ວກ. - ໝູນ​ໃຊ້​​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​ການ​ຕ່າງ​ປະ​ເທດ ໂຮ່​ຈິ​ມິນ ຢ່າງ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ເອກະລັກທາງການທູດສັນຕິພາບ ແລະ ເຕັມ​ໄປ​ດ້ວຍ​​ລັກ​ສະ​ນະ​ມະ​ນຸດ​ອາລະຍະ​ທຳ​ຂອງ​ຊາດ, ແນວ​ທາງ​ການຕ່າງ​ປະ​ເທດ​ຂອງພັກ​ກອມ​ມູ​ນິດຫວຽດ​ນາມໄດ້​ຮັບ​ການ​ພັດ​ທະ​ນາ ແລະ ສົມ​ບູນ​ແບບ​ໃນ​ໄລ​ຍະຕ່າງໆ​ຂອງ​ການ​ປະ​ຕິ​ວັດ. ​ບົນ​ພື້ນ​ຖານ​ສືບ​ທອດ​ແນວ​ທາງ​ການ​​ຕ່າງ​ປະ​ເທດ​ໃນ​ບັນ​ດາ​ສະ​ໄໝ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ໃນ​ໄລ​ຍະ​ປ່ຽນ​ແປງ​ໃໝ່, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກກອມ​ມູນິດຫວຽດ​ນາມ ສືບ​ຕໍ່​​ພັດ​ທະ​ນາ ແລະ ບູ​ລະ​ນະ​​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ.

 

ຫວນ​ເບິ່ງ​ຄືນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ໃນ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່

ເສີມ​ຂະ​ຫຍາຍ​ຢ່າງ​ແຂງ​ແຮງ​ຈິນ​ຕະ​ນາ​ການ​ປ່ຽນ​ແປງ​ໃໝ່​ທີ່​ໄດ້​ລິ​ເລີ່ມ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ (ປີ 1986), ແນວ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ເປັນເອ​ກະ​ລາດ, ເປັ​ນ​ເຈົ້າ​ດ້ວຍ​ຕົນ​ເອງ, ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ, ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​​ເຂົ້າ​ກັບສາ​ກົນ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ - ປະ​ເທດ​ຊາດ​ ແມ່ນ​ເຂັມ​ຊີ້​ທິດສີ​ແດງ​ທີ່​ທະ​ລຸ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ໄລ​ຍະ​ປ່ຽນ​ແປງ​ໃໝ່ ແລະ ນັບ​ມື້​ນັບ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກວ່າ​ອີກ.

​ຄື​ປະ​ທານ ໂຮ່​ຈີມິນ​ ເຄີຍ​ເວົ້າ​ວ່າ ນອກ​ຈາກ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ, ຂອງ​ຊາດ​ແລ້ວ ​ພັກ​ບໍ່​ມີ​ຜົນ​ປະ​ໂຫຍດ​ອື່ນ​ໃດ(1), ພັກ​ກອມ​ມູ​ນິດຫວຽດ​ນາມ ຍາມ​ໃດ​ກໍ່​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ ຜົນ​ປະ​ໂຫຍດ​ຂອງ​ຊາດ - ປະ​ເທດ​ຊາດ ​ແມ່ນ​ເປົ້າ​ໝາຍ​ສູງ​ສຸດ​ແຫ່ງ​ການ​ພົວ​ພັນ​ຕ່າງ​ປະ​ເທດ. ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 8 ​ສະ​ໄໝ​ທີ 9 (ປີ 2003) ເປັນ​ເທື່ອ​ທຳ​ອິດ​ທີ່​ຍົກ​ໃຫ້​​ເຫັນ​ແຈ້ງ​ເຖິງ​ບັນ​ດາ​ປັດ​ໃຈ​ພື້ນ​ຖານ​ຂອງ​ຜົນ​ປະ​ໂຫຍດ​ຂອງ​ຊາດ - ປະ​ເທດ​ຊາດ. ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 11 (ປີ 2011), ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ ​ຜົນ​ປະ​ໂຫຍດ​ຂອງ​ຊາດ - ປະ​ເທດ​ຊາດ​ແມ່ນ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ການ​ພົ​ວ​ພັນ​ຕ່າງ​ປະ​ເທດ, ໃນ​ນັ້ນຜົນ​ປະ​ໂຫຍດ​ຊົນ​ຊັ້ນ, ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະ ຜົນ​ປະ​ໂຫຍດ​ປະ​ເທດ​ຊາດ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນ​ ຢູ່​ໃນ​ຜົນ​ປະ​ໂຫຍດ​ຂອງ​ຊາດ-ປ​ະ​ເທດ​ຊາດ.

ໃນ​ໄລ​ຍະ​ປ່ຽນ​ແປງ​ໃໝ່, ການພົວ​ພັນ​ຕ່າງ​ປະ​ເທດ​ຍາມ​ໃດ​ກໍ່​ປະ​ຕິ​ບັດ ໜ້າ​ທີ່​ປົກ​ຄຸມ ແລະ ເປັນ​ແບບ​ປົກ​ກະ​ຕິ ແມ່ນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​​ສັນ​ຕິ​ພາບ, ສະ​ຖຽມ​ລະ​ພາບ, ຍາດ​ແຍ່ງ​ບັນ​ດາ​ປັດ​​ໄຈ​ສາ​ກົນ​ອັນ​ສະ​ດວກ​ໃຫ້​ແກ່​ພາ​ລະ​ກິດກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ. ໜ້າ​ທີ່ນີ້​​ນັບ​ມື້​ນັບ​ໄດ້​ຮັບ​ຮູ້ຢ່າງ​ເລິກ​ເຊິ່ງກວ່າ​ອີກ ​ໂດຍ​ຜ່ານ​ບັນ​ດາ​ສະ​ໄໝ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ. ມະ​ຕິ​ເລກ​ທີ 13- NQ/TW ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ​ສະ​ໄໝ​ທີ 6 (ປີ 1988) ເລີ່ມ​ຕົ້ນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ດ້ານ​ຈິນ​ຕະ​ນາ​ການ ແລະ ແນວ​ທາງ​ການ​ຕ່າງ​ປະ​ເທດ, ວາງ​ໜ້າ​ທີ່​ຍາດ​ແຍ່ງການ​ສະ​ໜັບ​ສະ​ໜູນ​ຂອງ​ສາ​ກົນ ແລະ ທ່າ​ອຽງ​ຫັນ​ເປັນ​ສາ​ກົນ​ ເພື່ອ​ພັດ​ທະ​ນາ​ປະ​ເທດ. ມາ​ຮອດ​ກອງປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 (ປີ 2016), ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ກຳ​ນົດ​ຈະ​ແຈ້ງ​ໜ້າ​ທີ່​ຂອງ​ການ​ຕ່າງ​ປະ​ເທດ​ລວມ​ມີ​ສາມ​ປັດ​​ໄຈ​ແມ່ນ ຄວາມ​ສະ​ຫງົບ, ການພັດ​ທະ​ນາ ແລະ ຖາ​ນະ​ບົດ​ບາດ​ຂອງ​ປະ​ເທດ.

ຈາກ​ແຜນນ​ະ​ໂຍ​ບາຍ “​ເພີ່​ມ​ເພື່ອນ​ມິດ​, ຫຼຸດຜ່ອນ​ສັດ​ຕູ”, ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ພັດ​ທະ​ນາ​ລະ​ບົບ ທັດ​ສະ​ນະ, ທິດ​ນຳຊີ້​ນຳ​ ທີ່​ທະ​ລຸ​ການ​ຕ່າງ​ປະ​ເທດຫວຽດ​ນາມ ໄລ​ຍະການ​ປ່ຽນ​ແປງ​ໃໝ່ ​ແມ່ນ​ຍຶດໝັ້ນ​ໃນ​ການປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ມິດຕະພາບ, ການຮ່ວມ​ມື ແລະ ການພັດ​ທະ​ນາ; ຫັນ​ເປັນຫຼາຍ​ທິດ ຫຼາຍ​ແບບ; “ເປັນ​ເພື່ອນມິດ ​ເປັນຄູ່​ຮ່ວມ​ມື​ທີ່​ເຊື່ອ​ຖື​ໄດ້ ແລະ ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ປະ​ຊາ​ຄົມ​ສາ​ກົນ”; ກຳ​ແໜ້ນສອງ​ດ້ານ ​ຄູ່​ຮ່ວມ​ມື - ຄູ່ຕໍ່ສູ້, ທັງ​ຮ່ວມ​ມື ທັງ​ຕໍ່​ສູ້; ຍຶດ​ໝັ້ນຫຼັກ​ການ, ເປົ້າ​ໝາຍ​ຍຸດ​ທະ​ສາດ, ແຕ່​ມີ​ຄວາມ​ໄຫວ​ພິບ ​ແລະ ​ສະຫຼາດ​ຄ່ອງ​ແຄ່ວ​ທາງ​ດ້ານ​ຍຸດ​ໂທ​ບາຍ, “​ເອົາ​ຫຼັກການ​ເປັນ​ພື້​ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ”,... ກົນ​ໄກ​ປະ​ຕິ​ບັດ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ເປັນ​ຈັ່ງ​ຫວະ​ ລະ​ຫວ່າງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທາງ​ພັກ, ການ​ທູດ​ຂອງ​ລັດ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ທາງ​ປະ​ຊາ​ຊົນ ​ພາຍ​ໃຕ້​ການ​ນຳ​ພ​າ​ເປັນ​ເອກ​ະ​ພາບ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ລວມ​ສູນ​ຂອງ​ລັດ.

ດ້ວຍ​ຄວາມ​ຮັບ​ຮູ້​ວ່າ ຫວຽດ​ນາມເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ໂລກ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ (ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 9) ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ແຂງ​ແຮງ, ຫຼັງ​ຈາກນັ້ນ​ເປີດ​ກວ້າງ​ມາ​ສູ່​ບັນ​ດາ​ຂົງ​ເຂດ​ອື່ນ ແລະ ສ້າງ​ຕັ້ງ​ແຜນ​ນະ​ໂຍ​ບາຍ ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ສາ​ກົນ (ກອງ​ປະ​ຊຸມ 11). ແຜນ​ນະ​ໂຍ​ບາຍ​ສະ​ບັບ​ນີ້​ແມ່ນ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ໃຫຍ່ ​ເພື່ອກໍ່​ສ້າງ ແລະ ປົກ​ປັກ​ຮັ​ກ​ສາ​ປະ​ເທດ​ຊາດ, ແມ່ນ​ພາ​ລະ​ກິດ​ຂອງ​ທົ່ວ​ປວງ​ຊົນ ແລະ ​ລະ​ບົບ​ການ​ເມືອງທັງ​ໝົດ. ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ເອ​ກະ​ລາດ, ເປັນ​ເຈົ້າ​ດ້ວຍ​ຕົນ​ເອງ ແລະ ການ​ເຊື່ອມ​ໂຍງ​ສາ​ກົນ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ​ອີກ, ໃນ​ນັ້ນ​ມີ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ປະ​ສົມ​ກຳ​ລັງ​ແຮງ​ປະ​ເທດ​ຊາດ ກັບກຳ​ລັງ​ແຮງ​ຂອງຍຸກ​ສະ​ໄໝ, ກຳ​ລັງ​ແຮງ​ພາຍ​ໃນມີ​ບົດບາດ​ຕັດ​ສິນຊີ້​ຂາດ, ກຳ​ລັງ​ແຮງຈາກ​ພາຍນອກ​​ເປັນ​ສິ່ງສຳ​ຄັນ.

ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ​ໄດ້ຮັບ​ການ​ດັດ​ປັບ, ປັບ​ປຸງ ແລະ ບູ​ລະ​ນະ. ຕັ້ງແຕ່ການ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຮ່ວມ​ມື​ຮອບ​ດ້ານ​ກັບ ສະ​ຫະ​ພາບໂຊວຽດ ແລະ ບັນ​ດາ​ປະ​ເທດ​ໃນ​ປະ​ຊາ​ຄົມ​ສັງ​ຄົມ​ນິ​ຍົມ(2) (ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 6) ຈົນ​ເຖິງ​ການ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ​ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ສະ​ເໝີ​ພາບ​ ​ແລະ ຕ່າງ​ຝ່າຍກໍ່​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຈາກ​ການ​ເຂົ້າ​ຮ່ວມ​ບັນ​ດາ​ເວ​ທີ​ສາ​ກົນເຖິງ ຄວາມ​ມາ​ນະ​ພະ​ຍາ​ຍາມ​ບືນ​ຕົວຂຶ້ນ​ຖືບົດ​ບາດ​ຫຼັກ​ແຫຼ່ງ, ນຳ​ພາ ຫຼື ​ໄກ່​ເກ່ຍ ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ, ອົງ​ການ​ຈັດ​ຕັ້ງຫຼາຍ​ຝ່າຍ​ ທີ່​ມີ​ລະ​ດັບ​ສຳ​ຄັນ​ຍຸດ​ທະ​ສາດ(3).

ການ​ປະ​ຕິ​ບັດ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ຖືກ​ຕ້ອງ​ຂອງ​ພັກ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ ເຂົ້າ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​​​ສັນ​ຕິ​ພາບ, ສະ​ຖຽມ​ລະ​ພາບ,​ ອຳ​ນວຍຄວາມ​ສະ​ດວກ​ ໃຫ້​ແກ່​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກ​ສາ​​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງປະ​ເທດ. ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ມີ​ການ​ພົວ​ພັນ​ທາງການ​ທູດ​ກັບ 189 ປະ​ເທດ​​ໃນ​ຈຳ​ນວນ 193 ປະ​ເທດ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໃນ​ນັ້ນ​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ 30 ປະ​ເທດ, ຄູ່​ຮ່ວມ​ມື​ຮອບ​ດ້ານ​ກັບ​ 5 ປະ​ເທດສະມາຊິກ​ຖາວອນທັງ​ໝົດ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ​​ແຫ່ງສະ​ຫະ​ປະ​ຊາ​ຊາດ, 7 ປະ​ເທດ​ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ອັນ​ດັບ​ໜຶ່ງຂອງ​ໂລກ (G7) ແລະ 17 ປະ​ເທດຢູ່​ໃນກຸ່ມ 20 ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ (G20)... ຈາກ​ພື້ນ​ຖານ​ເສດ​ຖະ​ກິດ​ແຜນ​ການ​ລວມ​ສູນແລະແບບ​ປິດປະຕູ, ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ເປັນ​ພື້​ນ​ຖານ​ເສດ​ຖະ​ກິດ​ຕະຫຼາດ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ ທີ່​ມີ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ທີ່​ເລິກ​ເຊິ່ງ ກວ້າງ​ຂວາງ, ໄດ້​ລົງ​ນາມ​ເຊັນແລະເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີເປັນ 17 ສະ​ບັບ, ໃນ​ນັ້ນ ມີ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃໝ່; ລວມຍອດ​ວົງ​ເງິນ​ສົ່ງ​ອອກແລະນຳ​ເຂົ້າ​ທຽບ​ເທົ່າ​ປະ​ມານ 200% ຂອງ ຈີ​ດີ​ພີ, ດຶງ​ດູດ​ການ​ລົງທຶນ​​ໂດຍ​ກົງຈາກ​ຕ່າງ​ປະ​ເທດທີ່ຈົດ​ທະບຽນ​ປະ​ມານ 400 ຕື້​ໂດ​ລາ​ສະ​ຫະ​ລັດ...

ຫວຽດ​ນາມເປັນ​ສະ​ມາ​ຊິກ​ຂອງ​ທັງ​ໝົດ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ທີ່​ສຳ​ຄັນ, ໄດ້​ຈັດ​ຕັ້ງ​ຢ່າງສຳ​ເລັດ​ຜົນ ກອງ​ປະ​ຊຸມ​ສາ​ກົນ​ໃຫຍ່ຫຼາຍ​ຄັ້ງ ກໍ່​ຄື​ສຳ​ເລັດ​ຄວາມ​ຮັບ​ຜິດ​ຊອບ​ສາ​ກົນ​ທີ່​ສຳ​ຄັນ​ເປັນ​ຈຳ​ນວນຫຼາຍ, ເຊັ່ນ: ສະມາຊິກບໍ່​ຖາ​ວອນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (ສະ​ໄໝ 2008-2009 ແລະ 2020-2021), ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ (ຊຸມ​ປີ 1998, 2010 ແລະ 2020), ກອງ​ປະ​ຊຸມ​ຂັ້ນ​ສູງ ASEM (ປີ 2004), ກອງ​ປະ​ຊຸມ​ສຸດຍອດ APEC (ຊຸມ​ປີ 2006, 2017), ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ ອາ​ຊຽນ (ປີ 2018), ກອງ​ປະ​ຊຸມ​ສຸດຍອດ ອາ​ເມ​ລິ​ກາ - ເກົາຫຼີ​ເໜືອ (ປີ 2019), ແຕ່ງ​ຕັ້ງ​ພະ​ນັກ​ງານ ນັກ​ຮົບ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​​ສັນ​ຕິ​ພາບ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນຈຳ​ນວນ​ຫຼາຍຮ້ອຍຄົນ...

ບັນ​ດາ​ຜົນ​ງານ​ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​​ກ່າວ​ມາ​ເທິງນີ້​ ແມ່ນ​ຄວາມ​ບັນ​ຈຸ​ຍອດ​ແຍ່​ແຫ່ງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທົ່​ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ, ແມ່ນ​ໜຶ່ງ​ໃນ​ຈຸດ​ແຈ້ງ​ສະ​ຫວ່າງ​ ໃນ​ຜົນ​ງານ​ຮ່ວມ​ກັນ​ຂອງ​ປະ​ເທດ​ ຄື​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ທີ່​ໄດ້​ຢືນ​ຢັນ​ແລ້ວ, “ປະ​ເທດ​ເຮົາຍັງບໍ່​ທັນ​ມີ​ຍາມ​ໃດ​ທີ່​ມີພາ​ລະ​ກິດ​ທີ່ຍິ່ງ​ໃຫຍ່, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຖາ​ນະ​ບົດ​ບາດ ແລະ ອິດ​ທິ​ພົນ​ສາ​ກົນ​ຄື​ປະ​ຈຸ​ບັນ(4), ໃນ​ນັ້ນ​ມີ​ການ​ປະ​ກອບ​ສ່ວນທີ່​ສຳຄັນ​ຂອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ລວມ​ມີການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ການ​ທູດຂອງ​ລັດ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ທາງ​ປະ​ຊາ​ຊົນ.

ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ຟ້າມມິງຈິນ ເຮັດວຽກກັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນສະຫະພາບເອີຣົບ, ເອກອັກຄະລັດຖະທູດບັນດາປະເທດ ອີຢູ, ສະມາຄົມວິສາຫະກິດ ເອີຣົບ (Eurocham) ແລະ ບັນດາກຸ່ມວິສາຫະກິດ, ບໍລິສັດໃຫຍ່ຂອງ ເອີຣົບ ທີ່ຫວຽດນາມ _ພາບ: VGP

ການ​ສືບ​ທອດ, ພັດ​ທະ​ນາ ແລະ ບັນ​ດາ​ຈຸດ​ໃໝ່​ໃນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​
ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ

ບົນ​ພື້ນຖານການ​ຕີ​ລາຄາ​ຢ່າງຮອບດ້ານ​ກ່ຽວ​ກັບ​ຜົນງານ ບົດຮຽນ ທ່າ​ແຮງ ​ແລະ ກຳລັງ​ແຮງ ຂອງ​ປະ​ເທດ​ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສະຖານະ​ການ​ສາກົນ ​ແລະ​ພາຍ​ໃນ​ປະ​ເທດ, ກາລະ​ໂອກາດ​ຍຸດ​ທະ​ສາດ ກໍ​ຄື​ສິ່ງ​ທ້າ​ທາຍ​ທີ່​ວາງ​ອອກ​ມາ​ໃຫ້​ປະ​ເທດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ສືບ​ຕໍ່​ສືບ​ທອດ​ບັນ​ດາ​ເນື້ອ​ໃນ​​ແກນ​ກາງຂອງ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ ໃນ​ໄລ​ຍະ​ປ່ຽນ​ແປງ​ໃໝ່, ພ້ອມ​ທັງ​ພັດ​ທະ​ນາ ແລະ ປັບ​ປຸງຫຼາຍ​ເນື້ອ​ໃນ​ໃໝ່​ ເພື່ອ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຕ້ອງ​ສະ​ໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແຫ່ງ​ການ​ພັກ​ທະ​ນາ​ປະ​ເທດ​ໃນ​ໄລ​ຍະ​ຕໍ່​ໄປ.

1- ກ່ຽວ​ກັບ​ການ​ຕີ​ລາ​ຄາ, ຄາດ​ຄະ​ເນ​ສ​ະ​ພາບ​ການ​ໂລກ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ​ໄດ້​ສືບ​ທອດ​ບັນ​ດາຄວາມ​ພິ​ນິດ​ໄສ​ໃຫຍ່​ຂອງ​ບັນ​ດາ​ສະ​ໄໝ​ກອງ​ປະ​ຊຸມ​ໃຫຍ່​ກ່ອນນີ້, ເປັນ​ຕົ້ນ​ແມ່ນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ກ່ຽວ​ກັບ​ບັນ​ດາ​ຈຸດ​ພິ​ເສດ​ທີ່​ມີ​ລັກ​ສະ​ນະ​ກົດ​ເກນ ແລະ ທ່າ​ອຽງ​ທີ່​ຍາວ​ນານ​ຂອງ​ໂລກ, ແຕ່​ການ​ປ້ອນ​ຂໍ້​ມູນ, ດັດ​ປັບ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່. ກອງ​ປະ​ຊຸມ​ຄັ້ງ​ທີ 13 ກໍ່​ໄດ້​ຢືນ​ຢັນ​ວ່າ ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ການພັດ​ທະ​ນາ​ ແມ່ນ​ທ່າ​ອຽງ​ໃໝ່, ໂລ​ກາ​ພິ​ວັດ ແລະ ການເຊື່ອມ​ໂຍງ​ສາ​ກົນ​ສືບ​ຕໍ່​ໄດ້​ດຳ​ເນີນ​ໄປ, ແຕ່​ເນັ້ນ​ໜັກ​ເຖິງ​ບັນ​ດາ​ທ່າ​ອຽງ​ນີ້​ວ່າ ​ຈະ​ຢືນ​ຕໍ່​ຄວາມ​ຂັດ​ຂວາງ, ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງຍ້ອຍ​ວ່າ ໂລກ​ທີ່​ກຳ​ລັງ​ຜ່ານ​ບັນ​ດາ​ການ​ຫັນ​ປ່ຽນ​ອັນໃຫຍ່ຫຼວງ, ມີ​ຄວາມ​ຜັນ​ແປ​ຢ່າງ​ໄວ​ວາ, ສັບ​ສົນ, ຄາດ​ເດົາ​ຍາກ”; ອາ​ຊີ - ປາ​ຊີ​ຟິກ ນັບ​ມື້​ນັບທີ່​ມີ​ບົດ​ບາດສຳ​ຄັນ, ແຕ່​ຊີ້​ແຈ້ງນີ້​ແມ່ນ​ພາກ​ພື້ນ​ທີ່ ບົ່ມ​ຊ້ອນຄວາມບໍ່​ສະ​ຫງົບຫຼາຍ​ຢ່າງ”... ໃນ​ສະ​ຖາ​ນະ​ການ​ມີ​ຄວາມ​ທົດ​ສອບ​ອັນຫຼວງຫຼາຍ, ຄວາມ​ສະ​ຫງົບ​​ແບບ​ດັ້​ງ​ເດີມ​ທີ່​ຜັນ​ແປ​ຢ່າງ​ສັບ​ສົນ, ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ພິ​ນິດ​ໄສວ່າ ຜົນ​ກະ​ທົບ​ຂອງ​ໂລກ​ລາ​ບາດໂຄວິດ-19 ​ຍັງຈະ​ແກ່ຍາວຕໍ່​ໄປ, “ເຮັດ​ໃຫ້​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ໂຄງ​ປະ​ກອບ​ເສດ​ຖະ​ກິດ, ວິ​ທີ​ການ​ຄຸ້ມ​ຄອງ​ລະດັບ​ໂລກ, ວິ​ທີ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ ແລະ ການຈັດ​ຕັ້ງ​ຊີ​ວິດ​ສັງ​ຄົມ​ຂອງ​ໂລກ(5). ພາກ​ຕົວ​ຈິງ​ຂອງ​ສະ​ພາບ​ການ​ສາ​ກົນ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫ​ວຽດ​ນາມ​ ມາ​ຮອດ​ປະ​ຈະ​ບັນ​ໃຫ້​ຮູ້​ວ່າ​ ບັນ​ດາ​ພິ​ນິດ​ໄສ​ທີ່​ໄດ້​ກ່າວ​ມາ​ເທິງນີ້​ຂອງ​ພັກ​ແມ່ນ​ຖືກ​ຕ້ອງ. 

​ຈຸດ​ໃໝ່ໜຶ່ງແມ່ນ ບົນ​ພື້ນ​ຖານ​ການ​ຕີ​ລາ​ຄາ​ການ​ປະ​ຕິ​ວັດ​ອຸດ​ສາ​ຫ​ະ​ກຳ​ຄັ້ງ​ທີ​ສີ່, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ​ໄດ້​ນຳ​ເອົາ​ການ​ຍາດ​ແຍ່ງ​ຜົນ​ງານ​ຂອງ​ການ​ປະ​ຕິ​ວັດນີ້​ ເຂົ້າ​ໃນ​ເນື້ອ​ໃນຂອງ​ທັດ​ສະ​ນະ​ພັດ​ທະ​ນາ​ປະ​ເທດ, ບົນ​ພື້ນ​ຖານນັ້ນ​​ ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ຍູ້​ແຮງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ທັນ​ສະ​ໄໝ​ ບົນ​ພື້ນ​ຖານ​ຂອງ​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງແມ່ນ​ກຳ​ນົດ​ທິດ​ໃຫຍ່​ອັນ​ໜຶ່ງ ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ເຖິງ​ປີ 2030.

ຄຽງ​ຄູ່​ກັບ​ການ​ສືບ​ຕໍ່​ພິ​ນິດ​ໄສ​ກ່ຽວ​ກັບ​ຄວາມ​ສະ​ດວກ ກາ​ລະ​ໂອ​ກາດ ແລະ ທ້າ​ທາຍ​ທີ່​ແຊກ​ຊ້ອນ​ນຳ​ກັນ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ​ໄດ້ຍົກ​ໃຫ້​ເຫັນ​ແຈ້ງ​ກ່ຽວ​ກັບ​ສ​ະ​ພາບ​ການ​ໂລກ ທີ່​ມີຫຼາຍບັນ​ຫາ​ໃໝ່, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ທີ່​ໜັກ​ໜ່ວງ, ສັບ​ສົນ​ກວ່າ​ອີກຕໍ່​ການກໍ່​ສ້າງ ແລະ ການປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ຮຽກ​ຮ້ອງ​ຕ້ອງ​ສືບ​ຕໍ່ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການຢ່າງ​ແຂງ​ແຮງ​, ຄ​າ​ດ​ຄະ​ເນ​ໃຫ້​ຖືກ​ຕ້ອງ, ເປັນ​ເຈົ້າ​ການ​ຕໍ່​ທຸກ​ກໍ​ລະ​ນີ. ດັ່ງນັ້ນ, ພາ​ລະ​ບົດ​ບາດ​ຂອງ​ການ​ພົວ​ພັນ​ຕ່າງ​ປະ​ເທດຍິ່ງ​​ມີ​ຄວາມ​ສຳ​ຄັນ, ມີໜ້າ​ທີ່​​ໜັກ​ໜ່ວງ, ເປັນ​ຕົ້ນ​ແມ່ນ​ພາ​ລະ​ບົດ​ບາດ​ເປັນ​​ແບບ​ຢ່າງນຳ​ໜ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ແຕ່​ຫົວ​ທີ, ແຕ່​ທາງ​ໄກ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ ແລະ ກຳ​ລັງ​ແຮງ​ພາຍນອກ ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ.

2- ກ່ຽວ​ກັບ​ເປົ້າ​ໝາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກໍ່​ໄດ້​ຢືນ​ຢັນ​ວ່າ, “ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຂອງ​ຊາດ - ປະ​ເທດ​ຊາດ”, ໝາຍ​ຄວາມ​ວ່າ​ ຖືເອົາ​ຜົນ​ປະໂຫຍດ​ຂອງ​ຊາດ - ປະ​ເທດ​ຊາດ ເປັນກ່ອນ​ອື່ນ​ໝົດແລະສູງ​ສຸດ; ພ້ອມ​ກັນ​ນັ້ນ, ຊີ້​ອອກວ່າ ຫຼັກ​ການ​ທົ່ວ​ໄປ​ແມ່ນ​ຕ້ອງສູ້​ຊົນ​ເພື່ອ​ບັນ​ລຸ​​ຜົນ​ປະ​ໂຫຍດຂອງ​ຊາດ - ປະ​ເທດ​ຊາດ​​ໃນ​ລະ​ດັບ​ສູງ​ສຸດ. ການຮັບ​ປະ​ກັນ​​ຜົນ​ປະ​ໂຫຍດສູງ​ສຸດຂອງ​ຊາດ - ປະ​ເທດ​ຊາດບໍ່​ໄດ້​ໝາຍ​ຄວາມ​ວ່າ​ປະ​ເທດ​ຫວຽດ​ນາມ​ໄປ​ຕາມ​ລັດ​ທິ​​ຊາດນິຍົມ​ເຫັນ​ແກ່​ຕົວ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ເນັ້ນ​ໜັກ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ຊາດ - ປະ​ເທດ​ຊາດ ຕ້ອງ ບົນ​ພື້ນ​ຖານ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ໝາຍ​ສາ​ກົນ, ສັນ​ຕິ​ພາບ, ການຮ່ວມ​ມື ​ແລະ ຕ່າງ​ຝ່າຍຕ່າງມີ​ຜົນ​ປະ​ໂຫຍດ”, ພ້ອມ​ກັນ​ສູ້​ຊົນ​ເພື່ອ​​ສັນ​ຕິ​ພາບ, ເອ​ກະ​ລາດ​ແຫ່ງ​ຊາດ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ທາງ​ສັງ​ຄົມ​ຢູ່​ໃນ​ໂລກ.

ໃນ​ໄລ​ຍະ​ປະ​ຈຸ​ບັນ, ຜົນ​ປະ​ໂຫຍດສູງ​ສຸດ​ຂອງ​ຊາດ - ປະ​ເທດ​ຊາດ​ແມ່ນ​ປົກ​ປັກ​ຮັກ​ສາ​​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ເອກ​ະ​ພາບ ​ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ; ປົກ​ປັກ​ຮັກ​ສາ​ພັກ, ລັດ, ປະ​ຊາ​ຊົນ ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ; ຮັກ​ສາ​​ສະ​ພາບ​ແວດ​ລ້ອມ​​ສັນ​ຕິ​ພາບ ສະ​ຖຽມ​ລະ​ພາບ, ອຳ​ນວຍຄວາມ​ສະດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ; ປົກ​ປັກ​ຮັກ​ສາ​ພາ​ລະ​ກິດ​​ການ​ປ່ຽນ​ແປງ​ໃໝ່, ການຫັນ​ເປັນ​ອຸດ​ສາ​ຫະ​ກຳ ​ແລະ ທັນ​ສະ​ໄໝ; ປົກ​ປັກ​ຮັກ​ສາ​ຄວາມໝັ້ນຄົງ​ທາງ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ສັງ​ຄົມ​ ແລະ ພື້​ນ​ຖານ​ວັນ​ທະ​ນະ​ທຳ​ຂອງ​ຊາດ. ຄຽງ​ຄູ່​ກັນ​ນັ້ນ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກໍ່​ໄດ້​ປັບ​ປຸງ​ກ່ຽວ​ກັບການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ມະ​ນຸດ, ຄວາມ​ສະ​ຫງົບ​ປອດ​ໄພ​ດ້ານ​ເສດ​ຖະ​ກິດ, ຄວາມ​ສະ​ຫງົບ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ​ອິນ​ເຕີ​​ເນດ, ສັງ​ຄົມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ​ແລະ ມີ​ລະວິ​ໄນ ກໍ່​ແມ່ນ​ບັນ​ດາ​ຜົນ​ປະ​ໂຫຍດ​ອັນ​ສຳ​ຄັນ​ຂອງ​ຊາດ-ປະ​ເທດ​ຊາດ. ບັນ​ດາ​ປັດ​​ໄຈ​ທີ່​ໄດ້​ກ່າວ​ມາ​ເທິງນີ້​ ​ມີ​ການ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ ເຊີ່ງ​ກັນແລະກັນ ແລະ ເປັນເອ​ກະ​ພາບ​ນຳ​ກັນ, ບໍ່​ສາ​ມາດ​ຖື​ເບົາ​ປັດ​ໄຈ​ໃດ​ໜຶ່ງ, ພ້ອມ​ທັງ​ເປັນ​ຂໍ້​ອ້າງ​ອີງ​ທີ່​ສຳ​ຄັນ​ທີ່​ສຸດ​ ເພື່ອ​ກຳ​ນົດ​ຄູ່​ຮ່ວມ​ມື - ຄູ່​ຕໍ່ສູ້, ການຮ່ວມ​ມື - ການຕໍ່​ສູ້​ ໃນ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ແມ່ນ ບໍ່​ປ່ຽນ​ແປງເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ທີ່​ຜັນ​ແປ​ຢ່າງ​ໄວ​ວາ, ສັບ​ສົນ.

3- ກ່ຽວ​ກັບ​ທີ່​ຕັ້ງ, ພາ​ລະ​ບົດ​ບາດ ແລະ ໜ້າ​ທີ່ ຂອງ​ການ​​ຕ່າງ​ປະ​ເທດ, ຈຸດ​ໃໝ່​ທີ່​ພົ້ນ​ເດັ່ນ​ໃນ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມແມ່ນ​ຄັ້ງ​ທຳ​ອິດທີ່​ພັກ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ສຳ​ລັບ​ທີ່​ຕັ້ງ, ພາ​ລະ​ບົດ​ບາດ​​ນຳ​ໜ້າ ຂອງ​ການ​ຕ່າງ​ປະ​ເທດ ກໍ່​ຕັ້ງແລະຮັກ​ສາ​ສະ​ພາບ​ແວ​ດ​ລ້ອມ​​ສັນ​ຕິ​ພາບ, ສະ​ຖຽມ​ລະ​ພາບ, ປຸກ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ແຮງ​ພາຍນອກ​ເພື່ອ​ພັດ​ທະ​ນາ​ປະ​ເທດ, ຍົກ​ສູງ​ຖາ​ນະ​ບົດ​ບາດ ແລະ ອິດ​ທິ​ພົນ​ຂອງ​ປະ​ເທດ”. ບັນ​ດາ​ໜ້າ​ທີ່ນີ້​ທີ່​ມີ​ຄວາມ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ນຳ​ກັນ, ໃນ​ນັ້ນ​ ການຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽມ​ລະ​ພ​າບ​ແມ່ນ​ໜ້າ​ທີ່​ສຳ​ຄັ້ນ​ຕົ້ນ​ຕໍ່ ​ແລະ​ ເປັນ​ປະຈຳ; ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ແມ່ນ​ໜ້າ​ທີ່​ຈຸດ​ໜັກ​ໃຈ​ກາງ; ຍົກ​ສູງ​ຖາ​ນະ​ບົດ​ບາດແລະອິດ​ທິ​ພົນ​ຂອງ​ປະ​ເທດ​ແມ່ນ​ໜ້າ​ທີ່​ສຳ​ຄັນ.

ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ, ກາ​ນທູດ​ສັນ​ຕິ​ພາບມິດຕະພາບ ຍາມ​ໃດ​ກໍ່​ໄດ້​ຖື​ເປັນ​ວິ​ທີທີ່​ດີກວ່າ​ໝູ່​ ໃນ​ການ​ປົກ​ປັກ​ຮັກ​ສາ​ປະ​ເທດ. ໃນ​ການ​ຕໍ່​ສູ້​ປົດ​ປ່ອຍ​ປະ​ເທດ ​ແລະ ທ້ອນ​ໂຮມ​ປະ​ເທດເປັນເອ​ກະ​ພາບ, ກໍ່​ສ້າງແລະປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ການ​​ຕ່າງ​ປະ​ເທດ​ແມ່ນ​ໄປ​ນຳ​ໜ້າ​ ເພື່ອ​ສ້າງ​ທ່າ  ທັງ​ຕີ, ທັງ​ເຈ​ລະ​ຈາ”, ຍາດ​ແຍ່ງການ​ສະ​ໜັບ​ສະ​ໜູນ​ສາ​ກົນ, ທຳ​ລາຍ​ທ່າ​ປິດ​ລ້ອມ, ຂວ້ຳ​ບາດ, ເປີດ​ສະ​ຖາ​ນະ​ການ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ປະ​ເທດ. ໃນ​ພາ​ລະ​ກິດ​​ການ​ປ່ຽນ​ແປງ​ໃໝ່, ການ​​ຕ່າງ​ປະ​ເທດ ​ນຳ​ໜ້າ​ໃນ​ການກໍ່​ສ້າງ​​ສັນ​ຕິ​ພາບ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ດຶງ​ດູດ​ແຫຼ່ງ​ພະ​ລັງ​​ໃຫ້​ແກ່​ການ​ພັດ​ທະ​ນາ​ປ​ະ​ເທດ(6). ດັ່ງ​ນັ້​ນ, ການ​ຢືນ​ຢັນ​ພາ​ລະ​ບົດ​ບາດ​​ນຳ​ໜ້າ​ຂອງ​ການ​​ຕ່າງ​ປະ​ເທດ​ໃນ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ແມ່ນ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່ ​ກ່ຽວກັບຈິນ​ຕະ​ນາ​ການການ​ຕ່າງ​ປະ​ເທດ​ຂອງ​ພັກກອມ​ມູ​ນິດຫວຽດ​ນາມ ບົນ​ພື້ນ​ຖານໝູນ​ໃຊ້​ຢ່າງ​ມີ​ຄວາມ​ຫົວ​ຄິດ​ປະ​ດິດ​ສ້າງ​ແນວ​ຄິ​ດປົກ​ປັກ​ຮັກ​ສາ​ປະ​ເທດ​ທີ່​ມີ​ລັກ​ສະ​ນະ​ເປັນ​ເຈົ້າ​ການ​ສູງ ​ຂອງ​ປະ​ເທດ​ຊາດ, ລວບ​ລວມ​ຕົວ​ຈິງ​ແຫ່ງ​ການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ສາ​ກົນ​ຂອງ​ປະ​ເທດ, ຮັບ​​ເອົາບົດ​ຮຽນ​ສາ​ກົນ​ໂດຍ​ມີ​ການເລືອກ​ຕັ້ງ​ ແລະ ເໝາະ​ສົມ​ກັບ​ທ່າ​ອຽງ​ສັນ​ຕິ​ພາບ, ການຮ່ວມ​ມື ແລະ ການພັດ​ທະ​ນາ​ຢູ່​ໃນ​ໂລກ.

ກ່ອນ​ອື່ນ​ໝົດ, ພາ​ລະ​ບົດ​ບາດນຳ​ໜ້າ ​ທີ່ສະ​ແດງອອກ​ໃນ​ການ​ຕ່າງ​ປະ​ເທດ ​ແມ່ນ​ການ​ຕີ​ລາ​ຄາ, ຄາດ​ຄະ​ເນ​ສະ​ພາບ​ການ, ຮັບ​ຮູ້​ໄດ້​ກາ​ລະ​ໂອ​ກາດ ແລະ ຄວາມ​ສິ່ງ​ທ້າ​ທາຍ​ຕ່າງໆ ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ແຕ່​ຫົວ​ທີ, ແຕ່​ທາງ​ໄກ, ຄົ້ນ​ພົບ​ບັນ​ດາ​ບັນ​ຫາ​ໃໝ່​ຢ່າງ​ພິບ​ໄຫວ, ເປັນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ, ຊອກ​ຫາ​ທິດທາງດຳ​ເນິນ​ການ​ທີ່​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ປ​ະ​ເທດ. ດັ່ງ​ນັ້ນ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ ເພີ່ມ​ທະ​ວີ​ວຽກ​ງານ​ຄົ້ນ​ຄວ້າ, ຄາດ​ຄະ​ເນ, ເສ​ນາ​ທິ​ການ​ກ່ຽວ​ກັບ​ຍຸດ​ທະ​ສາດ​ທາງ​ດ້ານ​ພົວ​ພັນ​ຕ່າງ​ປະ​ເທດ, ບໍ່​ໃຫ້​ຕົກ​ໃນທ່າ​ຮັບ, ໂດຍ​ບັງ​ເອີນ”. ໜ້າ​ທີ່ນີ້​​ສຳ​ຄັນ​ທີ່​ສຸດ, ຍ້ອນ​ມີ​ແຕ່ ຮູ້​ໂຕ​ເອງ”, “ຮູ້​ຄົນ​ອື່ນ”, “ຮູ້​ສະ​ຖາ​ນະ​ການຈຶ່ງ​ອາດ​ສາ​ມາດ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ຄວາມ​ສະ​ດວກ​ໄດ້ ​ເພື່ອ​ພັດ​ທະ​ນາ​ປະ​ເທດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໂລກ​​ທີ່​ເຄື່ອນ​ໄຫວ​ບໍ່​ຢຸດຢັ້ງ, ສັບ​ສົນ ແລະ ຄາດ​ເດົາ​ຍາກ  

ທີ​ສອງ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽມ​ລະ​ພາບ ​ແລະ ຄວາມ​ສະ​ດວກ ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ເປັນ​ໜ້າ​ທີ່​ຮ່ວມ​ກັນ​ຂອງ​ລະ​ບົບ​ການ​ເມືອງ​ທັງ​ໝົດ ແລະ ທົ່ວ​ປວງ​ຊົນ, ໃນ​ນັ້ນ​ມີ​ການ​ຕ່າງ​ປະ​ເທດ. ລັກ​ສະ​ນະ​ສະ​ເພາະ​ຂອງ​ການ​ຕ່າງ​ປະ​ເທດ​ແມ່ນ​ ນຳ​ໃຊ້​ບັນ​ດາ​ວິ​ທີ​ການ, ມາດ​ຕະ​ການ​ສັນ​ຕິ​ພາບ ​ເພື່ອ​ສະ​ກັດ​ກັ້ນ, ແກ້​ໄຂ ແລະ ຍູ້​​ຖອຍ​ໄພ​ອັນ​ຕະ​ລາຍ​​ສົງ​ຄາມ, ການປະ​ທະ​ກັນ​ຕັ້ງແຕ່​ຫົວ​ທີ, ແຕ່​ທາງ​ໄກ, ​ຈາກນັ້ນ​ ປະ​ກອນ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕຂອງ​ຊາດ​ໄວ້​ຢ່າງ​ໝັ້ນ​ຄົງ.

ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຂອງ​ບັນ​ພະ​ບຸ​ລຸດ​ແມ່ນ ການ​ໄກ່ເກ່ຍ ປອງດອງ​ຢູ່​ພາຍ​ໃນ​ປະ​ເທດ​ຈະ​ຕ້ອງ​ນຳ​ໃຊ້​ກຳລັງ​ທະ​ຫານໜ້ອຍ​ລົງ, ການ​ໄກ່ເກ່ຍປອງດອງ​ຢູ່​ນອກ​ຊາຍ​ແດນຈະບໍ່ຢ້ານສັນຍານເຕືອນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ ສືບ​ຕໍ່​ຍູ້​ແຮງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມືເລິກ​ເຊິ່ງ​ກວ່າ​ອີກ, ເປັນ​ຕົ້ນ​ແມ່ນ​ ບັນ​ດາ​ປະ​ເທດ​ທີ່​ໃກ້​ຄຽງ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ, ບັນ​ດາ​ຄູ່​ຮ່ວມ​ມືທີ່​ສຳ​ຄັນ ແລະ ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, “ສ້າງ​ທ່າ​ແຊກ​ຊ້ອນຜົນ​ປະ​ໂຫຍດແລະ ເພີ່ມ​ຄວາມ​ເຊື່ອ​ໝັ້​ນ”. ການ​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວ​ໄດ້​ດີ ​ຈະ​ຊ່ວຍ​​ປັບ​ປຸງ​ສະ​ຖາ​ນະ​ການ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ໃຫ່​ໝັ້ນ​ຄົງ, ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. 

ຄຽງ​ຄູ່​ກັນ​ນັ້ນ, ການ​​ຕ່າງ​ປະ​ເທດ​ພ້ອມ​ກັບການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຮັກ​ສາ​ໃຫ້​ໝັ້ນ​ຄົງ​ເສັ້ນ​ຊາຍ​ແດນ​ສັນ​ຕິ​ພາບ, ການຮ່ວມ​ມື ແລະ ການພັດ​ທະ​ນາ​; ເດັດ​ຂາດ, ຍຶດ​ໝັ້ນ​ການ​ຕໍ່​ສູ້ ​ເພື່ອ​ປົກ​ປັກ​ຮັກ​ສາ​​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜຶນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ. ພ້ອມ​ທັງ, ຊອກ​ຫາ ແລະ ເສີມ​ຂະ​ຫຍາຍ​ຈຸດ​ທີ່​ຄື​ກັນທາງ​ດ້ານ​ຜົນ​ປະ​ໂຫຍດ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື, ມີ​ຄວາມພິບ​ໄຫວ ແລະ ​ຫົວ​ຄິດ​ປະ​ດິດ​ສ້າງ​ ໃນ​ການ​ແກ້​ໄຂຄວາມ​ຂັດ​ແຍ້​ງ​ບົນ​ພື້ນຖານຜົນ​ປະ​ໂຫຍດ​ຂອງ​ຊາດ-ປະ​ເທດ​ຊາດ ແລະ ກົດ​ໝາຍ​ສາ​ກົນ. ໃນ​ນັ້ນ, ສືບ​ຕໍ່​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ທະ​ເລ​ ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ​ໂດຍ​ສະ​ເພາະ​ແມ່ນ ອະນຸສັນ​ຍາ​ສະ​ຫະ​ປະ​ຊາ​ຊາດວ່າ​ດ້ວຍ​ກົດ​ໝາຍ​​ທະ​ເລ​ປີ 1982​ (UNCLOS).

ທີ​ສາມ, ​ນຳ​ໜ້າ​​ໃນ​ການລະ​ດົມ​ບັນ​ດາ​ແຫຼ່ງ​ພະ​ລັງ​ຈາກ​ພາຍນອກ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ. ໜຶ່ງ​ໃນ​ບັນ​ດາ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ເທດ​ໃນ​ປະ​ຈຸ​ບັນ​ແມ່ນ​ ສູ້​ຊົນ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​​ເຖິງ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045. ດັ່ງ​ນັ້ນ, ພັດ​ທະ​ນາ​ປະ​ເທດ​ແມ່ນ​ເປົ້າ​ໝາຍ​ທະ​ລຸ​ໃນ​ທຸກໆ​ກິດຈະກຳ​ການ​​ຕ່າງ​ປະ​ເທດ, ຕາມນັ້ນ​ທັງ​ໝົດ​ເສົາ​ຄ້ຳ, ເຫຼົ່າ​ຮົບ​ຂອງການ​ຕ່າງ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ວິ​ໄສ​ທັດ ແລະ ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ, ໃນ​ນັ້ນ​ການ​ທູດ​ເສດ​ຖະ​ກິດ​ແມ່ນເປັນຫຼັກ​ແຫຼ່ງ. ຄື​ແນວນັ້ນ, ພ້ອມ​ກັບ​ຈິນ​ຕະ​ນາ​ການ​​ນຳ​ໜ້າ, ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ແມ່ນ​ຈຸດ​ໃໝ່​ໃນ​ຈິນ​ຕະ​ນາ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ​ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ.

ເຊື່ອມ​ຊຶມ​ທັດ​ສະ​ນະ “ການພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ໃຈ​ກາງ”, ການ​ພົວ​ພັນ​ຕ່າງ​ປະ​ເທດ​ສືບ​ຕໍ່​ຍາດ​ແຍ່ງ​ເອົາ​ບັນ​ດາ​ປັດ​​ໄຈ​ສາ​ກົນທີ່​ເອື້ອ​ອຳນວຍ, ບັນ​ດາ​ສັຍ​ຍາ​ການ​ຄ້າ​ເສ​ລີທີ່​ໄດ້​ລົງ​ນາມ​ເຊັນ, ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ​ແລະ ຂໍ້​ຕົກ​ລົງ​ສາ​ກົນຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ເປີດກວ້າງ​ຕະຫຼາດ, ດຶງ​ດູດ​ຄວາມ​ຮູ້ ເຕັກ​ໂນ​ໂລ​ຊີ ແລະ ການ​ລົງ​ທຶນ​ເພື່ອ​ຮັບ​ໃຊ້​ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ, ຍູ້​ແຮ​ງ​ກາ​ນ​ຫັນປະ​ເທດ​ເປັນ​ອຸດ​ສາ​ຫະ​ກຳ ​ແລະ ທັນ​ສະ​ໄໝ​, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ດ້ວຍ​ຕົນ​ເອງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ຊາດ, ການ​​ຕ່າງ​ປະ​ເທດກໍ່​ຍາດ​ແຍ່ງ​ບັນ​ດາ​ສາຍ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງານ ​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ສັບ​ສົນ​ໃນ​ການ​ຮ່ວມ​ມື ​ແລະ ການເຊື່ອມ​ໂຍງ​​ເຂົ້າ​ກັບເສດ​ຖະ​ກິດສາ​ກົນ.

ໃນ​ສະ​ຖາ​ນະ​ການ​ໂລກ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ທີ່​ຜັນ​ແປ​ຢ່າງ​ສັບ​ສົນ, ພາ​ລະ​ບົດ​ບາດ​​ນຳ​ໜ້າ​ຂອງ​ການ​​ຕ່າງ​ປະ​ເທດ​ທີ່​ໄດ້​ເສີມ​ຂະ​ຫຍາຍ ແລະ ສະ​ແດງ​ຢ່າງ​ຈະ​ແຈ້ງ​ໂດຍ​ຜ່ານການ​ເຄື່ອນ​ໄຫວ ການ​ທູດວັກ​ແຊນ”, ຍາດ​ແຍ່ງ​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ເວ​ລາ, ມີ​ປະ​ສິດ​ທິ​ຜົນ ​ຂອງ​ສາ​ກົນ​ກ່ຽວ​ກັບ​ວັກ​ແຊນ, ອຸ​ປະ​ກອນ​ການ​ແພດ ແລະ ຢາ​ປົວ​ພະ​ຍາດ, ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຕ້​ານ, ສະ​ກັດ​ກັ້ນ, ຮັບ​ມື​ຢ່າງ​ເໝາະ​ສົມ​ປອດ​ໄພ​ກັບ​ພະ​ຍາດໂຄວິດ-19 ແລະ ຟື້ນ​ຟູ, ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ.

ທີ​ສີ່​, ​ນຳ​ໜ້າ​​ໃນ​ການ​ປູ​ທາງ, ໄປ​ພ້ອມ​ກັນ, ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ປ​ະ​ຊາ​ຊົນ, ທ້ອງ​ຖີ່ນ ແລະ ວິ​ສາ​ຫ​ະ​ກິດ ​ໃນ​ການ​ເຊື່ອມ​ໂຍງ​​ເຂົ້າ​ກັບສາ​ກົນ. ຈຸດ​ໃໝ່​ອັນ​ໜຶ່ງ​ແມ່ນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ 2021-2030 ທີ່​ວາງ​ອອກ​ກຳ​ນົດ​ທິດ “ການ​ສ້າງ​ພື້ນ​ຖານ​ການທູດ​ທາງ​ດ້ານ​ເສດ​ຖະ​ກິດ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ, ຖືເອົາ​ປະ​ຊາ​ຊົນ ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ​ເປັນ​ຈຸດ​ສຸມ​ໃຈ​ກາງ”. ນີ້​ແມ່ນ​ການ​ໝູນ​ໃຊ້​​ແນວ​ຄິດ​ ຖື​ເອົາ​ປະ​ຊາ​ຊົນ​ເປັນ​ກົກ” ຢ່າງ​ປະດິດ​ສ້າງ​ເຂົ້າໃນ​ການ​​ຕ່າງ​ປະ​ເທດ, ຍ້ອນ​ວ່າ ການ​ປະ​ຕິ​ບັດ​​ໜ້າ​ທີ່​ການ​ຕ່າງ​ປະ​ເທດ​ສຸດ​ທ້າຍ​ແມ່ນ​ແນ​ໃສ່​ເປົ້າ​ໝາຍ ​ປະ​ຊາ​ຊົນ​ທີ່​ຮັ່ງ​ມີ, ປະ​ເທດ​ຊາດເຂັ້ມ​ແຂງ, ມີປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ຮູ່ງ​ເຮືອງ​ສີ​ວິ​ໄລ. ເຊື່ອມ​ຊືມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ ໂຮ່​ຈິ​ມິນ “ສິ່ງ​ໃດ​ເປັນ​​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ເຮົາ​ຕ້ອງ​ເຮັດ​ໃຫ້​​ດີ​ທີ່​ສຸດ, ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ປະຊາຊົນ​​ເຮົາ​ຕ້ອງ​ຫຼີກ​ລ່ຽງ​ຢ່າງ​ເດັດ​ຂາດ”, ຕິດ​ແທດ​ກັບ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ການ​ຕ່າງ​ປະ​ເທດ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ, ການ​​ຕ່າງ​ປະ​ເທດ​​ສ້າງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​​ເອື້ອ​ອຳນວຍ ເປີດ​ທາງ ໄປ​ພ້ອມ​ກັນ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ​ຍາດ​ແຍ່ງ​ຫຼາຍ​ສຸດ​ກາ​ລະ​ໂອ​ກາດ ຜົນ​ປະ​ໂຫຍດ ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ໃນ​ການ​ເຊື່ອມ​ໂຍ​ສາ​ກົນ, ພ້ອມ​ທັງ, ປົ​ກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ລັດ ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດຫວຽດ​ນາມ ໃນ​ການ​ເຊື່ອມ​ໂຍງ​ສາ​ກົນ.

ທີ​ຫ້າ, ​ນຳ​ໜ້າ​ໃນ​ການ​ຍົກ​ສູງ​ຖາ​ນະ​ບົດ​ບາດ ແລະ ອິດ​ທິ​ພົນ​ຂອງປະ​ເທດ ໂດຍ​ຜ່ານ​ການ​ເສີມ​ຂະ​ຫາຍ​ພາ​ລະ​ບົດ​ບາດ​ເປັນຫຼັກ​ແຫຼ່ງ, ນຳ​ພາ, ໄກ່​ເກ່ຍ, ຮັບ​ຜິດ​ຊອບ​ໃຫ້​ດີ ​ບັນ​ດາ​ພາ​ລະ​ສຳ​ຄັນ​ສາ​ກົນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັ​ບ​ຜິດ​ຊອບ ​ເຂົ້າ​ໃນ​ຄວາມ​ເອົາ​ໃຈ​ໃສ່​ຮ່ວມ​ກັນ​ຂອງ​ໂລກ. ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິກຫວຽດ​ນາມ​ໄດ້​ກຳນົດ ​ການ​ຍູ້​ແຮງ ແລະ ຍົກ​ລະ​ດັບ​ການ​ພົວ​ພັ​ນ​ຕ່າງ​ປະ​ເທ​ດຫຼາຍ​ຝ່າຍ, ເສີມ​ຂ​ະ​ຫຍາຍ​ພາ​ລະ​ບົດ​ບາດ​ຂອງຫວຽດ​ນາມ ​ໃນບັນ​ດາ​ກົນ​ໄກຫຼາຍ​ຝ່າຍ, ພິ​ເສດ​ແມ່ນ ອາ​ຊຽນ, ສະ​ຫະ​ປະ​ຊາ​ຊາດ, ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ (APEC), ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ ແລະ ບັນ​ດາ​ຂອບ​ການ​ຮ່ວມ​ມື ກໍ່​ຄື​ໃນ​ບັນ​ດາ​ບັນ​ຫາ​​ສຳ​ຄັນ​ລະ​ດັບ​ຍຸດ​ທະ​ສາດ, ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ, ຄວາມ​ສາ​ມາດ ແລະ ເງື່ອນ​ໄຂ​ຂອງ​ປະ​ເທດ. ຄຽງ​ຄູ່​ກັນ​ນັ້​ນ, ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ການຕ່າງ​ປະ​ເທດ, ປົກ​ປ້ອງ​ພົນ​ລະ​ເມືອງ, ການ​ທູດ​ດ້ານ​ວັດ​ທະ​ນະ​ທຳ, ຜັນ​ຂະ​ຫຍາຍ​ຮອບ​ດ້ານ ແລະ ແຂງ​ແຮງກວ່າ​ອີກ ວຽກ​ງານ​ຄົນຫວຽດ​ນາມຢູ່​ຕ່າງ​ປະ​ເທດ ກໍ່​ແມ່ນການ​ປະ​ກອບ​ສ່ວນທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ຮູບ​ພາບ, ຖາ​ນະ​ບົດ​ບາດ ແລະ ອິດ​ທິ​ພົນຂອງ​ປະ​ເທດ.

​ປະ​ທານ ໂຮ່​ຈິ​ມິນ ເຄີຍ​​ເຕືອນ​ວ່າ: “ທຸກສິ່ງທຸກຢ່າງປະສົບຜົນສຳເລັດໂດຍຄຳ​ເຫັນ​ເປັນເອກະສັນກັນ”, ການ​ຕ່າງປະ​ເທດ​ພຽງແຕ່​ສາມາດ​ປະຕິບັດ​ບົດບາດນຳ​ໜ້າ​ໄດ້​ດີ​ກໍ​ຕໍ່ເມື່ອຢູ່​​ໃນ​ວຽກ​ງານພາຍ​ໃນ-ຕ່າງປະ​ເທດ, ​ມີ​ການ​ປະ​ສານ​ສົມ​ທົບ​ກັນຢ່າງ​ແໜ້ນ​ແຟ້ນ, ສາ​ມັກ​ຄີແລະຄວາມເປັນ​ເອ​ກະ​ພາບ​ ຂອງບັນດາ​ຂັ້ນ, ​ຂະ​ແໜງ​ການ ແລະ ທົ່ວ​ປວງ​ຊົນ, ໃນ​ນັ້ນ​ ຈຸດ​ລວມ​ຢູ່​ທີ່​ນີ້​ແມ່ນ​ການ​ຮ່ວມ​ມື​ເພື່ອ​ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຂອງ​ຊາດ - ປະ​ເທດ​ຊາດ​. ​ເຮັດ​ໄດ້​ຄືແນວນັ້ນ ຈຶ່ງ​ສາມາດເສີມ​ຂະ​ຫຍາຍ​​ກຳ​ລັງ​ແຮງ​ສັງ​ລວມ​ທົ່ວ​ປະ​ເທດ​ຊາດ ​ປະ​ສານ​ສົມ​ທັບ​ກັບ​ກຳ​ລັງ​ແຮງຂອງ​ຍຸກ​ສະ​ໄໝ​ ເພື່ອ​ຮັບ​ໃຊ້​ພາ​ລະ​ກິດກໍ່​ສ້າງ, ພັດ​ທະ​ນາ​ປະ​ເທດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

4- ຜັນ​ຂະ​ຫຍາຍ​ກິດຈະກຳ​ການ​ຕ່າງ​ປະ​ເທດ ຢ່າງໃຫ້​ຄົບ​ຊຸດ, ມີ​ຄວາມ​ຫົວ​ຄິດ​ປະ​ດິດ​ສ້າງ ​ແລະ ມີ​ປະ​ສິດ​ທິ​ຜົນ, ເປັນ​ເຈົ້າ​ກນ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​​ເຂົ້າ​ກັບສາກົນ​ຢ່າງຮອບດ້ານ, ເລິກ​ເຊິ່ງກວ້າງ​ຂວາງ ແມ່ນ​ກຳ​ນົດ​ທິດ​ທີ່​ປົກ​ຄຸມ​​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດ. ທີ​ໜຶ່ງ, ລັກ​ສະ​ນະ​ຄົບ​ຊຸດ ​ສະ​ແດງອອກ​ໃນການ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ເປັນ​ຈັ່ງ​ຫວະ​ລະ​ຫວ່າງ​ບັນ​ດາ​ເສົາ​ຄ້ຳ​ຂອງກາ​​ຕ່າງ​ປະ​ເທດ, ລວມ​ມີ​ການ​​ຕ່າງ​ປະ​ເທດຂອງ​ພັກ, ການ​ທູດ​ຂອງ​ລັດ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ, ລະ​ຫວ່າງ​ບັນ​ດາ​ສາຍ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ບັນ​ດາ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ການ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ລະ​ຫວ່າງ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ... ທີ​ສອງ, ລັກ​ສະ​ນະ​ຫົວ​ຄິດ​ປະ​ດິດ​ສ້າງ ຮຽກ​ຮ້ອງ​​ໃຫ້ການ​ຕ່າງ​ປະ​ເທດ​ຕ້ອງ​ມີ​ການ​ປ່ຽນ​ແປງ​ໃໝ່ຢ່າງບໍ່​ຢຸດຢັ້ງ, ສະຫຼາດ​ຄ່ອງ​ແຄ່ວແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ສັບ​ສົນ, ຊອກ​ຫາ​ທິດ​ໄປ, ວິ​ທີ​ການ​ປະ​ຕິ​ບັດ​ອັນ​ໃໝ່ ດ້ວຍ ຈິດ​ໃຈ​ເປັນ​ເຈົ້າ​ການ​ບຸກ​ໂຈມ​ຕີ, ກ້າ​ຜ່ານ​ພົ້ນ​ອອກ​ຈາກ​ບັນ​ດາ​ຈິນ​ຕະ​ນາ​ການ ບັນ​ດາ​ຂົງ​ເຂດ​ທີ່​ເຄີຍ​ເຮັດ ​ເພື່ອ​ມີ​ຄວາມ​ຄິດ ແລະ ການ​ປະ​ຕິ​ບັດ​ຂ້າມ​ລະ​ດັບຊາດ, ບັນ​ລຸ​ເຖິງ​ລະ​ດັບ​ພາກ​ພື້​ນ ແລະ ສາ​ກົນ(7). ແນ່ນອນ​ວ່າ, ຄວາມ​ຫົວ​ຄິດ​ປະ​ດິດ​ສ້າງ​ຕ້ອງ​ບົນ​ພື້ນ​ຖານ​ຮັກ​ສາ​ໃຫ້​ໝັ້ນ​ຄົງຫຼັກ​​ການ,​ ຍຶດ​ໝັ້​ນເປົ້າ​ໝາຍ​ຍຸດ​ທະ​ສາດ. ທີ​ສາມ​, ລັກ​ສະ​ນະ​ມີ​ປະ​ສິດ​ທິ​ຜົນ ເຊິ່ງ​ສະ​ແດງ​ຢູ່​ວຽກ​ເຮັດ​ໃຫ້​​ການ​​ຕ່າງ​ປະ​ເທດໄປ​ສູ່​ລວງ​ເລິກ, ແທ້​ຈິງ, ປຸກ​ລະ​ດົມ ແລະ ປະ​ສານ​ສົມ​ທົບ​ບັນ​ດາ​ແຫຼ່ງ​ພະ​ລັງ​​ພາຍນອກ​ກັບ​ແຫຼ່ງ​ພະ​ລັງ​​ພາຍ​ໃນ​ປະ​ເທດຢ່າງ​ມີ​ປະ​ສິດ​ທິ​ຜົນ​ ​ເພື່ອ​ຮັບ​ໃຊ້​ໃຫ້​ດີ​ທີ່​ສຸດ​ການ​ພັດ​ທະ​ນາ​ປະ​ເທດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ການ​ພັດ​ທະ​ນາ​ປະ​ເທດ​ໃນ​ໄລ​ຍະ​ໃໝ່​​ເຮັດ​ໃຫ້​ເກີດ​ຄວາມ​ຕ້ອງ​ການທີ່​ເພີ່ມ​ຂຶ້ນ​ ໃນ​ການ​ເສີມ​ສ້າງ​ຄວາມ​ຄົບ​ຊຸດ, ຄວາມ​ຄິດ​ປະ​ດິດ​ສ້າງ ແລະ ປະ​ສິດ​ທິ​ຜົນ​ໃນກິດຈະກຳການ​ຕ່າງ​ປະ​ເທດ.

ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາ​ກົນ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດນາມໄດ້​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ກ່ຽວ​ກັບ​ລັກ​ສະ​ນະ​ຮອບ​ດ້ານ ແລະ ເລິກ​ເຊິ່ງກວ້າງ​ຂວາງ. ນັ້ນ​ແມ່ນ, ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໂດຍ​ຜ່ານ​ທຸກ​ຊ່ອງ​ທາງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ, ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ທຸກ​ຂັ້ນ, ສາຂາ ​ແລະ ຂົງ​ເຂດ. ບໍ່​ພຽງ​ແຕ່​ເປີດ​ກວ້າງ​ພື້ນ​ທີ່​ເທົ່າ​ນັ້ນ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ສືບ​ຕໍ່​ລົງ​ເລິກ, ຜັນ​ຂະຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ, ໃນ​ນັ້ນ​​ປະ​ຕິ​ບັດ​ບັນ​ດາສັນ​ຍາການ​ຄ້າ​ເສລີລຸ້ນ​ໃໝ່ຢ່າງ​ມີ​ປະສິດທິ​ຜົນ, “ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ, ຍົກ​ສູງ​ພາ​ລະ​ບົດ​ບາດ​ຂອງຫວຽດ​ນາມ ໃນ​ການກໍ່​ສ້າງ, ກຳ​ນົດ​ຮູບ​ແບບ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ດ້ານ​ການ​ເມືອງ - ເສດ​ຖະ​ກິດ​ສາ​ກົນເພື່ອ​ຜົນ​ປະ​ໂຫຍດ​ຂອ​ງ​ຊາດ-ປະ​ເທດ​ຊາດ ແລະ ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ ຂອງ​ປະ​ຊາ​ຄົມ​ສາ​ກົນ​ ບົນ​ພື້ນ​ຖານ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ​ກົດ​ໝາຍ​ສາ​ກົນ.

5- ເພື່ອ​​ໃຫ້ການ​ຕ່າງ​ປະ​ເທດ​ເສີມ​ຂະ​ຫຍາຍບົດບາດ​ນຳ​ໜ້າ ແລະ ສຳ​ເລັດ​​ບັນ​ດາ​ທິດທາງ ໜ້າ​ທີ່​ທີ່​ກ່າວ​ມາ​ເທິງນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 13 ​ໄດ້​ວາງ​ແຜນ​ນະ​ໂຍ​ບາຍ ກໍ່​ສ້າງ​ພື້ນ​ຖານ​ການ​ຕ່າງ​ປະ​ເທດ​ຮອບ​ດ້ານ, ທັນ​ສ​ະ​ໄໝດ້ວຍ​ສາມ​ເສົາ​ຄ້ຳ​ແມ່ນ ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ(8). ແຜນ​ນະ​ໂຍ​ບາຍ​ໃໝ່​ສະ​ບັບ​ນີ້​ ໄດ້​ສ່ອງ​ແສງ​ຄວາມ​ເຕີບ​ໃຫຍ່​ຂອງ​ພື້ນ​ຖານ​ການ​ທູດ​ປະ​ຕິ​ວັດຫວຽດ​ນາມ ໂດຍ​ປະ​ທານໂຮ​ຈິ​ມິນເປັນ​ຜູ້ກໍ່​ຕັ້ງ, ພ້ອມ​ກັນ​ນັ້ນ​ກໍ່​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການໃໝ່ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ຍາວ​ນານ, ທັງ​ມີ​ລັກ​ສະ​ນະ​ຈຳ​ເປັນ​ຍິ່ງ ​ຕໍ່​ການ​​ຕ່າງ​ປະ​ເທດ ແລະ ຂະ​ແໜງ​ການ​ການ​ທູດ​ໃນ​ສະ​ຖາ​ນະ​ການ​ໃໝ່.

ລັກ​ສະ​ນະ​ຮອບ​ດ້ານ​ ຂອງ​ພື້ນ​ຖານ​ການ​ທູດຫວຽດ​ນາມ​ສະ​ແດງອອກ​ໃນ ອັດ​ຕະ​ພາບ​ທີ່​ປະ​ຕິ​ບັດ​ການ​ພົວ​ພັນ​ຕ່າງ​ປະ​ເທ​ດ ລວມທັງ​​ລະ​ບົບ​ການ​ເມືອງ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ; ໃນ​ທຸກ​ຂົງ​ເຂດການ​ເມືອງ, ການປ້ອງ​ກັນ​ຊາດ, ການປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ-ສັງ​ຄົມ; ກັບ​ບັນດາ​ຄູ່​ຮ່ວມ​ມື, ບໍ​ລິ​ເວນ, ພາກ​ພື້ນ, ຈຸດ​ສຸມ​ໃຈ​ກາງ​ແມ່ນ​ຍູ້​ແຮງ ແລະ ເຮັດ​ໃຫ້​ເລິກ​ເຊິ່ງກວ່າ​ອີກ​ ບັນ​ດາ​ສາຍ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃກ້​ຄຽງ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ, ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ເພື່​ອນ​ມິດທີ່​ເປັນ​ມູນ​ເຊື້ອ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມແລະເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ​ທີ່​ສຳ​ຄັນ​ມີ​ລະ​ດັບ​ຍຸດ​ທະ​ສາດ.

ລັກ​ສະ​ນະ​ທັນ​ສະ​ໄໝ ​ສະ​ແດງ​ຢູ່​ໃນ ທາດ​ແທ້​ຂອງພື້ນ​ຖານ​ການ​ຕ່າງ​ປະ​ເທດຫວຽດ​ນາມ ແມ່ນ​ການ​ປະ​ສົມປະ​ສານຢ່າງ​ກົມ​ກຽວລະ​ຫວ່າງ​ມູນ​ເຊື້ອ, ລັກ​ສະ​ນະ​ສະ​ເພາະ​ການ​ທູດ​ຂອງ​ປະ​ເທດ​ຊາດ, ແນວ​ຄິດ​ການ​ທູດ ໂຮ່​ຈິ​ມິນ, ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ຜ່ານ​ສະ​ໄໝ​ຕ່າງໆ ແລະ ຄວາມຍອດ​ຍິ່ງ​ການ​ທູດ​ຍຸກ​ສະ​ໄໝ; ຢູ່ ໃນ​ການດຳ​ເນີນ​ງານ​ຂອງລະບົບ​ການ​ທູດ ພາຍ​ໃນ​ຂອບ​ຂອງ​ລະ​ບຽບ​ການ​ກົດ​ໝາຍ​ທີ່ນັນ​ມື້​ນັບ​ໄດ້​ຮັບ​ການ​ບູ​ລະ​ນະ, ຕິດ​ພັນ​ແໜ້ນ​ແຟ້ນ, ນິ້ມນວນ​ລະ​ຫວ່າງ​ກາ​ນ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ແລະ ການ​ພົ​ວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ; ຢູ່ບ່ອນຈັດ​ຕັ້ງ​ກົງ​ຈັກ​ໃຫ້​ກະ​ທັດ​ຫັດ, ມີ​ປະ​ສິດ​ທິ​ຜົນ ດ້ວຍວິ​ທີ​ການ​ເຄື່ອນ​ໄຫວ​ ທີ່​ມີ​ວິ​ທະ​ຍາ​ສາດ, ​ເປັນ​ມາດ​ຕະ​ຖານ ແລະ ດີ​ຈິ​ຕອນ, ມີ​ຄວາມ​ສາ​ມາດ​ປ່ຽນ​ແປງ​ໃໝ່, ມີ​​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ເປັນ​ເຈົ້າ​ການ​ຮັບ​ມື​ທີ່​ເໝາະ​ສົມ​ກັບ​ການ​ຜັນ​ປ່ຽນ​ຢ່າງ​ໄວ​ວາ​ຂອງ​ສະ​ພາບ​ການ.

ພື້ນ​ຖານ​ການ​ທູດຫວຽດ​ນາມ ດ້ວຍ 3 ​ເສົາ​ຄ້ຳ​ຄື: ການ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ທູດ​ປະຊາຊົນ ຍາມ​ໃດ​ກໍ​ຢູ່ພາຍ​ໃຕ້​ການ​ນຳ​ພາ, ຊີ້​ນຳ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ລວມ​ສູນ​ຂອງ​ລັດ. ເຖິງວ່າຈະ​ມີ​ທີ່​ຕັ້ງ, ພາ​ລະ​ບົດ​ບາດ ແລະ ທ່າ​ດີ​ທີ່​ແຕກ​ຕ່າງ​ກັນ, ແຕ່​ສາມ​ເສົາ​ຄ້ຳ​ການ​ຕ່າງ​ປະ​ເທດນັ້ນ​ມີ​ສາຍ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ທີ່​ສຸດ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນແລະກັນ​ ຍ້ອນ​ວ່າ​ພ້ອມ​ກັນ​ປະ​ຕິ​ບັດ​ແນວ​ທາງ​ການ​​ຕ່າງ​ປະ​ເທດ​ຂອງ​ພັກ ດ້ວຍ​ເປົ້າ​ໝາຍ​ຮ່ວມ​ກັນ​ແມ່ນ ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ - ປະ​ເທດ​ຊາດ. ສິ່ງ​ເຫຼົ່າ​ນີ້ທີ່​ສະ​ແດງ​ເຖິງ​ທາດ​ແທ້​ຂອງ​ພື້ນ​ຖານ​ການ​ທູດຫວຽດ​ນາມ ແມ່ນ​ຄວາມປະ​ສົມ​​ກົມ​ກຽວເປັນ​ເອ​ກະ​ພາບ ​ລະ​ຫວ່າງ​ລັກ​ສະ​ນະ​ພັກ, ລັກ​ສະ​ນະ​​ຊາດ - ປະ​ເທດ​ຊາດ ແລະ ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ - ມະ​ນຸດອາລະຍະ​ທຳ. ການ​ຜັນ​ຂະ​ຫຍາຍການ​ພົວ​ພັນ​ຕ່າງ​ປະ​ເທດຂອງ​ພັກ, ການ​ທູດຂອງ​ລັດ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ ຢ່າງ​ຄົບ​ຊຸດ ​ແໜ້ນ​ແຟ້ນ ແລະ ນີ້​ມນວນ​​ ຈະ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ແຕ່​ລະ​ເສົາ​ຄ້ຳ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ສ້າງ​ເປັນ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ພື້ນ​ຖານ​ການ​ທູດຫວຽດ​ນາມ. ນີ້​ທັງ​ເປັນ​ມູນ​ເຊື້ອ ແລະ ບົດ​ຮຽນ​ອັນ​ລ້ຳ​ຄ່າ, ທັງ​ເປັນ​ສິ​ລະ​ປະ ເຕົ້າ​ໂຮມ​ກຳ​ລັງອັນ​ຍອດ​ຍິ່ງ​ຂອງ​ການ​​ຕ່າງ​ປະ​ເທດ​ປະຕິວັດ​ຫວຽດນາມ ທີ່ຕ້ອງ​ການສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ໃນ​ໄລ​ຍະ​ໃໝ່.

ເພື່ອກໍ່​ສ້າງ​ພື້ນ​ຖານ​ການ​ທູດຫວຽດ​ນາມທີ່ຂະຫຍາຍຕົວ​ຢ່າງຮອບ​ດ້ານ ​ແລະ ທັນ​ສະ​ໄໝ, ຄຽງ​ຄູ່​ກັ​ບ​ການສືບ​ຕໍ່​ປັ​ບ​ປຸງ ບູ​ລະ​ນະ​ກົນ​ໄກ​ປະ​ສານ​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ ​ລະ​ຫວ່າງ​ບັນ​ດາ​ເສົາ​ຄ້ຳ ​ແລະ ​ບັນດາ​ອົງ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ສິ່ງ​ສຳຄັນ​ປະການໜຶ່ງຄື ​ຕ້ອງ​ມີ ຖັນ​ແຖວ​ພະ​ນັກ​ງານ​ການ​ຕ່າງ​ປະ​ເທດ ທີ່​ຮອບ​ດ້ານທັງ​ໃນ​ດ້ານ​ຄວາມ​ກ້າຫານ ຄຸນນະພາ​ບ ສະຕິ​ປັນຍາ, ທັນ​ສະ​ໄໝ​ທາງ​ດ້ານ​ແບບ​ແຜນ​ດຳ​ລົງ​ຊີ​ວິດ ແລະ ວິ​ທີ​ການ​ເຮັດ​ວຽກ, ການປ່ຽນ​ແປງ​ໃໝ່, ມີ​ຄວາມ​ຫົວ​ຄິດ​ປະ​ດິດ​ສ້າງ, ທຽບ​ເທົ່າ​ກັບ​ລະ​ດັບ​ຍຸກ​ສະ​ໄໝ. ໃນ​ປະ​ຫວັດ​ສາດ​ຂອງ​ຊາດ, ຫວຽດ​ນາມມີ​ນັກ​ການ​ທູດທີ່​ດີ​ເດັ່ນຫຼາຍ​ຄົນ, ແມ່ນ​ບັນ​ດາ​ແບບ​ຢ່າງ​ທີ່ດີ​ເດັ່ນ​ກ່ຽວ​ກັບຈິດ​ໃຈ​ຮັກ​ຊາດ, ຄວາມ​ກ້າຫານ, ຄຸນ​ສົມ​ບັດສິນ​ທຳ, ສະຕິ​ປັນ​ຍາ ແລະ ແບບ​ແຜນ ສິ​ລະ​ປະ​ການ​ທູດ. ຕໍ່ໜ້າ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ ​ໃນ​ການກໍ່​ສ້າງ​ພື້ນຖານການ​ທູດ​ຮອບ​ດ້ານ ​ແລະ ທັນ​ສະ​ໄໝ, ຕ້ອງ​ການ​ສືບ​ຕໍ່​ຖື​ເປັນ​ສຳ​ຄັນ​ພິ​ເສດ ​ວຽກ​ງານ​ພະ​ນັກ​ງານ​ການຕ່າງປະ​ເທດ, ເປັນ​ຕົ້ນ​ແມ່ນ​ກົນ​ໄກ, ນະ​ໂຍ​ບາຍ ແລະ ການກໍ່​ສ້າງ, ຝຶກ​ອົບຮົມພະ​ນັກ​ງານ​ການ​ຕ່າງ​ປະ​ເທດ​ ໃຫ້​ຮອບ​ດ້ານ​ທາງ​ດ້ານ​ຄຸນ​ສົມ​ບັດສິນ​ທຳ, ລະ​ດັບ​ຄວາ​ມ​ຮູ້ ແລະ ຄວ​າມ​ສາ​ມາດ. ພະ​ນັກ​ງານການ​ຕ່າງ​ປະ​ທດ ແລະ ພະ​ນັກ​ງານ​ການ​ທູດ​ລຸ້ນ​ປະ​ຈຸ​ບັນ​ເສີມ​ຂະ​ຫຍາຍ​ມູນ​ເຊືອ​ອັນ​ສະ​ຫງ່າ​ງາມ, ເດັດ​ຂາດ​ຈົ່ງ​ຮັກ​ພັກ​ດີຕໍ່​ພັກ ປະ​ເທດ​ຊາດ ແລະ ປະ​ຊາ​ຊົນ, ອອກ​ແຮງ​ຝຶກ​ຜົນຫຼໍ່ຫຼອມ​ຄຸມ​ສົມບັດ​ການ​ເມືອງ, ສິນ​ທຳ​ປະຕິວັດ, ສູ້​ຊົນ​ຢ່າງບໍ່​ຢຸດຢັ້ງ, ຍົກ​ລະ​ດັບ​ສະຕິປັນ​ຍາ, ເຂັ້ມ​ແຂງ, ໝັ້ນ​ໃຈ​ຕົນ​ເອງ, ຍຶດ​ໝັ້ນ ແລະ ປ່ຽນ​ແປງ​ໃໝ່​ຢ່າງ​ມີ​ຄວາມປະ​ດິດ​ສ້າງ​ ເພື່ອ​ພາ​ລະ​ກິດ​​ການ​ພັດ​ທະ​ນາ​ປະ​ເທດ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

***

ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທ​ດ​ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ສືບ​ທອດ, ພັດ​ທະ​ນາ ແລະ ບູ​ລະ​ນະ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ພັກກອມ​ມູ​ນິດຫວຽດ​ນາມ ໃນ​ໄລ​ຍະ​ການປ່ຽນ​ແປງ​ໃໝ່, ແມ່ນ​ເຂັມ​ຊີ້​ທິດ​ໃຫ້​ການ​ພັນ​ຂະ​ຫຍາຍ​ການ​ພົ​ວ​ພັນ​ຕ່າງ​ປະ​ເທດຢ່າງ​ຄົບ​ຊຸດ, ມີຫົວ​ຄິດ​ປະ​ດິດ​ສ້າງ ແລະ ມີ​ປະ​ສິດ​ທິ​ຜົນ ​ໃນ​ເວ​ລາ​ຕໍ່​ໄປ. ເພື່ອ​ໃຫ້​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ​ທິດທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄປ​ສູ່​ຊີ​ວິດ, ຕ້ອງ​ການ​ມີ​ຍຸດ​ທະ​ສາດ​ສັງ​ລວມ​​ໂດຍ​ໄວ ທີ່​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຍຸດ​ທະ​ສາດ​ການປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ບົນ​ພື້ນ​ຖານນັ້ນ​ ເປັນ​ເອ​ກະ​ພາບ​ໃນ​ຄວາມ​ຮັບ​ຮູ້ ແລະ ການ​ປະ​ຕິ​ບັດ, ກໍ່​ສ້າງແລະຜັນ​ຂະ​ຫຍາຍ​ບັນ​ດາ​ຍຸດ​ທະ​ສາດ, ໂຄງ​ການ, ແຜນ​ການ, ມາດ​ຕະ​ການ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ໃນ​ແຕ່​ລະ​ຂົງ​ເຂດ, ກັບ​ແຕ່​ລະ​ຄູ່​ຮ່ວມ​ມື. ເຮັດ​ແນວນັ້ນ, ຈະ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ທັງ​​ລະ​ບົບ​ການ​ເມືອງ, ບັນ​ດາ​ຂັ້ນ, ບັນ​ດາ​ຂະ​ແໜງ​ການ ແລະ ທົ່ວ​ປວງ​ຊົນ​ໄດ້ ​ເພື່ອ​​ໃຫ້ການ​​ຕ່າງ​ປະ​ເທດ​ປະ​ກອບ​ສ່ວນ​ທີ່​ສົມກຽດ​ເຂົ້າ​ໃນ​ການ​ປະ​ຕິ​ບັດວິ​ໄສ​ທັດ ​ແລະ ເປົ້າ​ໝາຍ​ການພັດ​ທະ​ນາ​ປະ​ເທດ ຕາມມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ​ໃຫ້​ປະສົບ​ຄວາມ​ສຳ​ເລັດ./. 

------------------

(1) ໂຮ່​ຈີມິນ: ນິ​ພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 5, ໜ້າ 290.

(2) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​​ໃນໄລ​ຍະ​ປ່ຽນ​ແປງ​ໃໝ່, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2019, ​ເຫຼັ້ມ I, ໜ້າ 97.

(3) ຄຳ​ສັ່ງ​ເລກ​ທີ 25-CT/TW, ສະ​ບັບ​ລົງ​ວັນ​ທີ 8 ສິງ​ຫາ 2018, ຂອງ​ຄະ​ນະ​ເລ​ຂາ​ທິ​ການສູນ​ກາງ​ພັກກ່ຽວ​ກັບ ​ການ​ຍູ້ແຮງ​ແລະ​ຍົກ​ລະ​ດັບ​ການ​​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ເຖິງ​ປີ 2030” .

(4), (5) ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ 13, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິ້ດ, ຮ່າ​ໂນ້ຍ, 2021, ​ເຫຼັ້ມ I, ໜ້າ 25, 207.

(6) ບົດ​ຄຳ​ເຫັນ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ທີ່ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 28, ເດືອນ​ທັນ​ວາ 2013.

(7) ບົດ​ຄຳ​ເຫັນ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ທີ່ກອງ​ປະ​ຊຸມ​ການ​ທູດ​ຄັ້ງ​ທີ 30, ເດືອນສິງ​ຫາ 2013.

(8) “ພື້ນ​ຖານ​ການ​ທູດຢູ່​ທີ່​ນີ້​ຖືກ​ເຂົ້າ​ໃຈ​ວ່າ ​ທຽບ​ເທົ່າ​ກັບ​ວຽກ​ງານ​ການ​ຕ່າງ​ປະ​ເທດ, ລວມ​ທັງ​ການ​ທູດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 978 (​ເດືອນພະ​ຈິກ 2021)