ວກ. - ໃນ​ວັນ​ທີ 28 ກໍ​ລະ​ກົດ 1995, ຫວຽດ​ນາມເຂົ້າ​ຮ່ວມ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ແຫ່ງ​ອາ​ຊີຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ຢ່າງ​ເປັນ​ທ​າງ​ການ. ​ຜ່ານ 25 ປີ​ທີ່​ເຂົ້າ​ເປັນ​ສະມາຊິກອ​າຊຽນ, ຈາກ​ສະ​ມາ​ຊິກ​ໃໝ່, ຫວຽດ​ນາມໄດ້​ກາຍ​ເປັນ​ສະມາຊິກ​ທີ່​ຫ້າວຫັນ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ໃນການເຄື່ອນໄຫວຮ່ວມກັນ ​ໂດຍ​ມີການ​ປະກອບສ່ວນທີ່ສຳຄັນ​ແລະ​ແທດ​ຈິງຫຼາຍ​ຂຶ້ນ ​ເຂົ້າ​ໃນ​ການ​ເຕີບ​ໃຫຍ່ ​ແລະຂະຫຍາຍຕົວ ຂອງສະມາຄົມອີກ​ດ້ວຍ. ໃນ​ເວ​ລາ​ຕໍ່​ໄປ​ນີ້, ອາ​ຊຽນ​ສືບ​ຕໍ່​ເປັນ​ປັດ​​ໄຈ​ທີ່​ສຳ​ຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຄວາມໝັ້ນຄົງ​ແລະການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ. ອາ​ຊຽນຍັງ​ເປັນ​ຈຸດ​ສຸມໃຈ​ກາງ​ທີ່​ບຸລິ​ມະ​ສິດ ​ໃນ​ການຍົກ​ລະ​ດັບນະ​ໂຍບາຍ​ການຕ່າງ​ປະ​ເທດ​ແບບຫຼາຍ​ຝ່າຍ​ຂອງຫວຽດ​ນາມ, ໃນ​ນັ້ນ​ເນັ້ນເຖິງ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​​ການ​ສ້າງ ​ແລະ ກຳ​ນົດສະ​ຖາ​ບັນ​ພະຫຸ​ພາຄີ, ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ ຮ່ວມ​ກັບ​ບັນ​ດາ​ປະ​ເທດອາຊຽນ ເພື່ອກໍ່​ສ້າງ​ສະ​ມາ​ຄົມອາ​ຊຽນທີ່​ເຂັ້ມ​ແຂງ.

ທ່ານຫງວຽນຊວັນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ປະທານອາຊຽນປີ 2020 ກ່າວສຸນທອນພົດເປີດກອງປະຊຸດສຸດຍອດ ອາຊຽນ ຄັ້ງທີ 36 ທີ່ຮ່າໂນ້ຍ, ວັນທີ 26 ມິຖຸນາ 2020 _ພາບ: TTXVN

ການເຂົ້າຮ່ວມອາຊຽນ: ຜົນຂອງ​ຂະ​ບວນການປ່ຽນແປງໃໝ່ຈິນຕະນາການ
ແລະ ນະໂຍບາຍການຕ່າງປະເທດຂອງພັກກອມມູນິດຫວຽດນາມ

ການຕັດສິນ​ໃຈຂອງ​ຫວຽດນາມ​ໃນ​ການເຂົ້າ​ຮ່ວມອາ​ຊຽນ ​ແມ່ນ​ຜົ​ນ​ສຳ​ເລັດຂອງ​ການ​ປ່ຽນ​ແປງ​ໃໝ່​​ຈິນ​ຕະ​ນາ​ການ​ການ​ຕ່າງ​ປະ​ເທດ​ຂ​ອງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ໃນ​ນັ້ນ​ມີ​ການ​ປ່ຽນ​ແປງ​ໃໝ່​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສະ​ຖານະ​ການແລະການ​ພົວ​ພັນ​ສາ​ກົນ​ໃນ​ ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ (ປີ 1986) ໄດ້​ວາງ​ແຜນ​ນະ​ໂຍ​ບາຍ “ເປີດກວ້າງ​ການ​ພົວ​ພັນ​ກັບ​ທຸກໆ​ປະ​ເທດບົນ​ພື້ນຖານ​ຫຼັກການການຢູ່ຮ່ວມກັນຢ່າງສັນຕິ”(1), ເປັນ​ຂີດ​ໝາຍ​ບາດ​ກ້າວ​ທຳ​ອິດຂອງ​ການຫັນ​ທິດຈິນ​ຕະ​ນາ​ການກ່ຽວ​ກັບ​ການ​ຕ່າງ​ປະ​ເທດ​​ໃນສະ​ໄໝ​ປ່ຽນ​ແປງ​ໃໝ່. ​ໃນ​ພາກ​ພື້ນ, ຫວຽດ​ນາມ “​ປາດ​ຖະ​ໜາແລະພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດໃນພາກພື້ນ ເພື່ອເຈລະຈາແກ້ໄຂບັນດາບັນຫາຢູ່ອາຊີຕາເວັນອອກສ່ຽງໃຕ້, ສ້າງຕັ້ງການພົວພັນຂອງ​ການຢູ່ຮ່ວມກັນຢ່າງສັນຕິ, ​ສ້າ​ງອາຊີຕາ​ເວັນ​ອອກສຽງ​ໃຕ້​ໃຫ້ເປັນ​ພາກ​ພື້ນ​ແຫ່ງ​​ສັນ​ຕິ​ພາບ, ສະ​ຖຽມ​ລະ​ພາບ ແລະການຮ່ວມ​ມື”(2).​ ​ມະຕິເລກ​ທີ 13/NQ-TW, ​ວັນ​ທີ 20 ພຶດ​ສະ​ພາ 1988, ຂອງ​ກົມ​ການ​ເມືອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ສະ​ໄໝ​ທີ 6, ກ່ຽວ​ກັບ “ໜ້າທີ່ແລະນະໂຍບາຍການຕ່າງປະເທດໃນສະພາບການໃໝ່ ​ໄດ້ເນັ້ນ​ວ່າ ​​ສັນ​ຕິ​ພາບແລະກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ ​ແມ່ນຜົນ​ປະ​ໂຫຍດ​ສູງ​ສຸດ, ຕາມນັ້ນ​ ແມ່ນ​ນະ​ໂຍ​ບາຍ​ປ່ຽນ​ແປງການ​ຕໍ່​ສູ້ ​ຈາກການ​ປະ​ເຊີນ​ໜ້າ ​ມາ​ເປັນ​ການຕໍ່ສູ້​ແລະ​ການຢູ່​ຮ່ວມ​ກັນຢ່າງ​ສັນ​ຕິ​(3). ທັດ​ສະ​ນະ​ນີ້​ສືບ​ຕໍ່​ໄດ້​ຮັບ​ການຮັກ​ສາ​​ໄວ້ໃນ​ບົດ​ລາຍງານ​ຂອງກອງ​ປະ​ຊຸມ​ສູນ​ກາງພັກຄັ້ງ​ທີ 6 ​ສະ​ໄໝ​ທີ 6 (​ເດືອນມີ​ນາ 1989) ແລະ ໂຄງ​ການການ​ເມືອງກໍ່​ສ້າງ​ປ​ະເທ​ດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ (ປີ 1991) ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ.

ຄວາມໝາຍຂອງນະໂຍບາຍຂ້າງເທິງນີ້ແມ່ນ ຫວຽດນາມໄດ້ກຳນົດຢ່າງ​ຖືກຕ້ອງ ເຖິງຄວາມສຳຄັນຂອງຄວາມໝັ້ນຄົງໃນອາຊີຕາເວັນອອກສ່ຽງໃຕ້, ​ເຊື່ອມ​ຕິດ​ສັນ​ຕິ​ພາບແລະ​ສະ​ຖຽມ​ລະ​ພາບ​ຂອງ​ພາກ​ພື້ນ​ ກັບ​ຄວາມໝັ້ນຄົງແລະ​ການ​ພັດທະນາ​ຂອງຫວຽດ​ນາມ. ຫວຽດນາມໄດ້ເລືອກເອົາບັນດາປະເທດອາຊຽນ​ເພື່ອ​ເປີດການ​ເຈລະຈາ ເພື່ອແກ້ໄຂບັນຫາກຳປູເຈຍ. ດ້ວຍ​ຄວາມພະ​ຍາ​ຍາມ​ຂົນ​ຂວາຍ​ຂອງອິນ​ໂດເນ​ເຊຍ, ອາ​ຊຽນໄດ້​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ບໍ່​ເປັນທາງ​ການ ຈາ​ກາກ​ຕາ (Jarkarta Informal Meeting - JIM) ດ້ວຍການເຂົ້າຮ່ວມຂອງອາຊຽນ, ຫວຽດນາມ, ລາວ ແລະ 4 ຝ່າຍ​ໃນກຳປູເຈຍ ຢູ່ນະຄອນຫຼວງຈາກາຕາ (ອິນໂດເນເຊຍ), ລວມ​ມີ JIM-1 (ເດືອນກໍ​ລະ​ກົດ 1988), JIM-2 (ເດືອນກຸມ​ພາ 1989) ແລະ JIM-3 (ເດືອນກຸມ​ພາ 1990) ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ການ​ເມືອງ​ໃຫ້​ແກ່​ບັນ​ຫາກຳ​ປູ​ເຈຍ(4). ​ເຖິງ​ວ່າ​ຈະ​ມີ​ຂໍ້​ຈຳກັດໃນຜົນໄດ້ຮັບທີ່ສຳຄັນ, ​ແຕ່​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການເຫຼົ່ານີ້ ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນເຖິງບົດບາດຂອງອາຊຽນ ​ໃນ​​ການ​ແກ້​ໄຂຂໍ້​ຂັດ​ແຍ້ງ​ໃນ​ພາກ​ພື້ນ, ແລະ​​ເປັນ​ຄັ້ງ​ທຳ​ອິດທີ່​ຜູ້​ຕາ​ງ​ໜ້າ​ຂອງປະ​ເທດ​ໃນອາ​ຊີຕາ​ເວັນ​ອອກສຽງ​​ໃຕ້ສ່ວນ​ໃຫຍ່ສາມາດ​ປຶກສາ​ເຈລະຈາ​ ກ່ຽວ​ກັບ​ບັນຫາ​ກຳປູ​ເຈຍ​ໂດຍ​ກົງ. ຫຼັງ​ຈາກ​ນັ້ນ ບັນດາ​ປະ​ເທດ​ໃນ​ອາ​ຊຽນກໍ່​ເອົາ​ຊະນະ​ການ​ປິດ​ລ້ອມ​ຂວ້ຳ​ບາດຂອງອາ​ເມ​ລິ​ກາ ແລະບັນ​ດາ​ປະ​ເທດຕາ​ເວັນ​ຕົກ​ເທື່ອ​ລະ​ກ້າວ ເພື່ອປັບປຸງ​ການ​ພົວ​ພັນ​ກັບຫວຽດ​ນາມ ​ເຖິງ​ວ່າ​ບັນຫາກຳ​ປູ​ເຈຍ​ຍັງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂກໍ່ຕາມ(5).

ກອງປະຊຸມໃຫຍ່ຄັ້ງ​ທີ່ 7 ຂອງພັກອມມູນິດຫວຽດນາມ​ (ປີ 1991)ໄດ້​ເຊີດ​ຊູ​ຈິດ​ໃຈ “ຫວຽດນາມຫວັງ​ວ່າ​ຈະເປັນເພື່ອນກັບທຸກໆປະເທດໃນປະຊາຄົມໂລກ, ສູ້ຊົນເພື່ອສັນຕິາບ, ເອກະລາດ ແລະ ການພັດທະນາ”, ແລະວາງແຜນນະໂຍບາຍກ່ຽວກັບ “ການພັດທະນາການພົວພັນມິດຕະພາບ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ - ປາຊີຟິກ, ສູ້ຊົນເພື່ອ​ໃຫ້ອາຊີຕາເວນອອກສ່ຽງໃຕ້ມີສັນຕິພາບ, ມິດຕະພາບ ແລະການຮ່ວມມື”(6). ນີ້​​ເປັນກາຢືນຢັນຈິນຕະນາການກ່ຽວ​ກັບການຕ່າງປະເທໃໝ່ຂອງຫວຽດນາມກຽມຄວາມພ້ອມເພື່ອພັດທະນາການພົວພັນມິດຕະພາບກັບບັນດາປະເທດອາຊຽນ ບົນພື້ນຖານຜົນປະໂຫຍດແຫ່ງຊາດ. ສິ່ງເຫຼົ່ານີ້ຍັງສະແດງເຖິງຄວາມ​ສາມາກຳ​​ທ່າອຽງເພີ່ມທະວີການຮ່ວມມື, ເຊື່ອມ​​ໂຍງ​ໃນພາກພື້ນ ແລະ ຕີລາຄາຢ່າງຖືກຕ້ອງການດັດປັບນະໂຍບາຍຂອງບັນດາປະເທດອາຊຽນ ຈາກການປະເຊີນໜ້າມາ​ເປັນ​ການຮ່ວມມືກັບຫວຽດນາມ. ຄຳຖະແຫຼງຂອງນາຍົກລັດຖະມົນຕີປະເທດໄທ ທ່ານ ຊາດ​ຊາຍ ຈູນຫາ​ວັນ, ປີ 1989: “ປ່ຽນ​ອິນ​ໂດ​ຈີນຈາກ​ສະໜາມ​ຮົບ​ເປັນ​ຕະຫຼາດ” ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ຄວາມ​ແຕກແຍກທາງພູມສາດ - ການເມືອງ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຈາງ​ຫາຍ​ໄປ, ເປີດໂອກາດເພື່ອເຮັດໃຫ້ອາຊຽນແລະຫວຽດນາມ ຫຍັບ​ເຂົ້າ​ໃກ້​ກັນ​ກວ່າ​ອີກ(7). ກອງປະຊຸມສູນ​ກາງ​ພັກຄັ້ງທີ 3 ສະໄໝທີ 7 (ປີ 1992) ໄດ້​ວາງແຜນ​ນະ​ໂຍບາຍກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສສົນທະນາ​ກັບອາ​ຊຽນ ແລະ ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມອາ​ຊຽນໃນ​ອະ​ນາ​ຄົດ(8).

​ເພື່ອຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍບ​າຍ ແລະ ນະ​ໂຍ​ບາຍ​ໃໝ່, ຫວຽດ​ນາມ​ໄດ້​ຍູ້​ແຮງ​ຂະ​ບວນການ​ເຂົ້າ​ຮ່ວມອາ​ຊຽນ. ໃນ​ປີ 1992, ທີ່ກອງ​ປະ​ຊຸມສຸດ​ຍອດອາ​ຊຽນ​ງຄັ້ງ​ທີສີ່, ຫວຽດ​ນາມໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ ສົນທິສັນຍາມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC), ກາຍ​ເປັນ​ຜູ້​ສັງ​ເກດ​ການ​ຂອງ ອາ​ຊຽນ, ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດອາ​ຊຽນປະ​ຈຳ​ປີ ແລະ ເຂົ້າຮ່ວມໃນກິດຈະກຳການຮ່ວມມືສະ​ເພາະໃນ 5 ຂົງເຂດ, ລວມທັງວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ, ສາ​ທາ​ລະ​ນະ​ສຸກ, ວັດ​ທະ​ນະ​ທຳ​ຖະ​ແຫຼງ​ຂ່າວ ແລະ ພັດ​ທະ​ນາ​ສັງ​ຄົມ. ປີ 1993, ​ເມື່ອ​ງໃນ​ໂອກາດການຢ້ຽມຢາມປະ​ເທດໄທ, ທ່ານ​ເລຂາທິການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ​ໂດ໋​ເມື່ອຍ ໄດ້ປະກາດນະໂຍບາຍ 4 ຈຸດຮ່ວມກັບອາຊຽນ, ​ສະ​ແດງ​ຄວາມປາດຖະ​ໜາຢາກ “​ເຂົ້າ​ຮ່ວມອາ​ຊຽນໃນ​ເວ​ລາ​ທີ່​ເໝາະ​ສົມ”(9). ໃນ​ການ​ຢ້ຽມ​ຢາມປະ​ເທດອິນ​ໂດ​ເນ​ເຊຍຢ່າງ​ເປັນ​ທາງ​ການ ​ໃນ​ເດືອນພຶດ​ສະ​ພາ 1994, ປະ​ທານ​ປະ​ເທດ​ ສສ ຫວຽດ​ນາມ ເລ​ດຶກ​ແອງ ​ໄດ້​ປະ​ກາດ​ວ່າ “ຫວຽດນາມ​ພວມ​ຊຸກຍູ້​​ວຽກ​ງານ​ທີ່​ຈຳ​ເປັນ ​​ເພື່ອ​ກາຍ​ເປັນ​ສະ​ມາ​ຊິກ​ສົມບູນ​ຂອງອາ​ຊຽນ​ໃນ​ໄວໆ​ນີ້”(10). ໃນ​ວັນ​ທີ 17 ຕຸ​ລາ 1994, ທ່ານຫງວຽນ​ແມ້ງ​ເກິ່ມ ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດຫວຽດ​ນາມ ໄດ້ສົ່ງ​ຈົດ​ໝາຍ​​ເຖິງ​ປະ​ທານ​ຄະ​ນະ​ກຳ​ມະ​ການປະຈຳອາ​ຊຽນ ​ໄດ້​ຍົກ​ບັນຫາ​ການ​ເຂົ້າ​ເປັນ​ສະ​ມາ​ຊິກອາຊຽນຢ່າງ​ເປັນ​ທາງ​ການ. ພິ​ທີ​ຮັບ​ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກລຳດັບທີ 7 ​ຂອງອາ​ຊຽນ ໄດ້​ຈັດ​ຂຶ້ນ​ເມື່ອ​ວັນ​ທີ 28 ກໍ​ລະ​ກົດ 1995 ​ໃນກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ຕ່າງ​ປະ​ເທດອາ​ຊຽນຄັ້ງ​ທີ 28 ຢູ່​ປະ​ເທດ ບຣູ​​ໄນ.

ການຕັດສິນໃຈເຂົ້າເປັນສະມາຊິກອາຊຽນ ແມ່ນໝາກຜົນທີ່​ຊັດ​ເຈນ ​ແລະ​ເປັນ​ຂໍ້​ພິສູດ​ເຖິງນະໂຍບາຍການຕ່າງປະເທດທີ່ສັນຕິພາບ, ເອກະລາດ, ເປັນ​ເຈົ້າ​ຕົນ​ເອງ, ການ​ຂະຫຍາຍ​ການພົວ​ພັນ​ສາ​ກົນ​ເປັນ​ຫຼາຍ​ກ້ຳຫຼາຍ​ຝ່າຍ​, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ພາກ​ພື້ນ ແລະ ສາ​ກົນ​ຂອງຫວຽດ​ນາມ ໃນ​ໄລ​ຍະຫຼັງ​ສົງ​ຄາມ​ເຢັນ. ການ​ເປີດການ​ພົວພັນ​ກັບ​ອາ​ຊຽນ ​ເຊິ່ງທັງ​ເລີ່ມຕົ້ນຈາກຄວາມຕ້ອງການອັນຮີບດ່ວນ​ ໃນ​ການທຳລາຍການ​ປິດ​ລ້ອມ​ທາງເສດຖະກິດແລະການໂດດດ່ຽວທາງດ້ານການເມືອງ ໃນທ້າຍທົດ​ສະ​ວັດ​ທີ 80 ແລະຕົ້ນທົດ​ສະ​ວັດ​ທີ 90 ຂອງສະຕະວັດທີ 20, ແລະທັງເພື່ອຮັບໃຊ້ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດອັນຍາວນານຂອງຫວຽດນາມ.

ການ​ກາຍ​ເປັນ​ສະ​ມາ​ຊິກ​ອາ​ຊຽນ ​ໄດ້​ຊ່ວຍ​ໃຫ້ຫວຽດ​ນາມມີ​ເງື່ອນ​ໄຂ​ສ້າງແລະຮັກ​ສາ​ສິ່ງ​ແວດ​ລ້ອມ​​​ສັນ​ຕິ​ພາບ, ສະ​ຖຽມ​ລະ​ພາບ, ​ແລະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້ຫວຽດນາມ​ພັດ​ທະ​ນາ​ເສດຖະ​ກິດ, ຊຸກ​ຍູ້​ການ​ຫັນປະ​ເທດ​ເປັນອຸດ​ສາ​ຫະ​ກຳ ທັນ​ສະ​ໄໝ ​ໃນ​ສະ​ພາບ​ການທີ່​ທ່າ​ອຽງ​ເຊື່ອມ​ໂຍງ​ພາກ​ພື້ນ ແລະໂລ​ກາ​ພິ​ບັດພວມ​ເກີດ​ຂຶ້ນ​ບັບມື້​ນັບ​ໄວ​ແລະ​ເຂັ້ມ​ແຂງ​ໃນ​ຫຼາຍ​ຂົງ​ເຂດ. ໂດຍ​ຜ່ານ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ ໃນ​ການ​ກຳ​ນົດ​ທິດ​ທາງພັດ​ທະ​ນາ ແລະນະ​ໂຍ​ບາຍໃຫຍ່​ຂອງອາ​ຊຽນ, ຫວຽດ​ນາມມີ​ເງື່ອນ​ໄຂ​ໃນ​ການ​ຊຸກ​ຍູ້​ລະດັບ​ບຸ​ລິ​ມະ​ສິດ ແລະຜົນ​ປະ​ໂຫຍດ​ຂອງ​ຊາດຢ່າງ​ມີ​ປະສິດທິ​ຜົນ​ ​ໂດຍ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດສ່ວນ​ລວມ​ຂອງ​ພາກ​ພື້ນ, ຍົກສູງ​ຄວາມ​ສາ​ມາດ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ຄວາມ​ປອດ​ໄພ​ແບບດັ້ງ​ເດີມ ແລະຄວາມ​ປອດ​ໄພທີ່​​ເປັນ​ແບບດັ້ງ​ເດີມ, ເພີ່ມ​ທະ​ວີ​ຖາ​ນະຕຳ​ແໜ່​ງ ແລະພາ​ລະ​ບົດ​ບາດ​ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນແລະສາ​ກົນ ​ໂດຍ​ອີງ​ໃສ່​ການ​ປະສານ​ສົມທົບຫຼັກ​ໝັ້ນ ແລະການ​ກະທຳ​ລະ​ຫວ່າງປະ​ເທດ​ສະ​ມາ​ຊິກ. ພິ​ເສດ, ຫວຽດ​ນາມ ແລະບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນອື່ນໆ ​ໄດ້​ຢຶດຖືຫຼັກ​ການການ​ແກ້​ໄຂຂໍ້ຂັດແຍ່ງ​ໂດຍ​ສັນຕິ​ວິທີ, ປະ​ກອບ​ສ່ວນສຳ​ຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ສັນ​ຕິ​ພາບ, ​ສະ​ຖຽມ​ລະ​ພາບ ແລະການ​ຮ່ວມ​ມື​ ໃນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ຫຼັກ​ໝັ້ນ​ຮ່ວມ​ກັນ ແລະ​ບົດ​ບາດ​​ເປັນໃຈ​ກາງ​ຂອງອາ​ຊຽນ ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ຫວຽດ​ນາມໝູນ​ໃຊ້​ບັນ​ດາຫຼັກ​ການ ແລະກົນ​ໄກ​ພາກ​ພື້ນ ​ເພື່ອ​ປັບ​ປຸງຫຼັກ​ໝັ້ນ ແລະຖາ​ນະ​ຕຳ​ແໜ່​ງ ​ໃນ​ການ​ປົກ​ປັກ​ຮັກ​ສາ​ອຳ​ນາດ​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ ແລະຜົນ​ປະ​ໂຫຍດ​ຢູ່​ໃນ​ທະ​ເລ​ຕາ​ເວັນ​ອອກ.

ເຂົ້າ​ຮ່ວມອາ​ຊຽນ, ຫວຽດ​ນາມ​ຍັງ​ຍາດ​ແຍ່ງ​​ເອົາ​ການ​ຮ່ວມ​ມື, ການຊ່ວຍ​ເຫຼືອ ແລະ ແຫຼ່ງ​ພະ​ລັງ​ຈາກອາ​ຊຽນແລະບັນ​ດາ​ຄູ່​ຮ່ວມ​ມື​ ເພື່ອ​ຮັບ​ໃຊ້​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ​ໂດຍ​ສະ​ເພາະ​ແມ່ນ​ ກ່ຽວ​ກັບ​ການ​ລົບ​ລ້າງ ແລະຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ, ປັບປຸງສະມັດຕະພາບການອອກແຮງງານ ​ແລະ​ຄວາມ​ສາມາດແຂ່ງຂັນລະດັບຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົວ​ແປງ​ຊີ​ວິດ​​ຂອງ​ປະ​ຊາ​ຊົນ ​ໂດຍ​ຜ່ານ​ການ​ຍົກ​ສູງສະ​ວັດ​ດີກາ​ນ ​ແລະຄວາມ​ປອດ​ໄພ​ທາງສັງ​ຄົມ, ປະສົມ​ກົມກຽວ​ມາດຕະຖານ ​ເພື່ອ​ການ​ຍອມຮັບ​ຄຸນສົມບັດ​ດ້ານ​ການ​ສຶກສາ ​ແລະທັກສະ​ວິຊສຊີບ​ໃນ​ກຸ່ມ​ປະ​ເທດອາ​ຊຽນ. ແຮງ​ງານ​ທີ່​ມີ​ສີມື​ຂອງຫວຽດ​ນາມ ມີ​ສິດ​ເສລີພາບ​ໃນ​ການ​ເຄື່ອນ​ໄຫວ ແລະ​ມີໂອ​ກາດ​​ໃນ​ການເຮັດ​ວຽກ​​ໃນ​ພາກ​ພື້ນ. ພື້ນຖານມາດ​ຕະ​ຖານຫວຽດ​ນາມກ່ຽວ​ກັບ​ຄຸນ​ນະ​ພາບ​ສິນ​ຄ້າ, ​ບໍ​ລິ​ການ, ຊັບພະຍາກອນ​ມະນຸດ, ການປົກ​ປ້ອງ​ສິດ​ຂອງ​ຄົນ​ງານ ແລະການເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບຂອງ​ປະຊາຊົນ ກໍ່​ໄດ້ຮັບ​ການ​ຍົກ​ສູງ. ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ ແລະຄວາມ​ສາ​ມາດ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຂ້າມ​ຊາດ​​ໄດ້​ຮັບ​ການເພີ່ມ​ທະ​ວີເຊັ່ນ ​ສິ່ງ​ແວດ​ລ້ອມ, ໄພ​ພິ​ບັດ, ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ ແລະໂລກ​ລະ​ບາດ​.  

ການ​ເຊື່ອມ​ໂຍງ​ເຂົ້າ​ກັບອາ​ຊຽນ ກໍ່​ໄດ້​ສ້າງກຳລັງໜູນໃຫ້ຫວຽດນາມ​ເປີດ​ກວ້າງ​ການເຊື່ອມໂຍງເສດຖະກິດສາກົນ. ອາຊຽນແມ່ນຕະຫຼາດນຳເຂົ້າແລະສົ່ງອອກທີ່ສຳຄັນ ​ແລະເປັນແຫຼ່ງທີ່ມາຂອງການລົງທຶນໂດຍກົງຈາກຕ່າງປະເທດທີ່​ສຳ​ຄັນ ​ໃນ​ໄລຍະ​ທີ່​ຫວຽດນາມເລີ່ມ​ເປີດ​ກວ້າງ​​ເສດ​ຖະ​ກິດ. ການ​ຮ່ວມ​ມື​ເສດ​ຖະ​ກິດ​ໃນອາ​ຊຽນສ້າງ​ເງື່ອນ​ໄຂ​ໃຫ້ຫວຽດ​ນາມສົ່ງ​ເສີມ​ການ​ລົງ​ທຶນ ແລະ ເປີດກວ້າງ​ຕະຫຼາດ​ໃຫ້​ສິນ​ຄ້າແລະ​ບໍ​ລິການ​ຂອງ​ຫວຽດນາມ​ໄປ​ຍັງ​ປະ​ເທດອາ​ຊຽນ​ແລະ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ. ລວມຍອດມູນ​ຄ່າ​ການນຳ​ເຂົ້າ​ແລະສົ່ງ​ອອກ​ຂອງຫ​ວຽດ​ນາມກັບອາ​ຊຽນ​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ,​ໃນປີ 2019 ບັນ​ລຸ​ໄດ້ 23,4 ຕື້​ໂດ​ລາ​ສະ​ຫະ​ລັດ(11). ປະຈຸ​ບັນ ອາ​ຊຽນ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່ທີ 4 ຂອງຫວຽດນາມ ຫຼັງຈາກສະຫະລັດອາເມລິກາ, ສະ​ຫະ​ພາບ​ເອີ​ຣົບ (EU) ແລະ ຈີນ. ອາ​ຊຽນກໍ່​ໄດ້​ຊ່ວຍ​ເຫຼືອ​ໃຫ້ຫວຽດ​ນາມຫຼຸດຜ່ອນ​ຊ່ອງ​ຫວ່າງ​ທາງ​ດ້ານ​ການ​ພັດ​ທະ​ນາ ແລະ ເຊື່ອມ​ຕໍ່​ໄດ້​​ເປັນ​ຢ່າງດີ​ ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຢູ່​​ໃນ ແລະ ນອກ​ພາກ​ພື້ນ. ການເຂົ້າຮ່ວມການເຊື່ອມໂຍງເສດຖະກິດອາຊຽນ ສ້າງແຮງຂັບ​ເຄື່ອນ​ໃຫ້ຫວຽດນາມປັບປຸງເສດຖະກິດການຕະຫຼາດໃຫ້ດີຂຶ້ນ, ປັບປຸງສະພາບ​ແວດ​ລ້ອມ​ການ​ທຸລະກິດ, ສ້າ​ງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ​ຈາກ​ບັນ​ດາ​ໂຄງ​ການ​ຮ່ວມ​ມືອາ​ຊຽນ ກ່ຽວກັບການຮັດແຄບຊ່ອງຫວ່າງການພັດທະນາ ​ແລະ​ການ​ຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ, ສ້າງ​ພື້ນ​ຖານ​ໃຫ້ຫວຽດ​ນາມເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີຮຸ່ນ​ໃໝ່​ເຊັ່ນ ສັນ​ຍາກ່ຽວ​ກັບ​ຄູ່​ຮ່ວມ​ມື​ຮອບ​ດ້ານແລະກ້າວ​ໜ້າ​ຂ້າມ​ປາ​ຊິ​ຟິກ (CPTPP), ສັນ​ຍາ​ການ​ຄ້າ​ເສ​ລີຫວຽດ​ນາມ - ​ອີ​ຢູ (EVFTA) ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP).

ອາ​ຊຽນເປັນ “ບ່ອນ​ສະ​ແດງ​ຄວາມ​ສາ​ມາດ” ທີ່​ຊ່ວຍ​ໃຫ້ຫວຽດ​ນາມເກັບ​ກຳ​ໄດ້​ບົດ​ຮຽນ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາ​ກົນ ແລະ ມີ​ທີ່​ຕັ້ງ​ດີກວ່າ​ ເພື່ອ​ເຂົ້າ​ຮ່ວມແລະມີ​ພາ​ລະບົດ​ບາດອັນ​ຕັ້ງ​ໜ້າ ໃນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຮ່ວມ​ມືຫຼາຍ​ຝ່າຍ​ທີ່​ກວ້າງ​ໃຫຍ່ກວ່າເຊັ່ນ: ເວ​ທີ​ປາ​ໄສ​ຮ່ວມ​ມືອາ​ຊີ - ປາ​ຊີ​ຟິກ (APEC), ເວ​ທີ​ປາ​ໄສອາ​ຊີ - ເອີ​ຣົບ (ASEM), ອົງ​ການ​ການ​ຄ້າ​ໂລກ (WTO) ແລະອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ການເຂົ້າຮ່ວມການຮ່ວມມື​ແລະການ​ເຊື່ອມ​ໂຍງ​ໃນ​ອາ​ຊຽນ ​ແມ່ນ​ໂອກາດ​ທີ່​ຈະ​ຊ່ວຍ​ໃຫ້​ຫວຽດນາມຝຶກອົບຮົມ​ພະນັກງານ​ທີ່ເຮັດວຽກໃນສະພາບແວດລ້ອມຫຼາຍຝ່າຍ, ເຊື່ອມ​ໂຍງ​ພາກ​ພື້ນແລະສາ​ກົນ, ປັບປຸງປະສິດທິຜົນການດຳເນີນງານຂອງການຈັດຕັ້ງ​ກົນ​ຈັກ ແລະແບບ​ແຜນ​ເຮັດ​ວຽກ, ສ້າງ​ຄວາມ​ຫັນ​ປ່ຽນທີ່​ຕັ້ງ​ໜ້າ​ໃນ​ການກໍ່​ສ້າງ ແລະປົວ​ແປງ​ບູ​ລະ​ນະ​ນະ​ໂຍ​ບາຍ, ກົດ​ໝາຍແລະລະ​ບຽບ​ການ​ພາຍ​ໃນ​ປະ​ເທດ ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ໃນການ​ເຊື່ອມ​ໂຍງ​ສາ​ກົນ​ທີ່ນັບ​ມື້​ນັບ​​ເລິກ​ເຊິ່ງກວ້າງ​ຂວາງ. ສິ່ງ​ທີ່​ສຳ​ຄັນ​ບໍ່​ໜ້ອຍ​ແມ່ນ, ອາ​ຊຽນ​ໄດ້​ຊ່ວຍເພີ່ມ​ມູນ​ຄ່າ​ພູ​ມສາດ - ​ຍຸດ​ທະ​ສາດ​ຂອງຫວຽດ​ນາມ. ​ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກອາ​ຊຽນ, ຫວຽດ​ນາມມີ​ເງື່ອນ​ໄຂທີ່​ສະ​ດວກ ​ເພື່ອ​ເພີ່ມ​ທະ​ວີແລະເປີດກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່ ແລະສູນ​ກາງອຳ​ນາດ​ຂອງ​ໂລກເຊັ່ນ ອາ​ເມ​ລິ​ກາ, ຈີນ, ຍີ່​ປຸ່ນ, ອີ​ຢູ. ສະຫຼຸບລວມແລ້ວ, 25 ປີທີ່ຜ່ານມາໄດ້ຢືນຢັນວ່າ ນະໂຍບາຍເຂົ້າຮ່ວມອາ​ຊຽນແມ່ນການຕັດສິນໃຈທີ່ຖືກຕ້ອງ, ທັນເວລາ, ມີປະຫວັດສາດ​ແລະ​ຍຸດ​ທະ​ສາດ ທີ່ສຳຄັນຂອງຫວຽດນາມ.

ການປະກອບສ່ວນຂອງຫວຽດນາມໃນອາຊຽນ

ທັນທີພາຍຫຼັງເຂົ້າເປັນສະມາຊິກອາຊຽນ, ການທີ່ຫວຽດນາມສົ່ງເສີມຢ່າງຕັ້ງໜ້າ​ໃຫ້ລາວ, ມຽນມາ ແລະ ກຳປູເຈຍ ເຂົ້າ​ເປັນ​ສະມາຊິກອາຊຽນ ໄດ້ປະກອບສ່ວນ​ເຂົ້າ​ໃນ​ການປະຕິບັດຄວາມໄຝ່ຝັນກ່ຽວ​ກັບ “ຄອບຄົວໃຫຍ່” ອາຊຽນທີ່ປະກອບດ້ວຍ 10 ປະ​ເທດໃນອາຊີຕາເວັນອອກສ່ຽງໃຕ້. ອາ​ຊຽນ-10 ​ແມ່ນ​ການ​ເລີ່ມ​ຕົ້ນ​ໄລ​ຍະການ​ພັດ​ທະ​ນາ​ຄຸນ​ນະພາ​ບ​ຂອງອາ​ຊຽນ, ຈາກ​ອົງ​ການລະດັບ​ອະ​ນຸ​ພາກ​ພື້ນ ​ກາຍ​ເປັນ​ອົງ​ການ​ຈັດ​ຕັ້ງ​ໃນ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ວາງ​ດິນ​ຈີ​ກ້ອນ​ທຳ​ອິດສຳລັບ​ຂະ​ບວນການ​ສ້າງ​ປະຊາ​ຄົມອາ​ຊຽນ (AC)(12). ການປະກອບສ່ວນສະເພາະຂອງຫວຽດນາມ​ໃນ​ອາຊຽນ ​ສະ​ແດງ​ໃຫ້​ເຫັນ​ເປັນ​ລຳ​ດັບ​ໂດຍ​ຜ່ານ​ບັນ​ດາ​ຂີດ​ໝາຍ ​ໃນການ​ດຳລົງ​ຕຳ​ແໜ່ງໜ້າ​ທີ່​ໝູນວຽນ​ທີ່​ປະສົບ​ຄວາມ​ສຳ​ເລັດ ​ລວມ​ມີ​ການ​ເປັນ​ເຈົ້າ​ພາບ​ຈັດກອງ​ປະ​ຊຸມສຸດ​ຍອດອາ​ຊຽນຄັ້ງ​ທີ​ຫົກ (ປີ 1998); ປະທານຄະນະກຳມະການປະຈຳອາຊຽນປີ 2020-2021; ​ປະ​ທານອາ​ຊຽນປະຈຳ​ປີ 2010; ຜູ້​ປະ​ສານ​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ເຊັ່ນ: ອາ​ເມ​ລິ​ກາ, ລັດ​ເຊຍ, ອີ​ຢູ, ອິນ​ເດຍ, ຍີ່​ປຸ່ນ; ແລະ ​ປະທານ​ອາ​ຊຽນປະຈຳ​ປີ 2020.

ໃນ​ວິວັດ​ການສ້າງ​ປະ​ຊາ​ຄົມອາ​ຊຽນ, ຫວຽດ​ນາມຍາມໃດ​ກໍ່ມີບົດບາດ​ສຳຄັນ​ໃນ​ການ​ກຳ​ນົດ​ເປົ້າ​ໝາຍ, ທິດ​ທາງ​ການພັດ​ທະ​ນາ ແລະ ການຕັດສິນ​ໃຈ​ທີ່​ສຳ​ຄັນ​ຂອງອາ​ຊຽນເຊັ່ນ ວິ​ໄສ​ທັດອາ​ຊຽນ 2020 (ປີ 1997) ແລະບັນດາແຜນ​ການ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ (ໂຄງ​ການ​ປະ​ຕິ​ບັດງານຮ່າ​ໂນ້ຍ 1998 ແລະແຜນ​ການ​ປະ​ຕິ​ບັດງານວຽງ​ຈັນ 2004), ກົດ​ບັດອາ​ຊຽນ (ປີ 2007), ​ແຜນ​ງານ​ການກໍ່​ສ້າງປະ​ຊາ​ຄົມອາ​ຊຽນ (2009 - 2015), ວິ​ໄສ​ທັດຂອງ​ປະຊາ​ຄົມ​ອາ​ຊຽນ 2025 ພ້ອມ​ກັບ​ບັນ​ດາ​ແຜນ​ການ​ຜັນ​ຂະ​ຫຍາຍ​ໃນ​ແຕ່​ລະ​ເສົາ​ຄ້ຳ (ປີ 2015) ແລະຂໍ້​ຕົກ​ລົງ​ສຳ​ຄັນອື່ນໆຫຼາຍ​ສະ​ບັບ, ໃນ​ນັ້ນ​​ມີ​ແຜນ​ແມ່​ບົດ​ກ່ຽວ​ກັບການ​ເຊື່ອມ​​ໂຍງອາ​ຊຽນ (MPAC).

ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ຕ່າງ​ປະ​ເທດອາ​ຊຽນຄັ້ງ​ທີ 34 ທີ່​​ຈັດຂຶ້ນ​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ (ປີ 2001), ​ໃນ​ນາມປະທານຄະນະກຳມະການປະຈຳອາຊຽນ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ໃນ​ການສະ​ເໜີ​ ​ແລະ​​ໄດ້​ຮັບ​ຄວາມ​ຮັບຮອງ​ຈາກ​ບັນດາ​ປະ​ເທດ​ສະມາຊິກ ຕໍ່ຖະແຫຼງການຮ່າໂນ້ຍ ກ່ຽວກັບການຮັດແຄບຊ່ອງຫວ່າງການພັດທະນາ ​ໄປ​ສູ່​ການ​ເຊື່ອມ​ໂຍງອາຊຽນທີ່​ແໜ້ນ​ແຟ້ນກວ່າ​ອີກ. ຖະແຫຼງການທີ່​ຈະ​ສະຫຼຸບ ​ແລະຈັດ​ຕັ້ງ​ປະຕິບັດ​ຄວາມ​ຄິດ​ລິ​ເລີ່​ມເພື່ອການເຊື່ອມໂຍງອາຊຽນ (IAI) ໄດ້ຮັບການ​ອະນຸມັດໂດຍຜູ້ ນຳລະດັບສູງຂອງສະມາຄົມໃນປີ 2000. ຫຼັງ​ຈາກນັ້ນ, ​ໃນ​ຖານະ​ປະ​ທານ​ກຸ່ມ​ສະເພາະ​ກິດ​ກ່ຽວ​ກັບ IAI, ຫວຽດ​ນາມ​ໄດ້​ຊຸກ​ຍູ້​​ໃຫ້ບັນ​ດາ​ປະ​ເທດ​ໃນອາ​ຊຽນ ບັນລຸ​ເປົ້າ​ໝາຍ​ໃນ IAI. ​ເປົ້າ​ໝາຍ​ເຫຼົ່າ​ນີ້ເປັນ​​ເນື້ອ​ໃນ​​ສຳ​ຄັນ ​ກ່ຽວ​ກັບການ​ຜັນ​ຂະຫຍາຍ​ປະຕິບັດ​ປະຊາ​ຄົມ​ອາ​ຊຽນ​ໂດຍ​ລວມ ແລະ ປະ​ຊາ​ຄົມ​ການ​ເມືອງ​ແລະ​ຄວາມ​ໝັ້ນ​ຄົງອາ​ຊຽນ​ໂດຍ​ສະ​ເພາະ, ສ້າງ​ຂອບ​ແລະ​ພື້ນຖານ ໃຫ້​ແກ່​ການກໍ່​ສ້າງ ແລະປັບປຸງປະ​ຊາ​ຄົມອາ​ຊຽນ​ໃນ​ໄລ​ຍະ​ຕໍ່​ໄປ. ອາດ​ຈະ​ເວົ້າ​ໄດ້​ວ່າ, ຫວຽດ​ນາມໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ວິ​ວັດ​​ການກໍ່​ສ້າງປະ​ຊາຄົມ​ອາ​ຊຽນຢ່າງ​ຄົບ​ຖ້ວນ ​ຕັ້ງແຕ່ການ​ສ້າງ​ຄວາມ​ຄິດ, ການວາງແຜນນະ​ໂຍບາຍ​ຈົນ​ເຖິງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ເອ​ກະ​ສານ​ພື້ນ​ຖານ ຈາກນັ້ນຢັ້ງຢືນຄວາມສາມາດຂອງຕົນ ​ແລະ​ປັບປຸງທີ່ຕັ້ງຂອງຕົນໃນອາຊຽນເທື່ອລະກ້າວ.

ຫວຽດ​ນາມ​​ມີ​​ບົດ​ບາດ​ສຳຄັນ​ໃນ​ການ​ປັບ​ປຸງເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະຄວາມ​ເປັນ​ເອ​ກະ​ພາບ​ພາຍ​ໃນຂອງອາ​ຊຽນ. ຫວຽດ​ນາມ​ພ້ອມ​​ກັບ​​ສະ​ມາ​ຊິກ​ອື່ນໆ ​ໂດຍ​ສະ​ເພາະ​​ສະ​ມາ​ຊິກ​​ຜູ້ກໍ່​ຕັ້ງ, ​ໄດ້​ຈັດການແກ້​ໄຂ​​ຄວາມ​ແຕກ​ຕ່າງ​​ທີ່​ເກີດ​ຂຶ້ນ​ ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ຢ່າງ​ຄ່ອງ​ແຄ່ວ ​ໂດຍຊຸກ​ຍູ້ຫຼັກ​ໝັ້ນແລະ​ສຽງ​ຮ່ວມ​ກັນ​ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ. ຫວຽດ​ນາມ​ມີ​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນຫຼາຍ​ຢ່າງ​ ເຂົ້າ​ໃນ​ການ​ເປີດກວ້າງ​ການ​ພົວ​ພັນ ແລະຍູ້​ແຮງ​ການ​ຮ່ວມ​ມືລະ​ຫວ່າງອາ​ຊຽນ ກັບ​ຄູ່​ຮ່ວມ​ມື​ຕ່າງໆ, ເພື່ອ​ຍົກ​ສູງ​ຖາ​ນະ​ບົດ​ບາດ​ສາ​ກົນ​ຂອງອາ​ຊ​ຽນ, ເປັນ​ຕົ້​ນ​ແມ່ນ​​ບົດ​ບາດ​ເປັນ​ໃຈ​ກາງແລະຕົ້ນ​ຕໍ່​ ໃນ​ບັນ​ດາ​ເວ​ທີ​ປາ​ໃສ​ພາກ​ພື້​ນເຊັ່ນ: ​ກອງ​ປະ​ຊຸມ​ສຸດ​ຍອດອາ​ຊີ​ຕາ​ເວັນ​ອອກ (EAS), ເວ​ທີ​ປາ​ໄສ​ການຮ່ວມ​ມື​ພາກ​ພື້ນອາ​ຊຽນ (ARF) ແລະກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດ​ອາຊຽນ​ເປີດ​ກວ້າງ (ADMM+). ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ຫວຽດ​ນາມ​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈຫຼວງຫຼາຍ ດ້ວຍ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸມ​ຄ່າ ແລະປະ​ສິດ​ທິ​ຜົນ​ການເຄື່ອນ​ໄຫວ​ຂອງ​ເວ​ທີ​ປາ​ໄສ​​ເຫຼົ່ານີ້ ​ເຊິ່ງຈຸດ​ເດັ່ນ​ຄື​ການ​ສົ່ງ​ເສີມ​ການ​ຂະຫຍາຍ ກອງ​ປະ​ຊຸມ​ສຸດ​ຍອດອາ​ຊີ​ຕາ​ເວັນ​ອອກທີ່​ປະສົບ​ຄວາມ​ສຳ​ເລັດ ​ໃຫ້​ລັດ​ເຊຍແລະອາ​ເມລິ​ກາເຂົ້າ​ຮ່ວມ, ປະສົບ​ຄວາມ​ສຳ​ເລັດ​ໃນ​ການຂົນ​ຂວາຍ​ຈັດ​ຕັ້ງກອງ​ປະຊຸມແລະເປັນ​ປະ​ທານກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດອາ​ຊຽນເປີດກວ້າງຄັ້ງ​ທຳ​ອິດ ​ໃນ​ນະຄອນຫຼວງຮ່າ​ໂນ້ຍ, ​ສ້າງ​ແຜນ​​ປະ​ຕິ​ບັດງານຮ່າ​ໂນ້ຍ ເພື່ອ​ດຳ​ເນີນ​ການ​ຕາມ​ຄຳ​ຖະ​ແຫຼ​ງວິ​ໄສ​ທັດຂອງເວ​ທີ​ປາ​ໄສ​ການຮ່ວມ​ມື​ພາກ​ພື້ນອາ​ຊຽນປີ 2010. ການປະກອບສ່ວນ​ຂອງຫວຽດ​ນາມ​ຍັງ​ສະ​ແດງອອກ​ຜ່ານ​ບົດ​ບາດສຳຄັນ ໃນຂະບວນການ​ສ້າງ​ແຜນການ​ປະຕິບັດ​ງານ ກ່ຽວກັບການຮັກສາແລະ​​ເພີ່ມ​ທະວີ​ບົດ​ບາດ​ເປັນໃຈກາງຂອງອາຊຽນ (ປີ 2009) ແລະແຜນ​ການ​​ເຮັດ​ວຽກ​ໃໝ່ ກ່ຽວ​ກັບ​​ບົດ​ບາດ​ເປັນ​ໃຈ​ກາງ​ຂອງອາ​ຊຽນ (ປີ 2015), ​ປະ​ກອບ​ສ່ວນ​ໃນ​ການສົ່ງ​ເສີມ​ການ​ກຳນົດ​ໂຄງ​ສ້າງ​ພາກ​ພື້ນ ບົນ​ພື້ນ​ຖານຂອງ​ຂະ​ບວນການ​ທີ່​ນຳ​ໂດຍອາ​ຊຽນ.

ປີ 2020, ​ໃນ​ຖານະ​ປະ​ທານອາ​ຊຽນດ, ຫວຽດ​ນາມຮັບ​ຜິດ​ຊອບ​​ໃນ​ການ​ປະ​ສານ​ງານກິດຈະກຳ​ຕ່າງໆ​​ຂອງອາ​ຊຽນໃນ​ປີ 2020, ຊີ້ນຳ​ໂຄງການ​ແລະແຜນປະຕິບັດງານ, ຂໍ້ບຸລິມະສິດແລະຂໍ້ລິເລີ່ມ ເພື່ອຜັນ​ຂະຫຍາຍ​ປະຊາ​ຄົມ​ອາ​ຊຽນ ​ແລະ ​ການພົວພັນ​ລະຫວ່າງອາຊຽນກັບປະເທດສະມາຊິກ ແລະບັນດາປະເທດຄູ່ຮ່ວມງານພາຍນອກ. ກຳ​ນົດ​ທິດ​ທາງບັນ​ດາ​ໂຄງ​ການ ແລະແຜນ​ການ​ປະ​ຕິ​ບັດ, ບັນ​ດາຄວາມບຸລິ​ມະ​ສິດ ແລະ ຄວາມ​ຄິດ​ລິ​ເລີ່ມ ​ເພື່ອ​ເຄື່ອນ​ໄຫວ​ໃນການກໍ່​ສ້າງ​ປະ​ຊາ​ຄົມອາ​ຊຽນ ແລະການ​ພົວ​ພັນ​ລະ​ຫວ່າງອາ​ຊຽນກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ​ບັນ​ດາຄູ່​ຮ່ວມ​ມື​ຢູ່​ພາຍນອກ. ຫົວ​ຂໍ້ “ການ​ເຊື່ອມ​ໂຍງແລະເປັນເຈົ້າການ​ໃນ​ການ​ປັບ​ຕົວ ທີ່ຫວຽດ​ນາມ​ເລືອກແລະ​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ປະ​ເທດ​ສະມາຊິກ​ອື່ນໆ ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ປາດ​ຖະໜາ​ຮ່ວມ​ກັນກ່ຽວ​ກັບອາ​ຊຽນທີ່​ມີ​ຄວາມ​ຍືດຫຍຸ່ນ ຕໍ່​ຜົນ​ກະ​ທົບ​ຂອງ​ສະຖານະ​ການ​ໂລກ​ແລະ​ພາກ​ພື້ນ​ທີ່​ປ່ຽນ​ແປງແລະຜັນ​​ແປ​ຢ່າງ​ສັບ​ສົນ, ​ໃນ​ຂະນະ​ດຽວ​ກັນ​ກໍ່​ສະ​ແດງ​​ໃຫ້​ເຫັນ​ເຖິງ​ຄວາມເຕັມໃຈຂອງຫວຽດນາມ ໃນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຄວາມ​ເຂັ້ມ​ແຂງ​ຂອງ​​ປະ​ຊາ​ຄົມ. ການ​​ແຜ່ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ​ໄດ້​ສ້າງ​ຜົນ​​ເສຍຫຼາຍ​ຢ່າງ ເຊິ່ງເປັນ​ບົດ​ທົດ​ສອບ​ທີ່​ໃຫຍ່​ ຕໍ່​ການ​ເຊື່ອມ​ຕໍ່ແລະຄວາມ​ສາ​ມາດ​ໃນ​ການ​ປັບ​ຕົວຂອງອາ​ຊຽນ ກໍ່​ຄື​ຄວາມ​ສາ​ມາດ​ນຳ​ພາ​ຂອງຫວຽດ​ນາມ ໃນ​ຖາ​ນະ​ເປັນ​ປະ​ທານອາ​ຊຽນ. ປີ 2020, ຫວຽດ​ນາມປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ຂົນ​ຂວາຍແລະຈັດ​ຕັ້ງ​ກອງ​ປະ​ຊຸມ​ພາຍ​ໃຕ້​ກອບຂອງອາ​ຊຽນແລະລະ​ຫວ່າງອາ​ຊຽນກັບ​ບັນ​ດາ​ຄູ່​ຮ່ວມ​ມື ​​ໃນ​ຮູບ​ແບບ​ອອນ​ໄລ ​ເຊິ່ງເປັນ​​ແບບຢ່າງ​ທີ່ບໍ່​ເຄີຍປາກົດ​ມາ​ກ່ອນ ​ໃນ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງອາ​ຊຽນ. ຜົນ​ຂອງ​​ກອງ​ປະ​ຊຸມ​ເຫຼົ່ານີ້​ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາຂະ​ບວນການກໍ່​ສ້າງ​ປະ​ຊາ​ຄົມອາ​ຊຽນ, ປັບ​ປຸງ​ບົດ​ບາດ​ຂອງອາ​ຊຽນໃນ​ການສົ່ງ​ເສີມ​ການຮ່ວມ​ມື ​ເພື່ອຕອບ​ສະໜອງ​ຕໍ່​ບັນ​ຫາທີ່​ເກີດ​ຈາກ​ການ​ແຜ່​ລະບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ່ຄືບັນຫາສຳຄັນອື່ນໆ, ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນຄວາມສາມາດ ແລະຖານະຂອງຫວຽດນາມໃນພາກພື້ນ.

ຫວຽດນາມໃນປະຊາຄົມອາຊຽນ ໃນໄລຍະຈະມາເຖິງ

ພາຍຫຼັງ 25 ປີ​ທີ່​ເຂົ້າ​ຮ່ວມອາ​ຊຽນ, ຫວຽດ​ນາມໄດ້​ຢືນ​ຢັນຖານະຕຳ​ແໜ່​ງເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະມີ​ບົດ​ບາດສຳຄັນ​ໃນອາ​ຊຽນ, ສະ​ສົມ​ບົດ​ຮຽນ​ອັນ​ມີຄ່າ​ຫຼາຍຢ່າງ​ໃນ​ການ​ເຊື່ອ​ມ​ໂ​ຍງ​ພາກ​ພື້ນ, ປັບປຸງ​ກົນ​ໄກ​ການ​ປະຕິບັດ​ງານໃນ​ປະ​ເທດ ແລະຝຶກ​ອົບຮົມ​ຖັນ​ແຖວ​ພະ​ນັກ​ງານ​ ທີ່ຕອບ​ສະ​ໜອງ​ໄດ້​ໂດຍ​ພື້ນຖານ​ກັບ​ຄວາມ​​ຕ້ອງ​ການຂອງ​ການ​ເຊື່ອມ​ໂ​ຍງ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ. ໃນ​ຂະ​ນະ​ນັ້ນ, ອາ​ຊຽນໄດ້​ກາຍ​ເປັນໜ່ວຍງານ​ທີ່​ໜຽວ​ແໜ້ນ​ຂຶ້ນ​ເລື່ອຍໆ ​ໃນ​ການ​ມຸ່ງ​ສູ່​​ເປົ້າ​ໝາຍ​ຂອງວິ​ໄສ​ທັດ​ປະ​ຊາ​ຄົມ 2025. ປະ​ເທດ​ສະ​ມາ​ຊິກ​ອື່ນໆແລະຫວຽດ​ນາມ​ລ້ວນ​ມີ​ຜົນ​ປະ​ໂຫຍດພື້ນ​ຖານ​ແລະຍາວ​ນາ​ນ​ ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມທີ່​ສະຫງົບ​ແລະ​ໝັ້ນຄົງ, ຍູ້​ແຮງ​ການ​ເຊື່ອມຕໍ່​ອາ​ຊຽນ ແລະເພີ່ມ​ທະ​ວີ​ບົດ​ບາດຂອງປະ​ຊາ​ຄົມອາ​ຊຽນ ເພື່ອ​ເປົ້າ​ໝາຍ​ຄວາມ​​ປອດ​ໄພ​ແລະການ​ພັດ​ທະ​ນາ. ນີ້​ແມ່ນປັດໄຈອຳນວຍ​ຄວາມ​ສະ​ດວກ​ພື້ນ​ຖານທີ່​ສຸດ ​ສຳລັບ​ການ​ເຂົ້າ​ຮ່ວມປະ​ຊາ​ຄົມອາ​ຊຽນຂອງຫວຽດ​ນາມ ຕາມ​ແຜນ​ນະ​ໂຍ​ບາຍການ​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້​ງ​ໜ້າ ​ໃນ​ການ​ສ້າງ​ສະ​ຖາ​ບັນ​ພະຫຸ​ພາຄີ, ການຕັ້ງ​ໜ້າ ເປັນ​ເຈົ້າ​ການ ແລະມີ​ຄວາມ​ຮັບ​ຜິດ​ຊ​ອບ​ຮ່ວມ​ກັບ​ບັນ​ດາ​ປະ​ເທດອາ​ຊຽນ​ ເພື່ອ​ສ້າງ​ປະ​ຊາຄົມ​ອາ​ຊຽນ ໃຫ້​ໝັ້ນ​ຄົງເຂັ້ມ​ແຂງ.

ຢ່າງ​​ໃດ​ກໍ່ຕາມ, ຄວາມ​ທ້າ​ທາຍ​ຂ້າງ​ໜ້າກໍ່ຍັງມີ​ຢູ່​ບໍ່​ໝ້ອຍ. ທາງ​ດ້ານ​ເສດຖະກິດ, ນັ້ນ​ແມ່ນ​ຄວາມ​ແຕກ​​ໂຕນ​ກັນ​ທາງ​ດ້ານ​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະໂຄງ​ສ້າງພື້ນ​ຖານ. ການ​ແຂ່ງ​ຂັນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອື່ນ, ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ການສົ່ງ​ອອກ ແລະການດຶງ​ດູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ທີ່​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ. ໃນ​ຂະ​ນະ​ນັ້ນ, ຄວາມ​ສາ​ມາດ​​ໃນ​ການແຂ່ງ​ຂັນ​ຂອງເສດ​ຖະ​ກິດຫວຽດ​ນາມ​ບໍ່​ທັນ​ສູງ, ໂຄງສ້າງ​ພື້ນ​ຖານ​ທັງ​ແຂງແລະອ່ອນທີ່​ຈຳກັດ, ລະ​ດັບ​​ການ​ຜະ​ລິດ​ຍັງ​ຕ່ຳ, ການ​ສົ່ງ​ອອ​ກສ່ວນ​ໃຫຍ່​ແມ່ນ​ວັດ​ຖຸ​ດິບ, ສິນ​ຄ້າ​ປຸງ​ແຕ່ງ​​ແລະ​ປຸງ​ແຕ່ງ​ເບື້ອງ​ຕົ້ນ, ແລະມີ​ທ່າ​ອຽງທີ່​ຈະ​ເພີ່ມ​ການ​ເພິ່ງ​ພາ​ອາ​ໄສ​ໃນການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ, ອັດຕາ​ສ່ວນ​ຂອງ​ແຮງ​ງານທີ່ມີສີມືກັບແຮງງານທັງໝົດ ແມ່ນຍັງຕໍ່າ(14).

ທາງ​ດດ້ານການເມືອງ - ຄວາມສະຫງົບ, ການ​ແຂ່ງ​ຂັນ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃຫຍ່, ​ໂດຍ​ສະ​ເພາະ​ແມ່ນ​ສະຫະລັດອາ​ເມລິ​ກາແລະຈີນ, ​ມີ​ທ່າ​ອຽງ​ທີ່​ຈະ​ຮຸນ​ແຮງ​ຂຶ້ນ​ເລື້ອຍ ​ເຊິ່ງນຳ​​ໄປ​ສູ່​ຄວາມ​ສົງ​ໃສ, ການແບ່ງ​ແຍກ ​ແບ່ງຂົ້ວ, ຫຼຸດຜ່ອນບົດ​ບາດແລະ​ເຮັດ​ໃຫ້​ສະ​ຖາ​ບັນ​ພະຫຸ​ພາຄີປະ​ສົບ​ກັບ​ຄວາມ​ຍາກລຳບາກຫຼາຍ​ຢ່າງ. ໃນ​ສະ​ຖາ​ນະ​ການ​ດັ່ງ​ກ່າວ, ການ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ຄວາມ​ເປັນ​ເອ​ກະ​ພາບ ແລະ ບົດ​ບາດຜູ້ນຳ​ຂອງອາ​ຊຽນ​ໃນພາກ​ພື້ນ​ ຕ້ອງ​ປະ​ສົບກັບ​​ຄວາມ​ທ້າ​ທາຍ​ຫຼາຍ​ຢ່າງ, ຍ້ອນ​ຄວາມແຕກຕ່າງລະຫວ່າງບັນດາປະເທດສະມາຊິກ ໃນດ້ານທັດສະ​ນະ, ຜົນ​ປະ​ໂຫຍດ ແລະຄວາມ​ຄິດ​ໄລ່​ຍຸດ​ທະ​ສາດ, ເປັນ​ຕົ້ນ​ແມ່ນ ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່, ເຮັດ​ໃຫ້​ການ​ບັນ​ລຸ​ເຖິງ​ຄວາມ​ເປັນ​ເອ​ກະສັນ​ກັນ​ນັ້ນ​ ມັນ​ຫຍຸ້ງ​ຍາກແລະ​ຍາວກວ່າ​. ດັ່ງ​ນັ້ນ ການທີ່​ຫວຽດນາມ​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ສຳຄັນ​​ໃນອາ​ຊຽນ ຈຶ່ງອາດ​ຈະ​ຕ້ອງ​ປະສົບ​ກັບ​ອຸປະສັກຫຼາຍກວ່າ​ອີກ.

ຄຽງ​ຄູ່​ກັນ​ນັ້ນ, ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທີ່ບໍ່​​ເປັນ​ແບບດັ້ງ​ເດີມເຊັ່ນ ການ​ປ່ຽນ​ແປງສະພາບ​ດິນ​ຟ້າ​ອາ​ກາດ, ສິ່ງ​ແວດ​ລ້ອມ​ແລະໂລກ​ລະ​ບາດ, ​ໂດຍ​ສະ​ເພາະ​ການ​ແຜ່​ລະ​ບາດຂອງ​ພະຍາດໂຄວິດ-19, ທີ່​ກຳ​ລັງແລະຈະ​ສ້າງ​​ບັນ​ຫາຕ່າງໆ​ຫຼາຍຢ່າງ ໃນ​ແຕ່​ລະ​ປະ​ເທດ ກໍ່​ຄື​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ, ບັງ​ຄັບ​​ໃຫ້ລັດ​ຖະ​ບານຕ້ອງ​ສຸມ​ໃສ່​ແຫຼ່ງ​ພະ​ລັງ ແລະ​ ປັບ​ນະ​ໂຍ​ບາຍ ​ເພື່ອ​ແກ້​ໄຂ​ໃຫ້ມີ​ຄວາມສອດຄ່ອງ​ເໝາະ​ສົມ. ລະ​ດັບ​ຄວາມ​ເອົາ​ໃຈ​ໃສ່ແລະການລົງ​ທຶນ​ຊັບພະຍາກອນ ​ສຳລັບການ​ເຊື່ອມ​ໂຍງ​ພາກ​ພື້ນ​ຈຶງອາດຈະຖືກຫຼຸດ​ລົງ.  

ສະຫຼຸບ​ແລ້ວ, ການ​ພັດ​ທະ​ນາ​ຂອງອາ​ຊຽນຫຼັງ​ຈາກການ​ກໍ່​ຕັ້ງ​ສະມາ​ຄົນ​ໃນ​ກວ່າ​ເຄິ່ງສະ​ຕະ​ວັດ​, 5 ປີ​ຂອງ​ການຈັດ​ຕັ້ງ​ປະ​ຊາ​ຄົມອາ​ຊຽນ ແລະ ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມໃນ​ອາ​ຊຽນພາຍຫຼັງ 25 ປີ​ທີ່​ເຂົ້າ​​ເປັນ​ສະມາຊິກ ​ເຊິ່ງ​ໄດ້​ວາງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງຫວຽດ​ນາມໃນ​ປະ​ຊາ​ຄົມອາ​ຊຽນ. ໃນ​ຊຸມ​ປີ​ຕໍ່​ໄປ​ນີ້, ອາ​ຊຽນສືບ​ຕໍ່​ມີ​ທີ່​ຕັ້ງ​ແ​ລະ​ບົດ​ບາດ​ສຳ​ຄັນທີ່​ສຸດ ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງຫວຽດ​ນາມ, ເປັນ​ສູນ​ກາງ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ ຍົກ​ລະ​ດັບ​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ ແລະການເຊື່ອມ​ໂຍງ​ສາ​ກົນຢ່າງ​ຮອບ​ດ້ານ, ເລິກ​ເຊິ່ງກວ້າງ​ຂວາງ ຂອງຫວຽດ​ນາມ(15). ການ​ຍົກ​ສູງ​ລັກສະ​ນະ​ເປັນ​ເຈົ້າ​ການແລະປະ​ສິດ​ທິ​ຜົນ​ ໃນ​ການ​ເຂົ້າ​ຮ່ວມອາ​ຊຽນຂອງຫວຽດ​ນາມ ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ​ໃນ​ສະ​ຖາ​ນະ​ການ​ໂລກແລະພາກ​ພື້ນ​ສືບ​ຕໍ່​ຜັນ​ແປ​ຢ່າງ​ໄວ​ວາ ສັບ​ສົນແລະຄາດ​ເດົາ​ຍາກ, ນະ​ໂຍ​ບາຍແລະການ​ເຂົ້າ​ຮ່ວມອາ​ຊຽນຂອງປະ​ເທດສະ​ມາ​ຊິກ​ອື່ນໆ ​ອາດ​ຈະປ່ຽນ​ແປງ​ແຕກ​ຕ່າງ​ຈາກ​ແຕ່​ກອນ.

ເພື່ອ​ກຳ​​ແໜ້ນ​ໂອ​ກາດແລະແກ້​ໄຂ​​ຄວາມທ້າ​ທາຍ​ທີ່​​ເກີດຈາກການ​ກ້າວ​ໄປ​ສູ່​ບົດ​ບາດ​ເປັນ​ເຈົ້າ​ການ ແລະຕັ້ງ​ໜ້າ​ກວ່າ​ອີກ​ໃນອາ​ຊຽນ, ຈິນ​ຕະ​ນາ​ການແລະການ​ປະ​ຕິ​ບັດ​ຂອງຫວຽດ​ນາມຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ ເພື່ອ​ໄປ​ພ້ອມ​ກັນ​ກັບ​ການ​ປ່ຽນ​ແປງ​ຂອງ​ສະພາບ​ການ. ພິເສດແມ່ນການຮັບຮູ້ທີ່ຖືກຕ້ອງກ່ຽວກັບທີ່ຕັ້ງ, ບົດບາດ​ແລະ​ຄວາມ​ສາມາດ​ຂອງ​ອາ​ຊຽນ ໃນການພົວພັນສາກົນໃນພາກພື້ນອາຊີ - ປາຊີຟິກ, ອີນ​ໂດ - ປາ​ຊີ​ຟິກເວົ້າ​ລວມ ແລະ ໃນ​ພາ​ລະ​ກິດ​ການ​ຕ່າງ​ປະ​ເທດ​ຂອງຫວຽດ​ນາມເວົ້າ​ສະ​ເພາະ ຕ້ອງໄດ້​ຮັບ​ການປັບ​ປຸງຢ່າງ​ຕໍ່​ເນື່ອງ, ​ໂດຍ​ສະ​ເພາະ​ໃນ​ເວ​ລາ​ທີ່​ພາກ​ພື້ນ​ກຳ​ລັງ​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ວີ​ທີ​ການຮັບ​ຮູ້ແລະຕິດຕາມ​ຜົນ​ປະ​ໂຫຍດ​ຂອງຫວຽດ​ນາມ ​ໃນ​ດ້ານ​ຄວາມ​ໝັ້ນຄົງ ການພັດ​ທະ​ນາ ແລະ​ບົດ​ບາດກໍ່​ແຕກ​ຕ່າງຈາກໄລ​ຍະ​ກ່ອນ. ຍົກ​ສູງ​ຄວາມ​ຮັບ​ຮູ້​ທີ່​ຖືກ​ຕ້ອງ​ກ່ຽວ​ກັບຮູບແບບ​ການຮ່ວ​ມ​ມື​ຂອງອາ​ຊຽນ ແລະຄວາມ​ສຳ​ຄັນ​ຍຸດ​ທະ​ສາດ​ຂອງອາ​ຊຽນຕໍ່ຫວຽດ​ນາມ ແມ່ນ​ພື້ນ​ຖານເພື່ອ​ກຳ​ນົດ​ລະ​ດັບ​ຄວາມ​ເອົາ​ໃຈ​ໃສ່ ແລະການລົງ​ທຶນ​ທີ່​ເໝາະສົມ​ກັບ​ການ​ເຂົ້າ​ຮ່ວມ​ການ​ຮ່ວມ​ມືອາ​ຊຽນ.

ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ (ປີ 2016) ​ໄດ້​ລະບຸວ່າ “ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະມີ​ຄວາມ​ຮັບ​ຜິດ​ຊອບ ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ເພື່ອ​ສ້າງ​ປະ​ຊາ​ຄົມອາ​ຊຽນທີ່ເຂັ້ມ​ແຂງ” ​ແມ່ນ​​ບຸລິ​ມະ​ສິດໜຶ່ງ​ໃນ​ທິດ​ທາງ​ແລະ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ(16). ການ​ນຳ​ຂອງພັກ​ກອມ​ມູ​ນິດແລະລັດຫວຽດ​ນາມ ຍາມ​ໃດ​ກໍ່​ຢືນ​ຢັນ​ວ່າ ອາ​ຊຽນເປັນ​ເສົາ​ຄ້ຳ​ທີ່​ສຳ​ຄັນ​ ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຂອງ ຫວຽດ​ນາມ(17). ໃນ​ເວ​ລາ​ຕໍ່​ໄປ​ນີ້, ອາ​ຊຽນຄວນ​ສືບ​ຕໍ່​ໄດ້​ຮັບການ​ຍອມຮັບແລະຢືນ​ຢັນວ່າ​ເປັນ​ເສົາ​ຄ້ຳແລະບຸລິ​ມະ​ສິດສູ​ງສຸດ​ໃນ​ນະ​ໂຍ​ບາຍ ແລະການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງຫ​ວຽດ​ນາມ.

ບົນ​ພື້ນ​ຖານ​ຄວາມ​ຮັບ​ຮູ້​ດັ່ງ​ກ່າວ, ບັນ​ດາ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ​ອັນ​ລະ​ອຽດ​ຂອງ ຫວຽດ​ນາມທີ່​ພົວ​ພັນ​ເຖິງອາ​ຊຽນ ຕ້ອງ​​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ແຂງ​ແຮງ​ໃນ​ຊຸມ​ປີ​ຕໍ່​ໄປ​ນີ້, ລວມ​ມີ: ທີໜຶ່ງ, ພ້ອມ​ກັນ​ພະ​ຍາ​ຍາມກໍ່​ສ້າງ​ປະ​ຊາ​ຄົມອ​າ​ຊຽນໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ ແລະມີ​ປະ​ສິດ​ທິ​ຜົນ, ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ເອ​ກະ​ພາບ ແລະຫຼັກ​ການ​ພື້ນ​ຖານ​ຂອງອາ​ຊຽນ, ຮັບ​ປະ​ກັນ​ແລະຍົກ​ສູງ​ຄຸນ​ນະ​ພາບຂອງກິດຈະກຳ​ອາ​ຊຽນພາຍ​ໃຕ້​ທິດ​ນຳ “ເປັນ​ເອ​ກະ​ພາບ​ໃນຄວາມ​ຫຼາກຫຼາຍ”; ທີສອງ, ພ້ອມ​ກັນ​ກັບ​​ສະ​ມາ​ຊິກ​ອື່ນ​ໆ ​ເພື່ອປັບ​ປຸງ​ບົດ​ບາດ​ເປັນ​ສູນ​ກາງ​ຂອງອາ​ຊຽນ ໃນດ້ານຄວາມ​ໝັ້ນຄົງ​ແລະ​ກົນ​ໄກເສດ​ຖະ​ກິດ​ໃນ​ພາກ​ພື້ນອິນ​ໂດ-ປາ​ຊີ​ຟິກ ທີ່​ກຳ​ລັງ​ພັດທະນາ; ທີສາມ, ເປັ​ນເຈົ້າ​ການເຂົ້າ​ຮ່ວມແລະເສີມ​ຂະ​ຫຍາຍ​ບົດ​ບາດ​ ​ໃນ​ບັນ​ດາ​ກົນ​ໄກຫຼາຍຝ່າຍ​ຂອງ​ອາ​ຊຽນ, ບັນ​ດາ​ກົນ​ໄກອາ​ຊຽນບວກ ແລະ ​ກົນ​ໄກ​ອະ​ນຸ​ພາກ​ພື້ນ​ພາຍ​ໃນອາ​ຊຽນ; ທີສີ່, ເຮັດວຽກ​ຢ່າງ​ບໍ່​ຢຸດ​ຢັ້ງ​ກັບ​ບັນ​ດາ​ປະ​ເທດອາ​ຊຽນອື່ນ ​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ບັນ​ດາ​ຝ່າຍ​​ຢູ່​ທະ​ເລ​ຕາ​ເວັນ​ອອກຢ່າງເຕັມທີ່ (DOC) ແລະ ກ້າວ​​​ສູ່ການ​ສ້າງ​ປະ​ມວນຂໍ້​ກຳນົດ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

​ເພື່ອຜັນ​ຂະ​ຫຍາຍ​ປະຕິບັດ​ໜ້າ​ທີ່​​ດັ່ງກ່າວ, ​ຍົກ​ສູງ​ປະ​ສິດ​ທິ​ຜົນ, ກຳ​ນົດ​ຈຸດ​ສຸມໃຈ​ກາງ, ຈຸດ​ສຳ​ຄັນ​ພິ​ເສດ ແລະ ຂໍ້ບຸລິ​ມະ​ສິດ​ໃນ​ແຕ່​ລະ​ຂົງ​ເຂດ ບັນ​ຫາ ເວ​ລາ​ສະ​ເພາະ, ແລະປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ຄົບ​ຊຸດ​ ລະ​ຫວ່າງ​​ຊ່ອງທາງການ​ພົວພັນ​ສອງ​ຝ່າຍແລະຫຼາຍ​ຝ່າຍ, ການ​ທູດຂອງ​ລັດ ການ​ທູດ​ປະ​ຊາ​ຊົນ ແລະ​ຊ່ອງ​ທາງການ​ຕ່າງ​ປະ​ເທດ​ອື່ນ, ປຸກ​ລະ​ດົມ​ການ​ເຂົ້າ​ຮ່ວມແລະການ​ມີ​ສ່ວນຮ່ວມ​ ຂອງລະ​ບົບ​ການ​ເມືອງ ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ທຸກຊັ້ນ​ຄົນ​ ໃນ​ບັນ​ດາ​ການເຄື່ອນ​ໄຫວ​ຮ່ວມ​ມື​ແລະເຊື່ອມ​ຕໍ່ອາ​ຊຽນ ແມ່ນ​ບັນ​ດາ​ປັດ​​ໄຈ​ຕົ້ນ​ຕໍ່​ ເພື່ອ​ໃຫ້ຫວຽດ​ນາມສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດຂອງ​ຕົນ​ໃນ​ປະ​ຊາ​ຄົມ​ໃນ​ໄລ​ຍະ​ຕໍ່​ໜ້າ./.

------------------------

 (1), (2) ພັກ​ກອມ​ມູ​ນິດຫວຽດ​ນາມ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6, ສພຈ ສື້​ເຖິດ, ຮ່າ​ໂນ້ຍ, 1987, ໜ້າ 225, ໜ້າ 108.

(3) ​ເລວ້ຽດຢວຽນ: ຂະບວນວິວັດ​​ການປ່ຽນແປງໃໝ່ນະໂຍບາຍການຕ່າງປະເທດ ຂອງຫວຽດນາມກັບອາຊຽນ ໄລຍະ 1986 - 2018, ສພຈ ສື້​ເຖິດ, ຮ່າ​ໂນ້ຍ, 2017, ໜ້າ 91 - 82.

(4) Narayanan Ganesan: Conjunctures and Continuities in Southeast Asian Politics, Institute of Southeast Asian Studies, ສິງ​ກະ​ໂປ, 2013, ໜ້າ. 110.

(5) ຫງວຽນ​ເຟືອງ​ບິ່ນ (ຫົວ​ໜ້າ​ບັນ​ນາ​ທິ​ການ): ການທູດປ້ອງກັນແລະສະກັດກັ້ນຢູ່ອາຊີຕາເວັນອອກສ່ຽງໃຕ້, ສພຈ ມະ​ຫາ​ວິ​ທະ​ຍາ​ໄລຮ່າ​ໂນ້ຍ, 2003, ໜ້າ. 79

(6) ພັກ​ກອມ​ມູ​ນິດຫວຽດ​ນາມ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 7, ສພຈ ສື້​ເຖິດ, ຮ່າ​ໂນ້ຍ, 1992, ໜ້າ 147.

(7) Le Hong Hiep: “ASEAN at 50: The View from Vietnam”, The Aspistrategist, August 11, 2017

(8) ​ເລວ້ຽດຢວຽນ: ຂະບວນວິວັດການປ່ຽນແປງໃໝ່ນະໂຍບາຍການຕ່າງປະເທດ ຂອງຫວຽດນາມກັບອາຊຽນ ໄລຍະ 1986 - 2018, ປື້ມທີ່ໄດ້ແນະນຳ, ໜ້າ 89.

 (9) ໂດ້​ເມື່ອຍ: “ຫຼັກ​ໝັ້​ນ 4 ຂໍ້ກ່ຽວ​ກັບອາ​ຊຽນ”, ໜັງ​ສື​ພິມກອງ​ທັບ​ປະ​ຊາ​ຊົນ, ສະ​ບັບ​ລົງ​ພິມ​ວັນ​ທີ 17 ຕຸ​ລາ 1993.

(10) ຟ້າມກວາງ​ມິນ: ນະໂຍບາຍການຕ່າງປະເທດທີ່ປ່ຽນແປງໃໝ່ຂອງຫວຽດນາມ (1986 - 2010), ສພຈ ສື້​ເຖິດ, ຮ່າ​ໂນ້ຍ, 2012, ໜ້າ 83.

(11) “ລວມຍອດ​ມູນ​ຄ່າ​ນຳ​ເຂົ້າ-ສົ່ງ​ອອກ ປີ 2019 ຈະ​ເກີນ​ລະ​ດັບ 500 ຕື້​ໂດ​ລາ​ສະ​ຫະ​ລັດ”, ໜັງສືພິມລັດຖະບານ​​ເອ​ເລັກ​ໂຕຣນິກ, ສະ​ບັບ​ລົງ​ພິມ​ວັນ​ທີ 12 ທັນ​ວາ 2019

(12) ຟ້າມ​ບິ່ນ​ມິນ: “ປະ​ຊາ​ຄົມອາ​ຊຽນ 2015 ເປັນ​ຮູບ​ເປັນ​ຮ່າງ ແລະຂີດໝາຍ​ການ​ປະ​ກອບ​ສ່ວນ​ຂອງຫວຽດ​ນາມ”, ວາ​ລະ​ສານ ຄົ້ນຄວ້າສາກົນ, ສະ​ບັບ​ເລກ​ທີ 2 (105), ເດືອນມິຖຸ​ນາ 2016, ໜ້າ 15.

(13) ດັ້ງ​ເກິ໋ມ​ຕູ໋: “ປະ​ຊາ​ຄົມ​ການ​ເມືອງ​ແລະຄວາມໝັ້ນຄົງ​ອາ​ຊຽນ ພາຍຫຼັງ​ປີ 2015 ແລະການ​ເຂົ້າ​ຮ່ວມ​ຂອງຫວຽດ​ນາມ”, ວາ​ລະ​ສານ ຄົ້ນຄວ້າສາກົນ, ສະ​ບັບ​ເລກ​ທີ 3 (88), 2016, ໜ້າ 176 – 177.

(14) “ຍົກ​ສູງ​ຜະ​ລິດ​ຕະ​ພາບ​ການອອກ​ແຮງ​ງານ​ຂອງຫວຽດ​ນາມ ໃນ​ສະ​ຖາ​ນະ​ການປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ 4.0”, ວາລະສານວິທະຍາສາດເຕັກໂນໂລຊີຫວຽດນາມ​ເອ​ເລັກ​ໂຕຣນິກ, ສະ​ບັບ​ລົງ​ພິມ​ວັນ​ທີ 17 ມັງ​ກອນ 2020.

(15) ພັກ​ກອມ​ມູ​ນິດຫວຽດ​ນາມ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12, ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 35; ຄຳສັ່ງເລກທີ 25-CT/TW, ສະ​ບັບ​ລົງ​ວັນ​ທີ 8 ສິງ​ຫາ 2018, ຂອງ​ຄະ​ນະ​ເລ​ຂາ​ທິ​ການ, ກ່ຽວ​ກັບ “ຍູ້ແຮງແລະຍົກລະດັບການຕ່າງປະເທດຫຼາຍຝ່າຍເຖິງປີ 2030”.

(15) ພັກ​ກອມ​ມູ​ນິດຫວຽດ​ນາມ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12, ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 154.

(17) “ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: ອາ​ຊຽນແມ່ນ​ເສົາ​ຄ້ຳ​ຕົ້ນ​ຕໍ່​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງຫວຽດ​ນາມ”, ໜັງ​ສື​ພິມ​ ​​ໄວ​ໜຸ່ມ​ເອ​ເລັກ​ໂຕຣນິກ, ສະ​ບັບ​ລົງ​ພິ​ມ​ວັນ​ທີ 8 ສິງ​ຫາ 2020; ເບິ່ງ​ເຕີ່ມ ຟ້າມ​ບິ່ນ​ມິນ: “ມຸ່ງ​ສູ່​ປະ​ຊາ​ຄົມອາ​ຊຽນທີ່ສາ​ມັກ​ຄີ, ໝັ້ນ​ຄົງ​ເຂັ້ມ​ແຂງແລະເປີດກວ້າງ”, ວາ​ລະ​ສານ ​​ຄົ້ນຄວ້າ​ສາກົນ, ສະ​ບັບ​ເລກ​ທີ 3 (90), 2012

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ​ສະບັບ​ທີ 951 (​ເດືອນ​ຕຸ​ລາ 2020)