ການຮ່ວມມື ແລະ ແຮກສ່ຽວ ລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ຫວຽດນາມ-ລາວ: ຮູບການການທູດປະຊາຊົນໜຶ່ງທີ່ມີປະສິດທິຜົນ

ປທ. ໂດ໊ທີ້ຖາວ ພາກວິຊາການພົວພັນສາກົນ, ສະຖາບັນການເມືອງ - ການປົກຄອງແຫ່ງຊາດໂຮ່ຈີມິນ
09:06, 25-04-2013

ວ.ກ. ອອນ​ໄລ - ຄຽງ​ຂ້າງ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ຂັ້ນ​ລັດ ລະຫວ່າງ​ຫວຽດນາມ ​ແລະ ລາວ, ບັນດາ​ຮູບ​ການ​ຮ່ວມ​ມື ​ແລະ ​ແຮກສ່ຽວລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ກໍ່​ໄດ້​ຮັບ​ການ​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ພາບປະກອບ - ຕາມແຫຼ່ງ: ppd.gov.vn

     ລະຫວ່າງ​ນະຄອນຫຼວງ​ຮ່າ​ໂນ້ຍ ກັບ​ນະຄອນຫຼວງ​ວຽງ​ຈັນ

     ປີ 2009, ​​ຮ່າ​ໂນ້ຍ ​ໄດ້​ຊ່ວຍ​ເຫຼືອນະຄອນ​ວຽງ​ຈັນກໍ່ສ້າງ​ໂຮງຮຽນການ​ປົກຄອງ ດ້ວຍ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ຂອງນະຄອນ​ຮ່າ​ໂນ້ຍ. ໂຄງການ​​ໃຊ້​ເງິນ​ລົງທຶນ​ທັງ​ໝົດ 2 ລ້ານ​ໂດ​ລາ ​ເຊິ່ງ​ໄດ້​ກໍ່ສ້າງອາຄານ ​3 ຊັ້ນໜຶ່ງ​ຫຼັງ, ​ເຮືອນຕຶກ 1 ຊັ້ນ​ໜຶ່ງ​ຫຼັງ ​ແລະ ສະ​ໂມ​ສອນ​ໜຶ່ງ​ຫຼັງ​ສາມາດ​ຈັດ​ວາງບ່ອນ​ນັ່ງ​ 400 - 500 ຕັ່ງ, ພ້ອມ​ດ້ວຍ​ກິດຈະການຮັບ​ໃຊ້ຈຳນວນ​ໜຶ່ງ​ອີກ.

     ​ໂຮງຮຽນ​ການ​ປົກຄອງ​ວຽງ​ຈັນ ຈະ​ເປັນ​ສະຖານ​ທີ່​ບຳລຸງ​ທິດ​ສະ​ດີກາ​ນ​ເມືອງ ການ​ປົກຄອງ ​ແລະ ວິຊາ​ຊີບ​ສະ​ເພາະ​ໃຫ້ຖັນ​ແຖວ​ພະນັກງານ ​ຂອງ​ນະຄອນຫຼວງ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ວຽກ​ງານ​ບຳລຸງກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ​ ຂອງ​ນະຄອນຫຼວງ​ວຽງ​ຈັນ​ເວົ້າ​ສະ​ເພາະ ​ແລະ ຂອງ​ປະ​ເທດ​ລາວ​ເວົ້າ​ລວມ.

     ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ກັບ​ນະຄອນຫຼວງ​ວຽງ​ຈັນ, ​ແຂວງ​ຈຳປາ​ສັກ, ​ແຂວງ​ອັກ​ຕະປື ​ແລ​ະ ​ແຂວງ​ຊຽງ​ຂວາງ

     ນຳໜ້າການ​ຮ່ວມື​ລະຫວ່າງ​ທ້ອງ​ຖິ່ນ​ຕ່າງໆ ​ແມ່ນ​ການຮ່ວມ​ມືລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ກັບ​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ​ຈຳປາ​ສັກ. ສອງ​ຝ່າຍ​ໄດ້​ເຊັນ​ເອກະສານ​ຕົກລົງ​ຮ່ວມ​ມື​ຫຼາຍ​ສະບັບ ​ເຊັ່ນຂໍ້​ຕົກລົງວ່າ​ດ້ວຍ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ກັບແຂວງ​ຈຳປາ​ສັກ (ວັນ​ທີ 28 ສິງຫາ 2001), ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ກັບ​ນະຄອນຫຼວງ​ວຽງ​ຈັນ (ວັນ​ທີ 1 ກັນຍາ 2001). ຕາມ​ຈິດ​ໃຈຂອງ​ບັນດາ​ຂໍ້​ຕົກລົງ​ດັ່ງກ່າວ​ນັ້ນ, ​ແຕ່ລະ​ປີ ສອງ​ຝ່າຍ​ຜັດປ່ຽນ​ກັນສົ່ງຄະນະ​ຜູ້​​ແທນຂັ້ນສູງ​ມາ​ແລກປ່ຽນ ​ຕີ​ລາຄາ​ການ​ປະຕິບັດ​ຂໍ້​ມາດຕາ​ຕ່າງໆ​ ທີ່​ໄດ້​ເຊັນ​ກັນ ​ແລະ ວາງ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ປີ​ຕໍ່​ໄປ.

     ທາງ​ດ້ານ​ການ​ກະສິກຳ: ສອງ​ຝ່າຍ​ໄດ້​ແລກປ່ຽນ​ກັນ​ຢ່າງ​ເປັນ​ປະຈຳ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຄົ້ນຄວ້າ​​ແນວ​ພັນຕົ້ນ​ໄມ້ ສັດລ້ຽງທີ່​ມີ​ສະມັດ​ຕະພາບ ຄຸນ​ນະພາ​ບສູງ; ​ແລກປ່ຽນ​ບົດຮຽນ​ປະສົບ​ການ​ໃນ​ຂົງ​ເຂດ​ການ​ປູກຝັງ, ລ້ຽງສັດ,… ນະຄອນ​ໂຮ່ຈີ​ມິນ ​ໄດ້​ຊ່ວຍ​ໜູນ​​ໃຫ້ຈຳປາ​ສັກ ​ແລະ ວຽງ​ຈັນ​ກ່ຽວ​ກັບ​ເຕັກນິກ​ປູກ​ສາລີ​ພັນ​ຊອດ, ລ້ຽງສັດ, ສະໜອງ​ພັນ​ງົວ, ຝຸ່ນ​ເຄມີ, ຢາ​ປາບ​ສັດຕູ​ພືດ; ມອບ​ໃຫ້​ແຂວງ​ຈຳປາ​ສັກ ງົວ​ພັນ 10 ​ໂຕ ​ແລະ​ ​ເຄື່ອງຈັກ​ປະສົມ​ອາຫານ​ສັດ 1 ​ໜ່ວຍ; ຮ່ວມ​ມື​ກັນ​ສ້າງ​ຕັ້ງ​ເຂດ​ປູກ​ສາລີ​ແນວປະສົມພັນ;…

     ທາງ​ດ້ານ​ອຸດສາຫະກຳ: ນະຄອນ​ໂຮ່ຈີ​ມິນ ຊ່ວຍ​ໜູນ​ໃຫ້​ພະ​ແນ​ກການ​ເງິນ​ວຽງ​ຈັນ​ສ້າງ​ຕັ້ງ​ສູນ​ຂໍ້​ມູນ​ຂ່າວສານ; ບໍລິສັດ​ຢາງ​ໄຊ​ງ່ອນ ລົງທຶນ​ໂຄງການ​ກໍ່ສ້າງ​ໂຮ​ງງານຢາງ ຊາ​ປຼາສ໌ຕ - ວຽງ​ຈັນ (Saplast – Vientiane) ຢູ່​ນະຄອນ​ວຽງ​ຈັນ ​ແລະ ​ໄດ້​ດຳ​ເນີນ​ການ​ຜະລິດຢ່າ​ງມີ​ປະສິດທິ​ຜົນ​ໃນ​ຫຼາຍ​ປີ​ມາແລ້ວ; ຮ່ວມ​ມື​ຄົ້ນຄວ້າ​ໂຄງການ​ກໍ່ສ້າງ​ເຂດອຸດສາຫະກຳ​ຢູ່​ແຂວງຈຳປາ​ສັກ; ​ໃນ​ເວລາ​ສະ​ເພາະ​ໜ້າ ​ຈະ​ກໍ່ສ້າງ​ຊູເປີ​ມາກ​ເກັດ​ແຫ່ງ​ໜຶ່ງ​ຢູ່​ວຽງ​ຈັນ.

     ທາງ​ດ້ານ​ການ​ສຶກສາ: ນະຄອນ​ໂຮ່ຈີ​ມິນ ​ໄດ້​ສະໜອງທຶນ​ສຶກສາ 100 ທຶນ​ໃຫ້​ສອງ​ແຂວງ​ແຮກສ່ຽວ ທີ່​ມີ​ນັກຮຽນ​ນັກ​ສຶກສາ​ ມາຮຽນມະຫາວິທະຍາ​ໄລ ​ແລະ ຄົ້ນຄວ້າ​ປຣິນຍາ​​ໂທຢູ່​ນະຄອນ; ຊ່ວຍ​ໜູນ​ຄ່າ​ໃຊ້​ຈ່າຍ​ການ​ກໍ່ສ້າງ​ໂຮງຮຽນ​ມິດຕະພາບ​ວຽງ​ຈັນ - ນະຄອນ​ໂຮ່ຈີ​ມິນ ພ້ອມ​ດ້ວຍ​ເຄື່​ອງຈັກ​ເຄື່ອງ​ປະກອບ​ໃນ​ໂຮງຮຽນ; ກໍ່ສ້າງ​ສູນວັດທະນະທຳ​ເປັນ​ຂອງຂວັນ​ໃຫ້​ແຂວງ​ຈຳປາ​ສັກ.

     ທາງ​ດ້ານ​ສາທາລະນະ​ສຸກ: ສອງ​ຝ່າຍ​ໄດ້​ຮ່ວມ​ມື​ກັນ​ສ້າງ​ຕັ້ງ​ສູນ​ອົບຮົມ​ການພິນິດ​ໄສ​ພະຍາດ​ຢູ່​ວຽງ​ຈັນ; ສະມາຄົມ​ອຸປະຖຳ​ຄົນ​ເຈັບ​ຜູ້ທຸກ​ຈົນນະຄອນ​ໂຮ່ຈີ​ມິນ ໄດ້​ຜັນ​ຂະຫຍາຍ​ໂຄງການ​ຈັກຂຸ​ຜ່າຕັດ​ໂດຍ​ບໍ່​ເສຍ​ຄ່າ ​ໃຫ້​ແກ່​ຜູ້​ຖືກ​ພະຍາດ​ແກ້ວຕາ​ຂຸ່ນ, ນຳ​ເອົາ​ແສງ​ສະຫວ່າງ​ມາ​ໃຫ້​ຜູ້​ທຸກ​ຈົນຖືກ​ສາຍຕາ​ມົວ 3.000 ຄົນ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ​ແຂວງ​ຈຳປາ​ສັກ; ຮ່ວມ​ມື​ກັນ​ຈັດ​ຕັ້ງ​ການ​ອົບຮົມ​ວິຊາ​ສະ​ເພາະ​ ໃຫ້​ແກ່​ຖັນ​ແຖວ​ນາຍ​ແພດ, ​ແລກປ່ຽນ​ບົດຮຽນ​ປະສົບ​ການ​ ກ່ຽວ​ກັບ​ການກວດ​ດ້ວຍ​ອັນຕຣາຊາວ (Ultrasonography), ການປິ່ນປົວ​ກະທັນຫັນ, ການຜ່າຕັດ​ຜ່ານ​ກ້ອງ,… ກັບ​ແຂວງ​ຈຳປາ​ສັກ.

     ລະຫວ່າງ​ແຂວງ​ແທງ​ຫ່ວາ ກັບ​ແຂວງ​ຫົວພັນ

     ວັນ​ທີ 15 ມິຖຸນາ 2006, ການ​ນຳ​ສອງ​ແຂວງ​ໄດ້​ເຊັນ​ ບົດ​ບັນ​ທຶກກ່ຽວ​ກັບ​ການ​ຮ່ວມ​ມືທາງ​ດ້ານ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາ​ມສະຫງົບ ​ໄລຍະ 2006 - 2010. ສະ​ເພາະ​ໃນ​ປີ 2011 ​ແລະ 6 ​ເດືອ​ນຕົ້ນ​ປີ 2012, ສອງຝ່າຍ​ໄດ້​ແຕ່ງ​ຕັ້ງ​ຄະນະ​ຜູ້​ແທນ​ເກື​ອບ 100 ຄະນະ​ໄປມາພົບປະ​ແລກປ່ຽນກັນ, ​ເຊັນ​ເອກະສານ​ບົດ​ບັນທຶກ​ຊ່ວຍ​ຈຳນຳກັນ, ຜັນ​ຂະ​ຫຍາ​ຍບັນດາ​ເນື້ອ​ໃນ​ທີ່​ໄດ້​ຕົກລົງ​ກັນ.

     ​ໃນ​ຂົງ​ເຂດ​ເສດຖະກິດ: ຍອດ​ມູນ​ຄ່າ​ສິນຄ້າ​ຂາ​ອອກ​ຂາ​ເຂົ້າ​ລະຫວ່າງ​ສອງ​ແຂວງ​ໄລຍະ 2006 - 2010 ບັນລຸ 18.495,729 ​ໂດ​ລາ, ​ໃນ​ນັ້ນ​ມູນ​ຄ່າ​ສິນຄ້າ​ຂາ​ອອກ​ຈາກ​ແທງ​ຫ່ວາ ​ໄປ​ຫົວ​ພັນ ​ບັນລຸ 6.179,579 ​ໂດ​ລາ, ສິນຄ້າ​ຂາ​ອອກ​ຈາກ​ຫົວ​ພັນ ​ໄປແທງ​ຫ່ວາ ​ບັນລຸ 11.864,812 ໂດລາ; ຈຳນວນ​ວິ​ສາ​ຫະກິດ​ຂອງ​ແທງ​ຫ່ວາ ​ໄປລົງທຶນ​ຢູ່​ຫົວພັນ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ຄວນ, ຮອດ​ປີ 2010, ມີ 42 ​ໂຄງການ​ລົງທຶນ​ຂອງ​ແທງ​ຫ່ວາ ​ໄດ້​ລົງທຶນຢູ່ຫົວພັນ ດ້ວຍ​ຈຳນວນ​ເງິນ​ລົງທຶນ 13,5 ລ້ານ​ໂດ​ລາ, ກວມ​ເຖິງ 70% ລວມຍອດເງິນ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ແຂວງ​ຫົວພັນ. ​ແທງ​ຫ່ວາ​ກໍ່​ໄດ້​ຈັດເງິນ​ຊ່ວຍ​ເຫຼືອ​ສ່ວນ​ໜຶ່ງ​ ເພື່ອ​ໃຊ້​ໃນ​ການ​ສຳ​ຫຼວດຄົ້ນຄວ້າ​ກໍ່ສ້າງບາງ​ເສັ້ນທາງ​ຄົມມະນາຄົມ​ ​ແລະ ກິດຈະກຳຄົມມະນາຄົມຢູ່​ແຂວງ​ຫົວພັນ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບໍລິ​ເວນ​ເທດສະບານ​ເມືອງ​ຊຳ​ເໜືອ ​ແລະ ​ເມືອງ​ວຽງ​ໄຊ - ​​ໃຈກາງ​ແຫ່ງເຂດ​ທີ່ໝັ້ນ​ການ​ຕໍ່ຕ້ານ​ຂອງ​ລາວ.

     ທາງ​ດ້ານ​ການ​ສຶກສາ - ບຳລຸງ​ກໍ່ສ້າງ: ປີ 2011, ​ແທງ​ຫ່ວາ​ໄດ້​ລົງທຶນ​ກໍ່ສ້າງ​ໂຮງຮຽນ​ການ​ເມືອງ - ການ​ປົກຄອງ​ແຂວງ​ຫົວພັນ ມູນ​ຄ່າ 3 ລ້ານ​ໂດ​ລາ; ຊ່ວຍ​ໜູນ​ຄ່າ​ໃຊ້​ຈ່າຍ​ເພື່ອ​ຈັດ​ຕັ້ງກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ​ແລກປ່ຽນ​ວັດທະນະທຳ ຕາມ​ສອງ​ຝັ່ງ​ນ້ຳ​ມ້າ; ​ໃຊ້​ເງິນ​ຫຼາຍ​ຕື້​ດົ່ງ​ເພື່ອ​ສ້າງ​ຕັ້ງ​ມູນ​ນິທິ​ສົ່ງ​ເສີ​ມການ​ຮ່ຳຮຽນ ​ໃຫ້​ແກ່​ນັກຮຽນ​ນັກ​ສຶກສາ ​ແລະ ບັນດາ​ເມືອງ​ຕາມ​ຊາຍ​ແດນ​ຂອງ​ແຂວງ​ຫົວພັນ; ສະໜັບສະໜູນ​ຊ່ວຍ​ເຫຼື​ອການ​ກໍ່ສ້າງ​ບາງ​ໂຮງຮຽນ, ພື້ນຖານ​ກວດ​ແລະ​ປົວ​ພະຍາດ, ພື້ນຖານ​ໂຄງ​ລ່າງ ​ແລະ ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ນັກຮຽນ​ນັກ​ສຶກສາ​ຂອງ​ແຂວງ​ຫົວພັນ ທີ່​ກຳລັງ​ຮຽນ​ຢູ່​ແທງ​ຫ່ວາ.

     ທາງ​ດ້ານການ​ປ້ອງ​ກັນ​ຄວາມ​ສະຫງົບ - ປ້ອງ​ກັນ​ປະ​ເທດ: ປັດຈຸບັນ ​ແທງ​ຫ່ວາ ​ແລະ ຫົວພັນ ພວມ​ສືບ​ຕໍ່​ຮ່ວມ​ມືກໍ່ສ້າງ ​ແລະ ປັບປຸງ​ລະ​ບົບຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ; ​ເຊື່ອນ​ຕໍ່​ການ​ຄົມມະນາຄົມ, ທະວີຄູນ​ບັນດາ​ຕົວ​ແບບ​ຮ່ວມ​ມື​ທີ່​ດີ​ເດັ່ນ ​ແລະ ມີ​ປະສິດທິ​ຜົນ, ​ແກ້​​ໄຂ​ໃຫ້​ໄດ້​ຢ່າງ​ຂາດ​ຕົວ​ສະພາບ​ການ​ສັບສົນ ​ທີ່​ເກີດ​ຂຶ້ນ​ໃນ​ຂົງ​ເຂດ​ຄວາມ​ສະຫງົບ​ຊາຍ​ແດນ ​ແລະ ​ຜືນແຜ່ນ​ດິນຂອງ​ແຕ່​ລະ​ຝ່າຍ.

     ລະຫວ່າງ​ແຂວງ​ກອນ​ຕຸ​ມ ​ແລະ ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ

     ນັບ​ແຕ່​ປີ 2007 ມາ​ເຖິງ​ດຽວ​ນີ້, ​ແຂວງກອນ​ຕຸ​ມ ​ໄດ້​ແຕ່ງ​ຕັ້ງການ​ນຳ, ​ພະນັກງານ, ລັດຖະກອນ 142 ຄະນະ ​ປະກອບ​ມີ 1.201 ​ເທື່ອ​ຄົນ ​ໄປ​ຢ້ຽມ​ຢານ ​ເຮັດ​ວຽກ ຮ່ຳຮຽນ ຢູ່​ບັນດາ​ແຂວງ​ເພື່ອນ; ກົງ​ຂ້າມ ບັນດາ​ແຂວງ​ເພື່ອນກໍ່​ໄດ້​ແຕ່ງ​ຕັ້ງ 72 ຄະນະ ປະກອບ​ມີການ​ນຳ, ພະນັກງານ, ລັດຖະກອນ 956 ​ເທື່ອ​ຄົນ ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ແຂວງ​ກອນ​ຕຸ​ມ. ສອງ​ຝ່າຍ​ໄດ້​ເຊັນ​ເອກະ​ສາ​ນຂໍ້​ຕົກລົງທະວິ​ພາຄີ ​ແລະ ພະ​ຫຸພາຄີ​ຂັ້ນ​ແຂວງ, ຂັ້ນ​ເມືອງ 26 ສະບັບ. ປີ 2011, ​ແຂວງ​ກອນ​ຕຸ​ມ​ໄດ້​ສະ​ເໜີ ​ແລະ ຈັດ​ຕັ້ງຢ່າງ​ສຳ​ເລັດ​ຜົນ ກອງປະຊຸມການ​ຮ່ວມ​ມື​ພັດທະນາ​ ລະຫວ່າງກອນ​ຕຸ​ມ, ບິ່ງ​ດິ້ງ, ກວາງ​ຫງ້າ​ຍ (ຫວຽດນາມ) ກັບ​ຈຳປາ​ສັກ, ​ເຊ​ກອງ, ອັດ​ຕະປື (ລາວ) ​ແລະ ອຸບົນ ຣາຊະ​ທານີ, ສີສະ​ເກດ (ໄທ).

     ທາງ​ດ້ານ​ເສດຖະກິດ: ສອງ​ຝ່າຍ​ໄດ້​ເຊັນ​ບົດ​ບັນທຶກ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ຫຼາຍ​ສະບັບ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້ບັນດາ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ ບົນ​ຫຼັກການ​ສະ​ເໝີ​ພາບ, ຕ່າງ​ຝ່າຍຕ່​າງມີ​ຜົນ​ປະ​​ໂຫຍ​ດ. ປັດຈຸບັນ​ນີ້, ບັນດາ​ວິ​ສາ​ຫະກິດ​ຂອງກອນ​ຕຸ​ມ ກຳລັງ​ຮ່ວມ​ມື​ລົງທຶນ​ຢູ່​ບັນດາ​ແຂວງ​ພາກ​ໃຕ້​ລາວ ​ໃນ​ບັນດາ​ຂົງ​ເຂດ​ຕົ້ນຕໍ​​ເຊັ່ນ: ປຸງ​ແຕ່ງ​ໄມ້, ຄົມມະນາຄົມ, ປູກ​ຢາງ​ພາລາ ​ແລະ ​ແລກປ່ຽນ​ການ​ຄ້າ, ຊື້​ຂາຍ​ສິນຄ້າ ຜະລິດ​ຕະພັນ​ກະສິກຳ ​ເຄື່ອງປ່າຂອງ​ດົງ,…

     ຈາກ​ແຫຼ່ງທຶນ​ຊ່ວຍ​ເຫຼືອ​ລ້າ​ຂອງ​ລັດຖະບານ​ຫວຽດນາມ, ​ແຂ​ວງກອນ​ຕຸ​ມ ​ໄດ້​ສົມທົບ​ກັບ​ແຂວງ​ອັດ​ຕະປື ​ໃນ​ການ​ລົງທຶນ​ກໍ່ສ້າງ​ສະຖາ​ນີກວດກາ​ສັງ​ລວມດ່ານ​ສາກົນພູ​ເກືອ. ປີ 2008, ບໍລິສັດ​ໄຟ​ຟ້າ​ກອນ​ຕຸ​ມ ​ແລະ ​ແຂວງ​ອັດ​ຕະປື ​ໄດ້​ຜັນ​ຂະຫຍາຍ​ໂຄງການຮ່ວມ​ມື ກ່ຽວ​ກັບ​ການ​ສະໜອງ​ໄຟ​ຟ້າ​ໃຫ້​ບໍລິ​ເວນດ່ານ​ພູ​ເກືອ ​ແລະ ບາງ​ໝູ່​ບ້ານ​ຢູ່​ໃກ້​ດ່ານ​ພູ​ເກືອ.

     ປັດຈຸບັນ, ​ແຂວງ​ກອນ​ຕຸ​ມກໍ່​ພວມ​ດຳ​ເນີນ​ປະຕິບັດ​ບັນດາ​ລະບຽບ​ການ​ຊ່ວຍ​ໜູນ​ທຶນ 37 ຕື້​ດົ່ງ​ ເພື່ອ​ຍົກ​ລະດັບ​​ເສັ້ນທາງ​ຄົມມະນາຄົມ​ ແຕ່​ດ່ານພູເກືອ ​ເຖິງ​ຫຼັກ​ໝາຍ​ຊາຍ​ແດນ​ ລາວ - ຫວຽ​ດນາມ. ການ​ເຄື່ອນ​ໄຫວ​ຂາ​ອອກ​ຂາ​ເຂົ້າ​ຜ່າ​ນຄູ່​ດ່ານ​ສາກົນ ​ເບີ​ອີ - ພູ​ເກືອ ​ໄດ້​ເພີ່ມ​ຂຶ້ນ​ໄວ​ພໍ​ຄວນ ປີໜ້າ​ສູງ​ກວ່າ​ປີ​ຫຼັງ, ສະ​ເພາະ​ໄລຍະ​ປີ 2006 - 2010, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ຂາ​ເຂົ້າ​ບັນລຸ​ເກືອບ 50 ລ້ານ​ໂດ​ລາ.

     ​ແຕ່​ປີ 1996, ​ແຂວງ​ກອນ​ຕຸ​ມ ​ໄດ້​ຊ່ວຍ​ຄົ້ນຄວ້າສຳ​ຫຼວດ ສ້າງ​ແຜນ​ກຳນົດ​ສັງ​ລວມການ​ພັດທະນາ​ເສດຖະກິດ - ສັງຄົມ​ໃຫ້​ແຂວງ​ອັດ​ຕະປື, ບ້ານ​ດັກ​ບາ (​ເມືອງ​ດັກ​ຈຶງ, ​ແຂວງ​ເຊ​ກອງ); ກໍ່ສ້າງ​ສຳນັກງານ​ອຳນາດ​ການ​ປົກຄອງ​ແຂວງ​ອັດ​ຕະປື; ພ້ອມ​ກັນ​ນັ້ນ​ກໍ່​ແຕ່ງ​ຕັ້ງພະນັກງານ ນັກ​ວິ​ສາວະ​ກອນ​ໄປ​ແນະນຳ​ເຕັກນິກ​ການ​ຜະລິດ, ລ້ຽງສັດ, ປູກຝັງ ​ແລະ ຊ່ວຍ​ໜູນ​ແນວ​ພັນ ​ຕົ້ນປູກ ສັດລ້ຽງ ຮັບ​ໃຊ້​ການ​ຜະລິດ​ກະສິກຳ ​ໃຫ້​ປະຊາ​ຊົນ​ບັນດາ​ເມືອງ​ທີ່​ຕິດ​ກັບ​ຊາຍ​ແດນ.

     ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາ​ງສະຫງົບ​ຊາຍ​ແດນ: ​ໂດຍ​ປະຕິບັດ ສັນຍາ​ວ່າ​ດ້ວຍ​ຂໍ້​ກຳນົດ​ກົດ​ລະບຽບ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ, ​ແຂວງ​ກອນ​ຕຸ​ມ ​ແລະ ​ບັນດາ​ແຂວງ​ພາກ​ໃຕ້​ລາວ ​ໄດ້​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ແລກປ່ຽນ​ຂ່າວສານ​ສະພາບ​ການ​ນຳ​ກັນ​ຢ່າງ​ເປັນ​ປະຈຳ, ສົມທົບ​ກັນ​ກີດ​ກັ້ນ ​ແລະ ​ແກ້​ໄຂ​ຢ່າງ​ຂາດ​ຕົວ​ບັນດາ​ເຫດການ​ທີ່​ເກີດ​ຂຶ້ນ, ພ້ອມ​ກັນ​ປົກ​ປັກ​ຮັກສາ ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ ມິດຕະພາບ;... ປີ 2011, ສອງ​ຝ່າຍ​ໄດ້​ສຳ​ເລັດ​ແຜນການ​ເພີ່ມ​ຄວາມ​ຖີ່, ປັບປຸງ​ລະບົບ​ຫຼັກ​ໝາຍ​ຊາຍ​ແດນແຫ່ງ​ຊາດ​ ຍ່ານ​ຊາຍ​ແດນ​ຜ່ານ​ແຂວງ​ກອນ​ຕຸ​ມ ​ແລະ ອັດ​ຕະປື.

     ລະຫວ່າງ​ແຂວ​ງ​ເຊີນ​ລາ, ດ້ຽນບຽນ ກັບບັນດາ​ແຂວງ​ພາກ​ເໜືອ​ລາວ

     ​ແຂວງ​ເຊີນ​ລາ​ໄດ້​ເຊັນ​ເອກະສານ​ການ​ຮ່ວມ​ມື​ຮອບດ້ານ ທາງ​ດ້ານ​ການ​ເມືອງ ເສດຖະກິດ ວັດທະນະທຳ​ສັງຄົມ ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ກັບ 8 ​ແຂວງ​ພາກ​ເໜືອ​ລາວ, ຄື: ບໍ່​ແກ້ວ, ຫຼວງ​ນ້ຳ​ທ່າ, ຜົ້ງ​ສາລີ, ອຸດົມ​ໄຊ, ຫຼວງ​ພະ​ບາ​ງ, ຫົວພັນ, ​ໄຊ​ຍະ​ບຸລີ ​ແລະ ຊຽງ​ຂວາງ. ປັດຈຸບັນ​ນີ້ ມີ​ກວ່າ 80 ວິ​ສາ​ຫະກິດຂອງ​ຫວຽດນາມ ລົງທຶນ​ຢູ່​ບັນດາ​ແຂວງ​ພາກ​ເໜືອ​ລາວ, ​ເພີ່ມ​ມູນ​ຄ່າ​ການ​ຄ້າ​ຂາ​ອອກ​ຂາ​ເຂົ້າ​ຂອງສອງ​ຝ່າຍ​ຂຶ້ນ​ເປັນ​ຫຼາຍ​ລ້ານ​ໂດ​ລາ​ຕໍ່​ປີ.

     ​ເຊີນ​ລາ​ໄດ້​ສຳ​ເລັດ​ການ​ປັກ​ຫຼັກ​ໝາຍ​ໃນ 13 ຈຸດ​ບົນ​ຍ່ານ​ຊາຍ​ແດນ​ແຫ່ງ​ຊາດລະຫວ່າງ​ແຂວງ​ເຊີນ​ລາ ​ແລະ ​ແຂວງ​ຫຼວງ​ພະ​ບາງ, ປັດຈຸບັນ​ພວມ​ສືບ​ຕໍ່​ກໍ່ສ້າງ​ບັນດາ​ຫຼັກ​ໝາຍ​ຕາມ​ຍ່ານຊາຍ​​ແດນ​ເຊີນ​ລາ - ຫົວພັນ.

     ສຳລັບ​ແຂວງ​ດ້ຽນບຽນ, ​ໄລຍະ​ປີ 2008 - 2012, ລວມຍອດ​ມູນ​ຄ່າ​ຂາ​ອອກ​ຂາ​ເຂົ້າ ​ແລະ ການ​ແລກປ່ຽນ​ການ​ຄ້າ ຜ່ານ​ຊາຍ​​ແດນລະຫວ່າງ​ແຂວງ​ດ້ຽນບຽນ ກັບ​ບັນດາ​ແຂວງ​ພາກ​ເໜືອ​ລາວ ບັນລຸ​ເກືອບ 72 ລ້ານ​ໂດ​ລາ, ​ໃນ​ນັ້ນ​ການ​ຂາ​ອອກ​ບັນລຸ​ເກືອບ 44 ລ້ານ​ໂດ​ລາ.

     ຄຽງ​ຂ້າງ​ກັນ​ນັ້ນ, ບັນດາ​ແຂວງ​ອື່ນໆ​ ຂອງ​ສອງ​ປະ​ເທດ​ກໍ່​​ໄດ້ຮ່ວມ​ມືນຳ​ກັນຢ່າງ​ມີ​ປະສິດທິ​ຜົນ​ ​ເຊັ່ນ​ລະຫວ່າງ​ແຂວງ​ຮ່າ​ຕິ້ງ ກັບ​ແຂວງ​ບໍລິ​ຄຳ​ໄຊ, ​ແຂວງ​ກວ໋າງບິ່ງ ກັບ​ແຂວງ​ຄຳ​ມ່ວນ, ​ແຂວງ​ເລິ​ມດົ່ງ ກັບ​ແຂວງ​ຈຳປາ​ສັກ,…

     ປັດຈຸບັນ​ນີ້, ປະຊາຊົນ​ສອງ​ປະ​ເທດ​ພວມ​ຕັ້ງໜ້າ​ປະຕິບັດ​ໃຫ້​ສຳ​ເລັດ​ຜົນ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ (2010 - 2015). ຫວຽດນາມ​ສູ້​ຊົນ​ປະຕິບັດ​ຈຸດໝາຍ​ຮອດ​ປີ 2020 ​ໂດຍ​ພື້ນຖານກາຍ​ເປັນປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ. ລາວ​ກໍ່​ສຸມ​ໃສ່​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ໃນ​ປະ​ເທດ​ ດ້ວຍ​ວິທີ​ເສີມ​ຂະຫຍາຍກຳລັງ​ແຮງ​ ຂອງ​ບັນດາ​ພາກສ່ວນ​ເສດຖະກິດ ຕາມ​ກົນ​ໄກ​ຕະຫຼາດ, ສົມທົບ​ກັບ​ການ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ເພື່ອ​ຮອດ​ປີ 2020 ສາມາດ​ພົ້ນ​ອອກ​ຈາກ​ສະພາບ​ການ​ດ້ອຍ​ພັດທະນາ, ສ້າງ​ປະຖົມ​ປັດ​ໃຈ​ອັນ​ຈຳ​ເປັນ​ພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ ​ຕາມ​ທິດ​ສັງຄົມ​ນິຍົມ​ຢ່າງ​ໜັກ​ແໜ້ນ. ບົນ​ເສັ້ນທາງ​ກ້າວ​ຂຶ້ນ​ສູ່​ຄວາມຈະ​ເລີ​ນ​ສີວິ​ໄລ​ທັນ​ສະ​ໄໝ, ພ້ອມ​ກັນ​ເອົາ​ຊະນະ​ຄວາມທຸກ​ຍາກ ຫຼ້າ​ຫຼັງນັ້ນ, ການ​ຮ່ວມ​ມື​ຮອບດ້ານ, ການ​ເຄື່ອນ​ໄຫວ​ແຮກສ່ຽວ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ສອງ​ປະ​ເທດໄດ້​ຮັບ​ການ​ເປີດ​ກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເປັນ​ສິ່ງ​ພິສູດຢັ້ງຢືນສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ຄວາ​ມສາມັກຄີ​ພິ​ເສດ ການ​ຮ່ວມມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ. ພ້ອມ​ກັນ​ນັ້ນ, ມັນ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຜົນສຳ​ເລັດ ​ຂອງ​ວຽກ​ງານ​ການ​ທູດ​ປະຊາຊົນ​ ລະຫວ່າງ​ສອງ​ປະ​ເທດ ​ໃນ​ສະ​ໄໝ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ​ເປັນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈການ​ກະທົບຕັ້ງໜ້າ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ຫວຽດນາມ - ລາວ ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ອີກ./.