ວ.ກ.ອອນ​ໄລ - ​ໃນ​ກອບ​ການ​ຢ້ຽມຢາມ​ແລະເຮັດ​ວຽກຢູ່ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ວັນ​ທີ 14 ກັນຍາ 2015, ສະຫາຍ​ຫງວຽນ​ເຕິ​ນຢຸງ ນາຍົກລັດຖະມົນຕີ​ ສສ ຫວຽດນາມ ​ໄດ້​ເຂົ້າ​ຢ້ຽມ​ຄຳນັບສະຫາຍ ຈູມ​ມາລີ ​ໄຊ​ຍະສ​ອນ ​ເລຂາ​ທິການ​ໃຫຍ່ ປະທານ​ປະ​ເທດ ​ແຫ່ງ​ສປປ ລາວ ​ແລະ ສະຫາຍ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ, ພົບ​ປະ​ຫາລື​ກັບສະຫາຍ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ.
    

ສະຫາຍນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຢ້ຽມຄຳນັບສະຫາຍ ຈູມມາລີນີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສປປ ລາວ (ພາບ: VNTTX)

ສະຫາຍ ຈູມ​ມາລີ ​ໄຊ​ຍະສ​ອນ ​ເລຂາ​ທິການ​ໃຫຍ່ ປະທານ​ປະ​ເທດ ​ແຫ່ງ​ສປປ ລາວ ​ແລະ ສະຫາຍ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງຕໍ່ ສະຫາຍ​ຫງວຽນ​ເຕິ​ນຢຸງ ນາຍົກລັດຖະມົນຕີ​ ສສ ຫວຽດນາມ ທີ່​ໄດ້​ນຳພາ​ຄະນະ​​ເດີນທາງມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນທີ່​ສຸດ​ເຂົ້າ​ໃນ​ການ​ເພີ່ມ​ທະວີ ​ແລະ ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະ​ຫວ່າງ​ລາວ - ຫວຽດນາມ; ພິ​ເສດ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ ດ້ວຍການວາງສີລາລຶກໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອກາລີ ທີ່​ແຂວງຄຳມ່ວນ ​ເຊິ່ງ​ເປັນ​ໂຄງການ​ລົງທຶນ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ​ຢູ່​ລາວ.

ຜູ້ນຳ​ລາວ​ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບໃຈສະຫາຍ​ຫວຽດນາມ ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອຢ່າງ​ໃຫຍ່​ຫຼວງ ​ແລະ ມີ​ປະສິດທິ​ຜົນ​ແກ່ການ​ປະຕິວັດ​ຂອງ​ລາວຕະຫຼອດ​ມາ ​ໃນ​ພາລະກິດການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ​ກ່ອນ​ໜ້າ​ນີ້ ກໍ່​ຄື​ໃນ​ການ​ສ້າງສາ ພັດທະນາ​ປະ​ເທດ​ລາວ​ໃນ​ປັດຈຸບັນ.

ສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ​ທີ່​ໄດ້​ກັບ​ມາຢາມ​ປະ​ເທດ​ລາວ​ອ້າຍນ້ອງ ​ແລະ ​ໄດ້​ເຫັນ​ກັບ​ຕາ​ບັນດາຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ ສຳ​ຄັນ ຮອບດ້ານ ທີ່​ພັກ ລັດຖະບານ ​ແລະ ປະຊາຊົນ​ລາວ​ອ້າຍນ້ອງ​ຍາດ​ມາ​ໄດ້ ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກປະຊາຊົນ​ປະຕິວັດ​ລາວ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງ​ທີ VII (2011 - 2015).

ສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ພັກ ລັດຖະບານ ​ແລະ ປະຊາຊົນ​ລາວອ້າຍ​ນ້ອງ ທີ່​ໄດ້​ໃຫ້ການຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ແກ່​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກ່ອນ​ໜ້າ​ນີ້ ກໍ່​ຄື​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຫວຽດນາມ​ໃນ​ປັດຈຸບັນ; ສະຫາຍ​ກໍ່​ໄດ້​ອວຍພອນ​ໄຊ​ໃຫ້​ລາວ​ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ​ ຄັ້ງ​ທີ X ຢ່າງ​ສຳ​ເລັດ​ມີ​ໄຊ ​ແລະ ຮັບ​ປະຕິບັດ​ບົດບາດ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2016 ຢ່າງ​ສຳ​​ເລັດ​ຜົນ.

ການ​ນຳ​ຂອງ​ສອງ​ປະ​ເທດຢືນຢັນ ພັກ ລັດຖະບານ ສະພາ​ແຫ່​ງຊາດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຈະ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ ​ແລະ ບຸລິມະສິດ​ສູງ​ສຸດ​ໃຫ້​ແກ່​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ.

ສອງ​ຝ່າຍ​​ໄດ້ພ້ອມ​ກັນ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ ​ກ່ຽວ​ກັບ​ບາງ​ບັນຫາ​ສາກົນ​ແລະ​ພາກ​ພື້ນ; ພ້ອມ​ທັງ​ໄດ້​ເປັນ​ເອກະ​ພາບ​ກັນ ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ໃນກອບ ອາຊຽນ ​ເພື່ອ​ຮັກສາ​ຫຼັກ​ໝັ້ນ ​ແລະ ສຸລະສຽງ​ຂອງ ອາ​ຊຽນ ​ໃນ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ອັນ​ສຳຄັນ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.



ສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ພົບ​ປະ​ຫາລື​ກັບ​
ສະຫາຍນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ (ພາບ: VNTTX)

ໃນ​ການ​ພົບ​ປະ​ຫາລື​ສອງຝ່າຍ, ສະຫາຍນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ ​ຕໍ່ສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ທີ່​ໄດ້​ນຳ​ຄະນະ​ຜູ້​ແທນມາ​ຢ້ຽມຢາມ​ລາວ ​ເຊິ່ງເປັນ​ການສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາ​ເຖິງ​ນ້ຳ​ໃຈ​ມິດຕະພາບ​ອັນ​ເລິກ​ເຊິ່ງ ​ແລະ ສາຍ​ພົວພັນ​ສາມັກຄີ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ສອງ​ພັກ ສອງ​ປະ​ເທດ; ພ້ອມ​ນັ້ນສະຫາຍ​ກໍ່​ເນັ້ນ​ວ່າ​ ລັດຖະບານ ​ແລະ ປະຊາຊົນ​ລາວ ສະ​ແດງ​ຄວາມ​ນັບຖື​ແລະ​ຄວາມ​ຂອບ​ໃຈ​ສະຫາຍ​ຫວຽດນາມ ທີ່​ໄດ້​ໃຫ້ການ​ຊ່ວຍ​​ເຫຼືອ​ຢ່າງ​ໃຫຍ່​ຫຼວງ ​ແລະ ມີ​ປະສິດທິ​ຜົນ​ແກ່​ປະຊາຊົນ​ລາວ ​ໃນ​ພາລະ​ກິດ​ການ​ຕໍ່ສູ້​ປົດປ່ອຍ​ຊາດ​ກ່ອນ​ໜ້າ​ນີ້ ກໍ່​ຄື​ໃນ​ການ​ສ້າງສາ ພັດທະນາ​ປະ​ເທດ​ລາວໃນ​ປັດຈຸບັນ.

ສະຫາຍນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການວາງ​ສິລາ​ລຶກ​ໂຄງການ​ຂຸດ​ຄົ້ນແລະປຸງ​ແຕ່ງເກືອກາລີ ທີ່​ແຂວງຄຳມ່ວນ ​ໃນ​ໂອກາດ​ການ​ມາ​ຢ້ຽມຢາມ​ຂອງສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ຄັ້ງ​ນີ້ ຈະ​ນຳ​ເອົາຜົນ​ປະ​ໂຫຍ​ດມາສູ່​ປະຊາຊົນ​ສ​ອງ​ຊາດ​ຢ່າງ​ແທ້​ຈິງ; ຈະ​ຍູ້​ແຮງ​ການ​ຮ່ວມ​ມືດ້ານ​ເສດຖະກິດ ການ​ຄ້າ ການ​ລົງທຶນ ​ແຮງ​ງານ ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ-​ເຕັກນິກ ລະຫວ່າງ​ສອງ​ປະ​ເທດ; ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ຮອບ​ດ້ານລະຫວ່າງ ລາວ ​ແລະ ຫວຽດນາມ​ ຍິ່ງ​ກວ່າ​ອີກ.

ສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ສະ​ແດງ​ຄວາມ​ດີ​ໃຈ​ຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ສຳຄັນ​ທີ່​ພັກ ລັດຖະບານ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ຍາດ​ມາ​ໄດ້; ຂໍ​ອວຍພອນ​ໃຫ້​ພັກ​ປະຊາ​ຊົນ​ປະຕິວັດ​ລາວ ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ X ​ໃນ​ຕົ້ນ​ປີ 2016 ຢ່າງ​ສຳ​ເລັດ​ຜົນ.

ການ​ນຳ​ຂອງ​ສອງ​ປະ​ເທດສະ​ແດງ​ຄວາມ​ປິ​ຕິ​ຍິນ​ດີ​ເມື່​ອເຫັນ​ວ່າ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ ສອງ​ລັດ ​ແລະ ປະຊາຊົນ​ສອງປະ​ເທດ​ຫວຽດນາມ - ລາວ ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ຈົບງາມ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ໃນ​ທຸກ​ຂົງ​ເຂດ.

ຫວຽດນາມ​​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ລົງທຶນ​ຫຼາຍ​ທີ່​ສຸດ​ເຂົ້າ​ລາວ; ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ; ສອງ​ປະ​ເທດ​ຫາ​ກໍ່​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ສະບັບ​ໃໝ່ ​ແລະ ສັນຍາວ່າ​ດ້ວຍ​ການ​ຊື້​ຂາຍ ​ແລກປ່ຽນ​ສິນຄ້າ ​ແລະ ການ​ບໍລິການ​ຕາມ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ, ສູ້​ຊົນ​ຍົກ​ມູນ​ຄ່າ​ການ​ຄ້າ​ສອງ​ສົ້ມ​ຂຶ້ນ​ເປັນ 2 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015; ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ໂຄງການ ກິດຈະການ​ກໍ່ສ້າງ​ທີ່​ໃຊ້​ທຶນ​ຊ່ວຍ​ເຫຼືອ​ກໍ່​ບັນລຸ​ຜົນ​ອັນ​ດີງາມ; ການ​ຮ່ວມ​ມື​ດ້ານ​ວັດທະນະທຳ ການ​ສຶກສາ-ກໍ່ສ້າງ ວິທະຍາສາດ-​ເຕັກນິກ ການ​ຄົມມະນາຄົມ​ຂົນ​ສົ່ງ ກະສິກຳ ກໍ່​ໄດ້​ຜັນ​ປ່ຽນ​ຢ່າງ​ຕັ້ງໜ້າ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ສົມທົບ​ກັນ​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ​ເປັນ​ຢ່າງ​ດີ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ບຸນມະ​ໂຫລານ​ຕ່າງໆ ຂອງ​ສອງ​ປະ​ເທດ​ ແຕ່​ນີ້​ຮອດ​ທ້າຍ​ປີ, ​ໃນ​ນັ້ນ​ມີ​ການສະ​ເຫຼີ​ມສະຫຼອງ​ວັນຊາດ​ລາວ​ຄົບຮອບ 40 ປີ ​ແລະ ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ ​ໄກ​ສອນ ພົມວິຫານ ຄົບຮອບ 95 ປີ; ກະກຽ​ມ​ເປັນ​ຢ່າງ​ດີ​ໃຫ້ແກ່ກອງ​ປະຊຸມ​ຄັ້ງ​ທີ 38 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານສອງ​ປະ​ເທດ ​ແລະ ການ​ປຶກສາ​ຫາລື​ປະຈຳ​ປີ​ລະຫວ່າງ​ສອງ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ຕ່າງປະ​ເທດ​ຂອງ​ສອງ​ປະ​ເທດ ທ້າຍ​ປີ 2015; ສົມທົບ​ກັນ​ປະຕິບັດສັນຍາ​ການ​ຄ້າ​ສະບັບ​ໃໝ່ ​ແລະ ສັນຍາວ່າ​ດ້ວຍ​ການ​ຊື້​ຂາຍ ​ແລກປ່ຽນ​ສິນຄ້າ ​ແລະ ການ​ບໍລິການ​ຕາມ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ ​ໃຫ້​ໄດ້​ຮັບ​ຜົນ​ເປັນ​ຢ່າງ​ດີ; ຊອກຫາ​ມາດ​ຕະການ​ເພື່ອ​ຍົກ​ສູງມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2015; ສືບ​ຕໍ່​ຕິດຕາມ ກວດກາ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ຢ່າງ​ທັນ​ການ ​ເພື່ອຊ່ວຍ​​ໃຫ້ວິ​ສາ​ຫະກິດ​ຫວຽດນາມ​ຜັນ​ຂະຫຍາຍ​ໂຄງການລົງທຶນ​ຢູ່​ລາວຢ່າງ​ມີ​ປະສິດທິ​ຜົນ; ສົ່ງ​ເສີນ​ວິ​ສາ​ຫະກິດ​ລາວ​ລົງທຶນ​ຢູ່​ຫວຽດນາມ, ພິ​ເສດ​ແມ່ນ ​ໂຄງການ​ກໍ່ສ້າງສາງພັກ​ນ້ຳມັນ ​ແລະ ລະບົບ​ທໍ່​ສົ່ງ​ນ້ຳມັນ​ ແຕ່​ທ່າ​ເຮືອ​ຮອນ​ລາ ​ແຂວງ​ກວ໋າງບິ່ງ ຫາ ຄຳ​ມ່ວນ ​ເຊິ່ງ​ເປັນ​ໂຄງການ​ລົງທຶນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ລາວ​ຢູ່​ຫວຽດນາມ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເຊື່ອມຕໍ່​ເສັ້ນທາງ​ຄົມມະນາຄົມ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ເລີ່​ມກະກຽມ​ໃຫ້​ແກ່​ໂຄງການ​ກໍ່ສ້າງເສັ້ນທາງ​ຄວາມ​ໄວ​ສູງ ວຽງ​ຈັນ-ປາກ​ຊານ-​ແທງ​ທູ​ຍ-ຮ່າ​ໂນ້ຍ ​ແລະ ​ເສັ້ນທາງ​ແຕ່​ພູທິ​ເຜິ້ງ (​ແຂວງ​ຫຼວງ​ພະ​ບາງ) ຫາ ນາ​ຊອນ (ຕິດ​ກັບ​ເມືອງ​ດ້ຽນບຽນຕາເວັນອອກ, ​ແຂວງ​ດ້ຽນບຽນ).

ສອງ​ຝ່າຍ​​ໄດ້ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ທັງສອງ​ມີ​ຄວາມ​ສົນ​ໃຈ; ​ເຫັນ​ດີ​ເປັນ​ເອກະ​ພາບ​ ສືບ​ຕໍ່​ເສີມ​ຂະຫຍາ​ຍສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ເປັນ​ຕົ້ນ​ແມ່ນ​ໃນ​ກອບ​ການ​ຮ່ວມ​ມື ອາ​ຊຽນ ​ເພື່ອ​ຮັກສາ​ຫຼັກ​ໝັ້ນ ​ແລະ ສຸລະສຽງ​ລວມຂອງ ອາ​ຊຽນ ຕໍ່​ບັນດາ​ບັນຫາ​ຍຸດ​ທະ​ສາດ​ທີ່ສຳ​ຄັນ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ຫຼັງ​ຈາ​ການ​ພົບ​ປະ​ຫາລື, ສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ​ແລະ ສະຫາຍນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ​​ໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍາມ​ໃນ​ພິທີ​ເຊັນ​ບົດ​ບັນທຶກຊ່ວຍຈຳ​ລະຫວ່າງ​ລັດຖະບານ​ລາວ ​ແລະ ລັດຖະບານ​ຫວຽດນາມ ກ່ຽວ​ກັບຍຸດ​ທະ​ສາດ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄົມມະນາຄົມ​ຂົນ​ສົ່ງ ​ໄລຍະ 2016-2025 ​ແລະ​ວິ​ໄສ​ທັດ​ຮອດ​ປີ 2030.

​ໃນ​ການ​ຢ້ຽມຢາມ​ປະ​ເທດ​ລາວ​ຄັ້ງ​ນີ້, ສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ພ້ອມ​ຄະນະ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ອະດີດ​ປະທານ​ພັກ ອະດີດ​ປະທານ​ປະ​ເທດ​ລາວ; ສະຫາຍ​ສະ​ໝານ ວິຍະ​ເກດ ອະດີດ​ປະທານ​ສະພາ​ແຫ່ງ​ຊາດ ອະດີດ​ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານແນວ​ຄິດ ວັດທະນະທຳ​ສູນ​ກາງ​ພັກ ​ແລະ ສະຫາຍ ສີສະ​ຫວາດ ​ແກ້ວ​ບຸນ​ພັນ ອະດີດ​ນາຍົກລັດຖະມົນຕີ ອະດີດ​ປະທານແນວ​ໂຮມ​ສ້າງ​ຊາດ​ລາວ ທີ່​ເຮືອນ​ຂອງ​ເພີ່ນ.

ກ່ອນ​ນັ້ນ ຄື​ໃນ​ຕອນ​ເຊົ້າ​ວັນ​ທີ 13 ກັນຍາ, ສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ​​ແລະ ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ພ້ອມ​ກັບສະຫາຍນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ເຂົ້າຮ່ວມພິທີວາງສີລາລຶກໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ທີ່​ເມືອງ​ໜອງ​ບົກ ແຂວງຄຳມ່ວນ ​ໂດຍ​ແມ່ນ​ກຸ່ມ​ບໍລິສັດ​ເຄມີ​ຫວຽດນາມ​ເປັນ​ຜູ້​ລົງທຶນ ​ເຊິ່ງ​ແມ່ນ​ໂຄງການ​ຂະ​ໜາດໃຫຍ່​ທີ່ຫວຽດນາມ​ລົງທຶນ​ຢູ່​ລາມ. ​ໂຄງການ​ມີ​ເນື້ອ​ທີ່​ຂຸດ​ຄົ້ນ 10 ຕາລາງ​ກິ​ໂລ​ແມັດ, ສາມາດ​ຂຸດ​ຄົ້ນ​ປຸງ​ແຕ່​ເກືອ​ກາລີ​ໄດ້ 320.000 ​ໂຕນ/ປີ ​ໂດຍ​ມີ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ 522 ລ້ານ​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ​ກຸ່ມ​ບໍລິສັດ​ເຄມີ​ຫວຽດນາມ ປະກອບ 105 ລ້ານ​ໂດ​ລາ​ສະຫະລັດດ້ວຍ​ທຶນ​ທີ່​ມີ​ຂອງ​ຕົນ​​ ​ແລະ ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນທຶນ​ກູ້​ຢືມ​ຂອງ​ທະນາຄານ​ການ​ຄ້າ​ຫວຽດນາມ. ​ເມື່ອ​ໂຄງການເຂົ້າ​ສູ່​ການ​ນຳ​ໃຊ້ ຈະ​ລົດ​ຜ່ອນ​ການ​ນຳ​ເຂົ້າ​ຝຸ່ນ​ເຄມີ​ຂອງ​ຫວຽດນາມເຂົ້າ​ລາວ ​ແລະ ​ແກ້​ໄຂ​ໄດ້​ສະພາບ​ການ​ເຫຼືອ​ເຟືອ​ເກືອ​ປຸງ​ແຕ່ງອາຫານ ​ແລະ ຄວາມຂາດ​ແຄນ​ເກືອ​ອຸດສາຫະກຳ ​ເກືອ​ຄຸນ​ນະພາ​ບສູງ​ຢູ່​ຫວຽດນາມ​ໃນ​ປັດຈຸບັນ.

ສະຫາຍ​ນາຍົກລັດຖະມົນຕີ​ ຫງວຽນ​ເຕິ​ນຢຸງ ພ້ອມ​ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ​ໄດ້​ໄປ​ຢາມສາລາ​ນິຍະ​ລະນຶກ​ທ່ານ​ປະທານ​ໂຮ່ຈີ​ມິນ ທີ່​ບ້ານ​ຊຽງຫວາງ ​ເມືອງ​ໜອງ​ບົກ ​ແຂວງ​ຄຳ​ມ່ວນ ​ເຊິ່ງ​ເປັນ​ບ່ອນ​ທີ່​ເພີ່ນ​ມາ​ຢູ່ ​ແລະ ເຄື່ອນ​ໄຫວປະຕິວັດ​ແຕ່​ປີ 1929 ຫາ 1931./.

ສັງ​ລວມ​ໂດຍ ຫງວຽນ​ດຶກ