ເພື່ອປະກອບສ່ວນອັນສົມກຽດ ເຂົ້າໃນພາລະກິດພັດທະນາແນວຮົບການພົວພັນຕ່າງ ປະເທດປະຊາຊົນຫວຽດນາມ

ຫວູ ຊວັນ ຮົ່ງ ປະທານ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ
09:59, 20-03-2013

ວ.ກ - ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຂະຫຍາຍຕົວ ຢ່າງເຂັ້ມແຂງ, ໄດ້ປະກອບສ່ວນສຳຄັນຫຼາຍຢ່າງ ເຂົ້າໃນວຽກງານການພົວພັນຕ່າງປະເທດ ເວົ້າສະເພາະ, ເວົ້າລວມແມ່ນໃນພາລະກິດປ່ຽນແປງໃໝ່, ສ້າງສາພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ.

ຮູບພາບຄະນະປະທານກອງປະຊຸມສະຫຼຸບສັງລວມ ວຽກງານພົວພັນຕ່າງປະເທດປະຊາຊົນ ປີ 2012 ແລະ ຜັນຂະຫຍາຍວຽກງານປີ 2013 - ຮູບຂອງເວບໄຊ: dangcongsan.vn

     ວັນທີ 10 ມັງກອນ ປີ 1992, ຄະນະເລຂາທິການສູນກາງ ພັກກອມມູນິດຫວຽດນາມ ສະໄໝທີ VII ໄດ້ປະກາດ ຂໍ້ຕົກລົງເລກທີ 22-QD/TW ແຍກສະຫະພັນບັນດາອົງການຈັດຕັ້ງສັນຕິພາບ, ສາມັກຄີ, ມິດຕະພາບ ກັບປະຊາຊົນບັນດາປະເທດ ຂອງຫວຽດນາມ (ປັດຈຸບັນແມ່ນສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ອອກຈາກຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດຫວຽດນາມ ແລະ ສ້າງຕັ້ງເປັນອົງການຈັດຕັ້ງການເມືອງ - ສັງຄົມໜຶ່ງເອກະລາດ, ຮັບຜິດຊອບ ກ່ຽວກັບ ການພົວພັນຕ່າງປະເທດປະຊາຊົນ ໃນຂົງເຂດສັນຕິພາບ, ສາມັກຄິ, ມິດຕະພາບ ແລະ ຂົນຂວາຍການຊ່ວຍເຫຼືອປະຊາຊົນ, ຊ່ວຍເຫຼືອຕໍ່ວຽກງານພົວພັນຕ່າງປະເທດ ຂອງພັກ ແລະ ການທູດ ຂອງລັດຫວຽດນາມ.

ເປີດກວ້າງເຄືອຂ່າຍເພື່ອນມິດສາກົນ, ຍົກສູງປະສິດທິຜົນຂອງການເຄື່ອນໄຫວໃນຂົງເຂດ ສັນຕິດພາບ, ສາມັກຄີ, ມິດຕະພາບ ແລະ ຮ່ວມມືຂອງປະຊາຊົນ.

     ໃນ 20 ກວ່າປີຜ່ານມາ, ການພົວພັນຮ່ວມມືຂອງສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ບັນດາອົງການຈັດຕັ້ງທີ່ເປັນສະມາຊິກ ໄດ້ຮັບການເປີດກວ້າງຫຼາຍສົມຄວນ. ຫວຽດນາມ ໄດ້ສ້າງການພົວພັນຮ່ວມມື ກັບ​ປະມານ 1.000 ອົງການຈັດຕັ້ງໃນໂລກ, ຈຳນວນ​ຄູ່​ຮ່ວມ​ມືເພີ່ມຂຶ້ນ ສະເລ່ຍ 15%-20%/ປີ, ປະສິດທິຜົນ ຂອງການຮ່ວມມື ກໍ່ຮັບຮູ້ໄດ້ຢ່າງຈະແຈ້ງ ໃນຫຼາຍຂົງເຂດ. ຄິດໄລ່ສະເພາະພຽງຂົງເຂດສັນຕິພາບ, ສາມັກຄີ, ມິດຕະພາບ, ສະຫະພັນໄດ້ສົ່ງ ແລະ ຕ້ອນຮັບຄະນະຜູ້ແທນຫຼາຍຮ້ອຍຄະນະ ທີ່​ມີ​ຈຳນວນ​​ຜູ້ແທນ​ເປັນໝື່ນເທື່ອຄົນ ທັງເດີນທາງໄປ ແລະ ມາ ຈາກຫຼາຍປະເທດ ໃນໂລກ, ໄດ້ເປັນເຈົ້າພາບ ແລະ ສົມທົບກັບການຈັດຕັ້ງອື່ນໆ ຈັດຕັ້ງຫຼາຍພັນເຫດການ ພົວພັນຕ່າງປະເທດປະຊາຊົນ ຢູ່ພາຍໃນປະເທດ. ເນື້ອໃນ ແລະ ແບບວິທີການເຄື່ອນໄຫວ ນັບມື້ຍິ່ງອຸດົມສົມບູນ, ຫຼາຍຮູບຫຼາຍແບບ ແລະ ໄດ້ເພີ່ມທະວີດ້ານຂະໜາດ, ລວງເລິກ ແລະ ລັກສະນະປະສິດທິຜົນ.

     ສະຫະພັນ ແລະ ບັນດາອົງການຈັດຕັ້ງສະມາຊິກ ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການຍູ້ແຮງ ການພົວພັນເປັນປົກກະຕິ, ເປີດກວ້າງການພົວພັນພິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກ, ປະກອບສ່ວນສ້າງສະພາບແວດລ້ອມ ສັນຕິພາບ, ສ້າງເງື່ອນໄຂທີ່ເອື້ອອຳນວຍ ໃຫ້ແກ່ພາລະກິດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດລວມ ຂອງປະຊາຊົນໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ກ້າວໜ້າທາງສັງຄົມ.

     ຫວຽດນາມ ໄດ້ເພີ່ມທະວີການເຄື່ອນໄຫວຮ່ວມມືໃນຫຼາຍຂົງເຂດພັດທະນາ, ມະນຸດສະທຳ, ລົບລ້າງຄວາມທຸກຍາກ, ຮັກສາສິ່ງແວດລ້ອມ, ພັດທະນາເສດຖະກິດ - ສັງຄົມ, ຂົນຂວາຍສະໜັບສະໜູນຜູ້ເຄາະຮ້າຍ ຈາກສານພິດສີ​ສົ້ມ/ດີໂອຊິນ, ແກ້ໄຂຜົນຮ້າຍຂອງສົງຄາມ, ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ທ່ອງທ່ຽວ, ວິທະຍາສາດ, ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ ຕິດພັນກັບວຽກງານການຂົນຂວາຍຄົນຫວຽດນາມ ຢູ່ຕ່າງປະເທດ. ຫຼາຍຮູບແບບເຄື່ອນໄຫວໃໝ່ ໄດ້ຮັບການທົດລອງນຳໃຊ້ ແລະ ບັນລຸຜົນສຳເລັດຕົວຈິງ.

     ການພົວພັນ ແລະ ການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນຫຼາຍຝ່າຍ ມີບາດກ້າວບຸກທະລຸທີ່ເຂັ້ມແຂງ, ໂດຍສະເພາະແມ່ນ ເມື່ອກອງທຶນສັນຕິພາບ ແລະ ພັດທະນາຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຫວຽດນາມ ໄດ້ເຂົ້າຮ່ວມກົດລະບຽບທີ່ປຶກສາ ສະພາ​ເສດຖະກິດ ​ແລະ ສັງຄົມ ທີ່ຂຶ້ນກັບສະຫະປະຊາຊາດ ECOSOC (United Nations Economic and Social Council). ສະຫະພັນ ແລະ ບັນດາອົງການຈັດຕັ້ງສະມາຊິກ ໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມຢ່າງມີປະສິດທິຜົນ ໃນບັນດາເວທີ, ກົນໄກຮ່ວມມືປະຊາຊົນຫຼາຍຝ່າຍ ຢູ່ຂັ້ນພາກພື້ນ ແລະ ສາກົນທີ່ສຳຄັນ ເຊັ່ນ: ເວທີປະຊາຊົນອາຊຽນ, ເວທີປະຊາຊົນອາຊີ - ເອີຣົບ, ເວທີສັງຄົມໂລກ, ເຄືອຂ່າຍບັນດາ​ອົງການ​ທີ່ບໍ່ຂຶ້ນກັບລັດຖະບານທະວີບອາຊີຂອງ ECOSOC, ເຄືອຂ່າຍສາມັກຄີປະຊາຊົນໃຕ້ - ໃຕ້ ແລະ ເຄືອຂ່າປະຊາຊົນພາກພື້ນ ແລະ ສາກົນອື່ນໆ ອີກ.

     ປ່ຽນແປງໃໝ່ເນື້ອໃນ, ຮູບການຫຼາຍຮູບແບບດ້ານຂໍ້ມູນຂ່າວສານການພົວພັນຕ່າງປະເທດ

     ໃນ 20 ກວ່າປີຜ່ານມາ, ຄຸນນະພາບວຽກງານການຄົ້ນຄວ້າ, ເສນາທິການ ໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ. ບົດລາຍງານການເຄື່ອນໄຫວ, ການຮ່ວມມືພົວພັນຕ່າງປະເທດ ຫຼາຍບົດຂອງສະຫະພັນໄດ້ຮັບການຕີລາຄາສູງ, ຮັບໃຊ້ໄດ້ຢ່າງດີ ຕໍ່ວຽກງານການຄົ້ນຄວ້າ ແລະ ຊີ້ນຳຂອງພັກ ແລະ ລັດຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວ ຂົນຂວາຍ, ຕໍ່ສູ້ດ້ານຫາງສຽງ ກ່ຽວກັບບັນຫາຕ່າງໆ ເຊັ່ນ: ສິດທິມະນຸດ, ສາສະໜາ, ປະຊາທິປະໄຕ, ເຂດແດນປະເທດ, ສານພິດສີສົ້ມ ແລະ ຄວາມຮັບຜິດຊອບດ້ານສິນລະທຳ ໃນການແກ້ໄຂຜົນຮ້າຍ ຂອງສົງຄາມຢູ່ຫວຽດນາມ,…

     ສະຫະພັນພ້ອມກັບກອງທຶນສັນຕິພາບ ແລະ ພັດທະນາຫວຽດນາມ ແລະ ອົງການຈັດຕັ້ງສະມາຊິກຈຳນວນໜຶ່ງ ໄດ້ຈັດຕັ້ງກອງປະຊຸມວິທະຍາສາດ ຢູ່ພາຍໃນປະເທດ ແລະ ສາກົນຫຼາຍຄັ້ງ ເພື່ອເກັບກຳຂໍ້ມູນຂ່າວສານ ຮັບໃຊ້ໃຫ້ວຽກງານ ຄົ້ນຄວ້າທິດສະດີ, ວຽກງານ ສຶກສາອົບຮົມການເມືອງ - ແນວຄິດ ແລະ ການເຄື່ອນໄຫວ ພົວພັນຕ່າງປະເທດປະຊາຊົນຫວຽດນາມ. ສະຫະພັນໄດ້ຊີ້ນຳສະມາຄົມຫວຽດນາມ - ອາເມລິກາ ສ້າງຕັ້ງສູນຄົ້ນຄວ້າຮ່ວມມືສາກົນ ເພື່ອຍູ້ແຮງວຽກງານການຄົ້ນຄວ້າ.

     ບັນດາເຄື່ອງມືຂໍ້ມູນຂ່າວສານ ເຊັ່ນ: ວາລະສານ ຫື​ວຫງີ້ (ມິດຕະພາບ), ໜັງສື​ພິມ ​ເຖີ່​ຍດ້າຍ (ຍຸກສະໄໝ), ວາລະສານຫວຽດ - ອາເມລິກາ, ເວບໄຊຂອງສະຫະພັນ ແລະ ຂອງກອງທຶນສັນຕິພາບ ແລະ ພັດທະນາຫວຽດນາມ, ໃບຂ່າວ ແລະ ວາລະສານ​ສະບັບ​ພິ​ເສດ ຂອງບັນດາອົງການຈັດຕັ້ງສະມາຊິກຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ສືບຕໍ່ຮັບການປັບປຸງ ແລະ ພັດທະນາ. ຊ່ອງຂໍ້​ມູນ​ຂ່າວສານເອເລັກໂຕຣນິກ ຂອງຄະນະກຳມາທິການ ວຽກງານບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ທົດລອງນຳໃຊ້. ສະຫະພັນໄດ້ຜະລິດຟີມ ເອກະສານແນະນຳກ່ຽວກັບຫວຽດນາມ ເພື່ອສະໜອງຂໍ້ມູນຂ່າວສານຕໍ່ເພື່ອນມິດສາກົນ.

     ເພີ່ມທະວີວຽກງານການກໍ່ສ້າງ ແລະ ພັດທະນາອົງການຈັດຕັ້ງ

     ການຈັດຕັ້ງ ແລະ ຖັນແຖວພະນັກງານພົວພັນຕ່າງປະເທດປະຊາຊົນ ຂອງສະຫະພັນນັບມື້ໄດ້ເປີດກວ້າງ ແລະ ຂະຫຍາຍຕົວ. ຈາກ 35 ອົງການຈັດຕັ້ງສະມາຊິກ ເວລາແຍກຕົວອອກຈາກຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດຫວຽດນາມ, ປັດຈຸບັນ, ສະຫະພັນມີເຖິງ 98 ອົງການຈັດຕັ້ງສະມາຊິກ, ໃນນັ້ນມີ 58 ສະມາຄົມ, ຄະນະກຳມາທິການຢູ່ສູນກາງ ແລະ 40 ສະຫະພັນຂັ້ນແຂວງ, ນະຄອນຂຶ້ນກັບສູນກາງ ເຊິ່ງມີເປັນຮ້ອຍໆ ສາຂາສະມາຄົມມິດຕະພາບ ຢູ່ທ້ອງຖິ່ນ.

     ຄະນະປະທານສະຫະພັນໄດ້ສ້າງຕັ້ງ, ປັບປຸງບັນດາສະພາທີ່ປຶກສາ ກ່ຽວກັບການເຄື່ອນໄຫວ ຮ່ວມມືດ້ານເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ ແລະ ການສຶກສາ, ດ້ານກົດໝາຍ, ວັດທະນະທຳ, ຂໍ້ມູນຂ່າວສານການພົວພັນຕ່າງປະເທດ ເພື່ອລະດົມການເຂົ້າຮ່ວມຂອງບັນດາຜູ້ຊ່ຽວຊານ ທີ່ມີປະສົບການ ແລະ ຕັ້ງໜ້າຕໍ່ໜ້າທີ່ວຽກງານ. ຫຼາຍອົງການຈັດຕັ້ງສະມາຊິກ ຢູ່ສູນກາງ ແລະ ສະຫະພັນ ຢູ່ບັນດາແຂວງ, ນະຄອນ ກໍ່ຖືສຳຄັນການປັບປຸງບູລະນະ ຄະນະນຳຕາມທິດຫັນເປັນໜຸ່ມ, ຂະຫຍາຍຈຳນວນສາຂາສະມາຄົມ ແລະ ກໍ່ສ້າງກຳລັງສະມາຊິກ ທີ່ເປັນຫຼັກແຫຼ່ງ ຕັ້ງໜ້າເຄື່ອນໄຫວ, ເປັນເຈົ້າການຈັດຕັ້ງການເຄື່ອນໄຫວ ແລະ ປະກອບສ່ວນຢ່າງມີປະສິດທິຜົນ ເຂົ້າໃນວຽກງານ ພົວພັນຕ່າງປະເທດປະຊາຊົນ. ສະຫະພັນພວມປະສານສົມທົບ ກັບ​ບັນດາ​ກະຊວງ ຂະແໜງການກ່ຽວຂ້ອງ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດ ຕາມຄຳເຫັນຊີ້ນຳ ຂອງນາຍົກລັດຖະມົນຕີຫວຽດນາມ ແນໃສ່ເພື່ອຫັນເປັນນິຕິບັນຍັດ ຕໍ່ຄຳສັ່ງແນະນຳເລກທີ 28-CT/TW, ລົງວັນທີ 02 ທັນວາ ປີ 2008, ຂອງຄະນະເລຂາທິການສູນກາງ ພັກກອມມູນິດຫວຽດນາມ ສະໄໝ X ວ່າດ້ວຍການສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນ ການເຄື່ອນໄຫວຂອງສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ.

     ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ຮັບລາງວັນອັນສູງສົ່ງ ຈາກພັກ ແລະ ລັດ ເຊັ່ນ: ຫຼຽນໄຊໂຮ່ຈີມິນ ແລະ ບັນດາຫຼຽນໄຊທີ່ສູງສົ່ງອື່ນໆ ອີກ ຈາກບັນດາປະເທດເພື່ອນມິດ. ຫຼາຍອົງການຈັດຕັ້ງສະມາຊິກ ກໍ່ໄດ້ຮັບຫຼຽນໄຊເອກະລາດ, ຫຼຽນໄຊແຮງງານ ຊັ້ນຕ່າງໆ ແລະ ຫຼາຍໆ ລາງວັນທີ່ສູງສົ່ງ ຈາກບັນດາປະເທດເພື່ອນມິດ. ພະນັກງານໃນແຕ່ລະຮຸ້ນ ຂອງສະຫະພັນ ແລະ ບັນດາອົງການຈັດຕັ້ງສະມາຊິກ ກໍ່ໄດ້ປະກອບສ່ວນອັນດີເລີດ ໃນວຽກງານພົວພັນຕ່າງປະເທດປະຊາຊົນ ແລະ ພາລະກິດກໍ່ສ້າງ, ປົກປັກຮັກສາ ປະເທດຊາດຫວຽດນາມ.

     ເຖິງແນວໃດກໍ່ຕາມ, ການເຄື່ອນໄຫວຂອງສະຫະພັນກໍ່ຍັງບໍ່ທັນເສີມຂະຫຍາຍໄດ້ທ່າແຮງທັງໝົດ ຂອງການພົວພັນຕ່າງປະເທດປະຊາຊົນ ໃນສະພາບການໃໝ່. ສາຍເຫດອັດຕະວິໄສແມ່ນ ຍ້ອນສະຫະພັນຍັງບໍ່ທັນມີ ແຜນນະໂຍບາຍ, ຍັງ​ບໍ່​ທັນມີວິທີແກ້ໄຂທີ່​ເໝາະສົມ ຕໍ່ກັບສະມາຄົມຈຳນວນໜຶ່ງທີ່ບໍ່ມີເງື່ອນໄຂເຄື່ອນໄຫວ. ກົງຈັກການຈັດຕັ້ງ ຂອງອົງການປະຈຳການສະຫະພັນ ຍັງບໍ່ທັນສົມບູນແບບ, ຍັງຂາດພະນັກງານ ແລະ ພະນັກງານ​ກໍ່​ຍັງ​ອ່ອນ​ຄວາມ​ສາມາດ, ລະບອບນະໂຍບາຍຍັງບໍ່ທັນຮັບປະກັນ. ຮູບແບບການຈັດຕັ້ງສະຫະພັນ ຢູ່ທ້ອງຖິ່ນຍັງບໍ່ທັນເປັນເອກະພາບ; ສະຫະພັນທ້ອງຖິ່ນຈຳນວນໜຶ່ງ ຍັງບໍ່ທັນເປັນເຈົ້າການ, ຕັ້ງໜ້າ ໃນການເປັນເສນາທິການ ເພື່ອໃຫ້ຄະນະພັກ, ອຳນາດການປົກຄອງ ປ່ຽນແປງໃໝ່ກົນໄກ, ປັບປຸງການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວ. ສາຍເຫດພາວະວິໄສ, ແມ່ນຍ້ອນການນຳໃຊ້ຂໍ້ກຳນົດຈຳນວນໜຶ່ງ ຂອງລັດຖະບານຫວຽດນາມ ຕໍ່ກັບສະຫະພັນ ຍັງບໍ່ທັນສອດຄ່ອງກັບຈຸດພິເສດທາງດ້ານການຈັດຕັ້ງ ແລະ ໜ້າທີ່ ຂອງສະຫະພັນ ຕາມຈິດໃຈຄຳສັ່ງແນະນຳເລກທີ 28-CP/TW; ການຮັບຮູ້ກ່ຽວກັບຄຸນລັກສະນະ, ທີ່ຕັ້ງ, ບົດບາດ ຂອງສະຫະພັນ ແລະ ຄວາມເອົາໃຈ, ເບິ່ງແຍງ, ສ້າງເງື່ອນໄຂ ໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວ ຍັງພົບຄວາມ ຫຍຸ້ງຍາກຫຼາຍຢ່າງ.

     ບາງບົດຮຽນປະສົບການ

     ໜຶ່ງແມ່ນ, ຮັບຮູ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງ ກ່ຽວກັບວຽກງານພົວພັນຕ່າງປະເທດປະຊາຊົນ. ໃນສະໄໝທີ່ຫວຽດນາມ ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງສາກົນ, ການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ ສືບຕໍ່ມີບົດບາດສຳຄັນ, ພິເສດແມ່ນໃນການປະກອບສ່ວນຈັດຕັ້ງປະຕິບັດທິດນຳ ຫວຽດນາມເປັນເພື່ອນ, ເປັນຄູ່ຮ່ວມມື ທີ່ໜ້າໄວ້ວາງໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງປະຊາ​ຄົມໂລກ.

    ສອງແມ່ນ, ກຳນົດຢ່າງຈະແຈ້ງຄວາມສຳຄັນ ແລະ ຄວາມຈຳເປັນ ຕ້ອງຫັນເປັນນິຕິບັນຍັດຢ່າງທັນການ ຕໍ່ບັນດາຄຳສັ່ງແນະນຳ, ມະຕິຕົກລົງ ຂອງພັກກອມມູນິດຫວຽດນາມ ທີ່ພົວພັນເຖິງ ວຽກງານພົວພັນຕ່າງປະເທດປະຊາຊົນ ແລະ ສະຫະພັນ. ແຕ່ລະຄະນະ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຮັບປະກັນການຈັດຕັ້ງປະຕິບັດເປັນເອກະພາບ ເພື່ອສ້າງເງື່ອນໄຂໃຫ້ສະຫະພັນ ມີຖານະ, ຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ໝັ້ນຄົງ.

     ສາມແມ່ນ, ສ້າງກົນໄກປະສານສົມທົບການເຄື່ອນໄຫວທີ່ເປັນເອກະພາບ, ອັນໜຶ່ງອັນດຽວ ແລະ ມີປະສິດທິຜົນ. ຮັບປະກັນຄວາມເປັນເອກະພາບ ໃນການພົວພັນ ແລະ ເຄື່ອນໄຫວການພົວພັນຕ່າງປະເທດ ພາຍໃຕ້ການນຳພາຂອງພັກ; ເພີ່ມທະວີຄວາມຜູກ​ພັນ​ສະໜິດ​ແໜ້ນ, ປະສານສົມທົບ ລະຫວ່າງການພົວພັນຕ່າງປະເທດຂອງພັກ ແລະ ການທູດຂອງລັດ. ຢູ່ໃນສະຫະພັນ ຕ້ອງຮັບປະກັນຄວາມເປັນເອກະພາບເດັດຖານ ໃນການພົວພັນ ແລະ ການເຄື່ອນໄຫວພົວພັນຕ່າງປະເທດ ຂອງບັນດາອົງການຈັດຕັ້ງສະມາຊິກ.

     ສີ່ແມ່ນ, ເຊື່ອມຊຶມທິດນຳ “ເປັນເຈົ້າການ, ມີໄຫວພິບ, ປະດິດສ້າງ, ມີປະສິດທິຜົນ”. ເສີມຂະຫຍາຍຕື່ມອີກ ທ່າດີຄວາມໄຫວພິບ ຂອງການພົວພັນຕ່າງປະເທດປະຊາຊົນ ໃນການສະແດງກິລິຍາທ່າທີ ແລະ ແກ້ໄຂ ບັນດາບັນຫາພົວພັນຕ່າງປະເທດ ບົນພື້ນຖານຮັບປະກັນຜົນປະໂຫຍດແຫ່ງຊາດ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດຫວຽດນາມ ແລະ ສອດຄ່ອງກັບ ບັນດາຄຸນຄ່າແຫ່ງຄວາມກ້າວໜ້າ, ຄວາມສີວິໄລ ຂອງມວນມະນຸດ. ເນື້ອໃນ ແລະ ຮູບການຮ່ວມມື ຕ້ອງໄດ້ຮັບການປ່ຽນແປງໃໝ່, ຫັນເປັນຫຼາຍຮູບຫຼາຍສີທີ່ເໝາະສົມ ກັບແຕ່ລະປະເພດຄູ່ຮ່ວມມື; ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນຢ່າງປະດິດສ້າງ ເພື່ອຍົກສູງປະສິດທິຜົນ ຂອງບັນດາປະເພດການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ.

     ຫ້າແມ່ນ, ຖືສຳຄັນການກໍ່ສ້າງກຳລັງ. ໃນນັ້ນພິເສດແມ່ນຖືສຳຄັນການປັບປຸງ, ກໍ່ສ້າງ ແລະ ເສີມຂະຫຍາຍ ບົດບາດຫຼັກແຫຼ່ງ ຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ - ອົງການຈັດຕັ້ງຮັບຜິດຊອບສະເພາະ ໃນການພົວພັນຕ່າງປະເທດປະຊາຊົນ. ພ້ອມກັນນັ້ນ, ກໍ່ຕ້ອງຍູ້ແຮງການປະສານສົມທົບ ກັບແຕ່ລະຂະແໜງການ, ສຳນັກງານອົງການ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງປະຊາຊົນ, ລະດົມທຸກແຫຼ່ງກຳລັງທາງດ້ານສະຕິປັນຍາ ແລະ ວັດຖຸໃນສັງຄົມ ເພື່ອເສີມຂະຫຍາຍກຳລັງແຮງສັງລວມ ໃນການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ. ເອົາໃຈໃສ່ຕໍ່ວຽກງານບຳລຸງ, ກໍ່ສ້າງ, ຍົກສູງຄວາມອາດສາມາດ ແລະ ຮັບປະກັນດ້ານລະບອບ, ນະໂຍບາຍ ຕໍ່ພະນັກງານຮັບຜິດຊອບສະເພາະ ຂອງສະຫະພັນ./.