ສະພາບ​ການໂລກໃນເຄິ່ງຕົ້ນປີ 2020 ແລະ ຜົນກະທົບຂອງ​ມັນ
​ຕໍ່​ສະພາບ​ແວດ​ລ້ອມຄວາມໝັ້ນຄົງ -
ການຕ່າງປະເທດຂອງຫວຽດນາມ

ໂດຍ ຮສ, ປອ. ເຈີ່ນຫວຽດຖ່າຍ* - ປອ. ຫງວຽນທິບິກງ້ອກ**
*ສະຖາບັນຄົ້ນຄວ້າຍຸດທະສາດ, ສະຖາບັນການຕ່າງປະເທດ **ສະຖາບັນການປະຕ່າງປະເທດ
11:18, 29-06-2021

ວກ. - ປີ 2020 ຖື​ເປັນປີ​ໜຶ່ງ​ໃນ​ຊຸມ​ປີ​ທີ່​ສໍາຄັນຂອງ​ປະຫວັດສາດ​ໂລກ. ນັກ​ຊ່ຽວຊານຫຼາຍ​ທ່ານ​​ ໄດ້​ຄາດ​ຄະ​ເນ​ການ​ປ່ຽນ​ແປງ​ພູມ​ສາດ​ການ​​ເມືອງ ​ທີ່​ມີ​ລັກສະນະ​ໂຄງ​ສ້າງ ​ແລະ ການ​ເພີ່ມ​ຂຶ້ນ​ຂອງການ​ແຂ່ງຂັນ​ລະຫວ່າງ​ປະ​ເທດ​ໃຫຍ່ ​ໃນປີ 2020. ​ແຕ່​ວ່າ, ການ​ຜັນ​ແປ​ໃນ​ເຄິ່ງຕົ້ນ​ປີ 2020, ພິ​ເສດ​ແມ່ນຂະໜາດຂອງບັນດາ​ສິ່ງ​ທ້າ​ທາຍ​ທີ່​ໂລກ​ຕ້ອງ​ປະ​ເຊີນ​ໜ້າຍ້ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວີ​ດ-19, ​ໄດ້​​ເກີນກວ່າການ​ປະ​ເມີນໃນເບື້ອງຕົ້ນ. ບັນດາ​ການ​ຜັນ​​ແປ​​ດັ່ງກ່າວ ​ໄດ້ສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ​ເຖິງສະພາບ​ແວດ​ລ້ອມ​ຄວາມ​ໝັ້ນຄົງ ​ແລະ​ການ​ຕ່າງປະ​ເທດ​ ຂອງ​ປະ​ເທດ​ຫວຽດນາມ​ ໃນ​ປະຈຸ​ບັນ.

ຫວຽດນາມໄດ້ຊ່ວຍເຫຼືອຜ້າອັດປາກ, ອຸປະກອນການແພດແລະດ້ານການເງິນ ໃຫ້ແກ່ 51 ປະເທດ ແລະອົງການຈັດຕັ້ງສາກົນ ເພື່ອຮັບມືກັບພະຍາດໂຄວິດ-19. ພາບ: baoquocte.vn

ຄວາມ​ວິ​ຕົກ​ຄັ້ງ​ໃຫຍ່​ທີ່​ມີ​ຊື່ວ່າ ​ໂຄ​ວິດ-19

ອາດ​ເວົ້າວ່າ, ການ​ແຜ່​​ລະບາດຂອງພະຍາດ​ໂຄ​ວິດ-19​ແມ່ນ​ປັດ​ໄຈທີ່​ສ້າງຄວາມ​​ແຕກ​ຕ່າງ​ພື້ນຖານ​ ໃນ​ສະພາບການ​ໂລກ​ໃນປີ 2020. ຄັ້ງທຳ​ອິດ, ​ໂລກ​ໄດ້​ເຫັນ​​ເຖິງຄວາມ​ທ້າ​ທາຍທາງ​ດ້ານ​ຄວາມໝັ້ນຄົງ​ທີ່​ບໍ່​ເປັນ​ແບບດັ້ງ​ເດີມ​ ​ເຊິ່ງ​ໄດ້​ກືນເອົາ​ຊີວິດ​ມະນຸດ​ເຮົາ​ເປັນ​ຈໍານວນຫຼາຍ​ກວ່າ​ໜຶ່ງ​ລ້ານ​ຄົນ​ ພຽງໃນ​ເວລາສອງສາມ​ເດືອນ​ເທົ່າ​ນັ້ນ. ພ້ອມກັນ​ນັ້ນ, ກໍ​ເປັນຄັ້ງທຳ​ອິດ​ທີ່​ພະຍາດ​​ໄດ້​ເຜີຍ​ໃຫ້​ເຫັນ​ເຖິງ ​ບັນຫາ​ທີ່​ຮຽກ​ຮ້ອງໃຫ້​ໂລກ​ຕ້ອງ​​ໄດ້ປ່ຽນ​ແປງ​ເພື່ອການ​ປັບ​ຕົວ. ການ​ລະບາດຂອງພະຍາດ​ໂຄ​ວິດ-19​ ໄດ້ປ່ຽນ​ການ​ຮັບ​ຮູ້​ຂອງ​ມະນຸດຢ່າງ​ໄວວາ​​ໃນ​ທັງ​ສາມ​ລະດັບ: ​ບຸກຄົນ, ປະຊາຊາດ​ ແລະ​ໂລກ. ​ທຸກຄົນ, ທຸກ​ປະ​ເທດ ຕ້ອງປັບປ່ຽນ​ການ​ປະ​ພຶດ, ຕ້ອງປ່ຽນ​​ການ​ເຄື່ອນ​ໄຫວທີ່​ໄດ້​ກາຍ​ເປັນ​ທຳ​ມະ​ຊາດ​ມາຫຼາຍປີ​. ​ໂລກ​ຖືກ​ບັງຄັບ​ໃຫ້​​ຄິດ​ທົບ​ທວນ​ບັນດາ​ທ່າ​ອ່ຽງທີ່​ສຳຄັນ​ເຊັ່ນ: ​ໂລກາ​ພິວັດ, ການສໍາພັນ ​ແລະ ການ​ເຊື່ອມ​​ໂຍງ, ການຊອກ​ຫາ​ວິທີ​ການ​​ໃໝ່​ ເພື່ອ​ຮັກສາ​ການ​ຮ່ວ​ມມື​ແລະການ​ສົນທະນາ.​ ພະຍາດ​ໂຄ​ວິດ-19 ຍັງ​ເລັ່ງ​ໃຫ້ບັນດາ​ທ່າ​ອ່ຽງຕ່າງໆ​ໃນ​ໂລກ, ກ່ອນ​ອື່ນ​ໝົດແມ່ນ ​ກະ​ແສ​ຂອງ​ປະຊາຊົນທີ່​ຮຽກ​ຮ້ອງ​ໃຫ້​ມີ​ການຮັບປະກັນ​ດ້ານ​ສະຫວັດດີ​ການສັງຄົມ, ​ແກ້​ໄຂ​ບັນຫາ​ຄວາມ​ແຕກ​ໂຕນກັນ​ທາງດ້ານ​ການ​ພັດທະນາ. ການ​ປະຕິວັ​​​ດອຸດ​ສາ​ຫະກໍາຄັ້ງ​ທີສີ່ ​ໄດ້​ຮັບ​ການ​ຊຸກຍູ້​​ຢ່າງແຂງ​ແຮງ​ກວ່າ​​ເກົ່າ ໃນ​ເກືອບ​​ທຸກ​ຂົງ​ເຂ​ດ ຍ້ອນການ​ຮັບ​ຮູ້​​ໄດ້​ ເຖິງ​ຄວາມ​ໝາຍ​​ເປັນຕາ​ຍຂອງ​ວິທະຍາສາດ - ເຕັກ​ໂນ​​ໂລ​ຊີ​ໃນຫຼາຍປະ​ເທດ. ພະຍາດ​ໂຄ​ວິດ-19 ຍັງຍູ້ດັນ​ໃຫ້​ພື້ນຖານ​ເສດຖະກິດ​​ໂລກ ​ຕົກ​ຢູ່​​ໃນ​ວິ​ກິດການ ແລະ ຮ້ອງຮຽກ​ໃຫ້​ຮູບ​ແບບ​ການ​ພັດທະນາຕ່າງໆ ຕ້ອງ​ໄດ້ຮັບ​ການ​ປັບປຸງ​ ເພື່ອ​ເພີ່ມ​ຄວາມ​​ສາມາດ​​ໃນ​ການ​ປັບ​ຕົວ. ທ່ານ Klaus Schwabcho ຜູ້​ກໍ່ຕັ້ງ​ເວທີ​ເສດຖະກິດ​ໂລກ (WEF) ​ໄດ້​ກ່າວວ່າ ລັດທິ​ທຶນ​ນິຍົມ​ກໍາລັງ​ຕ້ອງການ​ໃຫ້ມີ​ການ “ກຳນົດ” ຄືນ​ໃໝ່, ​ໃນ​ນັ້ນ ຕ້ອງ​ເນັ້ນ​ໜັກ​ເຖິງ​ເປົ້າ​ໝາຍລວມ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ ​ແລະ ການພັດທະນາ​ທີ່​ຍືນ​ຍົງ, ນຳ​ໃຊ້​ບັນດາ​ຜົນ​ສຳເລັດ​ທາງ​ດ້ານວິທະຍາສາດ​ ​ຮັບ​ໃຊ້​​ໃຫ້​ແກ່​ສະຫວັດດີ​ການ​ລວມຂອງ​ປະຊາຊົນ. ໃນ​ຂະນະນັ້ນ, ແຜນການ 5 ​ປີຄັ້ງທີສິບ​ສີ່​ຂອງ​​ຈີນ​ ​ກໍໄດ້ຖືກຮ່າງຂຶ້ນຕາມ​​ເນື້ອ​ໃນ​ຈິດ​ໃຈ ​ເພີ່ມ​ທະວີ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ການ​ພັດທະນາ​ປະ​ເທດ. ​ດ້ວຍບັນດາ​ຜົນ​ກະທົບທີ່ກວ້າງ​ຂວາງທາງ​ດ້ານ​ຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ, ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ສະທ້ອນ​​ໂດຍ​ກົງ ​ເຖິງການ​ພົວພັນ​ສາກົນ, ນະ​ໂຍບາຍ​ຂອງບັນດາ​​ປະ​ເທດ, ກ່ອນ​ອື່ນໝົດ​ແມ່ນ ນະ​ໂຍບາຍ​ແລະການ​ພົວພັນ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ.

ນະ​ໂຍບາຍ ​ແລະ ການ​ພົວພັນ​ຂອງ​ບັນດາ​ປະ​ເທດ​ໃຫຍ່

ປີ 2020 ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ອະນາ​ຄົດ​ທາງການ​ເມືອງ​ຂອງ​ພັກ​ກຳ​ອຳນາດ​​ໃນ​ບັນດາ​ປະ​ເທດ​​​ໃຫຍ່ທັງໝົດ. ​ແຕ່, ​ພະຍາດ​ໂຄ​ວິດ-19 ​ແລະ​ຜົນຕາມມາ​ຂອງ​ມັນ ໄດ້ເຮັ​ດ​ໃຫ້ຄວາມ​ຄາດ​ຫວັງຫຼາຍຢ່າງ ຂອງຜູ້ນໍາບັນດາປະເທດມະຫາອໍານາດ ຕ້ອງ​ຖືກ​ຜິ​ກປີ້ນ​ໄປ​ໝົດ. ເວທີການເມືອງອາເມລິກາ ​ໃນໄລຍະບັ້ນດຶກສຸດທ້າຍ ກ່ອນການ​ເລືອກ​ຕັ້ງ​ປະທານາທິບໍດີ ທີ່ເກີດຂຶ້ນໃນເດືອນພະຈິກປີ 2020 ​ເຊິ່ງມີ​ຄວາມ​ຮ້ອນ​ລະ​ອຸ​ຢູ່​ຕະຫຼອດ​ເວດ​ລາ ຍ້ອນການຕໍ່ສູ້ພາຍໃນທີ່ດຸເດືອດ, ປັດຈຸບັນ ກໍມີຄວາມສັບສົນຍິ່ງຂຶ້ນ ຍ້ອນ​ຝ່າຍ​ຄ້ານໄດ້ສວຍໃຊ້ບັນຫາພະຍາດລະບາດ, ການເລືອກປະຕິບັດ​ເພື່ອ​ຊ່ວງຊີງ​ບັດ​ຄະ​ແນນ​ສຽງຂອງຜູ້ມີສິດເລືອກຕັ້ງ ດ້ວຍຄວາມຄາດຫວັງຕ່າວປີ້ນກາລະໂອກາດ. ​ໃນ​ຂະນະ​ນັ້ນ, ໃນປີສຸດທ້າຍຂອງການປະຕິບັດເປົ້າໝາຍຈຸດໝາຍ 100 ປີຄັ້ງທໍາອິດ, ຈີນກໍປະສົບ​ກັບສິ່ງທ້າທາຍຫຼາຍຢ່າງ ທີ່ບໍ່ເຄີຍມີມາກ່ອນ ໃນການພັດທະນາເສດຖະກິດ ແລະຄວາມ ສະຫງົບພາຍໃນປະເທດ. ຢູ່ປະເທດລັດເຊຍ, ໃນໂອກາດລະນຶກວັນຄົບຮອບ 75 ປີຂອງສົງຄາມປ້ອງກັນຊາດທີ່ຍິ່ງໃຫຍ່ ໄດ້ດຳເນີນການແຕ່ງຕັ້ງນາຍົກລັດຖະມົນຕີຄົນ ໃໝ່ ແລະດັດ​ແປງແກ້ໄຂລັດຖະທໍາມະນູນ ​ເພື່ອປັບປຸງອໍານາດລັດ, ແຕ່ວາລະຕ່າງໆທັງ​ໃນແລະຕ່າງປະເທດ ກໍຖືກຂັດຂວາງຍ້ອນການ​ແຜ່​ລະບາດ​ຂອງໂຄວິດ-19. ດ້ານ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​, ຜູ້​ນໍາ​ບັນດາ​ປະ​ເທດ​​ໃຫຍ່ທັງ​ໝົດ ຕ້ອງ​ສຸມ​ກໍາລັງ​ແຮງ​ເຂົ້າ​ໃນ​ກາ​ນຈັດການ​ແກ້​ໄຂກັບ​ພະຍາ​ດລະບາດ, ຟື້ນ​ຟູ​ເສດຖະກິດ ​ແລະ ເພີ່ມທະວີຄວາມໜ້າ​ເຊື່ອ​ຖືຂອງລັດຖະບານທີ່ມີໃນປະຈຸບັນ. ດ້ານ​ການ​ຕ່າງປະ​ເທດ, ບັນດາ​ຄວາມ​ເສຍ​ຫາຍທີ່​ໜັກໜ່ວງຍ້ອນການລະບາດ​ຂອງໂຄ​ວິດ-19 ​​ບັງຄັບ​​ໃຫ້ບັນດາ​ປະ​ເທດ​ມະຫາ​ອຳ​ນາດ ຕ້ອງ​ປະຕິບັດ​ນະ​ໂຍບາຍທີ່​ເດັດຂາດ ​ແນ​​ໃສ່​ຈຳກັດ​ການຫຼຸດໜ້ອຍ​ຖອຍ​ລົງຂອງ​ກຳ​ລັງ​ແຮງ​ລວມ ​ແລະ ຖານະ​ບົດບາດຂອງ​ປະ​ເທດ.

​ໃນ​ສະພາບ​ແວດ​ລ້ອມ​ຄື​ແນວ​ນັ້ນ, ຄວາມ​ເຄັ່ງ​​ເຕຶງລະຫວ່າງອາ​ເມ​ລິ​ກາ ​ແລະ ຈີນ ​ໃນ​ປີ 2020 ​ໄດ້​ຂຶ້ນ​ສູ່​ລະດັບ​ສູງ​ສຸດພາ​ຍ​ຫຼັງ​ເຫ​ດການປະ​ທ້ວງ​ທີ່​ຈະ​ຕຸ​ລັດ​ ທຽນ​ອານ​ເມິນ ປີ 1989. ​ເຖິງ​ວ່າການ​ຕົກລົງ​ທາງ​ການ​ຄ້າ ລະຫວ່າງ​ອາ​ເມ​ລິ​ກາ ​- ຈີນ ​ໃນ​ຮອບ​ທີ 1 ​ຈະ​ບັນລຸ​ຜົນ​ໃນ​ຕົ້ນ​ປີ 2020 ​​ກໍ​ຕາມ, ​​ແຕ່​ຄວາມ​ຂັດ​ແຍ່ງ​ພື້ນຖານ ລະຫວ່າງ​ປະ​ເທດ​ມະຫາ​ອໍານາດ​ເກົ່າ ແລະ ປະ​ເທດ​ມະຫາ​ອໍ​ານາດ​ເກີດ​ໃໝ່ ​ໄດ້​ສະ​ແດງ​ອອກ​ຢ່າງ​ດຸ​ເດືອດ​ກວ່າ​ເກົ່າ ​ເມື່ອ​ສອງ​ປະ​ເທດ​ນີ້​ລ້ວນ​ແຕ່​ກາຍ​ເປັນ​​ສູນ​ລວມ​ການລະບາດຂອງພະຍາດ​​​ໃນໂລກ. ຈາກ​ກອບຂອງ​ການ​ທັງ​ຮ່ວມ​ມືທັງ​ຕໍ່ສູ້, ການ​ພົວພັນລະຫວ່າງ​ອາ​ເມ​ລິ​ກາ - ຈີນ ​ໃນ​ປະຈຸ​ບັນ​ນີ້ ​ໄດ້​ປ່ຽນ​ສະຖານະ​ພາບ​ໄປ​ສູ່​ການ​​​ແບ່ງແຍກໃນ​ລະດັບ​ທີ່​ແນ່ນອນ​ທາງດ້ານ​ເສດຖະກິດ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ​ແລະການ​ສະກັດ​ກັ້ນ​ເຊິ່ງກັນ ທາງ​ດ້ານ​ຄວາມໝັ້ນຄົງ, ຍຸດທະສາດ. ​ອາ​ເມ​ລິ​ກາມີ​ຄວາມ​ເປັນ​ເຈົ້າ​ການຫຼາຍ​ກວ່າ​ ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ ນະ​ໂຍບາຍ ​ແລະບັນດາ​ມາດ​ຕະການ​ສະກັດ​ກັ້ນ ​ເພື່ອ​ບໍ່​ໃຫ້​ຈີນ​ກ້າວ​ຂຶ້ນ​ເປັນປະ​ເທດ​ຊັ້ນ​ນຳ​. ຄຽງ​ຄູ່​ກັບ​ການ​ຕໍ່​ລອງທາງ​ການຄ້າ, ລັດຖະບານຂອງ​ປະທາ​ນາທິບໍ​ດີອາ​ເມ​ກາ ​ໂດ​ນັນ ທຣັມ ​ໄດ້​ສະ​ເໜີ​ການ​ສ້າງ​ຕັ້ງ​ເຄືອ​ຄ່າ​ຍ​ເສດຖະກິດທີ່​ວັດທະນາ​ຖາວອນ, ຮັບຮອງ​ເອົາກົດໝາຍວ່າ​ດ້ວຍການຄວບ​ຄຸມ​ຄວາມ​ຮັບຜິດຊອບ​ຂອງ​ບໍລິສັດ​ຕ່າງປະ​ເທດ ​ແລະ ການປະຕິບັດ​ກົດໝາຍວ່າ​ດ້ວຍການທົບທວນຄວາມສ່ຽງຈາກ​ການ​ລົງທຶນຕ່າງປະເທດ. ການ​ຕໍ່​ສູ້​ໃນ​ຂົງ​ເຂດ​​ວິທະຍາສາ​ດ-​ເຕັກ​ໂນ​ໂລ​ຊີ​ ໄດ້​ເກີດ​ຂຶ້ນຢ່າງດຸ​ເດືອດ ​​ເມື່ອ​ປະທານາທິບໍດີ ​ໂດ​ນັນ ທໍຣັມ ​ໄດ້​​ແຕ່ງ​ຕັ້ງຄະນະ​ກຳມະການ​ຕີ​ລາຄາ​ການ​ເຂົ້າຮ່ວມ​ຂອງ​ຕ່າງປະ​ເທດ​ໃນ​ບັນດາ​ບໍລິສັດ​ໂທລະ​ຄົມ​ອາ​ເມ​ລິ​ກາ, ຊີ້​ນຳ​ວຽກ​ງານ​ປົກ​ປ້ອງຂະແໜງ​ເຕັກ​ໂນ​ໂລ​ຊີ - ຂໍ້​ມູນ​ຂ່າ​ວສານ, ຕ່ອງ​ໂສ້​ສະໜອງ​ບໍລິການ​ຂອງ​​ອາ​ເມ​ລິ​ກາ ​ແລະ ການຮັກສາ​ບົດບາດ​ການ​ນຳພາ​​ໂລກ​ໃນ​ຂົງ​ເຂດປັນຍາ​ປະດິດ (AI). ອາ​ເມ​ລິ​ກາບໍ່​ພຽງ​ແຕ່​ສືບສວນບັດ​ດາ​ກຸ່ມ​ບໍລິສັດເຕັກ​ໂນ​ໂລ​ຊີຂອງ​ຈີນ ກ່ຽວກັບ​ການ​ລັກ​ເອົາ​ຄວາມ​ຫຼັບ, ການ​ສອບ​ແນມທາງເສດຖະກິດ ແລະການໂຈມຕີທາງອິນເຕີເນັດ​ເທົ່າ​ນັ້ນ, ອາ​ເມ​ລິ​ກາ ​ຍັງ​ເພີ່ມທະວີ​ບັນດາ​ມາດ​ຕະການ​ປ້ອງ​ກັນ​ຄວາມປອດໄພທາງຄອມພິວເຕີ​ ​ໂດຍ​ຜ່ານ​ແນວ​ຄິດລິເລີ່ມ “​ເສັ້ນທາງ 5G ທີ່ປອດ​ໄພ” ​ແລະ​ການສ້າງ​ຄວາມ​ກົດ​ດັນ​ບັງຄັບ​ໃຫ້​ບັນດາ​ບໍລິສັດ​ເຕັກ​ໂນ​ໂລ​ຊີຂະໜາດ​ໃຫຍ່ ​ຢຸດຕິ​ການ​ຮ່ວມ​ມື​ກັບ​ຈີນ. ທ່າ​ອ່ຽງການ​ເຄື່ອນ​ຍ້າຍ​ການ​ຜະລິດ ​ແລະການ​ລົງທຶນ​ອອກ​ຈາກ​ຕະຫຼາດທີ່ມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ ກໍໄດ້ຮັບການສົ່ງເສີມຈາກອາ​ເມ​ລິ​ກາ ພ້ອມ​ກັບ​ບັນດາປະເທດ​ພັນທະ​ມິດຂອງມັນ.

ດ້ານ​ກາ​ນ​ເມືອງ​ - ການປ້ອງ​ກັນ​ຄວາມໝັ້ນຄົງ, ອາ​ເມ​ລິ​ກາໄດ້​ສືບ​ຕໍ່​ປັບປຸງ​ທ່າ​ແຮງທາງ​ດ້ານ​ການ​ທະຫານ ​ແລະ ຢືນຢັນ​ການ​​ມີໜ້າ​ຢູ່​ໃນພາກ​ພື້ນມະຫາ​ສະໝຸດ​​ອິນ​ເດຍ - ມະຫາ​ສະໝຸດ​ປາຊີ​ຟີ​ກ. ດ້ານ​ໜຶ່ງ ອາ​ເມ​ລິ​ກາຕຳ​ນິວິຈານຢ່າງເຄັ່ງຄັດ ຕໍ່ປະ​ເທດຈີນ ກ່ຽວກັບບັນຫາຢູ່ຮົງກົງ (​ຈີນ) ​ແລະ ການຮັດແໜ້ນສາຍພົວພັນ​ກັບ​ເຂດ​ແດນໄຕ້ຫວັນ (ຈີນ). ໂດຍບໍ່ສົນໃຈຕໍ່ການລະບາດ​ຂອງ​ພະຍາດໂຄວິດ-19, ກອງ​ເຮືອ​ຮົບ​ທີ 7 ຂອງ​ອາ​ເມ​ລິ​ກາ ໄດ້ດຳ​ເນີນ​​ການ​ເຄື່ອນ​​ໄຫວຂົນສົ່ງທາງທະເລຢ່າງເສລີ​ (FONOP), ບາງ​ເວລາ​ກໍ​ດໍາເນີນ FONOP ສອງຄັ້ງລຽນຕິດຄື: ​ໃນ​​ວັນ 28 ​ແລະ 29 ເມສາ 2020. ດ້ານ​ອື່ນອີກ, ອ​າ​ເມ​ລິ​ກາກໍ​ເປັນຜູ້​ນຳໜ້າ ​ໃນການຮຽກຮ້ອງ​ໃຫ້ມີການສືບສວນກົກ​ເຄົ້າ​ທີ່​ມາ​ຂອງ​ໄວຣັດໂຄວິດ-19 ດ້ວຍຈຸດໝາຍສ້າງຄວາມຈະແຈ້ງຕໍ່ຄວາມຮັບຜິດຊອບຂອງຈີນ. ສິ່ງຄວນ​ເອົາ​ໃຈ​ໃສທີ່ສຸດ, ຢູ່​ໃນ​ບົດລາຍງານກ່ຽວກັບວິທີເຂົ້າເຖິງ​ແຜນ​ຍຸດ​ທະສາດ​ຕໍ່​ກັບ​ຈີນ (ວັນ​ທີ 20 ພຶດສະພາ 2020), ລັດຖະບານຂອງ​ປະທານາທິບໍດີ ໂດນັນ ທໍຣັມ ໄດ້​ເປີດ​ເຜີຍໃຫ້ຮູ້​ວ່າ ອາ​ເມ​ລິ​ກາບໍ່ເຫຼືອຄວາມເຊື່ອໝັ້ນໃນການໃຊ້ຄວາມກ່ຽວພັນ ​ເພື່ອ​ເຮັດ​ໃຫ້ຈີນກາຍເປັນ​ປະ​ເທດ​ທີ່​ມີ​ຄວາ​ມຮັບຜິດຊອບ ​ແລະ ​ເຄົາລົບ​ລະບຽບ​ກົດໝາຍ. ບົດລາຍງານດັ່ງກ່າວຍັງຍອມຮັບອີກວ່າ​ ການແກ່ງ​ແຍ່ງ​​ທີ່ເປັນຍຸດ​ທະສາດ​ຍາ​ວນານ ກໍາລັງ​ຄົງ​ຕົວຢູ່ໃນສອງປະ​ເທດ​ມະຫາ​ອຳນາດ, ດ້ວຍເຫດນັ້ນ, ​ອາ​ເມ​ລິກາ​ຈິ່ງ​ຕ້ອງ​ຜັນ​ຂະຫຍາຍບັນດາມາດຕະການຕ່າງໆ ທີ່ເປັນລະບົບຄົບຊຸດ ແນໃສ່ການ​ຫຼຸດຜ່ອນ​ສິ່ງ​ທ້າ​ທາຍທີ່ໃຫຍ່ຫຼວງຕ່າງໆ ທີ່​ຈີນອາດຈະກໍ່ຂຶ້ນ.

​ເພື່ອ​ຮັບ​ມື​ກັບ​ອາ​ເມ​ລິ​ກາ, ​ຈີນ​ໃຊ້​ຍຸດທະວິທີ​ການສົມທົບ, ດ້ານ​ໜຶ່ງ, ແກ່ດຶງອາ​ເມ​ລິ​ກາ​ລົງ​ຈາກ​ຂັ້ນໄດ ໃນຂົງເຂດ​ການ​ຄ້າ​ແລະ​ເຕັກ​ໂນ​ໂລ​ຊີ; ດ້ານ​ອື່ນອີກ, ສະ​ແດງ​ທ່າ​ທີ​​ເດັດ​ດ່ຽວ​ໃນ​ທຸກບັນຫາ​ທີ່​ຂຶ້ນກັບ “ຜົນ​ປະ​ໂຫຍ​ດ​ແກ່ນສານ. ພາຍຫຼັງບັນລຸຂໍ້ຕົກລົງ​​ທາງ​ການ​ຄ້າຄັ້ງ​ທຳ​ອິດ​, ​ຈີນໄດ້​ຊອກ​ຫາ​ວິທີ​ການຕ່າງໆ ເພື່ອຮັກສາ​ຊ່ອງ​ທາງການ​ເຈລະຈາ​ກັບອາ​ເມ​ລິ​ກາ, ລວມ​ທັງ​ການເຈລະຈາ​ກັບ​ການ​ນຳຂັ້ນ​ສູງ​ຜ່ານ​​ໂທລະ​ເລກ. ການ​ພົບ​ປະ ລະ​ຫວ່າງທ່ານ ຢາງ​ເຈ່ຍ​ສື້ ກຳມະການ​ກົມ​ການ​ເມືອງ​ພັກ​ຄອມ​ມູນິດ​ຈີນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ສປ ຈີນ ແລະທ່ານ ​ໄມ ​ພອມພີ​ໂອ ລັດຖະມົນຕີ​ກະຊວງ​ການ​ຕ່າງປ​ະ​ເທດ​ສະຫະລັດອາ​ເມ​ລິ​ກາ ຢູ່​ທີ່ລັດຮາ​ວາຍ (​ສະຫະລັດ) ​ໃນ​ວັນ​ທີ 17 ມິຖຸນາ 2020 ​​​ເຊິ່ງຈີນ​ຕີ​ລາຄາວ່າ ​ມີ​ລັກ​ສະນາ​ກໍ່ສ້າງ ​ເມື່ອ​ທັງສອງ​ຝ່າຍ​ໄດ້​​ເຫັນ​ດີ​ສືບ​ຕໍ່​ການ​ເຈລະຈາ ​ແລະ ຮ່ວມ​ມືນໍາ​ກັນ. ​ຂະນະ​ທີ່​ອາ​ເມ​ລິ​ກາກໍ​ຮຽກ​ຮ້ອງ​ໃຫ້​​ບັນລຸ​ການ​ເຈລະຈາຢ່າງຄົບຖ້ວນ, ຕ່າງ​ຝ່າຍ​ຕ່າງ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ຄ້າ, ຄວາມ​ສະ​ຫງົບ, ການ​ເມືອງ, ​ຈີນ​ກໍເນັ້ນໜັກ​ເຖິງການ​ຖື​ເອົາການ​ເຈລະຈາ ລະຫວ່າງປະມຸກລັດທັງ​ສອງ​ປະ​ເທດ ​ເປັນ​ພື້ນຖານ​ການເຈລະຈາ. ຜ່ານ​ການ​ເຈ​ລະ​ຈາດັ່ງກ່າວ, ​ຈີນກໍສະ​ແດງທ່າ​ທີ​ເຂົ້າ​ຫາ​ອາ​ເມ​ລິ​ກາດ້ວຍ​ແບບອື່ນ​ອີກ, ​ແຕ່ກໍຍັງ “ຮັກສາ​ຂົວ​ຕໍ່” ​ເພື່ອ​ຮັກສາການ​​ເຈລະຈາ​ໄວ້,​ໂດຍ​ສະ​ເພາະ​ແມ່ນ ການ​ແຍກ​ບັນຫາການ​ຄ້າ​ອອກຈາກ​ຂົງ​ເຂດ​ອື່ນໆ ​ເພື່ອຫຼີກ​ລ່ຽງ​ການ​ປະ​ເຊີນ​ໜ້າ​ກັບ​ອາ​ເມ​ລິ​ກາ.

ໃນຄວາມ​ມານະ​ພະຍາຍາມ​ເຈ​ລະ​ຈາ​ທາງ​​ການ​ຄ້າ, ຈີນ​​ບໍ່​ໄດ້​ລັງ​ເລ​ໃຈຫຍັງ​​ຕໍ່ການ​ປະ​ເຊີນ​ໜ້າ​ໃນ​ບັນຫາ​ການ​ເມືອງ - ຄວາ​ມໝັ້ນຄົງ. ຈຸດພົ້ນ​ເດັ່ນ​ໃນ​ເຄິ່ງຕົ້ນ​​ປີ 2020 ​ແມ່ນ​ຈີນ​​ໄດ້ຕັ້ງໜ້າປະຕິບັດນະ​ໂຍບາຍທີ່​ເດັດຂາດກວ່າ​​ແຕ່ລະ​ປີທີ່ຜ່ານມາ, ​ເຊິ່ງພ້ອມ​ທີ່​ຈະ​ອວດ​ອ້າງ​ກໍາລັງ​ແຮງ​ເທິງ​ພູມ​ສາດ​ຕົວ​ຈິງ​ ໃນ​ຂົງ​ເຂດ​ທີ່​ມີ​ຂໍ້​ພິພາດ. ​ເພື່ອ​ຮັບປະກັນ “ຜົນ​ປະ​ໂຫຍ​ດ​​ແກ່ນສານ”, ຈີນ​ໄດ້ຮັບຮອງ​ເອົາ​ລະບຽບ​ກົດໝາຍວ່າ​ດ້ວຍ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ໃໝ່ ທີ່​ແນໃສ່​ຮັດ​ແໜ້ນ​ການຄວບ​ຄຸມຮົງ​ກົງ (​ຈີນ), ປະຕິບັດ​ການ​ຝຶກ​ຫັດ​ບິນຜ່ານ​ເຂດລະຫວ່າງ​ກາງ​ຊ່ອງ​ແຄບ​ທະ​ເລ​ໄຕ້​ຫວັນ (​ຈີນ)... ຕາມທັດສະນະຂອງນັກ​ວິ​ເຄາະ, ​ບັນດາ​ການ​ກະທໍາ​ດັ່ງກ່າວ​ຂອງ​ຈີນ ​ລ້ວນ​​ແຕ່​ແນ​ໃສ່​ການ​ເຮັດ​ໃຫ້​ອາ​ເມ​ລິ​ກາ​ເຫັນ​ໄດ້​ວ່າ ຈີນກຽມ​ພ້ອມ​ທີ່​ຈະກໍານົດ​ຜົນ​ປະ​ໂຫຍ​​ດ​ແຫ່ງ​ຊາດ​ສູງ​ກວ່າ​ກົດໝາຍ​ສາກົນ, ​ໂດຍບໍ່​ສົນ​ໃຈ​ການຕຳ​ນິວິຈານ ​ແລະ ການ​ມີໜ້າ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ. ອາດ​ເວົ້າວ່າ, ລັກ​ສະ​ນະຄູ່​​ຮ່ວມ​ມື​ໃນ​ການ​ພົວພັນລະຫວ່າງ​ສອງປະ​ເທດ​ມະຫາ​ອຳນາດ​ນັບ​ມື້​ຍິ່ງ​ເກີດ​ຄວາມ​ມືດ​ມົວ, ​ໃນ​ຂະນະ​ທີ່ລັກ​ສະ​ນາ​ຂອງຄູ່ຕໍ່ສູ້ລະຫວ່າງ​ສອງຝ່າຍ​ນັ້ນ ​ນັບ​ມື້​​ຍິ່ງ​ຈະ​ແຈ້ງ​ຂຶ້ນ ​ແລະ ​ແຜ່​ລາມ​ເປັນ​ວົງ​ກວ້າງ​​ໃນຫຼາຍຂົງ​ເຂດ. ສິ່ງ​ໜຶ່ງດຽວ​ທີ່​ເຮັດ​ໃຫ້​ນັກ​ສັງ​ເກດຍັງ​ບໍ່​ທັນ​ຢືນຢັນ​ເຖິງ​ຄວາມສາມາດ​ຂອງ​ການ​ເກີດ​ສົງຄາມ​ເຢັນ​ຄັ້ງ​ໃໝ່​ແມ່ນ ​ການ​ທີ່​ອາ​ເມ​ລິກາ​ຍັງ​ບໍ່​ທັນ​ກຳນົດ​ຈຸດໝາຍກໍາຈັດ​​ຈີນ ຄື​ກັບ​ສະຫະພາບ​​ໂຊ​ວຽດ ​​ເມື່ອ​ກ່ອນ​ນີ້.

ສາຍ​ພົວພັນ​ອາ​ເມ​ລິ​ກາ - ລັດ​ເຊຍ ໄດ້ສືບຕໍ່ມີຄວາມ​ຂັດ​ແຍ່ງ​ກັນ ຢູ່​ໃນພາກ​ພື້ນ​ຕາ​ເວັນ​ອອກ​ກາງ ​ແລະ ອາ​ເມ​ລິ​ກາລາ​ຕິນ. ​​ໃນຂະນະທີ່ລັດ​ເຊຍ “ຈັບ​ມື” ກັບ​ຕວັກ​ກີ ​ເພື່ອ​ເຮັດ​ໃຫ້​ສະຖານະການ​ໃນຊິຣີ ​ແລະ ລິບີ ມີຄວາມສະຫງົບ ແນໃສ່ຊຸກຍູ້ບັນດາ​ຜົນ​ປະ​ໂຫຍ​ດຕ່າງໆຢູ່ຕາ​ເວັນ​ອອກກາງ, ສ່ວນອາ​ເມ​ລິ​ກາພັດບໍ່​ຢາກ​ສູນເສຍອິດ​ທິພົນຢູ້​ໃນ​ພາກ​ພື້ນ​ນີ້. ​ເຖິງວ່າປະທານາທິບໍດີ ໂດນັນ ທຣັມ ​ໄດ້​ປະກາດການ​ທະຍອຍ​ຖອນ​ກຳລັງ​ທະຫານຂອງອາເມລິກາອອກຈາກພາກພື້ນດັ່ງກ່າວ, ນັບ​​ແຕ່​ເດືອນມັງກອນ 2020, ​ອາ​ເມ​ລິ​ກາໄດ້ປະກາດ​ແຜນການ​ສັນຕິພາບ​ໃນ​ຕາ​ເວັນ​ອອກ​ກາງ ​ແລະ ບຸກ​​ໂຈມ​ຕີ​ນາຍ​ພົນ Qasem Soleimani ​ເພື່ອນາບຂູ່ອີ​ຣານ. ກາງ​ເດືອນມິຖຸນາ 2020, ​ອາ​ເມ​ລິ​ກາ ໄດ້ຈໍາວາງຄໍາສັ່ງຂວໍ້າບບາດໃໝ່ ຕໍ່ກັບຄອບຄົວປະທານາທິບໍດີ ຊີຣີ Bashar al-Assad. ຫາກເນື້ອແທ້ແລ້ວ ອັນນີ້ມັນເປັນ​ວິທີ​​ອາ​ເມ​ລິ​ກາໃຊ້​ ​​ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ກັບ​ພັນ​ທະ​ມິດ ​ແລະ ສ້າງ​ຄວາມ​ກົດ​ດັນຕໍ່ບັນດາ​ກຳລັງ​ຂອງ​ລັດ​ເຊຍ ຢູ່ຕາ​ເວັນ​ອອກ​ກາງ​. ຢູ່ອາ​ເມ​ລິ​ການລາ​ຕິນ, ວິກິດ​ການ​ທາງ​ການ​ເມືອງຂອງເວເນຊູເອລາ ​ແມ່ນ​ຈຸດ​ໃຈກາງແຫ່ງຄວາມ​ຂັດ​ແຍ່ງ​ລະຫວ່າງອາ​ເມ​ລິ​ກາ - ລັດ​ເຊຍ, ໂດຍສະເພາະແມ່ນ ໃນເວລາທີ່ບັນຫາ​ນີ້​ໄດ້ກາຍ​ເປັນ​ເນື້ອໃນໜຶ່ງ ຂອງໂຄງການເຄື່ອນໄຫວຫາສຽງ​ເລືອກ​ຕັ້ງຂອງ​ປະທານາທິບໍດີ ໂທນັນ ທຣັມ. ອັນເຊິ່ງໜ້າກວ່າໝູ່ໝົດ, ແມ່ນກົງກັບ​ວັນຊາດ​ຂອງ​ລັດ​ເຊຍ ວັນ​ທີ 12 ມິຖຸນາ, ທ່ານ ໄມ ພອມພີໂອ ລັດຖະມົນ​ຕີການ​ຕ່າງປະ​ເທດໄດ້ປະກາດ “​ແຫຼມ​ໄຄຣ​ເມຍ​ເປັນ​ຂອງ​ຢູ​ເຄຣນ”, ຮຽກຮ້ອງ​ໃຫ້​ລັດ​ເຊຍ​ຕ້ອງ​ສົ່ງແຫຼມ​ໄຄຣ​ເມຍຄືນ​ໃຫ້ຢູ​ເຄຣນ ​ແລະ​ປ່ອຍ​ຕົວບັນດາສະ​ເລີຍ​ເສິກຢູ​ເຄຣນທີ່​ພວ​ມຖືກ​ກັກ​ຕົວ.

ອາດ​ເວົ້າວ່າ, ບັນດາ​ຜົນ​ຕາມມາທີ່ໜັກໜ່ວງ​ຂອງການລະບາດ​ຂອງ​ພະຍາດ​ໂຄ​ວິດ- 19 ​ແລະ ​ບັນຫາທາງດ້ານ​ການ​ເມືອງພາຍໃນຫຼາຍຢ່າງ ໄດ້​ເຮັດ​ໃຫ້​ຂໍ້​ຂັດ​ແຍ່ງລະຫວ່າງ​ອາ​ເມ​ລິ​ກາ ກັບລັດເຊຍ, ຈີນ ທີ່​ມີຢູ່ເດີມແລ້ວນັ້ນ ຍິ່ງເລິກເຊິ່ງຕື່ມອີກ. ການແກ່ງແຍ້ງ​​ແຂ່ງ​ຂັນ​ຂອງ​ປະ​ເທດ​ໃຫຍ່ໄດ້ເພີ່ມທະວີຂຶ້ນຢ່າງ​ຮອບດ້ານ ອັນເຮັດໃຫ້ໂລກຖືກ​ແບ່ງ​ແຍກ​ຢ່າງຈະແຈ້ງກວ່າເກົ່າ ລະຫວ່າງເບື້ອງໜຶ່ງແມ່ນຕາເວັນຕົກ​ໂດຍມີອາເມລິກາ​ເປັນ​ຜູ້ນຳ ກັບອີກເບື້ອງໜຶ່ງແມ່ນຈີນ ແລະ ລັດເຊຍ.

ຜົນ​ຕາມ​ມາ​ຂອງ​ການ​​ແກ່ງ​ແຍ້ງລະຫວ່າງ​ບັນດາ​ປະ​ເທດ​​ໃຫຍ່

ການ​ທີ່​ບັນດາ​ປະ​ເທດ​ມະຫາ​ອໍ​ານາດ ​ໄດ້​ຍູ້​ແຮງ​ການ​ເຕົ້າ​ໂຮມ​ກໍາລັງ ເພື່ອ​ແກ່ງ​ແຍ້​ງອິດ​ທິພົນ​ ອັນ​ພາ​ໄປ​ເຖິງ​ຜົນ​ຕາມ​ມາຫຼາຍ​ຢ່າງ ​ເຊິ່ງບັນດາ​ປະ​ເທດປານກາງ ​ແລະປະ​ເທດນ້ອຍຕ້ອງ​​ໄດ້​ປະ​ເຊີນໜ້າ.

ໜຶ່ງ​ແມ່ນ, ບັນດາ​ປະ​ເທດປານ​ກາງ​ແລະນ້ອຍ ຢືນ​ຢູ່​ຕໍ່ໜ້າ​ຄວາມ​ກົດ​ດັນ “ການ​ເລືອກ​ຝ່າຍ” ທີ່ນັບ​ມື້​ນັບ​ຫຼາຍຂຶ້ນ ຍ້ອນ​ການ​ແກ່​ດຶງ ຫຼື ຄວາມ​ກົດ​ດັນຈາກ​ບັນດາປະ​ເທດ​ມະຫາ​ອຳນາດ. ຕົວຢ່າງ​ໜຶ່ງ​ທີ່​ພົ້ນ​ເດັ່ນ​​ແມ່ນ ການ​ທີ່ບັນດາ​ສະມາ​ຊິກກຸ່ມ “​ເພັດສີ່​ຫຼ່ຽມ - QUAD (​ອາ​ເມ​ລິ​ກາ, ອົດ​ສະ​ຕາລີ, ຍີ່ປຸ່ນ ​ແລະ ອິນ​ເດຍ) ​ໄດ້ຍູ້​​ແຮງການ​ຮ່ວມ​ມື​​ແບບ​ທະວິ​ພາຄີ​ແລະພະຫຸ​ພາຄີ, ​ເພີ່ມ​ທະວີ​ການປະສານ​ສົມທົບ​​ແຜນ​ຍຸດ​ທະ​ສາດ ​ແລະ​ເປີດກວ້າງ​ກົນ​ໄກ​ດັ່ງກ່າວເປັນກຸ່ມ “​ເພັດສີ່​ຫຼ່ຽມບວກ”. ​ໃນ​​​ສະມາຊິກກຸ່ມ​ເພັດ​ສີ່ຫຼ່ຽມ, ອິນ​ເດຍ ຈາກ​ບ່ອນທີ່​ເປັນ “ຕາ​ໂສ້” ອ່ອນ​ນ້ອຍ​ທີ່​ສຸດ​ໃນ​ສອງ​ສາມ​ປີ​ກ່ອນ​ນີ້, ມາ​ຮອດ​ປະຈຸ​ບັນ ໄດ້​ດັດ​ປັບນະ​​ໂຍບາຍ​ຕາມ​ທິດ​ທາງ​ເປັນ​ເຈົ້າການ​ກວ່າ​ເກົ່າ, ​ໂດຍສະ​ເພາະ​ແມ່ນ​ ນັບ​ແຕ່​ເວລາ​ທີ່​ຊາຍ​ແດນລະຫວ່າງ​ອິນ​ເດຍ - ຈີນ ​​​ເກີດ​ຄວາມ​ເຄັ່ງ​ຕຶງ​ຄັ້ງ​ໃໝ່​. ພາຍຫຼັງການ​ຕ້ອນຮັບ​ປະທານາທິບໍດີ ​ໂທ​ນັນ ທຣັມ ​ໃນ​ທ້າຍ​ເດືອນກຸມ​ພາ 2020, ອິນ​ເດຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມສຸດ​ຍອດ​ຜ່ານ​ທາງອອນ​ໄ​ລ ​ໃນ​ເດືອນມິຖຸນາ 2020 ​ເພື່ອ​ຍົກ​ລະດັບ​ສາຍ​ພົວພັນ​ກັບອົດ​ສະ​ຕາ​ລີຂຶ້ນ​ເປັນ “ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ”. ອິນ​ເດຍ​ໄດ້​ລົງ​ນາມ​ເຊັນ​ກັບ​ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ ​ແລະ ກະກຽມ​ລົງ​ນາມ​​ໃນສັນຍາ​ການ​ຊ່ວຍ​ເຫຼື​ອດ້ານ​ພະລາທິການ​ກັບ​ຍີ່ປຸ່ນ - ​​ເຊິ່ງເປັນ​ການ​​ເຈລະຈາ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ສໍາຄັນ​ຕໍ່ວຽກ​ງານປ້ອງ​ກັນ​ຊາດ - ປ້ອງກັນ​ຄວາມ​ສະຫງົບ. ກອງ​ປະ​ຊຸມຜ່ານ​ທາງ​ອອນ​ໄ​ລຂອງ​ກຸ່ມ “ເພັດ​ສີ່ຫຼ່ຽມ” ​ເປັນຄວາມມານະ​ພະຍາຍາມ​ທໍາ​ອິດ ​ທີ່​ແນໃສ່​ການປະສານ​ສົມທົບ​ການ​ເຄື່ອນ​ໄຫວ ລະຫວ່າງບັນດາ​ປະ​ເທດຕ່າງໆ ​ໃນ​ການ​​ຮັບ​ມື​ກັບ​​ສິ່ງ​ທ້າ​ທາຍລວມ.

ທຽບ​ໃສ່​ບັນດາ​ປະ​ເທດປານ​ກາງ, ບັນດາປະ​ເທດນ້ອຍ​ໃນ​ພາກ​ພື້ນອາຊີ​ອາຄະ​ເນ ​ໄດ້​ຊອກ​ຫາ​ວິທີປະພຶດທີ່​ນິ້ມ​ນວນ​ກວ່າ​ເກົ່າ ​ໃນ​ສະພາບ​ແວດ​ລ້ອມ​ຂອງ​ການ​​ແກ່ງ​ແຍ້ງລະຫວ່າງ​ຈີນ - ອາ​ເມ​ລິ​ກາ. ຍ້ອນ​ວ່າ ອາ​ເມ​ລິ​ກາຕ້ອງ​ສຸມ​ໃສ່ການຕ້ານ​ໄວຣັດ​ໂຄ​ວິດ-19, ປະ​ເທດ​ຈໍາ​ນວນ​ໜຶ່ງບໍ່​ມີ​ຂໍ້​ພິພາດ​ກັບຈີນ ​ໄດ້ຊອກຫາ​ວິທີ​ເພື່ອຍາດ​​ແຍ່ງ​ບັນດາ​ແນວ​ຄວາມ​ຄິດ​ລິ​ເລີ່​ມ ກ່ຽວ​ກັບ​ເສັ້ນທາງ​ວົງ​​ແຫວນ​ເສດຖະກິດລຸ່ມ​ແມ່​ນ້ຳຂອງ - ລ້ານຊ້າງ ແລະ ວົງ​ຄະນະ​ຍາດສາທາລະນະ​ສຸກ​​ເພື່ອ​ມະນຸດຊາດ (ພາກສ່ວນ​ໜຶ່ງ​ຂອງ​ວົງ​ຄະນະ​ຍາດ​ເພື່ອ​ມະ​ນຸດ​ຊາ​ດທີ່ຮ່ວມຊາຕາ​ກໍາ). ນັບ​ທັງກະ​ໂຕປະ​ເທດຟີ​ລິບ​ປິນ ​ເຊິ່ງ​ແຕ່​ກ່ອນ​ມາ​ໄດ້​ປະກາດ​ຢຸດຕິສັນຍາ​ວ່າ​ດ້ວຍ​ກອງ​ກຳລັງ​ຢ້ຽມຢາມ​ກັບອາ​ເມ​ລິ​ກາ (VFA) ​ໃນຕົ້ນປີ 2020, ​ເພື່ອ​ໝູນໃຊ້​ບັນດາໂອກາດຮ່ວມ​ມືກັບຈີນ, ​ແຕ່ມາຮອດ​​ເດືອນມິຖຸນາ 2020 ພັດມີ​ການ​ຕົກລົງ​​ຮັກສາ​ຄວາມ​ສັກສິດ​ຂອງ VFA ຄົງ​ໄວ້​ຄື​ເກົ່າ.

ສອງ​​ແມ່ນ, ບັນດາ “ຈຸດ​​ຮ້ອນ” ​​ໃນ​ໂລກລ້ວນ​ແຕ່ທະວີ​ຄວາມ​ເຄັ່ງ​ຕຶງ, ​ໂດຍ​ສະ​ເພາະ​ແມ່ນ ​ຢູ່​ໃນ​ພາກ​ພື້ນມະຫາ​ສະໝຸດ​ອີນ​ເດຍ - ມະຫາ​ສະໝຸດ​ປາຊີ​ຟິກ. ຢູ່​ໃນ​​ແຫຼມ​ເກົາຫຼີ​, ຄວາມ​ມານະ​ພະຍາຍາມດ້ານການ​ຕ່າງປະ​ເທດຈາກ​ບັນດາ​ກອງ​ປະຊຸມ​ສຸດ​ຍອດຕ່າງໆ ບໍ່​ເກີດ​ຄຸນປະ​ໂຫຍ​ດ​ໃດໆ, ​ເມື່ອການ​ເຄື່ອນ​ໄຫວ​ທົດລອງ​ອາວຸດ, ການ​ຝຶກ​ແອບດ້ານ​ທະຫານ​,… ຍັງ​ສືບ​ຕໍ່​ເກີດ​ຂຶ້ນ. ຕັ້ງ​ແຕ່ການຍິງ​ປືນ​ຂະໜາດ​ນ້ອຍ ຈົນ​ເຖິງ​ການ​ມ້າງ​ທໍາລາຍ​ຫ້ອງການ​ຕິດ​ຕໍ່​ພົວພັນ ຢູ່​ເຂດອຸດ​ສາຫະກຳ​ແກ​ຊອງ (ສາທາ​ລະນະລັດ ​ປະຊາທິປະ​ໄຕ ປະຊາຊົນ​ເກົາ​ຫຼີ​), ບັນດາການ​ຕຳ​ນິວິຈານ ການຂົ່ມ​ຂູ່​ເຊິ່ງກັນ ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຈົນຕາ​ແຈ​ໃນ​ການ​ພົວພັນ ລະຫວ່າງ​ສອງ​ພາກ​ເກົາຫຼີ ອັນ​ມີ​ສ່ວນກ່ຽວ​ພັນ​ສະ​ນິດ​ແໜ້ນ​ ກັບ​ລະດັບ​ຄວາມ​ເຄັ່ງ​ຕຶງລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຈີນ. ​ໃນ​ເວລາ​ທີ່​ການ​ພົວພັນອາ​ເມ​ລິ​ກາ - ຈີນ ພົບ​ຄວາມ​ຫຍຸ້ງຍາກ, ທັງ​ສອງ​ປະ​ເທດ​ມະຫາ​ອຳນາດລ້ວນ​ແຕ່​ໄດ້ພົບ​ກັບ​ສິ່ງ​ທ້າ​ທາຍ​ຢູ່​ພາຍ​ໃນ, ຊ່ອງ​ທາງ​ການ​ເຈລະຈາລະ​ຫວ່າງ​ສອງພາກ​ແຫຼມ​ເກົາຫຼີ​ ກໍຖືກປິດ​ລົງ​ຢ່າງ​​ໄວ​ວາ, ສ່ວນ​ໜຶ່ງ​​ແມ່ນຍ້ອນຄວາມ​ຕ້ອງການ​ໃນ​ການ​ປັບປຸງ​ອໍ​ານາດ ຂອງສາ​ທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນເກົາຫຼີ​. ​ໃນ 6​ເດືອນຕົ້ນປີ 2020, ບັນດາ​ຂໍ້​ພິພາດດ້ານ​ດິນ​ແດນ​ໃນພາກ​ພື້ນ​ ກໍຮ້ອນ​ແຮງ​ຂຶ້ນຢ່າງຊັດ​ເຈນ, ​ພົ້ນ​ເດັ່ນ​ແມ່ນສະພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ຈີນ​ຕາ​ເວັນ​ອອກ ​ແລະ ຊາຍ​ແດນອີນ​ເດຍ - ຈີນ. ຈຸດ​ພິ​ເສດ​ລວມ​ຂອງການ​ຜັນ​ແປ​​ໃນ​ບັນດາ​ຂໍ້ພິພາດ​ນັ້ນ ​​ແມ່ນ​ການ​ທີ່​ຈີນ​ໄດ້ມີ​ການປະພຶດ​ທີ່​ແຂງກ້າ ເພື່ອຂົ່ມຂູ່ບັນດາປະ​ເທດທີ່​ນ້ອຍ​ກວ່າ ​ແລະທົດ​ສອບ​ຂີດຈຳກັດ​ການໂຕ້​ຕອບ​ຂອງ​​ຝ່າຍພິພາດ​ຕ່າງໆ, ກໍຄືລະດັບ​ຄວາມ​ກ່ຽວ​ພັນຂອງ​ອາ​ເມ​ລິ​ກາ. ຄວາມ​ຮ້ອນ​ໄດ້ລະອຸ​ເພີ່ມ​​ຂຶ້ນ​ໃນ​ທົ່ວ​ທຸກ​ “ຈຸດ​ຮ້ອນ” ​​​ໃນຂົງ​ເຂດ​ທີ່​ກໍາລັງ​ເປັນ​ສັນຍານ​ເຕືອນ​ໄພ​ອັນຕະລາຍ ຕໍ່ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​, ໃນຂະນະດຽວກັນ, ມັນສະທ້ອນໃຫ້ເຫັນເຖິງ​ ແຜນນະໂຍບາຍທີ່​ເປັນ​ເອກະ​ພາບ​ຂອງຈີນ ​ແມ່ນ​ການ​ກະທຳ​ທີ່​ເດັດຂາດ​ໃນ​ການສົ່ງຂໍ້ຄວາມທີ່ເຄັ່ງຄັດກ່ຽວກັບອຳນາດຂອງຈີນໃນພາກພື້ນນີ້ ​ໄປ​ຍັງ​ສະຫະລັດ​ອາ​ເມ​ລິ​ກາ.

ນອກ​ຈາກສອງຈຸດ​ພິ​ເສດ​ທີ່​ພົ້ນ​ເດັ່ນຂ້າງ​ເທິງ, ການ​ແກ່ງ​ແຍ້ງລະຫວ່າງ​ປະ​ເທດ​ໃຫຍ່ ຍັງສົ່ງ​ຜົນ​ກະທົບ​​ຕໍ່​ເກືອບ​ທຸກແງ່​ມູມຂອງ​ສະຖານະ​ການ​ໂລກ. ໃນ​ການລະບາດຂອງ​ພະຍາດ​ໂຄ​ວິດ-19, ຄວາມ​ເສຍ​ຫາຍ​​ຈາກ​ບັນຫາ​ຄວາມໝັ້ນຄົງທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ນັບ​ມື້​ມັນສົ່ງ​ຜົນ​ກະ​ທົບ​ດ້ານ​ລົບ​ ເຖິງຄວາມ​ໜັ້ນຄົງ​ຂອງ​ແຕ່ລະ​ປະ​ເທດ ​ແລະຄຸນ​ນະພາ​ບ​ຊີວິດ​ຂອງ​ປະຊາຊົນ. ບັນດາ​ປະ​ເທດ​ມະຫາ​ອຳນາດ​ ສືບ​ຕໍ່​​ແກ່ງ​ແຍ້​ງແຂ່ງຂັນ​ກັນໃນ​ການຍາດ​ຊີງ​ບົດບາດ​​ນຳພາ ​ໃນ​ການ​ແກ້​ໄຂສິ່ງ​ທ້າ​ທາຍຕໍ່ຄວາມ​ໝັ້ນຄົງທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ອັນ​ພົ້ນ​​ເດັ່ນ​ແມ່ນ ພະຍາດລະບາດ, ​ແຫຼ່ງນໍ້າແມ່​ນໍ້າຂອງ, ການ​ປ່ຽນ​ແປງສະພາບ​ອາກາດ. ບັນຫາ​ຊົນເຜົ່າ​, ການ​ແຍກ​ຕົວອອກ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການແກ້​ໄຂ​ຢ່າງເດັດຂາດ, ສະພາບ​ການ​ປ່ອຍ​ຕົວ​ອາດຊະຍາ​ກໍາກໍ່​ການ​ຮ້າຍ​ຍ້ອນ​ພະຍາດ​ລະບາດ, ຄວາມ​ເປັນ​ຈິງ​ຢູ່ເຂດ​ລີ້​ໄພ,... ​ໄດ້ສົ່ງ​ສັນຍານ​​ເຕືອນ​ເຖິງ​ໄພອັນຕະລາຍບົ່ມ​ຊ້ອນ​ອື່ນໆ ຕໍ່ຄວາມ​ໝັ້ນຄົງ​ຂອງໂລກ. ຕໍ່ໜ້າບັນດາບັນຫາທົ່ວໂລກທີ່ກຳລັງເກີດຂຶ້ນ​ນັ້ນ, ​ເຖິງ​ວ່າບັນດາ​ກົນ​ໄກ​ຂອງ​ການພົວພັນຫຼາຍ​ຝ່າຍ​ ໄດ້ມີ​ຄວາມ​ມານະ​ພະຍາຍາມຫຼາຍ​ຢ່າງ​ ເພື່ອ​ປັບ​ຕົວ​ກັບ​ສະພາບ​ແວດ​ລ້ອມ​ຂອງການລະບາດຂອງພະຍາດ​ໂຄ​ວິດ-19, ​ແຕ່​ກໍ​ບໍ່​ທັນ​ສາມາດ​ເສີມ​ຂະຫຍາຍ​ໄດ້​ຄຸນ​ປະ​ໂຫຍ​ດຂອງມັນ, ຕົ້ນຕໍ​ແລ້ວ​ແມ່ນ​ຍ້ອນ​ການ​ແບ່ງ​ແຍກ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່. ສະຫະ​ປະຊາ​ຊາດກໍ​ໄດ້​ປັບປຸງ​ລະບຽບການ​ອອກ​ຂໍ້​ຕົກລົງດ້ວຍ​ລະບຽບ​ການ​ມິດງຽບພາຍ​ໃນ 72 ຊົ່ວ​ໂມງ, ດຳ​ເນີນການ​ປະຊຸມທາງ​ອອນ​ໄລ, ກະຕຸກ​ຊຸກຍູ້​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຮັບ​ມື​ກັບການ​ລະບາດຂອງພະຍາດ​ໂຄ​ວິດ-19. ແຕ່​ວ່າ ​ແນວ​ຄວາມ​ຄິດ​ລິ​ເລີ່​ມ​ໃນ​ການ​ຢຸດ​ຍິງ​ໃນ​ທົ່ວ​ໂລກ​ ຂອງ​ສະຫະ​ປະຊາ​ຊາດ ພັດ​ບໍ່​ຖືກ​ຮັບຮອງ ຍ້ອນ​ການ​ຄັດຄ້ານ​ຈາກ​ອາ​ເມ​ລິ​ກາ. ອົງການ​ອະນາ​ໄມ​ໂລກ (WHO) ​​ເປັນ​ສະ​ຖາ​ບັນທີ່​ໄດ້​ຮັບ​ຄວາມ​ກົດ​ດັນ​ຢ່າງ​ໃຫຍ່ຫຼວງ​ ຈາກການ​ແກ່ງ​ແຍ້​ງກັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ ກ່ຽວ​ກັບ​​ໂລ​ກ​ລະບາດ​ໂຄ​ວິດ-19. ບໍ່ພຽງ​ແຕ່​​ໄດ້​ປະ​ເຊີນ​ກັບ​ຄໍາ​ຕໍາ​ນິວິຈານ​ຕ່າງໆ ຍ້ອນ​ຂາດ​ຄວາມ​ໂປ່​ງ​ໃສ່, ການ​ໂຕ້​ຕອບ​ທີ່​ບໍ່​ມີປະສິດທິ​ຜົນ​ເທົ່າ​ນັ້ນ, WHO ຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ຫຼຸດ​ລົງ​ຂອງ​ແຫຼ່ງທຶນອຸປະຖໍາ ​ແລະ ການ​ປ່ຽນ​ແປງ​ດ້ານ​ບຸກຄະລາ​ກອນ​ຜູ້​ນໍາພາ​. ​ໃນຂະນະ​ທີ່​ອາ​ເມ​ລິ​ກາ​ໄດ້​ສືບ​ຕໍ່​ຖອນ​ຕົວ​ອອກ​ຈາກ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ, ຈີນກໍ​ກໍາລັງ​ຍາດ​ແຍ່ງ​ກາລະ​ໂອກາດ​ໃນ​ການ​ຍາດ​ເອົາ​ຖານະ​ບົດບາດ​ນໍາພາ ​ໃນ​ການບໍລິຫານ​ທົ່ວ​ໂລກ.

ຜົນ​ກະທົບ​ຕໍ່​ຫວຽດນາມ

ບັນດາ​ການປ່ຽນ​​ແປງ​ພິ​ເສດ​ຂອງ​ໂລກ​ໃນ​ເຄິ່ງຕົ້ນ​ປີ 2020 ​​ເກີດ​ຂຶ້ນ​ຖືກ​ກັບ​ໄລຍະ​ເວລາ​ຂ້າມ​ຜ່ານຂອງຫວຽດນາມ, ​ເມື່ອ​ຫວຽດນາມພວມ​ກະກຽມ​ກອງ​ປະຊຸມ​​ໃຫຍ່​ຄັ້ງທີ 13 ຂອງ​ພັກກອມ​ມູນິດ​ຫວຽດນາມ. ສະຖານະການ​ຂອງ​ໂລກ ​ແລະ ພາກ​ພື້ນ ​ໄດ້ສົ່ງຜົນ​ກະທົບ​ໂດຍ​ກົງ​ເຖິງສະພາບ​ແວດ​ລ້ອມຂອງ​ຄວາມໝັ້ນຄົງ​ແລະການ​ຕ່າງປະ​ເທດ, ກໍຄື​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ​ຢູ່​​ໃນຫຼາຍ​ຂົງ​ເຂດ.

ພິຈາລະ​ນາ​ໃນ​ດ້ານ​ສະດວກ​, ຍ້ອນຜົນ​ກະທົບທີ່​ໜັກໜ່ວງຈາກການລະບາດ​ຂອງພະ​ຍາດ​ໂຄວິດ-19, ທຸກ​ປະ​ເທດ​ລ້ວນ​ແຕ່​​ປະ​ເຊີນໜ້າກັບ​ຄວາມ​ຮຽກຮ້ອງ​ທີ່​ຈໍາ​ເປັນ ​ເພື່ອ​​ຄວບຄຸມ​ການລະບາດ​ຂອງພະ​ຍາດ​​ ແລະ ຟື້ນ​ຟູ​ພື້ນຖານ​ເສດຖະກິດ​​ໂດຍ​ໄວ. ສິ່ງ​ດັ່ງກ່າວໄດ້​ນໍາ​ເອົາ​ກາລະ​ໂອກາດ​ ຊຸກຍູ້ການ​ພົວພັນ​ຮ່ວມ​ມືກັບ​ບັນດາ​ປະ​ເທດ ​ມາ​ໃຫ້​ຫວຽດນາມ ບົນ​ພື້ນຖານ​ຜົນ​ສໍາ​ເລັດ​ຂອງ​ຫວຽດນາມ ​ໃນ​ກາ​ນຄວບ​ຄຸມການລະບາດ​ຂອງພະ​ຍາດ​ໂຄ​ວິດ-19 ​ແລະ ​​ໃນ​ກອບ​ການ​ພົວພັນ​ຕ່າງໆ ​ທີ່ໄດ້​ຖືກ​ສ້າງ​ຂຶ້ນກັບບັນດາຄູ່​ຮ່ວມ​ມື​ຫຼັກ​ແຫຼ່ງ. ຄຽງ​ຂ້າງກັນ​ນັ້ນ, ຢູ່​ໃນ​ລະດັບ​ທີ່​ແນ່ນອນ, ການ​ເຄື່ອນ​ຍ້າຍ​ຕ່ອງ​ໂສ້ການສະໜອງ ​ແລະ ​ແຫຼ່ງທຶນຮອນ​ກຳລັງ​ເກີດ​ຂຶ້ນຕາມ​ທິດທາງ​ທີ່​ສະດວກ​​ໃຫ້ແກ່​ຫວຽດນາມ ​ເຊິ່ງສາມາດ​ປະກອບສ່ວນ​ສ້າງ​ເປັນ​ກຳລັງຊຸກຍູ້​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງພື້ນຖານ​ເສດຖະກິດ. ການ​ທີ່​ສັນຍາ​ການ​ຄ້າ​ເສລີຫວຽດນາມ - ສະຫະພາບ​ເອີ​ຣົບ (EVFTA) ​ແລະ ສັນຍາ​ປົກ​ປ້ອງການ​ລົງ​ທຶນ ລະຫວ່າງສະຫະພາບ​ເອີ​ຣົບ ກັບ​ຫວຽດນາມ (EVIPA) ​ໄດ້​ຮັບ​ການ​ພິຈາລະນາ​ຮັບຮອງ ​​ເຊິ່ງ​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວຂະຫຍາຍຕົວ​ແບບ​ກະ​ໂດດ​ຂັ້ນ ໃນສາຍ​ພົວພັນລະຫວ່າງ​ສອງຝ່າຍ, ອັນ​ໄດ້​ຮັບ​ການ​ຄາດ​ຫວັງ​ວ່າ ຈະ​ເປີດ​ກວ້າງປະ​ເທດ​ໃຫ້​ສິນຄ້າ ​ແລະ ກະ​ແສ​ທຶນ​ຂອງ​ການ​ລົງທຶນ​ ຈາກບັນດາ​ວິ​ສາ​ຫະກິດ​ຫວຽດນາມ ກໍ​ຄື​ຂອງ​ປະ​ເທດສະມາຊິກ​ສະຫະພາບ​ເອີ​ຣົບທັງ 27 ປະ​ເທດ. ການ​ຮັບ​ມືທີ່​ມີ​ປະສິດທິ​ຜົນ​ກັບ​ພະຍາດ​​ໂຄ​ວິດ-19, ຄຽງ​ຄູ່​ກັບຄວາມ​ມານະ​ພະຍາຍາມ​ພັດທະນາ​ເສດຖະກິດ - ສັງຄົມ ​​ໄດ້ເຮັ​ດ​ໃຫ້​ຄຸນ​ຄ່າ​​ຍຸດ​ທະສາດ​ຂອງ​ຫວຽດນາມເພີ່ມ​ສູງຂຶ້ນ​ ເທິງ​ແຜນ​ທີ່​ການ​ພົວພັນຕ່າງປະ​ເທດ​ຂອງຫຼາຍປະ​ເທດ, ​ໃນ​ນັ້ນ ຕ້ອງ​​ເວົ້າ​ເຖິງຄວາມ​ສາມາດປະກອບ​ສ່ວນ​ຂອງຫວຽດນາມ ຕໍ່​ກັບວົງ​ຄະນະ​ຍາດ​ສາກົນ ​ແລະ ການ​ພັດທະນາ​​ໃນພາກ​ພື້ນ​.

ພິຈາລະນາ​ໃນດ້ານ​ບໍ່​ສະດວກ, ການ​ຜັນ​ແປ​ຂອງ​ໂລກ​ໃນຫົກ​ເດືອນຕົ້ນປີ 2020 ກໍ​ໄດ້ຕັ້ງຂຶ້ນ ບັນຫາຫຼາຍ​ຢ່າງທີ່​ເປັນ​ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ ຕໍ່​ກັບຫວຽດນາມ. ດ້ານ​ການ​ເມືອງ - ການປ້ອງ​ການ​ຄວາມໝັ້ນ​ຄົງ, ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນຖືກ​ຢຸດ​ສະຫງັກ​, ​​ເປັນ​ສິ່ງ​ກີດຂວາງ​ທີ່​ໃຫຍ່ຫຼວງ​ຕໍ່​ກັບການ​ຮັກສາ​ການ​ເຈ​ລະ​ຈາ ​ແລະການຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ. ​ເຫດການ​ສຳຄັນລະດັບ​ສູງຫຼາຍ​ເຫດການ ຕ້ອງ​ຖືກ​ໂຈະ, ຍົກ​ເລີກ ຫຼື ​ຫັນ​ໄປ​ສູ່​ຮູບ​ການ​ອອນ​ໄ​ລ. ພ້ອມກັນ​ນັ້ນ, ​ໃນປີ 2020 ກໍມີຫຼາຍ​​ວາລະໂອກາດ​ສະເຫຼີມສະຫຼອງປີ​ຄົບຮອບ​ການ​ສ້າງຕັ້ງ​ສາຍ​ພົວພັນທາງການ​ທູດກັບບັນດາ​ປະ​ເທດຕ່າງໆ, ​ໃນ​ນັ້ນມີວາລະ​ໂອກາດ​ທີ່ສຳຄັນ​ຫຼາຍຢ່າງເຊັ່ນ: ຄົບຮອບ 70 ​ປີ ການ​ສ້າງ​ຕັ້ງສາຍ​ພົວພັນທາງການທູດ​ລະຫວ່າງຫວຽດນາມ - ຈີນ, ຫວຽດນາມ - ລັດ​ເຊຍ, ຄົບຮອບ 25 ປີການຫັນ​ການ​ພົວພັນທາງການ​ທູດລະ​ຫວ່າງຫວຽດນາມ - ອາ​ເມ​ລິ​ກາ​ເປັນ​ປົກກະຕິ. ສະພາບ​ການລະ​ບາດຂອງ​ໂຄ​ວິດ-19 ​ໄດ້ຮຽກຮ້ອງ​ໃຫ້​ຫວຽດນາມຕ້ອງ​​​ເປັນ​ເຈົ້າການ​ ​ໃນ​ການນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ພະຍາຍາມຮັກສາ​ການ​ພົວພັນ​ແລກປ່ຽນ​ດ້ວຍ​ຮູບ​ການ​ໃໝ່. ບັນຫາທີ່​ຕັ້ງ​ຂຶ້ນ​ແມ່ນ​ ເຮັດ​​ແນວ​ໃດ​ເພື່ອ​ໃຫ້​ສາມາດ​ຊຸກຍູ້​​ໄດ້ ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ​ໃນ​ສະພາບແວດ​ລ້ອມ​ທີ່​ບໍ່​​ເຄີຍ​​ມີ​ມາ​ກ່ອນ. ຍິ່ງກວ່າ​ນັ້ນອີກ, ຍັງ​ມີ​​ຄຳ​ຄິດເຫັນຈໍານວນ​ໜຶ່ງ​ວ່າ ຫວຽດນາມອ້າງ​ເຫດຜົນການ​ຕ້ານ​ພະຍາດໂຄ​ວິດ-19 ​ເພື່ອ​ຈຳກັດ​​ສິດສະ​ເໜີ​ພາບ ຂອງ​ປະຊາຊົນ, ຈຳກັດ​ການ​ຄ້າ ​ແລະ ການ​ລົງ​ທຶນຕ່າງປະ​ເທດ. ພຶດຕິ​ກໍາ​ຕົວ​ຈິງ​ເຫຼົ່າ​ນີ້​ໄດ້​ກໍາໜົດ​ໜ້າ​ທີ່​ໃໝ່​​​ ເຊິ່ງບໍ່​ສະ​ເພາະ​ແຕ່​ໃນ​ວຽກ​ງານ​ຂໍ້​ມູນ​ຂ່າວສານ​ຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ໃນການສ້າງ​ຄວາມ​ເຊື່ອໝັ້ນ ແລະອະທິບາຍໃຫ້ເພື່ອນມິດສາກົນ​ ເຂົ້າ​ໃຈ​ເຖິງ​ຜົນປະ​ໂຫຍ​ດ ທີ່​ໄດ້​ຮັບ​ຈາກ​ບັນດາມາດຕະການຂອງຫວຽດນາມ ໃນການປາບ​ການລະບາດຂອງ​ພະຍາດໂຄ​ວິດ-19.

ສິ່ງ​ທ້າ​ທາຍທີ່ໃຫຍ່​ຫວຼງກວ່ານັ້ນ​ອີກ​ແມ່ນ ​ການ​ປະພຶດ​ທີ່​ເໝາະ​ສົມ​ໃນສະພາບ​ຄວາມ​ຂັດ​ແຍ່ງອັນ​ດຸ​ເດືອດ ລະຫວ່າງອາ​ເມ​ລິ​ກາ ​ແລະ ຈີນ. ທາງດ້ານ​​ຍຸດ​ທະ​ສາດ, ​ແມ່ນທັງ​ສອງ​ປະ​ເທດ​ມະຫາ​ອຳນາດນີ້ ລ້ວນ​​ແຕ່​ຕ້ອງການ​​ເຖິງ​ການ​ຕອບ​ສະໜອງ​ອັນຈະ​ແຈ້ງ​ກວ່າ​ເກົ່າ ​ຕໍ່​ການ​ເຕົ້າໂຮມ​ກໍາລັງທີ່​ພວກ​ເຂົາ​ນຳພາ, ລະອຽດຕົວ​ຈິງ​ແມ່ນ​​ຍຸດ​ທະ​ສາດ “ມະຫາ​ສະໝຸດອິນ​ເດຍ - ມະຫາ​ສະໝຸດປາຊີ​ຟິກ ທີ່​ເສລີພາບແລະເປີດ​ກ້ວາງ” (IPS) ຂອງ​ອາ​ເມ​ລິ​ກາ, ​ຄວາມ​ຄິດ​ລິ​ເລີ່​ມ “​​ແລວ​ທາງ​ແລະເສັ້ນ​ທາງ” (BRI) ​​ແລະ “ວົງ​ຄະນະ​ຍາດມວນ​ມະນຸດ​ທີ່​ຮ່ວມຊາຕາກຳ​” ຂອງ​ຈີນ. ກໍ​ຄື​ບັນດາ​ປະ​ເທດຂະໜາດ​ກາງ​ແລະຂະໜາດນ້ອຍ​ອື່ນໆ, ຫວຽດນາມຈຳ​ຕ້ອງ​ມີ​ວິທີ​ຈັດການ​ຢ່າງ​ຄ່ອງ​ແຄ້ວ​ ເພື່ອ​ຫຼຸດຜ່ອນ​ຄວາມ​ກົດ​ດັນ​ຈາກ​ການ​ແກ່ງ​ແຍ້​ງ​ແຂ່ງຂັນ ລະຫວ່າງ​ສອງປະ​ເທດ​ມະຫາ​ອຳນາດດັ່ງກ່າວ​ນີ້.

ດ້ານ​ເສດຖະກິດ, ອາ​ເມ​ລິ​ກາ ​ແລະ ຈີນ ລ້ວນ​ແຕ່​ຮຽກຮ້ອງ​​ໃຫ້ຫວຽດນາມ ​ເປີດ​ປະຕູ​ການ​ຕະຫຼາດຢ່າງ​ແຂງ​ແຮງ​ໃຫ້​ແກ່​ສິນຄ້າ ​ແລະ ການ​ລົງທຶນ​ຈາກ​ບັນດາ​ວິ​ສາ​ຫະກິດ​ຕ່າງໆຂອງ​ຕົນ. ​ເມື່ອ​ຄວາມ​​ເຄັ່ງ​ຕຶງລະຫວ່າງບັນດາ​ປ​ະ​ເທດ​ມະຫາ​ອໍານາດ​​ເພີ່ມ​ທະວີ​ຂຶ້ນ, ການ​ກຳນົດ​ລະດັບ​ການຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ເຕົ້າ​​ໂຮມ​ກຳລັງ, ກຳນົດປະລິມານ ​ແລະ ຮູບ​ແບບ​ທີ່​ເໝາະ​ສົມ​ຂອງ​ສອງ​ດ້ານ: ການ​ຮ່ວມ​ມື ​ແລະ ການ​ຕໍ່ສູ້ໃນ​ການ​ພົວພັນກັບ​ແຕ່ລະ​ປະ​ເທດ ຮຽກຮ້ອງ​ໃຫ້​ມີ​ການ​ໄຕ່ຕອງ​ຢ່າງ​ຖີ່​ຖ້ວນ.

ການ​​ປະພຶດຢ່າງເໝາະ​ສົມ​ແລະທັນ​ເວລາ ກັບບັນດາ​ປະ​ເທດ​​ໃຫຍ່ ຍັງ​​ແມ່ນ​ຄວາມ​ຮັບຜິດຊອບ​ອັນ​ຮີບ​ດ່ວນ ​ເມື່ອພິຈາລະນາ​ເຖິງສິ່ງ​ທ້າ​ທາຍດ້ານຄວາມສະຫງົບ​ປອດ​ໄພ​ອັນ​ສັບສົນຕ່າງໆ ທີ່ຫວຽດນາມກໍາລັງປ​ະ​ເຊີນໜ້າ. ການ​ທີ່ຈີນ​​ສວຍ​ໂອກາດຈາກ​ສະຖານະ​ການ​ແຜ່​​ລະບາດຂອງ​ພະຍາດ​ໂຄ​ວິດ-19 ​ເພື່ອມີການ​ປະພຶດ​ທີ່​ເຄັ່ງ​ຄັດ​ໃນການ​ສືບ​ຕໍ່​​ເຮັດ​ໃຫ້​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ຢູ່​ທະ​ເລ​ຕາ​ເວັນ​ອອກກາຍ​ເປັນ​ຈິງ ໂດຍ​ການ​ເຮັດ​ໃຫ້​ບັນດາ​ຝ່າຍ​ຂັດ​ແຍ້ງທີ່​ຍັງ​ເຫຼືອ ຕົກ​​ຢູ່​ໃນ​ສະພາວະຄວາມ​​ເຄັ່ງ​ຕຶງ ​ແລະຖືກ​ບັງຄັບ​ໃຫ້​ຕ້ອງ​ລະມັດລະວັງ​ຕົວ.

​ນະ​ໂຍບາຍ​ຂອງ​ຈີນບໍ່​ພຽງ​ແຕ່​​​ແນ​ໃສ່​ການ​ສ້າງສະ​ພາບ​ເດີມ​ໃໝ່ ​ແລະ ທ່າ​​ໄດ້​ປຽບ​ໃຫ້​​ແກ່ຕົນ​ເອງ ​ໃນ​ເວລາ​​ການ​ເຈລະຈາ COC ຖືກຢຸດ​ສະຫງັກ​ເທົ່າ​ນັ້ນ, ຫາກຍັງ​ບັ່ນ​ທອນຄວາມ​​ເຊື່ອ​ໝັ້ນລະຫວ່າງ​ບັນດາ​ປະ​ເທດອາຊຽນ, ​ເພີ່ມ​​ທະວີໄພ​ອັນຕະລາຍ​ໃນ​ການປະ​ທະ​ກັນ ຍ້ອນການ​ຕຶກ​ຕອງ​ທີ່​ຜິດພາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ. ​ໃນບັນດາ​ປະ​ເທດອາ​ຊຽນທີ່​ມີ​ຂໍ້​ພິພາດ​ຢູ່ທະ​ເລ​ຕາ​ເວັນ​ອອກ, ຫວຽດນາມ​ໄດ້​ຮັບ​ຜົນ​ກະທົບ​ອັນໜັກໜ່ວງ​ຫຼາຍ​ກວ່າ​ໝູ່​ໝົດ ຍ້ອນບັນຫາປັດ​​ໄຈ​ທາງ​ດ້ານ​ພູມ​ສັນຖານ, ປະຫວັດສາດ, ບັນດາໜ້າ​ທີ່​ສຳຄັນ​ຕໍ່ສາກົນ ທີ່ຫວຽດນາມກໍາລັງ​ຮັບຜິດຊອບ ​ແລະຄວາມ​ຕ້ອງການ​​ໃນ​ການ​ສ້າງສາ​ຍພົວພັນ​ອັນ​ເລິກ​ເຊິ່ງກັບ​ບັນດາ​ຄູ່​ຮ່ວມ​ມື​ຫຼັກ​ແຫຼ່ງທັງ​ໝົດ. ສາມາດ​ເວົ້າ​ໄດ້​ວ່າ ຄວາມ​ສາມາດ​ໃນ​ການ​​ດັດ​ປັບການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃຫຍ່ມີ​ຄວາມ​ໝາຍ​ຕັດສິນ​ຕໍ່​ກັບ​ການປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນເອງ, ປົກ​ປັກ​ຮັກສາຜືນ​ແຜ່ນດິນ​ອັນ​ຄົບຖ້ວນ​ໄວ້​ຢ່າງ​ໝັ້ນຄົງ, ພ້ອມ​ກັນ​ນັ້ນ ກໍ​ຮັກສາ​ສະ​ພາວະ​ແຫ່ງ​ສັນຕິພາບ ​ແລະ ສະຖຽນລະພາບ ​ເພື່ອ​ການ​ພັດທະນາ.

ຜົນ​ປະ​ໂຫຍ​ດຕໍ່​ການພັດທະນາ ຂອງຫວຽດນາມປະສົມ​ປະສານ​ກັບຜົນ​ປະ​ໂຫຍ​ດທາງດ້ານ​ການ​ເມືອງ-ການປ້ອງ​ກັນ​ຄວາມ​ສະຫງົບ, ດ້ວຍ​ເຫດ​ນັ້ນ ຈິ່ງ​ໄດ້​ຮັບ​ຜົນ​ສະ​ທ້ອນຈາກ​ທັງ​ສອງ​ປັດ​ໄຈ​ທໍາມະ​ຊາດ ​ແລະ ປັດ​ໄຈ​ສັງຄົມ​ຫຼາຍ​ພໍ​ສົມຄວນ. ດ້ານ​ທຳ​ມະ​ຊາດ,​ ນັບ​ແຕ່​ຕົ້ນ​ປີ 2020, ຫວຽດນາມ​ໄດ້​ປະ​ເຊີນ​ກັບ​ສະພາບ​ການ​ໄພ​ແລ້ງ, ນໍ້າ​ເຄັມຄຸກ​ຄາມຢ່າງ​ຮ້າຍ​ແຮງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ ຢູ່​ເຂດທົ່ງພຽງ​ແມ່​ນ້ຳຂອງ. ບັນຫາຄວາມ​ໝັ້ນ​ຄົວ​ຂອງ​ແຫຼ່ງນ້ຳ ​ແລະ ການ​ປ່ຽນ​ແປງ​ສະພາບ​ອາກາດ ​ເກີດຂຶ້ນ​ຢ່າງ​​ຮ້ອນ​ແຮງ, ກາຍ​ເປັນ​ສິ່ງ​ທ້າ​ທາຍ​​ເປັນ​ປົກກະຕິ​ແລະຍາວ​ນານ ຕໍ່​ກັບ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປ​ະ​ເທດ.​ ໂລກ​​ລະບາດ​ໂຄ​ວິດ-19 ​ໄດ້ສ້າງ​ຜົນ​ກະທົບ​ຢ່າງ​ກວ້າງ​ຂວາງ, ຮຽກຮ້ອງ​ໃຫ້​ມີຈິນຕະນາການ ​ແລະ ວິທີ​ຂັບ​ເຄື່ອນ​ພື້ນຖານ​ເສ​ດຖະກິດ ​ທັງ​ໃນ​ລະດັບ​ປະ​ເທດ​ແລະວິ​ສາ​ຫະກິດ​ທີ່ເໝາ​ະສົມ. ບັນດາກຳ​ລັງຂັບ​ເຄື່ອນການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມ​​ເຊັ່ນ: ຊັບພະຍາກອນ​ມະນຸດທີ່​ມີ​ຄຸນ​ນະພາ​ບດ້ວຍ​ລາຄາ​ທີ່ເໜາະ​ສົມ, ​ແຫຼ່ງທຶນຮອນ​​ຈາກ​ຕ່າງ​ປະທດ​ໂດຍ​ກົງ, ສະພາບ​ແວດ​ລ້ອມ​ແຫ່ງສັ​​​ນຕິພາບ, ສະ​ຖຽນລະ​ພາບພາຍ​ໃນ​ແລະຕ່າງປະ​ເທດ, ທ່າ​ອ່ຽງ​ໂລກາ​ພິວັດ ​ແລະການ​ເຊື່ອມ​ໂຍງ​ສາກົນ, ລ້ວນ​ແຕ່​ຖືກ​ຈໍາກັດ​ດ້ານ​ຄຸນ​ປະ​ໂຫຍ​ດຂອງ​ມັນ ຍ້ອນ​ວິ​ກິດ​ການ​ເສດ​ຖະກິດ​ໂລກ. ​ໃນສະພາບ​ແວດ​ລ້ອມ​ດັ່ງກ່າວ​ນັ້ນ, ການ​ຊອກ​ຫາ​ກຳລັງຂັບ​ເຄື່ອນ​​ການ​ເຕີບ​ໂຕ​ໃໝ່ ​ແລະສະກັດ​ກັ້ນ​ຄວາມ​ສ່ຽງ ແມ່ນຄວາມ​ຮັບຜິດຊອບທີ່​ບໍ່​ງ່າຍ​ດາຍ​ເລີຍ. ດ້ວຍພື້ນຖານ​ເສດຖະກິດທີ່​ມີ​ລະດັບ​ການເປີດ​ກວ້າງ ​ແລະອັດຕາ​ສ່ວນ​ສູງ​ຂອງກຸ່ມ​ວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ການ​ສົ່ງອອກ, ການໝູນ​ໃຊ້​ຕາ​ໜ່າງວິ​ສາ​ຫະກິດທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດຢ່າງມີ​ປະສິດ​ທິຜົນ ​ເວລາ​ໃດ​ກໍ​ຕ້ອງໄປ​ຄຽງ​ຄູ່​​​ກັບການ​ຫຼຸດຜ່​ອນການ​ຂຶ້ນ​ກັບຕ່າງປະ​ເທດ, ສະກັດ​ກັ້ນການຂາດ​ຕ່ອງ​ໂສ້​ການ​ຕອບ​ສະໜອງ ຫຼື ການຖອນການ​ລົງ​ທຶນ. ພ້ອມກັນ​ນັ້ນ, ການ​ທີ່ຫວຽດນາມສາມາດທີ່​ຈະ​ໝູນ​ໃຊ້​ກາລະ​​ໂອກາດຈາກ​ການ​ເຄື່ອນ​ຍ້າຍຕ່ອງ​ໂສ້​ການ​ຕອບ​ສະໜອງ ແລະ ກະ​ແສ​ກາ​ນລົງທຶນ ຫຼື ການບໍ່​ຂຶ້ນກັບໝາກຜົນ​ການ​ປະຕິ​ຮູບ​ລະບຽບການ, ການສ້າງ​ລະບົບກົດໝາຍ, ຄຸນ​ນະພາ​ຂອງ​ໂຄງສ້າງ​ພື້ນຖານ, ລະດັບ​ເພີ່ມ​ສະມັດ​ຕະພາບ​ແຮງ​ງານ. ຄວາມອາດ​ສາມາດ​ຫັນ​ສູ່​ການ​ປ່ຽນ​ເປັນ​ດິຈິ​ຕອນ, ການນຳ​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ກໍ​ແມ່ນ​ຄວາມຮຽກຮ້ອງ​ຕ້ອງການ​ອັນ​ຕົ້ນຕໍ ​ເພື່ອ​ນໍາພາ​ວິ​ສາ​ຫະກິດ​ຫວຽດນາມ ກ້າວ​ຂຶ້ນ​ສູ່​ຖານະ​ທີ່​ມີ​ຄວາມສະ​ດວກ​ກວ່າ​ເກົ່າ ​ໃນ​ຕ່ອງ​ໂສ້​ການ​ສະໜອງທົ່ວ​ໂລກ. ສະຖານະ​ການ​ໂລກ​ປັດຈຸບັນ​ ​ຍິ່ງ​ໃຫ້​​ເຫັນ​ເຖິງຄວາມ​ໝາຍ​ຂອງ​ນະ​ວັດຕະ​ກໍາ​ໃໝ່​ເວົ້າ​ລວມ, ​ພິ​ເສດ​ແມ່ນ​ບັນດາ​ຂະ​ແໜງ​ຂໍ້​ມູນ​ຂ່າວສານ, ໂທລະ​ຄົມມະ​ນາ​ຄົມ, ສາທາລະນະ​ສຸກ, ພະລັງງານ ຕໍ່​ກັບ​ເສດຖະກິດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ. ບັນດາ​ບັນຫາ​ສັງຄົມ ​ເຊັ່ນ: ວຽກ​ເຮັດ​ງານ​ທໍາ, ສາທາ​ລະນະ​ສຸກ, ການ​ສຶກສາ, ການ​ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດທະນາ ລ້ວນ​ແຕ່ຮຽກຮ້ອງ​ໃຫ້​ມີ​ນະ​ໂຍບາຍ​ທີ່​ສອດຄ່ອງ​ ເພື່ອ​ຮັບປະກັນ​ຄຸນ​ນະພາ​ບການ​ເຕີບ​ໃຫຍ່​ຂະຫຍາຍຕົວ. ດ້ວຍ​ລະດັບ​ການ​ເຕີບ​ໂຕ​ຂອງ ຈີ​ດີ​ພີ ບັນລຸ 3,8% ​ໃນ​ໄຕ​ມາດ I - 2020, ບັນດາ​ໜ້າ​ທີ່​ທີ່​ໄດ້​ຕັ້ງ​ຂຶ້ນ ​ເພື່ອ​ກະ​ຕຸກ​ຊຸກຍູ້​ການພັດທະນາ, ຮັບປະກັນຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ ແມ່ນ​ມີ​ຄວາມ​ໜັກໜ່ວງ​ທີ່​ສຸດ. ການ​ກໍານົດ​ທິດ​ທາງ​ທີ່​ຖືກຕ້ອງ​ ໃນ​ການ​ເຂົ້າ​ຮ່ວມ​ໃນ​ການ​ເຊື່ອມ​ໂຍງ​​ເສດຖະກິດ, ຮັກສາ​ຄວາມ​ເຊື່ອ​ໝັ້ນ​ຂອງ​ບັນດາ​ນັກ​ລົງທຶນ, ຫຼຸດຜ່ອນ​ຄວາມ​ສ່ຽງ​ຕ່າງໆ ​ແມ່ນ​ປັດ​ໄຈ​ປະກອບ​ທີ່​ຈໍາ​ເປັນ ຂອງການ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການ​ເຊື່ອມ​ໂຍງ​ສາກົນ​ໃນ​ປັດຈຸ​ບັນ.

ສະຖານະ​ການ​ໂລກ​ໃນ​ເຄິ່ງຕົ້ນ​ປີ 2020 ຍັງ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຈະ​ແຈ້ງ​ເຖິງ​ວຽກ​ງານການ​ຕ່າງປະ​ເທດ​ຫຼາຍຝ່າຍ, ຈາກ​ນັ້ນ ກໍ​​ໄດ້ສົ່ງຜົນ​ກະທົບຫຼາຍ​ດ້ານ​​ເຖິງ​ຖານະ​​ຂອງ​ຫວຽດນາມ. ຫວຽດນາມມີ​ຂໍ້​​ຄວາມ​ສະດວກຄື​​ ການ​ເຮັດ​ສໍາ​ເລັດ​ໜ້າ​ທີ່ຄວາມ​ຮັບຜິດຊອບຖານະ​ບົດບາດ​ເປັນ​ປະ​ທານ​ສະພາ​ຄວາມ​ໝັ້ນຄົງ​​ແຫ່ງສະຫະ​ປະຊາ​ຊາດ (ເດືອນມັງກອນປີ 2020) ​ແລະຈັດຕັ້ງການ​ປະຊຸຸມວົງ​ແຄບ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ (ເດືອນມັງກອນປີ 2020) ກ່ອນການ​​​ລະບາດ​ຂອງ​ພະຍາດ​​ໂຄ​ວິດ-19 ຢູ່ພາກ​ພື້ນອາຊີ​ອາຄະ​ເນ. ​ໃນ​ສະພາບ​ແວດ​ລ້ອມ​ຂອງ​ການລະບາດພະຍາດ ​ໄດ້ຊ່ວຍ​​ເຮັດ​ໃຫ້​ລັກສະນະ​ສອດຄ່ອງ​ຂອງ​ຫົວ​ຂໍ້​ປີ​ອາ​ຊຽນ ທີ່​ຫວຽດນາມ​ໄດ້​ເລືອກ​ເຟັ້ນນັ້ນ​ ມີ​ຄວາມ​ພົ້ນ ​ເດັ່ນ​ຂຶ້ນ​ຕື່ມ. ຫວຽດນາມໄດ້ສະ​​ແດງ​ອອກ​ຢ່າງ​ຖືກ​ຕ້ອງ ​ເຖິງຈິດ​ໃຈ ສະນິດ​ຕິດ​ພັນ ​ແລະ ​​ເປັນ​ເຈົ້າ​ການ​ໃນ​ການ​ປັບ​ຕົວ ​ໂດຍ​ຜ່ານ​ບັນດາ​ແນວ​ຄວາມ​ຄິດ​ລິ​ເລີ່​ມ​ໃນ​ການ​ຮັບ​ມືກັບ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະການ​ຟື້ນ​ຟູ​​ເສດຖະກິດ. ພ້ອມ​ກັນນັ້ນ, ຫວຽດນາມ​ໄດ້​ມີ​ຜົນ​ສໍາ​ເລັດ​ໃນ​ການ​ສົມທົບ​ສອງ​ບົດບາດ ຢູ່​ໃນ​ລະດັບ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ ​ເມື່ອ​ສາມາດ​ຈັດ​ຕັ້ງ​ການສົນທະນາກ່ຽວ​ກັບ​ອາຊຽນ ຢູ່ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ. ກອງ​ປະຊຸມ​ລະດັບ​ສູງອາ​ຊຽນ ຄັ້ງ​ທີ 36 ​ເຊິ່ງຈັດ​ຕັ້ງ​ຂຶ້ນ​ໃນ​ຮູບ​ການອອນ​ໄ​ລ ​ແຕ່​ກໍ​ສາມາດ​ບັນລຸ​ໄດ້​ເນື້ອ​ໃນ​ເອກ​ະສານທີ່​ມີ​ຄວາມ​ສຳຄັນ​​ໃນ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີພາຍ​ໃນ​ກຸ່ມ ​ແລະ ບົດບາດ​​ໃຈກາງຂອງອາ​ຊຽນ ຢູ່​​ໃນ​ພາກ​ພື້ນ.  

ຄຽງຄູ່​ກັນ​ນັ້ນ, ການ​ຊຸກຍູ້​ຖານະ​ບົດບາດ​ປ​ະ​ເທດ ​ໂດຍ​ຜ່ານ​ການຕ່າງ​ປະ​ເທດ​ຫຼາຍຝ່າຍ ກໍກໍາລັງ​ພົບ​ກັບຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ຍ້ອນ​ເຫ​ດກາ​ນຫຼາຍ​ຢ່າງທີ່ຖືກ​ໂຈະ, ຍົກ​ເລີກ, ການ​ຊຸກຍູ້ສິ່ງ​ທີ່​ເປັນບູລິມະ​ສິດ​, ຈຸດໃຈກາງ​​ໃນ​ປີ​ດໍາລົງ​ຕໍາ​ແໜ່ງປະທານ​ອາ​ຊຽນ ຈຳ​​ຕ້ອງ​ໄດ້​ປະຕິບັດ​ໃນເງື່ອນ​ໄຂ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ບັນດາ​ປະ​ເທດອາ​ຊຽນ ຕ້ອງ​​ສຸມ​ໃສ່​ການ​ຕ້ານ​ການລະບາດ​ຂອງພະຍາດ​ໂຄ​ວິດ-19, ສ້າງ​ຄວາມ​ໜັ້ນຄົງ​ພາຍ​ໃນ ສະນັ້ນ ຈິ່ງຍາກທີ່​ຈະ​ແບ່ງປັນ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ແຫຼ່ງກຳລັງ​​ແຮງໃຫ້​​ແກ່ການ​ພັດທະນາ​ຂອງພາກ​ພື້ນ. ບັນດາຂະ​ບວນການ​ເຈ​ລະຈາທີ່​ສຳຄັນຂອງ​ພາກພື້ນ ​ເຊັ່ນ: COC, ສັນຍາຄູ່ຮ່ວມມື​ເສດຖະກິດຮອບດ້ານ​​ໃນພາກ​ພື້ນ (RCEP) ຕ້ອງ​ໄດ້ຢຸດຕິ​ຊົ່ວ ຄາວ. ຍິ່ງ​​ໄປ​ກວ່າ​ນັ້ນ, ​ເມື່ອ​ການ​ແກ່ງ​ແຍ້ງລະຫວ່າງອາ​ເມ​ລິ​ກາ - ຈີນ ທະວີ​ຄວາມຮຸນ​ແຮງ​ຂຶ້ນ, ບັນດາປະ​ເທດອາ​ຊຽນ ​ເຊິ່ງ​​ແຕ່​​ເດີມ​ມາ​ກໍ​ໄດ້​ລະມັດ​ລະວັງຕໍ່​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດຢູ່​ແລ້ວ, ​ໃນ​ປັດຈຸບັນ​ນີ້ ກໍຍິ່ງຊອກ​ຫາ​ຊ່ອງ​ທາງ​ການ​ຮ່ວມ​ມື​ສອງ​ຝ່າຍ, ປ່ຽນ​ແທນ​ໃຫ້ການ​ຮ່ວມ​ມືຫຼາ​ຍຝ່າຍ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ການ​ຕ່າງປະ​ເທດ​​ໄດ້​ຢ່າງ​ງ່າຍດາຍ. ​ໃນລະດັບ​ທົ່ວໂລກ, ການ​ຫຼຸດຜ່ອນ​ອ່ອນ​ເພຍ​ລົງ​ຂອງ​ລັດທິ​ຫຼາຍຝ່າຍ ​ແລະ ບັນດາ​ກົດ​ບັນຍັດ​ສາກົນ ​ໄດ້​ວາງ​ຄວາມ​ຮຽກ​ຮ້ອງ​​ໃໝ່ຫຼາຍ​ຢ່າງ​ ໃນ​ການ​ດໍາ​ເນີນ​ການ​ຍູ້​​ແຮງ ​ແລະ ຍົກ​ລະດັບ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ. ກ່ອນ​ອື່ນໝົດ​ແມ່ນການ​ກໍານົດ​ບູລິ​ມະ​ສິດ​ຂອງ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍຢ່າງ​ຖືກຕ້ອງ​​ ​ແນ​ໃສ່​ກະ​ຕຸ້ນຊຸກຍູ້ ບັນດາ​ຜົນ​ປະ​ໂຫຍ​ດຕ່າງໆ ຂອງ​ປະ​ເທດ​ຊາດ, ພ້ອມ​ກັນ​ນັ້ນກໍ​ຢືນຢັນ​ທິດ​ນໍາ “​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບຜິດຊອບຂອງ​ວົງ​ຄະນະ​ຍາດ​ສາກົນ”. ລະບົບ​ການຈັດຕັ້ງບໍລິຫານ​ທົ່ວໂລກຖືກ​ຄອນ​ແຄນ​ກໍ່ສະ​ແດງ​ໃຫ້​ເຫັນ​​ເຖິງ ​ຄວາມ​ຈໍາ​ເປັນ​​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຊື່​ອໝັ້ນ, ​ໂດຍ​ສະ​ເພາະ​ແມ່ນ ​ຄວາມສາ​ມັກ​ຄີ​ໃນ​ກຸ່ມ​ອາ​ຊຽນ, ກັບ​ບັນດາ​ປະ​ເທດ​ມະຫາ​ອໍານາດ ​ແລະ ປະ​ເທດ​ປານ​ກາງ​ໃນ​ພາກ​ພື້ນ. ການ​ຫັນ​ເປັນອັນ​ລະອຽດ​ບັນດາ​ເນື້ອ​ໃນ ​ແລະ ວິທີການ​ປະຕິບັດ​ບົດບາດ​ແກ່ນສານ, ນໍາພາ, ​ໄກ່​ເກ່ຍ ຢູ່​ໃນ​ລະດັບ​ພາກ​ພື້ນ, ພາກ​ພື້ນ​ປະສົມ ​ແລະ​ໃນ​ທົ່ວ​ໂລກ ຈະ​ຊ່ວຍ​ໃຫ້​ຫວຽດນາມສາມາດ “ລົງທຶນ” ຢ່າງ​ມີຈຸດ​ສຸມ​ໃຫ້​ແກ່​ການ​ຕ່າງປະ​ເທດ​ຫຼາຍຝ່າຍ ​ແລະ ຍົກ​ສູງ​ຖານະບົດບາດ​ຂອງ​ປະ​ເທດຂຶ້ນ​ຕື່ມ​ອີກ.

​ເບິ່ງ​ລວມ​ແລ້ວ, ການ​​ແກ່ງ​ແຍ້ງ​ແຂ່ງ​ຂັນ​ຂອງ​ບັນດາປະ​ເທດ​​ໃຫຍ່ ​ແລະການລະບາດ​ຂອງພະຍາດ​​ໂຄ​ວິດ-19 ​ແມ່ນ​ສອງ​ປັດ​​ໄຈທີ່​ສອດ​ຫ້ອຍ ​ແລະ ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນການ​ພົວພັນ​ສາກົນ​​ໄລຍະ​ເຄິ່ງຕົ້ນ​ປີ 2020. ບັນດາການ​ຜັນ​ແປ​ຕ່າງໆ​ ຂອງ​ໂລກ​ໃນຫົກ​ເດືອນ​ຕົ້ນປີ 2020 ​​ໄດ້​ສົ່ງ​ຜົນ​ກະທົບ​ອັນ​ພື້ນຖານ​ແລະຍາວ​ນານ, ​ເຮັດ​ໃຫ້​ເກີດ​ການ​ປ່ຽນ​ແປງ​ດ້ານ​ຈິນຕະນາການ ​ແລະ ​​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງຫຼາຍປະ​ເທດ. ປັດ​ໄຈ​ຕ່າງໆກ່າວ​ມາ​ເທິງ​ນີ້ ​ໄດ້​​ເລັ່ງ​ທວງ​ເຖິງ​ການ​​ເກີ​ດຂຶ້ນຂອງ​ສະຖານະ​ການ​ໃໝ່, ​ເຮັດ​ໃຫ້ການ​ຄາດ​ເດົາ​ຕ່າງໆທະວີ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ບໍ່​ສະຫງົບ​ຂອງ​ໂລກຂຶ້ນ​ຕື່ມ​ອີກ. ໃນ​ສະພາບ​ການ​ດັ່ງກ່າວ, ການ​ຕີ​ລາຄາຢ່າງທັນການ​ຕໍ່ໂອກາດ ​ແລະ ສິ່ງ​ທ້າ​ທາຍ, ການຈັບ​ຈຸດ​ທີ່​ຕັ້ງ​ໃນການ​ພົວພັນ​ຕ່າງປະ​ເທດ, ​ເພີ່ມ​ທະວີ​ກຳລັງ​ແທ້​ຈິງ ​ແລະ ຖານະ​ບົດບາດ​ຂອງ​ປະ​ເທດ​ ​ແມ່ນມີ​ຄວາມ​ໝາຍທີ່​ສຳຄັນ​ຕໍ່ກັບຫວຽດນາມ​ໃນ​ທົດ​ສະ​ວັດ​ປັດຈຸບັນ./.