ຕອນ​ແລງ​ວັນ​ທີ 15 ພຶດສະພາ 2014, ຢູ່​ທີ່​ທຳນຽບລັດຖະບານ​ແຫ່ງ ສ.ສ.ຫວຽດນາມ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ຕ້ອນຮັບ​ ທ່ານ​ລຽນ ທິ​ແກ້ວ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​​ເງິນ​ລາວ ທີ່​ກຳລັງ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ຕ້ອນຮັບທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງການເງິນລາວ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ທີ່ຫວຽດນາມ (ພາບ: TTXVN).

ໃນການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວູວັນ​ນິງ ​ໄດ້​ສະ​ແດງ​ຄວາມ​ດີ​ອົກ​ດີ​​ໃຈຕໍ່​ການ​ພົວພັນ​ມິດຕະພາບ​ພິ​ເສດ​ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ພັກ ລັດ ​ແລະ​ປະຊາຊົນ​ສອງ​ປະ​ເທດ ທີ່​ນັບ​ມື້​ນັບ​ຂະຫຍາຍຕົວຢ່າງ​ດີງາມ.

ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ໄດ້ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່ຜົມ​ສຳ​ເລັດ​ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ກະຊວງ​ການ​ເງິນ​ຫວຽດນາມ - ລາວ. ສອງ​ຝ່າຍ​ໄດ້​ມີ​ບາດກ້າວ​ຮ່​ວມມື​ອັນ​ລະ​ອຽດ ​ແລະ ​ແທດ​ຈິງ.

ທ່ານ​ຮອງ​ນາຍົກ​ລັດຖະມົນຕີຢັ້ງຢືນ, ລັດຖະບານ ​ແລະ ບັນດາ​ຂັ້ນ ຂະ​ແໜງ​ການ​ຂອງ ຫວຽດນາມຍາມ​ໃດ​ກໍ່​​ເຮັດຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ​ ເພື່ອ​ຊຸກຍູ້​ການ​ພົວພັນ​ຫວຽດນາມ - ລາວ​ໃຫ້​ຂະຫຍາຍຕົວ​​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ໃນບັນດາ​ຂົງ​ເຂດການ​ເງິນ ​ເງິນຕາ ພາສີ​ສຸລະກາກອນ… ພ້ອມ​ແລ້ວ​ທີ່​ຈະ​ຝາກ​ຜູ້​ຊ່ຽວຊານ​ດ້ານ​ການ​ເງິນ ​ເສດຖະກິດ​ໄປ​ລາວ ​ເພື່ອ​ແລກປ່ຽນ​ບົດຮຽນ ຊ່ວຍ​ໜູນ​​ໃຫ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ໃນ​ປັດຈຸບັນ.

ທ່ານ​ຮອງ​ນາຍົກ​ລັດຖະມົນຕີສະ​ເໜີ​ໃຫ້​ກະຊວງ​ການ​ເງິນ​ສອງ​ປະ​ເທດ​ຈົ່ງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຂົງ​ເຂດການ​ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ, ຖື​ວ່າ​ນີ້​ເປັນ​ໜ້າ​ທີ່​ຫຼັກ​ແຫຼ່ງ​ໃນ​ການ​ພັດທະນາ​ຂະ​ແໜງ​ການ​ເງິນ ທະນາຄານ.

ທ່ານລຽນ ທິ​ແກ້ວ ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​​ເງິນລາວ ​​ໄດ້ຂອບ​ອົກ​ຂອບ​ໃຈ​ຕໍ່ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ທີ່​ໄດ້​ໃຫ້ການ​ຕ້ອນຮັບຄະນະ; ລາຍ​ງານ​ຜົນສຳ​ເລັດ​ຂອງ​ການ​ເຮັດ​ວຽກ​ລະຫວ່າງ​ສອງ​ກະຊວງ​ການ​ເງິນ, ​ແລກປ່ຽນ​ບັນດາ​ບັນຫາ​ທີ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ່​ເອົາ​ໃຈ​ໃສ່.

ສອງ​ຝ່າຍ​ໄດ້​ສຳ​ຫຼວດກວດຄືນ​ໂຄງການ​ຮ່ວມ​ມື​ໃນ​ເວລາ​ທີ່​ຜ່ານ​ມາ, ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ເຊັນ​ກັນ; ສຸມ​ໃສ່​ຈັດການ ແກ້​ໄຂຄວາມ​ຫຍຸ້ງຍາກ​ຕ່າງໆ ​ເພື່ອ​ປະຕິບັດ​ບັນດາ​ແຫຼ່ງການ​ເງິນ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານລັດຖະມົນ​ຕີ​ວ່າການ​ກະຊວງ​ການ​​ເງິນລາວ ຫວັງ​ວ່າ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ​ສອງ​ປະ​ເທດ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ​ເພື່ມທະວີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ຊາດ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ລາວ - ຫວຽ​ດນາມ​ໃຫ້​ໝັ້ນຄົງ​ຍິ່ງ​ຂຶ້ນ.

ແຫຼ່ງຂ່າວ:TTXVN