ວ.ກ.ອອນໄລ - ໃນ​ຕອນເຊົ້າວັນທີ 19-10-2012, ຢູ່ທີ່ຮ່າໂນ້ຍ, ຄະນະໂຄສະນາອົບຮົມສູນກາງ ປະສານ​ສົມທົບກັບ ສຳນັກພິມ ຈຳໜ່າຍການເມືອງແຫ່ງຊາດ-ຊຶເຖິດ ​ໄດ້ຈັດພິທີສະຫລຸບ ວຽກງານພິມຈຳໜ່າຍ ແລະ ປະກາດບັນດາຜະລິດຕະພັນ ຂອງໂຄງການ ຮຽບຮຽງ “ປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ, ໄລຍະ 1930 - 2007”. ສະຫາຍ ເຈືອງເຕິນຊາງ, ກຳມະການກົມການເມືອງ, ປະທານປະເທດແຫ່ງ ສສ ຫວຽດນາມ ໄດ້ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ.

ສະຫາຍ ເຈືອງເຕິນຊາງ ປະທານປະເທດ ເບິ່ງຜະລິດຕະພັນຂອງໂຄງການ ທີ່ຫ້ອງວາງສະແດງ

    ເຂົ້າຮ່ວມພິທີຍັງມີສະຫາຍ ດິງເຖຮວິງ, ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ. ຝ່າຍສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສະຫາຍ ອູຄຳ ​ແສງແກ້ວມີໄຊ, ອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ບັນດາຜູ້ຕາງໜ້າການນຳຂອງພັກ, ກະຊວງ, ຂະແໜງການສູນກາງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ຕ່າງໆ.

    ພາຍຫຼັງ​ການຈັດ​ຕັ້ງ​ຜັນຂະຫຍາຍເປັນເວລາສີ່ກວ່າປີ ດ້ວຍຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຂອງກົມການເມືອງ, ຄະນະ ເລຂາທິການສູນກາງຂອງສອງພັກ, ດ້ວຍຄວາມພະຍາຍາມສູ້ຊົນຂອງບັນດານັກວິທະຍາສາດ, ນັກຄົ້ນຄວ້າ, ການປະກອບສ່ວນ ຢ່າງຕັ້ງໜ້າຂອງບັນດາອະດີດຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ທີ່ເຄີຍໄປຊ່ວຍເຫຼືອ ການປະຕິວັດລາວ; ບົນຈິດໃຈຄວາມຮັບຜິດຊອບ, ຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນຂອງທັງສອງຝ່າຍ, ມາຮອດປັດຈຸບັນ ໂຄງການຮຽບຮຽງ “ປະຫວັດສາດ ສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໄລຍະ 1930 - 2007” ກໍ່ໄດ້ສຳເລັດຜົນ. ໂຄງການດັ່ງກ່າວ ແມ່ນໝາກຜົນ ແຫ່ງການຈັດຕັ້ງປະຕິບັດ ຂໍ້​ຕົກລົງລະຫວ່າງການນຳສູງສຸດ ຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ​ເພື່ອແນໃສ່ສະຫລຸບ, ຕີລາຄາ, ລວບລວມ ບັນດາບົດຮຽນປະຫວັດສາດ ກ່ຽວ​ກັບການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນວິວັດທະນາການ ​ແຫ່ງການປະຕິວັດ ຂອງສອງຊາດ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ​ ໃນເມື່ອກ່ອນ, ພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ໃນ​ປັດຈຸບັນ. ນີ້​ເປັນໂຄງການ​ມີຂະໜາດໃຫຍ່ ແບບບໍ່ເຄີຍມີມາກ່ອນ ກ່ຽວກັບປະຫວັດສາດສາຍພົວພັນພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ, ທີ່ທັງສອງ​​ຝ່າຍຫວຽດນາມ ແລະ ລາວ ໄດ້ສົມທົບກັນຄົ້ນຄວ້າ, ຮຽບຮຽງ. ໂຄງການດັ່ງກ່າວນີ້ ສົມຄູ່ກັບຄວາມສຳຄັນທີ່ສູງສົ່ງ ຂອງສາຍພົວພັນພິເສດ ຫວຽດນາມ - ລາວ, ດັ່ງທີ່ ປະທານ ໂຮ່ຈີມິນ ເຄີຍກ່າວໄວ້ວ່າ: ສອງ​ຊາດ​ລາວ - ຫວຽດ ​ໄດ້​ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ, ຮົ່ງຮ່າທັງ​ແມ່​ຂອງ ກໍ່​ບໍ່​ເລິກ​ປຸນ​ປານ​ໄດ້; ຕອບສະ ໜອງ​ໄດ້ຕາມຈິດໃຈທີ່ກົມການເມືອງສອງພັກໄດ້ວາງອອກ.

    ໂຄງການ “ປະຫວັດສາດສາຍພົວພັນພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ ໄລຍະ 1930-2007” ລວມມີ ຫົກຜະລິດຕະພັນ: ຜະລິດຕະພັນຕົ້ນຕໍ; ເອກະສານພັກ ແລະ ລັດ; ບັນທຶກເຫດການ; ບັນທຶກຄວາມຊົງຈຳ (ບົດຂຽນຂອງ ຜູ້ນຳພັກ, ລັດ; ບັນທຶກຄວາມຊົງຈຳ ຂອງບັນດາຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມ ຊ່ວຍການປະຕິວັດລາວ ຜ່ານແຕ່ລະສະໄໝ); ປຶ້ມຮູບພາບ ແລະ ຮູບເງົາເອກະສານ “ບົດເພງວິລະຊົນແຫ່ງການພົວພັນຫວຽດ - ລາວ”.

    ​ໂຄງການ “ປະຫວັດສາດ​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ-ລາວ, ລາວ-ຫວຽດນາມ ​ໄລຍະ 1930-2007” ​ເວົ້າ​ລວມ ​ແລະ ບັນດາ​ຜະລິດ​ຕະພັນ​ຕ່າງໆ ເວົ້າ​ສະ​ເພາະ ​ແມ່ນລ້ວນ​ແຕ່​ບັນລຸ​ໄດ້ ​ຄຸນຄ່າທາງວິ​ທະ​ຍາ​ສາດ, ການ​ເມືອງ, ​ແນ​ວຄິດ ​ແລະ ມີ​ຄວາມ​ໝາຍ​ປະຫວັດສາດ​ ອັນ​ໃຫຍ່​ຫຼວງ, ປະກອບສ່ວນຕົວ​ຈິງ ​ເຂົ້າ​ໃນ​ການ​ໂຄສະນາ, ສຶກສາ​, ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ, ​ໂດຍ​ສະ​ເພ​າະ​ແມ່ນ​ຕໍ່​ກັບ​ຄົນຮຸ້ນ​ໜຸ່ມ​ນ້ອຍ; ພ້ອມ​ກັນ​ນັ້ນ, ກໍ່​ປະກອບສ່ວນ ​ຍົກ​ສູງ​ສະຕິ​​ໃນ​ການ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ຂະຫຍາຍ​ສາຍພົວພັນ​ອັນ​ດີງາມ, ການ​ຮ່ວມ​ມື​ຮອບ​ດ້ານ ລະຫວ່າງ​ສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ຊາດ ​ຫວຽດນາມ ​ແລະລາວ ​ໄປ​ຕະຫຼອດ​ກາລະນານ; ຕໍ່ສູ້​ຕ້ານ​ການໃສ່​ຮ້າຍ​ປ້າຍ​ສີ, ບິດ​ເບືອນ​ປະຫວັດສາດ​ ຂອງ​ບັນດາ​ອິດ​ທິກຳລັງ​ປໍ​ລະ​ປັກ ​ທີ່​ມີ​ອຸບາຍ​​​ແບ່ງ​ແຍ​ກນ້ຳ​ໃຈ​ສາມັກຄີ ຂອງປະຊາ​ຊົນສອງ​ຊາດ​ຫວຽດນາມ, ລາວ​ອ້າຍ​ນ້ອງ.

    ພາຍຫຼັງທີ່​ສຳ​ເລັດການ​ຮຽບຮຽງ ​ແລະ ຈັດ​ຕັ້ງຮັບຮອງ​ໂຄງການ, ບັນດາພາກສ່ວນ​ທີ່​​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ ກໍ່​ໄດ້​ ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ແປ, ຮຽບຮຽງ ​ແລະ ຈັດພິມ​ເປັນ​ສາມ​ພາສາ: ຫວຽດນາມ, ລາວ ​ແລະ ອັງກິດ; ຈັດ​ຕັ້ງ​ການ​​ຈຳໜ່າຍ​ ຢ່າງ​ກວ້າງຂວາງ​​ແຕ່​ສູນ​ກາງ ລົງ​ຮອດບັນດາ​​ທ້ອງ​ຖິ່ນ​, ບັນດາ​ອົງການ​​ເກັບ​ສຳ​ເນົາ, ຫໍສະໝຸດ, ​ໂຮງຮຽນ ແລະ ​ເພື່ອນຜູ້ອ່ານ​ຢູ່​ທັງ​ສອງ​ປະ​ເທດ.

    ສະຫາຍ ອູ​ຄຳ ​ແສງ​ແກ້ວ​ມີ​ໄຊ, ອັກ​ຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ໄດ້​ກ່າວ​ຄຳ​ເຫັນ​ໂດຍເນັ້ນ​ໜັກ ​​ວ່າ: ພັກ ​ແລະ ລັດຖະບານ​ແຫ່ງ ສປປ ລາວ ຕີ​ລາຄາ​ສູງ ຕໍ່​ໝາ​ກຜົນ​ຂອງ​ໂຄງການ​ດັ່ງກ່າວ. ​ໂຄງການ​ໄດ້​ສະ​ແດ​ງ​ ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ ຂອງ​ສອງ​ພັກ, ສອງ​ລັດ ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ ສາ​ຍພົວພັນ​ພິ​ເສດ​ຫວຽດນາມ - ລາວ; ຜະລິດ​ຕະພັນ​ຂອງ​ໂຄງການ​ ເປັນຂໍ້​ມູນ​ຫຼັກ​ຖານ ທາງ​ປະຫວັດສາດ​ທີ່​ສຳຄັນ, ​ເປັນ​ແຫຼ່ງຂໍ້​ມູນ​ຂ່າວສານ​ເພື່ອ​ໂຄສະນາ, ສຶກສາອົບຮົມ​ໃຫ້​ແກ່​ຄົນຮຸ້ນ​ຫຼັງ ກ່ຽວ​ກັບ​ສາຍ​ພົວພັນ​ທີ່​ບໍລິ​ສຸດ​ພຸດ​ຜ່ອງ​ ລະຫວ່າງຫວຽດນາມ - ລາວ ​ທີ່ໄດ້​ຮັບ​ການ​ສ້າງ​ຂຶ້ນ, ​​ເພີ່ມ​ພູນ​ຄູນ​ສ້າງ ແລະ ຜ່ານ​ການ​ທົດ​ສອບດ້ວຍ​ການລະ​ເວລາ.

    ກ່າວຄຳປາ​ໄສ​ຢູ່ໃນ​ພິທີ​ສະຫລຸ​ບດັ່ງກ່າວ, ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕິ​ນຊາງ ​ໄດ້​ເນັ້ນ​ໜັກ​ຄວາມໝາຍ​ຂອງການ ​ປະກາດ​ບັນດາ​ຜະລິດ​ຕະພັນ​ໂຄງການ​ ທ່າມກາງ​ບັນຍາກາດ​ທົ່ວ​ພັກ ​ແລະ ທົ່ວ​ປວງ​ຊົນ​ທັງ​ສອງ​ປະ​ເທດພວມ​ຟົດ​ຟື້ນ​ຈັດ​ຕັ້ງ​ ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ ​ເນື່ອ​ງ​ໃນ​ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດ​ຕະພາບ​ຫວຽດນາມ - ລາວ 2012”, ຂ່ຳນັບຕ້ອນຮັບ​ງານ​ສະ​ເຫຼີ​ມ ສະຫຼອງ 50 ປີ​ວັນ​ສ້າງສາ​ຍພົວພັນ​ການ​ທູດ ແລະ 35 ປີ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື ​ຫວຽດນາມ - ລາວ. ປະທານ​ປະ​ເທດ ສະ​ເໜີ​ໃຫ້​ບັນດາພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງສອງ​ພັກ, ສອງ​ປະ​ເທດ​ ໃນ​ຕໍ່ໜ້າ​ຕ້ອງສຸມ​ໃສ່ບາງ​ວຽກ​ງານດັ່ງ​ນີ້:

   ໜຶ່ງ, ສືບຕໍ່​ຄົ້ນຄວ້າ, ​ເພີ່ມ​ເຕີມ​ບັນດາ​ເຫດການ, ພະຍານ​ປະຫວັດສາດ, ບັນດາ​ເນື້ອ​ໃນ​ວິ​ທະ​ຍາສາດໃໝ່, ເຮັດ​ໃຫ້​ບັນດາ ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ກ່ຽວ​ກັບ​ການ​ພົວພັນ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ປະເທດ ​ຍິ່ງ​ເລິກ​ເຊິ່ງຕື່ມ​ອີກ. ​ເຮັດ​ໃຫ້​ບັນດາ​ເຫດການ, ວິທີການ​ບັນຍາຍ, ​ການແປ​ໃຫ້​ຖືກຕ້ອງ ຊັດເຈນ ​ເພື່ອ​ໃຫ້​​ໂຄງການ​ຮັບ​ການຈັດ​ພິມ​ຄືນ​ໃໝ່ ​ໃນ​ຕໍ່ໜ້າ​ ມີ​ຄຸນ​ນະພາ​ບດີກ​ວ່າ​ເກົ່າ, ບໍລິບູນ​ກວ່າ​ເກົ່າ, ​​ສົມຄູ່​ກັບ​ລະດັບ, ຄວາມ​ໝາ​ຍປະຫວັດສາດ​​ແຫ່ງ​ການ​ພົວພັນ​ສອງ​ ປະ​ເທດຫວຽດນາມ - ລາວ.

   ສອງ, ສືບຕໍ່ຈັດ​ຕັ້ງ​ໂຄສະນາ​ຢ່າງ​ກວ້າງຂວາງ​ໃນ​​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ ແລະ ປະຊາຊົນ​ສອງປະເທດກ່ຽວ​ກັບ ​ເນື້ອ​ໃນ ​ແລະ ຜົນສຳ​ເລັດ​ຂອງໂຄງການ, ຖື​ສິ່ງ​ດັ່ງກ່າວ​ເປັນ​ການ​ຕອບ​​ແທນ​ບຸນຄຸນ​ບັນດາ​ວິລະ​ຊົນ​ຜູ້​ເສຍສະຫຼະ, ບັນດາຮູ້ນ​ຄົນ ​ປະຕິວັດ​​ທີ່​ໄດ້ເສຍສະຫຼະ​​ເລືອດ​ເນື້ອ ​ເພື່ອສ້າງສາຍພົວພັນ​ພິ​ເສດ​ຫວຽດນາມ - ລາວ ​​ໃນ​ປັດຈຸບັນ; ພ້ອມ​ກັນນັ້ນ, ກໍ່​ສືບ​ຕໍ່​ເພີ່ມ​ ພູມ​ຄູນ​ສ້າງ​​ນ້ຳ​ໃຈ​ມິດຕະພາ​ບດັ່ງກ່າວ​ໃນ​ໄລຍະ​​ໃໝ່.

    ສາມ, ຄົ້ນຄວ້າ​ບັນດາ​ເນື້ອ​ໃນ​ທີ່​ເໝາະ​ສົມ, ຈັດ​ຕັ້ງການສື່ຂ່າວເຜີຍແຜ່​ກວ້າງຂວາງໃຫ້ເພື່ອນ​ມິດສາກົນ​ ຮູ້ດີກ່ຽວ​ກັບ​ ປະຫວັດ​ສາດ​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ.

   ສີ່, ນຳ​ເອົາ​ເນື້ອ​ໃນ, ຜົນສຳ​ເລັດຂອງ​ໂຄງການ​ເຂົ້າ​ໃນ​ຫຼັກສູດການ​ສອນ​ ຢູ່​ໃນ​ໂຮງຮຽນຂອງສອງ​ປ​ະ​ເທດ ​ເພື່ອສຶກສາອົບຮົມ ​ຄົນຮູ້ນ​ໜຸ່ມກ່ຽວ​ກັບ​ປະຫວັດສາດ​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ.

   ຫ້າ, ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ພິ​ເສດ​ແມ່ນ​ບັນດາ​ນັກວິທະຍາ​ສາດ ຕ້ອງ​ສືບ​ຕໍ່​ຄົ້ນຄວ້າ​ພຶດຕິ​ກຳຕົວ​ຈິງ, ສະຫລຸບ​ດ້ານ ທິດ​ສະ​ດີ​​​ໃນແຕ່ລະ​ຂົງ​ເຂດ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ເນື້ອ​ໃນ​ປະຫວັດສາດ,ເອກະສານພັກ, ພິ​ເສດ​ແມ່ນ​ການ​ສ້າງ ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເໝາະ​ສົມ ​ໃນ​ເງື່ອນ​ໄຂ​ໃໝ່​ ເພື່ອເສີມຂະຫຍາຍມູນ​​ເຊື້ອ, ຊຸກ​ຍູ້​ການ​ພົວພັນ​ຫວຽດນາມ - ລາວ ​ໃຫ້​ຂະຫຍາຍ ຕົວ​ຢ່າງຈົບງາມກວ່າ​ເກົ່າ​ໃນ​ໄລຍະ​ຕໍ່​ໄປ​.
                                                            
ໂດຍ ດຶກ​ຄາ