ວກ. - ການວາງແຜນຍຸດທະສາດມີ​ຄວາມສໍາຄັນຫຼາຍຂຶ້ນ ສໍາລັບ​ການບໍລິຫານ​ປົກຄອງລະດັບຊາດ, ພາກພື້ນ ແລະ ທົ່ວໂລກ ໃນສະພາບການທີ່​ປັດ​ໄຈນຳເຂົ້າ, ສົ່ງ​ອອກ ແລະ ຂະບວນການມີ​ການ​ປ່ຽນ​ແປງ​ຫຼາຍຢ່າງ. ໃນຂົງເຂດການພົວພັນຕ່າງປະເທດ, ການວາງແຜນຍຸດທະສາດຖືເປັນຂໍ້ກຳນົດທີ່ບັງຄັບສະ​ເໝີ ເນື່ອງຈາກ​ມັນກ່ຽວຂ້ອງ​ກັບຜົນປະໂຫຍດພື້ນຖານຂອງປະເທດເຊັ່ນ: ການຮັບປະກັນຄວາມ​ໝັ້ນຄົງ, ການຊຸກຍູ້ການພັດທະນາ ແລະ ຍົກສູງຖານະຕຳ​ແໜ່​ງຂອງຊາດ. ຄ້າຍຄືກັນກັບ​ຄວາມຕ້ອງການ ສໍາລັບການວາງແຜນຍຸດທະສາດ​ແຫ່ງ​ຊາດ, ການວາງແຜນຍຸດທະສາດ​​ການພົວພັນຕ່າງປະເທດຕ້ອງມີ​​ການປັບປ່ຽນທີ່ຈໍາເປັນ ໃນສະພາບການຂອງໂລກທີ່​ມີ​ຄວາມ​ບໍ່​ແນ່ນອນຫຼາຍຢ່າງ, ການປະຕິວັດອຸດສາຫະກຳຄັ້ງທີສີ່ ທີ່ກຳລັງສ້າງ​​ຜົນກະທົບຢ່າງ​ເລິກ​ເຊິ່ງກວ້າງຂວາງ, ການ​ແຂ່ງຂັນລະຫວ່າງປະເທດໃຫຍ່​​ໄດ້ເພີ່ມຂຶ້ນ.

ການພົວພັນຕ່າງປະເທດທັງປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ ທັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ພ້ອມທັງຍົກລະດັບບົດບາດ ແລະຖະນະຕຳແໜ່ງຂອງປະເທດ (ໃນພາບ: ກຳມະການກົມການເມືອງ, ປະທານປະເທດ ຫງວຽນຊວັນຝຸກ ຢ້ຽມຢາມຫ້ອງວາງສະແດງມູນເຊື້ອຂອງຂະແໜງການການທູດ) _ພາບ: TTXVN

ຍຸ​ດ​ທະ​ສາດ, ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ​ການວາງ​ແຜນຍຸດ​ທະ​ສາດ

ຄວາມ​ສຳ​ນຶກ​​ທົ່ວ​ໄປ​ກ່ຽວ​ກັບ​ຍຸດ​ທະ​ສາດ ​ແມ່ນ​ຊຸດ​ມາດ​ຕະ​ການ ແລະການຈັດ​ວາງ, ສັບ​ຊ້ອນ​ຊັບພະຍາກອນ ​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ສຳຄັນ​ໃນ​ໄລຍະຍາວ​ ​ເຊິ່ງມີ​ຜົນ​ກະ​ທົບ​ພໍ​ສົມ​ຄວນ​ ເຖິ​ງ​ອົງ​ການ​ຈັດ​ຕັ້ງ, ຊຸ​ມ​ຊົນ, ປະ​ເທດ ຫຼືພາກ​ພື້ນ. ເຖິງວ່າ​ມີ​ການ​ຕີຄວາມໝາຍແລະວິທີ​ການເຂົ້າ​ເຖິງ​ທີ່​​ແຕກຕ່າງ​ກັນກໍ່ຕາມ, ແຕ່​ຄວາມ​ສຳ​ນຶກ​ກ່ຽວ​ກັບ​ຍຸດ​ທະສາດມັກ​ຈະ​ປະກອບ​ດ້ວຍ​ສາມອົງ​ປະກອບ​ພື້ນ​ຖານ​ເຊັ່ນ: 1- ເປົ້າ​ໝາຍ (ຕາມປົກ​ກະ​ຕິ​​ແມ່ນ​ໄລ​ຍະ​ກາງ ​ແລະ​ໄລ​ຍະ​ຍາວ); 2- ພາ​ຫະ​ນະ (ຊັບພະຍາກອນ​); 3- ວິ​ທີ​ການ (ການ​ປະ​ຕິ​ບັດ). ກ່ຽວ​ກັບ​ລະ​ດັບ, ຍຸດ​ທະ​ສາດ​​ແຕກ​ຕ່າງ​ກັບ​ຍຸດ​ທະ​ວິ​ທີທາງ​ດ້ານ​ເປົ້າ​ໝາຍ, ມາດ​ຕະ​ການ ແລະ ຊັບພະຍາກອນ. ຄວາມ​​ຜິດ​ພາດໜຶ່ງທາງ​ດ້ານ​ຍຸດ​ທະ​ວິ​ທີ​​ສາ​ມາດ​ແກ້​ໄຂ​​ໄດ້. ຄວາມ​ຜິດ​ພາດທາງ​ດ້ານ​ຍຸດ​ທະ​ສາດ​​ຈະມີຜົນ​ກະທົບ​ທາງລົບ (ຄວາມ​ຫຍໍ້​ທໍ້) ທີ່​ໜັກໜ່ວງ ແລະ ບໍ່​ງ່າຍ​ທີ່​ຈະແກ້​ໄຂ. ​​ໂດຍຕ່າງ​ກັນ​ກັບ​ຍຸດ​ທະ​ວິ​ທີ, ຍຸດ​ທະ​ສາດ​ສຸມ​ໃສ່​​ບັນ​ດາ​ເປົ້າ​ໝາຍ​ໄລ​ຍະ​​ຍາວ ແລະ ກຳ​ນົດ​​ການ​ຜັນ​ແປ​ໃນ​ອະ​ນາ​ຄົດ​ແທນ​ທີ່ຈະ​ຕອບ​ສະໜອງ​ຕໍ່​ເຫດ​ການ​ທີ່​ເກີດ​ຂຶ້ນທັນທີ(1).   

ທຸກ​​ປະ​ເທດ​ລ້ວນ​​ມີ​ຍຸດ​ທະ​ສາດ (ເຖິງວ່າຈະບໍ່ມີ​ການ​ເຜີຍ​ແຜ່​ກໍ​ຕາມ), ຖ້າ​ມີ​ການວາງ​ແຜນຢ່າງມີປະສິດທິພາບ, ກໍ່ສາມາດຊີ້ວິທີການ​ໃນ​ການ​ໃຊ້​ປະ​ໂຫຍ​ດຈາກ​ໂອກາດ ​ແລະ​ເອົາ​ຊະນະສິ່ງທ້າທາຍ​ໄດ້. ຍຸດທະສາດຢູ່ທີ່ນີ້ສາມາດ​ເປັນ​ຕົວ​ແທນ​ຂອງ​ຍຸດ​ທະ​ສາດລວມຂອງປະເທດ, ຫຼື​ອາ​ດຈະ​ເປັນ​ຍຸດ​ທະ​ສາດຂອງ​ຂະ​ແໜງ​ການ​ໜຶ່ງ, ອາ​ຊີບ​ໜຶ່ງ, ບັນ​ຫາ​ສະ​ເພາະ, ​ເຊັ່ນ​ຍຸດ​ທະ​ສາດດ້ານການ​ປ້ອງ​ກັນ​ປະ​ເທດ, ເສດ​ຖະ​ກິດ, ຫຼື​ການ​ພົວ​ພັນ​ຕ່າງ​ປະ​ເທດ. ການວາງ​ແຜນ​ຍຸດ​ທະ​ສາດ​​ສາ​ມາດ​ເຂົ້າ​ໃຈ​​ໄດ້​ງ່າຍໆ​ວ່າ​ເປັນ​ຂະ​ບວນການສ້າງຍຸດ​ທະ​ສາດ. ຍຸດ​ທະ​ສາດຈະຕອບ​ຄຳ​ຖາມ​ວ່າອັນ​ໃດ​ແລະຍ້ອນ​ຫຍັງ, ສ່ວນ​ການ​ວາງ​ແຜນຈະຕອບ​​ຄຳ​ຖາມ​ວ່າ​ຄື​ແນວ​ໃດ.

ຈາກ​ຄວາມ​ສຳ​ນຶກ​ຍຸດ​ທະ​ສາດ​ເວົ້າ​ລວມ, ​ສາ​ມາດ​ເຂົ້າ​ໃຈ​ໄດ້​ວ່າ​ ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ​ການ​ກຳ​ນົດ​ເປົ້າ​ໝາຍ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ແມ່ນ​ສຳ​ຄັນ, ທິດ​ທາງ ແລະ ວິ​ທີ​ການ​ປະ​ຕິ​ບັດ ​ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ​ໃນ​​ໄລ​ຍະ​​ກາງແລະໄລ​ຍະ​​ຍາວ​ຂອງ​ປະ​ເທດ​ໜຶ່ງ(2). ໃນ​ການ​ເມືອງ​ສາ​ກົນ​ສະ​ໄໝ​ໃໝ່, ການ​ວາງ​ແຜນ​ຍຸດ​ທະ​ສາດ​ຂອງ​ບັນ​ດາ​ອັດ​ຕະ​ພາບ​ການ​ພົວ​ພັນ​ສາ​ກົນ​ທີ່​ເຄີຍ​ອີງ​ໃສ່​ການຊັ່ງຊາຫຼາຍ​ປັດ​​ໄຈ​ ກໍ່​ຄື​ແງ່​ມຸມ​ຂອງ​ບັນ​ຫາ, ເຊິ່ງ​ມີ​​ຜົນ​ກະ​ທົບ​ອັນ​ໃຫຍ່, ບໍ່​ພຽງ​ແຕ່​ເຖິງ​ກຸ່ມ​ເປົ້າ​ໝາຍ​ໃຈ​ກາງ ​ຫາກ​ຍັງ​ມີຫຼາຍ​ເປົ້າ​ໝາຍ ບໍ​ລິ​ວານຢູ່ອ​ອ້ມ​ຂ້າງ, ແນ​ໃສ່​ປະ​ຕິ​ບັດ​ບາງ​ເປົ້າ​ໝາຍ​ທີ່​ສຳ​ຄັນ​ຂອງ​ອັດ​ຕະ​ພາບ (ຫຼິ້ນ​ໝາກ​ຮຸກທັງ​ເກ​ມແທນ​ທີ່​ການ​ເຄື່ອນ​ຍ້າຍຕົວ​ໝາກຮຸກ​ແຕ່​ລະ​ຄັ້ງ).

ຍ້ອນ​ສະ​ພາບ​ການ​ປ່ຽນ​ແປງ​ຢ່າງ​ໄວ​ວາ, ມີຫຼາຍ​ປັດ​​ໄຈ​ໃໝ່​ທີ່​ເກີດ​ຂຶ້ນ, ຄວາມບໍ່​ໜັກ​ແໜ້ນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ​ເອ​ກະ​ສານ​ກ່ຽວ​ກັບ​ຍຸດ​ທະ​ສາດ​ສະ​ບັບ​ໜຶ່ງ​ທີ່​ມີ​ລັກ​ສະ​ນະສະ​ໜິດ​ຕິດ​ພັນ ແລະ ເຊື່ອມ​ຕໍ່​ກັນແມ່ນມີຄວາມ​ຕ້ອງການ​ຫຼາຍ​ກວ່າ​ແຕ່​ກ່ອນ(3). ດ້ວຍ​ລັກສະນະ​ຂອງ​ສະ​ພາບ​ການ​ຄື​ແນວນັ້ນ, ບາງ​ຄົນ​ອ້າງ​ເຫດ​ຜົນ​ວ່າ, ການດຳ​​ເນີນ​ນະ​ໂຍ​ບາຍ​ທີ່ບໍ່​ອີງຕາມ​ການ​ວາງ​ແຜນຍຸດ​ທະ​ສາດ​ຈະ​ບໍ່​ບັນລຸ​ປະ​ສິດ​ທິ​ຜົນ​ສູງ​ສຸດ, ຊ້ຳ​ຍັງ​ຖືກ​ລົ້ມ​​ເຫຼວ​ອີກ​ດ້ວຍ(4). ນັ້ນ​ແມ່ນການ​ຖືກ​ດຶງ​ດູດ​ຕາມ​ບັນ​ດາ​ເຫດ​ການ ​ທີ່​ບໍ່​ມີຫຼັກ​ການ ບໍ່​ປ່ຽນ​ແປງເພື່ອ​ຮັບ​ມື. ທ່ານ ປອ. ມີ​ນາ ​ໂບ, ຫົວ​ໜ້າ​ພະ​ແນກ​ວິຊານະ​ໂຍ​ບາຍ​ສາ​ທາ​ລະ​ນ​ະແລະກາ​ນ​ບໍ​ລິ​ການ​ສາ​ທາ​ລະ​ນະ​ ທີ່​ໂຮງ​ຮຽນ​ລັດ​ຖະ​ບານ, ນະ​ໂຍ​ບາຍ​ສາ​ທາ​ລະ​ນະແລະການ​ພົວ​ພັນ​ສາ​ກົນ ປີ​ເຕີ ສ. ກາ​ລີ​ໂກ, ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ​ໂຮສຕາ (ອາ​ເມ​ລິ​ກາ) ໃຫ້​ທັດ​ສະ​ນະ​ວ່າ, ບັນ​ດາ​ລຳ​ດັບ​ກາ​ນດຳ​ເນີນ​ການ​ວາງ​ແຜນ​ຍຸດ​ທະ​ສາດ​ໄດ້​ອອກ​ແບບ​ຢ່າງ​ມີ​ແບບ​ມີ​ແຜນ ​ສາມາດ​ຊ່ວຍ​ໃຫ້​ການ​ພິ​ຈາ​ລະ​ນາ​ຢ່າງ​ທຸ່ນ​ທ່ຽງ ແລະ ມີ​ລະ​ບົບ ​ບັນ​ດາ​ການ​ຄັດ​ເລືອກ​ປ່ຽນ​ແທນ ແລະ ຊ່ວຍ​ໃຫ້​ບັນ​ດາ​ການ​ນຳ​ສຸມ​ໃສ່​ບັນ​ດາ​ເປົ້າ​ໝາຍ​ໃຫຍ່(5).

ເນື່ອງຈາກໂລກທີ່ບໍ່ແນ່ນອນແລະປ່ຽນແປງຢ່າງໄວ ຈຶ່ງມີຄວາມ​ເຫັນ​ວ່າການ​ວາງ​ແຜນຍຸດທະສາດຄວນມີຄວາມຍືດຫຍຸ່ນເປັນແຕ່ລະກໍລະນີ. ກໍ່​ມີ​ກະ​ແສ​ຄຳ​ຄິດ​ເຫັນ​ໃຫ້​ທັດ​ສະ​ນະ​ວ່າ​ການ​ວາງ​ແຜນ​ກຳ​ນົດ​ຍຸດ​ທະ​ສາດ​ຕາມ​ແຕ່​ລະ​ກໍ​ລະ​ນີ​ທີ່​ລະ​ອຽດ​ຢ່າງ​ມີ​ຄວາມ​ເຄື່ອນ​ທີ່(6). ແທນ​ທີ່ຈະ​ວາງ​ແຜນ​ຍຸດ​ທະ​ສາດທີ່ຍິ່ງ​ໃຫຍ່ທີ່​ໝັ້ນ​ຄົງ ຄວນ​ໃຊ້​ວິທີ​ການ​ທີ່​ຍືດຫຍຸ່ນກວ່າ. ການ​ວາງ​ແຜນ​​ບໍ່​ແມ່ນ​ຂະ​ບວນ​ການ​ທີ່​ມີ​ຢູ່​ກ່ອນ​ແລ້ວ​ແລະ​ແຍກ​ຈາກ​ກັນ ​ເຊິ່ງ​ເກີດ​ຂຶ້ນ​ພ້ອມ​ກັບ​ການ​ຜັນ​ຂະ​ຫຍາຍການ​ປະຕິບັດ(7). ດ້ວຍ​ເຫດນັ້ນ, ຍຸດ​ທະ​ສາດ​ດັ່ງກ່າວ​ສາມາດປັບຕົວເຂົ້າກັບຍຸກສະໄໝໄດ້ຫຼາຍຂຶ້ນ. ຖ້າສິ່ງ​ຕ່າງໆບໍ່​​ເປັນ​ໄປ​ຕາມທີ່​ຄາດຄະ​ເນ​/ຄາດ​ຫວັງ, ​ເປົ້າ​ໝາຍ​ທີ່​​ວາງ​ແຜນ​ໄວ້​ກ່ອນໜ້າ​ນີ້​ກໍ່​ອາດຈະ​ປ່ຽນ​ໄປ​ເຊັ່ນ​ກັນ(8). ຊ້ຳ​ບໍ່​ໜຳ, ໃນບາງ​ກໍ​ລະ​ນີ​, ເປົ້າ​ໝາຍແລະການ​ອອກ​ແບບ​ເບື້ອງ​ຕົ້ນ​ຂອງ​ຍຸດ​ທະ​ສາດ​ອາດ​ຈະ​ຕ້ອງປ່ຽນ​ແປງຢ່າງ​ຫຼາຍ ​ແລະ ຄວາມ​ສຳ​ເລັດຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃນ​ຂະນະ​ນີ້​ຂຶ້ນ​ກັບ​ຜູ້​ກຳນົດ​ນະ​ໂຍບາຍ​ທີ່​ຮຽນ​ຮູ້ຈາກ​ພຶດຕິ​ກຳ​ຕົວ​ຈິງ ​ແລະປັບ​ຕົວ​ເຂົ້າ​ກັບ​ລະບົບສາກົນ​ທີ່​ຄາດ​ເດົາ​ບໍ່​ໄດ້(9). ແຕ່​ວ່າ, ​ການ​ຮັບ​ມືກັບ​ການ​ປ່ຽນ​ແປງ ຫຼືຈະບໍ່​ປ່ຽນ​ແປງ ລ້ວນແຕ່​ຕ້ອງມີ​ການຄິດໄລ່ຢ່າງຮອບ​ຄອບ​ເຖິງ​ຖອງຈາກ​ແງ່​ມຸມ​ຍຸດ​ທະ​ສາດ.

ການວາງແຜນຍຸດທະສາດແມ່ນຂະບວນການຈິນຕະນາການ​ທີ່​ໃຊ້​ໂປຣ​ແກມ ​ແລະ​ວິ​ເຄາະຊຸດຂໍ້ມູນຂະໜາດໃຫຍ່ທີ່ມີຄວາມໜ້າເຊື່ອຖືສູງ. ຂະ​ບວນ​ຈິນ​ຕະ​ນາ​ການນັ້ນ​ແມ່ນ​ວິ​ທີ​ທີ່ກວມລວມ, ຕັກ​ກະ​ພິນິດ, ມີ​ເຫດຜົນ, ຫຼາຍ​ຂັ້ນຫຼາຍ​ຊັ້ນ ​ແລະ ປະ​ດິດ​ສ້າງ ​ໃນ​ການ​ຖາມ​ຄຳຖາມ​ ເພື່ອ​ໃຫ້​ໄດ້​ຜົນສຳ​ເລັດ​ໃຫຍ່, ສຳຄັນ ​ແລະຍາວ​ນານ(10). ຈຸດ​ປະ​ສົງ​ຂອງ​ການ​ວາງ​ແຜນ​ຍຸດ​ທະ​ສາດ ແມ່ນເພື່ອຈັດຕັ້ງປະຕິບັດຍຸດທະສາດທີ່​ພັດທະນາ​ຜ່ານຂະ​ບວນການຈິນ​ຕະນາ​ການຍຸດທະສາດ.

ສາຍ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ
ການ​ພັດ​ທະ​ນາ
, ຄວາມໝັ້ນຄົງ ແລະ ຖານະຕຳແຫນ່ງ

ບັນ​ດາ​ເປົ້າ​ໝາຍ​ສັນ​ຕິ​ພາບ, ​ສະ​ຖຽມ​ລະ​ພາບ, ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ການພັດ​ທະ​ນາ ແລະ ການຍົກ​ສູງ​ຖາ​ນະຕຳ​ແໜ່​ງ ​ແມ່ນ​ບັນ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ ​ເຊິ່ງ​ທຸກ​ປະ​ເທດ​ລ້ວນ​ແຕ່​ພະ​ຍາ​ຍາມທີ່​ຈະ​ປະ​ຕິ​ບັດແລະບັນ​ລຸ. ໂດຍສະເພາະ, ​ມີ​ຄວາມ​ຮັບ​ຮູ້​ທີ່​ນັບ​ມື້​ນັບ​ແຈ້ງ ກ່ຽວ​ກັບ​ສາຍ​ພົວ​ພັນທີ່​ໃກ້ຊິດ​ແລະ​ປະຕິ​ສຳພັນ ໃນ​ຂະ​ບວນການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ. ຕົວຢ່າງ, ຄວາມ​ໝັ້ນ​ຄົງ​ສ້າງຮາກ​ຖານທີ່​ຈຳ​ເປັນສຳລັບ​ການ​ພັດ​ທະ​ນາ ແລະ ການພັດ​ທະ​ນາ​ຊ່ວຍ​ສ້າງ​ເງື່ອນ​ໄຂ​ທີ່ພຽງ​ພໍ​ໃຫ້​ຄວາມ​ໝັ້ນ​ຄົງ. ບົດ​ຮຽນ​ຈາກຫຼາຍ​ປະ​ເທດ​ທີ່​ປະສົບ “ຄວາມ​ບໍ່​ໝັ້ນຄົງ” ໃນອະດີດ​ສະ​ແດງ​ໃຫ້​ເຫັນ​ວ່າ, ຖ້າ​​ບໍ່ບັນລຸ​ເປົ້າ​ໝາຍການ​ພັດ​ທະ​ນາ​, ​ໂດຍ​ສະ​ເພາະ ການ​ພັດ​ທະ​ນາທີ່​ຍືນ​ຍົງ​ແລະກວມ​ລວມ, ​ຈະ​ບໍ່​ມີສະຖຽນ​ລະ​ພາບ. ຄວາມ​ໝັ້ນຄົງ​ປອດ​ໄພ​ແມ່ນ​ເງື່ອນ​ໄຂທີ່​ຈຳ​ເປັນ ​ແຕ່​ຖ້າມີ​ຄວາມ​ໝັ້ນຄົງ​ພໍ​ສົມ​ຄວນ ການພັດ​ທະ​ນາ​ຈະ​ກາຍ​ເປັນ​ເປົ້າ​ໝາຍ​​ບຸ​ລິ​ມະ​ສິດ (ນີ້​ແມ່ນ​ເຫດຜົນ​ຂອງ​ທ່າ​ອຽງ​ບຸ​ລິ​ມະ​ສິດ​ການ​ພັດ​ທະ​ນາ​ ຕັ້ງ​ແຕ່ຫຼັງ​ສົງ​ຄາມ​ເຢັນຈົນ​ເຖິງ​ປະ​ຈຸ​ບັນ). ​ໂດຍ​ເຫັນ​ແຈ້ງ​ຜົນ​ກະ​ທົບ​ເຊິ່ງ​ກັນແລະກັນ​ ລະ​ຫວ່າງບັນ​ດາ​ຂົງ​ເຂດຫຼັກ​ແຫຼ່ງ, ອົງການສະ​ຫະ​ປະ​ຊາ​ຊາດ​ໄດ້​ປະ​ກາດແລະດຳ​ເນີນ​ການ​ຕາມ​ວາ​ລະລະດັບ​ໂລກ​ເພື່ອ​ການ​ພັດ​ທະ​ນາ​ເຖິງ​ປີ 2030 (SDGs) ​ໂດຍ​ມີ 17 ເປົ້າ​ໝາຍການ​ພັດ​ທະ​ນາທີ່​ຍືນ​ຍົງ ​ເພື່ອ​ເປັນ​ແນວທາງ​ໃນ​ການຢຸດຕິ​ຄວາມທຸກ​ຍາກ, ຕໍ່ສູ້​ກັບ​ຄວາມບໍ່​ສະ​ເໝີພາບ ແລະ ຈັດການແກ້​ໄຂ​​ຄວາມທ້າ​ທາຍດ້ານ​ຄວາມໝັ້ນ​ຄົງທີ່ບໍ່​ເປັນແບບ​ດັ້ງ​ເດີມ (ຄວາມໝັ້ນຄົງ​ດ້ານ​ສິ່ງ​ແວດ​ລ້ອມ, ຄວາມໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາ​ກາດ...) ໃນ 15 ປີຂ້າງ​ໜ້າ. ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ແມ່ນ​ການ​ພັດ​ທະ​ນາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ໃນ​ປະ​ຈຸ​ບັນ ​ເຊິ່ງບໍ່​ມີ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສະ​ເພາະ​ຂອງ​ບັນ​ດາ​ຮຸ່ນ​ຄົນ​ໃນ​ອະ​ນາ​ຄົດ (ໝາຍ​ຄວາມ​ວ່າ​ ເຂົ້າ​ເຖິງ​ຢ່າງ​ມີ​ຍຸດ​ທະ​ສາດ, ຍາວ​ນານ).

ຜົນ​ການ​ຄົ້ນ​ຄວ້າສະ​ແດງ​ໃຫ້​ເຫັນ​ວ່າ, ຖ້າບໍ່​ມີ​​ສັນ​ຕິ​ພາບ, ຄວາມ​ໝັ້ນຄົງ ​ແລະ​ຄວາມ​ປອດ​ໄພ, ປະ​ເທດ​ຕ່າງໆ​ຕ້ອງ “ຈ່າຍ​ລາຄາ​ແພງ” ​ເພື່ອ​ການ​ພັດ​ທະ​ນາ. ​ຕົວຊີ້​ວັດ​ຕ່າງໆ​ເຊັ່ນ: ​ການ​ເຕີບ​ໂຕ, ການສົ່ງ​ອອກ-ການນຳ​ເຂົ້າ, ລາຍ​ໄດ້, ການບໍລິ​ໂພ​ກສ່ວນ​ບຸກຄົນ ແລະ ການໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ​​ເພື່ອ​ເປົ້າໝາຍ​ການ​ພັດ​ທະ​ນາ ​ຈະ​ຖືກຜົນ​ກະທົບຈາກການຕ້ອງສຸມໃສ່ຕອບໂຕ້ກັບຄວາມບໍ່ສະຫງົບ. ​ໃນ​ທາງກົງ​ກັນ​ຂ້າມ, ສາ​ເຫດ​ທີ່​ເຮັດ​ໃຫ້ຫຼາຍ​ປະ​ເທດ​ຖືກ​ຕົກ​ຢູ່​ໃນຄວາ​ມຂັດ​ແຍ້​ງ​ແລະ​ຄວາມ​ບໍ່​ໝັ້ນຄົງ​ນັ້ນ ​ແມ່ນ​ເກີດ​ຈາກ​ການ​ບໍ່​ເອົາ​ໃຈ​ໃສ່​ຢ່າງພຽງພໍ​ເຖິງ​ບັນ​ດາ​ເປົ້າ​ໝາຍ​ການພັດ​ທະ​ນາ, ການພັດ​ທະ​ນາ​ບໍ່​ເທົ່າ​ທຽມ​ກັນ, ຄວາມ​ແຕກ​ໂຕນ​ກັນ​ເພີ່ມ​ຂຶ້ນ (ໄດ້​ຖືວ່າ​ເປັ​ນ​ແຫຼ່ງ​ກຳ​ເນີດ​ຂອງ​ແນວ​ຄິດສຸດ​ຂົ້ວ ຈັດ​ໂພດ, ການກໍ່​ການ​ຮ້າຍ...)

ສາຍ​ພົວ​ພັນ​ລະ​ຫວ່າງ​ ເປົ້າ​ໝາຍຖາ​ນະຕຳ​ແໜ່​ງກັບ​ບັນ​ດາ​ເປົ້າ​ໝາຍການ​ພັດ​ທະ​ນາ ແລະ ຄວາມ​ໝັ້ນຄົງນັ້ນ ​ກໍ່​ໄດ້ຮັບ​ການ​ກວດສອບ​ໃນທາງ​ປະຕິບັດ​ພາກ​ຕົວ​ຈິງ. ປະ​ເທດ​ຕ່າງໆເຊັ່ນ ສິ​ງກະ​ໂປ, ວາ​ຕິ​ກັນ, ສະ​ວິດ​ເຊີ​ແລນ..., ​ເຫັນ​ໄດ້​ແຈ້ງວ່າ​ມີ​ອິດທິພົນ​ເໜືອ​ຄວາມ​ສາມາດ​ຂອງ​ເຂົາ​ ຖ້າ​ພຽງແຕ່ເບິ່ງ​ຕົວຊີ້​ວັດ​ເຊັ່ນ “ພະລັງ​ແຂງ” (ສຳ​ຄັນ​ທີ່​ສຸດສຳລັບ​ເປົ້າ​ໝາຍ​ຄວາມ​ໝັ້ນຄົງ) ຫຼື “ພະລັງອ​ອ່ນ”​ (ຜົນກະ​ທົບ​ຕໍ່​ເປົ້າ​ໝາຍ​ການພັດ​ທະ​ນາ). ນີ້ກໍ່​ແມ່ນ​ສາຍ​ພົວ​ພັນ​ລະ​ຫວ່າງ ທ່າ ແລະ ພະລັງ”. ໃນ​ບົດ​ກະວີ ຮຽນ​ຫຼິ້ນ​ໝາກ​ຮຸກ”, ປະ​ທານໂຮ່​ຈີມິນໄດ້​ຂຽນ​ວ່າ: “ຫາກ​ຫຼົງ​ທິດ​ຜິດ​ຜັ້ງ / ສອງ​ລົດ​ເສິກ​ກໍ່​ເສຍ​ເປົ່າ / ຜູ້​ດຽວ​ເອົາ​ໂອກາດ​ໄດ້ / ກໍ່​ພາ​ໃຫ້​ສຳ​ເລັດ​ຜົນ”. ຈິນ​ຕະ​ນາ​ການ​ຂອງ​ຄົນ​ຈີນຖື​ເປັນ​ສຳ​ຄັນ​ປັດ​​ໄຈ ທ່າ”, ໃນ​ຄຳ ທ່າ” () ມີ​ຄຳ “ພະ​ລັງ” (). ໃນ​ໄລ​ຍະ​ປະ​ຈຸ​ບັນ ຮູບພາບ​ຂອງ​ຊາດ” ຫຼື ເຄື່ອ​ງ​ໝາຍ​ການ​ຄ້າ​ແຫ່ງ​ຊາດກໍ່ແມ່ນຊັບ​ສິນ​ຍຸດ​ທະ​ສາດ​ອັນ​ໜຶ່ງ”.

​ສົມທົບ​ບັນ​ດາ​ເປົ້າ​ໝາຍ​ໃນ​ເງື່ອນ​ໄຂຫວຽດ​ນາມ ແຕ່​ນີ້​ເຖິງ​ປີ 2030, ວິ​ໄສ​ທັດ​ເຖິງ​ປີ 2045

ໃນ​ຂະ​ບວນ​ວິ​ວັດ​​ການ​ເຊື່ອມ​ໂຍງ​ສາ​ກົນ​ທີ່ເລິກ​ເຊິ່ງກວ້າງ​ຂວາງ, ການ​ວາງ​ແຜນ​ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງຫວຽດ​ນາມ ​ແນ່ນອນຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະສະຫະ​ຂະ​ແໜງ​ການ ​ແລະ​ ການເຊື່ອມ​ໂຍງ​ຂົງ​ເຂດ. ການ​ພົວ​ພັນ​ຕ່າງ​ປະ​ເທດ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​​ສັນ​ຕິ​ພາບ, ​ສະ​ຖຽມ​ລະ​ພາບ, ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຍົກ​ສູງ​ຊີ​ວິດ​ການ​ເປັນຢູ່​ຂອງ​ປະ​ຊາ​ຊົນ, ທັງ​ຍົກ​ສູງ​ພາ​ລະ​ບົດ​ບາດ, ຖາ​ນະຕຳ​ແໜ່​ງ​ຂອງ​ປະ​ເທດ. ອະດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ຄວານ ເຄີຍ​ຮັບ​ຮູ້​ກ່ຽວ​ກັບ​ບັນ​ດາ​ເປົ້າ​ໝາຍ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ວ່າ: “ຮັບ​ໃຊ້​ສາມ​ເປົ້າ​ໝາຍ​ພື້ນ​ຖານ​ແມ່ນ ​ເປົ້າ​ໝາຍ​ຄວາມໝັ້ນຄົງ (ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນຄົງ​ຂອງ​ຊາດ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ); ເປົ້າ​ໝາຍ​ການພັດ​ທະ​ນາ (ຍາດ​ແຍ່ງ​ກຳ​ລັງ​ແຮງ​ພາຍນອກ ແລະ ສ້າງ​ເງື່ອນ​ໄຂ​ສາ​ກົນ​ໃຫ້​ສະ​ດວກ​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ); ແລະ​ເປົ້າ​ໝາຍມີ​ອິດ​ທິ​ພົນ (ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ຖາ​ນະຕຳ​ແໜ່​ງຂອງ​ຊາດ, ເສີມ​ຂະ​ຫຍາຍ​ອິດ​ທິ​ພົນ​ໃນ​ເວ​ທີ​ສາ​ກົນ)”(11).  

​ໂດຍ​ສະ​ເພາະ​ກ່ຽວກັບ​ພາ​ລະ​ບົດ​ບາດ​ຂອງ​ຂະ​ແໜງ​ການ​ພົວ​ພັນ​ຕ່າງ​ປະ​ເທດຫວຽດ​ນາມ, ໃນ​ຂໍ້​ຄວາມ​​ເຖິງ​ຂະ​ແໜງ​ການ​ການ​ທູດ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ຂະ​ແໜງ​ການ​ການ​ທູດ​ຄົບ​ຮອບ 75 ປີ (ວັນ​ທີ 28 ສິງ​ຫາ 2020) ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຝຸກ ​ເນັ້ນ​ໜັກ​ວ່າ: ​ການ​ທູດ​ປະ​ຕິ​ວັດຫວຽດ​ນາມມີຄວາມພາກພູມໃຈທີ່​ໄດ້​ຮັບ​ການກໍ່ສ້າງ, ຊີ້ນຳ ແລະຝຶກອົບຮົມໂດຍກົງ ​ໂດຍປະທານໂຮ່ຈີມິນ. ໃນ​ 75 ປີທີ່​ຜ່ານ​ມາ, ຂະ​ແໜງ​ການ​ການ​ທູດ​​ຍາມ​ໃດ​ກໍ່​ສະ​ແດງ​ພາ​ລະ​ບົດ​ບາດ​ເປັນ​ກຳ​ລັງ​ນຳ​ໜ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ຜົນ​ງານ​ປະ​ຕິ​ວັດ, ສ້າງ​ຕັ້ງ​ແນວ​ໂຮມ​ປະ​ຊາ​ຊົນ​ໂລກ ​ທີ່​ສະ​ໜັບ​ສະ​ໜູນ ຫວຽດ​ນາມ, ສ້າງ​ກຳ​ລັງ​ແຮງ​ສັງ​ລວມ ​ນຳ​ເອົາ​ຜົນ​ສຳ​ເລັດມາ​ໃຫ້​ການ​ຕໍ່​ຕ້ານ​ເພື່ອ​ປົດ​ປ່ອຍ​ປະ​ເທດ​ຊາດ, ປົກ​ປ້ອງເອ​ກະ​ພາບ​​ແຫ່ງ​ຊາດ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ກ່ອນນີ້, ກໍ່​ຄື​ໃນ​ການ​ປະ​ສົມ​ປະ​ສານ​ກຳ​ລັງ​ແຮງ​ຂອງປະ​ເທດ ​ກັບ​ກຳ​ລັງ​ແຮງ​ຍຸກ​ສະ​ໄໝ, ສ້າງ​ເງື່ອນ​ໄຂ​ອັນ​ສະ​ດວກ​ໃຫ້​ແກ່​ພາ​ລະ​ກິດ​ການປ່ຽນ​ແປງ​ໃໝ່, ການພັດ​ທະ​ນາ ​ແລະເຊື່ອມ​ໂຍງກັບ​ສາກົນ​ໃນ​ປະ​ຈຸ​ບັນ(12). ກຳ​ລັງ​ແຮງ​ສັງ​ລວມ​ທີ່​ມີ​ໄດ້​ແມ່ນ​ດ້ວຍ​ການ​ວາງ​ແຜນ​​ຍຸດ​ທະ​ສາດ​ບົນ​ພື້ນ​ຖານ​ມີ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ຂະ​ແໜງ​ການ​ແລະການຮ່ວມ​ຈິດ​ຮ່ວມ​ໃຈ, ແມ່ນ​ຜົນ​ງານ​ແຫ່ງ​ຄວາມ​ພະ​ຍາ​ຍາມ​ຖື​ເອົາ​ເປົ້າ​ໝາຍ​ສັງ​ລວ​ມ​ເປັນ​ກຳ​ນົດ​ທິດ.

ເອກອັກຄະລັດຖະທູດ ດັ້ງດິ່ງກຸ໋ຍ, ຫົວໜ້າຄະນະຜູ້ແທນຫວຽດນາມທີ່ອົງການສະຫະປະຊາຊາດ ຕາງໜ້າບັນດາປະເທດ ອາຊຽນ ແນະນຳມະຕິກ່ຽວກັບການຮ່ວມມື ອາຊຽນ - ສະຫະປະຊາຊາດ _ພາບ: TTXVN

ຍ້ອນ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ, ປະ​ສົມ​ປະ​ສານ​ກັບ​ກຳ​ລັງ​ຕ່າງໆ, ຫວຽດ​ນາມໄດ້​ມີ​ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ທ່າ ແລະ ກຳ​ລັງ​ແຮງ. ຈາກ​ປະ​ເທດ​ທີ່ທຸກ​ຍາກ, ຫຼ້າຫຼັງ, ຫວຽດ​ນາມໃນ​ປະ​ຈຸ​ບັນ​ໄດ້​ເຂົ້າ​ຮ່ວມ​ກຸ່ມ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ປານ​ກາງ​ຕ່ຳ ແລະ ຄາດວ່າຈະຢູ່ໃນບັນຊີລາຍຊື່ 20 ປະ​ເທດ​ທີ່​ມີ​ຂະໜາດ​ເສດຖະກິດ​ທີ່ໃຫຍ່ທີ່ສຸດໃນໂລກ ໃນກາງສະຕະວັດທີ 21. ຈາກ​ການ​ຖືກ​ປິດ​ລ້ອມ ຄວ້ຳ​ບາດຫ້າມ​ສົ່ງ​ສິນຄ້າ​ໃນ​ເມື່ອ​ກ່ອນ, ໃນ​ປະ​ຈຸ​ບັນ ຫວຽດ​ນາມ​ມີ​ການ​ພົວ​ພັນທາງ​ການ​ທູດ​ກັບ 189 ປະ​ເທດ​, ມີ​ການ​ພົວ​ພັນທາງ​ເສດ​ຖະ​ກິດ-ການ​ຄ້າ​ກັບກວ່າ 230 ປະ​ເທດແລະດິນ​ແດນ, ມີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດແລະຮອບ​ດ້ານ​ກັບ 30 ປະ​ເທດ; ຖ້າ​ນັບ​ທັງ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມີ​​ການ​ເຊັນ​ສັນ​ຍາ​ການ​ຄ້າ​ເສ​ລີຮຸ່ນ​ໃໝ່, ຈຳ​ນວນ​ຄູ່​ຮ່ວມມີ​ແມ່ນ 59, ກວມ​ເອົາ 59% ຂອງປະ​ຊາ​ກອນ, 61% ຂອງຈີ​ດີ​ພີ, 68% ຂອງການ​ຄ້າທົ່ວ​ໂລກ. ​​ໃນ​ຫຼາຍປີ​ທີ່​ຫວຽດນາມ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ, ​ແຕ່ໃນ​ເວ​ລາ​ທີ່​ມີ​ການລະບາ​ດຂອງພະ​ຍາດ​ໂຄວິດ-19, ຫວຽດ​ນາມໄດ້​​ໃຫ້​ການ​ຊ່ວຍ​ເຫຼືອ​​ແກ່ 51 ປະ​ເທດແລະອົງ​ການ​ຈັ​ດ​ຕັ້ງ​ສາ​ກົນ...

ຄຽງ​ຄູ່​ກັບ​​ໂອ​ກາດແລະຄວາມສຳ​ເລັດ​​ປະ​ຫວັດ​ສາດ, ຈາກ​ມຸມມອງການວາງ​ແຜນຍຸດ​ທະ​ສາດ​ແລ້ວ, ຫວຽດນາມນັບແຕ່ນີ້ເຖິງສອງສາມທົດສະວັດຂ້າງ​ໜ້າ​ຈະ​ຍັງ​ປະ​ເຊີນ​ກັບ​ຄວາມທ້າທາຍທີ່​ໃຫຍ່ຫຼວງຫຼາຍຢ່າງ ​ເຊິ່ງຕ້ອງການ​ວິທີ​ແກ້​ໄຂ​ໄລຍະ​ຍາວ ​ແລະ​ມີ​ບາດກ້າວບຸກທະລຸ, ​ໂດຍ​ສະ​ເພາະ​ແມ່ນ:  

ກ່ຽວ​ກັບ​ການ​ພັດ​ທະ​ນາ, ເຖິງ​ແມ່ນ​ວ່າ​ມີ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄວ ແລະ ບາງ​ສ່ວນ​ໄດ້​ເຂົ້າ​ສູ່​ການ​ເຕີບ​ໂຕ​ຄຸນ​ນະ​ພາບ, ແຕ່​ເພື່ອ​ພົ້ນ​ອອກ​ຈາກ​ລາຍ​​ໄດ້​ປານ​ກາງ, ຕາມການ​ຄິດ​ໄລ່, ຫວຽດ​ນາມຕ້ອງ​ຮັກ​ສາ​ຄວາມ​ໄວ​​ໃນ​ການເຕີບ​ໂຕ​ແຕ່ 7% - 7,5% ຕໍ່​ປີໃນ​ໄລ​ຍະ​ຂ້າມ​ຜ່ານ 2021 - 2030, ນັ້ນ​ແມ່ນ​ລະ​ດັບ​ສູງກວ່າ​ທີ່​ທຽບ​ກັບ​ລະ​ດັບ 6,3% ໃນ 10 ປີ​ທີ່​ຜ່ານ​ມາ. ເພື່ອ​ກ້າວ​ເຂົ້າ​ສູ່ ໂລກ​ທີ​ໜຶ່ງ”, . ເກົາຫຼີ ມີ​ການເຕີບ​ໂຕ​ເກືອບ 10% ໃນ​ຕະຫຼອດ 37 ປີ. ປັດ​ໃຈ​ໜຶ່ງ​ທີ່​ຕັດ​ສິນ​ການ​ເຕີບ​ໂຕ​ແມ່ນ​ປະ​ສິດ​ທິ​ພາບການ​ອອກ​ແຮງ​ງານ. ເຖິງວ່າ​ຈະມີອັດຕາ​ການ​ເຕີບ​ໂຕ​ທີ່​ໄວທີ່​ສຸດ​ໃນ​ສະ​ມາ​ຄົມບັນ​ດາ​ປະ​ເທດອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ແຕ່ມາ​ຮອດ​ປະ​ຈຸ​ບັນ ສະມັດຕະພາບແຮງງານຂອງ​ຫວຽດນາມ​ເທົ່າ​ກັບ 7,2% ຂອງສິງກະໂປ, 36,2% ຂອງ​ໄທ, 43% ຂອງ​ອິນ​ໂດ​ເນ​ເຊຍ. ຕາມຂໍ້​ມູນ​ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ປີ 2018, ຫວຽດ​ນາມ​ໄດ້​ຄະ​ແນນ​ພຽງ 43/100 ຄະ​ແນນ​ໃນ​ລະ​ດັບ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານແລະການ​ສື່ສານ, ມີ​ຄວາມຄືບ​ໜ້າ​ແຕ່​ຍັງ​ຢູ່​​ໃນລະ​ດັບ​ຕ່ຳ ​ໂດຍ​ຢູ່​ໃນ​ອັນ​ດັບທີ 95/140 ປະ​ເທດ. ຄວາມ​ພ້ອມ​ຂອງຫວຽດນາມສຳລັບການປະຕິວັດອຸດສາຫະກຳຄັ້ງທີສີ່ແມ່ນເບື້ອງຕົ້ນ ​ໂດຍ​ຢູ່​ໃນ​ອັນ​ດັບ​ທີ 92 ຈາກ 100 ປະ​ເທດ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ​ພື້ນຖານ ​ແລະ 77/100 ​ໃນ​ດ້ານ​ຄວາມ​ສາມາດ​ທາງ​ດ້ານນະ​ວັດຕະກໍາ. ຫວຽດນາມຢູ່​ໃນ​ກຸ່ມ​ອັນ​ດັບ​ໜຶ່ງ​ໃນ​ບັນດາ​ປະ​ເທດກໍາລັງ​ພັດທະນາກ່ຽວກັບດັດຊະນີນະວັດຕະກໍາ (GII), ເພີ່ມຂຶ້ນ 16 ອັນດັບຕັ້ງແຕ່ປີ 2016 ແຕ່ຍັງຢູ່​ໃນອັນດັບພຽງແຕ່ 42/129 ປະເທດ. ໃນ​ຂະ​ນະ​ທີ່ປັນ​ຍາ​​ປະ​ດິດ​ສ້າງ​ນັບ​ມື້​ນັບ​ມີ​ຄວາມ​ໝາຍ​ຕັດ​ສິນ, ​ອັດ​ຕາ​ການ​ລົ​ງ​ທຶນຂອງຫວຽດ​ນາມໃຫ້​ພະ​ນັກ​ງານ​ຄົ້ນ​ຄວ້າ​ຄົນ​ໜຶ່ງພຽງ​ແຕ່​ເທົ່າ​ກັບ 1/3 ຂອງ​ປະ​ເທດໄທ, 1/4 ຂ​ອງ​ມາ​ເລ​ເຊຍ ແລະ 1/7 ຂອງ​ສິງ​ກະ​ໂປ. ຈາກ​ແງ່​ມຸມ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ, ຫວຽດ​ນາມຈະ​ກ້າວ​ເຂົ້າ​ສູ່​ທົດ​ຕະວັດໃໝ່​ດ້ວຍ​ໜ້າທີ່ອັນ​ລະ​ອຽດຄື: ​ໃຊ້ປະ​ໂຫຍ​ດຈາກ​ຂໍ້​ຕົກ​ລົງ​ສາ​ກົນ​ທີ່​ມີມາດ​ຕະ​ຖານ​ສູງ​ ເຊິ່ງ ຫວຽດ​ນາມ​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ບັນດາ​ຄູ່​ຮ່ວມ​ມື​ຂອງ​ຕົນ. ເວົ້າອີກຢ່າງໜຶ່ງ, ຖ້າ 10 ປີ​ທີ່​ຜ່ານ​ມາເປັນໄລຍະຂອງການສ້າງກອບງານແລະ "ສະໜາມ​ແຂ່ງຂັນ", ອີກ 10 ປີຂ້າງ ໜ້າຈະເປັນໄລຍະຂອງ "ການຕໍ່ສູ້" ທີ່ແທ້ຈິງ. ຕາມການຈຳລອງຫວ່າງມໍ່ມານີ້, ຖ້າ​ວິທະຍາສາດ-ເຕັກໂນໂລຊີ ແລະການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ ຖືກຫັນເປັນເຄື່ອງມື​ທາງ​ເສດຖະກິດ, ຫວຽດນາມສາມາດບັນລຸອັດຕາການເຕີບໂຕ ຈີ​ດີ​ພີ ສະເລ່ຍ 7,5% ຕໍ່ປີ.    

ກ່ຽວ​ກັບ​ຄວາມໝັ້ນຄົງ, ຫວຽດ​ນາມຈະ​ຕ້ອງ​ຮັບ​ມື​ກັບ​ຄວາມທ້າ​ທາຍ​ທັງ​ແບບ​ດັ້ງ​ເດີມ ແລະ ບໍ່​ເປັນ​ແບບ​ດັ້ງ​ເດີມຕໍ່​ໄປ. ທະ​ເລ​ຕາ​ເວັນ​ອອກ​ຍັງ​ແມ່ນບັນ​ຫາ​​ທີ່ແກ້​ໄຂ​ໄດ້​ຍາກ, ​ໃນ​ແງ່​ຂອງ​ອຳ​ນາດ​ອະ​ທິ​ປະ​ໄຕ, ສິດ​ອະ​ທິ​ປະ​ໄຕ, ສິດ​ຕັດ​ສິນ, ບັນ​ດາ​ສິດແລະຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ຄວາມໝັ້ນຄົງ, ​ສັນ​ຕິ​ພາບ, ​ສະ​ຖຽມ​ລະ​ພາບ, ເສ​ລີພາບ, ຄວາມ​ປອດ​ໄພ​​ແລະ​ຄວາມ​ໝັ້ນຄົງທາງ​ທະ​ເລ​ແລະ​ການບິນ, ການ​ຄຸ້ມ​ຄອງ​ຊັບ​ພະ​ຍາກອນ​ແລະ​ສິ່ງ​ແວດ​ລ້ອມ​ທາງທະ​ເລ, ການ​ແຂ່ງ​ຂັນ​ຍຸດ​ທະ​ສາດລະຫວ່າງ​ປະ​ເທດ​ໃຫຍ່... ຄວາມ​ໝັ້ນຄົງ​ທາງນໍ້າຂອງແມ່ນໍ້າຂອງ ຕ້ອງການການແກ້ໄຂຢ່າງຮອບດ້ານ ແລະຍາວນານ ໃນສະພາບທີ່ຫວຽດນາມເປັນປະເທດລຸ່ມແມ່ນໍ້າຕໍ່າສຸດ ​ແລະມີ​ທົ່ງ​ພຽງ​ແມ່​ນ້ຳ​ກິວ​ລອງທີ່​ມີ​ຄວາມ​ສຳ​ຄັນພິ​ເສດໃນ​ແງ່​ມຸມ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ແຫຼ່ງ​ນ້ຳ, ​ການພັດ​ທະ​ນາ​ເສດ​ຖະ​ກິດ, ປົກ​ປັກ​ຮັກ​ສາ​ຄຸນ​ຄ່າ, ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ເພ​ນີ ແລະ ການ​ປະ​ພຶດ​ໃນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ຢູ່​ອະ​ນຸ​ພາກ​ພື້ນ. ພະຍາດແລະວິກິດການດ້ານສຸຂະພາບ​ເກີດ​ຂຶ້ນ​ເລື້ອຍໆ. ໃນ 20 ປີທີ່ຜ່ານມາ, ໂລກປະສົບກັບພະຍາດຕິດແປດຢ່າງໜ້ອຍ 5 ຄັ້ງ ​ເຊິ່ງລວມທັງການລະບາດຂອງພະຍາດ​ໂຄ​ວິດ-19. ຫວຽດນາມແມ່ນໜຶ່ງ​ໃນ​ບັນດາ​ປະ​ເທດຖືກຜົນປະ​ທົບຫຼາຍທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ. ໃນຖານະ​ເປັນ​ພື້ນຖານ​ເສດຖະກິດເປີດ ​ແລະ ເຊື່ອມຕໍ່ເຂົ້າກັບໂລກນັບມື້ນັບຫຼາຍຂຶ້ນ, ຫວຽດນາມກໍ່​ແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມສ່ຽງທີ່ສຸດຢູ່ໃນພາກພື້ນ ໃນຊ່ອງທາງອິນ​ເຕີ​ເນັດ ​ໃນຂະນະທີ່ເສດຖະກິດດິຈິຕອນມີທ່າແຮງທີ່​ອາດ​ຈະປະກອບສ່ວນ ​ເຂົ້າ​ໃນ​ການ​ເຕີດ​ໂຕ​ໄດ້ສອງສາມເປີເຊັນ. ການຕອບສະໜອງຕໍ່​ຄວາມ​ທ້າ​ທາຍ​ທີ່​ຫຼາກ​ຫຼາຍ​ເຮັດ​​ໃຫ້​ເກີດ​ແຮງກົດດັນເພີ່ມຂຶ້ນຕໍ່ກັບຊັບພະຍາກອນຂອງປະເທດ, ເຊິ່ງເປັນສູນກາງຂອງ​ການ​ພັດທະນາເສດຖະກິດ.

ກ່ຽວ​ກັບ​ສັກ​ສີ​ແລະຖາ​ນະຕຳ​ແໜ່​ງ, ເຖິງວ່າຫວຽດນາມໄດ້ຮັບການຕີ​ລາຄາ​ສູງ​ຈາກ​ປະຊາຄົມສາກົນແລະພາກພື້ນກໍ່ຕາມ, ແຕ່ດ້ວຍວຽກງານເພີ່ມທະວີ “​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ” ຫວຽດນາມຍັງມີຫຼາຍວຽກທີ່ຕ້ອງເຮັດ. ຫວຽດນາມ​ຕ້ອງກ້າວຂ້າມ​ຂອບ “ຄວາມ​ຕັ້ງໜ້າ, ເປັນ​ເຈົ້າ​ການເພື່ອ ​ສ້າງ”, ເສີມ​ຂະ​ຫຍາຍພາລະບົດ​ບາດ​ສາ​ກົນ​ຢ່າງ​ຕັ້ງ​ໜ້າກວ່າ​ອີກ​ ໃນ​ບັນ​ດາ​ບັນ​ຫາ​ທີ່ຫວຽດ​ນາມມີ​ຄວາມ​ສົນ​ໃຈ, ມີ​ຄວາມ​ສາ​ມາດ ແລະ ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ກັບ​ຄູ່​ຮ່ວມ​ມື​ຕ່າງໆ ເຊິ່ງຕ້ອງ​ໃຊ້ວິ​ທີ​ເຂົ້າ​ເຖິງ​ລະ​ບົບ ຕັ້ງ​ແຕ່​ຊັບພະຍາກອນ ​​ໄປຈົນເຖິງ​ການກໍ່​ສ້າງ​ຖັນ​ແຖວພະນັກງານ, ຕັ້ງ​ແຕ່​ການ​ສ້າງ​ເອ​ກະ​ສານຈົນ​ເຖິງ​ການ​ຂົນ​ຂວາຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ເທດ​ຕ່າງໆ. ​ເປັນອັນຈະ​ແຈ້ງວ່າ, ເພື່ອ​​ມຸ່ງ​ສູ່​​ເປົ້າ​ໝາຍ​ໃຫຍ່ຕໍ່​ໄປ, ຂະ​ບວນການ​ວາງ​ແຜນ​ຍຸດ​ທະ​ສາດ​ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ, ​ພ້ອມທີ່​ຈະ​ກ້າວ​ຂ້າມ “ດິນແດນທີ່ຄຸ້ນເຄີຍ” ເພື່ອສໍາຫຼວດພື້ນ​ທີ່​ໃໝ່. ດ້ານພຶດຕິ​ກຳ ຄວາມທ້າ​ທາຍ​ແມ່ນ​ການຊຸກ​ຍູ້​ທ່າ​ອຽງຫຼາຍ​ຝ່າຍ ແລະ ກົດ​ໝາຍ​ສາ​ກົນ​ໃນ​ສະ​ຖາ​ນະ​ການ​ລັດ​ທິ​​ຊາດນິຍົມ, ອຳ​ນາດ​ບາດ​ໃຫຍ່ ແລະ​ປະ​ຊາລາດ​ນິຍົມ ​ທີ່​ເພີ່ມ​ຂຶ້ນ, ພຶດຕິກຳຫຼາຍຢ່າງໃນການພົວພັນສາກົນຍັງ​ຈະ​ດຳ​ເນີນ​ຕໍ່​ໄປ ​ໂດຍ​ເລີ່​ມຕັ້ງ​ແຕ່ການ​ຄິດ​ໄລ່​ຜົນ​ປະ​ໂຫຍ​ດສ່ວນຕົວທີ່​ຄັບ​ແຄບ.

ເພີ່ມປະສິດທິພາບຂອງຂະບວນການວາງແຜນຍຸດທະສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ

​ຈາກວິ​ທີ​ເຂົ້າ​ເຖິງ​ດັ່ງ​ກ່າວ​ໃນ​ການ​ວາງ​ແຜນ​​ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ຄຳ​ຖາມ​ທີ່​ວາ​ງ​ອອກ​ແມ່ນ ເຮັດແນວໃດເພື່ອໃຫ້ບັນລຸເປົ້າໝາຍການພັດທະນາ, ຄວາມໝັ້ນຄົງ ຖານະຕຳ​ແໜ່​ງ. ເພື່ອ​ຂະ​ບວນການ​ວາງ​ແຜນ​ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່ມີ​ປະ​ສິດ​ທິພາບ​ຫຼາຍ​ຂຶ້ນ​ ໃນອະນາຄົດອັນໃກ້ນີ້, ຫວຽດນາມຕ້ອງ:

ທີ​ໜຶ່ງ, ສືບຕໍ່ຄວາມພະຍາຍາມໃນການຈັດຕັ້ງ, ປະສານສົມທົບ ​ແລະ​ວາງ​ລະບົບ​ການຕັດສິນໃຈລະດັບຊາດ ເພື່ອໃຫ້ຂົງເຂດການພັດທະນາ, ຄວາມໝັ້ນຄົງ ແລະ ຖານະຕໍາແໜ່ງ ບໍ່ພຽງແຕ່ເສີມສ້າງເທົ່ານັ້ນ ແຕ່ຍັງສາມາດຊຸກຍູ້ເຊິ່ງກັນແລະກັນ, ສ້າງ​ການປະສານງານກັນ.

ທີ​ສອງ, ບົນ​ພື້​ນ​ຖານຜົນ​ປະ​ໂຫຍດ​ແຫ່ງ​ຊາດ - ປະ​ເທດຊາດ, ບັນດາທ້ອງຖິ່ນ​ຕ້ອງຮັບປະກັນການເຊື່ອມຕໍ່ລະຫວ່າງຂະແໜງການ ໃນຂະບວນການໃຫ້ຄໍາປຶກສາ, ການວາງແຜນ ແລະ ການປະຕິບັດຍຸດທະສາດການຕ່າງປະເທດ, ກໍານົດຜົນປະ​ໂຫຍ​ດຂອງ​ພາກສ່ວນຕ້ອງຮັບໃຊ້ຜົນປະໂຫຍດລວມ, “ການເຊື່ອມ​ໂຍງ​ຂະ​ແໜງ​ການນອນ​ຢູ່​ໃນ “ການເຊື່ອມ​ໂຍງທົ່ວ​ໄປ”, ໃນ​ນັ້​ນ​ການ​ພົວ​ພັນ​ຕ່າງ​ປະ​ເທດ (ລວມ​ມີ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ຂະ​ແໜງ​ການ, ຂົງເຂດ​ຕ່າງໆ) ​ມີ​ບົດ​ບາດ​ນຳ​ໜ້າ(14).

ທີ​ສາມ, ກຳ​ນົດ​​ເປົ້າ​ໝາຍ, ມາດ​ຕະ​ການຢ່າງ​ຖືກຕ້ອງ, ລວມທັງ​ມາດ​ຕະ​ການ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ ​ໃນ​ລະ​ດັບ​ຄວາມ​ສາ​ມາດ​ແຂງ ແລະ ການຈັດ​ວາງ​ແຫຼ່ງ​ພະ​ລັງ​ໃຫ້​ເໝາະ​ສົມ (ຂາດ​ແຫຼ່ງ​ພະ​ລັງ​, ນະໂຍບາຍຈະເປັນພຽງອຸດົມການແລະເປັນໄປໄດ້ໜ້ອຍ) ສຳລັບໜ້າ​ທີ່​ຕົ້ນ​ຕໍ່​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ, ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ ແລະ ຍົກ​ສູງບົດ​ບາດ, ຖາ​ນະຕຳ​ແໜ່​ງຂອງ​ຊາດ​ໃນ​ເວ​ທີສາ​ກົນ.

ການສ້າງຄວາມອາດສາມາດຂອງຊັບພະຍາກອນມະນຸດມີຄວາມສຳຄັນ​ຫຼາຍ, ໂດຍສະເພາະໃນລະດັບການນຳພາ ແລະ ຕັດສິນຕົກລົງ. ການອົບຮົມ​ສຶກສາ​ແລະ​ການ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຂັ້ນ​ຍຸດ​ທະ​ສາດ ເທົ່າ​ທຽມ​ກັບ​ໜ້າ​ທີ່” ຄວນ​ໄດ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ຢ່າງ​ແຂງ​ແຮງກວ່າ​ອີກ​ໃນ​​ໄລ​ຍະທີ່​ຈະ​ມາ​ເຖິງ.

ໃນ 35 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ ຫວຽດ​ນາມໄດ້​ບັນ​ລຸ​ຜົນ​ງານ​ອັນ​ໃຫຍ່ຫຼວງ, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ ໃນ​ບັນ​ດາ​ຂົງ​ເຂດການ​ພັດ​ທະ​ນາ, ຄວາມໝັ້ນຄົງ ແລະ ຖາ​ນະຕຳ​ແໜ່​ງຂອງ​ປະ​ເທດ​ໃນ​ເວ​ທີ​ສາ​ກົນ. ບັນ​ດາ​ຜົນ​ງານ​ດັ່ງ​ກ່າວ​ແມ່ນ​ຜົນ​ສຳ​ເລັດ​ຂອງ​ການ​ໝູນ​ໃຊ້​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ ​ເຂົ້າ​ໃນ​ພາກ​ຕົວ​ຈິງ​ການ​ວາງ​ແຜນ​ກຳ​ນົດ​ແນວ​ທາງ, ນະ​ໂຍ​ບາຍ. ແນ​ໃສ່​ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ ແລະ ມຸ່ງ​ສູ່​​ເປົ້າ​ໝາຍ​ໃຫຍ່ກວ່າ​ອີກ, ລຳ​ດັບ​ການ​ດຳ​ເນີນ​ການ​ວາງ​ແຜນ​ຍຸດ​ທະ​ສາດ, ລວມ​ທັງ​ຂົງ​ເຂດ​ການພົວ​ພັນ​ຕ່າງ​ປະ​ເທດ, ​ຕ້ອງ​ສືບ​ຕໍ່​ຍົກ​ສູງ​ປະສິດທິພາບ. ອັນນີ້ຍັງ​ພົວພັນກັບ​ຄວາມ​​ຕ້ອງ​ການ​ສ້າງ​ການ​ທູດ​ຮອບ​ດ້ານ​ແລະທັນ​ສະ​ໄໝ(15), ມີ​ບົດ​ບາດ​ນຳ​ໜ້າ, ສອດຄ່ອງກັບຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ, ປະສານ​ສົມທົບຢ່າງແໜ້ນແຟ້ນກັບກຳລັງ, ກະຊວງ, ຂະ​ແໜງ​ການແລະທ້ອງຖິ່ນ ໃນໄລຍະທີ່ສຳຄັນ ແຕ່ນີ້ເຖິງປີ 2030, ວິໄສທັດຮອດປີ 2045./.

-------------

(1) Andrew W. Marshall: “Strategy as a profession for future generations”, On Not Confusing Ourselves: Essays on National Security Strategy in Honor of Albert and Roberta Wohlstetter, 1991, pp. 302 – 311.

(2) ເລ​ດິ່ງຕິ້ງ, ດັ້ງ​ເກີມ​ຕູ໋, ຫງວຽນ​ຫວູ​ຕຸ່ງ: “ຄວາມ​ສຳ​ນຶກ​ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ”, ວາ​ລະ​ສານ​ຄົ້ນ​ຄວ້າ​ສາ​ກົນ, ສະ​ບັບ​ເລກ​ທີ 3 (108), ເດືອນ​ກັນ​ຍາ 2019, ໜ້າ 204.

(3) James Goldgeier và Jeremi Suri: “Revitalizing the U.S. National Security Strategy”, The Washington Quarterly38, No. 4 (2015), pp. 35 - 55, https://doi.org/10.1080/0163660X.2015.1125828.

(4) Aaron L. Friedberg: “Strengthening US strategic planning”, Washington Quarterly 31, No.1 (2008), pp. 47 – 60.

(5) Meenekshi Bose: Shaping and Signaling Presidential Policy: The National Security Decision Making of Eisenhower andKennedy, Texas A&M University Press, 1998.

(6) Ronald Krebs và David Edelstein: “Delusions of Grand Strategy: The Problem with Washington’s Planning Obsession”, Foreign affairs (Council on Foreign Relations) No. 94 (11-2015), pp109 – 116.

(7) ຍ້ອນຄວາມ​ກ້າວ​ໜ້າ​ຂອງວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ​ເຊິ່ງປະ​ຈຸ​ບັນ​ໃນຫຼາຍ​ຂົງ​ເຂດ, ການ​ຕັດສິນ​ຕົກ​ລົງ​​ເກືອບຄື​ວ່າ​ອອກ​ພ້ອມ​ກັນ​ກັບ​ເວ​ລາ​ແທ້​ຈິງ. ຕົວ​ຢ່າງ, ​ຂໍ້​ມູນທີ່​ປ້ອນຈະ​ໄດ້​ຮັບ​ການ​ອັບ​ເດດ​ໂດຍ​ປັນ​ຍາປະດິດ (AI), ປະມວນຜົນ​ໂດຍ​ສູດ​ການ​ຄິດ​ໄລ່​ທີ່​ຊັບຊ້ອນ ແລະ ​ແນະນຳ​ທິດ​ທາງ ຫຼື​ປັບ​ທິດ​ທາງການ​ປະ​ມວນ​ຜົນຕາມ​ເວ​ລາ​ຈິງ (ໜ່ວຍ​ງານຕຳຫຼວດ​ທະ​ເລອາ​ເມລິ​ກາ ໄດ້​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີນີ້​ ເພື່ອ​ຊອກ​ຫາບຸກ​ຄົນ​ທີ່​ສູນຫາຍ​ໃນ​ທະ​ເລ).

(8) Lawrence Freedman: Strategy: A History, Oxford University Press, 2015.

(9) Ionut Popescu: “Grand Strategy vs. Emergent Strategy in the conduct of foreign policy”, Journal of Strategic Studies 41 (12-2017): https://doi.org/10.1080/01402390.2017.1288109.

(10) ເບິ່ງ​ຕື່ມ: ເລ​ດິ່ງ​ຕິ້ງ: “ສົນທະນາ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ: ທິດ​ສະ​ດີ, ພຶດຕິ​ກຳ​ຕົວ​ຈິງ ແລະ ກໍ​ລະ​ນີ​ຂອງຫວຽດ​ນາມ”, ວາ​ລະ​ສານ​ຄົ້ນ​ຄວ້າ​ສາ​ກົນ, ສະ​ບັບ​ເລກ​ທີ 4 (111), ເດືອນ​ທັນ​ວາ 2017, ໜ້າ 17-35.

(11) ຫວູ​ຄວານ: “ຄວາມ​ໝັ້ນຄົງ, ການພັດ​ທະ​ນາ ແລະ ຜົນ​ກະ​ທົບ​ໃນການ​ເຄື່ອນໄຫວ​ພົວ​ພັນ​ຕ່າງ​ປະ​ເທດ”, ວາ​ລະ​ສານ​ຄົ້ນ​ຄວ້າ​ສາ​ກົນ, ເດືອນ​ທັນ​ວາ 1993.

(12) ເບິ່ງhttps://baoquocte.vn/thong-diep-cua-thu-tuong-nguyen-xuan-phuc-gui-nganh-ngoai-giao-nhan-dip-ky-niem-75-nam-ngay-thanh-lap-122383.html.

(13) ​ຫງວຽນ​ນັງ​ນາມ: "ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ການປ້ອງ​ກັນປະ​ເທດ, ການ​ປ້ອງ​ກັນ​ຄວາໝັ້ນຄົງ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ - ສິ​ລະ​ປະ​ການ​ນຳ​ພາ​ການ​ປະ​ຕິ​ວັດ”, ວາ​ລະ​ສາ​ກອມ​ມູ​ນິດອອນ​ໄລ, ວັນ​ທີ 28 ຕຸ​ລາ 2019, https://www.tapchicongsan.org.vn/web/guest/chi-tiet-tim-kiem/-/2018/814902/giai-quyet-moi-quan-he-giua-quoc-phong%2C-an-ninh-va-%C4%91oi-ngoai---nghe-thuat-lanh-%C4%91ao-cach-mang.aspx

(14) ເບິ່ງ​​ຕື່ມ: ​ຫງວຽນ​ນັງ​ນາມ: "ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ການປ້ອງ​ກັນ​ປະ​ເທດ, ການປ້ອງ​ກັນ​ຄວາ​ໝັ້ນຄົງ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ - ສິ​ລະ​ປະ​ການ​ນຳ​ພາ​ການ​ປະ​ຕິ​ວັດ”, ແມ້ງ​ຮູ່ງ: “ເສີມ​ຂະ​ຫຍາຍ​ພາ​ລະ​ບົດ​ບາດ​ນຳ​ໜ້າ​ຂອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​​ສັນ​ຕິ​ພາບ​ໃຫ້​ໝັ້ນ​ຄົງ, https://dangcongsan.vn/thoi-su/phat-huy-vai-tro-tien-phong-cua-doi-ngoai-trong-viec-giu-vung-moi-truong-hoa-binh-on-dinh-561378.htmlເຂົ້າ​ຫາ ວັນ​ທີ 21 ທັນ​ວາ 2020

(15) ເບິ່ງ: ຫງວຽນ​ຮົ່ງ​ດຽບ: "ສືບ​ຕໍ່​ກໍ່​ສ້າງ, ບູ​ລະ​ນະ​ພື້ນ​ຖານ​ການ​ທູດ​ຮອບ​ດ້ານ, ທັນ​ສະ​ໄໝ", https://www.vietnamplus.vn/tiep-tuc-xay-dung-hoan-thien-nen-ngoai-giao-toan-dien-hien-dai/656910.vnp21 ທັນ​ວາ 2021

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 964 (​ເດືອນ​ເມ​ສາ 2021)