ບົດບາດຂອງຊາວໜຸ່ມລາວ ໃນການພັດທະນາປະເທດຊາດໄລຍະໃໝ່

ໂດຍ: ພອນວິໄລ ພົມວຽງໄຊ ສະຖາບັນການເມືອງແລະການປົກຄອງແຫ່ງຊາດ ສປປ ລາວ
10:21, 26-08-2013

ວ.ກ.ອອນ​ໄລ - ຜ່ານ​ພຶດຕິ​ກຳ​ແຫ່ງ​ການ​ປົດ​ປ່ອຍປະ​ເທດ ກໍ່​ຄື ການ​ປົດ​ປັກ​ຮັກສາ​ ແລະ ​ສ້າງສາ​ພັດທະນາ​ປະ​ເທດຊາດ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍຢືນຢັນວ່າ: ຈະແມ່ນຢູ່ໃນຍຸກສະໄໝໃດ, ໄລຍະປະຫວັດສາດໃດ ກໍ່ຕາມ ລ້ວນແຕ່ມີ ກຳລັງຊາວໜຸ່ມ ທີ່ມີຄວາມຟົດຟື້ນ ຫ້າວຫັນ, ມີມານະຈິດ ອັນໃຫຍ່ຫຼວງ, ມີຄວາມຮັກຊາດ ອັນດູດດື່ມ, ມີຄວາມຫ້າວຫັນ ນຳໜ້າ ໃນການອຸທິດສະຕິປັນຍາ ແລະ ກຳລັງເຫື່ອແຮງ ຂອງຕົນ ເພື່ອ ຄວາມເປັນເອກະລາດ ແລະ ຄວາມຈະເລີນ ຮຸ່ງເຮືອງ ຂອງຊາດ, ດັ່ງ​ນັ້ນ ພັກ​ປະຊາຊົນ ປະຕິວັດ​ລາວ​ ຍາມ​ໃດ​ກໍ​ໄດ້​ເອົາ​ໃຈ​ໃສ່​ ແລະ ໃຫ້​ຄວາມ​ສຳຄັນ ຕໍ່​ຊາວໜຸ່ມ ແລະ ວຽກ​ງານ​ຊາວ​ໜຸ່ມ.

ພາບປະກອບ: ການພົບປະລະຫວ່າງຄະນະຜູ້ແທນ ຊາວໜຸ່ມຫວຽດນາມ ແລະ ຄະນະຜູ້ແທນຊາວໜຸ່ມລາວ

ຜ່ານຂະບວນວິວັດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍ່ຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາຂອງພັກ ໃນໄລຍະໃໝ່ທີ່ຜ່ານມາ ກໍ່ຄືປັດຈຸບັນຂອງປະເທດເຮົາ, ເວລາໃດ ພັກປະຊາຊົນປະຕິວັດລາວກໍ່ໄດ້ຢືນຢັນວ່າ: ຈະແມ່ນຢູ່ໃນຍຸກສະໄໝໃດ, ໄລຍະປະຫວັດສາດ​ໃດ​ກໍ່ຕາມ ລ້ວນ​ແຕ່​ມີ​ກຳລັງຊາວໜຸ່ມທີ່ມີຄວາມຟົດຟື້ນຫ້າວຫັນ, ມີມານະຈິດອັນໃຫຍ່ຫຼວງ, ມີຄວາມຮັກຊາດອັນດູດດື່ມ, ມີ​ຄວາມ​ຫ້າວຫັນ​ນຳ​ໜ້າໃນ​ການ​ອຸທິດສະຕິປັນຍາ ແລະ ກຳລັງເຫື່ອແຮງຂອງຕົນ ເພື່ອຄວາມເປັນເອກະລາດ ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງຊາດ. ຍ້ອນຊາວໜຸ່ມມີບົດບາດສຳຄັນດັ່ງກ່າວນັ້ນ, ພັກເຮົາຍາມໃດກໍ່ໄດ້ເອົາໃຈໃສ່ແລະໃຫ້​ຄວາມ​ສຳຄັນ​ຕໍ່​ຊາວ​ໜຸ່ມ ແລະ ວຽກງານຊາວໜຸ່ມ.

ຊາວໜຸ່ມລາວເຮົາມີມູນເຊື້ອການຕໍ່ສູ້ທີ່ອາດຫານ ເພື່ອປົດປ່ອຍປະເທດຊາດ, ມີບົດບາດສຳຄັນຕັດສິນຊີ້ຂາດທຸກ ຂະບວນການ, ທຸກໄຊຊະນະແຫ່ງການຕໍ່ສູ້ປະຕິວັດ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດລາວ. ນັບແຕ່ໄດ້ ສ້າງຕັ້ງຂຶ້ນ, ເວລາໃດພັກເຮົາກໍ່ເຊື່ອໝັ້ນໃນກຳລັງແຮງ, ຄວາມສາມາດ ແລະ ນ້ຳໃຈອົງອາດກ້າຫານຂອງຊາວໜຸ່ມ. ໃນພາລະກິດປົດປ່ອຍຊາດ ພັກໄດ້ຖືເອົາວຽກງານຂົນຂວາຍຈັດຕັ້ງນຳພາຊາວໜຸ່ມ ເປັນພາກສ່ວນໜຶ່ງທີ່ສຳຄັນ ໃນວຽກ ງານກໍ່ສ້າງກຳລັງປະຕິວັດປົດປ່ອຍຊາດ. ດັ່ງນັ້ນ, ພັກຈິ່ງຕົກລົງສ້າງຕັ້ງການຈັດຕັ້ງຊາວໜຸ່ມຕະລຸມບອນຂຶ້ນ (14 ເມສາ ປີ 1955). ໂດຍເຫັນໄດ້ບົດບາດສຳຄັນຂອງກຳລັງຊາວໜຸ່ມ ໃນການຕໍ່ສູ້ເພື່ອປົດປ່ອຍຊາດ, ຢູ່ໃນມະຕິຄັ້ງທີ 4 ສະໄໝ ທີ I ຂອງພັກໄດ້ກຳນົດວ່າ: “ຕ້ອງເອົາໃຈໃສ່ຂົນຂວາຍຈັດຕັ້ງຊາວໜຸ່ມ, ເອົາວຽກງານການຈັດຕັ້ງອົບຮົມຊາວໜຸ່ມ ເປັນ ວຽກງານທີ່ສຳຄັນອັນໜຶ່ງ ຈະຕ້ອງໄປກ່ອນ ທັງນີ້ກໍ່ເພື່ອກຳເອົາກຳລັງຊາວໜຸ່ມ ໃຫ້ເປັນກຳລັງຕະລຸມບອນ ຂະບວນການ ເຄື່ອນໄຫວ”. ຕໍ່ມາ ສະມາຄົມຊາວໜຸ່ມລາວຮັກຊາດ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ຈາກນັ້ນ ອົງການຈັດຕັ້ງຊາວໜຸ່ມ ຕະລຸມບອນ ແລະ ຊາວໜຸ່ມລາວຮັກຊາດ ກໍ່ໄດ້ຄຽງບ່າຄຽງໄຫຼ່ກັນເຕົ້າໂຮມ, ປຸກລະດົມກຳລັງຊາວໜຸ່ມ ໂດຍບໍ່ຈຳແນກ ຊົນເຜົ່າ, ຊັ້ນຄົນເຂົ້າຮ່ວມການຕໍ່ສູ້ກູ້ຊາດ ພ້ອມທັງແຂ່ງຂັນກັນປະຕິບັດຄຳຂວັນ “ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ, ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ” ເພື່ອປະກອບສ່ວນເຂົ້າໃນການຕໍ່ສູ້ຮັບໃຊ້ ແນວໜ້າ ແລະ ເພີ່ມພູນຜະລິດຜົນ. ດ້ວຍຄວາມເຊື່ອໝັ້ນຕໍ່ພາລະບົດບາດຂອງຊາວໜຸ່ມ, ພັກຈິ່ງມີມະຕິເຕົ້າໂຮມ ຄະນະຊາວໜຸ່ມຕະລຸມບອນ ແລະ ຄະນະຊາວໜຸ່ມລາວຮັກຊາດ ເປັນອົງການຈັດຕັ້ງດຽວ ແລະ ຕັ້ງຊື່ທີ່ຄ້າຍຄືກັບຊື່ ຂອງພັກວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ພາຍໃຕ້ການນຳພາ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ການຊີ້ນຳຢ່າງໃກ້ສິດຕິດແທດຂອງພັກ, ກຳລັງຊາວໜຸ່ມໄດ້ມີຂະບວນການຟົດຟື້ນ ແລະ ຍາດໄດ້ໄຊຊະນະສຳຄັນຫຼາຍຢ່າງ.

ຕົກມາໃນໄລຍະປັດຈຸບັນ, ປະເທດຊາດຂອງພວກເຮົາໄດ້ກ້າວເຂົ້າສູ່ເວທີສາກົນຢ່າງສະຫງ່າ, ໄດ້ຮັບການນັບຖື ຈາກບັນດາປະເທດໃນພາກພື້ນ ແລະ ສາກົນ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່າອ່ຽງໂລກາພິວັດ, ເຊື່ອມໂຍງສາກົນ ກໍ່ມີທັງໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ ເຊິ່ງມັນເປັນເງື່ອນໄຂອັນດີໃຫ້ຊາວໜຸ່ມເຮົາ ຕ້ອງໄດ້ເສີມຂະຫຍາຍຄວາມ ອາດສາມາດ, ກຳລັງວັງຊາ ແລະ ສະຕິປັນຍາຂອງໄວໜຸ່ມ ເພື່ອພິສູດຕົນເອງ, ອຸທິດເຫື່ອແຮງສະຕິປັນຍາຂອງຕົນ ເພື່ອປະເທດຊາດ. ຊາວໜຸ່ມລາວມີໜ້າທີ່ປະຫວັດສາດທີ່ໃຫຍ່ຫຼວງ, ນັ້ນແມ່ນການສືບຕໍ່ຂະຫຍາຍມູນເຊື້ອອັນສະຫງ່າ ອົງອາດ ຂອງບັນພະບູລຸດ ແລະ ກາຍເປັນກຳລັງແຮງທີ່ມີຄວາມຮູ້, ມີສີມື, ມີຄຸນສົມບັດ ແລະ ແບບແຜນດຳລົງຊີວິດ ທີ່ໂປ່ງໃສ, ມີສຸຂະພາບພະລະນາໄມທີ່ສົມບູນ ເພື່ອນຳພາຊາວໜຸ່ມລາວກ້າວໄປສູ່ຍຸກສະໄໝໃໝ່ ແຫ່ງການປະຕິວັດ ຂອງປະເທດຊາດ.

ຊາວໜຸ່ມລາວໃນປັດຈຸບັນແມ່ນກຳລັງແຮງຂອງສັງຄົມ ເຊິ່ງກວມເອົາຫຼາຍກວ່າໜຶ່ງສ່ວນສາມ ຂອງຈຳນວນ ປະຊາກອນທັງໝົດ, ເປັນກຳລັງແຮງຕົ້ນຕໍປະກອບສ່ວນເຂົ້າໃນການປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງເສດຖະກິດ - ສັງຄົມຂອງຊາດ. ພຶດຕິກຳຕົວຈິງແຫ່ງປະຫວັດສາດຂອງຊາດລາວ ໄດ້ຢັ້ງຢືນວ່າ: ຊາມໜຸ່ມລາວເປັນກຳລັງແຮງ ປະກອບສ່ວນເຂົ້າໃນການຕໍ່ສູ້ປະຕິວັດ ຕ້ານການຮຸກຮານຂອງພວກສັກດິນາ ແລະ ຈັກກະພັດລ່າເມືອງຂຶ້ນ ໂດຍຕະຫຼອດ. ມາຮອດໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຊາວໜຸ່ມລາວ ແມ່ນຮຸ່ນຄົນ ທີ່ມີບົດບາດ ແລະ ຄວາມສຳຄັນທີ່ສຸດ, ເປັນກຳລັງແຮງຕົ້ນຕໍ ປະກອບສ່ວນປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງເສດຖະກິດ - ສັງຄົມທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ - ລັດ. ດັ່ງຄຳເວົ້າທີ່ວ່າ: ຊາວໜຸ່ມ ແມ່ນກະດູກສັນຫຼັງຂອງຊາດ, ຊາວໜຸ່ມແມ່ນອະນາຄົດຂອງຊາດ, ຊາວໜຸ່ມແມ່ນແຂນຂວາຂອງພັກ.

ຊາວໜຸ່ມລາວເຮົາພວມພິສູດ ແລະ ພັດທະນາຕົນເອງ ເພື່ອໃຫ້ທຽບທັນກັບຊາວໜຸ່ມບັນດາປະເທດໃນໂລກ, ຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການ ແຫ່ງພາລະກິດສ້າງສາພັດທະນາປະເທດຊາດ, ເພື່ອເຮັດໃຫ້ປະເທດ ຫລຸດພົ້ນອອກຈາກສະພາບດ້ອຍພັດທະນາ ໃນປີ 2020 ແລະ ເພື່ອສ້າງປະຖົມປັດໄຈທີ່ໜັກແໜ້ນ ໃຫ້ແກ່ການ ຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ເມື່ອປະເທດຊາດພວກເຮົາໄດ້ກ້າວເຂົ້າສູ່ ຍຸກແຫ່ງການເຊື່ອມໂຍງ ສາກົນ ຄືໃນປັດຈຸບັນ, ຊາວໜຸ່ມພວກເຮົາກໍ່ຕ້ອງມີນ້ຳໃຈຄວາມຮັບຜິດຊອບ ແລະ ສະຕິຕື່ນຕົວສູງກວ່າເກົ່າອີກ, ມີຄວາມຕື່ນຕົວໃນການສຶກສາຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ເຊື່ອໝັ້ນຕົນເອງ, ມີຄວາມຮັບຜິດຊອບ… ເພື່ອກາຍເປັນ ແຫຼ່ງກຳລັງທີ່ມີຄຸນນະພາບ, ກາຍເປັນຜູ້ສືບທອດທີ່ຈົ່ງຮັກພັກດີ ຕໍ່ພາລະກິດປະຕິວັດຂອງພັກ ແລະ ຂອງຊາດ ໃຫ້ສົມກັບດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ກ່າວໄວ້ວ່າ: “ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ, ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ”. ເພື່ອບັນລຸໄດ້ຈຸດໝາຍດັ່ງກ່າວນັ້ນ, ຊາວໜຸ່ມພວກເຮົາຕ້ອງປະຕິບັດ ບາງໜ້າທີ່ດັ່ງນີ້:

ໜຶ່ງ, ຊາວໜຸ່ມຕ້ອງຕັ້ງໜ້າເຂົ້າຮ່ວມການສຶກສາຮ່ຳຮຽນ, ຍົກສູງລະດັບທິດສະດີການເມືອງ, ບຳລຸງອຸດົມການ ປະຕິວັດຂອງພັກ, ຂອງຊາດ. ເພາະສະພາບການພາຍໃນປະເທດ ແລະ ສາກົນພວມສົ່ງຜົນກະທົບຢ່າງຮອບດ້ານ ຕໍ່ຊາວໜຸ່ມພວກເຮົາ ດັ່ງນັ້ນ ຊາວໜຸ່ມຈຶ່ງຕ້ອງມີການຝຶກຝົນຫຼໍ່ຫຼອມ ເພື່ອໃຫ້ມີອຸດົມການຫຼັກໝັ້ນ, ມີນ້ຳໃຈຮັກຫອມປະ ເທດຊາດ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ຕໍ່ພາລະກິດສ້າງສາພັດທະນາປະເທດຊາດ ຕາມທິດ ສັງຄົມນິຍົມ, ມີຄຸນສົມບັດແລະແບບແຜນດຳລົງຊີວິດປອດໃສ, ຕັ້ງໜ້າເຂົ້າຮ່ວມໃນການຕໍ່ສູ້ປົກປ້ອງພັກ - ລັດ ແລະ ປົກປ້ອງແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ຕໍ່ສູ້ຕ້ານກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຂອງອິດທິກຳລັງ ສັດຕູ, ຕ້ານປະກົດການຫຍໍ້ທໍ້, ໄພສັງຄົມ ແລະ ການສໍ້ລາດບັງຫຼວງ…

ສອງ, ຊາວໜຸ່ມຕ້ອງຕັ້ງໜ້າສຶກສາຮ່ຳຮຽນ ແລະ ສຶກສາຮ່ຳຮຽນດ້ວຍຕົນເອງເພື່ອຍົກສູງລະດັບວັດທະນະທຳ, ວິຊາສະເພາະ, ວິທະຍາສາດ, ເຕັກນິກ ແລະ ສີມືອາຊີບ. ເພາະໃນຍຸກແຫ່ງການພັດທະນາເສດຖະກິດສັງຄົມ ຂອງປະເທດ ແລະ ການເຊື່ອມໂຍງສາກົນ, ຊາວໜຸ່ມພວກເຮົາຕ້ອງຍົກສູງລະດັບການສຶກສາ, ສີມືອາຊີບ, ພັດທະນາ ຄວາມອາດສາມາດຂອງຕົນ ເພື່ອປັບຕົວໃຫ້ເຂົ້າກັບຕະຫຼາດແຮງງານພາຍໃນປະເທດ ແລະ ຕະຫຼາດແຮງງານສາກົນ.

ສາມ, ຊາວໜຸ່ມຕ້ອງຕັ້ງໜ້າເຂົ້າຮ່ວມການກໍ່ສ້າງພັກ - ລັດ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງ ມະຫາຊົນ. ຊາວໜຸ່ມຕ້ອງຕັ້ງໜ້າເຂົ້າຮ່ວມການປົກປ້ອງ ແລະ ກໍ່ສ້າງລະບົບການເມືອງ ແຕ່ລະຂັ້ນໃຫ້ເຂັ້ມແຂງ ແລະ ເຂົ້າຮ່ວມການກໍ່ສ້າງກ້ອນກຳລັງມະຫາສາມັກຄີແຫ່ງຊາດທີ່ແໜ້ນແກ່ນ. ຊາວໜຸ່ມຕ້ອງສະໝັກໃຈ, ຕື່ນຕົວເຂົ້າຮ່ວມ ບັນດາສະມາຄົມຕ່າງໆ ຂອງຊາວໜຸ່ມ, ສູ້ຊົນເພື່ອໃຫ້ກາຍເປັນສະມາ ຊິກຊາວໜຸ່ມ, ສະມາຊິກພັກ ແລະ ສະມາຊິກ ຂອງບັນດາອົງການຈັດຕັ້ງມະຫາຊົນ.

ສີ່, ຊາວໜຸ່ມຕ້ອງຕັ້ງໜ້າເຂົ້າຮ່ວມໃນການກໍ່ສ້າງສະພາບແວດລ້ອມສັງຄົມທີ່ປອດໃສ ແລະ ຮັກສາສະພາບ ແວດລ້ອມທຳມະຊາດ; ຕັ້ງໜ້າເຂົ້າຮ່ວມຂະບວນການຕ້ານ, ສະກັດກັ້ນມົນລະຜິດ, ສະພາບແວດ ລ້ອມເຊື່ອມໂຊມ ແລະ ຮັບມືກັບສະພາບປ່ຽນແປງຂອງອາກາດໃນທົ່ວໂລກ.

ຫ້າ, ຊາວໜຸ່ມຕ້ອງຕະລຸມບອນ, ນຳໜ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມ, ຮັບປະກັນວຽກງານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ຕັ້ງໜ້າເຂົ້າຮ່ວມບັນດາແຜນການ, ແຜນງານຂອງທ້ອງຖິ່ນ, ສະໝັກໃຈ, ຕື່ນຕົວເຂົ້າຮ່ວມໃນການຈັດຕັ້ງປະຕິບັດພັນທະການທະຫານ, ເຂົ້າຮ່ວມການເຄື່ອນ​ໄຫວ​ປ້ອງ​ກັນຊາ​ດ ແລະ ຮັກສາ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພສັງຄົມ.

ຫົກ, ຊາວໜຸ່ມຕ້ອງເປັນເຈົ້າການເຂົ້າຮ່ວມຂະບວນວິວັດແຫ່ງການເຊື່ອມໂຍງສາກົນ, ເຂົ້າຮ່ວມການ​ແກ້​ໄຂ​ບັນດາບັນຫາກວມໂລກ, ເຂົ້າຮ່ວມໃນວຽກງານການຕ່າງປະເທດ ເພື່ອພາປະເທດຊາດກ້າວໄປສູ່ເວທີສາກົນ, ແນະນຳ ກ່ຽວກັບມູນເຊື້ອອັນດີງາມ ຂອງປະຊາຊົນບັນດາເຜົ່າ, ເຜີຍແຜ່ສີສັນວັດທະນະທຳທີ່ເປັນ​ເອກະລັກ​ຊາດ​ຕໍ່​ກັບ​ເພື່ອນ​ມິດ​ຕ່າງແດນ…, ເປັນເຈົ້າການເຂົ້າຮ່ວມຢ່າງມີປະສິດທິຜົນ ໃນການແກ້ໄຂບັນຫາກວມໂລກ ເຊັ່ນ: ຮັກສາສັນຕິພາບ, ຕ້ານຢັນໄພສັງຄົມ, ຕ້ານການກໍ່ການຮ້າຍ, ຮັກສາສິ່ງແວດລ້ອມ, ຕ້ານ ແລະ ສະກັດກັ້ນກັບບັນດາພະຍາດລະບາດ, ຫັນສູ່ການພັດທະນາທີ່ປອດໃສ, ຂາວສະອາດ, ປະກອບສ່ວນຢ່າງໃຫຍ່ຫຼວງ ໃຫ້ແກ່ການພັດທະນາ, ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ປະເທດຊາດບ້ານເມືອງ.

ບົນບາດກ້າວເດີນອັນສະຫງ່າອົງອາດ, ພາຍໃຕ້ການນຳພາຂອງພັກ ແລະ ມູນເຊື້ອປະຕິວັດຂອງປະຊາ​ຊົນ​ບັນດາເຜົ່າ ເຊິ່ງເວລາໃດກໍ່ເປັນເຂັມຊີ້ທິດເຍືອງທາງຕະຫຼອດເສັ້ນທາງປະຕິວັດຂອງປະເທດເຮົາ. ມາໃນຍຸກສະໄໝໃໝ່, ຊາວໜຸ່ມໃນປັດຈຸບັນນີ້ຕ້ອງອອກແຮງເພື່ອສ້າງສາ, ພັດທະນາປະເທດຊາດ, ເຮັດໃຫ້ປະເທດຫລຸດພົ້ນອອກຈາກ ສະພາບດ້ອຍພັດທະນາ ແລະ ສ້າງປະຖົມປັດໄຈເພື່ອກ້າວສູ່ພາລະກິດຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ຈຸດໝາຍດັ່ງກ່າວໄດ້ ແລະ ພວມກຳນົດຄວາມຮຽກຮ້ອງຕ້ອງການ, ຄວາມຮັບຜິດຊອບອັນສູງສົ່ງ ຕໍ່ກັບຮຸ່ນຄົນໜຸ່ມນ້ອຍ ພວກເຮົາ. ເພື່ອປະຕິບັດສຳເລັດຜົນພາລະກຳປະຫວັດສາດທີ່ມີກຽດສະຫງ່າດັ່ງກ່າວນີ້, ຊາວໜຸ່ມພວກເຮົາຕ້ອງຕັ້ງໜ້າ ສຶກສາຮ່ຳຮຽນຈົນກາຍເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກຫອມຄຸນຄ່າ ປະຫວັດສາດ ແລະ ມູນເຊື້ອອັນດີງາມຂອງຊາດ. ຊາວໜຸ່ມພວກເຮົາຕ້ອງສູ້ຊົນຝຶກຝົນຫຼໍ່ຫຼອມ ເພື່ອໃຫ້ກາຍເປັນ ຜູ້ທີ່ມີຄຸນສົມບັດ ສິນທຳປະຕິວັດ, ມີແບບແຜນດຳລົງຊີວິດທີ່ປອດໃສ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງຊາດ, ສີສັນວັດທະນະທຳທີ່ເປັນເອກະລາດ, ຮູ້ສຶກສາຮ່ຳຮຽນເອົາສິ່ງຍອດຍິ່ງ ຈາກວັດທະນະທຳໃນໂລກ, ມີມານະອົດທົນ, ມີນ້ຳໃຈສາມັກຄີ, ມີຫົວຄິດປະດິດສ້າງ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ຂອງພາລະກິດປະຕິວັດໃນໄລຍະໃໝ່ຂອງຊາດ.