ຕອນ​ເຊົ້າ​ວັນ​ທີ 9 ກັນ​ຍາ 2013, ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ​ແຫ່ງ ສປປ ລາວ, ຫ້ອງ​ວ່າການ​ລັດຖະບານ​ລາວ ​ແລະ ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທີສອງ ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຫ້ອງ​ວ່າການ.

ຫ້ອງປະຊຸມສຳມະນາ. ພາບ: TTXVN

ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາ ມີ​ສະຫາຍ ​ຫງວຽນ​ກວາງ​ຖັງ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຫວຽດນາມ; ສະຫາຍ​ ຄຳ​ພັນ ​ເຜີຍ​ຍະ​ວົງ, ຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ລາວ, ພ້ອມ​ດ້ວຍ​ພະນັກງານ ນັກວິຊາການ​ຫຼາຍ​ທ່ານ​ຂອງສອງ​ຫ້ອງ​ວ່າການ​ ກໍ່​ໄດ້​ເປັນ​ກຽດ​ເຂົ້າ​ຮ່ວມນຳ.

ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ສົນທະນາ ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບຫ້າ​ຫົວ​ຂໍ້: ບົດຮຽນປະສົບ​ການ​ໃນ​ການ​ກະກຽມ​​ໃຫ້​ແກ່ການ​ປະຊຸມ​ລັດຖະບານ; ການ​ຕິດຕາມ, ຊຸກຍູ້​​ປະຕິບັດການ​ຊີ້​ນຳບັນຊາ​ຂອງ​ລັດຖະບານ, ຂອງ​ການ​ນຳ​ລັດຖະບານ; ບົດຮຽນປະສົບ​ການ​ໃນ​ວຽກ​ງານ​ເອກະສານ ການ​ບໍລິຫານ; ວຽກ​ງານ​ກະກຽມ, ຮັບ​ໃຊ້​​ໃຫ້ການ​ນຳ​ລັດຖະບານ​ເຮັດ​ວຽກ​ກັບ​ທ້ອງ​ຖິ່ນ​ຕ່າງໆ; ວຽກ​ງານ​ແກ້​ໄຂ​ການຮ້ອງທຸກ ຮ້ອງ​ຟ້ອງ, ​ແນ​ໃສ່​ຊ່ວຍ​ໜູນ ​ເພີ່ມ​ທະວີ​ຄວາມ​ສາມາດ​ໃຫ້​ພະນັກງານ​ຂອງ​ຫ້ອງ​ວ່າການ​ລັດຖະບານ​ລາວ ກ່ຽວ​ກັບ​ວຽກ​ງານ​ສັງ​ລວມ, ຮຽບຮຽງ​ບັນ​ນາ​ມິ​ການ, ວິຊາ​ອາຊີບ​ຫ້ອງການ ​ແລະ ວຽກ​ງານ​ເປັນ​​ເສນາ​ທິການ​ໃຫ້​ແກ່​ການ​ນຳ​ຫ້ອງ​ວ່າການ​ລັດຖະບານ.

ນອກຈາກ​ການແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ, ​ແບ່ງປັນ​ບົດຮຽນ​ປະສົບ​ການ​ໃນ​ວຽກ​ງານ​ຂອງ​ຕົນຕາມ​ຫົວ​ຂໍ້​ຕ່າງໆ ທີ່​ກ່າວ​ມາ​ເທິງ​ນີ້, ສອງ​ຝ່າຍ​ຍັງ​ໄດ້​ແບ່ງປັນ​ກັນ​ກ່ຽວ​ກັບ​ບັນຫາ​ອື່ນໆ ​ເຊິ່ງທຸກ​ວັນ ຫ້ອງ​ວ່າການລັດຖະບານສອງ​ປະ​ເທດ​ ຕ້ອງ​ແກ້​ໄຂ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ເປັນ​ເສນາ​ທິການ​​ໃຫ້​ແກ່​ການ​ນຳ​ລັດຖະບານ ​ໄດ້​ຮັບ​ຜົນ​ນັບ​ມື້​ນັບ​ດີກ​ວ່າ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ຂະຫຍາຍຕົວ​ໝັ້ນຄົງ​ຂະໜົງ​ແກ່ນ./.

​ແຫຼ່ງຂ່າວ: TTXVN