ວກ. - ​​ໂດຍແມ່ນ​ສະຖານະ​ທີ່​ແຜ່​ຫຼາຍ​ທົ່ວ​ໄປ​ໃນ​ການ​ພົວ​ພັນ​ສາ​ກົນ​ໃນ​ປະ​ຈຸ​ບັນ, ການສະຫຼັບຜົນປະໂຫຍດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ເ​ປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງໂລກປະ​ຈຸ​ບັນ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​​ສັນ​ຕິ​ພາບ, ການຮ່ວມ​ມື, ການພັດທະນາ, ການເພິ່ງພາ​ອາ​ໃສ​ເຊິ່ງ​ກັນແລະກັນ ​ລະ​ຫວ່າງ​ບັນດາປະ​ເທດ; ແຕ່ມັນ​ຍັງ​ກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ໃໝ່​, ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ຂະ​ໜາດ​ກາງ ແລະຂະ​ໜາດ​ນ້ອຍ​ຕົກ​ໃສ່​ສະ​ຖາ​ນະການ “ຖືກ​ກົດ​ໜີບ”, ​ ຜົນປະໂຫຍດໄດ້ຖືກລະເມີດ ໃນການພົວພັນກັບ​ບັນດາ​ປະ​ເທດ​ໃຫຍ່. ລັກ​ສະ​ນະ​ສອງ​ດ້າ​ນທີ່ສັບ​ສົນນັ້ນ​ ໄດ້ແລະກຳ​ລັງສົ່ງຜົນກະທົບ​ຫຼາຍທິດ, ຕັ້ງ​ພາ​ລະ​ກິດ​​ການກໍ່​ສ້າງ ແລະປົກ​ປັກ​ຮັກ​ສາ​ປະ​ເທດຊາດຫວຽດ​ນາມສັງ​ຄົມ​ນິ​ຍົມ​ ຕໍ່ໜ້າ​ໂອ​ກາດແລະຄວາມທ້າ​ທາຍ​ໃໝ່.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດຫວຽດນາມ 9 ຄົນຢູ່ຕ່າງປະເທດໄລຍະ 2020-2023 ແລະ ຕ້ອນຮັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຂອງຫວຽດນາມທີ່ຕ່າງປະເທດ ກຽມພ້ອມເດີນທາງໄປເຮັດໜ້າທີ່, ທີ່ທຳນຽບປະທານປະເທດ, ວັນທີ 21 ຕຸລາ 2020 _ພາບ: TTXVN

ທາດ​ແທ້​ແລະເນື້ອ​ໃນ​​ຂອງການ​ສະຫຼັບ​ຜົນ​ປະ​ໂຫຍດ​ ໃນ​ການ​ພົວ​ພັນ​ສາ​ກົນ

ການສະຫຼັບ​ຜົນ​ປະ​ໂຫຍດ​ໃນ​ການ​ພົວ​ພັນ​ສາ​ກົນ​ ແມ່ນ​ສະ​ຖາ​ນະການລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່​ມີ​ຜົນ​ປະ​ໂຫຍດຮ່ວມ​ກັນ, ໃນ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດໜຶ່ງມີ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ອື່ນ ແລະໃນທາງກົງຂ້າມ. ນັ້ນ​ແມ່ນ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ສອງ​ຝ່າຍ. ໃນ​ພາກ​ຕົວ​ຈິງ​, ການ​ສະຫຼັບ​ຜົນ​ປະ​ໂຫຍດມີຫຼາຍ​ຮູບຫຼາຍ​​ແບບ, ບໍ່​ພຽງ​ແຕ່​​ລະ​ຫວ່າງ​ສອງ​ປະ​ເທດນຳ​ກັນ​ເທົ່າ​ນັ້ນ ​ແຕ່​ຍັງລວມ​ເຖິງລະຫວ່າງບັນ​ດາ​ປະ​ເທດ​ກັບ​ບັນດາສູນ​ກາງ​ອຳ​ນາດ, ບັນ​ດາຂົ້ວ​ຂອງ​ໂລກ​ຫຼາຍຂົ້ວ, ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ບັນ​ດາ​ເວ​ທີ​ປາ​ໃສ​ສາ​ກົນແລະພາກ​ພື້ນ. ນີ້​ແມ່ນ​ສະ​ຖາ​ນະການ​ທີ່​ແຜ່​ຫຼາຍທົ່ວ​ໄປ​ໃນ​ການ​ພົວ​ພັນ​ສາ​ກົນ​ໃນ​ປະ​ຈຸ​ບັນ ​​ເພາະ​ວ່າ​ທຸກ​ປະ​ເທດທີ່ກ່ຽວ​ຂ້ອງ​ໃນການ​ພົວ​ພັນ​ສາ​ກົນ​ ລ້ວນ​ແຕ່​ມີ​ຄວາມ​ເດັດ​ຖານແລະຊອກ​ຫາວິ​ທີ​​ ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ເອງ ພ້ອມ​ທັງ​ຊອກ​ຫາ​ຜົນ​ປະ​ໂຫຍດ​ໃໝ່. ສະ​ຖາ​ນະການນີ້​ແມ່ນ​ຜົນທີ່​​ຫຼີກ​ລ່ຽງບໍ່​​ໄດ້ ຈາກການ​ປະສົມ​ປະສານບັນດາປັດໃຈດັ່ງ​ນີ້: ທີ​ໜຶ່ງ, ການ​ແບ່ງ​ປັນຄຸນ​ຄ່າ​ທາງ​ເສດ​ຖະ​ກິດ - ການ​ຄ້າ, ພູ​ມສາດ, ປະ​ຫ​ວັດ​ສາດ, ວັດ​ທະ​ນະ​ທຳ, ການ​ເມືອງລະ​ຫວ່າງ​ປະ​ເທດ, ​ອານາເຂດ​​ ເພື່ອ​ຈຸດ​ປະ​ສົງ​ໃນ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ທີສອງ, ຜົນ​ກະ​ທົບ​ຈາກຂະ​ບວນການ​ເຄື່ອນ​ໄຫວ, ພັດ​ທະ​ນາ​ແບບ​ພາວະ​ວິ​ໄສ ​ຂອງ​ທ່າ​ອຽງ​ໂລ​ກາ​ພິ​ບັດ ແລະການເຊື່ອມ​ໂຍງ​ສາ​ກົນ. ທີ​ສາມ, ການ​ດັດ​ປັບ​ຍຸດ​ທະ​ສາດ, ນະ​ໂຍ​ບາຍ​ຂອງ​ບັນ​ດາ​ປະ​ເທດ​ທີ່​ເໝາະ​ສົມ​ກັບ​ທ່າ​ອຽງ​ລວມ​ຂອງ​ໂລກ​ແລະພາກ​ພື້ນ ເຊິ່ງ​ໃນ​ນັ້ນ​ມີ​ການ​ສອດ​ສະຫຼັບກັນ​ແລະຄ້າຍ​ຄື​ກັນ.

ການສະຫຼັບ​ຜົນ​ປະ​ໂຫຍດ​​ເກີ​ດຈາກ​ການທີ່​ປະ​ເທດ​ຕ່າງໆ​ຂະຫຍາຍ​ຄວາມຮ່ວມ​ມື ແລະ​ສະ​ແດງອອກ​ໃນ​ລະດັບ​ທີ່​ແຕກ​ຕ່າງ​ກັນ​ໃນ​ທຸກໆ​ດ້ານ​ຂອງ​ຊີ​ວິດ​ສາ​ກົນ. ໃນ​ນັ້ນ, ການສະະຫຼັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ ຍາມ​ໃດ​ກໍ່​ເປັນມູນ​ພາກ​ພື້ນ​ຖານ, ຕົ້ນ​ຕໍ່​ທີ່​ສຸດ, ພ້ອມ​ທັງເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ໃນ​ບັນ​ດາ​ຂົງ​ເຂດ​ອື່ນ. ການສະຫຼັບ​ຜົນ​ປະ​ໂຫຍດ​ທາງດ້ານ​ເສດ​ຖະ​ກິດ​​ໄດ້​ເກີດ​ຂຶ້ນກ່ອນ​ອື່ນໝົດ, ນັບ​ແຕ່​​ເມື່ອ​ບັນ​ດາ​ປະ​ເທດ​ຍູ້​ແຮງ​ບັນ​ດາ​ເຄື່ອນ​ໄຫວ​ການ​ຄ້າ, ການ​ລົງ​ທຶນ, ການຮ່ວມ​ທຸ​ລະ​ກິດ, ການຮ່ວມ​ກຸ່ມ​ກັນ ​ໂດຍ​ຜ່ານ​ການ​ເປີດກວ້າງ​ຕະຫຼາດ​ຮ່ວມ​ກັນ. ພາຍ​ໃຕ້​ຜົນ​ກະ​ທົບ​ຂອງໂລ​ກາ​ພິ​ບັດ ແລະ ທ່າ​ອຽງ​ເຊື່ອມ​ໂຍງ​ສາ​ກົນ, ບັນ​ດາ​ປະ​ເທດ​ໄດ້​ເປັນ​ເຈົ້າ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ນຳ​ກັນ ແລະຮ່ວມ​ມື​ກັບບັນ​ດາ​ອົງ​ການ​ຈັດ​ຕັ້ງ, ບັນ​ດາ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ, ພາກ​ພື້ນ... ເຮັດ​ໃຫ້​ລະ​ດັບ​ການຮ່ວມ​ມືກັນ​ທາງ​​ເສດ​ຖະ​ກິດ, ການເພິ່ງ​ພາ​ເຊິ່ງ​ກັນແລະກັນ​ນັບ​ ມື້​ນັບ​ເລິກ​ເຊິ່ງກວ້າງ​ຂວາງ, ເຮັດ​ໃຫ້​ລະ​ດັບ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ທາງ​ເສ​ດ​ຖະ​ກິດກໍ່​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​​ເກົ່າ.

ການ​ສະຫຼັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ການ​ເມືອງ ອີງ​ໃສ່​​ພື້ນ​ຖານ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ທາງ​ເສດ​ຖະ​ກິດ ແລະ​ເກີດ​ຂຶ້ນ​ໃນ​ເບື້ອງ​ຕົ້ນ​ລະຫວ່າງ​ບັນດາ​ປະ​ເທດ​ທີ່​ມີ​​ແບບລະບອບ​ການ​ເມືອງ-ສັງຄົມ​ດຽວ​ກັບ ຫຼື​ເປັນ​ພັນທະ​ມິດ​ຍຸດ​ທະ​ສາດ​ຂອງກັນ​ແລະ​ກັນ. ແຕ່​ມາ​ຮອດ​ປະ​ຈຸ​ບັນ, ການ​ສະຫຼັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ການ​ເມືອງ​ ຕ້ອງ​ການ​ມີ​ແຕ່ບັນ​ດາ​ປະ​ເທດ​ທີ່​ມີ​ທັດ​ສະ​ນະ​ຮ່ວມ​ກັນ, ມີ “ວິ​ໄສ​ທັດ” ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ, ພາກ​ພື້ນ​ຮ່ວມ​ກັນ, ຫຼື​ມີ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ຮ່ວມ​ກັນ, ກຳ​ລັງ​ມຸ່ງ​ໝັ້ນ​ປະ​ຕິ​ບັດ​ບາງ​ເປົ້າ​ໝາຍ, ນະ​ໂຍ​ບາຍ​ຮ່ວມ​ກັນ, ມີ​ຄວາມ​ເຊື່ອ​ໝັັ້ນແລະມີ​​ກົນ​ໄກ​ຮ່ວມ​ມື​ນຳ​ກັນ ນັບ​ແຕ່​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ ຈົນເຖິງ​ການ​ປະ​ສານ​ສົມ​ທົບ​ປະ​ຕິ​ບັດງານ ​ກໍ່ຄື​ຈັດການ​ແກ້​ໄຂຄວາມຂັດ​ແຍ້​ງ, ຂໍ້ພິພາດທີ່​ຍັງ​ຄ້າງຄາ.

ການ​ສະຫຼັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ວັດ​ທະ​ນະ​ທຳ - ສັງ​ຄົມ ໄດ້ປະກົດຕົວ ແລະຂະຫຍາຍອອກໄປ ໂດຍຜ່ານການພົວພັນລະຫວ່າງປະຊາຊົນກັບ​ປະຊາຊົນ​ໃນ​ຫຼາຍຂົງເຂດທີ່ແຕກຕ່າງກັນ. ບັນ​ດາ​ປັດ​ໃຈ​ຄ້າຍ​ຄື​ກັນ​ທາງ​ດ້ານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ພາ​ສາ, ສາ​ສະ​ໜາ... ລະ​ຫວ່າງ​ບັນ​ດາ​ປະ​ເທ​ດ ​ທີ່​ໄດ້​ສ້າງ​ເປັນ​ເງື່ອນ​ໄຂ​ອັນ​ສະ​ດວກ​ໃຫ້​ແກ່​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ວັດ​ທະ​ນະ​ທຳ - ສັງ​ຄົມ. ພ້ອມກັນນັ້ນ, ບັນດາປະເທດກໍ່ອອກລະບົບກົນໄກ, ນະໂຍບາຍ ເພື່ອຊຸກຍູ້ ແລະສ້າງ​ເງື່ອນໄຂໃຫ້ປະຊາຊົນແລະວິສາຫະກິດແລກປ່ຽນ, ຮ່ຳ​ຮຽນ, ທ່ອງທ່ຽວ, ຊອກຫາ​ໂອກາດເຮັດວຽກ, ຕັ້ງຖິ່ນຖານ…ເພີ່ມທະວີການຮ່ວມສຳພັນທາງວັດທະນະທຳ - ສັງຄົມ.

ການ​ສະຫຼັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ​ໄດ້​ເກີດ​ຂຶ້ນ​ເມື່ອ​ປະ​ເທດຕ່າງໆ​ມີ​ຄວາມ​​ເຂົ້າ​ໃຈ​ຮ່ວມ​ກັນ ​ກ່ຽວ​ກັບ​ຄວາມທ້າ​ທາຍດ້ານ​ຄວາມ​ປອດ​ໄພ, ​ໄພ​ຄຸກ​ຄາມ​ດ້ານ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ ແລະ ຄວາມ​ໝັ້ນຄົງທີ່ບໍ່​​ເປັນ​ແບບ​ດັ້ງ​ເດີມ. ບົນ​ພື້ນ​ຖານ​ຄວາມ​ຮັບ​ຮູ້​ທົ່ວ​ໄປ​ນັ້ນ ບັນ​ດາ​ປະ​ເທດ​ຜັນ​ຂະ​ຫຍາຍການ​ເຄື່ອນ​ໄຫວ​ຮ່ວມ​ມື​ທາງ​ດ້ານການ​ປ້ອງ​ກັນ​ຊາດ, ປ້ອງກັນ​ຄວາມ​ສະ​ຫງົບ. ​ໃນລະດັບ​ປົກກະຕິແມ່ນ ການຊື້ - ຂາຍອາວຸດ, ອຸປະກອນການທະຫານ, ການແລກປ່ຽນ​ບົດຮຽນໃນການຝຶກອົບຮົມ, ການຄຸ້ມຄອງ​ແລະກໍ່ສ້າງກຳລັງປະກອບອາວຸດ. ​ໃນ​ລະ​ດັບ​ສູງ​ແມ່ນ ​ການແບ່ງ​ປັບ​ຂໍ້​ມູນການ​ສືບ​ຂ່າວ, ການເຝິກ​ຊ້ອມ, ການຊ້ອມ​ຮົບ​ຮ່ວ​ມ​ກັນ, ການປະ​ສານ​ສົມ​ທົບ​​ການ​ສູ້​ຮົບ​ ​ເພື່ອກ້າວໄປສູ່ການພັດທະນາສົນທິສັນຍາວ່າ​ດ້ວຍ​ການປ້ອງ​ກັນ​, ພັນທະ​ມິດ​ທາງ​ທະຫານ, ການຈັດສັນຄວາມປອດໄພລວມໝູ່ ແລະໃນລະດັບ​ທີ່​ສູງ​ກວ່າ​ອີກ​ແມ່ນ ການສ້າງສົນທິສັນຍາວ່າ​ດ້ວຍການ​ຊ່ວຍ​ເຫຼືອ​ດ້ານ​ການທະຫານທີ່ເປັນມິດ.

ແຕ່​ວ່າ, ເນື້ອ​ໃນ​​ຂອງ​ການ​ພົວ​ພັນ​ສະຫຼັບ​ຜົນ​ປະ​ໂຫຍດ​ໃນ​ສະ​ພາບ​ການ​ໃໝ່​ປະ​ຈຸ​ບັນ ​ມັກ​ຈະ​ມີ​ລັກ​ສະ​ນະ​ສອງ​ດ້ານ​ທີ່ສັບ​ສົນ, ລະອຽດ​ອ່ອນ; ບໍ່​ພຽງ​ແຕ່​​ແມ່ນ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​​ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍດ​​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ທັງປັດ​ໃຈ​ຂອງການ​ປະນີປະນອມ​ແລະ​ການແຂ່ງ​ຂັນ​ ລະ​ຫວ່າງ​ປະ​ເທດ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ປະ​ເທດ​ໃຫຍ່. ການຟື້ນຕົວ​ຂອງ​ປະ​ເທດ​ມະ​ຫາອຳ​ນາດ​ໃໝ່ຈຳນວນ​ໜຶ່ງ ບໍ່​ພຽງ​ແຕ່​ເຄື່ອນ​ຍ້າຍ​ສູນ​ກາງ​ອຳ​ນາດ​ ຈາກ​ຕາ​ເວັນ​ຕົກ​​ໄປ​ຕາ​ເວັນ​ອອກ​ເທົ່າ​ນັ້ນ ​ແຕ່​ຍັງ​ປະ​ກອບ​ສ່ວນສົ່ງ​ເສີມ​ແຮງ​ດູດ​ດຶງ​​ປະ​ເທດ​ອື່ນໆ​ເຂົ້າ​ໃນ​ວົງ​ຄອບ​ຄຸມ​ ເພື່ອສ້າງຖາ​ນະຕຳ​ແໜ່​ງ​ແລະ​ອິດ​ທິ​ພົນ​ຕໍ່​ໂລກ. ລັກ​ສະ​ນະ​ສອງ​ດ້ານ​ຂອງການ​ສະຫຼັບ​ຜົນ​ປະ​ໂຫຍດ ພວມດັດ​ປັບ​ໂດຍ​ກົງ​ຕໍ່​ທ່າ​ທີ ແລະການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ, ສົ່ງ​ຜົນ​ກະ​ທົບ​ຕໍ່​ສະ​ຖານະ​ການ​ໂລກ​ແລະພາກ​ພື້ນ; ສົ່ງຜົນ​ກະ​ທົບ​ທີ່​ເລິກ​ເຊິ່ງ ຫຼາຍ​ທິດ ຕໍ່​ພາ​ລະ​ກິດການກໍ່​ສ້າງ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຫວຽດ​ນາມສັງ​ຄົມ​ນິ​ຍົມ ​ທັງ​ດ້ານ​ຕັ້​ງ​ໜ້າ ແລະດ້ານ​ຫຍໍ້​ທໍ້.  

​ຜົນ​ກະ​ທົບ​ຫຼາຍດ້ານ ສັບ​ສົນ ​ແລະ​ລະອຽດ​ອ່ອນ​ ຂອງ​ການ​ສະຫຼັບ​ຜົນ​ປະ​ໂຫຍດ

ທີ​ໜຶ່ງ, ​ທາງ​ດ້ານບວກ, ການ​ສະຫຼັບ​ຜົນ​ປະ​ໂຫຍດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ເປັນລະ​ບຽບຮຽບ​ຮ້ອຍ​ຂອງ​ໂລກ​ແລະພາກ​ພື້ນ, ​ສ້າງ​​ສະ​ພາບ​ແວດ​ລ້ອມສັນຕິພາບ, ການຮ່ວມ​ມື ​ແລະ​ການພັດ​ທະ​ນາ. ການ​ສະຫຼັບ​ຜົນ​ປະ​ໂຫຍດ​ຍາມ​ໃດ​ກໍ່​ເປັ​ນ​ພື້ນ​ຖານແລະເປັນ​ແກນຫຼັກ​ ຂອງການ​ພົວ​ພັນ​ສາ​ກົນ. ​ເພາະ​ວ່າ, ຄວາມ​ເຂົ້າ​ໃຈເຊິ່ງ​ກັນແລະກັນ, ຄວາມ​ໄວ້​ວາງ​ໃຈ​ເຊິ່ງກັນ​ແລະກັນ ​ແລະ ​ໂດຍ​ສະ​ເພາະຢ່າງ​ຍິ່ງ​ບັນຫາ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ​ຍາມ​ໃດ​ກໍ່​ເປັນຮາກ​ຖານແລະຈຸດ​ປະ​ສົງ​ຂອງ​ຂະ​ບວນການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ລະ​ດັບຂອງ​ການ​ສະຫຼັບ​ຜົນ​ປະ​ໂຫຍດທີ່​ເລິກ​ເຊິ່ງຍິ່ງ​ຂຶ້ນ ​ການ​ຮ່ວມ​ມື​ຍິ່ງ​ມີຄວາມໝັ້ນຄົງ​ຍາວ​ນານ ແລະມີ​ກົນ​ໄກ​ປະ​ສານງານທີ່​ຫຼາຍ​ຂຶ້ນ, ມີ​ຊ່ອງ​ທາງ​​ໃນ​ການເຈ​ລະ​ຈາ​ແລະ​ການຮ່ວມ​ມື​ຫຼວງ​ຫຼາຍ ເພື່ອ​ຮັກ​ສາ​ສະ​ຖຽມ​ລະພາບ​ຂອງ​ການ​ພົວ​ພັນ. ​ໃນລະ​ດັບ​ສູງ​ສຸດ, ການ​ສະຫຼັບ​ຜົນ​ປະ​ໂຫຍດ​​ສາ​ມາດ​ນຳ​ໄປ​ສູ່​ຄວາມກົມກຽວກັນທາງ​ດ້ານຜົນປະໂຫຍດລະຫວ່າງປະເທດ. ດັ່ງ​ນັ້ນ, ສະ​ຖາ​ນະ​ການ​ສະຫຼັບ​ຜົນ​ປະ​ໂຫຍດ ​ຜູກ​ມັດ​ຜູ້​ເຂົ້າ​ຮ່ວມ​ໂດຍ​ກົງ ​ເພື່ອ​ປ່ຽນ​ແປງ​ທັດ​ສະ​ນະ​ແລະ​ການ​ກະທຳ ​ໃນ​ການຈັດການ​ແລະ​ແກ້​ໄຂ​ບັນ​ຫາ​ສາ​ກົນ​ແລະພາກ​ພື້ນ. ເມື່ອ​ມີ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ເຊິ່ງກັນ​ແລະກັນ​, ບັນ​ດາ​ປະ​ເທດ​ຈະ​ເຄົາ​ລົບ​ຜົນ​ປະ​ໂຫຍດ​ຂອງ​ກັນ; ຫຼຸດຜ່ອນການ​ກະທຳທີ່​​ຫົວ​ຮຸນ​ແຮງ​ແລະ​​ຈັດ​ໂພດ, ​ໂດຍ​ສະ​ເພາະ​ການຮຸກ​ຮານເຊິ່ງ​ກັນແລະກັນ. ເພາະວ່າ, ບໍ່ວ່າຝ່າຍໃດຈະຖືກຂົ່ມຂູ່ ຫຼືຜົນປະໂຫຍດໃດຖືກລະເມີດ, ສາຍພົວພັນຈະ​ຫັນ​ໄປທິດທາງທີ່ຮ້າຍແຮງກວ່າເກົ່າ. ເມື່ອ​ສາຍ​ພົວ​ພັນຫຼຸດ​ລົງ​ລະ​ດັບ​ຕ່ຳສຸດ ມັນ​ຈະ​ສົ່ງຜົນກະທົບ​ທາງ​ລົບຕໍ່​ຜົນ​ປະ​ໂຫຍດຂອງ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ. ການ​ຜູກ​ມັດນັ້ນກຳນົດໃຫ້ຝ່າຍຕ່າງໆຊອກຫາພຶດຕິກຳທີ່ອ່ອນນວນ ແລະຄ່ອງແຄ້ວທີ່​ສຸດ​ອີງ​ຕາມຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕາມນັ້​ນ, ການ​ສະຫຼັບ​ຜົນ​ປະ​ໂຫຍດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງສະພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ການຮ່ວມ​ມື ​ແລະ​ການພັດ​ທະ​ນາ; ຮັກ​ສາ​ຄວາມ​ໝັ້​ນ​ຄົງ​ທຽບ​ຖານຂອງ​ສະ​ຖາ​ນະການ​ ແລະຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອບ​ຂອງ​ໂລກ, ພາກ​ພື້ນ ​ໂດຍ​ຜ່ານ​ການ​ສ້າງ​ຕັ້ງ​ບັນ​ດາ​ຂໍ້​ຕົກ​ລົງ, ຂໍ້​ກຳ​ນົດ​ດ້ານ​ນິ​ຕິ​ກຳ ແລະກົດ​ໝາຍ​ ເພື່ອ​ຈຳ​ກັດ, ດັດ​ປັບ​ເຊິ່ງ​ກັນແລະກັນ. ສິ່ງ​ນີ້​​ໝາຍຄວາມ​ວ່າ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​​ສາ​ມາດ​ສ້າງ “ແລ​ວ​ທາງທີ່​ເປີດ​ກວ້າງ”, ກົນ​ໄກທີ່​ເອື້ອ​ອຳນວຍ​ເພື່ອ​​ໃຫ້​ບັນດາຝ່າຍ​ທີ່​ກ່ຽວ​ຂ້ອງ​ແກ້​ໄຂ​ຂໍ້​ຄົງ​ຄ້າງ ​ແລະຄວາມ​ຂັດ​ແຍ້ງ​ທີ່ມີ​ຢູ່. ນີ້​ແມ່ນ​ຄວາມ​ສະ​ດວກ​ພື້​ໜ​ຖານທີ່​ສຸດ ​ເພື່ອ​ໃຫ້ຫວຽດ​ນາມ​ເຂົ້າ​ຮ່ວມຢ່າງຕັ້ງ​ໜ້າ ເປັນ​ເຈົ້າ​ການ​ໃນ​ກົນ​ໄກ, ຄວາມ​ຄິດ​ລິ​ເລີ່ມ, ການເຊື່ອມ​ຕໍ່​ແລະ​ການຮ່ວມ​ມື​ຕ່າງໆ​; ​ເສີມ​ຂະຫຍາຍ​ບົດບາດ ແລະ​ສຽງ​ເວົ້າ​ຂອງຫວຽດນາມ ໃນບັນຫາທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງ​ຊາດ ຂອງ​ປະ​ເທດ; ​ຍາດ​ແຍ່ງແລະເປີດກວ້າງ​ການ​ຮ່ວ​ມ​ມື ​ແລະຄວາມ​ເຫັນ​ດີ​ເຫັນ​ພ້ອມ; ຈາກນັ້ນ ຈະຈຳກັດ​ແລະຮັດແຄບການຕໍ່ສູ້, ຄວາມແຕກຕ່າງກັນ; ແກ້ໄຂຂໍ້​ຂັດ​ແຍ້​ງດ້ານຜົນ​ປະ​ໂຫຍ​ດ ກັບປະເທດອື່ນໂດຍໄວໃນຈິດໃຈຂອງ “ເພີ່​ມ​ເພື່ອນ​ມິດ, ຫຼຸດ​ສັດ​ຕູ”. ພ້ອມ​ກັນ​ນັ້ນ, ນີ້ກໍ່​ແມ່ນ “ກຸນ​ແຈ” ເພື່ອ​ຮັກ​ສາ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ໃຫ້​ໝັ້ນ​ຄົງ, ແກ້ໄຂ​​ຂໍ້​ພິພາດກ່ຽວ​ກັບ​ອຳ​ນາດ​ອະ​ທິ​ປະ​ໄຕ, ສິດ​​ອະ​ທິ​ປະ​ໄຕ ​ແລະ ສິດ​ຕັດ​ສິນ ​ໃນ​ທະ​ເລ​ຕາ​ເວັນ​ອອກ ກັບ​ຝ່າຍ​​ທີ່​ກ່ຽວຂ້ອງ ​ໃນ​ພາລະກິດການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ.

ທີ​ສອງ, ການ​ສະຫຼັບ​ຜົນ​ປະ​ໂຫຍດ​ ຊ່ວຍ​ຫຼຸດຜ່ອນ​ໂອກາດ​ທີ່​ຈະ​ເກີດຄວາມ​ຂັດ​ແຍ້​ງທາງ​ທະ​ຫານ​ໂດຍ​ກົງ, ຈຳ​ກັດ​ຄວາມ​ສ່ຽງ​ຈາກ​ສົງ​ຄາມ, ​ໂດຍ​ສະ​ເພາະ​ສົງ​ຄາມທີ່​ມີ​ອາວຸດ​ທຳລາຍລ້າງ. ຍ້ອນ​ວ່າ, ສະ​ຖາ​ນະການ​ສະຫຼັບ​ກັນ​ຜົນ​ປະ​ໂຫຍດ​ສົ່ງ​ຜົນ​ກະທົບ​ແລະຜູກ​ມັດ​​ປະ​ເທດຕ່າງໆ​ ໃຫ້​ປັບຕົວ​ແລະດຸນ​ດ່ຽງ​ໃນ​ທິດທາງຫຼຸດ​ຜ່ອນ​ການ​ກະ​ທຳ​ຮຸນ​ແຮງ​ແລະ​ລະ​ເມີດ - ສາເຫດຕົ້ນຕໍຂອງການປະທະກັນດ້ານການທະຫານ ​ແລະ​ສົງຄາມ. ນອກຈາກນັ້ນ, ໃນ​ທ່າ​ອຽງ​ການ​ພົວ​ພັນ​ສາ​ກົນ​ໃໝ່, ທຸກໆ​ປະ​ເທດ​ໄດ້​ຖື​ເປັນ​ສຳ​ຄັນ​ບັນ​ຫາ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ເອງ. ສິ່ງ​​ນີ້​ເຮັດ​ໃຫ້​​ປະ​ເທ​ດຕ່າງໆ​​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ​ຖື​ວ່າກັນ​ແລ​ະກັນ​ເປັນ​ຄູ່​ຕໍ່​ສູ້​ ເປັນສັດ​ຕູມາ​ໂດຍ​ຕະຫຼອດ​ ​ແຕ່ກໍ່​ຍັງ​ມີ​ການ​ຮ່ວມ​ມື ແລະມີ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ໃນຫຼາຍ​ຂົງ​ເ​ຂດ. ໃນທາງກົງກັນຂ້າມ, ​ເຖິງ​ວ່າ​ປະ​ເທດຕ່າງໆ​ຈະເປັນ​ພັນ​ທະ​ມິດ ​ແລະເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ​ກັນ​ແລະ​ກັນ ​ແຕ່​ກໍ່ຍັງ​ມີ​ຄວາມ​ຂັດ​ແຍ້ງ​ ແລະ​ຜົນ​ປະ​ໂຫຍດທີ່​ແຕກ​ຕ່າງ​ກັນ. ດັ່ງ​ນັ້ນ, ​ປະ​ເທດ​ໃດໆກໍ່​ຕ້ອງປະເມີນຢ່າງລະມັດລະວັງທຸກໆການພົວພັນ ​ແລະການສະຫຼັບ​ຜົນ​ປະ​ໂຫຍດ; ພິຈາລະນາ​ຢ່າງ​ຮອບ​ດ້ານກ່ຽວ​ກັບ​ມາດຕະຖານ​ເພື່ອນມິດ - ສັດ​ຕູ; ພິ​ຈາ​ລະ​ນາ​ຢ່າງ​ຄົບ​ຖ້ວນ​ລະ​ຫວ່າງ “ອັນ​ທີ່​ໄດ້” ແລະ “ອັນ​ທີ່​ເສຍ” ທີ່ສັບ​ສົນ, ທັບ​ຊ້ອນ, ຫຼາຍ​ຂັ້ນຫຼາຍ​ຊັ້​ນ, ກັບຫຼາຍ​ປະ​ເທດ, ຫຼາຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ແລະພາກ​ພື້ນຫຼາຍ​ແຫ່ງ​ ກ່ອນທີ່​ຈະ​ຕັດ​ສິນ​ຕົກ​ລົງ​ປະ​ຕິ​ບັດ. ດ້ວຍ​ຄວາມ​ໝາຍ​ດັ່ງ​ກ່າວນັ້​ນ, ການ​ສະຫຼັບ​ຜົນ​ປະ​ໂຫຍ​ດບໍ່​ພຽງ​ແຕ່​ຊຸກ​ຍູ້​ທ່າ​ອຽງ​ສັນ​ຕິ​ພາມ, ການຮ່ວມ​ມື, ການພັດ​ທະ​ນາ, ​ຄວາມ​ເພິ່ງ​ພາອາ​ໄສ​ເຊິ່ງກັນ​ແລະ​ກັນ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ເທົ່າ​ນັ້ນ, ​ແຕ່​ຍັງຈຳກັດ​ຄວາມ​ສ່ຽງ​ໂດຍ​ກົງ​ຈາກ​ການ​ກະ​ທຳຂອງ​ກຸ່ມ​ຫົວ​ຮຸນ​ແຮງ ​ແລະ​ຈຳກັດຄວາມ​ຂັດ​ແຍ້​ງທາງ​ທະ​ຫານ, ການ​ສົງ​ຄາມ, ​ໂດຍ​ສະ​ເພາະ​ສົງ​ຄາມ​ດ້ວຍ​ອາ​ວຸດ​ທຳລາຍ​ລ້າງ. ໃນ​ຜົນ​ກະ​ທົບ​ນັ້ນ, ຫວຽດ​ນາມຈະມີ​ໂອ​ກາດດີຫຼາຍ​ຢ່າງ ໃນ​ການ​ປະ​ຕິ​ບັດ​ແນວ​ທາງ​ພົວ​ພັນ​ຕ່າງ​ປະ​ເທດທີ່​ເປີດກວ້າງ ແລະເຊື່ອມ​ໂຍງ​ສາ​ກົນ, ແບບຫຼາຍ​ທິດ, ຫຼາຍ​ຝ່າຍ, ຍາດ​ແຍ່ງ​ແຫຼ່ງ​ພະ​ລັງ​ຈາກພາຍ​ນອກ ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ປັບ​ປຸງ​ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ໝັ້ນຄົງ, ກໍ່​ສ້າງແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຫວຽດນາມ​ໃຫ້​ໝັ້​ນ​ຄົງຍືນ​ຍົງ. 

ທີ​ສາມ, ການ​ສະຫຼັບ​ຜົນ​ປະ​ໂຫຍດ ພາ​ໃຫ້​ເກີດ​ຄວາມ​ຂັດ​ແຍ້ງ​ໃໝ່​ ​ລະ​ຫວ່າງ​ປະ​ເທດ​ຕ່າງໆ, ຈາກນັ້ນທຳລາຍສະຖານະການພົວພັນສາກົນໃນປະຈຸບັນ. ສະພາບຄວາມເປັນ​ຈິງສະແດງໃຫ້ເຫັນວ່າ, ເຖິງວ່າຜົນປະໂຫຍດຂອງຝ່າຍ​ຕ່າງໆ​ມີ​ຄວາມ​ຖືກ​ແທດ​ກັນ​ກໍ່ຕາມ ​ແຕ່ກໍ່ລວມທັງ​ຄວາມຂັດແຍ້ງ, ຄວາມແຕກຕ່າງ ແລະການ​ແຊກຊ້ອນກັນທີ່ບໍ່ລົບ​ລ້າງຄວາມຂັດແຍ້ງດ້ານຜົນປະໂຫຍດ. ເຖິງວ່າ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​​ມີ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ, ວັດ​ທະ​ນະ​ທຳ - ສັງ​ຄົມ, ການປ້ອງ​ກັນ​ຊາດ​ແລະປ້ອງ​ກັນ​ນ​ຄວາມໝັ້ນຄົງ​ ​ແຕ່​ກໍ່​ເປັນ​ການ​ຍາກ​ທີ່​ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ພື້ນ​ຖານ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ເມື່ອ​ປະ​ເທດຕ່າງໆ​ມີ​ຄວາມ​ແຕກ​ຕ່າງ​ພື້ນ​ຖານທາງ​ດ້ານ​ລະ​ບົບ​ແນວ​ຄິດ ແລະລະ​ບອບ​ການ​ເມືອງ - ສັງ​ຄົມ, ບໍ່ຢູ່ “ໃນວິ​ຖີດຽວ​ກັນ” ຫຼື​ມີ​ທັດ​ສະ​ນະ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສາ​ກົນ​​ໃນ​ທິດ​ທາງ​ຂອງ​ການບໍ່​ຮັບ​ຮອງ​ກັນ, ຊ້ຳ​ຍັງ​ຂະຈັດ​ກັນ, ບໍ່​ມີ​ຄວາມ​ໄວ້​ວາງ​ໃຈ​ທາງ​ການ​ເມືອງ​ເຊິ່ງ​ກັນ​ແລະ​ກັນ... ສິ່ງດັ່ງກ່າວເຮັດ​ໃຫ້ສະຖານະການການພົວພັນລະຫວ່າງປະເທດ​ເກີດມຣປັດ​ໃຈ​ແຂ່ງຂັນ​ກັນ​ສ້າງ​ອິດ​ທິພົນ, ການ​ຂັດ​ແຍ້​ງກ່ຽວກັບອຳນາດອະທິປະໄຕ​ໃນດິນແດນ ​ແລະ​ຊັບພະຍາກອນທຳ​ມະ​ຊາດ, ການ​ຕໍ່ສູ້​ເພື່ອ​ສ້າງ​ລະບຽບ​ໂລກ, ການກຳນົດຕຳແໜ່​ງຂອງ​ຊາດ​ໃນ​ເວທີ​ສາກົນ ​ແລະ​ພາກ​ພື້ນ​ນັບ​ມື້​ນັບມີ​ທ່າ​ດີ. ​ເວລາ​ນັ້ນ, ​ເພື່ອ​ດຶງ​ດູດ​ຜົນ​ປະ​ໂຫຍ​ດ​ແລະ​ຄວາມ​ໄດ້​ປຽບ, ບັນດາ​ປະ​ເທດ​ໃຫຍ່​ຈະ​ດັບ​ປັບ​ຍຸດ​ທະ​ສາດ​ແລະນະ​ໂຍບາຍຂອງ​ຕົນ, ສ້າງບາດກ້າວບຸກທະລຸ, ຂີດໝາຍການປ່ຽນຕຳແໜ່ງ, ມ້າງ​ລະບຽບ​ປະຈຸ​ບັນ​ເທື່ອ​ລະ​ກ້າວ ​ແລະ​ເລີ່ມສ້າງ​ສະຖານະ​ການ​ໃໝ່ ຂອງໂລກແລະພາກພື້ນ. ​ເວລາ​ນັ້ນ, ພາກ​ພື້ນ​ອາຊີ-ປາຊີ​ຟິກ, ອາ​ຊຽນ​ເວົ້າ​ລວມ, ຫວຽດນາມ​ເວົ້າ​ສະ​ເພາະ ຈະ​ຖືກ​ການ​ກະທົບ​ແລະ​ດຶງ​ດູດ​ຢ່າງ​ດຸ​ເດືອດ ຈາກ​ບັນດາ​ປະ​ເທດ​ໃຫຍ່. ການ​ແຂ່ງຂັນ​ທີ່​ຮຸນ​ແຮງ​ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ່ງ​ໃໝ່ທີ່​ສັບສົນ​ແລະ​ລະອຽດ​ອ່ອນ. ສິ່ງ​ເຫຼົ່າ​ນີ້​ແມ່ນ​ຄວາມ​ທ້າ​ທາຍ​ໃໝ່​ແລະ​ຫຍຸ້ງຍາກ​ທີ່​ສຸດ ​ທີ່​ຫວຽດນາມ​ຕ້ອງ​ປະ​ເຊີນ ​ໃນ​ການ​ຮັກສາ​ຄວາມ​ສຳພັນ​ທີ່​ສົມ​ດຸນ, ປະສານ​ຜົນ​ປະ​ໂຫຍດ​ກັບປະ​ເທດ​ອື່ນໆ ​ແລະ ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ​ໃນ​ໄລຍະ​ເວລາ​ປະຈຸ​ບັນ.

ທີ​ສີ່, ການ​ສະຫຼັບ​ຜົນ​ປ​ະ​ໂຫຍດ​ຈະ​ເຮັດ​ໃຫ້​ປະ​ເທດ​ຂະ​ໜາດ​ກາງ ແລະ ຂະ​ໜາດ​ນ້ອຍ​ຕົກ​​ເຂົ້າ​ສູ່​ສະຖານະ​ການ​ຖືກ​ລະ​ເມີດຜົນ​ປະ​ໂຫຍ​ດ ແລະ “ຖືກ​ກົດໜີບ” ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ປ​ະ​ເທດ​ໃຫຍ່​. ​​​ເພາະວ່າ, ໃນ​ຂະ​ບວນ​ວິ​ວັດ​ການ​ສະຫຼັບ​ຜົນ​ປະ​ໂຫຍດ, ບັນ​ດາ​ປະ​ເທດ​ໃຫຍ່​ມັກ​ຈະ​ແຂ່ງ​ຂັນ​ກັນແລະຍາດ​ຊິງ​ກັບ​​ປະ​ເທດ​ນ້ອຍ ​ເພື່ອ​ສ່ວນ​ແບ່ງ​ທີ່​ດີກ​ວ່າ​ແລະຍາດ​ເອົາ​ຄວາມ​ໄດ້​ປຽບ, ຊຸກດັນ​ຂໍ້​ເສຍ​ແລະ​ຄວາມ​ເສຍປຽບ​ໄປ​ສູ່ປະ​ເທດ​ຂະ​ໜາດ​ກາງແລະຂະ​ໜາດນ້ອຍ. ເມື່ອ​ປະ​ເທດ​ໃຫຍ່ຍອມປະລະ​ຜົນ​ປະ​ໂຫຍດບາງ​ຢ່າງ​ທີ່ບໍ່​ສຳ​ຄັນ​ຂອງ​ຕົນ​ ກໍ່​ຈະ​ລະ​ເມີດ​ຜົນ​ປະ​ໂຫຍດ​​ພື້ນ​ຖານ​ຂອງ​​ປະ​ເທດ​ນ້ອຍ​ອື່ນໆ, ​ແກ່​ດຶງ​ປະ​ເທດ​ນ້ອຍ​ເຂົ້າ​ສູ່​ວິ​ກິດ, ອາດຈະ​ນຳ​ໄປ​ສູ່​ການ​ລົ້ມ​ລະ​ລາຍຂອງລະ​ບອບ​ການ​ເມືອງ-ສັງ​ຄົມ. ​ພ້ອ​ມ​ກັນ​ນັ້ນ, ຈາກ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່​ ຈະ​ເປັນ​ເລື່ອງ​ງ່າຍ​ທີ່​ພາ​ໃຫ້​ເກີດ​ສະພາບ​ການ: 1- ການ​ແຂ່ງ​ຂັນ ການປະ​ເຊີນ​ໜ້າ​ກັນ​​ໃນລະດັບ​ທີ່​ແນ່ນອນ​, ເມື່ອພິຈາລະນາ​ແລ້ວວ່າ​ການ​ປະ​ເຊີນ​ໜ້າ​ນັ້ນບໍ່​ເກີດ​ປະ​ໂຫຍດ​​ ບັນດາປະ​ເທດ​ໃຫຍ່ກໍ່​ຫັນ​​ໄປ​ໃຊ້​ວິທີ​ໃຕ້​ດິນ “ຈັບ​ມື”, “ຕໍ່​ລອງ”, “ແລກ​ປ່ຽນ” ​ເຊິ່ງກັນ​ແລະ​ກັນ “ເທິງຫຼັງ” ຂອງ​ປະ​ເທດ​ນ້ອຍ, ຊຸກ​ດັນ​ໃຫ້​ປະ​ເທດ​ນ້ອຍ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ “ຖືກກົດ​ໜີບ” ໃນ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່, ຜົນ​ປະ​ໂຫຍ​ດຂອງ​ຕົນຖືກ​ລະ​ເມີດ, ບໍ່​ສາ​ມາດກຳນົດ​ຜົນ​ປະ​ໂຫຍດ​ສູງ​ສຸດ ຄື​ຊະ​ຕາກຳ​ຂອງ​ຊາດຂອງປະ​ເທດ​ຊາດຂອງ​ຕົນ​ເອງ​ໄດ້. ຊ້ຳ​ບໍ່​ໜຳ, ກໍ່ບໍ່​​ໄດ້​ມີ​ການ​ຍົກ​ເວັ້ນວ່າ ​ປະ​ເທດ​ໃຫຍ່​ບາງ​ປະ​ເທດ​ຈະ​ຕົກລົງ​ຮ່ວມກັນ​ເພື່ອ​ແບ່ງ​ແຍກພື້ນ​ທີ່​ທີ່​ໄດ້​ຮັບ​ຜົນ​ກະທົບ. 2- ເພື່ອ​ປະ​ຕິ​ບັດອຸບາຍ​ທາງ​ການ​ເມືອງ​ຂອງ​ຕົນ​ເອງ, ສວຍ​ໃຊ້​ການ​ສະຫຼັບ​ຜົນ​ປະ​ໂຫຍດ, ປະ​ເທດ​ໃຫຍ່​​ພ້ອມ​ແລ້ວທີ່ຈະ​ແກ່​ດຶງ​​ປະ​ເທດ​ອື່ນ​ເຂົ້າສູ່​ງວົງ​ໂຄຈອນ​ຂອງ​ອິດ​ທິ​ພົນ​ຂອງ​ຕົນ ​ເພື່ອຕໍ່ສູ້​ກັບ​ປະ​ເທດ​ອື່ນທີ່ “ບໍ່​​ໄດ້​ຢູ່​ໃນ​ວີ​ຖີ​ດຽວ​ກັນ”. ທາ​ດ​ແທ້​ຂອງ​ບັນ​ຫານີ້​ແມ່ນ​ການກໍ່​ສົງ​ຄາມ​ໂດຍ​ຜ່ານ​ຄົນ​ອື່ນ, “ຢືມ​ມື” ປະ​ເທດ​ອື່ນ​ເພື່ອ​​ເຮັດ​ສົງ​ຄາມຕົວ​ແທນ ​ເຊິ່ງ​ເປັນ​ສະຖານະ​ການ​ທີ່​ຫຼອມ​ລວມປັດ​ໄຈ​ດ້ານ​ການ​ປ້ອງ​ກັນ​ຊາດ ​ແລະປ້ອງ​ກັນຄວາມ​ໝັ້ນຄົງທີ່​ສັບສົນ​ແລະ​ລະອຽດ​ອ່ອນ​ຢ່າງ​ເລິກ​ເຊິ່ງ ​ເນື່ອງ​ຈາກ​ຜົນ​ກະ​ທົບ​ຂອງ​ການ​ພົວ​ພັນ​ສະຫຼັບ​ຜົນ​ປະ​ໂຫຍດ​ໃໝ່. ​ໂດຍ​ພື້ນຖານ​ແລ້ວ ນີ້ບໍ່​ແມ່ນ​ອັນ​ໃດ​ອື່ນ​ນອກຈາກ​ທີ່ປະ​ເທດ​ໃຫຍ່​​ເຄື່ອນ​ຍ້າຍຄວາມ​ຂັດ​ແຍ່ງ​ ແລະ​ການປະ​ທະ​ກັນ​ພາຍ​ໃນ​ປະ​ເທດ​ ອອກ​ໄປ​ຕ່າງ​ປ​ະ​ເທດ; ພ້ອມ​ກັນ​ນັ້ນ, ນັ້ນ​ກໍ່​ແມ່ນ​ການຊຸກ​ດັນພາ​ລະ​ເສດ​ຖະ​ກິດ, ການ​ເງິນ, ຄວາມ​ເສຍ​ຫາຍ ​ແລະການ​ທຳ​ລາຍ​ຂອງ​ສົງ​ຄາມ​ ​ໄປ​ຍັງ​ປະ​ເທດ​ອື່ນ ​ເພື່ອ​ສະ​ແຫວ​ງຫາ​ຜົນກຳ​ໄລ.

​ການ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ທິດ​ທາງ​ຍຸດ​ທະ​ສາດ​ແລະນະ​ໂຍ​ບາຍ​ ສຳລັບຫວຽດ​ນາມ

​ໂດຍຢູ່​ໃນ​ພາກ​ພື້ນ​ທີ່​ມີ​ທີ່​ຕັ້ງ​ພູ​ມສາດ​ເສດ​ຖະ​ກິດ - ການ​ເມືອງ​ຍຸ​ດທະ​ສາດທີ່​ສຳ​ຄັນ​ນັບ​ມື້ນ​ນັບ​ເພີ່ມ​ຂຶ້ນ, ​ເຊິ່ງ​ເປັນທັງ​ສູນ​ກາງ​ຂອງ​ການ​ຮ່ວມ​ມື​ທາງເສດ​ຖະ​ກິດ-ການ​ຄ້າ ​ແລະທັງມີ​ຕຳ​ແໜ່ງສຳຄັນ​ດ້ານການ​ປ້ອງ​ກັນ​ແລະຄວາມ​ໝັ້ນຄົງໃນ​ພາກ​ພື້​ນ, ຫວຽດນາມ​ເປັນ​ປັດ​ໃຈ​ທີ່​ບັນ​ດາ​ປະ​ເທດ​ໃຫຍ່ບໍ່​ສາ​ມາດລະ​ເລີຍ​ໄດ້​ ໃນ​ຂະ​ບວນການ​ຊອກ​ຫາແລະສະຫຼັບ​ຜົນ​ປະ​ໂຫຍດ​ໃໝ່​ ໃນ​ສະ​ຕະ​ວັດທີ XXI. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫວຽດ​ນາມ​ຢູ່​​ໃນຈຸດຕັດ​ຂອງ​ຜົນ​ປະ​ໂຫຍດ​ທາງຍຸດ​ທະ​ສາດ​ຂອງຫຼາຍ​ກອງກຳ​ລັງ ແລະລວມສູນ​ການ​ແຂ່ງ​ຂັນ​ທີ່​ຮຸນ​ແຮງ​ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່, ​ໂດຍ​ສະ​ເພາະ​ກ່ຽວ​ກັບ​ອຳ​​ນາດ​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ, ສິດ​ຕັດ​ສິນ ແລະຜົນ​ປະ​ໂຫຍດ​ ໃນ​ພາກ​ພື້ນ​ທະ​ເລ​ຕາ​ເວັນ​ອອກ. ສິ່ງ​ດັ່ງກ່າວບໍ່​ພຽງ​ແຕ່ເພີ່ມລະດັບການ​​ສະຫຼັບ​ຜົນ​ປະ​ໂຫຍດ​ລະ​ຫວ່າງຫວຽດ​ນາມກັບ​​ປະ​ເທດ​ອື່ນໆເທົ່າ​ນັ້ນ ​ແຕ່​ຍັງ​ເຮັດ​ໃຫ້ພວກ​ເຮົາ​ຍາກທີ່​ຈະ​ຮັກ​ສາທິດທາງຍຸດ​ທະ​ສາດ​ໃນ “ສະ​ໜາມ​ເກ​ມ” ເຊິ່ງ​ບັນ​ດາ​ປະ​ເທດ​ໃຫຍ່​ເຄີຍ​ເປັນ “ຜູ້​ຂຽນ​ກົດ​ລະບຽບ”, ກາ​ນ​ຮັກ​ສາ​ດຸນລະຍະ​ພາບ​ຄວາມ​ສຳ​ພັນ​ກັບ​ປະ​ເທດຕ່າງໆນັ້ນ​ບອບ​ບາງ​ຫຼາຍ ແລະ ການ​ຈັດການ​ແກ້​ໄຂ​ຄວາມ​ສຳ​ພັນ​ສາ​ກົນຢ່າງ​ເໝາະ​ສົມກໍ່ຫຍຸ້ງ​ຍາກ​ທີ່​ສຸດ. ດັ່ງ​ນັ້ນ, ໃນ​ການ​ເປີດກວ້າງ​ການ​ພົວ​ພັນ​​ຕ່າງ​ປະ​ເທດ ແລະເຊື່ອມ​ໂຍງ​ສາ​ກົນ, ຫຼັກ​ການສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງຊາດ - ປະ​ເທດ​ຊາດ ໄປ​ຄຽງ​ຄູ່​ກັບການ​ເຄົາ​ລົບ​ຜົນ​ປະ​ໂຫຍດ​ຂອງປະ​ເທດ​ອື່ນ; ການ​ຮັກ​ສາ​ເອ​ກະ​ລາດ​ແລະ​ຄວາມເປັນ​ເຈົ້າ​ຕົນ​ເອງ, ບໍ່​ຍ​ອມ​ເອື່ອຍ​ອີງ​ເພິ່ງ​ພາ​ອາ​ໄສ​ປະ​ເທດ​ອື່ນ. ໃນ​ບາງ​ກໍ​ລະ​ນີ, ຫວຽດ​ນາມຕ້ອງຮູ້​ປະນີປະນອມ, ເລືອກນະ​ໂຍບາຍ​ທີ່​ມີ​ຄວາມ​ປະພຶດດີ​ ​ເພື່ອ​ຮັກສາ​ຜົນ​ປະ​ໂຫຍ​ດຫຼັກ​ຂອງ​ປະ​ເທດ; ພ້ອມກັນ​ນັ້ນ​ ກໍ່​ມີ​ຄວາມ​ສ້ຽມແຫຼມ​ແລະ​ໄຫວ​ພິບຢູ່​ສະ​ເໝີ​ດ້ວຍ​ທິດ​ທາງ​ຍຸດ​ທະ​ສາດ​ແລະນະ​ໂຍ​ບາຍ​ທີ່​ເໝາະ​ສົມ:

ທີ​ໜຶ່ງ, ເພີ່ມ​ທະ​ວີ​ວຽກ​ງານ​ຄົ້ນ​ຄວ້າ, ​ຄາດ​ຄະ​ເນ, ປະເມີນຜົນທີ່ຖືກຕ້ອງກ່ຽວ​ກັບ​ທ່າ​ອຽງການປ່ຽນແປງຂອງການພົວພັນສາກົນ ແລະການເຄື່ອນໄຫວໃໝ່ຂອງ​ສ​ະ​ພາບ​ການ​ໂລກ ​ແລະພາກ​ພື້ນ. ຈາກ​ຄວາມ​ແຜ່ຫຼາຍ​ທົ່ວ​ໄປ ແລະລັກ​ສະ​ນະ​ສອງ​ດ້ານ​ຂອງ​ສະຖາ​ນະ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ໃນ​ການ​ພົວ​ພັນ​ສາ​ກົນ​ໃນ​ປະ​ຈຸ​ບັນ​ເກີດ​ຂຶ້ນ​ກັບ​ເຮົາ​ ເມື່ອພວກ​ເຮົາສັງ​ເກດການພົວພັນແລະສະຖານະ​ການ​ຂອງໂລກ ພາກພື້ນນີ້ ຈະ​ຕ້ອງອີງ​ໃສ່​ແລະ​ເລີ່​ມຈາກບັນຫາຜົນປະໂຫຍດ ເພື່ອຄາດຄະເນແລະປະ​ເມີນຢ່າງ​ຖືກຕ້ອງ ກ່ຽວກັບທ່າອ່ຽງການເຄື່ອນໄຫວ ແລະການພັດທະນາຂອງມັນ. ​ເພາະວ່າ, ການ​ພົວພັນ​ສາ​ກົນ​ໃດໆ​ທີ່​ເກີດ​ຂຶ້ນ, ກາຍ​ເປັນ​ໃຈ​ກາງ, “ຈຸດ​ຮ້ອນ”, ຄວາມ​ຂັດ​ແຍ້​ງ, ການ​ປະ​ເຊີນ​ໜ້າ... ກໍ່​ມາ​ຈາກ​ສາ​ເຫດ​ຜົນ​ປະ​ໂຫຍດ. ຂະ​ບວນການ​ນີ້​ຈະຕ້ອງ​ເຫັນ​ໄດ້ສະ​ເໝີ​ວ່າ​ ສອງ​ດ້ານ​ທີ່​ຄົງ​ຕົວ​ຮ່ວມ​ກັນ​ຢູ່​ລະ​ຫວ່າງ​ການ​ຮ່ວມ​ມື ແລະການຕໍ່​ສູ້​ ເພື່ອ​ຜົນ​ປະ​ໂຫຍດ; ໃນ​ນັ້ນ, ການ​ຮ່ວມ​ມື​ລະ​ຫວ່າງ​​ປະ​ເທດ​ນັບ​ມື້​ນັບ​ຍືດຫຍຸ່ນ ແລະ ການ​ແຂ່ງຂັນ​ກັນ​ນັບ​ມື້​ນັບ​​ເຄັ່ງ​ຮ້ອນກວ່າ​ເກົ່າ. ຈາກ​ຜົນ​ຂອງ​ການພະຍາກອນ, ຄວາມ​ສ້ຽມ​ແຫຼມ​ໃນ​ການວາງ​ແນວ​ທາງ, ນະ​ໂຍ​ບາຍ, ກຳ​ນົດທີ່​ຕັ້ງ​ຂອງ​ປະ​ເທດ​ເຂົ້າ​ໃນ​ກະ​ແສ​ສາຍ​ຫຼັກ​ ຂອງ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ ​ເພື່ອ​ຜົນ​ປະ​ໂຫຍດ​ສູງ​ສຸດ​ໃນ “ກະ​ດານ​ໝາກ​ຮຸກ​ຍຸດ​ທະ​ສາດ” ທີ່​ກຳ​ລັງ​ເປັນ​ຮູບ​ເປັນ​ຮ່າງຂຶ້ນ. ດ້ານ​ໜຶ່ງ, ປົກ​ປັກ​ຮັກ​ສາ​ຜົນປະ​ໂຫຍດ​ຂອງ​ຊາດ​ແລະປະ​ເທດ​ຊາດ; ອີກ​ດ້ານ​ໜຶ່ງ, ຫຼີກລ່ຽງ​ການ​ເພິ່ງພາ​ອາ​ໄສ​ປະ​ເທດ​ອື່ນ; ປັບ​ຕົວຢ່າງ​ຄ່ອງ​ແຄ່ວ, ເລືອ​ກ​ເອົາ​ທິດທາງ ​ເພື່ອ​ສ້າງ​ຄວາມສົມ​ດຸນລະຫວ່າງ​ຜົນ​ກະ​ທົບ​ທາງ​ບວກ​ແລະ​ທາງ​ລົບ, ​ໃຊ້ປະ​ໂຫຍ​ດຈາກ​ການ​ແກ່ດຶງ - ການ​ຊຸກຍູ້ຂອງ​ການ​ສະຫຼັບ​ຜົນ​ປະ​ໂຫຍດ ​ເພື່ອ​ຍົກ​ສູງມູນ​ຄ່າ ແລະກຳ​ລັງ​ແຮງ​ຂອງ​ປະ​ເທດຊາດ.

ທີ​ສອງ, ການ​ສົມທົບ​ຜົນ​ປະ​ໂຫຍ​ດຄູ່​ຂະໜານ ​ແລະ ເປັນ​ເຈົ້າ​ການ​​ໃນ​ການສະຫຼັບ​ຜົນປະ​ໂຫຍດ​ຢ່າງເລິກ​ເຊິ່ງກວ້າງ​ຂວາງ ກັບ​ບັນດາປະ​ເທດ​, ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ເວ​ທີ​ປາ​ໄສສາ​ກົນ​ແລະພາກ​ພື້ນ, ບໍ່​ຂຶ້ນ​ກັບ​ປະ​ເທດ​ໃດ​ໆ. ​ບົມພື້​ນ​ຖານ​ຮັບ​ປະ​ກັນ​ແນວ​ທາງ​ການ​ຕ່າງ​ປະ​ເທດທີ່​ເປັນເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ, ກຳ​ນົດ​ໄດ້​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ເທດ​ ໃນ​​ຄວາມ​ຄ້າຍ​ຄື​ກັນແລະຄວາມ​ແຕກ​ຕ່າງ​ກັນ ​ກ່ຽວ​ກັບ​ຜົນ​ປະ​ໂຫຍດທີ່​ສັບ​ສົນ, ຫຼາຍ​ຂັ້ນຫຼາຍຊັ້ນ; ການເປັນ​ເຈົ້າ​ການ​ໃນ​ການ​ສະຫຼັບ​ຜົນ​ປະ​ໂຫຍດຢ່າງ​ເລິກ​ເຊິ່ງກັບ​ບັນດາປະ​ເທດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ເວ​ທີ​ປາ​ໄສສາ​ກົນ​ແລະພາກ​ພື້​ນ ​ຈະ​ຮັບ​ປະ​ກັນ​​ຜົນ​ປະ​ໂຫຍດ​ຂອງ​ຊາດປະ​ເທດ​ຊາດ, ຫຼີກ​ລ່ຽງ​ການ​ຕົກ​ໃສ່​ສະ​ຖາ​ນະ​ການ​ຖືກກົດ​ໜີບ, ຖືກ​ຂຶ້ນ​ກັບ​ປະ​ເທດ​ໃຫຍ່. ເອົາ​ໃຈ​ໃສ່​​ເຖິງ​ການຂຸດ​ຄົ້ນ ແລະການສົມທົບ​ຄູ່​ຂະ​ໜານກັນ ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ ກັບບັນດາ​ປະ​ເທດແລະອານາເຂດ, ສ້າງ​​ຄຸນ​ຄ່າ​ທີ່​ເລື່ນ​ກາຍ​ຂອບ​ເຂດ​ການ​ພົວ​ພັນ​ສອງ​ຝ່າຍ. ຈາກ​ການ​ສະ​ຫຼັບ​ຜົນ​ປະ​ໂຫຍດ​ໃນ​ຂົງ​ເຂດຕ່າງໆນັ້ນ ​ຈະເປີດກວ້າງ​ພື້ນ​ທີ່​​ພັດ​ທະ​ນາ​ປະ​ເທດ, ຍາດ​ແຍ່ງ​​​ເອົາແຫຼ່ງ​ພະ​ລັງ​ຈາກ​ພາຍນອກ, ໃຊ້ປະ​ໂຫຍ​ດຈາກ​ໂອ​ກາດ, ຫັນ​ກາ​ລະ​ໂອ​ກາດສູ່​ຄວາມ​ເປັນ​ຈິງ, ແກ້ໄຂສິ່ງທ້າທາຍ, ປ່ຽນອັນຕະລາຍໃຫ້ເປັນຄວາມປອດໄພ, ປະ​ຕິ​ບັດ​ການ​ສ້າງສາ ແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ສັນ​ຕິ, ເປັນ​ເຈົ້າ​ການ​ໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຕັ້ງ​ແຕ່​ກ່ອນ ແຕ່​​ໄກ. ຍູ້​ແຮງ​ການ​ສະຫຼັບ​ຜົນ​ປະ​ໂຫຍດ​ທາງ​ດ້ານການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມໝັ້ນຄົງ, “ຕັ້ງ​ໜ້າ​ເຂົ້າ​ຮ່ວມ​​ໃນກົນ​ໄກ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມໝັ້ນຄົງ​ແບບ​ຫຼາຍ​ຝ່າຍ,​ ລວມທັງ​ການ​ເຂົ້າ​ຮ່ວມ​ໃນ​ກິດຈະກຳການ​ຮ່ວມ​ມື​​ໃນ​ລະ​ດັບ​ສູງ​ເຊັ່ນ ປະຕິບັດ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊ​າດ, ການເຝິກຊ້ອມ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ບໍ່​​ເປັນ​ແບບດັ້ງ​ເດີມ ແລະກິດຈະກຳ​ອື່ນໆ”(1).

​ທີ​ສາມ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ການຕ່າງ​ປະ​ເທດ​ເປີດກວ້າງ​ ຫຼາຍ​ຝ່າຍ, ຫັນ​ການ​ພົວພັນ​ສາກົນ​ເປັນຫຼາຍ​ຮູບຫຼາຍ​ແບບ​, ຖື​ຜົນ​ປະ​ໂຫຍດ​ຂອງ​ຊ​າດ​ເປັນ​ສິ່ງສຳ​ຄັນ, ສ້າງ​ການ​ພົວ​ພັນ​ທີ່​ສົມ​ດຸນ ​ເພື່ອ​ໃຫ້​ຜົນ​ປະ​ໂຫຍດ​ແກ່​ປະ​ເທດ. ບົນ​ພື້ນຖານ​ນັ້ນ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ “ຍູ້​ແຮງ​ການ​ພົວພັນ​ກັບບັນດາ​ຄູ່​ຮ່ວມ​ມື ​ແລະ​ເຮັດ​ໃຫ້ການ​ພົວພັນ​ນັ້ນ​ເລິກ​ເຊິ່ງກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ​ບັນດາ​ປະ​ເທດ​ໃຫຍ່ທີ່​ມີ​ບົດບາດ​ສຳຄັນ​ຕໍ່ການ​ພັດທະນາ ​ແລະ​ຄວາມໝັ້ນຄົງ​ຂອງປະ​ເທດ, ນຳກອບ​ການພົວພັນທີ່ວາງ​ໄວ້​ໃຫ້ເປັນຈິງ”(2). ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ກົນ​ໄກ​ຮ່ວມ​ມື​ທີ່​ແໜ້ນ​ແຟ້ນ ​ເອກະ​ພາບ​ກັບບັນດາປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ; ຈຳກັດ​ແລະ​ຍູ້​ຖອຍ​ຄວາມ​ສ່ຽງ​ຈາກ​ການ​ກໍ່​ການ​ຮ້າຍ, ຄວາມ​ຂັດ​ແຍ້​ງ​ແລະ​ການ​ແບ່ງ​ແຍກ​ດິນ​ແດນ; ​ແກ້​ໄຂ​ບັນດາ​ບັນຫາລະດັບ​ໂລກ ​ທີ່​ໄດ້​ແລະກຳລັງຂົ່ງຂູ່ໂດຍກົງ ຕໍ່ການ​ຮັກສາ​ສະພາບ​ແວດລ້ອມສັນຕິພາບ, ສະຖຽນລະພາບ ແລະການພັດທະນາ​ແບບ​ຍືນ​ຍົງຂອງປະເທດ ກໍ່ຄືພາກພື້ນແລະໃນໂລກ​; ກີດ​ກັ້ນ​​ເລ່ລ່ຽມ​ກົນອຸບາຍ​ທີ່​ຈະລະ​ເມີດ​ເອກະລາດ, ອຳນາດອະທິປະ​ໄຕ​ ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ. ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງຈິດ​ໃຈ “ການ​ທູດ​ຮອບດ້ານ”, ການ​ທູດ​ການ​ເມືອງ​ຕ້ອງ​ປະສານ​ສົມທົບ​ກັບ​ການ​ທູດ​ເສດຖະກິດ, ການ​ທູດ​ວັດທະນະທຳ, ການ​ທູດ​ປ້ອງ​ກັນ​ປະ​ເທດ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ. ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ຕ່າງປະ​ເທດ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດລວມສະ​ເໝີ ​ເພື່ອສົ່ງ​ເສີມ​ແລະ​ຂະຫຍາຍ​ການ​ຮ່ວມມືກັບ​ບັນດາ​ປະ​ເທດ​ແລະ​ອານາ​ເຂດ; ​ໃນ​ທາງກົງ​ກັນຂ້າມ, ​ຕ້ອງ​ເຫັນ​ແຈ້ງ​ຂໍ້​ຂັດ​ແຍ່ງ, ຄວາມ​ບໍ່​ຄື​ກັນ ​ເພື່ອຈຳກັດ​ຄວາມ​ແຕກ​ຕ່າງ​ໃຫ້​ແຄບ​ລົງ; ມີ​ວິທີ​ການ​ທີ່​ຖືກຕ້ອງ​ໃນ​ການ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ການ​ຮ່ວມ​ມື ກັບ​ການ​ຕໍ່ສູ້ ​ເພື່ອ​ສ້າງ​ການ​ພົວພັນ​ທີ່​ເປັນ​ປະ​ໂຫຍ​ດ​ແກ່​ປະ​ເທດ​ຊາດ.

ທີ​ສີ່, ຈັດການແກ້​ໄຂ​​ການ​ພົວ​ພັນຕ່າງໆ​ຢ່າງ​ຖືກຕ້ອງ ​ເພື່ອ​ຫຼີກ​ລ້ຽງຜົນ​ກະທົບ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອື່ນໆ​ໃນ​ສະ​ພາບ​ການ​ໃໝ່. ໂດຍ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມເຄົາ​ລົບແລະປະ​ຕິ​ບັດ​ຖືກ​ຕ້ອງຕາມ “ກົດ​ລະບຽບ​ຂອງ​ເກ​ມ” ທົ່ວໄປຢ່າງເຂັ້ມງວດ, ບໍ່ປະຕິບັດແບບຝ່າຍດຽວ; ແກ້​ໄຂ​ຄວາມຂັດ​ແຍ້ງ​ແລະ​ຂໍ້​ພິພາດ​ດ້ວຍ​​ສັນ​ຕິ​ວິທີ ​ບົນ​ພື້ນ​ຖານ​ກົດ​ໝາຍ ແລະ ທຳ​ນຽມ​ສາ​ກົນ. ໃນ​ການ​ຕິດ​ຕໍ່​ພົວ​ພັນກັບ​ຕ່າງປະ​ເທດ, ຍາມ​ໃດ​ກໍ່​ຕ້ອງ​ມີ​ສະ​ຕິ​ສ່ອງ​ໃສ​ທຸ່ນ​ທ່ຽງ, ພິຈາລະນາ​ຢ່າງຮອບ​ຄອບ, ຫຼີກ​ລ້ຽງ​ການ​ທຳຮ້າຍ​ຜົນ​ປະ​ໂຫຍດທີ່​ຖືກຕ້ອງ ສ​ອດຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ​ຂອງ​ປະ​ເທດ​ອື່ນ. ​ສ້າງ​ຄວາມ​​ໄວ້​ວາງ​ໃຈ​ສາ​ກົນ, ບໍ່​ໄປ​ຕາມ​ປະ​ເທດນີ້​ເພື່ອ​ຕ້ານ​ປະ​ເທດ​ອື່ນ; ​ໃນ​ທາງກົງ​ກັນ​ຂ້າມ, ກໍ່​ບໍ່ເອື່ອຍ​ອີງ, ບໍ່​ເພິ່ງພາ​ອາ​ໄສ​ປະ​ເທດ​ໃດ​ໆ ໃນ​ການກໍ່​ສ້າງ ແລະພັດ​ທະ​ນາ​ປະ​ເທດ. ປັບ​ປຸງ, ສ້າງ​ຕັ້ງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​​ແບບສະຫຼັບ​ຜົນ​ປະ​ໂຫຍດ ​ບົນ​ຈິດ​ໃຈ​ເປັນ​ເພື່ອນ​ມິດ, ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ວາງ​ໃຈ​ໄດ້ ​ແລະ ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂ​ອງ​ປະ​ຊາ​ຄົມ​ສາ​ກົນ. ການປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ ແລະຄວາມ​ຮັບ​ຜິດ​ຊອບ​ສາກົນ​ຢ່າງ​ເຕັມທີ່ ​ຕາມ​ທິດ​ນຳ “ຂໍ້​ຫ້າ​ມສີ່​ປະການ”(3).

ສະຫຼຸບ​ລວມ​, ທິດ​ທາງ​​ແລະ​ນະ​ໂຍບາຍຍຸດ​ທະ​ສາດ​ຂອງ​ພັກ​ກ​ອມ​ມູນິດ​​ແລະ​ລັດຫວຽດ​ນາມ ຈະ​ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ສືບ​ທອດ​ແລະ​ມີ​ການ​ຄັດ​ເລືອກ​, ແມ່ນ​ການ​ພັດ​ທະ​ນາມູນ​ເຊື້ອ​ແຫ່ງ​ການກໍ່​ສ້າງ ແລະປົກ​ປັກ​ຮັ​ກ​ສາ​ປະ​ເທດຊາດ​ຂອງ​ປະຊາຊົນຫວຽດ​ນາມ. ດ້ວຍ​ບົດ​ຮຽນ​ອັນ​ລ້ຳ​ຄ່າ “ພາຍ​ໃນ​ອົບ​ອຸ່ນ, ພາຍນອກສະຫງົບ” ແລະບົນ​ຈິດ​ໃຈ “​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ", ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​​ປວງ​ຊົນ​ທັງ​ຊາດ​ແລະຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງ​ຄົມຢ່າງບໍ່​ຢຸດຢັ້ງ, ກຳຈັດ​ຄວາມ​ສ່ຽງ​ຈາກການແຊກແຊງຂອງຕ່າງປະເທດ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​​ສັນ​ຕິ​ພາບ ​ເພື່ອການຮ່ວມ​ມື​ແລະການພັດ​ທະ​ນາ, ເພີ່ມ​ທະ​ວີ​ທ່າແລະກຳ​ລັງ​ແຮງ​ສັງ​ລວມຂອງ​ຊາດ​ ເພື່ອ​ສ້າງສາແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດຫວຽດ​ນາມສັງ​ຄົມ​ນິ​ຍົມ​ໃຫ້​ໝັ້ນ​ຄົງ​ໃນ​ສະ​ພາບ​ການ​ໃໝ່./.

-------------------

(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງ​ທີ XII, ຫ້ອງ​ການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 155.

(3) “ຂໍ້​ຫ້າ​ມສີ່​ປະການ”: ບໍ່ເຂົ້າຮ່ວມພັນທະ​ມິດ​ທາງທະຫານ; ບໍ່ອະນຸຍາດໃຫ້ປະເທດອື່ນຕັ້ງຖານ​ທັບ​ໃນຫວຽດນາມ ເພື່ອ​ໂຈມຕີປະເທດອື່ນ; ບໍ່ສຳພັນກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຊ້ຫຼືນາບຂູ່​ຈະໃຊ້ກຳລັງ​ອາ​ວຸດໃນການພົວພັນສາກົນ.