ວກ.ອອນ​ໄລ - ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່າ​ຍ ຟຣອງຊົວ ​ໂອ​ລອງ​ເດິ ປະທານາທິບໍດີ​ແຫ່ງ​ສາທາລະນະ​ລັດ​ຝຣັ່ງ, ທ່ານຫງວຽນເຕິນຢຸງ ​ນາຍົກລັດຖະມົນຕີ​ແຫ່ງ ສສ.ຫວຽດນາມ ​ໄດ້​ໄປ​ຮ່ວມ​ການ​ປະຊຸມ​ຄັ້ງ​ທີ 21 ຂອງ​ກອບ​ອະນຸ​ສັນຍາສະຫະ​ປະຊາ​ຊາດ​ ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະພາບ​​ອາກາດ (COP 21) ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ປາຣີ ​ແຕ່​ວັນ​ທີ 30 ພະຈິກ ຫາ​ວັນ​ທີ 1 ທັນວາ 2015.

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ກ່າວປາໄສທີ່ພິທີໄຂການປະຊຸມຄັ້ງທີ 21 ຂອງກອບອະນຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງສະພາບອາກາດ. (ພາບ: TTXVN)

ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ຢ່າງ​ໜັກ​ແໜ້ນ

​ການ​ປະຊຸມ​ຄັ້ງ​ທີ 21 ຂອງ​ກອບ​ອະນຸ​ສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະພາບ​​ອາກາດ (COP 21) ​ໄດ້​ດຳ​ເນີນ​​ໄປໃນ​ສະພາບ​ການທີ່ບັນດາ​ປະ​ເທດ​ໃນ​ໂລກ​ກຳລັງເພີ່ມ​ທະວີ​ຄວາມ​ພະຍາຍາມ​ຮັບ​ມື​ກັບບັນດາ​ສິ່ງ​ທ້າ​ທາຍ​ຄວາມ​ສະຫງົບ​ທີ່​ບໍ່​ເປັນ​ແບ​ດັ້ງ​ເດີມ, ​ໃນ​ນັ້ນ​ ມີ​ການ​ປ່ຽນ​ແປງ​ສະພາບ​​ອາກາດ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ປະຊຸມ​ທົ່ວ​ໂລກ​ທີ່​ໃຫຍ່​ທີ​ສຸດ​ໃນ​ປີ 2015 ​ເຊິ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ວົງ​ຄະນາ​ຍາດສາກົນ, ຖັດຈາກ​ການ​ປະຊຸມ​ທົ່ວ​ໂລກກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມ​ສ່ຽງ​ ຍ້ອນ​ໄພ​ທຳ​ມະ​ຊາດ, ການ​ປະຊຸມ​ສາກົນ​ກ່ຽວ​ກັບ​ການ​ເງິນ​ເພື່ອການ​ພັດທະນາ ​ແລະ ກອງ​ປະຊຸມ​ສຸດ​ຍອດອົງການ​ສະຫະ​ປະຊາ​ຊາດ​ຮັບຮອງ​ຜ່ານ​ລະບຽບ​ວາລະ​ການ​ປະຊຸມ 2030 ​ເພື່ອການ​ພັດທະນາ​ແບບ​ຍືນ​ຍົງ. ​ເປົ້າ​ໝາຍ​ຂອງ​ການ​ປະຊຸມ COP 21 ​ແມ່ນ​ຮັບຮອງ​ຜ່ານ​ກອບ​ກົດໝາຍ​ທົ່ວ​ໂລກ​ໃໝ່​ວ່າ​ດ້ວຍການ​ປ່ຽນ​ແປງ​ສະພາບ​​ອາກາດ ສຳລັບ​ໄລຍະ​ພາຍຫຼັງ​ປີ 2020 (ເອີ້ນ​ວ່າ ຄວາມ​ຕົກລົງ​ປາຣີ 2015), ຕາມ​ນັ້ນ ບັນດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ລົດ​ການ​ປ່ອຍອາຍ​ກາກ​ບອນ​ດີ​ໂອຊິດ ​ແນ​ໃສ່​ຈຳ​ກັບ​ການ​ເພີ່ມອຸນຫະພູມ​ສະ​ເລ່ຍທົ່ວ​ໂລກ​ໃຫ້​ຢູ່​ໃນ​ລະດັບ​ບໍ່​ເຖິງ 2 ອົງສາ C ​ໃນ​ທ້າຍ​ສະຕະວັດ​ທີ XXI ທຽບ​ກັບ​ສະ​ໄໝ​ກ່ອນ​ອຸດ​ສະຫະ​ກຳ 1850 - 1990.

ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ການ​ປະຊຸມ COP 21 ຄັ້ງ​ນີ້​ ແມ່ນ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງສາກົ​ນ ຂ​ອງຫວຽດນາມ ຢ່າງ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນ​ສັນຍາ​ອັນ​ໜັກ​ແໜ້ນ​ຂອງຫວຽດນາມ ​ໃນ​ການ​ເຂົ້າ​ຮ່ວມ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ວົງ​ຄະນາ​ຍາດ​ສາກົນ ​ແນ​ໃສ່​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​​ອາກາດ, ພ້ອມ​ກັນ​ນັ້ນ​ກໍ​ຊຸກຍູ້​ສວຍ​ໃຊ້​ໂອກາດ​ຮ່ວມ​ມື​ລະຫວ່າງຫວຽດນາມ ກັບ​ບັນດາ​ປະ​ເທດ ​ແລະ ບັນດາ​ຄູ່​ຮ່ວມ​ໃນ​ໂລກ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດການ​ປ່ຽນ​ແປງ​ສະພາບ​​ອາກາດ.

​ໂດຍ​ຮັບ​ຮູ້​ໄດ້ຜົນ​ກະທົບທີ່​ຮ້າຍ​ແຮງ​ຂອງການ​ປ່ຽນ​ແປງ​ສະພາບ​​ອາກາດ ຕໍ່​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ຫວຽດນາມ ກໍ​ຄື​ຢູ່​ໃນ​ໂລກ, ​ແຕ່​ດົນ​ແລ້ວ​ທີ່​ລັດຖະບານຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ກໍ່ສ້າງ​ແລະ​ປະຕິບັດ ບັນດາ​ໂຄງການ, ນະ​ໂຍບາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​​ອາກາດ. ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນ​ຫຼາຍ​ສັນຍາ​ສາກົນ​ທີ່​ສຳຄັນ, ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ເຈລະຈາ​ສາກົນ​ກ່ຽວ​ກັບບັນຫາ​ອາກາດ.  

​ໃນ​ເວລາ​ທີ່​ຜ່ານ​ມາ, ບັນດາ​ກະຊວງ ຂະ​ແໜງ​ການ ອົງການ​ຄົ້ນ​ຄວ້າ, ບັນດາ​ອົງ​ກາ​ຈັດ​ຕັ້ງ​ນອກ​ພາກ​ລັດ​ຂອງຫວຽດນາມ, ບັນດາ​ອົງ​ກາ​ນຈັດ​ຕັ້ງ​ສາກົນ ​ແລະ ຄູ່​ຮ່ວມ​ການພັດທະນາ ​ໄດ້​ຕັ້ງໜ້າ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສຳ​ເລັດ​ລາຍ​ງານ​ວ່າ​ດ້ວຍ​ການຫລຸດຜ່ອນການ​ປ່ອຍ​ອາຍ​ແກັດ​ເຮືອນ​ແກ້ວ (INDC) ຂອງຫວຽດນາມ. ຫວຽດນາມ​ໄດ້​ມອບ INDC ​ໃຫ້​ອົງການ​ຮັບຜິດຊອບ​ຂອງ​ສະຫະ​ປະຊາ​ຊາດ ​ແຕ່​ວັນ​ທີ 30 ກັນຍາ 2015 ​ເຊິ່ງປະກອບ​ດ້ວຍ​ສອງ​ພາກ: ທີ່​ໜຶ່ງ, ຫລຸດຜ່ອນການ​ປ່ອຍ​ອາຍ​ແກັດ​ເຮືອນ​ແກ້ວ, ກວມ​ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ ທີ່​ຈະ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ແຫຼ່ງພະລັງ​ພາຍ​ໃນ​ປະ​ເທດ (ການ​ເຄື່ອນ​ໄຫວ​ປະຕິບັດ​ງານ​ບໍ່​ມີ​ເງື່ອນ​ໄຂ) ​ແລະ ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ອາດ​ຈະ​ໄດ້​ປະຕິບັດ ຖ້າ​ຫາກ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ວົງ​ຄະນາ​ຍາດ​ສາກົນ. ທີ່​ສອງ, ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ການ​ປ່ຽນ​ແປງດິນ​ຟ້າ​ອາກາດ, ກວມ​ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ພວມ​ໄດ້​ຮັບ​ການ​ປະຕິບັດ, ຄວາມ​ຂາດ​ແຄນ​ຕ່າງໆ​ໃນ​ລະບຽບ​ກົດໝາຍ, ນະ​ໂຍບາຍ, ການ​ເງິນ, ​ແຫຼ່ງກຳລັງ​ຄົນ ແລະ ​ເຕັກ​ໂນ​ໂລ​ຊີ, ບັນດາ​ມາດ​ຕະການ​ປັບ​ຕົວ​ໃຫ້​ແທດ​ເໝາະ ສຳລັບ​ໄລຍະ 2021 - 2030.

ຮ່ວມ​ມື​ຮ່ວມ​ແຮງ​ກັບ​ວົງ​ຄະນາ​ຍາດ​ສາກົນ ພ້ອມ​ກັນ​ຮັບ​ມືກັບການ​ປ່ຽນ​ແປງ​ສະພາບ​ອາກາດ

​ໃນ​ທີ່ການ​ປະຊຸມ​ຄັ້ງ​ທີ 21 ຂອງ​ກອບ​ອະນຸ​ສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ການ​ປ່ຽນ​ແປງສະພາບ​ອາກາດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ໄດ້​ມີ​ບົດ​ປະ​ໄສ​ສຳຄັນ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບຜິດຊອບ ຄຳ​ໝັ້ນ​ສັນຍາ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງຫວຽດນາມ ​ໃນ​ການ​ຮ່ວມ​ມື​ຮ່ວມ​ແຮງ​ກັບ​ວົງ​ຄະນາ​ຍາດ​ສາກົນ ​ເພື່ອຮັບ​ມື​ກັບ​ບັນຫາການ​ປ່ຽນ​ແປງ​ສະພາບອາກາດທົ່ວ​ໂລກ.

ໂດຍນຳ​ໜ້າ​ລັດຖະບານ​ຂອງ​ປະ​ເທດ​ທີ່​ຄາດ​ຄະ​ເນ​ວ່າ ​ຈະ​ຖືກ​ເສຍ​ຫາຍງ່າຍທີ່​ສຸດ ຍ້ອນການ​ປ່ຽນ​ແປງ​ສະພາບ​ອາກາດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ເນັ້ນ​ບັນດາ​ຜົນ​ກະທົບ​ອັນ​ຮ້າຍແຮງ​ຂອງການ​ປ່ຽນ​ແປງ​ສະພາບອາກາດ ທີ່​ມີຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງຫວຽດນາມ ກໍ​ຄື​ຂອງ​ໂລກ, ຢັ້ງຢືນຄຳ​ໝັ້ນ​ສັນຍາ​ການ​ເມືອງ​ອັນ​ໜັກ​ແໜ້ນຂອງ​ລັດຖະບານຫວຽດນາມ ທີ່​ໄດ້ ພວມ ​ແລະ ສືບ​ຕໍ່​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ ພ້ອມ​ກັນ​ກັບ​ວົງ​ຄະນາ​ຍາດ​ສາກົນ ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​ອາກາດ ດ້ວຍ​ການ​ກະທຳ​ອັນ​ລະອຽດ​ຕົວຈິງ ໃນ​ລະດັບ​ຊາດ ​ແລະ ລະດັບ​ໂລກ.

ກ່າວ​ປາ​ໄສ​ຕໍ່ໜ້າ​ພະນະ​ທ່ານຜູ້ນຳ, ປະມຸກຂອງ 150 ປະ​ເທດ​ໃນ​ໂລກ ​ແລະ ຜູ້ນຳ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ຕາງໜ້າ​ໃຫ້ 196 ພາກສ່ວນ​ທີ່​ເຂົ້າ​ຮ່ວມກອບ​ອະນຸ​ສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍການ​ປ່ຽນ​ແປງ​ສະພາບ​​ອາກາດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ສະ​ແດງ​ໃຫ້​ເຫັນ​ແຈ້ງ​ທັດສະນະ​ຂອງຫວຽດນາມ: “ພວກ​ເຮົາ​ມີໜ້າ​ຢູ່​ທີ່​ການ​ປະຊຸມ​ຄັ້ງ​ທີ 21 ຂອງ​ກອບ​ອະນຸ​ສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະພາບ​ອາກາດນີ້ ​ເພື່ອ​ສະ​ແດງອອກ​ເຖິງຄຳ​ໝັ້ນ​ສັນຍາສະໜັບສະໜູນ, ຊຸກຍູ້​ວິວັດທະນາ​ການ​ເຈລະຈາ ​ແລະ ຮັບຮອງ​ຜ່ານຄວາມ​ຕົກລົງ​ວ່າ​ດ້ວຍສະພາບອາກາດທົ່ວ​ໂລກ ພາຍຫຼັງ​ປີ 2020. ​ເນື້ອ​ໃນ​ຂອງ​ຄວາມ​ຕົກລົງ​ຕ້ອງ​ຮັບປະກັນ​ການ​ປະກອບສ່ວນ​ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ມີ​ຄວາມ​ສົມສ່ວນ​ກັນ​ໃນ​ບັນດາ​ເນື້ອ​ໃນ ກ່ຽວ​ກັບ​ການ​ຫລຸດຜ່ອນ, ການ​ປັບ​ຕົວ​ໃຫ້​ແທດ​ເໝາະ, ການ​ເງິນ, ການ​ພັດທະນາ ​ແລະ ມອບ​ໂອນ​ເຕັກ​ໂນ​ໂລ​ຊີ,.... ບັນດາ​ປະ​ເທດ​ຈະ​​ເລີ​ນພັດທະນາ​ຕ້ອງ​ນຳ​ໜ້າ​ໃນ​ການ​ປະຕິບັດຄຳ​ໝັ້ນ​ສັນຍາ​ຂອງ​ຕົນ, ພ້ອມ​ກັນ​ນັ້ນ​ກໍ​ຊ່ວຍ​ເຫຼືອ ​ແລະ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ້​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ​ເພື່ອ​ພ້ອມ​ກັນ​ປະຕິບັດ​ຄວາມ​ຕົກລົງ​ຢ່າງ​ສຳເລັດຜົນ”.

ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ກໍ່​ຢັ້ງຢືນ​ວ່າ ​ແຕ່​ນີ້​ຮອດ​ປີ 2020, ​ໃນ​ເງື່ອນ​ໄຂ​ຫຍຸ້ງຍາກ​ທາງ​ດ້ານ​ແຫຼ່ງພະລັງ ​ແຕ່ຫວຽດນາມກໍ່​ສືບ​ຕໍ່​ຕັ້ງໜ້າ​ຜັນ​ຂະຫຍາຍ​ແຜນ​ຍຸດ​ທະ​ສາດ, ​ໂຄງການ, ​ແຜນການ​ກ່ຽວ​ກັບ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບອາກາດ ​ໃນ​ຫຼາຍ​ຂົງ​ເຂດ; ປະຕິບັດ​ພັນທະ​ຕ່າງໆ ​ໃນ​ກອບ​ອະນຸ​ສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ສະພາບອາກາດ ​ແລະ ອະນຸ​ສັນຍາ ກີ​ໂອ​ໂຕ ຢ່າງ​ເຂັ້ມ​ງວດ. ຫວຽດນາມຈະ​ປະກອບ​ເງິນ 1 ລ້ານ​ໂດ​ລາ​ສະຫະລັດ ​ເຂົ້າ​ໃນ​ກອງ​ທຶນ​ອາກາດ​ຂຽວ ​ໄລຍະ 2016 - 2020.

ສຳລັບ​ໄລຍະ​ພາຍຫຼັງ​ປີ 2020, ທ່ານ​ນາຍົກລັດຖະມົນຕີ ຍົກ​ໃຫ້​ເຫັນ​ແຈ້ງວ່າ, ​ເຖິງ​ວ່າ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແລະ ຖືກ​ຜົນ​ກະທົບ​ຢ່າງ​ຮ້າງ​ແຮງ​ຈາກການ​ປ່ຽນ​ແປງ​ສະພາບອາກາດກໍ່ຕາມ, ​ແຕ່​ຫວຽດນາມກໍ່​ຍັງ​ໃຫ້ຄຳ​ໝັ້ນ​ສັນຍາຈະ​ລົດ 8% ປະລິມາມການ​ປ່ອຍ​ອາຍ​ແກັດ​ເຮືອນ​ແກ້ວ​ໃນ​ປີ 2030 ​ແລະ ອາດ​ຈະ​ລົດ​ເຖິງ 25% ຖ້າ​ຫາກ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນ​ຈາກ​ວົງ​ຄະນາ​ຍາດ​ສາກົນ. ຫວຽດນາມຈະ​ພິຈາລະນາ​ຕາມ​ກຳນົດ​ເວລາ ​ແລະ ດັດສົມ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ຕົນ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ເນັ້ນ​ວ່າ: “ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ຮັບຮອງ​ຜ່ານລະບຽບ​ວາລະ​ການ​ປະຊຸມ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ​​ການຜັນ​ຂະຫຍາຍລະບຽບ​ວາລະ​ການ​ປະຊຸມ 2030 ຮຽກຮ້ອງ​ໃຫ້​ພວກ​ເຮົາຕ້ອງ​ມີ​ຄວາມ​ຕັດ​ສີນ​ໃຈ​ການ​ເມືອງ​ຢ່າງ​ແຂງ​ແຮງ ​ແລະ ສົມທົບ​ຢ່າງ​ແໜ້ນ​ແຟ້ນນຳ​ກັນ​ໃນ​ການ​ປະຕິບັດຄວາມ​ຕົກລົງ​ວ່າ​ດ້ວຍ​ສະພາບ​​ອາກາດທົ່ວ​ໂລກ ພາຍຫຼັງ​ປີ 2020 ຢ່າງ​ເຂັ້ມ​ງວດ ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ຕາງໜ້າ​ລັດຖະບານ ​ແລະ ປະຊາຊົນຫວຽດນາມ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຫວັງ​ທີ່​ສຸດ​ວ່າ​ຈະ​ໄດ້​ຮັບ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າຂອງ​ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ ໃຫ້​ແກ່​ການ​ພັດທະນາ​ເສ​ດຖະກິດ-ສັງຄົມຂອງຫວຽດນາມ​ເວົ້າ​ລວມ ​ແລະ ​ໃຫ້ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​​ອາກາດ​ເວົ້າ​ໂດຍ​ສະ​ເພາະ. ພວກ​ຂ້າພະ​ເຈົ້າ​ຈະ​ປະຕິບັດ​ເປັນ​ຢ່າງ​ດີ​ໜ້າ​ທີ​ຮັບຜິດຊອບ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາ​ແຫ່ງ​ຊາດ​ຂອງ​ຕົນ”.

ຕາມ​ລາຍການ​ເຄື່ອນ​ໄຫວ​ທີ່​ການ​ປະຊຸມ COP 21, ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ໄດ້ພ້ອມ​ກັນ​ກັບ​​ນາຍົກລັດຖະມົນຕີໂຮ​ນລັງ ທ່ານ​ມາກ ຣຸດທີ ​ແລະ ຮອງ​ປະທານ​ທະນາຄານ​ໂລກ ທ່ານ​ລໍຣ່າ ທັກ​ເກິ ເປັນ​ປະທານ​ຮ່ວມ​ໃນວາລະ​ການປະ​ຊຸມ​ສົນທະນາຂັ້ນ​ສູງ ​ໃນ​ຫົວ​ຂໍ້ “ຫວຽດນາມຮ່ວມ​ມື​ຮ່ວມ​ແຮງ​ພ້ອມ​ກັບ​ບັນດາ​ຄູ່​ຮ່ວມ​ສາກົນຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ຂອງການ​ປ່ຽນ​ແປງ​ສະພາບ​​ອາກາດ ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ” ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຈາກ​ບັນດາ​ປະ​ເທດ 30 ທ່ານ.

​ໃນ​ບົດ​ປາ​ໄສ​ທີ່ວາລະ​ການປະ​ຊຸມ​ສົນທະນານີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ​ໄດ້​ສັງ​ເກດ​ວ່າ, ວົງ​ຄະນາ​ຍາດ​ສາກົນ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ຜົນ​ກະທົບ​ທາງ​ລົບ​ຈາກການ​ປ່ຽນ​ແປງ​ສະພາບ​​ອາກາດ. ນີ້​ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​ຕໍ່​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງຫວຽດນາມ ​ເຊິ່ງ​ເປັນ​ໜຶ່ງ​​ໃນ 5 ປະ​ເທດ​ໃນ​ໂລກ​ທີ່​ຖືກ​ຜົນ​ກະທົບ​ທີ່​ໜັກໜ່ວງ​ທີ່​ສຸດ​ຂອງການ​ປ່ຽນ​ແປງ​ສະພາບ​​ອາກາດ, ​ໃນ​ນັ້ນ​ມີ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ. ເຂດ​ທົ່ງພຽງ​ແມ່​ນ້ຳຂອງຂອງຫວຽດນາມມີ​ປະຊາກອນ​ກວ່າ 18 ລ້ານ​ຄົນ, ​ເນື້ອ​ທີ່​ດິນ​ທົ່ງພຽງເກືອບ 4 ໝື່ນ​ຕາລາງ​ກີ​ໂລ​ແມັດ​, ​ເປັນ​ບ່ອນ​ທີ່​ພວມ​ຖືກ​ຜົນ​ກະທົບ “ຄູ່” ຍ້ອນການ​ປ່ຽນ​ແປງ​ສະພາບ​​ອາກາດພາ​ໃຫ້ນ້ຳ​ທະ​ເລ​ຍຶ່ງຂຶ້ນ ​ແລະ ຍ້ອນ​ການ​ເຄື່ອນ​ໄຫວ​ສ້າງ​ເຂື່ອນ, ຂຸດ​ຄົ້ນ ​ແລະ ນຳ​ໃຊ້​ນ້ຳ​ແບບ​ບໍ່​ຍືນ​ຍົງ ຢູ່​ບໍລິ​ເວນ​​ຕົ້ນນ້ຳ​ແມ່​ນ້ຳຂອງ. ຫຼາຍ​ແຫ່ງ​ໃນ​ເຂດ​ນີ້​ເຄີຍ​ຖືກ​ພາຍຸ ນ້ຳ​ຖ້ວມ​ຫຼາຍ​ຄັ້ງ, ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ທາງ​ດ້ານ​ຊີວິດ​ຄົນ ​ແລະ ​ເສດຖະກິດ. ​ໄພ​ແຫ້ງ​ແລ້ງ​ພາ​ໃຫ້​ເກີດ​ສະພາບ​ນ້ຳ​ເຄັມ​ແຊກ​ຊຶມ​ເຂົ້າ​ທົ່ງ​ນັບ​ມື້​ນັບ​ເພີ່​ມຂຶ້ນ, ​ເປັນ​ຜົນ​ສະທ້ອນ​ເຖິງ​ດິນ​ປູກຝັງ​ໃນ​ເນື້ອ​ທີ່​ເກືອບ 7 ​ແສນ​ເຮັກຕາ​, ກວມ​ເອົາ​ປະມານ 40% ​ໃນ​ລວມຍອດ​ດິນ​ກະສິກຳ 1,7 ລ້ານ​​ເຮັກ​ຕາ​ຂອງ​ທົ່ວ​ເຂດ​ນີ້. ຖ້າ​ຫາກ​ບໍ່​ມີ​ມາດ​ຕະການ​ຮັບ​ມື​ທີ່​ສອດຄ່ອງ ກໍ່​ອາດ​ຈະ​ຄາດ​ຄະ​ເນ​​ໄດ້ວ່າ ຮອດ​ທ້າຍ​ສະຕະວັດ​ທີ XXI, ນ້ຳ​ທະ​ເລ​ຍຶ່ງຂຶ້ນ​ສູງ 1 ​ແມັດຈະ​ເຮັດ​ໃຫ້ນ້ຳ​ຖ້ວມ​ກວມ​ເອົາ 40% ຂອງ​ເນື້ອ​ທີ່ ​ແລະ ສົ່ງ​ຜົນ​ສະທ້ອນ​ເຖິງ​ການທຳ​ມາ​ຫາ​ກິນ​ດຳລົງ​ຊີວິດຂອງ​ປະຊາຊົນ​ເກືອບ 55% ​ໃນ​ຈຳນວນ​ພົນ​ລະ​ເມືອງ​ເຂດທົ່ງພຽງ​ແມ່​ນ້ຳຂອງຫວຽດນາມ. ຍິ່ງ​ກວ່າ​ນັ້ນ​ອີກ, ​ເຂດ​ນີ້​ຍັງເປັນ​ບ່ອນ​ຜະລິດ​ເຂົ້າ​ສົ່ງ​ນອກ ​ເຊິ່ງກວມ​ເອົາ​ປະມານ 1/5 ຍອດ​ປະ​ລິ​ມານ​ການ​ຄ້າຂາຍ​ເຂົ້າສານ​ໃນ​ທົ່ວ​ໂລກ (ປີ 2014), ສະໜອງ​ເຂົ້າສານ​ໃຫ້​ຫຼາຍ​ລ້ານ​ຄົນ​ຢູ່​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ໂດຍ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້, ​ເຖິງ​ວ່າ​ຍັງ​ມີ​ຄວາມ​ຫຍຸ້ງຍາກ ຂໍ້​ຈຳກັດ​ຫຼາຍ​ຢ່າງ​ກ່ຽວກັບ​ແຫຼ່ງພະລັງ​ກໍ່​ຕາມ, ​ແຕ່​ລັດຖະບານຫວຽດນາມ ກໍ່​ໄດ້​ສຸມ​ໃສ່​ຊີ້​ນຳ ​ແລະ ຜັນ​ຂະຫຍາຍສັບ​ຊ້ອນ​ການ​ເຄື່ອນ​ໄຫວຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​​ອາກາດ ​ເຂົ້າ​ໃນ​ບັນດາ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ​ແລະ ປະຈຳ​ປີ​ຂອງ​ເຂດ. ທ່ານ​ນາຍົກລັດຖະມົນຕີສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ ຄວາມ​ມານະ​ພະຍາຍາມ​ຂອງຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ ​ໄດ້​ຮັບ​ຄວາມຍອມ​ຮັບ ​ແລະ ສະໜັບສະໜູນ​ຈາກ​ວົງ​ຄະນາ​ຍາດ​ສາກົນ.

ຜ່ານ​ການ​ສົນທະນາ, ຫວຽດນາມ​ໄດ້​ຮັບ​ເອົາຄຳ​ສະ​ເໜີ​ແນະ​ຕ່າງໆ ກ່ຽວ​ກັບ​ວິທີ​ແກ້​ໄຂ, ​ແບບ​ວິທີ​ຮ່ວມ​ມື, ຊ່ວຍ​ເຫຼືອ​ໃຫ້ຫວຽດນາມຍົກ​ສູງ​ປະສິທິພາ​ບການ​ຮັບ​ມື​ກັບການ​ປ່ຽນ​ແປງ​ສະພາບ​​ອາກາດ ​ແລະ ພັດທະນາ​ແບບ​ຍືນ​ຍົງຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ./.

ສັງ​ລວ​ມ​ໂດ​ຍ ທູ​ເຟືອງ