ວກ. - ປີ 2021 ​ແມ່ນ​ປີທຳອິດ​ທີ່ພວກ​ເຮົາ​ຈັດ​ຕັ້ງ​ການ​ຊາບ​ຊຶມ, ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ ​ໃນ​ສະຖານະ​ການ​ສາກົນ​ແລະ​ໃນ​ປະ​ເທດມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ, ຄາດເດົາຍາກ. ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໂດຍກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກວາງ​ອອກມາ, ການ​ຕ່າງປະ​ເທດ​ແລະ​ການ​ທູດ​ຫວຽດນາມ​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ປະດິດ​ສ້າງ, ມີ​ປະສິດທິ​ຜົນ ​ແລະ ບັນລຸ​ໄດ້​​ໝາກຜົນ​ຮອບດ້ານ​ດ້ວຍ​ບັນດາຮອຍ​ປະ​ທັບ​ທີ່​ພົ້ນ​ເດັ່ນ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ.

 

ໂລກ​ສືບ​ຕໍ່​ເຄື່ອນ​ໄຫວ​ຢ່າງ​ວ່ອງ​ໄວ, ​ເລິກ​ເຊິ່ງ ​ແລະ ສັບສົນ

ຖືກຕ້ອງ​ຕາມ​ການ​ພິນິດ​ໄສ​ຂອງ​ພັກທີ່ກອງປະຊຸມໃຫຍ່ຄັ້ງທີ 13, ສະພາບ​ການ​ສາກົນ​ໃນ​ປີ 2021 ສືບ​ຕໍ່​ມີ​ການ​ຜັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງທີ່​ສຸດ. ສັນຕິພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ ຍັງ​ຄົງ​ເປັນ​ທ່າ​ອ່ຽງ​ໃຫຍ່ ​ແຕ່​ກໍ​ປະ​ເຊີນກັບ​ອຸປະສັກ​ແລະ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ​ເຖິງ​ຈະ​ມີ​ສິ່ງ​ທ້າ​ທາຍ ​ແຕ່​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ ຍັງ​ສືບ​ຕໍ່​ຄືບ​ໜ້າ, ​ໂດຍ​ສະ​ເພາະ ​ການ​ເ​ຊື່​ອມ​ໂຍງທາງ​ດ້ານ​ດິຈີ​ຕອນ. ການ​ແກ່ງ​ແຍ້​ງທາງ​ຍຸດ​ທະ​ສາດ​ລະຫວ່າງ​ປະ​ເທດ​ໃຫຍ່​ ສືບຕໍ່ຜັນ​​ແປ​ຢ່າງ​ສັບສົນ ​ແລະ​ ດຸ​ເດືອດ​ກວ່າ​ເກົ່າ, ​ໂດຍ​ສະ​ເພາະ​ ຢູ່​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ. ວິທີ​ເຕົ້າ​ໂຮມ​ກຳລັງ​ໃນ​ໂລກ​ແລະ​ໃນ​ພາກ​ພື້ນ​ເກີດ​ຂຶ້ນ​ຢ່າງ​ຍືດຫຍຸ່ນທີ່​ສຸດ.

ຄຽງຄູ່​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ແບບ​ດັ້ງ​ເດີມ (ການ​ປະ​ທະ​ກັນ​ດ້ວຍ​ອາວຸດ, ດ້ານ​ຊົນ​ເຜົ່າ, ການຂັດແຍ້ງກ່ຽວກັບດິນແດນ...), ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​, ຄວາມບໍ່ສະເໝີພາບ ແລະ ຄວາມບໍ່ໝັ້ນຄົງທາງດ້ານການເມືອງ-ສັງຄົມ ພວມ​ເພີ່ມ​ຂຶ້ນ​ຢູ່​ຫຼາຍ​ປະ​ເທດ. ບັນດາ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ​ໂດຍ​ສະ​ເພາະ ​ການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ ​ແລະ ​ໂລກລະບາດ ​ໄດ້ປະກົດ​ອອກ​ຢ່າງ​ຮຸນ​ແຮງ​ຂຶ້ນ. ພິ​ເສດ​ແມ່ນ​ ການ​ແຜ່​ລະບາດ​ໃຫຍ່​ຂອງ​ພະຍາດ​ໂຄ​ວິດ-19, ດ້ວຍ​ການ​ປະກົດ​ຕົວ​ຂອງ​ຫຼາຍສາຍ​ພັນ​ໃໝ່​ ທີ່​ສືບ​ຕໍ່​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ​ແລະ ການ​ພົວພັນ​ສາກົນ, ພ້ອມ​ກັນ​ນັ້ນ ໄດ້​ວາງ​ອອກ​ຫຼາຍ​ບັນຫາ​ກ່ຽວ​ກັບ​ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດຖະກິດ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ​ແລະ ວັດທະນະທຳ-ສັງຄົມ. ​ໃນ​ປີ 2021 ຫຼາຍ​ປະ​ເທດ​ໄດ້​ຍູ້​ແຮງ​ການ​ສັກ​ຢາ​, ຫັນ​ມາສູ່ “ສະຖານະ​ປົກກະຕິ​ໃໝ່” ​ແລະ ​ເປັນ​ເຈົ້າ​ການ​ປັບ​ຕົວ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. 

​ເສດຖະກິດ​ໂລກ​ຄ່ອຍໆ​ຟື້ນ​ຕົວ, ​ແຕ່​ບໍ່​ສະ​ໝ່ຳສະ​ເໝີ ​ແລະ​ ບໍ່​ໝັ້ນຄົງ. ທ່າ​ອ່ຽງປັບ​ໂຄງ​ສ້າງ​ເສດຖະກິດ​ໂລກ, ​ໂດຍ​ສະ​ເພາະ​ການ​ປ່ຽນ​ດິຈີ​ຕອນ, ການ​​ເຕີບ​ໂຕສີຂຽວ ​ແລະ ການປ່ຽນລະບົບຕ່ອງໂສ້ການສະໜອງ ສືບ​ຕໍ່​ໄດ້ຮັບການ​ຊຸກ​ຍູ້ພາຍ​ໃຕ້​ການ​ກະທົບ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ ​ແລະ ການ​ແຜ່​ລະບາດ​ໃຫຍ່​ຂອງ​ພະຍາດ​ໂຄ​ວິດ-19 ກໍ​ຄື​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ແລະ​ປົກ​ຫຸ້ມ.

ສະພາບ​ການ​ສາກົນ​ໃນ​ປີ 2021 ມີ​ຄວາມ​ສະດວກ​ແລະ​ໂອກາດ​ດີ ທີ່​ແຊກ​ຊ້ອນ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ, ກໍ​ຄື​ບັນດາ​ຄວາມ​ຕ້ອງການ​ທີ່​ສັບສົນ​ກວ່າ​ເກົ່າ ສຳລັບ​ພາລະກິດ​ການ​ພັດທະນາ​ປະ​ເທດ ​ແລະ​ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເຊິ່ງຮຽກຮ້ອງ​ໃຫ້​ວຽກ​ງານ​ການ​ຕ່າງປະ​ເທດ​ ແລະ​ ການ​ທູດ ຕ້ອງ​ຄາດ​ຄະ​ເນ​ສະພາບ​ການ​ຢ່າງ​ຖືກຕ້ອງ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ປະດິດ​ສ້າງ, ​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າສ້າງ​ສະພາບ​ແວດ​ລ້ອມ​ແລະ​ຮັກສາສະພາບ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ, ຍາດ​ແຍ່ງ​ໂອກາດ​ແລະແຫຼ່ງພະລັງ​ຈາກ​ພາຍ​ນອກ ​ເພື່ອ​ປະກອບສ່ວນ​ຮັບ​ໃຊ້​ການ​ພັດທະນາ​ປະ​ເທດ ​ແລະ ຍົກ​ສູງ​ຖານະ​ບົດບາດ​ ແລະ ກຽດ​ສັກ​ສີ​ຂອງ​ຫວຽດນາມ.

ຜົນງານ​ທີ່​ປະ​ທັບ​ໃຈ​ຂອງ​ການ​ທູດ​ຫວຽດນາມ​ໃນ​ປີ 2021

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ຢືນຢັນຢ່າງ​ຈະ​ແຈ້ງວ່າ ​ແນວ​ຄິດ​ຊີ້​ນຳ​ ການ​ຕ່າງປະ​ເທດ​ແມ່ນການ​ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ​ການ​ພັດທະນາ, ດຳເນີນການ​ຕ່າງປະ​ເທດ​ແບບ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ; ​ເປັນ​ເພື່ອນ ເປັນ​ຄູ່​ຮ່ວມ​ມື​ ທີ່​ໄວ້​ວາງ​ໃຈ​ໄດ້ ​ແລະ ​ເປັນສະມາ​ຊິກ​ທີ​ຕັ້ງໜ້າ ມີ​ຄວາມ​ຮັບຜິດຊອບ​ໃນ​ວົງ​ຄະນາ​ຍາດ​ສາກົນ; ຫຼັກການ ຂອງ​ການ​ຕ່າງປະ​ເທດ​ແມ່ນ​ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດຂອງ​ຊາດ-ປະ​ເທດ​ຊາດ ຕາມ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ, ສະ​ເໝີ​ພາບ, ການ​ຮ່ວມ​ມື, ​ໄດ້​ປະ​ໂຫຍ​ດຮ່ວມ​ກັນ; ໜ້າທີ່​ພື້ນຖານ ຂອງ​ການ​ຕ່າງປະ​ເທດ​ແມ່ນ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດນຳ​ໜ້າ​ໃນ​ການ​ສ້າງ​ແລະ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິ​ພາບ ສະຖຽນ​ລະ​ພາບ, ລະດົມບັນດາ​ແຫຼ່ງພະລັງ​ພາຍ​ນອກ​ເພື່ອ​ພັດທະນາ​ປະ​ເທດ, ຍົກ​ສູງ​ຖານະ​ບົດບາດ ​ແລະ ກຽດ​ສັກ​ສີ​ຂອງ​ຫວຽດນາມ.   

ກຳແໜ້ນ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ພາຍ​ໃຕ້​ການຊີ້ນຳນຳພາ​ທີ່​ໃກ້ຊິດ​ແລະ​ຖືກຕ້ອງ​ຂອງສູນ​ກາງ​ພັກ, ຂອງ​ກົມ​ການ​ເມືອງ​ ແລະ ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຂະ​ແໜງ​ການ​ທູດ​ໄດ້​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ການຕ່າງປະ​ເທດຂອງ​ພັກ, ການ​ຕ່າງປະ​ເທດ​ປະຊາຊົນ ​ແລະ ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ ​ໃນ​ການ​ຜັນ​ຂະຫຍາຍປະຕິບັດ ​ບັນດາ​ໜ້າ​ທີ່​ສຳຄັນຂອງ​ການ​ຕ່າງປະ​ເທດ ຢ່າງ​ຄົບ​ຊຸດ, ປະດິດ​ສ້າງ ​ແລະ ມີ​ປະສິດທິ​ຜົນ, ປະກອບສ່ວນ​​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ ​ແລະ ການພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​​ເວົ້າ​ລວມ.

ທີ​ໜຶ່ງ, ສືບ​ຕໍ່​ປັບປຸງສະຖານະ​ການ​ການ​ຕ່າງປະ​ເທດຢ່າງ​ໝັ້ນຄົງ ​ແລະ ສະພາບ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ ທີ່​ອຳນວຍຄວາມ​ສະດວກ ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ. ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ ຍ້ອນ​ຜົນ​ກະທົບຈາກການ​ແຜ່​ລະບາດ​​ຂອງ​ພະຍາດ​ໂຄ​ວິດ-19, ຂະ​ແໜງ​ການ​ທູດ​ໄດ້​ໃຫ້​ຄຳແນະນຳ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ສົມທົບ​ຢ່າງ​ປະດິດ​ສ້າງ​​ຮູບ​ການ​ໂດຍ​ກົງ ​ແລະ ຮູບ​ການອອນ​ໄລ​ນ໌ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ຢ່າງ​ເລິກ​ເຊິ່ງ ກັບ​ຫຼາຍ​ຄູ່​ຮ່ວມ​ມື​, ​ໂດຍ​ສະ​ເພາະ​ແມ່ນ​ ບັນດາ​ປະ​ເທດ​ເພື່ອນ​ບ້ານ, ບັນດາຄູ່​ຮ່ວມ​ມື​ທີ່ສຳຄັນ ​ແລະ ​ເພື່ອ​ນມິດ​ທີ່​ເປັນ​ມູນ​ເຊື້ອ. ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ການ​ນຳຂອງ​ພັກ​ແລະ​ລັດ​ ໃນ​ປີ​ທຳ​ອິດ​ແຫ່ງ​ການ​ປະຕິບັ​ດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ​ໄດ້​ສ້າງ​ແຮງ​ຊຸກຍູ້​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ດ້ານ​ການ​ເມືອງ, ການ​ແຊກ​ຊ້ອນ​ຜົນ​ປະ​ໂຫຍ​ດ, ​ແລະ ພັດທະນາສາຍພົວພັນກັບຄູ່ຮ່ວມມືຫຼາຍປະ​ເທດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ​ທ່າ​ການ​ຕ່າງປະ​ເທດ​ໃຫ້​ໝັ້ນຄົງ, ສະດວກ​ດີ​ ສຳລັບ​ການ​ພັດທະນາ​ປະ​ເທດ ​ແລະ ການປົກ​ປັກ​ຮັກສປະ​ເທດ​ຊາດ ​ໃນ​ສະພາບ​ການ​ສາກົນທີ່​ສັບສົນ ​ແລະ ​ຄາດ​​ເດົາ​ຍາກ.

ພ້ອມ​ກັບ​ການ​ປ້ອງ​ກັນ​ປະ​ເທດ-ຮັກສາ​ຄວາມ​ປອດ​ໄພ ​ແລະ ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ຂະ​ແໜງ​ການ​ທູດ​ສືບ​ຕໍ່​ຊຸກຍູ້ການ​ສົນທະນາ, ​ເຈລະຈາກັບ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ຊາຍ​ແດນ ອານາ​ເຂດ; ສືບ​ຕໍ່​ປັບປຸງເສັ້ນ​ຊາຍ​ແດນ​ທາງ​ບົກ ​ເພື່ອ​ສັນ​ຕິ​ພາບ ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ, ທັງ​ຮັບປະກັນ​ການ​ປ້ອງ​ກັນ​ແລະ​ຕ້ານ​ໂລກລະບາດ​ໂຄ​ວິດ-19, ທັງ​ຮັກສາ​ແລະ​ຊຸກຍູ້​ການ​ແລກປ່ຽນ​ເສດຖະກິດ-ສັງຄົມ; ຈັດການ​ແກ້​ໄຂບັນ​ຫາ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ທະ​ເລຢ່າງ​ຖືກຕ້ອງ ​ແລະ​ທັນ​ການ, ຕັ້ງ​ໝັ້ນຊຸກຍູ້​ການ​ເຈລະຈາ, ການ​ຮ່ວມ​ມື​ແກ້​ໄຂ​ການ​ພິພາດຕ່າງໆ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໂດຍ​ສະ​ເພາະ ອະນຸ​ສັນຍາ​ຂອງສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ (UNCLOS) ປີ 1982.

ທີ​ສອງ, ການ​ທູດ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ທູດ​ສາທາລະນະ​ສຸກ ​ແລະ ການ​ທູດ​ວັກ​ຊີ​ນ, ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ປ້ອງກັນ​ແລະ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ການ​ຂົນຂວາ​ຍທາງ​ການ​ເມືອງ-ການ​ທູດ​ໃນ​ຫຼາຍ​ລະດັບ, ຫຼາຍ​ຊ່ອງ​ທາງ ໄດ້ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ຮັກສາ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ທາງ​ເສດຖະກິດ, ​ເປີດ​ກວ້າງ​ຕະຫຼາດ ​ແລະ ລະບົບ​ການ​ສະໜອງ. ຂະ​ແໜງ​ການ​ທູດ​ໄດ້​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ ​ໃນ​ການ​ແກ້​ໄຂອຸປະສັກ​ຫຼາຍ​ຢ່າງ ​ແລະ ຊຸກຍູ້ຫຼາຍ​ໂຄ​ງການ​ຮ່ວມມືຈຸດ​ສຸມ ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່ສຳຄັນ, ​ໃຊ້​ປະ​ໂຫຍ​ດຈາກ​ບັນດາ​ສັນຍາ​ການ​ຄ້າ​ເສລີ (FTA) ທີ່​ໄດ້​ລົງ​ນາມ ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ​ສິນຄ້າຫຼັກ​ຫຼາຍ​ປະ​ເພດ (​ເຊັ່ນ ຜະລິດ​ຕະພັນ​ກະສິກຳ, ສິ່ງ​ທໍ, ​ເກີບ​ໜັງ, ​ເຄື່ອງ​ເອ​ເລັກ​ໂຕຣນິກ...), ພ້ອມ​ກັນ​ນັ້ນ ກໍ​ໄດ້​ພະຍາຍາມ​ຂຸດ​ຄົ້ນບັນດາ​ຕະຫຼາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ, ຜ່ານນັ້ນ ປະກອບສ່ວນ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ແລະກຳ​ເຂົ້າ​ເກີນ​ລະດັບ​ສູງ​ສຸດ​ເປັນ​ປະຫວັດ​ການ​ທີ່ 600 ຕື້​ໂດ​ລາ​ສະຫະລັດ. ການ​ທູດ​ສາທາລະນະ​ສຸກ ​ແລະ ການ​ທູດ​ວັກ​ຊີ​ນ​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດ​ສະຫວ່າງ​ໃນ​ຜົນງານ​ການ​ຕ່າງປະ​ເທດ​ປີ 2021, ປະກອບສ່ວນສຳຄັນ​ທີ່​ສຸດ​ ເຂົ້າ​ໃນ​ຄວາມສຳ​ເລັດ​ຂອງ​ຍຸດ​ທະ​ສາດ​ວັກ​ຊີ​ນ, ສ້າງ​ພື້ນຖານ​ທີ່​ຕັດສິນ​ເບື້ອງຕົ້ນ ເພື່ອ​ໃຫ້​ປະ​ເທດ​ຄ່ອຍໆ​ຫັນ​ໄປ​ສູ່​ການ​ປັບຕົວ​ທີ່​ປອດ​ໄພ​ແລະຍືດຫຍຸ່ນ, ການ​ຄວບ​ຄຸມການ​ແຜ່​ລະບາດ​​ຂອງພະຍາດ​ຢ່າງ​ມີ​ປະສິດທິ​ຜົນ, ພ້ອມ​ທັງ​ຍູ້​ແຮງ​ການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ. ໃນ​ສະຖານະ​ການ​ທີ່ຫຍຸ້ງຍາກ​ທີ່​ສຸດ ​ເມື່ອການ​ແຜ່​ລະບາດ​​ຂອງ​ພະຍາດ​ໂຄ​ວິດ-19 ຄັ້ງ​ທີ​ສີ່​ສົ່ງ​ຜົນ​ກະທົບຢ່າງ​ຮ້າຍ​ແຮງ​ເຖິງທຸກ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ, ຂະ​ແໜງ​ການ​ທູດ​ໄດ້​ຊາບ​ຊຶມ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ຂອງ​ພັກ​ແລະ​ລັດ ກ່ຽວ​ກັບ​ການປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ​ເປັນສິ່ງ​ສຳຄັນ​ເໜືອ​ສຸດ, ​ແລະ​ໄດ້​ພ້ອມ​ກັນ​ກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ໃນ​ການ​ນຳໜ້າຊຸກຍູ້​​ການ​ທູດ​ສາທາລະນະ​ສຸກ ​ແລະ ​ການ​ທູດ​ວັກ​ຊີ​ນ ຢ່າງ​ກວ້າງຂວາງ​ແລະ​ເລັ່ງດ່ວນ. ການ​ຂົນ​ຂວາຍວັກ​ຊີ​ນ ​ແລະ ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ​ແລະ​ຕ້ານການ​ແຜ່​ລະບາດ​​ຂອງ​ພະຍາດ​ໂຄ​ວິດ-19 ​ແມ່ນ​ເນື້ອ​ໃນ​ຈຸ​ດສຸມທີ່​ສອດ​ຮ້ອຍ​ຕະຫຼອດ​ຂອງ​ບັນດາ​ກິດຈະກຳການ​ຕ່າງປະ​ເທດ​ສອງ​ຝ່າຍ ​ແລະ ​ຫຼາຍ​ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ ການ​ຕ່າງປະ​ເທດ​ຂັ້ນ​ສູງ ​ແລະ ຂອງບັນດາ​ອົງການ​ຜູ້ຕາງໜ້າ​ຂອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ອາ​​ໄສສິ່ງ​ດັ່ງກ່າວ, ຫວຽດນາມ​ຈຶ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ແລະ​ມິີປະສິດທິ​ຜົນ ຂອງ​ວົງ​ຄະນາ​ຍາດ​ສາກົນ ກ່ຽວ​ກັບ​ວັກ​ຊີ​ນ, ຢາ​ປົວ​ໂຄ​ວິດ-19 ​ແລະ ອຸປະກອນ​ການ​ແພດ. ຖ້າ​ຫາກ​ຕົ້ນ​ເດືອນ​ພຶດສະພາ 2021, ຫວຽດນາມມີວັກຊີນພຽງສອງສາມແສນ​ໂດ​ສ, ​ແຕ່​ຮອດ​ທ້າຍ​ປີ 2021, ຫວຽດນາມ​ກາຍ​ເປັນ​ໜຶ່ງ​ໃນ​ 6 ​ປະ​ເທດທີ່​ມີ​ວັກ​ຊີ​ນປົກ​ຫຸ້ມ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ຄຽງ​ຂ້າງ​ນັ້ນ, ບົນ​ພື້ນຖານການກຳ​ແໜ້ນສະພາບ​ການ ​ແລະ ທ່າ​ອ່ຽງ, ປະສົບ​ການ​ສາກົນ, ຂະ​ແໜງ​ການ​ທູດ​ໄດ້​ເປັນ​ເຈົ້າ​ການ​ໃຫ້​ຄຳປຶກສາ ​ເພື່ອ​ໃຫ້​ພັກ​ແລະ​ລັດຕັດສິນ​ໃຈກ່ຽວ​ກັບ​ການ​ປ່ຽນ​ແປງ​ຍຸດ​ທະ​ສາດ ​ເພື່ອ​ປັບ​ຕົວ​ໃຫ້​ເຂົ້າ​ກັບການ​ລະບາດ​​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ປອດ​ໄພ ​ແລະ ຟື້ນ​ຟູ ພັດທະນາ​ເສດຖະກິດ-ສັງຄົມ. 

ທີ​ສາມ, ສືບ​ຕໍ່​ປັບປຸງ​ຖານະ​ບົດບາດ ​ແລະ ກຽດ​ສັກ​ສີ​ສາກົນຂອງ​ປະ​ເທດ. ​ໃນ 2 ປີ​ແຫ່ງ​ການ​ຮັບຕຳ​ແໜ່​ງ​ແລະບັນລຸ​ຜົນສຳ​ເລັດ​ໃນ​ບົດບາດຂອງ​ສະມາຊິກ​ບໍ່ຖາວອນ​ຂອງ​ສະພາຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​​ໃນ​ປີ 2020-2021, ຫວຽດນາມ​ໄດ້​ປະກອບສ່ວນ​ແທ້​ຈິງ ສຳຄັນ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ສະພາ​ຄວາມ​ໝັ້ນຄົງ, ສົ່ງ​ຂໍ້ຄວາມ​ທີ່​ແຂງ​ແຮງ​ກ່ຽວ​ກັບປະ​ເທດ​ຫວຽດນາມ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ປ່ຽນ​ແປງ​ໃໝ່, ຮັກຫອມ​ສັນຕິພາບ, ​ເຄົາ​ລົບ​ກົດໝາຍ​ສາກົນ, ​ເຊື່ອ​ຖື, ຊື່ສັດ​ສຸ​ຈະລິດ, ສົມ​ດຸນໃນພຶດຕິກໍາ, ປະກອບສ່ວນ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສັນ​ຕະພາບ, ການ​ຮ່ວມ​ມື, ການ​ພັດທະນາ ​ແລະ ຄວາມ​ກ້າວໜ້າ​ໃນ​ໂລກ (1).

ທ່ານ ຟ້າມມິີງຈິ໊ງ ກໍາມະການກົມການເມືອງສູນກາງ, ນາຍົກລັດຖະມົນຕີ ຖາມຂ່າວແລະອວຍພອນ ພະນັກງານນັກຮົບ ທີ່ເຂົ້າຮ່ວມກອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດທີ່ໄດ້ສຳເລັດໜ້າທີ່ ໃນກອງປະຊຸມສະຫຼຸບສອງປີທີ່ຫວຽດນາມເຂົ້າເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໃນປີ 2020-2021, ຈັດຕັ້ງໂດຍກະຊວງການຕ່າງປະເທດ _ພາບ: VGP

ໃນ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສ່ຽງ​​ໃຕ້ (ອາ​ຊຽນ), ຫວຽດນາມ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນສຳ​ເລັດຊອງ​ປີ​ເປັນ​ປະທານ ອາ​ຊຽນ 2020, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ​ຄວາມ​ສາມັກຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ບົດບາດ​ເປັນ​ໃຈກາງ ​ແລະ ຍົກ​ສູງ​ຖານະຕຳ​ແໜ່​ງຂອງອາ​ຊຽນ, ​ໃນ​ນັ້ນ ​ໄດ້​ປະຕິບັດ​ເປັນ​ຢ່າງ​ດີ ​ບົດບາດ​ເຊື່ອມ​ຕໍ່​ແລະ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບສະຫະ​ປະຊາ​ຊາດ ​ເມື່ອ​ຫວຽດນາມ​ເປັນ​ປະທານ​ອາ​ຊຽນ 2020 ​ແລະ ປະທານ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາຊດ (​ເດືອນ​ເມສາ 2021).

​ເປັນ​ຄັ້ງທຳທີ່ຫວຽດນາມ​ໃຫ້​ຄຳ​ໝັ້ນ​​ຢ່າງ​ແຂງ​ແຮງ​ໃນ​ການ​ຂະ​ຈັດ​ການ​ປ່ອຍກ໊າດ​ເຮືອນ​ແກ້ວພາຍ​ໃນ​ປີ 2050(2) ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ການ​ປ່ຽນ​ແປງ​ສະພາບ​ດິນ​ຟ້າ​ອາກາດ​ແຫ່ງ​ສະຫະ​ປະຊາ​ຊາດຄັ້ງ​ທີ 26 (COP 26), ຢືນຢັນ​ແຜນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ​ແລະ​ລັດ​ຫວຽດນາມ ກ່ຽວການ​ພັດທະນາ​ສີຂຽວ ​ແລະ​ ຍືນຍົງ, ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມ​ຕັດສິນ​ໃຈ​ສູງ​ ໃນ​ບັນດາ​ບັນຫາ​ລະດັບ​ໂລກ, ສ້າງ​ໂອກາດ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ກາ​ນ​ເ​ຕີບ​ໂຕຕາມ​ທິດ​ທາງ​ຍືນ​ຍົງກວ່າ​ອີກ. 

ພ້ອມ​ກັນ​ນັ້ນ, ຫວຽດນາມ​ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ກົນ​ໄກ, ​ເວທີ​ປາ​ໄສ, ກອງ​ປະຊຸມ​ພະຫຸ​ພາຄີ​ທີ່​ສຳຄັນ ​ໃນ​ບັນດາ​ຊ່ອງ​ທາງ​ການ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ, ການ​ທູດ​ລັດຖະສະພາ ​ແລະ ການຕ່າງປະ​ເທດ​ປະຊາຊົນ, ​ເຊັ່ນ: ກອງ​ປະຊຸມ​ສຳ​ມະ​ນາ​ຂອງບັນດາ​ພັກ​ມາດ​ຊິດ​ໃນ​ໂລກ, ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC), ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອຣົບ (ASEM), ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ, ກອງ​ປະຊຸມ​ອະນາຄົດ​​ແຫ່ງ​ອາຊີ, ກອງ​ປະ​ຊຸມ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໃນ​ທົ່ວ​ໂລກ​,... ດ້ວຍ​ຖານະ​ບົດບາດ​ແລະ​ກຽດ​ສັກ​ສີທີ່​ນັບ​ມື້​ນັບສູງ, ຫວຽດນາມ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ສາກົນ ​ແລະ ​ໄດ້​ຮັບ​ເລືອກ​ໃຫ້​ເຂົ້າ​ຮ່ວມ​ໃນ​ຫຼາຍ​ອົງການພະຫຸ​ພາຄີທີ່​ສຳຄັນ, ​ເຊັ່ນ: ຄະນະ​ຜູ້​ບໍລິຫານ​ອົງການ​ການ​ສຶກສາ ວິທະຍາສາດ​ ແລະ ວັດທະນະທຳ​ແຫ່ງ​ສະຫະ​ປະຊາ​ຊາດ (UNESCO), ສະພາ​ປະຕິບັດ​ການ​ໄປສະນີ​ຂອງ​ສະຫະພັນ​ໄປສະນີສາກົນ (UPU), ຄະນະ​ກຳມະການ​ກົດໝາຍ​ສາກົນ (ILC),...

ສິ່ງ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ໃນ​ສະພາບ​ການ​ປະຈຸ​ບັນ​ແມ່ນ ບົດ​ຂຽນ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ “ບາງບັນຫາທິດ​ສະ​ດີ ​ແລະ ພຶດຕິ​ກຳກ່ຽວ​ກັບລັດທິ​ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ​ຢູ່​ຫວຽດນາມ” ​ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ແລະ​ຕີ​ລາ​ສູງຈາກ​ຫຼາຍ​ພັກ​ການ​ເມືອງ, ວົງ​ການ​ການ​ເມືອງ ​ແລະ ນັກຮຽນ​ຮູ້​ສາກົນ, ຊຸກຍູ້​ໃຫ້​ວົງ​ຄະນາ​ຍາດ​ສາກົນ​ສືບ​ຕໍ່​ແບ່ງປັນ ​ແລະ ສະໜັບສະໜູນ​ອຸດົມ​ຄະຕິ, ​ເປົ້າ​ໝາຍ ​ແລະ ພາລະກິດທີ່​ເປັນ​ທຳ​ ຂອງ​ປະຊາຊົນ​ຫວຽດນາມ, ພ້ອມ​ກັນ​ນັ້ນ​ ກໍ່​ປະກອບສ່ວນ​ຍົກສູງ​ຖານະ​ບົດບາດ​ແລະ​ກຽດ​ສັກ​ສີ​ຂອງ​ພັກ ​ແລະ ​​ປະ​ເທດຂອງ​ພວກ​ເຮົາ ​ໃນ​ເວທີ​ສາກົນ.

ວຽກ​ງານ​ຂໍ້​ມູນ​ຂ່າວສານ​ການ​ຕ່າງປະ​ເທດ, ການ​ທູດ​ວັດທະນະທຳ, ວຽກ​ງານ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ ການ​ປົກ​ປ້ອງ​ພົນລະ​ເມືອງ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ ​ແລະ ມີ​ປະສິດທິ​ຜົນ. ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການທູດ​ວັດທະນະ​ທຳ ​ແລະ ວຽກ​ງານ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ, ພິ​ເສດ​ແມ່ນຄຳສະຫຼຸບ​ເລກທີ 12-KL/TW, ລົງ​ວັນ​ທີ 12 ສິງຫາ 2021, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, “ກ່ຽກັບ​ວຽກ​ງານ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່”, ແລະ ຂໍ້ຕົກລົງສະບັບເລກທີ 2013/QD-TTg, ລົງວັນທີ 30 ພະຈິກ 2021, ຂອງ​ນາຍົກລັດຖະມົນຕີ, “ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ທູດວັດທະນະທຳຮອດ​ປີ 2030”. ​ໃນ​ປີ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້​ນຳ​ເອົາ​ພົນລະ​ເມືອງປະມານ 120.000 ຄົນ​ຈາກກວ່າ 60 ​ປະ​ເທດ​ແລະເຂດ​ແຄ້ວ​ນ ກັບ​ເມືອ​ບ້ານ​ຢ່າງ​ປອດ​ໄພ, ພ້ອມ​ກັນ​ນັ້ນ​ກໍ​ເພີ່ມ​ທະວີ​ການ​ປົກ​ປ້ອງຊາວ​ປະມົງ, ​ເຮືອ​ຫາ​ປາທະ​ເລ, ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍຊອບ​ທຳ ຂອງພົນລະ​ເມືອງ​ຫວຽດນາມ​ຢູ່​ຕ່າງປະ​ເທດ. 

ທີ່ສີ່, ກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ແມ່ນ​ເຄື່ອງໝາຍ​ພິ​ເສດ​ຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ປີ 2021, ​ເພາະວ່າ ​ເປັນ​ຄັ້ງທຳອິດ​ໃນ​ປະຫວັດສາດຂອງ​ການ​ປະຕິວັດ​ຫວຽດນາມ, ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ໄດ້​ຮັບ​ການຈັດ​ຕັ້ງພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ. ບົນ​ພື້ນຖານ​ການ​ຕີ​ລາຄາ​ຢ່າງ​ຮອບດ້ານ​ກ່ຽວ​ກັບ​ບັນດາ​ຜົນງານ​ການ​ຕ່າງປະ​ເທດທີ່​ບັນລຸ​ໄດ້​ໃນ​ໄລຍະ 35 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ຖອດ​ຖອນ​ບົດຮຽນ​ປະສົບ​ການ, ລະບຸ​ແນວ​ໂນ້ມສຳຄັນ ​ແລະ ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ໂລກ, ກອງ​ປະຊຸມ​ໄດ້​ກຳນົດທິດ​ທາງ, ໜ້າ​ທີ່, ​ເປັນ​ເອກະ​ພາບ​ທາງ​ດ້າ​ນເຈດຈຳນົງ​ແລະ​ການ​ກະທຳ​ໃນ​ທົ່ວ​ທັງ​ລະບົບ​ການ​ເມືອງ, ຈາກ​ນັ້ນ​ສ້າງ​ບັນຍາກາດ​ໃໝ່ ​ແລະ ​ແຮງ​ກະ​ຕູ້ນ​ໃໝ່​ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ ໃນ​ໄລຍະ​ການ​ພັດທະນາ​ໃໝ່​ຂອງ​ປະ​ເທດ.

ທັນທີ ພາຍຫຼັງ​ກອງ​ປະ​ຊຸມ​ການ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ຂະ​ແໜງ​ການ​ທູດ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 31 ​ແລະ ກອງ​ປະ​ຊຸມ​ພະ​ແນ​ກການ​ພົວພັນ​ກັບ​ພາຍ​ນອກ​ຄັ້ງ​ທີ 20 ​ເພື່ອ​ຊາບ​ຊຶມ​ຈິດ​ໃຈ ​ແລະ ຄຳສະຫຼຸບ​​ໃນ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ແຫ່ງ​ຊາດ; ບົນ​ພື້ນຖານ​ນັ້ນ, ປຶກສາ​ຫາລື ​ແລະ ຮັບຮອງ​ຜ່ານ​ໂຄງການ​ປະຕິບັດ​ງານດ້ວຍ​ທິດ​ທາງ​ແລະ​ໜ້າ​ທີ່​ລະອຽດ​ສະ​ເພາະ, ​ແທດ​ຈິງ​ຂອງ​ຂະ​ແໜງ​ການ​ທູດ​ໃນ​ໄລຍະ 3 - 5 ປີ​ສະ​ເພາະ​ໜ້າ ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ​ເພື່ອ​ແນ​ໃສ່​ປະກອບສ່ວນ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ ​ໃຫ້ສຳເລັດ​ມີ​ໄຊ.

ບັນດາ​ຄວາມ​ພະຍາຍາມ ​ແລະ ຜົນງານ​ທີ່​ກ່າວ​ມາ​ເທິງ​ນີ້​ ຂອງ​ການ​ທູດຫວຽດນາມ​ໃນ​ປີ 2021 ​ໄດ້​ປະກອບສ່ວນ​ເຂົ້າ​ໃນຜົນສຳ​ເລັດ​ລວ​ມອັນ​ໃຫຍ່​ຫຼວງ​ແລະມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ປະ​ເທດ​ເຮົາ ພາຍຫຼັງ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ດັ່ງ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 13 ຂອງ​ພັກ​ໄດ້​ຢືນຢັນ “ປະ​ເທດ​ເຮົາ​ບໍ່​ມີ​ເວລາ​ໃດ​ທີ່​ມີ​ພາລະກິດ​ອັນ​ໃຫຍ່​ໂຕ, ມີຄວາມ​ສາມາດ​ຊ້ອນ​ແຝງ, ຖານະ​ບົດບາ ​ແລະ ກຽດ​ສັກ​ສີ​ສາກົນ​ ຄື​ທຸກ​ວັນ​ນີ້”. ບັນດາ​ໝາກຜົນ​ທີ່​ສຳຄັນ​ດັ່ງກ່າວ​ບັນລຸ​ໄດ້​ ຍ້ອນ​ການ​ນຳພາ​ອັນ​ຖືກຕ້ອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ​ສູນ​ກາງ, ຄະນະ​ເລຂາທິການ​ສູນ​ກາງ; ການ​ບໍລິຫາ​ນຄຸ້ມ​ຄອງຢ່າງ​ເປັນ​ເຈົ້າ​ການ, ​ເດັດດ່ຽວ, ມີ​ປະສິດທິ​ຜົນ​ຂອງ​ລັດ; ການ​ປະສານສົມທົບ​ຢ່າງ​ແໜ້ນ​ແຟ້ນ, ຄົບ​ຊຸດ ລະຫວ່າງ​ການ​ຕ່າງປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ ​ແລະ ການ​ຕ່າງປະ​ເທດ​ປະຊາຊົນ, ລະຫວ່າງ​ຂະ​ແໜງ​ການ​ທູດ ກັບ​ບັນດາ​ຂະ​ແໜງ​ການ​ແລະ​ຂັ້ນ​ຕ່າງໆ; ​ການ​ລົງມື​ຢ່າງ​ຕັ້ງໜ້າຂອງລະບົບ​ການ​ເມືອງ​ທັງ​ໝົດ; ການ​ເຫັນ​ດີ​ເຫັນ​ພ້ອມ, ສາມັກຄີ, ສະໜັບສະໜູນ​ຂອງ​ປະ​ຊາ​ຊົນ​ທັງ​ຫມົດ​; ການ​ສະໜັບສະໜູນ​ ແລະ ຮ່ວມ​ມື​ຂອງບັນດາ​ຄູ່​ຮ່ວມມື ​ແລະ ​ເພື່ອນ​ມິດ​ສາກົນ,...

ຜົນງານ​ດ້ານ​ການ​ຕ່າງປະ​ເທດ​ແລະ​ການ​ທູດ​ໃນ​ປີ​ທີ່​ຜ່ານ​ມາປະກອບສ່ວນຢືນຢັນ​ສີສັນ​ພິ​ເສດ​ແລະ​ເອກະລັກ​ຂອງ​ແນວທາງ​ການ​ຕ່າງປະ​ເທດ​ແລະ​ການ​ທູດ​ຫວຽດນາມ ທີ່ອີງ​ໃສ່​ພື້ນຖານ​ແນວ​ຄິດ​ການ​ທູດ​ໂຮ່ຈີ​ມິນ, ​ເຕັມ​ໄປດ້ວຍ​ເອກະລັກ​ແຫ່ງ​ຊາດ “​ໄມ້​ໄຜ່​ຫວຽດນາມ”, ດັງ​ທີ່​ສະ​ຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ​ໄດ້​ສະຫຼຸບ​ຢ່າງ​ເລິກ​ເຊິ່ງ​ໃນກອງປະຊຸມການຕ່າງປະເທດແຫ່ງຊາດ; ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ເຮັດ​ໃຫ້​ ບັນດາ​ບົດຮຽນ​ອັນ​ປະ​ເສີດ​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ ມີ​ຄວາມ​ເລິກ​ເຊິ່ງ​ແລະ​ອຸດົມສົມບູນ​ຂຶ້ນ​ຕື່ມ. ນັ້ນ​ແມ່ນບົດຮຽນ​ກ່ຽວ​ກັບ​ການ​ຈັດການ​ຢ່າງ​ຖືກຕ້ອງ, ກົມກຽວ ສາຍ​ພົວພັນ​ລະຫວ່າງ​ຄວາມ​ເປັນເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຄວາມ​ສາມັກຄີ, ຮ່ວມ​ມື​ສາກົນ, ລະຫວ່າງ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ​ຊາດ ​ແລະ ພັນທະ, ຄວາມ​ຮັບຜິດຊອບ​ສາກົນ; ບົດຮຽນ​ກ່ຽວ​ກັບ​ການ​ຍຶດໝັ້ນ​ໃນ​ຫຼັກການ, ​ແຕ່​ຕ້ອງ​ໄຫວ​ພິບ, ປະດິດ​ສ້າງ​ໃນ​ຍຸດ​ໂທ​ບາຍ, “​ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອ​ໝູນ​ໃຊ້​ຢ່າງ​ໄຫວ​ພິບ”; ບົດຮຽນ​ກ່ຽວກັບ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢູ່​ໃນ​ພັກ, ​ໃນ​ປະຊາຊົນ ​ແລະ ​ໃນ​ກອງທັບ ​ເພື່ອຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ, ປະດິດ​ສ້າງ ​ແລະ ມີ​ປະສິດທິ​ຜົນ; ບົດຮຽນ​ກ່ຽວ​ກັບ​ການ​ນຳພາ​ເປັນ​ເອກະ​ພາບ​ແລະ​ເດັດຂາດ​ຂອງ​ພັກ, ການ​ຄຸ້ມ​ຄອງ​ລວມສູນ​ຂອງ​ລັດ; ບົດຮຽນ​ກ່ຽວ​ກັບ​ການປະສານສົມທົບ​ຢ່າງ​ກົມກຽວ ​ລະຫວ່າງ​ທ່າ​ແລະກໍາລັງ, ລະຫວ່າງ​ພະຫຸ​ພາຄີ​ແລະ​ທະວິ​ພາຄີ, ລະຫວ່າງ​ທົ່ວ​ໂລກ​ແລະ​ພາກ​ພື້ນ, ລະຫວ່າງ​ການ​ທູດ​ການ​ເມືອງ, ການ​ທູດ​ເສດຖະກິດ ​ແລະ ການ​ທູດ​ວັດທະນະທຳ; ບົດຮຽນ​ດ້ານ​ການ​ທູດທີ່​ກະທົບ​ໃສ່​ຈິດ​ໃຈ​ດ້ວຍຄວາມ​ສັດ​ຊື່, ຈິງ​ໃຈ, ​ເຊື່ອ​ໝັ້ນ, ເຫັນ​ອົກ​ເຫັນ​ໃຈ, ສົມ​ເຫດ​ສົມ​ຜົນ​ໃນ​ການຈັດການ​ແກ້​ໄຂ​ບັນ​ຫາການຕ່າງປະ​ເທດ; ບົດຮຽນ​ກ່ຽວ​ກັບ​ການ​ເພີ່ມ​ທະວີການ​ກໍ່ສ້າງ​ອົງການ​ຈັດ​ຕັ້ງ ​ແລະ ພະນັກງານ​ການ​ຕ່າງປະ​ເທດ ​ໃຫ້​ທຽບ​ເທົ່າ​ກັບ​ຄວາມຕ້ອງການພາລະກິດ,...

ກໍ່ສ້າງ​ການ​ທູດ​ຫວຽດນາມ​ຮອບດ້ານ​ແລະທັນ​ສະ​ໄໝ ​
ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ປະ​ເທດ ​ແລະ ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ໄລຍະ​ໃໝ່

​ເສີມ​ຂະຫຍາຍ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ພາຍຫຼັງກວ່າ 35 ປີແຫ່ງການປ່ຽນແປງໃໝ່, ທົ່ວພັກ, ທົ່ວປວງຊົນ ​ແລະ ​ທົ່ວກອງທັບ ກຳລັງສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ​ແລະ ຕັດສິນ​ໃຈ​ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ​ໃຫ້ສຳເລັດ​ມີ​ໄຊ; ​ໃນ​ສະ​ເພາະ​ໜ້າ, ຕັດສິນ​ໃຈ​ຊຸກຍູ້​ການ​ຟື້ນ​ຟູ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ, ​ໃຊ້​ປະ​ໂຫຍ​ດຫຼາຍ​ສຸດ​ຈາກ​ທ່າ​ແລະ​ກຳລັງ​ໃໝ່ ​ເພື່ອ​ສ້າງ​ແຮງ​ຜັກ​ດັນ​ບືນ​ຕົວ​ຂຶ້ນ​ພາຍຫຼັງ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການຂອງ​ການ​ພັດທະນາ​ປະ​ເທດ​ໃນ​ໄລຍະ​ໃໝ່, ​ເປົ້າ​ໝາຍ ຂອງການ​ຕ່າງປະ​ເທດ​​ແມ່ນ ສືບ​ຕໍ່ປັບປຸງ​ຮັກສາ​ນ​ສະຖານະ​ການ​ການ​ຕ່າງປະ​ເທດທີ່​ສະດວກ​ດີ​ໃຫ້​ແກ່​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທິດທາງ​ ຂອງ​ການ​ຕ່າງປະ​ເທດ​ແມ່ນ ຜັນ​ຂະຫຍາ​ນບັນດາ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຢ່າງຄົບ​ຊຸດ, ປະດິດ​ສ້າງ ​ແລະ ມີປະສິດທິ​ຜົນ; ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ​ຢ່າງຮອບດ້ານ​ແລະ​ເລິກ​ເຊິ່ງ. ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ຊີ້​ນຳ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ແຫ່ງ​ຊາດ, ຂະ​ແໜງ​ການ​ທູດ ພ້ອມກັບບັນດາກອງ​ກຳລັງ​ການ​ຕ່າງປະ​ເທດ ​ສືບ​ຕໍ່​ເສີມ​ຂະຫຍາຍບົດບາດນຳໜ້າ​ໃນ​ການປະຕິບັດ​ໜ້າ​ທີ່​ພື້ນຖານ​ ຂອງ​ການ​ຕ່າງປະ​ເທດ​ຄື ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ, ລະດົມ​ບັນດາ​ແຫຼ່ງພະລັງຈາກ​ພາຍ​ນາກ​ເພື່ອພັດທະນາ​ເສດຖະກິດ-ສັງຄົມ, ຍົກ​ສູງ​ຖານະ​ບົດບາດ​ແລະ​ກຽດ​ສັກ​ສີ​ຂອງ​ປະ​ເທດ; ​ໃນ​ນັ້ນ, ການ​ຮັກສາສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ແມ່ນ​ໜ້າທີ່ສຳຄັນ ​ເປັນ​ປະຈຳ, ການ​ຮັບ​ໃຊ້​ການ​ພັດທະນາ​ປະ​ເທດ​ແມ່ນ​ໜື້າທີ່​ຈຸດ​ສຸມ​ໃຈກາງ, ການ​ຍົກ​ສູງ​ຖານະ​ບົດບາດ ​ແລະ​ກຽດ​ສັກ​ສີ​ຂອງ​ປະ​ເທດ ​ແມ່ນໜ້າ​ທີ່​ທີ່ສຳຄັນ.

​ໃນ​ຖານະ​ທີ່​ເປັນກອງ​ກຳລັງ​ປະຈັນບານ​ຫຼັກ​ໃນ​ແນວ​ຮົບ​ການ​ຕ່າງປະ​ເທດ, ຂະ​ແໜງ​ການ​ການ​ທູດຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ​ແລະ​ ແຜນ​ນະ​ໂຍບາຍ, ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ, ບັນດາຄຳສະຫຼຸບ, ຄຳຊີ້​ນຳຂອງ​ການ​ນຳພັກ​ແລະ​ລັດ ​ໃນ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ແຫ່ງ​ຊາດ​ ເພື່ອປະຕິບັດ​ເປັນ​ຢ່າງ​ດີ​ ບັນດາ​ທິດ​ທາງ, ໜ້າ​ທີ່​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ແນ​ໃສ່ສ້າງ​ການ​ທູດ​ຫວຽດນາມຢ່າງ​ຮອບດ້ານ, ທັນ​ສະ​ໄໝ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ເອກະລັກ​ຂອງ​ຊາດ.

ທີ​ໜຶ່ງ, ຜັນ​ຂະຫຍາຍປະຕິບັດ​ຢ່າງ​ຄົບ​ຊຸດ​ແລະ​ມີ​ປະສິດທິ​ຜົນ ບັນດາ​ໜ້າ​ທີ່ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ ສະຖຽນ​ລະ​ພາບ, ການ​ລະດົມ​ແຫຼ່ງພະລັງ​ຈາກ​ພາຍ​ນອກ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ຍົກ​ສູງ​ຖານະ​ບົດບາດ​ຂອງ​ປະ​ເທດ. ຢຶດໝັ້ນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ທັງ​ຮ່ວມ​ມື ທັງ​ຕໍ່ສູ້, ສະຫຼາດ​ຄ່ອງ​ແຄ້ວ, ​ເດັດດ່ຽວ, ທົນ​ທານໜຽວ​ແໜ້ນ​ ໃນ​ການ​ປົກ​ປ້ອງອຳນາດ​ອະທິປະ​ໄຕ, ຄວາມ​ເປັນ​ເອກະລາດ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ໃນ​ຄວາມ​ສຳພັນ​ແໜ້ນ​ແຟ້ນ ກັບການ​ຮັກສາ​ສະພາບ​ແວດ​ລ້ອມສະຕິ​ພາບ ສະຖຽນ​ລະ​ພາບ ​ແລະ ເອື້ອ​ອຳນວຍ​ ໃຫ້​ແກ່​ການພັດທະນາ​ປະ​ເທດ. ປັບປຸງ​ຄວາມ​ໝັ້ນຄົງ​ຂອງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ ການ​ຮ່ວມ​ມື ​ແລະ​ ການ​ພັດທະນາ, ຊຸກຍູ້​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງກ່ຽວ​ກັບ​ຊາຍ​ແດນ​ແລະຜືນ​ແຜ່ນດິນ ​ເ​ພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະ​ເທດ​ຊາດ.

ຍູ້​ແຮງການ​ຕ່າງປະ​ເທດ​ທະວິ​ພາຄີ ​ແລະ ຍົກ​ລະດັບ​ການ​ຕ່າງປະ​ເທດ​ພະຫຸ​ພາຄີ​ໃຫ້ສົມ​ກັບ​ທ່າ​ແລະກຳລັງ​ໃໝ່​ຂອງ​ປະ​ເທດ. ສືບ​ຕໍ່​ພັດທະນາ​ຢ່າງຮອບດ້ານ​ການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ. ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ຍູ້​ແຮງ ​ແລະ​ ເຮັດ​ໃຫ້ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​​ເລິກ​ເຊິ່ງຍິ່ງ​ຂຶ້ນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມືຮອບດ້ານ, ຄູ່​ຮ່ວມ​ມື​ທີ່ສຳຄັນອື່ນ ​ແລະ ​ເພື່ອ​ນມິດທີ່​ເປັນ​ທູນ​ເຊື້ອ. ​ເສີມ​ຂະຫຍາຍ​ຜົນງານ​ຂອງ​ປີ​ປະທານ​ອາ​ຊຽນ 2020 ​ແລະ ສະມາຊິກ​ບໍ່​ຖາ​ວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາຊາດປີ 2020-2021, ສືບ​ຕໍ່​ເປັນ​ເຈົ້າ​ການ​ໃນ​ການ​ເພີ່ມ​ທະວີ​ບົດບາດ​ໃນ​ກົນ​ໄກ​ພະຫຸ​ພາຄີ, ພິ​ເສດ​ແມ່ນ​ອາ​ຊຽນ, ສະຫະ​ປະຊາ​ຊາດ, ​ເອ​ເປ​ກ, ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ແລະ ກອບການຮ່ວມມືລະດັບຍຸດທະສາດອື່ນໆ, ສອດຄ່ອງ​ກັບ​ຄວາມ​ຕ້ອງການ, ຄວາມ​ສາມາດ ​ແລະ ​ເງື່ອ​ນໄຂຕົວ​ຈິງ​ຂອງ​ຫວຽດນາມ.

ທີ​ສອງ, ຜັນຂະ​ຫຍາ​ຍບັນດາ​ເສົາ​ຫຼັກ, ບັນດາ​ເຫຼົ່າ​ທັບ​ການ​ທູດ​ຢ່າງຮອບດ້ານ​ແລະ​ເຊື່ອມ​ຕໍ່​ແໜ້ນ​ແຟ້ນນຳ​ກັນ, ສູ້​ຊົນ​ເຮັດ​ໃຫ້​ການຕ່າງປະ​ເທດ ​ແລະ ​ການ​ທູດ​ກາຍ​ເປັນ​ກຳລັງ​ແຮງ​ຊຸກຍູ້​ການ​ພັດທະນາ​ຂອງ​ປະ​ເທດ​ຢ່າງ​ແທ້​ຈິງ. ພະຍາຍາມ​ສ້າງ​ການ​ທູ​ດ​ເສດຖະກິດ​ຮັບ​ໃຊ້​ການ​ພັດທະນາ, ຖື​ເອົາ​ປະຊາຊົນ ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ເປັນ​ໃຈກາງ​ທີ່​ຮັບ​ການຮັບ​ໃຊ້. ຍາດ​ແຍ່ງ​ຫຼາຍ​ສຸດ​ບັນດາ​ການ​ພົວພັນ​ຕ່າງປະ​ເທດ, ບັນດາ​ປັດ​ໄຈ​ສາກົນ​ທີ່​ສະດວກ​ດີ, ບັນດາ​ສັນຍາ​ແລະຂໍ້​ຕົກລົງ​ການ​ຮ່ວມ​ມື​ສາກົນ ​ເພື່ອ​ລະດົມ, ສົມທົບ​ແຫຼ່ງພະ​ລາງ​ຈາກ​ພາຍ​ນອກ​ ກັບ​ແຫຼ່ງພະລັງ​ພາຍ​ໃນ​ປະ​ເທດ ​ເຂົ້າ​ໃນ​ການ​ຮັບ​ໃຊ້​ບັນດາ​ການ​ບຸກທະລຸ​ທາງ​ຍຸດ​ທະ​ສາດ, ບັນດາ​ຂົງ​ເຂດ ຕິດ​ກັບ​ການ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ການ​ປັບ​ໂຄງ​ສ້າງ​ເສດຖະກິດ​ຄືນ​ໃໝ່ ​ເຊັ່ນ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ, ການ​ປ່ຽນແປງດິຈີ​ຕອນ, ການ​ເຕີບ​ໂຕ​ສີຂຽວ,... ​ໃນ​ສະ​ເພາະ​ໜ້າ, ສືບ​ຕໍ່​ຊຸກຍູ້​ການ​ເປີດ​ກວ້າງ​ຕະຫຼາດ, ດຶງ​ດູດ​ເງິນ​ລົງທຶນ, ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ການ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ ​ໃນ​ແລະ​ຫຼັງການ​ແຜ່​ລະບາດ​​ຂອງ​ພະຍາດ​ໂຄ​ວິດ-19; ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ, ວຽກ​ງານ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ ການ​ປົກ​ປ້ອງ​ພົນລະ​ເມືອງ ຢ່າງຮອບດ້ານ​ແລະ​ແຂງ​ແຮງ; ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ວິທີ​ການ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຂອງ​ວຽກ​ງານຂໍ້ມູນການ​ຕ່າງປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນການນໍາໃຊ້ພື້ນຖານດິຈິຕອນຢ່າງເຂັ້ມແຂງ.

ທີ​ສາມ, ດຳ​ເນີນ​ການປ່ຽນ​ແປງ​ໃໝ່ ​ແລະ ປະດິດ​ສ້າງ​ໃນ​ການ​ຕ່າງປະ​ເທດ ​ແລະ ການ​ທູດ​ຢ່າງບໍ່​ຢຸດ​ຢັ້ງ. ຈັດການ​ແກ້​ໄຂ​ຢ່າງ​ຖືກຕ້ອງ​ສາຍ​ພົວພັນ​ລະຫວ່າງການ​ສືບ​ທອດ, ການ​ປ່ຽນ​ແປງ​ໃໝ່ ​ແລະ ການ​ພັດທະນາ; ​ໃນ​ນັ້ນ, ການສືບ​ທອດ​ແລະໝູູນ​ໃຊ້ຢ່າງ​ປະດິດ​ສ້າງ ​ແນວ​ຄິດ ວິທີ​ການ ​ແບບ​ແຜ​ນ ​ແລະ ສິລະ​ປະການ​ທູດ​ໂຮ່ຈີ​ມິນ, ມູນ​ເຊື້ອ​ການ​ທູດ​ຂອງ​ຊາດ; ພ້ອມ​ກັນ​ນັ້ນ, ​ເພີ່ມ​ເຕີມ ພັດທະນາ ​ແລະ ປັບປຸງບູລະນະຄວາມ​ຮັບ​ຮູ້ ​ແຜນ​ນະ​ໂຍບາຍ ຍຸດ​ໂທ​ບາຍ​ການ​ທູດ ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ໃໝ່​ ຢ່າງ​ຕໍ່​ເນື່ອງ. ຄຽງ​ຄູ່​ກັນ​ກັບ​ບັນດາ​ຂົງ​ເຂດ​ດັ້ງ​ເດີມ​ນັ້ນ, ຕ້ອງ​ພະຍາຍາມ​ຫາວິທີການໃຫມ່, ທິດ​ທາງ​ໃໝ່, ຂົງ​ເຂດ​ໃໝ່​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ໃນ​ໄລຍະ​​ໃໝ່, ​ເຊັ່ນ​ ການ​ທູດ​ເຕັກ​ໂນ​ໂລ​ຊີ, ການ​ທູດ​ດິຈີ​ຕອນ, ການ​ທູດ​ສິ່ງ​ແວດ​ລ້ອມ, ການ​ທູດທາງການແພດ, ການ​ທູດ​ພະລັງງານ,...

ການທູດທາງການແພດແລະການທູດວັກຊີນ ແມ່ນໜຶ່ງໃນບັນດາຈຸດສະຫວ່າງຂອງຜົນງານການຕ່າງປະເທດໃນປີ 2021 (ໃນພາບ: ກະຊວງການຕ່າງປະເທດຈັດພິທີຮັບວັກຊີນ AstraZeneca ຈຳນວນ 2,6 ລ້ານໂດສ ໂດຍລັດຖະບານ ເຢຍລະມັນ ມອບໃຫ້ຫວຽດນາມ ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19) _ພາບ: TTXVN

ທີ​ສີ່, ​ເພີ່​ມທະວີ​ວຽກ​ງານ​ການ​ຄົ້ນຄວ້າ, ຄາດ​ຄະ​ເນ, ​ໃຫ້ຄໍາ​ແນະ​ນໍາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຕ່າງ​ປະ​ເທດ​, ​ໂດຍ​ສະ​ເພາະ​ ບັນດາ​ບັນຫາ​ທີ່​ກະທົບ​ໂດຍ​ກົງ, ຍາວ​ນານ​ເຖິງ​ຄວາມ​ປອດ​ໄພ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ. ຕິດຕາມ​ໂດຍ​ກົງ​ຢ່າງ​ເປັນ​ປະຈຳ, ຄົ້ນຄວ້າ​ກຳແໜ້ນ ​ແລະ ຄາດຄະເນສະຖານະການຢ່າງຖືກຕ້ອງ ​ເພື່ອ​ມີ​ມາດ​ຕະການ​ຮັບ​ມື​ຢ່າງ​ທັນ​ການ ​ແລະ ​ວິທີ​ການ​ແກ້​ໄຂ​ທີ່​ເໝາະ​ສົມ ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ.

ທີ​ຫ້າ, ປະສານສົມທົບຢ່າງ​ແໜ້ນ​ແຟ້ນ​ແລະ​ຄົບ​ຊຸດ​ ລະຫວ່າງ​ການ​ທູດ ກັບ​ການ​ຕ່າງປະ​ເທດ​ຂອງ​ພັກ, ການ​ຕ່າງປະ​ເທດ​ປະຊາຊົນ, ການ​ປ້ອງ​ກັນ​ປະ​ເທດ, ການ​ຮັກສາ​ຄວາມ​ໝັ້ນຄົງ ​ແລະ ບັນດາ​ຂັ້ນ, ຂະ​ແໜງ​ການ​ຕ່າງໆ. ຍູ້​ແຮງ​ການ​ສ້າງ​ແລະ​ປັບປຸງ​ບູລະນະ​ສະ​ຖາ​ບັນ, ນະ​ໂຍບາຍ, ກົດໝາຍ ສຳລັບ​ການ​ເຄື່ອນ​ໄຫວ​ທາງ​ການ​ຕ່າງປະ​ເທດ ​ແລະ ການ​ທູດ. ປ່ຽນ​ແປງ​ໃໝ່ ​ແລະ ປັບປຸງ​ບັນດາ​ກົນ​ໄກນຳພາ ຊີ້ນຳ ​ແລະ ປະສານ​ສົມທົບ​ລະຫວ່າງບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ ​ໃນ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງປະ​ເທດ. ປັບປຸງ​ການຈັດ​ຕັ້ງ ​ແລະ ກົງຈັກ​ຂະ​ແໜງ​ການ​ທູດ​ ໃຫ້​ກະທັດ​ລັດ, ວິທະຍາສາດ, ສົມ​ເຫດ​ສົມຜົນ ​ແລະ ມີ​ປະສິດທິ​ຜົນ. ຍູ້​ແຮງ​ການ​ຫັນ​ເປັນ​ທັນ​ສະ​ໄໝ, ການ​ປ່ຽນ​ແປງ​ດິຈີ​ຕອນ ​ໃນ​ຂະ​ແໜງ​ການ​ທູດ.

ທີ​ຫົກ, ​ເບິ່ງ​ແຍງ​ການ​ກໍ່ສ້າງ​ຖັນ​ແຖວພະນັກງານ​ການ​ທູດຢ່າງຮອບດ້ານ ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ຄຸນສົມບັດ, ຄວາມ​ກ້າຫານ ​ແລະ ສະຕິ​ປັນຍາ, ທັນ​ສະ​ໄໝ, ​ເປັນ​ມື​ອາຊີບ​ທາງ​ດ້ານ​ແບບ​ແຜນ​ແລະ​ວິທີ​ການເຮັດ​ວຽກ, ມີ​ຈິດ​ໃຈ​ປ່ຽນ​ແປງ​ໃໝ່ ປະດິດ​ສ້າງ. ສືບ​ຕໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກໍ່ສ້າງ ປັບປຸງ​ພັກ ​ແລະ ວຽກ​ງານ​ພະນັກງານ, ​ໃນ​ນັ້ນ ປ່ຽນ​ແປງ​ໃໝ່​ການ​ຮັບ​ສະໝັກ, ຈັດ​ວາງ, ຜັດປ່ຽນ​ຍົກຍ້າຍ, ຝຶກ​ອົບຮົມ ບຳລຸງ​ສ້າງ​ພະນັກງານ, ການ​ປະ​ເມີນ​ພະນັກງານ​ການ​ທູດ, ​ໂດຍ​ສະ​ເພາ ສຳລັບ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ ພະນັກງານນຳພາ ຄຸ້ມ​ຄອງ; ສ້າງ​ແລະ​ພັດທະນາ​ເທື່ອ​ລະ​ກ້າວ ​ຖັນ​ແຖວ​ຜູ້​ຊ່ຽວຊານທີ່​ມີຄຸນ​ນະພາບ​ໃນ​ລະ​ດັບ​ພາກ​ພື້ນ​ແລະ​ສາ​ກົນ​ ໃນ​ບັນດາ​ຂົງ​ເຂດ​ສຳຄັນ​ຂອງ​ການ​ຕ່າງປະ​ເທດ ​ແລະ ການ​ທູດ. 

​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ ​ແລະ ​ຜົນງານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ໃນກວ່າ 35 ປີທີ່​ຜ່ານ​ມາ, ຂະ​ແໜງ​ການ​ທູດ​ພາຍ​ໃຕ້​ການນຳພາ​ຂອງ​ພັກ ຕັດສິນ​ໃຈ​ກໍ່ສ້າງ​ພື້ນຖານການ​ທູດ​ຫວຽດນາມທີ່​ຮອບດ້ານ, ທັນ​ສະ​ໄໝ, ​ເຕັມ​ໄປ​ດ້ວຍ​ເອກະລັກ​ປະຈຳ​ຊາດ - ສາຍ​ຝ່າຍ​ການ​ທູດ “​ໄມ້​ໄຜ່​ຫວຽດນາມ” ​ເພື່ອ​ສືບ​ຕໍ່​ປະກອບສ່ວນ​ທີ່​ສົມ​ກຽດ​ເຂົ້າ​ໃນ​ພາລະກິດ​ການພັດທະນາ​ປະ​ເທດ ​ແລະ ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ເພື່ອ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມ, ​ເອກະລາດ, ສັນຕິພາບ ​ແລະ ​ເຂັ້ມ​ແຂງ​ແຮງ​ກ້າ./.

----------------------

(1) ​ໃນ​ປີ 2020 - 2021, ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​​ຜ່ານມະຕິ 2 ສະບັບ, ຖະ​ແຫຼ​ງການ​ປະທານ 3 ສະບັບ ​ແລະ ຖະ​ແຫຼ​ງຂ່າວ 1 ສະບັບ ​ໂດຍ​ຫວຽດນາມ​ສະ​ເໜີ​ແລະ​ເປັນ​ປະທານ​​ການ​ກຽມ​ສະບັບ​ຮ່າງ. ສະມັດ​ຊາ​ໃຫຍ່​ແຫ່ງສະຫະ​ປະຊາ​ຊາດ​ໄດ້​ລົງມະຕິກຳນົດ​ໃຫ້​ວັນ​ທີ 27 ທັນວາ​ ​ເປັນ​ວັນ​ປ້ອງ​ກັນ​ແລະຄວບ​ຄຸມພະ​ຍາດ​ສາກົນ, ​ເຊິ່ງຫວຽດນາມ​ສະ​ເໜີ ​ແລະ ສ້າງ ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ກວ່າ 120 ປະ​ເທດ. ຫວຽດນາມ​ໃນ​ຖານະ​ປະທານ​ສະພາ​ຄວາມ​ໝັ້ນຄົ​ມ​ໃນ​ເດືອນ​ມັງກອນ 2020 ​ແລະ​ເດືອນ​ເມສາ 2021 ​ໄດ້​ຈັດ​ງານສຳຄັນ​ສີ່ຄັ້ງ...

(2) ໝາຍ​ຄວາມ​ວ່າ ການ​ປ່ອຍ​ອາຍ​ພິດ​​ເປັນ​ 0 ຫຼື ປະລິມານ​ອາຍ​ພິດທີ່​ປ່ອຍ​ອອກ​ມາ​ເທົ່າ​ກັບປະລິມານການປ່ອຍອາຍພິດທີ່ຖືກດູດຊຶມ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 984 (​ເດືອນ​ກຸມພາ 2022)