ເສີມຂະຫຍາຍຊັບພະຍາກອນຊາວຫວຽດນາມໃນຕ່າງປະເທດ
ຢ່າງມີປະສິດທິຜົນ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາປະເທດ
ຮອດປີ 2030 ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII
ຂອງພັກກອມມູນິດຫວຽດນາມ
ຢ່າງມີປະສິດທິຜົນ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາປະເທດ
ຮອດປີ 2030 ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII
ຂອງພັກກອມມູນິດຫວຽດນາມ
ສືບທອດແຜນນະໂຍບາຍໃຫຍ່ຂອງພັກກ່ຽວກັບວຽກງານຕໍ່ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ, ໃນນັ້ນຈິດໃຈຊີ້ນຳທີ່ໄດ້ຮັບການຢືນຢັນໃນມະຕິເລກທີ 36/NQ-TW ລົງວັນທີ 26 ມີນາ 2004 ຂອງກົມການເມືອງສູນກາງພັກ “ກ່ຽວກັບວຽກງານຕໍ່ຊາວຫວຽດນາມຢູ່ຕ່າງປະເທດ” ຖືວ່າ “ຊາວຫວຽດນາມຢູ່ຕ່າງປະເທດແມ່ນພາກສ່ວນທີ່ແຍກຈາກຫວຽດນາມບໍ່ໄດ້ ແລະເປັນຊັບພະຍາກອນຂອງວົງຄະນະຍາດຊາດຫວຽດນາມ”; ມະຕິເລກທີ 45-CT/TW ລົງວັນທີ 19 ພຶດສະພາ 2015 ຂອງກົມການເມືອງສູນກາງພັກ “ວ່າດ້ວຍການສືບຕໍ່ຍູ້ແຮງການປະຕິບັດມະຕິເລກທີ 36-NQ/TW ຂອງກົມການເມືອງສູນກາງພັກສະໄໝທີ IX ກ່ຽວກັບວຽກງານຕໍ່ຊາວຫວຽດນາມຢູ່ຕ່າງປະເທດ ໃນສະພາບການໃໝ່” ແລະ ຂໍ້ສະຫຼຸບໝາຍເລກ 12-KL/TWລົງວັນທີ 12 ສິງຫາ 2021 ຂອງກົມການເມືອງສູນກາງພັກ “ກ່ຽວກັບວຽກງານຕໍ່ຊາວຫວຽດນາມຢູ່ຕ່າງປະເທດໃນສະພາບການໃໝ່” ໄດ້ກຳນົດວ່າ ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດແມ່ນ “ຊັບພະຍາກອນທີ່ສຳຄັນ” ໂດຍຂໍໃຫ້ “ສົ່ງເສີມແລະສ້າງເງື່ອນໄຂໃຫ້ພີ່ນ້ອງຮ່ວມຊາດຫວຽດນາມໃນຕ່າງປະເທດ ປະກອບສ່ວນອັນຕັ້ງໜ້າເຂົ້າໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ”. ຄືທີ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແນະນຳວ່າ: “ບໍ່ວ່າຈະໄປບ່ອນໃດເຮົາກໍຕ້ອງຄິດວ່າຕົນເອງເປັນ “ລູກຫຼານຂອງລາກ ແລະ ໂຮ່ງ”, ບໍ່ວ່າຈະເຮັດຫຍັງເຮົາກໍ່ຕ້ອງຄິດວ່າຕົນເອງເປັນຊາວຫວຽດນາມ... ຄົນເຮົາຢູ່ຮ່ວມກັນດ້ວຍຄວາມຮັກ ຄວາມກະລຸນາ ຄວາມເມດຕາ ຄວາມສາມັກຄີ ແລະ ປະກອບສ່ວນໂຄສະນາເຜີຍແຜ່ຫວຽດນາມ, ຜູ້ຄົນ ແລະວັດທະນະທຳຫວຽດນາມໃນຕ່າງປະເທດ…”(1).
ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ - ຊັບພະຍາກອນທີ່ຍິ່ງໃຫຍ່ເພື່ອພັດທະນາປະເທດ
ໃນປະຈຸບັນ, ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດມີປະມານ 6 ລ້ານຄົນ ທີ່ອາໄສຢູ່ໃນກວ່າ 130 ປະເທດແລະດິນແດນ ເຊິ່ງຫຼາຍກວ່າ 80% ຢູ່ໃນປະເທດທີ່ພັດທະນາແລ້ວ(2). ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ກຳລັງເຂົ້າຮ່ວມນັບມື້ນັບເລິກເຊິ່ງ ໃນປະເທດເຈົ້າພາບ, ບໍ່ພຽງແຕ່ຢືນຢັນເຖິງບົດບາດແລະຕຳແໜ່ງຂອງຕົນ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດເຈົ້າພາບ ແຕ່ຍັງປະກອບສ່ວນຊຸກຍູ້ການພົວພັນຮ່ວມມືແລະມິດຕະພາບລະຫວ່າງຫວຽດນາມແລະບັນດາປະເທດ. ຄົນຫວຽດນາມສ່ວນຫຼາຍໃນໂລກ, ເຖິງຈະມີຄວາມຄິດເຫັນທາງການເມືອງທີ່ແຕກຕ່າງກັນ, ລ້ວນແຕ່ມີຄວາມຮູ້ສຶກເຖິງຮາກເຫງົ້າຂອງຕົນເອງ, ປະກອບສ່ວນສ້າງສາບ້ານເກີດເມືອງນອນແລະປະເທດຊາດ, ປາດຖະໜາໃຫ້ຫວຽດນາມຈະເລີນຮຸ່ງເຮືອງ ແລະມີຕໍາແຫນ່ງທີ່ສົມຄວນໃນໂລກ. ສິ່ງເຫຼົ່ານີ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຄວາມຄິດລິເລີ່ມ, ໂຄງການ, ອົງການຈັດຕັ້ງ ແລະ ກົນໄກທີ່ດຳເນີນການໂດຍຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນພັດທະນາປະເທດຢ່າງແຂງຂັນ; ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ ແລະ ວິທະຍາສາດ-ເຕັກໂນໂລຊີ; ຖ່າຍທອດທັດສະນະຂອງປະເທດຫວຽດນາມກ່ຽວກັບບັນຫາສາກົນ; ປະກອບສ່ວນປົກປັກຮັກສາອະທິປະໄຕດິນແດນ “ຈາກໄລຍະໄກ”. ຊັບພະຍາກອນຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດນັ້ນ ອຸດົມສົມບູນ, ອຸດົມມັ່ງຄັ້ງ ແລະມີມູນຄ່າໃນໄລຍະຍາວ ເຊິ່ງສະແດງໃຫ້ເຫັນໃນຫຼາຍຂົງເຂດຕົ້ນຕໍດັ່ງຕໍ່ໄປນີ້:
ທີໜຶ່ງ, ຊັບພະຍາກອນປັນຍາ, ວິທະຍາສາດ-ເຕັກໂນໂລຊີ ແລະ ຊັບພະຍາກອນບຸກຄົນຄຸນນະພາບສູງ.
ຕາມການຄາດຄະເນ, ຈຳນວນຄົນທີ່ຮຽນຈົບມະຫາວິທະຍາໄລຫຼືສູງກວ່າ ກວມປະມານ 10 – 12% ຂອງຊຸມຊົນຊາວຫວຽດນາມປະມານ 6 ລ້ານຄົນໃນຕ່າງປະເທດ (ທຽບເທົ່າກັບ 600.000 ຄົນ)(3). ນັກວິທະຍາສາດຫຼາຍຄົນທີ່ມີຊື່ໃນສາຂາເຕັກໂນໂລຊີໃໝ່ ແລະ ເຕັກໂນໂລຊີຊັ້ນສູງ ເຊັ່ນ ເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕຣນິກ, ໂທລະຄົມມະນາຄົນ, ການຜະລິດເຄື່ອງຈັກ, ໄຊເບີຣ໌ເນຕິກສ໌, ເຕັກໂນໂລຊີຊີວະພາບ, ເຕັກໂນໂລຊີອະວະກາດ, ວັດສະດຸໃໝ່, ນາໂນເຕັກໂນໂລຊີ, ພະລັງງານ, ການຄຸ້ມຄອງເສດຖະກິດ, ການເງິນແລະການທະນາຄານ. ສະມາຄົມຜູ້ຊ່ຽວຊານແລະປັນຍາຊົນຫວຽດນາມໃນຫຼາຍພື້ນທີ່ໄດ້ຮັບການຈັດຕັ້ງຂຶ້ນ ແລະ ເຄື່ອນໄຫວຢ່າງຕັ້ງໜ້າແລະມີຊີວິດຊີວາທັງໃນປະເທດເຈົ້າພາບ ແລະ ໃນປະເທດຫວຽດນາມ.
ການເຊື່ອມຕໍ່ລະຫວ່າງຄົນຫວຽດນາມໃນທົ່ວໂລກ ກຳລັງສ້າງກົນໄກການຮ່ວມມືທີ່ນັບມື້ນັບຍືດຫຍຸ່ນສຳລັບຜູ້ຊ່ຽວຊານໃນປະເທດແລະຕ່າງປະເທດ ເມື່ອເຂົ້າຮ່ວມໃນແຜນການແລະໂຄງການຕ່າງໆ ພາຍໃນຍຸດທະສາດການພັດທະນາແຫ່ງຊາດຂອງຫວຽດນາມ. ນີ້ແມ່ນບາດກ້າວທີ່ສຳຄັນໃນການດຶງດູດຊັບພະຍາກອນທາງປັນຍາ ຂອງຊາວຫວຽດນາມຢູ່ຕ່າງປະເທດ ພ້ອມເປີດທິດທາງໃໝ່ ບໍ່ພຽງແຕ່ເຊື່ອມໂຍງຜູ້ຊ່ຽວຊານ ແລະປັນຍາຊົນໃນປະເທດອື່ນໆ ເພື່ອແລກປ່ຽນແລະປຶກສາຫາລືກ່ຽວກັບວິທະຍາສາດແລະສັງຄົມ, ແຕ່ຍັງເຊື່ອມໂຍງເຄືອຂ່າຍທາງປັນຍາຂອງຊາວຫວຽດນາມຢູ່ຕ່າງປະເທດ ກັບອົງການແລະສູນການຄົ້ນຄວ້າໃນປະເທດອີກດ້ວຍ.
ແຮງງານຫວຽດນາມທີ່ເຮັດວຽກໃນຕ່າງປະເທດຍັງເປັນຊັບພະຍາກອນທີ່ສຳຄັນຂອງປະເທດດ້ວຍທັກສະວິຊາຊີບ ແລະປະສົບການການເຮັດວຽກຫຼັງຈາກໄດ້ຮັບການຝຶກອົບຮົມໃນສະພາບແວດລ້ອມຢູ່ຕ່າງປະເທດ. ໃນໄລຍະປີ 2017-2019, ໃນແຕ່ລະປີມີແຮງງານຫວຽດນາມປະມານ 130.000 - 150.000 ຄົນເຮັດວຽກຢູ່ຕ່າງປະເທດພາຍໃຕ້ສັນຍາຈ້າງງານ(4) ເມື່ອກັບມາປະເທດ ຄົນງານສ່ວນໃຫຍ່ມີວຽກເຮັດງານທຳທີ່ໝັ້ນຄົງ, ບາງຄົນໄດ້ກໍ່ຕັ້ງວິສາຫະກິດ ຫຼືໂຮງງານຜະລິດດ້ວຍເງິນທຶນສະສົມຫຼັງຈາກຢູ່ຕ່າງປະເທດຫຼາຍປີ.
ທີສອງ, ຊັບພະຍາກອນທາງເສດຖະກິດ
ໂດຍທົ່ວໄປແລ້ວ, ຊຸມຊົນທຸລະກິດຫວຽດນາມໃນຕ່າງປະເທດມີຄວາມສາມາດທາງເສດຖະກິດທີ່ກຳລັງເຕີບໂຕ ແລະມີອິດທິພົນບໍ່ພຽງແຕ່ຕໍ່ຊຸມຊົນເທົ່ານັ້ນ ແຕ່ຍັງລວມເຖິງລັດຖະບານຂອງປະເທດເຈົ້າພາບອີກດ້ວຍ. ການເຄື່ອນໄຫວທາງດ້ານເສດຖະກິດ, ວັດທະນະທຳ, ການຄ້າ ແລະ ການລົງທຶນຂອງຊາວຫວຽດນາມຢູ່ຕ່າງປະເທດ ໄດ້ກາຍເປັນຂົວຕໍ່ແລກປ່ຽນລະຫວ່າງຫວຽດນາມ ກັບປະເທດແລະດິນແດນອື່ນໆໃນໂລກ.
ສາມາດຢືນຢັນໄດ້ວ່າ, ນັກວິສາຫະກິດຫວຽດນາມຢູ່ຕ່າງປະເທດແມ່ນໜຶ່ງໃນກຳລັງສຳຄັນໃນການນຳສິນຄ້າຫວຽດນາມເຂົ້າສູ່ຕະຫຼາດໃນຫຼາຍປະເທດທົ່ວໂລກ, ສ້າງຕັ້ງເຄືອຂ່າຍການຈັດຈຳໜ່າຍຜ່ານສູນການຄ້າ ແລະອົງການ ຫຼືສະມາຄົມທຸລະກິດ, ໃນນັ້ນມີສິນຄ້າທີ່ມີທ່າແຮງຂອງຫວຽດນາມ ເຊັ່ນ: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດ, ສະບຽງອາຫານ, ຫັດຖະກຳ... ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດກໍ່ແມ່ນກຳລັງໂຄສະນາຊວນເຊື່ອທີ່ມີປະສິດທິພາບ ໃນການສົ່ງເສີມວັດທະນະທຳ ແລະພາບພົດຂອງປະເທດ ແລະປະຊາຊົນຫວຽດນາມໄປທົ່ວໂລກ ຜ່ານການເຄື່ອນໄຫວທາງວັດທະນະທຳຂອງຊຸມຊົນ, ການເຂົ້າຮ່ວມງານວາງສະແດງ ແລະງານສະແດງສິນຄ້າ ທີ່ສົ່ງເສີມການຄ້າ ແລະການທ່ອງທ່ຽວຂອງຫວຽດນາມຢູ່ຕ່າງປະເທດ. ຄຽງຄູ່ກັນນັ້ນ, ຊາວຫວຽດນາມຢູ່ຕ່າງປະເທດກໍ່ແມ່ນຊັບພະຍາກອນທີ່ປະກອບສ່ວນເຂົ້າໃນການພັດທະນາຂະແໜງການທ່ອງທ່ຽວ ແລະການບິນອີກດ້ວຍ. ໃນໄລຍະປີ 2009-2019 (ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19) ໃນແຕ່ລະປີມີຊາວຫວຽດນາມໃນຕ່າງປະເທດເດີນທາງກັບບ້ານປະມານ 700.000 ເຖິງ 1.000.000 ຄົນ(5).
ທີສາມ, ຊັບພະຍາກອນ “ນຸ່ມນວນ”
ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດພວມເຊື່ອມໂຍງຢ່າງເລິກເຊິ່ງກ່ວາອີກໃນສັງຄົມຂອງປະເທດເຈົ້າພາບ, ມີທີ່ຕັ້ງທີ່ເຂັ້ມແຂງຂຶ້ນ ແລະມີສ່ວນຊ່ວຍໃນການຂະຫຍາຍອິດທິພົນທາງການເມືອງ ແລະວັດທະນະທຳຂອງຫວຽດນາມ. ນັກການເມືອງສອງສານຄົນທີ່ມີເຊື້ອສາຍຫວຽດນາມໃນປະເທດຕ່າງໆ ເຊັ່ນ ສະຫະລັດອາເມລິກາ, ເຢັຍລະມັນ, ຍີ່ປຸ່ນ, ເກົາຫຼີ, ອົດສະຕຣາລີ… ມີສ່ວນຮ່ວມໃນການເມືອງຂອງປະເທດເຈົ້າພາບໃນລະດັບຕ່າງໆ (ສະມາຊິກລັດຖະສະພາ, ລັດ, ສະພານະຄອນ…). ຈຳນວນຄົນຫວຽດນາມ ແລະຜູ້ຄົນທີ່ມີເຊື້ອສາຍຫວຽດນາມ ເຂົ້າຮ່ວມ ແລະດຳລົງຕຳແໜ່ງສຳຄັນໃນອົງການຈັດຕັ້ງສາກົນມີທ່າອຽງເພີ່ມຂຶ້ນ. ນີ້ແມ່ນປະຖົມປັດໄຈທີ່ສຳຄັນ, ປະກອບສ່ວນເສີມສ້າງຄວາມໄວ້ວາງໃຈ ແລະກະຊັບການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບປະຊາຊົນ, ນັກການເມືອງ, ຜູ້ນຳຂອງປະເທດ ແລະອົງການຈັດຕັ້ງສາກົນ.
ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດກຳລັງເສີມຂະຫຍາຍບົດບາດຂອງຕົນໃນຖານະຂົວຕໍ່ຜ່ານການເຄື່ອນໄຫວທາງວັດທະນະທຳ ແລະການທ່ອງທ່ຽວທີ່ຫຼາຍຂຶ້ນເລື້ອຍໆ ເພື່ອໂຄສະນະເຜີຍແຜ່ພາບພົດຂອງປະເທດແລະຜູ້ຄົນຫວຽດນາມ. ຕໍ່ໜ້າການພັດທະນາຂອງຊຸມຊົນຊາວຫວຽດນາມໃນບາງປະເທດເຊັ່ນ ເກົາຫຼີ, ສາທາລະນະລັດເຊັກ, ສະໂລວາເກຍ ແລະ ໄຕ້ວັນ (ຈີນ), ລັດຖະບານປະເທດເຈົ້າພາບຈຶງອະນຸຍາດໃຫ້ນຳໃຊ້ພາສາຫວຽດນາມເປັນພາສາທີສອງໃນໂຮງຮຽນ, ປະກອບສ່ວນສຳຄັນເຂົ້າໃນການຮັກສາ ແລະສົ່ງເສີມເອກະລັກວັດທະນະທຳພາສາຫວຽດນາມ. ຄຽງຄູ່ກັນນັ້ນ, ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດຍັງມີສ່ວນສຳຄັນໃນການເຊື່ອມໂຍງ ແລະກະຊັບການພົວພັນທາງການທູດ, ການແລກປ່ຽນລະຫວ່າງປະຊາຊົນ ແລະການແລກປ່ຽນວັດທະນະທຳ ລະຫວ່າງຫວຽດນາມແລະປະເທດຕ່າງໆທົ່ວໂລກ. ໃນເດືອນ ມິຖຸນາ 2023, ຊຸມຊົນຊາວຫວຽດນາມຢູ່ ສະໂລວາເກຍ ໄດ້ຮັບການຍອມຮັບຈາກລັດຖະບານປະເທດເຈົ້າພາບໃຫ້ເປັນຊົນເຜົ່າສ່ວນໜ້ອຍທີ 14 ໃນປະເທດນີ້. ນີ້ແມ່ນການຍອມຮັບ ແລະຄວາມເຄົາລົບຂອງລັດຖະບານ ສະໂລວາເກຍ ຕໍ່ຊຸມຊົນຊາວຫວຽດນາມໃນປະເທດເຈົ້າພາບ. ໃນປະເທດ ມາຣົກ ປະຈຸບັນມີຄົນເຊື້ອສາຍຫວຽດນາມພຽງປະມານ 350 ຄົນ ເຊິ່ງສ່ວນໃຫຍ່ແມ່ນຮຸ່ມທີສອງແລະສາມ, ແຕ່ໄດ້ເຫັນດີແລະຮ່ວມມືກັນກໍ່ສ້າງປະຕູໂຂງຫວຽດນາມ ທີ່ປະເທດ ມາຣົກ (ສຳເລັດໃນເດືອນພະຈິກ 2022) ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນລະຫວ່າງຫວຽດນາມ - ມາຣົກ ຄົບຮອບ 60 ປີ. ໂຄງການນີ້ໄດ້ກາຍເປັນໜຶ່ງໃນສັນຍາລັກຂອງມິດຕະພາບຫວຽດນາມ - ມາຣົກ, ຊ່ວຍໃຫ້ຊາວຫວຽດນາມຮຸ່ນຕໍ່ຮຸ່ນໃນປະເທດນີ້ຈົດຈຳຮາກເຫງົ້າຂອງຊາດຂອງຕົນໄດ້ສະເໝີ. ໃນເມືອງອຸດອນທານີ (ປະເທດໄທ) ຊຸມຊົນຊາວຫວຽດນາມໄດ້ກໍ່ສ້າງເມືອງຫວຽດນາມ (Vietnam Town) ດ້ວຍຄວາມຫວັງວ່າສະຖານທີ່ແຫ່ງນີ້ຈະກາຍເປັນສູນກາງທາງວັດທະນະທຳ ແລະແຫຼ່ງທ່ອງທ່ຽວບໍ່ພຽງແຕ່ຂອງຊາວຫວຽດນາມໃນພາກຕາເວັນອອກສຽງເໜືອຂອງປະເທດໄທເທົ່ານັ້ນ ແຕ່ຍັງລວມເຖິງຊຸມຊົນໄທ-ຫວຽດນາມໃນປະເທດໄທດ້ວຍ.
ທີສີ່, ຊັບພະຍາກອນສະໜັບສະໜູນກິດຈະກຳການກຸສົນ ແລະມະນຸດສະທຳ.
ເປັນເວລາຫຼາຍປີທີ່ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມໃນໂຄງການການກຸສົນ ແລະມະນຸດສະທຳ ຢູ່ພາຍໃນປະເທດຢ່າງແຂງຂັນ. ພາຍໃນບັນດາຂອບໂຄງການການກຸສົນ, ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດໄດ້ເດີນທາງໄປຍັງບັນດາພື້ນທີ່ຫ່າງໄກສອກຫຼີກຂອງຫວຽດນາມ ເພື່ອຊ່ວຍເຫຼືອແລະມອບຂອງຂວັນໂດຍກົງ ເຊິ່ງມີສ່ວນຊ່ວຍປົວແປງຊີວິດທີ່ຫຍຸ້ງຍາກຂອງປະຊາຊົນ, ປະກອບສ່ວນສຳຄັນເຂົ້າໃນຜົນງານການລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກໃນປະເທດ.
ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຫວຽດນາມ, ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດເຖິງຈະປະເຊີນກັບຄວາມຫຍຸ້ງຍາກລຳບາກ ແຕ່ກໍ່ຍັງຕິດຕາມ ແບ່ງປັນທາງດ້ານວັດຖຸ, ຈິດໃຈ ແລະ ປະກອບຄຳເຫັນຢ່າງກະຕືລືລົ້ນ ເພື່ອແນະນຳໃຫ້ພັກ ແລະລັດ ໃນການປ້ອງກັນ ຕໍ່ສູ້ ແລະ ບັນເທົາຜົນກະທົບທີ່ເປັນອັນຕະລາຍຈາກການລະບາດໃຫຍ່. ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ໄດ້ບໍລິຈາກເງິນ 80 ຕື້ດົ່ງ ແລະ ອຸປະກອນທາງການແພດຈຳນວນຫຼາຍ ເພື່ອຮັບໃຊ້ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19. ຊາວຫວຽດນາມຢູ່ຕ່າງປະເທດປະສານງານຢ່າງແຂງຂັນກັບບັນດາອົງການຕົວແທນຂອງຫວຽດນາມໃນຕ່າງປະເທດ ເພື່ອມີສ່ວນຮ່ວມໃນການດຳເນີນງານການທູດດ້ານວັກແຊງ ໂດຍລະດົມປະເທດເຈົ້າພາບເພື່ອສະໜັບສະໜູນວັກແຊງ ແລະອຸປະກອນທາງການແພດໃຫ້ຫວຽດນາມ. ດ້ວຍນ້ຳໃຈທີ່ມີຕໍ່ບ້ານເກີດເມືອງນອນ, ເກືອບ 30 ອົງການແລະສະມາຄົມຫວຽດນາມໃນປະເທດຕ່າງໆ ໄດ້ເປີດຂະບວນການເຄື່ອນໄຫວສະໜັບສະໜູນຄື: “ຮ່ວມມືເພື່ອຫວຽດນາມ”, “ວັກແຊງ 1 ໝື່ນໂດສໃຫ້ຫວຽດນາມ”...
ຊາວຫວຽດນາມຢູ່ຕ່າງປະເທດຈຳນວນຫຼາຍເປັນຫົວໜ້າຕົວແທນ ຫຼື ຜູ້ບໍລິຫານຂອງອົງການພັດທະນາເອກະຊົນຕ່າງປະເທດ ໄດ້ດຳເນີນກິດຈະກຳສະໜັບສະໜູນດ້ານມະນຸດສະທຳໃນຫວຽດນາມ, ປະກອບສ່ວນຊ່ວຍຫຼຸດຜ່ອນຄວາມທຸກຍາກ, ສົ່ງເສີມການພັດທະນາທີ່ຍືນຍົງ ແລະ ການເຊື່ອນໂຍງສາກົນຂອງຫວຽດນາມ. ໃນອົງການພັດທະນາເອກະຊົນຕ່າງປະເທດທີ່ດຳເນີນງານໃນຫວຽດນາມທັງໝົດ 388 ອົງການ, ມີ 44 ອົງການ ທີ່ຜູ້ກໍ່ຕັ້ງ ປະທານ ຫົວໜ້າຕົວແທນ ຜູ້ຮັບຜິດຊອບການດຳເນີນງານ ແມ່ນຄົນຫວຽດນາມຢູ່ຕ່າງປະທດ, ເຊິ່ງໃຫ້ຄວາມຊ່ວຍເຫຼືອແກ່ຫວຽດນາມໂດຍສະເລ່ຍປະມານ 8,4 ລ້ານໂດລາສະຫະລັດຕໍ່ປີ.
ບັນດາຜົນງານທີ່ໂດດເດັ່ນ
ພາຍໃຕ້ຄວາມເປັນຫ່ວງເປັນໃຍຂອງການນຳພັກ ແລະ ລັດ, ວຽກງານສຳລັບຊາວຫວຽດນາມຢູ່ຕ່າງປະເທດເວົ້າລວມ ແລະ ວຽກງານສົ່ງເສີມຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດເວົ້າສະເພາະ ໄດ້ຮັບການຜັນຂະຫຍາຍພ້ອມກັນທົ່ວທັງລະບົບການເມືອງ. ຄວາມຮັບຮູ້ຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ບັນດາອົງການຢູ່ໃນປະເທດແລະຕ່າງປະເທດ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ກ່ຽວກັບບົດບາດຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ນັບມື້ນັບໄດ້ຮັບການຍົກສູງ. ລັດຖະບານ, ບັນດາກະຊວງ, ຂະແໜງການຢູ່ສູນກາງແລະທ້ອງຖິ່ນ ໄດ້ຜັນຂະຫຍາຍແຜນນະໂຍບາຍຂອງພັກກ່ຽວກັບວຽກງານສຳລັບຊາວຫວຽດນາມຢູ່ຕ່າງປະເທດເວົ້າລວມ ແລະ ວຽກງານສົ່ງເສີມຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດເວົ້າສະເພາະ ເຂົ້າໃນເອກະສານນິຕິກຳ, ໂຄງການ, ແຜນປະຕິບັດງານ ແລະ ໂຄງການໃນແຕ່ລະຂົງເຂດ. ດ້ວຍເຫດນັ້ນ, ວຽກງານສົ່ງເສີມຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດ ຈຶງບັນລຸໝາກຜົນທີ່ໜ້າພຶງພໍໃຈ:
ທີໜຶ່ງ, ທາງດ້ານການເມືອງ. ເຖິງວ່າມີທັດສະນະແລະທ່າທີ່ທາງການເມືອງທີ່ແຕກຕ່າງກັນກໍ່ຕາມ, ແຕ່ຈິດໃຈຂອງຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດທີ່ມີຕໍ່ປະເທດ ລ້ວນແຕ່ສະແດງໃຫ້ເຫັນຢ່າງຈະແຈ້ງ. ດ້ວຍຄວາມປາດຖະໜາຢາກປະກອບສ່ວນປົກປັກຮັກສາອະທິປະໄຕໃນແຜ່ນດິນ ທະເລ ແລະໝູ່ເກາະຂອງປະເທດ, ຊຸມຊົນຊາວຫວຽດນາມຢູ່ ເກົາຫຼີ, ເຢັຍລະມັນ, ຮຸງກາຣີ ແລະ ໂປໂລຍ ໄດ້ຈັດຕັ້ງກອງທຶນຈຳນວນໜຶ່ງເຊັ່ນ: ກອງທຶນເພື່ອອະທິປະໄຕທາງທະເລແລະໝູ່ເກາະຂອງຫວຽດນາມ, ສະໂມສອນເຈື່ອງຊາ... ຜັນຂະຫຍາຍບັນດາການເຄື່ອນໄຫວຈັດຕັ້ງກອງປະຊຸມສຳມະນາ, ປຶກສາຫາລື ແລະ ງານວາງສະແດງຮູບພາບກ່ຽວກັບທະເລຕາເວັນອອກ. ຕັ້ງແຕ່ປີ 2012, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດຍັງໄດ້ຈັດຕັ້ງຄະນະຜູ້ແທນຫວຽດນາມໄປຢ້ຽມຢາມເກາະເຈື່ອງຊາ, ດຶງດູດຄວາມສົນໃຈແລະການຕອບສະໜອງເປັນພິເສດຈາກຊຸມຊົນ. ດ້ວຍການເຄື່ອນໄຫວເຫຼົ່ານີ້, ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຫວັງວ່າຈະສາມາດຖ່າຍທອດຂໍ້ມູນທີ່ຖືກຕ້ອງ ໃຫ້ກັບເພື່ອນມິດສາກົນ, ເຜີຍແຜ່ຄວາມຮັກຕໍ່ທະເລແລະໝູ່ເກາະຂອງບ້ານເກີດເມືອງນອນ ແລະ ປະກອບສ່ວນໃນການຢືນຢັນອະທິປະໄຕຂອງຫວຽດນາມຕໍ່ໝູ່ເກາະທັງສອງຄື ຮ່ວາງຊາ ແລະ ເຈື່ອງຊາ.
ທີສອງ, ທາງດ້ານວິທະຍາສາດ-ເຕັກໂນໂລຊີ, ການສຶກສາ ແລະ ການຝຶກອົບຮົມ. ໃນປະຈຸບັນ, ໃນແຕ່ລະປີມີປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດປະມານ 300-500 ຄົນເດີນທາງກັບບ້ານ ແລະ ເຂົ້າຮ່ວມການເຄື່ອນໄຫວວິທະຍາສາດ-ເຕັກໂນໂລຊີຢ່າງຕັ້ງໜ້າ, ໂດຍປະກອບຄຳຄິດເຫັນຢ່າງເລິກເຊິ່ງແລະແທດຈິງ ກ່ຽວກັບບັນດາບັນຫາພັດທະນາຂອງປະເທດ(6). ຜູ້ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຈຳນວນຫຼາຍໄດ້ກັບບ້ານເກີດເມືອງນອນ ເພື່ອຢູ່ອາໄສ ເຮັດວຽກ ຫຼືມີໂຄງການພື້ນຖານໄລຍະຍາວ, ປະກອບສ່ວນແທດຈິງເຂົ້າໃນການພັດທະນາວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ຝຶກອົບຮົມ; ມີສ່ວນຊ່ວຍໃຫ້ວິທະຍາສາດແລະເຕັກໂນໂລຊີຂອງຫວຽດນາມໃກ້ຊິດກັບໂລກຫຼາຍຂຶ້ນ.
ໃນຊຸມປີມໍ່ໆມານີ້, ຜ່ານການພົບປະ, ແລກປ່ຽນ, ເຄື່ອນໄຫວແລກປ່ຽນກັບຊຸມຊົນທາງປັນຍາ ແລະຜູ້ຊ່ຽວຊານຂອງຊາວຫວຽດນາມຢູ່ຕ່າງປະເທດ ເຊິ່ງຈັດໂດຍອົງການໃນປະເທດ(7), “ການໄຫຼວຽນຂອງສານສະໝອງ” ພວມເກີດຂຶ້ນຢ່າງຟົດຟື້ນ, ປະກອບສ່ວນໂດຍກົງເຂົ້າໃນຂະບວນການໃຫ້ຄຳປຶກສາແລະແນະນຳນະໂຍບາຍຕ່າງໆໃຫ້ກັບລັດຖະບານ ເພື່ອຄ່ອຍໆແກ້ໄຂຄວາມຫຍຸ້ງຍາກ ແລະອຸປະສັກຕ່າງໆ ທີ່ເກີດຂຶ້ນໃນຂະບວນການສົ່ງເສີມການພັດທະນາເສດຖະກິດແລະສັງຄົມໃນຫຼາຍຂົງເຂດເຊັ່ນ: ພະລັງງານສະອາດ, ເຕັກໂນໂລຊີສີຂຽວ,ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາທີ່ຍືນຍົງ...
ພິດເສດ, ໃນຊຸມປີ 2020-2021 ເຊິ່ງເປັນໄລຍະທີ່ການແຜ່ລະບາດຂອງພະຍາດໂຄວິດ-19 ເກີດຂຶ້ນແລະມີຄວາມສັບສົນ, ຜູ້ຊ່ຽວຊານແລະປັນຍາຊົນຂອງຊາວຫວຽດນາມຢູ່ຕ່າງປະເທດ ໄດ້ເຊື່ອມໂຍງໂດຍກົງແລະລະດົມໜ່ວຍງານພາກລັດ, ອົງການ ແລະວິສາຫະກິດຕ່າງໆໃນປະເທດເຈົ້າພາບ ເພື່ອສະໜັບສະໜູນການຈັດຫາວັກແຊງໄປໃຫ້ຫວຽດນາມ ແລະ ສົ່ງເສີມການຖ່າຍໂອນເຕັກໂນໂລຊີການຜະລິດວັກແຊງ, ແບ່ງປັນປະສົບການ ແລະໃຫ້ຄຳແນະນຳທີ່ເປັນປະໂຫຍດຫຼວງຫຼາຍ ທີ່ກ່ຽວຂ້ອງກັບການປ້ອງກັນແລະຄວບຄຸມພະຍາດລະບາດ ໃຫ້ແກ່ບັນດາອົງການສູນກາງ ແລະ ທ້ອງຖິ່ນຢູ່ພາຍໃນປະເທດ, ຜ່ານໂຄງການແລກປ່ຽນແລະໃຫ້ຄຳປຶກສາ ລະຫວ່າງທີມແພດ ແລະຜູ້ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ ໃນຂົງເຂດສາທາລະນະສຸກ ຮ່ວມກັບໜ່ວຍງານແລະປະຊາຊົນຢູ່ພາຍໃນປະເທດ.
ທີສາມ, ທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ເຖິງທ້າຍປີ 2022, ຊາວຫວຽດນາມຢູ່ຕ່າງປະເທດໃນ 35 ປະເທດແລະດິນແດນ ໄດ້ດຳເນີນໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈຳນວນ 385 ໂຄງການຢູ່ 43/63 ແຂວງແລະນະຄອນຂອງຫວຽດນາມ ໂດຍມີທຶນຈົດທະບຽນທັງໝົດ 1,72 ຕື້ໂດລາສະຫະລັດ(8). ນອກຈາກນັ້ນ ຍັງມີເງິນລົງທຶນຂອງຊາວຫວຽດນາມຢູ່ຕ່າງປະເທດທີ່ສົ່ງກັບປະເທດໃນຮູບແບບທາງອ້ອມອື່ນໆ. ເບິ່ງລວມແລ້ວ, ການເຄື່ອນໄຫວລົງທຶນແລະກິດຈະກຳທາງທຸລະກິດ ຂອງຊາວຫວຽດນາມຢູ່ຕ່າງປະເທດ ໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດແລະສັງຄົມ, ສ້າງວຽກເຮັດງານທຳໃຫ້ກັບຄົນງານໃນທ້ອງຖິ່ນ ແລະ ເພີ່ມລາຍໄດ້ໃຫ້ກັບງົບປະມານຂອງລັດ.
ການໂອນເງິນມາໃຫ້ພີ່ນ້ອງໃນປະເທດຖືເປັນຈຸດສະຫວ່າງໃນການສົ່ງເສີມຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດ. ໃນໄລຍະປີ 1993-2022, ເງິນທີ່ສົ່ງກັບບ້ານຂອງຊາວຫວຽດນາມຢູ່ຕ່າງປະເທດມີມູນຄ່າຫຼາຍກວ່າ 190 ຕື້ໂດລາສະຫະລັດ, ໃນປີ 2022 ພຽງປີດຽວ ຕົວເລກນີ້ບັນລຸເກືອບ 19 ຕື້ໂດລາສະຫະລັດ(9). ຈຳນວນການສົ່ງເງິນກັບບ້ານເພີ່ມຂຶ້ນຢ່າງຕໍ່ເນື່ອງທຸກປີ, ເຖິງວ່າຢູ່ໃນສະພາບທີ່ຫຍຸ້ງຍາກຂອງການລະບາດຂອງພະຍາດໂຄວິດ-19. ຫວຽດນາມຢູ່ໃນ 10 ປະເທດທີ່ມີການໂອນເງິນມາຈາກຕ່າງປະເທດຫຼາຍທີ່ສຸດໃນໂລກໃນຫຼາຍປີຕິດຕໍ່ກັນ.
ບັນດາສະມາຄົມ, ສະມາຄົມທຸລະກິດ ແລະ ນັກທຸລະກິດຫວຽດນາໃນປະເທດຕ່າງໆຍັງເສີມຂະຫຍາຍບົດບາດຂອງພວກເຂົາ ໃນການເຊື່ອມໂຍງການຄ້າ ລະຫວ່າງວິສາຫະກິດຫວຽດນາມໃນປະເທດ ແລະຕ່າງປະເທດ ຢ່າງແຂງຂັນ. ໃນເດືອນສິງຫາ 2009, ສະມາຄົມນັກທຸລະກິດຫວຽດນາມຢູ່ຕ່າງປະເທດ (BAOOV)(10) ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍມີເປົ້າໝາຍເພື່ອສ້າງສະພາບແວດລ້ອມສຳລັບການຮ່ວມມື ແລະການແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງກັບການລົງທຶນ, ການຜະລິດແລະທຸລະກິດ, ການຄ້າແລະການບໍລິການໃນຫວຽດນາມ ແລະຕ່າງປະເທດ, ລະຫວ່າງວິສາຫະກິດ ນັກທຸລະກິດ ແລະສະມາຄົມໃນປະເທດ ແລະຕ່າງປະເທດ.
ບັນດາອົງການໃນປະເທດແລະຕ່າງປະເທດ ໄດ້ສົມທົບກັນຢ່າງສຳເລັດຜົນໃນການຈັດຕັ້ງກອງປະຊຸມສຳມະນາ, ກອງປະຊຸມປຶກສາຫາລື ແລະ ເວທີປາໄສສົ່ງເສີມການຄ້າ ແລະ ການລົງທຶນ(11); ປະກອບສ່ວນໃນການຕອບແລະການແກ້ໄຂບັນຫາໃຫ້ກັບວິສາຫະກິດ ແລະ ຜູ້ປະກອບການ; ສົ່ງເສີມບົດບາດຂອງຊາວຫວຽດນາມຢູ່ຕ່າງປະເທດ ໃນຖານະຂົວການຄ້າໃນການບໍລິໂພກຜະລິດຕະພັນ ແລະ ພັດທະນາຊ່ອງທາງການຈັດຈຳໜ່າຍສິນຄ້າຫວຽດນາມໃນຕ່າງປະເທດ.
ຂໍ້ຈຳກັດແລະຂໍ້ບົກພ່ອງຈຳນວນໜຶ່ງ
ເຖິງວ່າບັນລຸຄວາມສຳເລັດທີ່ສຳຄັນຫຼາຍຢ່າງ ແຕ່ວຽກງານເສີມຂະຫຍາຍຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດໃນເວລາທີ່ຜ່ານມາ ກໍ່ຍັງບໍ່ທັນສອຄ່ອງກັບຄວາມສາມາດອັນຍິ່ງໃຫຍ່ ຂອງຊາວຫວຽດນາມຢູ່ຕ່າງປະເທດ.
ໃນດ້ານຊັບພະຍາກອນທາງປັນຍາ, ຈຳນວນປັນຍາຊົນ ຜູ້ຊ່ຽວຊານ ແລະ ນັກວິທະຍາສາດຫວຽດນາມຈາກຕ່າງປະເທດທີ່ເດີນທາງກັບບ້ານ ເພື່ອປະກອບສ່ວນໂດຍກົງແລະກໍ່ສ້າງປະເທດນັ້ນ ຍັງມີຢູ່ບໍ່ຫຼາຍ, ປະຈຸບັນຢຸດຢູ່ພຽງ 300 - 500 ຄົນຕໍ່ປີເທົ່ານັ້ນ. ຊຸມຊົນປັນຍາຊົນແລະຜູ້ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ ທັງດ້ານຂະໜາດແລະຄຸນນະພາບ. ແນວໃດກໍ່ຕາມ, ນອກຈາກບຸກຄົນຈຳນວນໜຶ່ງທີ່ໄດ້ກັບບ້ານເປັນເວລາດົນນານແລ້ວ, ສ່ວນຫຼາຍພຽງແຕ່ກັບບ້ານເພື່ອສອນ, ເຂົ້າຮ່ວມກອງປະຊຸມສຳມະນາ ຫຼື ເຂົ້າຮ່ວມໃນໂຄງການ ແລະ ແຜນການໃນໄລຍະໜຶ່ງເທົ່ານັ້ນ. ດັ່ງນັ້ນ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດບໍ່ໄດ້ຕິດພັນກັບເພື່ອນຮ່ວມງານໃນປະເທດຢ່າງແທ້ຈິງ ແລະຍັງບໍ່ທັນໃຊ້ປະໂຫຍດຈາກທ່າແຮງ ແລະ ກຳລັງແຮງຂອງຕົນຢ່າງເຕັມທີ່.
ເຖິງວ່າຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄ້ວາຫຼາຍແຫ່ງ ລ້ວນແຕ່ມີຄວາມຕ້ອງການດຶງດູດຜູ້ຊ່ຽວຊານ ແລະປັນຍາຊົນຊາວຫວຽດນາມ ມາຮ່ວມມືແລະສິດສອນ, ແຕ່ພວກເຂົາຍັງຂາດແຜນການແລະໂຄງການທີ່ເປັນໄປໄດ້. ບັນຫາການນໍາໃຊ້ຊັບພະຍາກອນ “ພະລັງສະໝອງ” ຂອງຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຮັບການກ່າວເຖິງໃນແງ່ທົ່ວໄປເທົ່ານັ້ນ, ແຕ່ບໍ່ໄດ້ຜັນຂະຫຍາຍກວ້າງຂວາງ, ຂໍ້ສະເໜີແລະຄຳແນະນຳຂອງຊາວຫວຽດນາມຢູ່ຕ່າງປະເທດ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງລະອຽດ. ຍັງມີຊ່ອງຫວ່າງຂະໜາດໃຫຍ່ ລະຫວ່າງຫວຽດນາມ ແລະປະເທດທີ່ພັດທະນາແລ້ວ ໃນແງ່ຂອງສະພາບແວດລ້ອມທາງວິທະຍາສາດ-ເຕັກໂນໂລຊີ ແລະ ສະພາບການຈ້າງງານ.
ໃນດ້ານຊັບພະຍາກອນເສດຖະກິດ, ເຖິງວ່າມີການໂອນເງິນມາໃຫ້ພີ່ນ້ອງໃນປະເທດເປັນຈຳນວນຫຼວງຫຼາຍ, ແຕ່ກໍ່ບໍ່ມີກົນໄກໃນການປະເມີນ ແລະປັບທິດທາງຊັບພະຍາກອນເຫຼົ່ານີ້ໃຫ້ສອດຄ່ອງກັບທິດທາງການພັດທະນາປະເທດ. ການລົງທຶນໂດຍກົງຂອງຊາວຫວຽດນາມຢູ່ຕ່າງປະເທດກວມເອົາອັດຕາສ່ວນຕ່ຳ ໃນການລົງທຶນໂດຍກົງທັງໝົດຈາກຕ່າງປະເທດ, ຍັງບໍ່ທັນມີການສຸມໃສ່ການຜະລິດແລະເຕັກໂນໂລຊີສູງ, ແຕ່ສ່ວນໃຫຍ່ແມ່ນຢູ່ໃນຂະແໜງການບໍລິການ. ການເຊື່ອມຕໍ່ລະຫວ່າງວິສາຫະກິດໃນປະເທດ ແລະວິສາຫະກິດຂອງຊາວຫວຽດນາມຢູ່ຕ່າງປະເທດ ຍັງຈຳກັດ. ຊາວຫວຽດນາມຢູ່ຕ່າງປະເທດຍັງຂາດຂໍ້ມູນກ່ຽວກັບຂະບວນການແລະຂັ້ນຕອນ, ພ້ອມທັງນະໂຍບາຍລົງທຶນບຸລິມະສິດໃຫ້ບັນດາຂະແໜງການຜະລິດທີ່ສຳຄັນໃນປະເທດ.
ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ໃນບາງພື້ນທີ່, ຂັ້ນຕອນການບໍລິຫານທີ່ຫຍຸ້ງຍາກຍັງເປັນອຸປະສັກ ຕໍ່ຄວາມສຸດອົກສຸດໃຈຂອງຊາວຫວຽດນາມຢູ່ຕ່າງປະເທດກັບບ້ານເກີດເມືອງນອນ. ກົດໝາຍວ່າດ້ວຍທີ່ດິນ, ການຊື້ແລະການຂາຍເຮືອນ, ການເປັນເຈົ້າຂອງເຮືອນ, ການທຸລະກິດອະສັງຫາລິມະສັບ, ການເຂົ້າຮ່ວມກິດຈະກຳວິທະຍາສາດ ແລະເຕັກໂນໂລຊີ, ການຮັບສະໝັກພະນັກງານ, ການແຕ່ງຕັ້ງ... ຍັງຈຳກັດສຳລັບຊາວຫວຽດນາມຢູ່ຕ່າງປະເທດ. ດັ່ງນັ້ນ, ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນບໍ່ຮູ້ສຶກປອດໄພເມື່ອລົງທຶນ ແລະເຮັດວຽກໄລຍະຍາວໃນຫວຽດນາມ.ເສີມຂະຫຍາຍຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດຢ່າງມີປະສິດທິພາບ
ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາປະເທດເຖິງປີ 2030
ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ໃນເວລາຕໍ່ໄປ, ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດຈະສືບຕໍ່ພັດທະນາທາງດ້ານຈຳນວນ ແລະພື້ນທີ່ທີ່ຢູ່ອາໄສ. ຄົນຮຸ້ມໃໝ່ຂອງຊາວຫວຽດນາມຢູ່ຕ່າງປະເທດທີ່ໄດ້ຮັບການຝຶກອົບຮົມໃນສະພາບແວດລ້ອມທາງການສຶກສາແລະວັດທະນະທຳທີ່ກ້າວໜ້າ ພ້ອມການເຂົ້າເຖິງຄວາມຄິດ, ວິທີການ ແລະ ເຕັກໂນໂລຊີໃໝ່ໆ ຈະເປັນຮຸ່ນຄົນສືບທອດ, ມີບົດບາດຕົ້ນຕໍ່ໃນການເຄື່ອນໄຫວເສດຖະກິດ ແລະສັງຄົມຊອງຊຸມຊົນ. ນີ້ຈະເປັນຊັບພະຍາກອນທີ່ມີທ່າແຮງໃນເວລາທີ່ຄົນຮຸ່ນນີ້ປະສົບຜົນສໍາເລັດ ແລະເຕີບໃຫຍ່ໃນການເຮັດວຽກ.
ການດຶງດູດຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດ ຈຳເປັນຕ້ອງອີງໃສ່ຄວາມສາມາດບົ່ມຊ້ອນ ແລະ ຄວາມເຂັ້ມແຂງຂອງຊັບພະຍາກອນແຕ່ລະຢ່າງ ແລະ ໃນຂະນະດຽວກັນກໍ່ວາງໄວ້ໃນນະໂຍບາຍມະຫາສາມັກຄີແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດຂອງພັກແລະລັດ, ປະກອບສ່ວນພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດ, ປະກອບສ່ວນໜູນຊ່ວຍໃຫ້ຄົນງານຫວຽດນາມດຳລົງຊີວິດຢ່າງໝັ້ນຄົງ ແລະ ປະກອບສ່ວນໃນການພັດທະນາປະເທດຢ່າງມີປະສິດທິພາບຕໍ່ໄປ. ເພື່ອເສີມຂະຫຍາຍຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດ ຈຳເປັນຕ້ອງເອົາໃຈໃສ່ວິທີແກ້ບັນຫາຕໍ່ໄປນີ້:
ທີໜຶ່ງ, ຕ້ອງສືບຕໍ່ເຊື່ອມຊຶມຄວາມຮັບຮູ້ລວມກ່ຽວກັບແນວທາງ, ນະໂຍບາຍຂອງພັກ ແລະລັດ ກ່ຽວກັບການປັບປຸງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ໃນນັ້ນມີຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ; ພິຈາລະນາຕອບສະໜອງຄວາມປາຖະໜາອັນຊອບທໍາຂອງຊາວຫວຽດນາມຢູ່ຕ່າງປະເທດ; ສົ່ງເສີມ, ໃຫ້ລາງວັນ ແລະ ຍ້ອງຍໍຊາວຫວຽດນາມຢູ່ຕ່າງປະເທດທີ່ໄດ້ປະກອບສ່ວນອັນຕັ້ງໜ້າແລະສຳຄັນ ເຂົ້າໃນການພັດທະນາເສດຖະກິດແລະສັງຄົມ, ປະກອບສ່ວນປັບປຸງບົດບາດທີ່ຕັ້ງຂອງປະເທດ.
ທີສອງ, ກວດຄືນ, ແກ້ໄຂ ແລະປັບປຸງເພີ່ມເຕີມນະນະໂຍບາຍແລະກົດໝາຍໃຫ້ຄົບຖ້ວນ ເພື່ອສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ຮູ້ສຶກປອດໄພໃນການກັບປະເທດເພື່ອດຳລົງຊີວິດແລະເຮັດວຽກ. ຄົ້ນຄວ້າເພື່ອຂະຫຍາຍຄວາມເປັນໄປໄດ້ສຳລັບຊາວຫວຽດນາມຢູ່ຕ່າງປະເທດ ທີ່ຈະເຂົ້າສັນຊາດຫຼືໄດ້ຮັບສັນຊາດຫວຽດນາມຄືນ ໂດຍບໍ່ຕ້ອງສະຫຼະສັນຊາດຕ່າງປະເທດ, ຮັບປະກັນຫຼັກການຂອງສັນຊາດທີ່ “ຍືດຫຍຸ່ນ” ແລະ ສ້າງເງື່ອນໄຂທີ່ເອື້ອອຳນວຍສຳລັບ “ການແກ້ໄຂຢ່າງໄວວາ, ຕອບສະໜອງຄວາມຕ້ອງການທີ່ກ່ຽວຂ້ອງກັບບັນຫາສັນຊາດຂອງຊາວຫວຽດນາມຢູ່ຕ່າງປະເທດ”(12). ສືບຕໍ່ຊຸກຍູ້ການປັບປຸງກົດໝາຍທີ່ກ່ຽວຂ້ອງກັບສິດທິທີ່ຈຳເປັນຂອງຊາວຫວຽດນາມຢູ່ຕ່າງປະເທດ ເຊັ່ນ: ການເຂົ້າອອກປະເທດ, ການຢູ່ອາໄສ, ທີ່ດິນ, ທີ່ຢູ່ອາໄສ, ທຸລະກິດອະສັງຫາລິມະຊັບ, ການລົງທຶນ... ຕາມຂໍ້ບັງຄັບຂອງລັດຖະທຳມະນູນ ແລະກົດໝາຍຂອງຫວຽດນາມ ແລະເຈດຕະນາລົມຂອງມະຕິເລກທີ່ 36-NQ/TW, ຄຳສັ່ງເລກທີ 45-CT/TW ແລະບົດສະຫຼຸບໝາຍເລກ 12-KL/TW ກ່ຽວກັບວຽກງານຕໍ່ຊາວຫວຽດນາມຢູ່ຕ່າງປະເທດ.
ທີສາມ, ສືບຕໍ່ເສີມສ້າງ ແລະ ປັບປຸງຍົກສູງຄຸນນະພາບ ແລະປະສິດທິຜົນ ຂອງການຜັນຂະຫຍາຍກົນໄກ ແລະນະໂຍບາຍ ກ່ຽວກັບການດຶງດູດ ແລະການໃຊ້ປະໂຫຍດຈາກປັນຍາຊົນ ແລະຜູ້ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ. ພັດທະນາເອກະສານແນວທາງສະເພາະກ່ຽວກັບການດຶງດູດຜູ້ຊ່ຽວຊານ ແລະນັກວິທະຍາສາດຊາວຫວຽດນາມຢູ່ຕ່າງປະເທດໃຫ້ເຂົ້າຮ່ວມກິດຈະກຳວິທະຍາສາດແລະເຕັກໂນໂລຊີໃນຫວຽດນາມ; ການແຕ່ງຕັ້ງຜູ້ຊ່ຽວຊານແລະປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ໃຫ້ດຳລົງຕຳແໜ່ງຜູ້ນຳໃນອົງການຄົ້ນຄວ້າວິທະຍາສາດ, ມະຫາວິທະຍາໄລ, ສະຖານສຶກສາແລະການຝຶກອົບຮົມ, ສະຖານປະກອບການຜະລິດແລະທຸລະກິດ ແລະໂຄງການພິເສດໃນບາງພື້ນທີ່ທີ່ປະເທດໃຫ້ບຸລິມະສິດໃນການພັດທະນາ ຫຼືໃນກໍລະນີທີ່ຍັງຂາດປະສົບການ.
ຄົ້ນຄວ້າເປີດກວ້າງຮູບແບບການເຊີນຜູ້ຊ່ຽວຊານແລະປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມໃນຄະນະກຳມະການ/ກຸ່ມທີ່ປຶກສາ ເພື່ອຊ່ວຍລັດຖະບານ, ຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ເພື່ອແບ່ງປັນບົດຮຽນທີ່ກ່ຽວຂ້ອງກັບອົງການຈັດຕັ້ງການຄຸ້ມຄອງ ແລະການວາງແຜນພັດທະນາ ໃນການວາງກຳນົດນະໂຍບາຍເສດຖະກິດແລະສັງຄົມຂອງຫວຽດນາມ.
ແຕ່ລະທ້ອງຖິ່ນ, ຄະນະ, ກະຊວງ ແລະ ຂະແໜງການ ຈໍາເປັນຕ້ອງສ້າງຍຸດທະສາດແລະນະໂຍບາຍທີ່ມີຄວາມຍືດຫຍຸ່ນ ໂດຍອີງໃສ່ຄຸນລັກສະນະແລະຄວາມຕ້ອງການໃນການປະຕິບັດ ເພື່ອນໍາໃຊ້ຊັບພະຍາກອນມະນຸດຢ່າງເໝາະສົມ; ຫຼີກລ້ຽງການໃຊ້ງານແບບເໝົາລວມ ກົນຈັກ ແລະບໍ່ມີປະສິດທິຜົນ ທີ່ເຮັດໃຫ້ສິ້ນເປືອງຊັບພະຍາກອນທາງປັນຍາຂອງປະເທດ. ພ້ອມກັນນັ້ນ, ຕ້ອງຍົກຍ້ອງ ສົ່ງເສີມ ແລະ ຂະຫຍາຍຕົວແບບ ແລະວິທີປະຕິບັດທີ່ດີ ມີຫົວຄິດປະດິດສ້າງ ໃນການດຶງດູດຜູ້ມີຄວາມເກັ່ງກ້າສາມາດ; ສົມທົບກັບການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານ ເພື່ອສ້າງແຮງຈູງໃຈແລະແຜ່ກະຈາຍ ຕໍ່ຊຸມຊົນປັນຍາຊົນ ແລະຜູ້ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ.
ສ້າງກົນໄກແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ ລະຫວ່າງຜູ້ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ ກັບໜ່ວຍງານ ວິສາຫະກິດ ແລະ ອົງການຈັດຕັ້ງໃນປະເທດ ເພື່ອຫາລືກ່ຽວກັບຄວາມຕ້ອງການຮ່ວມມືສະເພາະດ້ານ. ຄົ້ນຄວ້າສ້າງນະໂຍບາຍແລະລະບົບການຈ່າຍຄ່າຕອບແທນພິເສດ ສຳລັບນັກວິທະຍາສາດ ຜູ້ຊ່ຽວຊານ ແລະປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ທີ່ມີຄຸນວຸດທິທາງວິຊາຊີບສູງ ແລະ ມີຄວາມສາມາດໃນການໃຫ້ຄຳແນະນຳດ້ານການຄຸ້ມຄອງແລະການບໍລິຫານ, ການຖ່າຍທອດເຕັກໂນໂລຊີ. ມອບອຳນາດໃຫ້ຜູ້ນຳຮັບຜິດຊອບໃນການທົບທວນ, ການຄັດເລືອກແລະສັນຫາພິເສດ ແລະແຕ່ງຕັ້ງບຸກຄົນທີ່ມີຄວາມເກັ່ງກ້າ ແລະຄວາມສາມາດປະກອບສ່ວນທີ່ເໝາະສົມຢ່າງແທ້ຈິງ.
ທີສີ່, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນແລະທຸລະກິດ, ປະຕິຮູບລະບຽບການບໍລິຫານ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ ແລະ ການດຳເນີນງານຢູ່ຂັ້ນຮາກຖານ ໃຫ້ມີຄວາມໂປ່ງໃສ ແລະ ສະດວກ, ສອດຄ່ອງກັບກົນໄກຕະຫຼາດ ແລະແນວປະຕິບັດສາກົນ. ປັບປຸງຂໍ້ມູນຂ່າວສານເປັນປະຈໍາ ກ່ຽວກັບນະໂຍບາຍພິເສດ, ໂຄງການແລະຂົງເຂດບຸລິມະສິດຮຽກຮ້ອງການລົງທຶນຈາກຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ. ຜັນຂະຫຍາຍນະໂຍບາຍສົ່ງເສີມການໂອນເງິນຂອງຊາວຫວຽດນາມຢູ່ຕາງປະເທດມາໃນປະເທດ ເພື່ອລົງທຶນໃນການຜະລິດ ທຸລະກິດ ແລະໂຄງການຮ່ວມມືລະຫວ່າງພາກລັດແລະເອກະຊົນ, ໂດຍສະເພາະການຄົ້ນຄວ້າມາດຕະການສົ່ງເສີມການລົງທຶນ ການຜະລິດ ແລະກິດຈະກຳທາງທຸລະກິດ ທີ່ດຳເນີນການໂດຍຊາວຫວຽດນາມຢູ່ຕ່າງປະເທດ ຫຼືຜ່ານຍາດຍາດພີ່ນ້ອງຂອງພວກເຂົາໃນຫວຽດນາມ. ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ ແລະເຊື່ອມໂຍງທຸລະກິດຫວຽດນາມ ທັງໃນແລະຕ່າງປະເທດ, ສ້າງເງື່ອນໄຂໃຫ້ວິສາຫະກິດຈາກທັງສອງຝ່າຍໃນການຮຽນຮູ້, ເຊື່ອມໂຍງ ແລະສົ່ງອອກສິນຄ້າຫວຽດນາມໄປຍັງສູນກາງການຄ້າຂອງຊາວຫວຽດນາມຢູ່ຕ່າງປະເທດ ແລະລະບົບການຈັດຈຳໜ່າຍໃນຕ່າງປະເທດ.
ທີຫ້າ, ສະໜັບສະໜູນໃຫ້ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດມີສະຖານະທາງກົດໝາຍທີ່ໝັ້ນຄົງ ມີສະຖຽນລະພາບ ການພັດທະນາ ແລະ ການເຊື່ອມໂຍງເຂົ້າປະເທດເຈົ້າພາບ; ສົ່ງເສີມການເຕົ້າໂຮມ ແລະສາມັກຄີຊາວຫວຽດນາມຢູ່ຕ່າງປະເທດ ທຸກຮູບແບບດ້ວຍຄວາມສະໝັກໃຈ ຕາມກົດໝາຍ ຮີດຄອງປະເພນີ ແລະແນວປະຕິບັດຂອງປະເທດເຈົ້າພາບ ແລະ ຫວຽດນາມ. ປັບປຸງ ແລະ ພັດທະນາສະມາຄົມຜູ້ຊ່ຽວຊານ ປັນຍາຊົນ ນັກທຸລະກິດ ເຍົາວະຊົນ ແລະນັກຮຽນຊາວຫວຽດນາມຢູ່ຕ່າງປະເທດເປັນຫຼັກແຫຼ່ງ, ເປັນຜູ້ນຳການພັດທະນາຊຸມຊົນ. ຈັດຕັ້ງກອງປະຊຸມເພື່ອແລກປ່ຽນປະສົບການ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຝຶກຊ້ອມການຈັດຕັ້ງປະຕິບັດວຽກງານຂອງສະມາຄົມ ແລະ ສະຫະພາບແຮງງານ ສຳລັບຜູ້ນຳສະມາຄົມແລະສະຫະພາບແຮງງານທີ່ສຳຄັນ. ສະໜັບສະໜູນຄວາມຄິດລິເລີ່ມ ແລະ ໂຄງການຂອງຊາວຫວຽດນາມຢູ່ຕ່າງປະເທດ, ໂດຍສະເພາະການເຄື່ອນໄຫວກັບສູ່ຕົ້ນກຳເນີດ, ການອົບຮົມສຶກສາມູນເຊື້ອດັ້ງເດີມ, ການສອນແລະການຮຽນພາສາຫວຽດນາມ ແລະ ການຈັດຄ້າຍສຳລັບເຍົາວະຊົນຊາວຫວຽດນາມຢູ່ຕ່າງປະເທດ.
ໃນສະພາບການເຊື່ອມໂຍງສາກົນ ແລະ ການແຂ່ງຂັນທາງດ້ານເສດຖະກິດ ໃນປະຈຸບັນ, ຫວຽດນາມກຳລັງຢືນຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່. ບັນດາເອກະສານຊີ້ນຳຂອງພັກກອມມູນິດຫວຽດນາມ ກ່ຽວກັບວຽກງານຕໍ່ຊາວຫວຽດນາມຢູ່ຕ່າງປະເທດ ລ້ວນລະບຸເຖິງໜ້າທີ່ທີ່ສຳຄັນ ແມ່ນເສີມຂະຫຍາຍຊັບພະຍາກອນຂອງທັງຊາດຢ່າງແຂງແຮງ, ໃນນັ້ນມີຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຕະຫຼອດປະຫວັດສາດ, ວຽກງານການລະດົມແລະການເສີມຂະຫຍາຍຊັບພະຍາກອນຂອງຊາວຫວຽດນາມຢູ່ຕ່າງປະເທດ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ໂດຍມີຄວາມພະຍາຍາມທີ່ຈະປ່ຽນແປງໃໝ່ ເພື່ອສ້າງກົນໄກແລະສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ຊາວຫວຽດນາມຢູ່ຕ່າງປະເທດ ໃນການປະກອບສ່ວນຊ່ວຍເຫຼືອປະເທດ. ຢ່າງໃດກໍຕາມ, ໃນພາກຕົວຈິງ ການຜັນຂະຫຍາຍຍັງມີຂໍ້ບົກພ່ອງບາງປະການ ໂດຍຕ້ອງໃຊ້ຄວາມຄິດໃໝ່ ແລະການດຳເນີນການທີ່ເດັດຂາດກວ່າອີກ ເພື່ອເສີມຂະຫຍາຍຊັບພະຍາກອນອັນໃຫຍ່ຫຼວງຂອງຊາວ ຫວຽດນາມຢູ່ຕ່າງປະເທດຢ່າງມີປະສິດທິພາບ, ປະກອບສ່ວນປະຕິບັດບັນດາເປົ້າໝາຍການສ້າງສາ ແລະ ປົກປັກຮັກສາປະເທດຊາດ./.
---------------------------------
* ຟ້າມວຽດຮູ່ງ, ໂງທີ້ເຮືອງ
(1) ຫງວຽນຝູຈ້ອງ: ການກໍ່ສ້າງແລະພັດທະນາພື້ນຖານການຕ່າງປະເທດ ແລະການທູດຫວຽດນາມ ທີ່ທັນສະໄໝ, ຮອບດ້ານ ແລະ ເຕັມໄປດ້ວຍເອກະລັກຂອງ “ໄມ້ໄຜ່ຫວຽດນາມ”, ສພຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2023, ໜ້າ 775.
(2), (3) ຂໍ້ມູນໂດຍປະມານ ຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ
(4) ປັບປຸງຍົກສູງຄູນນະພາບແຮງງານສົ່ງອອກ, ປະຕູຂໍ້ມູນທາງເອເລັກໂຕຣນິກ ຂອງກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມ, ວັນທີ 1 ມັງກອນ, ສະບັບລົງວັນທີ 1 ມັງກອນ 2019, https://www.molisa.gov.vn/baiviet/219367?tintucID=219367
(5) ຂໍ້ມູນໂດຍປະມານ ຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ.
(6) ຂໍ້ມູນໂດຍປະມານ ຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ
(7) ກອງປະຊຸມ “ຊາວຫວຽດນາມຢູ່ຕ່າງປເທດຮ່ວມແຮງຮ່ວມໃຈກັນກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ເຊື່ອມໂຍງສາກົນ” (ເດືອນພະຈິກ 2016); ໂຄງການ “ນາຍົກລັດຖະມົນຕີພົບປະຜູ້ຊ່ຽວຊານ, ປັນຍາຊົນ ແລະ ນັກທຸລະກິດທີ່ດີເດັ່ນ ຂອງຊາວຫວຽດນາມຢູ່ຕ່າງປະເທດ” (ເດືອນພະຈິກ 2016); ກອງປະຊຸມເຊື່ອມໂຍງຄົນຫວຽດນາມຢູ່ຕ່າງປະເທດກັບທ້ອງຖິ່ນ “ຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັນກໍ່ສ້າງບ້ານເກີດເມືອງນອນ, ການເຊື່ອມໂຍງ ແລະ ການພັດທະນາ” (ເດືອນທັນວາ 2018); ໂຄງການ “ເຊື່ອມຕໍ່ເຄືອຂ່າຍການປ່ຽນແປງໃໝ່ປະດິກສ້າງຫວຽດນາມ (ປີ 2018); ໂຄງການ “ຍູ້ແຮງການປ່ຽນແປງໃໝ່ປະດິດສ້າງ ໂດຍຜ່ານການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ” (ໄລຍະປີ 2014-2019); ກອງປະຊຸມເຊື່ອມຕໍ່ຜູ້ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດ ເພື່ອປະກອບຄຳຄິດເຫັນໃຫ້ແກ່ການວາງແຜນກຳນົດການພັດທະນາແຂວງ ກວ໋າງນາມ (ເດືອນມິຖຸນາ 2022)…
(8) ແຂ໊ງ ລິງ: “ວຽກງານຊາວຫວຽດນາມຢູ່ຕ່າງປະເທດ - ບັນດາຂີດໝາຍທີ່ຈະແຈ້ງ", ໜັງສືພິມອອນໄລພັກກອມມູນິດຫວຽດນາມ, ສະບັບອອກວັນທີ 23 ມັງກອນ 2023, https://dangcongsan.vn/nguoi-viet-nam-o-nuoc-ngoai/cong-tac-nguoi-viet-nam-o-nuoc-ngoai-nhung-dau-an-dam-net
(9) ໂຮ່ງແອັງ, ແອັງຕ໊ວນ: “ການໂອນເງິນມາໃຫ້ພີ່ນ້ອງໃນປະເທດ - “ຊັບປະຍາກອນທອງຄຳ” ເພື່ອເພີ່ມຄວາມເຂັ້ມແຂງທາງດ້ານການເງິນ”, ປະຕູຂໍ້ມູນອອນໄລສະຖາບັນຍຸດທະສາດ ແລະນະໂຍບາຍການເງິນ, ສະບັບອອກວັນທີ 31 ມັງກອນ 2023, https://mof.gov.vn/webcenter/portal/vclvcstc/pages_r/l/chi-tiet-tin?dDocName=MOFUCM265222
(10) ໃນປະຈຸບັນ, ສະມາຄົມນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດກຳລັງກະກຽມຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ IV.
(11) ກອງປະຊຸມນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ (ປີ 2006); ບັນດາກອງປະຊຸມຫົວຂໍ້ສະເພາະກ່ຽວກັບນັກທຸລະກິດໃນຂອບກອງປະຊຸມຊາວຫວຽດນາມຢູ່ຕ່າງປະເທດ (ປີ 2009, 2012 ແລະ 2016); ລາຍການພົບປະນັກທຸລະກິດຫວຽດນາມຢູ່ຕ່າງປະເທດ ແລະ ນັກທຸລະກິດຫວຽດນາມຢູ່ພາຍໃນປະເທດ (ປີ 2011, 2013); ເວທີປາໄສວິສາຫະກິດຊາວຫວຽດນາມຢູ່ ເອີຣົບ (ປະຈຳປີ); ເວທີປາໄສເສດຖະກິດຊາວຫວຽດນາມຢູ່ຕ່າງປະເທດຄັ້ງທີໜຶ່ງທີ່ ເກົາຫຼີ (ປີ 2019), ຄັ້ງທີສອງທີ່ ຍີ່ປຸ່ນ (ປີ 2023).
(12) ມະຕິເລກທີ 36-NQ/TW, ລົງວັນທີ 26 ມີນາ 2004, ຂອງກົມການເມືອງສູນກາງພັກ “ກ່ຽວກັບວຽກງານຕໍ່ຊາວຫວຽດນາມຢູ່ຕ່າງປະເທດ”
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 1027 (ເດືອນທັນວາ 2023)