ວກ. - ຫວຽດນາມ​ສະໝັກ​ຮັບ​ຕຳ​ແໜ່​ງສະມາຊິກ​ບໍ່​ຖາວອນ​ ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງສະ​ປະ​ປະຊາ​ຊາດ ຄັ້ງ​ທີ​ສອງ, ​ໄລຍະ​ປີ 2020-2021 ​ແມ່ນ​ການ​ຕັດສິນ​ຕົກລົງ​ທີ່​ສຳຄັນ, ​ແມ່ນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ​ແຜນ​ນະ​ໂຍບາຍ​​ເພີ່ມ​ທະວີ​ການ​ຕ່າງປະ​ເທດຫຼາຍ​ຝ່າຍ​ຂອງ​ພັກ​ແລະ​ລັດ ​ໃນ​ສະພາບ​ການ​ໃໝ່. ການ​ຮັບ​ຮູ້​ແຈ້ງ​ທາດ​ແທ້​ຂອງ​ສະພາບ​ການ​ສາກົນ ​ແລະບັນດາ​ການ​ກະທົບ​ເຖິງສະພາ​ຄວາມ​ໝັ້ນຄົງ​​ໃນ​ຊຸມ​ປີ​ຕໍ່ໜ້າ, ຈາກ​ນັ້ນ ​ປະກອບສ່ວນ​ກຳນົດ​ຍຸດ​ທະ​ສາດຂອງ​ຫວຽດນາມ​ໃນ​ການ​ເຂົ້າ​ຮ່ວມ​ອົງການ​ຈັດ​ຕັ້ງ​ນີ້​ ແມ່ນ​ຄວາມ​ຕ້ອງການ​ທີ່​ຈຳ​ເປັນ.

ໃນຖານະປະທານສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໃນເດືອນມັງກອນ 2020, ທ່ານເອອັກຄະລັດຖະທູດ ດັ້ງດິ່ງກວີ, ຫົວໜ້າຄະນະຜູ້ແທນຖາວອນຫວຽດນາມປະຈຳສະຫະປະຊາຊາດ ເຄາະຄ້ອນເພື່ອເປີດກອງປະຊຸມສົນທະນາຢ່າງເປີດເຜີຍ ກ່ຽວກັບສະພາບການປາແລສະຕີນ - ອິດສະຣາແອນ, ວັນທີ 21 ມັງກອນ 2020, ທີ່ສຳນັກງານໃຫຍ່ຂອງສະຫະປະຊາຊາດ ໃນນິວຢອກ (ສະຫະລັດອາເມລິກາ) _ພາບ: TTXVN

ໂລກ​ກຳລັງມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ດ້ວຍ​ການ​ພົວພັນ​ສຳຜັດ​ກັນ​ລະຫວ່າງ​ຈຸດ​ພິ​ເສດ​ທີ່​ມີ​ຢູ່​ແລະ​ຈຸດ​ພິ​ເສດ​ໃໝ່. ອາດ​ຈະ​ເຫັນ​ວ່າ ​ໃນ​ປະຈຸ​ບັນມີ​ຈຸດ​ພິ​ເສດ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

​ໂລກາ​ພິວັດ​ສືບ​ຕໍ່​ເປັນ​ທ່າ​ອ່ຽງ​ຂອງ​ຍຸກ​ສະ​ໄໝ ເພາະວ່າ ອົງ​ປະກອບພື້ນຖານ​ຂອງ​ໂລກາ​ພິວັດນັບ​ແຕ່​ສົງຄາມ​ເຢັນ​ບໍ່​ມີ​ການ​ປ່ຽນ​ແປງ, ຊ້ຳ​ຍັງ​ໄດ້​ຮັບ​ການ​ປັບປຸງ. ລະບຽບ​ສາກົນ​ໄດ້​ປ່ຽນ​ຈາກ​ຂົ້ວ​ດຽວ​ ເປັນໜຶ່ງ​ອະພິ​ອຳນາດ, ຫຼາຍ​ມະຫາ​ອຳນາດ, ຫຼາຍ​ສູນ​ກາງ, ຫຼາຍ​ຊັ້ນ. ​ເສດຖະກິດ​ໂລກນັບ​ມື້​ນັບ​​ເປັນ​ເອກະ​ພາບດ້ວຍ​ການ​ເຊື່ອມ​ໂຍງ​ທີ່​ເພີ່ມ​ຂຶ້ນ​ລະຫວ່າງບັນດາ​ປະ​ເທດ ​ແລະ​ຜູ້​ມີ​ບົດບາດ​ອື່ນໆ, ສ້າງ​ລະບົບ​ການ​ຜະລິດ​ແລະ​ລະບົບ​ຕ່ອງ​ໂສ້​ຄຸນຄ່າ​ທົ່ວ​ໂລກ. ການ​ພັດທະນາ​ຂອງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ​ໄດ້​ສ້າງ​ກຳລັງ​ການ​ຜະລິດ ​ແລະ​ ຄວາມ​ຮູ້​ທົ່ວໂລກໃໝ່(1). ບັນດາ​ເຄືອ​ຂ່າຍ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ອັດຕະພາບ, ບັນດາ​ຊັ້ນ​ຂັ້ນ ​ໃນ​ແຕ່ລະ​ຂົງ​ເຂດ​ ແລະ​ລະຫວ່າງ​ຂົງ​ເຂດ​ຂອງ​ຊີວິດ ​ແມ່ນ​ມີ​ການ​ປະຕິ​ສຳພັນ​ກັນ​ແລະ​ແຊກ​ຊ້ອນ​ກັນ​ຫຼາຍ​ຂຶ້ນ(2).

ສັນ​ຕິ​ພາບ, ການ​ຮ່ວມ​ມື ​ແລະ​ການ​ພັດທະນາຍັງ​ແມ່ນ​ທ່າ​ອ່ຽງຕົ້ນຕໍ, ​ແຕ່​ຄວາມ​ສ່ຽງ​ຂອງ​ສົງຄາມ​ແລະ​ການ​ປະ​ທະ​ພາກສ່ວນ​​ໄດ້​ເພີ່ມ​ຂຶ້ນ. ​ໃນ​ໂລກ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໄດ້​ເກີດ​ມີ “ຈຸດ​ຮ້ອນ” ພາກ​ພື້ນ​ຢູ່​ຫຼາຍ​ແຫ່ງ​ເຊັ່ນ: ສົງຄາມ​ຢູ່​ຊິຣີ, ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ໃນຫຼາຍ​ປະ​ເທດ​ຢູ່ໃນ​ເຂດ​ຕາ​ເວັນ​ອອກ​ກາງ, ອາ​ຟຣິກກາ, ອາ​ເມ​ລິ​ການ​ລາຕີ​ນ. ສິ່ງ​ທ້າ​ທາຍດ້ານ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ​ແລະບໍ່​ເປັນ​ແບບ​ດັ້ງ​ເດີມ ນັບ​ມື້​ນັບ​ມີ​ຄວາມ​ຫຼາກ​ຫຼາຍ​, ສັບສົນ, ບໍ່​ສາມາດຄາດ​ເດົາ​ໄດ້, ມີ​ລັກສະນະ​ຂ້າມ​ຊາດ ​ແລະສົ່ງ​ຜົນ​ກະທົບ​ໄລຍະ​ຍາວ, ຮ້າຍ​ແຮງ, ຂະໜາດ​ໃຫຍ່​ ສຳລັບ​ຫຼາຍ​ປະ​ເທດ ​ແລະ​ ບໍ່​ມີ​ປະ​ເທດ​ໃດທີ່​ສາມາດຮັບ​ມື​​ແກ້​ໄຂໄດ້. ຫຼາຍ​ບັນຫາ​ຄວາມ​ໝັ້ນຄົງ​ໃໝ່​ກຳລັງ​ເກີນ​ຂຶ້ນ​ເຊັ່ນ ຄວາມ​ໝັ້ນຄົງ​ຂອງເຄືອ​ຂ່າຍ, ຄວາມ​ໝັ້ນຄົງ​ດ້ານ​ແຫຼ່ງນ້ຳ, ຄວາມ​ໝັ້ນຄົງ​ດ້ານສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ​ສະພາບ​ອາກາດ​ທີ່​ຮຸນ​ແຮງ, ພະຍາດ​ແຜ່​ລາມ​ຢ່າງ​ໄວວາ, ຄວາມ​ໝັ້ນຄົງ​ດ້ານ​ການ​ເງິນກໍ່​ມີ​ບັນຫາ​ຕ່າງໆ​ເຊັ່ນ: ​ເງິນ​ສະ​ເໝືອນ, ການ​ເງິນ​ເຕັກ​ໂນ​ໂລ​ຊີ, ອາດຊະຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ໃນ​ຂົງ​ເຂດ​​ເງິນຕາ - ທະນາຄານ...

ບັນດາ​ປະ​ເທດ​ໃຫຍ່​ຍັງ​​ແມ່ນກຳລັງ​ຕົ້ນຕໍ​ ​ໃນ​ການ​ສ້າງ​ຮູບ​ແບບ​ສະຖານະ​ການ​ສາກົນ, ​ເຖິງ​ວ່າ​ບັນດາ​ປະ​ເທດ​ຂະໜາດ​ກາງ​ແລະ​ນ້ອຍມີ​ບົດບາດ​ໃຫຍ່​ຂຶ້ນ​ເລື້ອຍໆ. ຄວາມ​ແຕກ​ຕ່າງ​ໃນ​ປະຈຸ​ບັນ​ເມື່ອ​ທຽບ​ກັບ​ໄລຍະ​ເວລາ​ລະຫວ່າງ​ແລະ​ທັນທີ​ຫຼັງ​ສົງຄາມ​ເຢັນ (3) ​ແມ່ນ “ສະ​ໂມ​ສອນປະ​ເທດ​ໃຫຍ່” ມີ​ສະມາຊິກ​ຫຼາຍ​ກວ່າ, ນອກຈາກ​ສະຫະລັດ​ອາ​ເມ​ລິ​ກາ, ຈີນ ​ແລະ ລັດ​ເຊຍ, ຍັງ​ມີ​ບາງ​ສູນ​ກາງ​ອຳນາດ​ອື່ນ​ອີກ​ເຊັ່ນ: ສະຫະພາບ​ເອີຣົບ (EU), ອິນ​ເດຍ, ຍີ່ປຸ່ນ ທີ່​ກຳລັງ​ບືນ​ຕົວ​ຂຶ້ນ​ ເພື່ອ​​ເປົ້າ​ໝາຍເຂົ້າ​ຮ່ວມ​ໃນ “ສະ​ໂມ​ສອນ​” ນີ້, ​ແລະ​ການ​ແຂ່ງຂັນຍຸດ​ທະ​ສາດລະຫວ່ງບັນດາ​ປະ​ເທດ​ໃຫຍ່ກຳລັງ​ເພີ່ມ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ ລະຫວ່າງອາ​ເມ​ລິ​ກາ​ແລະ​ຈີນ. ຄຽງຄູ່​ກັນ​ນັ້ນ, ທ່າ​ອ່ຽງທີ່​ຈະ​ດຳ​ເນີນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຝ່າຍ​ດຽວ, ອຳນາດ​ບາດ​ໃຫຍ່ ​ແລະ ລັດທິ​ຊາດ​ນິຍົມ, ລັດທິ​ປົກ​ປ້ອງ​ການ​ຜະລິດ​ພາຍ​ໃນ ​ໄດ້​ພົ້ນ​ເດັ່ນ​ຂຶ້ນ, ​ເລີ່​ມຕົ້ນຈາກ​ບັນດາປະ​ເທດ​ໃຫຍ່, ຫຼັງ​ຈາກ​ນັ້ນ​ແຜ່​ຂະຫຍາຍ​ໄປສູ່​ເຂດ​ຕ່າງໆ. ບັນດາ​ຈຸດ​ພິ​ເສດ​ແລະ​ທ່າ​ອ່ຽງການ​ເມືອງ​​ເຫຼົ່ານີ້ ບໍ່​ໄດ້​ປີ້ນ​ກັບ​ແຕ່​ມັນ​ຍັງສ້າງ​ສິ່ງ​ກີດ​ຂວາ​ງຕໍ່​ໂລກາ​ພິວັດ; ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ເຊື່ອມ​ໂຍງ ​ແລະ​ການ​ຮ່ວມ​ມື​ລະຫວ່າງປະ​ເທດຕ່າງໆ; ຈຳກັດ​ຄວາມ​ພະຍາຍາມ​ໃນ​ການ​ເປີດ​ປະຊາທິປະ​ໄຕ​ໃນ​ຊີວິດ​ສາກົນ ​ແລະ ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ, ສະ​ເໝີ​ພາບຂອງ​ບັນດາ​ປະ​ເທດ.

ລັດທິ​ຫຼາຍ​ຝ່າຍ​ນັບ​ມື້​ນັບ​ມີບົດບາດສຳຄັນ​ໃນ​ການ​ເມືອງ​ສາກົນ, ​ແຕ່​ກໍ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ຫຼັງ​ຈາກ​ສົງຄາມ​ເຢັນ, ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການທູດ​ຫຼາຍ​ຝ່າຍມີ​ສ່ວນ​ສຳຄັນ​ເພີ່ມ​ຂຶ້ນ​ ໃນ​ນະ​ໂຍບາຍການ​ຕ່າງປະ​ເທດຂອງ​ບັນດາ​ປະ​ເທດ, ຂະໜານ​ກັບ​ຂະ​ບວນການ​ໂລກາ​ພິວັດ. ມາ​ເຖິງ​ປະຈຸ​ບັນ, ມີ​ການຈັດ​ຕັ້ງ​ລະບົບ​ກົດໝາຍ, ສະ​ຖາ​ບັນ ​ແລະ ກົນ​ໄກ​ຂຶ້ນ​ໃນ​ຫຼາຍ​ຂົງ​ເຂດ, ຫຼາຍ​ລະດັບ​ທີ່​ຕ່າງ​ກັນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ເກືອບ​ທຸກ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂຫຼາຍ​ບັນຫາ​ໂລກ​ແລະ​ພາກ​ພື້ນ​ທີ່​ສຳຄັນ. ​ໂລກາ​ພິວັດ, ດ້ວຍ​ການ​ກະຈາຍ​ອຳນາດ, ການ​ເປີດ​ປະຊາທິປະ​ໄຕ, ​ເພີ່ມ​ການ​ເພິ່ງ​ພາ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ປະ​ເທດຕ່າງໆ, ພ້ອມ​ກັນ​ກັບ​ບັນດາ​ບັນຫາ​ຂ້າມ​ຊາດທີ່​ເກີດ​ຂຶ້ນ, ​ເຮັດ​ໃຫ້ການ​ທູດ​ຫຼາຍ​ຝ່າຍກາຍ​ເປັນຄວາມ​ຕ້ອງການ​ພາວະ​ວິ​ໄສ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຮ່ວມ​ມື, ​ແຂ່ງຂັນ ​ແລະ ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ານ​ຜົນ​ປະ​ໂຫຍ​ດ. ປະ​ເທດ​ສ່ວນ​ໃຫຍ່, ລວມທັງ​ປະ​ເທດ​ທີ່​ສຳຄັນ​ເຊັ່ນ: ສະຫະລັດ​ອາ​ເມ​ລິ​ການ ​ແລະ ຈີນ, ລ້ວນ​ແຕ່​ມີ​ຄວາມ​ຕ້ອງການ​ທີ່​ຈະ​ໃຊ້​ນະ​ໂຍບາຍການ​ທູດ​ຫຼາຍ​ຝ່າຍ ​ເພື່ອສາມາດ​ຮັບປະກັນ​ຄວາມ​ໝັ້ນຄົງ​ແລະ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຕົນ​ເອງ​ໄດ້. ​ໃນ​ນະ​ໂຍບາຍ​ການ​ທູດ​ຂອງ​ຫຼາຍ​ປະ​ເທດ​ໃນ​ປະຈຸ​ບັນ, ການ​ທູດ​ຫຼາຍ​ຝ່າຍ​ແລະ​ການ​ທູດ​ສອງ​ຝ່າຍມີ​ຄວາມ​ສຳຄັນ​ເທົ່າ​ກັນ. ​ແຕ່, ບາງ​ປະ​ເທດ, ​ໂດຍ​ສະ​ເພາະແມ່ນ​ປະ​ເທດ​ໃຫຍ່, ມີ​ທ່າ​ອ່ຽງທີ່​ຈະ​ໃຊ້​ການ​ທູດ​ຫຼາຍ​ຝ່າຍ​ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຝ່າຍ​ດຽວ, ​ເຮັດ​ໃຫ້​ບັນດາ​ສະ​ຖາ​ບັນ​ຫຼາຍ​ຝ່າຍ​ ມີ​ທ່າ​ອ່ຽງທີ່​ຈະດຳ​ເນີ​ນການ​ບໍ່​ແມ່ນ​ເພື່ອ​ຜົນ​ປະ​ໂຫຍດສ່ວນ​ລວມຂອງລັດ​ສະມາຊິກ​ທັງ​ໝົດ (4). ປະສິດທິ​ຜົນ​ຂອງ​ການ​ທູ​ດຫຼາຍ​ຝ່າຍ​ໃນການ​ແກ້​ໄຂ​ການ​ພົວພັນລະຫວ່າງ​ປະ​ເທດນັ້ນ​ ບໍ່​ທັນ​ສູງ. ຜູ້ນຳ​ຫຼາຍ​ຄົນ​ທີ່​ໄປ​ຕາມ​ແນວທາງ​ປະຊາ​ນິຍົມຫຼື​ຊາດ​ນິຍົມ ມີ​ທ່າ​ອ່ຽງບໍ່​​ເອົາ​ໃນ​ໃສ່​ເຖິງ​ການ​ທູດ​ຫຼາຍ​ຝ່າຍ(5).

ບັນດາ​ຈຸດ​ພິ​ເສດ​ຂອງ​ສະຖານະ​ການສາກົນ​ດັ່ງກ່າວ​ຂ້າງ​ເທິງ ​ໄດ້​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ແລະ​ຫຼາຍ​ດ້ານ​ເຖິງສະພາ​ຄວາມ​ໝັ້ນຄົງ​ແຫ່ງສະ​ຫະ​ປະຊາ​ຊາດ ​ໃນ​ໄລຍະ​ປີ 2020-2021 ​ເຊິ່ງຫວຽດນາມ​​ເປັນ​ສະມາຊິກ​ບໍ່​ຖາວອນ, ຕາມ​ທິດ:

ທີ​ໜຶ່ງ, ສະ​ຫະ​ປະຊາ​ຊາດຍັງ​ຢູ່​ໃນ​ອັນ​ດັບ​ໜຶ່ງ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ຫຼາຍ​ຝ່າຍ ​ແລະ​ມີ​ບົດບາດສຳ​ຄັນ​ທີ່​ສຸດ ​ໃນ​ຊີວິດ​ສາກົນ. ສະພາ​ຄວາມ​ໝັ້ນຄົງ​ແມ່ນ​ສະ​ຖາ​ບັນ​ທີ່​ສຳຄັນ​ທີ່​ສຸດ​ຂອງສະ​ຫະ​ປະຊາ​ຊາດ ​ແລະ ປະຈຸ​ບັນ​ບໍ່​ມີ​ອົງການ​ໃດ​ສາມາດ​ແຂ່ງຂັນ​ຫຼື​ປ່ຽນ​ແທນ​ໄດ້. ສະພາ​ຄວາມ​ໝັ້ນຄົງມີ​ທີ່​ຕັ້ງທີ່​ສຳຄັນ​ນີ້​ ແມ່ນ​ຍ້ອນ​ອຳນາດ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ມັນ ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ຂອງ​ປະຊາ​ຄົມ​ສາກົນ ​ໃນ​ການ​ປ້ອງ​ກັນ​ແລະ​ແກ້​ໄຂ​ສິ່ງ​ທ້າ​ທາຍດ້ານ​ຄວາມ​ໝັ້ນຄົງ​ທົ່ວ​ໂລກ. ທາງ​ດ້ານ​ກົດໝາຍ, ສະພາ​ຄວາມ​ໝັ້ນຄົງ​ແມ່ນ​ອົງການ​ໜຶ່ງ​ດຽວ​ຂອງສະ​ຫະ​ປະຊາ​ຊາດ ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ສາກົນ ​ແລະ ສາມາດອອກ​ມະຕິ​ທີ່​ມີ​ລັກສະນະ​ຜູກມັດກັບ​ທຸກໆ​ປະ​ເທດ​ສະມາຊິກຂອງສະ​ຫະ​ປະຊາ​ຊາດ ​ເຊິ່ງລວມ​ເຖິງ​ການ​ໃຊ້​ກຳລັງ​ອາວຸດ. ສະພາ​ຄວາມ​ໝັ້ນຄົງ​ໄດ້​ປະກອບສ່ວນ​ເຂົ້າ​​ໃນການຢຸດຕິ​ການ​ປະ​ທະ​ກັນ​ທີ່​ຍືດ​ເຍື້ອ​ໃນ​ຫຼາຍ​ພາກ​ພື້ນ​ຂອງ​ໂລກ​ເຊັ່ນ: ​ເຊຍຣາ​ເລ​ອອນ, ກົດ​ດິວົວ, ມາລີ, ລິ​ບີ, ຊາ​ຮາຣາຕາ​ເວັນ​ຕົກ; ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວກໍ່ສ້າງ​ແລະ​ຮັກສາ​ສັນຕິພາບ ​ແລະ ກຳລັງ​ຜັນ​ຂະຫຍາຍ​ຄະນະ​ປະຕິບັດ​ພາລະກິດ​ຮັກສາ​ສັນຕິພາບ 14 ຄະນະ​ຢູ່​ບັນດາ​ເຂດ​ທີ່​ມີ​ການ​ປະ​ທະ​ກັນ (6); ການຊ່ວຍ​ເຫຼືອ​ທີ່​ມີ​ປະສິດທິ​ຜົນ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ການຮັບ​ມື​ກັບ​ສົງຄາມ​ນິວ​ເຄຼຍ, ການ​ກໍ່​ການ​ຮ້າຍ, ​ວິ​ກິດການ​ດ້ານ​ມະນຸດສະທຳ... ການ​ເຂົ້າ​ຮ່ວມ​ໃນສະພາ​ຄວາມ​ໝັ້ນຄົງ ນັບ​ມື້​ນັບ​ກາຍ​ເປັນ​ເປົ້າ​ໝາຍນະ​ໂຍບາຍຂອງ​ຫຼາຍ​ປະ​ເທດ ​ເພື່ອ​ຊຸກຍູ້​ຜົນ​ປະ​ໂຫຍ​ດ ​ແລະ​ເພີ່ມ​ທະວີ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

ທີ​ສອງ, ປະລິມານ​ແລະ​ລັກສະນະ​ວຽກ​ງານ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງສະ​ຫະ​ປະຊາ​ຊາດນັບ​ມື້​ນັບ​ໜັກໜ່ວງ, ສັບສົນ. ນັບ​ຕັ້ງ​ແຕ່​ກໍ່​ຕັ້ງ​ຈົນ​ເຖິງ​ປະຈຸ​ບັນ, ພາລະ​ບົດບາດ​ແລະ​ໜ້າ​ທີ່​ຂອງສະພາ​ຄວາມ​ໝັ້ນຄົງ​ໄດ້​ລະບຸ​ໄວ້​ໃນ​ມາດຕາ 24 ຂອງ​ກົດ​ບັດສະ​ຫະ​ປະຊາ​ຊາດ, ​ໂດຍ​ພື້ນຖານ​​ແລ້ວ​ບໍ່​ມີ​ການ​ປ່ຽນ​ແປງ. ​ແຕ່​ວ່າ, ​ໃນ​ຄວາມ​ເປັນ​ຈິ​ງ, ຂອບ​ເຂດ​ການ​ເຄື່ອນ​ໄຫວຂອງສະພາ​ຄວາມ​ໝັ້ນຄົງນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ. ສາ​ເຫດ​ຕົ້ນ​ຕໍ່​ແມ່ນຍ້ອນ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ທົ່ວໂລກ ທີ່ເພີ່ມຂຶ້ນ​ແລະ​ສັບສົນ, ​ແລະ ສະພາ​ຄວາມ​ໝັ້ນຄົງມີ​ສິດ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້. ​ໃນ​ວາລະການປະຊຸມ​ຂອງ​ສະພາຄວາມ​ໝັ້ນຄົງ, ບັນດາບັນຫາ​ຄວາມ​ໝັ້ນຄົງ​ແບບ​ດັ້ງ​ເດີມ​ເຊັ່ນ: ການ​ປ້ອງ​ກັນ​ແລະ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ, ສົງຄາມ, ຕ້ານ​ການ​ກໍ່​ການ​ຮ້າຍ... ຍັງ​ຄົງມີ​ຢູ່, ພ້ອມ​ນັ້ນ​ຍັງ​ມີ​ຫຼາຍ​ບັນຫາ​ຄວາມ​ໝັ້ນຄົງທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ​ເຊັ່ນ: ການ​ຊ່ວງ​ເສັງ​ກຳລັງ​ອາວຸດ, ສິດທິ​ມະນຸດ, ການ​ປ່ຽນ​ແປງດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງ​ດ້ານ​ເຄືອ​ຂ່າຍ, ວິ​ກິດ​ການ​ດ້ານມະນຸດສະທຳ (ທັງຍ້ອນໄພພິບັດທາງທຳມະຊາດ ແລະ ທັງ​ຍ້ອນ​ການ​ປະ​ທະ​ກັນ), ການເຂົ້າເມືອງຜິດກົດໝາຍ (​ໂດຍ​ສະ​ເພາະ​ແມ່ນຢູ່​ໃນ​ກຸ່ມ​ເອີຣົບ ​ແລະ ຈາກ​ປະ​ເທດ​ໃນ​ອາ​ເມ​ລິ​ກາ​ໃຕ້​​ໄປອາ​ເມ​ລິ​ກາ) ຖືກ​ນຳ​ອອກ​ມາ​ເພື່ອ​ປຶກສາ​ຫາລື. ທັດສະນະ​ກ່ຽວ​ກັບຄວາມ​ປອດ​ໄພ​ແລະ​ໄພ​ຂົ່ມຂູ່/ສິ່ງ​ທ້າ​ທາຍດ້ານ​ຄວາ​ມປອດ​ໄພ ​ສຳລັບ​ຊີວິດ​ສາກົນ ກໍ່​ຄື​ແຕ່ລະ​ປະ​ເທດ ​ໄດ້​ມີ​ການ​ປ່ຽນ​ແປງ​ຕາມ​ທິດ​ເປີດ​ກວ້າງ, ຮອບດ້ານ​ກວ່າ​ເກົ່າ, ​ເຮັດ​ໃຫ້​ຫຼາຍ​ຂົງ​ເຂດ/ບັນຫາ​ເຊັ່ນ ​ເສດຖະກິດ, ສັງຄົມ, ວັດທະນະທຳ, ສິ່ງ​ແວດ​ລ້ອມ, ​ເຕັກ​ໂນ​ໂລ​ຊີ ກໍ່​ໄດ້​ຮັບ​ການ​ພິຈາລະນາ​ຈາກ​ທັດສະນະ​ນີ້. ຄຽງ​ຄູ່​ກັນ​ນັ້ນ, ບາງ​ປະ​ເທດ​ມີ​ທ່າ​ອ່ຽງຫັນ​ເປັນ​ການ​ເມືອງ ​ແລະ ນຳ​ເອົາ​ບັນຫາ​ສັງຄົມ​ແລະ​ແພ່ງ​ທີ່​ລ້ວນໆ​ ມາສະ​ເໜີ​ຕໍ່ສະພາ​ຄວາມ​ໝັ້ນຄົງ ​ເພື່ອຮັບ​ໃຊ້​ຜົນ​ປະ​ໂຫຍ​ດຝ່າຍ​ດຽວ. ດັ່ງ​ນັ້ນ, ວາລະກາ​ນປະຊຸມ​ຂອງສະພາ​ຄວາມ​ໝັ້ນຄົງມີ​ຄວາມ​ໜາ​ແໜ້ນ​ເພີ່ມ​ຂຶ້ນ (7), ປະລິມານ​ແລະ​ຄວາມ​ເຂັ້ມ​ຂອງ​ວຽກ​ງານ​ເພີ່ມ​ຂຶ້ນ​ທຸກ​ມື້, ບັນດາ​ສະມາຊິກສະພາ​ຄວາມ​ໝັ້ນຄົງຈະ​ມີ​ເວລາ​ໜ້ອຍ​ທີ່​ສຸດ​ ເພື່ອ​ກະ​ກຽມ​ການ​ປະຊຸມ​ຫຼື​ການ​ສົນທະນາ​ເປັນ​ທາງ​ການ.

ທີ​ສາມ, ​ໂຄງ​ສ້າງ​ແລະ​ວິທີ​ການ​ເຮັດ​ວຽກ​ຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງສະ​ຫະ​ປະຊາ​ຊາດ ສ່ອງ​ແສງ​ເຖິງ​ໂຄງ​ສ້າງ​ອຳນາດ​ໃນ​ການ​ພົວພັນ​ສາກົນ​ໃນ​ປະຈຸ​ບັນ ​ເຊິ່ງຈຸດ​ເດັ່ນ​ຄື​ປະ​ເທດ​ໃຫຍ່​ຄອບງຳ, ​ແຕ່​ບັນດາ​ປະ​ເທດ​ຂະໜາດ​ກາງ​ແລະ​ນ້ອຍ​ກໍ​ມີ​ບົດບາດ​ສູງ​ຂຶ້ນ. ​ເວົ້າ​ຢ່າງ​ອື່ນ​ຄື, ທ່າ​ອ່ຽງການ​ເມືອງ​ອຳນາດ​ບາດ​ໃຫຍ່ ​ແລະ ທ່າ​ອ່ຽງ​ເປີດ​ກວ້າງປະຊາທິປະ​ໄຕ​ໃນ​ຊີວິດ​ການ​ເມືອງ​ສາກົນ ​ໃນ​ເວລາ​ດຽວ​ກັນສົ່ງ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງຕໍ່ສະພາ​ຄວາມ​ໝັ້ນຄົງ. ຫ້າ​ປະ​ເທດ​ສະມາຊິກ​ຖາວອນ​ຂອງສະພາ​ຄວາມ​ໝັ້ນຄົງ ​ແມ່ນ​ກຸ່ມ​ປະ​ເທດ​ທີ່​ຕັດສິນ​ຊີ້​ຂາດ ​ຕໍ່​ທຸກ​ດ້ານ​ການ​ເຄື່ອນ​ໄຫວ​ ຂອງ​ອົງການ​ນີ້. ບັນ​ຫາ​ປະຕິ​ຮູບສະພາ​ຄວາມ​ໝັ້ນຄົງ ຕາມ​ທິດ​ເພີ່ມ​ຈຳນວນ​ສະມາຊິກ​ຖາວອນ ​ເພື່ອ​ຍົກ​ສູງ​ລັກສະນະ​ເປັນ​ຕົວ​ແທນ ​ໄດ້​ຖືກ​ວາງ​ອອກ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ ​ແລະ​ຍັງ​ເປັນ​ບັນຫາ​ທີ່​ເປີດ​ຢູ່. ມາ​ຮອດ​ປະຈຸ​ບັນ, ມະຕິ​ທີ່​ສຳຄັນ​ສ່ວນ​ໃຫຍ່​ຂອງ​ສະພາ​ຄວາມ​ໝັ້ນຄົງ ຖືກ​ປະນີປະນອມ​ແລະ​ໄດ້​ຮັບ​ການ​ຕັດສິນ​ໂດຍບັນດາ​ປະ​ເທດ​ສະມາຊິກ​ຖາວອນ ກ່ອນ​ທີ່​ຈະ​ມີ​ການ​ລົງ​ຄະ​ແນນ​ຢ່າງ​ເປັນ​ທາງ​ການ. ​ແຕ່, ​ສິດ​ປະຕິ​ເສດ​ຫ້າມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ຖາວອນ​ແມ່ນ​ເທົ່າ​ທຽມ​ກັນ, ​ເຮັດ​ໃຫ້​ບໍ່​ມີ​ປະ​ເທດ​ສະມາຊິກ​ຖາວອນ​ໃດ​, ນັບ​ທັງ​ສະຫະລັດ​ອາ​ເມ​ລິ​ກາ, ສາມາດກຳນົດ​ວາລະ​ການ​ປະຊຸມຂອງສະພາ​ຄວາມ​ໝັ້ນຄົງຕາມ​ເຈດ​ຕະນາ​ຂອງ​ຕົນ​ເອງ.

​ໃນ​ຂະນະ​ນັ້ນ, ບັນດາ​ປະ​ເທດ​ສະມາຊິກ​ບໍ່​ຖາວອນ​ຂອງສະພາ​ຄວາມ​ໝັ້ນຄົງ ບໍ່ຕັດສິນ​ຕົກລົງ​​ການ​ສ້າງ​ວາລະການ​ປະຊຸມ ຫຼື​ຜ່ານ​ມະຕິ​ຂອງສະພາ​ຄວາມ​ໝັ້ນຄົງ. ​ແຕ່​ວ່າ, ກຸ່ມ​ປະ​ເທດ​ເຫຼົ່າ​ນີ້ຍັງ​ມີບົດບາດ​ໃນສະພາ​ຄວາມ​ໝັ້ນຄົງ ຍ້ອນ​ການ​ແຂ່ງຂັນ​ກັນ​ເຕົ້າ​ໂຮງ​ກຳລັງ​ລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກຖາວອນ. ຕາມ​ນັ້ນ, ບັນດາ​ປະ​ເທດ​ສະມາຊິກ​ບໍ່​ຖາວອນມີ​ໂອກາດ​ເພີ່ມ​ທະວີສຸລະສຽງ​ໃນສະພາ​ຄວາມ​ໝັ້ນຄົງ, ສ້າງ​ພາລະ​ບົດບາດຕື່ມ​ອີກ​ສຳລັບ​ບັນດາ​ປະ​ເທດ​ໃຫຍ່. ບັນດາ​ປະ​ເທດ​ສະມາຊິກ​ບໍ່​ຖາວອນຍັງ​ມີ​ພື້ນ​ທີ່​ຫຼາຍ​ຂຶ້ນ​ໃນ​ການ​ຊຸກຍູ້ບັນຫາທີ່ມີຄວາມສົນໃຈຮ່ວມກັນ, ມີ​ການ​ແບ່ງ​ແຍ​ກໜ້ອຍ​ລົງ ​ເຊັ່ນ: ການ​ປ່ຽນ​ແປງ​ດິນຟ້າ​ອາກາດ, ການປົກ​ປ້ອງ​ເດັກນ້ອຍ, ການປົກ​ປ້ອງ​ສາມັນ​ຊົນ, ການປົກ​ປ້ອງ​ມໍລະດົກວັດທະນະທຳ ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ປະກອບ​ອາວຸດ, ​ແກ້​ໄຂ​ຜົນ​ຮ້າຍ​ຕາມ​ມາ ​ແລະ​ການ​ສ້າງສາ​ຄືນ​ໃໝ່​ຫຼັງ​ສົງຄາມ... 

​ໂຄງ​ສ້າງຂອງບັນດາ​ປະ​ເທດ​ສະມາຊິກ​ບໍ່ຖາວອນຈະມີຜົນກະທົບສ່ວຍ​ໃດ​ສ່ວນ​ໜຶ່ງ ຕໍ່ການ​ຊັ່ງຊາ​ອຳນາດ​ໃນສະພາຄວາມໝັ້ນຄົງໃນໄລຍະປີ 2020-2021 (8). ສະຫະລັດ​ອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກບັນດາ​ປະ​ເທດ​ສະມາຊິກ​ບໍ່​ຖາວອນທີ່​ເປັນ​ພັນທະ​ມິດ ກໍ່​ຄື​ບັນດາ​ປະ​ເທດ​ກຳລັງ​ພັດທະນາທີ່​ຂຶ້ນ​ກັບ​ການ​ຊ່ວຍ​ເຫຼືອ ​ແລະ ​ການ​ພົວພັນດ້ານ​ເສດຖະກິດ​ກັບ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ​ປະ​ເທດ​ຕາ​ເວັນ​ຕົກ. ຈີນ​ໄດ້​ຄອບ​ງຳ​ນັບ​ມື້​ນັບ​ຫຼາຍ​ຕໍ່ບັນດາ​ປະ​ເທດ​ສະມາຊິກ​ບໍ່​ຖາວອນ ທີ່​ຕາງໜ້າ​ພາກ​ພື້ນ​ອາ​ຟຣິກກາ ຜ່ານ​ການ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ຄ້າ​ແລະ​ການ​ລົງທຶນ​ໃນ​ພາກ​ພື້ນ​ນີ້. ລັດ​ເຊຍ​ຍັງ​ຮັກສາ​ອິດ​ທິພົນ​ຂອງ​ຕົນ​ຕໍ່ບັນດາ​ປະ​ເທດ​ສະມາຊິກ​ບໍ່​ຖາວອນ ​ໃນ​ເຂດ​ອິດ​ທິພົນ​ດັ້ງ​ເດີມ ​ແລະ ​ໃນ​ກຸ່ມ​ປະ​ເທດຝ່າຍ​ຊ້າຍຢູ່​ພາກ​ພື້ນ​ອາ​ເມ​ລິ​ກາ​ລາຕີ​ນ.

ທີ​ສີ່, ທ່າ​ອ່ຽງຂອງ​ການ​ປະນີປະນອມ​ຍັງ​ເປັນ​ພື້ນຖານ, ສອດ​ຮ້ອຍ​ຕະຫຼອດ, ​ແຕ່​ການ​ແຂ່ງຂັນ, ການ​ຂັດ​ແຍ້ງ​ປະ​ທະ​ກັນຈະ​ເພີ່ມ​ຂຶ້ນ​ພາຍ​ໃນ​ຂອບ​ເຂດສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ. ການ​ແຂ່ງຂັນຍຸດ​ທະ​ສາດ​ລະຫວ່າງ​ອາ​ເມ​ລິ​ກາ​ແລະ​ຈີນ​ເພີ່ມ​ຂຶ້ນ​ ຈະ​ເຮັດ​ໃຫ້​ບັນຫາ​ຕ່າງໆ​ຢູ່​ທີ່ສະພາ​ຄວາມ​ໝັ້ນຄົງມີ​ຄວາມ​ສັບສົນ​ຍິ່ງ​ຂຶ້ນ. ​ອາ​ເມ​ລິ​ກາ​ມີ​ທ່າ​ອ່ຽງ​ເປັນ​ຝ່າຍ​ດຽວ​ແລະ​​ປະ​ໂຫຍ​ດນິຍົມຫຼາຍ​ຂຶ້ນ; ຫຼຸດຜ່ອນ​ການ​ເຂົ້າ​ຮ່ວມ​ໃນ​ບາງ​ກົນ​ໄກຂອງສະ​ຫະ​ປະຊາ​ຊາດທີ່ພວກ​ເຂົາຄິດວ່າ​ບໍ່​ແທດ​ຈິງ. ​ໃນ​ຂະນະ​ນັ້ນ, ຈີນ​ພວມ​ພະຍາຍາມ​ສະ​ແດງ​ໃຫ້​ເຫັນ​ເຖິງຖານະບົດບາດຂອງ​ປະ​ເທດ​ໃຫຍ່, ຍູ້​ແຮງ​ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ; ​ເພີ່ມ​ອິດ​ທິພົນ​ຕໍ່ສະ​ຫະ​ປະຊາ​ຊາດ​ໃນ​ທັງ​ 3 ​ເສົາ​ຫຼັກ: ສັນ​ຕິ​ພາບ - ຄວາມ​ໝັ້ນຄົງ, ການ​ພັດທະນາ ​ແລະ ສິດທິ​ມະນຸດ. ບັນດາ​ປະ​ເທດ​ສະມາຊິກ​​ຖາວອນຂອງສະພາ​ຄວາມ​ໝັ້ນຄົງທີ່​ຍັງ​ເຫຼືອ ​ກໍ່​ມີ​ການປັບ​ປ່ຽນ​ນະ​ໂຍບາຍ. ລັ​ດ​ເຊຍມີ​ຄວາມ​ເດັດດ່ຽວ​ທີ່​ສຸດ​ ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ພື້ນ​ທີ່​ແຫ່ງ​ການ​ດຳລົງ​ຄົງ​ຢູ່ ​ແລະຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ຕົນ​ເຊັ່ນ: ອູ​ແກຣນ, ​ເວ​ເນ​ຊູ​ເອລາ, ຊິຣີ... ອັງກິດ, ຝຣັ່ງ​ເປັນ​ເອກະລາດ​ກວ່າ​ໃນ​ບາງ​ບັນຫາ​ສະ​ເພາະ​ເຊັ່ນ: ອີຣານ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຄວາມ​ຂັດ​ແຍ້​ງອິດສະຣາ​ແອນ - ປາ​ແລັດ​ສະຕີ​ນ ​ແລະ ມີ​ການ​ຄິດ​ໄລ່​ຮອບ​ຄອບ​ກວ່າ​ໃນ​ການສະ​ແດງ​ຫຼັກ​ໝັ້ນຂອງ​ຕົນ ​ຍ້ອນ​ມີ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ​ແລະການ​ຄ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ.

ຜົນ​ທີ່​ຕາມ​ມາ​ຄື, ການ​ຮ່ວມ​ມື​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ຜົນ​ປະ​ໂຫຍ​ດທີ່​ສຳຄັນ​ຂອງບັນດາ​ປະ​ເທດ​ສະມາຊິກ​ຖາວອນ​ຂອງສະພາ​ຄວາມ​ໝັ້ນຄົງ ​ແລະ​ບັນດາ​ບັນຫາ​ຮ້ອນ​ຢູ່​​ໃນສະພາ​ຄວາມ​ໝັ້ນຄົງ​ເຊັ່ນ: ຊິຣີ, ​ເວ​ເນ​ຊູ​ເອລາ, ອີຣານ, ມຽນມາ, ຄວາມ​ຂັດ​ແຍ້​ງອິດສະຣາ​ແອນ - ປາ​ແລັດ​ສະຕີ​ນ... ຈະ​ຫຍຸ້ງຍາກ​ກວ່າອີກ, ຊ້ຳ​ຍັງ​ຖືກ​ປຶກ​ຕັນ​ບໍ່​ມີ​ທາງ​ອອກ, ຍ້ອນ​ຫຼັກ​ໝັ້ນກົງກັນຂ້າມ. ບັນດາ​ປະ​ເທດ​ສະມາຊິກຖາວອນຈະ​ເພີ່ມ​ທະວີ​ການ​​ນຳ​ໃຊ້​ບັນດາ​ມາດ​ຕະການ​ສອງ​ຝ່າຍ​ແລະ​ຝ່າຍ​ດຽວ, ລວມທັງ​ການ​ໃຊ້​ສິດປະຕິ​ເສດ​ຫ້າມ. ​ໃນ​ສະພາບ​ການ​ນັ້ນ, ບັນດາ​ປະ​ເທດ​ສະມາຊິກ​ບໍ່​ຖາວອນຂອງສະພາ​ຄວາມ​ໝັ້ນຄົງຈະ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ກວ່າ​ອີກ ​ແລະ ຖ້າ​ແກ້​ໄຂ​ບັນຫາ​ບໍ່​ດີ​ກໍ່​ຈະ​ສົ່ງ​ເສີມ​ບົດບາດ​ບໍ່​ໄດ້, ຊ້ຳ​ບໍ່​ໜຳ, ຖ້າ​​ຄິດ​ໄລ່​ຜິດ​ອາດຈະກໍ່​ຄວາມເສຍຫາຍ​ໃຫ້​ແກ່​ຜົນປະໂຫຍດ​ແຫ່ງຊາດ.

ສະພາບ​ການ​ສາກົນ​ ແລະ ສະພາ​ຄວາມ​ໝັ້ນຄົງ ດ້ວຍ​ບັນດາ​ຈຸດ​ພິ​ເສດ​ສຳຄັນ​ດັງ​ກ່າວ​ຂ້າງ​ເທິງ ຈະສົ່ງຜົນກະທົບຕໍ່ຂະບວນການຂອງຫວຽດນາມທີ່​ເຂົ້າ​ຮັບບົດບາດ​ສະມາຊິກ​ບໍ່​ຖາວອນຂອງສະພາ​ຄວາມ​ໝັ້ນຄົງ​ໄລຍະ​ປີ 2020-2021 ​ໃນ​ທັງ​ສອງ​ທິດ​ທາງ, ພາ​ໃຫ້​ເກີດ​ສິ່ງ​ທ້າ​ທາຍ ​ແຕ່​ກໍ່ນຳ​ມາ​ເຊິ່ງ​ຄວາມ​ສະດວກ​ຕ່າງໆ. ກ່ອນ​ອື່ນ​ໝົດ, ຫວຽດນາມ​ຕ້ອງ​ແບກ​ຫາບ​ຄວາມ​ຮັບຜິດຊອບ​ສາກົນ​ທີ່​ໜັກໜ່ວງ, ຈັດການ​ແກ້​ໄຂ​ຈຳນວນວຽກ​ງານທີ່​​ໃຫຍ່​ຫຼວງ, ​ເສຍ​ເວລາ​ຫຼາຍ. ວາລະ​ການ​ປະຊຸມ​ຂອງສະພາ​ຄວາມ​ໝັ້ນຄົງ​ໃນ​ເວລາ​ຕໍ່ໜ້າ​ມີ​ຫຼາຍ​ບັນຫາ​ໃໝ່ສຳລັບ​ຫວຽດນາມ (9). ​ເກືອບ​ທຸ​ກຂໍ້​ຂັດ​ແຍ້​ງ​ແລະການ​ປະ​ທະ​ກັນ ​ທີ່ສະພາ​ຄວາມ​ໝັ້ນຄົງ​ໃຫ້​ຄວາມ​ສົນ​ໃຈ​ໃນ​ປະຈຸ​ບັນ ລ້ວນ​ແຕ່​ມີ​ຕົ້ນ​ເຫດ​ມາ​ຈາກ​ຄວາມ​ຂັດ​ແຍ້​ງທາງ​ດ້ານ​ຜົນ​ປະ​ໂຫຍ​ດ ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່, ສັບສົນ​ ແລະ ​ແກ້​ໄຂ​ຍາກ​ທີ່​ສຸດ. ການ​ແບ່ງ​ແຍກ​ແລະ​ຄວາມ​ຂັດ​ແຍ້​ງລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ກຳລັງ​ເພີ່ມ​ຂຶ້ນ ຈະ​ເປັນ​ແຮງ​ກົດ​ດັນ​ໃຫຍ່​ທີ່​ສຸດ​ສຳລັບ​ຫວຽດນາມ ​ໃນ​ການກຳນົດ​ແລະ​ສະ​ແດງ​ຫຼັກ​ໝັ້ນ ຕໍ່​ບາງ​ບັນຫາ​ທີ່ສະພາ​ຄວາມ​ໝັ້ນຄົງ. ​ໃນ​ຂະນະ​ນັ້ນ, ອາຍຸ​ການ 2 ປີ​ຂອງສະມາຊິກ​ບໍ່​ຖາວອນ​ແມ່ນ​ຂ້ອນ​ຂ້າງສັ້ນ, ຮຽກຮ້ອງ​ໃຫ້​ຫວຽດນາມຕ້ອງ​ມີ​ຄວາມ​ພະຍາຍາມ​ສູງ​ທີ່​ສຸດ ​​ໃນ​ການ​ກຳນົດ​ແລະ​ຊຸກຍູ້​ບັນຫາ​ຈຳນວນ​ໜຶ່ງ​ທີ່ສະພາ​ຄວາມ​ໝັ້ນຄົງ ​ເພື່ອ​ປະກອບສ່ວນ​ທີ່​ມີ​ປະສິດທິ​ຜົນ​ໃຫ້​ແກ່​ປະຊາ​ຄົມ​ສາກົນ ພ້ອມ​ທັງ​ຢືນຢັນ​ບົດ​ບາດ​ຂອງ​ປະ​ເທດ​ໄດ້. ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມ​ກໍ່​ມີ​ຄວາມ​ສະດວກຈຳນວນ​ໜຶ່ງ, ສ້າງ​ເທສະ​ແລະ​ພື້ນ​ທີ່​ໃຫ້​ຕົວ​ເອງ​ສະ​ແດງ​ບົດບາດ​ຂອງ​ຕົນ​ທີ່ສະພາ​ຄວາມ​ໝັ້ນຄົງ. ຍິ່​ງກວ່າ​ນັ້ນ, ຫວຽດນາມດ້ວຍ​ທ່າ​ແຮງ​ພາຍ​ໃນ​ຂອງ​ຕົນເອງ (10), ຄາດຫວັງ​ຈະ​ແກ້​ໄຂ​ຄວາມ​ທ້າ​ທາຍ​ໄດ້​ດີ ​ແລະ​ໃຊ້​ປະ​ໂຫຍ​ດຈາກ​ຂໍ້​ໄດ້​ປຽບ​ທັງ​ໝົດ ​ເພື່ອສຳ​ເລັດ​ບົດບາດ​ເປັນ​ສະມາຊິກ​ບໍ່​ຖາວອນ ຂອງສະພາ​ຄວາມ​ໝັ້ນຄົງ​ ໄດ້​ຢ່າງ​ດີ​ເດັ່ນ.

ດ້ວຍ​ແນວທາງ ນະ​ໂຍບາຍ​ທີ່​ຖືກຕ້ອງ​ຂອງ​ພັກ​ແລະ​ລັດ, ຄວາມ​ຕັດສິນ​ໃຈ​ສູງ ​ແລະ ການ​ກະກຽມຢ່າງຮອບ​ຄອບ ກ່ຽວ​ກັບ​ທຸກ​ດ້ານ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ພວກ​ເຮົາ​ມີ​ພື້ນຖານ​ອັນ​ໜັກ​ແໜ້ນ​ ເພື່ອ​ເຊື່ອ​ໝັ້ນ​ວ່າ ຫວຽດນາມຈະ​ສຳ​ເລັດ​ເປັນ​ຢ່າງ​ດີ​ບົດບາດ​ສະມາຊິກ​ບໍ່​ຖາວອນຂອງສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ໄລຍະ​ປີ 2020-2021, ຜ່ານ​ນັ້ນ ຍົກ​ສູງ​ລະດັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ, ຍົກ​ສູງ​ຖານະ​​ຂອງ​ຊາດ, ກະ​ຊັບ​ຄວາມ​ສຳພັນ​ສອງ​ຝ່າຍກັບ​ບັນ​ດາ​ປະ​ເທດ​ໃຫຍ່​ ​ແລະບັນດາ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ, ປະກອບສ່ວນ​ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ ​ແລະສະຖຽນ​ລະ​ພາບ, ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ ​ແລະ​ປົກ​ປັກ​ຮັກສາ​ເອກ​ະລາດ, ອຳນາດ​ອະທິປະ​ໄຕ​ໃນ​ແຜ່ນດິນ​ຂອງ​ປະ​ເທດ./.

------------------------------

(1) ​ໂລກ​ກຳລັງ​ຢູ່​ໃນ​ໄລຍະ​ຕົ້ນ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ່​ສີ່ ດ້ວຍ​ອິນ​ເຕີ​ເນັດ​ເຊື່ອມ​ຕໍ່​ທຸກ​ສິ່ງ (IOT), ປັນຍາ​ປະດິດ, ​ເຕັກ​ໂນ​ໂລ​ຊີ​ມື​ຖື, ການ​ພິມ 3D, ຄຼາວດ໌ຄອມ​ພິວຕິ້ງ (cloud computing)...

(2) ​ມີຫຼາຍ​ຂົງ​ເຂດ​ປະສົມ​ແລະ​ຮູບ​ແບບ​ການຈັດ​ຕັ້ງ​ໃໝ່ປະກົດຂຶ້ນ.

(3) ​ໃນ​ສົງຄາມ​ເປັນ, ສະຫະລັດອາ​ເມ​ລິ​ກາ​ແລະສະຫະພາບ​ໂຊ​ວຽດ​ນຳພາ​ກອງ​ກຳລັງສອງກຸ່ມ, ສ້າງ​ລະບຽບ​ໂລກ​ສອງ​ຂົ້ວ​ທີ່​ປະ​ເຊີນ​ໜ້າ​ກັນ. ພາຍຫຼັງ​ສົງຄາມ​ເຢັນ, ອາ​ເມ​ລິ​ກາ​ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ໜຶ່ງ​ດຽວ ​ແລະ​ໂລກ​ໄດ້​ຜ່ານ​ລະບຽບ​ຂົ້ວ​ດຽວ​ໃນ​ໄລຍະ​ສັ້ນ.

(4) ອາ​ເມ​ລິ​ກາ​ໄດ້​ຖອນ​ຕົວອອກ​ຈາກສະພາ​ສິດທິ​ມະນຸດ​ແຫ່ງສະ​ຫະ​ປະຊາ​ຊາດ, ສັນຍາ​ປາຣີກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ສົນທິສັນຍາ​ກຳລັງ​ນິວ​ເຄຼຍລະດັບ​ກາງ (INF), ສັນຍາ​ນິວ​ເຄຼຍ 5+1 ກັບ​ອີຣານ, ອົງການ​ການ​ສຶກສາ, ວິທະຍາສາດ​ແລະ​ວັດທະນະທຳ​ແຫ່ງ​ສະຫະ​ປະຊາຊາດ (UNESCO), ​ແລະ​ຂູ່​ວ່າ​ຈະ​ຖອນ​ຕົວ​ອອກ​ຈາກ​ອົງການ​ການ​ຄ້າ​ໂລກ (WTO)... ຈີນໄດ້ສ້າງບັນດາຂໍ້ລິເລີ່ມແລະກົນໄກຫຼາຍຝ່າຍໃໝ່​ເຊັ່ນ: “​ແລວ​ທາງ​ແລະ​ເສັ້ນທາງ” (BRI), ທະນາຄານ​ລົງທຶນ​ໂຄງ​ສ້າງ​ພື້ນຖານ​ອາຊີ (AIIB)... ​ເພື່ອຖ່ວງ​ດຸນ​ກັບ​ສະ​ຖາ​ບັນທີ່​ນຳ​ໂດຍ​ອາ​ເມ​ລິ​ກາ.

(5) ສິ່ງທີ່​ເດັ່ນ​ຄື ​ນະ​ໂຍບາຍ​ການ​ຕ່າງປະ​ເທດທີ່​ມັກ​ວິທີ​ເຂົ້າ​ເຖິງ​ສອງ​ຝ່າຍ​ ຂອງ​ອຳນາດ​ການ​ປົກຄອງຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ ​ໂດ​ນັນ ທຣັມ ​ໃນ​ປະຈຸ​ບັນ, ຫຼືວິທີ​ເຂົ້າ​ເຖິງ “ຝ່າຍ​ດຽວ​ເມື່ອ​ເປັນ​ໄປ​ໄດ້, ຫຼາຍ​ຝ່າຍ​ເມື່ອ​ຈຳ​ເປັນ” ຂອງ​ອຳນາດ​ການ​ປົກ​ຄອງຂອງອະດີດ​ປະທານາທິບໍດີ​ອາ​ເມ​ລິ​ກາ ຈ.​ເບິດ (George Walker Bush) ກ່ອນ​ໜ້າ​ນີ້.

(6) 14 ຄະນະ​ປະຕິບັດ​ພາລະກິດ​ຮັກສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ ກຳລັງ​ປະຕິບັດ​ງານ​ຢູ່: ຊາ​ຮາຣາຕາ​ເວັນ​ຕົກ (MINURSO), ​ເຂດ​ດາ​ຟົວຂອງ​ຊູ​ດັງ (UNAMID), ສາທາລະນະ​ລັດ​ປະຊາທິປະ​ໄຕ​ກົງ​ໂກ (MON-4-USCO), ຊູ​ດັງ (UNISFA), ຊູ​ດັງ​​ໃຕ້ (UNMISS), ລິ​ບີ (MINUSMA), ມາລີ (MINUSMA), ສາທາລະນະ​ລັດ​ອາ​ຟຣິກກາ​ກາງ (MINUSCA), ​ໄຮ​ຕີ (MINUJUSTH), ​ໄຊ​ປຣັດ (UNFICYP), ​ໂກ​ໂຊ​ໂວ (UNMIK), ຕາ​ເວັນ​ອອກ​ກາງ (UNDOF, UNTSO, UNIFIL)

(7) ຈຳນວນ​ກອງປະຊຸມຂອງສະພາ​ຄວາມ​ໝັ້ນຄົງ​ໃນ​ປະຈຸ​ບັນ​ແມ່ນ​ປະມານ 400 ຄັ້ງ​ຕໍ່​ປີ, ເຊິ່ງສູງກ່ວາ 2 ເທົ່າເມື່ອທຽບໃສ່ໄລຍະ 2008-2009, ​ແລະ​ຄາດ​ວ່າ​ຈະ​ຢູ່​ໃນ​ຈຳນວນ 410-430 ຄັ້ງ​ຕໍ່​ປີ​ໃນ​ໄລຍະ 2020–2021

(8) ອີງ​ຕາມ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນທີ 7 ມິຖຸນາ 2019, ຫວຽດນາມ, ​ແອັດສະ​ໂຕ​ນີ, ຕຸຍ​ນີຊີ, ນິ​ເຊຣີ, ​ແຊັງ​ແວັງຊັງ ​ໄດ້​ກາຍ​ເປັນສະມາຊິກ​ບໍ່​ຖາວອນຂອງ​ສະພາ​ຄວາມ​ໝັ້ນຄົງ​ໄລຍະ​ປີ 2020-2021. ປະຈຸ​ບັນ​ມີ 6 ປະ​ເທດ ກາ​ນາ​ດາ, ນອກ​ແວ, ອຽກລັງ, ​ເຄັນ​ຍາ, ຈີ​ບູຕີ, ອິນ​ເດຍ ກຳລັງ​ຂົນຂວາຍຫາ​ສຽງ 5 ຕຳ​ແໜ່​ງ​ສະມາຊິກ​ບໍ່​ຖາວອນຂອງສະພາ​ຄວາມ​ໝັ້ນຄົງ ​ໄລຍະ​ປີ 2021-2022 (​ແທນ​ທີ່​ໃຫ້ ​ເຢຍລະ​ມັນ, ​ແບນ​ຊິກ, ອາ​ຟຣິກກາ​ໃຕ້, ອິນ​ໂດ​ເນ​ເຊຍ ​ແລະ ​ໂດ​ມີ​ນິກ)

(9) ບັນດາ​ບັນຫາ​ການ​ປົດ​ອາວຸດ​ຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ຄວາມ​ໝັ້ນຄົງ​ດ້ານ​ເຄືອ​ຂ່າຍ... ​ແລະ​ບາງ​ກົນ​ໄກ​ກົດໝາຍ​ທີ່​ຫວຽດນາມ​ຍັງ​ບໍ່​ທັນ​ເຂົ້າ​ຮ່ວມ (​ເຊັ່ນ ສານ​ອາຍາ​ສາກົນ)

(10) ​ເຊັ່ນ: ​ແນວທາງ ນະ​ໂຍບາຍ​ທີ່​ຖືກຕ້ອງ, ການ​ເພີ່ມ​ຂຶ້ນ​ຂອງ​ຖານະ​ຕຳ​ແໜ່​ງ​ແລະ​ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ, ປະສົບ​ການ​ແຫ່ງ​ການ​ເຊື່ອມ​ໂຍງ​ສາກົນ​​ເວົ້າ​ລວມ ​ແລະ ການ​ເຂົ້າ​ຮ່ວມ​ໃນສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ເວົ້າ​ສະ​ເພາະ, ທີ່​ຕັ້ງ​ທາງ​ພູມ​ສາດ-ການ​ເມືອງ​ທີ່​ສຳຄັຍ...

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 937 (​ເດືອນ​ມີນາ 2020)