ວ.ກ.ອອນ​ໄລ - ​ແຕ່​ວັນ​ທີ 23 ຮອດ​ວັນ​ທີ 26 ມີນາ 2013, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ​ 5 ກຳມາ​ທິການຕ່າງປະ​ເທດຂອງ​ສະພາ​ແຫ່ງ​ຊາດ​ສາມ​ປະ​ເທດ ກຳປູ​ເຈຍ-ລາວ-ຫວຽດນາມ (ກລວ) ກ່ຽວ​ກັບ “ບົດບາດ​ຂອງ​ສະພາ​​ແຫ່ງ​ຊາດ ໃນ​ການ​ຊ່ວຍ​ໜູນ​ເຂດ​ສາມຫຼ່ຽມ​ພັດທະນາ”.

ພິທີເຊັນຖະແຫຼງການຮ່ວມຂອງກອງປະຊຸມ

     ກອງ​ປະຊຸມ​ໄດ້​ຈັດ​ຕັ້ງ​ຂຶ້ນຢູ່​ທີ່​ແຂວງ ມົນ​ດຸນ​ຄິລີ ປະ​ເທດ​ກຳປູ​ເຈຍ. ຄະນະ​ຜູ້​ແທນ​ຫວຽດນາມ ໂດຍ​ແມ່ນ​ທ່ານ​ ເຈິ່ນວັນ​ຮັ່ງ ປະທານ​ກຳມາ​ທິການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ ​ເປັນ​ຫົວໜ້າ​ຄະນະ.

     ກ່າວ​ຄຳ​ປາ​ໄສ​ໃນ​ວາລະ​ໄຂ​ການ​ປະຊຸມ, ທ່ານ ງວນ​ແຍນ ຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຢັ້ງຢືນ​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ແນ​ໃສ່​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມືລະຫວ່າງ​ອົງການ​ນິຕິບັນຍັດ​ສາມ​ປະ​ເທດ ​ແລະ ຊ່ວຍ​ໜູນ​ໃຫ້​ລັດຖະບານ​ໃນບັນດາ​ແຜນການ​ການ​ກະທຳ ​ແລະ ບັນດາ​ກົນ​ໄກ ​ເພື່ອ​ຂະຫຍາຍເຂດ​ສາມຫຼ່ຽມ​ພັດທະນາ ຕາມ​ທິດ​ຍູ້​ແຮງ​ການ​ເຕີບ​ໂຕ​ເສດຖະກິດ, ລົບ​ລ້າງ​ຄວາ​ມອຶດ​ຫີ​ວຫລຸ​ນຜ່ອນ​ຄວາມທຸກ​ຈົນ ​ເພື່ອຄວາມ​ກ້າວໜ້າ​ສັງຄົມ ​ແລະ ວັດທະນະທຳ​ໃນ​ເຂດ​ນີ້.

     ກອງ​ປະຊຸມ​ໄດ້​ຊົມ​ເຊີຍ ​ແລະ ສະໜັບສະໜູນ​ຖະ​ແຫຼ​ງການ​ຮ່ວມ​ ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ-ລາວ-ຫວຽດນາມ ຄັ້ງ​ທີ 7 ​ໃນ​ເດືອນ ມີນາ ​ແລ້ວ​ນີ້ ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ ​ແຫ່ງ ສປປ ລາວ ​ແລະ ບັນດາ​ກອງ​ປະຊຸມ​ອື່ນທີ່​ກ່ຽວຂ້ອງ.

     ກອງ​ປະຊຸມ​ໄດ້​ຕີ​ລາຄາ​ສູງ ຕໍ່​ຄວາມ​ມານະ​ພະຍາຍາມ​ຂອງຄະນະ​ກຳມາ​ທິການ​ລວມ​ເຂດ ກລວ ​ໃນ​ການ​ຜັນ​ຂະຫຍາຍ​ແຜນ​ກຳນົດ​ສັງ​ລວມ ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ໃຫ້ບຸລິມະສິດຕໍ່​ກັບ​ເຂດ​ສາມຫຼ່ຽມ​ພັດທະນາ ​ແລະ ກຳນົດ​ເປົ້າ​ໝາຍ​ຈະ​ສຳ​ເລັດ​ພາຍ​ໃນ​ສອງ​ປີ.

     ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ໄດ້​ເປັນ​ເອກະ​ພາບ​ກັນ​ສະໜັບສະໜູນ​ລັດຖະບານ ​ແລະ ບັນດາ​ແຂວງ​ຂອງ​ສາມ​ປະ​ເທດ ​ໃນ​ຂໍ້​ຕົກລົງ​ພັດທະນາ​ຂະ​ແໜງອຸດສາຫະກຳ​ຢາງພາລາ ​ເຊິ່ງ​ໄດ້​ຖື​ວ່າ​ເປັນ​ການ​ບຸລິມະສິດ​ໃນ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ສາມ​ປະ​ເທດ; ຊຸກຍູ້​ການ​ສ້າງ​ຕັ້ງ​ບັນດາ​ໂຮງຮຽນ​ກໍ່ສ້າງ​ວິຊາ​ຊ່າງ​ ໃຫ້​ເຂດ​ສາມຫຼ່ຽມ​ພັດທະນາ ກລວ; ພ້ອມ​ກັນ​ນັ້ນ​ກໍ່​ເນັ້ນ​ໜັກເຖິງຄຳ​ໝັ້ນ​ສັນຍາ​ອັນ​ໜັກ​ແໜ້ນ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ຊັນ​ພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ ​ເພື່ອ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຂອງ​ທົ່ວ​ທັງ​ເຂດ​ສາມຫຼ່ຽມ​ພັດທະນາ ກລວ.

     ກອງ​ປະຊຸມ​ສືບ​ຕໍ່​ພິຈາລະນາ​ຂໍ້​ສະ​ເໜີ​ຂອງ​ສະພາ​ແຫ່ງ​ຊາດ​ສາມ​ປະ​ເທດ ​ໃນ​ການຈັດ​ຕັ້ງບັນດາ​ອະນຸ​ກຳມະການ, ຫຍ່ອມ​ຮັບຜິດຊອບ​ສະ​ເພາະ​ ຂອງ​ແຕ່ລະ​ປະ​ເທດ ​ເພື່ອ​ຕິດ​ຕາ​ມ​ແລະ​ຊ່ວຍ​ເຫຼືອ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ ທີ່​ນາຍົກລັດຖະມົນຕີ​ສາມ​ປະ​ເທດ​ໄດ້​ອະນຸມັດ​ຜ່ານ.

     ກອງ​ປະຊຸມ​ໄດ້​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ກົນ​ໄກ​ສຳພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ໃໝ່​ຂ​ອງ ກຳ​ປູ​ເຈຍ-ລາວ-ຫວຽດນາມ ​ເຊິ່ງກວມ​ດ້ວຍ​ບັນດາ​ອະ​ນຸກຳມະການ ບັນດາຫຍ່ອມ​ຮັບຜິດຊອບ​ສະ​ເພາະ​ຂົງ​ເຂດ​ທີ່​ຕ່າງ​ກັນ ​ໃນ​ຄວາມ​ເອົາ​ໃຈ​ໃສ່​ລວມຂອງ​ສາມ​ປະ​ເທດ.

     ​ໃນ​ຄະນະ​ຜູ້​ແທນ​ຫວຽດນາມ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ມີ​ຜູ້​ແທນ​ສະພາຂອງ​ບັນດາ​ແຂວງ​ບິ່ງ​ເຝຶອກ ດັກ​ນົງ ຢາ​ລາຍ ກອນ​ຕຸ​ມ; ຜູ້​ແທນ​ຂອງ​ບັນດາ​ກຳມາ​ທິການ​ຕ່າງປະ​ເທດ, ຍຸດຕິ​ທຳ, ວັດທະນາ​ທຳ ການສຶກສາ ຊາວ​ໜຸ່ມ​​ແລະ​ຍຸວະຊົນ, ການ​ເງິນ ງົບປະມານ; ຜູ້ຕາງໜ້າ​ກະຊວງ​ແຜນການ​ແລະ​ການ​ລົງທຶນ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ອຸປະ​ທູດ​ຫວຽ​ດນາມ ຢູ່ກຳ​ປູ​ເຈຍ./.

ແຫຼ່ງຂ່າວ: TTXVN