ການປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນ​າມ - ສະ​ຫະ​ພາບເອີ​ຣົບ:
ບັນດາ​ສັນ​ຍານ​ເບື້ອງ​ຕົ້ນ

ຮສ. ປອ ຫງວຽນຈ໋ຽນທັ໋ງ - ປອ ດິງແມ້ງຕ໋ວນ
ສະຖາບັນຄົ້ນຄວ້າ ເອີຣົບ
14:34, 20-09-2021

ວກ. - ການ​ເຈ​ລະ​ຈາແລະລົງ​ນາມ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພາບ ເອີ​ຣົບ (EVFTA) ສອດຄ່ອງ​ກັບ​ນະ​ໂຍ​ບາຍ​ຂອງຫວຽດ​ນາມກ່ຽວ​ກັບ​ການເພີ່ມ​ທະ​ວີ​ການ​ພົວ​ພັນ​ຫຼາຍດ້ານ, ​ໂດຍ​ສະ​ເພາະ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ ກັບ​ສະ​ຫະ​ພາບ​ເອີ​ຣົບ (ອີ​ຢູ). EVFTA ເປີດໂອກາດອັນໃຫຍ່ຫຼວງໃຫ້ຫວຽດນາມເພີ່ມທະວີການແລກປ່ຽນການຄ້າ ແລະດຶງດູດການລົງທຶນຈາກບັນດາປະເທດສະມາຊິກ ອີ​ຢູ. ຄວາມ​ຈິງ​ແລ້ວ, ​ມີ​​ຂໍ້​ມູນສະ​ແດງ​ຜົນກະທົບເບື້ອງຕົ້ນໃນທາງບວກຕໍ່ຫວຽດນາມ ກ່ຽວກັບການແລກປ່ຽນການຄ້າ, ການ​ດຶງການລົງທຶນໂດຍກົງຈາກຕ່າງປະເທດ, ການປະຕິຮູບສະຖາບັນແລະອື່ນໆ, ແຕ່​ວ່າ, ບາງ​ຂົງ​ເຂດ​ຂອງຫວຽດ​ນາມກໍ່​ປະສົບຄວາມ​ຫຍຸ້ງ​ຍາກບໍ່​ໜ້ອຍ​ຈາກ​ການ​ປະ​ຕິ​ບັດ​ສັນ​ຍາ​ສະ​ບັບ​ນີ້.  

ມູນຄ່າການສົ່ງອອກຄອມພິວເຕີ, ຜະລິດຕະພັນເອເລັກໂຕຣນິກ ແລະ ສ່ວນປະກອບຈາກຫວຽດນາມໄປສະຫະພາບເອີຣົບມີການເຕີບໂຕທີ່ດີ ເມື່ອທຽບກັບກ່ອນທີ່ EVFTA ມີຜົນບັງຄັບໃຊ້ (ພາບ: ສາຍການຜະລິດແຜງວົງຈອນເອເລັກໂຕຣນິກແບບຫຼາຍຊັ້ນທີ່ຍືດຫຍຸ່ນໄດ້ ເພື່ອການສົ່ງອອກຂອງບໍລິສັດ Young Poong Electronics VINA ຈຳກັດ ທີ່ສວນອຸດສາຫະກຳ ບິ່ງຊວຽນ II, ແຂວງຫວິງຟຸກ) _ພາບ: TTXVN

ຄຳ​ໝັ້ນ​ສັນ​ຍາ​ຈາກ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສ​ະ​ຫະ​ພາບເອີ​ຣົບ

ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພາບເອີ​ຣົບ (EVFTA) ຖື​ເປັນ​ສັນ​ຍາ​ການ​ຄ້າ​ເສ​ລີລຸ້ນ​ໃໝ່​, ຮອບ​ດ້ານ ​ແລະ​ມີຄຸນ​ນະ​ພາບ​ສູງ. ສັນ​ຍາ​ປະກອບ​ດ້ວຍ 17 ໝວດ, 8 ພາກ​ຜະ​ໝວກ, ອະນຸ​ສັນ​ຍາ 2 ສະ​ບັບ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ 2 ສະ​ບັບ ແລະ ຖະແຫຼງການຮ່ວມ 4 ສະບັບ ກວມເອົາຫຼາຍບັນຫາ, ລວມ​ມີ: ການ​ຄ້າ​ສິນ​ຄ້າ (ບັນ​ດາ​ຂໍ້​ກຳ​ນົດ​ລວ​ມ ແລະ ຄຳ​ໝັ້ນ​ສັນ​ຍາ​ເປີດ​ຕະຫຼາດ), ກົດ​ຂໍ້​ບັງ​ຄັບກ່ຽວ​ກັບ​ແຫຼ່ງ​ກຳ​ເນີດສິນຄ້າ, ສຸລະກາກອນ ແລະ ​ການເປີດ​ຄວາມສະ​ດວກດ້ານ​ການ​ຄ້າ, ​ມາດ​ຕະການ​ກັກ​ກັນ​ແລະ​ສຸຂະ​ອານາ​ໄມ, ຄວາມ​ປອດ​ໄພ​ດ້ານ​ອາ​ຫານ (SPS), ອຸປະສັກ​ທາງເຕັກ​ນິກ​ໃນ​ການ​ຄ້າ (TBT), ການ​ຄ້າ​ບໍ​ລິ​ການ, ການລົງ​ທຶນ, ​ການປ້ອງ​ກັນ​ການ​ຄ້າ, ການ​ແຂ່ງ​ຂັນ, ລັດວິ​ສາ​ຫະ​ກິດ​, ການຈັດ​ຊື້​​ຈັດ​ຈ້າງຂອງ​ລັດ​ຖະ​ບານ, ຊັບ​ສິນ​ທາງ​ປັນ​ຍາ, ການ​ຄ້າແລະການພັດ​ທະ​ນາ​ແບບ​ຍືນ​ຍົງ, ການຮ່ວມ​ມືແລະການ​ສ້າງ​ຄວາມອາດ​ສາ​ມາດ, ກົດໝາຍ - ສະ​ຖາ​ບັນ (1).

​ຄຳ​ໝັ້ນ​ສັນ​ຍາກ່ຽວ​ກັບ​ການຫຼຸດ​ອັດຕາ​ພາສີ ແລະ ການ​ອຳນວຍ​ຄວາມ​ສະ​ດ​ວກທາງ​ການ​ຄ້າ​ໃນ EVFTA ຢູ່​ລະ​ດັບ​ສູງ. ຕາມ​ແຜນ​ງານ, ສະຫະພາບ​ເອີຣົບຈະ​ຍົກ​ເລີກລາ​ຍການ​ພາ​ສີຫຼາຍ​ກວ່າ ​85% ທັນທີ​ທີ່​ສັນ​ຍາ​ມີ​ຜົນບັງຄັບ​ໃຊ້, ​ເທົ່າ​ກັບ 70,3% ຂອງ​ມູນ​ຄ່າການ​ສົ່ງ​ອອກ​ຂອງຫວຽດ​ນາມ​ໄປ​ຍັງ​ສະຫະພາບ​ເອີຣົບ. ພາຍຫຼັງ 7 ປີ​ນັບ​ແຕ່​ວັນ​ທີ່ສັນຍາມີຜົນບັງຄັບໃຊ້, ອີຢູ​ຍົກ​ເລີກ​ພາສີນຳເຂົ້າ 99,2% ຂອງ​ລາຍການ​ພາສີ, ​ເທົ່າ​ກັບ 99,7% ຂອງ​ມູນ​ຄ່າ​ການສົ່ງອອກຂອງຫວຽດນາມ. ສຳ​ລັບມູນ​ຄ່າ​ການ​ສົ່ງ​ອອກ​ທີ່​ເຫຼືອ​ປະມານ 0,3%, ສະຫະພາບ​ເອີຣົບ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ໃຫ້ໂກຕ້າພາສີ​ແກ່ຫວຽດ​ນາມ ພ້ອມ​ພາສີ​ນຳ​ເຂົ້າ​ພາຍໃນໂກຕ້າ 0%. ດັ່ງ​ນັ້ນ, ​ຈຶ່ງສາມາດ​ເວົ້າ​ໄດ້​ວ່າ, ​ເກືອບ 100% ຂອງ​ການ​ສົ່ງ​ອອກ​ຂອງຫວຽດ​ນາມ​ໄປ​ຍັງ​ສະຫະພາບ​ເອີຣົບຈະຖືກ​ລົບ​ລ້າງຫຼັງຈາກ​ການ​ເດີນທາງ​ອັນ​ສັ້ນ(2).

​ແລະຫວຽດ​ນາມໃຫ້​ຄຳ​ໝັ້ນທີ່​ຈະຍົກ​ເລີກ​ພາ​ສີ​​ນຳ​ເຂົ້າ​ 48,5% ຂອງ​ລາຍການ​ພາ​ສີ​​, ຄິດ​ເປັນ 64,5% ຂອງ​ມູນຄ່າ​ການ​ສົ່ງ​ອອກ​ຂອງສະຫະພາບ​ເອີຣົບ ທັນທີ​ທີ່ສັນ​ຍາມີ​ຜົນບັງຄັບ​ໃຊ້. ຫຼັງຈາກ​ນັ້ນ 7 ປີ, 91,8% ຂອງ​ລາຍການ​ພາ​ສີ ຄິດ​ເປັນ 97,1% ຂອງມູນ​ຄ່າ​ການ​ສົ່ງ​ອອກ​ຈາກສະຫະພາບ​ເອີຣົບ ຈະຖືກ​ກຳຈັດ​ອອກ​ຈາກ​ພາສີ​ນຳ​ເຂົ້າ​ໂດຍຫວຽດ​ນາມ. ຫຼັງຈາກ 10 ປີ, ການ​ກຳຈັດລະ​ດັບນີ້​ຄື 98,3% ຂອງລາຍການ​ພາ​ສີແລະ 99,8% ຂອງ​ການ​ສົ່ງ​ອອກ​ຂອງສະຫະພາບ​ເອີຣົບ. ປະ​ມານ 1,7% ຂອງ​ລາຍການ​ພາ​ສີ​ທີ່​ເຫຼືອ​ຂອງສະຫະພາບ​ເອີຣົບແລະຫວຽດ​ນາມ ​ຈະໃຊ້​ແຜນ​ງານ​ເພື່ອ​ຂະ​ຈັດ​ພາ​ສີ​ນຳ​ເຂົ້າ​ເປັນ​ເວ​ລາດົນ​ນານກວ່າ 10 ປີ ຫຼື​ໃຊ້​ໂຄ​ຕ້າ​ພາ​ສີ​ຕາມ​ຂໍ້​ຜູກ​ພັນ​ຂອງອົງ​ການ​ການ​ຄ້າ​ໂລກ(3). ຂໍ້​ຕົກ​ລົງຍັງ​ມີບົດ​ບັນຍັດ​ສະ​ເພາະ​ເພື່ອຈັດການ​ແກ້​ໄຂອຸປະສັກ​ທີ່​ບໍ່​ແມ່ນ​ພາ​ສີ​ໃນ​ຂົງ​ເຂດລົດໂອ​ໂຕ ແລະ ຈະ​ປົກປ້ອງ​ຜະ​ລິດ​ຕະ​ພັນ​ອາ​ຫານແລະເຄື່ອງ​ດື່ມ​​ແບບ​ເອີຣົບ​ດັ້ງ​ເດີມ​​ໃນຫວຽດ​ນາມ ​ຜ່ານການ​ຄຸ້ມ​ຄອງ​ສິ່ງ​ບົ່ງ​ຊີ້​ທາງພູ​ມສາດ. ດ້ວຍ​ສັນ​ຍາ​ສະ​ບັບ​ນີ້, ​ບັນ​ດາ​ບໍ​ລິ​ສັດຂອງ​ສະຫະພາບ​ເອີຣົບຈະ​​ສາ​ມາດ​ເຂົ້າ​ຮ່ວມ​ໃນ​ການ​ປະ​ມູນ​​ໄດ້​ຢ່າງ​ເທົ່າ​ທຽມ​ກັນ​ກັບ​ບໍ​ລິ​ສັດ​ພາຍ​ໃນ​ປະ​ເທດ​ຂອງຫວຽດ​ນາມ(4  

​ເມື່ອ​ທຽບ​ກັບ​ສັນຍາ​ການ​ຄ້າ​ເສ​ລິຫຼາຍ​ຝ່າຍທີ່ຫວຽດ​ນາມໄດ້​ເຂົ້າ​ຮ່ວມ, ຈົນ​ເຖິງ​ເວ​ລາ​ທີ່​ລົງ​ນາມ, ຂອບເຂດຂອງຄຳ​ໝັ້​ນ​ສັນ​ຍາ​ໃນ EVFTA ຖື​ວ່າ​ກວ້າງ​ທີ່​ສຸດ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ລະ​ດັບ​​ຄຳ​ໝັ້ນ​ສັນ​ຍາ​ຂອງຫວຽດ​ນາມ ກໍ່ຄືຄຳໝັ້ນສັນຍາຂອງຄູ່ຮ່ວມມືອີຢູ ທີ່​ມີ​ຕໍ່​ຫວຽດນາມ​ນັ້ນ ກໍ່ຖືກ​ຖື​ວ່າສູງ ເມື່ອທຽບກັບສັນຍາການ​ຄ້າ​ເສລີທີ່​ຫວຽດນາມ​ໄດ້​ລົງນາມ(5). ຝ່າຍສະຫະພາບ​ເອີຣົບກ່າວວ່າ: EVFTA ແມ່ນສັນຍາການຄ້າທີ່ຮອບດ້ານທີ່ສຸດທີ່​ກຸ່ມໄດ້ລົງນາມກັບປະ​ເທດກໍາລັງພັດທະນາ(6).

​ຜົນ​ກະ​ທົບ​ເບື້ອງ​ຕົ້ນ​ບາງ​ປະການຂອງ ສັນຍາການຄ້າເສລີຫວຽດາມ-ສະຫະພາບເອີຣົບ ຕໍ່ຫວຽດນາມ

ຜົນກະທົບຕໍ່ການແລປ່ຽນທາງການຄ້າລະຫວ່າງຫວຽດນາມ​ແລະ​ສະຫະພາບ​ເອີຣົບ

ຄຳໝັ້ນສັນຍາທີ່​ເຂັ້ມແຂງໃນດ້ານ​ການເປີດຕະຫຼາດສິນຄ້າຈະ​ເປັນ​ການເປີດໂອກາດພັດທະນາການຄ້າໃໝ່ລະຫວ່າງຫວຽດນາມແລະອີຢູ, ດັ່ງນັ້ນຜົນກະທົບ​​ໂດຍກົງແລະຈະແຈ້ງທີ່​ສຸດຈະສະທ້ອນ​ໃຫ້​ເຫັນໃນການແລກປ່ຽນທາງການຄ້າລະຫວ່າງຫວຽດນາມ​ແລະອີຢູ.

ຂໍ້​ມູນສະຖິຕິສະແດງໃຫ້ເຫັນວ່າ, ປີ 2019, ມູນຄ່າການສົ່ງອອກ​ແລະນຳເຂົ້າ​​ລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກອີຢູ (28 ປະເທ) ບັນລຸກວ່າ 56,4  ຕື້ໂດລາສະຫະລັດ, ກວມເອົາເກືອບ 11% ຂອງມູນຄ່າສົ່ງອອກ​ແລະນຳເຂົ້າທັງໝົດຂອງຫວຽດນາມ. ໃນນັ້ນ, ການສົ່ງອອກສິນຄ້າຂອງຫວຽດນາມ​ໄປຍັງອີຢູບັນລຸ​ 41,54 ຕື້ໂດລາສະຫະລັດ, ກວມເອົາ 15,7% ຂອງມູນຄ່າສົ່ງອອກທັງໝົດຂອງທົ່ວປະເທດ, ການນຳເຂົ້າຈາກອີຢູຂອງຫວຽດນາມແມ່ນ 14,9 ຕື້ໂດສະຫະລັດ, ກວມເອົາ 5,9% ຂອງມູນຄ່າ(7).

ຕາຕະລາງ​ທີ 1: ມູນ​ຄ່າສິນຄ້າ​ສົ່ງ​ອອກ​​ຂອງຫວຽດ​ນາມ​ໄປ​ຍັງອີ​ຢູ ​ໃນເວ​ລາ​ກ່ອນແລະຫຼັງຈາກ​ທີ່ສັນຍາ EVFTA ມີ​ຜົນ​ບັງຄັບ​ໃຊ້

ປະ​ເພດ​ສິນ​ຄ້າ

ແຕ່​ເດືອນສິງ​ຫາ ຫາ​ເດືອນພະ​ຈິກ 2020
(
ພັນໂດ​ລາ​
ສະ​ຫະ​ລັດ
)

ທຽບ​ກັບ​ໄລ​ຍະ​ ​ດຽວ​ກັນ ປີ 2019 (%)

7 ເດືອນ​ຕົ້ນ​ປີ 2020
(
ພັນໂດ​ລາ​
ສະ​ຫະ​ລັດ
)

ທຽບ​ກັບ​ໄລ​ຍະ​ ດຽວ​ກັນ ປີ 2019 (%)

11 ເດືອນ​ ​ປີ 2020

(ພັນໂດ​ລາ
​ສະ​ຫະ​ລັດ
)

ທຽບ​ກັບ​ໄລ​ຍະ ​ດຽວ​ກັນ ປີ 2019 (%)

ໂທ​ລະ​ສັບ ແລະ ເຄື່ອງ​ອາ​ໄຫຼ່

3.086.475

-17,3

4.945.598

-18,1

8.032.433

-17,8

ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ດິ​ຈິຕອນ ແລະ ເຄື່ອງ​ອາ​ໄຫຼ່

2.358.558

47,4

2.779.627

15,3

5.158.185

28,1

ເກີບ, ເກີບ​ສຸບ

1.202.818

-15.8

2.158.973

-14,6

3.361.611

-15,1

ສິນ​ຄ້າ​ແຜ່ນ​ແພ

1.130.076

-7,0

1.686.155

-16.0

2.816.331

-12,6

ເຄື່ອງ​ຈັກ, ອຸ​ປະ​ກອນ, ເຄື່ອງ​ອາ​ໄຫຼ່

996.294

23,9

1.487.279

25,3

2.483.573

24,7

ສິນ​ໃນ​ນ້ຳ,
ອາຫານ​ທະ​ເລ

369.986

8,7

500.164

-15,6

870.150

-6,4

ພາ​ຫະ​ນະ​ຂົນ​ສົ່ງ ແລະເຄື່ອງ​ອາ​ໄຫຼ່

242.255

24,7

368.984

-16,4

611.240

-3,8

ລວມ

12.406.973

1,0

19.516.480

-5,9

31.923.453

-3,3

ແຫຼ່ງ: ກະ​ຊວງອຸດສາຫະກຳ​ແລະ​ການ​ຄ້າ “ວາລະສານ​ສະ​ເພາະ​ການ​ຄ້າ​ຫວຽດນາມ - ອີ​ຢູ”, 2020, ໜ້າ 10 - 11

ກ້າວເຂົ້າສູ່ເດືອນທໍາອິດຂອງປີ 2020, ການແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ໄດ້ສົ່ງຜົນກະທົບໂດຍກົງຕໍ່ການເຄື່ອນໄຫວນໍາເຂົ້າແລະສົ່ງອອກຂອງຫວຽດນາມໂດຍລວມ. ເຖິງຢ່າງໃດກໍ່ຕາມ, ການແລກປ່ຽນທາງການຄ້າລະຫວ່າງຫວຽດນາມ ​ແລະ​ບັນດາ​ປະ​ເທດ​ອີ​ຢູຍັງມີການປ່ຽນແປງຫຼາຍຢ່າງໃນທາງບວກ, ເຫດຜົນໄດ້ຮັບການປະ​ເມີນ​ຈາກ​ການ​ປະຕິບັດ EVFTA ​ເຊິ່ງສະທ້ອນ​ໃຫ້​ເຫັນໃນ​ບາງ​ແງ່​ມຸມ​ຕົ້ນ​ຕໍດັງນີ້:

ພາຍຫຼັງທີ່ EVFTA ມີ​ຜົນ​ບັງຄັບ​ໃຊ້, ແຕ່​ຕົ້ນ​ເດືອນສິງ​ຫາ 2020 ເຖິງ​ເດືອນພະຈິກ 2020, ມູນ​ຄ່າ​ການ​ສົ່ງ​ອອກ​​ຂອງຫວຽດ​ນາມ​ໄປ​ຍັງອີ​ຢູບັນ​ລຸ​ 12,4 ຕື້​ໂດ​ລາ​ສ​ະ​ຫະ​ລັດ, ເພີ່ມ​ຂຶ້ນ​ 1% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019. ຍ້ອນ​ແນວນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​​ຂອງຫວຽດ​ນາມ​ໄປ​ຍັງອີ​ຢູ ພາຍຫຼັງ​ໄລ​ຍະ​ເວ​ລາ​ທີ່ຫຼຸດ​ລົງ​ຫຼາຍ​ໃນ 7 ເດືອນ​ຕົ້ນ​ປີ 2020 ຍ້ອນ​ຜົນ​ກະ​ທົບ​ຂອງ​ການລະ​ບາດຂອງໂຄວິດ-19 ໄດ້​ຮັບ​ການ​ຫຍໍ້​ສັ້ນເທື່ອ​ລະ​ກ້າວ​ນັບ​ແຕ່​ເດືອນສິງ​ຫາ 2020 ແລະລວມ​ທັງ​ໝົດ​ປີ 2020, ມູນ​ຄ່າ​ການ​ສົ່ງ​ອອກ​ຂອງຫວຽດ​ນາມ​ໄປ​ຍັງອີ​ຢູ​ໄດ້ຫຼຸດ​ລົງ​ພຽງ​ 3,5%.

ສິນ​ຄ້າບາງ​ປະ​ເພດ​ຂອງຫວຽດ​ນາມທີ່ສົ່ງ​ອອກ​​ໄປ​ຍັງອີ​ຢູ ມີ​ລະ​ດັບ​ການເຕີບ​ໂຕ​ພໍ​ສົມ​ຄວນ​​ເມື່ອ​ທຽບ​ກັບ​ເວ​ລາ​ກ່ອນທີ່ EVFTA ​ມີ​ຜົນບັງຄັບ​ໃຊ້. ມູນ​ຄ່າ​ການ​ສົ່ງ​ອອກ​ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ດິຈິ​ຕອນແລະເຄຶ່ອງ​ອາ​ໄຫຼ່ໃນ 4 ເດືອນ​ພາຍຫຼັງທີ່ EVFTA ມີ​ຜົນ​ບັງຄັບ​ໃຊ້ ໄດ້​ເພີ່ມ​ຂຶ້ນ​ 47,4% ​ເມື່ອ​ທຽບ​ກັນ​ໄລ​ຍະ​ເວ​ລາ​ດຽວ​ກັນ​ຂອງ​ປີ 2019, ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ​​ເມື່ອ​ທຽບ​ກັບ​ລະ​ດັບ​ເພີ່ມ​ຂຶ້ນ 15,3% ໃນ 7 ເດືອນ​ຕົ້ນ​ປີ 2020; ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​​ແລະອາຫານ​ທະ​ເລເພີ່ມ​ຂຶ້ນ 8,7% ​ເມື່ອ​ທຽບ​ກັບ​ລະ​ດັບຫຼຸດ​ລົງ 15,6%; ການ​ສົ່ງ​ອອກ​ພາ​ຫະ​ນະ​ຂົນ​ສົ່ງແລະເຄື່ອງ​ອາ​ໄຫຼ່​ເພີ່ມ​ຂຶ້ນ​ 24,7% ​ເມື່ອ​ທຽບ​ກັບ​ລະ​ດັບ​ຫຼຸດ​ລົງ​ 16,4%...(8).

ຢ່າງ​ໃດ​ກໍ​ຕາມ, ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຂອງຫວຽດ​ນາມ​ໄປ​ຍັງອີ​ຢູ ​ມີ​ການຫຼຸດ​ລົງ​ຢ່າງ​ຫຼາຍ​ໃນ​ປີ 2020 ແມ່ນ​ໂທ​ລະ​ສັບ ແລະ ເຄື່ອງ​ອາ​ໄຫຼ່ (ບັນ​ລຸ 10,06 ຕື້​ໂດ​ລາ​ສະ​ຫະ​ລັດ, ຫຼຸດ​ລົງ 18,6%); ສິນ​ຄ້າ​ແຜ່ນ​ແພ (ບັນ​ລຸ​ 3,68 ຕື້​ໂດ​ລາ​ສະ​ຫະ​ລັດ, ຫຼຸດ​ລົງ​ 15%) ຍ້ອນ​ທ່າ​ອຽງ​ລວມ​ຂອງ​ຕະຫຼາດ​ (ຫຼຸດ​ລົງ​ 0,4% ແລະ 9,2% ຕາມ​ລຳດັບ​ເມື່ອ​ທຽບ​ກັບ​ປີ 2019)(9). ສາ​ເຫດ​ຕົ້ນຕໍ​ທີ່​ໄດ້ປະ​ເມີນ​ແມ່ນ​ຍ້ອນ​ຄວາມ​ຕ້ອງການບໍລິ​ໂພ​ກ​ໃນຕະຫຼາດອີ​ຢູຫຼຸດ​ລົງອັນ​ເນື່ອງ​ຈາກ​ຜົນ​ກະທົບ​ຂອງ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19. ແຕ່​ວ່າ, ການ​ສົ່ງ​ອອກ​ສິນ​ຄ້າ​​ແຜ່ນ​ແພ​ຂອງຫວຽດ​ນາມ​ໄປ​ຍັງອີ​ຢູ ​ມີ​ທ່າ​ອຽງຫຼຸດ​ລົງ​ໜ້ອຍ​ໜຶ່ງ, ຫຼຸ​ດ​ລົງ​ພຽງ​ 7,2% ໃນ 4 ເດືອນ​ພາຍຫຼັງ EVFTA ມີ​ຜົນ​ບັງຄັບ​ໃຊ້, ທຽບ​ກັບ​ລະ​ດັບຫຼຸດ​ລົງ 15,3% ໃນ 7 ເດືອນ​ຕົ້ນ​ປີ 2020(10).

ສຳ​ລັບ​ມູນ​ຄ່າ​ການ​ນຳ​ເຂົ້າ​ຈາກອີ​ຢູ, ໃນ 4 ເດືອນພາຍຫຼັງ EVFTA ມີ​ຜົນ​ບັງຄັບ, ມູນ​ຄ່າ​ການ​ນຳ​ເຂົ້າ​ສິນ​ຄ້າ​ຂອງຫວຽດ​ນາມຈາກອີ​ຢູ ບັນ​ລຸ​ 5,06 ຕື້​ໂດ​ລາ​ສ​ະ​ຫະ​ລັດ, ເພີ່ມ​ຂືຶ້ນ 6,3% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019, ສູງກວ່າ​​ເມື່ອ​ທຽບ​ກັບ​ລະ​ດັບ​ເພີ່ມ​ຂຶ້ນ 3% ໃນ 7 ເດືອນຕົ້ນ​ປີ 2020 (ກ່ອນ​ທີ່ EVFTA ມີ​ຜົນບັງຄັບ​ໃຊ້). ໃນ 4 ເດືອນ​ພາ​ຍຫຼັງເວ​ລາ EVFTA ມີ​ຜົນ​ບັງຄັບ​ໃຊ້, ການ​ນຳ​ເຂົ້າ​ສິນ​ຄ້າ​ບາງ​ປະ​ເພດຈາກ​ຕະຫຼາດອີ​ຢູ ເພີ່ມ​ຂຶ້ນ​ຢ່າງ​ແຂງ​ແຮງ ​ເມື່ອ​ທຽບ​ກັບໄລ​ຍະ​​ດຽວ​ກັນ​ຂອງ​ປີ 2019, ເຊັ່ນ ອາ​ຫານສັດ​ລ້ຽງ ແລະ ວັດ​ຖຸ​ດິບ; ຜະ​ລິດ​ຕະ​ພັນ​ຈາກ​ເຫຼັກ; ຜະ​ລິດ​ຕະ​ພັນ​ດ້ານ​ອາ​ຫານ​ອື່ນໆ; ຢາ​ຂ້າ​ສັດ​ຕູ​ພຶດ ແລະ ວັດ​ຖຸ​ດິບ; ໂລ​ຫະ​ທຳ​ມະ​ດາ. ໃນ​ຂະ​ນະ​ທີ່​ການ​ນຳ​ເຂົ້າ​ສິນ​ຄ້າຫຼາຍ​ປະ​ເພດຫຼຸດ​ລົງ​ຢ່າງ​ແຂງ​ແຮງ​​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019. ​ລະ​ອຽດ​ແມ່ນ, ການ​ນຳ​ເຂົ້າ​ເຄື່ອງ​ຈັກ, ອຸ​ປະ​ກອນ, ເຄື່ອງ​ມື, ເຄື່ອງ​ອາ​ໄຫຼ່​ຈາກ​ຕະຫຼາດອີ​ຢູ ເຖິງວ່າ​ຍັງຫຼຸດ​ລົງ, ແຕ່​ລະ​ດັບຫຼຸດ​ລົງ​​ໄດ້ຊ້າ​ລົງ, ດ້ວຍ​ລະ​ດັບຫຼຸດ​ລົງ​ໃນ​ໄລ​ຍະ​ແຕ່ເດືອນສິງ​ຫາ ເຖິງເດືອນພະຈິກ 2020 ແມ່ນ 8,3% ຕ່ຳ​ກວ່າ​​ເມື່ອ​ທຽບ​ກັບ​ລະ​ດັບຫຼຸດ​ລົງ 19,4% ໃນ 7 ເດືອນ​ຕົ້ນ​ປີ 2020(11).

ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຂງ​ແຮງ​ໃນ​ການເປີດ​ຕະຫຼາດ, ​ຄຳ​ໝັ້​ນ​ສັນ​ຍາທີ່​ຈະ​ລົບ​ພາ​ສີນຳ​ເຂົ້າ​​ເກືອບ 100% ຂອງລາຍ​ການ​ພາ​ສີ​​ຂອງອີ​ຢູ, EVFTA ຄາດ​ຄະ​ວ່າ​ຈະ​ເປີດ​ໂອ​ກາດ​ໃຫ້​ວິ​ສາ​ຫະ​ກິດຫວຽດ​ນາມ​ໃນ​ການເພີ່ມ​ມູນ​ຄ່າ​ການສົ່ງ​ອອກ​ໄປ​ຍັງອີ​ຢູປະ​ມານ 42% ພາຍໃນ​ປີ 2025 ແລະ ​ເກືອບ 45% ໃນ​ປີ 2030 ​​ທຽບ​ກັບ​ເມື່ອ​​ຍັງ​ບໍ່​ມີ​ສັນ​ຍາດັ່ງ​ກ່າວ, ກໍ່​ຄື​ເພີ່ມ​ການ​ດຶງ​ດູດ​​ເງິນລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດເຂົ້າ​ໃນຫວຽດ​ນາມ.

ຜົນ​ກະ​ທົບ​ຕໍ່​ການ​ດຶງ​ດູດ​ການທຶນ​ລົງ​ທຶນ​ໂດຍ​ກົງ​ຈາກ​ສະຫະພາບ​ເອີຣົບ

ດ້ວຍ​ພັນທະກໍລະນີ​ການ​ເປີດ​ເສ​ລີ​ການ​ລົງ​ທຶນ​ໃນ EVFTA, ​ວິ​ສາ​ຫະ​ກິດ​ໃນ​ສະຫະພາບ​ເອີຣົບຈະ​ໄດ້​ຮັບ​ຄວາມ​ເອື້ອ​ອຳ​ນວຍ​ກວ່າ​ອີກ​​ເມື່ອ​ລົງ​ທຶນ​ແລະທຸ​ລະ​ກິດ​​ໃນ​ຫວຽດ​ນາມ. ພ້ອມ​ກັນ​ນັ້ນ, ​ການ​ປັບ​ປຸງ​ແລະ​ແກ້​ໄຂ​ຂໍ້​ບັງຄັບ​ທາງ​ກົດ​ໝາຍຂອງຫວຽດ​ນາມ​ໃຫ້​ສອດຄ່ອງ​ກັບ EVFTA ໃນ​ບາງ​ຂົງ​ເຂດເຊັ່ນ ຊັບ​ສິນ​ທາງ​ປັນ​ຍາ ​ຈະ​ມີ​ສ່ວນ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ເວົ້າ​ລວມ ແລະ ວິ​ສາ​ຫະ​ກິດ​ໃນອີ​ຢູເວົ້າ​ສະ​ເພາະ ​ໄດ້​ຮັບ​ການ​ປົກ​ປ້ອງ​​ໃນ​ລະດັບ​ສູງ​ສຳລັບການ​ລົງ​ທຶນ​ແບບ​ປະ​ດິດ​ສ້າງ. ດັ່ງ​ນັ້ນ, EVFTA ຖື​ເປັນ​ການ​ສ້າງ​ໂອ​ກາດ​ທີ່​ດີ​ສຳລັບ​ຫວຽດນາມ​ໃນ​ການດຶງ​ດູດ​ນັກ​ລົງ​ທຶນ​​ຈາກອີ​ຢູ, ​ໂດຍ​ສະ​ເພາະ​ໃນ​​ຂົງ​ເຂດຕ່າງໆ​ເຊັ່ນ ອຸ​ສາ​ຫະ​ກຳ​ປຸງ​ແຕ່ງ, ການ​ຜະລິດ, ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີຊັ້ນ​ສູງ, ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານໝູນວຽນ, ການ​ບໍ​ລິ​ການ... ໃນ​ 9 ເດືອນ​ຕົ້ນ​ປີ 2020, ​ເງິນ​ລົງ​ທຶນ​ທັງ​ໝົດ​ຂອງອີ​ຢູເຂົ້າ​ໃນຫວຽດ​ນາມບັນ​ລຸ​ 752 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນຫຼາຍ​ກວ່າ 100 ​ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ 180 ໂຄງ​ການ​​ ເມື່ອ​ທຽບ​ກັບ​ກ່ອນທີ່ EVFTA ມີຜົນບັງຄັບ​ໃຊ້(12). ທັນທີ​ຫຼັງຈາກ EVFTA ມີ​ຜົນບັງຄັບ​ໃຊ້, ຫໍ​ການ​ຄ້າເອີ​ຣົບ​ໃນຫວຽດ​ນາມ (EuroCham) ໄດ້​ຖາມ​ຄຳ​ຖາມ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ສັນ​ຍາທີ່​ມີ​ຕໍ່​ແຜນ​ການ​ທຸ​ລະ​ກິດ ແລະ ການລົງ​ທຶນ​ຂອງ​ວິ​ສາ​ຫະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ຕາມນັ້ນ, ໜຶ່ງ​ໃນ​ສາມ​ຂອງ​ຜູ້​ຕອບ​ແບບ​ສອບ​ຖານກ່າວວ່າ ສັນຍາສະບັບນີ້ເປັນພາກສ່ວນທີ່ສຳຄັນ ຂອງການຕັດສິນໃຈລົງທຶນ​ໃນ ຫວຽດນາມ ​ໂດຍ​ຄາດ​ວ່າປັດໃຈ 2 ອັນດັບຕົ້ນຈະຊຸກຍູ້ການເຕີບໂຕຄື: ການຫຼຸດພາສີ (33%) ແລະການເຂົ້າເຖິງຕະຫຼາດໄດ້ງ່າຍຂຶ້ນສຳລັບນັກລົງທຶນ (13%)(13). ຕາມ​ຜູ້ຕາງໜ້າ EuroCham ແລ້ວ, ເມື່ອ EVIPA ມີຜົນບັງຄັບໃຊ້, ມັນຈະພ້ອມກັບ EVFTA ເຮັດໃຫ້ບັນດານັກລົງທຶນອີຢູມີຄວາມເຊື່ອໝັ້ນດີກວ່າ ​ເມື່ອ​ເລືອກ​ເຮັດ​ທຸລະ​ກິດ​ຢູ່ຫວຽດນາມ, ພ້ອມ​ກັນ​ນັ້ນ ກໍ​ຊ່ວຍ​ດຶງ​ດູດ​ເງິນ​ລົງທຶນຈາກປະເທດ​ໃນ​ສະຫະພາບ​ເອີຣົບຫຼາຍຂຶ້ນໃນອະນາຄົດ.

ຕາຕະລາງ​ທີ 2: ມູນ​ຄ່າສິນຄ້ານຳ​ເຂົ້າ​ບາງປະ​ເພດ​ຈາກສະຫະພາບ​ເອີຣົບຂອງຫວຽດ​ນາມ​ໃນເວ​ລາ​ກ່ອນ ແລະ ຫຼັງຈາກ​ທີ່ EVFTA ມີ​ຜົນ​ບັງຄັບ​ໃຊ້

ປະ​ເພດ​ສິນ​ຄ້າ

ແຕ່​ເດືອນ
ສິງ​ຫາ
ຫາ​ດືອນພະຈິກ
2020
(
ພັນໂດ​ລາ
​ສະ​ຫະ​ລັດ
)

ທຽບກັບ
​ໄລຍະ
ດຽວ​ກັນ ປີ

2019 (%)

7 ເດືອນ
​ຕົ້ນ​ປີ
2020

(ພັນໂດ​ລາ
​ສະ​ຫະ​ລັດ
)

ທຽບ​ກັບ​ໄລ​ຍະ​​​ດຽວ​ກັນ ປີ 2019 (%)

11 ເດືອນ
​ປີ
2020

(ພັນໂດ​ລາ​ສະ​ຫະ​ລັດ)

ທຽບກັບ​ໄລ​ຍະ​​ດຽວ​ກັນ ປີ 2019 (%)

ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ດິ​ຈິຕອນ ແລະ ເຄື່ອງ​ອາ​ໄຫຼ່


1.486.453


42,7


2.154.971


97,3


3.641.425


70,7

ເຄື່ອງ​ຈັກ, ອຸ​ປະ​ກອນ, ເຄື່ອງ​ອາ​ໄຫຼ່​ອື່ນໆ

1.073.868

-8,3

1.692.120

-19,4

2.765.988

-15,4

​ຢາ

562.759

19,1

1.020.567

13,5

1.583.327

15,4

ຜະ​ລິດ​ຕະ​ພັນ​ທາດ​ເຄ​ມີ

154.153

-10,2

301.200

4,3

455.352

-1,1

ອາ​ຫານ​ສັດ​ລ້ຽງ ແລະ ວັດ​ຖຸ​ດິບ

106.261

27,2

148.842

-5,9

255.103

5,5

ວັດ​ຖຸ​ດິບ​ສຳ​ຮອງ
ແຜ່ນ​ແພ, ເກີບ​ໜັງ

87.151

-22,3

153.697

-36,7

240.849

-32,1

ວັດ​ຖຸ​ດິບ ທາດ​ໜຽວ​

64.408

-16,8

125.039

-6,1

189.447

-10,1

ນົມ ແລະ ຜະ​ລິດ​ຕະ​ພັນ​ຈາກ​ນົມ

52.013

-37,3

126,794

18,5

178,807

-5,9

ຜະ​ລິດ​ຕະ​ພັນ​ຈາກ​ເຫຼັກ

72.451

18

105.439

1,2

178.549

-7,4

ທາດ​ເຄ​ມີ

57.032

-6

105.439

-8,9

162.471

7,9

ລວມ

5.062.283

6,3

8.083.486

3

13.145.769

4,2

ແຫຼ່ງ: ກະ​ຊວງອຸດສາຫະກຳ​ແລະ​ການ​ຄ້າ “ວາລະສານ​ສະ​ເພາະ​ການ​ຄ້າ​ຫວຽດນາມ - ອີ​ຢູ”, 2020, ໜ້າ 10 – 11.

ເຖິງຢ່າງ​ໃດກໍຕາມ, ຫວຽດນາມກໍກຳລັງຢືນຕໍ່ໜ້າສິ່ງ​ທ້າ​ທາຍ​​ໃນຂະບວນວິວັດການປະຕິບັດ EVFTA ແນໃສ່ເພີ່ມທະວີການດຶງດູດການທຶນລົງໂດຍກົງຈາກ​​ປະເທດ​ສະຫະພາບ​ເອີຣົບ ຢ່າງມີປະສິດທິຜົນ ເຊັ່ນ ການປະຕິຮູບສະ​ຖາ​ບັນ, ນະໂນບາຍ, ກົນໄກການຄຸ້ມຄອງ; ການຍົກລະດັບ​​ໂຄງສ້າງພື້ນຖານ, ການ​ປັບປຸງລະດັບຂອງເຕັກໂນໂລຊີ ແລະແຫຼ່ງບຸກຄະລາກອນ; ການຍົກສູງຄວາມສາມາດແຂ່ງຂັນ ​ແລະ ຄວາມສາມາດ​ໃນການຮ່ວມມືກັບບັນດາຄູ່ຮ່ວມມືອີຢູ ຂອງວິສາຫະກິດຫວຽດນາມ ແນໃສ່ເຂົ້າຮ່ວມຢ່າງເລິກເຊິ່ງກວ່າອີກ​​ໃນຕ່ອງ​ໂສ້​ການສະໜອງທົ່ວໂລກ.

EVFTA ນຳໂອກາດການຕະຫຼາດທີ່ຫຼາກຫຼາຍຫຼາຍຂຶ້ນສຳລັບວິສາຫະກິດ, ຊ່ວຍໃຫ້ວິສາຫະກິດ ສາມາດຟື້ນຕົວໄດ້ຈັງຫວະການເຕີບໂຕຫຼັງການລະບາດຂອງໂຄວິດ-19 _ພາບ: ເອກະສານຂໍ້ມູນ

ຜົນ​ກະ​ທົບ​ຕໍ່​ການ​ປະ​ຕິ​ຮູບ​ສະ​ຖາ​ບັນຂອງຫວຽດ​ນາມ

EVFTA ລວມ​ມີ​​ຂໍ້​ກຳ​ນົດ ກົດ​ລະບຽບທີ່​​ເຂັ້ມ​ງວດກ່ຽວ​ກັບ​ຂັ້ນ​ຕອນ​ການ​ລົງ​ທຶນ, ສຸລະກາກອນ, ການ​ອຳນວຍ​ສະ​ດວກທາງ​ການ​ຄ້າ, ມາດ​ຕະ​ຖານທາງ​ເຕັກ​ນິກ, ​ມາດ​ຕະ​ການ​ກັກ​ກັນ​ສັດ​ແລະພຶດ, ຊັບ​ສິນ​ທາງ​ປັນ​ຍາ, ການຈັດ​ຊື້ຈັດ​ຈ້າງ​ຂອງ​ລັດ​ຖະ​ບານ, ການພັດ​ທະ​ນາທີ່​ຍືນ​ຍົງ... ການ​ປະ​ຕິ​ບັດ EVFTA ຮຽກຮ້ອງໃຫ້ຫວຽດ​ນາມຕ້ອງ​ສືບ​ຕໍ່​ກວດ​ກາ​ຄືນ​ລະ​ບົບ​ກົດ​ໝາຍ​ພາຍ​ໃນ​ປະ​ເທດ​ທີ່​ກຳ​ລັງ​ປະ​ຕິ​ບັດ ແລະ ດຳ​ເນີນ​ການກໍ່​ສ້າງ, ປັບ​ປຸງ​ເອ​ກະ​ສານ​ທາງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ດຳ​ເນີນ​ການ​ຕາມ​ຂໍ້​ຜູກ​ພັນ​ທີ່​ມີ​ຢູ່​ແລ້ວ​ໃນ​ສັນຍາ​ຢ່າງ​ເຕັມທີ່​ແລະມີ​ປະ​ສິດ​ທິ​ຜົນ. EVFTA ກໍ່​​ເປັນ​ໂອ​ກາດ​ເພື່ອ​ໃຫ້ຫວຽດ​ນາມສືບ​ຕໍ່​ປະ​ຕິ​ຮູບ​ກົດໝາຍ​ແລະສະ​ຖາ​ບັນ ​ໃນ​ທິດ​ທາງ​ທີ່​ເຂົ້າ​​ໃກ້ມາດ​ຕະ​ຖານ​ສາ​ກົນ, ປັບປຸງ​ສະ​ພາບ​ແວດ​ລ້ອມ​ທາງ​ທຸ​ລະ​ກິດ​​ໃຫ້​ສົມບູນ​ໃນ​ຮູບ​ແບບທີ່​ເປີດ​ກວ້າງ, ​ໂປ່ງ​ໃສ ແລະສາມາດ​ຄາດ​ເດົາ​ໄດ້ຫຼາຍ​ຂຶ້ນ, ຜ່ານ​ນັ້ນ ປະກອບສ່ວນ​ເຂົ້າ​ໃນການ​ບັນລຸ​ຜົນ​ປະ​ໂຫຍ​ດທີ່ຄາດໄວ້ຈາກສັນຍາ.

ໃນ​ພາກ​ຕົວ​ຈິງ, ລັດ​ຖະ​ບານຫວຽດ​ນາມໄດ້​ເປັນ​ເຈົ້າ​ການ​ໃນ​ການ​ຜັນ​ຂະຫຍາ​ຍກິດຈະກຳ​ໃນ​ຂົງ​ເຂດນີ້. ​ກ່ອນ​​ລົງ​ນາມ EVFTA, ລັດ​ຖະ​ບານ​ໄດ້​ຊີ້​ນຳ​​ໃຫ້ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ປະ​ສານ​ສົມ​ທົບ​ກັບ​ກະ​ຊວງ​ຍຸ​ຕິ​ທຳ ​ເພື່ອກວດສອບ​ຂໍ້​ກຳ​ນົດກົດ​ລະບຽບ​ປະຈຸ​ບັນ​ໃນ​​ເອ​ກະ​ສານທາງ​ກົດ​ໝາຍພາຍ​ໃຕ້​ເຂດ​ອຳນາດ​ຂອງ​ຕົນຢ່າງ​ຮີບ​ດ່ວນ ​ເພື່ອ​ສະ​ເໜີທິດ​ທາງ​ການ​ແກ້​ໄຂ​ເພີ່ມ​ເຕີມ ຫຼື​ຮູບ​ການ​ນຳ​ໃຊ້​ທີ່​ເໝາະ​ສົມ ເພື່ອຮັບປະກັນການປະຕິບັດຕາມ​ຂໍ້​ກຳນົດຂອງ EVFTA​(14).

​ທັນທີຫຼັງຈາກ EVFTA ​ມີ​ຜົນບັງຄັບ​ໃຊ້, ໃນ​ວັນ​ທີ 6 ສິງ​ຫາ 2020, ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສສ ຫວຽດນາມ​ ໄດ້ລົງນາມແລະປະກາດໃຊ້ຂໍ້ຕົກລົງເລກທີ​ 1201/QĐ-TTg ອະນຸມັດ ແຜນ​ການ​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມຫວຽດ​ນາມ ແລະ ສະ​ຫະ​ພາບເອ​ຣົບ (EVFTA). ແຜນ​ການ​ປະ​ຕິ​ບັດ​ສະ​ບັບ​ນີ້​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ເປົ້າ​ໝາຍ, ບັນ​ດາ​ໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ບັນ​ດາ​ກະ​ຊ​ວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ການ​​ດຳ​ເນີນການ​ຕາມ​ແຜນ​ງານ​ສະ​ເພາະ. ໜຶ່ງ​ໃນ​ໜ້າ​ທີ່​ຕົ້ນຕໍ​ທີ່​ລະບຸ​ຄືວຽກ​ງານ​ການ​ສ້າງ​ກົດໝາຍ​ແລະ​ສະ​ຖາ​ບັນ, ​ໂດຍ​ສະ​ເພາະ: ການ​ແກ້​ໄຂ​ແລະ​ເພີ່​ມ​ເຕີມ​ເອກະສານ​ທາງ​ກົດ​ໝາຍ ແລະ ສົ່ງ​ໄປ​ໃຫ້​ໜ່ວຍ​ງານ​ທີ່​ມີອຳ​ນາດ​ ​ເພື່ອ​ຂໍ​ອະ​ນຸ​ມັດ​ແລະ​ປະກາດ​ຕາມ​ແຜນ​ງານ​ທີ່​ກຳ​ນົດ​​ໄວ້ຂອງ EVFTA; ປະ​ກາດ​ໃຊ້​ເອ​ກະ​ສານທາງ​ກົດ​ໝາຍ​ສະບັບໃໝ່​ແລ້ວຍື່ນ​ຕໍ່ໜ່ວຍງານ​ທີ່​ມີອຳ​ນາດພິຈາລະນາ​ອະ​ນຸ​ມັດ​ແລະ​ປະກາດ​ໃຊ້ ຕາມ​ແຜນ​ງານທີ່​ໄດ້​ກຳ​ນົດ​ໄວ້​ຂອງ EVFTA(15).   

ການຜັນ​ຂະ​ຫຍາຍ​ແຜນ​ການ​ປະ​ຕິ​ບັດ EVFTA ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນຂອງຫວຽດ​ນາມ ​ໄດ້​ປະ​ກາດ​ໃຊ້​ບັນ​ດາ​ຂໍ້​ຕົກ​ລົງ​​ເພື່ອ​ດຳ​ເນີນ​ການ EVFTA ພາຍໃນ​ຂອບ​ເຂດ​ຂົງ​ເຂດ​ຂອງ​ຕົນ. ເຖິງ​ເດືອ​ນຕຸ​ລາ 2020, ​ມີ 18 ກະ​ຊວງ, ຂະ​ແໜງ​ການ ແລະ 57 ທ້ອງ​ຖິ່ນ​ຂອງຫວຽດ​ນາມ​ທີ່ປະ​ກາດແລະຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ເອ​ກະ​ສານ​ທີ່ກ່ຽວຂ້ອງ​ກັບຂົງ​ເຂດ​ທີ່​ພວກ​ເຂົາໄດ້​ຮັບມອບ​ໝາຍ​ໃຫ້​ຮັບ​ຜິດ​ຊອບ(16).

EVFTA ເປັນ​ສັນ​ຍາ​ລຸ້ນ​ໃໝ່, ຮອບດ້ານ, ກວມເອົາຫຼາຍຂົງເຂດແລະຂະ​ແໜງ​ການ, ມີລະບຽບການແລະສະຖາບັນກົດໝາຍທີ່ສັບສົນກວ່າ. ອັນນີ້ຍັງເປັນສິ່ງ​ທ້າ​ທາຍ​ສຳລັບລັດຖະບານ, ກະຊວງ, ຂະແໜງການ ແລະປະຊາຄົມທຸລະກິດຫວຽດນາມທີ່​ຈະ​ເຮັດ​ວຽກຮ່ວມກັນ ເພື່ອເຂົ້າໃຈແລະປະຕິບັດຕາມມາດຕະຖານ ແລະ ຄວາມຕ້ອງການທີ່​ໄດ້​ກຳນົດໄວ້ໃນສັນຍາ.​

ຜົນ​ກະ​ທົບ​ຕໍ່​ຄວາມ​ເຕີບ​ໂຕ​ເສດ​ຖະ​ກິດ. ຄາດ​ວ່າ EVFTA ຈະ​ຊ່ວຍ​ເພີ່ມ ຈີ​ດີ​ພີ ຂອງຫວຽດ​ນາ​ມ​ໂດຍສະ​ເລ່ຍ 3,2% ໃນ​ໄລ​ຍະ 5 ປີ​ຕົ້ນ​ຂອງການ​ປະ​ຕິ​ບັດ, ​ເພີ່ມຂຶ້ນ​ສະ​ເລ່ຍ​ 5,3% ​ໃນ​ອີກ 5 ປີຂ້າງ​ໜ້າ ແລະ ສູງ​ເຖິງ 7,72% ​ໃນ​ອີກ 5 ປີ​ຂ້າງ​ໜ້າ. ຕາມຂໍ້​ມູນ​ຂອງ​ທະ​ນາ​ຄານ​ໂລກ, ຖ້າ​ມີການ​ດຳ​ເນີນ​ການທັງ EVFTA ແລະສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານແລະກ້າວ​ໜ້າຂ້າມມະຫາ​ສະໝຸດ​ປາ​ຊີ​ຟິກ (CPTPP) ພ້ອມ​ກັນ, ຈີ​ດີ​ພີ ຂອງຫວຽດ​ນາມອາດຈະ​ເພີ່ມ​ຂຶ້ນ​​ເຖິງ 3,2% ໃນ​ທົດ​ສະ​ວັດໜ້າ 2021 - 2030.

EVFTA ກໍ່​ໃຫ້​ເກີດ​ຜົ​ນ​ກະ​ທົບທາງ​ບວກເຖິງຈະ​ເປັນ​ຜົນ​ກະທົບ​ເບື້ອງ​ຕົ້ນ​ຕໍ່ຫວຽດ​ນາມ. EVFTA ມີຜົນ​ບັງຄັບ​ໃຊ້​ແລ້ວ ​ເຊິ່ງມີ​ຄວາມ​ໝາຍ​ສຳ​ຄັນທີ່​ຈະ​ຊ່ວຍ​ທົດ​ແທນຄວາມ​ເສື່ອ​ມຖອຍ​ຂອງ​​ເສດ​ຖະ​ກິດ​ໃນ​ໄລ​ຍະການ​ແຜ່​ລະ​ບາດ​ຂອງໂຄວິດ-19. ຈາກ​ດ້ານ​ວິ​ສາ​ຫະ​ກິດ, EVFTA ຍັງ​ໄດ້​ຮັບ​ການ​ຢືນ​ຢັນວ່າ​ຈະນຳ​ມາ​ເຊິ່ງ​ໂອ​ກາດທາງ​ການ​ຕະຫຼາດທີ່​ຫຼາກຫຼາຍຍິ່ງ​ຂຶ້ນ, ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດຟື້ນ​ທ່າ​ເຕີບ​ໂຕ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​​ໂຄວິດ-19.   

ນອກຈາກຜົນກະທົບໃນທາງບວກ, ການເປີດໂອກາດຫຼາຍຢ່າງສຳລັບເສດຖະກິດ ແລະທຸລະກິດຫວຽດນາມ​ແລ້ວ, ຄຳໝັ້ນ​ສັນຍາ​ໃນ​ການ​ເປີດ​ຕະຫຼາດ​ສິນຄ້າ​ແລະ​ບໍລິການທີ່​ຫວຽດນາມສະເໜີໃຫ້ກັບ​ສະຫະພາບ​ເອີຣົບ ຍັງສ້າງ​ແຮງກົດດັນດ້ານການແຂ່ງຂັນທີ່​ແນ່ນອນ, ​ຄວາມທ້າ​ທາຍ​ໄລ​ຍະ​ຍາວ​ຕໍ່​ເສດ​ຖະ​ກິດ, ວິ​ສາ​ຫະ​ກິດ, ສິນ​ຄ້າ​ແລະ​ບໍລິການ​ຂອງ ຫວຽດ​ນາມ. ຢ່າງ​ໃດ​ກໍ​ຕາມ, ນີ້​ແມ່ນ​ແຮງ​ກົດ​ດັນດ້ານ​ການ​ແຂ່ງ​ຂັນທີ່​ດີ ​ໂດຍ​ການ​ຄັດ​ເລືອກແລະ​ເປັນ​ໄປຕາມ​ເສັ້ນທາງ​ທີ່​ເໝາະ​ສົມ. ຂໍ້​ກຳນົດ​ດ້ານ​ຄວາມ​ໂປ່ງ​ໃສ​ຂອງ EVFTA ​ເພື່ອ​ຮັບຮອງ​ສະ​ພາບ​ແວດ​ລ້ອມ​ດ້ານ​ກົດ​ລະບຽບ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ ​ຄາດການ​ໄດ້ສຳລັບ​ຜູ້​ມີ​ບົດບາດທາງ​ເສດ​ຖະ​ກິດ, ​ໂດຍ​ສະ​ເພາະ​ສຳ​ລັບ​​ວິສາ​ຫະ​ກິດ​ຂະ​ໜາດນ້ອຍ​ແລະ​ຂະໜາດ​ກາງ; ຄວາມ​ສົນ​ໃຈ​ຂອງ​ນັກ​ລົງ​ທຶນ​ອີ​ຢູ ຕໍ່​​ການ​ດັດ​ປັບ​ນະ​ໂຍ​ບາຍ​ຂອງຫວຽດ​ນາມ​ໃຫ້​ສອດຄ່ອງ​ກັບລະບຽບ​ຂອງສະຫະພາບ​ເອີຣົບ(18) ຮຽກ​ຮ້ອງ​ໃຫ້ຫວຽດນາມ​ຕ້ອງ​ສືບ​ຕໍ່​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ, ປັບປຸງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ, ທຸ​ລະ​ກິດ, ສະ​ຖາ​ບັນ, ນະ​ໂຍ​ບາຍ, ກົດ​ໝາຍ... ຕາມ​ທິດທາງ​ຄວາມ​ໂປ່ງ​ໃສ, ຄວາມສະ​ດວກ​ ແລະ ສອດຄ່ອງ​ກັບ​ແນວ​ປະຕິບັດ​ສາ​ກົນຫຼາຍ​ກວ່າ​ອີກ.

ໃນຄວາມ​ເປັນ​ຈິງ, ​ໃນປະ​ຈຸ​ບັນ, ​ຜົນ​ກະ​ທົບທີ່​ແທ້​ຈິງ​ຂອງ EVFTA ຕໍ່​ເສດ​ຖະ​ກິດຂອງຫວຽດ​ນາມ ​ບໍ່​ເປັນ​ໄປ​ຕາມ​ທີ່​ຄາດໝາຍ ແລະ ຄາ​ດການ​ໄວ້​ກ່ອນ​ໜ້າ​ນີ້, ​ແລະ​ລະດັບ​ຂອງ​ຜົນ​ກະທົບ​ຂອງ EVFTA ຍັງ​ບໍ່​ທັນ​ຈະ​ແຈ້ງ​ແທ້​, ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​​ຜົນ​ກະ​ທົບ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ໂຄວິດ-19. ນອກຈາກ​ນີ້, ​ຜົນ​ກະ​ທົບ​ຂອງ EVFTA ຕໍ່ຫວຽດ​ນາມນັ້ນ​ແຕກ​ຕ່າງ​ກັນ​ໄປ​ຕາມ​ຂະ​ແໜງ​ການ ແລະ ຂົງ​ເຂດ​ຕ່າງໆ, ​ແລະ​ບໍ່​ພຽງ​ເກີດ​ຂຶ້ນ​ ແລະສຸມ​ໃສ່ທີ່​ເວ​ລາທັນທີຫຼັງຈາກ​ທີ່ EVFTA ມີ​ຜົນບັງຄັບ​ໃຊ້ ​ແຕ່​ຍັງຄົງ​ຢູ່​ເປັນ​ເວ​ລາ​ນານ ຫຼາຍ​ປີ ​ເພາະຫວຽດ​ນາມມີ​​ແຜນ​ງານ​ການ​ລົງ​ລ້າງ​ພາ​ສີ​ຈາກ 7 ​ເຖິງ 10 ປີ. ສິ່ງ​ເຫຼົ່າ​ນີ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ, ບັນ​ດາກະ​ຊວງ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນຫວຽດ​ນາມ ຕ້ອງ​ສືບ​ຕໍ່​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ພະ​ຍາ​ຍາມຫຼາຍ​ກວ່າ​ອີກ​ ໃນ​ການ​ປະ​ຕິ​ບັດຕາມ​ພັນທະກໍລະນີ​ໃນ EVFTA ຢ່າງ​ມີ​ປະສິດທິ​ຜົນ, ຕະຫຼອດ​ຈົນແຜນການຈັດ​ຕັ້ງ​ປະຕິບັດ​ສັນຍາສັນຍາສະບັບນີ້ຕາມທີ່ໄດ້ກໍານົດໄວ້./.

----------------------

(1) ເລ​ທິ​ຢ້ຽມ​ກວິ່ນ: “ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນ​ສອງ​ສັນ​ຍາ EVFTA ແລະ EVIPA” https://dangkykinhdoanh.gov.vn/vn/tin-tuc/599/5117/quoc-hoi-phe-chuan-hai-hiep-dinh-evfta-va-evipa.aspx

(2) ທູ​ເຮຶ່ອງ: “ການ​ສົ່ງ​ອອກ​ໃນ​ປີ 2020: ຄວາມ​ຄາດຫວັງ​ຈາກ​ບັນ​ດາ​ສັນ​ຍາ​ການ​ຄ້າ”, http://consosukien.vn/xuat-khau-nam-2020-ky-vong-tu-cac-hiep-dinh-thuong-mai.htm.

(3) ກະ​ຊວງ​ອຸດສາຫະກຳ​ແລະການ​ຄ້າ: “ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງຫວຽດ​ນາມ ແລະສະຫະພາບ​ເອີຣົບ ໃນ​ບາງ​ຂົງ​ເຂດ​ຕົ້ນ​ຕໍ່​ຂອງ​ສັນ​ຍາ EVFTA ແລະ IPA”, http://evfta.moit.gov.vn/?page=overview&category_id=2809fd0e-b509-41c4-aa5f-fc2257d628c2.

(4) European Commission: “Commission presents EU-Vietnam trade and investment agreements for signature and conclusion”, http://trade.ec.europa.eu/doclib/press/index.cfm?id=1921

(5) ກະ​ຊວງ​ອຸດສາຫະກຳ​ແລະການ​ຄ້າ: “ແນະ​ນຳ​​ໂດຍທົ່ວ​ໄປ​ກ່ຽວ​ກັບ​ສັນ​ຍາ EVFTA ແລະ IPA”, http://evfta.moit.gov.vn/?page=
overview&category_id=fb203c7b-54d6-4af7-85ca-c51f227881dd

(6) ຮ່າ​ຈິ໋ນ: “EVFTA ທີ່​ມີ​ຜົນ​ບັງຄັບ​​ໃຊ້​ ແຕ່ວັນ​ທີ 01 ສິງ​ຫາ: ຫຼັກ​ໝາຍ​ທີ່​ຍິ່ງ​ໃຫຍ່”, http://baochinhphu.vn/Tin-noi-bat/EVFTA-co-hieu-luc-tu-18-Cot-moc-trong-dai/402718.vgp

(7) ກະ​ຊວງ​ອຸດສາຫະກຳ​ແລະການ​ຄ້າ: “ການ​ພົວ​ພັ​ນ​ສອງ​ຝ່າຍຫວຽດ​ນາມ​ແລະ​ສະຫະພາບ​ເອີຣົບ”, http://evfta.moit.gov.vn/default.aspx?page=news&do=detail&category_id=13caec66-a1f8-4b9c-9066-b25657f4d36d&id=fe64a293-2b69-4c37-b1e0-cdd062451769

(8) ກະ​ຊວງ​ອຸດສາຫະກຳ​ແລະການ​ຄ້າ: “ວາ​ລະ​ສານສະ​ເພາະ​ການ​ຄ້າຫວຽດ​ນາມ ​ແລະ ສະຫະພາບ​ເອີຣົບ”, http://evfta.moit.gov.vn/data/7d80034a-9a2a-4c93-8046-df701661850/userfiles/files/Chuyen%20san%20EU-1.pdf

(9) ກົມ​ໃຫຍ່​ພາ​ສີ: “ສະ​ພາບ​ການ​ສົ່ງ​ອອກ​ແລະນຳ​ເຂົ້າ​ສິນ​ຄ້າຂອງຫວຽດ​ນາມ​ໃນເດືອນ 12 ແລະ 12 ເດືອນ​ປີ 2020”, https://www.customs.gov.vn/Lists/ThongKeHaiQuan/ViewDetails.aspx?ID=1901&Category=Ph%C3%A2n%20t%C3%ADch%20%C4%91%E1%BB%8Bnh%20k%E1%BB%B3&Group=Ph%C3%A2n%20t%C3%ADch

(10), (11) ກະ​ຊວງ​ອຸດສາຫະກຳ​ແລະການ​ຄ້າ: “ວາ​ລະ​ສານ​ສະ​ເພາະການ​ຄ້າຫວຽດ​ນາມ ​ແລະ ສະ​ກະພາບ​ເອີຣົບ”, http://evfta.moit.gov.vn/data/7d80034a-9a2a-4c93-8046-9df701661850/userfiles/files/Chuyen%20san%20EU-1.pdf

(12) ມາຍ​ເລີມ: “ໝາກ​ຫວານພາຍຫຼັງ 4 ເດືອນ​​ແຫ່ງ​ການຜັນ​ຂະ​ຫຍາຍ EVFTA”, http://thoibaotaichinhvietnam.vn/pages/kinh-doanh/2020-12-16/nhieu-trai-ngot-sau-4-thang-trien-khai-evfta-96952.aspx

(13) ເລ​ແອງ: “ວິ​ສາ​ຫະ​ກິດເອີ​ຣົບ​ເບິ່ງ​ໂລກ​ໃນ​ແງ່​ດີ​ເມື່ອການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ຟື້ນຕົວ” http://baochinhphu.vn/Doanh-nghiep/Doanh-nghiep-chau-Au-lac-quan-khi-hoat-dong-kinh-doanh-phuc-hoi/415227.vgp

(14) ກະ​ຊວງ​ອຸດສາຫະກຳ​ແລະການ​ຄ້າ: “ຜົນ​ກະ​ທົບ​ຂອງ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງຫວຽດ​ນາມ ແລະ ສະ​ຫະ​ພາບເອີ​ຣົບ (EVFTA) ຕໍ່ຫວຽດ​ນາມ”,  http://evfta.moit.gov.vn/default.aspx?page=news&do=detail&category_id=13caec66-a1f8-4b9c-9066-b25657f4d36d&id=74e3c98e-0290-4673-9e76-6d824f186832

(15) ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: “ເອ​ກະ​ສານເລກ​ທີ 6548/VPCP-QHQT ສະ​ບັບ​ລົງ​ວັນ​ທີ 10 ສິງ​ຫາ 2020 ກ່ຽວ​ກັບພາກ​ຜະໜວກ​ທີ່​ແນບ​ມາ​ກັບ​ຂໍ້​ຕົກ​ລົງ​ສະ​ບັບ​ເລກ​ທີ 1201/QĐ-TTg ​ອະ​ນຸ​ມັດ​ແຜນ​ການດຳ​ເນີນ​ການ​ຂອງ​ລັດຖະບານ​ຕາມ​ສັນ​ຍາ EVFTA”, http://evfta.moit.gov.vn/data/7d80034a-9a2a-4c93-8046-df701661850/userfiles/files/1597074730107594.pdf

(16) ກະ​ຊວງ​ອຸດສາຫະກຳ​ແລະການ​ຄ້າ: “ແຜນ​ການ​ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງຫວຽດ​ນາມ ແລະ ສະ​ຫະ​ພາບເອີ​ຣົບ (EVFTA) ຂອງ​ລັດ​ຖະບານ”, http://evfta.moit.gov.vn/default.aspx?page=overview&category_id=8c1a3874-621f-4691-a27c-b26a8cc0995a

(17) ຫງວຽນກວາງ​ຫວູ: “ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊັວນ​ຝຸກ: EVFTA ​ແມ່ນ​ຄ້າຍຄື “ທາງດ່ວນສາຍໃຫຍ່” ທີ່ເຊື່ອມໃກ້ກັນລະຫວ່າງ​ສະຫະພາບ​ເອີຣົບ ກັບ​ຫວຽດນາມ”, https://news.vnanet.vn/?created=365%20day&keyword=EVFTA&servicecateid=1& scode=1&qcode=17

(18) ເລກວນ: “ເອກ​ອັກ​ຄະ​ລັດ​ຖະ​ທູດສະຫະພາບ​ເອີຣົບ: ຄວາມ​ໂປ່​ງ​ໃສຂອງ​ນະ​ໂຍ​ບາຍ​ເປັນ​ວິ​ທີ​ທີ່​ດີ ​ໃນ​ການ​ເຊື່ອມ​ຕໍ່ຕ່ອງ​ໂສ້​ຄຸນ​ຄ່າ​ທົ່ວ​ໂລກ”, https://baodautu.vn/dai-su-eu-minh-bach-hoa-chinh-sach-la-cach-tot-de-tham-nhap-chuoi-gia-tri-toan-cau-d128545.html

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ​ສະບັບ​ທີ 962 (​ເດືອນ​ມີ​ນາ 2021)