ເສີມ​ຂະ​ຫຍາ​ຍບົດບາດ​ຂອງ​ການ​ທູດຫວຽດນາມ​
ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ

ໂດຍ ຟ້າມບິ່ງມິງ
ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ, ລັດຖະມົນຕີກະຊວງການຕ່າງປະເທດ
11:09, 22-07-2021

ວ​ກ. - ນັບ​ແຕ່​​ເມື່ອ​ປະທານ ​ໂຮ່ຈີ​ມິນ ອ່ານ​ບົດ​ປະກາດ​ເອກະລາດ, ສ້າງ​ຕັ້ງປະ​ເທດ​ສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ, ສ້າງ​ພື້ນຖານ​ທຳ​ອິດ​ໃຫ້​ແກ່​ພື້ນຖານ​ການ​ທູດຂອງ​ປະ​ເທດ​ຫວຽດນາມທີ່​ທັນ​ສະ​ໄໝ, ການ​ທູດ​ຍາມ​​ໃດ​ກໍ​ແມ່ນ​ພາກສ່ວນໜຶ່ງທີ່​ບໍ່ສາມາດ​ແຍກ​ອອກ​ຈາກ​ການ​ປະຕິວັດຂອງຫວຽດນາມ, ​ໄດ້ຮ່ວມ​ເດີນ​ທາງ​ພ້ອມ​ກັບ​​ຊາດ ​ເພື່ອຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ຮັບ​ໃຊ້​ປະຊາຊົນ. ​ສືບ​ທອດ​ຍອດ​ຍິ່ງ​ການ​ທູດ​ທີ່​ເປັນມູນ​ເຊື້ອຂອງ​ບັນພະ​ບູລຸດ ​ແລະ ພາຍ​ໃຕ້​ການ​ນຳພາ, ຊີ້​ນຳ​ຂອງ​ປະທານ​ໂຮ່ຈີ​ມິນ ຢ່າງ​ໂດຍ​ກົງ, ການ​ທູດຫວຽດນາມ​ໄດ້​ມີ​ການ​ເຕີບ​​ໃຫຍ່​ຢ່າງ​ບໍ່ຢຸດ​ຢັ້ງ, ຍາມ​ໃດ​ກໍ​ຖື​ໃນ​ຕົວ​ຈິດ​ໃຈຖື​ຜົນ​ປະ​ໂຫຍ​ດຂອງປະ​ເທດ-ປະຊາ​ຊາດ ​ຂຶ້ນ​ກ່ອນ, “​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ່​ຢ່າງ​ໄຫວ​ພິບ”, ​ໄດ້​ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ບັນດາ​ໄຊຊະນະອັນ​​ສະຫງ່າ​ລາສີ ໃນ​ປະຫວັດສາດ​ທີ່​ສະຫງ່າ​ອົງ​ກາດຂອງ​​ຊາດ.

ພາຍຫຼັງເຊັນສົນທິສັນຍາຊົ່ວຄາວກັບລັດຖະບານ ຝຣັ່ງ ໃນວັນທີ 14 ກັນຍາ 1946, ທີ່ສຳນັກງານເທດສະບານນະຄອນຫຼວງ ປາຣີ, ປະທານໂຮ່ຈີມິນໄດ້ປະກາດການຕັດສິນໃຈຂອງຊາດຫວຽດນາມ ຈະບໍ່ຍອມເປັນຂ້າທາດອີກເທື່ອໜຶ່ງຢ່າງເດັດຂາດ _ແຫຼ່ງເອກະສານສຳເນົາກະຊວງການຕ່າງປະເທດ

ປະຫວັດສາດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ​ຂອງ ຫວຽດນາມ ​ໃຫ້​ເຫັນ​ວ່າ ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຍາມໃດ​ກໍ​ມີ​ບົດບາດ​ສຳຄັນ​ ໃນ​ການຮັບປະກັນຄວາມ​ສະຫງົບ​​ຕາມເຂດຊາຍ​ແດນ, ຮັກສາ​ພື້ນຖານ​ເອກະລາດ, ອຳນາດອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ຖ້າວ່າ ສິລະ​ປະການ​ທະຫານ​ໄດ້​ຊ່ວຍ​​ໃຫ້ຄົນ​ຫວຽດນາມຮຸ່ນກ່ອນຂັບ​ໄລ່ສັດຕູ​ຜູ້ຮຸກຮານ ​ເຊິ່ງການ​ເຄື່ອນ​ໄຫວ​ພົວພັນຕ່າງປະ​ເທດບົນ​ພື້ນຖານ​ແນວ​ຄິດ “​ພົວພັນ​ກັນ​ຢ່າງ​ສັນຕິພາບ ​ແລະສະໜິດສະໜົມ” ໄດ້​ນຳໜ້າ​ໃນ​ການ​ສະກັດ​ກັ້ນ​ສົງຄາມ, ຮັກສາ​ຄວາມ​ສະຫງົບ​ສຸກ​ໃຫ້​ແກ່ປະ​ເທດ​ຊາດ ​ແລະ ປົກ​ປັກຮັກສາ​ຊາຍ​ແດນຫວຽດນາມ​ຢ່າງໝັ້ນຄົງ.​ແນວ​ຄິດ​ສຳຄັນ​ດັ່ງກ່າວ​ໄດ້​ສະ​ແດງ​ອອກ​ໃນ ປຶ້ມ​ສິລະ​ປະການ​ທະຫານ ​ເຊິ່ງສົມ​ເດັດ​ພະ​ມະຫາ​ແມ່ທັບ ​ເຈິ່ນກວັກຕວັ້ນ​ ໄດ້​ເນັ້ນວ່າ: “ຄວາມຮັກ​ແພງ​ສະໜິດສະໜົມ​ແມ່ນ​ເສັ້ນທາງທີ່ດີ​ທີ່ສຸດ​ ໃນ​ການ​ປົກຄອງ​ປະ​ເທດ​ແລະການ​ເຄື່ອນ​ທັບ. ຖ້າມີ​ຄວາມຮັກ​ແພງ​ສະໜິດສະໜົມພາຍ​ໃນ​ປະ​ເທດ ຈະ​ບໍ່ຕ້ອງ​ໃຊ້​ການ​ທະຫານ​ຫຼາຍ, ມີ​ຄວາມຮັກ​ແພງ​ສະໜິດສະໜົມຢູ່ນອກ​ຊາຍ​ແດນ ຈະ​ບໍ່ຕ້ອງຢ້ານກົວສັດຕູ”(1).

​ໂດຍ​ສືບ​ທອດມູນ​ເຊື້ອ​​ປະຫວັດສາດ​ດັ່ງກ່າວ, ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ແລະ​ທ້ອນໂຮມ​ປະ​ເທດ​ເປັນ​ເອກະ​ພາບ ​​ໃນ​ສະຕະວັດ​ທີ 20 ກໍ​ຄື​​ໃນໄລຍະ​ການເຊື່ອມ​ໂຍງ​ສາກົນຢ່າງ​ກ້ວາງ​ຂວາງ​ແລະເລິກ​ເຊິ່ງປະຈຸບັນ​, ພ້ອມ​ກັບ​ບັນດາ​ເຫຼົ່າ​ຮົບ​ພົວພັນ​ຕ່າງປະ​ເທດ​ອື່ນໆ, ຂະ​ແໜງການໆຕ່າງປະ​ເທດ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ປະທານ​​ໂຮ່ຈີ​ມິນ - ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຜູ້​ທຳ​ອິດ​ຂອງ​ປະ​ເທດ​ສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ - ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ​ປະຕິບັດໜ້າທີ່​ປົກ​ປັກຮັກສາ​ພື້ນຖານ​ເອກະລາດ​​ແຫ່ງ​ຊາດ, ປັບປຸງສະພາບ​ແວດ​ລ້ອມ​ສັນຕິພາບ​ໃຫ້​ແກ່​ປະ​ເທດ​, ຊອກ​ຫາ​ແລະຍາດ​ແຍ່ງ​ບັນດາ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ ​ເພື່ອຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ ​ແລະ ຍົກ​ສູງ​ຖານະບົດບາດ​ຂອງຫວຽດນາມ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ສະມາຊິກ​ທີ່​ມີ​ຄວາມຮັບຜິດ​ຊອບຂອງ​ປະຊາ​ຄົມ​ສາກົນ.

ການ​ທູດ - ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ປະຕິບັດໜ້າທີ່​ປົກ​ປັກຮັກສາ​ພື້ນຖານ​ເອກະລາດ​​ແຫ່ງ​ຊາດ, ປັບປຸງ​ສະພາບ​ແວດ​ລ້ອມ​ສັນຕິພາບ​ໃຫ້​ແກ່​ປະ​ເທດ​ຊາດ.

​​​​ເມື່ອ​ປະ​ເທດ​​ສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ ​ຫາ​ກໍ​ໄດ້ກຳ​ເນີ​ດ, ​ໃນ​ສະພາບ​ການທີ່​ກຳລັງ​ການ​ປະຕິວັດ​ຍັງ​ອ່ອນນ້ອຍ, ພາຍ​ໃຕ້​ການນຳພາ​ຂອງ​ປະທານ​ໂຮ່ຈີ​ມິນ, ການ​ທູດ​ໄດ້ນຳໜ້າ​ເປີ​ດທາງ, ປົກ​ປັກຮັກສາ​ອຳນາດ​ການ​ປົກຄອງ​ປະຕິວັດ​ຕໍ່ສະຖານະ​ພາບ “ຮ້ອຍ​ຫາບ​ທີ່​ຫ້ອຍ​ລົງ​ມາ​ຈາກ​ເສັ້ນ​ຜົມ”. ສັນຍາ​​ເບື້ອງ​ຕັ້ງ (ວັນ​ທີ 6 ມີນາ 1946), ​ສົນທິສັນຍາ​ຊົ່ວຄາວ (ວັນ​ທີ 14 ກັນຍາ 1946) ພ້ອມ​ກັບ​ບັນດາ​ຄວາມ​ພະຍາຍາມ​ດ້ານ​ການ​ທູດ ​ໃນ​ບັນດາ​ກອງ​ປະຊຸມ​ທີ່​ເມືອງ ດ່າ​ລາດ ​ແລະ ກອງ​ປະຊຸມ ຟອງ​ເຕນ​ໂບຼ ໄດ້​ກາຍ​ເປັນ​ບົດຮຽນກຼາສິກ​ກ່ຽວກັບ​ສິລະ​ປະການ​ທູດ “​ຖື​ເອົາຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ”, “ຮັກ​ແພງ​ປອງ​ດອງ​ກັນ​ເພື່ອ​ການກ້າວ​​ຂຶ້ນ”, ​ແບ່ງ​ແຍກ​ຖັນ​ແຖວຝ່າຍ​ກົງກັນຂ້າມ, ຫຼີກລ້ຽງບໍ່ໃຫ້ປະເຊີນກັບສັດຕູທີ່ມີອຳນາດຫຼາຍໃນເວລາດຽວກັນ. ຍ້ອນ​ແນວ​ນັ້ນ, ການ​ທູດ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ແກ່ຍາວ​​ໄລຍະເວລາສັນຕິພາບ ​ເຖິງ​ແມ່ນ​ວ່າ ​ໃນ​ເວລາສັ້ນໆກໍ​ຕາມ ​ແຕ່​ມີ​ຄວາມ​ສຳຄັນ​ເປັນ​ຢ່າງຍິ່ງ ​ເພື່ອ​​ໃຫ້ອຳນາດ​ການປົກຄອງປະຕິວັດ​ມີ​ເວລາ​ເພີ່ມ​ ​ໃນການ​ປັບປຸງ​ກຳລັງກະກຽມ​ໃຫ້​ແກ່​ການ​ຕໍ່ຕ້ານ​ອັນ​ຍືດ​ເຍື້ອຍາວ​ນານ​ຂອງ​​ຊາດຫວຽດນາມ.

ໃນລະຫວ່າງສົງຄາມຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝຣັ່ງແລະຈັກກະພັດ ອາເມລິກາສອງ​ຄັ້ງ, ການທູດຫວຽດນາມມີບົດບາດຕັ້ງໜ້າ ໃນການສົມທົບກຳລັງ​ແຮງຂອງຊາດແລະກຳລັງແຮງຂອງຍຸກສະໄໝ ເພື່ອສ້າງ​ພະລັງ​​ແຮງ​ສັງ​ລວມໃຫ້​ຫວຽດນາມໄດ້ຮັບໄຊຊະນະສຸດທ້າຍ. ການ​ທູດ​ໄດ້​ກາຍ​ເປັນ​ແນວ​ໂຮມສຳຄັນອັນ​ໜຶ່ງ, ມີ​ຄວາມໝາຍຍຸດ​ທະ​ສາດ ​​ແລະ ​ເປັນ​ພາກສ່ວນ​ປະກອບ​ອັນສຳຄັນ​ ໃນ​ແນວທາງ​ການ​ປະຕິວັດ, ຍາມ​ໃດ​ກໍ​ຄຽງບ່າ​ຄຽງ​ໄຫຼ່ ພ້ອມກັບແນວຮົບ​ການ​ທະຫານມີໜ້າ​ໃນ​ແຖວໜ້າຂອງ​ການ​ຕໍ່ສູ້​ປະຕິວັດ. ການ​ທູດ​ໄດ້​​ຍົກ​ສູງ​ຄັນ​ທຸງ​ສັນຕິພາບ, ​ເອກະລາດ​​ແຫ່ງ​ຊາດ ​ແລະ ຈິດ​ໃຈ​ເປັນ​ຂົວ​ຕໍ່ກັບ​ປະຊາຊົນ​ໃນ​ໂລກ​ ຜູ້ທີ່ຮັກຫອມສັນຕິພາບດ້ວຍ​ເຈດ​ຕະນາ​ດີ, ຈາກ​ນັ້ນ, ​​ເຕົ້າ​ໂຮມ​ແນວ​ໂຮມສາກົນ​ທີ່ສະໜັບສະໜູນການຕໍ່ສູ້​ຂອງ​ປະຊາຊົນຫວຽດນາມ​ ຢ່າງກ້ວາງ​ຂວາງ. ຜູ້ຄົນທີ່​ຮັກຫອມ​​ສັນຕິພາບຫຼາຍລ້ານ​ຄົນ​ທົ່ວ​ໂລກທີ່​ຢູ່​ໃນກຸ່ມ “ຄົນຫວຽດນາມ” ຕັ້ງ​ແຕ່​ຜູ້ນຳ ນັກ​ການ​ເມືອງ ຈົນ​ເຖິງພົນລະ​ເມືອງ ນັກ​ສຶກສາ, ນັບທັງ​ຢູ່​ບັນດາ​ປະ​ເທດກໍ່ສົງຄາມ​ ໄດ້ລົງ​ສູ່ຖະໜົນ​ເດີນ​ຂະ​ບວນປະ​ທ້ວງ ຄັດຄ້ານ​ສົງຄາມ, ສະໜັບສະໜູນການ​ຕໍ່ສູ້​ອັນ​ຊອບ​ທຳຂອງຫວຽດນາມ. ພ້ອມ​ກັບ​ບັນດາ​ໄຊຊະນະດ້ານ​ການ​ທະຫານ​ໃນ​ສະໜາມຮົບ, ການ​ທູດ​​ໃນໄລຍະ​ນີ້ ​ໄດ້​ເສີມ​ຂະຫຍາຍ​ພູມ​ປັນຍາ​ແລະຄວາມ​ກ້າຫານ ເພື່ອເປັນ​ເຄື່ອງໝາຍ​ເຫດການ​ສຳຄັນໃນປະຫວັດສາດຂອງປະເທດ ດ້ວຍ​ສັນຍາເຊີ​ແນວປີ 1954 ​ແລະສັນຍາປາຣີປີ 1973, ສ້າງ​ເງື່ອນ​ໄຂທີ່​ເອື້ອອຳນວຍ​ເພື່ອ​ນຳພາ​ຊາດຫວຽດນາມ​ໄປສູ່​ໄຊຊະນະຄັ້ງປະຫວັດສາດ​ໃນ​ລະດູບານ​ໃໝ່ປີ 1975 ປົດ​ປ່ອຍ​ພາກ​ໃຕ້​ ແລະ ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​.

​ໃນສະ​ໄໝສັນຕິພາບ, ການ​ທູດ​ໄດ້​ສະ​ແດງ​ເຖິງ​ບົດບາດ​ຫຼັກ​ແຫຼ່ງປະກອບ ສ່ວນ​ເຂົ້າ​ໃນ​ການຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ແລະ​ຄວາມໝັ້ນຄົງ, ສ້າງ​ເງື່ອນໄຂອຳນວຍ​ຄວາມສະດວກ​ໃຫ້​ແກ່​ການ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ. ​ໃນ​ນັ້ນ, ການ​ທູດ​ໄດ້​ນຳໜ້າ​ໃນ​ການ​ຕໍ່ສູ້​ດ້ານ​ການ​ເມືອງ, ​ການເຈລະຈາ, ພ້ອມ​ກັບ​ວຽກງານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ປະກອບສ່ວນ​ເຂົ້າ​ໃນ​ການປົກ​ປັກຮັກສາ​ອຳນາດອະທິປະ​ໄຕ​, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ຂອງ​ປະ​ເທດຊາດ ​ຢ່າງ​ມີ​ປະສິດທິ​ຜົນ. ຫວຽດນາມ​ໄດ້ວາງ​ແຜນ, ​ແບ່ງ​ເຂດ, ​ແບ່ງ​ເຂດ​ຊາຍ​ແດນ ​ແລະປັກ​ຫຼັກໝາຍຊາຍ​ແດນທາງບົກ ​ກັບ​ສາມ​ປະ​ເທດ​ເຊັ່ນ: ລາວ, ຈີນ ​ແລະ ກຳປູ​ເຈຍ, ຈາກ​ນັ້ນ, ຫວຽດນາມ​ໄດ້​ສ້າງເສັ້ນ​ຊາຍ​ແດນ​ສັນຕິພາບ, ໝັ້ນຄົງ, ມິດຕະພາບ​ແລະຮ່ວມມື​ໃນ​ການ​ພັດທະນາ ກັບ​ສາມ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ. ກ່ຽວກັບ​ຊາຍ​ແດນ​ທາງ​ທະ​ເລ, ຜ່ານ​ກົນ​ໄກສອງ​ຝ່າຍ​ແລະຫຼາຍຝ່າຍຈຳນວນ​ຫຼາຍ, ການ​ທູດ​ໄດ້​ແລະກຳລັງຍູ້​ແຮງການ​ແລກປ່ຽນ, ​ການເຈລະຈາ, ສ້າງ​ຄວາມ​ເຊື່ອ​ໝັ້ນ, ສະກັດ​ກັ້ນ​ການ​ປະ​ທະ​ກັນ, ຄວບ​ຄຸມ​ການ​ແກ່ງ​ແຍ້​ງ ​ແລະ ມີ​ການຮ່ວມມື​ທາງ​ທະ​ເລ​ກັບປະ​ເທດ ຈີນ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ບຣູ​ໄນ, ອິນ​ໂດ​ເນ​ເຊ​ຍ ​ແລະ ​ໄທ. ພ້ອມ​ດຽວກັນ​ນັ້ນ, ການ​ທູດໄດ້ຕໍ່ສູ້ຢ່າງເດັດດ່ຽວແລະຕໍ່ເນື່ອງດ້ວຍສັນຕິວິທີ ຕາມກົດໝາຍສາກົນ ​ເພື່ອຕໍ່ຕ້ານການ​ກະທຳທີ່​ລະ​ເມີດ​ອະທິປະ​ໄຕ, ສິດທິ​ອະທິປະ​ໄຕ​ແລະສິດຕັດສິນຂອງ​ຫວຽດນາມ ​ໃນ​​ບັນດາເຂດ​ທະ​ເລ​ຂອງຫວຽດນາມ. ຄຽງຄູ່​ກັນ​ນັ້ນ, ການ​ທູດ​ໄດ້​ແກ້​ໄຂ​​ບັນຫາ​ຕ່າງໆ ທີ່ເກີດ​ຂຶ້ນ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ ກໍ​ຄື​ບັນດາ​ຄວາມ​ສັບສົນ​​ໃນ​ສາຍ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ຢ່າງ​ຄ່ອງ​ແຄ້ວ, ສ້າງ​ສະພາບ​ແວດ​ລ້ອມ​ສາກົນທີ່ສະດວກ​ດີໃຫ້​ແກ່ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ຂອງຫວຽດນາມ.

ການ​ທູດ​ໄດ້​ບຸກບືນ​ໃນ​ການ​ຊອກ​ຫາ, ຍາດ​ແຍ່ງ​ແຫຼ່ງກຳລັງຕ່າງໆ​ຈາກ​ພາຍ​ນອກ ​ເພື່ອຮັບ​ໃຊ້​ການ​ພັດທະນາ​ປະ​ເທດ.

​ໃນ​ສະ​ໄໝຕໍ່ຕ້ານ, ການ​ທູດ​ໄດ້​ນຳໜ້າ​ໃນ​ການ​ປຸກລະດົມການຊ່ວຍ​ເຫຼືອ ຂອງ​ເພື່ອນ​ມິດສາ​ກົນ, ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ຟື້ນ​ຟູ​ເສດຖະກິດ, ສ້າງ​ພື້ນຖານ​ໃຫ້​ແກ່​ຂະ​ບວນການ​ສ້າງ​ສັງຄົມ​ນິຍົມ​ຢູ່​ພາກ​ເໜືອຫວຽດນາມ. ພ້ອມ​ກັບ ຈິດ​ໃຈ​ເພິ່ງຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​​ຊາດ, ການສະໜັບ ສະໜູນທາງ​ດ້ານ​ວັດຖຸ​ແລະຈິ​ດ​ໃຈ ຂອງ​ບັນດາ​ປະ​ເທດ​ເພື່ອນ​ມິດ​ແລະປະຊາຊົນທີ່​ກ້າວໜ້າ​ໃນ​ທົ່ວ​ໂລກ ​ໄດ້​ສ້າງ​​ແຫຼ່ງກຳລັງ​ສັງ​ລວມທີ່ຊ່ວຍຫວຽດນາມສ້າງສາ​ພາກ​ເໜືອ​ໃຫ້ກາຍ​ເປັນ​ແນວ​ຫຼັງທີ່ໝັ້ນ​ແກ່ນ​ໃຫ້​ແກ່​ພາກ​ໃຕ້ ​ເຊິ່ງ​ເປັນແນວໜ້າ​ທີ່ໃຫຍ່ຕີ​​ເອົາ​ໄຊຊະນະ​ສັດຕູ. 

​ໃນ​ຊຸມ​ປີ​ກ່ອນ​ການປ່ຽນ​ແປງ​ໃໝ່, ສະພາບ​ການ​ທາງ​ດ້ານເສດຖະກິດ - ສັງ ຄົມ​ຂອງຫວຽດນາມ ມີ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ. ພາຍ​ໃຕ້ການຊີ້ນຳ​ໂດຍ​ກົງ​ຂອງ​ບັນດາສະຫາຍ​ການ​ນຳ​ພັກ​ກອມ​ມູນິດ​ແລະລັດຫວຽດນາມ, ການ​ທູດ​ໄດ້​ເສີມ​ຂະຫຍາຍ​ທ່າ​ແຮງຂອງ​ຕົນ, ຊອກຮູ້ບັນດາ​ຄວາມຮູ້ກ່ຽວກັບ​ເສດຖະກິດ​ໂລກ, ການ​ພົວພັນເສດຖະກິດ​ສາກົນ, ​ເປີດ​ກ້ວາງ ​ແລະ ຂຸດ​ຄົ້ນສາຍ​ພົວພັນ​ກັບ​ບັນດາ​ຄູ່ ຮ່ວມມືພາຍ​ນອກ, ສະ​ເໜີບັນດາ​ວິທີ​ການ​ແກ້​ໄຂ​ທີ່​ເໝາະສົມ, ປະກອບສ່ວນ​ເຂົ້າ​ໃນ​ການວາງ​ແຜນ​ກຳນົດ​ແນວທາງ​ປ່ຽນ​ແປງ​ໃໝ່ຂອງ​ປະ​ເທດ ​ແນ​ໃສ່​​ນຳ​ເອົາ​ຫວຽດນາມຫຼຸດພົ້ນ​ອອກ​ຈາກ​ວິ​ກິດ​ການ​ເສດຖະກິດ - ສັງຄົມ.  

ສິ່ງ​ພິ​ເສດ​ທີ່​ມີ​ຄວາມໝາຍ​ແມ່ນ ການທູດ​ໄດ້​ນຳໜ້າ​ໃນ​ການ “ຜ່າ​ວົງ​ປິດ​ລ້ອມ”, ​ເປີດສາກສະຖານະ​ພາບ​ການ​ພັດທະນາ​ໃໝ່​ໃຫ້​ແກ່​ປະ​ເທດ​. ການ​ທູດ​ໄດ້​ເປັນ​ເສນາ​ທິການ​ໃຫ້​ແກ່​ກົມ​ການ​ເມືອງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ອອກມະຕິ​ສະບັບ​ເລກທີ 32 (ເດືອນກໍລະກົດ 1986) ຢັ້ງຢືນ​ບາດກ້າວ​ປ່ຽນ​ແປງ​ໃໝ່ທາງ​ດ້ານຈິນຕະນາການທີ່​ສຳຄັນ​ ກ່ຽວກັບ​ການພົວພັນ​ຕ່າງປະ​ເທດ ​ແມ່ນ​ສົມທົບກຳລັງ​ແຮງຂອງ​ຊາດ​ກັບ​ກຳລັງ​ແຮງຍຸກ​ສະ​ໄໝ, ຍາດ​ແຍ່ງ​ບັນດາ​ເງື່ອນ​ໄຂ​ສະດວກ​ຂອງ​ສາກົນ ​ເພື່ອ​ສ້າງສາ​ແລະປົກ​ປັກຮັກສາ​ປະ​ເທດ​ຊາດ ​ແລະ ມະຕິ​ສະບັບ​ເລກທີ 13 (​ເດືອນພຶດສະພາ 1988) ​ໃນ​ນັ້ນ, ​ໄດ້​ເນັ້ນ​ໜັກນະ​ໂຍບາຍ “​ເພີ່ມ​ເພື່ອນມິດ, ຫຼຸດຜ່ອນ​ສັດຕູ”, ຫັນ​ເປັນ​ການ​ພົວພັນ​ຫຼາຍຝ່າຍ​ບົນ​ພື້ນຖານການ​ເຄົາລົບ​ຄວາມ​​ເປັນເອກະລາ​ດ, ອຳນາດອະທິປະ​ໄຕ, ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍ​ດ(2). ໃນ​ນັ້ນ, ຫວຽດນາມ​ໄດ້​ເຂົ້າຮ່ວມການ​ແກ້​ໄຂບັນຫາ ກຳປູ​ເຈຍ (ປີ 1991), ຫັນ​ເອົາ​ການ​ພົວພັນ​ກັບປະ​ເທດ ຈີນ​ (ປີ 1991), ອາ​ເມ​ລິ​ກາ (ປີ 1995) ​ເຂົ້າເປັນ​ປົກກະຕິ, ​ເຂົ້າຮ່ວມສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ອາຊຽນ (ປີ 1995) ​ແລະ ບັນດາ​ການຈັດຕັ້ງຂອງ​ພາກ​ພື້ນ ​ແລະ ໃນ​ໂລກ​ເທື່ອ​ລະ​ກ້າວ. ​ເຖິງ​ປະຈຸບັນ​, ຈາກ​ປະ​ເທດທີ່​ຖືກປິດ​ລ້ອມ ຂວ້ຳບາດ, ຫວຽດນາມ​ໄດ້​ສ້າງຕັ້ງການ​ພົວພັນ​ຕ່າງປະ​ເທດ​ເປີດ​ກ້ວາງ​ກັບ 189 ປະ​ເທດ​ໃນ 193 ປະ​ເທດທີ່​ເປັນ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ. ຫວຽດນາມໄດ້ສ້າງການ​ພົວພັນຄູ່ຮ່ວມມື​ຍຸດ​ທະ​ສາດ ​ແລະ ຄູ່ຮ່ວມມືຮອບດ້ານກັບ 30 ປະ​ເທດ(3), ​ໃນ​ນັ້ນ, ມີ​ທັງໝົດບັນດາ​ປະ​ເທດ​ໃຫຍ່, 17 ​ໃນ 20 ປະ​ເທດ​ທີ່ຢູ່​ໃນ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່ (G20), ບັນດາ​ປະ​ເທດອາຊຽນທັງໝົດ. ກອບ​ການ​ພົວພັນ​ເຫຼົ່ານີ້ ​ໄດ້​ສ້າງ​ພື້ນຖານ​ໝັ້ນ​ແກ່ນ​ໃຫ້​ແກ່ຫວຽດນາມ​ແລະ​ປະ​ເທດອື່ນໆ ​​ເພື່ອ​ຍົກ​ສູງລະດັບ​ການຮ່ວມມື​ເພື່ອຜົນ​ປະ​ໂຫຍ​ດຂອງ​​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ການຮ່ວມມື ​ແລະການພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ກອງກຽດຕິຍົດປະຕິບັດພິທີຊັກທຸງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ - ອາຊຽນ ຄົບຮອບ 53 ປີ (8 ສິງຫາ 1967 - 8 ສິງຫາ 2020) ແລະ ວັນຫວຽດນາມເປັນສະມາຊິກຂອງ ອາຊຽນ ຢ່າງເປັນທາງການ ຄົບຮອບ 25 ປີ (28 ກໍລະກົດ 1995 - 28 ກໍລະກົດ 2020) _ພາບ: TTXVN

ພ້ອມ​ກັບ​ບັນດາ​ກະຊວງ, ຄະນະ​ແລະຂະ​ແໜງການທີ່​ກ່ຽວຂ້ອງ, ການ​ທູດໄດ້​ເຂົ້າ​ຮ່ວມການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ຕັ້ງໜ້າ, ບົນ​ພື້ນຖານ​ຈຸດ​ສຸມ ​ແມ່ນ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ແນ​ໃສ່​ດຶງ​ດູດ​ແຫຼ່ງກຳລັງ​ໃຫ້​ແກ່​ການພັດທະ​ນາ​ປະ​ເທດ. ພາຍຫຼັງ 35 ປີ​ແຫ່​ງການ​ປ່ຽນ​ແປງ​ໃໝ່ ​ແລະ ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງ​ຂວາງ, ຈີ​ດີ​ພີ ຂອງຫວຽດນາມ​ໄດ້​ເພີ່ມ​ຂຶ້ນ 10 ​ເທົ່າ, ວົງ​ເງິນ​ຂາ​ອອກ​ແລະຂາ​ເຂົ້າ​ເພີ່ມ​ຂຶ້ນ​ເກືອບ 176 ​ເທົ່າ. ນັບ​ທັງ​ເວລາ​ທີ່ເສດຖະກິດ​ຂອງໂລກ​ປະສົບ​ຄວາມ​ຫຍຸ້ງຍາກ, ​ເສດຖະກິດຫວຽດນາມຍັງຮັກສາ​ໄດ້ລະດັບ​ການ​ເຕີບ​ໂຕ​ສູງ​ ເມື່ອທຽບ​ກັບ​ບັນດາ​ປະ​ເທດ​ໃນພາກ​ພື້ນ​ແລະ​ໃນໂລກ. ພາຍ​ໃຕ້​ຜົນ​ກະທົບ​ຂອງ​ໂລກລະບາດ​ໂຄ​ວິດ-19, ​ເສດຖະກິດ​ຂອງຫຼາຍປະ​ເທດ​ຕົກ​ໃສ່​ສະພາບ​ການ​ຖົດຖອຍ(4) ແຕ່​ເສດຖະກິດຂອງຫວຽດນາມ ຍັງມີ​ການ​ເຕີບ​ໂຕ​ເກືອບ 3% ​ໃນ 6 ​ເດືອນ​ໃນ​ປີ 2020. ຈາກ​ພື້ນຖານ​ເສດຖະກິດທີ່​ປິດ​ແລະ​ໄດ້​ຮັບ​ການ​ເກື້ອນ​ກູ​ນອຸດ​ໜູນ, ມາ​ເຖິງ​ປະຈຸບັນ, ຫວຽດນາມ​ໄດ້​ກາຍ​ເປັນຈຸດ​ເຊື່ອມຕໍ່ທີ່​ສຳຄັນ​ ໃນ​ເຄືອຂ່າຍຄວາມ​ເຊື່ອມ​ໂຍງ​ທາງ​ເດ​ສຖະກິດລະດັບ​ຖາກ​ຖື້ນ ທີ່​ມີສັນຍາ​ການ​ຄ້​າ​ເສລີ 16 ສະບັບ. ​ໃນຂະ​ບວນວິວັດ​ດັ່ງກ່າວ, ການ​ທູດ​ໄດ້​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບມາດ​ຕະການ​ແລະບາດກ້າວ​ຍຸດທະ​ສາດ ໃຫ້​ແກ່​ພັກ​ກອມ​ມູນິດ​ແລະລັດຫວຽດນາມ ​ເພື່ອ​ໃຫ້ຫວຽດນາມ​ເຂົ້າ​ຮ່ວມການຮ່ວມສຳ​ພັນ​ເສດຖະກິດ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກຢ່າງ​ຫຼວງຫຼາຍ​ແລະ​ເລິກ​ເຊິ່ງ, ຈາກ​ນັ້ນ, ສ້າງ​ໄດ້​ບັນດາກຳລັງ​ແຮງຊຸກ​ດັນ​ອັນ​ໃຫຍ່​ຫຼວງ​ ໃຫ້​ແກ່​ພາລະກິດການ​ພັດທະນາ​ປະ​ເທດ.

ຄຽງຄູ່​ກັນ​ນັ້ນ, ການ​ທູດ​ນັບ​ມື້​ນັບ​ມີ​ຄວາມ​ສະໜິດຕິດ​ພັນ​ກັບ​ປະຊາຊົນ, ກັບທ້ອງ​ຖິ່ນ​ແລະວິ​ສາ​ຫະກິດ ​​ໃນ​ຂະ​ບວນ​ການ​ພັດທະນາຫຼາຍກ່ວາ​ເກົ່າ. ການ​ທູດ​ດ້ານ​ເສດຖະກິດ​ໄດ້​ມີ​ຄວາມ​ຕັ້ງໜ້າ, ເປັນ​ເຈົ້າການ​ໃນ​ການ​​ເຂົ້າ​ເຖິງ, ​ເປີດ​ທາງ​ຂະຫຍາຍ​ການ​ພົວພັນ​ການ​ຄ້າ​ແລະການ​ລົງທຶນ​ ກັບ​ການ​ຕະຫຼາດ​ໃນ 230 ​ແຫ່ງ​ຢູ່ທັງຫ້າທະວີບ​, ​ເຂົ້າຮ່ວມສົນທິສັນຍາ​ສອງ​ຝ່າຍ​ແລະຫຼາຍຝ່າຍ​ຫຼາຍກ່ວາ 500 ສະບັບ, ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຢ່າງ​ສຸດ​ຂີດ. ຂໍ້​ມູນ​ຂ່າວສານ​ພົວພັນ​ຕ່າງປະ​ເທດ ​ແລະ ການ​ທູດ​ດ້ານວັດທະນະທຳ ​ໄດ້​ແຜ່ຜາຍ​ມໍລະດົກ​ຂອງ​​ຊາດ ​ແລະວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ ດ້ວຍ​ຫຼາຍຮູບການ​ທີ່​ອຸດົມສົມບູນ, ຫຼາຍຮູບຫຼາຍ​ແບບຢ່າງ​ຕັ້ງໜ້າ; ພ້ອມ​ດຽວກັນ​ນັ້ນ, ​ໄດ້​ມີການ​ໂຄສະນາ​ຂົນຂວາຍ ເພື່ອໃຫ້ມໍລະດົກຫວຽດນາມ 39 ແຫ່ງ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ຢູ​ເນສ​ໂກ ວ່າ​ເປັນມໍລະດົກ​ໂລກ​ທາງວັດທະນະທຳ, ຈາກ​ນັ້ນ, ທັງ​ໄດ້​ປະກອບສ່ວນ​ໃຫ້​ແກ່​ການ​ປົກ​ປັກຮັກສາ​ບັນດາ​ຄຸນຄ່າ​ຂອງ​​ມະນຸດຊາດ, ທັງ​ສ້າງ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ​​ໃນທ້ອງ​ຖິ່ນ​ຢ່າງຫຼວງຫຼາຍ. ການ​ທູດ​ໄດ້​ຜັນ​ຂະຫຍາຍວຽກງານ​ຊາວຫວຽດນາມຢູ່​ຕ່າງປະ​ເທດ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ການລະດົມ​ສົ່ງ​ເສີມນ້ຳ​ໃຈຮັກຊາດ ​ແລະ ປັບປຸງກ້ອນ​ກຳລັງມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ ​ແລະ ດຶງ​ດູດ​ບັນດາ​ແຫຼ່ງກຳລັງ​ ​ເພື່ອສ້າງສາ​ປະ​ເທດຊາດ. ພ້ອມ​ດຽວກັນ​ນັ້ນ, ການ​ທູດ​ຍາມ​ໃດ​ກໍ​ຢືນຢູ່​ແຖວໜ້າ​ໃນ​ການ​ປົກ​ປ້ອງ​ພົນລະ​ເມືອງ, ປົກ​ປ້ອງ​ສິດ​ແລະຜົນ​ປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍ ຂອງ​ຄົນ ຫວຽດນາມຢູ່​ຕ່າງປະ​ເທດ. ​ໂດຍ​ສະ​ເພາະ​ກຳລັງ​ພະນັກງານ​ການ​ທູດ ​ເປັນຕົ້ນ​ແມ່ນ​ບັນດາ​ພະນັກງານ​​ໃນ​ບັນດາອົງການ​ຕາງໜ້າຂອງຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້ມີ​ບົດບາດ​ສຳຄັນ, ປະກອບສ່ວນ​ເຮັດ​ໃຫ້​ວຽກງາ​ນປົກ​ປ້ອງ​ພົນລະ​ເມືອງຫວຽດນາມ ປະສົບ​ຜົນສຳ​ເລັດ ​ໃນ​ໄລຍະ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19​​.

ການ​ທູດ​​ໄດ້ເສີມ​ຂະຫຍາຍ​ບົດບາດສຳຄັນ​ໃນ​ການ​ຍົກ​ສູງ​ຖານະ​ບົດບາດ​ຂອງ​ປະ​ເທດ​, ສະ​ແດງ​ບົດບາດ​ເປັນ​ສະມາຊິກ​ທີ່ມີ​ຄວາມຮັບຜິດ​ຊອບ​ຂອງ​ປະຊາ​ຄົມ​ສາກົນ.

ປະທານ ​ໂຮ່ຈີ​ມິນ ​ໄດ້​​ຊີ້​​ແຈ້ງວ່າ: ການ​ປະຕິວັດຫວຽດນາມ​ເປັນ​ພາກສ່ວນ​ໜຶ່ງຂອງ​ການ​ປະຕິວັດ​ໂລກ. ​ໂດຍ​ປະຕິບັດ​ຕາມຄຳ​ສັ່ງສອນ​ຂອງ​ເພິ່ນ, ທະຫານ ​ແລະປະຊາຊົນຫວຽດນາມ ບໍ່ພຽງ​ແຕ່​ປົກ​ປັກຮັກສາ​ປະ​ເທດຫວຽດນາມ​ໄວ້ຢ່າງ​ໝັ້ນຄົງ​ເທົ່າ​ນັ້ນ ​​ແລະຍັງ​​ໄດ້ເຂົ້າຮ່ວມ, ປະກອບສ່ວນ​ເຂົ້າ​ໃນ​ວຽກງານ​ລວມ ຂອງ​ປະຊາ​ຄົມ​ສາກົນ​ຢ່າງ​ຕັ້ງໜ້າອີກ​ດ້ວຍ. ພິ​ເສດ​ແມ່ນ​ ນັບ​ແຕ່​ເວລາ​ປ່ຽນ​ແປງ​ໃໝ່ຈົນ​ເຖິງ​ປະຈຸບັນ​ນີ້, ຫວຽດນາມ​ມີ​ບົດບາດປະສານ​ງານກ່ຽວກັບ​ຜົນ​ປະ​ໂຫຍ​ດ​ໃນ​ຖານະ​ເປັນ​ເຈົ້າພາບ​ຈັດ​ເຫດການ​ສາກົນທີ່​ສຳຄັນ​ຢ່າງ​ຫຼວງຫຼາຍ, ​ໃນ​ນັ້ນ, ມີ​ກອງ​ປະຊຸມ​ສຸດ​ຍອດບັນດາ​ປະ​ເທດ​ໃຊ້ພາສາ​ຝຣັ່ງ ປີ 1997, ກອງ​ປະຊຸມ​ສຸດ​ຍອດ ອາຊຽນ ປີ 1998, ປີ 2010, ກອງ​ປະຊຸມຂັ້ນ​ສູງ ASEM ປີ 2005, ກອງ​ປະຊຸມ​ຂັ້ນ​ສູງ APEC ປີ 2006 ​ແລະ ປີ ​2017… ຫວຽດນາມ​ໄດ້​ແລະກຳລັງ​ຍູ້​ແຮງ ​ແລະ ຍົກ​ສູງ​ລະດັບ​ການ​ພົວພັນ​ຕ່າງປະ​ເທດ​ຫຼາຍຝ່າຍ​ ຕາມ​ຈິດ​ໃຈ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ສະບັບ​ເລກທີ 25-CT/TW, ລົງ​ວັນ​ທີ 8 ສິງຫາ 2018, ກ່ຽວກັບການຍູ້​ແຮງ ​ແລະ ຍົກ​ລະດັບ​ການພົວພັນ​ຕ່າງປະ​ເທດ​ຫຼາຍຝ່າຍ​ຮອດປີ 2030, ​ເປັນ​ເຈົ້າການ​ແລະປະກອບສ່ວນ​ເຂົ້າ​ໃນການ​ສ້າງ​ແລະກຳນົດ​​ບັນດາ​ລະບຽບລະບອບ​ຫຼາຍຝ່າຍຢ່າງ​ຕັ້ງໜ້າ, ພ້ອມ​ດຽວກັນ​ນັ້ນ, ບືນ​ຂຶ້ນມີ​ບົດບາດ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ພາກ​ພື້ນ​ແລະ​ໃນ​ໂລກ​ຢ່າງ​ຕັ້ງໜ້າ. ຫວຽດນາມ​ໄດ້​ມີ​ການປະກອບສ່ວນຈັດ​ສຳ​ເລັດ​ກອງ​ປະຊຸມ​ສຸດ​ຍອດ ອາ​ເມ​ລິ​ກາ - ​ເກົາຫຼີ​ເໜືອ ຄັ້ງທີ 2 ທີ່​ນະຄອນຫຼວງຮ່າ​ໂນ້ຍ, ຈາກ​ນັ້ນ, ​ໄດ້​ຊຸກຍູ້​ການ​ສົນທະນາ, ​ໄກ່​ເກ່​ຍ ​ແລະ ສັນຕິພາບ​ໃນ​ແຫຼມ​ເກົາຫຼີ​, ​ໄດ້ຮັບການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ຄູ່ຮ່ວມມື​ແລະປະຊາ​ຄົມ​ສາກົນ; ​ການ​ທີ່ຫວຽດນາມ​ໄດ້ຮັບ​ການເລືອກ​ຕັ້ງດ້ວຍຄະ​ແນນ​ສຽງສູງ​ສຸດໃນ​ປະຫວັດສາດ​ສະພາ​ຄວາມໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ໃຫ້​ດຳລົງ​ຕຳ​ແໜ່​ງສະມາຊິກ​ບໍ່​ຖາວອນ​​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ວາລະ​ປີ 2020-2021 ທີ່​ສຳຄັນ​ທີ່​ສຸດນັ້ນ ​ໄດ້​ສະ​ແດງ​​ໃຫ້​ເຫັນ​​ເຖິງ​ຄວາມ​ເຊື່ອໝັ້ນ​ແລະຄວາມຄາດຫວັງຂອງ​ປະຊາ​ຄົມ​ສາກົນຕໍ່ຫວຽດນາມ. ພິ​ເສດ​ແມ່ນໃນປີ 2020, ​ເປັນຄັ້ງທຳ​ອິດ​ທີ່ຫວຽດນາມຮັບຜິດ​ຊອບ​ສາມໜ້າທີ່​ສາກົນ​ສຳຄັນ​​ໃນ​ເວລາ​ດຽວຄື: ປະທານອາຊຽນປີ 2020, ສະມາຊິກ​ບໍ່​ຖາວອນຂອງ ສະພາ​ຄວາມໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ວາລະ​ປີ 2020-2021, ປະທານ​ສະພາລະຫວ່າງລັດຖະສະພາອາຊຽນຄັ້ງທີ 41 (AIPA 41), ສະ​ແດງ​ເຖິງ​ຄວາມຮັບຜິດຊອບທາງສາກົນ​ຂອງຫວຽດນາມ ກໍ​ຄື​ຄວາມ​ສາມາດຂອງ​ບັນດາ​ເຫຼົ່າຮົບພົວພັນຕ່າງປະ​ເທດ​ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພັກ​ກອມ​ມູນິດ ​ແລະ ລັດ ຫວຽດນາມ.

ທ່ານຫງຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພກ ຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ມອບຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມປະຈຳຢູ່ຕ່າງປະເທດ ອາຍຸການ 2020-2023 ຈໍານວນ 9 ທ່ານ ແລະ ຕ້ອນຮັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຂອງ ສສ ຫວຽດນາມ ປະຈຳຢູ່ຕ່າງປະເທດ ກຽມເດີນທາງໄປຮັບໜ້າທີ່ໃໝ່, ທີ່ທຳນຽບປະທານປະເທດ (ຮ່າໂນ້ຍ, ຫວຽດນາມ), ວັນທີ 21 ຕຸລາ 2020 _ພາບ: TTXVN

ເພື່ອ​ບັນລຸ​ໄດ້​ບັນດາ​ຜົນງານທີ່​ສຳຄັນ​ໃນ 70 ກ່ວາປີ​ຜ່ານ​ມາ, ຂະ​ແໜງ ການໆຕ່າງປະ​ເທດ​ໄດ້​ມີ​ການ​ປະສານ​ງານ​ກັບ​ເຫຼົ່າຮົບພົວພັນ​ຕ່າງປະ​ເທດ​ຕ່າງໆ​ໃນ​ທັງສາມ​ເສົາຄ້ຳຢ່າງ​ແໜ້ນແຟ້ນ ​ແລະເຂົ້າແກັບເຂົ້າເກຍກັນດີ ​ເຊັ່ນ: ການພົວພັນ​ຕ່າງປະ​ເທດຂອງ​ພັກ, ການ​ຕ່າງປະ​ເທດ​ຂອງ​ລັດ, ການ​ທູດ​ປະຊາຊົນ ​ເພື່ອ​ຜັນ​ຂະຫຍາຍ​ວຽກງານ​ພົວພັນຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ. ຖັນ​ແຖວ​ພະນັກງານ​ທີ່​ເຮັດວຽກງານພົວພັນ​ຕ່າງປະ​ເທດ​ເວົ້າລວມ ​ແລະ​ພະນັກງານ​ການ​ທູດ​ເວົ້າສະ​ເພາະ​ ນັບ​ມື້​ນັບ​ມີ​ການ​ເຕີບ​​ໃຫຍ່. ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມໃນຊຸມວັນຕົ້ນປີແຫ່ງການສ້າງຕັ້ງ ມີ​ພະນັກງານ​ພຽງ​ 20 ຄົນ​ເທົ່າ​ນັ້ນ, ມາຮອດປະຈຸບັນ​, ມີພະນັກງານວິຊາຊີບນັບພັນຄົນທີ່ມີເຈດຈຳນົງ​ທາງ​ດ້ານ​ການ​ເມືອງແລະຄວາມຊຳນານດ້ານວິຊາຊີບ. ຈາກ​ອົງການ​ທາງການທູດຢູ່ຕ່າງປະເທດ 3 ​ແຫ່ງ, ປະຈຸ​ບັນຫວຽດນາມ​ມີ​ອົງການ​ຕາງໜ້າ​ໃນ​ທົ່ວ​ໂລກ​ຈຳນວນ 94 ​ແຫ່ງ. ຕໍ່ໜ້າ​ສະຖານະ​ການ​ທີ່​ປ່ຽນ​ແປງ​ຢ່າງ​ບໍ່ຢຸດ​ຢັ້ງ, ກອງ​ປະຊຸມ​ການ​ຕ່າງປະ​ເທດຄັ້ງທີ 30 (​ເດືອນສິງຫາ 2018) ​ໄດ້​ວາງໜ້າທີ່​ສ້າງ​ພື້ນຖານ​ການ​ຕ່າງປະ​ເທດທີ່​ທັນສະ​ໄໝ ​ເພື່ອ​ຕອບ​ສະໜອງຄວາມຮຽກຮ້ອງຕ້ອງການ​ແລະໜ້າທີ່ນັບ​ມື້ນັບ​ສູງກ່ວາ​ເກົ່າ​ໄດ້​ເປັນ​ຢ່າງ​ດີ. ພິ​ເສດ​ແມ່ນທ່ານ ຫງວຽນຝູຈ້ອງ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ​ໄດ້​ວາງ​ຄວາມຮຽກຮ້ອງຕ້ອງການ​ຕ້ອງ​ “ປ່ຽນ​ແປງ​ໃໝ່ຈິນຕະນາການ​ໃນ​ວຽກງານ​ພົວພັນ​ຕ່າງປະ​ເທດ”(5) ​ເພື່ອ​ໃຫ້​ທັນ​ກັບ​ການ​ພັດທະນາ​ຂອງ​ສະພາບ​ການ. ​ໃນ​ນັ້ນ, ຂະ​ແໜງການໆຕ່າງປະ​ເທດ ​ແລະພະນັກງານ​ແຕ່ລະຄົນ ​ຕ້ອງ​ສືບຕໍ່ປ່ຽນ​ແປງ​ໃໝ່, ມີ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ, ກ້າ​ຄິດ, ກ້າ​ປະຕິບັດ, ບືນ​ຂຶ້ນ​ສູ່​ລະດັບ​ພາກ​ພື້ນ ​ແລະ ສາກົນ.   

***

ບັນດາບາດກ້າວອັນສະຫງ່າລາສີຂອງການທູດປະຕິວັດຫວຽດນາມ, ນຳ ໂດຍລຸງໂຮ່ແລະບັນດາ​ຜູ້ນຳ​ບັນພະ​ບູລຸດຂອງພັກ ໄດ້ປະກອບສ່ວນເຂົ້າໃນການກຳ ນົດເອກະລັກຂອງການທູດຫວຽດນາມ. ​ເຊື່ອມ​ຊຶມ​ແນວ​ຄິດ​ການ​ທູດ​ໂຮ່ຈີມິນ ​ບົນ​ພື້ນຖານທິດ​ນຳຫຼັກຄື “ຖື​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ”, ການ​ທູດ ຫວຽດນາມ​ໄດ້​ຖອດ​ຖອນ​ບົດຮຽນສຳຄັນ​ຢ່າງ​ຫຼວງຫຼາຍ ​ແລະ ໝູນ​ໃຊ້​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ​​ຂອງການ​ປະຕິບັດໜ້າທີ່ວຽກງານຢ່າງ​ມີ​ຫົວຄິດ​ປະ​ດິດສ້າງ ​ແລະ ​ມີ​ຄວາມໄຫວ​ພິບ.

ທີໜຶ່ງ, ບົດຮຽນຍົກ​ສູງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ-ປະຊາ​ຊາດ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ພົວພັນ​ຕ່າງປະ​ເທດ. ການ​ທູດຫວຽດນາມ​ໄດ້ໝູນ​ໃຊ້​ທິດ​ນຳ​ທີ່​ວ່າ “ຖື​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ”, ​ໃນ​ນັ້ນ, ອັນ “ຫຼັກການ” ​ແມ່ນ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງປະ​ເທດ, ປະຊາ​ຊາດຫວຽດນາມ, ອັນທີ່​ຕ້ອງ “ໝູນ​ໃຊ້​ຢ່າງ​ໄຫວ​ພິບ” ​ແມ່ນ​ສະພາ​ບການຂອງ​ໂລກ​ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່ຢຸດ​ຢັ້ງ ​ແລະ ບັນດາ​ຍຸດ​ໂທ​ບາຍ​ລະອຽດຂອງຫວຽດນາມ. ​ໃນ​ການ​ຕໍ່ຕ້ານ, ​ເຖິງ​ແມ່ນ​ວ່າ ຍັງ​ບໍ່ທັນ​ບັນລຸ​ໄດ້​ຄວາມຮຽກຮ້ອງຕ້ອງການ​ເອກະ​ພາບ​ແຕ່​ຫົວທີ​ກໍ​ຕາມ ​ແຕ່​ການ​ທູດ ໄດ້ຕໍ່ສູ້ຢ່າງບໍ່ຢຸດຢັ້ງເພື່ອປະກອບເຂົ້າໃນສົນທິສັນຍາສາກົນທີ່ສຳຄັນເຊັ່ນ: ສັນຍາ​ເຊີແນວປີ 1954 ແລ ສັນຍາ​ປາຣີປີ 1973, ບັນດາຄຳໝັ້ນສັນຍາຂອງອີກຝ່າຍ ໜຶ່ງ ເພື່ອຮັບຮູ້ເອກະລາດ, ອະທິປະໄຕ, ເອກະພາບ, ການ​ທ້ອນ​ໂຮມ​ປະ​ເທດ​ຊາດເປັນເອກະພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​​ເຊິ່ງແມ່ນ​ບັນດາ​ຜົນ​ປະ​ໂຫຍ​ດທີ່​ລຸງ​ໂຮ່ ​ແລະ ທົ່ວ​ທັງ​ຊາດຫວຽດນາມຍາມ​ໃດ​ກໍມຸ່ງໝັ້ນ​ເດີນ​ຕາມ. ​ໃນ​ຂະ​ບວນ ການປ່ຽນ​ແປງ​ໃໝ່, ຜົນ​ປະ​ໂຫຍ​ດສູງ​ສຸດຂອງປະ​ເທດ-ປະຊາ​ຊາດຫວຽດນາມ ​ແມ່ນຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ຄວາມໝັ້ນຄົ​ງ, ຍາດ​ແຍ່ງ​ບັນດາ​ແຫຼ່ງກຳລັງ ໃຫ້​ແກ່​ການ​ພັດທະນາ​ປະ​ເທດ, ພ້ອມ​ກັນ​ນັ້ນ, ຮັກສາ​ອຳນາດອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງໝັ້ນຄົງ.  

ທີ​ສອງ, ຢຶດໝັ້ນ​ແນວ​ຄິດ​ເອກະລາດ, ​ເປັນ​ເຈົ້າການ​ໃນ​ແນວທາງ​ພົວພັນ ຕ່າງປະ​ເທດ, ຖື​ວ່ານັ້ນ​ເປັນຫຼັກການບໍ່ປ່ຽນ​ແປງ​ຂອງ​ການ​ທູດ ​​ເພື່ອປົກ​ປ້ອງ​ຜົ​ນປະ​ໂຫຍ​ດຂອງ​ປະ​ເທດ-ປະຊາ​ຊາດ​ໄດ້​ດີ​ທີ່​ສຸດ. ພ້ອມ​ດຽວກັນ​ນັ້ນ, ການ​ທູດ​ກໍ​ໄດ້​ສົມ ທົບລະຫວ່າງແຜນ​ນະ​ໂຍບາຍ​ຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນຫຼາຍຝ່າຍ ​ແລະ ຫຼາຍຮູບຫຼາຍ​ແບບ, ​ເປັນ​ເພື່ອນມິດ ຄູ່ຮ່ວມມື​ທີ່​​ໄວ້​ວາງ​ໃຈ​ໄດ້​ຂອງບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ຄູ່ຮ່ວມມື​ສຳຄັນ​ຕໍ່ການ​ພັດທະນາ ​ແລະ ຄວາມ​ສະຫງົບ​ຂອງ​ປະ​ເທດ. ນັບ​ແຕ່​ເວລາ​ນຳພາ​ລັດ​ແຫ່ງ ສສ ຫວຽດນາມ ​ຍາດ​ເອົາ​ເອກະລາດ​ແຕ່​ຫົວ​ທີ, ປະທານ​ໂຮ່ຈີ​ມິນ​ໄດ້​ປະກາດ​ວ່າ: “ລັດຖະບານ​ແຫ່ງສາທາລະນະລັດ​ປະຊາທິປະ​ໄຕຫວຽດນາມ ພ້ອມທີ່​ຈະ​ສະຖາປະນາສາຍ​ພົນ​ພັນ​ການ​ທູດ​ກັບ​ລັດຖະບານຂອງ​ປະ​ເທດ​ໃດໆ​ກໍ່ຕາມ​ທີ່ເຄົາລົບ​ສິດສະ​ເໝີພາບ, ອະທິປະ​ໄຕ​ໃນ​ດິນ​ແດນ ​ແລະອຳນາດອະທິປະ​ໄຕ​ຂອງ​ປະ​ເທດຫວຽດນາມ, ​ເພື່ອ​ພ້ອມ​ກັນ​ປົກປັກ​ຮັກສາສັນຕິພາບ ​ແລະ​ເສີມ​ສ້າງ​ປະຊາທິປະ​ໄຕ​​ໃນ​ໂລກ”(6). ການ​ທູດຫວຽດນາມ​ຍາມ​ໃດ​ກໍ​ໄດ້ໝູນ​ໃຊ້ບົດຮຽນ​ໃນ​ແຕ່ລະ​ສະ​ໄໝ​, ​ແຕ່ລະ​ໄລຍະຢ່າງຄ່ອງ​ແຄ່​ວ ​ເພື່ອ​ບັນລຸ​ໄດ້​ຈຸດໝາຍສຸດ​ທ້າຍ​ແມ່ນ ​ເອກະລາດ​ແຫ່ງ​ຊາດ, ​ຄວາມເປັນ​ເຈົ້າຕົນ​ເອງ​ໃນ​ການ​ຕັດສິນຕົກລົງ​ການ​ພົວພັນ​ຕ່າງປະ​ເທດ ​ບົນ​ຈິດ​ໃຈ​ສັນຕິພາບ, ສາມັກຄີ​ສາກົນ.

ທີ​ສາມ, ​ຍິ່ງມີກຳລັງ​ແຮງ​ເທົ່າ​ໃດ ຖານະ​ບົດບາດທາງການ​ທູດຍິ່ງ​ສູງຂຶ້ນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​​ໃນ​ການ​ຊຸກຍູ້​ຜົນ​ປະ​ໂຫຍ​ດຂອງປະ​ເທດ-ປະຊາ​ຊາດ​​​ໃຫ້ສູງ​ກ່ວາ​ເກົ່າ. ປະທານໂຮ່ຈີ​ມິນ​ເຄີຍ​​ເວົ້າວ່າ: “ກຳລັງ​ແຮງ​ຕົວ​ຈິງ​​ເຂັ້ມ​ແຂງ, ການ​ທູດ​ຈະ​ໄດ້ຮັບ​ໄຊຊະນະ, ກຳລັງ​​ຕົວ​ຈິງ​​ແມ່ນ​ຄ້ອງ ​ສ່ວນ​ການ​ທູດ​​ແມ່ນສຽງ. ຄ້ອງ​ໃຫຍ່ສຽງຈຶ່ງ​ດັງ”(7). ກຳລັງ​ຕົວ​ຈິງຂອງຫວຽດນາມ​ໃນປະຈຸບັນ​ນີ້​ ແມ່ນກຳລັງ​ແຮງ​ສັງ​ລວມ, ລວມທັງ​ພະລັງ​​ແຂງ​ແ​ມ່ນຂະໜາດ​ເສດຖະກິດ, ກຳລັງ​ບົ່ມ​ຊ້ອນ​ດ້ານການ​ປ້ອງ​ກັນຊາ​ດ ​ແລະພະລັງອ່ອນ​ນວນ​ແມ່ນ​ຈິດ​ໃຈບໍ່ຍອມ​ຈຳນົນ ອົງອາດ​ກ້າ​ແກ່ນ ​ແຕ່​ຊາດ​ຫວຽດນາມ​ກໍ​ມີ​ຄວາມເປັນ​ມິດ ຮັກຫອມ​ສັນຕິພາບ, ມີ​ປະສົບ​ການ​ໃນ​ການ​ປ່ຽນ​ແປງ​ໃໝ່ ​ແລະການເຊື່ອມໂຍງເຂົ້າກັບສາກົນທີ່ປະສົບຄວາມສຳເລັດ, ມູນ​​ເຊື້ອ​ການທູດຫວຽດນາມພ້ອມ​ກັບ​ທີ່​ຕັ້ງພູມສາດ​ການ​ເມືອງ-ເສດຖະກິດທີ່ສຳຄັນ​ ໃນພາກ​ພື້ນອາຊີ-ປາຊີ​ຟິກ ທີ່​ມີການພັດທະນາຢ່າງຂະຫຍັນ​ຂັນ​ເຂື່ອນ, ມີ​ຄວາມ​ສຳຄັນ​ຍິ່ງທາງດ້ານ​ເສດຖະກິດ, ການ​ເມືອງ ​ແລະ ຍຸດ​ທະ​ສາດ. ພ້ອມ​ດຽວກັນ​ນັ້ນ, ກຳລັງ​ຕົວ​ຈິງ​ດັ່ງກ່າວໄດ້ຮັບການປັບປຸງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ຫຼາຍ​ເທົ່າ​ ດ້ວຍ​ກ້ອນກຳລັງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ ​ແລະ ການ​ປະສານ​ງານ​ລະຫວ່າງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ຕ່າງປະ​ເທດ​ຂອງ​ລັດ, ການ​ທູດ​ປະຊາຊົນ​ຢ່າງ​ແໜ້ນ​ແຟ້ນ ​ແລະເຂົ້າແກັບເຂົ້າເກຍກັນດີ, ສ້າງ​ເປັນ​ກຳລັງ​ແຮງສັງ​ລວມອັນ​ໃຫຍ່​ຫຼວງ​ໃນ​ທຸກ​ແນວ​ໂຮມພົວພັນ​ຕ່າງປະ​ເທດ.

ທີ​ສີ່, ຕ້ອງ​​ສົມທົບກຳ​ລັງ​ແຮງຂອງ​ຊາດ​ກັບກຳລັງ​ແຮງຍຸກ​ສະ​ໄໝ ​ແນ​ໃສ່​ສ້າງກຳລັງ​ແຮງສັງ​ລວມອັນຍິ່ງ​ໃຫຍ່​ ເພື່ອພາ​ການ​ປະຕິວັດຫວຽດນາມຍາດ​​​ເອົາ​ໄຊຊະນະ​ຢ່າງ​ຫຼວງຫຼາຍ. ​ເມື່ອ​​ຍັງ​ມີ​ຊີວິດ​ຢູ່ ປະທານ​ໂຮ່ຈີ​ມິນຍາມ​ໃດ​ກໍ​ຍົກ​ເອົາປະ​ເທດຫວຽດນາມ​ຂຶ້ນ​ຢູ່ໃນ​ກະ​ແສຂອງ​ໂລກ​ແລະ​ໃຫ້​ຄວາມ​ສຳຄັນ​ກັບບັນດາ​ກະ​ແສ​ໃຫຍ່ ເຊັ່ນ: ທ່າ​ອ່ຽງຂອງ​ການ​ປະຕິວັດ​ໂລກ, ​ແງ່​ຫວັງ​ໃນ​ການ​ພົວພັນ​ລະຫວ່າງ​ບັນດາ​ສູນ​ອຳນາດ... ​ໃນ​ປະຈຸບັນ​, ກຳລັງ​ແຮງຍຸກ​ສະ​ໄໝ​ເປັນຄວາມ​ມຸ່ງ​ຫວັງ​ລວມຂອງ​ປະຊາຊົນ​​ໂລກ ​ເພື່ອ​ສັນຕິພາບ, ການຮ່ວມມື ​ແລະ ການ​ພັດທະນາ, ​ເປັນທ່າ​ອ່ຽງພາວະ​ວິ​ໄສ ​ແລະຄວາມ​ຕັ້ງໜ້າຂອງ​ການ​ຫັນ​ເປັນ​ໂລກາ​ພິວັດ, ການ​ເຊື່ອມ​ໂຍງ​ສາກົນ, ການ​ປະຕິວັດ​ອຸດສາຫະກຳ​ຄັ້ງທີສີ່, ​ແມ່ນ​ການສະໜັບສະໜູນ​ແລະ​ເຄົາລົບ​ຄວາມ​ຖືກຕ້ອງ​ຊອບ​ທຳ, ລັດທິ​ຫຼາຍຝ່າຍ, ຄວາມ​ສາ​ມັກ​ຄີ​ສາກົນ ​ແລະ​ກົດໝາຍ…

ທີ​ຫ້າ, ສົ່ງ​ເສີມຈິດໃຈສັນຕິພາບແລະມະນຸດສະທຳຂອງ​ການ​ທູດ​ຫວຽດນາມ ອັນ​ເນື່ອງ​ມາ​ຈາກທັດສະນະຂອງປະທານໂຮ່ຈີມິນໃນການຕໍ່ສູ້ປະຕິວັດມຸ່ງ​ໄປ​ສູ່​ສັນຕິພາບ. ໃນ​ຄຳຮຽກຮ້ອງ​ທົ່ວ​ປະ​ເທດ​ລຸກຮືຂຶ້ນຕໍ່ຕ້ານ, ປະທານ​ໂຮ່ຈີ​ມິນ​ໄດ້ຢັ້ງຢືນ “ຫວຽດນາມຕ້ອງການ​ສັນຕິພາບ”, ພ້ອມ​ແລ້ວ​ທີ່​ຈະປະນີປະນອມເພື່ອ​ມີ​​ສັນຕິພາບ, ບໍ່​ໃຊ້​ກຳລັງ​ອາວຸດ, ຕໍ່ສູ້ຕ້ານ​​ສົງຄາມຈົນ​ເຖິງ​ທີ່​ສຸດ, ຍົກ​ເວັ້ນ​ແຕ່​ສັດຕູ​ບັງຄັບ​ໃຫ້​​ຊາດຫວຽດນາມຕ້ອງ​ດຳ​ເນີນ​ການ​ສົງຄາມ​ເພື່ອ​ປ້ອງ​ກັນ​ຕົນ​ເອງ. ຕັ້ງ​ແຕ່​ການເລີ່​ມຕົ້ນ​ຂອງ​ລັດຫວຽດນາມ​ສະ​ໄໝ​ໃໝ່, ປະທານ​ໂຮ່ຈີ​ມິນ​ໄດ້​ປະກາດ​ວ່າ “ຫວຽດນາມພ້ອມແລ້ວທີ່ຈະເປັນເພື່ອນກັບທຸກໆປະເທດປະຊາທິປະໄຕ​ ແລະ ຈະບໍ່​ເປັນສັດຕູກັບໃຜ”(8). ​ໃນ​ຕະຫຼອດ 70 ກ່ວາປີ​ທີ່ຜ່ານ​ມາ, ການ​ທູດຂອງ​ຫວຽດນາມ​ຍາມ​ໃດ​ກໍ​ສະ​ແດງ​ວ່າ ​ເປັນ​ການ​ທູດ​ຂອງ​​ຊາດທີ່ຮັກຫອມ​​ສັນຕິພາບ,​ເອກະລາດ, ​ເສລີພາບ​ແລະຄວາມຍຸຕິ​ທຳ. ດ້ວຍຈິດ​ໃຈ​ສັນຕິພາບ​ ແລະຄວາມ​ເປັນ​ທຳ, ຊາດຫວຽດນາມໄດ້ຮັບການສະໜັບສະໜູນຢ່າງ​ກວ້າງຂວາງ​ຈາກ​ປະ​ເທດ​ອື່ນໆ, ຊ່ວຍ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍທາງ​ປະຫວັດສາດ​ຫຼາຍຢ່າງ ​ແລະ ສ້າງສາ​ຍພົວພັນ​ຮ່ວມ​ມື​ກັບຫຼາຍປະ​ເທດ​ໃນ​ທົ່ວໂລກ ລວມທັງອະດີດປະ​ເທດ​ສັດຕູ.

ທ່ານຫງວຽນຊວັນຝຸກ, ກໍາມະການກົມການເມືອງຄະນະບໍລິຫານງານສູນກາງ ພກ ຫວຽດນາມ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ຢ້ຽມຊົມຫ້ອງມູນເຊື້ອຂອງຂະແໜງການໆຕ່າງປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການໆຕ່າງປະເທດ ຫວຽດນາມ ຄົບຮອບ 75 ປີ (28 ສິງຫາ 1945 – 28 ສິງຫາ 2020) ແລະໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໄລຍະປີ 2020 – 2025 _ ພາບ: TTXVN

***

ໃນ​ເຈັດ​ທົດ​ສະ​ວັດທີ່ຜ່ານ​ມາ, ການ​ທູດຫວຽດນາມ​ໄດ້ຮ່ວມ​ເດີນທາງ​ພ້ອມ​ກັບຊາດ, ຮັບ​ໃຊ້​ພັກ​ກອມ​ມູນິດ, ລັດ ​ແລະ ປະຊາຊົນຫວຽດນາມ, ຖື​ຈຸດໝາຍສູງ​ສຸດ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ-ປະຊາ​ຊາດ, ຖື​ລັດທິມາກ-​ເລ​ນິນ ​ແລະ​ແນວ​ຄິດ​ໂຮ່ຈີ​ມິນ​ເປັນ​ເຂັມ​ຊີ້​ທິດ, ສືບ​ທອດ​ມູນ​ເຊື້ອ​ການ​ທູດຫວຽດນາມ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ແລະ​ໄຫວ​ພິບ, ຄຽງບ່າຄຽງ​ໄຫຼ່​ກັບ​ຊາດ​ຫວຽດນາມ​ໃນ​ການຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ຂອງ​ແຕ່ລະ​ໄລຍະ​ປະຫວັດສາດ ​ເພື່ອ​ຢັ້ງຢືນ​ບົດບາດ​ສຳຄັນ​ທີ່​ສຸດ​ແລະມີ​ລັກສະນະ​ຍຸດ​ທະ​ສາດ ຕໍ່ການ​ປະຕິວັດ ​ແລະ ພາລະກິດການ​ປ່ຽນ​ແປງ​ໃໝ່, ​​ເຊື່ອມ​ໂຍງ​ສາກົນ​​ໃນ​ປະຈຸບັນ​ຢ່າງກວ້າງ​ຂວາງ ​ແລະ​ເລິກ​ເຊິ່ງ.

​ໂລກ​ໄດ້​ກ້າວ​ເຂົ້າສູ່​ທົດ​ສະ​ວັດ​ທີ​ສາມ​ຂອງ​ສະຕະວັດ​ທີ 21 ກັບ​ບັນດາ​ການ ຜັນ​​ແປ​ຢ່າງ​ເລິກ​ເຊິ່ງ, ວ່ອງ​ໄວ ​ແລະ ຄາດ​ຄະ​ເນ​ໄດ້​ຍາກ. ສັນຕິພາບ, ການ​ຮ່ວມ​ມື​​ແລະພັດທະນາ ​ຍັງ​​​ເປັນ​ຄວາມ​ມຸ່ງ​ຫວັງຂອງ​ບັນດາ​ປະຊາ​ຊາດ​ໃນ​ໂລກ, ​ແຕ່ຍັງ​ປະສົບ​ກັບສິ່ງ​ທ້າ​ທາຍ​ຢ່າງ​ຫຼວງຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ການ​ເສດຖະກິດ​ໂລກຖົດຖອຍ, ມີ​ການ​ແກ່ງແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ປະ​ເທດ​ໃຫຍ່, ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວກັບ​ຄວາມ​ສະຫງົບ​​ແບບ​ດັ້ງ​ເດີມ​ແລະບໍ່​​ເປັນ​ແບບ​ດັ້ງ​ເດີມ ​ເຊັ່ນ: ພະຍາດ​ລະບາດ, ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງສະພາບ​ອາກາດ, ຄວາມ​ໝັ້ນຄົງດ້ານ​ແຫຼ່ງນ້ຳ ທີ່ເພີ່ມ​ຂຶ້ນ. ພາຍ​ໃຕ້​ຜົນ​ກະທົບ​ຂອງ​ໂລກ​ລະບາດ​ໂຄ​ວິດ-19, ບັນດາ​ການ​ຜັນ​ແປ​ໃນ​ສະຖານະ​ພາບ​ສາກົນ​ທີ່ຖືກ​ຍູ້​ແຮງ​ໄວ​ກ່ວາ​ເກົ່າ, ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່ສະພາບ​ແວດ​ລ້ອມ​ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ຂອງຫວຽດນາມ ​ຢ່າງໂດຍ​ກົງ ​ແລະ ​ໃນຫຼາຍດ້ານ, ​ນຳ​​ມາ​ເຊິ່ງໂອ​ກາດ​ແລະສິ່ງ​ທ້າ​ທາຍ​ໃໝ່​ທີ່​ສະຫຼັບ​ສັບ​ຊ້ອນ.

ຫວຽດນາມ, ພາຍຫຼັງກວ່າ 35 ປີແຫ່ງການປ່ຽນແປງໃໝ່, ດ້ວຍທ່າ​ແລະກຳລັງ, ກຳລັງ​ແຮງສັງ​ລວມ​ແລະກຽດ​ສັກ​ສີ​ສາກົນ ທີ່ນັບມື້ນັບ​ໄດ້​ຮັບ​ການ​ຍົກ​ສູງ​, ກຳລັງ​ກ້າວ​ຢ່າງ​ໜັກ​ແໜ້ນບົນ​ເສັ້ນທາງ​ແຫ່ງ​ການປ່ຽນ​ແ​ປງ​ໃໝ່​ແລະ​ເຊື່ອມ​ໂຍງ​ສາກົນ​ຢ່າງກ້ວາງ​ຂວາງ​ເລິກ​ເຊິ່ງ. ຂະ​ແໜງການໆຕ່າງປະ​ເທດຫວຽດນາມ​ຢືນ​ຢູ່​ຕໍ່ໜ້າບັນດາໜ້າທີ່​ສຳຄັນ​ຍິ່ງ ​ແມ່ນ​ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດນຳໜ້າ​ໃນ​ການຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ຍາດ​ແຍ່ງ​ບັນດາ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ​ຢ່າງ​ສຸດ​ຂີດ, ຍົກ​ສູງ​ຖານະ​ບົດບາດ​ສາກົນ​ຂອງ​ປະ​ເທດ. ​ໃນ​ນັ້ນ, ຫວຽດນາມຕ້ອງ​ສ້າງ​ພື້ນຖານ​ການ​ທູດ​ທີ່​ທັນ​ສະ​ໄໝ ທັງ​ດ້ານ​ກຳລັງ​ແລະ​​ແບບ​ວິທີ​ການເຄື່ອນ​ໄຫວ​ ບົນ​ພື້ນຖານ​ສືບ​ທອດມູນ​ເຊື້ອ​ການ​ທູດ ຫວຽດນາມ ​ແລະ ​ແນວ​ຄິດ​ການທູດ​ໂຮ່ຈີ​ມິນ. ພ້ອມ​ດຽວກັນ​ນັ້ນ, ຂະ​ແໜງ​ການໆ​ທູດຫວຽດນາມຈະ​ເປັນ​ເຈົ້າການ, ຊຸກຍູ້​ຈິດ​ໃຈ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ຢ່າງ​ຕັ້ງ ໜ້າ, ມີ​ຄວາມ​ເປັນ​ເຈົ້າການຕໍ່ບັນດາ​ການ​ຜັນ​ແປ​ທີ່​ວ່ອງ​ໄວ​ຂອງ​ສະພາບ​ການ ​ເພື່ອ​ປະຕິບັດ​ພາລະ​ກຳ​ອັນຍິ່ງ​ໃຫຍ່ຂອງ​ຕົນ​ໃນ​ໄລຍະ​ໃໝ່ຢ່າງ​ສົມກຽດ.

 ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ບັນດາຄົນຮຸ່ນກ່ອນ ​ແລະ ບົດ ຮຽນອັນ​ລ້ຳຄ່າ​ຕ່າງໆທີ່​ຖອດ​ຖອນ​ມາ​ຈາກ​ພຶດຕິ​ກຳ​ຕົວ​ຈິງ ​ແລະ ​ແນວ​ຄິດ​ການ​ທູດ ​ໂຮ່ຈີ​ມິນ, ສືບ​ຕໍ່ຈິດ​ໃຈ​ການ​ທູດຮ່ວມ​ເດີນທາງ​ພ້ອມ​ກັບ​ປະ​ເທດ​, ເປັນ​ຈິດໜຶ່ງ​ໃຈ ດຽວຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູ ນິດ, ການ​ທູດຫວຽດນາມຈະ​ກ້າວ​ຂຶ້ນ​ຢ່າງໝັ້ນຄົງ, ​ສືບຕໍ່ບັນທຶກ​ໃນປະຫວັດສາດ​ອັນ​ມີ​ກຽດສະຫງ່າຂອງ​ພື້ນຖານ​ການ​ທູດທີ່​ທັນ​ສະ​ໄໝ, ປະກອບສ່ວນຢ່າງ​​ສົມກຽດ​ເຂົ້າ​ໃນພາລະກິດ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດຫວຽດນາມສັງຄົມ​ນິຍົມ./.

--------------------------

(1) ສະ​ຖາ​ບັນ​ການທູດ: ຟ້າ​ມບິ່ງ​ມິ​ງ (ຫົວໜ້າບັນນາທິການ): ​ແນວທາງ, ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດຫວຽດນາມ ​ໃນ​ໄລຍະ​ໃໝ່, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2011, ໜ້າ 10, 11.

(2) ການ​ທູດຫວຽດນາມ 1945 - 2000, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2002, ໜ້າ 323, 324.

(3) ບັນດາ​ຄູ່ຮ່ວມມື​ຍຸດ​ທະ​ສາດ​ລວມມີ: ລັດ​ເຊຍ, ອິນ​ເດຍ, ຈີນ, ຍີ່​ປຸນ, ​ສ.ເກົາຫຼີ​, ​ແອັດ​ສະ​ປາຍ, ອັງກິດ, ​ເຢຍລະ​ມັນ, ອີ​ຕາ​ລີ, ຝຣັ່ງ, ​ໄທ, ອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ອົດ​ສະ​ຕຣາ​ລີ, ນິວຊີ​ແລນ. ບັນດາ​ຄູ່ຮ່ວມມືຮອບດ້ານ​ລວມມີ: ອັບ​ຟຣິ​ກາ​ໃຕ້, ຊິີເລ, ບຣາຊີນ, ເວເນຊູເອລາ, ອາກຊັງ​ຕີນ, ອູ​ແກຣນ, ອາ​ເມ​ລິ​ກາ, ດານ​ມາກ, ກາ​ນາ​ດາ, ມຽນມາ, ຮົງກາລີ, ບຣູ​ໄນ, ​ໂຮນລັງ.

(4) ​ເສດຖະກິດຈີນ​ມີ​ການ​ເຕີບ​ໂຕ​ລົບ 1,6% ​ໃນ 6 ​ເດືອນ​ຕົ້ນປີ 2020, 7 ​ໃນ 10 ພື້ນຖານ​ເສດຖະກິດ​ອາຊຽນ ກໍ​ມີ​ການ​ເຕີບ​ໂຕ​ລົບ.

(5) ການ​ປະກອບ​ຄຳ​ເຫັນ​ຂອງທ່ານ ຫງວຽນຝູຈ້ອງ, ​​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພກ ຫວຽດນາມ ​ໃນ​ກອງ​ປະຊຸມ​ການ​ຕ່າງປະ​ເທດ ຫວຽດນາມ ຄັ້ງທີ 30 (​ເດືອນສິງຫາ 2018).

(6) ບົດ​ຖະ​ແຫຼງການ​ຂອງ​ລັດຖະບານ​ແຫ່ງ ສາທາລະນະ​ລັດປະຊາທິປະ​ໄຕຫວຽດນາມ ຕໍ່ບັນດາ​ປະ​ເທດ​ໃນ​ໂລກ ​ໃນ​ວັນ​ທີ 14 ມັງກອນ 1950.

(7) ​ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 4, ໜ້າ 147.

(8) ​ໂຮ່ຈີ​ມິນ: ນິພົນຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້ເຖິດ, ຮ່າ​ໂນ້ຍ, 2011, ເຫຼັ້ມ 5, ໜ້າ 256.

- ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ​ ສະບັບເລກທີ 955 (​ເດືອນ​ທັນວາ 2020)