ໃນ​​ໂອ​ກາດລະນຶກ​ວັນ​ເກີດ ປະທານ ​ໄກສອນ ພົມ​ວິຫານ ທີ່​ເຄົາລົບ​ຮັກ ຄົບຮອບ 95 ປີ (13/12/1920 - 13/12/2015) ພວກ​ເຮົາ​ຈົ່ງ​ຄົ້ນຄວ້າ ຊາບ​ຊຶືມ ກຳ​ແໜ້ນ​ແນວທາງ​ຂອງ​ພັກ ​ແລະ ​ແນວຄິດ​ຂອງ​ທ່ານ​ປະທານ ​ໄກສອນ ພົມ​ວິຫານ ກ່ຽວ​ກັບ​ບັນຫາ​ຊາດແລະເຜົ່າ ​ຢູ່​ປະ​ເທດ​ລາວ.  

ລະນຶກວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 95 ປີ (13/12/1920-13/12/2015) (ພາບ: pasaxon.org.la.)

ບັນຫາ​ປະ​ເທດ​ຊາດ​ເອກະ​ພາບ, ສາມັກຄີ​ປອງ​ດອງ ​ແລະ ສະ​ເໝີ​ພາບ​​ເຜົ່າຕ່າງໆ ​ແມ່ນ​ບັນຫາ​ຕົ້ນ​ຕໍ​ອັນ​ໜຶ່ງ​ໃນ​ແນວ​ຄິດ​ຂອງ ​ປະ​ທານ ​ໄກສອນ ພົມວິຫານ. ຕະຫຼອດ​ຊີວິດ ​ແລະ ພາລະກິດ​ປະຕິວັດ​ຂອງ​ເພິ່ນ, ປະທານ ​ໄກສອນ ພົ​ມວິຫານ ​ເປັນ​ສັນຍາ​ລັກ​ອັນ​ພົ້ນ​ເດັ່ນ ​ແລະ ​ເປັນ​ແກ່ນສານ​ອັນ​ໜັກ​ແໜ້ນ​ຂອງ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ, ພາຍ​ໃນ​ຊາດ, ​ເດັດດ່ຽວ​ເຕົ້າ​ໂຮມ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ປອງ​ດອງ​ລະຫວ່າງ​ເຜົ່າ. ​ເພິ່ນ​ໄດ້​ເນັ້ນ​ວ່າ ບັນຫາຊາດແມ່ນພາກສ່ວນໜຶ່ງຂອງການປະຕິວັດກຳມາ​ຊີບ, ມັນຂະຫຍາຍຕົວຕາມບາດກ້າວຂະຫຍາຍຕົວທົ່ວໄປຂອງການປະຕິວັດ,ໃນແຕ່ລະໄລຍະຂອງການປະຕິວັດ, ບັນຫາຊາດ ໄດ້ວາງບັນດາໜ້າທີ່ອອກຕ່າງກັນເຊິ່ງເໝາະສົມກັບລັກສະນະຂອງການປະຕິວັດໃນແຕ່ລະໄລຍະປະຫວັດສາດທີ່ແນ່ນອນ, ນະໂຍບາຍຂອງພັກກ່ຽວກັບບັນຫາຊາດກໍມີການປ່ຽນແປງໄປຕາມປັດໃຈດັ່ງກ່າວນັ້ນ. ຜືນແຜ່ນດິນຂອງປະເທດລາວ​​ເຮົາ​ແມ່ນບັນພະບຸລຸດຂອງພວກເຮົາໄດ້ພັດທະນາສ້າງສາມາຕັ້ງແຕ່ສະໄໝດຶກດຳບັນແລະ ຂະຫຍາຍຕົວຢ່າງລຽນຕິດຈົນຮອດຊູ່ມື້ນີ້; ຜ່ານຫຼາຍສິບສະຕະວັດ​, ບັນພະບຸລຸດຂອງພວກເຮົາໄດ້ຄ່ອຍໆທ້ອນໂຮມເຫຼົ່າຕ່າງໆໃນ​​ແຕ່ລະເຂເຂົ້າເປັນເຜົ່າຕ່າງໆແລະ ສ້າງບ້ານເມືອງຖິ່ນເດີມຂຶ້ນເທື່ອລະກ້າວ. ບາດກ້າວກະໂດດຂັ້ນໃນຂະບວນວິວັດແຫ່ງການທ້ອນໂຮມຂອງບັນພະບຸລຸດພວກເຮົາແມ່ນການກຳເນີດຂອງປະເທດລ້ານຊ້າງທີ່ເຈົ້າຟ້າງຸ່ມສະຖາປະນາຂຶ້ນເມື່ອ ຄສ 1353. ການກຳເນີດຂອງປະເທດລ້ານຊ້າງໄດ້ເປີດສາກໃຫ້ແກ່ການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບ,ໃຫ້ແກ່ການສ້າງສາພັດທະນາປະເທດຊາດ, ເຮັດໃຫ້ປະເທດຊາດນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ເຮັດໃຫ້​​ເຜົ່າຕ່າງໆພົວພັນກັນນັບມື້ນັບແໜ້ນແຟ້ນ.

​​ນັບແຕ່ມື້ພັກປະຊາຊົນ​ປະຕິວັດ​ລາວໄດ້ກຳເນີເກີດຂຶ້ນແລະ ນຳພາການປະຕິວັດມານີ້, ປະເທດຊາດຈຶ່ງນັບມື້ນັບເປັນເອກະພາບຢ່າງແທ້ຈິງແລະ ວົງຄະນາຍາດແຫ່ງຊາດລາວ​​ ກໍນັບມື້ນັບໜັໜ້ນ; ກົນອຸບາຍເລ່ລ່ຽມຕ່າງໆຂອງພວກຈັກກະພັດ, ປະຕິການທີ່ຫວັງຢາກສະກັດກັ້ນບາດກ້າວຂອງການໂຮມປະເທດເຂົ້າເປັນເອກະພາບ, ປະຕິບັດຄວາມປອງດອງຊາດນັ້ນ ລ້ວນແຕ່ຖືກປະລາໄຊ. ຕະຫຼອດໄລຍະທາງແຫ່ງການປະກົດຕົວຂຶ້ນແລະ ຂະຫຍາຍຕົວຂອງປະເທດຊາດ, ຈາກປະຫວັດສາດແຫ່ງການປັກປັກຮັກສາ ​ແລະ ສ້າງສາປະເທດ​ເຮົາ, ພວກເຮົາ​​ສະຫລຸບບາງຈຸດເດັ່ນກ່ຽວກັບວົງຄະນາຍາດແຫ່ງຊາດລາວໄດ້ດັ່ງນີ້: ​ເດັດຂາດບໍ່ຍອມຕໍ່ສັດຕູ, ປາຖະໜາຢ່າງແຮງກ້າໃນສັນຕິພາບ, ຮັກແພງຊື່ສັດຕໍ່ເພື່ອນມິດ, ປອງດອງກັນພາຍໃນຊາດແລະ ຍາມໃດກໍເບີກບານມ່ວນຊື່ນຮັກຊີວິດ, ຮັກສິລະປະ, ຂະຫຍັນພາກພຽນໃນການງານ, ດຳລົງຊີວິດຢ່າງກະທັດຮັດງ່າຍດາຍ.

ປະເທດເຮົາແມ່ນປະເທດໜຶ່ງທີ່ມີຫຼາຍເຜົ່າ; ​​ເຜົ່າຕ່າງໆໃນປະເທດເຮົາໄດ້ໂຮມແຮງກັນປົກປັກຮັກສາ ​ແລະ ສ້າງສາປະເທດແລະ ສາມັກຄີປອງດອງກັນໂດຍສະເພາະຢ່າງຍິ່ງ​​ແມ່ນນັບແຕ່ມີພັກນຳພາ, ການພົວພັນລະຫວ່າງເຜົ່າຕ່າງໆນັບມື້ນັບໜັກແໜ້ນ, ການປອງດອງຊາດໄດ້ເປັນໄປຢ່າງໄວວາ; ​ເຜົ່າຕ່າງໆໃນປະເທດເຮົາດຳລົງຊີວິດຢູ່ສະຫຼັບສັບຫວ່າງກັນ, ບໍ່ມີເຜົ່າໃດໜຶ່ງດຳລົງຊີວິດຢູ່ຕ່າງຫາກເປັນບໍລິເວນໜຶ່ງທີ່ກວ້າງໃຫຍ່; ​ເຜົ່າຕ່າງໆຢູ່ປະເທດເຮົາມີພື້ນຖານເສດຖະກິດ-ສັງຄົມຮ່ວມກັນ, ​ແຕ່ລະຫວ່າງ​​ເຜົ່າຕ່າງໆມີການຂະຫຍາຍຕົວບໍ່ສະໝ່ຳສະເໝີກັນ, ​ເປັນຕົ້ນແມ່ນລະດັບການຜະລິດແລະ ລະດັບວັດທະນະທຳ; ວັດທະນະທຳຂອງລາວແມ່ນວັດທະນະທຳຂອງເຜົ່າຕ່າງໆ, ​ແມ່ນການປະສານສົມທົບຢ່າງປະສົມກົມກຽວຍອດຍິ່ງວັດທະນະທຳຂອງເຜົ່າອ້າຍນ້ອງຕ່າງໆ.

ຢູ່ພາຍໃນຊາດລາວຂອງພວກເຮົາຕັ້ງແຕ່ໃດມາບໍ່ເຄີຍມີເຜົ່າໜຶ່ງໄປກົດຂີ່, ຄອບຄອງອີກເຜົ່າໜຶ່ງ, ທຸກໆເຜົ່າລ້ວນແຕ່ຮ່ວມສຸກຮ່ວມທຸກນຳກັນແລະໃນເມື່ອຖືກສັກດີນາຕ່າງດ້າວແລະ ຈັກກະພັດມາຮຸກຮານ ກໍລ້ວນແຕ່ຕົກເປັນຂ້ອຍຂ້າຄືກັນ. ມາໃນຊູ່ມື້ນີ້, ຊາດລາວພວກເຮົາໄດ້ເປັນເອກະລາດ, ທຸກໆເຜົ່າກໍໄດ້ມີອິດສະຫຼະພາບແລະໄດ້ມີຄວາມຢູ່ດີກິນດີ. ແຕ່ລະບອບການຄອບຄອງຂອງຈັກກະພັດແລະ ສັກດີນາ, ພິເສດແມ່ນເລ່ລ່ຽ “​ແບ່ງແຍກເພື່ອປົກຄອງທີ່ເລິກແລບທີ່ສຸດຂອງຈັກກະພັດລ່າເມືອງຂຶ້ນໄດ້ປະຜົນຮ້າຍໄວ້ໃຫ້ພວກເຮົາຄື: ບາງເຜົ່າລະແວງສົງໄສກັນແລະເຜົ່າຕ່າງໆຂະຫຍາຍຕົວບໍ່ສະໝ່ຳສະເໝີກັນ. ດັ່ງນັ້ນເນື້ອແທ້ຂອງບັນຫາຊາດຢູ່ປະເທດເຮົາໃນປັດຈຸບັນແມ່ນລົບລ້າງຮ່ອງຮອຍຂອງຄວາມລະແວງສົງ​​ໄສກັນລະຫວ່າງເຜົ່າຕ່າງໆທີ່ປະຫວັດສາດປະໄວ້, ສ້າງຄວາມສາມັກຄີ, ຄວາມສະເໝີພາບລະຫວ່າງເຜົ່າຕ່າງໆ ແລະ ສ້າງສະຕິປະເທດຊາດເປັນເອກະພາບອັນໜຶ່ງອັນດຽວກັນ, ຕ້ານກົນອຸບາຍແບ່ງແຍກຂອງສັດຕູ, ລົບລ້າງການແຕກໂຕນກັນລະຫວ່າງເຜົ່າຕ່າງໆ, ພ້ອມກັນກ້າວຂຶ້ນສັງຄົມນິຍົມ.

ສາມັກຄີຊາດ, ສາມັກຄີ​​ເຜົ່າຕ່າງໆແມ່ນບັນຫາຍາວນານ, ມັນສອດຫ້ອຍການປະຕິວັດຂອງປະເທດເຮົາແຕ່ຕົ້ນຕະຫຼອດປາຍ. ປະຊາຊົນເຜົ່າຕ່າງໆຢູ່ໃນປະເທດຂອງພວກເຮົາມີຄວາມຮັກຊາດຢ່າງແຮງກ້າ; ປະຊາຊົນລາວມີມູນເຊື້ອສາມັກຄີຕ້ານການຮຸກຮານຈາກພາຍນອກ, ປົກປັກຮັກສາປະເທດຊາດ; ພັກເຮົາມີ​​ແນວທາງ​, ນະໂຍບາຍແລະ ວິທີການຖືກຕ້ອງ, ດັ່ງນັ້ນ ຈຶ່ງເຮັດໃຫ້ເຜົ່າຕ່າງໆຢູ່ປະເທດຂອງພວກເຮົາຜູກພັນກັນ, ລຸກຂຶ້ນຕໍ່ສູ້ກູ້ຊາດຍາດເອົາເອກະລາດມາໃຫ້ຊາດທັງໝົດ, ທັງຕີສັດຕູ ທັງປັບປຸງກ້ອນກຳລັງສາມັກຄີແຫ່ງຊາດ ທັງຕ້ານກົນອຸບາຍເລ່ລ່ຽມແບ່ງແຍກຂອງສັດຕູ, ອັນນີ້ແມ່ນຍາກແທ້ໆ,ແຕ່ພັກເຮົາສາມາດເຮັດວຽກງານອັນຫຍຸ້ງຍາກສັບສົນນີ້ໄດ້, ປະຊາຊົນເຜົ່າຕ່າງໆໄດ້ສາມັກຄີກັນ, ​ການປະຕິວັດຂອງພວກເຮົາກໍໄດ້ຮັບໄຊຊະນະຄືຊູ່ມື້ນີ້.

ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດມັນຮຽກຮ້ອງໃຫ້ເຜົ່າຕ່າງໆຕ້ອງສາມັກຄີກັນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ສາມັກຄີເປັນເອກະພາບກັນບົນພື້ນຖານແນວທາງນະໂຍບາຍຂອງພັກ, ສາມັກຄີກັນເສີມຂະຫຍາຍຈິດ​​ໃຈປະຕິວັດແລະ ຄວາມສາມາດປະດິດສ້າງເພື່ອດັດສ້າງແລະ ກໍ່ສ້າງສັງຄົມນິຍົມ. ​ໃນໄລຍະໃໝ່ຂອງການປະຕິວັດ, ພັກແລະ ລັດເຮົາມີໜ້າທີ່ຮັບຜິດຊອບນຳພາທຸກດ້ານຂອງສັງຄົມ, ມີໜ້າທີ່ຮັບຜິດຊອບເບິ່ງແຍງດູແລຊີວິດການເປັນຢູ່ຂອງທຸກເຜົ່າ ນັບທັງເຂດທົ່ງພຽງແລະພູດອຍ, ນັບທັງຕົວເມືອງແລະ ບໍລິເວນຫ່າງໄກສອກຫຼີກ. ສັດຕູຂອງພວກເຮົາຍາມໃດ ກໍຊອກຫາທຸກວິທີມ້າງເພທຳລາຍການປະຕິວັດອງປະເທດເຮົາ, ພວກເຂົາທຳລາຍພວກເຮົາຢ່າງຮອບດ້ານ, ຍາວນານ, ​ໃຊ້ທຸກຮູບການແລະ ດ້ວຍທຸກວິທີ, ​ແຕ່ພວກເຂົາມັກເອົາໃຈໃສ່ 2 ບັນຫາທີ່ຂຶ້ນກັບຂົງເຂດປະຫວັດສາດ-ສັງຄົມຄື: ບັນຫາຊາດແລະ ບັນຫາສາສະໜາເຊິ່ງເປັນບັນຫາທີ່ຫຍຸ້ງຍາກແລະ ກັນດານທີ່ສຸດສຳລັບອຳນາດການປົກຄອງຢູ່ໃນຫຼາຍປະເທດ. ພວກເຂົາເອົາໃຈໃສ່ຊອກຫາຂໍ້ຂາດຕົກບົກຜ່ອງ, ບ່ອນເຜີຂອງພວກເຮົາເພື່ອຍຸແຍ່ແບ່ງແຍກແລະແກ່ດຶງເຜົ່າຕ່າງໆ, ມີບາງອັນພວກເຮົາບົກຜ່ອງຄ່າສອກ ​ແຕ່ພວກເຂົາກໍເວົ້າອອກຄ່າວາ, ຄວາມຜິດພາດອັນນ້ອຍພວກເຂົາກໍປັ້ນແຕ່ງໃຫ້ເປັນອັນໃຫຍ່, ບາງອັນບໍ່ມີຄວາມຈິງຈັກດີ້ແຕ່ພວກເຂົາກໍເສກສັນປັ້ນແຕ່ງຂຶ້ນເປັນເລື່ອງ ລ້ວຫວ່ານຂ່າວເພື່ອຍຸແຍ່. ດັ່ງນັ້ນ ພະນັກງານ, ນັກຮົບຂອງພວກເຮົາເຖິງແມ່ນວ່າຈະເປັນຄົນເຜົ່າໃດກໍຕາມ ກໍຕ້ອງທຸ່ນທ່ຽງຕໍ່ທຸກເຫດການ, ​ເພື່ອຊອກຮູ້ກ່ຽວກັບກົກປາຍສາເຫດແລະ ມີວິທີການແກ້ໄຂ, ຢ່າເຮັດຫູເບົາໃຈງ່າຍ, ຢ່າຟັງງ່າຍເຊື່ອງ່າຍ ທັງນີ້ເພື່ອເວັ້ນຈາກການລະແວງສົງໄສ ເຊິ່ງຈະພາໃຫ້ເກີດຄວາມຄອນແຄນລັງເລໃຈ.

ທັດສະນະຂອງພັກກ່ຽວກັບການແກ້ໄຂບັນຫາເຜົ່າຕ່າງໆຢູ່ໃນປະເທດລາວເຮົາ:

1. ປະເທດຊາດເປັນເອກະພາບ, ອັນນີ້ແມ່ນບັນຫາກົດເກນ, ​ແມ່ນບັນຫາຄວາມມຸ່ງມາດປາຖະໜາແລະ ກໍແມ່ນບັນຫາຫຼັກໝັ້ນທີ່ເປັນຫຼັກການຂອງພວກເຮົາ.

2. ບັນດາເຜົ່າດຳລົງຄົງຕົວແລະ ຂະຫຍາຍຕົວເລື້ອຍໆ, ບໍ່ມີເຜົ່າໃດສູນຫາຍໄປ.

3. ສະເໝີພາບເຜົ່າຕ່າງໆຕ້ອງຢູ່ບົນພື້ນຖານແນວທາງຂອງພັກ, ຫຼັກໝັ້ນຂອງຊົນຊັ້ນກຳມະກອນແລະ ຜົນປະໂຫຍດອັນເປັນຕາຍຂອງແຕ່ລະເຜົ່າ, ບໍ່ຄວນເຂົ້າໃຈວ່າສະເໝີພາບແມ່ນສະເລ່ຍເທົ່າກັນ.

4. ສາມັກຄີຮັກຫອມຕອມຕູ້, ຊ່ວຍເຫຼືອກັນລະຫວ່າງເຜົ່າຕ່າງໆ.

5. ເສີມຂະຫຍາຍສິດເປັນເຈົ້າລວມໝູ່ຕິດພັນກັບຄວາມສະເໝີພາບແລະ ສາມັກຄີລະຫວ່າງເຜົ່າຕ່າງໆ.

ໃນເວລາພິຈາລະນາແກ້ໄຂບໍ່ວ່າບັນຫາໃດໆຂອງເຜົ່າໜຶ່ງໆ ກໍຕ້ອງໃຫ້ການຮັບປະກັນແກ່ການຂະຫຍາຍຕົວຂອງວົງຄະນາຍາດ​​ແຫ່ງຊາດລາວ ອັນນີ້ແມ່ນສາຍພົວພັນລະຫວ່າງອັນລວມກັບອັນສະເພາະ. ຍົກບາງຕົວຢ່າງດັ່ງນີ້:

- ເຜົ່າ​​ໃດໆ ກໍເສີມຂະຫຍາຍອັນດີ, ອັນງາມກ່ຽວກັບວັດທະນະທຳ ແລະ ສິລະປະວັນນະຄະດີຂອງຕົນ​, ​​ແຕ່ກໍຕ້ອງຮັບເອົາອັນດີ, ອັນງາມກ່ຽວກັບວັດທະນະທຳ, ສິລະປະວັນນະຄະດີຂອງເຜົ່າອ້າຍນ້ອງອື່ນໆ, ໝາຍຄວາມວ່າຕ້ອງແລກປ່ຽນວັດທະນະທຳ, ສິລະປະວັນນະຄະດີເຜົ່າຕ່າງໆດ້ວຍກັນແລະ ຮັບເອົາວັດທະນະທຳ, ສິລະປະວັນນະຄະດີຂອງວົງຄະນາຍາດແຫ່ງຊາດລາວນັ້ນເອງ.

- ເຄົາລົບພາສາປາກເວົ້າຂອງເຜົ່າຕ່າງໆ, ບໍ່ລົບລ້າງພາສາປາກເວົ້າຂອງເຜົ່າຕ່າງໆ, ​ແຕ່ໝົດທຸກເຜົ່າລ້ວນແຕ່ຕ້ອງຮ່ຳຮຽນພາສາກາງແລະ ຕົວໜັງສືຂອງຊາດ, ພາສາປາກເວົ້າ ແລະ ຕົວໜັງສື​​ລາວໄດ້ກາຍເປັນພາສາປາກເວົ້າແລະ ຕົວໜັງສືລວມໝົດທຸກເຜົ່າອ້າຍນ້ອງ ນັບຕັ້ງແຕ່ເວລາທີ່ເຜົ່າຕ່າງໆໄດ້ສະໝັກໃຈຜູກພັນນຳກັນ​​ໃນປະເທດລ້ານຊ້າງທີ່ເປັນເອກະພາບພຸ້ນມາ.

ບັນດາທັດສະນະທີ່ກ່າວມາເທິ່ງນັ້ນ ມັນມີການພົວພັນກັນຢ່າງແໜ້ນໜາໃນຄວາມຮັບຮູ້ແລະ ການກະທຳ. ບັນຫາພະນັກງານກໍເຊັ່ນດຽວກັນ, ພັກຂອງພວກເຮົາຢຶດໝັ້ນໃນທັດສະນະຊົນຊັ້ນເພື່ອກໍ່ສ້າງຖັນແຖວພະນັກງານ,​ເນື່ອງຈາກຈຸດພິເສດຂອງປະເທເຮົາມີຫຼາຍເຜົ່າ, ດັ່ງນັ້ນໃນເວລາກໍ່ສ້າງ​, ບຳລຸງ, ນຳໃຊ້, ​ເລື່ອນຊັ້ນພະນັກງານ, ພັກເຮົາກໍໄດ້ເອົາໃຈໃສ່ ​ແລະ ​ໃຫ້​ຄວາມສຳຄັນຕໍ່ເຜົ່າຕ່າງໆ.

ນະໂຍບາຍສາມັກຄີແລະ ສະເໝີພາບຕໍ່ເຜົ່າຕ່າງໆເປັນໜຶ່ງ​​ໃນບັນດານະໂຍບາຍໃຫຍ່ຂອງພັກແລະ ລັດເຮົາ ​ເຊິ່ງຜົນໄດ້ຮັບ​ໃນ​ການຈັດ​ຕັ້ງ​ປະຕິບັດແມ່ນ: ນັບ​​ແຕ່ມີພັກນຳພາການປະຕິວັດຂອງປະເທດເຮົາເປັນຕົ້ນມາ, ຈິດໃຈຮັກຊາດແລະ ຈິດໃຈປະຕິວັດຂອງປະຊາຊົນເຜົ່າຕ່າງໆໄດ້ຮັບການເຊີດຊູຂຶ້ນ, ມູນເຊື້ອສາມັກຄີຊາດໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ; ໃນໄລຍະໃໝ່ ພັກແລະ ລັດເຮົາໄດ້ເສີມຂະຫຍາຍແລະ ຮັບປະກັນສິດ​​ເປັນເຈົ້າລວມໝູ່ຂອງປະຊາຊົນເຜົ່າຕ່າງໆໃນທຸກຂົງເຂດ; ພັກແລະ ລັດເຮົາໄດ້ເອົາໃຈໃສ່ຂະຫຍາຍເສດຖະກິດ, ວັດທະນະທຳຢູ່ໃນທຸກໆບໍລິເວນຂອງເຜົ່າຕ່າງໆ, ຍ້ອນແນວນັ້ນຈຶ່ງເຮັດໃຫ້ຊີວິດການເປັນຢູ່ທາງດ້ານຈິດໃຈແລະ ວັດຖຸຂອງ​​ເຜົ່າຕ່າງໆໄດ້ດີຂຶ້ນກວ່າເກົ່າ; ​ເຜົ່າ​ຕ່າງໆ​ ໄດ້ເປັນ​ເຈົ້າ​ການ​ສຶກສາ​ອົບຮົມ​ນ້ຳ​ໃຈ​ຮັກ​ຊາດ​ແພງ​ເຊື້ອ, ຮັກ​ບ້ານ​ເກີດ​ເມືອງ​ນອນ, ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ​ ພັດທະນາ, ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ, ​ເຂົ້າ​ຮ່ວມ​ກໍ່ສ້າງ ​ແລະ ປັບປຸງ​ອົງການ​ປົກຄອງ​ແຕ່ລະ​ຂັ້ນ; ​​ເກັບ​ກຳ, ສ່ອງ​ແສງ​ສະພາບ​​ແນວ​ຄິດ​ຈິດໃຈ, ຄວາມ​ມຸ່ງ​ມາດ​ປາຖະໜາ, ຄວາມ​ຂັດຂ້ອງ​ໝອງ​ໃຈ​ຂອງ​ປະຊາຊົນ​ເຜົ່າ​ຕ່າງ​ໆ ​ເພື່ອ​ໃຫ້ການ​ພິຈາລະນາ​ແກ້​ໄຂ​ຢ່າງ​ສອດຄ່ອງ ​ແລະ ທັນ​ການ; ປຸກລະດົມ​ການ​ປະກອບສ່ວນ​ໃນ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ; ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ເອກະລັກວັດທະນະທຳ, ຮີດຄອງ​ປະ​ເພນີອັນ​ດີງາມຂອງ​ຊາດ ​ແລະ ຂອງ​ເຜົ່າ​ຕ່າງໆ./.

ໂດຍ: ແກ່ນເມືອງ