ບັນຫາ “ຄູ່ຮ່ວມມື” ​ແລະ “​ເປົ້າໝາຍ” ​
ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13
ຂອງ​ພັກກອມ​ມູນິດ​ຫວຽດນາມ:
ຈາກ​ຄວາມຮັບຮູ້ຈົນ​ເຖິງ​ພຶດຕິ​ກຳຕົວ​ຈິງ

ໂດຍ ສຈ, ປອ ຟ້າມກວາງມິງ* - ປອ ຫງວຽນຮົ່ງຫາຍ**
*ອະດີດອຳນວຍການ ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ - **ມະຫາວິທະຍາໄລ Queensland, ອົດສະຕຣາລີ
02:08, 20-11-2021

ວກ. - ນະ​​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງຫວຽດນາມ ​ທີ່ໄດ້ຮັບຮອງ​​ໂດຍ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ ມີ​ລັກສະນະຮອບດ້ານ ​ແລະ ກວມ​ລວມ, ສ່ອງ​ແສງ​ເຖິງ​ຄວາມຮັບຮູ້ ​ແລະ ທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ ໂດຍ​ສອດຄ່ອງ​ກັບ​ພຶດຕິ​ກຳ​ຕົວ​ຈິງການພັດທະນາ​ຂອງ​ຍຸກ​ສະ​ໄໝ, ກັບ​ສະຖານະ​ການ​ໂລກ, ພາກ​ພື້ນ ​ແລະ ສະພາບ​ແວດ​ລ້ອມທາງ​ດ້ານຄວາມ​ສະຫງົບ - ການພົວພັນ​ຕ່າງປະ​ເທດ, ​ໃນ​ນັ້ນ, ມີ​ການ​ກຳນົດ “ຄູ່ຮ່ວມມື” ​ແລະ “​​ເປົ້າໝາຍ” ຢ່າງ​ຈະ​ແຈ້ງ ບົນ​ພື້ນຖານ​ການ​ສືບ​ທອດ ​ແລະ ​ສານຕໍ່ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ ​ແບບສະ​ເໝີຕົ້ນສະ​ເໝີປາຍ​ ທີ່​ຫວຽດນາມ​ໄດ້​ດໍາ​ເນີນ​ຕັ້ງ​ແຕ່​ເວລາ​ເລີ່​ມຕົ້ນການ​ປ່ຽນ​ແປງ​ໃໝ່ຈົນ​ເຖິງ​ປະຈຸ​ບັນ.

ສະຫາຍ ຫງວຽນຊວັນຝຸກ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ເປັນສັກຂີພະຍານການແລກປ່ຽນບົດບັນທຶກລົງນາມສັນຍາການຄ້າເສລີ ແລະ ສັນຍາປົກປ້ອງການລົງທຶນ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ, ໃນວັນທີ 30 ມິຖຸນາ 2019 _ພາບ: TTXVN

ຂະ​ບວນວິວັດ​ການ​ຂະຫຍາຍຄວາມຮັບຮູ້ຂອງ​ພັກກ່ຽວກັບ “ຄູ່ຮ່ວມມື” ​ແລະ “​ເປົ້າໝາຍ”
​ໃນ​ການ​ພົວພັນ​ຕ່າງປະ​ເທດ​ ຕັ້ງ​ແຕ່ເວລາ​ເລີ່​ມຕົ້ນ​ການ​​ປ່ຽນ​ແປງ​ໃໝ່ຈົນ​ເຖິງ​ປະຈຸ​ບັນ

ການ​ພັດທະນາ​ຄວາມຮັບຮູ້ ​ແລະ ທັດສະນະ​ຂອງ​ພັກ​ກ່ຽວກັບ “ຄູ່ຮ່ວມມື” ​ແລະ “ເປົ້າໝາຍ” ​ໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ ​ໄດ້ຕິດ​ພັນ​ກັບ​ຂະ​ບວນການ​ປ່ຽນ​ແປງ​ໃໝ່ປະ​ເທດ​ຢ່າງຮອບດ້ານ ​ໄດ້ລິ​ເລີ່​ມ​ຕັ້ງແຕ່ກອງ​ປະຊຸມ​ໃຫຍ່ຄັ້ງທີ 6 ຂອງ​ພັກ (ເດືອນທັນວາ 1986). ​ໃນ​ການ​ກຳນົດ​ທິດການ​ພົວພັນ​ຕ່າງປະ​ເທດ​ທີ່​ໄດ້ລະບຸໄວ້​ໃນ​ເອກະສານກອງ​ປະຊຸມ​ໃຫຍ່ຄັ້ງທີ 6, ນອກຈາກ​ການ​ຢັ້ງຢືນ​ເພີ່ມ​ທະວີ​ການ​ພົວພັນ​ທີ່​ເປັນມູນ​ເຊື້ອ​ແບບ​ພິ​ເສດ ລະຫວ່າງ​ສາມ​ປະ​ເທດ​ອິນດູຈີນ, ການ​ພົວພັນ​ມິດຕະພາບ ແລະ ຮ່ວມມືຮອບດ້ານກັບ​ບັນດາ​ປະ​ເທດ​ໃນ​ກຸ່ມສັງຄົມ​ນິຍົມ, ພັກ​ກອມ​ມູນິດ​ຫວຽດນາມຍັງສະ​ແດງ​ຄວາມ​ມຸ່ງ​ຫວັງ​ກຽມພ້ອມ​ທີ່​ຈະຮ່ວມມື​ກັບ​ບັນດາ​ປະ​ເທດ​ທີ່​ມີ​ລະບອບ​ການ​ເມືອ​ງ - ສັງຄົມ​ຕ່າງ​ກັນ. ທັດສະນະ​ດັ່ງກ່າວ​ໄດ້​ຂະຫຍາຍຕົວ​ບົນ​ພື້ນຖານ​ຄວາມຮັບຮູ້ວ່າ: “ອອກ​ແຮງສົມທົບ​ລະຫວ່າງ​ກຳລັງ​ແຮງຂອງ​ຊາດ​ ກັບ​ກຳລັງ​ແຮງຂອງ​ຍຸກ​ສະ​ໄໝ” ​ແນ​ໃສ່​ຍາດ​ແຍ່ງ​ທຸກ​ແຫຼ່ງກຳລັງ ​ເພື່ອຮັບ​ໃຊ້​ພາລະກິດ​ການພັດທະນາ​ປະ​ເທດ​ຊາດ. ​ແຕ່​ວ່າ, ບາດກ້າວ​ຫັນປ່ຽນທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ກ່ຽວກັບ​ຄວາມຮັບຮູ້ ​ແລະ ທັດສະນະ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ​ໄດ້​ສະ​ແດງ​ອອກ​ໃນ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລກທີ 13/NQ-TW, ລົງ​ວັນ​ທີ 20 ພຶດສະພາ 1988, “ວ່າ​ດ້ວຍໜ້າທີ່ ​ແລະ ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”(1). ມະຕິ​ໄດ້​ຊີ້​ໃຫ້​ເຫັນ​ຍຸດ​ທະ​ສາດ​ພົວພັນ​ຕ່າງປະ​ເທດ​ຂອງຫວຽດນາມ ​ແມ່ນ “​ເພີ່ມ​ເພື່ອນ​ມິດ, ຫຼຸດຜ່ອນ​ສັດຕູ”, ທັງຮ່ວມມື, ທັງ​ຕໍ່ສູ້, ພ້ອມ​ກັນ​ຄົງ​ຕົວຢ່າງ​ສັນຕິພາບ, “ເປີດ​ກ້ວາງ​ການ​ພົວພັນ ​ແລະ ຫັນ​ການ​ພົວພັນຮ່ວມມື​ສາກົນ​ເປັນຫຼາຍຮູບຫຼາຍ​ແບບ” ບົນ​ພື້ນຖານ​ຈຸດໝາຍຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ຢ່າງໝັ້ນຄົງ, ຊຸກຍູ້​ການ​ເຊື່ອມ​ໂຍງ​ສາ​ກົນ, ທັບ​ມ້າງ​ວົງ​ປິດ​ລ້ອມຂວ້ຳບາດ, ດຶງ​ດູດ​ການສະໜັບສະ​ໜູນ​ຂອງ​ປະຊາ​ຄົມສາກົນ​ ຕໍ່ການ​ປ່ຽນ​ແປງ​ໃໝ່ຂອງ​ປະ​ເທດ​ຊາດ. ມະຕິ​ເລກທີ 13/NQ-TW ​ຖືກຖື​ວ່າ​ເປັນ​ບາດລ້ຽວທາງ​ດ້ານ​ຈິນຕະນາການ​ພົວພັນ​ຕ່າງປະ​ເທດ​​ໃນ​ລະດັບ​ຍຸດ​ທະ​ສາດ ​ແລະ ​ເປັນພື້ນຖານ ​ເພື່ອ​ໃຫ້​ພັກ​ເຮົາຂະຫຍາຍ ​ແລະ ​ເປີດ​ກ້ວາງ​ນະ​ໂຍບາຍ​ພົວພັນຕ່າງ​ປະ​ເທດ​ໃນ​ໄລຍະ​ຕໍ່​ໄປ​ຂຶ້ນ​ຕື່ມ.

ຈົນ​ເຖິງ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 7 (​ເດືອນມິ​ຖຸນາ 1991), ພັກ​ກອມ​ມູນິດ​ຫວຽດນາມໄດ້​ກໍານົດ​ຢ່າງ​ຈະແຈ້ງວ່າ “​ແຜນ​ນະ​ໂຍບາຍຮ່ວມມື​ຢ່າງ​ສະ​ເໝີພາບ ​ແລະ ຕ່າງ​ຝ່າຍ​ຕ່າງມີຜົນປະ​ໂຫຍ​ດກັບທຸກປະ​ເທດ ​ໂດຍ​ບໍ່ຈຳ​ແນ​ກລະບອບ​ການ​ເມືອງ - ສັງຄົມ​ທີ່​ແຕກ​ຕ່າງ​ກັນ ບົນ​ພື້ນຖານ​ຫຼັກການ​ພ້ອມ​ກັນ​ຄົງ​ຕົວຢ່າງ​ສັນ​ຕິ​ພາບ”(2). ບົນ​ພື້ນຖານນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ເປີດ​ກ້ວາງ, ພັກ​ກອມ​ມູນິດ​ຫວຽດນາມໄດ້ຢັ້ງຢືນ​ວ່າ: “ຫວຽດນາມ​ຢາກ​ເປັນ​ເພື່ອນ​ກັບທຸກ​ປະ​ເທດ​ໃນ​ປະຊາ​ຄົມ​ໂລກ, ສູ້​ຊົນ​ເພື່ອ​ສັນຕິພາບ, ​ເອກະລາດ ​ແລະ ການພັດທະນາ”(3). ​ໃນ​ໄລຍະ​ເວລາ​ດັ່ງກ່າວ, ບົນ​ພື້ນຖານ​ອິດ​ທິພົນ ​ແລະ ຖານະບົດບາດຂອງ​ປະ​ເທດ, ສາມາດ​ເຂົ້າ​ໃຈ​ວ່າ ຫວຽດນາມ “ຢາກ​ເປັນ​ເພື່ອນ​ກັບ​ທັງໝົດທຸກ​ປະ​ເທດ” ​ແມ່ນ​ຄວາມ​ເປັນ​ເຈົ້າການ​ໃນ​ການຊຸກຍູ້​ສາຍ​ພົວພັນ ​ແລະ ຄວາມ​ມຸ່ງ​ຫວັງ​ຢາກ​ກາຍ​ເປັນ “ຄູ່ຮ່ວມມື” ຂອງ​ບັນດາ​ປະ​ເທດ. ​ໂຄງການ​ການເມືອງສ້າງສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວຂຶ້ນ​ສູ່ສັງຄົມ​ນິຍົມ ​ທີ່​ໄດ້ຮັບຮອງ​​ໂດຍກອງ​ປະຊຸມ​ໃຫຍ່ຄັ້ງທີ 7 ຂອງ​ພັກ​ ກໍ​ໄດ້​ກຳນົດ​ທິດ​ທາງ​ການ​ພົວພັນ​ຕ່າງປະ​ເທດ​ຂອງຫວຽດນາມ​ຄື: “ປະຕິບັດ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ສັນຕິພາບ, ການຮ່ວມມື ​ແລະ ມິດຕະພາບ​ກັບໝົດ​ທຸກ​ປະ​ເທດ”. ​ໃນ​ນັ້ນ, ໝາກຜົນ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ​ນີ້​ແມ່ນ​ ຫວຽດນາມ​ໄດ້​ທັບ​ມ້າງ​ວົງ​ປິດ​ລ້ອມ ຂວ້ຳບາດ; ຜັນ​ຂະຫຍາຍ​​ແນວທາງ​ພົວພັນຕ່າງປະ​ເທດ​ທີ່​ເອກະລາດ ​ເປັນ​ເຈົ້າຕົນ​ເອງ, ຫັນ​ເປັນ​ການຮ່ວມມື​ຫຼາຍຝ່າຍ ຫຼາຍຮູບຫຼາຍ​ແບບຢ່າງ​ຕັ້ງໜ້າ ​ແລະ ຂະຫຍັນ​ຂັນ​ເຂື່ອນ; ຟື້ນ​ຟູ, ​ເປີດ​ກ້ວາງ ​​ແລະ ສ້າງຕັ້ງສາຍພົວພັນ​ການ​ທູດ​ກັບ​ບັນດາ​ປະ​ເທດ​ໃຫຍ່, ​ໃນ​ນັ້ນ, ບາດ​ລ້ຽວອັນ​ສໍາຄັນ​ແມ່ນ ​ຫັນການ​ພົວພັນ​ກັບອາ​ເມ​ລິ​ກາ​ເປັນ​ປົກກະຕິ, ​ເຊັນ​ກອບ​ສັນຍາ​ກັບສະຫະພາບ​ເອີຣົບ ​ແລະ ​ເຂົ້າ​ຮ່ວມ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) ​ໃນ​ປີດຽວກັນຄືປີ 1995.

​ໂດຍ​ສືບ​ທອດ​ແນວທາງ​ພົວພັນ​ຕ່າງປະ​ເທດ ​ແລະ ​ເສີມ​ຂະຫຍາຍ​ຜົນ​ສໍາ​ເລັດ​ອັນຕັ້ງໜ້າທີ່​ຍາດ​ມາ​ໄດ້ ​ໃນ​ບັນດາ​ຂົງ​ເຂດ​ ພາຍຫຼັງ 10 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ເປັນຄັ້ງທໍາ​ອິດ​ທີ່ບົດ​ລາຍ​ງານ​ການ​ເມືອ​ງ​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 8 ຂອງ​ພັກ (ປີ 1996) ​ໄດ້​ຢັ້ງຢືນ​ວ່າ: “ສືບຕໍ່ປະຕິບັດ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ທີ່​​ເປັນເອກະລາດ​ ເປັນ​ເຈົ້າຕົນ​ເອງ, ເປີດ​ກ້ວາງ, ຫັນ​ເປັນ​ການຮ່ວມມື​ຫຼາຍຝ່າຍ​ແລະຫຼາຍຮູບຫຼາຍ​ແບບ ບົນ​ຈິດ​ໃຈຫວຽດນາມ​ຢາກ​ເປັນ​ເພື່ອນ​ຂອງ​ທຸກ​ປະ​ເທດ​ໃນ​ປະຊາ​ຄົມ​ໂລກ, ສູ້​ຊົນ​ເພື່ອ​​ສັນຕິພາບ, ​ເອກະລາດ ​ແລະ ການພັດທະນາ... ຮ່ວມມື​ໃນ​ຫຼາຍດ້ານ, ຮ່ວມມື​ສອງ​ຝ່າຍ​ແລະຫຼາຍຝ່າຍ​ ກັບ​ບັນດາ​ປະ​ເທດ, ບັນດາອົງການ​ຈັດຕັ້ງສາກົນ ​ແລະ ພາກ​ພື້ນ ບົນຫຼັກການເຄົາລົບ​ນັບຖື​​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ, ບໍ່​ແຊກ​ແຊງ​ເຂົ້າວຽກງານ​ພາຍ​ໃນ​ຂອງ​ກັນ, ສະ​ເໝີພາບ, ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ, ຜ່ານ​ການ​ເຈລະຈາ​ເພື່ອ​ຊອກ​ຫາ​ບັນດາ​ວິທີ​ການ​ແກ້​ໄຂ​ທີ່​ສອດຄ່ອງ ​ແກ້ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ ​ແລະ ຂໍ້​ພິພາດ, ຮັບປະກັນ​ສັນຕິພາບ, ຄວາມໝັ້ນຄົງ, ຄວາມ​ສະຫງົບ, ການຮ່ວມມື ​ແລະ ພັດທະນາ”(4).

ກ້າວ​ເຂົ້າສູ່​ສະຕະວັດ​ທີ 21, ພາຍຫຼັງ 15 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ທ່າ​​ແຮງ​ແລະກຳລັງຂອງ​ຫວຽດນາມໄດ້ຮັບການ​ເພີ່ມ​ທະວີ, ອິດ​ທິພົນ​ໃນ​ເວທີ​ສາກົນ​ນັບ​ມື້​ນັບ​ສູງ​ຂຶ້ນ. ຈາກ​ນັ້ນ, ກອງ​ປະຊຸມ​ໃຫຍ່ຄັ້ງທີ 9 ຂອງ​ພັກ (​ເດືອນ​ເມສາ 2001) ​ໄດ້​ປັບປຸງທິດ​ນຳ “ຫວຽດນາມ​ຢາກ​ເປັນ​ເພື່ອນຂອງທັງໝົດ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມ​ສາກົນ” ເ​ປັນ “ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ” ​ແລະ​ເປັນຄັ້ງທຳ​ອິດ​ທີ່ໄດ້​ເນັ້ນໜັກຕື່ມ​ວ່າ “​ເປັນ​ຄູ່ຮ່ວມມື​ທີ່​ໄວ້​ວາງ​ໃຈ​​ໄດ້ຂອງ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມ​ສາກົນ, ສູ້​ຊົນ​ເພື່ອ​​ສັນຕິພາບ, ​​ເອກະລາດ ​ແລະ ການ​ພັດທະນາ”(5). ກຸ່ມ​ຄໍາ​ສັບ “ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ” ສາມາດ​ໄດ້ອະທິບາຍວ່າ ບົນ​ພື້ນຖານບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້, ຖານະບົດບາດ​ທາງສາກົນ​ຂອງ​ຫວຽດນາມ​ ​ໄດ້ຮັບການ​ຍົກ​ສູງຂຶ້ນ​ພາຍຫຼັງ 15 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ອະນຸຍາດ​ໃຫ້​ຫວຽດນາມ ຈະ​ບໍ່ພຽງ​ແຕ່​ມີ​ຄວາມເປັນ​ເຈົ້າການ​ເທົ່າ​ນັ້ນ ຫາກຍັງຮັບ​ເອົາ​ຄວາມ​ເປັນ​ເຈົ້າການ​ມາ​ຈາກ​ບັນດາ “ຄູ່ຮ່ວມມື” ທີ່​ຢາກ​ຊຸກຍູ້ ​ແລະ ພັດທະນາ​ການ​ພົວພັນກັບປະ​ເທດ​ຫວຽດນາມ ​ແມ່ນ​ປະ​ເທດໜຶ່ງ​ທີ່​ມີ​ການ​ປ່ຽນ​ແປງ​ໃໝ່ອີກ​ດ້ວຍ. ​ເວົ້າອີກ​ຢ່າ​ງໜຶ່ງ, ການ​ພົວພັນ “ຄູ່ຮ່ວມມື” ​ໃນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງຫວຽດນາມ ​ໄດ້​ມີ​ການກະຕຸກ​ຊຸກຍູ້​ຕາມ​ສອງ​ທິດ. ການ​ປະ​ກອບ​ເພີ່ມ​ເຕີມ​ກຸ່ມ​ຄຳ​ສັບ “ເປັນ​ຄູ່ຮ່ວມມື​ທີ່​​ໄວ້ວາງ​ໃຈ​ໄດ້” ​ໃຫ້​ເຫັນ​ວ່າ ຫວຽດນາມບໍ່ພຽງ​ແຕ່​ມີ​ຄວາມ​ມຸ່ງ​ຫວັງ​ເປີດ​ກ້ວາງການ​ພົວພັນ​ເທົ່າ​ນັ້ນ ​​ແຕ່ຍັງ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ໃໝ່, ພ້ອມ​ດຽວກັນ​ນັ້ນ, ​ໄດ້​ສ້າງຕັ້ງປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ກຳນົດ​ຄູ່ຮ່ວມມື​ໃນ​ການ​ພົວພັນ​ຕ່າງປະ​ເທດ​ຂອງຫວຽດນາມ.

ກ່ອນ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 9 ຂອງ​ພັກ, ກົມ​ການ​ເມືອງ​ສູນ​ກາງ​ພັກໄດ້ອອກມະຕິ​ເລກທີ 07NQ/TW, ລົງ​ວັນ​ທີ 27 ພະຈິກ 2001, “ວ່າ​ດ້ວຍ​ການ​​ເຊື່ອມ​ໂຍງ​​ເສດຖະກິດສາກົນ”, ​ໃນ​ນັ້ນ, ​ໄດ້​ວາງ​​ທິດ​ນຳ​ການຊີ້​ນຳ​ໃນ​ການຮ່ວມມື​ສາກົນ ​ແນ​ໃສ່​ຍາດ​ແຍ່ງ​ແຫຼ່ງກຳລັງ​ພາຍ​ນອກ​ໃຫ້ຫຼາຍສຸດ ​ເພື່ອຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ. ​ໃນ​ນັ້ນ, ມະຕິ​ໄດ້​ຊີ້​ແຈ້ງວ່າ: “ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​​ແມ່ນ​ຂະ​ບວນວິວັດທີ່​ທັງຮ່ວມມື, ທັງ​ຕໍ່ສູ້, ທັງ​ມີ​ໂອກາດ​ຢ່າງ​ຫຼວງຫຼາຍ, ທັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍຢ່າງ, ສະ​ນັ້ນ, ຕ້ອງມີ​ສະຕິສ່ອງໃສທຸ່ນທ່ຽງ, ຄ່ອງ​ແຄ້ວ ​ແລະ ມີ​ຄວາມ​ໄຫວ​ພິບ ​ໃນ​ການ​ແກ້​ໄຂ​ລັກສະນະ​ສອງ​ດ້ານ​ຂອງ​ການ​​ເຊື່ອ​ມ​ໂຍງ​​ແລ້ວ​ແຕ່​​ເປົ້າໝາຍ, ບັນຫາ, ກໍລະນີ, ຈຸດ​ເວລາ​ລະອຽດ”; ພ້ອມ​ດຽວກັນ​ນັ້ນ, ​​ໄດ້​ເນັ້ນໜັກການ “ສົມທົບ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ການ​ເຊື່ອມ​ໂຍງ​ເສດຖະກິດກົນ ​ກັບ​ຄວາມຮຽກຮ້ອງຕ້ອງການຮັກສາການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງໝັ້ນຄົງ..., ມີ​ຄວາມ​ລະມັດລະວັງ ຕໍ່ບັນດາ​ກົນອຸບາຍທີ່​ຜ່ານ​ການ​ເຊື່ອມ​ໂຍງ​ສາກົນ​ເພື່ອ​ປະຕິບັດ​​ເຈຕະນາ “ຫັນປ່ຽນ​ໂດຍ​ສັນຕິ” ຕໍ່ປະ​ເທດ​ເຮົາ”(6).

​ເຖິງ​ກາງ​ສະ​ໄໝທີ 9, ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງທີ 8 (​ເດືອນກໍລະກົດ 2003) ​ໄດ້ຮັບຮອງມະຕິ “ວ່າ​ດ້ວຍ​ຍຸດ​ທະ​ສາດ​ປົກ​ປັກຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່”(7). ຈຸດ​ພົ້ນ​ເດັ່ນ ​ແລະ ມີ​ຄວາມໝາຍຂອງ​ມະຕິ​ສະບັບນີ້​ແມ່ນ ​​ໄດ້​ວາງ​ຫຼັກການ​ກຳນົດ “ຄູ່ຮ່ວມມື” ​ແລະ “​ເປົ້າໝາຍ” ເປັນຄັ້ງທຳ​ອິດ​ໃນ​ການ​ພົວພັນ​ສາກົນ​ຂອງຫວຽດນາມ​. ການວາງ​ຫຼັກການ​ດັ່ງກ່າວໄດ້​ເລີ່​ມຈາກ​ສະພາບ​ພຶດຕິ​ກຳ​ຕົວ​ຈິງ​ ໃນ​ການ​ພົວພັນ​ສາກົນ​ ທີ່​ນັບ​ມື້​ນັບ​ເປີດ​ກ້ວາງ ​ແລະ ຫຼາຍຮູບ​ຫຼາຍ​ແບບ​ຂອງຫວຽດນາມ; ພ້ອມ​ດຽວກັນ​ນັ້ນ, ​ໄດ້​ຊ່ວຍ​​​ເບິ່ງ​ໃນ​ແງ່​ສັດຈະ​ວິພາກ ລະຫວ່າງ​ການຮ່ວມມື ​ແລະການ​ຕໍ່ສູ້, ລະຫວ່າງ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ ​ແລະ ການຮັກສາ​ຄວາມໝັ້ນຄົງ​ດ້ານ​ການ​ເມືອງ, ຮັບປະກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ລະຫວ່າງ​ຜົນປະ​ໂຫຍ​ດຂອງ​​ຊາດ-ປະ​ເທດ ​ແລະ ພັນທະ​ໃນ​ເມື່ອ​ເຊື່ອມ​ໂຍງ​ສາກົນ. ສາມາດ​ເວົ້າ​ໄດ້ວ່າ ການກຳນົດ ​ແລະ ຊີ້​ແຈ້ງຂອບ​ເຂດ “​ເປົ້າ​ໝາຍ” ​ແລະ “ຄູ່ຮ່ວມມື” ​ໃນມະຕິ​ກອງ​ປະຊຸມສູນ​ກາງພັກຄັ້ງທີ 8 ສະ​ໄໝທີ 9 ​ແມ່ນ​ການພັດທະນາ​ຄວາມຮັບຮູ້, ຈິນຕະນາການທີ່ລະອຽດອ່ອນ ​ແລະ ສັດຈະ​ວິພາກ ທີ່​ມີ​ລະດັບ​ຍຸດ​ທະ​ສາດ​ຂອງ​ພັກ, ສອດຄ່ອງກັບ​ທ່າ​ອ່ຽງທີ່ຜັນ​ແປ​ຢ່າງ​ວ່ອງ​ໄວ ​ໃນ​ການ​ພົວພັນ​ສາກົນ. ສິ່ງ​ດັ່ງກ່າວ​​ຊ່ວຍ​ໃຫ້ຫວຽດນາມ​ຫຼີກ​ລ່ຽງ​ໄດ້ຄວາມ​ຄຸມ​ເຄືອ ​ແລະ ພົ້ນອອກ​ຈາກ​ຈິນຕະນາການສຸດ​ຂົ້ວ​ກ່ຽວກັບ “​ເພື່ອນ​ມິດ - ສັດຕູ” ​ໃນ​ສະ​ໄໝ​ສົງຄາມ​ເຢັນ.

ບັນດາກອງ​ປະຊຸມ​ໃຫຍ່ຄັ້ງທີ 10 (​ເດືອນ​ເມສາ 2006), ປະຊຸມ​ໃຫຍ່ຄັ້ງທີ 11 (​ເດືອນ​ມັງກອນ 2011) ​ແລະກອງ​ປະຊຸມ​ໃຫຍ່ຄັ້ງທີ 12 (ເດືອນມັງກອນ 2016) ຂອງ​ພັກ ​ສືບຕໍ່ຢັ້ງຢືນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງຫວຽດນາມ​ຢ່າງ​ສະ​ເໝີຕົ້ນສະ​ເໝີປາຍ ​ແມ່ນ “ຫັນ​ເປັນ​ການພົວພັນ​ຫຼາຍຝ່າຍ, ຫຼາຍຮູບຫຼາຍ​ແບບ”, ​ໄດ້​ເນັ້ນໜັກວ່າຕ້ອງ “ມີ​ຄວາມ​ເປັນ​ເຈົ້າການ ​ແລະ ຕັ້ງໜ້າ” ​ໃນ​ການ​ເສື່ອ​ມ​ໂຍງ​ສາກົນ, ກ່ອນ​ອື່ນໝົດແມ່ນ​ເພື່ອ​ຜົນປະ​ໂຫຍ​ດຂອງຊາດ-ປະ​ເທດ. ພິ​ເສດ, ສືບ​ທອດ​ຕາມ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງທີ 8 ສະ​ໄໝທີ 9, ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງທີ 8 ສະ​ໄໝທີ 11 ​ໄດ້ຮັບຮອງມະຕິ​ເລກທີ 28-NQ/TW, ລົງ​ວັນ​ທີ 25 ຕຸລາ 2013, “ວ່າ​ດ້ວຍຍຸດ​ທະ​ສາດການປົກ​ປັກຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່”(8). ມະຕິ​ເລກທີ 28-NQ/TW ​ໄດ້​ວາງ​ທັດສະນະ​ກ່ຽວກັບ “ຄູ່ຮ່ວມມື” ​ແລະ “​ເປົ້າໝາຍ”, ​ໃນ​ນັ້ນ, ປະ​ເທດ​ໃດ ກຳລັງ​ໃດ​ທີ່​ເຄົາລົບ​ນັບຖືຄວາມ​ເອກະລາດ ອະທິປະ​ໄຕ, ສ້າງຕັ້ງ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມມື​ສະ​ເໝີພາບ​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດກັບ​ຫວຽດນາມ ​ລ້ວນ​ແຕ່​​​ເປັນ​ຄູ່ຮ່ວມມື; ​ເຖິງ​ແມ່ນ​ວ່າ ຈະ​ແມ່ນ​ກຳລັງ​ໃດທີ່​ມີ​ກົນອຸບາຍ ​ແລະ ການ​ເຄື່ອນ​ໄຫວ​ຕ້ານ​ແລະທຳລາຍ​ຈຸດໝາຍການ​ປະຕິວັດ​ຂອງຫວຽດນາມ​ໃນ​ພາລະກິດ​ສ້າງສາ ​ແລະ ປົກປັກ​ຮັກສາ​ຊາດກໍ​ຕາມ ລ້ວນ​ແຕ່​ເປັນ​ເປົ້າໝາຍຕໍ່ສູ້ຂອງ​ຫວຽດນາມ. ສາມາດ​ເວົ້າ​ໄດ້ວ່າ ການ​ກຳນົດ “ຄູ່ຮ່ວມມື” ​ແລະ “​ເປົ້າໝາຍ” ນີ້​ແມ່ນ​ພື້ນຖານ​ເພື່ອ​ມີ​ການແກ້​ໄຂ​ໃນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຢ່າງ​ຖືກຕ້ອງ, ສະ​ແດງ​ເຖິງ​ສາຍ​ພົວພັນ​ແບບ​ອິນ​ຊີ ​ແລະ ສັດຈະ​ວິພາກ ຂອງ​ສອງໜ້າທີ່​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ ຢ່າງ​ຈະ​ແຈ້ງ. ການ​ກຳນົດ “ຄູ່ຮ່ວມມື” ຄື​ແນວ​ນັ້ນ ​ແມ່ນ​ມີ​ຄວາມສອດຄ່ອງ ​ແລະ​ ສະ​ເໝີຕົ້ນສະ​ເໝີປາຍ​ ກັບ​ທັດສະນະ​ຂອງ​ພັກ​ ​ໃນ​ເມື່ອ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ແຕ່​ຫົວທີ, ນັ້ນ​ແມ່ນ: ຫວຽດນາມ​ຢາກ/ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ, ​ເປັນ​ຄູ່ຮ່ວມມື​ທີ່​​ໄວ້​ວາງ​ໃຈ​ໄດ້ ຂອງບັນດາ​ປະ​ເທດ​ໃນ​ປະຊາ​ຄົມ​ສາກົນ. ​ໃນ​​ເວລາ​ນັ້ນ, ຕາມ​ການ​ຜັນ​ແປ​ຂອງ​ສະພາບ​ການ​ໂລກ ​ແລະ ຂະ​ບວນວິວັດ​​ການ​ປະຕິບັດພາລະກິດ​ປະຕິວັດ, ພຶດຕິ​ກຳ​ຕົວ​ຈິງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ “​ເປົ້າໝາຍ” ຢູ່​ທີ່​ນີ້ ບໍ່ພຽງ​ແຕ່​ລວມມີ​ບັນດາ​ກຳລັງ​ທີ່ມີ​ກົນອຸບາຍ, ການ​ເຄື່ອນ​ໄຫວກໍ່​ສົງຄາມ, ຈະລາຈົນ​ໂຄ່ນ​ລົ້ມລະບອບ ​ແລະ ລັດ​ສັງຄົມ​ນິຍົມ​ເທົ່າ​ນັ້ນ ​​ແຕ່ຍັງ​ແມ່ນ​ບັນດາ​ກຳລັງ​ທີ່​ລ່ວງ​ລະ​ເມີດ​ເອກະລາດ, ອະທິປະ​ໄຕ, ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ ດ້ວຍ​ການ​ປະກອບ​ອາວຸດ ​ແລະ ບໍ່ປະກອບ​ອາວຸດ, ທັງ​ມາ​ຈາກ​ພາຍ​ໃນ​ແລະພາຍ​ນອກ​ປະ​ເທດ​ອີກ​ດ້ວຍ. ​ແຕ່​ວ່າ ສິ່ງ​ສຳຄັນ​ແມ່ນ​ ບໍ່​ໄດ້​ແຂງ​ກະດ້າງ​ໃນ​ຈິນຕະນາການ, ພຽງ​ແຕ່​​ເຫັນ​​ດ້ານ​ດຽວ​ໃນ “ຄູ່ຮ່ວມມື” ຫຼື “​ເປົ້າໝາຍ” ​ເທົ່ານັ້ນ. ສິ່ງ​ດັ່ງກ່າວ ມັກ​ພາ​ໃຫ້​ຕົກ​ຢູ່​ໃນ​ທ່າ​ທີ​ສຸດຂົ້ວ. ບົນ​ພື້ນຖານ​ຄວາມຮັບຮູ້ດັ່ງກ່າວ, ມະຕິ​ໄດ້​ຖື​ວ່າ “​ໃນ​ສະພາບ​ການ​ຜັນ​ແປ​ຢ່າງ​ວ່ອງ​ໄວ ​ແລະ ສັບສົນ​ໃນ​ປະຈຸ​ບັນ, ຕ້ອງ​ມີວິທີ​ເບິ່ງ​ໃນ​ແງ່​ສັດຈະ​ວິພາກຄື: ​ໃນ​ແຕ່ລະ​ເປົ້າໝາຍອາດ​ຈະ​ມີ​ດ້ານ​ທີ່​ຕ້ອງ​ຍາດ​ແຍ່ງ, ຮ່ວມມື; ​ໃນ​ແຕ່ລະ​ຄູ່ຮ່ວມມື​ອາດ​ຈະ​ມີ​ດ້ານ​ຂັດ​ແຍ່ງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ເຮົາທີ່​ຕ້ອງ​ໄດ້ຕໍ່ສູ້”. ການ​ພັດທະນາຄວາມຮັບຮູ້ ​ແລະ ທັດສະນະ​ຂອງ​ພັກກ່ຽວກັບ “ຄູ່ຮ່ວມມື” ​ແລະ “​ເປົ້າໝາຍ”, ວິທີ​ການໝູນ​ໃຊ້​ແມ່ນ​ສັດຈະ​ວິພາກ ​ແລະ ສອດຄ່ອງ​ກັບ​ພຶດຕິ​ກຳ​ຕົວ​ຈິງ. ຈາກ​ທັດສະນະ​ຂອງ​ມະຕິ​ເລກທີ 28-NQ/TW, ກອງ​ປະຊຸມ​ໃຫຍ່ຄັ້ງທີ 12 ຂອງ​ພັກ ​ໄດ້​ເນັ້ນໜັກການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງຫວຽດນາມ ລວມມີ​ສອງ​ດ້ານ “ຮ່ວມມື ​ແລະ ຕໍ່ສູ້”.

ຍ້ອນ​ແນວ​ນັ້ນ, ສາມາດ​ສັງ​ລວມຢ່າງສັງ​ເຂ​ບ​ວ່າ “ຄູ່ຮ່ວມມື” ​ໄດ້​ເຂົ້າ​ໃຈ​ວ່າ “ຄູ່ຮ່ວມມື​ໃນການ​ຮ່ວມ​ມື”, ສ່ວນ “​ເປົ້າໝາຍ” ​ແມ່ນ “​ເປົ້າໝາຍຕໍ່ສູ້”. ​ແລະ​ເຖິງ​ວ່າຈະ​ແມ່ນ “ຄູ່ຮ່ວມມື​ໃນ​ການຮ່ວມມື” ຫຼື “ເປົ້າໝາຍຕໍ່ສູ້” ​​ແຕ່ຈຸດໝາຍສຸດ​ທ້າຍ ​ແລະ ສູງ​ສຸດ​ແມ່ນ ​​ເພື່ອ “ຜົນ​ປະ​ໂຫຍ​ດຂອງ​​ຊາດ-ປະ​ເທດ”, “ຮັກສາ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບຮຽບຮ້ອຍທາງ​ສັງຄົມ, ປົກ​ປັກຮັກສາ​ປະ​ເທດ​ຊາດ, ປົກ​ປັກຮັກສາ​ພັກ ​ແລະ ລະບອບ​ສັງຄົມ​ນິຍົມ”

“ຄູ່ຮ່ວມມື” ​ແລະ ​“ເປົ້າໝາຍ” ​ໃນ​ເອກະສານກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ

ຫຼັງຈາກ​ໄຈ້​ແຍກ​ສະພາບ​ການ​ຂອງໂລກ ​ແລະ ພາກ​ພື້ນ, ຢັ້ງຢືນ​ຫວຽດນາມ​ຍຶດໝັ້ນ​ແນວທາງ​ພົວພັນ​ຕ່າງປະ​ເທດ​​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ​ແລະ ພັດທະນາ, ຫັນ​ການ​ພົວພັນ​ຕ່າງປະ​ເທດເປັນ​ຫຼາຍຮູບຫຼາຍ​ແບບ ຫຼາຍຝ່າຍ, ຫວຽດນາມ​ເປັນ​ເພື່ອ​ນ, ​ເປັນ​ຄູ່ຮ່ວມມືທີ່​ໄວ້​ວາງ​ໃຈ​ໄດ້ ແລະ ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມຮັບຜິດ​ຊອບ​ໃນ​ປະຊາ​ຄົມ​ສາກົນ, ບົດ​ລາຍ​ງານ​ການ​ເມືອງ​​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ​ໄດ້​ວາງ​ການ​ກຳນົດ​ທິດ​ການເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ ນັ້ນ​ແມ່ນ: “ຍູ້​ແຮງການ​ພົວພັນ​ຕ່າງປະ​ເທດ​ສອງ​ຝ່າຍ ​ແລະ ຍົກ​ລະດັບ​ການ​ພົວພັນ​ຕ່າງປະ​ເທດ​ຫຼາຍຝ່າຍ ​ແລະ ອື່ນໆ. ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນຮ່ວມມືທີ່​ເປັນ​ມູນ​ເຊື້ອ, ມິດຕະພາບກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ ​ແລະອື່ນໆ. ຍູ້​ແຮງ ​ແລະ ​ເຮັດ​ໃຫ້ການ​ພົວພັນຮ່ວມມື​ສອງ​ຝ່າຍ​ກັບ​ບັນດາ​ຄູ່ຮ່ວມມື​ເລິກ​ເຊິ່ງກ່ວາ​ເກົ່າ, ພິ​ເສດ​ແມ່ນ​ບັນດາ​ຄູ່ຮ່ວມມື​ຍຸດ​ທະ​ສາດ, ຄູ່ຮ່ວມມືຮອບດ້ານ ​ແລະ ຄູ່ຮ່ວມມື​ສຳຄັນ​ອື່ນໆ… ຕໍ່ສູ້​ຢ່າງ​ເດັດດ່ຽວ ໜຽວ​ແໜ້ນ, ​ເຮັດ​ໃຫ້​ທຸກ​ກົນອຸບາຍ​ແລະການ​ເຄື່ອນ​ໄຫວ​ແຊກ​ແຊງ​ຂອງ​ບັນດາ​ກຳລັງສັດຕູ​ເຂົ້າ​ໃນ​ວຽກງານ​ພາຍ​ໃນ, ລ່ວງ​ລະ​ເມີດ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຄວາມ​ສະຫງົບ​ຂອງ​ຊາດ, ຄວາມໝັ້ນຄົງ​ທາງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ ​​ປະລາ​ໄຊລົງ”(9).

​ເບິ່ງ​ໃນ​ແງ່​​ລວມ, ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ທີ່ໄດ້ຮັບຮອງ​​ໂດຍ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ​ແມ່ນ​ການ​ສືບ​ທອດ ​ແລະ ສານຕໍ່ນະ​ໂຍບາຍ​ພົວພັນ​ຕ່າງ​ປະ​ເທດ ຕັ້ງ​ແຕ່​ເວລາ​ປະຕິບັດຂະ​ບວນການປ່ຽນ​ແປງ​ໃໝ່ ຈົນ​ເຖິງ​ປະຈຸ​ບັນ​ນີ້, ພິ​ເສດ​ແມ່ນ​ນະ​ໂຍບາຍ​ພົວພັນ​ຕ່າງ​ປະ​ເທດ​ທີ່​ໄດ້ຮັບຮອງ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 12 ຂອງ​ພັກ (ປີ 2016), ກັບ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີຕົ້ນສະ​ເໝີປາຍ​ແມ່ນ “ຫັນ​ເປັນ​ການ​ພົວພັນ​ຫຼາຍຝ່າຍ ​ແລະ ຫຼາຍຮູບຫຼາຍ​ແບບ​ໃນ​ການ​ພົວພັນ​ຕ່າງປະ​ເທດ”, “ຫວຽດນາມ​ເປັນ​ເພື່ອນ, ​ເປັນ​ຄູ່ຮ່ວມມື​ທີ່​ໄວ້​ວາງ​ໃຈ​ໄດ້ ​ແລະ ​ເປັນ​ສະມາຊິກ​ທີ່​ມີ​ຄວາມຮັບຜິດ​ຊອບ​ໃນ​ປະຊາ​ຄົມ​ສາກົນ”(10).

ກ່ຽວກັບ “ຄູ່ຮ່ວມມື”, ສາມາດຮັບຮູ້ຢ່າງ​ງ່າຍດາຍ​ວ່າ ນອກຈາກ​ສອງ​ປະ​ເທດ ລາວ ​ແລະ ກຳປູ​ເຈຍ ​ທີ່​ມີ​ການ​ພົວພັນ​ແບບ​ “ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ​ແບບ​ພິ​ເສດ”, ຈົນ​ເຖິງ​ປະຈຸ​ບັນ​ນີ້, ຫວຽດນາມ​ໄດ້​ສ້າງຕັ້ງການ​ພົວພັນ​ທີ່​ເປັນຄູ່ຮ່ວມມື​ຍຸດ​ທະ​ສາດ​ກັບ 17 ປະ​ເທດ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ 13 ປະ​ເທດ. ​ໃນ​ຈໍານວນ​ບັນດາ​ຄູ່ຮ່ວມມື, ຫວຽດນາມ​ກໍ​ໄດ້​ຈັດ​ລໍາດັບ​ບູລິ​ມະ​ສິດ​ຕໍ່ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນຄຽງ, ຕໍ່ຈາກ​ນັ້ນ ​ແມ່ນ​ບັນດາ​ຄູ່ຮ່ວມມື​​ແບບຍຸດ​ທະ​ສາດ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ.

​ແຕ່​ວ່າ ການ​ພົວພັນ​ກັບ​ຄູ່ຮ່ວມມືຂອງ​ຫວຽດນາມ ບໍ່ພຽງ​ແຕ່​ຈຳກັດ​​ບັນດາ​ຄູ່ຮ່ວມມື​ທີ່​ເປັນ​ມູນ​ເຊື້ອ, ຄູ່ຮ່ວມມື​ແບບຍຸດ​ທະ​ສາດ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານເທົ່າ​ນັ້ນ ​ແຕ່ຍັງ​ລວມທັງ​ບັນດາ “ຄູ່ຮ່ວມມື​ສໍາຄັນ​ອື່ນໆ”. ຄວາມໝາຍຂອງ “ຄູ່ຮ່ວມມື​ສໍາຄັນ​ອື່ນໆ” ນີ້​ ແມ່ນອີງ​ໃສ່​ຂອບ​ເຂດ​ການ​ພົວພັນ​ຕ່າງປະ​ເທດຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງຂອງ​ຫວຽດນາມ​ໃນ​ປະຈຸ​ບັນ. ຈົນ​ເຖິງ​ປະຈຸ​ບັນ​ນີ້, ຫວຽດນາມ​​ມີ​ສາຍ​ພົວພັນ​ທາງການ​ທູດ​ກັບ 189 ປະ​ເທດ​ໃນ 193 ປະ​ເທດທີ່​ເປັນ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ, ​ເປັນ​ສະມາຊິກ​ຂອງ​ການຈັດຕັ້ງພາກ​ພື້ນ ​ແລະ ສາກົນ​ຢ່າງ​ຫຼວງຫຼາຍ; ​ໄດ້​ເຊັນສັນຍາ​ການ​ຄ້າ​ເສລີ 15 ສະບັບ, ​ໃນ​ນັ້ນ, ສັນຍາ​ການ​ຄ້າ​ເສລີສອງ​ຝ່າຍ​ຫວຽດນາມ - ອັງກິດ ​ແລະ ສັນຍາ​ຄູ່ຮ່ວມມື​ເສດຖະກິດ​ຮອບດ້ານ​ຂອງພາກ​ພື້ນ (RCEP) ​ແມ່ນ​ບັນດາສັນຍາ​ການ​ຄ້າ​ເສລີໃໝ່ທີ່​ສຸດ. ບົນ​ພື້ນຖານ ລະບົບ​ເຄືອ​ຂ່າຍ​ການ​ພົວພັນ​ຕ່າງປະ​ເທດ​ທີ່​​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ຫຼາຍຊັ້ນ​ຄື​​ແນວ​ນັ້ນ, ຫວຽດນາມ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ສະຫຼັບກັນ ລະຫວ່າງ​ບັນດາ​ຄູ່ຮ່ວມມື​ທີ່​ແຕກ​ຕ່າງ​ກັນ. ຍ້ອນ​ແນວ​ນັ້ນ, ​ເວົ້າອີກ​ຢ່າງໜຶ່ງ, “ຄູ່ຮ່ວມມື” ຂອງຫວຽດນາມ​ແມ່ນ​ທັງໝົດບັນດາປະ​ເທດ​ທີ່​ໄດ້​ສ້າງ​ຕັ້ງສາຍ​ພົວພັນ​ທາງການ​ທູດ, ​ແມ່ນ​ບັນດາ​ປະ​ເທດທີ່​ມີ​ການພົວພັນ​ທາງ​ດ້ານ​ເສດຖະກິດ​ກັບ​ຫວຽດນາມ, ​ແມ່ນ​ບັນດາ​ສະມາຊິກ​ໃນ​ບັນດາ​ການອົງຈັດຕັ້ງພາກ​ພື້ນ ​ແລະ ​ໂລກ (​ເຊັ່ນ: ອາຊຽນ ​ແລະ ສະຫະ​ປະຊາ​ຊາດ), ກົນ​ໄກ - ສັນຍາຫຼາຍຝ່າຍ (​ເຊັ່ນ: ສັນຍາ​ຄູ່ຮ່ວມມືຮອບດ້ານ ​ແລະ ກ້າວໜ້າຂ້າມ​ປາ​ຊີ​ຟິກ, ສັນຍາ​ຄູ່ຮ່ວມມື​ເສດຖະກິດ​ຮອບດ້ານ​ຂອງພາກ​ພື້ນ, ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ), ​ເວທີ (​ເຊັ່ນ:​ເວທີການຮ່ວມມື​​ເສດຖະກິດອາ​ຊີ - ປາ​ຊີ​ຟິກ - ​ເອ​ເປ​ກ, ​ເວທີການຮ່ວມມື ອາຊີ - ​ເອີຣົບ), ບັນດາ​ຂະ​ບວນການ​ທີ່​ຫວຽດນາມ​ເປັນ​ສະມາຊິກ. ​ເວົ້າຄື​ແນວ​ນັ້ນ, ໝາຍຄວາມ​ວ່າ ບໍ່​ແມ່ນ​ພຽງ​ແຕ່​ບັນດາ​ສາຍ​ພົວພັນໃດໜຶ່ງທີ່​ໄດ້​ກຳນົດ​​ເປັນ “ຄູ່ຮວມມື​ຍຸດ​ທະ​ສາດ” ຫຼື “ຄູ່ຮ່ວມມືຮອບດ້ານ” ຈິ່ງ​ແມ່ນ “ຄູ່ຮ່ວມມື” ຂອງຫວຽດນາມ​, ນັ້ນ​ແມ່ນການ​ຊີ້​ບອກ​ເຖິງ​ລະດັບ ​ແລະ ລັກສະນະຂອງ​ສາຍ​ພົວພັນ​ຄູ່ຮ່ວມມື​ທີ່​ໄດ້ຮັບການ​ສ້າງຕັ້ງບົນ​ພື້ນຖານ​ຄວາມ​ຕ້ອງການ​ຂອງຫວຽດນາມ ​ແລະ ບັນດາ​ຄູ່ຮ່ວມມື. ​ເປັນ​ທຳ​ມະ​ດາ​ວ່າ, ລະດັບ ​ແລະ ລັກສະນະ​ການ​ພົວພັນ​ຄູ່ຮ່ວມມື​ດັ່ງກ່າວ ຈະ​ຕັດສິນຂອບ​​ເຂດການ​ຮ່ວມ​ມືແບບ​ຍຸດ​ທະ​ສາດ ​ແລະ ຮອບດ້ານຕາມ​ບົດ​ບັນທຶກ ​ແລະ ວິທີ​ເຂົ້າ​ໃຈ​ລະຫວ່າງ​ສອງ​ຝ່າຍ, ບໍ່ຂຶ້ນ​ກັບ​ວິທີ​ຕີ​ລາຄາ​ຂອງ​ຝ່າຍ​ທີ​ສາມ.

ກ່ຽວກັບ “​ເປົ້າໝາຍ”, ບົດ​ລາຍ​ງານ​ການ​ເມືອງ​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ​ໄດ້​ຊີ້​ແຈ້ງວ່າ ນັ້ນ​ແມ່ນ​ບັນດາ​ກຳລັງ​ທີ່ມີ “ກົນອຸບາຍ, ການ​ເຄື່ອນ​ໄຫວ​ແຊກ​ແຊງ... ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ, ລ່ວງ​ລະ​ເມີດເອກະລາດ, ອະທິປະໄຕ, ເອກພາບ, ຜືນ​ແຜ່ນ​ກິນອັນຄົບຖ້ວນ, ຄວາມໝັ້ນຄົງຂອງຊາດ ແລະ ສະຖຽນ​ລະ​ພາບທາງການເມືອງຂອງປະເທດຫວຽດນາມ”(11). ພ້ອມ​ດຽວກັນນັ້ນ, ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກຍັງ​ໄດ້​ກຳນົດ​ບັນດາ​ສິ່ງ​ທ້າ​ທາຍ​ຄື: 1- ການ​ສໍ້​ລາດ​ບັງ​ຫຼວງ, ຟຸ່ມ​ເຟືອຍ, ອາດຍາ​ສິດ, ການ​ເສື່ອ​ມ​ໂຊມທາງ​ດ້ານ​ແນວ​ຄິດ​ການ​ເມືອ​ງ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ,  “ການ​ປ່ຽນ​ແປງ​ຕົນເອງ”, “ການຫັນປ່ຽນຕົນ​ເອງ” ຢູ່​ພາຍ​ໃນ ​ກໍ​ຄື​ບັນດາ​ຂໍ້​ຂັດ​ແຍ່ງ​ທາງ​ສັງຄົມທີ່​ຜັນ​ແປ​ຢ່າງ​ສັບສົນ. 2- ບັນດາ​ກຳລັງ​ສັດຕູ​ສືບຕໍ່​ເພີ່ມ​ທະວີ​ການຕ້ານ ​ແລະ ທຳລາຍ​ພັກ, ລັດ ​ແລະ ປະ​ເທດ​ຫວຽດນາມ. 3- ປົກ​ປັກຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​, ຄວາມໝັ້ນຄົງ…​ ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງທີ່​ສຸດຕໍ່ຫວຽດນາມ​ໃນສະ​ເພາະ​ໜ້າ(12). ສອງ​ໃນ​ສາມ​ສິ່ງ​ທ້າ​ທາຍ​ທີ່​ກ່າວ​ມາ​ຂ້າງ​ເທິງ ​ມີ​ສ່ວນ​ກ່ຽວພັນ​ເຖິງບັນດາ “ເປົ້າໝາຍ” ທາງ​ກົງ ຫຼື ​​ທາງ​ອ້ອມ. ​ສໍາລັບ​ສິ່ງ​ທ້າ​ທາຍ​ທີສອງ, ປຶ້ມ​ປົກຂາວ​ການ​ປ້ອງ​ກັນ​ປະ​ເທດຫວຽດນາມ​ປີ 2019 ​ໄດ້​ຊີ້​ແຈ້ງວ່າ: ສະຖານະ​ການ​ໃນ​ເຂດທະ​ເລ​ຕາ​ເວັນ​ອອກ​ໃນ​ເວລາ​ມໍ່ໆມາ​ນີ້​ ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ​ຫັນປ່ຽນທີ່ຕັ້ງໜ້າຈຳນວນໜຶ່ງກໍ່​ຕາມ ​ແຕ່​ບັນດາ​ປັດ​ໄຈ​ທີ່​ເຮັດ​ໃຫ້​ບໍ່ມີ​ຄວາມໝັ້ນຄົງ, ​ຄວາມ​ເຄັ່ງ​ຕຶງ ​ຍັງ​ຄົງ​ຕົວ​ແລະຜັນ​ແປ​ຢ່າງ​ສັບສົນ ພາ​ໃຫ້​ເກີດ​ມີ​ສິ່ງ​ທ້າ​ທາຍ​ໃໝ່ຕໍ່ການ​ປົກ​ປັກຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ, ປົກປັກ​ຮັກສາ​ສັນຕິພາບ ​ແລະ ຄວາມໝັ້ນຄົງຂອງ​ຫວຽດນາມ. ບັນດາການ​ຜັນ​ແປ​ໃໝ່​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ, ມີ​ບັນດາ​ການ​ເຄື່ອນ​ໄຫວຝ່າຍ​ດຽວ, ບັງຄັບ ​ໂດຍ​ອີງ​ໃສ່ກຳລັງ​ແຮງ, ບໍ່ສົນ​ໃຈ​ເຖິງ​ກົດໝາຍສາກົນ ​ແລະ ການ​ເຄື່ອນ​ໄຫວ​ຫັນ​ເປັນ​ການ​ທະຫານ, ການປ່ຽນ​ແປງສະພາບ​ເດີມ, ລ່ວງ​ລະ​ເມີດ​ອະທິປະ​ໄຕ, ສິດອະທິປະ​ໄຕ, ສິດພິພາກສາ​ຂອງ​ຫວຽດນາມ​ ຕາມ​ກົດໝາຍສາກົນ, ສົ່ງ​ຜົນ​ສະທ້ອນ​ຕໍ່ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ, ຂົ່ມຂູ່​​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມໝັ້ນຄົງ, ຄວາມ​ປອດ​ໄພ​ໃນການ​ເດີນ​ທະ​ເລ ​ແລະ​ການບິນ​ໃນ​ພາກ​ພື້ນ. ນອກຈາກ​ນັ້ນ, ບັນດາ​ບັນຫາ​ຄວາມ​ສະຫງົບ​ທີ່​ບໍ່​​ແມ່ນ​ແບບ​ດັ້ງ​ເດີມ​ເຊັ່ນ: ການ​ປ່ຽນ​ແປງ​ພູມີ​ອາກາດ, ການ​ຄ້າ​ມະນຸດ, ການກໍ່ການຮ້າຍ, ການອົບ​ພະຍົບຢ່າງ​ຜິດ​ກົດໝາຍ, ​ໄພພິບັດສິ່ງ​ແວດ​ລ້ອມ, ​ໂລກ​ລະບາດ, ​ໄພ​ທຳ​ມະ​ຊາດ, ການ​ປ່ຽນ​​ກະ​ແສນໍ້າ​ໄຫຼ​ໃນ​ບັນດາ​ແມ່ນ້ຳຂ້າມຊາຍ​ແດນ ​ແລະ ອື່ນໆ ທີ່​ໄດ້​ສົ່ງ​ຜົນ​ກະທົບຕໍ່ຄວາມໝັ້ນຄົງ​ທາງ​ດ້ານ​ແຫຼ່ງນ້ຳ, ຄວາມ​ໝັ້ນຄົງທາງ​ດ້ານ​ສະບຽງອາຫານ, ຄວາມ​ໝັ້ນຄົງ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ​ຢູ່​ຫຼາຍທ້ອງ​ຖິ່ນ, ກໍ່​ແມ່ນ​ບັນດາ​ສິ່ງ​ທ້າ​ທາຍ​ຕໍ່ການ​ພັດທະນາ​ຂອງຫວຽດນາມ(13). ຄື​ແນວ​ນັ້ນ, ຖ້າ​ຖື​ວ່າ “​ເປົ້າ​ໝາຍ” ​ແມ່ນ​ບັນດາ​ສິ່ງ​ທີ່ກີດຂວາງ​ການ​ພັດທະນາ​ຂອງຫວຽດນາມ, ຕ້ານ ​ແລະ ທຳລາຍ​ລະບອບ, ຂົ່ມຂູ່​ຊີວິດ​ອິນ​ຊີ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ການ​ຄົງ​ຕົວ​ຂອງ​ລະບອບ, ກໍ່ຄວາມ​ເສຍ​ຫາຍ​ຕໍ່ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ, ​ເຊິ່ງ “​ເປົ້າ​ໝາຍ” ຄວນ​ໄດ້​ເຂົ້າ​ໃຈ​ວ່າ ລວມທັງ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງ.

ບາງ​ທິດ​ທາງ​ເຂົ້າ​ເຖິງ ​ແລະ ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ
“ຄູ່ຮ່ວມມື” ​ແລະ “​ເປົ້າໝາຍ” ​ໃນ​ສະຖານະ​ການ​ໂລກ​ໃໝ່

ບົດ​ລາຍ​ງານ​ການ​ເມືອງ​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ​ໄດ້​ມີ​ການ​ພິນິດ​ໄສ​ວ່າ: “ໂລກ​ກຳລັງ​ຜ່ານ​ບັນດາການຫັນ​ປ່ຽນອັນ​ໃຫຍ່​ຫຼວງ, ຜັນ​ແປ​ຢ່າງ​ວ່ອງ​ໄວສັບສົນ​ທີ່​ສຸດ ​ແລະ ຄາດ​ຄະ​ເນ​ໄດ້​ຍາກ. ສັນຕິພາບ, ການຮ່ວມມື ​ແລະ ການ​ພັດທະນາ​ຍັງ​ເປັນ​ທ່າ​ອ່ຽງ​ໃຫຍ່, ​ແຕ່​ກຳລັງ​ຢືນ​ຢູ່​ຕໍ່ໜ້າອຸປະ​ສັກ, ຄວາມ​ຫຍຸ້ງຍາກ​ຢ່າງ​ຫຼວງຫຼາຍ; ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ການ​ປະ​ທະ​ກັນ​ພາຍ​ໃນ​ ຍັງສືບຕໍ່​ເກີດ​ຂຶ້ນ​​ໃນ​ຫຼາຍຮູບການ, ສັບສົນ ​ແລະ ດຸ​ເດືອດ​ກ່ວາ​ເກົ່າ, ​ເຮັດ​ໃຫ້ຄວາມ​ສ່ຽງຕໍ່ສະພາບ​ແວດ​ລ້ອມ​ທາງ​ດ້ານ​ເສດຖະກິດ, ການ​ເມືອງ, ຄວາມໝັ້ນຄົງ​ສາກົນ​ເພີ່ມ​ຂຶ້ນ ​ແລະອື່ນໆ. ສະຖານະ​ການ​ຂອງໂລກຍັງ​ສືບ​ຕໍ່​ຜັນ​ປ່ຽນຕາມ​ທ່າ​ອ່ຽງຫຼາຍຂົ້ວ, ຫຼາຍ​ໃຈກາງ; ບັນດາ​ປະ​ເທດ​ໃຫຍ່ມີ​ການຮ່ວມມື, ປະນີປະນອມ​ນຳ​ກັນ ​ແຕ່ມີ​ການ​ຕໍ່ສູ້, ຄວບ​ຄຸມ​ເຊິ່ງກັນ​ແລະກັນ​ ຢ່າງ​ດຸ​ເດືອດ​ກ່ວາ​ເກົ່າ. ລັດທິ​ຊາດນິຍົມ​ສຸດ​ຂົ້ວ, ລັດ​ທິມະຫາ​ອຳນາດ​​ປະ​ເທດ​ໃຫຍ່, ລັດທິ​ເຫັນ​ແກ່ຜົນ​ປະ​ໂຫຍ​ດ ​ໃນ​ການ​ພົວພັນ​ສາກົນ​​ໄດ້​ເພີ່ມ​ຂຶ້ນ. ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ນ້ອຍ, ຢືນ​ຢູ່​ຕໍ່ໜ້າຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ໃໝ່​ຫຼາຍ​ຢ່າງ…. ​ເຂດ​ອາຊີ - ປາຊີ​ຟິກ, ​ໃນ​ນັ້ນ, ​ເຂດອາຊີຕາເວັນ​ອອກສຽງ​ໃຕ້​ ມີ​ທີ່​ຕັ້ງຍຸດ​ທະ​ສາດ​ນັບ​ມື້​ນັບ​​ສໍາຄັນ, ​ແມ່ນ​ເຂດ​ທີ່​ມີ​ການ​ແກ່​ງແຍ້​ງຢ່າງ​ດຸ​ເດືອດ ລະຫວ່າງ​ບັນດາປະ​ເທດ​ມະຫາ​ອໍານາດ, ​ເຊື່ອງຊ້ອນ​ຄວາມ​ບໍ່ສະຫງົບ​ຢ່າງ​ຫຼວງຫຼາຍ”(14).

ໃນຄວາມເປັນຈິງ, ສະຖານະການ​ໂລກ, ພິ​ເສດແມ່ນ​ໃນ​ເຂດ​ອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ໄດ້​ມີ​ບັນດາ​ການ​ຜັນ​ແປ​ຢ່າງ​ສັບສົນ, ​ ​​ເພີ່ມ​ທະວີຄວາມ​ສ່ຽງ​ຂອງ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​ໄຕ ​ແລະ ການ​ຂັດ​ແຍ້​ງດ້ານ​ດິນ​ແດນ, ຂົ່ມຂູ່​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ. ບໍ່ພຽງ​ແຕ່​​ເທົ່າ​ນັ້ນ, ຕັ້ງ​ແຕ່​ເມື່ອ​ຍຸດ​ທະ​ສາດ “ມະຫາ​ສະໝຸດອິນ​ເດຍ - ປາຊີ​ຟິກ ທີ່​ເສລີ​ແລະ​ເປີດ​ກ້ວາງ” ຂອງອາ​ເມ​ລິ​ກາ​ໄດ້ຮັບການ​ປະຕິບັດ,​ ຈົນ​ເຖິງ​​ເວລາ​ນີ້, ​ເຂດ​ນີ້​ໄດ້​ກາຍ​ເປັນ​​ເຂດຈຸດ​ສຸມ​ຂອງ​ການ​ປັບປຸງ​ນະ​ໂຍບາຍ​ຄວາມໝັ້ນ​ຄົງ ​ແລະ ການພົວພັນ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດຢູ່​ໃນ ​ແລະ ນອກ​ພາກ​ພື້ນ. ປະ​ເທດ​ເອີຣົບ ຈໍານວນໜຶ່ງ​ເຊັ່ນ: ຝຣັ່ງ, ​ເຢຍລະ​ມັນ, ອັງກິດ ​ກໍ​ໄດ້​ວາງ​ຍຸດ​ທະ​ສາດສະ​ເພາະ​ກ່ຽວກັບມະຫາ​ສະໝຸດອິນ​ເດຍ - ປາຊີ​ຟິກ,​ ​ເພີ່ມ​ການ​ແຊກ​ແຊງ​ເຂົ້າ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ເທື່ອ​ລະ​ກ້າວ.

​ໂດຍ​ເປັນ​ປະ​ເທດທີ່​ນອນ​ຢູ່​ໃນ​ເຂດພູມີສາດ​ການ​ເມືອງທີ່​ກຳລັງ​ມີ​ການ​ແກ່ງ​ແຍ້​ງຢ່າງ​ດຸ​ເດືອດ ​ແລະ ບົນ​ພື້ນຖານ​ລະບົບ​ເຄືອ​ຂ່າຍ​ການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ເລິກ​ເຊິ່ງ ​ແລະ ກ້ວາງ​ຂວາງ, ມີ​ຜົນ​ປະ​ໂຫຍ​ດທີ່​ສະຫຼັບກັນກັບ​ຫຼາຍ​ປະ​ເທດ, ຫວຽດນາມ​ຖືກຢູ່​ພາຍ​ໃຕ້ອິດ​ທິພົນ​ແລະ​ຜົນກະທົບ​ທີ່​ແນ່ນອນ. ຕໍ່ໜ້າ​ສະພາບການ​ດັ່ງກ່າວ, ວິທີ​ເຂົ້າ​ເຖິງ​ແລະທິດ​ທາງການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ “ຄູ່ຮ່ວມມື” ​ແລະ “ເປົ້າໝາຍ” ​ໃນ​ນະ​ໂຍບາຍພົວພັນ​ຕ່າງປະ​ເທດຂອງ​ຫວຽດນມ ຕ້ອງ​:

ທີໜຶ່ງ, ຍຶດໝັ້ນຫຼັກການ​ແລະຕັ້ງໝັ້ນ​ໃນ​ບັນດາບັນຫາ​ທີ່​ມີ​ລັກສະນະຍຸດ​ທະ​ສາດ, ​ແຕ່ຕ້ອງ​ສະຫຼາດຄ່ອງ​ແຄ້ວ ​ແລະ ​ໄຫວ​ພິບ​ໃນ​ຍຸດ​ໂທ​ບາຍ ​ແລະ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ. “ຖື​ເອົາ​ຫຼັກການເປັນ​ພື້ນ ​ເພື່ອໝູນ​ໃຊ້​ຢ່າງ​ໄຫວ​ພິບ” ຍາມ​ໃດ​ກໍ​ເປັນທິດ​ນຳ​ການ​ພົວພັນ​ຕ່າງປະ​ເທດ​ຂອງຫວຽດນາມ​ໃນ​ທຸກ​ສະພາບ​ການ, ຕໍ່ທຸກ​ບັນຫາ, ລະຫວ່າງ​ຫວຽດນາມ ​ແລະ ບັນດາ “ຄູ່ຮ່ວມ​ມື”, ​ໃນ​ສາຍ​ພົວພັນຜັນ​ປ່ຽນລະຫວ່າງ “ຄູ່​ຮ່ວມ​ມື” ​ແລະ “​ເປົ້າ​ໝາຍ”.

ທີສອງ, ມີ​ຄວາມ​ໄຫວ​ພິບ​ໃນ​ວິທີ​ຮັບ​ຮູ້ “ຄູ່​ຮ່ວມ​ມື” ​ແລະ “​ເປົ້າໝາຍ”. ຕ້ອງ​ຫຼີກ​ລ່ຽງທັດສະນະທີ່​ວ່າ “ຖ້າ​ບໍ່ສະໜັບສະໜູນ​ເຮົາ ກໍ​ຈະ​ເປັນສັດຕູ​ຂອງ​ເຮົາ”. ​ໃນ​ການ​ພົວພັນ​ສາກົນ, ສິ່ງ​ທີ່ເປັນ​ພື້ນຖານ​ທີ່​ສຸດຕໍ່ທຸກ​ປະ​ເທດ​ແມ່ນ ​ການ​ຮັບປະກັນ​ຜົນ​ປະ​ໂຫຍ​ດສູງສຸດ​ຂອງ​​ຊາດ-ປະ​ເທດ​.

ທີສາມ, “ຄູ່​ຮ່ວມ​ມື” ​ແລະ “​ເປົ້າໝາຍ” ​ໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ທີ່​​ໄດ້ຮັບຮອງ​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ ​ໄດ້​ສ່ອງ​ແສງ​ສາຍ​ພົວພັນ​ແບບ​ກາຍ​ອິນ​ຊີ​ລະຫວ່າງ​ສອງໜ້າທີ່​ຍຸດ​ທະ​ສາດ​​ແມ່ນສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ອີງ​ໃສ່​ພື້ນຖານ​ຂອງ​ບັນດາ​ມະຕິ​ກ່ອນໜ້ານີ້, ພິ​ເສດ​ແມ່ນ ມະຕິເລກທີ 28-NQ/TW. ບົດຮຽນ​ແຫ່ງປະຫວັດສາດ​ໃຫ້​ເຫັນ​ວ່າ ຈະ​ບໍ່ມີ ​ແລະ ບໍ່ມີ​ໃຜ​ສາມາດ​ບັງຄັບ​ໃຫ້​ຫວຽດນາມ​ຕ້ອງ “​ເລືອກ​ຝ່າຍ” ຢ່າງ​ເດັດຂາດ. ​ໃຜ​ແມ່ນ “ຄູ່​ຮ່ວມ​ມື” ຈະ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ຕັ້ງ​ໜ້າ​ຈາກ​ຫວຽດ​ນາມ, ​ແຕ່​ພ້ອມ​ກັນ​ນັ້ນ, ກໍ​ເປີດ​ກ້ວາງ​ຮັບ​ເອົາຄວາມຫວັງ​ດີຈາກ​ຝ່າຍ​ທີ່​ຢາກ​ໃຫ້​ຫວຽດນາມ​ເປັນ​ຄູ່​ຮ່ວມ​ມື​ຂອງ​ເຂົາ​ເຈົ້າ ບົນ​ພື້ນຖານການຮັບປະກັນຜົນ​ປະ​ໂຫຍ​ດຂອງ​​ຊາດ-ປະ​ເທດ.

ການ​ກຳນົດ “ຄູ່​ຮ່ວມ​ມື” ​ແລະ “​ເປົ້າໝາຍ” ຢ່າງ​ຈະ​ແຈ້ງ ​ໃນ​ນະ​ໂຍບາຍ​ພົວພັນຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 13 ຂອງ​ພັກ​ ໄດ້​ສະ​ແດງ​ເຖິງ​ການ​ສົມທົບ​ລະຫວ່າງ​ສອງໜ້າທີ່​ຍຸດ​ທະ​ສາດ​ຂອງ​ພັກ ​ແມ່ນ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບັນດາ​ມະຕິ​ກອງ​ປະຊຸມ​ສູນ​ກາງພັກຄັ້ງທີ 8 ສະ​ໄໝທີ 9 ​ແລະ ມະຕິ​ກອງ​ປະຊຸມ​ສູນ​ກາງພັກຄັ້ງທີ 8 ສະ​ໄໝທີ 11 ​ໄດ້​ມີ​ຄວາມ​ສະ​ເໝີຕົ້ນສະ​ເໝີປາຍ​ ໃນ​ການກຳນົດ “ຄູ່​ຮ່ວມ​ມື” ​ແລະ ​“​ເປົ້າໝາຍ” ​ແມ່ນ​ພື້ນຖານ​ເພື່ອ​ຫັນ “ຄູ່​ຮ່ວມ​ມື” ​ແລະ ​“​ເປົ້າໝາຍ” ​ເປັນ​ລະບອບ​ລະບຽບ​ໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດຂອງ​ຫວຽດນາມ ​ໃນ​ສະພາບ​ການ​ໃໝ່. ໝາກຜົນ​ຂອງ​ການ​ປະຕິບັດ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ “ຫັນ​ບັນດາການ​ພົວພັນ​ສາກົນ​ເປັນ​ຫຼາຍກ້ຳຫຼາຍຝ່າຍ, ຫຼາຍຮູບ​ຫຼາຍ​ແບບ; ຫວຽດນາມ​ເປັນ​ເພື່ອນ,​ ​ເປັນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ວາງ​ໃຈ​ໄດ້​ຂອງ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມ​ສາກົນ”, ມີຄວາມ​ໄຫວພິບ​ໃນ​ການຮັບ​ຮູ້ ​ແລະ ຜັນ​ຂະຫຍາຍ​ຫຼັກການ “ຄູ່​ຮ່ວມ​ມື” ​ແລະ “​ເປົ້າໝາຍ” ​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ຫວຽດນາມ​​ມີພາລະກິດ​ອັນ​ໃຫຍ່​ຫຼວງ,​ ກຳລັງ​ແຮງ​ບົ່ມຊ້ອນ, ຖານະ​ບົດບາດ ​ແລະ ອິດ​ທິພົນ​ທາງ​ສາກົນ​ຄື​ປະຈຸ​ບັນ​ນີ້./.

---------------------------

(1) ຫງວຽນ​ເກີ​ແທັກ: “ບັນດາ​ການ​ຜັນ​​ແປໃນ​ໂລກ ​ແລະ ຈິນຕະນາການ​ໃໝ່ ຂອງ​ພວກ​ເຮົາ”, ວາລະສານ​ຄົ້ນຄ້ວາ​ສາກົນ, ​ສະບັບເລກທີ 1, ​ເດືອນ​ມັງກອນ 1990

(2), (3) ​ເອກະສານ​ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 7, ສນຈ ສື້ເຖິ້ດ, ຮ່າ​ໂນ້ຍ, 1991, ໜ້າ 89, 147.

(4) ເອກະສານ​ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 8, ສນຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1996, ໜ້າ 41 – 42.

(5) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 9, ສນຈ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 119.

(6) ມະຕິຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລກທີ 07-NQ/TW, ລົງ​ວັນ​ທີ 27 ພະຈິກ 2001, ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, https://thuvienphapluat.vn/van-ban/Thuong-mai/Nghi-quyet-07-NQ-TW-hoi-nhap-kinh-te-quoc-te-112630.aspx

(7) ຮ່ວາງ​ຊວັນ​ເລີມ: “ບາງ​ບັນຫາ​ຕັ້ງຂຶ້ນ​ຜ່ານ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງທີ 8 (ສະ​ໄໝທີ 9)”, http://tapchiqptd.vn/vi/nghien-cuu-tim-hieu/mot-so-van-de-dat-ra-qua-10-nam-thuc-hien-nghi-quyet-trung-uong-8-khoa-ix/4098.html

(8) ​ເຈິ່ນຖາຍບິ່ງ: “​ເນື້ອ​ໃນ​ພື້ນຖານ​ຈຳນວນໜຶ່ງ ຂອງ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາປະ​ເທດ​ຊາດ​ໃນ​ສະພາບ​ການໃໝ່”, http://tapchiqptd.vn/vi/quan-triet-thuc-hien-nghi-quyet/mot-so-noi-dung-co-ban-cua-chien-luoc-bao-ve-to-quoc-trong-tinh-hinh-moi/5731.html

(9) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 13, ສນຈ ການ​ເມືອງ​ແຫ່ງ​ຊາດ ສື​ເຖິ້ດ,​ ຮ່າ​ໂນ້ຍ, 2021, ​ເຫຼັ້ມ  I, ໜ້າ  162 – 163.

(10) ເອກະສານ​ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 12, ຫ້ອງ​ວ່າການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 153.

(11), (12) ເອກະສານ​ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 13, ປື້​ມທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 163, 108.

(13) ກະຊວງ​ປ້ອງ​ກັນ​ປະ​ເທດ: ການ​ປ້ອງ​ກັນຊາດຫວຽດນາມ​ປີ 2019, ສນຈ ການ​ເມືອງ​ແຫ່ງ​ຊາດ ສື້ເຖິ້ດ,​ ຮ່າ​ໂນ້ຍ, ໜ້າ 19 – 20.

(14) ເອກະສານ​ກອງ​ປະຊຸມ​ໃຫຍ່​​ຜູ້​ແທນ​ທົ່ວ​ປະ​ເທດຄັ້ງທີ 13, ປື້​ມທີ່​ໄດ້​ແນະນຳ, ​ເຫຼັ້ມ I, ໜ້າ 105, 106, 107.

- ບົດນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ​ ສະບັບເລກທີ 967 (​ເດືອນມິຖຸນາ 2021)