ວຽກງານການຕ່າງປະເທດ​ໃນ​ສະ​ໄໝກອງປະຊຸມໃຫຍ່ຄັ້ງທີ 12
ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ແລະທິດທາງແຜນນະໂຍບາຍ
ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃນ​ໄລຍະ​ໃໝ່

ໂດຍ ບຸ່ຍແທງເຊີນ
ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີປະຈຳການກະຊວງການຕ່າງປະເທດ
03:16, 03-09-2021

ວກ. - ​ໃນ​ສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຫວຽດນາມ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ​ໃນ​ທຸກ​ດ້ານ: ຂະໜາດ​ແລະ​ແຮງ​ແຂ່ງຂັນ​ຂອງ​ພື້ນຖານ​ເສດຖະກິດ​ໄດ້​ຮັບ​ການ​ຍົກ​ຂຶ້ນ; ການ​ເມືອງ - ສັງຄົມ​ເປັນ​ປົກກະຕິ; ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ໝັ້ນ​ຄົມ​ໄດ້​ຮັບ​ການ​ຮັກສາ​ແລະ​ເພີ່ມ​ທະວີ; ການ​ພົວພັນ​ຕ່າງປະ​ເທດ ​ແລະ​ເຊື່ອມ​ໂຍງ​ສາກົນນັບ​ມື້​ນັບ​ກວ້າງຂວາງ​ເລິ​ກ​ເຊິ່ງ. ປະກອບສ່ວນ​ສຳຄັນ​ໃນ​ຜົນສຳ​ເລັດ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດນັ້ນ​ແມ່ນ ຄວາມ​ພະຍາຍາມ​ຢ່າງບໍ່​ຢຸດ​ຢັ້ງຂອງ​ຂະ​ແໜງ​ການ​ການ​ຕ່າງປະ​ເທດ, ດ້ວຍ​ບັນດາ​ເສົາ​ຄ້ຳຄື​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ, ການ​ຕ່າງປະ​ເທດ​ປະຊາຊົນ, ​ໄດ້​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງພັກ​ກອມ​ມູນິດ​ຫວຽດນາມ​ຢ່າງ​ແຂງ​ແຮງ, ຕໍ່​ເນື່ອງ ​ແລະ​ ມີ​ປະສິດທິ​ຜົນ ​ເຊິ່ງ​ໄດ້​ຊຸກຍູ້​ແລະ​ສ້າງ​ເງື່ອນ​ໄຂ​ທີ່​ສະດວກ​ດີ​ທີ່​ສຸດ​ສຳລັບພາລະກິດ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ແລະ ບັນດາຜູ້ແທນຖ່າຍຮູບຮ່ວມກັນ, ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ, ຢູ່ທີ່ເມືອງແຂງຮ່ວາ ແຂວງຍາຈາງ ຫວຽດນາມ, ວັນທີ 17 ມັງກອນ 2020 _ພາບ: TTXVN

ຫ້າ​ປີ​ກັບ​ບັນດາ​ເຄື່ອງໝາຍ​ໂດດ​ເດັ່ນ

ອາຍຸການ 5 ປີຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ​(2016-2021) ແມ່ນໄລຍະທີ່ໂລກແລະພາກພື້ນເຫັນການປ່ຽນແປງຢ່າງໄວວາ, ສັບສົນ ​ແລະ ຄາດ​ເດົາ​​ໄດ້ຍາກ, ດ້ວຍການສັ່ນສະເທືອນຢ່າງເປັນລະບົບ ​ເຊິ່ງບໍ່​ເຄີຍ​ເຫັນ​ມາ​ກ່ອນຕັ້ງແຕ່ສົງຄາມເຢັນ. ​ໂດຍ​ສະ​ເພາະ, ການລະບາດ​ໃຫຍ່​ຂອງ​ໂຄ​ວິດ-19 ​ໄດ້​ຍູ້​ແຮງ​ບັນດາ​ທ່າ​ອຽງ​ທີ່​ເກີດ​ຂຶ້ນ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ໃນ​ນັ້ນ, ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ເສດຖະກິດ​ຕ້ອງ​ປະ​ເຊີນ​ກັບຄວາມ​ຕ້ອງການ​ທີ່​ຈະ​ປັບ​ປ່ຽນ​ໄປ​ສູ່​ຄວາມ​ຍືນ​ຍົງ​ຫຼາຍ​ຂຶ້ນ, ​ໂດຍ​ສະ​ເພາະ​ໃນ​ສະພາບ​ການລັດທິຊາດນິຍົມ, ປະຊາ​ນິຍົມທີ່​ເກີດ​ຂຶ້ນຢູ່​ໃນ​ບາງ​ສ່ວນຂອງໂລກ. ການ​ແຂ່ງຂັນ​ຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ໄດ້​ກາຍ​ເປັນ​ດ້ານ​ທີ່​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ສາກົນ. ການ​ນຳ​ໃຊ້​ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ແລະ ການ​ປ່ຽນ​ດິຈິ​ຕອນ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຂງ​ແຮງ, ທັງ​ສ້າງ​ໄອ​ກາດ​ເພື່ອ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ, ທັງວາງ​ຄວາມ​ສ່ຽງ​ຂອງ​ຄວາມ​ຊັກ​ຊ້າ​ທາງ​ດິຈິ​ຕອນ; ບັນດາສິ່ງທ້າທາຍດ້ານຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມເຊັ່ນ: ການປ່ຽນແປງສະພາບອາກາດ, ໄພທໍາມະຊາດ, ຄວາມ​ໝັ້ນຄົງ​ທາງ​ດ້ານ​ແຫຼ່ງນ້ຳ, ຄວາມ​ໝັ້ນຄົງ​ທາງ​ໄຊ​ເບີ, ​ໂລກລະບາດ... ສືບ​ຕໍ່​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ. ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຍັງ​ຄົງ​ເປັນ​ທ່າ​ອຽງ​ໃຫຍ່, ​ແຕ່​ກຳລັງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍຫຼາຍຢ່າງ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫວຽດນາມຍັງບັນລຸໄດ້ຜົນງານທີ່ໜ້າພາກພູມໃຈ: ການ​ເຕີບ​ໂຕ ຈີ​ດີ​ພີ ສະ​ເລ່ຍ​ໃນ​ໄລຍະ 2016-2020 ບັນລຸ​ປະມານ 5,9% ຕໍ່​ປີ; ສະ​ເພາະ​ປີ 2020, ​ເຖິງ​ວ່າ​ຖືກ​ຜົນ​ກະທົບ​ຢ່າງ​ໜັກໜ່ວງຈາກການລະບາດ​ຂອງ​ໂຄ​ວິດ-19 ກໍ​ຕາມ ​ແຕ່​ເສດຖະກິດ​ຫວຽດນາມ​ກໍ່​ຍັງ​ຮັກສາ​ລະດັບ​ການ​ເຕີບ​ໂຕ​ບວກ 2,91%, ​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ລະດັບການ​ເຕີບ​ໂຕສູງ​ທີ່​ສຸດ​ໃນ​ໂລກ. ​ມູນ​ຄ່າ​ການ​ສົ່ງ​ອອກ​ແລະນຳ​ເຂົ້າ​ເພີ່ມ​ຂຶ້ນ 1,7 ​ເທົ່າ, ຈາກ 327,8 ຕື້​ໂດ​ລາ​ສະຫະລັດ​ປີ 2015 ຂຶ້ນ​ເປັນ 543,9 ຕື້​ໂດ​ລາ​ສະຫະລັດປີ 2020. ຈຳນວນ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ​ໃນ​ໄລຍະ 2015-2019 ​ເພີ່​ມຂຶ້ນ 2,3 ​ເທົ່າ, ຈາກ 7,9 ລ້ານ​ຄົນ​ຂຶ້ນ​ເປັນ 18 ລ້ານ​ຄົນ​ໂດຍ​ມີ​ອັດຕາ​ການ​ເຕີບ​ໂຕ 22,7% ຕໍ່​ປີ. ຊີວິດຂອງປະຊາຊົນໄດ້ຮັບການປັບປຸງດີ​ຂຶ້ນ​ຫຼາຍ​ທັງ​ທາງ​ດ້ານຮ່າງກາຍແລະຈິດໃຈ. ກຽດ​ສັກ​ສີ​ແລະ​ຖານະ​ບົດບາດ​ສາກົນ​ຂອງ​ຫວຽດນາມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ບົນ​ຈິດ​ໃຈ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ກຳ​ໂອກາດ​ແລະ​ສ້າງ​ໂອກາດ, ຕັ້ງ​ໝັ້ນ​ແລະ​ໄຫວ​ພິບ​ໃນ​ການ​ຜ່ານ​ຜ່າສິ່ງ​ທ້າ​ທາຍ​ທັງ​ພາຍ​ໃນ​ແລະ​ພາຍ​ນອກ, ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ເວລາ​ທີ່​ຜ່ານ​ມາ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ໂດດ​ເດັ່ນ, ປະກອບສ່ວນ​ທີ່​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງສະພາບ​​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັກສາ​ອຳນາດ​ອະທິປະ​ໄຕ ​ແລະ ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂ​ອງປະ​ເທດ, ດຶງ​ດູດຊັບພະຍາກອນ​ການພັດທະນາ, ຍົກ​ສູງ​ຖານະ​ບົດບາດ​ແລະກຽດ​ສັກ​ສີ​ຂອງ​ຫວຽດນາມ. ລະອຽດ​ຄື:

ການ​ພົວພັນ​ກັບປະ​ເທດ​ອື່ນ, ​ໂດຍ​ສະ​ເພາະບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ, ບັນດາປະ​ເທດ​ໃນ​ພາກ​ພື້ນ, ບັນດາປະ​ເທດ​ໃຫຍ່, ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນພິ​ເສດ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ​ ເຂົ້າ​ສູ່​ລວງ​ເລິກ, ມີ​ເນື້ອ​ແທ້, ສ້າງ​ກອບ​ການ​ພົວພັນ​ທີ່​ໝັ້ນຄົງແລະຍືນຍົງ. ບັນດາກ​ອບການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ​ຄູ່​ຮ່ວມ​ມື​ຮອບດ້ານ ​ໄດ້​ຮັບ​ການ​ເປີດ​ກວ້າງ, ດ້ວຍ​ຈິດ​ໃຈ​ແຫ່ງການເລືອກຄູ່ຮ່ວມງານຫຼັກ ທີ່​ສຳຄັນ. ​ໃນ​ໄລຍະ​ນີ້, ຫວຽດນາມ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ງານ​ຮອບດ້ານກັບ 5 ປະ​ເທດ, ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ 2 ປະ​ເທດ (ອົດ​ສະຕຣາລີ ​ໃນປີ 2018 ​ແລະ ນູ​ແວນ​ເຊ​ລັງ​ ​ໃນປີ 2020), ຈາກ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານກັບປະ​ເທດ​ໜຶ່ງ (ອິນ​ເດຍ ​ໃນ​ປີ 2016), ຍົກ​ຈຳນວນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ/ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ທັງ​ໝົດ​ຂຶ້ນ​ເປັນ 30 ປະ​ເທດ.

ຫວຽດນາມ​ກຳລັງ​ກາຍ​ເປັນ​ປັດ​ໄຈ​ທີ່​ມີ​ຄວາມສຳຄັນຍິ່ງ​ຂຶ້ນ​ໃນ​ຍຸດ​ທະ​ສາດພາກ​ພື້ນ ​ແລະ​ ທົ່ວ​ໂລກ​ຂອງ​ບັນດາ​ປະ​ເທດ​ໃຫຍ່. ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ ໄດ້​ດຳ​ເນີນຢ່າງ​ເປັນ​ປະຈຳ ສະ​ໝ່ຳສະ​ເໝີ, ນັບ​ທັງ​ໃນ​ເວລາ​ທີ່​ການ​ພົວພັນມີ​ບັນຫາ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເລິກ​ເຊິ່ງ​ແລະ​ເນື້ອ​ໃນ​ຂອງ​ການ​ພົວພັນ​ຂອງ​ຫວຽດນາມ​ກັບຄູ່​ຮ່ວມ​ມື. ການທູດທະວິ​ພາຄີໄດ້ປະກອບສ່ວນອັນແທດຈິງ ​ເຂົ້າ​ໃນ​ການ​ຮັບ​ໃຊ້ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ​ໄດ້​ຈັດການ​ແກ້​ໄຂ​ບັນຫາທີ່ມີຢູ່ແລະທີ່ເກີດຂຶ້ນໃນການພົວພັນກັບຄູ່ຮ່ວມມືທີ່ສຳຄັນ​ໄດ້​ດີ, ບໍ່​ປະ​ໃຫ້​ມັນ​ກະທົບ​ຕໍ່​ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ໝັ້ນຄົງ, ການ​ພັດທະນາ ກໍ່ຄືສະພາບ​ການ​ພົວພັນ​ຕ່າງປະ​ເທດຂອງຫວຽດນາມ. ​ເຖິງ​ວ່າຢູ່ໃນສະພາບ​ການການແຜ່ລະບາດຂອງ​ໂຄ​ວິດ-19, ​ແຕ່​ວຽກງານການຕ່າງປະເທດຍັງຄົງປັບປ່ຽນໄດ້ຢ່າງຄ່ອງຕົວ, ສ້າງສັນ ​ແລະ​ມີ​ປະສິດທິຜົນ ດ້ວຍຮູບແບບການທູດທາງອອນໄລ, ພ້ອມ​ກັນ​ນັ້ນ ຫວຽດນາມ​ໄດ້​ສົ່ງ​ເສີມ​ການ​ທູດ​ດ້ານ​ສຸຂະພາບ ​ແລະ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸ​ມ​ໂລກລະບາດ, ຜ່ານນັ້ນຍົກສູງພາບພົດຂອງຫວຽດນາມທີ່​ມີ​ຄວາມ​ສາມາດ​ປັບ​ຕົວ​ສູງ ​ແລະ ມີຄວາມທົນທານຕໍ່ກັບສິ່ງທ້າທາຍຈາກພາຍນອກ, ​ແລະ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ຂອງ​ຊຸມ​ຊົນ​ສາກົນ.

ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ດ້ວຍ​ຈຸດ​ສຸມ​ແມ່ນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ໄດ້​ຮັບ​ການ​ຍູ້​ແຮງ, ດຶງ​ດູດຊັບພະຍາກອນຫຼາຍຂຶ້ນ​ເພື່ອຮັບໃຊ້ການ​ພັດທະນາ​ປະ​ເທດ. ໃນຫ້າ​ປີ​ທີ່​ຜ່ານ​ມາ, ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໄດ້​ຊຸກຍູ້​ການ​ສ້າງກອບ​ຕ່າງໆ​ຫຼຼາຍຢ່າງທີ່​ສະດວກ​ດີ​ສຳລັບ​ການ​ຮ່ວມ​ມື​ສາກົນ, ​ໂດຍ​ສະ​ເພາະ​ການ​ທີ່​ຫວຽດນາມ​ເຂົ້າ​ຮ່ວມ​​ ແລະ ​ລົງ​ນາມ​ໃນສັນຍາ​ການ​ຄ້າ​ເສ​ລີຮຸ້ນ​ໃໝ່ 2 ສະບັບຄື ສັນຍາ​ຄູ່​ຮ່ວມ​ມືຮອບດ້ານ​ແລະ​ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP) ​ແລະ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ສະຫະພາບ​ເອີຣົບ (EVFTA), ​ແລະ ​ສັນຍາ​ການ​ຄ້າ​ເສລີ​ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ຄື ສັນ​ຍາ​ຄູ່​ຮ່ວມມື​ເສດຖະກິດ​ຮອບດ້ານລະດັບ​ພາກ​ພື້ນ (RCEP), ນຳ​ເອົາໂອກາດອັນດີໃນດ້ານການຂະຫຍາຍຕະຫຼາດ, ​ເປີດຄວາມຫຼາກຫຼາຍຂອງ​ຕະຫຼາດ ​ແລະ ການ​ເຂົ້າ​ຮ່ວມ​ເລິກ​ໃນ​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ. ການ​ເຊື່ອມ​ໂຍງ​ທາງ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ການ​ປ້ອງ​ກັນ​ປະ​ເທດ​ນັບ​ມື້​ເຂົ້າ​ສູ່​ລວງ​ເລິກ​, ດ້ວຍຄວາມ​ປະ​ທັບ​ໃຈ​​ທີ່​ສຳຄັນ​ຄື ເປັນຄັ້ງທໍາອິດທີ່ຫວຽດນາມສົ່ງ​ກອງກຳລັງ​ເຂົ້າ​ຮ່ວມກອງກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ. ການ​ເຊື່ອມ​ໂຍງ​ທາງ​ດ້ານ​ວັດທະນະທຳ-ສັງຄົມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ສຶ​ກ​ສາ-​ຝຶກ​ອົບຮົມ ກໍ່​ບັນລຸຄວາມ​ຄືບ​ໜ້າ​ທີ່​ສຳຄັນ.   

ການ​ທູດ​ເສດຖະກິດ​ຮັບ​ໃຊ້​ການ​ພັດທະນາ​ປະ​ເທດ​ ກໍ​ໄດ້​ເພີ່ມ​ທະວີ, ສ້າງ​ສະພາບ​ແວດ​ລ້ອມ​ເອື້ອ​ອຳນວຍ ​ແລະ ສະໜັບສະໜູນ​ໂດຍ​ກົງ ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ບັນດາ​ຂະ​ແໜງ​ການ, ບັນດາ​ທ້ອງ​ຖິ່ນ ​ແລະ​ວິ​ສາ​ຫະກິດ. ວຽກ​ງານ​ທີ່​ປຶກສາ, ຄົ້ນຄວ້າ​ບັນດາ​ບັນຫາ​ເສດຖະກິດ, ຍຸດ​ທະ​ສາດ​ການ​ພັດທະນາ​ໄດ້​ຮັບ​ການ​ຍູ້​ແຮງ, ດ້ວຍບົດລາຍງານທີ່ປຶກສາທີ່ມີຄຸນະພາບຫຼາຍສະບັບ ​ແລະຄຳ​ແນະນຳນະ​ໂຍບາຍຫຼາຍ​ປະການ​ທີ່ທັນເວລາແລະເປັນໄປໄດ້. ກິດຈະກຳ​ການ​ທູດ​ທາງ​ເສດຖະກິດ​ໄດ້​ປະສົມ​ປະສານ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ກິດຈະກຳ​ການ​ຕ່າງປະ​ເທດ​ລະດັບ​ສູງ; ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ​ແຮງ​ງານ, ການທ່ອງທ່ຽວ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສະໜັບສະໜູນ​ວິ​ສາ​ຫະກິດ​ແລະ​ທ້ອງ​ຖິ່ນ​ຢ່າງ​ຕັ້ງໜ້າ, ຈັດການ​ແກ້​ໄຂ​ບັນຫາ​ເສດຖະກິດ-ການ​ຄ້າ​ຈຳນວນ​ໜຶ່ງທີ່​ເກີດ​ຂຶ້ນ​ໃນ​ການ​ພົວພັນ​ຂອງ​ຫວຽດນາມ​ກັບປະ​ເທດ​ອື່ນໆ ​ໄດ້​ຢ່າງ​ໜ້າ​ພໍ​ໃຈ. 

ປະສິດທິ​ຜົນ ​ແລະ ບົດບາດ​ຂອງ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ນັບ​ມື້​ໄດ້​ຮັບ​ການ​ຍົກ​ລະດັບ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ສ້າງ​ແລະ​ກໍ່​ຕັ້ງ​ສະ​ຖາ​ບັນ​ຫຼາຍ​ຝ່າຍ; ​ເສີມ​ຂະຫຍາຍ​ບົດບາດຂອງການສ້າງຄວາມປອງດອງເທື່ອລະກ້າວ, ປະກອບສ່ວນ​ເຂົ້າ​ໃນ​​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ. ໄດ້ຢືນຢັນ​ບົດບາດທີ່​ນັບ​ມື້​ນັບ​ສຳຄັນ​ຂອງ​ກວຽດນາມ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ​ແລະ​ສາກົນ​ເຊັ່ນ: ສະມາຄົມ​ບັນດາ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN), ​ເວ​ທີ​ການ​ຮ່ວມ​ມື​ອາຊີ - ​ເອີຣົບ (ASEM), ​ເວທີ​ການ​ຮ່ວມ​ມືທາງ​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC), ອົງການສະຫະ​ປະຊາ​ຊາດ, ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່ (G-20), ​ເວທີ​ເສດຖະກິດ​ໂລກ (WEF) ​ແລະ​ບັນດາ​ກົນ​ໄກ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ; ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຳຄັນ​ຫຼາຍ​ຢ່າງ ດ້ວຍການຈັດຕັ້ງທີ່ປະສົບຜົນສໍາເລັດຂອງປີ ​ເອ​ເປ​ກ ຫວຽດນາມ 2017, ກອງປະຊຸມເວທີເສດຖະກິດໂລກກ່ຽວກັບອາຊຽນປີ 2018. ​ໃນ​ສະພາບ​ການ​ຂອງການ​ແຜ່​ລະບາດ​ໃຫຍ່​ຂອງ​ໂຄ​ວິດ-19, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ແລະ​ໄຫວ​ພິບ​ ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະທານ ອາ​ຊຽນ 2020, ປະທານ​ກອງ​ປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ 2020 ​ແລະ ສະມາຊິກ​ບໍ່​ຖາວອນ​ຂອງສະພາຄວາມໝັ້ນຄົງ​ແຫ່ງສະຫະປະຊາຊາດສຳລັບ​ວາລະ​ປີ 2020-2021, ທັງ​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ຈັດ​ກິດຈະກຳ​ຕ່າງໆທີ່​ໜ້າ​ປະ​ທັບ​ໃຈ, ທັງ​ສະ​ເໜີ​ຄວາມ​ຄິດ​ລິ​ເລີ່​ມທີ່​ມີ​ຄວາມ​ໝາຍ​ແລະ​ທັນ​ເວລາ​ຫຼາຍ​ຢ່າງ ​ເຊິ່ງຕອບ​ສະໜອງ​ຄວາມ​ສົນ​ໃຈຮ່ວມ​ກັນ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງຈາກ​ເພື່ອນ​ຕ່າງ​ຊາດ. ດ້ວຍ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ສົ່ງ​ເສີມ​ແລະ​ຈັດກອງ​ປະຊຸມ​ສຸກ​ຍອດ​ຜູ້ນຳ​ສະຫະລັດອາ​ເມ​ລິ​ກາ - ​ເກົາຫຼີ​ເໜືອຄັ້ງ​ທີ​ສອງ (​ເດືອນ​ກຸມພາ 2019) ​ໃນ​ນະຄອນ​ຮ່າ​ໂນ້ຍ, ​ໄດ້​ສົ່ງ​ເສີມ​ຢ່າງ​ແຂງ​ແຮງ​ໃຫ້​ເຫັນ​ພາບ​ລັກສະນະ​ຂອງ​ປະ​ເທດ​ຫວຽດນາມ​ທີ່ຮັກຫອມ​ສັນຕິພາບ, ປ່ຽນ​ແປງ​ໃໝ່​ແລະ​ພັດທະນາ, ສະ​ແດງ​ໃຫ້​​ເຫັນ​ເຖິງຄວາມ​ສາມາດ​ໃນ​ການ​ປະກອບສ່ວນ​ເຂົ້າ​ໃນ​​ບັນຫາ​ສັນຕິພາບ​ແລະຄວາມ​ໝັ້ນຄົງຂອງ​ໂລກ. ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ​ຫຼາຍ​ຝ່າຍຍັງປະກອບສ່ວນຮັດແໜ້ນການພົວພັນຫວຽດນາມກັບບັນດາຄູ່ຮ່ວມມື, ພ້ອມ​ກັນ​ນັ້ນ​ກໍ່​ຍາດ​ແຍ່ງ​ໄດ້​ການ​ຊ່ວຍ​ເຫຼືອ​ຈາກ​ພາຍ​ນອກ, ​ເປີດ​ກວ້າງ​ພື້ນ​ທີ່​ການ​ພັດທະນາ ​ແລະຍົກ​ສູງ​ຖານະ​ບົດບາດ​ຂອງ​ຫວຽດນາມ.

ວຽກ​ງານ​ການ​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາອຳນາດ​ອະທິປະ​ໄຕ​ເໜືອ​ທະ​ເລ ໝູ່​ເກາະ ​ແລະ ຜືນ​ແຜ່ນດິນ​ອັນ​ຄົຍ​ຖ້ວນ​ຂອງ​ປະ​ເທດ​ໄວ້​ຢ່າງ​ໝັ້ນຄົງ, ປັບປຸງ​ສະພາບ​ແວດ​ລ້ອມ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ.

ກ່ຽວ​ກັບ​ຊາຍ​ແດນ​ທາງບົກ, ຫວຽດນາມປະສານສົມທົບຢ່າງ​ມິີປະສິດທິ​ຜົນ​ໃນ​ການຈັດຕັ້ງປະຕິບັດການ​ຄຸ້ມຄອງຊາຍແດນແລະດ່ານຊາຍແດນ ຕາມ​ເອກະສານ​ທາງ​ກົດໝາຍ ​ແລະສັນຍາຊາຍແດນທີ່ລົງ​ນາມກັບຈີນ, ລາວ ແລະ ກໍາປູເຈຍ. ​ໂດຍ​ສະ​ເພາະ​ກັບ​ກຳປູ​ເຈຍ, ຫວຽດນາມ​ໄດ້​ລົງ​ນາມ​ແລະ​ໃຫ້​ສັດຕະຍາບັນ​ເອກະສານ​ສອງ​ສະບັບທີ່​ຮັບຮ​ອງຜົນສຳ​ເລັດ​ຂອງ​ການ​ແບ່ງ​ເຂດ​ແລະ​ການ​ປັກ​ຫຼັກ​ໝາຍ​ຊາຍ​ແດນ (84%). ດັ່ງ​ນັ້ນ, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດຂອງ​ລັດສະ​ໄໝ​ໃໝ່​ຫວຽດນາມ, ຫວຽດນາມ​ໄດ້​ສ້າງ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ​ການ​ພັດທະນາ​ກັບປະ​ເທດ​ເພື່ອນ​ບ້ານ​ທັງ​ໝົດ.

ກ່ຽວກັບຊາຍແດນທາງທະເລ, ​ເຖິງ​ວ່າ​ສະຖານະ​ການ​ທະ​ເລ​ຕາ​ເວັນ​ອອກ​ໃນ​ເວລາ​ທີ່​ຜ່ານ​ມາ​ສັບສົນ​ທີ່​ສຸດ​ກໍ​ຕາມ, ​ແຕ່​ຫວຽດນາມຍັງ​ເດັດດ່ຽວ, ໜຽວ​ແໜ້ນ​ໃນ​ການ​ຕໍ່ສູ້ ປົກ​ປ້ອງ​ອຳນາດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ, ອຳນາດ​ຕັດສິນ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ເຊິ່ງກໍ່​ຕັ້ງ​ຂຶ້ນ​ຕາມອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລປີ 1982 (UNCLOS 1982); ພ້ອມ​ກັນ​ນັ້ນ, ຍັງ​ຮັກສາ​ການ​ພົວພັນ​ສອງ​ຝ່າຍ​ເປັນ​ປົກກະຕິ​ກັບກັບ​ບັນດາ​ຄູ່​ຮ່ວມ​ງານ. ຫວຽດນາມ​ໄດ້​ຕັ້ງໜ້າ​ເຈລະຈາ​ເພື່ອ​ແກ້​​ໄຂ​ຂໍ້ພິພາດ, ຄວາມ​ແຕກ​ຕ່າງ​ທີ່​ກ່ຽວຂ້ອງ​ກັບ​ເຂດ​ເສດຖະກິດ​ຈຳ​ເພາະ (ກັບ ອິນ​ໂດ​ເນ​ເຊຍ) ​ ແລະຮ່ວມກັນລາຍງານເຂດແດນທີ່ຢູ່ເໜືອເຂດໄຫຼ່ທະວີບ (ກັບ​ມາ​ເລ​ເຊຍ); ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ ປະມວນ​ຂໍ້​ກຳນົດ​​ການ​ປະພຶດຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ກັບ​ຈີນ. ພ້ອມ​ກັນ​ນັ້ນ, ຫວຽດນາມ​ໄດ້​ຈັດການ​ແກ້​ໄຂຢ່າງ​ມີ​ປະສິດທິ​ຜົນ​ກັບບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ, ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ຕໍ່ສູ້​ທາງ​ການ​ເມືອງ, ກົດໝາຍ, ການ​ທູດ ​ແລະ ​ຕໍ່ສູ້​ກັບ​ພື້ນທີ່​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ວຽກ​ງານ​ປົກ​ປ້ອງພົນລະ​ເມືອງ ​ແລະການ​ຂົນຂວາຍ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໄດ້​ຜັນ​ຂະຫຍາຍ​ຢ່າງ​ທັນ​ການ​ແລະ​ມີ​ປະສິດທິ​ຜົນ, ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ​ກອມ​ມູນິດ​ແລະ​ລັດ​ຫວຽດນາມ. ການ​ຕ່າງປະ​ເທດ​ໄດ້​ເສີມ​ຂະຫຍາຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ທັນ​ການ, ​ເປັນ​ມື​ອາຊີບ ​ແລະ​ ມີ​ປະສິດທິ​ຜົນ​ໃນ​ການ​ຜັນ​ຂະຫຍາຍ​ການ​ປົກ​ປ້ອງ​ພົນລະ​ເມືອງຫຼາຍ​ກວ່າ 50.000 ຄົນ, ກວ່າ 600 ກໍລະນີ / ​ເຮືອ 1.000 ລຳ / ຊາວ​ປະມົງ​ເກືອບ 10.000 ຄົນ; ຈັດການ​ແກ້​ໄຂ​ຢ່າງ​ທັນ​ການ​ຕໍ່​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນທີ່​ກ່ຽວຂ້ອງ​ກັບ​ພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ການລະບາດ​ໃຫຍ່​ຂອງ​ໂຄ​ວິດ-19.

ໄດ້​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ເພື່ອສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ເປັນ​ປົກກະຕິ​ໃນ​ສະຖານະ​ທາງ​ກົດໝາຍ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງຄົມ ​ແລະ​ທຳ​ມາ​ຫາ​ກິນ​ຢູ່​ຫຼາຍ​ປະ​ເທດ, ​ແລະ​ຊ່ວຍ​​ເຫຼືອ​ພົນລະ​ເມືອ​ຫວຽດນາມ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ. ວຽກ​ງານການລະດົມຊັບພະຍາກອນຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີວິທີການແລະສ້າງສັນຫຼາຍຂຶ້ນ, ຜ່ານ​ນັ້ນ​ສົ່ງ​ເສີມ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ປະກອບສ່ວນທາງດ້ານເສດຖະກິດ​ແລະ​ສະຕິ​ປັນຍາ ເຂົ້າໃນການພັດທະນາປະເທດ. ມີຫຼາຍກິດຈະກຳທີ່ອຸດົມສົມບູນ​ແລະ​ແທດ​ຈິງ​ສຳລັບຊາວຫວຽດນາມຢູ່ຕ່າງປະເທດໄດ້ຮັບການຈັດຕັ້ງ, ປະກອບສ່ວນຊຸກຍູ້​ນ້ຳ​ໃນ​ຮັກ​ຊາດ ແລະ ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງຊາດ.

​ເປັນ​ເຈົ້າ​ການ​ແລະ​ເດັດດ່ຽວ​ຕໍ່ສູ້​ໃນ​ຂົງ​ເຂດ​ປະຊາທິປະ​ໄຕ, ສິດທິ​ມະນຸດ, ສາສະໜາ, ພ້ອມ​ກັນ​ນັ້ນ​ກໍ່ຕິດຕໍ່ສື່ສານແລະປຶກສາຫາລືກັນເປັນປະຈໍາ ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ ຈຳກັດ​ຄວາມ​ແຕກ​ຕ່າງ​ໃຫ້​ແຄບ​ລົງ. ຫວຽດນາມ​ໄດ້​ຕໍ່ສູ້​ຢ່ງ​ເດັດດ່ຽວກັບ​ການ​ກະທຳສວຍ​ໃຊ້​ບັນຫາ​ປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ​ສາສະໜາ ​ເພື່ອປະຕິບັດ​ກົນອຸບາຍຄັດຄ້ານຕ້ານ​ແລະ​ແຊກ​ແຊງກິດຈະການ​ພາຍ​ໃນ​ຂອງ​ຫວຽດນາມ; ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ກົນ​ໄກສົນທະນາດ້ານ​ສິດທິ​ມະນຸດ​ກັບບັນດາປະເທດຕາເວັນຕົກ ບົນ​ຈິດ​ໃຈ​ສະ​ເໝີ​ພາບ, ບໍ່​ຫຼົບ​ຫຼີກ; ພ້ອມ​ກັນ​ນັ້ນ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນ​ຫຼາຍ​ຂົງ​ເຂດການ​ຮ່ວມ​ມື​ກ່ຽວ​ກັບ​ສິດທິ​ມະນຸດ ທັງ​ໃນ​ກອບ​ການ​ຮ່ວມ​ມື​ສອງ​ຝ່າຍ, ຫຼາຍ​ຝ່າຍ ​ແລະ ອົງການສິດທິມະນຸດສາກົນ. ຜ່ານ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ, ຫວຽດນາມ​ໄດ້​ຮັກສາສະຖຽນລະພາບທາງດ້ານການເມືອງ​ແລະ​ສັງຄົມ​ຢູ່​ໃນ​ປະ​ເທດ, ທັງ​ປະສົບ​ຄວາມສຳ​ເລັດ​ໃນ​ການບັນ​ເທົາ​ຄວາມ​ກົດ​ດັນ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຕໍ່ກັບບັນຫາຈໍານວນນຶ່ງ, ບໍ່ໃຫ້ມີຜົນກະທົບຕໍ່ການພົວພັນກັບຄູ່ຮ່ວມມື​ທີ່​ສຳຄັນ.

ວຽກ​ງານ​ການ​ທູດ​ວັດທະນະທຳ ​ແລະ ການ​ສື່ສານ​ການຕ່າງປະ​ເທດ ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ຮູບ​ການ​ແລະ​ເນື້ອ​ໃນ, ຍົກສູງປະສິດທິຜົນ​ແລະ ປະສິດທິພາບຂອງການ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບປະເທດ, ວັດທະນະທຳ, ຜູ້ຄົນ ​ແລະ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງຫວຽດນາມ. ວຽກ​ງານ​ການ​ທູດ​ວັດທະນະທຳ​ໄດ້​ປະກອບສ່ວນ​ເຊົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ມິດຕະພາບ​ກັບ​ປະຊາຊົນຂອງ​ບັນດາ​ປະ​ເທດ, ​​ໂຄສະນາ​ພາບພົດ, ປະ​ເທດ ​ແລະ​ວັດທະນະທຳ​ຫວຽດນາມອອກ​ສູ່​ໂລກ ຜ່ານ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ແລະ​ກອບ​ການ​ເຄື່ອນ​ໄຫວ​ທີ່​ສຳຄັນ​ເຊັ່ນ: ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ, ​ໂຄງການ​ເຊີດ​ຊູ​ປະທານ​ໂຮ່ຈີ​ມິນ​ຢູ່​ຕ່າງປະ​ເທດ, ​ໂຄງການ​ສັບປະດາ​/ວັນ​ຫວຽດນາມ​ຢູ່​ຕ່າງປະ​ເທດ… ​ໃນ​ໄລຍະ​ປີ 2016-2020, ​ໄດ້​ປະສົບ​ຄວາມ​ສຳ​ເລັດ​ໃນ​ການ​ຂົນຂວາຍ​ໃຫ້​ໄດ້​ຮັບນາມມະຍົດ​ເພີ່ມ​ເຕີມ​ຈາກ​ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ​ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ (UNESCO), ​ຍົກ​ຈຳນວນ​ແຫຼ່ງບໍ​ລະ​ດົກ​ໂລກ​ທັງ​ໝົດ​ຢູ່​ຫວຽດນາມຂຶ້ນ​ເປັນ 39 ​ແຫ່ງ, ຜ່ານ​ນັ້ນ ປະກອບສ່ວນ​ເຂົ້າ​ໃນການ​ປົກ​ປ້ອງ​ຄຸນຄ່າ​ຂອງມະນຸດ, ທັງ​ສ້າງ​ແຫຼ່ງພະລັງ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ວັດ​ທະ​ນະ​ທຳ - ສັງຄົມ ​ຢູ່​ໃນ​ຫຼາຍ​ທ້ອງ​ຖິ່ນ.

ກ່ຽວ​ກັບວຽກ​ງານ​ສື່ສານ​ການ​ຕ່າງປະ​ເທດ, ​ໄດ້​ຕັ້ງໜ້າ​ໃນ​ການ​ສື່ສານ​ເຜີຍ​ແຜ່​ກ່ຽວ​ກັບ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ກອມ​ມູນິດ ​ແລະ​ລັດ​ຫວຽດນາມ​ຕໍ່​ປະຊາ​ຄົມ​ສາກົນ​ ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ທີ່​ເອື້ອອຳນວຍ​ໃຫ້​ນັກ​ຂ່າວ​ຫຼາຍ​ພັນ​ຄົນ​ແລະ​ສຳນັກ​ຂ່າວ​ຕ່າງປະ​ເທດ ​ເຂົ້າ​ມາ​ຫວຽດນາມ​ເພື່ອລາຍງານ, ຂຽນບົດຄວາມ, ປະກອບສ່ວນ​ເສີມສ້າງ​ຄວາມ​ເຂົ້າ​ໃຈຂອງ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ່ປະຕິເສດ, ກີດ​ກັ້ນ ​ແລະ ​ລົບ​ລ້າງ​ຖ້ອຍ​ທຳນອງ​​ໃສ່​ຮ້າຍ​ປ້າຍ​ສີ, ບິດ​ເບືອນກ່ຽວກັບພັກກອມມູນິດແລະລັດຫວຽດນາມ. ​ໄດ້ນຳ​ໃຊ້​ການປະຕິສຳພັນຮູບແບບໃໝຢ່າງມີປະສິດທິຜົນ, ໃຊ້ປະ​ໂຫຍ​ດຈາກ​ເຄືອ​ຂ່າຍ​ສັງຄົມທາງການທູດດິຈິຕອນ ແລະ ຮູບແບບການແລກປ່ຽນອອນໄລນ, ​ໂດຍ​ສະ​ເພາະ​ໃນໄລຍະການແຜ່ລະບາດຂອງ​ໂຄ​ວິດ-19. ດ້ວຍຜົນໄດ້ຮັບທີ່​ດີ​ໃນ​ການ​ປ້ອງ​ກັນ​ແລະຄວບຄຸມພະຍາດ, ພ້ອມທັງຜົນສໍາເລັດໃນການພັດທະນາເສດຖະກິດ​ແລະ​ການ​ຕ່າງປະ​ເທດ, ​ເຮັດ​ໃຫ້​ໂລກ​ຮູ້​ຈັກ​ຫວຽດນາມ​ຫຼາຍ​ຂຶ້ນ​ເລື້ອຍໆ ວ່າຫວຽດນາມບໍ່​ພຽງ​ແຕ່​ເປັນປະ​ເທດ​ທີ່ສະຫງົບສຸກ, ໝັ້ັນຄົງ, ປອດໄພ ​ແລະ ອຸດົມສົມບູນໄປດ້ວຍທ່າແຮງ​ເທົ່າ​ນັ້ນ, ​ແຕ່​ຍັງ​ສາມາດປັບຕົວ ແລະ ຮັບມືກັບສິ່ງທ້າທາຍຢ່າງມີປະສິດທິຜົນ.

ພາຍ​ໃຕ້​ການ​ຊີ້​ນຳ​ທີ່​ເປັນ​ເອກະ​ພາບ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ການປະສານງານລະຫວ່າງເສົາຄໍ້າການຕ່າງປະ​ເທດ​ຂອງພັກ, ການທູດຂອງລັດ ແລະ ການຕ່າງປະ​ເທດຂອງປະຊາຊົນທີ່​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ການ​ປັບປຸງ​ແລະ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ກົນ​ໄກ​ການ​ປະສານ​ງານ​ລະຫວ່າງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການຕ່າງປະເທດ, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ແລະ​ກຳລັງ​ແຮງ​ສັງ​ລວມ​ ໃນ​​ແນວ​ຮົບ​ການ​ຕ່າງປະ​ເທດ. ການ​ສົມທົບ, ​ແລກ​ປ່ຽນ​ລະຫວ່າງບັນດາ​ອົງການ, ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ​ເຊື່ອມ​ໂຍງ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ ໃນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ການ​ປະສານ​ງານ ການຄົ້ນຄວ້າຮ່ວມກັນ, ການປຶກສາຫາລືຮ່ວມກັນ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ພາຍ​ໃນ, ຈັດການ​ແກ້​ໄຂບັນຫາແລະຄວາມສັບສົນທີ່ເກີດຂຶ້ນ. ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ​ສືບ​ຕໍ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຕາມຈິດ​ໃຈ​ຄຳ​ສັ່ງ​ເລກທີ 32-CT/TW, ວັນ​ທີ 18 ກຸ​ມພາ 2019, ຂອງ​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ແລະຍົກສູງປະສິດທິ​ຜົນ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ​ໃນ​ສະພາບ​ການ​ໃໝ່”; ສົ່ງ​ເສີມ​ການ​ພົວພັນ​ຂອງ​ຫວຽດນາມ​ກັບ​ພັກ​ການ​ເມືອງ​ຂອງ​ປະ​ເທດອື່ນໆ​ ໃຫ້ນັບມື້ນັບແທດຈິງ ​ແລະ​ ສອດຄ່ອງກັບສະພາບການໃໝ່.

ການ​ພົວພັນການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນແລະ​ແທດ​ຈິງ ກັບສະພາ​ແຫ່ງ​ຊາດຂອງປະ​ເທດ​ອື່ນ ​ແລະ​ໃນ​ເວທີ​ປາ​ໄສ​ລັດຖະສະພາຫຼາຍຝ່າຍ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນການເຮັດໃຫ້ການ​ພົວພັນ​ລະຫວ່າງ​ຫວຽດນາມກັບບັນດາປະເທດເລິກເຊິ່ງກວ່າອີກ ແລະ ຍົກສູງຖານະ​ບົດບາດ​ສາກົນຂອງຫວຽດນາມ. ການທູດດ້ານການປ້ອງກັນປະເທດ ແລະ ການ​ທູດ​ດ້ານ​ຄວາມ​ໝັ້ນຄົງ ​ໄດ້​ຮັບ​ການ​ສົ່ງ​ເສີມ, ປະກອບສ່ວນ​ເພີ່ມ​ຄວາມ​ໄວ້​ວາງ​ໃຈ ​ແລະ ປັບປຸງ​ການ​ພົວພັນ, ພ້ອມ​ກັນ​ນັ້ນ​ກໍ່ສ້າງ​ບັນຍາກາດທີ່​ດີ​ໃນ​ການ​ຈັດການ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ແລ​ະຄວາມ​ຂັດ​ແຍ້​ງກັບ​ຄູ່​ຮ່ວມ​ມື. ການ​ທູດ​ປະຊາ​ຊົນ ໄດ້ຖືກຈັດ​ຕັ້ງ​ປະຕິບັດ​ຢ່າງ​​ເປັນ​ເຈົ້າ​ການ, ຕັ້ງໜ້າ, ​ແທດ​ຈິງ ຢູ່ໃນເວທີປະຊາຊົນຫຼາຍຝ່າຍ ​ແລະ ​ໃນ​ການ​ພົວພັນ​ລະຫວ່າງປະຊາຊົນກັບປະເທດອື່ນ, ປະກອບສ່ວນ​ລະດົມ​ແຫຼ່ງພະລັງ, ຍາດ​ແຍ່ງ​ຄວາມ​ສາມັກຄີ​ສະໜັບສະໜູນ​ຈາກ​ສາກົນ​ ແລະ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຫວຽດນາມ.  

ເບິ່ງຄືນໃນຫ້າປີທີ່ຜ່ານມາ, ຜົນສໍາເລັດເຫຼົ່ານີ້ມີຄວາມໝາຍຫຼາຍກວ່າ​ທີ່​ເຄີຍ​ເປັນ​ມາເມື່ອໂລກກໍາລັງຜ່ານການປ່ຽນແປງທີ່ສັບສົນ ແລະໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນ. ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໄດ້​ປະກອບສ່ວນ​ສຳຄັນ, ກາຍ​ເປັນ​ຈຸດ​ສະຫວ່າງ​ໃນ​ຜົນສຳ​ເລັດ​ລວມຂອງ​ປະຊາ​ຊາດ. ບໍ່​ພຽງ​ແຕ່​ຮັກສາ​ສະພາບ​ແວດລ້ອມ​ສັນຕິພາບ​ແລະສະຖຽນ​ລະ​ພາບ​ໄດ້​​ໃນ​ສະພາບ​ການ​ໂລກ​ທີ່​ສັບສົນ​ທີ່​ສຸດ​ເທົ່າ​ນັ້ນ, ຫວຽດນາມ​ຍັງ​ໄດ້​ສະ​ແດງ​ໃຫ່​ເຫັນ​ເຖິງ​ຄວາມ​ກ້າຫານ, ຈິດ​ໃຈ​ເປັນ​ເຈົ້າ​ການ​ໃນ​ການ​ປັບ​ຕົວ, ຄວາມ​ສາມາດ​ສ້າງ​ແລະ​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ ​ເພື່ອ​ຍົກ​ສູງ​ທ່າ-ກຳລັງ ​ແລະ ກຽດສັກສີສາກົນຂອງປະເທດຢ່າງບໍ່​ຢຸດ​ຢັ້ງ. ໃນການຈັດອັນດັບດັດຊະນີພະລັງ​ໃນ​ອາຊີທີ່​​ເຜີຍ​ແຜ່ໂດຍສະຖາບັນ Lowy (ອົດສະຕາລີ) ໃນວັນທີ 19 ຕຸລາ 2020, ຫວຽດນາມ​ເພີ່ມ​ຂຶ້ນ​ຈາກ​ອັນ​ດັບ​ທີ 13 ​ເປັນອັນ​ດັບ​ທີ 12. ​ໃນ​ນັ້ນ, ກ່ຽວ​ກັບ​ອິດ​ທິພົນ​ທາງ​ດ້ານ​ການ​ທູດ, ຫວຽດນາມເພີ່ມຂຶ້ນ 3 ອັນດັບ, ​ເປັນອັນດັບ 2 ຢູ່​ອາຊີ​ຕາ​ເວັນ​ອອກສ່ຽງໃຕ້. ກ່ຽວ​ກັບ​ເສດຖະກິດ, ຫວຽດນາມ​ບືນ​ຕົວ​ຂຶ້ນ​ເປັນ​ພື້ນຖານ​ເສດຖະກິດທີ່​ໃຫຍ່​ເປັນອັນ​ດັບສີ່​ໃນ ອາຊຽນ ດ້ວຍ​ຈີ​ດີ​ພີ ຫຼາຍ​ກວ່າ 340 ຕື້​ໂດ​ລາ​ສະຫະລັດ. ບໍລິສັດ​ປະ​ເມີນ​ມູນ​ຄ່າຍີ່ຫໍ້ Brand Finance ຂອງ​ອັງກິດ​ໃຫ້ຮູ້ວ່າ: ມູນ​ຄ່າ​ຍີ່​ຫໍ້​ແຫ່ງ​ຊາດຂອງ​ຫວຽດນາມ​ໄດ້ເພີ່ມຂຶ້ນ 29% ໃນປີ 2020, ປະຈຸບັນຢູ່ໃນອັນດັບທີ 33 ໃນ 100 ​ເຄື່ອງໝາຍ​ລະດັບ​ປະ​ເທດທີ່ມີຄຸນຄ່າສູງທີ່ສຸດຢູ່ໃນໂລກ. 

ສະພາບການໃໝ່ພ້ອມສິ່ງທ້າທາຍແລະໂອກາດໃໝ່

ຫວຽດນາມ​ກຳລັງ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຍຸດ​ທະ​ສາດ​ໃໝ່ ດ້ວຍ​ບັນດາ​ເປົ້າ​ໝາຍ, ໜ້າ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ພັດທະນາ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ແລະ ​ໂອກາດ​ກໍ່​ບໍ່​ໜ້ອຍ. ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດຫວຽດນາມ​ໄດ້​ຕີລາຄາ​ຢ່າງຮອບດ້ານ, ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ການ​ແລະ​ທ່າ​ອຽງ​ໃຫຍ່. ວິທີ​ພິຈາລະນາ​ສັດຈະ​ວິພາກ​ທັງ​ສອງ​ດ້ານ ສິ່ງ​ທ້າ​ທາຍ​ແລະ​ໂອກາດ ​ຂອງ​ສະຖານະ​ການສາກົນທີ່​ສະ​ແດງ​ອອກ​ໃນ​ຈຸດ​ທີ່​ສຳຄັນ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ສະພາບ​ການ​ໂລກ ສືບຕໍ່ປ່ຽນແປງໃໝ່່ຕາມທິດຫັນເປັນຫຼາຍຂົ້ວ, ຫຼາຍສູນ; ການ​ຮ່ວມ​ມື​ແລະ​ການ​ຕໍ່ສູ້ດຳ​ເນີນ​ໄປ​ຄຽງ​ຄູ່​ກັນ, ​ແຕ່​ດ້ານ​ການຕໍ່ສູ້​ແລະ​ຄວບ​ຄຸມ​ເຊິ່ງກັນ​ແລະ​ກັນນັບມື້ນັບຮຸນແຮງຂຶ້ນເລື້ອຍ. ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ສາກົນສືບ​ຕໍ່​ມີ​ຄວາມຄືບໜ້າ, ແຕ່ປະສົບກັບອຸປະສັກຫຼາຍຢ່າງ ລວມທັງການເພີ່ມຂຶ້ນຂອງ​ລັດທິ​ຊາດ​ນິຍົມ​ສຸດ​ຂົ້ວ. ກົດໝາຍ​ສາກົນ​ແລະສະ​ຖາ​ບັນ​ພະຫຸ​ພາຄີ​ລະດັບ​ໂລກ ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ຫຼາຍ​ຢ່າງ, ​ແຕ່​ຍັງ​ແມ່ນ​ກະ​ແສ​ຫຼັກທີ່ໄດ້ຮັບການປົກປ້ອງ​ແລະ​ສົ່ງ​ເສີມ​ໂດຍປະເທດສ່ວນໃຫຍ່. ​ເສດຖະກິດ​ໂລກ ຢູ່ໃນວິກິດການ, ຊຸດໂຊມຮ້າຍ​ແຮງ ​ແລະ ອາດຈະແກ່ຍາວໄປ ເນື່ອງຈາກຜົນກະທົບຈາກການລະບາດຂອງໂຄວິດ-19. ບັນດາ​ປະ​ເທດ, ​ໂດຍ​ສະ​ເພາະ​ປະ​ເທດ​ໃ​ຫຍ່, ​ໄດ້​ດັດ​ປັບ​ຍຸດ​ທະ​ສາດ​ການ​ພັດທະນາ, ຫຼຸດ​ການເອື່ອຍອີງໃສ່ພາຍນອກ. ຄວາມ​ຂັດ​ແຍ້​ງທາງ​ເສດຖະກິດ, ສົງຄາມ​ການ​ຄ້າ, ການ​ແຂ່ງຂັນ​ທາງ​ເຕັກ​ໂນ​ໂລ​ຊີ​ແລະ​ຊັບພະຍາກອນ​ບຸກຄົນ​ຄຸນ​ນະພາ​ບສູງ ລະຫວ່າງ​ປະ​ເທດ​ຕ່າງໆ​ ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ.

ໃນ​ພາກ​ພື້ນອາຊີ - ປາຊີ​ຟິກ, ຄວາມສ່ຽງຂອງຄວາມບໍ່ໝັ້ນຄົງ, ການ​ແຂ່ງຂັນ​ກັນຢ່າງດຸເດືອດລະຫວ່າງບັນດາປະເທດມະຫາອຳນາດ ​ເກີດ​ຂຶ້ນ​ສະ​ລັບ​ສັບ​ຊ້ອນ​ຫຼາຍ​ຂຶ້ນ. ການຂັດແຍ້ງກ່ຽວກັບອະທິປະໄຕດ້ານດິນແດນ, ອະທິປະໄຕທາງທະເລແລະໝູ່​ເກາະ ນັບມື້ນັບຮຸນແຮງແລະດຸ​ເດືອດ. ບັນດາ​ບັນຫາ​ທົ່ວ​ໂລກ, ຄວາມ​ປອດ​ໄພ​ຂອງ​ມະນຸດ, ຄວາມ​ໝັ້ນຄົງ​ທາງ​ສັງຄົມ ​ແລະ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ທາງ​ລົບ​ຫຼາຍ​ຂຶ້ນ​ຕໍ່​ປະ​ເທດ​ຕ່າງໆ.

​ໃນ​ຂະນະ​ນັ້ນ, ຫວຽດນາມ​ກໍ່​ກຳລັງ​ຢືນ​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ພາຍ​ໃນ​ຫຼາຍ​ຢ່າງ. ພື້ນຖານ​ເສດຖະກິດ​ພັດທະນາ​​ບໍ່​ທັນ​ໝັ້ນຄົງ, ຖື​ກຜົນ​ກະທົບ​ຈາກ​ການລະບາດ​ຂອງ​ໂຄ​ວິດ-19 ​ແລະ ການຊຸດໂຊມຂອງເສດຖະກິດໂລກ. ທ່າ​ອຽງ​ການ​ສູງ​ອາຍຸ​ໄວ​ຂອງ​ປະຊາກອນ, ຂໍ້​ເສຍ​ຂອງ​ການ​ຫັນ​ເປັນ​ອຸດສາຫະກຳ​ແລະ​ການ​ຂະຫຍາຍຕົວ​ເມືອງ; ຄວາມ​ສາມາດ​ແຂ່ງຂັນ​ຂອງພື້ນຖານ​ເສດຖະກິດ​ແລະ​ຂອງ​ວິ​ສາ​ຫະກິດ​ ບໍ່​ສູງ; ຄວາມ​ສ່ຽງ​ຂອງ​ການ​ຕົກ​​ເຂົ້າໃນ​ກັບ​ດັກ​ລາຍ​ໄດ້​ປານ​ກາງ​ ຍັງ​ມີ​ຢູ່. ການ​ປະຕິບັດ​ການ​ບຸກທະລຸ​ຍຸດ​ທະ​ສາດ​ສາມ​ປະການ​ ກ່ຽວ​ກັບ​ໂຄງ​ສ້າງ​ພື້ນຖານ, ກຳລັງ​ຄົນ ​ແລະ ສະ​ຖາ​ບັນ ຕ້ອງໄດ້ເຮັດຢ່າງຂຸ້ນຂ້ຽວກວ່າເກົ່າ. ວຽກ​ງານ​ການ​ຄາດ​ຄະ​ເນ​ຍຸດ​ທະ​ສາດບາງ​ຄັ້ງ​ບໍ່​ເປັນ​ເຈົ້າ​ການ​ແລະ​ອ່ອນ​ໄຫວ.

ຢ່າງ​ໃດ​ກໍ​ຕາມ, ​ໃນ​ຄວາມ​ທ້າ​ທາຍ​ຍາມ​ໃດ​ກໍ​ມີ​ໂອກາດ ​ເຊິ່ງຫວຽດນາມ​ຕ້ອງ​ພິຈາລະນາ​ຢ່າງ​ສັດຈະ​ວິພາ​ກ, ສ່ອງ​ໃສ ​ແລະ ປ່ຽນ​ແປງ​ໃໝ່​ຈິນຕະນາການ​ຢ່າງ​ຕໍ່​ເນື່ອງ. ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຍັງ​ຄົງ​ແມ່ນທ່າ​ອຽງ​ຫຼັກ; ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍສາກົນສືບຕໍ່ມີຄວາມຄືບໜ້າ.​ ພິ​ເສດ, ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ໂດຍ​ສະ​ເພາະ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ ມີ​ການ​ພັດທະນາ​ຢ່າງ​ແຂງ​ແຮງ, ສ້າງ​ການ​ບຸກທະລຸ​ໃນ​ຫຼາຍ​ຂົງ​ເຂດ, ສ້າງ​​ໂອກາດ​ຍຸດ​ທະ​ສາດ​ທີ່​ຫາ​ຍາກ​ສຳ​ລັບ​ບັນດາ​ປະ​ເທດ​ຂະໜາດ​ກາງ​ແລະ​ນ້ອຍ, ​ໃນ​ນັ້ນ​ມີ​ປະ​ເທດ​ຫວຽດນາມ ​ໃຫ້​ມີ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ, ຜ່ານ​ຂ້າມ​ກັບ​ດັກ​ລາຍ​ໄດ້​ປານ​ກາງ, ມຸ່ງ​ສູ່​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ໃນ​​ໄລຍະ​ຍຸດ​ທະ​ສາດ​ໃໝ່ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045.

ສຳລັບ​ຫວຽດນາມ, ພາລະກິດ ຖານະ​ບົດ​ບາດ ​ແລະ ​ກຽດ​ສັກ​ສີທີ່​ສ້າງ​ຂຶ້ນ​ຈາກ​ຂະ​ບວນການ​ປ່ຽນ​ແປງ​ໃໝ່ ​ເປັນ​ຮາກ​ຖານ​ທີ່​ດີ​ເພື່ອ​ໃຫ້​ຫວຽດນາມປະຕິບັດ​ຄວາມປາດ​ຖະໜາພັດທະນາ​ປະ​ເທດ​ໃຫ້​ປະກົດ​ປັນ​ຈິງ. ​ເສດຖະກິດ​ມີ​ອັດຕາ​ການ​ເຕີບ​ໂຕ​ໄວ​ແລະ​ໝັ້ນຄົງ. ບົດຮຽນ​ແລະ​ຊັບພະຍາກອນ​ພາຍ​ໃນທີ່​ສະ​ສົມ​ມາ​ຈາກ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ​ໃນ​ເວລາ​ທີ່​ຜ່ານ​ມາ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ຄຸນຄ່າ​ແລະ​ສ້າງ​ກຳລັງ​ໜູນ​ໃຫ້​ຫວຽດນາມ​ບົນ​ເສັ້ນທາງ​ແຫ່ງ​ການ​ພັດທະນາ. ນອກ​ຈາກ​ນີ້, ຫວຽດນາມ​ຍັງ​ມີ​ທີ່​ຕັ້ງ​ພູມ​ສາດ-ຍຸດ​ທະ​ສາດທີ່​ສຳຄັນ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກທີ່​ຂະຫຍັນ​ຂັນ​ເຄື່ອນ, ​ແມ່ນ​ປັດ​ໄຈທີ່​ນັບ​ມື້​ນັບ​ສຳຄັນ​ໃນ​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ຕໍ່​ພາກ​ພື້ນ. ການ​ນຳພາ​ຮອບດ້ານ, ​ໂດຍ​ກົງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມນັບ​ມື້​ນັບ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຢ່າງ​ແຂງ​ແຮງ ພ້ອມກັບບົດບາດ, ການ​ລົງມື​ຂອງ​ປະຊາຊົນ ​ແລະ​ລະບົບ​ການ​ເມືອງ​ທັງ​ໝົດ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ແມ່ນ ຜັນ​ຂະຫຍາຍ​ປະຕິບັດ​​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ເສີມ​ຂະຫຍາຍບົດບາດ​ຂອງ​ກອງ​ປະຈັນບານໃນການສ້າງແລະຮັກສາສະພາບແວດລ້ອມທີ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ, ລະດົມ​ຫຼາຍ​ສຸດ​ ບັນດາ​ແຫຼ່ງພະລັງ​ພາຍ​ນອກ​ ເພື່ອ​ຮັບ​ໃຊ້​ການ​ພັດທະນາ, ​ເຊີດ​ຊູ​ຖານະ​ບົດບາດ​ແລະ​ກຽດ​ສັກ​ສີ​ຂອງ​ຫວຽດນາມ. ບົນ​ພື້ນຖານ​ນັ້ນ ໃນໄລຍະຈະມາເຖິງ, ວຽກ​ງານການ​ຕ່າງປະ​ເທດຂອງ​ຫວຽດນາມ ຕ້ອງປະຕິບັດບັນດາ ໜ້າທີ່ຫຼັກດັງຕໍ່​ໄປ​ນີ້​ຢ່າງ​ມີ​ປະສິດທິ​ຜົນ:

ທີ​ໜຶ່ງ, ປັບປຸງ​ຄວາມ​ໄວ້​ວາງ​ໃຈ​ທາງ​​ການ​ເມືອງ, ຍົກ​ສູງ​ແລະ​​ເຮັດ​ໃຫ້ການ​ພົວພັນ​ຂອງ​ຫວຽດນາມ​ກັບ​ບັນດາ​ຄູ່​ຮ່ວມມື​ເລິກ​ເຊິ່ງກວ່າ​ອີກ, ໂດຍສະ​ເພາະ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ, ປະ​ເທດ​ໃນ​ພາກ​ພື້ນ, ປະ​ເທດ​ໃຫຍ່ ​ແລະ ປະ​ເທດ​​ເພື່ອນ​ມິດ​ດັ້ງ​ເດີມ, ບົນ​ຈິດ​ໃຈ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເຄົາລົບ​ເຊິ່ງກັນ​ແລະ​ກັນ ​ແລະ ສອດຄ່ອງ​ກັບ​ກົດໝາຍ​ສາກົນ. ຈໍາເປັນຕ້ອງ​ໃຫ້ການ​ພັດທະນາ ເປັນ​ຈຸດ​ໃຈກາງ​ຂອງຄວາມສໍາພັນ, ຕາມ​ນັ້ນ ຕ້ອງ​ຕັ້ງໜ້າຊຸກຍູ້​ບັນດາ​ໂອກາດ​ທາງ​ດ້ານ​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາະ​ແມ່ນ​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ, ບັນດາ​ທ່າ​ອຽງ​ການ​ພັດທະນາ​ສີ​ຂຽວ, ການ​ພັດທະນາ​ແບບ​ຍືນ​ຍົງ... ນອກຈາກ​ນັ້ນ, ຕ້ອງ​ເສີມ​ຂະຫຍາຍ​ການ​ປະສົມ​ປະສານຜົນປະໂຫຍດກັບ​ເຄືອ​ຂ່າຍຂອງ 30 ຄູ່ຮ່ວມມືຍຸດທະສາດແລະຮອບດ້ານ ​ເພື່ອ​ຍົກ​ສູງ “ຄຸນຄ່າ​ຍຸດ​ທະ​ສາດ” ຂອງ​ຫວຽດນາມຕື່ມອີກ; ຈັດການ​ແກ້​ໄຂບັນຫາ​ທີ່​ມີ​ຢູ່​ແລ້ວ​ແລະ​ເກີດ​ຂຶ້ນ​ໃໝ່​ໃນການ​ພົວພັນ​ກັບຫຼາຍຄູ່ຮ່ວມມືຫຼັກ​ໄດ້​ຢ່າງ​ເໝາະ​ສົມ​ທີລະ​ຂັ້ນ​ຕອນ.

ທີ​ສອງ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ສາກົນ​ຢ່າງຮອບດ້ານ ​ແລະ​ ເລິກ​ເຊິ່ງ, ​ໂດຍ​ສຸມ​ໃສ່ການເຊື່ອມໂຍງເສດຖະກິດສາກົນ, ພ້ອມ​ກັນ​ນັ້ນຊຸກຍູ້​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ເຊື່ອມ​ໂຍງ​ສາກົນ​ໃນ​ບັນດາ​ຂົງ​ເຂດສັງຄົມ, ສິ່ງ​ແວດ​ລ້ອມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ​ແລະ​ຝຶກ​ອົບຮົມ, ວັດທະນະທຳ, ການທ່ອງທ່ຽວ..., ຜ່ານ​ນັ້ນ ດຶງ​ດູດ​ເອົາຊັບພະຍາກອນຫຼາຍຂຶ້ນ, ເຮັດໃຫ້ປະເທດພັດທະນາໄວແລະຍືນຍົງກວ່າເກົ່າ. ສະພາບ​ການ​ໃໝ່​ກຳນົດຄວາມຕ້ອງການສູງຂຶ້ນສໍາລັບການເຊື່ອມໂຍງກັບສາກົນ, ເຊິ່ງແມ່ນ: ຈຳ​ເປັນ​ຕ້ອງ​ສົ່ງ​ເສີມ​ທ່າ​ແລະ​ກຳລັງ, ​ແລະ​ ຄວາມ​ສຳຄັນ​ທາງພູມ​ສາດ-ຍຸດ​ທະ​ສາດຂອງ​ປະ​ເທດ ​ໃຫ້​ດີ​ຂຶ້ນ ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ບືນ​ຕົວ​ຂຶ້ນ​ ແລະ ມີ​ບົດບາດ​ທີ່​ຄູ່​ຄວນ​ ໃນຂົງ​ເຂດ​ທີ່​ຫວຽດນາມ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ທ່າ​ແຮງ; ສຸມ​ໃສ່​ການ​ສະໜັບສະໜູນ​ບັນດາຂະ​ແໜງ​ການ, ທ້ອງ​ຖິ່ນ​ແລະ​ວິ​ສາ​ຫະກິດ ເພື່ອຂະຫຍາຍການ​ຮ່ວມ​ມື​ກັບ​ຕ່າງປະ​ເທດ, ຍາດ​ແຍ່ງ​ເອົາທຶນ, ເຕັກໂນໂລຊີແລະທັກສະການຄຸ້ມຄອງ..., ປະກອບສ່ວນ​ປະຕິບັດ​ແຜນ​ນະ​ໂຍບາຍປັບ​ໂຄງ​ສ້າງ​ເສດຖະກິດ, ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ.

ທີ​ສາມ, ສືບ​ຕໍ່​ຍູ້​ແຮງ​ແລະ​ຍົກ​ລະດັບ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ບົນ​ຈິດ​ໃຈ​ຂອງ​ຄຳ​ສັ່ງ​ເລກທີ 25-CT/TW, ວັນທີ 8 ສິງຫາ 2018, ຂອງຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, “ກ່ຽວ​ກັບ​ການ​ຍູ້​ແຮງ​ແລະ​ຍົກ​​ລະດັບ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍຮອດ​ປີ 2030”, ຈາກ​ການ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມ ​ໄປ​ເປັນ​ການ​ປະກອບສ່ວນເທື່ອລະກ້າວ ໃນການສ້າງແລະກໍ່​ຕັ້ງສະຖາບັນຫຼາຍຝ່າຍ ແລະ ລະບຽບ​ການ​ເສດຖະກິດ-ການ​ເມືອ​ງສາກົນທີ່ໂປ່ງໃສ, ຍຸດຕິທໍາ, ມີປະຊາທິປະໄຕ ແລະ ຍືນຍົງ. ​ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມ​ແລະ​ເສີມ​ຂະຫຍາຍ​ບົດບາດ​ໃນ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ ອາ​ຊຽນ, ສະຫະ​ປະຊາ​ຊາດ, ​ເອ​ເປ​ກ, ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ; ຄ່ອຍໆ​ຖື​ບົດບາດ​ແກ່ນສານ, ນຳພາ ​ແລະ​ໄກ່​ເກ່ຍ​ໃນ​ພື້ນ​ທີ່ ​ແລະ​​ເວທີ​ທີ່​ຫວຽດນາມ​ມີ​ຄວາມ​ສາມາດ​ແລະ​ມີ​ຜົນ​ປະ​ໂຫຍ​ດ; ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ເຂົ້າ​ຮ່ວມບັນດາ​ກົນ​ໄກ​ຫຼາຍ​ຝ່າຍ ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ​ແລະການ​ຮັກສາ​ຄວາມ​ໝັ້ນ​ຄົງ ຕາມ​ຈິນຕະນາການ​ໃໝ່ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໃນ​ນັ້ນ, ຕ້ອງ​ເອົາ​ໃຈ​ໃສ່​ເຊື່ອມ​ຕໍ່​ແລະ​ແຊກ​ຊ້ອນ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ຫວຽດນາມ​ ກັບ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ​ແລະ​ທົ່ວ​ໂລກ ຢ່າງ​ຄ່ອງ​​ແຄ່​ວ​ແລະ​ກົມກຽວ, ທັງ​ຮັບປະກັນ​ການ​ສະໜັບສະໜູນ​ຂອງ​ສາກົນຕໍ່ບັນດາ​ບັນຫາ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ, ທັງ​ຍົກ​ສູງບົດບາດ ຄວາມ​ຮັບຜິດຊອບ ​ແລະ ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຈັດການ​ກັບ​ຄວາມ​ທ້າ​ທາຍ​ທົ່ວ​ໂລກ ​ແລະ ປະຕິບັດ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ​ໃຫ້​ປະກົດ​ເປັນ​ຈິງ, ​ເຊັ່ນ​ການ​ປ່ຽນ​ແປງ​ສະພາບ​ອາກາດ, ຄວາມ​ໝັ້ນຄົງ​ດ້ານ​ແຫຼ່ງນ້ຳ, ຄວາມ​ໝັ້ນຄົງ​ດ້ານ​ເຄືອ​ຂ່າຍ, ການ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ, ການ​ຊຸກຍູ້​ການ​ພັດທະນາ​ທີ່​ຍືນ​ຍົງ, ປົກ​ຫຸ້ມ, ປະດິດ​ສ້າງ...

ທີ​ສີ່, ການ​ຕ່າງປະ​ເທດ​ສືບ​ຕໍ່​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ການ​ປ້ອງ​ກັນ​ປະ​ເທດ ​ແລະ ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ເພື່ອ​ສ້າງຂາ​ຕັ້ງ​ທີ່​ໝັ້ນຄົງ, ຮັກສາ​ອຳນາດ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ນີ້​ແມ່ນ​ໜ້າ​ທີທີ່​ສຳຄັນ ​ເປັນ​ປະຈຳ​ເຊິ່ງການ​ຕ່າງປະ​ເທດຕ້ອງ​ສືບ​ຕໍ່​ເຮັດ​ເປັນ​ຢ່າງ​ດີ ​ເພື່ອ​ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມສັນຕິພາບ​ສຳລັບ​ການ​ພັດທະນາ​ປະ​ເທດ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ການ​ຕ່າງປະ​ເທດ​ຕ້ອງ​ເສີມ​ຂະຫຍາຍ​ທ່າ​ແຮງ ​ເພື່ອ​ແກ້​ໄຂ​ແລະ​ຈັດການ​ກັບ​ໄພ​ຄຸກ​ຄາມ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຊາດ​ຕັ້ງ​ແຕ່​ຕົ້ນ​ແລະຈາກ​ໄລຍະ​ໄກ, ​ໂດຍ​ສະ​ເພາະ​ຜ່ານ​ການ​ຊຸກຍູ້​ການ​ສົນທະນາ, ສ້າງ​ຄວາມ​ໄວ້​ວາງ​ໃຈ, ການ​ທູດ​ປ້ອງ​ກັນ, ​ນຳໃຊ້ມາດ​ຕະການ​ສັນຕິ​ຢ່າງ​ມີ​ປະສິດທິ​ຜົນ​ບົນ​ພື້ນຖານກົດໝາຍ​ສາກົນ.   

ທີ​ຫ້າ, ຍົກ​ສູງ​ປະສິດທິ​ຜົນ, ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ວິທີ​ການ​ຂອງ​ວຽກ​ງານ​ການ​ທູດ​ວັດທະນະທຳ, ການ​ໂຄສະນາ​ຕ່າງປະ​ເທດ, ການ​ປົກ​ປ້ອງ​ພົນລະ​ເມືອງ, ຜັນ​ຂະຫຍາຍ​ວຽກ​ງານ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຢ່າງຮອບດ້ານ​ແລະ​ແຂງ​ແຮງ​ກວ່າ​ອີກ ​ເພື່ອ​ສ້າງ​ຄວາມສາມັກຄີ​ກັນ​ຢ່າງ​ໃກ້ຊິດ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ​ໃນ​ການ​ພັດທະນາ​ປະ​ເທດ. ​ໃນ​ຍຸກ​ທີ່​ເຕັກ​ໂນ​ໂລ​ຊີ​ດິຈິ​ຕອນ​ພັດທະນາ​ຢ່າງ​ໄວວາ​ນັ້ນ, ການ​ທູດ​ວັດທະນະທຳ ​ແລະ​ການ​ໂຄສະນາ​ຕ່າງປະ​ເທດ​ຕ້ອງ​ປ່ຽນ​ແປງ​​ໃໝ່​ແລະ​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ​ຫວຽດນາມທີ່​ຂະຫຍັນ​ຂັນ​ເຄື່ອນ, ​ເປີດ​ອົກ​ເປີດ​ໃຈ, ​ເປັນ​ມິດ, ດ້ວຍ​ເຈດ​ຈຳນົງ​ແລະ​ຄວາມ​ປາດ​ຖະໜາ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ. ພ້ອມ​ກັນ​ນັ້ນ, ການ​ຕ່າງປະ​ເທດ​ຈະ​ມີ​ບົດບາດ​ທີ່​ຕັ້ງໜ້າ​ແລະ​ປະດິດ​ສ້າງ​ຫຼາຍ​ກວ່າ​ອີກ​ ໃນ​ການ​ເຊື່ອມ​ຕໍ່​ແລະ​ດຶງ​ດູດ​ແຫຼ່ງພະລັງ​ເສດຖະກິດ, ສະຕິ​ປັນຍາ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ແລະ​ເຊື່ອມ​ໂຍງ​ຂອງ​ຫວຽດນາມ​ໃນ​ໄລຍະ​ຍຸດ​ທະ​ສາດ​ໃໝ່.

ທີ​ຫົກ, ສ້າງ​ລະບົບ​ການ​ທູດ​ທີ່​ຮອບດ້ານ​ແລະ​ທັນ​ສະ​ໄໝ. ລັກສະ​ນະ​ຮອບດ້ານ​ຂອງລະບົບ​ການ​ທູດ​ຫວຽດນາມອີງ​ໃສ່​ທັງ​ສາມ​ເສົາ​ຄ້ຳ​ຄື ກນຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ​ການຕ່າງປະ​ເທດ​ຂອງ​ປະຊາຊົນ. ກ່ຽວ​ກັບ​ຂົງ​ເຂດ, ນັ້ນ​ແມ່ນ​ການ​ທູດ​ການ​ເມືອງ, ການ​ທູດ​ເສດຖະກິດ ​ແລະ ​ການ​ທູດ​ວັດ​ທະນະ​ທຳ, ວຽກ​ງານກັບ​ຊາວຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ ການ​ປົກ​ປ້ອງ​ພົນລະ​ເມືອງ. ການ​ຜັນຂະຫຍາຍ​ການພົວພັນກັບພາຍນອກ​ບໍ່​ພຽງ​ແຕ່​ລະຫວ່າງ​ລັດ​ແລະ​ລັດ​ເທົ່າ​ນັ້ນ, ​ແຕ່​ຍັງລວມທັງ​ລະຫວ່າງ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ, ປະຊາຊົນ​ນຳ​ກັນ. ດັ່ງ​ນັ້ນ, ທ້ອງ​ຖິ່ນ, ວິ​ສາ​ຫະກິດ, ປະຊາຊົນ​ທັງ​ເປັນ​ເຈົ້າພາບ​ໃນ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ​ເຊື່ອມ​ໂຍງ​ສາກົນ, ທັງ​ເປັນ​ເປົ້າ​ໝາຍ​ແລະຈຸດປະສົງ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​.

ການ​ທູດ​ສະ​ໄໝ​ໃໝ່​ສືບ​ທອດ​ມູນ​ເຊື້ອ​ການ​ທູດ​ຫວຽດນາມ, ​ແນວ​ຄິດ​ໂຮ່ຈີ​ມິນ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ-ປະຊາ​ຊາດ, ບົນ​ພື້ນຖານ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ສະ​ເໝີ​ພາບ ​ແລະ​ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ລັກສະນະ​ທັນ​ສະ​ໄໝ​ຂອງ​ການ​ທູດສະ​ແດງ​ອອກ​ໃນ​ແບບ​ວິທີ​ການ​ຜັນ​ຂະຫຍາຍ, ຖັນ​ແຖວ​ພະນັກງານ, ການຈັດ​ຕັ້ງ​ກົງຈັກ, ພື້ນຖານ​ໂຄງ​ລ່າງ​ທີ່​ບັນລຸ​ລະດັບ​ພາກ​ພື້ນ ​ແລະບືນ​ຕົວ​ຂຶ້ນ​ລະດັບ​ໂລກ, ຊ່ວຍ​ຊຸກຍູ້​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ-ປະຊາ​ຊາດ​ຢ່າງ​ດີ, ພ້ອມ​ກັນ​ນັ້ນ​ ມີ​ຄວາມ​ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງ​ແລະ​ເຂົ້າ​ກັບ​ປັດ​ໄຈ​ໃໝ່​ໄດ້​ຢ່າງ​ຄ່ອງຄ່ອງຕົວ​ເຊັ່ນ ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ການ​ທູດ​ດິຈິ​ຕອນ, ການ​ທູດ​ອອນ​ໄລ, ການ​ທູດ​ສຸດ​ຍອດ...

ທີ​ເຈັດ, ​ເພີ່ມ​ທະວີ​ວຽກ​ງານ​ການ​ຄົ້ນຄວ້າ, ຄາດ​ຄະ​ເນ, ທີ່​ປຶ​ກສາ​ຍຸດ​ທະ​ສາດ ກ່ຽວ​ກັບ​ການ​ຕ່າງປະ​ເທດ, ຄວາມ​ໝັ້ນຄົງ​ ແລະ ​ການ​ພັດທະນາ, ​ເພື່ອບໍ່​ຖືກ​ຕົກ​ໃນ​ທ່າ​ຮັບ ​ໃນ​ໄພ​ບັງ​ເອີນ; ​ເປັນ​ເຈົ້າ​ການ​ໃນ​ການສະ​ເໜີ​ຍຸດ​ທະ​ສາດ​ແລະ​ວິທີ​ແກ້. ​ໂດຍ​ສະ​ເພາະ, ດ້ວຍ​ຈຸດສຸມຮັບໃຊ້ການພັດທະນາ, ​ເຄືອ​ຂ່າຍ​ສຳນັກງານ​ຕົວ​ແທນ​ຫວຽດນາມ 94 ​ແຫ່ງຢູ່​ຕ່າງປະ​ເທດ ຈຳ​ເປັນ​ຕ້ອງ​ເສີມ​ຂະຫຍາຍຢ່າງ​ດີ​ຄວາມ​ສາມາດ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງຂໍ້​ມູນ​ທາງ​ການ​ເມືອງ, ​ເສດຖະກິດ​ໂລກ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ຕະຫຼາດ, ຜ່ານ​ນັ້ນ ສະໜັບສະໜູນ​ການຄຸ້ມ​ຄອງ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ ​ແລະ ໃຫ້​ຄຳ​ແນະນຳກ່ຽວ​ກັບ​ຮູບ​ແບບ​ການ​ພັດທະນາໄດ້​ຢ່າງ​ມີ​ປະສິດທິຜົນຫຼາຍຂຶ້ນ.

***

ຫວຽດນາມ​ກຳລັງ​ກ້າວ​ເຂົ້າ​ສູ່​ໄລຍະ​ຍຸດ​ທະ​ສາດ​ທີ່​ສຳຄັນ, ດ້ວຍ​ບັນດາ​ເປົ້າໝາຍ, ຄວາມ​ປາດ​ຖະໜາ​ທີ່​ຈະ​ພັດທະນາ​ແລະ​ບືນ​ຕົວ​ຂຶ້ນ​ຢ່າງ​ແຂງ​ແຮງ. ​ໂດຍ​ສືບ​ຖອດ​ແລະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການ​ທູດ​ຂອງ​ຊາດ, ຕັ້ງ​ໝັ້ນ​ບົນ​ພື້ນຖານ​ແນວ​ຄິດ​ຂອງ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ​ໂດຍ​ສະ​ເພາະ​ແນວ​ຄິດ ​ແບບ​ແຜນ ​ແລະ ​ຄວາມ​ກ້າຫານ​ດ້ານການ​ຕ່າງປະ​ເທດ​ ຂອງ​ປະທານ​ໂຮ່ຈີ​ມິນ, ຂະ​ແໜງ​ການ​ຕ່າງປະ​ເທດ​ຫວຽດນາມ​ໄດ້​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ແລະ​ວິທີ​ການ​ຢ່າງ​ຕໍ່​ເນື່ອງ, ປົກ​ປັກ​ຮັກສາ​ຢ່າງ​ໝັ້ນຄົງ​ແລະຮັບໃຊ້ຜົນປະໂຫຍດຂອງປະ​ເທດ-ປະຊາ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ, ນັ້ນ​ແມ່ນ: ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ​ໄວ້​ຢ່າງ​ໝັ້ນຄົງ, ​ເຮັດ​ໃຫ້​ຫວຽດນາມຢູ່​ໃນ​ຕຳ​ແໜ່​ງທີ່​ໄດ້​ປຽບ​ທີ່​ສຸດ ຕໍ່ໜ້າ​ການ​ປ່ຽນ​ແປງຂອງ​ສະຖານະ​ການ ​ແລະບັນດາ​ທ່າ​ອຽງ​ຂອງ​ຍຸກ​ສະ​ໄໝ, ປະກອບສ່ວນຢ່າງມີປະສິດທິຜົນ​ເຂົ້າ​ໃນ​ການ​ກໍ່ສ້າງ​ແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ./.

------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 959 (​ເດືອນ​ກຸມພາ 2021)