ວ.ກ. ອອນ​ໄລ - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ ສະຫາຍ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມ​ມູນິດຫວຽດນາມ ຫງວຽນ​ຝູຈ້ອງ ​ແລະ ພັນ​ລະ​ຍາ, ສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ​ ພັນລະ​ຍາ, ຕອນ​ເຊົ້າ​ວັນ​ທີ 26 ທັນວາ 2012, ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ປະຊາ​ຊັນ ປະຕິວັດ​ລາວ, ປະທານ​ປະ​ເທດ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ພັກ-ລັດ ລາວ​ ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນຖະ​ວະ​ໄມຕີ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ.

ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບ ແລະ ພົບປະຫາລືກັບ ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ - ຮູບຂອງ: TTXVN

     ໃນ​ພິທີ​ຮັບຕ້ອນ​ຄະ​ນະ, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ສະ​ແດງ​ຄວາມ​ຂ່ຳນັບ​ຊົມ​ເຊີຍ​ຢ່າງ​ສຸດ​ອົກສຸດ​ໃຈ ຕໍ່​ຜົນ​ສຳ​ເລັດ​ອັນ​ສຳຄັນ​ຕ່າງໆ ທີ່​ພັກ ລັດ ​ແລະ ປະຊາຊົນ​ລາວ​ອ້າຍ​ນ້ອງ ຍາດ​ມາ​ໄດ້​ໃນ​ສອງ​ປີ​ທີ່​ຜ່ານ​ມາ ພາຍຫຼັງການ​ຜັນ​ຂະຫຍາ​ຍ​ປະຕິບັດ​ ມະຕິກ​ອງປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງພັກ ​ແລະ ​ແຜນ​ການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ​ຄັ້ງທີ VII; ພີ​ເສດ​ແມ່ນ ການ​ທີ່​ລາວ​ຫາ​ກໍ່​ຈັດ​ຕັ້ງ​ສຳ​ເລັດ​ເປັນ​ຢ່າງ​ດີ​ທີ່​ສຸດ ກອງ​ປະຊຸມ​ຂັ້ນ​ສູງ ອາຊີ - ​ເອີຣົບ ຄັ້ງ​ທີ 9 (ASEM-9), ບັນດາ​ກອງ​ປະ​ຊຸມ​ກ່ຽວຂ້ອງທີ່​ຜ່ານ​ມາ, ​ແລະ ການ​ທີ່​ລາວ​ໄດ້​ກາຍ​ເປັນ​ສະມາຊິກ​ເປັນ​ທາງ​ການ ຂອງ​ອົງການ​ການ​ຄ້າ​ໂລກ (WTO).

     ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ, ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຕີ​ລາຄາ​ສູງ ຕໍ່​ຜົນ​ງານ​ອັນ​ສຳຄັນ​ຕ່າງໆ ທີ່​ພັກ ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາດ​ມາ​ໄດ້​ໃນ​ສອງ​ປີ​ທີ່​ຜ່ານ​ມາ ພາຍຫຼັງການຜັນຂະຫຍາຍການ​ປະຕິບັດ​ ມະຕິກອງປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງພັກ ​ແລະ ​ແຜ​ນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ​ 2011 – 2015, ພີ​ເສດ​ແມ່ນ ຄວາມ​ຕັ້ງໜ້າ​ພະຍາຍາມ ​ແລະ ຜົນງານ ​ໃນ​ການຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ ​ແລະ ພັດທະນາ​ເສດຖະກິດ - ສັງຄົ​ມ.

     ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ ຕໍ່​ການ​ສະໜັບສະໜູນ ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນ ທີ່​ພັກ ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ​ໄດ້​ຊ່ວຍ​ເຫຼືອ​ໃຫ້​ແກ່​ກັນ ​ໃນ​ຕະຫຼອດ​ຂະ​ບວນວິວັດ​ການ​ຕໍ່ສູ້ປົດ​ປ່ອຍ​ຊາດ, ​ໂຮມປະ​ເທດ​ຊາດ​ເປັນ​ເອກະ​ພາບ​ ກ່ອນໜ້າ​ນີ້, ກໍ່​ຄື​ໃນ​ພາລະກິດການ​ປ່ຽນ​ແປງ​ໃໝ່ ສ້າງສາ​ພັດທະນາ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ປັດຈຸບັນ; ສອງ​ຝ່າຍພ້ອມ​ກັນ​ສະ​ແດງ​ຄວາມເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ ປະຊາຊົນ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຍາດໄດ້ຜົນສຳ​ເລັດ​ໃໝ່ ​ໃຫຍ່​ຫຼວງ​ກວ່າ​ອີກ ​ໃນການປ່ຽນ​ແປງ​ໃໝ່ ປົກ​ປັກ​ຮັກສາ​ແລະ​ສ້າງສາ​ປະເທດ​, ປະຕິບັດ​ບັນດາ​ຈຸດໝາຍ​ແລະໜ້າ​ທີ່ ​ທີ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ວາງ​ອອກ ຢ່າງ​ສຳ​​ເລັດມີ​ໄຊ. ພິ​ເສດ​ແມ່ນ ສອງ​ຝ່າຍໄດ້​ແລກປ່ຽນ​ວິທີ​ການ ​ມາດ​ຕະການ​ຈຳນວນ​ໜຶ່ງ ​ເພື່ອ​ແນ​ໃສ່​ປະສານ​ສົມທົບກັນ​ຢ່າງ​ແໜ້າ​ແຟ້ນ ​ໃນວິວັດ​ການ​ຜັນ​ຂະຫຍາຍ ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ ຂອງ​ແຕ່ລະ​ປະ​ເທດ ​ແລະ ພ້ອມ​ກັນ​ຕັ້ງໜ້າ​ພະຍາຍາມ​ຍົກ​ສູງ​ຄຸນ​ນະພາ​ບ ປະສິທິຜົນ​ການ​ພົວພັນ​ຮ່ວມ​ມື, ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ຂົງ​ເຂດ​ເສດຖະກິດ, ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ມີ​ປະສິດ​ທະ​ຜົນ ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ພັກ ສອງ​ລັດ.

     ສອງ​ສະຫາຍ​ຜູ້ນຳ​ຂອງສອງ​ຝ່າຍໄດ້​ເນັ້ນ​ໜັກ​ເຖິງ​ການ​ເຄື່ອນ​ໄຫວ​ຕ່າງໆ​ ຄື: ຕ້ອງ​ເປັນ​ເຈົ້າ​ການຕັ້ງໜ້າ​ປະຕິບັດສັນຍາ​ຮ່ວມ​ມື 5 ປີ 2011 – 2015, ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານ ທາງ​ດ້ານ​ເສດຖະກິດ ວັດທະນະທຳ ການ​ສຶກສາ ວິ​ທະຍາ​ສາດ-​ເຕັກ​ໂນ​ໂລ​ຊີ ປີ 2013, ຜັນ​ຂະຫຍາຍ​ຢ່າ​ງມີ​ປະສິດທິ​ຜົນ ​ໂຄງການ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ຫວຽດນາມ - ລາວ ຢູ່​ທີ່​ແຂວງ​ຫົວພັນ ​ແລະ ​ແຂວງ​ຊຽງ​ຂວາງ, ຍູ້​ແຮງ​ການ​ດຳ​ເນີນ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ລົງທຶນ​ຢູ່​ລາວ, ປະສານ​ສົມທົບ​ກັນ​ຈັດ​ຕັ້ງ​ການສຳ​ຫຼວດກວດຄືນ, ຕີ​ລາຄາ​ປະສິດທິ​ຜົນ ຂອງ​ບັນດາ​ໂຄງການ​ຮ່ວມ​ມື​ລົງທຶນ, ປັນ​ຕົ້ນ​ແມ່ນ​ ໃນ​ຂົງ​ເຂດ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ ພະລັງງານ​ໄຟຟ້າ ​ໃນ​ເວລາ​ທີ່​ຜ່ານ​ມາ ​ເພື່ອ​ຈະ​ມີ​ການ​ດັດສົມ​ ໃຫ້​ສອດຄ່ອງ​ກັບ ​ຄວາມ​ຕ້ອງການ​ພັດທະນາ​ ຂອງ​ສອງ​ປະ​ເທດ; ​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ມີ​ກົນ​ໄກ ນະ​ໂຍບາຍ​ພິ​ເສດ​ ເພື່ອ​ດຶງ​ດູດການ​ລົງທຶນ ຂອງ​ບັນດາ​ວິ​ສາ​ຫະກິດ​ ໃນ​ເຂດ​ສີ່ຫຼ່ຽມພັດທະນາ, ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ຢ່າງ​ແໜ້​ນແຟ້ນ ລະຫວ່າງ​ສອງ​ປະ​ເທດ ກໍ່​ຄື​ກັບບັນດາ​ຝ່າຍ​ອື່ນ ​ໃນ​ກອບການ​ຮ່ວມ​ມື​ອະນຸ​ພູມພາກລຸ່ມ​ແມ່​ນ້ຳຂອງ, ​ເປັນ​ຕົ້ນ​ແມ່ນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ ແຫຼ່ງນ້ຳ ຂອງແມ່​ນ້ຳຂອງ, ​ເສັ້ນທາງ​ລະບຽງ​ເສດຖະກິດ​ແນວ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ (East-West Economi Corridor: EWEC) ​ແລະ ບັນດາ​ໂຄງການ ກິດຈະການ​ຮ່ວມ​ມື​ຜະ​ຫຸພາຄີ​ອື່ນໆ.

     ສອງ​ຝ່າຍ​ເນັ້ນໜັກ​ເຖິງ​ຄວາມ​ຕ້ອງການ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ທາງ​ການ​ເມືອງ, ພົບ​ປະ​ຂັ້ນ​ສຸດ​ຍອດ; ລົງ​ເລິກເຂົ້າ​ໃນ​ການ​ແລກປ່ຽນ ຂໍ້​ມູນ​ຂ່າວສານ ບົດຮຽນ, ​ເປັນ​ຕົ້ນ​ແມ່ນ ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ, ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ປະສານ​ສົມທົບ​ກັນ​ຍູ້​ແຮງ​ການ​ໂຄສະນາ ອົບຮົມ​ສຶກສາ ​ໃຫ້​ບັນດາ​ຊັ້ນ​ຄົນ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ຮຸ້ນ​ຊາວໜຸ່ມ ກ່ຽວ​ກັບ​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ ​ໃນ​ໄລຍະ​ໃໝ່, ​ເຊິ່ງ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງການ​ໂຄສະນາ​ ອົບຮົມສຶກສາດ້ວຍ​ຫຼາຍ​ຮູບ​ການ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຂອງ​ໂຄງການປະຫວັດສາດ​ສາຍ​ພົວພັນ​ພິ​ເສດຫວຽດນາມ - ລາວ, ລາວ - ຫວຽດນາມ ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ກໍ່ສ້າງ​ພັດທະນາ​​ແຫຼ່ງບຸກຄະລາ​ກອນ, ຖື​ວ່າ​ຂົງ​ເຂດ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາຂົງ​ເຂດ​ໄດ້​ຮັບ​ບູລິມະສິດ​ອັນ​ດັບ​ໜຶ່ງ, ສ້າງ​ຮາກ​ຖານ​ໃຫ້​ແກ່​ການ​ປັບປຸງ​ສາຍ​ພົວພັນ​ພິ​ເສດ ໝັ້ນຄົງ​ຂະໜົງ​ແກ່ນ ​ລະຫວ່າງ​ສອງ​ປະ​ເທດ.

        * ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ທີ 26 ທັນວາ 2012 ນັ້ນ, ຢູ່​ທີ່​ທຳນຽບປະທານ​, ສະຫາຍ​ປະທານ​ປະ​ເທດ ​ເຈືອງເຕິນຊາງ ​ໄດ້​ພົບ​ປະ​ຫາລືກັບ​ສະຫາຍ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ປປ ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ຈູມ​ມາລີ ​ໄຊ​ຍະ​ສອນ ທີ່​ກຳລັງ​ຢ້ຽມ​ຢາມສັນຖະ​ວະ​ໄມຕີ ສສ ​ຫວຽດນາມ ຢ່າງ​ເປັນ​ທາງ​ການ.

     ​ໃນ​ການ​ພົບ​ປະ​ຫາລື, ສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ, ບັນດາ​ກະຊວງ ຄະນະກຳມະການ ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆຂອງ​ສອງ​ປະ​ເທດ ​ໄດ້ຕອບ​ສະໜອງ​ຢ່າງ​ຕັ້ງໜ້າ, ປະ​ສາມ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການຈັດ​ຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ສະ​ເຫຼີມສະຫຼອງ ຂ່ຳນັບ​ຮັບ​ຕ້ອນ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ ລະຫວ່າງ​ສອງ​ປະ​ເທດ ​ຄົບ​ຮອບ 50 ປີ ​ແລະ ວັນ​ເຊັນ​ສົນທິສັນຍາ ມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງ​ຫວຽດນາມ - ລາວ ​ຄົບຮອບ 35 ປີ, ສະ​ແດງ​​ໃຫ້​ເຫັນ​ເຖິງ​ສາຍ​ພົວພັນ​ມິດຕະພາບ​ ອັນ​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ຫວຽດນາມ - ລາວ, ອັນ​ໄດ້​ສ້າງສັນ​ຍາ​ລັກ​ປະ​ທັບ​ໃຈ ປະກອບສ່ວນ​ປັບປຸງ ​ແລະ ຂະ​ຫຍາ​ຍຕື່ມ​ອີກ ​ສາຍ​ພົວພັນ​ອັນ​ດີງາມ​ທີ່​ມີ​ມາ​ແຕ່​ເດີມ ລະຫວ່າງ​ສອງ​ປະ​ເທດ. ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງມູນ​ເຊື້ອ, ການ​ແລກປ່ຽນ, ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ​ມີຄວາມ​ໝາຍ​ເລິກ​ເຊິ່ງ ​ໃນ​ປີ​ສາມັກຄີ​ມິດຕະພາບ ​ໄດ້​ມີ​ກຳລັງ​ແຮງ​ແຜ່​ກວ້າງ​ອອກ​ຢ່າງ​ແຂງ​ແຮງ ​ໃນ​ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ ໄດ້​ຊ່ວຍ​​ໃຫ້​ຮຸ້ນ​ຊາວ​ໜຸ່ນ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ ກ່ຽວ​ກັບ​ສາຍ​ພົວພັນ​ສະໜິດ​ແໜ້ນ, ຕະຫຼອດ​ກາລະ​ນານ​ ລະຫວ່າງ​ຫວຽດນາມ - ລາວ, ຈາກ​ນັ້ນ ກໍ່​ເຫັນ​ແຈ້ງ​ກວ່າ​ອີກ​ ກ່ຽວ​ກັບ​ໜ້າ​ທີ່​ຮັບຜິດຊອບ ​ແລະ ມີ​ສະຕິ​ພິທັກ​ຮັກສາ ​ເສີມ​ຂະຫຍາຍ​ສາຍ​ພົວພັນສະໜິດ​ແໜ້ນ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ນັ້ນ ຢ່າງ​ຕະຫຼອດ​ການ ​ໃຫ້​ຮຸ້ນ​ຄົນ​ລຸນ​ຫຼັງ​.

     ສະຫາຍ​ປະທານ​ປະ​ເທດຢັ້ງຢືນ​ວ່າ ຫວຽດນາມ​ຍາມ​ໃດ​ກໍຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ​ໃຫ້​ບູລິມະສິດ​ສູງ​ສຸດ​ແກ່​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ສປປ ລາວ; ຢືນຢັນ​ວ່າ​ ຈະຊີ້​ນຳໆ​ພາ​ຢ່າງ​ໃກ້ຊິດຕິດ​ແທດ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ໃຫ້​ບັນດາ​ກະຊວງ ຄະນະ​ກຳມະການ ຂະ​ແໜງ​ການ​ສູນ​ກາງ, ບັນດາ​ທ້ອງ​ຖິ່ນ ຜັນ​ຂະຫຍາຍ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນສູງ ຂອງ​ສອງປະ​ເທດ. 

     ສະ​ຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ຢັ້ງຢືນ​ວ່າ ພັກ ລັດ ​ແລະ ປະຊາຊົນ​ລາວ ຈະ​ສືບ​ຕໍ່​ຕັ້ງໜ້າ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມກັນ​ກັບ​ພັກ ລັດ ປະຊາຊົນ​ຫວຽດນາມ ​ເຮັດ​ໃຫ້ສາຍ​ພົວພັນ​ມິດຕະພາບ​ ອັນ​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ລາວ - ຫວຽດນາມ ນັບ​ມື້​ນັບ​ອຸດົມສົມບູນ ​ເລິກ​ເຊິ່ງ ​ແລະ ພັດທະນາ​ເຂົ້າ​ສູ່​ລວງ​ເລິກ.

     ພາຍຫຼັງ​ການ​ພົບ​ປະ​ຫາລື, ສະຫາຍ​ປະທານປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ ສະ​ຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ນັກ​ຂ່າວ ​ເພື່ອ​ປະກາດ​ປິດ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2012.

        * ໃນ​ວັນທີ 26 ທັນວາ 2012 ດຽວ​ກັນນັ້ນ, ຢູ່ທີ່ທຳນຽບລັດຖະບານ, ສະ​ຫາຍນາຍົກລັດຖະມົນຕີ ຫງວຽນ​ເຕິນຢຸ໊ງ ໄດ້​ພົບ​ປະ​ຫາລືກັບ​ສະຫາຍ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ປປ ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ຈູມ​ມາລີ ​ໄຊ​ຍະ​ສອນ.

     ສະ​ຫາຍນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ໊ງ ຢັ້ງຢືນ​ວ່າ ຫວຽດນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ພິ​ເສດ ​ແລະ ​ໃຫ້​ບູລິມະສິດ​ສູງ​ສຸດ​ ແກ່​ການປັບປຸງ​ ແລະ ​ເພີ່ມທະວີ​ສາຍ​ພົວພັນ​ມິດຕະພາບ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ ສປປ ລາວ. ສະຫາຍ​ຍັງ​ເນັ້ນ​ໜັກ​ວ່າ ພາຍ​ໃຕ້​ການ​ນຳພາ​ຂອງສະຫາຍ​ ຈູມ​ມາລີ ​ໄຊ​ຍະ​ສອນແລະ ຄະນະ​ບໍລິຫານ​ງານ ​ສູນ​ກາງ​ພັກ ປປ ລາວ, ປະຊາຊົນ​ລາວ​ຈະ​ສືບ​ຕໍ່​ຍາດ​ໄດ້ຜົນ​ສຳ​ເລັດ​ໃໝ່​ທີ່​ໃຫຍ່​ຫຼວງ​ກວ່າ​ອີກ, ປະຕິບັດ​ມະຕິ​ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ ຄັ້ງ​ທີ່ VII ຢ່າງ​ສຳ​ເລັດ​ມີ​ໄຊ.

     ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ຕີ​ລາຄາ​ສູງ​ບັນດາຜົນງານ​ການ​ຮ່ວມ​ມື​ຮອບດ້ານ ​ໃນ​ເວລາ​ທີ່​ຜ່ານ​ມາ ລະຫວ່າງ​​ລັດຖະບານສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ປະກອບ​ສ່ວນ​ລະອຽດ​ຕົວ​ຈິງ​ ຂອງ​ຄະນະ​ກຳມາ​ທິການ​ຮ່ວມ​ມືນ ຂອງສອງ​ປະ​ເທດ; ສະຫາຍຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ຖື​ຢ່າງ​ໜັກ​ແໜ້ນ​ວ່າ ພາຍ​ໃຕ້​ການ​ນຳພາ​ ຂອງ​ລັດຖະບານ​ສອງ​ປະ​ເທດ ການ​ຮ່ວມມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ​ຈະ​ສືບ​ຕໍ່​ຂະຫຍາຍຕົວ​ເຂົ້າ​ສູ່​ລວງ​ເລິກ, ປະກອບ​ສ່ວນ​ປະຕິບັດ​ຈຸດໝາຍ​ການ​ຮ່ວມື ​ແລະ ​ແຜນການ​ພັດທະນາ​ຂອງ​ສອງປະ​ເທດ​ຢ່າງ​ສຳ​ເລັດ​ມີ​ໄຊ.

     ສະ​ຫາຍນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸ໊ງແລະ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ຈູມ​ມາລີ ​ໄຊ​ຍະ​ສອນໄດ້​ເປັນ​ເອກະພາບ​ກັນ​ວ່າ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຕັ້ງໜ້າ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ ມິດຕະພາບ ອັນ​ເປັນ​ມູນ​ເຊື້ອ ຮອບດ້ານ​ໃນ​ທຸກໆ​ຂົງ​ເຂດ ​ລະຫວ່າງ​ສອງ​ປະ​ເທດ.

        * ຕອນ​ບ່າຍ​ວັນທີ 26 ທັນວາ 2012, ຢູ່​ທີ່​ທຳນຽບສະພາ​ແຫ່ງ​ຊາດ, ສະ​ຫາຍປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ພົບ​ປະ​ຫາລື​ກັບສະຫາຍ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ປປ ​ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ຈູມ​ມາລີ ​ໄຊ​ຍະ​ສອນ.

     ສະ​ຫາຍປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢັ້ງຢືນ​ວ່າ ການມາ​ຢ້ຽມຢາມ ສສ ຫວຽດນາມ ຂອງ​ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໃນ​ຄັ້ງ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ເປັນ​ເອກະພາບສູງ ກ່ຽວ​ກັບ​ການ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ພິ​ເສດ ລະ​ຫວ່າງສອງ​ພັກ ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ. ສະ​ຫາຍປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້​ລາຍ​ງານ​ກ່ຽວ​ກັບ​ໝາກຜົນ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ສູງ ລະຫວ່າງ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ປະ​ເທດ ​ໃນ​ເວລາ​ທີ່​ຜ່ານ​ມາ.

     ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ຈູມ​ມາລີ ​ໄຊ​ຍະ​ສອນສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ ທີ່​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ ອີກ​ເທື່ອ​ໜຶ່ງ; ສະຫາຍ​​ຕີ​ລາຄາ​ສູງການ​ຮ່ວມື ​ຜູກ​ພັນ​ສະໜິດ​ແໜ້ນ ​ແລະ ມີ​ປະສິດທິ​ຜົນ ລະ​ກວ່າ​ງສະພາ​ແຫ່ງ​ຊາດ​ ຂອງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມືຂອງ​ບັນດາ​ອົງການພາລະ​ບົດບາດ, ບັນດາ​ການ​ເຄື່ອນ​ໄຫວ​ ແລກປ່ຽນ​ຄະນະ​ຜູ້​ແທນ​ ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ; ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ສະພາ​ແຫ່ງ​ຊາດ​ຫວຽດນາມ ທີ່​ໄດ້​ປະ​ສານສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຊ່ວຍ​ເຫຼືອ​ລາວ ​ໃນ​ຂະ​ບວນວິວັດ​ການ​ກະກຽມ ​ແລະ ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ ກອງ​ປະຊຸມ​ບັນດາຄູ່​ຮ່ວມ ສະພາ​ແຫ່ງ​ຊາດ​ ອາຊີ - ​ເອີຣົບ ຄັ້ງ​ທີ່ 7 (ASEP - 7).

     ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ຈູມ​ມາລີ ​ໄຊ​ຍະ​ສອນແລະ ສະ​ຫາຍປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ພ້ອມ​ກັນ​ຢັ້ງຢືນ​ຜົນສຳ​ເລັດ​ຂອງ ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2012 ຊຶ່ງ​ໄດ້​ສະ​ແດງ​​ໃຫ້​ເຫັນຢ່າງ​ມີ​ຊີວິດ​ຊີວາ ​ເຖິງ​ຄວາມ​ພະຍາຍາມ​ຂອງ​ສອງ​ຝ່າຍ ​ໃນ​ການ​ພິທັກ​ຮັກສາ ​ແລະ ສ້າງ​ບາດກ້າວ​ຫັນປ່ຽນ​ອັນ​ສຳຄັນ​ທາງ​ດ້ານ​ຄວາມ​ຮັບ​ຮູ້​ຂອງ​ບັນດາ​ຂັ້ນ ກະຊວງ ຄະນະ​ກຳມະການ ຂະ​​ແໜງ​ການ ທ້ອງ​ຖິ່ນຕ່າງໆ ​ແລະ ປະຊາຊົນ​ຂອງສອງ​ປະ​ເທດ, ຊາບ​ຊືມ​ເລິກ​ເຊິ່ງກວ່າ​ອີກ ​ກ່ຽວ​ກັບ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ ຂອງ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໃນ​ສະພາບ​ການ​ໃໝ່; ພ້ອມ​ກັນ​ລຶ້ມຄືນ​ມູນ​ເຊື້ອ​ແຫ່ງ​ການ​ຮ່ວມ​ສຳພັນ​ສູ້​ຮົບ​ແບບ​ພິ​ເສດ ຫວຽດນາມ - ລາວ ​ໃນ​ພາລະກິດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄື​ການ​ສະໜັບສະໜູນ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະກັນ​ ຢ່າງ​ສຸດ​ອົກ​ສຸດ​ໃຈ ລະຫວ່າງ​ສອງ​ພັກ, ປະຊາຊົນ​ສອງ​ປະ​ເທດ ​ໃນ​ພາລະກິດການສ້າງສາ ​ແລະ ພັດທະນາ​ຢູ່​ແຕ່ລະປະ​ເທດ​ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ; ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ຕັ້ງໜ້າ​ພະຍາຍາມ​ເພີ່ມ​ພູນ​ຄູນ​ສ້າງ ສາຍ​ພົວພັນ​ມິດຕະພາບພິ​ເສດ ອັນ​ເປັນ​ມູນ​ເຊື້ອ ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ໃຫ້​ຂະຫຍາຍຕົວ​ເລິກ​ເຊິ່ງ ​ແລະ ຮອບດ້ານ​ກວ່າ​ອີກ​ໃນ​ເວລາ​ຕໍ່ໜ້າ./.

ໂດຍ: PV/TTXVN