ພາຍຫຼັງທີ່​ສັນຍາ​ເຊີ​ແນວປີ 1961-1962 ກ່ຽວ​ກັບ​ລາວ ​ໄດ້​ລົງ​ນາມ​ແລ້ວ​, ​ໂດຍ​ຮັບ​ຄຳ​ເຊີນຂອງ​ທ່ານປະທານ​ໂຮ່ຈີ​ມິນ ​ແລະ ລັດຖະບານ​ຫວຽດນາມ, ເຈົ້າຊີວິດ​ລາວ ສີສະ​ຫວ່າງ ວັດທະນາ, ສະເດັດ​ເຈົ້າ​ສຸວັນນະ ພູ​ມາ ນາຍົກລັດຖະມົນຕີລັດຖະບານ​ປະສົມ​ລາວ ພ້ອມ​ດ້ວຍ​ບັນດາ​ພະນະ​ທ່ານ​ໃນ​ລັດຖະບານ​ລາວ ​ໄດ້​ມາ​ຢ້ຽມຢາມ​ສັນທະ​ວະ​ໄມຕີ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 10 ຫາ​ວັນ​ທີ 13 ມີນາ 1963.

ທ່ານປະທານໂຮ່ຈີມິນ ຕ້ອນຮັບສະເດັດເຂົ້າ ສຸວັນນະ ພູມາ, ນາຍົກບັດຖະມົນຕີແຫ່ງລາຊະອານາຈັກລາວ ແລະ ສະເດັດເຈົ້າ ສຸພານຸວົງ, ປະທານແນວລາວຮັກຊາດ.

     ວຽກ​ງານ​ກະກຽມ​ໄດ້​ດຳ​ເນີນ​ຢ່າງ​ຮີບ​ດ່ວນ. ທຸກໆ​ບັນຫາ​ ນັບ​ແຕ່​ໂຄງການ​ການ​ເມື​ອງ ຮ່າງ​ສູນ​ທອນ​ພົດ ​ເນື້ອ​ໃນ​ສົນທະນາ ຖະ​ແຫຼ​ງການ​ຮ່ວມ, ຈົນ​ເຖິງ​ລາຍການ​ຕ້ອນຮັບ ທີ່ພັກ​ການ​ກິນ​ຢູ່​ຂອງ​ຄະນະ​ ງານ​ລ້ຽງ ການ​ຊຸມນຸມ​ມິດ​ຕິງ​ມະຫາຊົນ ສະຖານ​ທີ່ທີ່​ຄະນະ​ຈະ​ມາຢາມ ການສະ​ແດງ​ສິນລະປະກຳ... ລ້ວ​ນແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລຸງ​ໂຮ່ ​ເພິ່ນ​ສັ່ງ​ໃຫ້​ກະກຽມ​ຢ່າງຮອບ​ຄອບ ລະອຽດ ຖີ່ຖ້ວນ, ສະ​ແດງ​ໃຫ້​ເຫັນ​ໄດ້​ເຖິງ​ນ້ຳ​ໃຈ​ອ້າ​ຍນ້ອງ​ເພື່ອນ​ບ້ານ​ໃກ້​ຄຽງ​ລະຫວ່າງ​ສອງຊາດ​ຫວຽດນາມ - ລາວ. ພວກ​ຂ້າພະ​ເຈົ້າ​ເປັນ​ຫ່ວງ​ເປັນ​​ໃຍທີ່​ສຸດ ​ແລະ ​ໄດ້​ເຮັດ​ວຽກ​ຢ່າງ​ບໍ່​ຮູ້​ອິດ​ເໝື່ອຍທັງ​ເວັນ​ທັງ​ຄືນ. ​ແຕ່​ວ່າ, ​ເວລາ​ນັ້ນ​ອ້າຍ​ນ້ອງ​ພະນັກ​ງານ​ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ການ​ມາ​ຢ້ຽມຢາມຂອງພະເຈົ້າຊີວິດ ​ລາຊະ​ໂອລົດ ສະເດັ​ດ​ເຈົ້າ ນາຍົກລັດຖະມົນຕີຝ່າຍຂວາ​ວຽງ​ຈັນ, ດັ່ງ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈຶ່ງ​ໄດ້​ໃຊ້​ສັບ​ສຳນວນ​ສຸພາບຕາມ​ແບບ​ພົວພັນສາກົນ ​ສັງຄົມ​, ​ເອົາ​ໃຈ​ໃສ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຫຼັກ​ໝັ້ນ ທັດສະນະ​ຂອງ​ພັກ ​ແລະ ລັດຫວຽດນາມ ຕໍ່​ກັບ​ບັນຫາ​ລາວ. ​ເຖິງ​ວ່າ​ໄດ້​ພະຍາຍາມ​ປະຕິບັດ​ຕາມ​ຄຳ​ຕັກ​ເຕືອນ​ຂອງ​ລຸງ​ໂຮ່ ​ແຕ່​ກໍ່​ບໍ່​ສາມາດ​ສະ​ແດງ​ໃຫ້​ເຫັນ​ໄດ້​ເຖິງນ້ຳ​ໃຈ​ອ້າຍ​ນ້ອງ​ເພື່ອນ​ບ້ານ​ໃກ້​ຄຽງ​ຫວຽດນາມ - ລາວ.

     ວັນ​ເວລາ​ໄດ້​ຜ່ານ​ຜົ້ນ​ໄປ 35 ປີ​ແລ້ວ, ​ແຕ່​​ຂ້າພະ​ເຈົ້າ​ຍັງ​ຈື່​ຈຳ​ເປັນ​ຢ່າງ​ດີ ບັນດາ​ສັບ​ສຳນວນ ປະ​ໂຫຍ​ກ ວັກ​ຕ່າງໆ ທີ່​ລຸງ​ໂຮ່​ໄດ້​​ແກ້ ​ໄດ້ແປງ ຫຼື​ເພີ່ມ​ເຕີມ​ໃນ​ເອກະສານ​ທີ່​ພວກ​ຂ້າພະ​ເຈົ້າ​ກະກຽມ. ນັບ​ແຕ່​ຕົ້ນ, ​ໃນ​ຮ່າງ​ຈົດໝາຍ​ທີ່ລຸງ​ໂຮ່​ເຊື້ອ​ເຊີນເຈົ້າຊີວິດລາວ ມາ​ຢາມ​ຫວຽດນາມ, ພວກ​ຂ້າພະ​ເຈົ້າ​ຂຽນ: “ຂໍ​ຝາກ​ເຖິງ ພະ​ມະຫາກະສັດ ສີສະ​ຫວ່າງ ວັດທະນາ, ລາຊະອານາຈັກ​ລາວ ທີ່​ເຄົາລົບ​ນັບຖື…...”, ລຸງ​ໂຮ່​ໄດ້​ແປງ​ຄືນ: “ຂໍ​ຝາກ​ເຖິງ ​ເຈົ້າຊີວິດ ສີສະ​ຫວ່າງ ວັດທະນາ, ປະ​ເທດ​ລາວ ທີ່​ເຄົາລົບ​ນັບຖື…”.

     ຜ່ານ​ສະຫາຍ​ຫວູກີ່, ລຸງ​ໂຮ່​ໄດ້​ອະທິບາຍ: “​ໃຊ້​ພາສາ​ຫວຽດຄື​ແນວ​ນັ້ນ ທັງ​ຈະ​ແຈ້ງ ທັງ​ງ່າຍດາຍ”.

     ກ່ຽວ​ກັບ​ເນື້ອ​ໃນ​ເອກະສານ, ລຸງ​ໂຮ່​ໄດ້​ເນັ້ນ​ໜັກ​ທີ່​ສຸດ​ເຖິງ​ນ້ຳ​ໃຈ “ນ້ຳ​ໃຈ​ອ້າຍ​ນ້ອງ​ເພື່ອນ​ບ້ານ​ໃກ້​ຄຽງ​ຫວຽດນາມ - ລາວ ທີ່​​ໃກ້ຊິດສະໜິດສະໜົມ ບໍ່​ຈືດຈາງ​ຈັກ​ເທື່ອ”... “​ໂດຍຕາງໜ້າ​ປະຊາຊົນ​ຫວຽດນາມ, ຂ້າພະ​ເຈົ້າຂໍ​ສະ​ແດງຄວາມ​ຂ່ຳນັບ​ຊົມ​ເຊີຍ ​ພະ​ເຈົ້າຊີວິດ​ທີ່​ເຄົາລົບ ລາຊະ​ໂອລົດ ສະ​ເດັດ​ເຈົ້າ​ນາຍົກ ພ້ອມ​ດ້ວຍບັນດາ​ແຂກ​ຜູ້ມີ​ກຽດ​ໃນ​ຄະນະ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ໃນ​ນະ​ທີ່​ນີ້​ດ້ວຍ”. ​ໃນ​ງານ​ລ້ຽງ ການ​ພົບ​ປະສົນທະນາ ຫຼື​ການ​ໄປ​ຢາມ​ໂຮງຮຽນ​ມະຫາວິທະຍາ​ໄລ​ສັບພະ​ວິຊາ ​ໂຮງງານ​ກົນ​ຈັກ​ຮ່າ​ໂນ້ຍ ວັດ​ກວ້ານສື, ເຂົ້າ​ຮ່ວມ​ງານ​ຊຸມນຸມ​ມິດ​ຕິງ​ມະຫະຊົນ, ​ໃນ​ພິທີຕ້ອນຮັບ ​ແລະ ພິທີສົ່ງ​ຄະນະ​ກໍ່​ເຊັ່ນ​ດຽວ​ກັນ, ລຸງ​ໂຮ່ ລ້ວນແຕ່​ໄດ້​ເວົ້າ​ເຖິງ “ນ້ຳ​ໃຈ​ອ້າຍ​ນ້ອງ​ຫວຽດ - ລາວ”.

     ຢູ່​ທີ່ໂຮງຮຽນ​ມະຫາວິທະຍາ​ໄລ​ສັບພະ​ວິຊາ, ລຸງ​ໂຮ່​ໄດ້​ຕັກ​ເຕືອນນັກຮຽນ​ນັກ​ສຶກສາ ວ່າ “ຕ້ອງພະຍາຍາມ​ຮ່ຳຮຽນ ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ລະຫວ່າງ​ສອງ​ຊາດ ຫວຽດ - ລາວ”. ຢູ່​ທີ່​ໂຮງງານ​ກົນ​ຈັກ​ຮ່າ​ໂນ້ຍ, ລຸງ​ໂຮ່ກໍ່​ໄດ້​ຕັກ​ເຕືອນ​ກຳມະກອນ ຕ້ອງ​ສາມັກຄີ ​ແລະ ຊ່ວຍ​ເຫຼືອ​ກຳມະກອນ ​ແລະ ປະຊາຊົນ​ລາວ​ອ້າຍ​ນ້ອງ.

     ສິ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ບໍ່​ລືມ​ຈັກ​ເທື່ອ​ ຄືຄຳ​ເວົ້າ​ທີ່​ມີ​ລັກສະນະ​ກາບກອນ​ຂອງ​ລຸງ​ໂຮ່ ​ໃນພິທີ​ຕ້ອນຮັບ:

     -ດົນ​ນານ​ລ້ຳ​ ທີ່​ສອງ​ຊາດ​ເຮົາ​ຫ່າງ​ໄກ​ກັນ-

    
ແຕ່​ນີ້​ໄປ ລາວ-ຫວຽດນາມຄຽງ​ໃກ້​ກັນ​ແທ້ນາ.

   ​ແລະ​ ໃນ​ພິທີ​ສົ່ງ:

     ຮັກ​ແພງ​ກັນ​ໝາຍ​ໝັ້ນ ຫຼາຍ​ສັນພູ​ກໍ່​ປີນ​ໄຕ່,

     ຫຼາຍ​ຫ້ວຍ​ໃຫຍ່ ​ແລະ ​ໂຄກ​ຄ້ອຍ ກໍ່​ເດີນ​ດັ້ນ​ດຸ່ງ​ໄປ.

    
ສອງ​ຊາດ​ຫວຽດ - ລາວ ​ໄດ້​ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ,

    
ຮົ່ງຮ່າ ທັງ​ແມ່​ນ້ຳຂອງ ກໍ່​ບໍ່​ເລິກ​ປຸນ​ປານ​ໄດ້.

     ປີໜຶ່ງ ພາຍຫຼັງການມາຢ້ຽມຢາມຂອງເຈົ້າຊີວິດ ແລະ ນາຍົກລັດຖະມົນຕີລາວ, ສະພາບ​ການ​ຢູ່​ລາວ​ໄດ້​ຜັນ​ປ່ຽນ​ຢ່າງ​ສັບສົນ​ທີ່​ສຸດ: ທ່ານ​ກິ​ນີນ ພົນ​ເສນາ ລັກ​ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຖືກ​ລອບ​ຂ້າ. ລັດຖະບານ​ປະສົມ​ຖືກ​ຝ່າຍ​ຂວາ​ວຽງ​ຈັນ​ໂຄ່ນ​ລົ້ມ. ພ້ອມ​ກັນ​ນັ້ນ, ດ້ວຍ​ການ​ນຳ​ເອົາ​ກອງ​ທະຫານ​ອາ​ເມ​ລິ​ກາ​ເຂົ້າ​ພາກ​ໃຕ້​ຫວຽດນາມ ດຳ​ເນີນ​ສົງຄາມ​ພາກສ່ວນ​ໂດຍ​ກົງ, ​ໃຊ້​ເຮືອບິນ ກ່ຳ​ປັ່ນ​ຮົບ ຖິ້ມ​ລະ​ເບີດ​ຍິງ​ທຳລາຍ​ພາກ​ເໜືອ​ຫວຽດນາມ, ອາ​ເມ​ລິ​ກາ​ກໍ່​ໄດ້​ເພີ່ມ​ທະວີ​ສົງຄາມ​ພິ​ເສດ​ຢູ່​ລາວ, ຖິ້ມ​ລະ​ເບີດ​ຍິງ​ທຳລາຍ​​ເຂດ​ປົດ​ປ່ອຍ​ລາວຢ່າງ​ຮ້າຍ​ແຮງ, ​ເປັນ​ຕົ້ນແມ່ນ​ເຂດ​ທີ່​ມີ​ເສັ້ນທາງ​ໂຮ່ຈີ​ມິນ​ແລ່ນ​ຜ່ານ.

     ຕໍ່ໜ້າ​ໄພ​ອັນຕະລາຍ​ແຫ່ງ​ການ​ຮຸກ​ຮານ​ຂອງ​ບັກ​ຈັກກະພັດ​ຫົວ​ໂປ່, ກອງ​ທະຫານ​ແລະ​ປະຊາຊົນ​ສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ຄວາມ​ສາມັກຄີ ພ້ອມ​ກັນ​ສູ້​ຮົບ​ຕ້ານ​ສັດຕູ​ຢ່າງ​ທຸກ​ຍາ​ລຳບາກ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ເສຍສະຫຼະ​ໃນ​ຕະຫຼອດ​ສິບ​ກວ່າ​ປີ ພ້ອມ​ກັນຍາ​ດ​ເອົາ​ໄຊຊະນະ​ອັນ​ສະຫງ່າ​ງາມ ປົດ​ປ່ອຍປະ​ເທດ​ແລະ​ໂຮມ​ປະ​ເທດ​ຊາດ​ຂອງ​ຕົນ​ເຂົ້າ​ເປັນ​ເອກະ​ພາບ​ໃນ​ປີ 1975.

     ​ໃນ​ວັນ​ເວລາ​ຫຍຸ້ງຍາກ​ລຳບາກ ​ໃນ​ຄວາມ​ທົດ​ສອບ​ສິ່ງທ້າທາຍຕ່າງໆ, ບົດ​ກະວີ​ສີ່​ວັກ​ທີ່​ເຕັມ​ປ່ຽມ​ໄປ​ດ້ວຍ​ມິດ​ຈິດ​ມິດ​ໃຈ​ຫວຽດ - ລາວ ຂອງ​ລຸ​ງ​ໂຮ່ນັ້ນ ​ໄດ້​ເຊື່ອມ​ຊືມຢ່າ​ງ​ເລິກ​ເຊິ່ງ​ໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ທະຫານ​ແລະ​ປະຊາຊົນ​ສອງ​ປະ​ເທດ, ມັນ​ຄື​ດັ່ງ​ສຽງ​ແກ​ຕະລຸມບອນ, ຊຸກຍູ້​ໃຫ້​ສອງ​ຊາດ​ຄຽງ​ບ່າຄຽງ​ໄຫຼ່​ກັນຕໍ່ສູ້  “ຊ່ວກັນ​ແບກ​ຫາບ​ຄວາມ​ຫຍຸ້ງຍາກ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ກັນ”, “​ເຂົ້າ​ເມັດ​ໜຶ່ງ​ຫັກ ພັກ​ຕ່ອນ​ໜຶ່ງ​ກໍ່​ແບ່ງ​ກັນ​ກິນ”, ພ້ອມ​ກັນ​ສູ້ຮົບ​ຢ່າງ​ພິລະ​ອາດ​ຫານ ພ້ອມ​ກັນ​ຍາດ​ໄດ້​ໄຊຊະນະ​ອັນ​ສະຫງ່າ​ງາມ.

     ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່, ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ຂະຫຍາຍ​ສາຍ​ພົວພັນ​ພິ​ເສດ​ຫວຽດນາມ - ລາວ ຂຶ້ນ​ສູ່ລະດັບ​ສູງ​ໃໝ່, ​ເພື່ອ​ພາລະກິດ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ທີ່ຮັກ​ແພງ​ຂອງ​ຕົນ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ບົດ​ກາບກອນ​ອະມະຕະ​ຂອງລຸງ​ໂຮ່ນັ້ນ​ ຍິ່ງ​ດັງ​ກຶກ​ກ້ອງ​ໃນ​ເທສະ ​ແລະ ຜ່ານ​ກາລະ ມາ​ເຖິງ​ເຊັ່ນ​ຄົນ​ປັດຈຸບັນ ​ແລະ ​ເຊັ່ນ​ຄົນ​ໃນ​ພາຍ​ໜ້າ​ຂອງ​ສອງ​ຊາດ, ​ຕັກເຕືອນປະຊາຊົນ​ສອງ​ຊາດ ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ​ອັນ​ປະ​ເສີດ ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມສາມັກຄີ​ມິດຕະພາບພິ​ເສດ​ຫວຽດນາມ - ລາວ ​ໃຫ້​ຂຽວ​ສົດ​ງົດ​ງາມ ໝັ້ນຄົງ​ຂະໜົງ​ແກ່ນ​ຕະຫຼອດ​ກາລະ​ນາມ./.

    

ໂດຽ ຫງວຽນຊວັນ,

ອ​ະດີດ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ



ແຫຼ່ງ: ຫ້ອງ​ເກັບ​ສຳ​ເນົາ, ກະຊວງ​ການ​ຕ່າງປະ​ເທດ (ຖອດ​ຄວາ​ມ): ສາຍ​ພົວພັນພິ​ເສດ ຫວຽດນາມ - ລາວ, 2003.