ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່​ຊຸກຍູ້​ເປົ້າ​ໝາຍ
​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ

ໂດຍ ຫງວຽນເຊີນ
ຮອງຫົວໜ້າຫ້ອງການຄະນະຊີ້ນຳສະຫະວິຊາການເຊື່ອມໂຍງສາກົນທາງເສດຖະກິດ
03:34, 09-10-2021
ວກ. - ຈາກຂະບວນການທັງປະຕິຮູບແລະເຂົ້າໃກ້ກົດລະບຽບການ​ຄ້າສາກົນ, ຫວຽດນາມໄດ້ເຂົ້າສູ່ສະໜາມຫຼິ້ນຊັ້ນນໍາຂອງໂລກ, ​ເຂົ້າ​ຮ່ວມ​ການກຳນົດມາດຕະຖານ​ຂັ້ນ​ສູງສຳລັບການຄ້າ. ບັນດາສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​​ໃນ​ການ​ປະຕິ​ຮູບ, ປ່ຽນ​ແປງ​ໃໝ່ ​ແລະ ຮັບ​ຮູ້​ຜົນສໍາ​ເລັດ​ຂອງ​ການ​ພັດທະນາ, ການ​ເຕີບ​ໃຫຍ່ດ້ານຄວາມຮັບຮູ້ ແລະ ຄວາມສາມາດຂອງຫວຽດນາມ ພາຍຫຼັງ 20 ປີ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບເສດຖະກິດໂລກຢ່າງຕັ້ງໜ້າແລະຕໍ່​ເນື່ອງ.

ດ້ວຍ​ການ​ລົງ​ນາມ​ແລະ​ປະຕິບັດ​ສັນຍາຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ​ແລະ ສັນຍາ​ການ​ຄ້າ​ເສລີລະຫວ່າງ​ຫວຽດນາມ​ແລະ​ສະຫະພາບ​ເອຣົບ (EVFTA) ຜ່ານການ​ເຈລະຈາ​ເປັນ​ເວລາຫຼາຍ​ປີ, ຫວຽດນາມ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​ບັນດາ​ເປົ້າ​ໝາຍ​ສຳຄັນທີ່​ສຸດ​ໃນຍຸດ​ທະ​ສາດ​ການ​ເຈລະຈາສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່​ໄລຍະ​ປີ 2010-2020. ​ໃນ​ສະພາບ​ການ​ທີ່​ເສດຖະກິດ​ໂລກ​ຖືກ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ​ຈາກສົງຄາມ​ການ​ຄ້າ​ ແລະການ​ແຜ່ລະບາດ​ໃຫຍ່​ຂອງ​ໂຄ​ວິດ-19 ນັ້ນ, ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ໄດ້​ປະກອບສ່ວນນຳຫວຽດນາມເຂົ້າສູ່​ກຸ່ມ​ເສດຖະກິດ​ນ້ອຍໆ​ທີ່ປະສົບຜົນສຳເລັດໃນການຮັກສາການເຕີບໂຕໃນທາງບວກ. ປີ 2020, ການ​ສົ່ງ​ອອກ​ບັນລຸ 281 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 6,5% ​ເມື່ອ​ທຽບ​ກັບ​ປີ 2019, ​ໃນ​ນັ້ນ​ມີ​ສ່ວນ​ປະກອບສຳຄັນ​ຂອງ​ການ​ຄ້າ​ກັບຕະຫຼາດ​ແຫ່ງສັນຍາ​ການ​ຄ້າ​ເສລີ​ (ສຄສ) ທີ່​ຫາ​ກໍ່​ລົງ​ນາມ; ການປະຕິບັດ ສຄສ 15 ສະບັບ​ໄດ້​ອະນຸຍາດ​ໃຫ້ການ​ສົ່ງ​ອອກ​ຂອງ​ຫວຽດນາມມີອັດຕາພາສີພິ​ເສດ​ ເມື່ອ​ເຂົ້າ​ເຖິງ​ຕະຫຼາດໃນຫຼາຍກວ່າ 50 ປະເທດ, ​ເຊິ່ງລວມມີ​ເກືອບ​ທັງ​ໝົດທຸກຄູ່​ຄ້າ​ທີ່ໄຫ​ຍ່ທີ່​ສຸດ, ກວມເອົາຫຼາຍກວ່າ 70% ຂອງ​ການ​ສົ່ງ​ອອກທັງໝົດ. ຖ້າ​ບໍ່​ຖືກ​ຜົນ​ກະທົບ​ຈາກ​ປັດ​ໄຈ​ພາວະ​ວິ​ໄສເນື່ອງຈາກ​ສະຫະລັດ​ອາ​ເມ​ລິ​ກາ​ຖອນ​ຕົວ​ອອກ​ຈາກ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ຫວຽດນາມສາມາດ​ເປັນ​ປະ​ເທດ​ດຽວ​ທີ່​ມີ ສຄສ ກັບ 10 ພື້ນຖານ​ເສດ​ຖະກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ. ພິ​ເສດ, ​ສັນຍາຄູ່​ຮ່ວມ​ມື​ຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ​ແລະສັນຍາ​ການ​ຄ້າ​ເສລີລະຫວ່າງ​ຫວຽດນາມ​ແລະ​ສະຫະພາບ​ເອຣົບ (EVFTA) ຖືກ​ຖື​ວ່າ​ເປັນ ສຄສ ຮຸ່ນ​ໃໝ່, ສອດຄ່ອງ​ກັບ​ທ່າ​ອຽງ​ການ​ພັດທະນາ​ຂອງ​ການ​ຄ້າ​ທັນ​ສະ​ໄໝ. ລັກສະນະ “​ໃໝ່” ຂອງ​ສັນຍາ​ເຫຼົ່າ​ນີ້ລວມມີການເປີດເສລີ​​ລະດັບສູງສຳລັບການຄ້າ ແລະການລົງທຶນ ຄຽງ​ຄູ່​ກັບບັນດາ​ຫຼັກ​ເກນທາງ​ການ​ຄ້າທີ່​ກ້າວໜ້າ, ມີລັກສະນະ​ປະຕິ​ຮູບ​ເກີນ​ກວ່າກົດ​ລະບຽບ​ຂອງ​ອົງການການຄ້າໂລກທີ່​ດຳລົງ​ຄົງຕົວ​ເປັນ​ເວລາ​ໜຶ່ງ​ສ່ວນ​ສີ່​ຂອງ​ສະຕະວັດ. ດັ່ງ​ນັ້ນ, ສັນຍາ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ເປີດ​ໂອກາດທາງການຄ້າທີ່ມີທ່າແຮງ​ໃນ​ບັນດາ​ປະ​ເທດທີ່​ພັດທະນາແລ້ວ​ເທົ່າ​ນັ້ນ ​ແຕ່​ຍັງ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ຂະ​ບວນການ​ປະຕິ​ຮູບ​ການ​ບໍລິຫານ, ​ການປັບປຸງບູລະນະ​ສະພາບ​ແວດ​ລ້ອມ​ທາງ​ການ​ຄ້າ​ແລະ​ການ​ລົງທຶນ​ຂອງ​ຫວຽດນາມ. ນັ້ນ​ແມ່ນ​ຄຸນຄ່າທີ່ສຳຄັນ​ທີ່​ສຸດ​ເຊິ່ງສັນຍາ​ເຫຼົ່າ​ນີ້ປະກອບສ່ວນ​ເຂົ້າ​ໃນການປະຕິບັດເປົ້າໝາຍຍຸດທະສາດການ​ພັດທະນາ​ຍາວ​ນານຂອງຫວຽດນາມ​ໃຫ້​ປະສົບ​ຄວາມ​ສຳ​ເລັດ.

ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່ສ່ອງແສງໃຫ້ເຫັນ​ເຖິງ
ຜົນສຳເລັດຂອງ 20 ປີ​ແຫ່ງ​ການເຊື່ອມໂຍງຢ່າງ​ເປັນ​ເຈົ້າ​ການ,
ຕໍ່​ເນື່ອງ ​ແລະ ມຸ່ງ​ເນັ້ນ ຂອງຫວຽດນາມ​ກັບ​ເສດຖະກິດໂລກ

ປີ 2000, ຫວຽດນາມ​ແລະ​ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ. ສັນຍາ​ສະບັບ​ນີ້​ບໍ່​ພຽງ​ແຕ່​ເປີດ​​ໂອກາດ​ໃຫ້​ສິນຄ້າ​ຂອງ​ຫວຽດນາມ​ເຂົ້າ​ໃນ​ຕະຫຼາດ​ການ​ບໍລິ​ໂພ​ກທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ເທົ່າ​ນັ້ນ ​ແຕ່​ຍັງ​ໄດ້​ເລີ່​ມຕົ້ນການ​ປະຕິ​ຮູບ​ທີ່​ເລິກ​ເຊິ່ງ, ມີ​ລັກສະນະ​ປະຕິວັດ​ຕໍ່ສະ​ຖາ​ບັນ​ການ​ຄ້າ​ຂອງ​ຫວຽດນາມ​ໃນ​ເວລາ​ນັ້ນ. ດ້ວຍ​ຜົນ​ກະທົບທີ່ສັນຍາ​ການ​ຄ້າ​ສອງ​ຝ່າຍສ້າງໃຫ້ກັບສະພາບແວດລ້ອມການຄ້າຂອງ​ຫວຽດນາມ ພ້ອມທັງການຄ້າລະຫວ່າງຫວຽດນາມແລະຄູ່ຮ່ວມມື, ສາມາດ​ເວົ້າ​ວ່າ ສັນຍາ​ການ​ຄ້າ​ສອງ​ຝ່າຍ​ແມ່ນ​ບາດກ້າວ​ເລີ່​ມຕົ້ນ​ທີ່​ມີ​ຄວາມ​ໝາຍ​ແທ້​ຈິງ ສຳລັບຂະ​ບວນການ​ຫວຽດນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ. ອາ​ເມ​ລິ​ກາ​ເຫັນ​ດີ​ໃຫ້​ຫວຽດນາມມີສະຖານະ​ການຄ້າປົກກະຕິ ບົນພື້ນຖານການຕໍ່​ອາຍຸ​ທຸກປີ​ໂດຍ​ປະທານາທິບໍດີ​ສະຫະລັດອາ​ເມ​ລິ​ກາ. ຕາມ​ນັ້ນ, ຫວຽດນາມມີ​ສິດ​ໄດ້​ຮັບ​ການ​ປະຕິບັດ​ຄື​ກັນ​ກັບສະມາຊິກຂອງ​ອົງການ​ການ​ຄ້າ​ໂລກ (WTO), ເຖິງວ່າໃນເວລານັ້ນ, ຫວຽດນາມບໍ່ແມ່ນສະມາຊິກ​ຂອງ​ອົງການ​ນີ້. ແຕ່​ເພື່ອ​ຕອບ​ແທນ, ຫວຽດນາມ​ຕ້ອງ​ໃຫ້​ຄຳໝັ້ນ​ໃນ​ການ​ປະຕິ​ຮູບ​ນະ​ໂຍບາຍ​ການ​ຄ້າຫຼາຍ​ຄັ້ງ ​ຕາມ​ບັນດາ​ຫຼັກການ​ພື້ນຖານ​ຂອງ WTO. ຫຼັກການ​ຊຶ່ງ​ໄດ້​ກາຍ​ເປັນ​ແນວ​ປະຕິບັດ​ທາງ​ການ​ຄ້າ​ລະຫວ່າງ​ປະ​ເທດ​ນັ້ນ ຍັງ​ບໍ່​ຄຸ້ນ​ເຄີຍກັບອົງການຄຸ້ມຄອງຂອງຫວຽດນາມໃນເວລານັ້ນ, ເຊັ່ນ: ການ​ບໍ່ຈໍາ​ແນ​ກປະຕິບັດ, ການກໍາຈັດມາດຕະການຄວບຄຸມປະລິມານ, ຄວາມ​ໂປ່​ງ​ໃສ​ໃນ​ການ​ອອກ​ໃບອະນຸຍາດ, ການປະເມີນມູນຄ່າທາງ​ສຸລະກາກອນ, ມາດ​ຕະການ​ລົງທຶນ​ທີ່ກ່ຽວຂ້ອງ​ກັບການຄ້າ, ແລະອື່ນ. ອາ​ເມ​ລິ​ກາ​ໄດ້​ໃຫ້​ທຶນ​ສະໜັບ​ສະ​ໜູນ​ໂຄງການ​ແຍກ​ຕ່າງຫາກ​ເພື່ອຊ່ວຍ​ເຫຼືອ​ຫວຽດນາມ​ໃນ​ການກວດ​ສອບ​ແລະກໍານົດ​ເອກະສານທາງ​ກົດໝາຍທີ່​ຕ້ອງ​ແກ້​ໄຂ​ຫຼືອອກ​ໃໝ່ (1). ຈຳນວນ​ກົດໝາຍ​ແລະ​ເອກະສານ​ອະນຸ​ກົດໝາຍ​ຈຳນວນ​ຫຼາຍສິບສະບັບທີ່ຈຳ​ເປັນ​ຕ້ອງ​ແກ້​ໄຂ​ແລະປະກາດ​ໃຊ້ ທີ່​ກ່ຽວຂ້ອງ​ກັບ​ການປະຕິບັດ​ສັນຍາຄ້າຫວຽດນາມ-ອາເມລິກາ ສະແດງໃຫ້ເຫັນ​ເຖິງ​ຂອບ​ເຂດການກະທົບຂອງ​ສັນຍາ​ສະບັບນີ້ຕໍ່ກົນໄກການຄຸ້ມຄອງການຄ້າຂອງຫວຽດນາມ​ໃນ​ເວລານັ້ນ. ຜົນ​ກະທົບ​ຂອງການປະຕິຮູບ​ ເຊິ່ງສັນຍາການຄ້າສອງຝ່າຍສ້າງ​ຂຶ້ນ​ມາ​ໃຫ້ສະພາບ​ແວດລ້ອມ​ທາງ​ທຸລະ​ກິດນັ້ນ ເກີນກວ່າມູນຄ່າທີ່ວັດ​ແທກ​ໄດ້ຂອງຄໍາໝັ້ນ​ສັນຍາ​ໃນ​ການຫຼຸດ​ພາສີ. ການ​ປະຕິ​ຮູບ​ແນ​ໃສ່​ສ້າງ​ຕະຫຼາດ​ການ​ຄ້າທີ່​ໂປ່​ງ​ໃສ, ສະ​ເໝີ​ພາບ, ​ການ​ແຂ່ງຂັນ​ໄດ້​ປະກອບ​ໃນການຮື້ຖອນກົດລະບຽບທີ່ລ້າສະໄໝຂອງ​ກົນ​ໄກ​ອຸດ​ໜູນ​ເກື້ອກູນທີ່ກົດ​ໜ່ວງເສດຖະກິດຕະຫຼາດ, ສ້າງແຮງຊຸກດັນທີ່​ແຂງ​ແຮງໃຫ້ແກ່ການພັດທະນາ​ຂອງ​ທຸກ​ພາກສ່ວນເສດຖະກິດ. ການ​ປະຕິ​ຮູບ​ເຫຼົ່າ​ນີ້​ ພ້ອມ​ກັນ​ກັບ​ຂະບວນການປັບປຸງ​ບູລະນະ​ກອບ​ກົດໝາຍ​ເພື່ອ​ການ​ເຂົ້າ​ຮ່ວມ WTO ​ໄດ້​ສ້າງ​ເງື່ອນ​ໄຂ​ເບື້ອງຕົ້ນ​ໃຫ້​ເສດຖະກິດ​ແລະ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ, ແມ່ນແຕ່ໃນ​ໄລຍະ​ທີ່​ເສດຖະກິດໂລກຊຸດໂຊມ. ຄວາມ​ໝາຍ​ຂອງສັນຍາ​ການ​ຄ້າ​ສອງ​ຝ່າຍບໍ່​ພຽງ​ແຕ່​ຈຳກັດຢູ່​ໃນ​ຂອບ​ເຂດການ​ພົວພັນ​ການ​ຄ້າ​ສອງ​ຝ່າຍ​ເທົ່າ​ນັ້ນ ​ແຕ່​ຍັງ​ກະທົບ​ເຖິງ​ການ​ພົວພັນ​ການ​ຄ້າ​ແລະ​ການ​ລົງທຶນ​ທັງ​ໝົດຂອງ​ຫວຽດນາມກັບ​ຄູ່​ຮ່ວມ​ມື​ໃນ​ທົ່ວ​​ໂລກ.   

ບາງລະບຽບການທີ່ຂ້ອນຂ້າງໃໝ່ ແລະເບິ່ງຄືວ່າຍາກທີ່ຈະປະຕິບັດໄດ້, ແຕ່ໄດ້ເຂົ້າສູ່ພາກປະຕິບັດຢ່າງໄວວາ ຊ່ວຍ​ປ່ຽນ​ແປງ​ໃໝ່​, ຍົກ​ສູງປະສິດທິຜົນການ​ຄຸ້ມ​ຄອງລັດ ແລະໄດ້ຮັບການຍອມຮັບຈາກນັກທຸລະກິດ ​ເຊັ່ນ: ຍົກ​ເລີກ​ລະບອບ​ສອງ​ລາຄາ, ບໍ່​ຈຳ​​ແນ​ກການ​ປະພຶດ​ລະຫວ່າງ​ບັນດາ​ປະ​ເພດ​ວິ​ສາ​ຫະກິດ, ດຳເນີນການ​ຄຳນວນ​ມູນ​ຄ່າ​ພາສີ​ສຸລະກາກອນ, ຄວາມ​ໂປ່​ງ​ໃສ​ໃນ​ການ​ອອກ​ໃບອະນຸຍາດ... ຕົວຢ່າງ​ເຊັ່ນ ບັນດາ​ເງື່ອນ​ໄຂ​ກ່ຽວ​ກັບ​ການ​ອອກ​ແຮງ​ງານ ເພື່ອໃຫ້ແຜ່ນແພ​ແລະ​ເຄື່ອງນຸ່ງຫົ່ມສາມາດສົ່ງອອກໄປ​ໃນຕະຫຼາດສະຫະລັດເມື່ອເລີ່​ມດຳເນີນການ ​ໄດ້​ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະການເຮັດວຽກຂອງຜູ້​ອອກ​ແຮງງານ, ປະກອບສ່ວນເຂົ້າໃນການເພີ່ມຜົນຜະລິດ ແລະປະສິດທິພາບການເຮັດວຽກ; ກໍານົດ ມາດຕະຖານໃໝ່ສໍາລັບສະພາບແວດລ້ອມການເຮັດວຽກ. ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ປີ 1999 ຍັງ​​ຖື​ວ່າ​ເປັນ​ໜຶ່ງ​ໃນ​ກົດໝາຍ​ທີ່​ປະສົບ​ຄວາມສຳ​ເລັດ​ທີ່​ສຸດ​ໃນ ​ຫວຽດນາມ. ຂໍ້ກຳນົດໄດ້ຮັບການ​ຍອມຮັບ​ໂດຍ​ກົດໝາຍເປັນຄັ້ງທຳອິດກ່ຽວ​ກັບສິດ​ເສລີ​ໃນ​ການດຳເນີນທຸລະກິດ, ສິດໃນການ​ເຄື່ອນ​ໄຫວທີ່ມີກຳ​ໄລ ແລະການ​ເປັນ​ເຈົ້າ​ຂອງ​ຊັບ​ສິນທີ່ໄດ້ມາຈາກການດຳເນີນທຸລະກິດທີ່ຖືກຕ້ອງຕາມກົດໝາຍ, ສິດ​ເທົ່າ​ທຽມ​ກັນ​ຂອງ​ວິ​ສາ​ຫະກິດ​ທຸກ​ປະ​ເພດ​ຕໍ່ໜ້າກົດໝາຍ...ໄດ້ນຳ​ໄປ​ສູ່​ການ​ກໍ່​ຕັ້ງ 20.000 ວິສາຫະກິດ​ໃນປີທຳອິດທີ່ກົດໝາຍມີຜົນບັງຄັບໃຊ້. ຕົວ​ເລກ​ນີ້​ເທົ່າ​ກັບຈຳນວນວິ​ສາ​ຫະກິດ​ທີ່​ມີ​ຢູ່​ໃນ​ພື້ນຖານ​ເສດຖະກິດ​ກ່ອນ​ໜ້າ​ນັ້ນ. ​ໃນ​ຊຸມ​ປີ​ຫຼັງ​ຈາກ​ນັ້ນ, ຈຳນວນ​ວິ​ສາ​ຫະກິດທີ່​ສ້າງຕັ້ງ​ໃໝ່​ເພີ່ມຂຶ້ນໃນອັດຕາສະເລ່ຍ 117%. ປີ​ 2019, ຫວຽດນາມ​ມີ​ປະມານ 760.000 ວິ​ສາ​ຫະກິດ​ທີ່​ກຳລັງ​ເຄື່ອນ​ໄຫວ. ວິ​ສາ​ຫະກິດ​ເຫຼົ່າ​ນີ້​ໄດ້​ນຳ​ໜ້າ​​ໃນ​ການ​​ໃຊ້​ປະ​ໂຫຍ​ດຈາກໂອກາດທີ່ເປີດຂຶ້ນໂດຍການເຊື່ອມໂຍງເສດຖະກິດສາກົນ ໃຫ້​ກາຍ​ເປັນການເຕີບໂຕທີ່ໜ້າປະທັບໃຈໃນການສົ່ງອອກ.

ບັນດາເງື່ອນໄຂກ່ຽວກັບການອອກແຮງງານເພື່ອໃຫ້ແຜ່ນແພແລະເຄື່ອງນຸ່ງຫົ່ມສາມາດສົ່ງອອກໄປໃນຕະຫຼາດສະຫະລັດເມື່ອເລີ່ມດຳເນີນການ ໄດ້ປະກອບສ່ວນປັບປຸງເງື່ອນໄຂດຳລົງຊີວິດແລະວຽກເຮັດງານທຳຂອງຜູ້ອອກແຮງງານ, ປະກອບສ່ວນເພີ່ມປະສິດທິພາບແລະປະສິດທິຜົນຂອງງານ _ພາບ: TTXVN

ໃນ​ຂະ​ບວນການ​ເຈລະຈາ​ເພື່ອ​ເຂົ້າ​ຮ່ວມອົງການ​ການ​ຄ້າ​ໂລກ​ແລະປະຕິບັດ​ຄຳ​ໝັ້ນ​ສັນຍາຂອງ WTO, ກອບ​ກົດໝາ​ຍຄຸ້ມ​ຄອງ​ການ​ຄ້າ​ຂອງ​ຫວຽດນາມ​ໄດ້​​ຮັບ​ການ​ປັບປຸງ​ບູລະນະ​ຢ່າງ​ຕໍ່​ເນື່ອງ. ​ໄດ້​ແກ້​ໄຂ, ​ເພີ່ມ​ເຕີມ ​ແລະ ປະກາດ​ໃຊ້​ກົດໝາຍ​ເກືອບ 20 ສະບັບ ​ເຊິ່ງ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມໜ້າ​ດຶງ​ດູດ​ໃຈ​ແລະ​ຄວາມ​ສາມາດ​ໃນ​ການ​ໃນ​ການ​ແຂ່ງຂັນ​ຂອງສະພາບ​ແວດ​ລ້ອມ​ການ​ລົງທຶນ. ກາງ​ລົງທຶນ​ຈາກ​ຕ່າງປະເທດພຸ່ງ​ສູງ​ຂຶ້ນທັນທີ​ ຫຼັງ​ຈາກຫວຽດນາມ​ສຳ​ເລັດ​ການ​ເຈລະຈາ​ເພື່ອ​ເຂົ້າ​ຮ່ວມ WTO ສະ​ແດງ​ໃຫ້​ເຫັນ​ວ່າສະພາບ​ແວດ​ລ້ອມ​ທາງ​ການ​ຄ້າ​ທີ່​ໂປ່​ງ​ໃສ, ການ​ແຂ່ງຂັນ​ທີ່​ສະ​ເໝີ​ພາບ ​ແລະ​ມີ​ແຮງ​ດຶງ​ດູດ​ໃນການ​ລົງທຶນ​ທີ່​ແຂງ​ແຮງ​ກວ່າ​ນະ​ໂຍບາຍ​ປ້ອງ​ກັນ​ຫຼືສິດທິ​ພິ​ເສດ.

ຄຽງ​ຄູ່​ກັບ​ການ​ເຈລະຈາ​ເຂົ້າ​ຮ່ວມ WTO, ຫວຽດນາມ​ກໍ​ໄດ້ລົງ​ນາມ​ໃນ ສຄສ ກັບບັນດາຄູ່ຮ່ວມມືການຄ້າຊັ້ນນຳໃນພາກພື້ນ​ເຊັ່ນ: ​ສ.ເກົາຫຼີ, ຈີນ, ຍີ່ປຸ່ນ, ລັດ​ເຊຍ... ສັນຍາ​ເຫຼົ່ານີ້​ລ້ວນ​ແຕ່​ໄດ້​ອີງ​ໃສ່​ບັນດາ​ຫຼັກການ​ຂອງ WTO, ດັ່ງ​ນັ້ນ ຈຶ່ງ​ໄດ້​ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມການຄ້າຂອງຫວຽດນາມກັບຜູ້ລົງນາມ. ​ແຕ່, ບັນດາ ສຄສ ​ເຫຼົ່າ​ນີ້ບໍ່ໄດ້ສ້າງຄວາມກ້າວໜ້າໃໝ່ໃນສະຖາບັນການຄ້າ. ຄຽງ​ຄູ່​ກັນ​ນັ້ນ, ບັນດາ ສຄສ ​ເຫຼົ່າ​ນີ້​ກໍ​ໄດ້​ສຸມ​ໃສ່​ບັນດາ​ຄູ່​ຮ່ວມ​ງານ​ໃນ​ພາກ​ພື້ນ ເຮັດໃຫ້ດຸນ ການຄ້າຂອງຫວຽດນາມມີທ່າອ່ຽງບໍ່ສົມດຸນ, ອຽງ​ໄປ​ທາງອາຊີ. ຍຸດ​ທະ​ສາດ​ການ​ເຈລະຈາ ສຄສ ຂອງ​ຫວຽດນາມ​ໄລຍະ​ປີ 2010-2020 ​ໄດ້​ຮັບ​ການ​ອະນຸມັດ​ໂດຍ​ລັດຖະບານ ​ໄດ້ກໍານົດຜົນສໍາເລັດແລະຂໍ້​ຄົງ​ຄ້າງຂອງ​ບັນດາ ສຄສ ທີ່​ໄດ້​ລົງ​ນາມ​ໃນ​ໄລຍະຜ່ານມາ ​ແລະ ວາງ​ເປົ້າ​ໝາຍ​ທີ່​ຈະ​ລົງ​ນາມ​ໃນ​ບັນດາ ສຄສ ກັບ​ບັນດາ​ປະທດ​ເສດ​ຖະກິດ​ພັດທະນາ​ແລ້ວ ​ເພື່ອ​ແນ​ໃສ່​ສະໜັບສະໜູນ​ເປົ້າ​ໝາຍຫັນ​ເປັນ​ອຸດ​ສາ​ຫະກຳຂອງ​ຫວຽດນາມ ​ແລະ ຫຼຸດການ​ພຶ່ງ​ພາ​ທາງ​ການ​ຄ້າ​ໃນ​ພາກ​ພື້ນ​ດຽວ. ຍຸດ​ທະ​ສາດ​ການ​ເຈລະຈາ ສຄສ ​ໄດ້​ສ້າງ​ພື້ນຖານ​ທາງ​ທິດ​ທາງ​ເພື່ອຊຸກຍູ້ ສຄສ ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ເສດຖະກິດ​ຊັ້ນນຳ​ໃນ​ໂລກ​ເຊັ່ນ: ສະຫະລັດ​ອາ​ເມ​ລິ​ກາ, ສະຫະພາບ​ເອີຣົບ, ຍີ່ປຸ່ນ, ກາ​ນາ​ດາ... ບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່​ເຊັ່ນ ສັນຍາ CPTPP ​ແລະ EVFTA ໄດ້ກໍານົດມາດຕະຖານແລະກົດລະບຽບໃໝ່ສຳລັບການ​ຄ້າສາກົນຢ່າງແທ້ຈິງ ເຊິ່ງຄາດວ່າຈະເປັນກົນ​ໄກ​ຂັບ​ເຄື່ອນການ​ເຕີບໂຕສຳລັບການ​ຄ້າ​ລະຫວ່າງ​ປະ​ເທດ​ສະມາຊິກ. ຈາກ​ຂະ​ບວນການ​ທັງ​ປະຕິ​ຮູບ, ທັງ​ຮຽນ​ຮູ້​ເພື່ອ​ເຈລະຈາ​ປະຕິບັດ​ຕາມບັນດາ​ຫຼັກ​​ເກນປົກກະຕິ​ຂອງການ​ຄ້າ​ສາກົນ, ຫວຽດນາມ​ກ້າວເຂົ້າສູ່​ສະໜາມ​ແຂ່ງຂັນ​ຊັ້ນ​ນຳຂອງ​ໂລກ, ຮ່ວມກຳນົດມາດຕະຖານການ​ຄ້າ​ຂັ້ນ​ສູງ. ພິຈາ​ລະນາ​ໃນ​ແງ່​ມູມນີ້, ສັນຍາ CPTPP ​ແລະ EVFTA ບໍ່ພຽງແຕ່ມີຄວາມສຳຄັນ​ທາງ​ການ​ຄ້າເທົ່ານັ້ນ.  

ບັນດາສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່ ໄດ້ກຳນົດມາດຕະຖານໃໝ່ສຳລັບ​ການ​ເປີດ​ເສລີ​ທາງການຄ້າ

ກ່ອນ​ອື່ນ​ໝົດ, ບັນດາ ສຄສ ຮຸ່ນ​ໃໝ່ມຸ່ງ​ສູ່​ເປົ້າ​ໝາຍ​ການ​ເປີດ​ເສລີ​ທາງ​ການ​ຄ້າ​ຢ່າງ​ສົມ​ບຸນ. ​ໃນ​ພາກ​ຕົວ​ຈິງ, ສັນຍາ CPTPP ​ແລະ EVFTA ​ໄດ້​ບັນລຸ​ລະດັບ​ການ​ເປີດ​ເສລີ​ທາງ​ການ​ຄ້າ​ສິນຄ້າ​ເກືອບ 100%. ພາສີ​ສ່ວນ​ໃຫຍ່​ຈະ​ຖືກ​ຍົກ​ເລີກ​ຫຼັງ​ຈາກ 5 - 7 ປີ​ນັບ​ຈາກ​ວັນ​ທີ່​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້. ສິນຄ້າ​ກະສິກຳຈຳນວນນ້ອຍທີ່​ຖື​ວ່າ​ອ່ອນ​ໄຫວຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ດ້ວຍ​ໂຄ​ຕາ ຫຼື​ພາສີ​ນໍາເຂົ້າ​ທີ່​ສູງ ຈະ​ຖືກ​​ໂອນ​ໄປ​ຍັງ​ການ​ຈັດການ​ໂຄ​ຕາ​ດ້ວຍ​ອັດຕາ​ພາສີ​ພາຍ​ໃນ​ໂຄ​ຕາ 0%. ສິນຄ້າ​ພື້ນ​ເມືອງ​ທີ່​ຫວຽດນາມ​ມີ​ທ່າ​ແຮງ​ເຊັ່ນ: ​ແຜ່ນ​ແພ, ​ເຄື່ອງນຸ່ງ​ຫົ່ມ, ​ເຄື່ອງ​ໜັງ ​ເກີບ, ສິນ​ໃນ​ນ້ຳ… ສືບ​ຕໍ່​ມີ​ໂອກາດ​ເພີ່ມ​ການ​ສົ່ງ​ອອກ ດ້ວຍ​ການ​ຫຼຸດພາສີ​ສຸລະກາກອນ ​ແລະ​ກົນ​ໄກ​ການ​ອຳນວຍ​ຄວາມ​ສະດວກ​ທາງ​ການ​ຄ້າ. ພິ​ເສດ, ການ​ເປີດ​ປະຕູ​ໃຫ້​ຜະລິດ​ຕະພັນ​ກະສິກຳ​ເຂົ້າ​ໃນ​ຕະຫຼາດ ອີ​ຢູ ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດຕໍ່ກັບຫວຽດນາມ. ມູນ​ຄ່າ​ການ​ສົ່ງ​ອອກ​ຈາກ​ຂໍ້​ຕົກລົງ​ໃໝ່​ກ່ຽວ​ກັບ​ສິນຄ້າ​ກະສິກຳ ເຊັ່ນ: ຂ້າວ, ກະທຽມ, ​ແປ້ງ​ມັນ​ຕົ້ນ, ​ເຫັດ, ນໍ້າເຜິ້ງ ... ອາດ​ຈະ​ບໍ່​ຫຼາຍ, ​ແຕ່​ຜະລິດ​ຕະພັນ​ເຫຼົ່າ​ນີ້​ມາ​ຈາກ​ແຫຼ່ງພະລັງ​ພາຍ​ໃນ​ປະ​ເທດ ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ໝາຍ​ສັງຄົມ, ຊ່ວຍ​ເພີ່ມລາຍ​ຮັບ​ໃຫ້​ກັບ​ຊາວ​ກະສິກອນ​ສ່ວນ​ໜຶ່ງ​ຢູ່ໃນ​ພື້ນ​ທີ່ຫຍຸ້ງຍາກ. ​ໃນ​ສະພາບ​ການ​ບັນດາ​ປະ​ເທດກຳລັງ​ພັດທະນາ​ໄດ້​ນຳ​ໃຊ້ມາດ​ຕະການ​ປົກ​ປ້ອງ​ກະສິກຳນັ້ນ, ອັດຕາ​ພາສີ​ໃນ​ໂຄ​ຕາ 0% ຮັບປະກັນ​ໃຫ້​ຫວຽດນາມ​ມີ​ສ່ວນ​ແບ່ງຕະຫຼາດທີ່ແນ່ນອນ ຢູ່ໃນຕະຫຼາດຜະລິດຕະພັນກະສິກໍານໍາເຂົ້າ ຂອງ​ບັນດາ​ປະ​ເທດສະມາຊິກ ສຄສ. ຄຽງ​ຄູ່​ກັນ​ນັ້ນ, ການ​ຍົກ​ເລີກ​ອັດຕາພາສີສໍາລັບສິນຄ້າ ກະສິກໍາປຸງແຕ່ງ ຈະຊຸກຍູ້ໃຫ້ອຸດສາຫະກໍາອາຫານລົງທຶນຜະລິດຜະລິດຕະພັນ​​ໃຫ້​ຕະຫຼາດນນີ້ ​ແລະ​ຊຸກຍູ້​ຂະ​ບວນການປັບ​ໂຄງ​ສ້າງ​ການ​ສົ່ງ​ອອກສິນຄ້າ​ກະສິກໍາຕາມ​ທິດທາງ​ການ​ເພີ່ມ​ອັດຕາ​ສ່ວນ​ສິນຄ້າ​ປຸງ​ແຕ່ງ.

ລ້ຽງປາສະເຕີຈຽນໃນທະເລສາບ ດາມີ (ແຂວງບິ່ງທ້ວນ) ເພື່ອສົ່ງອອກໄປຍັງຕະຫຼາດອາຊີຕາເວັນອອກສຽງໃຕ້, ອາເມລິກາ, ເອີຣົບ...N _ພາບ: TTXV

ໃນ​ຂົງ​ເຂດ​ການ​ບໍລິການ​ແລະ​ການ​ລົງທຶນ, ລະດັບ​ການ​ເປີດ​ເສລີພາບ​ສູງ​ສະ​ແດງ​​ໃຫ້​ເຫັນ​ໃນ​​ແນວທາງ “ການ​ເລືອກ​ບໍ່​ຮັບ” ​ເມື່ອ​ທຽບ​ກັບ​ແນວທາງ “​ເລືອກສໍາລັບ” ​ແບບ​ດັ້ງ​ເດີມ​ໃນ WTO ​ແລະ​ບັນດາ ສຄສ ທີ່​ພວກ​ເຮົາ​ໄດ້​ລົງ​ນາມ​ໃນ​ເມື່ອ​ກ່ອນ. ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ສັນຍາ​ຕ້ອງໃຫ້ຕາຕະລາງເວລາຄໍາໝັ້ນສັນຍາກ່ຽວ​ກັບ​ການ​ລົງທຶນ ​ໃນ​ນັ້ນ​ລະບຸມາດຕະການທີ່​ບໍ່​ສອດຄ່ອງ (NCM  - non-conforming measures). ບັນດາ​ປະ​ເທດ​ສະມາຊິກ​ຖືກ​ຜູກ​ມັດ​ດ້ວຍ​ລະດັບ​ການ​ເປີດ​ປະຕູ​ນີ້ ​ແລະ ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ນຳສະເໜີມາດຕະການໃໝ່ທີ່ເຂັ້ມງວດກວ່າ. ນອກຈາກ​ນັ້ນ, ຫຼັກການ “ພຽງແຕ່ໄປຂ້າງໜ້າ, ບໍ່ຖອຍຫຼັງ” (rachet) ຈະ​ພາ​ໃຫ້​ສະພາບ​ແວດ​ລ້ອມ​ການ​ຄ້າພຽງແຕ່ສາມາດປອດ​ໂປ່​ງຫຼາຍຂຶ້ນ. ເມື່ອສະມາຊິກລົງ​ນາມ​ໃນ​ການຜ່ອນຄາຍ NCM ໂດຍສະໝັກໃຈ ພວກເຂົາຈະຕ້ອງຮັກສາລະດັບການເປີດໃໝ່​ໄວ້, ບໍ່​ໄດ້​ຮັບ​ອະນຸຍາດໃຫ້ກັບໄປໃຊ້ມາດຕະການທີ່ເຂັ້ມງວດ​ແຕ່​ກ່ອນ.

ທີ​ສອງ, ສັນຍາ CPTPP ​ແລະ EVFTA ບັນຈຸມີຂໍ້ກຳນົດຫຼາຍຂໍ້ທີ່​ຄວບ​ຄຸມ​ນະ​ໂຍບາຍການຄ້າພາຍໃນຂອງປະເທດສະມາຊິກ. ຈຸດປະສົງ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ໂປ່​ງ​ໃສ, ​ແຂ່ງຂັນ, ສະ​ເໝີ​ພາບ; ຮັບປະກັນ​ຄຸນຄ່າ​ຂອງ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ເປີດ​ເສລີ​ການ​ຄ້າທີ່​ບໍ່​ຖືກ​ຫຼຸດ​ລົງ​ຍ້ອມ​ບັນດາ​ມາດ​ຕະການ​ປົກ​ປ້ອງທີ່​ສ້າງ​ຂຶ້ນ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ. ຄວາມ​ໂປ່​ງ​ໃສ​ແມ່ນ​ຂໍ້​ກໍານົດ​ທີ່​ສອດ​ຫ້ອຍ​ທຸກ​ສ່ວນ​ຂອງ​ບັນດາ​ສັນຍາ CPTPP ​ແລະ EVFTA. ​ໃນ​ເກືອບ​ທຸກ​ໝວດ​ຂອງ​ສັນຍາ​ລ້ວນ​ແຕ່​ມີ​ມາດຕາ​ກ່ຽວ​ກັບ​ຄວາມ​ໂປ່​ງ​ໃສ: ການເປີດເຜີຍຂໍ້ມູນ, ການ​ອັບ​ເດດ​ຂໍ້​ມູນ​ຢູ່​ໃນ​ເວ​ບ​ໄຊ​ທາງ​ການ, ສິດທິໃນການເຂົ້າເຖິງຂໍ້ມູນຂອງວິສາຫະກິດແລະສັງຄົມ... ຜ່ານ​ນັ້ນ, ບັນດາ​ວິ​ສາ​ຫະກິດກໍາໄດ້ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ມີ​​ໂອກາດ​ສະ​ແດງ​ທັດສະນະ​ຄວາມ​ເຫັນ ​ແລະ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ.

ການ​ແຂ່ງຂັນ​ແມ່ນ​ພາກສ່ວນ​ຫຼັກ​ຂອງ​ເສດຖະກິດ​ຕະຫຼາດ, ຊ່ວຍ​ໃຫ້​ຕະຫຼາດດຳເນີນ​ຢ່າງ​ມີ​ປະສິດທິ​ຜົນ. ​ເພື່ອ​ສ້າງ​ສະພາບ​​ແວດ​ລ້ອມ​ການ​ແຂ່ງຂັນ​ທີ່​ສົດ​ໃສ, ສະ​ເໝີ​ພາບ, CPTPP ​ແລະ EVFTA ມີ​ຂໍ້ກໍານົດຕ່າງໆ​ເພື່ອ​ສ້າງ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ວິ​ສາ​ຫະກິດສັງກັດ​ບັນດາ​ພາກສ່ວນ​ເສດຖະກິດກ່ຽວ​ກັບສະຖານະ​ທາງ​ກົດໝາຍ ພ້ອມທັງສິດໃນການ​ເຂົ້າຮ່ວມການ​ເຄື່ອນ​ໄຫວທາງການຄ້າ. ຫຼັກການ​ບໍ່ຈຳ​ແນ​ກການ​ປະ​ປຶດ ລວມທັງຫຼັກການຊາດ​ທີ່​ນິຍົມ​ທີ່​ສຸດ (MFN - Most favoured nation) ​ແມ່ນ​ຫຼັກການ​ກົດໝາຍ​ທີ່​ສໍາຄັນ​ທີ່​ສຸດ​ຂອງ WTO ​ແລະ​ຫຼັກການການ​ປະຕິ​ບັດ​ຕໍ່​ຊາດ (NT  - National Treatment) ​ເປັນ​ທີ່​ເຂົ້າ​ໃຈ​ວ່າ ບົນພື້ນຖານຄໍາໝັ້ນ ສັນຍາທາງການຄ້າ, ປະເທດໜຶ່ງຈະໃຫ້ກັບຜະລິດຕະພັນ, ການ​ບໍລິການ​ ແລະ​ຜູ້ສະໜອງຂອງ​ປະ​ເທດ​ອື່ນ ຄວາມບຸລິມະສິດຕ່າງໆ​ທີ່ບໍ່ຕໍ່າກວ່າ ທຽບກັບບຸລິມະສິດ​ທີ່​ປະເທດນັ້ນກໍາລັງ​ປະຕິບັດ ແລະຈະມອບໃຫ້ກັບຜະລິດຕະພັນ, ການ​ບໍລິການ​ແລະຜູ້ສະໜອງ ຂອງປະເທດຕົນ​ເອງ. ຫຼັກການການ​ປະຕິ​ບັດ​ຕໍ່​ຊາດຮັບປະກັນ​ຄວາມ​ສະ​ເໝີ​ພາບ ​ລະຫວ່າງ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ກັບ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ບັນດາລັດ​ວິ​ສາຫະກິດ​ການ​ຄ້າຕ້ອງ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ; ຕ້ອງບໍ່ເຂົ້າຮ່ວມພຶດຕິກໍາຕໍ່ຕ້ານການແຂ່ງຂັນເມື່ອມີຕໍາແໜ່ງຜູກຂາດ, ສົ່ງ​ຜົນກະທົບ​ຕໍ່​ການຄ້າແລະການລົງທຶນ. ລັດຈະບໍ່ໃຫ້ເງິນອຸດໜູນຫຼາຍ​ເກີນຄວນ ​ແກ່​ລັດ​ວິ​ສາ​ຫະກິດ​ການ​ຄ້າ ​ເຖິງ​ລະດັບທີ່ມັນສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອື່ນ. ລະບຽບການປະມູນ​​ໄດ້ເພີ່ມ​ຄວາມ​ໂປ່​ງ​ໃສ​ແລະ​ການ​ແຂ່ງຂັນ​ໃນ​ການຈັດ​ຊື້​ຈັດ​ຈ້າງ​ສາທາລະນະ; ສ້າງທາງເລືອກຫຼາຍຂຶ້ນ​ໃຫ້​ບັນດາອົງການນໍາໃຊ້ງົບປະມານ, ຈໍາກັດຄວາມ​ສິ້ນ​ເປືອງແລະຄວາມຫຍໍ້​ທໍ້. ​ໃນ​ຄຳໝັ້ນ​ສັນຍາ​ຂອງ​ຕົນ, ຫວຽດນາມ​ໄດ້​ເປີດ​ເຜີຍບັນຊີລາຍຊື່ຂອງ 21 ອົງການສູນກາງ, 38 ໜ່ວຍພາລະກິດ ແລະ 34 ໂຮງໝໍ ທີ່ຈະອະນຸຍາດໃຫ້ວິ​ສາ​ຫະກິດຂອງປະເທດສະມາຊິກ​ເຂົ້າ​ຮ່ວມ​ການ​ປະມູນ​ຊຸດສິນຄ້າ, ການບໍລິການ, ການກໍ່ສ້າງຕິດຕັ້ງ ທີ່ມີມູນຄ່າຈາກ​ເກນ​ທີ່​ລະບຸ​ໄວ້​ໃນ​ສັນຍາ. ​ໂດຍ​ສອດຄ່ອງ​ກັບ​ທ່າ​ອຽງ​ການ​ພັດທະນາ​ເສດຖະກິດ​ພູມ​ປັນຍາ, ບັນດາ ສຄສ ຮຸ່ນ​ໃໝ່ລ້ວນ​ແຕ່​ເພີ່ມລະດັບ​ການ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນຍາ ທຽບ​ກັບ​ບັນດາ​ຂໍ້​ ກໍານົດ​ຂອງ WTO. ​ເວລາ​ແລະ​ລະດັບ​ການ​ປົກ​ປ້ອງເຈົ້າຂອງສິ່ງ​ປະດິດ​ທາງ​ເພສັດຊະກໍາ, ລິຂະສິດ... ​ໄດ້​ເພີ່ມ​ຂຶ້ນ. ບັນດາປະເທດຕ້ອງມີມາດຕະການບັງຄັບ​ໃຊ້​ເພື່ອປົກປ້ອງສິດ​ໃນຊັບສິນທາງປັນຍາຕໍ່ກັບເຄື່ອງໝາຍການຄ້າ, ລິຂະສິດ ​ແລະ ສິດທີ່ກ່ຽວຂ້ອງຢູ່ຊາຍແດນ. ພ້ອມ​ກັນ​ນັ້ນ, ຈຳ​ເປັນ​ຕ້ອງປະຕິບັດ​ທາງ​ອາຍາຕໍ່​ການລະ​ເມີດສິດທິຊັບສິນທາງປັນຍາ, ໂດຍເນັ້ນໃສ່ການລະເມີດເຄື່ອງໝາຍການຄ້າ, ລິ​ຂະ​ສິດ ແລະສິດທີ່ກ່ຽວຂ້ອງ. ນອກຈາກ​ນັ້ນ, ການຈົດທະບຽນລິຂະສິດຕ້ອງ​ລຽບງ່າຍ, ​ໂປ່​ງ​ໃສ, ສະດວກ ແລະສົ່ງ​ເສີມ​ການ​ສະໝັກທາງອີເລັກໂທຣນິກ. ກົດໝາຍ​ຄຸ້ມ​ຄອງ​ສິດທິ​ໃນ​ຊັບ​ສິນ​ທາງ​ປັນຍາ​ມີ​ຄວາມ​ເຂັ້ມ​ແຂງຈະ​ເພີ່ມ​ປະສິດທິພາບ​ໃນ​ການຕໍ່ສູ້ກັບ​ສິນຄ້າ​ປອມ​ແປງ, ສິນຄ້າລອກຮຽນແບບ ແລະ ສົ່ງ​ເສີມ​ການ​ຄົ້ນຄວ້າ, ການ​ນຶກ​ຄິດປະດິດ​ສ້າງ.  

ທີ​ສາມ, ບັນດາ ສຄສ ຮຸ່ນ​ໃໝ່​ໄດ້ໃຫ້ຄວາມສຳຄັນກັບເປົ້າໝາຍການ​ພັດທະ​ນາ​ແບບຍືນຍົງຢູ່ສະເໝີີ. ສິ່ງ​ນີ້ສະທ້ອນໃຫ້ເຫັນໃນລະບຽບການທີ່ບໍ່ແມ່ນການຄ້າ (ສະພາບ​ແວດ​ລ້ອມ, ​ແຮງ​ງານ...) ​ແຕ່ຈະຖືກຜູກມັດໂດຍມາດຕະການການຄ້າ. ສັນຍາ CPTPP ​ແລະ EVFTA ບໍ່ໄດ້ກຳນົດຄວາມຕ້ອງການໃໝ່​ເມື່ອ​ທຽບ​ກັບ​ມາດຕະຖານ​ສາກົນທົ່ວ​ໄປກ່ຽວ​ກັບ​ແຮງ​ງານແລະສິ່ງແວດລ້ອມ. ບັນດາ​ປະ​ເທດ​ສະມາຊິກ​ມີ​ພັນທະທີ່ຈະເຂົ້າຮ່ວມສົນທິສັນຍາສາກົນສະເພາະທີ່​ໄດ້ຮັບ​ການ​ຍອມຮັບຢ່າງກວ້າງຂວາງໃນດ້ານນີ້. ຄຸນຄ່າ​ສ່ວນ​ເກີນ​ຂອງບັນດາ ສຄສ ຮຸ່ນ​ໃໝ່ທີ່ນຳ​ມາ​ໃຫ້​ຂໍ້ກໍານົດ​ເຫຼົ່າ​ນີ້​ແມ່ນ ຍົກ​ສູງ​ການ​ບັງຄັບ​ໃຊ້​ໂດຍ​ແປ​ໃຫ້​ເປັນ​ພັນທະ​ທີ່​ບັງຄັບ​ເຊິ່ງປະກັນ​ໂດຍ​ເຄື່ອງມື​ທາງ​ເສດຖະກິດ, ກົນ​ໄກ​ແກ້​ໄຂ​ຂໍ້​ພິພາດ​ແລະ​ການ​ລົງ​ໂທດ​ທາງ​ການ​ຄ້າ.

ທີ​ສີ່, ສັນຍາ CPTPP ​ແລະ EVFTA ​ເຊີດ​ຊູ​ບົດບາດ​ຂອງ​ວິ​ສາ​ຫະກິດ ​ແລະ​ຄວາມ​ສຳຄັນ​ຂອງການ​ສ້າງ​ບັນດາ​ກົນ​ໄກອຳນວຍ​ຄວາມ​ສະດວກ​ໃຫ້​ກັບ​ວິ​ສາ​ຫະກິດ​ໃນ​ການ​ເຂົ້າ​ເຖິງ​ປະ​ໂຫຍ​ດຂອງການ​ຄ້າ​ເສລີ. ນີ້​ແມ່ນ​ການ​ເຂົ້າ​ເຖິງ​ທີ່​ກ້າວໜ້າ ​ແລະ​ປະຕິ​ບັດ​ໄດ້​ຈິງ, ​ເພາະວ່າ​ວິ​ສາ​ຫະກິດ​ແມ່ນ​ຜູ້​ທີ່ນໍາເອົາຄໍາໝັ້ນສັນຍາ​ເຂົ້າສູ່ຊີວິດ. ລະດັບທີ່​ວິ​ສາ​ຫະກິດ​ໃຊ້​ປະ​ໂຫຍ​ດຈາກຄໍາໝັ້ນສັນຍາ​ແມ່ນ​ຕົວ​ວັດ​ແທກ​ມູນ​ຄ່າຂອງສັນຍາ. ​ແນ​ໃສ່​ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ສັນຍາ ຫຼື​ຂໍ້​ມູນ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ວິ​ສາ​ຫະກິດ​ເພື່ອ​ປະຕິບັດ, ບັນດາ​ຝ່າຍ​ທີ່​ລົງ​ນາມ​ ມີພັນທະໃນການຮັກສາປະຕູຫຼືເວບໄຊສາທາລະນະ. ໃນ​ສັນຍາ CPTPP, ຄະນະກຳມະການວິສາຫະກິດຂະໜາດນ້ອຍແລະຂະໜາດກາງ ​ເຊິ່ງປະກອບ​ດ້ວຍ​ຜູ້​ແທນ​ພາກ​ລັດ​ຈາກ​ທຸກ​ຝ່າຍ ຈະ​ປຶກສາຫາລືຢ່າງ​ສະໝ່ຳສະ​ເໝີ​ເຖິງການ​ສະໜັບສະໜູນ​ການ​ສ້າງຄວາ​ມສາມາດ​, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ. ວິສາຫະກິດຕ່າງປະເທດບໍ່ຢູ່ພາຍໃຕ້ກົດລະບຽບການບັງຄັບໃຊ້ (ອັດຕາ​ການ​ສົ່ງ​ອອກ​ຕ່ຳ​ສຸດ, ການ​ໃຊ້​ວັດຖຸ​ດິບ​ໃນ​ປະ​ເທດ, ການບັງຄັບໃຊ້ເທັກໂນໂລຍີ...) ​ແລະ​ມີ​ສິດ​ໃຊ້​ກົນ​ໄກ​ອະນຸຍາ​ໂຕ​ຕຸລາການ​ສາກົນ​ ເພື່ອ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຕົນ. ພິ​ເສດ, ບັນດາ​ສັນຍາ​ນີ້​ລ້ວນ​ແຕ່​ມີ​ຂໍ້​ບັງຄັບ​ໂດຍ​ລະອຽດກ່ຽວ​ກັບ​ການ​ລົດ​ຄວາມ​ສັບສົນ​ຂອງ​ຂັ້ນ​ຕອນທາງສຸລະກາກອນ ​ແລະ​ແຫຼ່ງກໍາ​ເນີດ​ຂອງ​ສິນຄ້າ. ບັນດາ​ວິ​ສາ​ຫະກິດສົ່ງ​ອອກ​ໄດ້​ຮັບອະນຸຍາດໃຫ້ນຳສະເໜີເອກະສານເອເລັກໂຕຣນິກ ດຳ​ເນີນ​ການ​ຕາມ​ຂັ້ນ​ຕອນ​ກ່ອນ​ທີ່​ສິນຄ້າ​ຈະ​ມາ​ເຖິງ​ທ່າ​ເຮືອ, ນຳ​ໃຊ້ກົນ​ໄກ​ປະຕູ​ດຽວ, ປະຕິບັດ​ການ​ຄວບ​ຄຸມ​ຄວາມ​ສ່ຽງ​ແລະ​ກວດກາ​ພາຍຫຼັງ, ອະນຸຍາດໃຫ້ນໍາໃຊ້ກົນ​ໄກວິ​ສາ​ຫະກິດຢັ້ງຢືນ​ແຫຼ່ງກໍາເນີດຂອງ​ສິນຄ້າ​ດ້ວຍ​ຕົນ​ເອງ... ລະບຽບການອຳນວຍຄວາມ​ສະດວກ​ທາງ​ການ​ຄ້າເຫຼົ່ານີ້​ມີ​ຄວາມ​ໝາຍ​ດຽວ​ກັນ​ກັບ​ພັນທະ​ໃນ​ການພິສູດ, ອະທິບາຍ​ລາຍ​ງານ​ກ່ຽວ​ກັບ​ສິນຄ້າ​ຂອງ​ວິ​ສາ​ຫະກິດ ​ໄດ້​ຫັນປ່ຽນ​ເປັນຄວາມ​ຮັບຜິດຊອບ​ໃນ​ການ​ຕິດຕາມ​ກວດກາ, ກວດກາ​ຂອງ​ອົງການ​ຄຸ້ມ​ຄອງ. ບັນດາ​ວິ​ສາຫະກິດປະຫຍັດຄ່າໃຊ້ຈ່າຍ​ໃນ​ການ​ເຮັດ​ທຸລະກໍາ​ແລະ​ເວລາສໍາລັບຂັ້ນຕອນຕ່າງໆ​ໄດ້​ຫຼາຍ. ພ້ອມ​ກັນ​ນັ້ນ, ສ້າງ​ກົນ​ໄກ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດປະຕິບັດ​ຕາມລະບຽບ​ການ​ຄຸ້ມ​ຄອງ​ຢ່າງ​ເຄັ່ງ​ຄັດ ​ແລະ​ປະຕິບັດ​ຂະບວນການຄຸ້ມ​ຄອງ​ການ​ເງິນ​ທີ່​ໄດ້​ຕາມ​ມາດຕະຖານ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຮັບຜິດຊອບ​​ໃນ​ການ​ຄຸ້ມ​ຄອງ​ຂອງ​ອົງການ​ບໍລິຫານ​ມີ​ຄວາມ​ໜັກໜ່ວງກວ່າ​​ແຕ່​ກ່ອນ. ຮຽກຮ້ອງ​ໃຫ້​ອົງການ​ເຫຼົ່າ​ນີ້ຕ້ອງ​ປັບປຸງ​ຂະ​ບວນການ​ໃຫ້​ທັນ​ສະ​ໄໝ, ຍົກ​ສູງ​ຄວາມ​ສາມາດ ​ແລະ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ຄຸ້ມ​ຄອງ. 

ຄວາມ​ໝາຍ​ຂອງ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່​ຕໍ່​ການ​ພັດທະນາ​​ແບບ​ຍືນ​ຍົງ

ບັນດາ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່ທັນທີທີ່ມີຜົນບັງຄັບໃຊ້ ໄດ້ນໍາເອົາສັນຍານ​ທີ່​ດີມາສູ່ການຄ້າ. ມູນ​ຄ່າ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດທີ່​ຫວຽດນາມ​ຍັງ​ບໍ່​ທັນ​ມີ ສຄສ (ກາ​ນາ​ດາ, ​ເມັກ​ຊິກ) ​ເພີ່ມ​ຂຶ້ນ​​ແຕ່ 20% ​ເຖິງ 30% ​ໃນ​ປີທຳ​ອິດ​ທີ່​ສັນຍາ​ມີ​ຜົນ​ບັງຄັບ​ໃຊ້. ປີ 2020, ເຖິງວ່າຈະມີຜົນກະທົບທາງລົບ ຈາກການແຜ່ລະບາດຂອງ​ພະຍາດ​ໂຄ​ວິດ-19 ກໍ​ຕາມ ​ແຕ່ການສົ່ງອອກໄປຍັງຕະຫຼາດເຫຼົ່ານີ້ຍັງເພີ່ມຂຶ້ນຈາກ 12% ເປັນ 15%. ສຳລັບ​ສັນຍາ EVFTA, 5 ​ເດືອນທຳອິດຂອງ​ການຈັດ​ຕັ້ງ​ປະຕິບັດ (​ແຕ່​ເດືອນ​ສິງຫາ​ເຖິງ​ເດືອນ​ທັນວາ 2020) ໄດ້ອອກໃບຢັ້ງຢືນ​ແຫຼ່ງກຳເນີດສິນຄ້າ EUR.1 ​ເປັນ​ຈຳນວນ 62.500 ຊຸດ; ອະນຸຍາດໃຫ້ສິນຄ້າ 2,35 ຕື້​ໂດ​ລາ​ສະຫະລັດ ສາມາດ​ສົ່ງ​ອອກ​ໄປ​ຍັງຕະຫຼາດອີ​ຢູ (​ເທົ່າ​ກັບ 15% ມູນ​ຄ່າ​ການ​ສົ່ງ​ອອກ​ໃນ​​ໄລຍະ​ດຽວ​ກັນ) ໄດ້ຮັບຜົນປະໂຫຍດພິເສດ. ອາ​ໃສ​ສິ່ງ​ດັ່ງກ່າວ, ມູນ​ຄ່າ​ສິນຄ້າ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ອີ​ຢູ​ໄດ້​ເພີ່ມຂຶ້ນ 1,6% ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2019, ​ເວລາ​ທີ່​ຍັງ​ບໍ່​ມີການລະ​ບາດຂອງ​ພະຍາດ. ຜົນໄດ້ຮັບໃນທາງບວກ​ເຖິງ​ແມ່ນ​ວ່າ​ສະພາບ​ເສດຖະກິດ​ໂລກ​ຕົກຕໍ່າ ​ໄດ້ສະແດງໃຫ້ເຫັນເຖິງຄວາມດຶງດູດຂອງ​ຕະຫຼາດ​ທີ່​ເປີດ​ໃໝ່, ​​ທ່າ​ແຮງ​ແລະ​ຄວາມຄ່ອງແຄ້ວຂອງວິ​ສາ​ຫະກິດ. ດ້ວຍ​ການ​ປະຕິບັດ​ສັນຍາ EVFTA ​ແນ່ນອນ​ວ່າ ສະຫະພາບເອີຣົບຈະເພີ່ມຂຶ້ນຢ່າງ​ໄວ​ໃນ​ບັນຊີ​ລາຍ​ຊື່​ຄູ່​ຄ້າ​ຂອງ​ຫວຽດນາມ. ສິນຄ້າ​ກະສິກຳຂອງ​ຫວຽດນາມ​ມີ​ໂອກາດດີ​ທີ່​ຈະ​ແຊກ​ຊຶມ​ເຂົ້າ​ໃນຕະຫຼາດ​ທີ່​ມີ​ທ່າ​ແຮ​ງ​ແລະ​ມີ​ລາຄາ​ດີ​ແຫ່ງ​ນີ້. ພ້ອມ​ກັນ​ນັ້ນ, ຜູ້​ບໍລິ​ໂພ​ກຊາວ​ຫວຽດນາມ​ຈະ​ສາມາດ​ເຂົ້າ​ເຖິງສິນຄ້າ​ບໍລິ​ໂພ​ກອຸປະ​ໂພ​ກ​ເອຣົບທີ່​ຄຸນ​ນະພາ​ບສູງ​ໃນ​ລາຄາ​ທີ່​ຖືກ​ກວ່າ.​

ນອກຈາກ​ນັ້ນ, ​ເຄືອ​ຂ່າ​ຍບັນດາ ສຄສ ​ໄດ້​ຊ່ວຍ​ໃຫ້​ຫວຽດນາມ​ຫຼຸດຜ່ອນ​ຜົນ​ກະທົບຈາກການຊຸດໂຊມຂອງລະບົບການຄ້າຫຼາຍຝ່າຍ. ສົງຄາມ​ການ​ຄ້າ​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ​ໃ​ຫຍ່, ພິ​ເສດ​ແມ່ນ​ລະຫວ່າງ​ອາ​ເມ​ລິ​ກາ​ແລະ​ຈີນ ​ໄດ້​ສົ່ງ​ຜົນ​ກະທົບ​ທີ່​ຮ້າຍ​ແຮງ​ຕໍ່​ບົດບາດ​ຂອງ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ. ບັນດາ​ປະ​ເທດ​ໃຫຍ່​ໄດ້​ວາງ​ມາດ​ຕະການ​ປົກ​ປ້ອງ​ຕາມ​ລຳພັງ​ໃຈ ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຂໍ້ກຳນົດ, ຫຼັກການ​ຂອງ WTO ​ແລະ​ ເຮັດ​ໃຫ້​ກົດໝາຍ​ແລະ​ກົນ​ໄກ​ແກ້​ໄຂ​ຂໍ້​ພິພາດ​ຂອງ​ອົງການ​ນີ້​ເປັນ​ໂມຄະ. ບັນດາ​ພື້ນຖານ​ເສດຖະກິດ​ນ້ອຍ​ແລະ​ມີ​ລະດັບ​ການ​ເປີດ​ປະຕູ​ສູງ​ຄື​ປະ​ເທດ​ຫວຽດນາມ ຈະ​ຖືກ​ເສຍ​ຫາຍຢ່າງ​ງ່າຍ​ ​ເມື່ອ​ຮາກ​ຖານ​ທາງ​ກົດໝາຍສຳລັບ​ການ​ຄ້າ​ລະຫວ່າງ​ປະ​ເທດທີ່​ມີ​ມາ​ນານ​ຫຼາຍ​ປີ​ເສື່ອ​ມ​ໂຊມ​ລົງ. ​ໃນ​ສະຖານະ​ການ​ນັ້ນ, ບັນດາ ສຄສ ​ໄດ້​ເສີມ​ຂະຫຍາຍ​ບົດບາດຂອງ​ເວທີ​ສົນ​ທະນາ ກໍ​ຄືກອບ​ກົດໝາຍ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ການ​ຄ້າ​ລະຫວ່າງຫວຽດນາມ ​ແລະບັນດາ​ຄູ່​ຮ່ວມ​ງານອັນ​ດັບ​ໜຶ່ງ​ຂອງ​ຕົນ, ຊ່ວຍພວກເຮົາຫຼຸດຜ່ອນການຂັດແຍ້ງທີ່ມີຜົນກະທົບທາງລົບຕໍ່ການຄ້າ.  

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜົນ​ປະ​ໂຫຍ​ດຍາວ​ນານ​ແລະ​ມີ​ຄວາມ​ໝາຍ​ທີ່​ສຸດ​ຕໍ່​ການ​ພັດທະນາ​ແມ່ນ​ ບັນດາ​ຫຼັກ​ເກນທີ່​ມີ​ລັກສະນະ​ປະຕິ​ຮູບຕໍ່​ສະພາບ​ແວດ​ລ້ອມ​ການ​ຄ້າ​ໃນ​ບັນດາ​ສັນຍາ​ຮຸ່ນ​ໃໝ່. ​ແຕ່​ເມື່ອ​ເຂົ້າ​ຮ່ວມ WTO, ພວກ​ເຮົາຫາກໍ່ມີການ​ທົບ​ທວນຄືນ​ລະບົບ​ເອກະສານທາງກົດໝາຍຢ່າງຮອບດ້ານ ເພື່ອສືບຕໍ່ເຮັດໃຫ້ນະໂຍບາຍການ​ຄ້າ​ສົມບູນຄືທີ່​ຜ່ານ​ມາ. ກ່ຽວ​ກັບ​ສັນຍາ CPTPP, ກະຊວງ​ຍຸຕິ​ທຳ​ໄດ້​ເປັນ​ປະທານ​ແລະ​ຮ່ວມ​ກັບບັນດາກະຊວງ, ຂະ​ແໜງ​ການ ເພື່ອທົບທວນເອກະສານກົດໝາຍ​ ແລະ​ເອກະສານອະນຸ​ກົດ​ໝາຍ 256 ສະບັບ, ສະເໜີປັບປຸງ​ແກ້​ໄຂເອກະສານ 12 ສະບັບ (​ໃນ​ນັ້ນ​ມີ​ກົດໝາຍ 8 ສະບັບ) ອອກເອກະສານໃໝ່ 5 ສະບັບ. ສຳລັບ​ສັນຍາ EVFTA, ບົນ​ພື້ນຖານ​ຂອງ​ການ​ທົບ​ທວນ​ເອກະສານ 219 ສະບັບ, ລັດຖະບານ​ໄດ້​ຍື່ນ​ສະ​ເໜີຕໍ່ສະພາແຫ່ງຊາດເພື່ອ​ແກ້​ໄຂ​ເອກະສານ 4 ສະບັບ (ກົດໝາຍ 2 ສະບັບ) ​ແລະ​ອອກ​ເອກະສານ​ໃໝ່ 4 ສະບັບ. ນັ້ນບໍ່ໄດ້ເວົ້າເຖິງຂໍ້ກໍານົດຫຼາຍສິບຂໍ້ ​ໃນ​ທັງ​ສອງ​ສັນຍາ ທີ່ຈະນໍາໃຊ້ໂດຍກົງ ເພາະວ່າມັນໄດ້ລະບຸໄວ້ຢ່າງຈະແຈ້ງພຽງພໍ ​ແລະ​ບໍ່​ຂັດ​ແຍ້​ງກັບ​ກົດໝາຍປັດຈຸບັນ. ຈຳນວນ​ເອກະສານ​ທີ່​ໄດ້​ຮັບ​ການ​ທົບ​ທວນ ​ແລະ​ຕ້ອງການ​ປັບປຸງ​ແກ້​ໄຂ, ອອກ​ໃໝ່ ​ໄດ້​ໃຫ້​ເຫັນ​ເຖິງ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ ແລະລະດັບ​ອິດ​ທິພົນ​ຂອງ​ບັນດາ​ສັນຍາ​ນີ້​ຕໍ່​ກັບ​ເສດຖະກິດ. ນອກຈາກ​ນີ້ ຄວນ​ສັງ​ເກດ​ວ່າ ການ​ແກ້​ໄຂ​ກົດໝາຍ​ບໍ່​ໄດ້ຈຳກັດ​ສະ​ເພາະ​ຫວຽດນາມ​ເທົ່າ​ນັ້ນ. ບັນດາ​ປະ​ເທດ​ສາມາ​ຊິກ​ທີ່​ລົງນາມ​ໃນບັນດາ ສຄສ ຂ້າງ​ເທິງ, ລວມມີ​ບັນດາ​ປະ​ເທດ​ຊັ້ນນໍາ​ເຊັ່ນ ຍີ່ປຸ່ນ, ກາ​ນາ​ດາ, ປະ​ເທດ​ສະມາ​ຊິກ​ອີ​ຢູ,... ລ້ວນ​ແຕ່​ຕ້ອງດຳ​ເນີນ​ການສ້າງກົດໝາຍ​ ​ເພື່ອ​ປະຕິບັດ​ສັນຍາ​ໃນ​ລະດັບ​ທີ່​ຕ່າງ​ກັນ ​ເພື່ອ​ອັບ​ເດດ​ບັນດາ​ປັດ​ໄຈນໍາ​ໜ້າ​ຂອງສັນຍາ​ເຫຼົ່າ​ນີ້​ ເຂົ້າ​ໃນ​ກົດໝາຍ​ພາຍ​ໃນ​ປະ​ເທດ. ກອບ​ກົດໝາຍ​ການ​ຄ້າ​ທີ່​ໂປ່​ງ​ໃສ, ​ແຂ່ງຂັນ, ຂັ້ນ​ຕອນ​ສະດວກ​ດີ... ຈະ​ສ້າງ​ຜົນ​ກະທົບ​ທີ່​ກວ້າງຂວາງ, ຍາວ​ນານ ​ເພື່ອ​ໃຫ້​ພື້ນຖານ​ເສດຖະກິດດຳ​ເນີນ​ການ​ຢ່າງມີ​ປະສິດທິ​ຜົນ​ແລະ​ຍືນ​ຍົງ. ລາຍ​ງານ​ກ່ຽວ​ກັບ​ຄວາມ​ສາມາດ​ແຂ່ງຂັນ​ທົ່ວ​ໂລກ​ໃນ​ປີ 2019-2020 ຂອງ​ທະນາຄານ​ໂລກ​ໃຫ້​ເຫັນ​ວ່າ, ມີ​ສາມ​ອຸປະສັກ​ທີ່​ເຮັດ​ໃຫ້​ນັກທຸລະກິດ​ເປັນ​ກັງວົນ​ທີ່​ສຸດ​ ເມື່ອ​ເຂົ້າ​ເຖິງ​ຕະຫຼາດບັນດາ​ປະ​ເທດ​ກຳລັງ​ພັດທະນາ, ​ໃນ​ນັ້ນ​ມີ​ຫວຽດນາມ​ແມ່ນ ຂັ້ນຕອນການອະນຸມັດການລົງທຶນ, ຂໍ້ກຳນົດກ່ຽວກັບເນື້ອໃນພາຍໃນ ແລະ ຂໍ້ກຳນົດກ່ຽວກັບແຮງງານຕ່າງປະເທດ. ປັດ​ໄຈ​ຄ່າແຮງງານຖືກຢູ່ໃນອັນດັບທີ 11 ເທົ່ານັ້ນ. ດັ່ນນັ້ນ, ການ​ປະຕິບັດຢ່າງ​ເຂັ້ມ​ງວດ​ຄຳ​ໝັ້ນ​ສັນຍາກ່ຽວ​ກັບ​ການ​ລົງທຶນ​ໃນ​ບັນດາ​ ສຄສ ຮຸ່ນ​ໃໝ່ທີ່​ກ່າວ​ມາ​ຂ້າງ​ເທິງ ພ້ອມ​ກັນ​ກັບຜົນ​ປະ​ໂຫຍ​ດທີ່​ຊ້ອນ​ແຝງ​ຈາກ​ເຄືອ​ຂ່າຍ ສຄສ ທີ່​ປົກ​ຫຸ້ມ​ຫວຽດນາມ ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ມີ​ຄວາມ​ໄດ້​ປຽບຢ່າງ​ຫຼວງຫຼາຍ​ໃນ​ການ​ດຶງ​ດູດ​ກະ​ແສ​ການລົງທຶນມີ​ທ່າ​ອຽງ​ທີ່​ຈະ​ເຄື່ອນ​ລົງ​ມາ​ໃນ​ອາຊີ​ໃຕ້. ບັນດາ​ຄຸນຄ່ານໍາ​ໜ້າຂອງ​ການ​ຄ້າ​ເສລີ​ແລະການ​ປະຕິ​ຮູບປະກອບ​ເປັນ​ແຮງ​ດຶງ​ດູດ​ຂອງ​ ສຄສ ​ເຫຼົ່າ​ນີ້​ຕໍ່​ກັບ​ໂລກ. ບາງພື້ນຖານ​ເສດຖະກິດ​ນໍາໜ້າ​ໄດ້​ສະແດງເຈດຈຳນົງພິຈາລະນາຄວາມເປັນໄປໄດ້ໃນການເຂົ້າຮ່ວມ CPTPP.

ຄວາມ​ໝາຍ​ໜຶ່ງ​ທີ່​ລະ​ເລີຍ​ບໍ່​ໄດ້​ຄື ຂະ​ບວນການ​ເຈລະຈາ​ບັນດາ ສຄສ ຮຸ່ນ​ໃໝ່​ໄດ້​ຊ່ວຍ​ຝຶກ​ອົບຮົມ​ໃຫ້​ຖັນ​ແຖວ​ຜູ້​ຊ່ຽວຊານ​ການ​ຄ້າ​ສາກົນ​ເຕີບ​ໃຫຍ່​ຂະຫຍາຍຕົວ. ສັນຍາ CPTPP ​ແລະ EVFTA ​ແມ່ນ​ບັນດາ​ສັນຍາ​ທີ່​ມີ​ຄວາມນໍາໜ້າ​ໃນ​ການ​ເຂົ້າ​ເຖິງ​ບັນດາ​ບັນຫາ​ການ​ຄ້າ ​ແລະ​ພ້ອມ​ກັນ​ນັ້ນ​ກໍ​ມີ​ຄວາມ​ສັບສົນ​ທີ່​ສຸດ​ທາງ​ດ້ານ​ເຕັກນິກ. ພະນັກງານ​ເຈລະຈາ​ຂອງ​ພວກ​ເຮົາ​ໄດ້​ຮຽນ​ຮູ້​ແລະ​ເຕີບ​ໃຫຍ່​ເທື່ອ​ລະ​ກ້າວ ​ເພື່ອ​ເຮັດ​ວຽກ​ຮ່ວມກັບເພື່ອນຮ່ວມງານສາກົນ ເພື່ອສ້າງມາດຕະຖານການຄ້າຂັ້ນສູງ ຕອບ​ສະໜອງ​ທ່າ​ອຽງ​ການ​ພັດທະນາ​ຂອງ​ການ​ຄ້າ​ທັນ​ສະ​ໄໝ. ຄວາມ​ຮູ້, ບົດຮຽນ​ການ​ເຈລະຈາ, ຈິນຕະນາການ​ຍຸກ​ສະ​ໄມ ​ແມ່ນ​ແຫຼ່ງພະລັງ​ທີ່​ມີຄ່າ​ ເພື່ອ​ໃຫ້​ຖັນ​ແຖວ​ພະນັກງານນີ້ສືບຕໍ່​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ການ​ຄຸ້ມ​ຄອງ, ວາງ​ນໍານົດ​ນະ​ໂຍບາຍ, ​ເຮັດ​ໃຫ້​ຜົນ​ປະ​ໂຫຍ​ດຈາກບັນດາ ສຄສ ຮຸ່ນ​ໃໝ່​ກາຍ​ເປັນ​ຮູບ​ປະ​ທຳ./.

-----------------------------

(1) ໂຄງການຊ່ວຍເຫຼືອດ້ານ​ເຕັກນິກ​ໃນ​ການ​ປະຕິບັດ​ສັນຍາ​ການ​ຄ້າຫວຽດນາມ - ສະຫະລັດ​ອາ​ເມ​ລິ​ກາ (​ໂຄງການ STAR)

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 963 (​ເດືອນ​ເມສາ 2021)