ຜົນງານແລະຄວາມພະຍາຍາມຂອງຫວຽດນາມ
ໃນການຮັບບົດບາດປະທານ ອາຊຽນ​ໃນປີ 2020

ໂດຍ ປອ ຫວໍຊວນວິນ
ສະຖາບັນຄົ້ນຄວ້າອາຊີອາຄະເນ, ສະພາບັນດິດວິທະຍາສາດສັງຄົມຫວຽດນາມ
04:19, 11-08-2021

ວກ. - ​ເມື່ອທຽບ​ກັບການ​ເປັນ​ປະ​ທານອາ​ຊຽນທີ່​ຜ່ານ​ມາ, ໃນ​ປີ 2020, ຫວຽດ​ນາມໄດ້​ພະ​ຍາ​ຍາມທີ່​ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກລຳບາກ, ​ໂດຍ​ສະ​ເພາະໃນສະພາບ​ການ​ລະ​ບາດຂອງ​ໂຄວິດ-19, ປະສົບ​ຄວາມ​ສຳ​ເລັດ​ໃນ​ການຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດ​ຍອດອາ​ຊຽນ ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່ກ່ຽວຂ້ອງ ​ໂດຍ​ຄວາມ​ຄິດ​ລິ​ເລີ່ມອອນ​ໄລ. ບັນ​ດາ​ກອງ​ປະ​ຊຸມດັ່ງກ່າວ​ທີ່​ໄດ້​ຈັດ​ຕັ້ງ​ຂຶ້ນ​​ໂດຍ​ມີ​ຜົນ​ໂດດ​ເດັ່ນ​ທາງ​ດ້ານ​ເນື້ອ​ໃນ​ການ​ຮ່ວມ​ມື​​ໃນ​ການ​ຮັບ​ມື​ກັບ​ການ​ລະ​ບາດຂອງ​ໂຄວິດ-19 ແລະ ​ບາດ​ກ້າວ​ໃໝ່​ຂອງອາ​ຊຽນ ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ...

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ ຫງວຽນຝູຈ້ອງ ກ່າວຕ້ອນຮັບໃນພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ວັນທີ 12 ພະຈິກ 2020 _ ພາບ: TTXVN

ຜົນງານບາງຢ່າງ​​ທີ່ບັນລຸໄດ້

ຜົນ​ຂອງ​​ເຫດ​ການ​ທີ່ຫວຽດ​ນາມ​ເຂົ້າຮັບຕຳ​ແໜ່ງ​ປະ​ທານອາ​ຊຽນ​ໃນປີ 2020 ຈົນ​ເຖິງ​ດຽວ​ນີ້ ສະທ້ອນ​ໃຫ້​ເຫັນໂດຍທົ່ວ​ໄປ​ໃນ​ຫຼາຍ​ແງ່​​ມຸມ: ເຖິງວ່າ​ການ​ລະ​ບາດຂອງໂຄວິດ-19 ​ໄດ້​ສົ່ງ​ຜົນ​ກະ​ທົບ​ໃນ​ທາງ​ລົບ​ຕໍ່​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ ແຕ່​​ການ​ປະ​ຊຸມແລະກິດຈະກຳ​ທີ່​ສຳ​ຄັນຕ່າງໆກໍ່​ໄດ້​ສຳ​ເລັດລົງ. ອາ​ຊຽນມີ​ການ​ຕອບ​ສະໜອງ​ຢ່າງ​ທັນ​ທ່ວງທີ​ຕໍ່​ການ​ລະ​ບາດ​ຂອງ​ໂຄວິດ-19 ​ສະ​ແດງ​ອອກ​ຢູ່​ໃນ​ຮູບ​ການ​ຈັດ​ຕັ້ງ ​ກໍ່​ຄື​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ. ສະ​ມາ​ຄົມ​ໄດ້​ກ້າວ​ໄປ​ສູ່ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ.  

ທີໜຶ່ງ, ​ໃນຕົ້ນ​ປີ 2020, ເມື່ອຫວຽດ​ນາມ​ເຂົ້າ​ຮັບ​ຕຳ​ແໜ່​ງ​ປະ​ທານໝູນ​ວຽນ ອາຊຽນຢ່າງ​ເປັນ​ທາງ​ການ, ການ​ແຜ່​ລະບາດ​ຂອງພະຍາດ​ໂຄວິດ-19 ​ໄດ້​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ. ການ​ລະ​ບາດຂອງ​ພະຍາດ​ໂຄວິດ-19 ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ແຮງ​ຕໍ່​ໂຄງການ​ປະຈຳ​ປີຂອງອາ​ຊຽນ. ບາງເຫດການຕ້ອງໄດ້ເລື່ອນເວລາຫຼືຍົກເລີກ ​ເພື່ອ​ຫຼີກ​ເວັ້ນຄວາມ​ສ່ຽງຂອງການແຜ່ລະບາດຂອງພະຍາດໂຄວິດ-19(1), ເຊັ່ນ ກອງປະຊຸມເຈົ້າໜ້າທີ່​ອາວຸ​ໂສອາຊຽນ (SOM) ໄດ້ຖືກຍ້າຍຈາກເດືອນມີນາ 2020 ຫາເດືອນພຶດສະພາ 2020; ການສົນທະນາອາຊຽນ-ສະຫະລັດຄັ້ງທີ 33 ກໍ່ຕ້ອງ​ເລື່ອນກຳ​ນົດການ​ຈາກມິຖຸນາ 2020 ​ເປັນສິງຫາ 2020; ກອງປະຊຸມສຸດຍອດອາຊຽນ-ສະຫະລັດທີ່​ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນເດືອນມີນາ 2020 ​ໃນສະຫະລັດ ກໍ່ຖືກຍົກເລີກເຊັ່ນກັນ.

ຕໍ່​ໜ້າຄວາມ​ຫຍຸ້ງ​ຍາກລຳບາກ​ດັ່ງ​ກ່າວ, ຄວາມ​ຄິດ​ລິ​ເລີ່ມ​ໃນ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​​ໃນ​ຮູບ​ແບບ​ອອນ​ໄລ​ຈຶ່ງ​ໄດ້ຖືກ​ເປີດ​ຕົວ. ບັນ​ດາ​ກອງ​ປະ​ຊຸມ​ໃນ​ສາມລະດັບທີ່​ແຕກ​ຕ່າງ​ກັນ​ຄື ​ກອງ​ປະຊຸມເຈົ້າ​ໜ້າ​ທີ່​ອາວຸ​ໂສ (senior official’s meeting), ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ (ministerial meeting) ແລະກອງ​ປະຊຸມ​ສຸດ​ຍອດ (summit) ທີ່​ຈະ​ຈັດ​ຂຶ້ນທາງ​ອອນ​ໄລ. ​​ໂດ​ຍສະ​ເພາະ, ສອງ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງອາ​ຊຽນໃນ​ປີ 2020 ແມ່ນກອງ​ປະ​ຊຸມສຸດ​ຍອດອາ​ຊຽນ ຄັ້ງ​ທີ 36 (ເດືອນມິ​ຖຸ​ນາ 2020), ກອງ​ປະ​ຊຸມ​ສຸດ​ຍອດອາ​ຊຽນ ຄັ້ງ​ທີ 37 (ເດືອນ​ພະ​ຈິກ 2020) ກອງ​ປະຊຸມອື່ນໆ​ທີ່​ກ່ຽວ​ຂ້ອງ ກໍ່​ປະສົບ​ຄວາມ​ສຳ​ເລັດທາງ​ອອນ​ໄລ​ໃນ​ເດືອນມິ​ຖຸ​ນາ ແລະ ພະ​ຈິກ 2020.

ທີສອງ, ການປັບ​ຕົວ​ຂອງ​ປະ​ເທດ​ຫວຽດນາມ​ແລະບັນ​ດາ​ປະ​ເທດ​ສະ​ມາ​ຊິກອາຊຽນນັ້ນ ໄດ້​ສະ​ແດງ​ອອກຢ່າງ​ຈະ​ແຈ້ງ​ໃນ​ເມື່ອ​ມີກອງ​ປະ​ຊຸມ​ອອນ​ໄລ​ຫຼາຍ​ຄັ້ງ​ໃນ​ຫົວ​ຂໍ້​ການຮັບ​ມື​ກັບການ​ລະ​ບາດຂອງໂຄວິດ-19. ຄະນະ​ເຮັດ​ວຽກ​ຂອງ​ສະພາ​ປະສານ​ງານ​ອາ​ຊຽນກ່ຽວ​ກັບ​ພາວະສຸກເສີນດ້ານສາທາລະນະສຸກ ​ໄດ້​​ປະ​ຊຸມ​​ສອງ​ຄັ້ງ​ໃນ​ວັນ​ທີ 31 ມີ​ນາ 2020 ແລະ ວັນ​ທີ 22 ມິ​ຖຸ​ນາ 2020. ພາຍ​ໃຕ້​ຂອບ​ການ​ປະ​ຊຸມລະດັບ​ລັດ​ຖຸ​ມົນ​ຕີລະ​ຫວ່າງອາ​ຊຽນແລະຄູ່​ຮ່ວມ​ມື​ຕ່າງໆ, ​ມີ​​ການ​ປະ​ຊຸມ​ທາງວິ​ດີ​ໂອ​ກ່ຽວ​ກັບ​ການ​ລະ​ບາດຂອງ​ໂຄວິດ-19, ລວມ​ມີ​ກອງ​ປະ​ຊຸມລະດັບ​ລັດ​ຖະ​ມົນ​ຕີອາ​ຊຽນ - ສະ​ຫະ​ພາບເອີຣົບ (ອີ​ຢູ) ວ່າ​ດ້ວຍ​ການ​ຮັບ​ມື​ກັບ​ການລະບາດ​ຂອງໂຄວິດ-19 (ວັນ​ທີ 20 ມີ​ນາ 2020), ກອງ​ປະ​ຊຸມ​ພິ​ເສດ​​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອາ​ຊຽ​ນ - ອາ​ເມ​ຣີ​ກາ (ວັນ​ທີ 24 ມີ​ນາ 2020). ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ໃນ​ຫົວ​ຂໍ້​ກ່ຽວ​ກັບການລະບາດ​ຂອງໂຄວິດ-19 ແມ່ນກອງ​ປະ​ຊຸມ​ຂັ້ນ​ສູງ​ພິ​ເສດອາ​ຊຽນ ແລະ ກອງ​ປະ​ຊຸມ​ຂັ້ນ​ສູງ​ພິ​ເສດອາ​ຊຽນ+3 ກ່ຽວ​ກັບການ​ຮັບ​ມື​ກັບ​ການລະບາດ​ຂອງໂຄວິດ-19 (ວັນ​ທີ 14 ເມ​ສາ 2020). ຖະ​ແຫຼງ​ການ​ຫຼາຍສະບັບ​ທີ່​ຕ່າງ​ກັນ​ກ່ຽວ​ກັບ​ການລະບາດ​ຂອງ​ໂຄວິດ-19 ​ໄດ້ຖືກ​ປະ​ກາດ​ໃຊ້. ​ໃນກອງ​ປະ​ຊຸ​ມສຸດ​ຍອດ​ຄັ້ງ​ທີ 37, ອາ​ຊຽນ​ໄດ້​ອອກ​ຂອບ​ຍຸດ​ທະ​ສາດ​ກ່ຽວ​ກັບພາວະ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ, ຂອບ​ການ​ຟື້ນ​ຕົວ​ຮອບ​ດ້ານຂອງອາ​ຊຽນ ແລະແຜນ​ການປະຕິບັດ​ຂອບນີ້.     

ນອກ​ຈາກ​​ກອງ​ປະ​ຊຸມລະດັບ​ຕ່າງໆ​​ໃນ​ຫົວ​ຂໍ້​ກ່ຽວ​ກັບ​ການລະບາ​ດຂອງ​ໂຄວິດ-19 ​ແລ້ວ, ກອງ​ປະ​ຊຸມ​ອາ​ຊຽນຫຼາຍ​ຄັ້ງ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາຮ່ວມ​ກັນ, ໃນ​ນັ້ນ​ມີ​​ຄວາມ​ຄິດ​ລິ​ເລີ່ມ ແລະ ກົນ​ໄກ​ທີ່​ສ້າງ​ຕັ້ງຂຶ້ນ​ ເພື່ອ​ຮັບ​ມື​ກັບການ​ລະ​ບາດຂອງໂຄວິດ-19. ຕັ້ງ​ແຕ່​ເດືອນກຸ​ມ​ພາ 2020, ອາ​ຊຽນໄດ້​ອອກ​ຖະ​ແຫຼງ​ການ​ຂອງປະ​ທານອາ​ຊຽນວ່າ​ດ້ວຍ​ການ​ຮັບ​ມື​ລວມ​ໝູ່​ຂອງອາ​ຊຽນຕໍ່​ການ​ລະ​ບາດຂອງໂຄວິດ-19. ຖະ​ແຫຼງ​ການ​ໄດ້​ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ປະ​ເທດອາ​ຊຽນ ໃນ​ຄວາມ​​ພະ​ຍາ​ຍາມ​ຮັບ​ມື​ລວມ​ໝູ່​ກັບ​ການ​ລະ​ບາດຂອງໂຄວິດ-19, ເພີ່ມ​ທະ​ວີ​ການຮ່ວມ​ມື​ລະ​ຫວ່າງອາ​ຊຽນ ກັບ​ຄູ່​ຮ່ວມ​ມື​ຕ່າງໆ ແລະ ອົງ​ການອະ​ນາ​ໄມ​ໂລກ (WHO), ຈັດ​ຕັ້ງ​ເຄືອ​ຂ່າຍ​ການສື່ສານລະ​ຫວ່າງໜ່ວຍ​ງານຂອງ​ປະ​ເທດ​ຕ່າງໆ ແລະມອບໝາຍ​ໃຫ້​ສະ​ພາ​ປະ​ສານ​ງານອາ​ຊຽນ (ACC) ​ສ້າງ​ບົດ​ລາຍ​ງານ ແລະຂໍ້​ສະ​ເໜີ​ສຳລັບກອງ​ປະ​ຊຸມ​ສຸດ​ຍອດອາ​ຊຽນຄັ້ງ​ທີ 36(2). ໃນ​ກອງ​ປະ​ຊຸມສຸດ​ຍອດ​ອາ​ຊຽນ​ພິ​ເສດກ່ຽວ​ກັບ​ການ​ຮັບ​ມື​ກັບການລະບາດ​ຂອງໂຄວິດ-19 (ເດືອນເມ​ສາ 2020), ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ການ​ຮ່ວມ​ມືຢ່າງ​ແທ້​ຈິງ ລະ​ຫວ່າງ​ໜ່ວຍ​ງານ​ດ້ານ​ການ​ປ້ອງ​ກັນປະ​ເທດຂອງອາ​ຊຽນ ໃນ​ການ​ຈັດ​​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ປະ​ເທດໃນ​ພາກ​ພື້ນ ແລະກັບ​ພາຍນອກ​, ໃນ​ນັ້ນ​ມີ​ການ​ເຝິກ​ຊ້ອນ​ຮັບ​ມື​​ເຫດການ​ສຸກ​ເສີນດ້ານ​ສາທາລະນະ​ສຸກ ​ທີ່​ຈັດໂດຍ​ສູນການ​ແພດ​ທະຫານອາ​ຊຽນ (ACMM), ຊຸກ​ຍູ້​ການ​ຮ່ວມ​ມື​ທາງວິ​ທະ​ຍາ​ສາດແລະເພີ່ມ​ທະ​ວີ​ການ​ເຊື່ອມ​​ໂຍງ​ທາງ​ວິ​ຊາຊີບ​ ຂອງ​ເຄືອ​ຂ່າຍຜູ້​ຊ່ຽວ​ຊານດ້ານ​ການ​ປ້ອງ​ກັນ​ສານ​ເຄ​ມີ​ ຊີ​ວະພາບ ແລະ ກຳ​ມັນ​ຕະ​ພາບ​ລັງ​ສີ​ໃນອາ​ຊຽນ; ສົ່ງ​ເສີມ​ການ​ພັດ​ທະ​ນາສາງສະໜອງອຸປະກອນການແພດ​ໃນ​ພາກ​ພື້ນ, ກໍ່​ຄື​ການນຳ​ໃຊ້​ຄັງ​ຂອງອາ​ຊຽນທີ່​​ກ່ຽວ​ຂ້ອງ ເພື່ອຮອງ​ຮັບ​ຄວາມ​ຕ້ອງ​ການ​ຂອງ​ປະ​ເທດສະມາຊິກອາ​ຊຽນ ໃນ​ພາວະ​​ສຸກ​ເສີນດ້ານ​ສາທາລະນະ​ສຸກ; ພິ​ຈາ​ລະນາ​ພັດທະນາຂັ້ນ​ຕອນ​ການ​ປະຕິບັດ​ງານ​ມາດຕະຖານ​ອາ​ຊຽນ (SOP) ສຳລັບ​ພາວະ​​ສຸກ​ເສີນດ້ານ​ສາທາລະນະ​ສຸກ; ພິ​ຈາ​ລະ​ນາຈັດ​ຕັ້ັ້ງ​ເຄືອ​ຂ່າຍ​ຜູ້ຊ່ຽວ​ຊານ​ກ່ຽວ​ກັບພາວະ​ສຸກ​ເສີນດ້ານ​ສາທາລະນະ​ສຸກ ​ເພື່ອ​ຮອງ​ຮັບ​ຄວາມ​​ຕ້ອງ​ການ​ໃນ​ອະ​ນາ​ຄົດ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຂອງ​ເຄືອ​ຂ່າຍ​ຮັບ​ມື​ກັບ​​ເຫດ​ສຸກ​ເສີນ​ທີ່​ມີ​ຢູ່ຂອງອາ​ຊຽນ(3). ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອາ​ຊຽນ ຄັ້ງ​ທີ 53 (AMM 53, ເດືອນກັນ​ຍາ 2020) ໄດ້​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງວິ​ທີ​ການ​ເຂົ້າ​ເຖິງ​ຮອບ​ດ້ານ​ຂອງອາ​ຊຽນ ໃນ​ການ​ຮັບ​ມື​ກັບການລະບາດ​ຂອງໂຄວິດ-19, ໃນ​ນັ້ນ​ມີ​ການ​ເຂົ້າ​ເຖິງ​ໂດຍ​ຜ່ານ​ຂອບ​ການ​ຟື້ນ​ຕົວຮອບ​ດ້ານຂອງອາ​ຊຽນ. ຕາມນັ້ນ, ປະ​ຕິ​ບັດ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ການ​ສະ​ກັດ​ກັ້ນ, ຄົ້ນ​ພົບ, ຈຳ​ກັດ ແລະ ຮັບ​ມື​ກັບ​ການລະບາດ​ຂອງໂຄວິດ-19, ກໍ່​ຄື​ການ​ຈັດການ​ກັບ​ຄວາມ​ທ້າທາຍ​ຫຼາຍ​ແງ່​ມູມອັນ​ຮ້າຍ​ແຮງ​​​ທີ່​ເກີດ​ຈາກ​ໂລກລະ​ບາດ. ຄວາມ​ມຸ່ງໝັ້ນ​​ໃນ​ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ການ​ລະ​ບາດ​ຂອງໂຄວິດ-19 ສືບ​ຕໍ່​ເປັນ​ເນື້ອ​ໃນ​ສຳ​ຄັນ​ໃນ​ຖະ​ແຫຼງ​ການ​ໃນ​ກອງ​ປະ​ຊຸມ​ສຸດ​ຍອດອາ​ຊຽນຄັ້ງ​ທີ 37 ແລະ​ກອງ​ປະ​ຊຸມສຸດ​ຍອດ​ລະ​ຫວ່າງອາ​ຊຽນ ແລະຄູ່​ຮ່ວມ​ມື​ຕ່າງໆ​ເຊັ່ນ ສະ​ຫະ​ປະ​ຊາ​ຊາດ, ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ​ສ ເກົາຫຼີ, ອິນ​ເດຍ ແລະ ອົດ​ສະ​ຕຣາ​ລີ.  

​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນໄດ້ຮັບການປະຕິບັດ ​ໂດຍ​ການນຳກົນໄກຮັບມືກັບການລະບາດຂອງໂຄວິດ-19. ​ໃນກອງ​ປະ​ຊຸມ​ສຸດ​ຍອດອາ​ຊຽນ ຄັ້ງ​ທີ 36 (ເດືອນມິ​ຖຸ​ນາ 2020) ອາ​ຊຽນປະກາດ​ຈັດ​ຕັ້ງກອງ​ທຶນອາ​ຊຽນ​ເພື່ອຮັບ​ມື​ກັບ​ການລະບາດ​ຂອງໂຄວິດ-19 ​ໂດຍ​ມີ​ເປົ້າ​ໝາຍ​​ເພື່ອສ້າງ​ຂອບ​ການ​ຟື້​ນຟູ​ຮອບ​ດ້ານຢ່າງ​ແຂງ​ແຮງ, ກວມ​ລວມ, ປົກ​ຄຸມ. ​ໃນກອງ​ປະ​ຊຸມ​ຄັ້ງ​ນີ້, ອາ​ຊຽນຍັງ​ໄດ້​ເນັ້ນ​ເຖິງ​ຄວາມ​​ພະ​ຍາ​ຍາມ​ໃນ​ການຈັດ​ຕັ້ງ​ສາງ​ອຸ​ປະ​ກອນ​ການ​ແພດ​ພາກ​ພື້ນ (RRMS) ແລະ ຂັ້ນ​ຕອນ​ການ​ປະຕິບັດ​ງານມາດ​ຕະ​ຖານ (SOP) ​ເພື່ອ​ເສີມ​ສ້າງ​ຄວາມ​ພ້ອມ ແລະ ຄວາມ​ສາ​ມາດ​ຂອງອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ໂລກລະບາດ ແລະ ພາວະ​​​ສຸກ​ເສີນດ້ານ​ສາທາລະນະ​ສຸກ​ ໃນ​ອະ​ນາ​ຄົດ(4). ​ໃນກອງ​ປະ​ຊຸມສຸດ​ຍອດ​ອາ​ຊຽນຄັ້ງ​ທີ 37, ອາ​ຊຽນປະ​ກາດ​ເງື່ອນ​ໄຂອ້າງ​ອີງສຳລັບກອງ​ທຶນອາ​ຊຽນ​ເພື່ອ​ການ​ຮັບ​ມື​ກັບການລະບາດ​ຂອງ​ໂຄວິດ-19 ແລະ​ ເງື່ອນ​ໄຂ​ອ້າງ​ອີງ​ສຳລັບສາງ​​ອຸ​ປະ​ກອນ​ການ​ແພດ​ສຸກ​ເສີນຂອງອາ​ຊຽນ.

ຄຽງ​ຄູ່​​ກັບ​​ຄວາມ​​ພະ​ຍາ​ຍາມ​ພາຍ​ໃນພາກ​ພື້ນ, ຫວຽດ​ນາມ​ໃນ​ຖາ​ນະ​​​ປະທານ​ອາ​ຊຽນ​ໃນປີ 2020 ຍັງໄດ້​ຈັດ​ກອງ​ປະ​ຊຸມ​ອອນ​ໄລ​ກັບ​ຄູ່​ສົນ​ທະ​ນາ​ຕ່າງໆ​ເຊັ່ນ ອົດ​ສະຕຣາລີ, ຈີນ, ອີ​ຢູ, ລັດ​ເຊຍ ແລະ ອາ​ເມລິ​ກາ ແນ​ໃສ່​ແລກ​ປ່ຽນ​ທັດ​ສະ​ນະ ແລະ ຊອກ​ຫາ​​ກົນ​ໄກ​ການຮ່ວມ​ມື​ເພື່ອ​ຊ່ວຍ​ໃຫ້ຫຼຸດ​ຜ່ອນ, ຈຳ​ກັດ ແລະ ຮັບ​ມື​ກັບ​ຜົນ​ກະ​ທົບ​ຂອງ​ການລະ​ບາດຂອງໂຄວິດ-19, ລວມ​ເຖິງ​ການ​ຮ່ວມ​ມື​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ພັດ​ທະ​ນາວັກຊີນແລະຢາ, ການສ້າງແລະຮັກ​ສາຕ່ອງ​ໂສ້​ການ​ສະ​ໜອງທີ່​ຍືດຫຍຸ່ນ, ເປີດກວ້າງ ແລະ ເຊື່ອມ​ໂຍງ​ກັນ ​ແລະການໃຊ້​ກົນ​ໄກລະດັບ​ພາກ​ພື້ນ​ທີ່​ນຳ​ໂດຍອາ​ຊຽນ ​ເພື່ອ​ມີ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ, ດູ​ແລ​ສຸ​ຂະ​ພາບທີ່​ເນັ້ນ​ປະ​ຊາ​ຊົນ​ເປັນ​ສູນ​ກາງ ​ແນ​ໃສ່​ຮັບ​ມື​ກັບການ​ລະ​ບາດຊອງໂຄວິດ-19 ແລະ ຊ່ວຍ​ເຫຼືອ​ການ​ຟື້ນ​ຟູ​ເສດ​ຖະ​ກິດຢ່າງ​ຍືນ​ຍົງ(5).​ໃນກອງ​ປະ​ຊຸມ AMM 53, ບັນ​ດາ​ລັດ​ຖະ​ມົນ​ຕີອາ​ຊຽນຍັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາທີ່ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ແລະ ແບ່ງ​ປັນ​ບົດ​ຮຽນ​ກັບ​ບັນ​ດາ​ຄູ່​ຮວມ​ມື​ຂອງອາ​ຊຽນ ໃນ​ການ​ຄົ້ນ​ຄວ້າ, ການພັດ​ທະ​ນາ, ການຜະ​ລິດ ແລະການຈັດ​ຈຳໜ່າຍ​ວັກ​ຊີນ, ສະ​ໜອງ​ຄວາມ​ສາ​ມາດ​ເຂົ້າ​ເຖິງ​ຢາ​ປົວ​ພະ​ຍາດ​ໂຄວິດ-19 ແລ​ະ​ພະ​ຍາດ​ອື່ນໆ ​ໃນລະຫວ່າງ​ເຫດ​ສຸກ​ເສີນດ້ານສາທາ​ລະ​ນະ​ສຸດ​​ໃນ​ອະ​ນາ​ຄົດ.

ທີສາມ, ​ຄວາມກ້າວໜ້າ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ຖະ​ແຫຼ​ງການ​ຂອງ​ປະທານ​ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ 37 ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜົນ​ໄດ້​ຮັບ​ທີ່​ພົ້ນ​ເດັ່ນ, ເຊັ່ນ: 1-ຈິດໃຈລວມໝູ່ໃນອາຊຽນໄດ້ຖືກຍົກສູງຂຶ້ນ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; 2- ອາ​ຊຽນບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຂອບ​ກົດໝາຍສຳລັບ​ການສ້າງ​ປະ​ມວນ​ຂໍ້​ກຳນົດກ່ຽວ​ກັບ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC), ກໍ່​ຄື​ຂອບກົດໝາຍ​ສຳລັບ​ກຳ​ນົດ​ສະຖາ​ນະ​ຂອງສິ່ງ​ທີ່​ຄົງ​ຕົວໃນ​ທະ​ເລ, ສິດ​ອະ​ທິ​ປະ​ໄຕ, ສິດ​ຕັດ​ສິນ ແລະ ​ຜົນ​ປະ​ໂຫຍດ​ທີ່​ຖືກ​ກົດໝາຍອື່ນໆ​ໃນ​ທະ​ເລ. 

​ໃນບັນຫາທີໜຶ່ງ, ຫຼັງຈາກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອາ​ຊຽນຖະ​ແຫຼງ​ການ​ສະ​ເພາະ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ​ໃນມຽນ​ມາ​ເມື່ອປີ 2014, ຈິດ​ໃຈ​ລວ​ມ​ໝູ່ຂອງອາ​ຊຽນໄດ້​ຮັບ​ຜົນ​ກະ​ທົບ​ສ່ວນ​ໃດ​ສ່ວນ​ໜຶ່ງ ດັ່ງ​ທີ່​ສະ​ແດງ​ໄວ້​ໃນ​ເອ​ກະ​ສານຫຼາຍ​ສະບັບ​ຂອງ​ສະ​ມາ​ຄົມປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ). ເຖິງ​ວ່າ​ຍັງ​ສະ​ແດງ​ທັດ​ສະ​ນະ​ຮ່ວມ​ກັນ​ຂອງ​ສະ​ມາ​ຄົມ ແຕ່​ກໍ່​ເຫັນຈະ​ແຈ້ງວ່າ​ ບັນ​ດາ​ກຸ່ມ​ຄຳ​ສັບ​ຄື “ຜູ້​ນຳບາງ​ຄົນ”, “​ລັດ​ຖະ​ມົນ​ຕີບາງ​ຄົນ” ປາກົດ​ໃນ​​ຖະ​ແຫຼງ​ການ​ຂອງປະ​ທານ​ ແລະ ຖະ​ແຫຼງການ​ຂອງກອງ​ປະ​ຊຸມລະດັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ເມື່ອ​ເວົ້າ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ສະທ້ອນ​ເຖິງ​ຄວາມ​ທ້າ​ທາຍ​ຕໍ່​ຈິດ​ໃຈ​ສາ​ມັກ​ຄີ​ຂອງ​ອາ​ຊຽນ. ຖະ​ແຫຼ​ງການ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອາ​ຊຽນຄັ້ງ​ທີ 48 (ປີ 2015) ເວົ້າ​ເຖິງ​ການ​ບຸກ​ເບີກແລະການກໍ່​ສ້າງ​ໂຄງ​ສ້າງ​ເກາະ​ທຽມ​ຂອງຈີນ​ ໃນ​ທະ​ເລ​ຕາ​ເວັນ​ອອກ ລະບຸ​ວ່າ: “ລັດຖະມົນຕີ​ອາ​ຊຽນຈຳ​ນວນໜຶ່ງສະ​ແດງ​ຄວາມ​ກັງວົນ​ຢ່າງ​​ເລິກ​ເຊິ່ງ” ເຖິງແມ່ນວ່າລັດຖະມົນຕີເຫຼົ່ານີ້​ໄດ້​ກ່າວ​ຢ່າງ​ຈະ​ແຈ້ງວ່າ ກິດຈະກໍາເຫຼົ່ານີ້ “ໄດ້ກັດ​ເຊາະຄວາມ​ໄວ້​ວາງ​ໃຈ, ​ເພີ່ມ​ຄວາມ​ເຄັ່ງ​ຕຶງ ແລະ ​ອາດ​ຈະທໍາລາຍສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ​ໃນ​ທະ​ເລຕາ​ເວັນ​ອອກ”(6). ​ໃນ​ປີ​ດຽວ​ກັນ​ນີ້, ຂໍ້​ຈຳ​ກັດ​ຂ​ອງຫຼັກ​ການສັນທາ​ມະຕິ​ສືບ​ຕໍ່​ສະ​ແດງ​​ໃຫ້​ເຫັນ​ໃນ ຖະ​ແຫຼງ​ການ​ຂອງປະ​ທານກອງ​ປະ​ຊຸມສຸດ​ຍອດອ​າ​ຊຽນ​ຄັ້ງ​ທີ 27 “ແບ່ງ​ປັນ​ຄວາມກັງວົນ​​ຂອງຜູ້ນຳບາງຄົນ ກ່ຽວ​ກັບ​ການປາກົດ​ຕົວ​ຂອງຍຸດ​ໂທ​ປະ​ກອນທາງ​ທະ​ຫານທີ່​ເພີ່ມ​ຂຶ້ນ ແລະ ຄວາມ​ເປັນ​ໄປ​ໄດ້​ ໃນ​ການ​ເພີ່ມ​ກຳລັງ​ທະ​ຫານ​ຂອງ​ຖານ​ທັບ​ຕ່າງໆໃນ​ທະ​ເລ​ຕາ​ເວັນ​ອອກ”(7). ສະ​ພາບ​ການ​ທີ່​ຄ້າຍ​ຄື​ກັນຍັງ​ດຳ​ເນີນ​ຕໍ່​ໄປ​​ຈົນ​ເຖິງ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນຄັ້ງ​ທີ 35 ​ໃນ​ປະ​ເທດ​ໄທ (ປີ 2019)(8). ແຕ່​ວ່າ, ເຖິງ​​ກອງ​ປະ​ຊຸມສຸດ​ຍອດອາ​ຊຽນ​ຄັ້ງ​ທີ 36​ ແລະ 37, ບັນ​ດາ​ປະ​ເທດສະມາຊິກ​ອາ​ຊຽນບັນ​ລຸສັນທາ​ມະຕິ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໃຊ້​ຄຳວ່າ “ພວກ​​​ເຮົາ” ແທນຄຳວ່າ “ຜູ້​ນຳ​ຫຼາຍ​ຄົນ” ​ເຊິ່ງມັກ​ໃຊ້​ໃນ​ຖະ​ແຫຼ​ງການຂອງ​ປະ​ທານອາ​ຊຽນຕັ້ງ​ແຕ່​ປີ 2015. ຄຳຖະ​ແຫຼ​ງຂອງ​​ປະ​ທານອາ​ຊຽນ​ຢືນ​ຢັນ​ວ່າ: ພວກ​​ເຮົາ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ສະຖານະ​ການ​ໃນ​ທະ​ເລ​ຕາ​ເວັນ​ອອກ ​ໂດຍສະ​ແດງ​ຄວາມ​ກັງວົນ​ກ່ຽວ​ກັບ​ກິດຈະກຳ​ການ​ບຸກ​ເບີກ ​ແລະ​ເຫດການ​ອັນ​ຕະ​ລາຍທີ່​ກັດ​ເຊາະຄວາມ​ໄວ້​ວາງ​ໃຈ, ເພີ່ມ​ຄວາມ​ເຄັ່ງ​ຕຶງ ແລະ ອາດຈະ​ທຳລາຍຄວາມ​ສະ​ຫງົບ ຄວາມ​ໝັ້ນຄົງ ​ແລະ​ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ”(9).

​ໃນບັນຫາທີສອງ, ຈົນ​ເຖິງ​ກອງ​ປະ​ຊຸມສຸດ​ຍອດອາ​ຊຽນຄັ້ງ​ທີ 36, ການ​ຊອກ​ຫາ​ທັດ​ສະ​ນະ​ຮ່ວມ​ກັນ​ພາຍໃນອາ​ຊຽນກ່ຽວ​ກັບ​ກົນ​ໄກ​ການແກ້​ໄຂຂໍ້​ພິພາດຂອງ COC ​ເປັນ​ການ​ຍາກ​ຫຼາຍ ​ເນື່ອງ​ຈາກ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ​ແຕ່ລະ​ປະ​ເທດ​ໄດ້​ສະ​ແດງ​ຄວາມ​ເຫັນ​ຂອງ​ຕົນ​ເອງ​ໃນ​ບັນ​ຫານີ້, ໃນ​ນັ້​ນ​ມີ​ສະ​ມາ​ຊິກ​ຈຳ​ນວນ​ໜ້ອຍ​ຢາກ​ໃຫ້ COC ​ເປັນ​ກົນ​ໄກພາຍ​ໃຕ້​ອະນຸ​ສັນຍາສະ​ຫະ​ປະ​ຊາ​ຊາດວ່າ​ດ້ວຍ​ກົດ​ໝາຍ​ທະ​ເລ​ປີ 1982 (UNCLOS 1982)(10). ​ເຖິງກອງ​ປະ​ຊຸມສຸດ​ຍອດອາ​ຊຽນຄັ້ງ​ທີ 35 ​ໃນ​ປະ​ເທດໄທ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນມີ​ເປົ້າ​ໝາຍ​ພຽງ​ເພື່ອ​ໃຫ້​ບັນ​ລຸ​ COC ​ທີ່​ມີ​ປະ​ສິດ​ທິ​ຜົນ ແລະ​ເປັນ​ຮູບ​ປະ​ທຳ​ເທົ່າ​ນັ້ນ(11). ພຽງແຕ່​ເຖິງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ 37 ​ເທົ່າ​ນັ້ນ, ນອກຈາກປະສິດທິຜົນແລະເນື້ອໃນແລ້ວ, ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​​ໄດ້ເຫັນດີ​ເປັນ​ເອກະ​ພາບວ່າ ປະມວນ​ຂໍ້ກຳນົດດັ່ງກ່າວຄວນ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ລວມທັງ​ອະນຸ​ສັນຍາ​ສະ​ຫະ​ປະ​ຊາ​ຊ​າດວ່າ​ດ້ວຍ​ກົດ​ໝາຍ​ທະ​ເລ​ປີ 1982(12). ບໍ່​ພຽງ​ແຕ່​ຢູ່​ພາຍ​ໃນອາ​ຊຽນ​ເທົ່າ​ນັ້ນ, ໃນ​ບັນ​ດາ​ຖະ​ແຫຼງ​ການຂອງ​ປະທານ​ກອງ​ປະຊຸມ​ສຸດ​ຍອດ​ລະ​ຫວ່າງອາ​ຊຽນກັບຄູ່​ຮ່ວມ​ມື​ຕ່າງໆ, ເຊັ່ນ ອາ​ເມ​ລິ​ກາ, ຈີນ, ຍີ່​ປຸ່ນ, ສ​ສ ເກົາຫຼີ, ອີນ​ເດຍ, ອົດ​ສະ​ຕຣາ​ລີ, ກໍ່​ລ້ວນ​ແຕ່​ຢືນ​ຢັນວ່າ ​ການກໍ່​ສ້າງ COC ຈະຕ້ອງ​​ເໝາະ​ສົມ​ກັບ UNCLOS 1982. ຈຸດ​ສຳ​ຄັນທີ່ຕ້ອງເນັ້ນຄື ​ໃນ​ຖະ​ແຫຼງການ​ຂອງ​ປະ​ທານອາ​ຊຽນທັງ​ສອງ​ສະ​ບັບ 36, 37, ບັນ​ດາ​ປະ​ເທດອາ​ຊຽນໄດ້​​ເຫັນ​ດີເປັນ​ເອ​ກະ​ພາບ​ກັນ​ວ່າ, UNCLOS 1982 ແມ່ນ​ພື້ນ​ຖານ​ເພື່ອ​ກຳ​ນົດ​ບົດ​ບາດທີ່​ຕັ້ງ​ຂອງ​ບັນ​ດາສິ່ງ​ທີ່​ຄົງ​ຕົວ​ເປັນ​ເອ​ກະ​ລາດ​ໃນ​ທະ​ເລ, ສິດອະ​ທິ​ປະ​ໄຕ, ສິດ​ຕັດ​ສິນ ແລະ ຜົນ​ປະ​ໂຫຍດ​ທີ່​ຖືກ​ຕາມ​ກົດ​ໝາຍ​ ຂອງ​ເຂດ​ທະ​ເລ​ຕ່າງໆ.  

ຜ່ານຜ່າຄວາມຫຍຸ້ງຍາກ, ພະຍາຍາມຢ່າງບໍ່ຢຸດຢັ້ງ
ເພື່ອການພັດທະນາຂອງ ອາຊຽນ   

​ຜົນ​ງານ​ທີ່​ໂດດ​ເດັ່ນ​ຂອງອາ​ຊຽນໃນ​ປີທີ່ຫວຽດ​ນາມເປັນ​ປະ​ທານອາ​ຊຽນ ເຊິ່ງ​ໄດ້ວາງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ​ແລະ ຮຽກ​ຮ້ອງ​ໃຫ້​ສະມາຄົມ​ມີຄວາມ​ພະ​ຍາ​ຍາມກວ່າ​ອີກ​​ໃນ​ຊຸມ​ປີ​ຕໍ່​ໆ​ໄປ.   

ກ່ອນອື່ນໝົດ, ໃນ​ປີ 2020, ອາ​ຊຽນໄດ້​ວາງ​ຫຼາຍ​ແຜນ​ການ, ຂໍ້​ຕົກ​ລົງ, ຂອບ​ການ​ຮ່ວມ​ມື, ຖະ​ແຫຼງ​ການ ​ແລະ ລຳ​ດັບ​ການ​ດຳ​ເນີນ​ງານ​ໃນຫຼາຍ​ຂົງ​ເຂດ​ ຕັ້ງ​ແຕ່​ການ​ເມືອງ - ຄວາມ​ໝັ້ນຄົງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ - ສັງ​ຄົມ.... ເຖິງວ່ານີ້ຈະ​ເປັນ​ຄຳ​ໝັ້ນ​ສັນ​ຍາ​ທີ່​ປະ​ຕິ​ບັດ​ໃນຫຼາຍ​ປີ​ ແຕ່​ຮຽກ​ຮ້ອງ​ໃຫ້ອາ​ຊຽນເວົ້າ​ລວມ, ບ​ຣູ​ໄນເວົ້າ​ສະ​ເພາະ​ຕ້ອງ​ມີ​ຄວາມ​ພະ​ຍາ​ຍາມຫຼາຍ​ຂຶ້ນ​ໃນ​ການ​ບັນ​ລຸ​ຜົນ​ສຳ​ເລັດ​ຕາມ​ເປົ້າ​ໝາຍ​ເຫຼົ່ານີ້, ​ເຊິ່ງຈະ​ເປັນ​ເຄື່ອງໝາຍ​ສຳຄັນສຳລັບ​ປີ​ປະ​ທານອາ​ຊຽນ 2021.

ທີສອງ, ຄວາມ​ທ້າ​ທາຍ​ຈາກ​ຜົນ​ກະ​ທົບດ້ານ​ລົບ​ຂອງ​ການລະ​ບາດຂອງໂຄວິດ-19 ທີ່​ມີຕໍ່​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມອາ​ຊຽນ. ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດສຳຄັນ​ຂອງອາ​ຊຽນ, ເຊັ່ນ ອິນ​ໂດເນ​ເຊຍ, ໄທ, ມາ​ເລ​ເຊຍ, ສິງ​ກະ​ໂປ ແລະ ຟີ​ລິບ​ປີນ, ລ້ວນ​ມີ​ການ​ເຕີບ​ໂຕ​ທາງ​ລົບ ​ໃນ​ສອງ​ໄຕ​ມາດຕົ້ນ​ປີ 2020. ກຳ​ປູ​ເຈຍກໍ່​ພົບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ລາວແລະມຽນ​ມາກໍ່ໄດ້ມີ​ລະ​ດັບ​ຄວາມ​ເຕີບ​ໂຕທີ່​ຊັກ​ຊ້າ. ທາງ​ດ້ານ​ສັງ​ຄົມ, ຄຳສັ່ງ​ເວັ້ນ​ໄລຍະ​ຫ່າງ​ທາງ​ສັງຄົມ ພ້ອມ​ກັບ​ການ​ຊ້າ​ລົງ​ຂອງ​ເສດ​ຖະ​ກິດ ​ເຮັດ​ໃຫ້​ອັດຕາ​ການວ່າງງານ​ເພີ່ມ​ຂຶ້ນ. ອົງ​ການ​ພັດ​ທະ​ນາ​​ແລະ​ວາງ​ແຜນແຫ່ງ​ຊາດຂອງອິນ​ໂດ​ເນ​ເຊຍ ​ເມື່ອ​ຕົ້ນ​ເດືອນ​ກໍ​ບະ​ກົດ 2020 ປະ​ເມີນ​ອັດ​ຕາ​ການວ່າງ​ງານ​ໃນ​ປີ 2020 ຈະ​ຢູ່​ທີ່ 9,2%(13). ໃນ​ເດືອນພຶດ​ສະ​ພາ 2020 ​ເກືອບ​ 10% ຂອງ​ຄົນ​ງານ​ໃນບາງ​ກອກ (ປະ​ເທດ​ໄທ) ແລະ​ແຂວງ​ໃກ້​ຄຽງບໍ່​ມີ​ວຽກ​ເຮັດ​ງານ​ທຳ​(14). ອັດ​ຕາການ​ວ່າງ​ງານ​ຂອງສິງ​ກະ​ໂປໃນ​ໄຕ​ມາດ​ທີ II ຂອງ​ປີ 2020 ແມ່ນ 2,9%, ລະ​ດັບ​ສູງ​ສຸດ​ໃນ​ຮອບ​ທົດ​ສະ​ວັດ(15). ​ໃນ​ປະ​ເທດຟີ​ລິບ​ປີນ ຕົວ​ເລກ​ນີ້​​ສູງຫຼາຍ ຢູ່​ທີ່ 17,7% ​ໂດຍ​ມີ​ຜູ້​ວ່າງ​ງານ 7,3 ລ້ານ​ຄົນ​​ໃນ​ເດືອນເມ​ສາ 2020(16); ​ໃນ​ປະ​ເທດມາ​ເລ​ເຊຍ ແມ່ນ 3,9% (ເດືອນມີ​ນາ 2020), ສູງ​ສຸດ​ໃນ​ 10 ປີ​ທີ່​ຜ່ານ​ມາ(17); ຢູ່ປະ​ເທດລາວ ແມ່ນ 25% (ເດືອນພຶດ​ສະ​ພາ 2020); ມຽນ​ມາມີ​ໂຮງງານ​ເກືອບ 5.700 ​ແຫ່ງ​ທີ່​ຕ້ອງ​ປິດ​ປະ​ຕູ​ ສົ່ງ​ຜົນ​ໃຫ້​ຄົນ​ຫຼາຍ​ແສນ​ຄົນຖືກວ່າງ​ງານ​ (ເດືອນມິ​ຖຸ​ນາ 2020)(18). ບັນ​ດາ​ຜົນ​ກະ​ທົບ​ອັນ​ຮ້າຍ​ແຮງ​ຂອງການ​ລະ​ບາດຂອງ​ໂຄວິດ-19 ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປ​ະ​ເທດ​ສະ​ມາ​ຊິກອາ​ຊຽນຕ້ອງ​ສຸມ​ໃສ່​​ຄວາມ​ພະ​ຍາ​ຍາມຕ່າງໆ ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ສະຖານະ​ການ​ທາງ​ເສດຖະກິດ​ແລະ​ສັງຄົມ​ໃນ​ປະ​ເທດ, ມີເງື່ອນໄຂໜ້ອຍໜຶ່ງທີ່​ຈະ​ເອົາ​ໃຈ​ໃສ່​ກັບການພັດທະນາຂອງອາຊຽນໃນເວລານີ້.

ທີສາມ, ໃນ​ສະ​ຖາ​ນະ​ການຂອງ​ການ​ແຂ່ງ​ຂັນ​ອິດ​ທິ​ພົນທີ່​ເພີ່ມ​ຂຶ້ນ ​ລະ​ຫວ່າງອາ​ເມລິ​ກາ ແລະ ຈີນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ​ກຳ​ລັງປະ​ເຊີນ​ກັບຄວາມທ້າ​ທາຍ​ຫຼາຍ​ຢ່າງ. ອາ​ເມລິ​ກາ​ກຳ​ລັງ​​ພະ​ຍາ​ຍາມ​ເຕົ້າ​ໂຮມ​ກຳ​ລັງ​ໂດຍ​ຜ່ານ​ຍຸດ​ທະ​ສາດ “ມະ​ຫາ​ສະ​ມຸດ​ອິນ​ໂດ - ປາ​ຊີ​ຟິກທີ່ເສ​ລີ​ພາບ ແລະ ເປີດກວ້າງ”, ກໍ່​ຄື​ເພີ່ມທະ​ວີການ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ບາງ​ປະ​ເທດ​ໃນ​ພາກ​ພື້ນ​ ແນ​ໃສ່​ຈຳ​ກັດ​ອິດ​ທິ​ພົນ​ຂອງ​ຈີນ. ກ່ຽວ​ກັບ​ຕົນ​ເອງ, ດ້ວຍ​ຄວາມ​ຄິດ​ລິ​ເລີ່ມ “ແລວ​ທາງ, ເສັ້ນ​ທາງ”, ອິດ​ທິ​ພົນ​ຂອງຈີນຕໍ່ຫຼາຍ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ກໍ່​ໄດ້​ເພີ່ມ​ຂຶ້ນ​ພໍສົມ​ຄວນ ໂດຍ​ຜ່ານ​ໂຄງ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງເປັນ​ຈຳ​ນວນຫຼາຍ.​

ຜ່ານບົດບາດເປັນປະທານອາຊຽນຫຼາຍ​ຄັ້ງ, ຫວຽດນາມມີປະສົບການ​ໃນ​ການ​ຮັບ​ມືກັບສິ່ງທ້າທາຍທັງພາຍໃນອາ​ຊຽນແລະພາຍນອກ. ແຕ່​ວ່າ, ສະ​ຖາ​ນະ​ການ​ພາກ​ພື້ນ​ກໍ​ມີ​ການ​ປ່ຽນ​ແປງ​ພໍ​ສົມ​ຄວນ, ພິ​ເສດ​ແມ່ນ​ ຜົນ​ກະ​ທົບ​ອັນ​ຮ້າຍ​ແຮງ​ຈາກ​ການ​ແຜ່​ລະບາດ​ຂອງ​ໂຄວິດ-19 ແລະການ​ແຂ່ງ​ຂັນ​ອິດ​ທິ​ພົນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ໃນ​ສະ​ຖາ​ນະ​ການ​ດັ່ງ​ກ່າວ, ຫວຽດນາມຍາມໃດກໍ່ມານະພະຍາຍາມ ແລະປະກອບສ່ວນຢ່າງມີປະສິດທິຜົນແລະແທດຈິງ ເຂົ້າໃນການພັດທະນາຂອງອາຊຽນ.

ໜຶ່ງ, ໃນ​ພາກ​ປະຕິບັດຕົວ​ຈິງ, ປະເທດທີ່ຮັບບົດບາດເປັນປະທານອາຊຽນຕໍ່ໄປ ມັກ​ຈະປຶກສາຫາລືກັບປະເທດທີ່ຫາກໍ່ສຳເລັດບົດບາດນີ້. ຄາດ​ວ່າການ​ແຜ່​ລະ​ບາດຂອງ​ໂຄວິດ-19 ຈະ​ບໍ່​ສິ້ນ​ສຸດ​ໃນ​ປີ 2021. ເວົ້າ​ຕາມ​ແບບ​ອື່ນ, ບ​ຣູ​ໄນອາດຈະ​ຕ້ອງ​ຈັດ​ຕັ້ງກອງ​ປະ​ຊຸມ​ໃນ​ປີ​ເປັນ​ປະ​ທານອາ​ຊຽນ 2021 ​ໃນ​ຮູບ​ແບບ​ອອນ​ໄລ, ພ້ອມ​ທັງ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ທ້າ​ທາຍດ້ານ​ຊັບພະຍາກອນ​ບຸກຄົນ ​ໃນ​ການ​ກຽມແລະຮັບ​ໃຊ້ກອງ​ປະ​ຊຸມຫຼາຍ​ຄັ້ງ​ໃນ​ປີ 2021. ໃນ​ສະ​ຖາ​ນະ​ການ​ດັ່ງ​ກ່າວ, ຄຽງ​ຄູ່​ກັບ​ບົດ​ບາດ​ຊ່ວຍ​ເຫຼືອ​ທີ່​ມີ​ປະສິດ​ທິຜົນ​ຂອງ​ສຳນັກ​ເລ​ຂາອາ​ຊຽນ​ແລ້ວ, ຫວຽດ​ນາມຕ້ອງ​ກຽມ​ຄວາມ​ພ້ອມ​ສະໜັບສະໜູນ​ແລະ​ໃຫ້​ຄຳປຶກ​ສາ​​ແກ່ບ​ຣູ​ໄນ ໃນ​ເລື່ອງ​ທີ່ບ​ຣູ​ໄນ​ຕ້ອງ​ການ.

ສອງ, ໃນ​ສະ​ພາບ​ການ​ແຂ່ງ​ຂັນ​ອິດ​ທິ​ພົນລະຫວ່າງ​ປະ​ເທດ​ໃຫຍ່​​ໃນພາກ​ພື້ນທີ່​ນັບ​ມື້​ນັບ​​ສັບ​ສົນນັ້ນ, ການສືບ​ຕໍ່​ຢືນ​ຢັນ​ບົດ​ບາດ​ເປັນສູນ​ກາງຂອງ​ອາ​ຊຽນ​ໃນ​ສະຖາ​ຜັດ​ຕະຍະ​ກຳລະດັບ​ພາກ​ພື້ນ​ທີ່​ກຳ​ລັງພັດທະນາ​ ແມ່ນສິ່ງ​ທີ່​ຈຳ​ເປັນ. ​ເລື່ອງ​ນີ້​ຈະ​ຊ່ວຍ​ໃຫ້​ສະ​ມາ​ຄົມ​ຫຼີກ​ລ້ຽງ​ຄວາມທ້າ​ທາຍ​ທີ່​ຕ້ອງ​ “ເລືອກ​ຂ້າງ”. ການ​ຢືນ​ຢັນ​ພາ​ລະ​ບົດ​ບາດສູນ​ກາງ​ຂອງອາ​ຊຽນ ບໍ່​ພຽງ​ແຕ່​ໃນ​ບັນ​ດາ​ກົນ​ໄກ​ໂດຍອາ​ຊຽນເປັນ​ຜູ້​ນຳ​ພາ, ເຊັ່ນ ເວ​ທີ​ປາ​ໄສ​ພາກ​ພື້ນອາ​ຊຽນ (ARF), ກອງ​ປະ​ຊຸມສຸດ​ຍອດອາ​ຊີ​ຕາ​ເວັນ​ອອກ (EAS) ຫຼື ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດອາ​ຊຽນເປີດກວ້າງ (ADMM+) ເທົ່າ​ນັ້ນ, ​ແຕ່​ຍັງ​ຢູ່ໃນ​ກົນ​ໄກ​ທີ່​​ເປັນ​ຮູບ​ເປັນ​ຮ່າງ​ໃນ​ພາກ​ພື້ນ​​ອິນ​ໂດ - ປາ​ຊີ​ຟິກທີ່​ກວ້າງ​ໃຫຍ່ ບົນ​ພື້ນ​ຖານ​ຄວາມ​ຄິດ​ລິ​ເລີ່ມຂອງ​ຫວຽດນາມ ​ໃນ​ປີ​ການ​ເປັນ​ປະ​ທານອາ​ຊຽນປີ 2020.

ສາມ, ພາ​ລະ​ບົດ​ບາດ​ຂອງຫວຽດ​ນາມໃນການ​ສາ​ມັກ​ຄີອາ​ຊຽນ ແລະ ສົ່ງ​ເສີມ​ຄູ່​ຮ່ວມ​ມື​ຕ່າງໆ​ຂອງອາ​ຊຽນໃນ​ການ​ບັນລຸ​ຄວາມ​ຮັບ​ຮູ້​ຮ່ວມ​ກັນ​ກ່ຽວ​ກັບ​ບັນ​ຫາທະ​ເລ​ຕາ​ເວັນ​ອອກ​ໃນ​ປີ 2020 ນັ້ນ​ຈະແຈ້ງ​ທີ່​ສຸດ. ນັ້ນ​ກໍ່​ແມ່ນຜົນສໍາເລັດອັນສໍາຄັນທີ່​ສົມຄວນ​ໄດ້​ຮັບ​ການຮັບຮູ້ຈາກອາຊຽນ. ດັ່ງ​ນັ້ນ, ໃນ​ປີ 2021 ແລະ ຊຸມ​ປີ​ຕໍ່​ໄປ, ຫວຽດ​ນາມຈຳ​ເປັນ​ຕ້ອງຊັກ​ຊວນຢ່າງ​ໜັກ​ແໜ້ນ​ໃຫ້ປະ​ເທດ​ສະ​ມາ​ຊິກອາ​ຊຽນອື່ນ ແລະ ຄູ່​ຮ່ວມ​ມື​ຕ່າງໆ​ຂອງອາຊຽນ ຮັກ​ສາ​ທັດ​ສະ​ນະ​ທີ່ໄດ້ຕົກລົງກັນກ່ຽວກັບບັນຫາທະເລຕາເວັນອອກ ​ໃນ​ຖະ​ແຫຼງການປະທານອາຊຽນ 36, 37. ໃນ​ບັນ​ດາ​ຖະ​ແຫຼງ​ການຂອງ​ປະ​ທານອາ​ຊຽນ 36, 37 ກໍ່​ຄື​ຖະ​ແຫຼງ​ການຂອງກອງ​ປະ​ຊຸມສຸດ​ຍອດ​ລະ​ຫວ່າງອາ​ຊຽນ ກັບ​ຄູ່​ຮ່ວມ​ມື​ຕ່າງໆ​ ໃນ​ເດືອນພະ​ຈິກ 2020, ລວມ​ທັງ​ຢືນ​ຢັນ​ຄວາມ​ຈຳ​ເປັນ​​ໃນ​ການແກ້​ໄຂຂໍ້​ພິພາດ​ໂດຍ​ສັນ​ຕິ ຕາມ​ຫຼັກການ​ທີ່​​ເປັນ​ທີ່​ຍອມຮັບ​ໂດຍ​ທົ່ວ​ໄປ​ຂອງ​ກົດ​ໝາຍ​ສາ​ກົນ, ລວມ​ມີ UNCLOS 1982; ຢືນ​ຢັນ UNCLOS 1982 ເປັນ​ພື້ນ​ຖານ​ເພື່ອ​ກຳ​ນົດ​ສະຖານະຂອງບັນ​ດາ​ສິ່ງ​ທີ່​ຄົງ​ຕົວ​ເປັນ​ເອ​ກະ​ລາດ​ໃນ​ທະ​ເລ, ສິດ​ອະ​ທິ​ປະ​ໄຕ, ສິດ​ຕັດ​ສິນ ແລະ ຜົນ​ປະ​ໂຫຍດທີ່​ຖືກ​ກົດ​ໝາຍ​ໃນ​ເຂດ​ທະ​ເລ; UNCLOS 1982 ກຳ​ນົດຂອບ​ກົດໝາຍ​ສຳລັບ​ກິດຈະກຳ​ທັງ​ໝົດ​ໃນ​ມະ​ຫາ​ສະ​ມຸດແລະທະ​ເລ; ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​​ເຮັດ​ໃຫ້​ປອດ​ທະ​ຫານ ແລະ ການຄວບ​ຄຸມ​​ຕົນ​ເອງ​ໃນ​ການ​ດຳ​ເນີນການ​ເຄື່ອນ​ໄຫວ​ທຸກ​ຢ່າງ​ໃນ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ຜູ້​ອ້າງ​ສິດ ແລະ ລັດ​ອື່ນໆທັງ​ໝົດ.

ເວົ້າ​ລວມ​ແລ້ວ, ເຖິງວ່າ​ໄດ້​ຜ່ານ​​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ທ້າ​ທາຍກໍ​ຕາມ, ແຕ່ຫວຽດ​ນາມກໍ່​ຍັງ​ເຮັດ​ໜ້າ​ທີ່​ປະທານ​ອາ​ຊຽນໄດ້​ສຳ​ເລັດ​ດ້ວຍ​​ຄວາມ​​ພະ​ຍາ​ຍາມ​ທີ່​ສ້າງສັນ ແລະ ຍືດຫຍຸ່ນ. ​ກອງ​ປະ​ຊຸມ​ໃຫຍ່​ທັງ​ໝົດ​ປະສົບ​ຄວາມ​ສຳ​ເລັດທາງອອນ​ໄລ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ກວ່າ​ເຄິ່ງ​ສະ​ຕະ​ວັດຂອງ​ການ​ດຳລົງ​ຄົງ​ຕົວ​ຂອງອາ​ຊຽນ. ອາ​ຊຽນ​ແລະບັນດາ​ຄູ່​ຮ່ວມ​ມື​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາຫຼາຍຢ່າງກ່ຽວກັບວິທີການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຂອງການ​ລະ​ບາດຂອງໂຄວິດ-19... ​​ໃນ​ຖານະ​ສະ​ມາ​ຊິກທີ່​ຫ້າວຫັນ ຕັ້ງ​ໜ້າເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ​ຫວຽດ​ນາມຈະ​ສືບ​ຕໍ່​ພ້ອມ​ກັນ​ກັບ​​ສະ​ມາ​ຊິກອື່ນ​ໆ ເພື່ອ​ຊ່ວຍ​ໃຫ້ອາ​ຊຽນ ສືບ​ຕໍ່​ຢືນ​ຢັນ​​ບົດ​ບາດ​ເປັນສູນ​ກາງ​ໃນ​ສະຖາປັດຕະຍະກຳ​ລະດັບພາກ​ພື້ນທີ່​ເປີດກວ້າງ, ​ໂປ່​ງ​ໃສ, ກວມ​ລວມ ​ແລະ ອີງ​ຕາມ​ກົດ​ລະບຽບ; ​ປະ​ກອບ​ສ່ວນ​ເຂົ້າ​ໃນ​​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ, ສະ​ຖຽມ​ລະ​ພາບ​ຂອງ​ພາກພື້ນ; ປັບ​ປຸງ​ການເຊື່ອມ​ໂຍງ​ເສດ​ຖະ​ກິດ, ເຊື່ອມ​ໂຍງ​ພາກ​ພື້ນ, ​ເສີມ​ສ້າງ​​ເອກະ​ລັກຂອງອາ​ຊຽນ, ຍົກ​ສູງ​ຄວາມ​ສາ​ມາດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຄວາມ​ສາ​ມາດ​ຮັບ​ມື​ກັບ​​ການ​ປ່ຽນ​ແປງ​ຢ່າງ​ໄວ​ວາ​ຂອງ​ສະ​ພາບ​ການ​ພາກ​ພື້ນ ແລະ ທົ່​ວ​ໂລກ./.

----------------

(1) ASEAN: ASEAN National Calendar 2020, July 15, 2020

(2) ASEAN: Chairman’s Statement on ASEAN Collective Response to the Outbreak of Coronavirus Disease 2019, February 15, 2020

(3) ASEAN:  Declaration of the Special ASEAN Summit on Coronavirus Disease 2019 (COVID-19), April 14, 2020

(4) ASEAN: Chairman’s Statement of the 36th ASEAN Summit: Cohesive and Responsive ASEAN, June 26, 2020

(5) ASEAN: Chairman’s Statement of the 36th ASEAN Summit, Tlđd

(6) ASEAN: Joint Communiqué 48th ASEAN Foreign Ministers Meeting, Kuala Lumpur, August 4, 2020

(7) ASEAN: Chairman’s Statement of the 27th ASEAN Summit, Kuala Lumpur, November 21, 2015

(8) ASEAN: Chairman’s Statement of the 35th ASEAN Summit: Advancing Partnership for Sustainability, Bangkok/Nonthaburi, November 3, 2019

(9) ASEAN: Chairman’s Statement of the 36th ASEAN Summit, Tlđd;  ASEAN: Chairman’s Statement of the 36th ASEAN Summit, Hanoi,12 November 2020

(10) Carl Thayer: A Closer Look at the ASEAN - China Single Draft South China Sea Code of Conduct, The Diplomat, August 3, 2018

(11)  ASEAN: Chairman’s Statement of the 35th
ASEAN Summit: Advancing Partnership for Sustainability
, Bangkok/Nonthaburi, November 3, 2019

(12) ASEAN: Chairman’s Statement of the 36th ASEAN Summit, Tlđd; ASEAN: Chairman’s Statement of the 36th ASEAN Summit, Tlđd;  Chairman’s Statement of the 36th ASEAN Summit, Tlđd

(13) Luthfi T. Dzulfikar: How the COVID-19 pandemic will leave more young people unemployed in Indonesia, The Jakarta Post, July 5,  2020

(14) The Nation Thailand: Thai unemployment at nearly 10 per cent’ due to Covid-19, June 5, 2020

(15) Rachel Phua: Singapore jobless rate hits 2.9%, highest in more than a decade; retrenchments double, Channelnewsasia, July 29, 2020

(16) Philippine Statistics Authority: Employment Situation in April 2020, June 5, 2020

(17) D Kanyakumari: Malaysia’s unemployment rate at highest in a decade: Statistics department,Channelnewsasia, May 8, 2020

(18) Reliefweb: IOM Myanmar COVID-19 Response Situation Report 9, July 6, 2020

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ສະບັບ​ທີ 957 (​ເດືອນ​ທັນ​ວາ 2021)