ວກ. ອອນ​ໄລ - ​ແຕ່​ວັນ​ທີ 15 ​ເຖິງວັນ​ທີ 16 ກຸ​ມພາ 2016, ກອງ​ປະຊຸມຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ສະຫະລັດ​ອາ​ເມຣິກາ ​ໄດ້​ຈັດ​ຂຶ້ນ​ທີ່ ຊັນ​ນີ​ແລນ, ລັດ​ກາລີ​ຟໍ​ເນຍ, ສະ​ຫະລັດອາ​ເມຣິກາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ນຳໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງຫວຽດນາມ ​ເຂົ້າຮ່ວມກອງ​ປະຊຸມດັ່ງ​ກ່າວ.

ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມອາຊຽນ - ສະຫະລັດອາເມຣິກາ. (ພາບ: TTXVN)

ຂີດ​ໝາຍ​ໃໝ່​ໃນ​ຂອງ​ຄວາມ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດອາ​ຊຽນ - ສະຫະລັດ​ອາ​ເມຣິກາ

​ໃນ​ທີ່​ການ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ພ້ອມ​ກັບ​ບັນດາ​ການ​ນຳ​ຂອງ​ອາ​ຊຽນ ​ແລະ ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມຣິກາ ​ໄດ້​ເຂົ້າ​ຮ່ວມ​ການ​ປຶກສາ​ສົນທະນາ​ກ່ຽວ​ກັບ​ຫົວຂໍ້​ຕ່າງໆ ​ເຊັ່ນ: ຊຸກຍູ້​ຄວາມ​ວັດ​ທະນາ​ຖາວອນຂອງ​ພູ​ມິ​ພາກ​ ຕາມ​ທິດ​ເສີມ​ຂະຫຍາຍ​ຈິດ​ໃຈທຸລະ​ກິດ ​ແລະ ປະດິດ​ສ້າງ; ປົກ​ປັກ​ຮັກສາ​ສັນຕິ​ພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ຄວາມ​ໝັ້ນຄົງ​ຢູ່​ອາຊີ - ປາຊີ​ຟິກ; ມູມມອງ​ຍຸດ​ທະ​ສາດ​ພາກ​ພື້ນ.

​ໃນ​ເວລາ​ຢູ່​ສະຫະລັດ​ອາ​ເມຣິກາ​ສອງ​ວັນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ​ອາ​ເມຣິກາ ບາຣັກ ​ໂອ​ບາ​ມາ; ພົບ​ປະ​ສອງ​ຝ່າຍ​ກັບ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ໂຈ​ໂກ ວີ​ໂດ​ໂດ, ພົບ​ປະ​ກັບ​ນາຍົກລັດຖະມົນຕີ​ໄທ ປຣະຢຸດ ຈັນ​ໂອຊາ; ພ້ອມ​ກັນ​ກັບ​ບັນດາ​ການ​ນຳ​ຂອງ​ອາ​ຊຽນ ​ແລະ ສະຫະລັດ​ອາ​ເມຣິກາ ພົບ​ປະ ​ແລກປ່ຽນ​ກັບ​ຜູ້​ຕ່າງ​ໜ້າກຸ່ມ​ບໍລິສັດນຳ​ໜ້າ​ຈຳນວນ​ໜຶ່ງ​ ຂອງ​ອາ​ເມຣິກາ, ຄື IBM, Microsoft, Cisco,… ​ແນ​ໃສ່​ນຳ​ສະ​ເໜີ​ຄຳ​ສະ​ເໜີ​ແນະ​ ​ແລະ ຊອກ​ຫາ​ມາດ​ຕະການຕ່າງໆ​ ເພື່ອ​ຊຸກຍູ້​ເສດຖະກິດ​ດີ​ຈີ​ຕອນ ​ແລະ ການ​ຮ່ວມ​ມື, ຊ່ວຍ​ໜູນ​ຂອງ​ຂອງ​ບັນດາ​ບໍລິສັດ​ຂອງ​ອາ​ເມຣິກາ ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ສື່​ຂ່າວ​ ຂອງ​ບັນດາ​ປະ​ເທດ​ອາ​ຊຽນ.

​ໃນ​ນາມ​ປະທານ​ການ​ປະຊຸມ, ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຊົມ​ເຊີຍ​ການ​ກໍ່​ຕັ້ງ​ປະຊາ​ຄົມ​ອາ​ຊຽນ, ຢືນຢັນ​ສະຫະລັດ​ອາ​ເມຣິກາ​ໃຫ້​ຄວາມ​ສຳຄັນ​ຕໍ່​ກັບ​ອາ​ຊຽນ, ສະໜັບສະໜູນ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ບັນດາ​ໂຄງ​ປະກອບ​ພາກ​ພື້ນ​ທີ່​ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ສະ​ແດງ​ຄວາມ​ຫວັງ​ວ່າ ສະຫະລັດ​ອາ​ເມຣິກາ ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ເສດຖະກິດ ​ແລະ ການ​ຄ້າ ​ໃຫ້​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ກວ່າ​ອີກ.

ຜັນ​ຂະຫຍາຍ​ບັນດາ​ໂຄງການຮ່ວມມືລະຫວ່າງ ອາ​ຊຽນ ​ແລະ ສະຫະລັດ​ອາ​ເມຣິກາ ​ໃຫ້​ມີ​ປະສິດທິ​ຜົນ​ຍິ່ງ​ຂຶ້ນ

​ໃນ​ຄຳ​ປາ​ໄສ​ສົນທະນາ​ກ່ຽວ​ກັບຫົວຂໍ້ “ຊຸກຍູ້​ຄວາມ​ວັດ​ທະນາ​ຖາວອນຂອງ​ພູ​ມິ​ພາກ​ຕາມ​ທິດ​ເສີມ​ຂະຫຍາຍ​ຈິດ​ໃຈທຸລະ​ກິດ ​ແລະ ປະດິດ​ສ້າງ”, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ເນັ້ນ​ວ່າ ​ໂດຍ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ຂອງ​ອາ​ຊຽນ, ຫວຽດນາມ​ໄດ້​ຕັ້ງໜ້າ​ພະຍາ​ຍາມ​ປະກອບສ່ວນ​ເພື່ອ​ປະຊາ​ຄົມ​ອາ​ຊຽນ ​ແລະ ຄວາມ​ຈະ​ເລີ​ນພັດທະນາ​ຢູ່​ໃນ​ພາກ​ພື້ນ.

ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນ​ຕ່າງໆ​​ຫຼາຍຢ່າງ ທາງ​ດ້ານ​ເສດຖະກິດ-ສັງຄົມ, ຮັບປະກັນ​ຄວາມ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​​ໄປ​ຄຽງ​ຄູ່​ກັບ​ຄວາມ​ກ້າວໜ້າ ​ແລະ ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ.

​ໃນ​ໄລຍະ​ຕໍ່ໜ້າ, ຫວຽດນາມ​ຈະ​ຊຸກຍູ້​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ຄົບ​ຊຸດ, ພ້ອມ​ກັນ​ນັ້ນ​ກໍ​ຕັ້ງໜ້າ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ ​ແລະ ​ເຂົ້າ​ຮ່ວມ​ການ​ເຊື່ອມຈອດເສດຖະກິດ​ໃນ​ຫຼາຍ​ລະດັບ, ​ໃນ​ນັ້ນ ປະຊາ​ຄົມ​​ເສດຖະກິດອາ​ຊຽນ (AEC), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC), ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ແລະ ສັນຍາ​ຄູ່​ຮ່ວມ​ມືເສດ​ຖະກິດຮອບດ້ານ​ພາກ​ພື້ນ (RCEP) ​ເປັນ​ບັນດາ​ກອບ​ການ​ຮ່ວມ​ມື​ທີ່​ເປັ​ນຫຼັກ​ແຫຼ່ງ.

​ໂດຍ​ເນັ້ນ​​ເຖິງຄວາມ​ສຳຄັນ​ຍຸດ​ທະ​ສາດ​ຂອງ​ການ​ພົວພັນອາ​ຊຽນ - ສະຫະລັດ​ອາ​ເມຣິກາ ທີ່​ມີຕໍ່ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ພັດທະນາ​ຂອງ​ພາກ​ພື້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ສະ​ເໜີວ່າ​ ໃນ​ເວລາ​ຕໍ່ໜ້າ ສອງ​ຝ່າຍ​ຄວນ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ທີ່​ໄດ້​ຕົກລົງ​ກັນ​ ໃຫ້​ມີ​ປະສິດທິ​ຜົນ, ​ເປັນ​ຕົ້ນ​ແມ່ນ ​ແຜນການ​ປະຕິບັດ​ງານອາ​ຊຽນ - ສະຫະລັດ​ອາ​ເມຣິກາ ​ໄລຍະ 2016 - 2020, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ລົງທຶນ, ​ແບ່ງປັນບົດຮຽນກ່ຽວ​ກັບ​ການ​ເລີ່​ມທຸລະ​ກິດ, ພູມປັນຍາ, ​ເຕັກ​ໂນ​ໂລ​ຊີ ​ລະຫວ່າງ​ບັນດາ​ວິ​ສາຫະກິດ​ຂອງອາ​ຊຽນ ​ແລະ ສະຫະລັດ​ອາ​ເມຣິກາ ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ ​ອາຊຽນ​ກໍ່ສ້າງ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ ທີ່ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປ່ຽນ​ແປງ​ໃໝ່, ປະດິດ​ສ້າງ, ຂະຫຍັນ​ຂັນ​ເຄື່ອນ, ຍົກ​ສູງ​ຄວາມ​ສາມາດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ກໍ​ໄດ້​ສະ​ເໜີ​ໃຫ້ສ້າງ​ຕັ້ງ​ສູນອາ​ຊຽນ - ສະຫະລັດ​ອາ​ເມຣິກາ ກ່ຽວ​ກັບ​ການ​ຊ່ວຍ​ໜູນ​ການ​ເລີ່​ມທຸລະ​ກິດ ​ແລະ ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດ​ນ້ອຍ ທີ່​ຕັ້ງ​ຢູ່​ຫວຽດນາມ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ປະດິດ​ສ້າງ ​ແລະ ​ເຊື່ອມ​ຕໍ່ລະຫວ່າງວິ​ສາ​ຫະກິດ​ຕ່າງໆ​ຂອງ​ອາ​ຊຽນ.

ທະ​ເລ​ຕາ​ເວັນ​ອອກ​ສືບ​ຕໍ່​ເປັນ​ບັນຫາ “ຮ້ອນ”

ໃນ​​ເມື່ອ​ສົນທະນາ​ກ່ຽວ​ກັບຫົວຂໍ້ “ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ວັດທະນາ​ຖາວອນ ​ແລະ ຄວາມ​ໝັ້ນຄົງ​ຢູ່​ອາຊີ - ປາຊີ​ຟິກ”, ກໍ​ຄື​ໃນ​ວາລະ​ສົນທະນາ​ກ່ຽວ​ກັບ​ຫົວ​ຂໍ້ “ມູມມອງ​ຍຸດ​ທະ​ສາດ​ພາກ​ພື້ນ”, ບັນດາ​ການນຳ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ຕີ​ລາຄາ​ສະພາບ​ການພູມິ​ພາກປັດຈຸບັນ ພວມ​ຜັນ​ປ່ຽນ​ຢ່າງ​ສັບສົນ ທີ່​ສົ່ງ​ຜົນ​ກະທົບ​ເຖິງ​ທຸກໆ​ປະ​ເທດ.

ສະພາບ​ຄວາມ​ເຄັ່ງ​ຕຶງ​ໃນ​ມໍ່ໆ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແຫຼມ​ເກົາຫລີ, ການ​ກໍ່​ການ​ຮ້າຍ​ຢູ່ ຈາ​ກາຕ້າ, ບັນຫາ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ອິນ​ເຕີ​ເນັດ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ການ​ປ່ຽນ​ແປງ​ສະພາບພູມິອາກາດ,… ​ເປັນ​ບັນດາ​ບັນຫາ​ທີ່​ຫຼາຍ​ປະ​ເທດ​ສົນ​ໃຈ ​ແລະ ​ແບ່ງປັນ​ຢູ່​ທີ່​ການ​ປະຊຸມ. ​ໃນ​ສະພາບ​ດັ່ງ​ກ່າວ​ນັ້ນ, ບັນດາ​ປະ​ເທດ​ລ້ວນ​ແຕ່​ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ - ສະຫະລັດ​ອາ​ເມຣິກາ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ຊຸກຍູ້​ຄວາມ​ວັດທະນາ​ຖາວອນ​ຂອງພາກພື້ນ ​ແລະ ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຂ້າມ​ຊາດ​ຕ່າງໆ.

ບັນດາ​ການ​ນຳ​ຂອງອາ​ຊຽນ ​ແລະ ສະຫະລັດ​ອາ​ເມຣິກາ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮັບຮອງ​ຖະ​ແຫຼງການ​ຮ່ວມ, ​ໃນ​ນັ້ນ ຢັ້ງຢືນ​ບັນດາ​ຫຼັກການ​ທີ່​ມີ​ລັກສະນະ​ກຳນົດ​ທິດ​ໃຫ້​ແກ່​ການ​ພົວພັນອາ​ຊຽນ - ສະຫະລັດ​ອາ​ເມຣິກາ ​ໃນ​ໄລຍະ​ສະ​ເພາະ​ໜ້າ. ຖະ​ແຫຼ​ງການ​ໄດ້​ເນັ້ນ​ວ່າ ອາ​ຊຽນ ​ແລະ ສະຫະລັດ​ອາ​ເມຣິກາຈະ​ສືບ​ຕໍ່​ເຊີດ​ຊູ​ບັນດາ​ຫຼັກກາ​ອັນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດ​ບັດ​ອາ​ຊຽນ, ສະໜັບສະໜູນ​ການ​ກໍ່ສ້າງ​ລະບຽບ​ພາກ​ພື້ນ ​ແລະ ລະບຽບ​ສາກົນ​ອີງ​ບົນພື້ນຖານ​ກົດໝາຍສາ​ກົນ, ​ໃຫ້ຄຳ​ໝັ້ນ​ສັນຍາ​ແກ້​ໄຂ​ຂໍ້​ພິພາດ​ຕ່າງໆດ້ວຍ​ສັນຕິ​ວິທີ, ບໍ່​ນາບ​ຂູ່ ບໍ່​​ໃຊ້​ກຳລັງ​ອາ​ວຸດ, ບໍ່​ຫັນ​ເປັນ​ການ​ທະຫານ, ອົດ​ກັ້ນ, ຮັບປະກັນ​ຄວາມ​ປອດ​ໄພ ຄວາມ​ໝັ້ນຄົງ​ທາງ​ດ້ານ​ການ​ເດີນ​ທະ​ເລ ​ເດີນ​ອາກາດ ທີ່​ສອດຄ່ອງ​ກັບ​ບັນດາ​ຫຼັກການ​ທີ່​ໄດ້​ຮັບ​ຄວາມ​ຮັບ​ຮອງ​ຢ່າງ​ກວ້າງຂວາງ​ຂອງ​ກົດໝາຍ​ສາກົນ, ກວມທັງ​ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ ວ່າດ້ວຍກົດໝາຍທະເລ ປີ 1982 (UNCLOS 1982).

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ແບ່ງປັນ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ເຫດການ​ສັບສົນ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​​ເຂດ​ທະ​ເລ​ຕາ​ເວັນ​ອອກ​ໃນ​ເວລາ​ຜ່ານ​ມາ​ມໍ່​ນີ້, ພິ​ເສດ​ແມ່ນ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການ​ດັ້ງ​ເດີມ​ປ່ຽນ​ແປງ​ໄປ, ການ​ເຄື່ອນ​ໄຫວ​ຫັນ​ເປັນ​ການ​ທະຫານ​ເພີ່ມ​ຂຶ້ນ ​ເຊິ່ງ​ໄດ້​ນາບ​ຂູ່​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ເດີນ​ອາກາດ​ຢູ່​ໃນ​ພາກ​ພື້ນ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ເນັ້ນ​ວ່າ ບັນດາ​ປະ​ເທດ​ຕ້ອງ​ໃຫ້​ບຸລິມະສິດ​ການ​ກໍ່ສ້າງຄວາມ​ເຊື່ອ​ຖື​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ການ​ສົນທະນາ ​ແລະ ຮ່ວມ​ມື, ​ເຊີດ​ຊູ​ການ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ​ເປັນຕົ້ນ​ແມ່ນ ອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ ປີ 1982; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ສະ​ຖາ​ບັນ​ພະຫຸ​ພາຄີ, ​ແລະ​ສະໜັບ​ສະໜູນ​ບົດບາດ​ເປັນ​ເຈົ້າພາ​ທາງ​ຂອງ ອາ​ຊຽນ ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ​ສະຖຽນ​ລະ​ພາບ ແລະ ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ.

​ໃນ​ເມື່ອ​ເນັ້ນ​ເຖິງ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ຄວາມ​ພົວພັນອາ​ຊຽນ - ສະຫະລັດ​ອາ​ເມຣິກາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ຊົມ​ເຊີນຄວາມ​ສະໜັບສະໜູນທີ່​ຕັ້ງໜ້າ​ແລະ​ມີ​ລັກສະນະ​ກໍ່ສ້າງ​ ຂອງ​ສະຫະລັດ​ອາ​ເມຣິກາ ​ແລະ ບັນດາ​ຄູ່​ຮ່ວມ​ມື​ເວົ້າ​ລວມ ຕໍ່​ກັບ​ຫຼັກ​ໝັ້ນ​ຂອງ ອາ​ຊຽນ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຄວາມ​ສະຫງົບ​ໝັ້ນຄົງ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

ທ່ານ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ຕໍ່​ຄວາມ​ຄືບ​ໜ້າ ​ແລະ ຜົນສຳ​ເລັດ​ອັນ​ສຳຄັນ ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມືອາ​ຊຽນ - ສະຫະລັດ​ອາ​ເມຣິກາ ​ໃນ​ເວລາ​ທີ່​ຜ່ານມາ, ພ້ອມ​ນັ້ນ ທ່ານ​ກໍໄດ້​ສະ​ແດງ​ຄວາມ​ປະສົງ​ໃຫ້​ສອງ​ຝ່າຍສົມທົບ​ກັນ​ຜັນ​ຂະຫຍາຍ​ແຜນການ​ເຄື່ອນ​ໄຫວ ອາ​ຊຽນ - ສະຫະລັດ​ອາ​ເມຣິກາ ​ໄລຍະ 2016 – 2020 ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນອາ​ຊຽນ - ສະຫະລັດ​ອາ​ເມຣິກາ ​ໃຫ້ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ໃນ​ເວລາ​ຕໍ່ໜ້າ.

ການ​ປະກອບ​ຄວາມ​ເຫັນ ກໍ​ຄື​ຄຳ​ສະ​ເໜີ​ແນະ​ຕ່າງໆ​ ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ທີ່​ກອງ​ປະຊຸມ ​ໄດ້​ຮັບ​ຄວາມ​ຮັບ​ຮູ້​ແລະ​ຕີ​ລາຄາ​ສູງຈາກ​ບັນດາ​ທ່ານ​ການ​ນຳ.

ການ​ເຂົ້າ​ຮ່ວມ​ກອງ​ປະຊຸມຂັ້ນ​ສູງ​ພິ​ເສດ ອາ​ຊຽນ - ສະຫະລັດ​ອາ​ເມຣິກາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ເຖິງ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ຫວຽດນາມ​ໃນ ອາ​ຊຽນ, ພ້ອມ​ນັ້ນ​ກໍ​ຢັ້ງຢືນ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ປະກອບສ່ວນ​ນຳ​ເອົາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດອາ​ຊຽນ - ສະຫະລັດ​ອາ​ເມຣິກາ​ເຂົ້າ​ສູ່​ພາກ​ປະຕິບັດ​ຕົວ​ຈິງ ມີ​ປະສິດທິ​ຜົນ ​ເພື່ອ​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື ຊ່ວຍ​ເຫຼືອ​ຂອງ​ສະຫະລັດ​ອາ​ເມຣິກາ ​​ໃຫ້​ແກ່​ບັນດາ​ຂົງ​ເຂດ​ທີ່​ອາ​ຊຽນ ​ແລະ ຫວຽດນາມ​ມີ​ຜົນ​ປະ​ໂຫຍ​ດ​ເຊັ່ນ ​ເສດຖະກິດ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສຶກສາ-ກໍ່ສ້າງ, ການຄົບ​ຄ້າ​ສະມາຄົມ​ລະຫວ່າງ​ປ​ະຊາຊົນ, ການ​ຮ່ວມ​ມື​​ແກ້​ໄຂບັນດາ​ສິ່ງ​ທ້າ​ທາຍ​ຂ້າມ​ຊາດ; ຊຸກຍູ້​ສະຫະລັດ​ອາ​ເມຣິກາ​ໃຫ້​ຄຳ​ໝັ້ນ​ສັນຍາ ​ແລະ ຊ່ວຍ​ເຫຼືອ ອາ​ຊຽນ ​ໃນ​ການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ​ເປີດ​ກວ້າງ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ມື​ຕ່າງໆ ​ແລະ ຖື​ບົດບາດ​ໃຈກາງ​ໃນ​ໂຄງ​ປະກອບ​ພາກ​ພື້ນ ກໍ​ຄື​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.

ຄຽງ​ຂ້າງ​ນັ້ນ, ​ທາງ​ດ້ານ​ການ​ພົວພັນ​ສອງ​ຝ່າຍ, ​ໃນ​ທີ່​ການ​ພົບ​ປະ​ເປັນ​ເວລາ​ເກືອບ 40 ນາທີ ລະຫວ່າງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ແລະ ປະທານາທິບໍດີອາ​ເມຣິກາ ບາຣັກ ​ໂອ​ບາ​ມາ, ການ​ນຳ​ສອງ​ທ່ານ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື​ທີ່​ສຳຄັນ​ລະຫວ່າງ​ສອງ​ປະ​ເທດ ກໍ​ຄື​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ; ຢັ້ງຢືນ​ເຈດ​ຕະນາ​ດີ, ຄວາມ​ມານະ​ພະຍາຍາມ​ລວມຂອງ​ສອງ​ຝ່າຍ​ໃນ​ການ​ເພີ່​ມທະວີ​ຄວາມ​ເຊື່ອ​ຖື, ຄວາມ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານລະຫວ່າງສະຫະລັດ​ອາ​ເມຣິກາ - ຫວຽດນາມ​ໃນ​ຂົງ​ເຂດ​ຕ່າງໆ ມີ​ຄວາມ​ເລິກ​ເຊິ່ງ ມີ​ປະສິດທິ​ຜົນ​ຕົວ​ຈິງ​ກວ່າ​ອີກ./.

ສັງ​ລວມ​ໂດຍ ບນ.