕໍ ຂອງປະເທດຊາດໃນທົດສະວັດໃໝ່. ເຄື່ອງໝາຍທີ່ເປັນ ເອກະລັກພິເສດ ຂອງປະເທດຊາດໜຶ່ງໆ ມັກຈະຖືກຮັບຮູ້ຢູ່ໃນຫົກແງ່ມູມທີ່ພົ້ນເດັ່ນ ຄື: ພົນລະເມືອງ/ຄົນ; ວັດທະນະທໍາ; ການທ່ອງທ່ຽວ; ການສົ່ງອອກ; ຄວາມໂປ່ງໃສໃນການຈັດຕັ້ບໍລິຫານ ຂອງລັດຖະບານ; ຄວາມດຶງດູດໃນການລົງທຶນ ແລະ ການເຂົ້າມາຕັ້ງຖິ່ນຖານ (12). ດ້ວຍເຫດນັ້ນ, ສານແຫ່ງຊາດຕ້ອງອີງໃສ່ເທິງບັນດາ ຈຸດພິເສດ/ຜົນສໍາເລັດທີ່ພົ້ນເດັ່ນຈາກບັນດາແງ່ມູມດັ່ງກ່າວນີ້ ຂອງປະເທດ. ກ່ຽວກັບຄົນ, ຫວຽດນາມມີກໍາລັງແຮງງານທີ່ໜຸ່ມນ້ອຍ, ຫຼວງຫຼາຍ ແລະ ພວມໄດ້ ຮັບການປະກອບຄວາມຮູ້ພູມປັນຍາ, ຄວາມອາດສາມາດກ້າວເຂົ້າສູ່ພື້ນຖານ​ເສດຖະກິດພູມປັນຍາເທື່ອລະກ້າວ ເພື່ອສາມາດເປັນເຈົ້າການ ໃນການເຂົ້າຮ່ວມ ກັບການປະຕິວັດອຸດສາຫະກໍາຄັ້ງທີສີ່. ກ່ຽວກັບການທ່ອງທ່ຽວ, ຫວຽດນາມ ມີສິ່ງມະຫັດສະຈັນທາງທໍາມະຊາດຫຼາຍຢ່າງ, ມີແຖບຝັ່ງທະເລທີ່ຍາວຢຽດ ດ້ວຍຫາດຊາຍທະເລທີ່ສວຍງາມ ແລະ ຍາວແຕ່ໃຕ້ຈົນຮອດເໜືອ. ກ່ຽວກັບວັດທະນະທໍາ, ຫວຽດນາມມີພື້ນຖານວັດທະນະທໍາທີ່ມີມູນເຊື້ອດົນນານ, ເຕັມດ້ວຍສີສັນຊາດ. ກ່ຽວກັບການສົ່ງອອກ, ຫວຽດນາມໄດ້ມີບັນດາຜະລິດຕະພັນ ທີ່ມີເຄື່ອງໝາຍການຄ້າໃນແຖວໜ້າຂອງໂລກ (ເຊັ່ນ: ກາເຟ, ເຂົ້າ, ບັນດາຜະລິດຕະພັນ ທີ່ມີເອກະລັກທ້ອງຖິ່ນ, ເຂດ, ພາກ... ຊໍ້າບໍ່ໜໍາ ຍັງມີທັງ ສິນຄ້າເຕັກໂນໂລຊີຄຸນນະພາບສູງຈໍານວນໜຶ່ງ). ກ່ຽວກັບປັດໄຈການຈັດຕັ້ງບໍລິຫານ ຂອງລັດຖະບານ, ອັນນີ້ມັນກາຍເປັນຈຸດໜຶ່ງທີ່ໄດ້ຮັບການຕີລາຄາສູງຈາກ ວົງຄະນາຍາດສາກົນ, ພິເສດແມ່ນໃນໄລຍະເວລາທີ່ຜ່ານມານັ້ນ ເມື່ອລັດຖະບານ ຫວຽດນາມ ສາມາດຊີ້ນໍາສໍາເລັດຜົນໃນວຽກງານຕ້ານ, ສະກັດກັ້ນການລະບາດ​ຂອງ ພະຍາດໂຄວິດ-19 (ເຊິ່ງມາຮອດປັດຈຸບັນ, ສື່ມວນຊົນໃນທົ່ວໂລກລ້ວນແຕ່ຍອມ ຮັບວ່າ ຫວຽດນາມເປັນໜຶ່ງໃນບັນດາປະເທດທີ່ມີຜົນສໍາເລັດທີ່ສຸດໃນການສູ້ຮົບ ດັ່ງກ່າວນີ້). ກະໂຕບັນດາປັດໄຈພື້ນຖານດັ່ງກ່າວພວມເຮັດໃຫ້ຫວຽດນາມ ກາຍເປັນໜຶ່ງໃນບັນດາສະຖານທີ່ໜ້າດຶງດູດ ດ້ານການລົງທຶນ, ທ່ອງທ່ຽງ​... ໃນຕໍ່ໜ້າ. ຍ້ອນແນວນັ້ນ, ການທູດວັດທະນະທໍາຈໍາເປັນຕ້ອງສົ່ງທອດສານແຫ່ງຊາດ ທີ່ອີງໃສ່ບັນດາມາດຖານເຫຼົ່ານີ້. ສານແຫ່ງຊາດກໍ່ຈໍາເປັນຕ້ອງຢັ້ງຢືນຄືນອີກ ເຖິງການປົກປັກຮັກສາເອກະລັກສີສັນວັນທະນະທໍາ, ການອະນຸລັກຮັກສາມູນມໍລະດົກ ແລະຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດຊາດໄວ້ຢ່າງໝັ້ນຄົງ.

ນອກຈາກນັ້ນ, ໄລຍະຕໍ່ໜ້າທີ່ຈະມາເຖິງກໍ່ຈະເປັນເວລາອັນສະດວກ ເພື່ອກ້າວໄປສູ່ ການປ່ຽນແປງໃໝ່ດ້ານການຈັດຕັ້ງ, ຜັນຂະຫຍາຍການເຄື່ອນໄຫວ ການທູດວັດທະນະທຳຫວຽດນາມ ໃນທົດສະວັດຕໍ່ໄປ. ນັ້ນແມ່ນໜ້າທີ່ທີ່ຕັ້ງຂຶ້ນ ໃນເວລາສ້າງ ຍຸດທະສາດການທູດວັດທະນະທຳໃນສະພາບການໃໝ່. ເມື່ອຫວຽດນາມກາຍເປັນປະເທດທີ່ມີຄວາມຮັບຜິດຊອບໃນວົງຄະນາຍາດສາກົ, ການທູດວັດທະນະທຳຈະເປັນ “ຂົວຕໍ່” ລະຫວ່າງວັດທະນະທຳຕາເວັນອອກ ແລະ ຕາເວັນຕົກ, ເຊື່ອມໂຍງກັບບັນດາປະເທດ, ຊົນຊາດ, ແບ່ງປັນບັນດາຄຸນຄ່າ ທີ່ຍອດຍິ່ງຂອງວັດທະນະທໍາ ບົນພື້ນຖານການເຄົາລົບຄວາມແຕກຕ່າງ. ການທູດວັດທະນະທຳນຳໃຊ້ເຄື່ອງມືການທູດ ເພື່ອຕັ້ງໜ້າປະຕິບັດບົດບາດ ເປັນຄົນກາງໃນການໄກ່ເກ່ຍຂໍ້ພິພາດ ລະຫວ່າງບັນດາປະເທ, ບັນດາພາກພື້ນ “ເຄັ່ງຮ້ອນ”, ເພື່ອສ້າງຄວາມເຊື່ອໝັ້ນ, ເປັນມິດຕະພາບກັບປະເທດຕ່າງໆ. ນອກຈາກນັ້ນ, ກໍ່ຈໍາເປັນຕ້ອງຮັບຮູ້ໄດ້ວ່າ ການ “ເພີ່ມທະວີຄຸນນະພາບຊີວິດ” ແມ່ນໜຶ່ງໃນບັນດາເນື້ອໃນ ຂອງການທູດວັດທະນະທຳ. ຄຸນະພາບຊີວິດ ແມ່ນບັນຫາສຳຄັນໃນຂະບວນວິວັດກໍານົດນະໂຍບາຍວັດທະນະທຳແຫ່ງຊາດ.

ໃນຕະຫຼອດ 10 ປີທີ່ຜ່ານມ, ການທູດວັດທະນະທຳໄດ້ຕິດພັນກັບ ການເຄື່ອນໄຫວ ຂອງລະບອບການປົກຄອງລັດ ແລະໃນໄລຍະຕໍ່ໜ້ານີ້, ຕ້ອງໄດ້ມີການລະດົມທຸກແຫຼ່ງກຳລັງຂອງສັງຄົມຢ່າງເຂັ້ມແຂງກວ່າເກົ່າ ເພື່ອເຂົ້າຮ່ວມໃນບັນດາການເຄື່ອນໄຫວຂອງການທູດວັດທະນະທຳ. ຜ່ານປະຫວັດສາດຫຼາຍພັນປີຂອງປະເທດຫວຽດນາມ ໄດ້ພິສູດໃຫ້​ເຫັນວ່າ ບໍ່ວ່າໃນສະພາບແວດລ້ອມໃດ, ໄລຍະເວລາສຳຄັນໃດໆ ຂອງປະເທດ, ການປຸກລຸກ, ປຸກລະດົມກຳລັງແຮງພາຍໃນ ແລະກຳລັງແຮງແຫ່ງຄວາມສາມັກຄີອັນໃຫຍ່ຫຼວງ ຂອງທົ່ວປວງຊົນທັງຊາດ ລ້ວນແຕ່ນຳພາປະເທດຊາດກ້າວໄປສູ່ໄຊຊະນະ. ດ້ວຍເຫດນັ້ນ, ການເສີມຂະຫຍາຍແຫຼ່ງກໍາລັງແຮງດັ່ງກ່າວນີ້ ແມ່ນເນື້ອໃນໜຶ່ງ ທີ່ສໍາຄັນ ຂອງວຽກງານການທູດວັດທະນະທໍາ, ໂດຍຜ່ານການຍູ້ແຮງສື່ມວນຊົນ ສາກົ, ສື່ມວນຊົນສັງຄົມ, ເນັ້ນໜັກສານກ່ຽວກັບປະເທດຫວຽດນາມທີ່ມີສັນຕິພາບ, ມິດຕະພາບ, ສະຫງົບປອດໄພ ແລະ ໜ້າດໍາລົງຊີວິດ, ເພື່ອເພີ່ມທະວີລະດັບ ການກະຈາຍຄື່ນສັນຍາ ແລະ ຮັບຮູ້ກ່ຽວກັບເຄື່ອງໝາຍເອກະລັກແຫ່ງຊາດ.

ປີ 2020 ຖືເປັນບາດລ້ຽວສໍາຄັນໃນການຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວ ການທູດວັດທະນະທຳ - ເປັນປີທີ່ຫວນຄືນເບິ່ງໄລຍະເວລາຕະຫຼອດ 10 ປີແຫ່ງການ ສ້າງແລະຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະເປັນປີຂ້າມຜ່ານໃຫ້ແກ່ທົດສະວັດ ຕໍ່ໄປ: ກ້າວສູ່ທົດສະວັດທີສອງຂອງການຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວດັ່ງກ່າວ ນີ້. ຍຸດທະສາດການທູດວັດທະນະທຳ ໄລຍະແຕ່ປີ 2011-2020 ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍ ແລະສາມາດບັນລຸໄດ້ບັນດາຜົນສໍາເລັດທີ່ໜ້າປະທັບໃຈ. ໃນໄລຍະໃໝ່ ນີ້, ເນື້ອໃນ, ວິທີການຈັດຕັ້ງ ແລະວິທີການປະຕິບັດ ຍັງຈະຕ້ອງໄດ້ປັບປຸງປ່ຽນແປງ ໃໝ່ ແລະໃຫ້ມີຄວາມເໝາະສົມກວ່າເກົ່າ ກັບສະພາບການທີ່ສັງຄົມທັງໃນ ແລະຕ່າງ ປະເທດ ໄດ້ມີການປ່ຽນແປງໃນແຕ່ລະວັນ. ດ້ວຍເຫດນັ້ນ, ວິທີການສຶກສາຄົ້ນຄວ້າ ບັນຫາການກໍານົດນະໂຍບາຍການທູດວັດທະນະທໍາ ບົນພື້ນຖານທີ່ມີການສືບທອດ ແຕ່ຕ້ອງໄດ້ປະດິດສ້າງ, ເພື່ອວ່າໃນເວລາຈັດຕັ້ງຜັນຂະຫຍາຍເຂົ້າໃນພາກປະຕິບັດ ຕົວຈິງ ຈິ່ງຈະສາມາດບັນລຸໄດ້ປະສິດທິຜົນຫຼາຍກວ່າເກົ່າ ໃນທົດສະວັດ 2021-2030./.

-----------------

  1. J.Nye: Soft Power and American Foreign Policy, Political Science Quarterly, Vol. 119, No. 2, 2004, ໜ້າທີ 255
  2. ຫງວຽນຖາຍອຽນເຮືອງ: ການທູດວັດທະນະທໍາຫວຽດນາມ: ທິດສະດີ ແລະ ພຶດຕິກໍາໃນຍຸກສະໄໝແຫ່ງການເຊື່ອມໂຍງ, ສໍານັກພິມຂ່າວສານ, ຮ່າໂນ້ຍ, 2011, ໜ້າ 2.
  3. ກະຊວງການຕ່າງປະເທດ: ການທູດວັດທະນະທໍາເພື່ອເອກະລັກ ສີສັນຊາດຫວຽດນາມ ເທິງເວທີສາກົນ, ສໍານັກພິມ ໂລກ, ຮ່າໂນ້ຍ, 2008, ໜ້າ 123.
  4. ແບ່ງເຕິນເລືອງ: ການທູດວັດທະນະທໍາ ແລະກໍາລັງແຮງທີ່ນຸ່ນນວນ ຂອງຈີນ: ມູມມອງຈາກທົ່ວໂລກ, ສໍານັກພິມ ປັກກິ່ງ, 2008
  5. O. Ka-du-ô: Japan’s Postwar Cultural Diplomacy, Center for Area Studies, 2008, ໜ້າ 2.
  6. ເລທິທູຮັ່ງ: “ການທູດປະຊາຊົນໃນການຈັດຕັ້ງຜັນຂະຫຍາຍການທູດ ຫວຽດນາມຢ່າງຮອບດ້ານ”, ວາລະສານກອມມູນິດເອເລັກໂຕນິກ, http://tapchicongsan.org.vn/ web/guest/-oi-ngoai2/-/2018/812605/ngoai-giao-cong-chung-trong-trien-khai-mot-nen-ngoai-giao-viet-nam-toan-dien.aspx, ngày 25-9-2019
  7. ຟ້າມແຊັງເຈົາ: “ການທູດວັດທະນະທໍາ - ໜຶ່ງເສົາຄໍ້າໃນພື້ນຖານ ການທູດທີ່ຮອບດ້ານຂອງຫວຽດນາມ”, ວາລະສານການພົວພັນຕ່າງປະເທດ, ສະບັບເລກທີ 3-2009.
  8. ກະຊວງການຕ່າງປະເທດ: ການເຊື່ອມໂຍງສາກົນ ແລະ ການຮັກສາ ເອກະລັກສີສັນຊາດໄວ້ຢ່າງໝັ້ນຄົງ, ສພ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1995, ໜ້າ 18.
  9. ຟ້າມຖາຍຫວຽດ, ຫຼີທິຫ້າຍອ໋ຽນ: ການທູດວັດທະນະທໍາ - ພື້ນຖານ ທິດສະດີ, ບົດຮຽນປະສົບການສາກົນ ແລະ ການນໍາໃຊ້, ສພຈ. ການເມືອງ-ການປົກຄອງ, ຮ່າໂນ້ຍ, 2012, ໜ້າ 77.
  10. ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ສພຈ. ການເມືອງແຫ່ງຊາດ ສື້​ເຖິດ, ຮ່າໂນ້ຍ, 2011, ໜ້າ 47.
  11. ຂໍ້ຕົກລົງສະບັບເລກທີ 208/ຂຕ-ນຍ, ລົງວັນທີ 14 ກຸມພາ 2011 ຂອງນາຍົກລັດຖະມົນຕີ, ວ່າດ້ວຍການຮັບຮອງຍຸດທະສາດການທູດວັດທະນະທໍາ ຮອດປີ 2020,
    http://vbpl.vn/bongoaigiao/Pages/vbpq-print.aspx?ItemID=86745;
  12. Rated Ranking: Anholt-GfK Roper Nation Brands Index 2013, https://www.branding-institute.com/rated-rankings/anholt-gfk-roper-nation-brands-index, ngày 15-11-2013