ວ.ກ.ອອນ​ໄລ - ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການ​ໃຫຍ່ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ເຈືອງເຕິນຊາງ ກຳມະການກົມການເມືອງສູນກາງ ພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ເຮັດວຽກ ທີ່ ສປປ ລາວ ແຕ່ວັນທີ 23-25 ມີນາ 2015. ນີ້​ແມ່ນ​ການ​ຢ້ຽມຢາມ ສປປ ລາວ ຄັ້ງ​ທີ​ສາມ ​ຂອງ​ສະຫາຍ ​ເຈືອງ​ເຕິນຊາງ ​ໃນ​ຖານະ​ເປັນ​ປະທານ​ປະ​ເທດ​ແຫ່ງ ສສ ຫວຽດນາມ.

ສະຫາຍເຈືອງເຕິນຊາງ ປະທານປະເທດແຫ່ງ ສສ ຫວຽກນາມ ພົບປະຫາລືກັບສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ. (ພາບ: QĐND)

ການ​ຢ້ຽມຢາມ​ຂອງ​ສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ທີ່ ສປປ ລາວ ​ໃນ​ຄັ້ງ​ນີ້​ແມ່ນ​ເຫດການ​ການ​ເມືອງ​ທີ່​ສຳຄັນ​ຍິ່ງໃນ​ການ​ພົວພັນ​ລະຫວ່າງ​ສອງ​ພັກ ສອງ​ປະ​ເທດ ຊຶ່ງ​ໄດ້​ດຳ​ເນີນ​ໃນ​ສະພາບ​ການທີ່​ສາຍ​ພົວພັນ​​ແບບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ ພວມ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ນຳ​ຂັ້ນ​ສູ​ງຂອງ​ສອງ​ປະ​ເທດ​ໄດ້​ພົບ​ປະ ​ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ​​ຢ່າງ​ເປັນ​ປະຈຳ; ການ​ພົວພັນ​ດ້ານ​ການ​ເມືອງ ​ເສດຖະກິດ ການ​ຄ້າ ການ​ລົງທຶນ ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ຄົມມະນາຄົມ ພະລັງງານ ວັດທະນະທຳ ​ກິລາ ການ​ສຶກສາ​ອັບ​ຮົມ, ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ກະຊວງ ຂະ​​ແໜງ​ການ ທ້ອງ​ຖິ່ນ ​ແລະ ການ​ສັງ​ສັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ… ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ.

ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ເພື່ອ​ຢັ້ງຢືນ​ຄວາມ​ຕັດສິນ​ໃຈປັບປຸງ ​ແລະ ​ເພີ່​ມທະວີ​ສາຍ​ພົວພັນ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ ​ເພາະວ່າ ນີ້​ແມ່ນ​ກົດ​ເກນ​ແຫ່ງ​ການ​ຂະຫຍາຍຕົວ, ​ແມ່ນ​ຍຸດ​ທະ​ສາດ​ຍາວ​ນານ, ​ແມ່ນ​ປັດ​ໃຈ​ທີ່​ມີ​ຄວາມ​ໝາຍ​ເປັນຕາ​ຍ ທີ່​ຕັດສິນ​ໄຊຊະນະ​ຂອງ​ພາລະກິດ​ປະຕິວັດ ກໍ່​ຄື​ຕໍ່​ການ​ສ້າງສາ ​ແລະ ພັດທະນາ​ຂອງ​ແຕ່ລະ​ປະ​ເທດ. ການ​ຢ້ຽມຢາມ​ກໍ່​ເປັນ​ໂອກາດ​ເພື່ອ​ໃຫ້ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ທິດ​ທາງ​ໃຫຍ່ ​ແລະ ບັນດາ​ມາດ​ຕະການ​ອັນ​ລະອຽດ ​ເພື່ອ​ເພີ່ມ​ທະວີ ​ແລະ ປັບປຸງ​ສາຍ​ພົວພັນ​ພິ​ເສດ ຄວາມຜູກ​ພັນສະໜິດແໜ້ນ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ລະຫວ່າງ​ສອງ​ພັກ ສອງ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​​ໃນ​ທຸກດ້ານລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຕໍ່ໜ້າ.

​ໃນ​ເວລາ​ສອງ​ວັນ​ຢູ່​ຢ້ຽມຢາມ ສປປ ລາວ, ສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ເຊັ່ນ ພົບ​ປະ​ຫາລື​ກັບ​ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​​ໃຫຍ່ ປະທານ​ປະ​ເທດແຫ່ງ ສປປ ລາວ; ພົບ​ປະກັບ​ສະຫາຍ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແລະ ສະຫາຍ​ນາງປານ​ນີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ. ສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ຕາງໜ້າ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຝາກ​ຄວາມ​ອວຍພອນ​ໄຊ​ອັນປະ​ເສີດ​ທີ່​ສຸດ ມາ​ຍັງສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ, ບັນດາ​ສະຫາຍ​ການ​ນຳ​ພັກ ລັດ​ແຫ່ງ​ສປປ ລາວ, ບັນດາ​ສະມາຊິກ​ພັກປະຊາຊົນ​ປະຕິວັດ​ລາວ ​ແລະ ​ປະຊາຊົນລາວ​ບັນດາ​ເຜົ່າ​ອ້າຍ​ນ້ອງ ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ ພັກປະຊາຊົນ​ປະຕິວັດ​ລາວ ຄົບຮອບ 60 ປີ ກໍ່​ຄື​ວັນ​ບຸນມະ​ໂຫລານ​ຕ່າງໆ ຂອງ​ປະຊາຊົນ​ລາວ​ໃນ​ປີ 2015. ສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ກໍ່​​ໄດ້​ໄປ​ຢາມຄອບຄົວ​ຂອງ​ບາງ​ສະຫາຍ​ການ​ນຳ​ອະ​ວຸ​ໂສ​ຂອງ​ລາວ; ຕ້ອນຮັບ​ປະທານ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ; ຢາມ​ສະຖານທູດ​ຫວຽດນາມ ​ແລະ ​ໂອ້​ລົມ​ກັບຊາວ​ຫວຽດນາມ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ​ຢູ່​ປະ​ເທດ​ລາວ; ຢາມ​ພື້ນຖານ​ເສດຖະກິດ ວັດທະນະທຳ​ຈຳນວນ​ໜຶ່ງ​ ຢູ່​ນະຄອນຫຼວງ​ວຽງ​ຈັນ.

ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ການ​ຢ້ຽມຢາມຄັ້ງ​ນີ້​ແມ່ນ ສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສູງ ພ້ອມ​ກັນຕັດສິນ​ໃຈ​ມາ​ນະ​ພະຍາຍາມສູ້​ຊົນຮັກສາ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຫວຽດນາມ - ລາວ ​ໃຫ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ນັບ​ມື້​ນັບ​ເຂົ້າສູ່ລວງ​ເລິກ ​ແລະ ບັນລຸ​ປະສິດທິ​ຜົນ​ແທ້​ຈິງ​ໃນ​ທຸກ​ຂົງ​ເຂດ.

ທີ​ໜຶ່ງ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ດຳ​ເນີນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຂັ້ນ​ຕ່າງໆ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ຜູກ​ພັນ​ສະໜິດ​ແໜ້ນ ​ແລະ ​ຄວາມໄວ້​ເນື້ອເຊື່​ອ​ໃຈ​ກັນ; ປະສານ​ສົມທົບ​ກັນຈັດ​ຕັ້ງ​ປະຕິບັດ​ບັນດາ​ຄວາມ​ຕົກ​ລົງລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ ສອງ​ປະ​ເທດ ກໍ່​ຄື​ບັນດາ​ສັນຍາ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ ​ໃຫ້​ປະກົດຜົນ​ຕົວ​ຈິງ; ສົມທົບ​ກັນ​ປະຕິບັດ​ເປັນ​ຢ່າງ​ດີ​ວຽກ​ງານ​ໂຄສະນາກ່ຽວ​ກັບມູນ​ເຊື້ອ​ການ​ພົວພັນ​ມິດຕະພາບເພື່ອນ​ບ້ານ​ໃກ້​ຄຽງ ຄວາມ​ສາມັກຄີ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ໃນ​ໂອ​ກາດ​ວັນ​ບຸນມະ​ໂຫລານຂອງ​ສອງ​ພັກ ສອງ​ປະ​ເທດ​ໃນ​ປີ 2015.

ທີ​ສອງ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ປະ​ເທດ - ປ້ອງ​ກັນ​ຄວາມ​ສະຫງົບ ຮັກສາຊາຍ​ແດນ; ຕັ້ງໜ້າ​ສົມທົບ​ກັນ​ປະຕິບັດ​​​ໂຄງການປັກ​ຫຼັກ​ໝາຍຊາຍ​ແດນ​ຖີ່ ​ແລະ ປັບປຸງລະບົບຫຼັກ​ໝາຍ​ຊາຍ​ແດນ​ແຫ່ງ​ຊາດ​​ຫວຽດນາມ - ລາວ ​ແລະ ​ບູລະນະ​ບັນດາ​ເອກະສານ​ນິ​ຕິ​ກຳ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ໃຫ້​ສຳ​ເລັດຜົນ​ໃນ​ປີ 2015; ຕັ້ງໜ້າ​ຜັນ​ຂະຫຍາຍ​ຄວາມ​ຕົກລົງ​ຂັ້ນ​ລັດຖະບານ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ຄົນ​ອົບ​ພະຍົບ​ເສ​ລີ ​ແລະ ການ​​ເອົາ​ຜົວ​ເອົາ​ເມຍ​ບໍ່​ມີ​ໃບ​ສົມລົດ ຢູ່​ເຂດ​ຊາຍ​ແດນ​ຂອງສອງ​ປະ​ເທດ; ຕັ້ງໜ້າ​ຜັນ​ຂະຫຍາຍ​ອະນຸ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ຫວຽດນາມ - ລາວ ທີ່​ໄດ້​ລົງ​ນາມ​ໃນ​ວັນ​ທີ 20 ມັງກອນ 2015; ສະກັດ​ກັ້ນ​ອາ​ຊະ​ຍາ​ກຳ​ປະ​ເພດ​ຕ່າງໆ ​ເປັນ​ຕົ້ນ​ແມ່ນ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ, ການ​ຄ້າ​ລັກ​ໂລບ​ປອມ​ແປງ, ການ​ຄ້າຂາຍ​ຜະລິດ​ຕະພັນ​ປ່າ​ໄມ້ - ​ແຮ່​ທາດ​ຜິດ​ກົດໝາຍ…

ທີ​ສາມ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ສືບຕໍ່​ເສີມ​ຂະຫຍາຍຜົນສຳ​ເລັດ​ຂອງ​ກອງ​ປະຊຸມຄະນະ​ກຳມາ​ທິການ​ຮ່ວມ​ມື​ລະຫວ່າງ​ລັດຖະບາ​ນຫວຽດນາມ - ລາວ ຄັ້ງ​ທີ 37. ການ​ເຊັນ​ສັນຍາ​ການ​ຄ້າ​ສະບັບ​ໃໝ່ ​ແມ່ນ​ບາດກ້າວ​ບຸກທະລຸ​ກ່ຽວ​ກັບ​ກົນ​ໄກ ນະ​ໂຍບາຍ​ ເພື່ອ​ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ ປີ 2015 ຂຶ້ນ​ໃຫ້​ບັນລຸ 2 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 40% ທຽບ​ກັບ​ປີ 2014; ຈັດ​ຕັ້ງ​ໂດຍ​ໄວ​ການ​ແລກປ່ຽນ ກໍ່ສ້າງ​ສັນຍາ​ການ​ຄ້າ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2015 ​ແລະ ສຳ​ເລັດ “​ແຜນ​ແມ່​ບົດ​ການ​ພັດທະນາການ​ຄ້າ​ຊາຍ​ແດນ​ຫວຽດນາມ - ລາວ ​ເຖິງ​ປີ 2020 ​ແລະ ວິ​ໄສ​ທັດ​ເຖິງ​ປີ 2025". ສອງ​ຝ່າຍ​ເຫັນ​ດີ​ຍູ້​ແຮງ​ການ​ປະຕິບັດ​ບັນດາ​ໂຄງການ​ເຊື່ອມ​ຈອດ​ທາງ​ດ້ານ​ຄົມມະນາຄົມ ​ແລະ ພະລັງງານ. ນອກຈາກ​ນັ້ນ, ສອງ​ຝ່າຍຈະ​ສືບ​ຕໍ່ປ່ຽນ​ແປງ​ໃໝ່ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ຮ່ວມ​ມື​ໃນ​ຂົງ​ເຂດສຶກສາ ອົບຮົມ​ກໍ່ສ້າງ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ ສື່​ຂ່າວ ກິລາ ກະສິກຳ ສິນ​ໃນ​ນ້ຳ ​ໄປ​ຊະນີ​ ໂທລະ​ຄົ​ມມະ​ນາ​ຄົມ…

ທີ​ສີ່, ​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ກໍ່​ໄດ້​ແລກປ່ຽນບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ທັງ​ສອງ​ມີ​ຄວາມ​ສົນ​ໃຈ. ສອງ​ຝ່າຍ​ໃຫ້​ທັດສະນະ​ວ່າ ປີ 2015 ​ແມ່ນ​ປີ​ທີ່​ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ດັ່ງ​ນັ້ນ, ການ​ເພີ່ມ​ທະວີ​ການ​ສົມທົບ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​ເວົ້າ​ລວມ ກໍ່​ຄື​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ໂດຍ​ສະ​ເພາະ ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ມັນ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ຄວາມ​ສາມັກຄີ​ຂອງ​ອາ​ຊຽນ ​ແລະ ຍົກການ​ຮ່ວມ​ມື​ອາ​ຊຽນຂຶ້ນ​ສູ່​ລະດັບ​ໃໝ່. ສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຢືນຢັນ​ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ຝ່າຍ​ລາວ ​ເພື່ອ​ຊ່ວຍໃຫ້​ລາວ ດຳລົງ​ພາລະ​ບົດບາດ​ປະທານ​ອາ​ຊຽນ ​ໃນ​ປີ 2016 ຢ່າງ​ສຳ​ເລັດ. ສອງ​ຝ່າຍ​ກໍ່​ໄດ້​ແລກປ່ຽນ​ກ່ຽວ​ກັບ​ການຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ການ​ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ, ​ໃນ​ນັ້ນ​ມີ​ການ​ກໍ່ສ້າງ​ບັນດາ​ກິດຈະການ​ໄຟຟ້າ​ນ້ຳຕົກ​ຢູ່​ໃນ​ລຳ​ນ້ຳຂອງ.

​ໃນ​ເວລາ​ທີ່​ຜ່ານ​ມາ, ສະພາບ​ການ​ກາ​ເມືອງ - ​ເສດ​ຖະກິດ​ໂລກ​ມີ​ການ​ຜັນ​ປ່ຽນ​ຢ່າງ​ສັບສົນ ​ແລະ ຄະ​ເນ​ໄດ້​ຍາກ. ອາ​ຊຽນພວມ​ກ້າວ​ໄປ​ເຖິງ​ກາລະ​ເວລາ​ປະຫວັດສາດ ​ແຫ່ງ​ການ​ສ້າງ​ຕັ້ງ​ເປັນ​ປະຊາ​ຄົມໜຶ່ງ. ພາລະກິດ​ສ້າງສາ ພັດທະນາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ແຕ່ລະ​ປະ​ເທດ ກໍ່​ພວມ​ວາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ຕ່າງໆອອກ​ມາ​ໃຫ້​ຫວຽດນາມ ​ແລະ ລາວ. ປີ 2016 ​ແມ່ນ​ປີ​ສຳຄັນ​ທີ່​ສຸດ, ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ ລ້ວນ​ແຕ່​ຈະຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ​ເລືອກ​ຕັ້ງການ​ນຳຮຸ່ນ​ໃໝ່ ​ແລະ ກຳນົດ​ທິດ​ທາງ ​ແຜນການ​ສຳລັບ​ຊຸມ​ປີ​ຕໍ່ໜ້າ. ​ໃນ​ສະພາບ​ການ​ດັ່ງກ່າວ​ນັ້ນ, ການ​ຢ້ຽມຢາມ​ຂອງສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິນຊາງ ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ສະໜິດ​ແໜ້ນ​ລະຫວ່າງ​ສອງ​ພັກ ສອງ​ປະ​ເທດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ໃນ​ພາກ​ພື້ນ.

ການ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຂອງສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ ພັນ​ລະ​ຍາ​ຢູ່​ປະ​ເທດ ສປປ ລາວ​ໃນ​ຄັ້ງ​ນີ້ ຖືກ​ຖື​ວ່າ​ເປັນ​ເຫດການ​ການ​ເມືອງ​ທີ່​ສຳຄັນ​ຍິ່ງ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ຊຶ່ງ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ ສອງ​ປະ​ເທດ​ຫວຽດນາມ - ລາວ ສືບ​ຕໍ່​ຂະຫຍາຍຕົວຢ່າງ​ຈົບງາມ ນັບ​ມື້​ນັບ​ມີ​ປະ​ທິດ​ທິຜົນ ມີໝາກຜົນ​ຕົວ​ຈິງ ​ແລະ ​ໃນ​ກາລະ​ເວລາ​ທີ່​ປະ​ເທດ​ລາວ​ອ້າຍ​ນ້ອງຫາ​ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼ​ອງວັນ​ສ້າງ​ຕັ້ງ​ພັກ​ປະຊາ​ຊັນ ປະຕິວັດ​ລາວ​ ຄົວ​ຮອບ 60 ປີ​ຢ່າງ​ສົມ​ກຽດຄຶກຄື້ນ (22-3-1955 - 22-3-2015), ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ສອງ​ຝ່າຍ​ຍາມ​ໃດ​ກໍ່​ໃຫ້​ຄວາມ​ສຳຄັນ​ແກ່​ການ​ປັບປຸງ ​ແລະ ຊຸກ​ຍຸ້ຄວາມ​ພົວພັນ​ສາມັກຄີ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ ບໍລິສຸດ​ຜຸດ​ຜ່ອງ ຊື່ສັດ​ສະ​ເໝີ​ຕົ້ນ​ມະ​ເໝີ​ປາຍ ຜູກ​ພັນ​ສະໜິດ​ແໜ້ນ ລະຫວ່າງ​ສອງ​ພັກ ສອງ​ລັດ ​ແລະ ສອງ​ຊາດ​ຫວຽດນາມ - ລາວ ​ໃນ​ສະ​ໄໝ​ແຫ່ງ​ການ​ພັດທະນາ​ໃໝ່.

ຜົນສຳ​ເລັດ​ຂອງ​ການ​ຢ້ຽມຢາມ ​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ສອງ​ປະ​ເທດພ້ອມ​ກັນ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນທີ່​ບໍລິສຸດ​ຜຸ​ດຜ່ອງ ຊື່ສັດ​ສະ​ເໝີ​ຕົ້ນ​ມະ​ເໝີ​ປາຍນັ້ນ​ຕະຫຼອດ​ການ ຄື​ກັບຄຳ​ໂອວາດ​ຂອງ​ທ່ານ​ປະທານ ​ໄກສອນ ພົມວິຫານ "​ເຖິງ​ວ່າ​ພູ​ຈະ​ຖືກ​ເຊາະ​ເຈື່ອນ, ​ແມ່​ນ້ຳ​ລຳ​ເຊ​ຈະ​ເຫືອດ​ແຫ້ງ, ​ແຕ່​ສາຍ​ພົວພັນ​ມິດຕະພາບ​ລາວ - ຫວຽດນາມ ຈະໝັ້ນຄົງ​ຂະໜົງ​ແກ່ນ​ຊົ່ວ​ກາລະ​ນາມ"./.

ໂດຍ ທູ່ຍລີງ