ຕົວແບບ “ລັດທິສັງຄົມນິຍົມສະຕະວັດທີ XXI” ຢູ່ອາເມລິກາລາຕີນ ໃນປັດຈຸບັນ

ຂຽນໂດຍ: ຮສ.ດຣ ຫງວຽນ ທີ້ ເກວ໋ ສະຖາບັນກາເມືອງ - ການປົກຄອງແຫ່ງຊາດ ໂຮ່ຈີມິນ
00:00, 03-10-2013
     ວ.ກ.ອອກ​ນ​ໄລ - ​ແຕ່​ຕົ້ນ​ທົດ​ສະ​ວັດທີ 9 ສະຕະວັດ​ທີ XX, ຢູ່​ອາ​ເມ​ລິ​ກາ​ລາຕີ​ນ ​ໄດ້​ປະກົດ​ມີ​ທ່າ​ອຽງ​ອຽງ​ຊ້າຍ ​ແລະ ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ແຂ​ງ​ແຮງ. ຮອດ​ຕົ້ນ​ສະຕະວັດ​ທີ XXI, ທ່າອຽງ​ນີ້​ໄດ້​ກາຍ​ເປັນ​ຂະ​ບວນການ​ການ​ເມືອງ​ທີ່​ແທ້​ຈີ​ງ ທີ່​ມີ​ສຽງ​ດັງ​ກ້ອງ​ກັງວານ​ຢູ່​ໃນ​ພາກ​ພື້ນ ​ແລະ ​ໃນ​​ໂລກ. ດຽວ​ນີ້, ຢູ່​ອາ​ເມ​ລິ​ກາ​ລາ​ຕີນ​ມີ 4 ປະ​ເທດ​ໄດ້​ເລືອກ​ເອົາ​ເສັ້ນທາງ​ກໍ່ສ້າງ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI” ຄື ປະ​ເທດ​ເວ​ເນ​ຊູ​ເອລາ, ​ໂບລີ​ເວ​ຍ, ​ເອກ​ວາ​ດໍ ​ແລະ ນີກາຣາກວາ.

ບັນດາທ່ານຜູ້ນຳອາເມລິກາລາຕີນ ທີ່ກອງປະຊຸມຂັ້ນສຸດຍອດ ສຳພັນທະພາບ ໂບລີເວຍ ໃຫ້ແກ່ທະວີບອາເມລິກາ (ALBA). ພາບ:AP

“ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI” ​ແລະ ບັນດາ​ຈຸ​ດພິ​ເສດ​ພື້ນຖານ ​ຂອງ​ຕົວ​ແບບ​ນີ້

ຂະ​ບວນວິວັດ​ແຫ່ງ​ການ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ

ທາງ​ດ້ານ​ພາວະ​ວິ​ໄສ, ສະພາບ​ການ​ເສດຖະກິດ ​ແລະ ສັງຄົມ​ຢູ່​ໃນ​ພາກ​ພື້ນ ​ໄດ້​ສ້າງ​ໂອກາດ​ອັນ​ສະດວກ​ດີ​ໃຫ້​ຂະ​ບວນການ​ຂະຫຍາຍຕົວ. ອາ​ເມ​ລິ​ກາ​ລາຕີ​ນ​ແມ່ນ​ແຜ່ນດິນ​ຂອງ​ຂະ​ບວນການ​ປົດ​ປ່ອຍ​ຊາດ, ຂອງ​ບັນດາ​ແວ່​ນ​ແຍ​ງ​ແຫ່ງ​ການ​ຕໍ່ສູ້ຢ່າງ​ພິລະ​ອາດ​ຫານ ຕ້ານ​ການ​ກົດ​ຂີ່​ຂົ່ມ​ເຫັງ ການ​ຂູດ​ຮີດຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ທັງ​ເກົ່າ​ແລະ​ໃໝ່, ​ເຊັ່ນ​ວີລະ​ບຸລຸດ ຊີ​ມົນ ​ໂບລີ​ວາ, ​ໂຮ​ເຊ ມາກ​ຕີ, ​ເຈ ​ເກ​ວາຣາ, ຟີ​ແດນ ກາສະ​ໂຕຼ... ​ໂດຍ​ສືບ​ຕໍ່​ມູນ​ເຊື້ອ​ດັ່ງ​ກ່າວ, ທ່ານ​ ຮູ​ໂກ ຈາ​ແວັດ ອະດີດ​ປະທານາທິບໍດີ​ປະ​ເທດເວ​ເນ​ຊູ​ເອລາ, ​ໃນ​ປີ 1993, ​ທ່ານ​ເປັນ​ນາຍ​ທະຫານ​ໜຸ່ມ ທີ່​ເຂົ້າ​ຮ່ວມ​ຂະບວນການ​ປະຕິວັດ “EB-200”(1) ​ແນ​ໃສ່​ປ່ຽນ​ແປງ​ສະພາບ​ການ​ປັດຈຸບັນ​ຂອງ​ປະ​ເທດ, ອົງການ​ຈັດ​ຕັ້ງ​ນີ້​ໄດ້​ກຳນົດ​ແນວທາງ​ຂອງ​ຕົນ​ດັ່ງ​ນີ້: “ພວກ​ຂ້າພະ​ເຈົ້າ​ເອີ້ນ​ຂະ​ບວນການ​ນີ້​ແມ່ນ​ການ​ປະຕິວັດ ​ໂບລີ​ວາ ຍ້ອນ​ວ່າ ທາງ​ດ້ານ​ຈຸດໝາຍທີ່​ພວກ​ຂ້າພະ​ເຈົ້າ​ຕັ້ງ​ໝັ້ນ​ແມ່ນ​ດຳ​ເນີນ​ການ​ປະຕິວັດ​ໜຶ່ງ ຊຶ່ງ​ເປັນ​ການດັດ​ປ່ຽນການ​ເມືອງ ສັງຄົມ ​ເສດຖະກິດ ​ແລະ ວັດທະນະທຳ ອີງ​ບົນ​ຮາກ​ຖານ​ແນວ​ຄິດ​ຂອງ ຊີ​ມົນ ​ໂບລີ​ວາ”. ພາຍຫຼັງ​ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ (ເດືອນ​ກຸມພາ 1999), ທ່ານ ຮ.ຈາ​ແວັດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ບັນດາ​ຈຸດໝາຍ​ຂອງ​ການ​ປະຕິວັດ ​ໂບລີ​ວາ ຄື: ຕໍ່ສູ້​ຍາດ​ເອົາ​ສິດ​ຕັດສິນ​ດ້ວຍ​ຕົນ​ເອງ, ປົກ​ປັກ​ຮັກສາ​ເອກະລາດ, ອະ​ທິປະ​ໄຕ​ແຫ່​ງຊາດ, ​ເສລີພາບ, ປະຊາທິປະ​ໄຕ; ຮັບປະກັນ​ການ​ເຂົ້າ​ຮ່ວມ​ຂອງ​ປວງ​ຊົນ ​ເຂົ້າ​ໃນ​ຂະ​ບວນການ​ປະຕິວັດ​ໂດຍ​ຜ່ານ​ບັນດາການ​ເລືອກ​ຕັ້ງ, ການ​ເອົາ​ຄວາມ​ເຫັນ​ຂອງ​ປະ​ຂາ​ຂົນ ​ແລະ ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ກວ້າງຂວາງ​ອື່ນ; ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເປັນ​ເຈົ້າ​ຕົນ​ເອງ, ​ເຊີດ​ຊູ​ຄຸນສົມບັດ​ຮັບ​ໃຊ້​ປະຊາຊົນ, ​ແບ່ງປັນ​ແຫຼ່ງລາຍ​ໄດ້​ຈາກ​ນ້ຳມັນ​ຢ່າງ​ສະ​ເໝີ​ພາບ (ນ້ຳມັນ​ແມ່ນ​ແຫຼ່ງລາຍ​ຮັບ​ຕົ້ນຕໍ​ຂອງປະ​ເທດເວ​ເນ​ຊູ​ເອລາ), ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ຄວາມທຸກ​ຍາກ; ສາມັກຄີ ​ແລະ ຮ່ວມ​ເປັນ​ເອກະ​ພາບ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ. ​ໂດຍສືບ​ຕໍ່​ຂະຫຍາຍ​ແນວ​ຄິດ​ຂອງ ​ໂບລີ​ວາ ຂຶ້ນ​ຕື່ມ​ອີກ​ລະດັບ​ໜຶ່ງ, ທ່ານ​ປະທານາທິບໍດີ ຮ.ຈາ​ແວັດ ​ໄດ້​ຫັນປ່ຽນ “ການ​ປະຕິວັດ ​ໂບລີ​ວາ” ​ເປັນ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI”. ມາ​ເຖິງ​ປັດຈຸບັນ​ນີ້, ຕົວ​ແບບ ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI ທີ່​ທ່ານ​ປະທານາທິບໍດີ ຮ.ຈາ​ແວັດ ລິ​ເລິ່ມນັ້ນ ​ໄດ້​ຮັບ​ການ​ປະຕິບັດ​ຢູ່ ເວ​ເນ​ຊູ​ເອລາ ​ແລະ ພວມ​ໄດ້ຜັນ​ຂະຫຍາຍ​ໃນ​ລະດັບ​ທີ່​ຕ່າງ​ກັນ​ຢູ່ ​ໂບລີ​ເວ​ຍ, ນີກາຣາກວາ ​ແລະ ​ເອກ​ວາ​ດໍ.

ບັນດາ​ເນື້ອ​ໃນ​ອັນ​ພື້ນຖານ​ຂອງ​ຕົວ​ແບບ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI”

ປີ 2005, ພາຍຫຼັງ 6 ປີ​ແຫ່ງ​ການ​ກຳ​ອຳນາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ສັບສົນ​ ຍ້ອນ​ຕ້ອງ​ຕໍ່ສູ້​ຕ້ານ​ການ​ບຸກ​ໂຈມ​ຕີ​ຈາກ​ທຸກທິດ ທຸກ​ຮູບ​ການ​ແລະ​ກົນອຸບາຍ​ ຂອງ​ລັດທິ​ຈັກກະພັດ, ທ່ານ​ປະທານາທິບໍດີ ຮ.ຈາ​ແວັດ ​ໄດ້​ຖອດ​ຖອນ​ຂໍ້​ສະຫລຸບ​ອອກ​ມາ: “ມີ​ພຽງ​ແຕ່ລັດທິສັງຄົມ​ນິຍົມ​ເທົ່າ​ນັ້ນ ຈຶ່ງ​ສາມາດ​ນຳ​ເອົາ​ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ​ມາ​ໄດ້ ​ແລະ ຈຶ່ງລົບ​ລ້າງ​ຄວາມທຸກ​ຍາກ​ໄດ້”. ວັນ​ທີ 3 ທັນວາ 2006, ​ໃນ​ທັນທີ​ພາຍຫຼັງ​ທີ່​​​ໄດ້ຖືກ​ເລືອກ​ຕັ້ງ​ຄືນ​ໃໝ່, ທ່ານ​ປະທາ​ນາທິບໍດີ ຮ.ຈາ​ແວັດ ຢືນຢັນ​ຄືນ​ໃໝ່​ວ່າ “ເວ​ເນ​ຊູ​ເອລາ ຈະ​ສືບ​ຕໍ່​ເສັ້ນທາງກ້າວຂຶ້ນ​ສູ່ ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI.

ບົນ​ພື້ນ​ຖານ​ຄຳ​ຖະ​ແຫຼ​ງຕ່າງໆ​ ຂອງປະທານາທິບໍດີ ຮ.ຈາ​ແວັດ, ບັນດາ​ເອກະສານ​ເປັນ​ທາງ​ການ​ຂອງ​ລັດເວ​ເນ​ຊູ​ເອລາ, ຂອງພັກຂະ​ບວນການ​ພື້ນຖານ​ສາທາລະນະ​ລັດ​ທີ​ຫ້າ​​ເວ​ເນ​ຊູ​ເອລາ (MVR), ຂອງພັກ​ສັງຄົມ​ນິຍົມ​ເອກະ​ພາບ​ເວ​ເນ​ຊູ​ເອລາ (PSUV), ບັນດາ​ໝາກຜົນ​​ການ​ຄົ້ນຄວ້າຂອງ​ນັກຮຽນ​ຮູ້​ຢູ່​ໃນ ​ແລະ ນອກ​ປະ​ເທດ​ເວ​ເນ​ຊູ​ເອລາ, ອາດ​ສາມາດ​ເຫັນ​ໄດ້​ວ່າ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI” ຢູ່ເວ​ເນ​ຊູ​ເອລາປະກອບ​ດ້ວຍ​ເນື້ອ​ໃນ​ຕ່າງໆ​ລຸ່ມ​ນີ້:

ທາງ​ດ້ານ​ການ​ເມືອງ: ຄວາມ​ເຫັນ​ລວ​ມ​ໃຫ້​ທັດສະນະ​ວ່າ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI” ຂອງທ່ານ​ປະທານາທິບໍດີ ຮ.ຈາ​ແວັດ ຫາ​ກໍ​ເປັນຄວາມ​ນຶກຄິດ​ເບື້ອງ​ຕົ້ນ, ຍັງ​ບໍ່​ທັນ​ຈະ​ແຈ້ງ, ມີ​ການ​ສົມທົບ​ລະຫວ່າງ​ແນວ​ຄິດ​ກ້າວໜ້າ​ຂອງ​ໂບ​ລີ​ວາ ກັບ​ລັດທິ​ມາກ-​ເລ​ນິນ ​ແລະ ສ່ວນ​ໜຶ່ງ​ໃນ​ແນວ​ຄິດ​ມະນຸດສະທຳ​ຂອງ​ສາສະໜາ​ຄຣິດ, ບົນ​ພື້ນຖານ​ບັນດາ​ຈຸດ​ພິ​ເສດສະ​ເພາະ​ຂອງເວ​ເນ​ຊູ​ເອລາ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ. “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI” ​ແມ່ນ​ລັດທິ​ສັງຄົມ​ນິຍົມ​ມະນຸດສະທຳ, ​ເພື່ອ​ສິດທິ​ມະນຸດ, ປະຕິບັດ​ລະບອບ​ການ​ເມືອງ​ຫຼາຍ​ພັກ ປະຊາທິປະ​ໄຕ ​ເສລີພາບ, ​ແຕ່​ພ້ອມ​ກັນ​ນັ້ນ​ກໍມີ​ເຄື່ອງມື​ແຂງ​ແຮງ​ພຽງພໍ​ ເພື່ອປາບ​ປາມ​ບັນດາ​ກຳລັງ​ຝືນ​ປະຕິວັດ. ທ່ານ​ປະທານາທິບໍດີ ຮ.ຈາ​ແວັດ ຍາມ​ໃດ​ກໍ​ເນັ້ນ​ໜັກ​ເຖິງ​ແນວ​ຄິດ “ປະຊາທິປະ​ໄຕ​ໃນ​ການ​ເຂົ້າ​ຮ່ວມ” ​ແລະ “ອຳນາດ​ການ​ປົກຄອງຂອງ​ປະຊາຊົນ”, ຕາມ​ນັ້ນ, ປະຊາຊົນ​ມີ​ຄວາມ​ຮັບຜິດຊອບ​ ພ້ອມ​ກັນ​ເຂົ້າ​ຮ່ວມ​ການແກ້​ໄຂຊາຕາກຳ​ຂອງ​ປະ​ເທດ​ຊາ​ດ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ລັດ​ອຳນາດກົດໝາຍ, ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ, ກໍ່ສ້າງ​ຕົວ​ແບບ​ສັງຄົມ​ໃໝ່ ​ຊຶ່ງ​ໃນ​ນັ້ນປະຊາຊົນ​ທຸກ​ຄົນ​ລ້ວມ​ແຕ່​ມີ​ທີ່​ຕັ້ງ ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກ​ວ່າ​ຕົນ​ເປັນ​ມະນຸດ.

ທາງ​ດ້ານ​ເສດຖະກິດ: “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI” ອີງ​ໃສ່​ຕົວ​ແບບ​ເສດຖະກິດ​ຫຼາຍ​ພາກສ່ວນ, ​ໃນ​ນັ້ນ​ເສດຖະກິດ​ຂອງລັດຖື​ບົດບາດ​ເປັນ​ເຈົ້າພາ​ທາງ ​ແລະ ພ້ອມ​ກັນ​ນັ້ນ​ກໍ່​ເປັນ​ກຳລັງ​ວັດຖຸ​ສຳຄັນ ​ແລະ ​ເປັນ​ເຄື່ອງມື​ເພື່ອ​ໃຫ້​ລັດ​ກຳນົດ​ທິດ​ແລະ​ດັດສົມ​ເສດຖະກິດ​ມະຫາ​ພາກ; ​ເນັ້ນ​ໜັກ​ເຖິງ​ການ​ຍາດ​ເອົາ​ອຳນາດ​ອະທິປະ​ໄຕ​ແຫ່ງ​ຊາດ - ຂອງ​ປະ​ເທດ ຕໍ່​ກັບ​ຊັບພະຍາກອນ​ມຳມະ​ຊາດ, ພິ​ເສດ​ແມ່ນ​ບໍ່ນ້ຳມັນ, ​ແຫຼ່ງນ້ຳ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳລົງ​ຊີວິດ ​ແລະ ຫັນ​ໄປ​ສູ່​ພື້ນຖານ​ເສດຖະກິດ​ມີ​ແຜນການ. ປັດຈຸບັນ, ເວ​ເນ​ຊູ​ເອລາ ​ແລະ ບາງ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ​ເຊີດ​ຊູ​ຄັນ​ທຸງ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI” ​ເພື່ອ​ຂະ​ຫຍາ​ຍກຳລັງ​ການ​ຜະລິດ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ.

ທາງ​ດ້ານ​ສັງຄົມ: ປະຕິບັດ​ແຜນ​ນະ​ໂຍບາຍ​ແບ່ງປັນ​ຊັບ​ສິນ​ສັງຄົມ​ຢ່າງ​ສະ​ເໝີ​ພາບ ​ເພື່ອ​ແກ້​ໄຂ​ສະພາບ​ການ​ໄຮ້​ຍຸດຕິ​ທຳ ​ແລະ ການ​ຜັນ​ແຍກ​ສັງຄົມ, ຄວາມທຸກ​ຍາກ, ບໍ່​ມີ​ວຽກ​ເຮັດ​ງານ​ທຳ, ຂາດ​ເຮືອນ​ຢູ່, ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ໄປ​ໂຮງຮຽນ ​ໄດ້​ຊົມ​ໃຊ້​ການ​ບໍລິການ​ສາທາລະນະ​ສຸກ ສັງຄົມ, ​ໄດ້​ອຸທິດ​ເຫື່ອ​ແຮງ ​ແລະ ​ໄດ້​ຮັບ​ການ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ​ແລະຈິດ​ໃຈ.

ດ້ານ​ການ​ພົວພັນຕ່າງປະ​ເທດ: ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ເປັນ​ເອກະລາດ ​ເປັນ​​ເຈົ້າ​ຕົນ​ເອງ, ຕ້ານ​ຈັກກະພັດ, ຊຸກຍູ້​ກຸ່ມ​ກ້ອນ​ສາມັກຄີອາ​ເມ​ລິ​ກາ​ລາຕີ​ນ ​ແລະ ການ​ພົວພັນ​ມິດຕະພາບ​ກັບ​ທຸກໆ​ປະ​ເທດ; ​ເອົາ​ການ​ຮ່ວມ​ມື​ປ່ຽນ​ແທນ​ໃຫ້​ແກ່​ການ​ແກ່ງ​ແຍ້​ງ; ​ເອົາ​ການ​ເຊື່ອ​ມຍົງ​ເຂົ້າກັນ​ ປ່ຽນ​ແທນ​ໃຫ້​ແກ່​ການ​ຂູດ​ຮີດ; ຕໍ່ສູ້​ເພື່ອ​ໃຫ້​ໂລກ​ມີພະຫຸ​ຂົ້ວ ມີປະຊາທິປະ​ໄຕ.

ຕອບ​ຄຳ​ສຳພາດ​ຂອງ​ທ່ານ ມາ​ນູ​ແອນ ກາ​ບີ​ແຊດ (Manuel Cabieses) ຜູ້ອຳນວຍການ​ວາລະສານ Punto Final ວັນ​ທີ 19 ສິງຫາ 2005, ທ່ານ​ປະທານາທິບໍດີ ຮ.ຈາ​ແວັດ ​ເວົ້າ​ວ່າ: “​ໃນ​ແນວທາງ​ການ​ເມືອງ, ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ຕັດສິນ​ຂອງລັດທິສັງຄົມ​ນິຍົມສະຕະວັດ​ທີ XXI ​ແມ່ນ​ລະບອບ​ປະຊາທິປະ​ໄຕ​ເຂົ້າ​ຮ່ວມ; ​ແມ່ນ​ອຳນາດ​ການ​ປົກຄອງຂອງ​ປະຊາຊົນ. ​ຕ້ອງ​ເຕົ້າ​ໂຮມ​ອຳນາດ​ເຂົ້າ​ໃນ​ກຳມື​ປະຊາຊົນ; ພັກ​ຕ້ອງ​ປະຕິບັດ​ຕາມ​ປະຊາຊົນ ຫານ​ບໍ່​ແມ່ນ​ກົງກັນຂ້າມ”.

ຈັ່ງ​ຊັ້ນ ລະບອບ​ປະຊາທິປະ​ໄຕ​ເຂົ້າ​ຮ່ວມ​ຢູ່ເວ​ເນ​ຊູ​ເອລາ ​ແມ່ນ​ຫຍັງ? ຕາມ​ລັດຖະທຳ​ມະນູນເວ​ເນ​ຊູ​ເອລາ, ປະຊາທິປະ​ໄຕ​ເຂົ້າ​ຮ່ວມ ​ແມ່​ນລະບອບ​ປະຊາທິປະ​ໄຕ ຊຶ່ງ​ໃນ​ນັ້ນພົນລະ​ເມືອງ​ເປັນ​ເຈົ້າພາບ​ທີ່​ຕັ້ງໜ້າ ​ແລະ ສຳຄັນ​ກວ່າ​ໝູ່ ​ໃນ​ການ​ຕັດສິນ​ຊາຕາກຳ​ຂອງ​ປະ​ເທດ​ຊາດ ຮັບປະກັນ​ການ​ເຄື່ອນ​ໄຫວ​ຂອງບັນດາອົງການ​ລັດຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ; ​ແມ່ນ​ຮູບ​ການ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ລັດ ​ແລະ ພົນລະ​ເມືອງ; ​ແມ່ນ​ຕົວ​ແບບ​ອັນ​ໜຶ່ງ​ຊຶ່ງ​ຢູ່​ນັ້ນ ປະຊາທິປະ​ໄຕ​ຂອງ​ບັນດາ​ພັກ​ຝ່າຍການ​ເມືອງ ​ຖືກ​ປ່ຽນ​ແທນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ​ທີ່​ສຸດ​ຂອງ​ພົນລະ​ເມືອງ ​ເຂົ້າ​ໃນ​ການ​ຕັດສິນ​ຕົກລົງ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ.

​ໃນ​ພາກ​ຕົວ​ຈິງ, ປັດຈຸບັນ​ຢູ່​ເວ​ເນ​ຊູ​ເອລາ ຍັງ​ມີ​ສອງ​ປະ​ເພດ​ປະຊາທິປະ​ໄຕ​ຄົງ​ຕົວ​ຢູ່​ຄູ່​ຄຽງກັນ ນັ້ນ​ຄື​ປະຊາທິປະ​ໄຕ​ແບບ​ຕົວ​ແທນ ​ແລະ ປະຊາ​ທິປະ​ໄຕ​ແບບ​ເຂົ້າ​ຮ່ວມ. ປະຊາທິປະ​ໄຕ​ແບບ​ຕົວ​ແທນຍັງ​ສືບ​ຕໍ່ຖື​ບົດບາດ​ສຳຄັນ​ຢູ່, ​ໃນ​ເວລາ​ນັ້ນ ປະຊາ​ທິປະ​ໄຕ​ແບບ​ເຂົ້າ​ຮ່ວມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຊຸກຍູ້ ​ແລະ ມີ​ທີ່​ຕັ້ງ​ໃນ​ຊີວິດ​ສັງຄົມ​ຂອງ​ປະ​ເທດ. ປະຊາ​ທິປະ​ໄຕ​ແບບ​ເຂົ້າ​ຮ່ວມ ​ເພີ່ມ​ເຕີມ​ໃຫ້​ແກ່ປະຊາທິປະ​ໄຕ​ແບບ​ຕົວ​ແທນ ​ແລະ ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຂອງປະຊາທິປະ​ໄຕ​ແບບຕົວ​ແທນມີ​ປະສິດທິ​ຜົນ​ກວ່າ ​ໂດຍ​ຜ່ານ​ຫຼາຍ​ລະບຽບ​ການ​ໃໝ່​ ທີ່​ອະນຸຍາດ​​ໃຫ້​ປະຊາຊົນມີ​ຄວາມ​ສາມາດ​ເຂົ້າ​ຮ່ວມ​ການ​ຕັດສິນ​ຕົກລົງ​ທີ່​ສຳຄັນຂອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ​ສາມາດ​ກວດກາ ຕິດຕາມ​ກວດກາ​ນການ​ເຄື່ອນ​ໄຫວ​ຂອງບັນດາ​ອົງການ​ອຳນາດ​ລັດ. ມີ​ຫຼາຍ​ຮູບ​ການປະຊາ​ທິປະ​ໄຕ​ແບບ​ເຂົ້າ​ຮ່ວມ ​ໄດ້​ຖືກ​ນຳ​ໃຊ້ ​ແລະ ​ໄດ້​ຮັບໝາກຜົນອັນ​ຕັ້ງໜ້າ​ໃນ​ເບື້ອງ​ຕົ້ນ.

​ໃນ​ພາກ​ຕົວ​ຈິງ, “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI” ຂອງເວ​ເນ​ຊູ​ເອລາ ​ເຖິງ​ວ່າ​ຫາ​ກໍ່​ຢູ່​ໃນ​ໄລຍະ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ກໍຕາມ ແຕ່ມັນກໍ່ໄດ້ມີແຮງດຶງດູດໃຫຍ່ຫຼວງ ເໝືອນດັ່ງຄວາມມຸ່ງຫວັງ, ຄືດັ່ງວິທີແກ້ໜຶ່ງທີ່ສາມາດປ່ຽນແທນ​ໃຫ້​ແກ່​ລັດທິ​ເສລີ​ໃໝ່ ຊຶ່ງ​ເປັນ​ລັດທິ​ທີ່​ພວມ​ຖືກ​ປະຊາຊົນ​ສ່ວນ​ຫຼາຍ​ໃນ​ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາຕີ​ນຂວ້ຳ​ບາດ. ບັນດາ​ຜົນສຳ​ເລັດ​ເບື້ອ​ງຕົ້ນຂອງເວ​ເນ​ຊູ​ເອລາ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ສັງຄົມ ​ພວນ​ເປັນ​ແວ່ນ​ແຍງ ​ແລະ ​ເປັນ​ການປຸກລະດົມກຳລັງ​ໃຈ​ອັນ​ໃຫຍ່​ຫຼວງ ຕໍ່​ບັນດາ​ຂະ​ບວນການ​ຝ່າຍ​ຊ້າຍ​ອື່ນ​ຢູ່​ອາ​ເມ​ລິ​ກາ​ລາຕີ​ນ. ມີ​ຫຼາຍ​ລັດຖະບານ​ຝ່າຍ​ຊ້າຍ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ ຍ້ອນ​ໄດ້​ຍົກ​ສູງ​ຄັນ​ທຸງ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI”. ນັ້ນ​ແມ່ນ​ກໍລະນີ ​ລັດຖະບານຂອງ​ປະທານາທິບໍດີ ​ເອ​ໂວ ​ໂມຣາ​ແລັດ ຢູ່​ປະ​ເທດ​ໂບລີ​ເວ​ຍ, ລັດຖະບານ​ຂອງ​ປະທານາທິບໍດີ ຣາຟາ​ແອນ ​ໂກ​ເຣອາ ຢູ່​ປະ​ເທດ​ເອກ​ວາ​ດໍ, ລັດຖະບານ​ຂອງ​ປະທານາທິບໍດີ ດາ​ນີ​ແອນ ອອັກ​ເຕກາ ຢູ່​ປະ​ເທດ​ນີກາຣາກວາ (ພາຍຫຼັງ 16 ປີ​ຢູ່​ທີ່​ຕັ້ງ​ເປັນ​ຝ່າຍ​ຄ້ານ). ຢູ່​ປະ​ເທດ​ເວ​ເນ​ຊູ​ເອລາ, ທ່ານປະທານາທິບໍດີ ຮ.ຈາ​ແວັດ ​ໄດ້​ຖືກ​ເລືອ​ຕັ້ງ​ເປັນ​ປະທານາທິບໍດີ​ຄັ້ງ​ທີ 2 ປີ 2006 ກໍ​ແມ່ນ​ຍ້ອນ​ໄດ້​ຍົກ​ສູງ​ຄັນ​ທຸງ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI”.

ສິ່ງ​ທ້າ​ທາຍ​ຕ່າງໆ ຕໍ່​ກັບ​ຕົວ​ແບບ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI”

ຂະ​ບວນການ​ຝ່າຍ​ຊ້າຍ​ຢູ່ອາ​ເມ​ລິ​ກາ​ລາຕີ​ນປັດ​ຈຸ​ບັນ​ນີ້​ ແມ່ນ​ປັດ​ໃຈ​ໃໝ່ອັນ​ໜຶ່ງ​ທີ່ກະທົບ​ຢ່າງຕັ້ງໜ້າ​ເຖິງ​ສະຖານະ​ການ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ; ມັນ​ສ້າງ​ສິ່ງ​ອຳນວຍ​ໃຫ້​ແກ່​ການ​ຟື້ນ​ຟູ ​ແລະ ຂະຫຍາຍຕົວ​ຂອງບັນດາ​ພັກ​ກອມ​ມູນິດ​ຢູ່​ພາກ​ພື້ນ, ກໍ​ຄື​ໃຫ້​ແກ່​ຂະ​ບວນການ​ກອມ​ມູນິດ ​ແລະ ກຳມະກອນ​ສາກົນ; ມັນ​ປຸກລະດົ​ມກຳລັງ​ໃຈ​ການ​ຕໍ່​ສູ້ຂອງ​ປະຊາຊົນ​ໂລກ ​ເພື່ອສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາ​ທີ​ປະ​ໄຕ ສະ​ເໝີ​ພາບ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ; ຊຸກຍູ້​ທ່າ​ອຽງ​ສັນຕິພາບ ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ; ພ້ອມ​ກັນ​ນັ້ນ​ກໍ່​ເຮັດ​ໃຫ້​ຖານະ​ເປັນ​ເອກຂອງ​ສະຫະລັດ​ອາ​ເມ​ລິ​ກາ ຢູ່​ເຂດ “​ເດີນ​ຫຼັງ​ບ້ານ” ອັນ​ເປັນ​ມູນ​ເຊື້ອ​ຂອງ​ມັນ​ຕ້ອງ​ອ່ອນ​ເພຍ​ລົງ.

​ແຕ່​ວ່າ, ຍ້ອນ​ກຳລັງ​ທີ່​ເຂົ້າ​ຮ່ວມ​ມີ​ຫຼາຍ​ປະ​ເພດ​ກຳລັງ, ຫຼາຍ​ທ່າ​ອຽງ ​ແລະ ຜົນ​ປະ​ໂຫຍ​ດຕ່າງ​ກັນ, ຍ້ອນ​ການ​ຕ້ານ​ຢັນ​ ​ເຄື່​ອນ​ໄຫວມ້າງ​ເພ​ທຳລາຍ​ຢ່າງຮ້າຍ​ແຮງ ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ອິດ​ທິກຳລັງທຶນ​ນິຍົມ​ຢູ່​ໃນປະ​ເທດ ​ແລະ ຕ່າງປະ​ເທດ... ດັ່ງ​ນັ້ນ ຂະ​ບວນການ​ຝ່າຍ​ຊ້າຍ​ຢູ່ອາ​ເມ​ລິ​ກາ​ລາຕີ​ນ ຈຶ່ງຕ້ອງຢືນ​ຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ​ແງ່​ຫວັງ​ໃນ​ສະ​ເພາະ​ໜ້າ​ຂອງ​ຂະ​ບວນການ​ຝ່າຍ​ຊ້າຍ​ຢູ່ອາ​ເມ​ລິ​ກາ​ລາຕີ​ນ ຂຶ້ນຕໍ່​ຫຼາຍ​ທີ່​ສຸດ​ກັບ​ຄວາມ​ສາມາດ​ນຳພາ​ຂັບ​ເຄື່ອນ​ຂອງ​ບັນ​ດາທ່ານ​ຜູ້ນຳ, ຂຶ້ນກັບການ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບດ້ານ​ເສດຖະກິດ ສັງຄົມ ​ແລະ ການ​ເມືອງ, ການ​ກໍ່ສ້າງ​ພັກ​ການ​ເມືອງນຳ​ໜ້າ​ປະຕິວັດທີ່​ເຂັ້ມ​ແຂງ​ເປັນ​ຫຼັກ​ແຫຼ່ງ​ແກ່ນສານ, ການ​ປັບປຸງ​ກຸ່ມ​ກ້ອນ​ສາມັກຄີ​ທົ່ວ​ປວງ​ຊົນ, ກໍ່ສ້າງ​ແລະ​ປັບປຸງ​ການ​ສຳພັນ​ທະ​ພາບ ຮ່ວມ​ມື ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ, ກໍ່​ຄື​ການ​ສະໜັບສະໜຸນ​ຂອງ​ບັນດາ​ກຳລັງ​ປະຕິວັດ ກຳລັງ​ຝ່າຍຊ້າຍ ​ແລະ ກ້າວໜ້າ​ໃນ​ໂລກ.

​ເພື່ອ​ອາດ​ສາມາດ​ນຳ​ເອົາ​ບັນດາ​ປະ​ເທດ​ຢູ່​ພາກ​ພື້ນອາ​ເມ​ລິ​ກາ​ລາຕີ​ນ ຫັນໄປ​ສູ່ “ລັດທິສັງຄົມ​ນິຍົມສະຕະວັດ​ທີ XXI” ​ໄດ້ນັ້ນ, ນັກ​ການ​ເມືອງ​ຫຼາຍ​ທ່ານ, ບັນດາ​ນັກ​ຄົ້ນຄວ້າ ​ແລະ ວົງ​ການ​ໜັງສືພິມ​ໃນ​ໂລກ​ໃຫ້​ທັດສະນະ​ວ່າ, ກຳລັງ​ຝ່າຍ​ຊ້າຍ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ໜ້າ​ທີ່​ໜັກໜ່ວງ​ທີ່​ສຸດ. ກ່ອນ​ອື່ນ​ໝົດ, ບັນດາ​ກຳລັງ​ນີ້​ຕ້ອງ​ຮ່ວ​ມ​ແຮງຮ່ວມ​ໃຈ​ກັນຕໍ່ສູ້ຕ້ານຍຸດ​ທະ​ສາດ​ກວມ​ໂລກ ​ຂອງ​ອາ​ເມ​ລິ​ກາ​ເວົ້າ​ລວມ, ຍຸດ​ທະ​ສາດ​ຂອງ ວໍ​ຊິງ​ຕັນ ຕໍ່​ກັບ​ພາກ​ພື້ນອາ​ເມ​ລິ​ກາ​ລາຕີ​ນ, ບ່ອນ​ທີ່​ອາ​ເມ​ລິ​ກາ​ເຄີຍ​ຖື​ວ່າ​ເປັນ “ເດີນ​ຫຼັງ​ບ້ານ” ຂອງ​ຕົນ, ​ເວົ້າ​ໂດ​ຍສະ​ເພາະ. ​ເພາະ​ແນ່ນອນວ່າ ອາ​ເມ​ລິ​ກາ​ຈະ​ຫາ​ທຸກ​ວິ​ທີ​ທາງ​ເພື່ອ​ຕ້ານຢັນ​ທຳລາຍ ກີດ​ກັ້ນບໍ່​ໃຫ້​ບັນດາ​ກຳລັງ​ຝ່າຍ​ຊ້າຍ​ຂຶ້ນ​ກຳ​ອຳນາດ, ຫຼື​ວ່າ​ ກີດ​ກັ້ນ​ບໍ່​ໃຫ້​ບັນດາ​ລັດຖະບານກ້ວາ​ໜ້າ​ປະຕິບັດບັນດາ​ໂຄງການ ​ແຜນການ ຈຸດໝາຍ​​ເສດຖະກິດ-ສັງຄົມ​ຂອງ​ຕົນ. ຄຽງ​ຄູ່​ກັບການ​ນຳ​ໃຊ້​ບັນດາ​ວິທີ​ການ​ຕ້ານ​ຢັນທຳລາຍ​ແບບ​ດັ້ງ​ເດີມ, ມີ​ກົນອຸບາຍເລິກ​ແລບ​ທີ່​ສຸດທີ່ ວໍຊິງ​ຕັນ ພວມ​ປະຕິບັດ​ຢ່າງ​ຂຸ້ນຂ້ຽວ​ຄື “ຜາບ​ແພ້​ບັນດາ​ຜູ້ນຳ​ຝ່າຍ​ຊ້າຍ​ດ້ວຍ​ກະ​ໂຕ​ເກ​ມຫຼິ້ນ​ທີ່​ຜູ້ນຳ​ເຫຼົ່າ​ນີ້​ລິ​ເລີ່​ມ”, ໝາຍ​ຄວາມ​ວ່າ ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ກຳລັງກົດ​ດັນບັງຄັບ ​ຕໍ່ບໍ່​ວ່າ​ນະ​ໂຍບາຍ​​ໃດ​ທີ່​ຂັດຂວາງ​ສິ່ງ​ທີ່​ອາ​ເມ​ລິ​ກາ​ເອີ້ນ​ວ່າ “ສິດ​ເສລີ” ຂອງ​ຜູ້​ເລືອກ​ຕັ້ງອາ​ເມ​ລິ​ກາ​ລາຕີ​ນ. ສືບ​ຕໍ່ອີກ​ຄື, ບັນດາ​ກຳລັງ​ຝ່າຍ​ຊ້າຍ​ຕ້ອງ​ຊອກ​ຫາ​ໃຫ້​ໄດ້ ບັນດາ​ວິທີ​ການ​ທີ່​ມີ​ຄວາມ​ສັກສິດ​ ​ເພື່ອດຶງ​ດູດ​ເອົາການ​ສະໜັບສະໜູນ​ຈາກ​ບັນດາ​ປັດ​ໃຈ​ກ້າວໜ້າຢູ່​ພາຍ​ໃນ​ຝ່າຍ​ຂວາ, ພ້ອມ​ກັນ​ນັ້ນ​ກໍ່​ຍົກ​ສູງສະຕິ​ລະວັງ​ຕົວ, ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ, ລ້ອມ​ປ່ຽວ ທັບ​ມ້າງ​ທຸກ​ກົນອຸບາຍ​ຂອງ​ບັນດາ​ອິດ​ທິກຳລັງ​ຝ່າຍ​ຂວາ​ປະຕິ​ການ ທີ່​ພວມ​ສົມຮູ້​ຮ່ວມ​ຄິດ​ກັບ​ບັນດາ​ອິດ​ທະ​ກຳລັງ​ພາຍ​ນອກ ​ໃນ​ການ​ທຳລາຍ​ພາລະ​ກິດ​ປະຕິວັດ ​ຂອງ​ປະຊາຊົນອາ​ເມ​ລິ​ກາ​ລາຕີ​ນ. ສຸດ​ທ້າຍ​, ສິ່ງ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຄື ບັນດາ​ກຳລັງ​ຝ່າຍ​ຊ້າຍ​ຢູ່ອາ​ເມ​ລິ​ກາ​ລາຕີ​ນ ຕ້ອງ​ແກ້​ໄຂ​ຜ່ານ​ຜ່າສະພາບ​ການ​ແຕກ​ແຍກ ພັກ​ພວກ, ສະພາບ​ການ​ຍັງ​ບໍ່​ທັນ​ມີ​ຄັນ​ທຸງ​ທີ່​ແຂງ​ແຮງ ​ແລະ ມີ​ອິດ​ທິພົນ​ພຽງພໍ​ ເພື່ອ​ເຕົ້າ​ໂຮມ​ກຳລັງ. ພິ​ເສດ​ແມ່ນ​ ຕ້ອງ​ແກ້​ໄຂ​ຜ່ານ​ຜ່າ​ໂດຍ​ໄວ ບັນດາ​ທ່າ​ອຽງ​ແຕກ​ຕ່າງ​ກັນຢູ່ພາຍ​ໃນ​ຄະນະ​ນຳພາ, ບັນດາ​ແນວ​ຄິດ​ທີ່​ແຕກ​ຕ່າງ​ກັນ​ໃນລັດຖະບາ​ນສຳພັນ​ທະ​ພາບ​ກຳ​ອຳນາດ, ກ້າວ​ໄປສູ່​ການ​ສ້າງ​ຕັ້ງ​ພັກ​ການ​ເມືອງ​ເອກະ​ພາບ​ ທີ່​ເປັນ​ຜູ້​ແທນ​ແທ້​ຈິງ​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ບັນດາ​ຊັ້ນ​ຄົນ​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ທີ່​ກ້າວໜ້າ.

ລັດທິສັງຄົມ​ນິຍົມພວມ​ເປັນ​ອຸດົມ​ຄະຕິ​ທີ່​ມີ​ກຳລັງ​ດຶງ​ດູດ​ມະຫາຊົນ​ຜູ້​ອອກ​ແຮງ​ງານ​ທີ່​ໜາ​ແໜ້ນ​ ຢູ່​ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາຕີ​ນ ​ໃຫ້​ເຂົາ​ຕັ້ງໜ້າ​ພະຍາຍາມ​ເຂົ້າ​ຮ່ວມ​ໃນ​ວິວັດ​ການ​ດັດ​ປ່ຽນປະຕິ​ຮູບ, ກ້າວ​ໄປ​ເຖິງ​ການ​ກໍ່ສ້າງສັງຄົມ​ໃໝ່​ຂຶ້ນ. ​ເຖິງ​ວ່າ ພາລະກິດການ​ປະຕິວັດ ກໍ່ສ້າງ​ລັດທິສັງຄົມ​ນິຍົມຢູ່​ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາຕີ​ນ​ເຫຼົ່າ​ນີ້ ຍັງ​ອ່ອນ​ນ້ອຍ​ທີ່​ສຸດ ​ແລະ ການ​ຕໍ່ສູ້​ກ່ຽວ​ກັບ​ເສັ້ນທາງ​ພັດທະນາ​ຂອງປະ​ເທດ ຂອງ​ຊາດຍັງ​ດຸ​ເດືອດຂຸ້ນຂ້ຽວທີ່​ສຸດ​ກໍ່ຕາມ, ​ແຕ່​ວິວັດ​ການ​ປະຕິວັດ​ຢູ່​ບັນດາ​ປະ​ເທດອາ​ເມ​ລິ​ກາ​ລາຕີ​ນ, ​ເປັນ​ຕົ້ນ​ແມ່ນ​ຢູ່​ປະ​ເທດເວ​ເນ​ຊູ​ເອລາ, ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງບາດກ້າວ​ໃໝ່​ຂອງອຸດົມ​ຄະຕິ​ການ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມຢູ່​ໃນ​ໂລກ, ນັບ​ແຕ່​ພາຍຫຼັງ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ສະຫະພາບ​ໂຊ​ວຽດ, ​ເອີຣົບ​ຕາ​ເວນ​ອອກ ​ໃນ​ຊຸມ​ປີທ້າຍ​ທົດ​ສະ​ວັດທີ 8 ຕົ້ນ​ທົດ​ສະ​ວັດທີ 9 ຂອງ​ສະຕະວັດ​ທີ XX./.

 (1) ຕົວ​ຫຍໍ້​ຂອງ 2 ຄຳ​ສັບ​ພາສາ ​ແອ​ສປາ​​ໂຍນ “Ejército Bolivar-200” (ກອງທັບ​ໂບລີ​ເວ​ຍ-200) ​ໂດຍ​ນາຍ​ທະຫານ​ຮັກ​ຊາດ​ຈຳນວນ​ໜຶ່ງ​ສ້າງ​ຕັ້ງ​ຂຶ້ນ​ປີ 1983 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ວິລະ​ຊົນ​ແຫ່ງ​ຊາດ ຊີ​ມົນ ​ໂບລີ​ວາ ຄົບຮອບ 200 ປີ​.