ວກ. - ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຂີດ​ໝາຍ​ບາດກ້າວ​ຫັນປ່ຽນ​ທີ່​ສຳຄັນ​ທາງ​ດ້ານ​ຈິນຕະນາການ​ກ່ຽວ​ກັບ​ການ​ພົວພັນ​ຕ່າງປະ​ເທດ. ຫວຽດນາມ​ໄດ້​ມີ​ແຜນ​ນະ​ໂຍບາຍ “ຜັນ​ຂະຫຍາຍ​ບັນດາ​ການ​​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ ຮອບດ້ານ ​ແລະ ມີ​ປະສິດທິ​ຜົນ” ​ໃນ​ທຸກ​ຊ່ອງ​ສາຍ ທັງ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ອີງ​ຕາມ​ການ​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ພັກ, ການ​ພົວພັນ​ຕ່າງປະ​ເທດ​ຂອງລັດ, ການ​ພົວພັນ​ຕ່າງປະ​ເທດ​ຂອງສະພາ​ແຫ່ງ​ຊາດ ​ແລະ ການ​ທູດ​ປະຊາຊົນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ຂອງ​ພັກໄດ້​ວາງ​ນະ​ໂຍບາຍ “ເຊື່ອມ​ໂຍງ​ສາກົນ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງໜ້າ” ​​ເຊິ່ງ​ໄດ້​ຫັນ​ເປັນລະອຽດ​ດ້ວຍ​ມະຕິ​ສະບັບ​ເລກທີ 22-NQ/TW, ລົງ​ວັນ​ທີ 10-4-2013, ຂອງກົມ​ການ​ເມືອງ​ສູນ​ກາງ​ພັກ ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາ​ກົນ, ​ໃນ​ນັ້ນ ​ໄດ້​ກຳນົດ​ຕ້ອງ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ພົວພັນ​ຫຼາຍ​ຝ່າຍ, ປະກອບສ່ວນ​ເຂົ້າ​ໃນ​ການກໍ່ສ້າງ​ລະບຽບ​ການ​ເມືອງ ​ແລະ ​ເສດຖະກິດ​ທີ​ຍຸຕິ​ມຳ ປະຊາທິປະ​ໄຕ, ກີດ​ກັ້ນ​ສົງຄາມ ການ​ປະ​ທະ​ກັບ, ປັບປຸງ​ສັນຕິພາບ, ຍູ້​​ແຮງການ​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ໃນ 5 ປີທີ່ຜ່ານມາ ວຽກງານການຕ່າງປະເທດຂອງຫວຽດນາມ ບັນລຸຜົນສຳເລັດຢ່າງຫຼວງຫຼາຍ. (ພາບ: TL)

ໃນ​ຫ້າ​ປີ​ທີ່​ຜ່ານ​ມາ (2011 - 2015), ພວກ​ເຮົາ​ໄດ້​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ໃນ​ສະ­ພາບ​ການ​ພາກ​ພື້ນ ແລະ ​ໃນ​ໂລກ ​ມີ​ການ​ປັ່ນ​ປວນ, ສັບ­ສົນ ແລະ​ ​ຄາດ​ຄະ​ເນຍາກ. ເສດ­ຖະ­ກິດ​ໂລກຟື້ນ​ຕົວຢ່າງ​ຊັກ​ຊ້າ, ຄູ່​ຮ່ວມ​ມື​ເສດ­ຖະ­ກິດ​ໃຫຍ່​ຈຳ­ນວນ​ໜຶ່ງ​ຂອງ​ຫວຽດ­ນາມ​ກໍ່ໄດ້​ພົບ​ຄວາມ​ຫຍຸ້ງຍາກ, ລາຄາ​ສິນ­ຄ້າບາງ​ປະ​ເພດຕົກ​ຕ່ຳ ເປັນ­ຕົ້ນ​ແມ່ນ​ລາ­ຄາ​ນ້ຳ­ມັນ​ອາຍ​ແກ​ສ​ໄດ້​ຫລຸດ​ລົງ​ຕ່ຳ​ທີ່​ສຸດ. ການ​ແກ່ງແຍ້ງ ແລະ ການ​ເຕົ້າ​ໂຮ​​ມ​ກຳ­ລັງ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່​ ໄດ້​ມີ​ການ​ຜັນ​ແປ​ຢ່າງ​ໄວ ແລະ ສັບ­ສົນ. ບັນ­ດາ​ບັນຫາ​ທີ່​ມີ​ລັກ­ສະ­ນະ​ທົ່ວ​ໂລກ​ຄື ການ​ປ່ຽ​ນແປງ​ສະພາບ​ພູມິ​ອາ­ກາດ, ການກໍ່ການ​ຮ້າຍ ແລະ ໂລ­ຄາ​ພະຍາດ ​ມີ​ທ່າ​ອຽງ​ໜັກ­ໜ່ວງ​ຮ້າຍ​ແຮງ​ຂຶ້ນ​ຕື່ມ. ບັນ­ຫາ​ພາກ​ພື້ນ​ຈຳ­ນວນ​ໜຶ່ງ, ເປັນ­ຕົ້ນ​ແມ່ນ​ການ​ພິ­ພາດ​ກັນ​ດ້ານ​ອະ­ທິ­ປະ​ໄຕ​ໃນ​ເຂດດິນ​ແດນ ​​ເຂດທະ­ເລ​ໝູ່​ເກາະ ​ກໍ່​ມີຄວາມ​ເຄັ່ງ​ຕຶງ​ກວ່າ​ໄລຍະ​ກ່ອນ.

​ໂດຍຕັ້ງ​ໝັ້ນ​ຈຸດ­ໝາຍ​ການ​ຕ່າງ­ປະ­ເທດ “ເພື່ອ​ຜົນ​ປະ­ໂຫຍດ​ຂອງ​ຊາດ ຂອງປະ­ເທດ, ເພື່ອ​ປະ­ເທດ​ຫວຽດນາມ​ສັງ­ຄົມ​ນິ­ຍົມ​ທີ່​ຮັ່ງ­ມີ​​ເຂັ້ມ​ແຂງ”(1), ບົນ​ພື້ນ­ຖານ​ທ່າ ແລະ ກຳ­ລັງ​ແຮງ​ຂອງ​ປະ­ເທດ​ທີ່ໄດ້ຮັບ​ການ​ຍົກ​ສູງ​ເທື່ອ​ລະ​ກ້າວ, ເສີມ​ຂະ­ຫຍາຍ​ບັນ­ດາ​ຜົນ­ງານ​​ການພົວພັນ​ຕ່າງ­ປະ­ເທດ​ໃນ 25 ປີ​ແຫ່ງ​ການ​ປະຕິບັດ​ພາ­ລະ­ກິດ​ປ່ຽນ­ແປງ​ໃໝ່​ປະ­ເທດ​ຢ່າງ­ຮອບ­ດ້ານ, ວຽກ​ງານ​ການ​ຕ່າງ­ປະ­ເທດ​ໃນ 5 ປີ​ທີ່​ຜ່ານ​ມາ​ ​ສືບ​ຕໍ່​ບັນ­ລຸ​​ຜົນ­ສຳ­ເລັດ​ຫຼາຍຢ່າງ, ໃນ​ນັ້ນ ຜົນງານ​ທີ່​ພົ້ນ​ເດັ່ນ​ລວມມີ​ດັ່ງ​ນີ້:

ທີ​ໜຶ່ງ, ຫວຽດ­ນາມ​ຮັກ­ສາ​​ສະ­ພາບ​ແວດ​ລ້ອມ​ແຫ່ງ​​ສັນ­ຕິ­ພາບ ສະ​ຖຽມ​ລະ​ພາບ​ໄວ້ໄດ້​ຢ່າງ​ໝັ້ນ­ຄົງ, ອຳນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ພັດ­ທະ­ນາ, ເຮັດ​ໃຫ້​ບັນ­ດາ​ສາຍ​ພົວ­ພັນ​ການ​ຕ່າງ­ປະ­ເທດ​ທີ່​ສຳ­ຄັນ​ເຂົ້າ​ສູ່​ລວງ​ເລິກ, ມີ​ເນື້ອ​ແທ້​ຕົວ​ຈິງ ແລະ ມີ​ປະ​ສິດ­ທິ​ຜົນ.

ສັນ­ຕິ­ພາບ, ສະ​ຖຽມ​ລະ​ພາບ​ເປັນປະຖົມ​ປັດ​ໄຈໃຫ້​ແກ່​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ຂອງ​ປະ­ເທດ. ເພື່ອ​ຮັບປະ­ກັນ​ເງື່ອນ­ໄຂ​ດັ່ງ­ກ່າວ, ບັນ­ຫາ​ທີ່​ມີ​ຄວາມ​ໝາຍ​​ຕັດ­ສິນ​ແມ່ນ​ ປັບ­ປຸງ​ການ​ຮ່ວມ​ມື​ມິດ­ຕະ­ພາບຢ່າງ​ບໍ່ຢຸດ​ຢັ້ງ ແລະ ເຮັດ​ໃຫ້​ບັນ­ດາ​ສາຍ​ພົວ­ພັນ​ການ​ຕ່າງ­ປະ­ເທດເລິກ­ເຊິ່ງຍິ່ງຂຶ້ນ​, ເພີ່ມ​ທະ­ວີ​ການ​ແຊກ​ຊ້ອນ​ຜົນ​ປະ­ໂຫຍດ, ເສີມ​ຂະ­ຫຍາຍ​ຈຸດ​ລວມ​ພ້ອມ​ກັນ ​ແລະ ຫລຸດ​ຜ່ອນຄວາມ​ແຕກ​ຕ່າງ​ກັນ​ໃນ​ການ​ພົວ­ພັນ​ກັບ​ແຕ່​ລະຄູ່ຮ່ວມມື. ຄຽງ​ຄູ່​​ກັບ​ການ​ສືບ​ຕໍ່​ປັບ­ປຸງ ຂະ­ຫຍາຍ­ຄວາມ​ພົວ­ພັນ​ສາ­ມັກ­ຄີ​ແບບ​ພິ­ເສດ​ກັບ ສປປ ​ລາວ, ຄວາມ​ພົວ­ພັນ​ມິດ­ຕະ­ພາບ​ອັນ​​ເປັນມູນ­ເຊື້ອ ແລະ ຮ່ວມ​ມື​ຮອບ­ດ້ານ​ກັບກຳ­ປູ­ເຈຍ, ບັນດາ​ສາຍ​ພົວ­ພັນ​ສາ­ມັກ­ຄີ ມິດ­ຕະ­ພາບ ແລະ ຮ່ວມ​ມື​ກັບ​ປະ­ເທດ​ສັງ­ຄົມ​ນິ­ຍົມ ແລະ​ ເພື່ອນ​ມິດ​ທີ່​ເປັນ​ມູນ­ເຊື້ອນັ້ນ, ພວກ​ເຮົາ​ໄດ້​ສຳ­ເລັດ​ການ​ກໍ່­ສ້າງ​ຂອບ​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ກັບ​ເກືອບ​ທັງ​ໝົດ​ທຸກ​ປະ­ເທດ​ທີ່​ມີ​ອິດ​ທິພົນ​​ຢູ່ໃນ​ພາກ​ພື້ນ ແລະ ໃນ​ໂລກ. ໃນ​ສະ­ໄໝປະຈຳ​ການຂອງ​ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ຊຸດ​ທີ XI, ພວກ​ເຮົາ​ໄດ້​ສ້າງ­ຕັ້ງ​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ 8 ປະເທດ(2) ໃນ​ທັງ​ໝົດ 15 ປະ­ເທດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ໄດ້​ສ້າງ­ຕັ້ງ​ໃນ​ເວ­ລາ 15 ປີ​ທີ່​ຜ່ານ​ມາ(3), ຍົກ​ລະດັບການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ­ດ້ານ ຫຼືຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ກວ້າງ­ຂວາງເລິກ­ເຊິ່ງ ​​ກັບ 2 ປະ­ເທດ(4), ສ້າງ­ຕັ້ງ​ການ​ພົວ­ພັນ​ຮ່ວມ​ມື​​ຮອບ​ດ້ານ​ກັບ 3 ປະ­ເທດ(5) ໃນ​ທັງ​ໝົດ 10 ປະເທດ​ຄູ່​ຮ່ວມ​ມື​​ຮອບ​ດ້ານ(6), ໃນ​ນັ້ນ​​ມີ 5 ປະ­ເທດ​ທີ່​ເປັນ​ສະ­ມາ­ຊິກ​ຖາ­ວອນ​ຂອງ​ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ແຫ່ງສະ­ຫະ​ປະ­ຊາ​ຊາດ. ​ໂດຍໄດ້​ກໍ່­ສ້າງ​ບົນ​ພື້ນ­ຖານ​ການ​ພົວ­ພັນ​ສະ­ເໝີ­ພາບ, ​ເຄົາ­ລົບນັບ​ຖື​ກົດ­ໝາຍ​ສາ­ກົນ ລະບອບ​ການ­ເມືອງ ຄວາມ​ເປັນ​ເອ­ກະ­ລາດ​ອະ­ທິ­ປະ​ໄຕ ຜືນ​ແຜ່ນ­ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນແລະ​ກັນ, ຊຸກ­ຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ­ໂຫຍດ, ບັນ­ດາ​ຂອບ​ການ​ພົວພັນດັ່ງ­ກ່າວ​ນັ້ນ​ໄດ້​ພາ​ໃຫ້­ການ​ພົວ­ພັນ​ຂອງ​ປະ​ເທດ​ເຮົາກັບ​ບັນ­ດາ​ຄູ່​ຮ່ວມ​ມື, ພິເສດ​ແມ່ນ​ ບັນ­ດາ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ຄື: ຈີນ, ອາ­ເມຣິ­ກາ, ລັດ­ເຊຍ, ຍີ່​ປຸ່ນ, ສະ­ຫະ­ພາບ​ເອີ​ຣົບ, ບັນ­ດາ​ປະເທດ​ໃນ​ປະ­ຊາ​ຄົມອາ​ຊຽນ...ເຂົ້າ​ສູ່​ຂອບ​ການພົວພັນ​ເປັນ​ປົກ­ກະ­ຕິ, ພ້ອມ​ກັນນັ້ນ ກໍ​ນຳ​ເອົາ​ຜົນ​ປະ­ໂຫຍດທາງ​ດ້ານ​ເສດ­ຖະ­ກິດ, ການ​ຄ້າ, ການ​ລົງ­ທຶນ, ການ­ເມືອງ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ­ຫງົບ, ວັດທະນະ­ທຳ...ນັບ​ມື້​ນັບ​ຫຼາຍ​ ມາ​ໃຫ້​ຫວຽດນາມ. ໃນ​ສະ­ພາບ​ການ​ໂລກ​ພວມ​ຜັນ​ປ່ຽນ​ຢ່າງ​ສັບ­ສົນ, ເສດ­ຖະ­ກິດ​ໂລກ ແລະ ເສດຖະ­ກິດ​ພາຍ​ໃນ​ປະ­ເທດ​ຍັງ​ພົບ​ຄວາມ​ຫຍຸ້ງ­ຍາກ​ຫຼາຍ​ຢ່າງ, ພວກ​ເຮົາ​ໄດ້​ຍາດ​ແຍ່ງ​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື ​ເພື່ອ​ຮັບ​ໃຊ້ຢ່າງ​ແທດ​ຈິງ​​ໃຫ້​ແກ່​ຈຸດ­ໝາຍ​ຮັກ­ສາ​ສັນ­ຕິ­ພາບ, ສະ​ຖຽມ​ລະ​ພາບ, ຈັດ​ວາງ​ໂຄງປະກອບ​ເສດຖະກິດ​ຄືນ­ໃໝ່, ເປີດ​ກວ້າງ​ຕະ­ຫຼາດ​ການ​ສົ່ງນອກ, ດຶງ​ດູດ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ... ການ​ພົວ­ພັນ​ກັບ​ບັນ­ດາ​ປະເທດ​ຄູ່​ຮ່ວມ​ມື​ອັນ​ດັບ​ໜຶ່ງ​ບໍ່​ພຽງ​ແຕ່​ຂະ­ຫຍາຍ­ຕົວ​ຢ່າງ​ແຂງ­ແຮງ ​ຕາມ​ຊ່ອງສາຍ​ລັດ, ລັດ­ຖະ­ບານ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຍູ້​ແຮງ​ທັງ​ຊ່ອງສາຍ​ພັກ, ສະ­ພາ​ແຫ່ງ​ຊາດ​ ດ້ວຍ​ການ­ເຄື່ອນ­ໄຫວ​ຂັ້ນ​ສູງຕ່າງໆ ທີ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ການ­ເມືອງ, ທັງ​ມີ​ຫຼາຍ​ເນື້ອ​ໃນ​ການ​ຮ່ວມ​ມື​ທີ່​ແທດ​ຈິງ ແລະ ມີ​ຜົນ​ປະ­ໂຫຍດ. ນີ້​ແມ່ນການສະ​ແດງ​ອອກ​ທີ່​ມີ​ຊີວິດ​ຊີວາ​ເຖິງ​ການ​ປະ­ຕິ­ບັດ​ຢ່າງ​ສະ​ເໝີຕົ້ນ​ສະ​ເໝີ​ປາຍ​ແນວ­ທາງ​ການ​ຕ່າງ­ປະ­ເທດ​​ເປັນເອ­ກະ­ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ພ້ອມກັນ​ນັ້ນ​ກໍ​ມີ​ຈຸດໜັກ​ໃຈ­ກາງ, ພາ­ໃຫ້​ບັນ­ດາ​ສາຍ​ພົວ­ພັນ​​ເຂົ້າ​ສູ່​ລວງ​ເລິກ, ​ເປັນ​ປົກກະຕິ ແລະ ໝັ້ນຄົງ.

ທີ​ສອງ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ການ​ປະ­ຕິ­ບັດ​ບັນ­ດາ​ເປົ້າ​ໝາຍ​ພັດ­ທະ­ນາ​ເສດ­ຖະ­ກິດ - ສັງ­ຄົມ.

ໃນ​ຫ້​າປີ​ທີ່​ຜ່ານ​ມາ, ພວກ​ເຮົາ​ນັບ​ມື້​ນັບ​ເປັນ​ເຈົ້າ​ການ, ຕັ້ງ­ໜ້າ​ໃນ​ການ​ເຈລະ­ຈາ ແລະ ລົງ​ນາມ​ໃນ​ບັນດາສັນ­ຍາ​ການ​ຄ້າ​ເສລີ (FTA), ເຊື່ອມ​ໂຍງ​ຢ່າງ​ເລິກ­ເຊິ່ງ ແລະ ຮອບ­ດ້ານ ​ເຂົ້າ​ໃນ​ລະ­ບົບ​ເສດ­ຖະ­ກິດ​ຂອງ​ພາກ​ພື້ນ ແລະ ​ເສດຖະກິດໂລກ. ໄລ­ຍະ 2013 - 2015 ­ເປັນ​ໄລ­ຍະ​ສູງ​ສຸດ​ໃນ​ການ​ເຈລະ­ຈາ​ແລະເຊັນ ບັນດາສັນ­ຍາ​ການ​ຄ້າ​ເສລີ ຂອງ​ຫວຽດ­ນາມ. ຫວຽດ­ນາມ​ໄດ້​ສຳ­ເລັດສັນ­ຍາ​ການ​ຄ້າ​ເສລີສອງ​ຝ່າຍ​ກັບ​ຄູ່​ຮ່ວມ​ມື​ທີ່ສຳຄັນ 3 ສະ­ບັບ, ລວມ​ມີ​ສັນ­ຍາ​ການ​ຄ້າ​ເສລີກັບ ສ.ເກົາ­ຫຼີ (ເດືອນ​ພຶດ­ສະ­ພາ 2015), ສັນ­ຍາ​ການ​ຄ້າ​ເສລີກັບສະ­ຫະ­ພັນ​ເສດຖະກິດ​ອາ­ຊີ - ເອີ​ຣົບ (​ເດືອນ​ພຶດ­ສະ­ພາ 2015) ແລະ ສັນ­ຍາ​ການ​ຄ້າ​ເສລີກັບ​ອີ​ຢູ (ເດືອນ​ທັນ­ວາ 2015). ມາ​ຮອດ​ປັດ­ຈຸ​ປັນ, ຫວຽດ­ນາມ​ໄດ້​ລົງ​ນາມແລະເຂົ້າ​ຮ່ວມ​​ໃນສັນ­ຍາ​ການ​ຄ້າ​ເສລີພາກ​ພື້ນ ແລະ ​ສອງ​ຝ່າຍ ເປັນ​ຈຳ­ນວນ 11 ສະບັບ, ໃນ​ນັ້ນ​ມີ​ສັນ­ຍາ​ການ​ຄ້າ​ເສລີໃນ​ຂອບ​ຮ່ວມ​ມື​ອາ​ຊຽນ 6 ສະບັບ. ພິ​ເສດ, ຕໍ່​ກັບ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ (AEC), ຫວຽດ­ນາມ​ໄດ້​ຜັນ​ຂະ­ຫຍາຍ​​ຢ່າງ​ຕັ້ງໜ້າ ບັນດາ​ມາດຕະການ​ບຸ​ລິ​ມະ​ສິດ ​ເພື່ອ​ແນ­ໃສ່​ປະ­ຕິ­ບັດ​ແຜນ­​​ແມ່ບົດການກໍ່­ສ້າງປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ. ຫວຽດ­ນາມ​ໄດ້​ຮັບ​ການ​ຕີ​ລາ­ຄາວ່າ​ເປັນ​ໜຶ່ງ​ໃນ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ທີ່​ມີ​ອັດ­ຕາ​ສ່ວນ​ປະ­ຕິ­ບັດມາດຕະການ​ດຳ​ເນີນ​ການ​ສ້າງ AEC ທີ່​ສູງ​ສຸດ. ໃນ​ເດືອນຕຸ­ລາ 2015, ຫວຽດ­ນາມ​ໄດ້​ພ້ອມ​ກັບ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກສຳ​ເລັດ​ສິ້ນ​ສຸດ​ການ​ເຈລະ­ຈາ​ສັນ­ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP). ຫວຽດ­ນາມ​ກໍ່​ໄດ້​ສືບ​ຕໍ່​ເຈລະ­ຈາ​ສັນ­ຍາ​ຄູ່​ຮ່ວມ​ເສດ­ຖະ­ກິດ​ຮອບ­ດ້ານ​​ພາກ​ພື້ນ (RCEP) ແນ­ໃສ່​ບັນ­ລຸ​ໄດ້​ຂໍ້​ຕົກ­ລົງ​ເສດ­ຖະ­ກິດ​ຮອບ­ດ້ານ​ ​ທີ່​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດ­ນາມ ​ແລະ ບັນ­ດາ​ປະເທດອາ​ຊຽນ. ໃນ​ລະ­ດັບ​ທົ່ວ​ໂລກ, ຢູ່ທີ່​ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຂອງ​ອົງການ​ການ​ຄ້າ​ໂລກ (WTO) ເດືອນ​ທັນ­ວາ 2013, ຫວຽດ­ນາມ​ພ້ອມ​ກັບ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ໄດ້​ຮັບ­ຮອງ​ເອົາປະ​ມວນ​ຄຳ​ໝັ້ນ​ສັນ­ຍາ​ການ​ຄ້າ ບາຫ­ລີ, ​ແກ້​ໄຂ​ຄວາມ​ປຶກ​ຕັນ​ທີ່​ແກ່ຍາວຫຼາຍປີ​ໃນ​ການ​ເຈລະ­ຈາ​ໃນຂອບຂອງ​ອົງ­ການ​ການ​ຄ້າ​ໂລກ.

ນັບ​ເຖິງ​ກາງ​ປີ 2015, ຫວຽດ­ນາມ​ໄດ້​ມີ​ການ​ພົວ­ພັນ​​ເສດ­ຖະ­ກິດ - ການ​ຄ້າ​ກັບ 220 ກວ່າ​ປະເທດແລະອາ­ນາ­ເຂດ ​​ແລະ ​ດຶງ​ດູດ​ການ​ລົງ­ທຶນ​ໂດຍ​ກົງ​ຈາກ​ຕ່າງ­ປະ­ເທດ​ໄດ້ເປັນ​ຈຳ­ນວນ 250 ຕື້​ໂດ​ລາ​ສະຫະລັດ. ໃນ 5 ປີ​ທີ່​ຜ່ານ, ຫວຽດ­ນາມ​ໄດ້ຂົນຂວາຍຄູ່​ຮ່ວມ​ມື​ຕື່ມ​ອີກ 36 ປະ​ເທດ, ຍົກ​ຈຳ­ນວນ​ຄູ່​ຮ່ວມ​ມື​ທີ່​ຮັບຮອງ​ກົນ​ໄກ​ເສດ­ຖະ­ກິດ​ຕະ­ຫຼາດ​ຢູ່​ຫວຽດ­ນາມ​ຢ່າງ​ເປັນ​ທາງ​ການ ​ເປັນ​ຈຳ­ນວນ 59 ປະ​ເທດ. ​ການ­ເຄື່ອນ​ໄຫວ​ພົວພັນ​ເສດ­ຖະ­ກິດກັບ​ຕ່າງ­ປະ­ເທດ​​ເຫຼົ່ານີ້​ ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ການ​ເປີດ​ກວ້າງ ແລະ ຫັນ​ຕະ­ຫຼາດ​ສົ່ງ​ນອກ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍ, ເພີ່ມ​ທະ­ວີ​ການ​ດຶງ​ດູດ​ການ​ລົງ­ທຶນ​ໂດຍ​ກົງ, ການຊ່ວຍ­ເຫຼືອພັດທະນາ​ເປັນ​ທາງ​ການ (ODA), ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ຕໍ່­ສູ້ຕ້ານການ​ສໍ້​ໂກງດ້ານ​ການ​ຄ້າ, ຕ້ານການສ້າງ​ອຸປະສັກ​ສິ່ງກີດ­ຂວາງ​ດ້ານ​ການ​ຄ້າ ທີ່​ກໍ່​ຄວາມ​ເສຍ​ຫາຍ​​ໃຫ້​ແກ່​ຜົນ​ປະ​ໂຫຍດອັນຊອບ​ທຳ​ ຂອງ​ວິ​ສາ​ຫະ​ກິດ ​ແລະ ລັດຖະບານຫວຽດ­ນາມ.

ທີ​ສາມ, ວຽກ​ງານ​ການ​ຕ່າງ­ປະ­ເທດ​ໄດ້​ປະ­ກອບ­ສ່ວນ​ອັນ​ສຳ­ຄັນ​ເຂົ້າ​ໃນ​ໜ້າ­ທີ່​ປົກ​ປັກຮັກ­ສາ​ອະ­ທິ­ປະ​ໄຕ, ຜືນ​ແຜ່ນ­ດິນ​ອັນ​ຄົບ​ຖ້ວນ, ​ເຂດທະ­ເລ ໝູ່ເກາະ, ຮັກ­ສາ​ຄວາມ​ສະ­ຫງົບ​​ໝັ້ນ­ຄົງຂອງ​ປະ​ເທດ​ຊາດ.

ໃນ​ຫ້າ​ປີ​ທີ່​ຜ່ານ​ມາ, ວຽກ​ງານ​ຊາຍ​ແດນ​ຂອງ​ຫວຽດ­ນາມ​ກັບ ສປ ​ຈີນ, ສປປ ​ລາວ, ລາຊະອານາຈັກ ກຳປູ​ເຈຍ ​ລ້ວນ​ແຕ່​ມີຄວາມ​ຄືບໜ້າດີ. ຕໍ່​ກັບ ສປ ຈີນ, ສອງ​ຝ່າຍ​ໄດ້​ລົງ​ນາມ​​ໃນ​ສັບ​ຍາ​ວ່າ​ດ້ວຍ​ລະ­ບຽບ​ການ​ໄປ​ມາ​ຂອງ​ເຮືອກຳ​ປັນຢູ່​ເຂດ​ເສລີ​ໄປ​ມາທີ່ປາກນ້ຳບັກ​ລວນ ແລະ ສັນ­ຍາວ່າ​ດ້ວຍ​ການ​ຂຸດ​ຄົ້ນ ແລະ ຮັກ­ສາ​ຊັບ​ພະ​ຍາກ​ກອນ​ດ້ານ​ທ່ອງ​ທ່ຽວ​ຢູ່​ເຂດ​ນ້ຳ­ຕົກ­ຕາດ​ບ້ານ​ຢົກ. ຫວຽດ­ນາມ​ໄດ້ເປັນ​ເຈົ້າ​ການ ແລະ ​ຕັ້ງ­ໜ້າ​ຮັກ­ສາ​ການ​ເຈລະ­ຈາ​ກ່ຽວ​ກັບ​ເຂດ​ທະ­ເລ​ຢູ່​ນອກ​ປາກນ້ຳ​ອ່າວ​ຕັງ​ເກ໋ຍ, ຮ່ວມ​ມື​ໃນ​ຂົງ­ເຂດ​ທີ່​ມີ​ຄວາມກະທົບກະ​ເທືອ​ນ​ໜ້ອຍ ແລະ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຮ່ວມ​ກັນ​ພັດທະນາ. ສອງ​ຝ່າຍ​ບັນ­ລຸ​ໄດ້ “ຄວາມ​ຕົກ­ລົງ​ກ່ຽວ​ກັບ​ບັນ­ດາ​ຫຼັກການ​ອັນ​ພື້ນ​ຖານ​ຊີ້​ນຳ​ແກ້​ໄຂ​ບັນ­ຫາ​ໃນ​ທະ­ເລ”. ໃນ​ວັນ​ທີ 19 ທັນວາ 2015, ສອງ​ຝ່າຍ​ໄດ້​ພ້ອມ​ກັນເປີດ​ການ​ສຳ​ຫຼວດ​​ຢູ່​ບາງເຂດ​​ນອກ​ປາກນ້ຳ​ອ່າວ​ຕັງ​ເກ໋ຍ ທີ່​ໄດ້ຕົກລົງ​ກັນ, ກະ­ກຽມ​ຜັນ​ຂະ­ຫຍາຍ​ບາງໂຄງ­ການ​ຮ່ວມ​ມື​ທີ່ມີ​ຄວາມ​ກະທົບກະ​ເທືອ​ນໜ້ອຍ​ ໃນ​ທະ­ເລ ​ເພື່ອ​ປະ­ຕິ­ບັດ​ຈຸດ­ໝາຍ​ກຳ­ນົດ​ຈັດ​ແບ່ງ ແລະ ຮ່ວມ​ມື​ພ້ອມ​ກັນ​ພັດທະ­ນາ​ຢູ່​ເຂດ​ທະ­ເລ​ແຫ່ງ​ນີ້. ຕໍ່​ກັບ ສປປ ລາວ, ສອງ​ຝ່າຍ​ໄດ້​ສຳ­ເລັດ​ໂຄງ­ການ​ປັກ​ຫຼັກ​ໝາຍ​ຖີ່ ແລະ ບູລະນະ​ລະ­ບົບ​ຫຼັກ​ໝາຍ​ຊາຍ​ແດນ, ບັນ­ລຸ​ໄດ້​ຂໍ້​ຕົກລົງ​ຫຼາຍ​ສະ­ບັບ ກ່ຽວ​ກັບ​ການຂະ​ຫ​ຍາຍ​ເສັ້ນ​ຊາຍ​ແດນ​ແຫ່ງ​​ສັນ­ຕິ­ພາບ, ມິດ­ຕະ­ພາບ. ຕໍ່​ກັບລາ­ຊະ​ອາ­ນາ­ຈັກ ກຳ­ປູ­ເຈຍ, ສອງ​ຝ່າຍ​​ໄດ້​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ​ໃນ​ການຮັກ­ສາ​ຄວາມ​ສະ­ຫງົບ, ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ ແລະ ແກ້​ໄຂ​​ບັນ­ດາ​ບັນ­ຫາ​ທີ່​ເກີດ​ຂຶ້ນ​ຢູ່​​ເຂດ​ຊາຍ​ແດນໄດ້​ຢ່າງ​ຖືກຕ້ອງ​ກົມ​ກ່ຽວ; ສືບ​ຕໍ່​ປະຕິບັດວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໃນ​ແຜ່ນ­ດິນ (​ບັນ­ລຸ​ໄດ້​ຫຼາຍ​ກວ່າ 80% ​ແລ້ວ).

ຕໍ່​ໜ້າ­ການ​ຜັນ​ປ່ຽນ​ຢ່າງ​ສັບ­ສົນ​ຢູ່​ທະ­ເລ​ຕາ­ເວັນ​ອອກ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ໄດ້​ປະ­ຕິ­ບັດ​ບັນ­ດາ​ນະ​ໂຍບາຍ ການ​ຊີ້​ນຳ​ຂອງ​ພັກ-ລັດຢ່າງ​ເຂັ້ມ​ງວດ​, ນຳ​ໃຊ້​​ບັນ­ດາ​ມາດ​ຕະ­ການ​ດ້ານ​ການ­ເມືອງ - ການ​ທູດ, ​ທຸກ​ຊ່ອງ​ສາຍການ​ພົບ​ປະ​ ສົນທະນາ​ຢູ່​​ລະ­ດັບ​ສອງ​ຝ່າຍແລະຫຼາຍ​ຝ່າຍ, ພາກ​ພື້ນແລະສາ­ກົນ ຢ່າງໄຫວພິບ ເຂັ້ມ​ງວດ​ເຖິງ​ຖອງ, ເດັດ­ດ່ຽວ​ຕໍ່­ສູ້​ປົກ​ປັກ​ຮັກ­ສາ​ອະ­ທິ­ປະ​ໄຕ ຜືນ​ແຜ່ນ­ດິນ​ອັນ​ຄົບ​ຖ້ວນ, ພ້ອມກັນ​ນັ້ນ​ກໍເປັນ​ເຈົ້າ​ການ​ຍາດ​ແຍ່ງ​ທຸກ​ໂອ­ກາດ​ ເພື່ອ​ບັນ​ເທົາ​ຄວາມ​ເຄັ່ງ​ຕຶງ, ຟື້ນ​ຟູ​ຄວາມ​ໄວ້​ວາງ­ໃຈ, ຊຸກ­ຍູ້​ການ​ຮ່ວມ​ມື​ມິດ­ຕະ­ພາບ, ພະຍາ​ຍາມ​ປຶກ­ສາ​ສົນທະນາ​ ເພື່ອ​ຊອກ​ຫາ​ມາດ​ຕະ­ການອັນ​ພື້ນ­ຖານ ຍາວ​ນານ​ໃຫ້​ແກ່​ບັນ­ຫາ​ທະ­ເລ​ຕາ­ເວັນ​ອອກ. ຫວຽດ­ນາມ​ໄດ້​ຍາດ​ແຍ່ງ​ຫາງ​ສຽງສາ­ກົນທີ່​ສະ­ໜັບ­ສະ­ໜູນ​ຫຼັກ​ໝັ້ນ​ອັນ​ເປັນ​ທຳ​ຂອງ​ຫວຽດ­ນາມ, ປະ­ຕິ­ເສດ​ບັນ­ດາ​ຄວາມ​ຮຽກ​ທວງ​ທີ່​ບໍ່​ມີ​ເຫດ­ຜົນ, ຂັດ​ຄ້ານການ​ກະ­ທຳ​ພຽງ​ຝ່າຍ​ດຽວທີ່​​ເປັນ​ການ​ປ່ຽນ​ແປງ​ສະ­ພາບ​ດັ້ງ­ເດີມ ລະ­ເມີດ​ກົດ­ໝາຍ​ສາ­ກົນ​ຂອງຈິນ, ຕໍ່­ສູ້​ເພື່ອ​ຮັກ­ສາ​ສັນຕິ­ພາບ​ ສະ­ຖຽນ​ລະ​ພາບ ​ຄວາມ​ສະຫງົບ ​ຄວາມ​ປອດ​ໄພ ແລະ​ ເສລີ­ພາບ​ໃນ​ການ​ເດີນ​ທະ­ເລ ​ແລະ ເດີນ​ອາ­ກາດ​ຢູ່​ເຂດ​ທະ­ເລ​ຕາ­ເວັນ​ອອກ ແລະ ພາກ​ພື້ນ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ບັນ­ຫາ​ທະ­ເລ​ຕາ­ເວັນ​ອອກ​ໄດ້​ກາຍ­ເປັນຫົວ​ຂໍ້​ທີ່​ໄດ້​ຮັບ​ຄວາມ​ເອົາ­ໃຈ­ໃສ່ ແລະ ​ກ່າວ​ໃນຄຳ​ຖະ​ແຫຼງການ ເອກະສານ​ຫຼາຍ​ສະ­ບັບ​ ຂອງ​ຫຼາຍ​ອົງ​ການ­ຈັດ­ຕັ້ງ, ເວ­ທີ​ປາ​​ໄສ​ຫຼາຍ​ຝ່າຍ​ຄື ອາຊຽນ, ກອງ​ປະ­ຊຸມ​ຂັ້ນ​ສູງ​ອາ­ຊີ​ຕາເວັນ​ອອກ, ກຸ່ມ​ປະ­ເທດ​ອຸດ­ສາ­ຫະ­ກຳ​ທີ່​ພັດ­ທະ­ນາ 7 ປະ​ເທດ, ອີ​ຢູ...

ຕໍ່​ກັບ​ບັນ­ດາ​ອິດ​ທິ​ກຳ­ລັງ​ທີ່​ສວຍ­​ໃຊ້​ບັນ­ດາ​ບັນ­ຫາ​ກ່ຽວ​ກັນ ​ປະ­ຊາ­ທິ­ປະ­ໄຕ ສິດ­ທິ​ມະ­ນຸດ ສາສະໜາ​ ເພື່ອ​ແຊກ​ແຊງ​ເຂົ້າ​ໃນ​ວຽກ​ງານ​ພາຍ​ໃນ​ຂອງ​ປະ­ເທດ, ພວກ​ເຮົາ​ໄດ້​ນຳ​ໃຊ້​ຫຼາຍມາດຕະ​ການ, ເດັດ­ດ່ຽວ​ຕໍ່­ສູ້ປົກ​ປັກ​ຮັກສາ​ພັກ, ປົກ​ປັກ​ຮັກ­ສາ​ພາ­ລະ­ກິດ​ອັນ​ເປັນ​ທຳ, ປົກປ້ອງ​ລະ­ບົບ​ຄ່າ​ນິ­ຍົມຫວຽດ­ນາມ. ໃນ​ຫ້າ​ປີ​ທີ່​ຜ່ານ​ມາ, ຫວຽດ­ນາມ​ໄດ້​ເປັນ​ເຈົ້າ​ການ­ຈັດ­ຕັ້ງ​ບັນ­ດາ​ການ​ປຶກ­ສາສົນທະນາ​ກັບບັນດາ​ປະ­ເທດ, ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ກ່ຽວ​ກັບ​ບັນ­ດາ​ບັນ­ຫາ​ດັ່ງ­ກ່າວ. ພວກ​ເຮົາ​ກໍ​ໄດ້​ເພີ່ມ​ທະ­ວີ​ວຽກ​ງານ​ໂຄສະນາຖະ​ແຫຼ​ງ​ຂ່າວ ​ໃຫ້​ປະ­ຊາ​ຄົມ​ໂລກ​ກ່ຽວ​ກັບສະພາບ​ຄວາມ​ເປັນ​ຈິງ​ແຫ່ງ​ການ​ກໍ່­ສ້າງ ແລະ ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ​ຂອງ​ພັກ, ກົດ­ໝາຍ​ຂອງ​ລັດ​ໃນ​ຂົງ​ເຂດເຫຼົ່າ​ນີ້. ວຽກ​ງານ​ການ​ຕ່າງ­ປະ­ເທດ​ໄດ້​ປະ­ສານ​ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ ​ກັບ​ວຽກ​ງານ​ປ້ອງ​ກັນ​ກົດ­ໝາຍ​ ໃນ​ການ​ຍູ້​ຖອຍແລະທັບ​ມ້າງ​ກົນ­ອຸ­ບາຍ​ເລ່​ລ່ຽມ ຂອງ​ອິດ​ທິກຳ​ລັດ​ສັດຕູ ທີ່​ຫວັງຕ້ານ​ຢັນ​ທຳ­ລາຍ​ພັກ ແລະ ລັດຫວຽດນາມ ​ໃນ​ບັນ­ດາ​ບັນ­ຫາ ​ປະ­ຊາ­ທິ­ປະ­ໄຕ, ສິດ­ທິ​ມະ­ນຸດ, ສາ­ສະ­ໜາ. ຫ້າ​ປີ​ທີ່​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນ­ດາ​ປະ­ເທດ ບັນ­ດາ​ອົງ​ການ­ສາ­ກົນ​ ແນໃສ່​ແບ່ງ­ປັນ​ຂໍ້​ມູນ​ຂ່າວ­ສານ, ເພີ່ມ​ທະ­ວີ​ຄວາມ​ສາມາດ​ກໍ່ສ້າງ​ກົດໝາຍແລະປະຕິບັດກົດ­ໝາຍ​ ກໍ່​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ, ສ້າງ​ພື້ນ­ຖານ​ໃຫ້​​ບັນ­ດາ​ຄູ່​ຮ່ວມ​ມື​ເຂົ້າ­ໃຈ​ເລິກ​ເຊິ່ງກວ່າ​ອີກ​ກ່ຽວ​ກັບ​ການ​ປ່ຽນ­ແປງ​ດ້ານ​ນະ­ໂຍ­ບາຍ ແລະ ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຢູ່ຫວຽດ­ນາມ.

ທີ​ສີ່, ຍົກ​ສູງ​ຖາ­ນະ​ບົດ­ບາດ​ສາ­ກົນ​ຂອງ​ປະ­ເທດ​ ​ໂດຍຜ່ານ​ການ​ຍົກ​ລະ­ດັບການ​ພົວ­ພັນ​ຕ່າງ­ປະ­ເທດ​ຫຼາຍ​ຝ່າຍ ຈາກ “ການເຂົ້າ​ຮ່ວມ​ຢ່າງ​ຕັ້ງ­ໜ້າ” ຂຶ້ນ​ສູ່ “ເປັນ​ເຈົ້າ​ການ​ປະ­ກອບ­ສ່ວນ​ກໍ່­ສ້າງ, ກຳ­ນົດກະຕິ​ກາ​ລວມ”, ຮັກສາແລະຊຸກ­ຍູ້​ບັນ­ດາ​ຜົນ​ປະ­ໂຫຍດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ຄວາມ​ສະ­ຫງົບ​ປອດ​ໄພ ​ແລະ ຄວາມພັດ­ທະ­ນາ​ຂອງ​ຫວຽດ­ນາມ, ພ້ອມກັນ​ນັ້ນ​ກໍ​​ສະ­ແດງ​ໃຫ້​ເຫັນ​ເຖິງ​ຈິດ­ໃຈ​ “ສະ­ມາ­ຊິກ​ທີ່​ມີ​ຄວາມ​ຮັບ­ຜິດ­ຊອບ​ໃນ​ປະ­ຊາ​ຄົມ​ໂລກ” ຂອງຫວຽດນາມ.

ຫວຽດ­ນາມ​ໄດ້​ປະ­ກອບ­​ຄວາມ​ຄິດ​ລິ​ເລີ່ມ​ອັນ​ສຳ­ຄັນ​ຫຼາຍ​ປະການ​ ​ໃນ​ບັນ­ດາ​ເວ­ທີ​ປາ​ໄສ​ຫຼາຍ​ຝ່າຍ​ທີ່​ມີ​ຜົນ​ກະທົບຢ່າງ​ໃຫຍ່​ຫຼວງ​ຄື ອົງ­ການ​ສະ­ຫະ​ປະ­ຊາ​ຊາດ, ອາ​ຊຽນ, ເວ­ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ­ຖະ­ກິດ​ອາ­ຊີ - ປາ​ຊີ​ຟິກ, ເວ­ທີ​ປາ​ໄສ​ການ​ຮ່ວມ​ມື​ອາ­ຊີ - ເອີ​ຣົບ, ການຮ່ວມ​ມື​ອະ­ນຸ​ພາກ​ພື້ນ​ແມ່­ນ້ຳ​ຂອງ... ຖາ­ນະ​ບົດ­ບາດ​ຂອງ​ປະ​ເທດ​ໄດ້​ຍົກ​ສູງ​ພໍ​ສົມ­ຄວນ​ ດ້ວຍ​ການ​ເປັນ​ເຈົ້າ­ພາບ​ກອງ​ປະ­ຊຸມ​ສະ­ມັດ­ຊາ​ໃຫຍ່ຄັ້ງ​ທີ 132 ຂອງ​ສະ­ຫະ­ພັນ​ລັດ​ຖະ​ສະ­ພາ​ສາ­ກົນ (IPU-132), ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ກໍ່­ສ້າງ​ວາ­ລະ​ກອງ​ປະ­ຊຸມ 2030 ກ່ຽວ​ກັບ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ຂອງ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ; ​ຫວຽດນາມໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ແລະ ຖືກເລືອກ​ຕັ້ງ​ດ້ວຍ​ຄະ​ແນນ​ສູງ​ໃຫ້ເຂົ້າ​ໃນ​ສະ­ພາ​ສິດ­ທິ​ມະ­ນຸດ​​ແຫ່​ງສະ­ຫະ​ປະ­ຊາ​ຊາດ ໄລ­ຍະ 2014 - 2016, ສະພາ​ເສດ­ຖະ­ກິດ - ສັງ­ຄົມ​​ແຫ່ງສະ­ຫະ​ປະ­ຊາ​ຊາດ ໄລ­ຍະ 2016 - 2018, ຄະ­ນະ​ກຳມະ­ການ​ມໍ­ລະ­ດົກ​ໂລກຂອງ ຢູ​ເນັດ​ສ​ໂກ ໄລຍະ 2013 – 2017 ​ແລະ ເປັນ​ເທື່ອ​ທຳ​ອິດ​ທີ່​ເຂົ້າ​ຮ່ວມ​ກຳລັງ​ຮັກ­ສາ​ສັນ­ຕິ­ພາບ​ຂອງ​ສະ­ຫະ​ປະ­ຊາ​ຊາດ.

ວຽກ​ງານ​ການ​ຕ່າງ­ປະ­ເທດ​​ບັນ­ລຸ​ບັນ­ດາ​ຜົນ­ງານທີ່​ສຳຄັນເທິງ​ນີ້​ແມ່ນ​ຍ້ອນ​ແນວ­ທາງ​ທີ່​ຖືກ­ຕ້ອງ​ຂອງ​ພັກ, ການ​ຊີ້​ນຳ​ຢ່າງ​ໃກ້ຊິດ​ຂອງ​ການ​ນຳ​ພັກ ລັດ. ບັນ­ດາ​ຜົນ­ງານ​ທີ່​ສຳ­ຄັນ​ນີ້​ຍັງ​ເປັນ​ຜົນ­ສຳ­ເລັດ​ຂອງ​ກຳ­ລັງ​ແຮງ​ແຫ່ງ​ຄາວ​ມ​ສາ­ມັກ­ຄີ​ປວງ​ຊົນທັງ​ຊາດ, ຄວາມ​ພະ­ຍາ­ຍາມ​ສູ້​ຊົນ ​ປະ­ດິດ​ສ້າງ​ຂອງ​ພະ­ນັກ­ງານ​ຜູ້​ຮັບຜິດຊອບ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ພັກ, ລັດ, ສະ­ພາ​ແຫ່ງ​ຊາດ ແລະ ການ​ທູດ​ປະ­ຊາ­ຊົນ; ການ​ປະສານ​ສົມ­ທົບ​ຢ່າງ​ແໜ້ນ​ແຟ້ນ​ຂອງບັນດາ​ກະ­ຊວງ, ຂະ­ແໜງ­ການ ແລະ ທ້ອງ​ຖີ່ນ​ຕ່າງໆ; ການ​ໝູນ​ໃຊ້​ບັນ­ດາ​ບົດ­ຮຽນ​ຂອງ​ການ​ພົວ­ພັນ​ຕ່າງປະ​ເທດຫວຽດນາມທີ່​ທັນ​ສະ­ໄໝ ຢ່າງ​ປະ­ດິດ​ສ້າງ​ແລະມີປະ​ສິ​ທິ​ຜົນ​, ນັ້ນ​ແມ່ນ​ບົດຮຽນ​ກ່ຽວ​ກັບການ​ສົມທົບ​ກຳລັງ​ແຮງຂອງ​ຊາດ​ກັບ​ກຳ­ລັງ​ແຮງ​ຍຸກ​ສະ­ໄໝ, ບົດຮຽນ​ກ່ຽວກັບການ​ຢຶດ​ໝັ້ນ​ດ້ານຫຼັກ­ການ, ໄຫວພິບ​ດ້ານ​ຍຸດ​ໂທ​ບາຍ​ ຕາມ​ທິດ​ນຳ “ເອົາ​ຫຼັກການ​ເປັນ​ພື້ນ​ເພື່ອໝູນ​ໃຊ້​ຢ່າງ​ໄຫວ​ພິບ”.

ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດຫວຽດ​ນາມ ໄດ້​ຮັບ­ຮອງ​ເອົາ​ບັນ­ດາທິດທາງ ແລະ ໜ້າທີ່​ຕົ້ນ​ຕໍ່ຂອງວຽກ​ງານ​ການ​ຕ່າງ­ປະ­ເທດ​ໃນ 5 ປີ​ຕໍ່​ໜ້າ. ໜ້າ­ທີ່​ຂອງ​ວຽກ​ງານ​ການ​ຕ່າງ­ປະ­ເທດ​ແມ່ນ​ ສືບ​ຕໍ່​ຮັກສາແລະປັບ­ປຸງສິ່ງແວດ​ລ້ອມ​​ແຫ່ງ​ຄວາມ​ສະ­ຫງົບ ແລະ ເສດ­ຖະ­ກິດກັບຕ່າງ­ປະ­ເທດ​ ໃຫ້​ໝັ້ນຄົງ​ກວ່າ​ອີກ, ພາ​ໃຫ້­ການ​ເຊື່ອມໂຍງ​ສາ­ກົນ​ເຂົ້າ​ສູ່​ລວງ​ເລິກ ແລະ ປັບ­ປຸງ​ຖາ­ນະ​ບົດ­ບາດ​ຂອງ​ຫວຽດ­ນາມ​ໃນ​ພາກ​ພື້ນ ແລະ ​ໃນ​ໂລກ ​ໃຫ້​ໝັ້ນ­ຄົງ. ​ບັນ­ດາ​ໜ້າ­ທີ່​ເຫຼົ່າ​ນີ້​ມີ​ຄວາມ​ສຳ­ຄັນຕໍ່​ກັບທົ່ວພັກ ແລະ ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດ­ນາມ. ການ​ສຳເລັດ​ບັນ­ດາ​ໜ້າ­ທີ່​ດັ່ງ­ກ່າວ​ອາດ​ຈະ​ພົບ​ຄວາມ​ຫຍຸ້ງ­ຍາກ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ເມື່ອ​ສະ­ພາບ​ການ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​ຍັງ​ສືບ​ຕໍ່​ມີການ​ຜັນ​ປ່ຽນ​ຢ່າງ​ສັບ­ສົນ ແລະ ຜັນ​ແປ​ຢ່າງ​ໄວ­ວາ. ດ້ວຍ​ທ່າແລະກຳ­ລັງ​ແຮງ​ຂອງ​ປະ­ເທດ​ພາຍ­ຫຼັງ 30 ປີ​ແຫ່ງ​ການ​ປ່ຽນ­ແປງ​ໃໝ່, ດ້ວຍ​ຄວາມ​ຢຶດ​ໝັ້ນ​ ຕັດ­ສິນ​ໃຈຮັບ​ໃຊ້​ຜົນ​ປະໂຫຍດຂອງປະ​ເທດຊາດ, ອີງ​ບົນ​ພື້ນ­ຖານ​ແນວ​ຄິດ​ສັນຕິພາບ ມິດຕະພາບຂອງຊາດ, ກໍ່­ສ້າງ​ຄວາມ​ພ້ອມ​ຈິດ​ພ້ອມ​ໃຈ​ກັນ, ຄວາມເປັນ​ເອ­ກະ​ພາບ​ໃນທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ­ທັບ, ການ​ເອົາ­ໃຈ­ໃສ່ກໍ່ສ້າງ​ຖັນ​ແຖວ​ພະ­ນັກ­ງານ​​ການ​ຕ່າງ­ປະ­ເທດ, ວຽກ​ງານ​ການ​ຕ່າງ­ປະ­ເທດຫວຽດ­ນາມ​ຈະ​ນັບ​ມື້​ນັບ​ຂະຫຍາຍ­ຕົວ​ຢ່າງ​ແຂງ​ແຮງ ແລະ ຄ່ອງ​ຕົວໄວກັບການ​ຜັນ​ປ່ຽນ​ຂອງ​ສະ­ພາບ​ການ, ສືບ​ຕໍ່ຖື​ບົດ​ບາດ​ເປັນແນວຮົບ​ແຖວ​ໜ້າໃນ​ການ​ຮັກສາສິ່ງແວດ​ລ້ອມ​ແຫ່ງສັນ­ຕິ­ພາບ, ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ພັດ­ທະ­ນາ ແລະ ປົກ​ປັກ​ຮັກ­ສາ​ປະ​ເທດ​ຊາດຫວຽດ­ນາມ​ສັງຄົມ​ນິ­ຍົມ ​ໃຫ້​ໝັ້ນ­ຄົງ.

ຂຽນ​ໂດຍ ຟ້າມ​ບິ່ງ​ມິງ,
ກຳ­ມະ­ການກົມ​ການ​ເມືອງ, ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ

---------------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ທີ 880 (ເດືອນ​ກຸມ­ພາ 2016).

(1) ເອ­ກະ­ສານ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ​ທີ XI, ສຳ­ນັກ​ພິມ​ຈຳ­ໜ່າຍການ­ເມືອງ​ແຫ່ງ​ຊາດ-ຊື້​ເທິດ, ຮ່າ​ໂນ້ຍ, 2011, ໜ້າ 236.

(2) ລວມ​ມີ: ເຢຍ​ລະ​ມັນ, ອີ​ຕາ​ລີ, ອິນ​ໂດ​ເນ​ເຊຍ, ໄທ, ສິງ­ກະ­ໂປ, ຝຣັ່ງ, ມາ​ເລ​ເຊຍ ແລະ ​ຟີ​ລິບ​ປິນ.

(3) 15 ປະ­ເທດ​ທີ່​ມີ​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຫວຽດ­ນາມ: ລັດ­ເຊຍ, ອີນ​ເດຍ, ຈີນ, ຍີ່­ປຸ່ນ, ສ.ເກົາ­ຫລີ, ​ແອັດສະປາຍ, ອັງ­ກິດ, ເຢຍ​ລະ​ມັນ, ອີຕາ​ລີ, ອິນ​ໂດ​ເນ​ເຊຍ, ໄທ, ສິງ­ກະ­ໂປ, ຝຣັ່ງ, ມາ​ເລ​ເຊຍ ​ແລະ ​ຟີ​ລິບ​ປິນ.

(4) ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ­ດ້ານ​ກັບລັດ­ເຊຍ ແລະ ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ­ເຊິ່ງ ກວ້າງ​ຂອວ​ງກັບ​ຍີ່­ປຸ່ນ.

(5) ອູ​ແກຣນ, ອາ­ເມ­ລິ­ກາ ​ແລະ ດານ​ມາກ.

(6) 10 ປະ­ເທດ​ທີ່​ມີ​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຮອບ­ດ້ານ​ກັບ​ຫວຽດ­ນາມ: ອະ­ເມ­ຣິກາ, ດານ​ມາກ, ອົດ​ສະ​ຕຣາ​ລີ, ນູ​ແວນ​ເຊ​ລັງ, ບຣາ​ຊິນ, ຊີ​​ເລ, ເວ​ເນ​ຊູ​ເອ​ລາ, ອາກຊັງຕີນ, ອູ​ແກຣນ, ອາ​ຟຣິ​ກາ​ໃຕ້.