ວຽກ​ງານກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ: ບັນດາ​ຂີດ​ໝາຍ​ບົນເສັ້ນທາງ 60 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ແລະ​ພັດທະນາ

ໂດຍ ດັ້ງມິງຄຸຍ
ຮອງລັດຖະມົນຕີ, ປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ
03:13, 26-10-2020

ກ. - ວຽກ​ງານ​ຂົນຂວາຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແມ່ນ​ໜ້າ​ທີ່​ໜຶ່ງ ທີ່​ມີ​ຄວາມ​ໝາຍ​ສຳຄັນ ​ໃນ​ລະບົບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ຕິດ​ແໜ້ນ​ກັບ ພາລະກິດ​ປະຕິວັດ​ ຂອງ​ພັກ​ແລະ​ລັດ ​ແລະ ພາລະກິດ​ ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ. ​ເລີ່ມຈາກ​ ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ, ໜ້າ​ທີ່ສະ​ເພາະ​ ໃນ​ແຕ່ລະ​ໄລຍະ, ພັກ​ແລະ​ລັດ​ຫວຽດນາມ​ ໄດ້ກຳນົດ​ແນວທາງ, ນະ​ໂຍບາຍ​ ໃນ​ວຽກ​ງານ​ຂົນຂວາຍ​ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ທັດສະນະລວມຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ເຮົາ ທີ່​ດຳລົງ​ຊີວິ​ຢູ່​ຕ່າງປະ​ເທດ ​ແມ່ນ “ຊາວຫວຽດນາມຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງ ທີ່ຂາດບໍ່ໄດ້ ແລະ ແມ່ນແຫຼ່ງກຳລັງ ຂອງປະຊາຄົມບັນດາເຜົ່າຫວຽດນາມ”.

ພີ່ນ້ອງຮ່ວມຊາດຊາວຫວຽດນາມຕ່າງດ້າວໃນປະເທດໄທ ກັບຄືນປະເທດໃນຖ້ຽວທຳອິດ ເຂົ້າຢາມແລະອວຍພອນປີໃໝ່ ປະທານໂຮ່ຈີມິນ ທີ່ທຳນຽບປະທານປະເທດ, ວັນທີ່ 29-1-1960 _ພາບ: ເອກະສານ

ປີ 2019 ​ໄດ້​ເຫັນປະຈັກຕາ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດນາມ. ​ໃນ​ຜົນງານ​ເຫຼົ່າ​ນັ້ນ, ບໍ່​ອາດ​ຈະ​ບໍ່​ເວົ້າ​ເຖິງ​ບົດບາດ ​ແລະ​ສ່ວນ​ປະກອບ​ຂອງຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ປີ 2019 ກໍ່​ແມ່ນ​ປີ​ທີ່​ຂີດ​ໝາຍ 60 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ແລະ​ພັດທະນາ​ຂອງ ຄະນະກຳມະການແຫ່ງລັດ ກ່ຽວ​ກັບຊາວຫວຽດນາມຢູ່ຕ່າງປະເທດ. ​ໃນ 6 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໄດ້​ບັນລຸ​ຜົນງານ​ຫຼາຍ​ຢ່າງ​ທີ່​ໜ້າ​ຊົມ​ເຊີຍ ​ໃນ​ການ​ຊ່ວຍ​ເຫຼືອ​ໃຫ້​ພີ່ນ້ອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ມີ​ສະຖຽນ​ລະ​ພາບ​ໃນ​ຊີວິດ, ຮັກສາ​ເອກະລັກ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ​ເຊື່ອມ​ຕໍ່​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ​ເພື່ອ​ພາລະກິດ​ລວມ​ໃນ​ການ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ​ພັດທະນາ​ປະ​ເທດ. ລະບົບ​ຂອບ​ກົດໝາຍ, ນະ​ໂຍບາຍ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ມາ, ຕອບ​ສະໜອງ​ນັບ​ມື້​ນັບ​ດີ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ຂອງຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ໃຫ້​ພວກ​ເຂົາມີ​ຄວາມ​ສະໜິດຕິດ​ພັນ​ກັບປະ​ເທດ, ຜ່ານ​ນັ້ນ, ບົດບາດ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ຮັບ​ການ​ຢືນຢັນ​ໃນ​ທຸກ​ດ້ານ​ຂອງ​ຊີວິດຄື​ກັບ​ທຸກ​ວັນ​ນີ້.

​ບັນດາ​ຂີດ​ໝາຍ​ໃນ​ເສັ້ນທາງ 60 ປີທີ່​ຜ່ານ​ມາ

​ໃນ​ປະຫວັດສາດ, ຄົນ​ຫວຽດນາມ​ອົບ​ພະຍົບ​ໄປ​ຕ່າງປະ​ເທດ​ແຕ່​ດົນ​ນານ​ແລ້ວ, ​ໃນ​ນັ້ນ, ຂີດ​ໝາຍສຳຄັນ​ທຳ​ອິດ​ທີ່​ສະ​ແດງ​ເຖິງການ​ປະກົດ​ຕົວ​ຂອງ​ຊາວ​ຫວຽດນາມຢູ່​ຕ່າງປະ​ເທດ ຍັງ​ຖືກ​ເກັບ​ຮັກສາ​ໄວ້​​ໃນບັນດາ​ເອກະສານ​ປະຫວັດສາດ, ​ແມ່ນ​ເຫດການ​ທີ່​ເຈົ້າ​ຊາຍ ຫຼີລອງ​ເຕື໋ອງ ​ໄດ້​ນຳ​ເອົາ​ບາງ​ຄອບຄົວ​ຂອງ​ລາຊະວົງ​ຫຼີ ​ໄປ​ປະ​ເທດ​ເກົາຫຼີ​ ໃນ​ຕົ້ນ​ສະຕະວັດ​ທີ XIII, ກໍ່​ຕັ້ງ​ສາຍ​ຕະກູນ​ຫຼີຮົວ​ເຊີນ ຢູ່​ສາທາລະນະ​ລັດ​ເກົາຫຼີ​ໃນ​ປະຈຸ​ບັນ. ​ໃນ​ຊຸມ​ປີ​ທ້າຍ​ສະຕະວັດ​ທີ XIX ​ແລະ​ຕົ້ນ​ສະຕະວັດ​ທີ XX ​ແມ່ນ​ໄລຍະ​ເວລາ​ທີ່​ຂີດ​ໝາຍການ​ອົບພະຍົບ​ໃຫຍ່ຄັ້ງທຳ​ອິດ​ຂອງ​ຊາວ​ຫວຽດນາມ​ໄປ​ຕ່າງປະ​ເທດ, ຈຳນວນ​ຄົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ແລະ​ຈຳນວນ​ສະຖານ​ທີ່​ທີ່​ມີ​ຄົນ​ຫວຽດນາມ​ຢູ່​ອາ​ໄສ ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ. ​ໃນ​ລະຫວ່າງການສ້າງ​ຕັ້ງ​ແລະພັດທະນາ, ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ຖືກ​ຜົນ​ສະທ້ອນຢ່າງ​ໃຫຍ່​ຫຼວງ​ ຈາກ​ການ​ຜັນ​ຜວນ​ໃນ​ປະຫວັດສາດ, ​ໄດ້​ປະກອບ​ດ້ວຍ​ຫຼາຍ​ພາກສ່ວນ, ອາ​ໄສ​ຢູ່​ໃນ​ຫຼາຍ​ປະ​ເທດ, ຫຼາຍ​ພາກ​ພື້ນ​ທີ່​ມີ​ເງື່ອນ​ໄຂ​ເສດຖະກິດ, ການ​ເມືອງ, ສັງຄົມ​ທີ່​ແຕກ​ຕ່າງ​ກັນ. ພ້ອມ​ກັນ​ກັບ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ ​ແລະ​ການ​ແລກປ່ຽນ​ວັດທະນະທຳ​ຂອງ​ຫວຽດນາມ ​ກັບ​ຕ່າງປະ​ເທດ, ​ໃນຊຸ​ມປີ​ທີ່​ຜ່ານ​ມາ​ມໍ່​ນີ້, ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ມີ​ການ​ຜັນ​ປ່ຽນ​ແລະ​ການ​ພັດທະນາ​ໃໝ່, ດ້ວຍ​ການ​ເພີ່ມ​ຈຳນວນ​ຊາວ​ຫວຽດນາມ​ທີ່​ອອກ​ໄປ​ຕ່າງປະ​ເທດພາຍ​ໃຕ້​ຮູບ​ການ​ຕ່າງໆ​ເຊັ່ນ ​ໄປ​ຕັ້ງ​ຖິ່ນ​ຖານ, ​ເຕົ້າ​ໂຮມ​ກັບ​ຄອບຄົວ, ​ໄປ​ໂຮງຮຽນ, ​ໄປ​ເຮັດ​ວຽກ​ເຮັດ​ທຸລະ​ກິດ, ​ແຮງ​ງານ​ສົ່ງ​ອອກ​ຕາມ​ສັນຍາ, ​ແຕ່ງງານ...; ພ້ອມ​ກັນ​ນັ້ນ​ ກໍ່​ເຫັນ​ມີ​ຄົນ​ຮຸ່ນ​ໜຸ່ມກັບ​ມາ​ບ້ານ​ເກີດ​ເມືອງ​ນອນ​ເພື່ອ​ສ້າງ​ອາຊີບ, ລົງທຶນ​ ແລະ ​ເຂົ້າ​ຮ່ວມ​ກິດຈະກຳ​ວັດທະນະທຳ​ແລະ​ກິດ​ລາພາຍ​ໃນ​ປະ​ເທດຫວຽດນາມ.

ຊຸມ​ຊົນ​ຊາວ​ຫວຽດນາມມີ​ມາ​ແຕ່​ດົນ​ນານ​ ໃນ​ຫຼາຍປະ​ເທດ​ທີ່​ມີ​ສາຍ​ພົວພັນ​ທາງ​ປະຫວັດສາດ​ ກັບ​ຫວຽດນາມ​ເຊັ່ນ ກຳປູ​ເຈຍ, ລາວ, ຈີນ, ຝຣັ່ງ, ນິວ​ເຮ​ບຣີດີ (ດຽວ​ນີ້​ແມ່ນ​ປະ​ເທດ ວາ​ນູອາ​ຕູ)... ຕັ້ງ​ແຕ່​ວັນ​ທຳ​ອິດ​ຂອງ​ການ​ສ້າງ​ຕັ້ງ​ປະ​ເທດ, ປະທານ​ໂຮ່ຈີ​ມິນ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຂົນຂວາຍ​ພີ່ນ້ອງ​ຮ່ວມ​ຊາດຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ພາຍຫຼັງ​ທີ່​ສັນຕິພາບ​ໄດ້​ກັບ​ຕ່າວ​ຄືນ​ມາ​ຢູ່​ພາກ​ເໜືອ, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄົນປາດຖະໜາຢາກກັບຄືນບ້ານເກີດເມືອງນອນ ເພື່ອດຳລົງ​ຊີວິດ ​ແລະ​ສ້າງສາ​ປະ​ເທດ​ຊາດ. ຕອບ​ສະໜອງ​ຄວາມ​ປາດ​ຖະໜາ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ວັນ​ທີ 23-11-1959, ນາ​ຍົກ​ລັດຖະມົນຕີ ຟ້າ​ມວັນ​ດົ່ງ ​ໄດ້​ລົງ​ນາມ​ໃນ​ດຳລັດ​ເລກທີ 416/NĐ-TTg ວ່າ​ດ້ວຍ​ການ​ສ້າງ​ຕັ້ງຄະນະ​ກຳມະການ​ສູນ​ກາງ​ກ່ຽວ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ - ທີ່​ເປັນ​ຕົ້ນ​ກຳ​ເນີ​ດຂອງຄະນະກຳມະການແຫ່ງລັດ ກ່ຽວ​ກັບຊາວຫວຽດນາມຢູ່ຕ່າງປະເທດ - ຂີດ​ໝາຍ​ບາດກ້າວ​ພັດທະນາ​ທີ່​ສຳຄັນ​ຂອງ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່​ອົງການ​ສະ​ເພາະ​ກິດ​ໜຶ່ງ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ມາ​ ເພື່ອ​ຊ່ວຍ​ລັດຖະບານ​ຕິດຕາມ​ ແລະ​ຊີ້​ນຳວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ພ້ອມ​ກັນ​ນັ້ນ​ ກໍ່​ມີ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຫວຽດນາມ.

ພາຍຫຼັງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ, ຄະນະ​ກຳມະການ​ສູນ​ກາງ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ຮີ​ບດ່ວນ​ໃນ​ການກໍ່ສ້າງ​ກົງຈັກ​ການຈັດ​ຕັ້ງ ​ເພື່ອ​ກະກຽມ​ຕ້ອນຮັບບັນດາ​ກຸ່ມຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​​ປະ​ເທດ. ວັນ​ທີ 10 ​ເດືອນ​ມັງກອນ 1960, ​ເມື່ອ​ກຳ​ປັ່ນ​ທະ​ເລ​ລຳ​ທຳ​ອິດ​ທີ່​ບັນທຸກ​ຊາວ​ຫວຽດນາມ​ຕ່າງ​ດ້າວ​ໃນ​ປະ​ເທດ​ໄທ​ກວ່າ 900 ຄົນ​ມາ​ຮອດ​ທ່າ​ເຮືອ ​ໄຮ​ຟັອງ, ປະທານ​ໂຮ່ຈີ​ມິນ​ໄດ້​​ມາ​ທີ່​ທ່າ​ທຽບ​ເຮືອ ​ເສົາ​ຄໍ (​ໄຮ​ຟັອງ) ​ໂດຍ​ກົງ ​ເພື່ອ​ຕ້ອນຮັບ​ພີ່ນ້ອງ​ຮ່ວມ​ຊາດ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່ຢ່າງ​​ໃກ້ຊິດຂອງ​ພັກ​ແລະ​ລັດ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ​ແຕ່​ປີ 1960 ​ເຖິງ​ປີ 1964, ຄະນະ​ກຳມະການ​ສູນ​ກາງ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້ຕ້ອນຮັບ​ຊາວ​ຫວຽດນາມ​ກວ່າ 4 ໝື່ນ​ຄົນ​ ຈາກ​ປະ​ເທດ​ໄທ ​ແລະ​ປະ​ເທດນິວ​ເຮ​ບຣີດີ ກັບ​ຄືນ​ປະ​ເທດ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳແລະ​ເຮັດ​ໃຫ້​ຊີວິດ​ຂອງ​ພວກ​ເຂົາມີ​ສະ​ຖຽນລະ​ພາບ.​

ຄະນະ​ກຳມະການ​ສູນ​ກາງ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ສຸມ​ໃສ່​ການ​ກໍ່ສ້າງ​ຂະ​ບວນການຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ຮັກ​ຊາດ, ​ເປັນ​ພື້ນຖານ​ເພື່ອ​ສະໜັບສະໜູນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ ແລະ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໃນ​ໄລຍະ​ນີ້​ແມ່ນ ປຸກລະດົມ​ຊາວ​ຫວຽດນາມ​ຍູ້​ແຮງ​ການ​ເຄື່ອນ​ໄຫວການ​ທູດ​ປະຊາຊົນ, ຕັ້ງໜ້າ​ຊ່ວຍ​ເຫຼືອ​ແລະ​ປະສານ​ງານກັບບັນດາ​​ອົງການຕົວ​ແທນ​ຂອງ​ຫວຽດນາມ ​ໃນ​ການ​ຂົນຂວາຍ​ປະຊາຊົນ​ແລະ​ວົງ​ການ​ການ​ເມືອງ​ໃນ​ປະ​ເທດ​ຕ່າງໆ, ນັບ​ທັງ​ປະຊາຊົນ​ອາ​ເມ​ລິ​ກາ, ສ້າງ​ແນວ​ໂຮງ​ປະຊາຊົນ​ຜູ້​ກ້າວໜ້າ​ໃນ​ໂລກ​ ເພື່ອ​ສະໜັບສະໜູນ​ຫວຽດນາມ. ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ບໍ່​ພຽງ​ແຕ່​ສະໜັບສະໜູນ​ທາງ​ດ້ານ​ຈິດ​ໃຈ​ເທົ່າ​ນັ້ນ ​ແຕ່​ຍັງປະກອບສ່ວນ​ໂດຍ​ກົງ​ ເຂົ້າ​ໃນ​ການ​ປະຕິວັດ. ຫຼາຍ​ຂະ​ບວນການ​ຮັກ​ຊາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ໃນ​ນັ້ນ​ມີ​ຂະ​ບວນການ​ພິ​ເສດ​ຂອງ​ຊາວ​ຫວຽດນາມ​ຢູ່​ປະ​ເທດ​ໄທ ​ແນ​ໃສ່​ລະດົມ​ເງິນ​ແລະ​ສົ່ງ​ກັບ​ບ້ານ ​ເພື່ອ​ສະໜັບສະໜູນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ.

ພາຍຫຼັງ​ການ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ, ​ໃນ​ໄລຍະ​ປີ 1976-1985, ຫວຽດນາມ​ປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ຍ້ອນ​ຖືກ​ສົງຄາມ​ທຳລາຍ, ຖືກ​ປິດ​ລ້ອມຂວ້ຳ​ບາດ ​ແລະ ຍ້ອນ​ຄວາມ​ຜິດພາດ​ໃນ​ການ​ບໍລິຫານ, ຄຸ້ມ​ຄອງ​ເສດຖະກິດ, ປະ​ເທດ​ຖືກ​ຕົກຢູ່​ໃນ​ວິ​ກິດ​ການ​ທາງ​ເສດຖະກິດ-ສັງຄົມ​ທີ່​ແກ່ຍາວ. ​ໃນ​ໄລຍະ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ລຳ​ບາກ​ນີ້, ຈຳນວນ​ຊາວ​ຫວຽດນາມ​ທີ່​ອົບ​ພະຍົບ​ແລະ​ຍ້າຍ​ໄປ​ຕ່າງປະ​ເທດ​ເພື່ອ​ອາ​ໄສ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ດັ່ງ​ນັ້ນ ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ພັດທະນາ​ຢ່າງ​ໄວວາ​ທາງ​ດ້ານ​ຈຳນວນ, ຫຼາກ​ຫຼາຍ​ທາງ​ດ້ານ​ສ່ວນ​ປະກອບ ​ແລະ​ສັບສົນ​ທາງ​ດ້ານ​ທັດສະນະ​ການ​ເມືອງ. ​ໃນ​ສະພາບ​ການ​ນັ້ນ, ພັກ​ແລະ​ລັດ​ໄດ້​ມີ​ແຜນ​ນະ​ໂຍບາຍ​ດຶງ​ດູດການ​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເຂົ້າ​ໃນ​ການ​ຟື້ນ​ຟູ​ປະ​ເທດພາຍຫຼັງ​ສົງຄາມ, ​ເພີ່ມ​ທະວີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາປະ​ເທດ, ​ເຂົ້າ​ຮ່ວມ​ການ​ຂົນຂວາ​ຍຫາງ​ສຽງ​ສາກົນ​ ເພື່ອ​ຕໍ່ຕ້ານ​ການ​ປິດ​ລ້ອມ​ແລະ​​ການ​ເກືອດ​ຫ້າມຂອງ​ສັດຕູ.

​ແຕ່​ປີ 1986, ​ເມື່ອ​ຫວຽດນາມ​ກ້າວ​ເຂົ້າ​ສູ່​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ມ້າງ​ການ​ປິດ​ລ້ອມການ​ເກືອດ​ຫ້າມຂອງ​ຕ່າງປະ​ເທດ, ​ເປີດ​ກວ້າງ​ການ​ພົວພັນ​ຕ່າງປະ​ເທດ ແລະ ສຳ​ເລັດ​ຂັ້ນ​ຕອນ​ການ​ພົວພັນ​ເປັນ​ປົກກະຕິກັບ​ບັນດາ​ຄູ່​ຮ່ວມ​ງານ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ, ວຽກ​ງານ​ຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດມີ​ຄວາມ​ກ້າວໜ້າ​ຫຼາຍຢ່າງ, ຕິດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກິດຈະການ​ປ່ຽນ​ແປງ​ໃໝ່. ຊຸມ​ປີ​ແຫ່ງ​ການ​ຢຶດໝັ້ນ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ບັນດາ​ການ​ປ່ຽນ​ແປງ​​ໃນ​ທາງ​ບວກ​ຂອງ​ປະ​ເທດ, ພ້ອມ​ກັນກັບການ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ກັບຄືນປະເທດເພື່ອຢ້ຽມຢາມຍາດຕິພີ່ນ້ອງ, ສົ່ງ​ເງິນ​ກັບ​ບ້ານ..., ​ໄດ້​ສົ່ງ​ຜົນ​ກະທົບ​ທີ່​ຕັ້ງໜ້າ​ເຖິງ​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຊາວຫວຽດນາມຢູ່ຕ່າງປະເທດເກືອບ 100 ຄົນທີ່ມາຈາກ 25 ປະເທດແລະເຂດແຄວ້ນທົ່ວໂລກ ທີ່ເຂົ້າຮ່ວມໂຄງການ “ລະດູບານໃໝ່ 2018 ໃນບ້ານເກີດເມືອງນອນ - ຫວຽດນາມສະຫວ່າງສະໄຫວໃນອະນາຄົດ” _ພາບ: qdnd.vn

ເຫດການ​ສຳຄັນ​ໜຶ່ງ​ອີກ​ ທີ່​ຂີດ​ໝາຍ​ບາດກ້າວ​ປ່ຽນ​ແປງ​ໃໝ່​​ແນ​ວ​ຄິດ​ ໃນ​ວຽກ​ງານການຂົນຂ​ວາຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແມ່ນ​ການ​ອອກ​ມະຕິ​ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ ​ເລກທີ 08-NQ/TW, ວັນ​ທີ 29 ​ເດືອນ​ພະຈິກ 1993, ວ່າ​ດ້ວຍ​ວຽກ​ງານ​ຂົນຂວາຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ທັດສະນະ “ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ແຍກ​ອອກ​ບໍ່​ໄດ້​ ຂອງປະຊາ​ຄົມ​ບັນດາ​ເຜົ່າຫວຽດນາມ” ​ໄດ້​ຮັບ​ການ​ຢືນຢັນ​ໃນ​ເອກະສານ​ຂອງ​ພັກ. ​ເອກະສານ​ສະບັບ​ນີ້​ແມ່ນ​ພື້ນຖານ​ໃຫ້​ລັດຖະບານ​ປະກາດ​ໃຊ້​ດຳລັດ​ເລກທີ 74-CP, ວັນ​ທີ 30 ​ເດືອນ​ກໍລະກົດ 1994, ວ່າ​ດ້ວຍ​ໜ້າ​ທີ່, ສິດ​ຂອບ​ເຂດ ​ແລະ​ການຈັດ​ຕັ້ງ​ກົງຈັກ​ຂອງ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ປ່ຽນ​ແທນ​ໃຫ້​ຄະນະ​ກຳມະການສູນ​ກາງກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ແລະ ດຳລັດ​ເລກທີ 77/CP, ວັນ​ທີ 6 ​ເພືອນພະ​ຈິກ 1995, ຂອງ​ລັດຖະບານ, ກ່ຽວ​ກັບ​ການ​ຕັ້ງຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຢູ່​ພາຍ​ໃຕ້​ກະຊວງ​ການ​ຕ່າງປະ​ເທດ​ໂດຍ​ກົງ. ນັບ​ແຕ່​ນັ້ນ​ມາ, ວຽກ​ງານກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ກາຍ​ເປັນ​ໜຶ່ງ​ໃນສີ່​ເສົາ​ຄ້ຳ​ຂອງ​ການທູດ​ຫວຽດນາມ.

ອາ​ໄສ​ການ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ວຽກງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ກັບ​ວຽກ​ງານ​ການ​ຕ່າງປະ​ເທດ​ລວມຂອງ​ປະ​ເທດ, ວຽກ​ງານ​ຂົນຂວາຍ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໄດ້​ມີ​ການ​ປ່ຽນ​ແປງ​ທີ່​ສຳຄັນ​ຫຼາຍ​ຢ່າງ, ນັບ​ທັງ​ຢູ່​ບັນດາ​ພື້ນ​ທີ່​ທີ່​ສັບສົນ, ມີ​​ກອງກຳລັງຕໍ່ຕ້ານ​ຫຼາຍກອງ. ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ ໄດ້​ຍູ້​ແຮງ​ການ​ສ້າງ​ແລະ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຕໍ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ; ປະກອບສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ສ້າງ​ເອກະສານ​ກົດໝາຍ​ຫຼາຍ​ສະບັບ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ຊາວ​ຫວຽດນາມ​ໃນ​ຫຼາຍໆ​ບັນຫາກ່ຽວ​ກັບ​ກົນ​ໄກ​ນຳ​ໃຊ້​ຜູ້​ຊ່ຽວຊານ ປັນຍາ​ຊົນ​ຄົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ ມີ​ສ່ວນ​ຮ່ວມ​ໃນ​ການ​ໃຫ້​ຄຳ​ປຶກສາ​ລັດຖະບານ​ໃນ​ຫຼາຍ​ຂົງ​ເຂດ, ຂໍ້​ກຳນົດ​ຕ່າງໆ​ກ່ຽວ​ກັບ​ການ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ, ການ​ອອກ​ - ​ເຂົ້າ​ເມືອງ, ການ​ຢູ່​ອາ​ໄສ, ການ​ໃຊ້​ລະບົບ​ລາຄາ​ດຽວ, ການ​ສົ່ງ​ເງິນ​ກັບ​ບ້ານ, ການ​ຊື້​ເຮືອນ​ຢູ່, ການ​ຍ້ອງຍໍ​ຊົມ​ເຊີຍ, ການ​ລົງທຶນ, ທຸລະ​ກິດ... ການ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ເທິງ​ນີ້​ໄດ້​ເສີມ​ຂະຫຍາຍ​ປະສິດທິຜົນ​ອັນ​ໃຫຍ່​ຫຼວງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ແທດ​ຈິ​ງ​ໃຫ້​ພີ່ນ້ອງຮ່ວມ​ຊາດ​ຢູ່​ຕ່າງປະ​ເທດ, ຜ່ານ​ນັ້ນ​ຍິ່ງ​ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່​ເລິດ​ເຊິ່ງຂອງ​ພັກ​ແລະ​ລັດ ຕໍ່​ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ສ້າງ​ຄວາມ​ຮັບ​ຮູ້​ທີ່​ຖືກຕ້ອງ, ອາລົມ​ຈິດ​ສະໜິດ​ແໜ້ນ ​ແລະ ການ​ປະກອບສ່ວນ​ທີ່​ຕັ້ງໜ້າ​ຂອງຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃຫ້​ແກ່​ການ​ກໍ່ສ້າງ​ປະ​ເທດ​ຊາດ. ການ​ຕັ້ງໜ້າ​ຂົນຂວາຍ​ຂອງ​ພວກ​ເຮົາ​ກໍ່​ໄດ້​ປະກອບສ່ວນ​ ເຂົ້າ​ໃນ​ການລົບ​ລ້າງ​ຄວາມ​ຄິດ​ຫຍໍ້​ທໍ້ ຂອງ​ຊຸມ​ຊົນ​ສ່ວນ​ໜຶ່ງ ​ທີ່​ຕິດ​ກັບ​ລະບອບ​ເກົ່າ, ຈຳກັດ​ການ​ກະທຳ​ຕ້ານ​ທຳລາຍ.

ປີ 2004 ​ແມ່ນ​ຂີດ​ໝາຍ​ທີ່​ມີ​ການ​ຫັນປ່ຽນ​ພື້ນຖານ ​ແລະ​ການ​ສ້າງ​ກຳລັງ​ໜູນ​ໃໝ່​ໃນ​ວຽກ​ງານກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ບົນ​ພື້ນຖານ​ການ​ສະຫຼຸບ​ສັງ​ລວມ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ເລດ​ທີ 08-NQ/TW, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ເປັນ​ເຈົ້າ​ການສະ​ເໜີ, ​ໃຫ້​ຄຳ​ປຶກສາ ​ແລະ ສ້າງ​ມະຕິ​ເລກທີ 36-NQ/TW, ລົງ​ວັນ​ທີ 26 ມີນາ 2004, ຂອງ​ກົມ​ການ​ເມືອງສູນ​ກາງ, ກ່ຽວ​ກັບ​ວຽກ​ງານ​ຕໍ່ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​. ມະຕິ​ແມ່ນ​ເອກະສານ​ທີ່​ມີ​ຄວາມ​ໝາຍ​ປະຫວັດ​ສາດມີ​ຄຸນຄ່າ​ພື້ນຖານ, ​ໃຫຍ່​ຫຼວງ​, ​ຮອບ​ດ້ານ​ແລະ​ຍາວ​ນານ ສະ​ແດງ​ໃຫ້​​ເຫັນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ຈິນຕະນາການ​ປ່ຽນ​ແປງ​ໃໝ່​ ຂ​ອງພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ວຽກ​ງານ​ນີ້, ​ໄດ້​ຮັບ​ການ​ເຜີຍ​ແຜ່​ຢ່າງ​ກວ້າງຂວາງ​ໃນ​ທົ່ປະ​ເທດ, ​ໃຫ້​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃນ​ທຸກ​ທະວີບ​ໃນ​ໂລກ. ພຶດຕິ​ກຳ​ອັນ​ມີ​ຊີວິດ​ຊີວາ​ກ່ຽວ​ກັບ “ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ແຍກ​ອອກ​ບໍ່​ໄດ້​ ​ແລະ​ແມ່ນ​ແຫຼ່ງພະລັງຂອງ​ປະຊາ​ຄົມບັນດາ​ເຜົ່າ​ຫວຽດນາມ, ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ປະກອບສ່ວນ​ເພີ່ມ​ທະວີການ​ພົວພັນ​ຮ່ວມ​ມື, ມິດຕະພາບ​ລະຫວ່າງ​ປະ​ເທດ​ເຮົາ​ກັບ​ຕ່າງປະ​ເທດ” ​ໄດ້​ຮັບ​ການ​ສ່ອງ​ແສງ​ໃນມະຕິ, ກາຍ​ເປັນຄວາມ​ຮັບ​ຮູ້​ລວມ ຂອງ​ທຸກ​​ສຳນັກງານອົງການ​ໃນ​ລະບົບ​ການ​ເມືອງ ​ແລະທົ່ວ​ປວງ​ຊົນ. ທັດສະນະ​ຊີ້​ນຳ​ດັ່ງກ່າວຂອງ​ພັກ​ແລະ​ລັດ​ ໄດ້​ຮັບ​ການ​ຫັນ​ເປັນຮູບ​ປະ​ທຳ​ໃນ​ຫຼາຍນະ​ໂຍບາຍ, ກົດໝາຍທີ່​ກ່ຽວພັນ​ເຖິງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ເອກະສານ​ກົດໝາຍ​ສູງ​ສຸດ​ຄືລັດຖະທຳ​ມະນູນ​ປີ 2013(1). ວັນ​ທີ 19 ພຶດສະພາ 2015, ກົມ​ການ​ເມືອງ​ສູງ​ກາງ​ໄດ້​ອອກ​ຄຳ​ສັ່ງ​ສະບັບ​ທີ 45-CT/TW, ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິບັດມະຕິ​ເລກທີ 36-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ກາງ​ຊຸດ​ທີ IX ກ່ຽວ​ກັບວຽກ​ງານ​ຕໍ່ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໃນ​ສະພາບ​ການ​ໃໝ່, ສືບ​ທອດ​ບັນດາ​ທັດສະນະ​ຊີ້​ນຳຂອງ​ມະ​ຕິ​ເລກທີ 36, ພ້ອມ​ກັນ​ນັ້ນ ກໍ່​ເນັ້ນ​ໜັກ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ທີ່​ຕ້ອງ​ໄດ້​ຜັນ​ຂະຫຍາຍ​ໃນ​ໄລຍະ​ເວລາ​ຕໍ່ໜ້າ, ພິ​ເສດ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ສິ່ງ​ຄົງ​ຄ້າງ, ຂໍ້​ຈຳກັດ​ຕ່າງໆ.

ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ແລະ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ, ຮອບ​ດ້ານ ​ໃນ​ທຸກ​ດ້ານ. ຫຼາຍ​ນະ​ໂຍບາຍ​ທີ່​ແທດ​ເໝາະ ​ຮັບປະກັນ​ຜົນ​ປະ​ໂຫຍ​ດຕົວ​ຈິ​ງ ຂອງຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​​ ​ໃນການ​ປ່ຽນ​ແປງ​ຂໍ້​ກຳນົດ​ກ່ຽວ​ກັບ​ບັນດາ​ບັນຫາ​ເຊັ່ນ ​ສັນຊາດ, ການ​ຍົກ​ເວັ້ນວີ​ຊາ, ທີ່ຢູ່​ອາ​ໄສ, ການ​ຊື້​ເຮືອນ​ແລະ​ເປັນ​ເຈົ້າ​ຂອງ​ເຮືອນ​ໃນປະ​ເທດ​ຫວຽດນາມ... ​ເຊິ່ງ​ໄດ້​ສ້າງ​ຄວາມ​ເຊື່ອ​ຖື, ​ເບີກບານ​ໃຈ​ຂອງ​ຊຸນ​ຊົນ​ຊາວ​ຫວຽດນາມ​ຢູ່​ທຸກ​ປະ​ເທດ ​​ແລະ​ເພີ່ມ​ຄວາມ​ຜູກ​ພັນ​ສະໜິດ​ແໜ້ນ ​ລະຫວ່າງ​ຊາວ​ຫວຽດນາມ​ຢຸ່ຕ່າງປະ​ເທດ ​ກັບປະ​ເທດ​ຫວຽດນາມ.

ສາຍພົວພັນຂອງຊາວຫວຽດນາມຢູ່ຕ່າງປະເທດກັບບ້ານເກີດເມືອງນອນ

ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​​ໃນ​ປະຈຸ​ບັນ​ໄດ້​ມີ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ທາງ​ດ້ານ​ຈຳນວນ​ແລະ​ຄຸນ​ນະພາ​ບ, ​ໂດຍ​ມີ​​ປະ​ມານ 4,5 ລ້ານ​ຄົນ​ໃນ​ກວ່າ 110 ປະ​ເທດ​ແລະ​ເຂດ​​ແຄ​ວ້ນ, ໃນນັ້ນຫຼາຍກວ່າ 500.000 ຄົນ​ມີ​ວຸດ​ທິການ​ສຶກສາລະ​ດັບມະຫາວິທະຍາ​ໄລ​ຫຼື​ສູງ​ກວ່າ, ຫຼາຍ​ຄົນ​ເປັນ​ວິ​ສາວະ​ກອນ ຜູ້​ຊ່ຽວຊານ​ລະດັບ​ສູງ​ໃນບັນດາ​ຂົງ​ເຂດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ​ເສດຖະກິດ, ການ​ເງິນ ​ແລະ​ບາງ​ຄົນ​ໄດ້​ເຂົ້າ​ຮ່ວມ​ໃນ​ລະບົບ​ການ​ເມືອງ​ຂອງ​ບັນດາ​ປະ​ເທດ. ​ໃນ​ແຕ່ລະ​ປີ, ມີ​ປະມານ 400 - 500 ​ເທື່ອ​ຜູ້​ຊ່ຽວຊານ, ປັນຍາ​ຊົນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ຢູ່​ຫວຽດນາມ. ການ​ມີ​ສ່ວນ​ຮ່ວມ​ຂອງ​ປັນຍາ​ຊົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ 4 ຄົນ​ໃນສະມາຊິກ 15 ຄົນ​ຂອງ​ກຸ່ມ​ທີ່​ປຶກສາ​ເສດຖະກິດ ຂອງນາ​ຍົກ​ລັດຖະມົນຕີ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ປັນຍາ​ຊົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ ປະກອບສ່ວນ​ຫຼາຍ​ກວ່າ​ອີກ​​ເຂົ້າໃນການ​ສ້າງສາ​ປະ​ເທດ​ຊາດ.

​ເດີນ​ຕາມ​ຮອຍ​ບຸກຄົນ​ສຳຄັນ​ທີ່​ປະທານ​ໂຮ່ຈີ​ມິນ​ແລະ​ຜູ້​ອາວຸ​ໂສ​ຂອງ​ການ​ປະຕິວັດ ປຸກລະດົມ​ໂດຍ​ກົງ​​ໃຫ້​ເຂົ້າ​ຮ່ວມ​ການຕໍ່ຕ້ານ​ເຊັ່ນ ວິ​ສາວະ​ກອນ ​ເຈິ່ນດ້າຍ​ເງ໋ຍ, ວິ​ສາວະ​ກອນ ຫວໍ​ກຸ໋ຍຮວັນ, ດຣ ​ເຈິ່ນຫຶ​ວ​ເຕືອກ ​ແລະ ວິ​ສາວະ​ກອນ ຫວໍ​ດິ່ງ​ກວິ່ງ ​ແມ່ນບຸກ​ຄົນ​ໃໝ່​ທີ່​ກັບ​ມາ​ປະ​ເທດ​​ເພື່​ອ​ເຂົ້າ​ຮ່ວມ​ການ​ພັດທະນາ​ປະ​ເທດ​ເຊັ່ນ ປອ ບຸ່ຍ​ຫາຍ​ຮຶງ - ນັກ​ປະດິດ AI ທີ່ Google ​ເຊິ່ງມີ​ໂຄງການວິ​ໄຈ​ທາງ​ວິທະຍາສາດ​ເກືອ​ນ 100 ​ໂຄງການ ​ແລະ​ມີ​ສິດທິ​ບັດ​ເຕັກ​ໂນ​ໂລ​ຊີ 10 ລາຍການ ທີ່​ໄດ້​ຮັບ​ການ​ນິຍົມ​ຢ່າງ​ສູຸງ​ໃນ​ອາ​ເມ​ລິ​ກາ ກັບ​ມາ​ປະ​ເທດ​ ແລະ​ດຳລົງ​ຕຳ​ແໜ່​ງຜູ້ອຳນວຍການ​ສະ​ຖາ​ບັນ​ຄົ້ນຄວ້າ​ປັນຍາ​ປະດິດ AI, ສາດສະດາຈານ​ຄະນິດສາດ ຫວູຮ່າ​ວັນ ມາ​ເປັນ​ຜູ້ອຳນວຍການ​ເຕັກ​ໂນ​ໂລ​ຊີ​ ຂອງສະ​ຖາ​ບັນ Vintech ຂອງ​ກຸ່ມ Vingroup ​ແລະ​ທ່ານ Philipp Roesler ຄົນ​ເຊື້ອ​ຊາດ​ຫວຽດນາມ - ອະດີດ​ຮອງ​ນາ​ຍົກ​ລັດຖະມົນຕີ​ເຢຍລະ​ມັນ - ​ໃນ​ຖານະ​ປະທານສະພາ​ທີ່​ປຶກສາຂອງ​ກອງ​ທຶນ​ເພື່ອ​ການ​ລົງທຶນ VinaCapital Ventures ຢູ່​ຫວຽດນາມ.

ບັນດາ​ນັກທຸລະກິດຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໄດ້​ກັບ​ມາ​ປະ​ເທດ​ເພື່ອ​ທຳ​ການ​ທຸລະ​ກິກ, ​ເຂົ້າ​ຮ່ວມ​ການ​ສ້າງ​ວິ​ສາ​ຫະກິດ​ໃນປະ​ເທດ​ທີ່​ນຳ​ໜ້າ, ເຂັ້ມ​ແຂງ​ເຊັ່ນ Techcombank, Vpbank, Vingroup, Eurowindow, Masan, Sun Group, ບໍລິສັດ​ເຄມີ​ເຄື່ອງ​ສຳອາງ ໝິລານ..., ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ, ຝຶກ​ອົບຮົມ​ວິຊາ​ຊີບ, ຖ່າຍ​ໂອນ​ເຕັກ​ໂນ​ໂລ​ຊີ, ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ທ້ອງ​ຖິ່ນ ​ແລະ​ເພີ່ມ​ແຫຼ່ງລາຍ​ຮັບ​ຈາກ​ພາສີ​ໃຫ້​ງົບປະມານ​ຂອງ​ລັດ. ການໂອນເງິນສະສົມມາ​ໃນ​ຫວຽດນາມແຕ່ປີ 1993 ​ເຖິງ​ປະຈຸບັນມີ​ມູນ​ຄ່າ​ປະມານ 160 ຕື້ໂດລາສະຫະລັດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການດຸນ​ການ​ຊຳລະ​ເງິນ, ​ແມ່ນ​ແຫຼ່ງ​ເງິນ​ລົງທຶນ​ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ປະ​ເທດ.

ດ້ວຍຄວາມຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບຊາວຫວຽດນາມແຕ່ລະຄົນແມ່ນ "ທູດວັດທະນະທຳ”, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດນັບ​ມື້​ນັບ​ມີ​ຄວາມ​ຮັບ​ຮູ້​ແຈ້ງ​ເຖິງຄວາມ​ສຳຄັນ ຂອງ​ການ​ຮັກສາ​ເອກະລັກ​ວັດທະນະທຳ, ພາສາ​ຫວຽດ​ຢູ່ໃນ​ສັງຄົມ​ປະ​ເທດ​ພື້ນ​ເມືອງ. ມີຫ້ອງຮຽນພາສາຫວຽດສຳລັບເດັກນ້ອຍລຸ້ນທີ 2 ແລະ ລຸ້ນທີ 3 ຫຼາຍ​ຫ້ອງ ໄດ້ຮັບການຈັດຕັ້ງຂຶ້ນໂດຍຊຸມຊົນ ​ແລະ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກອຳນາດການປົກຄອງທ້ອງຖິ່ນ. ​ໂດຍ​ສະ​ເພາະ, ​ໃນ​ບາງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ ສ ​ເກົາຫຼີ, ​ເຊັກ​ໂກ, ​ໄຕ້​ຫວັນ (ຈີນ)...ພາສາ​ຫວຽດນາມ​ໄດ້​ຖືກ​ຮັບ​ຮູ້ ​ແລະ ສອນເປັນພາສາທີສອງ ໃນໂຮງຮຽນມັດທະຍົມ, ບ່ອນ​ທີ່​ມີ​ຊາວ​ຫວຽດນາມ​ຈຳນວນ​ຫຼາຍ.

​ເບິ່ງ​ລວມ, ​ເຖິງ​ວ່າ​ຈະ​ອາ​ໄສຢູ່​ໃນ​ເຂດ​ແຄ​ວ້ນທີ່​​ແຕກຕ່າງ​ກັນ ​ໃນ​ສະພາບ​ແວດ​ລ້ອມ​ທີ່​ຕ່າງ​ກັນ, ​ແຕ່​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ສ່ວນ​​ໃຫຍ່​ມີ​ຄວາມ​ຮູ້ສຶກ​ຮັກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ, ​ເປັນ​ພາກສ່ວນ “​ເລືອດ​ເນື້ອ​ເຊື້ອສາຍ” ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ, ປະກອບສ່ວນ​ປັບປຸງ ​ແລະ​ພັດທະນາກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ. ຫຼາຍ​ບຸກຄົນ, ອົງການ​ຈັດ​ຕັ້ງ​ຢູ່​ຕ່າງປະ​ເທດ​ທີ່​ມີ​ທັດສະນະ​ສຸດ​ຂົ້ວ, ກົງກັນຂ້າມ ກໍ່​ໄດ້​ມີ​ການ​ປ່ຽນ​ແປງ​ໃນ​ການ​ຮັບ​ຮູ້, ສະໜັບສະໜູນ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ຂອງພັກ​ແລະ​ລັດ​ຫວຽດນາມ. ພິ​ເສດ​ແມ່ນ, ບັນດາ​ຊ່ອງທາງ​ຂໍ້​ມູນ​ຂ່າວສານ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ກັບ​ມາ​ໃນ​ປະ​ເທດ​ເພື່ອ​ປະຕິບັດ​ການ​ໂດຍ​ກົງ, ນຳ​ເອົາ​ຂໍ້​ມູນ​ພາວະ​ວິ​ໄສ​ແລະ​ຂໍ້​ມູນ​ທີ່​ແທ້​ຈິງ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ ​ແລະ​ສັງຄົມ​ໃນ​ປະ​ເທດ ​ໃຫ້ກັບ​ພີ່ນ້ອງ​ຮ່ວມ​ຊາດ, ສ້າງ​ຫາງ​ສຽມ​ທີ່​ດີ​ໃນ​ຊຸມ​ຊົນ.

ບັນດາ​ອົງການ​, ກະຊວງ, ຄະນະ, ຂະ​ແໜງ​ການ​ກໍ​ໄດ້​ເອົາ​ໃຈ​ໃສ່​ດຶງ​ດູດ, ​ເຕົ້າ​ໂຮມ​ແຫຼ່ງພະລັງ ​ແລະພູມ​ປັນຍາ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ທ້າຍ​ເດືອນ​ພະຈິກ 2019, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ​ໄດ້​ຈັດ​ຕັ້ງ ​ເວທີ​ປາ​ໄສປັນຍາ​ຊົນ​ໜຸ່ມ​ຫວຽດນາມ​ທົ່ວ​ໂລກ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປັນຍາ​ຊົນ​ໜຸ່ມ​ຊາວ​ຫວຽດນາມ 100 ຄົນ​ຈາກ​ຫ້າ​ທະວີບ. ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອເຕົ້າໂຮມບັນດາປັນຍາຊົນໜຸ່ມ. ປະ​ເທດ​ຍິນ​ດີ​ຕ້ອນຮັບ​ຄົນ​ຮຸ່ມ​ໜຸ່ມ​ກັບ​ຄືນ​ບ້ານ​ເກີດ​ເມືອງ​ນອນ ​ແລະ ​ເຊື່ອມ​ຕໍ່​ການ​ພັດທະນາ​ຂອງ​ຫວຽດນາມ​ກັບ​ໂລກ. ​ໃນ​ປີ​ທີ່​ຜ່ານ​ມາ, ຊຸມ​ຊົນ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ບໍ່​ພຽງ​ແຕ່​ໄດ້​ປະ​ກອບ​ສ່ວນສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ ການ​ລົງທຶນ, ການ​ຄ້າ, ວິທະຍາສາດ​ສາດ-​ເຕັກ​ໂນ​ໂລ​ຊີ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ມີ​ສ່ວນ​ປະກອບ​ນັບ​ມື້​ນັບ​ຫຼາຍ​ໃນ​ຂົງ​ເຂດ​ວັດທະນະທຳ, ກິລາ. ຕົວ​ຢ່າງ​ທີ່​ສະ​ແດງ​ໃຫ້​ເຫັນ​ຄື ທີ່​ຜ່ານ​ມາ, ທິມບານບ້ວງ​ຊາຍ 3x3 ຫວຽດນາມ​ທີ່​ມີ​ສະມາຊິກ​ສ່ວນ​​ໃຫຍ່​ແມ່ນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ຊະນະ​ປີ້​ເຂົ້າ​ຮອບ​ຮອງ​ຊະນະ​ເລີດ​ໃນ​ຊີ​ເກ​ມ 30 ດ້ວຍ​​ໄຊຊະນະ​ຮອບ​ຄັດ​ເລືອກ​ເໜືອ​ໄທ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ມຽນມາ, ກຳປູ​ເຈຍ, ນຳ​ໄປ​ສູ່ຄວາມ​ສຳ​ເລັດ​ຄັ້ງ​ປະຫວັດສາດ​ຂອງ​ຄະນະ​ຜູ້​ແທນ​ກິລາ​ຫວຽດນາມ. ກຸນ​ແຈ​ຂອງ​ໄຊຊະນະ​ດັ່ງກ່າວ​ແມ່ນ​ ບັນດາ​ນັກ​ກິລາ​ທີ່​ມີ​ສາຍ​ເລືອດ ຫຼາກ​ໂຮ່ງ ກັບ​ຄືນມາ​ຫວຽດນາມ​ດ້ວຍ​ຄວາມ​ປາດຖະໜາ​ສູງ​ສຸດທີ່​ຈະ​ເປັນ​ນັກບານບ້ວງ​ມື​ອາຊີບ​ໃນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ.

​ໃນ​ສະພາບ​ການ​ທີ່​ປະ​ເທດ​ກຳລັງ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ວຽກ​ງານ​ກ່ຽວ​ກັບຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດນັບ​ມື້​ນັບ​ມີ​ຄວາມ​ໝາຍ​ສຳຄັນ. ຊຸມ​ຊົນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ດ້ວຍ​ບົດບາດ​ເພີ່ມ​ຂຶ້ນ​ ແລະສະຖານະພາບໝັ້ນ ຄົງນັບມື້ນັບສູງຂຶ້ນ, ​ແມ່ນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ ແລະແມ່ນແຫຼ່ງກຳລັງ​ຂອງ​ປະຊາ​ຄົມ​ບັນດາເຜົ່າຫວຽດນາມ. ຄວາມ​ສາ​ມາ​ບົ່ມ​ຊ້ອນ​ແລະທ່າ​ແຮງ​ຂອງຊຸມ​ຊົນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຕ້ອງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໃຫ້​ມີ​ປະສິດທິ​ຜົນ​ຍິ່ງ​ກວ່າ​ອີກ. ຄຽງ​ຂ້າງ​ນັ້ນ, ​ໃນ​ຊຸມ​ຊົນຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຍັງ​ມີ​ພາກສ່ວນ​ໜຶ່ງທີ່​ມີ​ແນວ​ຄິດ​ຈັດ​ໂພດ​ແລະ​ມີ​ອະຄະຕິ​ຕໍ່​ປະ​ເທດ. ສິ່ງ​ດັ່ງກ່າວ​ໄດ້​ວາງ​ຄວາມຮຽກຮ້ອງ​ຕ້ອງການ​ສູງ​ຕໍ່​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ເພື່ອ​ບັນລຸ​ຄວາມ​ປາດຖະໜາ​ຂອງ​ລຸງ​ໂຮ່ ກ່ຽວ​ກັບ​ຄວາມ​ມະຫາ​ສາມັກຄີປວງ​ຊົນ​ທັງຊາດ ຜ່ານຄຳ​ຮຽກຮ້ອງ: “ຜູ້​ທີ່​ເປັນ​ລູກ​ຫຼານ​ຂອງມັງກອນ​ເທວະ​ດາ / ຈົ່ງ​ສາມັກຄີ​ກັນ​ຢ່າງ​ໄວວາ​ແລະ​ຍືນ​ຍົງ”.

ກ້າວ​ເຂົ້າ​ສູ່​ປີ 2020 ດ້ວຍ​ບັນດາ​ເຫດການ​ທີ່​ສຳຄັນ​ຂອງ​ຊາດ, ນັ້ນ​ແມ່ນສະ​ເຫຼີມສະຫຼອງ ວັນ​ສ້າງ​ຕັ້ງພັກ​ກອມ​ມູນິດ​ຫວຽດນາມ ຄົບຮອບ 90 ປີ, ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ​ໂຮ່ຈີ​ມິນ ຄົບຮອບ 130 ປີ, ວັນ​ສ້າງຕັ້ງ​ປະ​ເທດ​ຄົບຮອບ 75 ປີ, ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ​ຄົບຮອບ 45 ປີ, ດ້ວຍຄວາມຮັບຜິດຊອບທີ່ ສຳຄັນ​ໃນພາກພື້ນແລະສາກົນ, ຫວຽດນາມ​ດຳລົງ​ຕຳ​ແໜ່​ງປະທານ ອາ​ຊຽນ, ສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ​ໄລຍະ​ປີ 2020 - 2021, ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ຕ້ອງ​ສືບ​ຕໍ່ໄດ້​ປ່ຽນ​ແປງ​ໃໝ່​ ​ແລະ​ບຸກທະລຸ​ບົນ​ພື້ນຖານໝູນ​ໃຊ້​ ​ແຜນ​ນະ​ໂຍບາຍ​ໃຫຍ່ກ່ຽວ​ກັບ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ປະກອບສ່ວນສ້າງ​ກຳລັງ​ແຮງ​ສົມທົບ​ໃຫ້​ແກ່ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ​ແລະ​ລັດ​ຫວຽດນາມ​ໃນ​​ໄລຍະມາ​ເຖິງ./.

-------------

      1. ລັດຖະທຳ​ມະນູນ​ປີ 2013 ຢືນຢັນ “ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນນໜຶ່ງທີ່ຂາດບໍ່ໄດ້ ຂອງປະຊາຄົມບັນດາເຜົ່າຫວຽດນາມ. ລັດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ສົ່ງ​ເສີມ​ແລະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ໃຫ້​ຊາວ​ຫວຽດນາມ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ຮັກສາ​ແລະ​ເສີມ​ຂະຫຍາຍ​ເອກະລັກ​ວັດທະນະທຳ​ຂອງ​ຊາດ​ຫວຽດນາມ, ຮັກສາ​ສາຍ​ພົວພັນ​ສະໜິດ​ແໜ້ນ​ກັບ​ຍາດ​ພີ່ນ້ອງ​ແລະ​ບ້ານ​ເກີດ​ເມືອງ​ນອນ, ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ແລະ​ພັດ​ທະ​ນາ​ປະ​ເທດ”.

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ​ ສະບັບ​ທີ 935 (​ເດືອນ​ກຸ​ມພາ 2020)