ວ.ກ.ອອນ​ໄລ - ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ, ວັນ​ທີ 30 ພຶດສະພາ 2015, ສະຫາຍເຈືອງ​ເຕິ​ນຊາງ ​ປະທານປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ​​ໄດ້​ນຳພາຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ມາ​ຮ່ວມ​ພິທີ​ເປີດ​ນຳ​ໃຊ້​ ສະໜາມ​ບິນ​ສາກົນ ອັດ​ຕະປື.

ສະຫາຍປະທານປະເທດເຈືອງເຕິນຊາງ ແລະ ສະຫາຍຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ຕັດແຖບຜ້າເປີດນຳໃຊ້ ສະໜາມບິນສາກົນ ອັດຕະປື (ພາບ: TTXVN)

ເຂົ້າຮ່ວມ​ໃນ​ຄະນະ​ຜູ້​ແທນ​ຍັງ​ມີ​ສະຫາຍ​ຫງວຽນ​ຊວນ​ຝຸກ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ ຮອງ​ນາ​ຍົກ​ລັດຖະມົນຕີ​ແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ, ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ຫວຽດນາມ - ລາວ.

ສະໜາມ​ບິນ​ສາກົນ ອັດ​ຕະປື ​ແມ່ນ​ໂຄງການ​ໜຶ່ງ​ໃນ​ບັນດາ​ໂຄງການ​ຈຸດ​ໜັກ​ຢູ່​ພາກ​ໃຕ້ລາວ ຊຶ່ງ​ໄດ້​ລົງທຶນ​ເປັນ​ເງິນ 36 ລ້ານ​ໂດ​ລາ​ສະຫະລັດ ​ໂດ​ຍ​ແມ່ນ​ກຸ່ມ​ບໍລິສັດ​ຮວ່າງ​ແອ​ງຢາ​ລາຍ (ຫວຽດນາມ) ​ເປັນ​ຜູ້​ຊ່ວຍ​ເຫຼືອ, ລັດຖະບານ​ລາວ​ໃຫ້ການ​ກໍ່ສ້​າງດ້ວຍ​ຮູບ​ການ BT (ກໍ່ສ້າງ ​ແລະ ມອບ​ໂອນ) ​ໃນ​ເວລາ​ແຕ່​ເດືອນ​ພຶດສະພາ 2013 ຮອດ​ເດືອນ​ພຶດສະພາ 2015.

ສະໜາມ​ບິນ​ສາກົນ ອັດ​ຕະປື ​ແມ່ນ​ໂຄງການ​​ຈຸດ​ໜັກທີ່​ມີ​ຄວາມ​ໝາຍ​ເສດຖະກິດ - ສັງຄົມ​ທີ່​ໃຫຍ່​ຫຼວງ, ​ເປັນ​ຂົວ​ຕໍ່ຄົມມະນາຄົມ, ​ເສດຖະກິດ - ການ​ເມືອງ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ຫວຽດນາມ ​ແລະ ລາວ, ປະກອບສ່ວນ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ໃຫ້​ປະຊາຊົນ​ໃນ​ແຂວງ​ອັດ​ຕະປື...

ພ້ອມ​ກັນ​ກັບ​ບັນດາ​ການ​ນຳ​ຂອງ​ລາວ​ຕັດ​ແຖບ​ຜ້າ​ເປີດ​ນຳ​ໃຊ້​ສະໜາມ​ບິນ, ສະຫາຍປະທານປະ​ເທດ ເຈືອງ​ເຕິ​ນຊາງ ​ໄດ້​ສະ​ແດງ​ຄວາ​ງຮູ້​ບຸນຄຸນ​ຢ່າງ​ຈິງ​ໃຈ​ຕໍ່​ພັກ ລັດຖະບານ​ລາວ, ກໍ່​ຄື​ຕໍ່​​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ ​ແລະ​ແຂວງ​ອັດ​ຕະປື ທີ່​ໄດ້​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມມາລົງທຶນ​ຢູ່​ພາກ​ໃຕ້​​ລາວ​ເວົ້າ​ລວມ ກໍ່​ຄືລົງທຶນ​ໃນ​ໂຄງການ​ສະໜາມ​ບິນ​ອັດ​ຕະປື​​ ເວົ້າໂດຍ​ສະ​ເພາະ.

ສະຫາຍປະທານປະ​ເທດ ເຈືອງ​ເຕິ​ນຊາງ ກໍ່​ໄດ້​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່ ກຸ່ມ​ບໍລິສັດ​ຮວ່າງ​ແອ​ງຢາ​ລາຍ ​ແລະ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ທີ່​ໄດ້​ມີ​ຄວາມມາ​ນະ​ພະຍາຍາມ​ເຄື່ອນ​ໄຫວ​ທຸລະ​ກິດ​ຢູ່​ລາວ; ​ເນັ້ນ​ວ່າ ການປະຕິບັດໂຄງການສະໜາມ​ບິນ​ສາກົນ ອັດ​ຕະປື ຕາມ​ຕົວ​ແບບ​ກໍ່ສ້າງ ​ແລະ ມອບ​ໂອນນັ້ນ ​ເປັນການ​ສະ​ແດງ​ເຖິງ​ລັກ​ສະ​ນະ​ປະສິດທິ​ຜົນ ​ແທດ​ຈິງ ​ແລະ ຄວາມອຸດົມສົມບູນຫຼາກ​ຫຼາຍ​ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ບັນດາ​ວິສາ​ຫະກິດ​ຂອງ​ສອງ​ປະ​ເທດ​ເວົ້າ​ໂດຍ​ສະ​ເພາະ; ພ້ອມ​ກັນ​ນັ້ນ ​ກໍ່​ສະ​ເໜີ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ສືບ​ຕໍ່​ເສີມ​ຂະ​ຫຍາຍຜົນສຳ​ເລັດ​ທີ່​ບັນລຸ​ໄດ້, ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ທຸລະ​ກິດ ທັງ​ເອົາ​​ໃຈໃສ່ຊ່ວຍ​ເຫຼືອ​ວຽກ​ງານ​ສັງຄົມ​ຢູ່​ທ້ອງ​ຖິ່ນ ບົນ​ຈິດ​ໃຈ​ຊ່ວຍ​ເຫຼືອ​ເພື່ອນ​ກໍ່​ແມ່ນ​ຊ່ວຍ​ໃຫ້​ກະ​ໂຕ​ຕົນ​ເອງ, ປະກອບສ່ວນ​ປັບປຸງ ​ແລະ ຂະຫຍາຍ​ສາຍ​ພົວພັນ​ສາມັກຄີ​ພິ​ເສດ ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ຫວຽດນາມ - ລາວ.

ສະຫາຍ​ຈູມ​ມາ​ລີ ​ໄຊຍະ​ສອນ ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ແລະ ບັນດາ​ການ​ນຳ​ຂອງລາວ​ ໄດ້​ສະ​ແດງ​ຄວາມ​ຄຳນັບ​ຮັບ​ຕ້ອນ​ຢ່າງ​ສຸດ​ໃຈ​ຕໍ່ສະຫາຍປະທານປະ​ເທດ ເຈືອງ​ເຕິ​ນຊາງ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ທີ່​ໄດ້​ມາ​ຮ່ວມ​ພິທີ​ເປີດ​ນຳ​ໃຊ້​ສະໜາມ​ບິນ​ສາກົນ ອັດ​ຕະປື ຊຶ່ງ​ເປັນ​ການສະ​ແດງ​ເຖິງນ້ຳໃຈມິດຕະພາບ​ອັນ​ເລິກ​ເຊິ່ງ ​ແລະ ການ​ພົວພັນ​ສາມັກຄີ​ສະໜິດ​ແໜ້ນ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ, ​ໄດ້​​ເປັນ​ການ​ລະດົມ​ກຳລັງ​ໃຈ​ອັນ​ໃຫຍ່ຫຼວງຕໍ່​ປະຊາຊົນ​ລາວ​ເວົ້າ​ລວມ ​​ແລະ ປະຊາ​ຊົນ​ແຂວງ​ອັດຕະປື​ເວົ້າໂດຍສະ​ເພາະ.

ສະຫາຍ​ຈູມ​ມາ​ລີ ​ໄຊຍະ​ສອນ ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ຕີ​ລາຄາ​ສູງຕໍ່ກຸ່ມ​ບໍລິສັດ​ຮວ່າງ​ແອ​ງຢາ​ລາຍ ທີ່ໄດ້​ຜັນ​ຂະຫຍາຍ​ການ​ລົງທຶນ ​ແລະ ສຳ​ເລັດ​ໂຄງການ​ສະໜາມ​ບິນ​ສາກົນ​ອັດ​ຕະປືຢ່າງ​​ໄວ ຊຶ່ງ​ເປັນ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ການ​ເມືອງ - ​ເສດຖະກິດ​ທີ່​ສຳຄັນ, ຊ່ວຍ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ແລະ ຍັງ​ເຊື່ອມ​ຕໍ່​ລະຫວ່າງ​ລາວ​ກັບ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ, ສ້າງຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ພົວພັນ​ສັງ​ສັນ​ລະຫວ່າງ​ປະຊາຊົນ; ພ້ອມ​ກັນ​ນັ້ນ ກໍ່ປະກອບສ່ວນຊຸກຍູ້​ການ​ພົວພັນ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ​ຢູ່​ພາກ​ໃຕ້​ລາວ.

​ໃນ​ເວລາຢູ່​ລາວ, ສະຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາ​ງ ​ໄດ້​ພົບ​ປະ​ເຮັດ​ວຽກ​ກັບສະຫາຍ​ຈູມ​ມາ​ລີ ​ໄຊຍະ​ສອນ ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ, ​ຢ້ຽມຢາ​ມສະ​ຫາຍ​ຄຳ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ປະ​ເທດ​ ອະດີດປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ.

​ໃນ​ການ​ພົບ​ປະ​ຫາລື​ກັບສະຫາຍ​ຈູມ​ມາລີ ​ໄຊຍະ​ສອນ ​​ແລະ ສະຫາຍ​ຄຳ​ໄຕ ສີ​ພັນ​ດອນ, ສະຫາຍເຈືອງ​ເຕິ​ນຊາງ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະຊາຊົນ​ລາວອ້າຍ​ນ້ອງຈະ​ສືບຕໍ່​ປະຕິບັດ​ບັນດາ​ຈຸດໝາຍ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວຄັ້ງ​ທີ IX ຢ່າ​ງສຳ​ເລັດ​ມີ​ໄຊ, ກ້າວ​ເຖິງຈັດ​ຕັ້ງກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດຄັ້ງ​ທີ X ຂອງ​ພັກ​ ປປ ລາວ ໃນ​ຕົ້ນ​ປີ 2016 ຢ່າງ​ສຳ​ເລັດ​ຜົນ. ສະຫາຍ​ຈູມ​ມາ​ລີ ​ໄຊຍະ​ສອນ ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ສະ​ແດ​ງຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ຈິງ​​ໃຈ​ຕໍ່​ພັກ ລັດ ​ແລະ​ ປະຊາ​ຊົນ​ຫວຽດນາມ ທີ່​ໄດ້​ໃຫ້ການ​ສະໜັບ​ສະ​ໜູນ ​ແລະ ຊ່ວຍ​ເຫຼື​ອອັນ​ປະ​ເສີດ ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ແກ່​ພັກ ລັດ ​ແລະ ປະຊາຊົນ​ລາວ ​ໃນການຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​ກ່ອນ​ໜ້າ​ນີ້ ກໍ່​ຄື​ໃນ​ການສ້າງສາ ​​ແລະ​ພັດທະນາ​ປະ​ເທດ​ໃນ​ປັດຈຸບັນ; ຢືນຢັນ​ນ້ຳ​ໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ​ແລະ ສາຍພົວພັນ​ສາມັກຄີ​ພິ​ເສດ​ລາວ - ຫວຽດນາມຈະ​ໝັ້ນຄົງ​ຂະໜົງ​ແກ່ນ​ຕະຫຼອດ​ການ ​ແລະ ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງ.

ການ​ນຳ​ຂອງ​ສອງ​ປະ​ເທດ​ມີ​ຄວາມ​ດີ​ໃຈ​ທີ່​ສຸດ​ທີ່​ເຫັນ​ວ່າ ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງລັດ ​ແລະ ປະຊາຊົນ​ສອງປະ​ເທດ​ຫວຽດນາມ - ລາວ ​ໃນ​ເວລາທີ່​ຜ່ານ​ມາ​ສືບ​ຕໍ່​ຂະຫຍາຍຕົວ​ໃນ​ທຸກ​ຂົງ​ເຂດ.

Box: ຫວຽດນາມ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່ມີ​ການ​ລົງທຶນ​ເຂົ້າ​ລາວ​ຫຼາຍ​ກວ່າ​ໝູ່, ດ້ວຍຈຳນວນ​ທຶນ​ທີ່​ໄດ້​ລົງມາຮອດ​ດຽວ​ນີ້​ແມ່ນ​ປະມານ 5,22 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ, ສະ​ເພາະ​ແຂວງ​ອັດ​ຕະປື​ແມ່ນ 654 ລ້ານ​ໂດ​ລາ​ສະຫະລັດ. ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ເພີ່ມ​ຂຶ້ນຢ່າງ​ໄວ, ປີ 2014 ບັນລຸ 1,4 ຕື້​ໂດ​ລາ​ສະຫະລັດ (​ເພີ່ມ 24,5% ທຽບ​ກັບ​ປີ 2013); ສະ​ເພາະ​ການ​ຄ້າ​ຂາ​ອອກ​ຂາ​ເຂົ້າຜ່ານ​ດ່ານ ​ເບີ​ອີ - ພູ​​ເກືອ​ (​ແຂວງ​ອັດ​ຕະປື) ​ໄດ້ບັນລຸ 229 ລ້ານ​ໂດ​ລາ​ສະຫະລັດ (​ເພີ່ມ 72% ທຽບ​ກັບ​ປີ 2013). ສອງ​ປະ​ເທດ​ຫາ​ກໍ່​ເຊັນ​ສັນຍາ​ການ​ຄ້າສະບັບ​ໃໝ່, ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເປັນ 2 ຕື້​ໂດ​ລາ​ສະຫະລັດ ​ໃນ​ປີ 2015. ວິ​ສາ​ຫະກິດ​ຫວຽດນາມ​​​ສ້າງ​ວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິຢູ່​ລາວ​ໄດ້​ເປັນ​ຈຳນວນ​ໝື່ນ, ຊ່ວຍ​ຍົກ​ສູງ​ສະມັດ​ຕະພາບ​​ແຮງ​ງານ, ​ເພີ່ມ​ແຫຼ່ງລາຍຮັບ​ໃຫ້​ງົບປະມານຂອງ​ລາວ, ພ້ອມ​ກັນ​ນັ້ນ​ກໍ່​​ໄດ້ບໍລິຈາກ​ເງິນ​ເປັນຈຳນວນຫຼາຍສິບລ້ານ​ໂດ​ລາ​ສະຫະລັດ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສະຫວັດດີ​ການ - ສັງຄົມ​ຢູ່​ທ້ອງ​ຖິ່ນ​ຂອງ​ລາວ.


ສະຫາຍ​ປະທານ​ປະ​ເທດ​ເຈືອງ​ເຕິ​ນຊາງ ວາງ​ພວງມາລາ​
ທີ່​ອະນຸສາວະລີການຮ່ວມສຳພັນ​​ສູ້​ຮົບລະຫວ່າງ ລາວ - ຫວຽດນາມ ທີ່​ແຂວງ​ຈຳ​ປະ​ສັກ (ພາບ
: TTXVN)


ການ​ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເຫັນດີ​ເປັນ​ເອກະ​ພາບສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດບັນດາ​ຄຳ​ໝັ້ນ​ສັນຍາ​ຂັ້ນ​ສູງ ​ແລະ ຜົນສຳ​ເລັດ​​ແຫ່ງ​ກອງ​ປະຊຸມຄັ້ງ​ທີ 37 ຄະນະ​ກຳມາ​ທິການ​ຮ່ວມ​ລັດຖະບານ​ຫວຽດນາມ - ລາວ; ​ໃນ​ນັ້ນ ມີ​ການ​ເພີ່ມ​ທະວີ​ການ​ພົບ​ປະແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ປະສານ​ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ທຶນ​ຊ່ວຍ​ເຫຼືອທີ່​ຫວຽດນາມ​ຊ່ວຍ​ໃຫ້​ລາວ​ໃນ​ປີ 2015; ຍູ້​ແຮງການ​ປະຕິບັດ​ບັນດາ​ໂຄງການ​ເຊື່ອມ​ຕໍ່ທາງ​ດ້ານ​ຄົມມະນາຄົມ ​ແລະ ພະລັງງານ; ​ໃຫ້​ລົງ​ນາມ​ໂດຍ​ໄວ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ - ລາວ ​ແລະ ສັນຍາ​ການ​ຄ້າ​ສິນຄ້າ ​ແລະ ການ​ບໍລິການ​ຕາມຊາຍ​ແດນ; ສືບ​ຕໍ່​ເພີ່ມ​ທະວີ​ການ​ຕິດຕາມ ກວດກາ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃຫ້​ໄດ້ຢ່າງ​ທັນ​ການ, ຊ່ວຍໜູນ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ຢູ້ລາວ​ຢ່າງ​ມີ​ປະສິດທິ​ຜົນ.

ສອງ​ຝ່າຍ​ກໍ່​ໄດ້​ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ​ກ່ຽວກັບບາງບັນຫາ​ສາກົນ ​ແລະ​ພາກ​ພື້ນ ທີ່​ທັງ​ສອງຝ່າຍຕ່າງ​ກໍ່ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ຈົບງາມ ​ລະຫວ່າງ​ສອງ​ປະ​ເທດ​ຢູ່​ທີ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ​ ສາກົນ; ​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ​ບັນດາ​ປະ​ເທດ​ສະມາຊິກສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ທ້າຍ​ປີ 2015. ສະ​ຫາຍ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຢືນຢັນ​ຫວຽດນາມ​ຈະ​ສະໜັບສະໜູນ​​ໃຫ້ລາວ​ຮັບຜິດຊອບ​ປະຕິບັດ​ບົດບາດ​ເປັນ​ປະທານ ອາຊຽນ ປີ 2016 ຢ່າງ​ສຳ​ເລັດ​ຜົນ.

ບັນດາ​ການ​ພົບ​ປະ​ຫາລື​ລະຫວ່າງ​ການ​ນຳ​ຂັ້ນສູງ​ຂອງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດອົບ​ອຸ່ນ ​ມິດຕະພາບ ​ແລະ ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສະຫາຍ​ອ້າຍ​ນ້ອງ. ​ເນື່ອງ​ໃນ​ໂອກາດ​ນີ້, ສະຫາຍປະທານປະ​ເທດ  ເຈືອງ​ເຕິ​ນຊາງ ​​ຖື​ເປັນ​ກຽດ​ເຊື້ອ​ເຊີນ​ສະຫາຍ​ ຈູມ​ມາລີ ​ໄຊ​ຍະ​ສອນ ເລຂາທິການ​ໃຫຍ່ພັກ ປປ ລາວ ປະທານ​ປະທດ​​ແຫ່ງ ສປປ ລາວ ​ແລະ ສະ​ຫາຍ​ຄຳ​ໄຕ ສີ​ພັນ​ດອນ ອະດີດປະທານຄະນະ​ບໍລິຫານ​ງານສູນ​ກາງ​ພັກ ປປ ອະດີດປະທານ​ປະ​ເທດ​ແຫ່ງ ສປປ ລາວ ມາ​ຢ້ຽມຢາມ​ປະ​ເທດ​ຫວຽດນາມ​ໃນ​ເວລາ​ທີ່​ເໝາະ​ສົມ.

​ໃນ​ວັນ​ດຽວ​ກັນ, ສະຫາຍປະທານປະ​ເທດ ເຈືອງ​ເຕິ​ນຊາງ ​ໄດ້​ໃຫ້​ກຽດ​ຮ່ວມ​ພິທີ​ເປີດ​ນຳ​ໃຊ້​ໄລຍະ​ທີ 1 ກິດຈະການປະຕິສັງ​ຂອນເປີດ​ກວ້າງ​ບູຮານ​ສະຖານ​ວັດ​ທາດ - ອະນຸສາະລີ​ເຈົ້າ​ຊີວິດ ​ໄຊ​ເສດ​ຖາ.

ສະຫາຍປະທານປະ​ເທດ ເຈືອງ​ເຕິ​ນຊາງ ກໍ່​ໄດ້​ໄປ​ວາງ​ພວງມາລາ​ໄຫວ້​ອາ​ໄລ, ປູກ​ຕົ້ນ​ໄມ້​ເປັນ​ທີ່​ລະນຶກ​ທີ່​ອະນຸສາວະລີ​ການຮ່ວມສຳພັນ​ສູ້​ຮົບລະຫວ່າງ​ລາວ - ຫວຽດນາມ ຢູ່​ເມືອງ​ປາກ​ຊ່ອງ ​ແຂວງຈຳປະ​ສັກ. ນີ້ແມ່ນໜຶ່ງ​ໃນ 4 ກິດຈະກຳ​ທີ່​ໄດ້​ກໍ່ສ້າງ​ໃນ​ດິນ​ລາວ ​ເພື່ອ​ສະ​ແດງ​ຄວາມຮູ້ບຸນຄຸນຕໍ່ບັນດາ​ວິລະ​ຊົນ​ນັກຮົບຫວຽດນາມ ​ແລະ ລາວ ທີ່​ໄດ້​ເສຍສະຫຼະ​ຊີວິດ​ໃນ​​ເວລາ​ສູ້​ຮົບ​ເພື່ອ​ປົດ​ປ່ອຍ​ຊາດ...

ຢູ​ແຂວງອັດ​ຕະປື, ສະຫາຍປະທານປະ​ເທດ ເຈືອງ​ເຕິ​ນຊາງ ຍັງ​ໄດ້​ໄປ​ກວດ​ເບິ່ງປະສິດທິ​ຜົນ​ຂອງ​​ໂຄງການລ້ຽງ​ງົວ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ ຂອງ​ກຸ່ມ​ບໍລິສັດຮວ່າງ​ແອ​ງຢາ​ລາຍ. ນີ້​ແມ່ນ​ຕົວ​ແບບ​ຟາ​ມລ້ຽງສັດ​ທີ່​ທັນ​ສະ​ໄໝ, ດ້ວຍ​ຈຳນວນ​ງົວ​ຫຼາຍກວ່າ 15.000 ​ໂຕ ຊຶ່ງ​ວິ​ສາ​ຫະກິດ​ລົງທຶນ​ເພື່ອ​ແນ​ໃສ່​ສວຍ​ໃຊ້​ທ່າ​ດີ​ດ້ານ​ຜະ​ລິດຕະພັນ​ກະສິກຳ ​ເຊັ່ນ​ຢາງພາລາ, ອ້ອຍ, ປາມ​ນ້ຳມັນ ​ເພື່ອ​ເປັນ​ຫົວອາຫານ​ສັດ, ສ້າງ​ໃຫ້​ມີ​ຜະລິດ​ຕະພັນ​ງົວ​ຄຸນ​ນະພາບສູງ.

ການ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່​ລາວ​ຂອງສະຫາຍປະທານປະ​ເທດ ເຈືອງ​ເຕິ​ນຊາງ ​ໃນ​ຄັ້ງ​ນີ້​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ເຖິງ​ນ້ຳ​ໃຈ​ມິດຕະພາບ​ອັນ​ຍິ່ງ​​ໃຫຍ່ ​ແລະ ການ​ພົວພັນ​ສາມັກ​ຄີ​ພິ​ເສດລາວ - ຫວຽດນາມ ຈະ​ໝັ້ນຄົງ​ຍືນ​ຍົງ​ຕະຫຼອດ​ການ ​ແລະ ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ./.

ໂດຍ: ບທ (ສັງ​ລວມຕາມ​ສຳນັກ​ຂ່າວ TTXVN)