ວກ.ອອນ​ໄລ - ຄ່ຳ​ວັນ​ທີ 29 ພະ​ຈິດ 2015, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ ໄດ້​ເດີນທາງ​ເຖິງ​ນະຄອນຫຼວງ​ປາຣີ ປະ​ເທດ​ສາທາລະນະ​ລັດ​ຝຣັ່ງ ​ເພື່ອ​ເຂົ້າ​ຮ່ວມ​ການ​ປະຊຸມ​ຄັ້ງ​ທີ 21 ຂອງ​ກອບ​ອະນຸ​ສັນຍາສະຫະ​ປະຊາ​ຊາດ ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ (COP 21).

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ກ່າວປາໄສທີ່ພິທີໄຂການປະຊຸມຄັ້ງທີ 21 ຂອງກອບອະນຸສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບພູມິອາກາດ. (ພາບ: TTXVN)

ຕ້ອນຮັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ແລະ​ຄະນະ ທີ່​ສະໜາມ​ບິນ​ສາກົນ ຊາ​ເລີ ​ເດີ ​ໂກນ, ປາຣີ ມີ​​ເອກ​ອັກຄະ​ລັດ​ທະ​ທູດ​ຫວຽດນາມ​ປະຈຳ​ຝຣັ່ງ ທ່ານຫງວຽນ​ງອກ​ເຊີນ, ບັນດາ​ພະນັກງານ ລັດຖະກອນ​ຂອງ​ສະຖານທູດ​ຫວຽດນາມຢູ່​ທີ່​ຝຣັ່ງ, ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ການ​ປະຊຸມ COP 21.

​ໃນ​ເວລາເຂົ້າ​ຮ່ວມ​ການ​ປະຊຸມ​ຄັ້ງ​ທີ 21 ຂອງ​ກອບ​ອະນຸ​ສັນຍາສະຫະ​ປະຊາ​ຊາດ​ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ມີ​ການ​ພົບ​ປະ​ທີ່​ສຳຄັນ​ຕ່າງໆ ​ກັບ​ການ​ນຳປະ​ເທດ​ເຈົ້າພາບ​ຝຣັ່ງ ​ເຊັ່ນ: ການພົບ​ປະ​ຫາລືຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ກັບ​ນາຍົກລັດຖະມົນຕີຝຣັ່ງ ທ່ານມາ​ນູ​ແອນ ວາຍ​ເຊິ, ການ​ພົບ​ປະ​ກັບ​​ປະທານາທິບໍດີ​ຝຣັ່ງ ທ່ານຟຣອງຊົວ ​ໂອລອງ​ເດິ, ການ​ພົບ​ປະ​ກັບປະທານ​ສະພາ​ສູງ​ຝຣັ່ງ ທ່ານ​ ແຢຮາກ ລາກຕູແຢ ​ແລະ ກັບປະທານ​ສະພາ​ຕ່ຳ​ຝຣັ່ງ ທ່ານ ຄລຸດ ບາກ​ໂຕລອນ, ຕ້ອນຮັບ​ເລຂາທິການ​ທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຝຣັ່ງ ທ່ານ ປີ​ແອ ​ໂລຄ່ອງ ​ແລະ ຕ້ອນຮັບຫຼາຍ​ກຸ່ມ​ບໍລິສັດ ​ແລະ ວິ​ສາ​ຫະກິດຝຣັ່ງ ທີ່​​ມີ​​ເຈຕະນາ​ຈະ​ລົງທຶນ, ທຳ​ການ​ທຸລະ​ກິດ​ຢູ່​ຫວຽດນາມ. ​ເຖິງ​ວ່າ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ເຂົ້າ​ຮ່ວມ​ການ​ປະຊຸມ COP 21 ​ເປັນ​ການ​ເຄື່ອນ​ໄຫວ​ພະຫຸ​ພາຄີ​ກໍ່ຕາມ, ​ແຕ່​ກໍ​ອາດ​ຈະ​ຖື​ວ່າ​ ນີ້​ເປັນ​ການ​ຢ້ຽມຢາມ​ປະ​ເທດ​ຝຣັ່ງຢ່າງ​ເປັນ​ທາງ​ການ ຍ້ອນ​ວ່າ​ໃນ​ໂອກາດ​ນີ້ ​ນາຍົກລັດຖະມົນຕີຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ສຸດ​ຍອດ​ທັງ​ໝົດ​ຂອງຝຣັ່ງ.

​​ການ​ພົບ​ປະ ​ແລະ ຕ້ອນຮັບ​​ເຫຼົ່າ​ນີ້ ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ບາງ​ຈຸດ​ທີ່​ພົ້ນ​ເດັ່ນ​ຄື ທັງ​ຝ່າຍ​ຫວຽດນາມ ​ແລະ ຝຣັ່ງລ້ວນ​ແຕ່​ສະ​ແດງ​ຄວາມ​ຕັດ​ສີນ​ໃຈ​ຍົກ​ການ​ພົວພັນ​ຂຶ້ນ​ໃຫ້​ເໝາະ​ສົມ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ເຊິ່ງສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ປີ 2013. ສອງ​ຝ່າຍ​ເປັນ​ເອກະ​ພາບ​​ວ່າ ທາງ​ດ້ານ​ການ​ເມືອງ​ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍຕີ​ລາຄາ​ວ່າ ຄວາມ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ​ຢ່າງ​ຕັ້ງໜ້າ​ໃນ​ເວລາ​ທີ່​ຜ່ານ​ມາ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບວ່າ ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​​ບັນດາ​ເນື້ອ​ໃນ​ຂອງ​ຄວາມ​ພົວພັນ​ຄູ່ຮ່ວມ​ຍຸດ​ທະ​ສາດຢ່າງ​ແຂ​ງ​ແຮງ ​ແລະ ​ໄດ້​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບຫຼາຍ​ມາ​ດຕະການ​ອັນ​ລະອຽດ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມືຫວຽດນາມ-ຝຣັ່ງ ​ໃນ​ເວລາ​ຕໍ່ໜ້າ.

ການ​ນຳ​ຂອງ​ສອງ​ປະ​ເທດ​ຕີ​ລາຄາ​ສູງ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ຊ່ວຍ​ໃຫ້ຫວຽດນາມ ​ແລະ ຝຣັ່ງຍົກ​ສູງ​ຖານະ​ບົດບາດ​ສາກົນ​ຂອງ​ຕົນ. ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ໃຫ້​ທັດສະນະ​ວ່າ ຄວາມ​ພິພາດ​ຕ່າງໆ​​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ, ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ດົດໝາຍ​ທະ​ເລ​ປີ 1982 (UNCLOS 1982), ຮັບປະກັນ​ຄວາມ​ໝັ້ນຄົງ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ​ເດີນ​ອາກາດ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ ​ແລະ ຂອງທົ່ວ​ທັງ​ວົງ​ຄະນະ​ຍາດ​ສາກົນ.

ບັນດາ​ການ​ພົບ​ປະ​ຢູ່​ລະບຽງ​ການ​ປະຊຸມ​ໄດ້​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສີນ​ໃຈ​ການ​ເມືອງ​ຂອງ​ການ​ນຳ​ຂອງ​ທັງ​ສອງ​ປະ​ເທດ ທີ່​ປາຖະໜາຈະ​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​​ແຫ່ງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດທີ່​ສອງ​ຝ່າຍ​ໄດ້​ລົງ​ນາມ​ນັ້ນ ​ເປັນ​ຮູບ​ປະ​ທຳ.

ທາງ​ດ້ານ​ເສດຖະກິດ, ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ວ່າ ຄວາມ​ພົວພັນ​ເສດຖະກິດ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ປີ 2014 ມູນ​ຄ່າ​ການ​ຄ້າ​ສອງ​ສົ້ນ​ບັນລຸ 3,5 ຕື້​ໂດ​ລາ​ສະຫະລັດ, ການ​ລົງທຶນ​ໂດຍ​ກົງ​ຂອງຝຣັ່ງ ​ເຂົ້າຫວຽດນາມ ກໍ​ໄດ້​ປະມານ 3,5 ຕື້​ໂດ​ລາ​ສະຫະລັດ. ປັດຈຸບັນ ຝຣັ່ງ​ເປັນໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ເອີຣົບທີ່​ສຳຄັນ​ທີ່​ສຸດ​ຂອງຫວຽດນາມ. ​ແຕ່​ວ່າ, ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ຖື​ວ່າ ຜົນສຳ​ເລັດ​ດັງ​ກ່າວ​ຍັງ​ອ່ອນ​ນ້ອຍ, ບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ດັ່ງ​ນັ້ນ​ສອງ​ຝ່າຍ​ປາຖະໜາ​ຈະ​ຍູ້​ແຮງການ​ຮ່ວມ​ມື​ດ້ານ​ການ​ຄ້າຍິ່ງ​ກວ່າ​ອີກ.

ກ່ຽວ​ກັບການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ ​ເຊັ່ນ​ວັດທະນະທຳ ວິທະຍາສາດ​ເຕັກນິກ ການ​ສຶກສາ​ອົບຮົມ, ທັງ​ສອງ​ຝ່າຍ​ມີ​ຄວາມ​ປີຕິ​ຊົມ​ຊື່ນ​ທີ່​ສຸດ​ທີ່​ເຫັນ​ວ່າ ປັດຈຸບັນ​ມີ​ນັກຮຽນ​ນັກ​ສຶກສາຫວຽດນາມ​ປະມານ 7.000 ຄົນ​ ທີ່ກຳລັງຮ່ຳຮຽນ​ຝຶກ​ງານ​ຢູ່​ຝຣັ່ງ, ຈຳນວນ​ຄົນຝຣັ່ງມາ​ທ່ອງ​ທ່ຽວ​ທີ່ຫວຽດນາມ ​ແລະ​ຄົນຫວຽດນາມ​ໄປ​ທ່ອງ​ທ່ຽວ​ທີ່ຝຣັ່ງ​ໄດ້​ເພີ່ມ​ຂຶ້ນ​ທຸກໆ​ປີ.

ກ່ຽວ​ກັບ​ຂົງ​ເຂດ​ການທ່ອງທ່ຽວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ກໍ​ໄດ້​ເນັ້ນ​ໜັກ​ກັບ​ຝ່າຍຝຣັ່ງ ວ່າ ຫວຽດນາມ​ເປັນ​ປະ​ເທດ​ທີ່​ມີ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ດີ​ທີ່​ສຸດ; ຫວຽດນາມຫວັງ​ວ່າ ​ນັກ​ທ່ອງ​ທ່ຽວ​ຝຣັ່ງຈະ​ມາ​ຢາມຫວຽດນາມຫຼາຍ​ກວ່າ​ອີກ ​ເປັນ​ຕົ້ນ​ແມ່ນ​ໃນ​ສະພາບ​ທີ່ຫວຽດນາມ​ໄດ້​ຕົກລົງ​ຍົກ​ເວັ້ນ ວີ​ຊ້າ ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຝຣັ່ງ ​ໃນ​ເວລາ 15 ວັນ; ບໍລິສັດ​ການບິນ ຫວຽດນາມ​ແອ​ລາຍ ​ໄດ້​ນຳໃຊ້​ເຮືອບິນ ​ແອ​ບັ​ສ ​ເອ350 ​ໃນ​ສາຍ​ການບິນ ຮ່າ​ໂນ້ຍ-ນະຄອນ​ໂຮ່ຈີ​ມິນ-ປາຣີ. ນີ້​ແມ່ນ​ປັດ​ໄຈ​ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ການທ່ອງທ່ຽວ.

ທ່ານ​ນາຍົກລັດຖະມົນຕີກໍ​ສະ​ເໜີ​ນຳ​ລັດຖະບານ​ຝຣັ່ງ ຄວນ​ມີ​ມາດ​ຕະການ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ ວີ​ຊ້າ ​ໃຫ້​ພົນລະ​ເມືອງ​ຫວຽດນາມ​ໄປ​ຢາມປະ​ເທດ​ຝຣັ່ງ ຍ້ອນ​ວ່າປັດຈຸບັນ ຊາວຫວຽດນາມຫຼາຍ​ຄົນ​ທີ່​ສຸດ​ທີ່​ຢາກ​ໄປ​ທ່ອງ​ທ່ຽວ​ທີ່​ຝຣັ່ງ ​ແລະ ຝຣັ່ງກໍ​ເປັນ​ປະ​ເທດ​ທີ່​ມີຊາວຫວຽດນາມດຳລົງ​ຊີວິດ​ຢູ່​​ຫຼາຍ​ທີ່​ສຸດ ດ້ວຍ​ຈຳນວນ​ປະມານ 300.000 ຄົນ, ​ເພາະສະ​ນັ້ນ ຄວາມ​ຕ້ອງການ​ໄປມາ​ຢ້ຽມຢາມຍາດຕິ​ພີ່ນ້ອງລະຫວ່າງຫວຽດນາມ ​ແລະ ຝຣັ່ງ ​ແມ່ນ​ຫຼາຍ​ທີ່​ສຸດ. ນອກຈາກ​ນັ້ນ, ​ວິ​ສາ​ຫະກິດຫວຽດນາມສ່ວນ​ຫຼາຍ​ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ​ຝຣັ່ງ, ຢາກ​ໄປ​ຝຣັ່ງ​ເພື່ອ​ຊອກ​ຮູ້​ຄວາມ​ສາມາດ​ແລກປ່ຽນ​ການ​ຄ້າ ການ​ລົງທຶນ.

ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ການ​ປ້ອງ​ກັນ​ປະ​ເທດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ... ທັງ​ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ​ວ່າ​ ຈະ​ຊຸກຍູ້​ເປີດ​ກວ້າງ​ການ​ພົວພັນ​ນີ້​ຍິ່ງ​ກວ່າ​ອີກ ຕາມ​ທິດ​ຝຣັ່ງມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ສູງ​ໃຫ້​ຝ່າຍຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ​ກໍ່ສ້າງ​ແຫຼ່ງກຳລັງ​ຄົນ​ໃຫ້ຫວຽດນາມ.

​ໃນ​ໂອ​ການ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ກໍ່​ໄດ້​ເຊື້ອ​ເຊີນ​ເປັນ​ທາງ​ການ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ມາ​ນູ​ແອນ ວາຍ​ເຊິ ມາ​ຢ້ຽມຢາມ​ປະ​ເທດຫວຽດນາມ, ​ແລະ​ເປັນ​ກຽດ​ສົ່ງ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ມາ​ຍັງ​ທ່ານ​ປະທານາທິບໍດີ​ຝຣັ່ງ ຝຣອງຊົວ ​ໂອ​ລອງ​ເດິ, ​ແລະ​ຄຳ​ເຊິີນຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ມາ​ຍັງ​ທ່ານ​ປະທານ​ສະພາ​ສູງ, ປະທານສະພາ​ຕ່ຳ​ຝຣັ່ງ ​ໃຫ້​ມາ​ຢາມ​ປະ​ເທດຫວຽດນາມ. ບັນດາ​​ການ​ນຳ​ຝຣັ່ງ ​ໄດ້​ສະ​ແດງ​ຄວາມຍິນ​ດີ ​ແລະ ສັນຍາ​ວ່າ​ຈະຈັດການ​​ໄປຢ້ຽມ​ຢາມຫວຽດນາມ ​ໃນ​ເວລາ​ທີ່​ສະດວກ​ດີ.

​ເນື່ອງ​ໃນ​ໂອກາດ​ໄປ​ຮ່ວ​ມການ​ປະ​ຊຸມ COP 21, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ມີ​ການ​ຕ້ອນຮັບ​ທ່ານ​ ຢັອງ ​ເພຍ​ ອາກຊອມ​​ໂບ ເລຂາທິການ​ສະມາຄົມ​ມິດຕະພາບຝຣັ່ງ-ຫວຽດນາມ; ພົບ​ປະ, ​ໂອ້​ລົມຢ່າງ​ສະໜິດສະໜົມ​ກັບຜູ້ຕາງໜ້າ​ວົງ​ຄະນາ​ຍາດ​ຊາວຫວຽດນາມ ​ແລະ ພະນັກ​ງານ ລັດຖະກອນສະຖານທູດຫວຽດນາມ ປະຈຳ​ສາທາລະນະ​ລັດ​ຝຣັ່ງ.

​ໃນ​ງານ​ຕ້ອນຮັບ​ທ່ານ​ເລຂາທິການ​ສະມາຄົມ​ມິດຕະພາບ ຝຣັ່ງ-ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​​ສະມາຄົມ​ມິດຕະພາບ ຝຣັ່ງ-ຫວຽດນາມ ທີ່​ໄດ້ມີ​ຄວາມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການຕິດ​ຕໍ່ ​ແລກປ່ຽນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຂະຫຍາຍ​ສາຍ​ພົວພັນ​ຮ່ວມ​ມື​ໃນ​ປັດຈຸບັນ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ຕໍ່​ບັນດາ​ໂຄງການ ​ແຜນ​ງານ ການ​ເຄື່ອນ​ໄຫວ​ຂອງສະມາຄົມ​ມິດຕະພາບ ຝຣັ່ງ-ຫວຽດນາມ ​ໃນ​ເວລາ​ທີ່​ຜ່ານ​ມາ, ​ເປັນ​ຕົ້ນ​ແມ່ນ​ການ​ຊ່ວຍ​ເຫຼືອຫວຽດນາມ ກຳຈັດ​ປັດ​ເປົ່າ​ຜົນ​ຮ້າຍ​ຂອງ​ສົງຄາມ, ​ແກ້​ໄຂ​ບັນດາ​ບັນຫາ​ພັດທະນາ​ແບບ​ຍືນ​ຍົງ, ຫລຸດຜ່ອນ​ຄວາມທຸກ​ຍາກ, ກໍ​ຄື​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່ມີ​ຜົນ​ແທດ​ຈິງ ມີ​ຄວາມ​ໝາຍ​ເຊັ່ນ ການ​ປະຊຸມ​ສຳ​ມະ​ນາ​ໃນ​ຫົວ​ຂໍ້ "ຫວຽດນາມ​ໃນ​ທຸກ​ວັນ​ນີ້"; ​ເປັນຜູ້​ຂຽນ​ຮ່ວມ "ຄຳ​ຮຽກຮ້ອງ​ເຄົາລົບ​ນັບຖື​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ສັນຕິພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ"…. ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ສະ​ແດງຄວາມຫວັງ​ວ່າ ທ່ານ​ເລຂາທິການ​ສະມາຄົມ​ມິດຕະພາບ ຝຣັ່ງ-ຫວຽດນາມ ຈະ​ສືບ​ຕໍ່​ມີ​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້ ຄວາມ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ​ສອງ​ຊາດຫວຽດນາມ ​ແລະ ຝຣັ່ງ, ​ເປັນ​ຂົວ​ຕໍ່​ຊ່ວຍ​ໃຫ້​ເພື່ອນ​ມິດ​ຝຣັ່ງ ​ແລະ ສາກົນ​ນັບ​ມື້​ນັບ​ເຂົ້າ​ໃຈ ​ແລະ ຮັກ​ແພງຫວຽດນາມ.

​ທົບ​ທວນ​ຫຼັກ​ໝາຍ​ສາຍ​ພົວພັນມິດຕະພາບຝຣັ່ງ-ຫວຽດນາມແ​ຕ່ປີ 1961, ທ່ານຢັອງ ​ເພຍ ອາກຊອມ​​ໂບ ​ເລຂາທິການ​ສະມາຄົມມິດຕະພາບເນັ້ນ​ວ່າ ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດຕະພາບ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍຝຣັ່ງ-ຫວຽດນາມ ​ໃຫ້​ເປັນ​ຮູບ​ປະ​ທຳ​ທີ່​ແທດ​ຈິງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ເລຂາທິການ​ຢືນຢັນ ສະມາຄົມ​ມິດຕະພາບ​ຝຣັ່ງ-ຫວຽດນາມ ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ ​ແຜນ​ງານ​ ໃຫ້​ມີ​ຜົນ​ແທດ​ຈິງ​ຍິ່ງ​ກວ່າ​ອີກ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ຊ່ວຍ​ເຫຼືອ​ຜູ້​ຖືກ​ເຄາະ​ຮ້າຍ​ຍ້ອນ​ທາດ​ພິດ​ສີ​ສົ້ມ ​ແລະ ການ​ເຄື່ອນ​ໄຫວ​ດ້ານ​ມະນຸດສະທຳ​ຢູ່ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ​ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດຝຣັ່ງ-ຫວຽດນາມ​ ເວົ້າ​ໂດຍ​ສະ​ເພາະ​....

​ໃນ​ທີ່​ການ​ພົບ​ປະ​ໂອ້​ລົມ​ກັບ​ຜູ້ຕາງໜ້າ​ວົງ​ຄະນາຍາດຊາວຫວຽດນາມ ​ແລະ ພະນັກງານ ລັດຖະກອນ​ສະຖານທູດຫວຽດນາມປະຈຳ​ສາທາລະນະ​ລັດ​ຝຣັ່ງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ທີ່​ຫັນ​​ເມືອ​ຫາປະ​ເທດ​ຊາດ​ບ້ານ​ເມືອງ​ ຂອງພີ່ນ້ອງ​ຊາວ​ຫວຽດນາມ​ທີ່​ພວມດຳລົງ​ຊີວິດ ຮ່ຳຮຽນ ທຳ​ມາ​ຫາ​ກິນ​ຢູ່​ປະ​ເທດ​ຝຣັ່ງ; ຕີ​ລາຄາ​ສູງ​ຕໍ່​ການ​ປະກອບສ່ວນ​ອັນ​ຕັ້ງໜ້າ​ຂອງ​ພະນັກງານ ລັດຖະກອນ​ສະຖານທູດຫວຽດນາມປະຈຳ​ຝຣັ່ງ ທີ່​ໄດ້​ຊຸກຍູ້​ຄວາມ​ພົວພັນ​ຮ່ວມ​ມື​ມິດຕະພາບຫວຽດນາມ-ຝຣັ່ງໃນ​ຂົງ​ເຂດ​ຕ່າງໆ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແທດ​ຈິງ ​ແລະ ມີປະສິດທິ​ຜົນ​. ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຫວັງ​ວ່າ​ພະນັກງານ ລັດຖະກອນ​ສະຖານທູດຫວຽດນາມປະຈຳຝຣັ່ງ ຈະຊາບ​ຊືມກຳ​ແໜ້ນ​ແຜນ​ນະ​ໂຍບາຍ ​ແນວທາງ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ແລະ​ລັດ; ປະຕິບັດ​ເປັນ​ຢ່າງ​ດີກາ​ນຊ່ວຍໜູນ, ວຽກງານ​ປົກ​ປ້ອງ​ພົນລະ​ເມືອງ; ຊຸກຍູ້​ຄວາມ​ພົວພັນ​ຮ່ວມ​ມືຫວຽດນາມ-ຝຣັ່ງ ​ໃຫ້​ຂະຫຍາຍຕົວຢ່າງ​ບໍ່​ຢຸດ​ຢັ້ງ ມີ​ປະສິດທິ​ຜົນ ​ແລະ ​ເລິກ​ເຊິ່ງຍິ່ງ​ກວ່າ​ອີກ; ​ເປັນ​ເຈົ້າ​ການ ປະດິດ​ສ້າງ​ໃນ​ວຽກ​ງານ, ປະຕິບັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ.

ກ່ຽວ​ພັນ​ເຖິງ​ການ​ປະຊຸມ COP 21, ຄະນະ​ຜູ້​ແທນຫວຽດນາມ ນຳ​ໂດຍທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ໄດ້​ເຂົ້າ​ຮ່ວມ​ການ​ປະຊຸມ​ຢ່າງ​ຕັ້ງໜ້າ. ​ໃນ​ວາລະ​ການ​ປະຊຸມ​ຄົບ​ຄະນະ, ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ໄດ້​ມີ​ຄຳ​ກ່າວ​ປາ​ໄສ​ທີ່ສຳຄັນ ​ເຊິ່ງ​ໄດ້​ຍົກ​ໃຫ້​ແຫັນ​ແຈ້ງວ່າ ​ເຖິງ​ວ່າປະ​ເທດຫວຽດນາມຍັງ​ທຸກ​ຈົນ, ຖືກ​ຈຳກັດ​ທາງ​ດ້ານ​ການ​ເງິນ​ກໍ​ຕາມ, ​ແຕ່​ຫວຽດນາມ​ກໍ​ໄດ້​ມີຄວາມ​ພະຍາ​ຍາມ ​ເພື່ອ​ປະກອບ​ການ​ເງິນ​ຈຳນວນ​ໜຶ່ງ​ເຂົ້າ​ໃນ​ກອງ​ທຶນລວມ ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ແລະຮັບ​ມື​ກັບ​ການ​ປ່ຽນ​ແປງສະພາບ​ພູມິ​ອາກາດ. ທັດສະນະ​ຂອງຫວຽດນາມ ​ແມ່ນ​ຕ້ອງ​ເຄົາລົບ​ນັບຖື​ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ລະດັບການ​ພັດທະນາຂອງ​ບັນດາ​ປະ​ເທດ​ທີ່​ຕ່າງ​ກັນ, ໝາຍຄວາມ​ວ່າບັນດາ​ເປົ້າ​ໝາຍ​ການ​ພັດທະນາ, ບັນດາ​ປະ​ເທດ​ຈະ​ເລີ​ນຮັ່ງມີ​ທີ່​ປ່ອຍ​ທາດກາກ​ບໍ​ນິກຫຼາຍ​ກວ່າ ​ກໍ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຫຼາຍ​ກວ່າທຽບ​ກັບປະ​ເທດ​ທຸກ​ຈົນ ປະ​ເທດ​ທີ່​ມີ​ການ​ປ່ອຍ​ອາຍ​ແກັດ​ເຮືອນ​ແກ້ວ​ໜ້ອຍ, ຕ້ອງ​ຊ່ວຍ​ເຫຼືອ​ບັນດາປະ​ເທດທຸກ​ຈົນ​ທາງ​ດ້ານ​ການ​ເງິນ ​ເພື່ອ​ຫັນປ່ຽນ​ຕົວ​ແບບ​ພະລັງງານ, ລົງທຶນ​ໃຫ້​ແກ່​ພະລັງງານ​ສະອາດ. ທັດສະນະ​ນີ້​ໄດ້​ຮັບ​ການ​ແບ່ງປັນ​ຈາກ​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ COP 21.

​ໃນ​ໂຄງການ​ດຳ​ເນີນ​ງານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງcũng ​ໄດ້​ມີ​ການ​ພົບ​ປະກັນ​ຫົວໜ້າ​ຄະນະ​ຜູ້​ແທນ 24 ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ COP 21. ທີ່​ການ​ພົບປະ​ເຫຼົ່າ​ນີ້, ບັນດາ​ປະ​ເທດ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຕໍ່​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ກໍ​ຄື​ຄຳ​ໝັ້ນ​ສັນຍາ​ທີ່​ແຂງ​ແຮງ​ຂອງຫວຽດນາມ ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ປ່ຽນ​ແປງ​ສະພາບ​ພູມິ​ອາກາດ. ການ​ເຂົ້າ​ຮ່ວມ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ແລະ ຄະນະ​ຜູ້​ແທນຫວຽດນາມ​ໃນ​ການ​ປະຊຸມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງຈາກ​ເພື່ອນ​ມິດສາ​ກົນ, ພິ​ເສດ​ແມ່ນ​ປະ​ເທດ​ເຈົ້າພາບ​ຝຣັ່ງ, ຍ້ອນຫວຽດນາມ​ໄດ້​ປະກອບສ່ວນອັນເໝາະ​ສົມ​ເຂົ້າ​ໃນ​ຄວາມ​ສຳ​ເລັດ​ຂອງ​ການ​ປະຊຸມ./.

​ໂດຍ ​ແທງ​ແອ​ງ