..ອອນໄລ - ປະຕິບັດແຜນການຮ່ວມມືລະຫວ່າງວາລະສານກອມມູນິດຫວຽດນາມແລະ ຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນ ປະຕິວັດລາວ, ​ແຕ່ວັນທີ 11 ຫາວັນທີ 18 ​ເດືອນສິງຫາ 2014, ຄະນະພະນັກງານວາລະສານກອມມູນິດໂດຍ ດຣ. ຟ້າມດິ່ງດ໋າງ ຮອງຫົວໜ້າບັນນາທິການໃຫຍ່ນຳໜ້າໄດ້ໄປຢ້ຽມຢາມແລະແລກປ່ຽນທັກສະ ວິຊາການ ບົດຮຽນໃນວຽກງານສື່ສິ່ງພິມທິດສະດີ ກັບພະນັກງານ ຜູ້ບັນນາທິການ ຂອງຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນ ປະຕິວັດລາວ.

ສະຫາຍສີສຸກ ພິລາວົງ ຮັກສາການຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນ ປະຕິວັດລາວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແກ່ຄະນະຜູ້ແທນຫວຽດນາມ

ວັນທີ 17 ສິງຫາ, ະຫາຍສີສຸກ ພິລາວົງ ຮັກສາການຫົວໜ້າຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນປະຕິວັດລາວໃຫ້ການຕ້ອນຮັບຢ່າງອົບອຸ່ນ​​ແກ່ຄະນະຜູ້ແທນຫວຽດນາມ. ະຫາຍສີສຸກ ພິລາວົງໄດ້ແນະນຳໂດຍສັງເຂໃຫ້ຄະນະຜູ້ແທນຊາບ ກ່ຽວກັບວຽກງານກະກຽມເພື່ອກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ສະພາບການພັດທະນາເສດຖະກິດ - ສັງຄົມຂອງລາວໃນຊຸມປີມໍ່ໆມານີ້. ຕາມນັ້ນ, ​ເສກຖະກິດ - ສັງຄົມລາວໄດ້ຂະຫຍາຍຕົວຢ່າງໜັກແໜ້ນ, ຈີດີພີ ເຕີບໂຕສະເຫຼ່ຍສູງກວ່າ 7,5%, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນເປັນແຕ່ລະກ້າວ, ອັດຕາສ່ວນຄອບຄົວທຸກຍາກຫລຸດໜ້ອຍຖອຍລົງ. ລັດຖະບານລາວວາງເປົ້າໝາຍສູ້ຊົນຮອດປີ 2015, ລົດອັດຕາສ່ວນຄອບຄົວທຸກຍາກ​​ລົງຕ່ຳກວ່າ 10%. ນີ້ແມ່ນໜ້າທີ່ທີ່ຫຍຸ້ງຍາກ, ທວງໃຫ້ບັນດາຂະແໜງການ ຂັ້ນຕ່າງໆຕ້ອງຕັ້ງໜ້າພະຍາຍາມ, ​ໃນນັ້ນມີບົດບາດຂອງນັກຂ່າວໃນການໂຄສະນາແນະນຳໃຫ້ປະຊາຊົນພ້ອມກັນປະຕິບັດ.

ະຫາຍສີສຸກ ພິລາວົງ ເນັ້ນວ່າ ຜ່ານການຮັບຟັງລາຍງານກໍ່ເຫັນວ່າຊຸດຝຶກອົບຮົມໄດ້ຮັບຜົນດີທີ່ສຸດ; ສະຫາຍຫວັງວ່າ ການນຳວາລະສານກອມມູນິດຈະສືບຕໍ່ຊ່ວຍເຫຼືອແບ່ງປັນບົດຮຽນ ອົບຮົມວິຊາການ ຍົກສູງລະດັບໃຫ້ພະນັກງານລາວ, ​ເປັນຕົ້ນແມ່ນວາລະສານອະລຸນໃໝ່ແລະ ວາລະສານໂຄສະນາ, ​ເພື່ອໃຫ້ວາລະສານເຫຼົ່ານີ້ເຮັດພາລະບົດບາດ ໜ້າທີ່ຂອງຕົນໄດ້ດີກວ່າອີກ.

ສະຫາຍ​ຟ້າ​ມດິ່ງ​ດ໋າງ ​ສະ​ແດງ​ຄວາ​ມຂອບ​ອົກ​ຂອບ​ໃຈ​ຕໍ່ະຫາຍສີສຸກ ພິລາວົງ ທີ່​ໄດ້​ຍາດ​ແຍ່ງ​ເວລາ​ຕ້ອນຮັບ​ຄະນະ; ສະຫາຍ​ໄດ້​ແນະນຳ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ການ​ເຕີບ​ໃຫຍ່​ຂອງ​ວາລະສານ​ກອມ​ມູນິດ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະລາ​ຍງານ​ໃຫ້​ກອງ​ບັນ​ນາ​ທິການ​ວາລະສານ​ກອມ​ມູນິດ ສ້າງ​ແຜນການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະມີ​ປະສິດທິ​ຜົນ ກັບ​ຝ່າຍ​ລາວ​ໃນ​ຊຸມ​ປີຕໍ່ໜ້າ.

ພາບຊຸດຝຶກອົບຮົມ
     ກ່ອນນັ້ນ, ​ແຕ່ວັນທີ 12 ຫາວັນທີ 14 ເດືອນສິງຫາ, ຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບທັກສະແລະວິຊາການວຽກງານສື່ສິ່ງພິມທິດສະດີ ໃຫ້ພະນັກງານຄະນະໂຄສະນາອົບຮົມສູນກາງ, ພະນັກງານ ຜູ້ບັນນາທິການວາລະສານອະລຸນໃໝ່ ແລະວາລະສານໂຄສະນາ 50 ກ່ວາຄົນ. ​ໃນເວລາ 3 ວັນ, ຜູ້ລາຍງານທີ່ມາຈາກວາລະສານກອມມູນິດໄດ້ສະເໜີບັນຫາສະເພາະ 3 ຫົວຂໍ້: ວຽກງານຈັດຕັ້ງສຳນັກງານສື່ສິ່ງພິມແລະວຽກງານນັກຂ່າວ; ບົດຮຽນໃນການຜັນຂະຫຍາຍບັນດາປະເພດບົດຂ່າວບົດໜັງສືພິມ; ການຈັດຕັ້ງວາລະສານກອມມູນິດອອນໄລ. ພາຍຫຼັງຮັບຟັງລາຍງານ 3 ບັນຫາສະເພາະແມ່ນການສົນທະນາແລກປ່ຽນຄຳ​​ເຫັນແລະຕອບຄຳຖາມຕ່າງໆ. ກ່າວປາໄສໃນພິທີອັດຊຸດຝຶກອົບຮົມ, ະຫາຍບົວຈັນເພັງສະຫວັດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ຄວບຕຳແໜ່ງບັນນາທິການໃຫຍ່ ວາລະສານອະລຸນໃໝ່ ຕີລາຄາວ່າຊຸດຝຶກອົບຮົມໄດ້ຈັດຕັ້ງເປັນຢ່າງດີແທດຈິງ​ ​ແລະມີປະສິດທິຜົນ. ບັນດາສະຫາຍຜູ້ລາຍງານທີ່ມາຈາກວາລະສານກອມມູນິດໄດ້ແບ່ງປັນບົດຮຽນ ຄວາມຮູ້ທີ່ມີຜົນປະໂຫຍດດີ ດ້ວຍຄວາມພະຍາຍາມ ຈິງ​​ໃຈໃຫ້ຖັນແຖວພະນັກງານ ຜູ້ບັນນາທິການ ຂອງຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນປະຕິວັດລາວ. ບັນດາພະນັກງານເຂົ້າຮ່ວມຊຸດອົບຮົມຢ່າງເຂັ້ມງວດໄດ້ເອົາໃຈໃສ່ເປັນພິເສດເຖິງເນື້ອໃນຕ່າງໆທີ່ຜູ້ລາຍງານສະເໜີມາເຊິ່ງສະແດງອອກຢ່າງຈະແຈ້ງທີ່ສຸດ​​ແມ່ນໃນການສົນທະນາແລກປ່ຽນຄຳເຫັນແລະຕອບຄຳຖາມຕ່າງໆ. ຄຳຖາມຫຼາຍຄຳໄດ້ຕັ້ງຂຶ້ນມາອ້ອມຮອບບັນຫາ: ວຽກງານຈັກຕັ້ງສຳນັກງານສື່ສິ່ງພິມ, ວຽກງານນັກຂ່າວ, ການຈັດຕັ້ງສຳນັກງານວາລະສານອອນໄລ, ​ເສດຖະກິດສື່ສິ່ງພິມ,…

ະຫາຍບົວຈັນເພັງສະຫວັດ, ສະຫາຍຟ້າມດິ່ງດ໋າງ ຖ່າຍຮູບກັບຊຸດຝຶກອົບຮົມ.

ະຫາຍບົວຈັນເພັງສະຫວັດ ສະແດງຄວາມປະສົງຢາກໃຫ້ການນຳວາລະສານກອມມູນິດສືບຕໍ່ເອົາໃຈໃສ່ແຕ່ງຕັ້ງພະນັກງານ ຜູ້ຊ່ຽວຊານມາແລກປ່ຽນແບ່ງປັນທັກສະ ວິຊາການແລະບົດຮຽນກ່ຽວກັບວຽກງານສື່ສິ່ງພິມໃຫ້ພະນັກງານວາລະສານຂອງລາວ.

ດຣ. ຟ້າມດິ່ງດ໋າງ ຕາງໜ້າການນຳວາລະສານກອມມູນິດ ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຈັດຕັ້ງ​​ ຂອງຄະນະໂຄສະນາອົບຮົມສູນກາງ ພັກປະຊາຊົນປະຕິວັດລາວແລະ ການຮ່ວມມືຢ່າງ​​ແໜ້ນແຟ້ນຂອງບັນດາສະຫາຍຜູ້ຮຽນເພື່ອໃຫ້ຊຸດຝຶກອົບຮົມໄດ້ຮັບຜົນເປັນຢ່າງດີ ສຳເລັດໜ້າທີ່ທີ່ໄດ້ວາງອອກມາ. ສະຫາຍຟ້າມດິ່ງດ໋າງແບ່ງປັນວ່າ: ປີ 2015, ວາລະສານກອມມູນິດຈະສະເຫຼີມສະຫຼອງ 85 ປີແຫ່ງການກໍ່ຕັ້ງແລະເຕີບໃຫຍ່ເຂັ້ມແຂງ. ວາລະສານອະລຸນໃໝ່ກໍ່ຈະຈັດຕັ້ງການສະເຫຼີມສະຫຼອງ 30 ປີແຫ່ງການຈຳໜ່າຍວາລະສານສະບັບທຳອິດ. ​ໃນປະຫວັດສາດ 85 ປີຂອງວາລະສານກອມມູນິດ ມີເກືອບ 30 ປີແຫ່ງການພົວພັນສະໜິດແໜ້ນກັບການເຕີບໃຫຍ່ຂະຫຍາຍຕົວຂອງວາລະສານອະລຸນໃໝ່ - ວາລະສານການເມືອງແລະທິດສະດີຂອງສູນກາງພັກປະຊາຊົນປະຕິວັດລາວ. ພາລະໜ້າທີ່ຂອງຄະນະຜູ້ແທນພວກຂ້າພະເຈົ້າໃນມື້ນີ້ກໍ່ແມ່ນເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສະໜິດແໜ້ນດັ່ງກ່າວ, ກໍ່ຄືສາຍພົວພັນມິດຕະພາບພິເສດລະຫວ່າງສອງພັກ ສອງລັດແລະປະຊາຊົນສອງປະເທດຫວຽດນາມ - ລາວ. ດ້ວຍຈິດໃຈແລກປ່ຽນແບ່ງປັນບົດຮຽນລະຫວ່າງອ້າຍນ້ອງ ມິດສະຫາຍ, ພວກຂ້າພະເຈົ້າຫວັງວ່າຈະໄດ້ປະກອບສ່ວນເລັກນ້ອຍຂອງຕົນ ເຂົ້າໃນການພັດທະນາວຽກງານສື່ສິ່ງພິມທິດສະດີຂອງຄະນະໂຄສະນາອົບຮົມສູນກາງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ທີ່ພັກປະຊາຊົນປະຕິວັດລາວ ວາງອອກມາ.

    ມອບຂອງຂວັນຂອງກອງບັນນາທິການວາລະສານກອມມູນິດໃຫ້ການນຳວາລະສານອະລຸນໃໝ່.

ໃນແຜນການເຮັດວຽກຢູ່ລາວ, ຄະນະໄດ້ໄປຢ້ຽມປາມແລກປ່ຽນບົດຮຽນກັບຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ, ຄະນະໂຄສະນາອົບຮົມແຂວງຄຳມ່ວນ; ​ໄປຢາມເຂດອະນຸສອນລູງໂຮ່ ຢູ່ບ້ານຊຽງຫວັງເມືອງໜອງບົກ ແຂວງຄຳມ່ວນແລະຫໍພິພິດທະພັນລູງໂຮ່ ຢູ່ບ້ານນາຈອກ ອຳເພີເມືອງ ນະຄອນພະນົມ ປະເທດໄທ.

ໂດຍ ຫງວຽນດຶກ